ອາຈານ: ບຸນມີ ລາດຊະມີໄຊ (ອາຈານສອນ ປະຈຳພາກວິຊາລັດຖະສາດ)
ເບີໂທລະສັບ: 020 – 55021076
ອີເມວ: [email protected]
ປີ 4 (ພາກ)
ເວລາຮຽນ
ວັນ
ຫ້ອງຮຽນ
ເວລາໃຫ້ຄຳປຶກສາ
ປື້ມ ແລະເອກະສານປະກອບການຮຽນ:
ຕຳລາພາຍໃນ
- ປື້ມກົດໝາຍລະຫວ່າງຊາດສ່ວນສາທາລະນະ(ຂຽນໂດຍ: ອ. ແສງເພັດ ອຸໄທ, ອ. ບຸນຍະເດດ ແລະອ. ແກ້ວສາຍຈົງ)
- ປື້ມກົດໝາຍລະຫວ່າງຊາດສ່ວນສາທາລະນະ(ຂຽນໂດຍ: ອ. ບຸນມີ ລາດຊະມີໄຊ ປີ 2004)
- ກົດໝາຍ, ດຳລັ, ລັດຖະດຳລັດ ແລະໜັງສືຕ່າງໆທີ່ຂ້ອງ
ຕຳລາຕ່າງປະເທດ
- ກົດໝາຍລະຫວ່າງປະເທດ(ຂຽນໂດຍ: ສຈ. ດຣ. ຈຸມພົດ ສາຍສູນທອນ ປີ ພສ. 2550
- ກົດໝາຍລະຫວ່າງປະເທດ(ຂຽນໂດຍ: ສຈ. ດຣ. ຈະຕຸລົນ ຖິລະວັດ ປີ ພສ. 2550
- ກົດໝາຍລະຫວ່າງປະເທດ(ຂຽນໂດຍ: ຮສ. ດຣ. ອະພິຍາ ເລື່ອນສະວີ ປີ ພສ. 2551
- ກົດໝາຍລະຫວ່າງປະເທດ(ຂຽນໂດຍ: ສຈ. ດຣ. ປະສິດເອກະບຸດ ປີ ພສ. 2547
- ແລະກົດໝາຍອື່ນໆທີ່ກ່ຽວຂ້ອງ
ກົດໝາຍ ແລະສົນທິສັນຍາສາກົນທີ່ກ່ຽວຂ້ອງ
- ກົດບັດສະຫະປະຊາຊາດ
- ສົນທິສັນຍາກຸງວຽນນາ ກ່ຽວກັບກົດໝາຍວ່າດ້ວຍສົນທິສັນຍາ ວັນທີ 23 ພຶດສະພາ 1969
- ສົນທິສັນຍາກຸງວຽນນາວ່າດ້ວຍການພົວພັນທາງການທູດ ແລະການພົວພັນທາງກົງສູນ ວັນທີ 18 ເມສາ 1961
- ສົນທິສັນຍາກໍານົດເສັ້ນເຂດແດນອິນດູຈີນ-ສະຫຍາມ(ລາວ-ໄທ) ປີ ຄສ. 1886-1949
- ສົນທິສັນຍາວ່າດ້ວຍການສືບທອດລັດ
- ກົດໝາຍອົງການລະຫວ່າງປະເທດ
- ສົນທິສັນຍາອື່ນໆທີ່ກ່ຽວຂ້ອງ
ເອກະສານໃນການປະກອບການບັນຍາຍ
- ບົດຄວາມ ແລະ ວາລະສານຕ່າງໆທີ່ກ່ຽວຂ້ອງ
ຂໍ້ມູນທາງອີເລັກໂທນິກ(internet)
Œ http://www.Google.com/ £í-꾤-À¸-® Google-À¯ñ-§Èº¤-꾤-ê†-¤¾¨-ê†-¦÷©-²¼¤-ÁªÈ-À»ö¾-ªÉº¤-ºñ-é-À»ö¾-¡Ò-²ò´-æÈ-Ã-§Èº¤-ê†-ùÉ-²ò´-Áìɸ-£í-Ä©É-Àìó¨
http://www.na.gov.la/index.php?lang=la
http://learners.in.th/blog/archanwell-and-business4society/376616
http://learners.in.th/planet/classroom-of-archanwell-on-international-economic-law-at-tu
http://gotoknow.org/blog/the-sis
http://www.unescap.org/unis/sub_unis/doc_thai.asp
http://gotoknow.org/blog/b-m-y-l-x
http://gotoknow.org/blog/p-v-i-l/381130
ແລະອື່ນໆ
ເນື້ອໃນຫຍໍ້ຂອງລາຍວິຊາ:
ສຶກສາກ່ຽວກັບຂອບເຂດສານຍຸຕິທໍາລະຫວ່າງຊາດ,ສານອາຍາສາກົນ, ບັນສິດທິມະນຸດ, ສົງຄາມ ແລະກົດໝາຍວ່າດ້ວຍສົງຄາມ, ກົດໝາຍມະນຸດສະທຳ, ການສົ່ງຜູ້ຮ້າຍຂ້າມແດນ, ກົດໝາຍລະຫວ່າງປະເທດທີ່ກ່ຽວກັບອາວະກາດ, ການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດໂດຍສັນຕິວິທີ ແລະບັນຫາອື່ນໆທີ່ກ່ຽວຂ້ອງກັບກົດໝາຍລະຫວ່າງປະເທດ
ວັດຖຸປະສົງຂອງວິຊາ
ໃນວິຊານີ້ຈະໄດ້ຮຽນຮູ້ເຖິງລະບົບຂອງສານລະຫວ່າງປະເທດ, ແນວຄວາມແລະຂອບເຂດສິດທິຂອງບຄກຄົນ, ແນວຄວາມຄິດຂອງກົດໝາຍກົດໝາຍສົງຄາມແລະກົດໝາຍມະນຸດສະທຳ, ຫລັກການແລະຂັ້ນຕອນຂອງການສົ່ງຜູ້ຮ້າຍຂ້າມແດນຕະຫລອດເຖິງການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດໂດຍສັນຕິວິທີ ລວມເຖິງສົນທິສັນຍາແລະບັນຫາອື່ນໆທີ່ກ່ຽວຂ້ອງ
ຄາດຄະເນຜົນໄດ້ຮັບ
ນັກສິກສາຈະສາມາດຮູ້ເຖິງຄວາມໝາຍຄວາມສໍາຄັນ, ບົດບາດຂອງກົດໝາຍລະຫວ່າງຊາດໃນການໄຂຂໍ້ຂັດແຍ່ງລະຫວ່າງປະເທດໂດຍສັນຕິວິທີ ແລະບັນຫາອື່ນໆທີ່ກ່ຽວຂ້ອງ
ຈຸດປະສົງຂອງອາຈານທີ່ຢາກໃຫ້ນັກສຶກສາໄດ້
-ສ້າງໃຫ້ນັກສຶກສາຮູ້ຄິດ
-ສ້າງໃຫ້ນັກສຶກສາຂຽນ
-ສ້າງໃຫ້ນັກສຶກສາຮູ້ຂຽນ ແລະຮູ້ແກ້ໄຂບັນຫາດ້ວຍເຫດແລະຜົນບົນພື້ນຖານລະບຽບກົດໝາຍ
ການຈັດການໃນລະບົບການຮຽນ-ການສອນ ແລະການປະເມີນຜົນ
ການສອນ-ການຮຽນ
ປະຕິບັດຫລັກສູດ ນັກສຶກສາຈະໄດ້ຮຽນ 4 ໜ່ວຍກິດ ລວມທັງໝົດ 60 ຊົ່ວໂມງ ນັກສຶກສາມີສິດຂາດໄດ້ ແຕ່ບໍ່ໃຫ້ເກີນ 20% ຂອງເວລາຮຽນທັງໝົດ ຄິດເປັນຊົວໂມງຖ້າເກີນ 12 ຊົ່ວໂມງ
ການຂາດຮຽນ
ລະບົບການຈັດລະດັບແລະການໃຫ້ຄະແນນ
ການໃຫ້ຄະແນນແມ່ນປະຕິດດັ່ງນີ້:
ຄະແນນການມີສ່ວນຮ່ວມໃນຫ້ອງ 15%
ຄະແນນກວດກາ 10%
ຄະແນນຂຽນບົດລາຍງານ + ສະເໜີບົດລາຍງານ 20%
ຄະແນນສອບເສັງທ້າຍພາກຮຽນ 60%
ການສົ່ງບົດລາຍງານນັກສຶກສາຕ້້້ອງສົ່ງຫລັງສອບເສັງ1 ອາທິດຂອງວິຊາສຸດທ້າຍ
ການຈັດລະດັບເກດສະເລັ່ຍ ແລະຄ່າລະດັບ
80 – 100 ຄະແນນຂື້ນໄປໄດ້ເກຣດ A ດີເລີດ 4.00
75 – 79 B+ ດີຫລາຍ 3.50
70 – 74 B ດີ 3.00
69 Œ 65 C+ ພໍໃຊ້ 2.50
64 Œ 60 C ພໍໃຊ້ໄດ້ 2.00
59 Œ 55 D+ ອ່ອນ 1.50
54 Œ 50 D ອ່ອນຫລາຍ 1.00
49 ລົງມາ F ªö¡ 0.00
ວິທີການຮຽນ-ການສອນ
-ຂື້ນຫ້ອງບັນຍາຍ
-ຈັດກຸ່ມຄົ້ນຄວ້າ
-ສົນທະນາແລກປ່ຽນບົດຮຽນໃນການຖາມຕອບ
-ໂຕ້ວາທີ
-ເຊີນອາຈານຫລືຜູ້ຊ່ຽວສະເພາະດ້ານມາປາຖະກາຖາ
-ໄປທັດສະນະສຶກສາກັບໜ່ວຍງານໃນບ່ອນທີ່ຂ້ອງກັບບົດຮຽນ
ໂຄງຮ່າງການຮຽນການສອນຂອງວິຊາ
ອາທິດທີ1 ວັນທີ ......ເດືອນ........ປີ 2010
ແນະນຳການຮຽນ - ການສອນ,ຈັດກຸ່ມ, ຕະຫລອດເຖິງການຄົ້ນຫາຂໍ້ມູນຕ່າງໆ ແລະ ສານຍຸຕິທຳ
ອາທິດທີ 2 ວັນທີ ......ເດືອນ........ປີ 2010
ອົງປະກອບ,ຂອບເຂດແລະສຳອຳນາດຂອງສານຍຸຕິທຳລະຫວ່າງຊາດ
ອາທິດທີ 3 ວັນທີ ......ເດືອນ........ປີ 2010
ທີ່ມາຂອງກົດໝາຍໝາຍອາຍາລະຫວ່າງຊາດ
ອາທິດທີ 4 ວັນທີ ......ເດືອນ........ປີ 2010
ສິດຂອງບຸກຄົນໃນກາຕໍ່ສູ້ກັບການດຳເນີນຄະດີ
ອາທິດທີ 5 ວັນທີ ......ເດືອນ........ປີ 2010
ແນວຄວາມຄິດທີ່ກ່ຽວສິດທິມະນຸດ
ອາທິດທີ 6 ວັນທີ ......ເດືອນ........ປີ 2010
ຂອບເຂດຂອງສິດທິແລະເສລີພາບຂອງບຸກຄົນ
ອາທິດທີ 7 ວັນທີ ......ເດືອນ........ປີ 2010
ເຊີນຊ່ຽວຊານຈາກພາຍນອກມາປາຖະກາຖາກ່ຽວກັບກົນໄກສິດທິມະນຸດຂອງ ສ ປ ປລາວ
ອາທິດທີ 8 ວັນທີ ......ເດືອນ........ປີ 2010
ແນວຄວາມຄິດຂອງສົງຄາມ
ອາທິດທີ 9 ວັນທີ ......ເດືອນ........ປີ 2010
ກົດໝາຍວ່າດ້ວຍສົງຄາມ
(ກວດກາ 1 ຊົ່ວໂມງສຸດທ້າຍ)
ອາທິດທີ 10 ວັນທີ ......ເດືອນ........ປີ 2010
ກົດໝາຍມະນຸດສະທຳລະຫວ່າງປະເທດ
ອາທິດທີ 11 ວັນທີ ......ເດືອນ........ປີ 2010
ກົດໝາຍມະນຸດສະທຳກັບບັນຫາດ້ານສິດທິມະນຸດ
ອາທິດທີ 12 ວັນທີ ......ເດືອນ........ປີ 2010
ການສົ່ງຜູ້ຮ້າຍຂ້າມແດນ
ອາທິດທີ 13 ວັນທີ ......ເດືອນ........ປີ 2010
ຫລັກການຂອງການສົ່ງຜູ້ຮ້າຍຂ້າມແດນ
ອາທິດທີ 14 ວັນທີ ......ເດືອນ........ປີ 2010
ຄວາມຮູ້ພື້ນຖານກ່ຽວກັບການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດໂດຍສັນຕິວິທີ ທີ່ບໍ່ມີລັກສະນະທາງຕຸລາການ (ທາງສານ)
ອາທິດທີ 15 ວັນທີ ......ເດືອນ........ປີ 2010
ການແກ້ໄຂຂໍ້ຂັດແຍ່ງລະຫວ່າງປະເທດໂດຍວິທີ ທາງຕຸລາການ (ທາງສານ)
ອາທິດທີ 16 ວັນທີ ......ເດືອນ........ປີ 2010
ໃຫ້ຄຳຖາມແລະທົບທວນບົດຮຽນຄືນ
สนใจพาสาลาวครับ กำลังพยายามอ่าน ขอบคุณมากครับ
ສະໝັກສະມາຊິກບໍ່ໄດ້
ສະໝັກໄດ້ແລ້ວວວ
ນ້ອງມັກການສອນແບບວັນອັງຄານທິດແລ້ວນີ້ ທີ່ໃຫ້ຄົ້ນຄ້ວາເປັນກຸ່ມ ເຮັດໃຫ້ນັກສຶກສາໄດ້ຄວາມຮູ້ຫຼາຍຂຶ້ນ ແລະ ມ່ວນກວ່າການສອນແບບອາຂານອະທິບາຍຢ່າງດຽວ.
ແຕ່ອາຈານ... ນ້ອງຢາກຮູ້ວ່າ ຈະສົ່ງບົດຄວາມອາຈານໃນແຕ່ລະອາທິດ ແມ່ນເຮັດແນວໃດ? ແນະນຳແດ່
thank you
vinalin
ການຄົ້ນຄ້ວາ ແລະ ສະເໜີບົດແບບເປັນກຸ່ມ ແມ່ນມ່ວນຫຼາຍ.
ແຕ່ນ້ອງຍັງມີຂໍ້ຂ້ອງໃຈບາງຢ່າງຄື:
- ໃຜເປັນຕົວຫຼັກໃນການຄິດເລື່ອງສິດທິມະນຸດ?
- ຄິດຂຶ້ນໃນປີໃດ ແລະ ຍ້ອນຫຍັງ?
ຖ້າອາຈານບໍ່ສະດວກໃນການຕອບທາງ website ກໍບໍ່ເປັນຫຍັງ, ນ້ອງຈະຖ້າຄຳຕອບໃນຫ້ອງຮຽນກໍໄດ້.
thank you,
Vinalin ປີ4IR
ສະບາຍດີອາຈານ
ນ້ອງມັກການຮຽນການສອນແບບນີ້ຫຼາຍ ເຊິ່ງໄດ້ແລກປ່ຽນຄວາມຄິດນຳລຸ້ນອ້າຍ ແລະ ເອື້ອຍ
ຖ້າມີໂອກາດ ຫ້ອງຂອງພວກນ້ອງກໍຢາກໄປສອນແບບນີ້
ນ້ອງຢາກສະເໝີວ່າ :
1 ກ່ອນຈະເຂົ້າບົດຮຽນໃຫມ່ ຢາກໃຫ້ມີການຖາມ-ຕອບ ກ່ອນຈະເຂົ້າສູ່ບົດຮຽນ
2 ການຄົ້ນຄວ້າເປັນກຸ້ມນ້ອງເອງກໍ່ເຫັນດີ ແຕ່ຢາກໃຫ້ອາຈານເອົາຫົວບົດໃຫ້ກ່ອນ ເພື່ອເປັນການສະດວກໃນການຮຽນ ແລະ ເປັນການກຽມບົດຮຽນໄດ້ດີ
ອາຈານຄິດວ່າດີບໍ
ຂອບໃຈ
Soukdaly SISOUVONG
ຂໍຂອບໃຈ ມັນກໍ່ດີ
ພວກນ້ອງຕ້ອງໄດ້ເຮັດແບບນີ້ແນ່ນອນແລະຕ້ອງກຽມບົດຮຽນໃຫ້ດີແລະຖ້າຖະນັດດ້ານໃດກໍ່ໃຫ້ສະເໜີຫົວຂໍ້ມາ
ຂໍຂອບໃຈທີ່ໄດ້ມີຄຳເຫັນ
ໃຜເປັນຕົວຫຼັກໃນການຄິດເລື່ອງສິດທິມະນຸດ?
ທີ່ຈິງແລ້ວໃນເລື່ອງຂອງສິດທິມະນຸດນີ້ມັນໄດ້ເກີດຂື້ນມາຕັ້ງດຶກດໍາບັນແລ້ວ ເຊັ່ນໃນສະໄໝເກຼັກບູຮານມັນໄດ້ມີນັກປຣັດຊະຍາຫຼາຍໆທ່ານໄດ້ມີແນວຄວາມຄິດໃນການຄິດຄົ້ນຂື້ນມາແຕ່ໃນສະໄໝນັ້ນຖ້າຈະເວົ້າແລ້ວມັນກໍ່ເປັນເລື່ອງສິດທິຂອງບຸກຄົນເທົ່ານັ້ນມັນຍັງບໍ່ໄດ້ກ່າວເຖິງໃນຄຳວ່າສິດທິມະນຸດເທື່ອ ໃນສະໄໝເກຼັກບູຮານຫຼືໂຣມັນກໍ່ໄດ້ສະແດງຄວາມຄິດເຫັນກ່ຽວກັບສິດທິຂອງບຸກຄົນໄດ້ສີບຕໍ່ກັນມາໂດຍຕະຫຼອດມາ ເຊິ່ງແຕ່ເດີມໃນຄວາມຄິດດັ່ງກ່າວນີ້ແມ່ນມີພຽງແຕ່ຕ້ອງການຢາກຈໍາກັດສິດທິຂອງບັນດາກະສັດເທົ່ານັ້ນຫຼືຜູ້ທີ່ມີອໍານາດໃນການປົກຄອງເທົ່ານັ້ນ ດັ່ງນັ້ນໃນຄໍາວ່າສິດທິຂອງບຸກຄົນ ຈິ່ງໄດ້ກາຍມາເປັນຄໍາຂວັນທີ່ໃຊ້ກັນເພື່ອຕໍ່ສູ້ກັບກະສັດຫຼືກັບຜູ້ທີ່ມີອໍານາດໃນການປົກຄອງດັ່ງກ່າວ ຈິ່ງໄດ້ພະຍາຍາມສ້າງໃຫ້ເກີດມີບັນດາສິດທິຕ່າງໆ ເພື່ອໃຫ້ບຸກຄົນທຸກຄົນຕ້ອງໄດ້ເຂົາເປັນມະນຸດໃນມາດຕະຖານດຽວກັນ ຖ້າຈະໃຫ້ຕອບຄຳຖາມແບບຕົງໆເລີຍກໍ່ຄືວ່າແມ່ນໃຜປັນຜູ້ເປັນຕົວຫຼັກໃນການກຳນົດຫຼັກການທີ່ສໍາຄັນເລື່ອງສິດທິມະນຸດນັ້ນກໍ່ຄືອົງການສະຫະປະຊາຊາດເຊິ່ງສະແດງອອກໃນ 10 ທັນວາ ຄ.ສ. 1948 ໄດ້ມີຖະແຫຼງການວ່າດ້ວຍສິດທິມະນູດອອກແລະເຮົາກໍ່ອາດຈະສາມາດເວົ້າໄດ້ວ່າເປັນສະບັບທໍາອິດຂອງໂລກກໍ່ອາດເປັນໄປໄດ້ ແລະທີ່ຈິງແລ້ວຄໍາວ່າ ສິດທິມະນຸດນີ້ຫາກໍ່ເອີ້ນກັນມາ ໃນສັດຕະວັດທີ 20 ນີ້ເອງ
ວິນາລິນ ອ.ຂໍຕອບແບບຂ້າວໆໂດຍປະມານນີ້ໄດ້ບໍ່ຫຼືຖ້າຍັງບໍ່ເຂົ້້າໃຈກໍ່ຖາມໄດ້
ຂອບໃຈທີ່ມີຄໍາຖາມ
ຂໍshareບົດລາຍງານກຸ່ມໂຕທຳອິດ(ກ່ຽວກັບສານICC)
Q: ສານອາຍາສາກົນມີຄວາມສຳຄັນແນວໃດຕໍ່ກັບການຄຸ້ມຄອງແມ່ຍິງ, ເດັກ ແລະ ຊົນເຜົ່າກຸ່ມນ້ອຍ?
ນອກຈາກສານອາຍາສາກົນ (ICC) ຈະມີບົດບາດໃນການພິຈາລະນາ 4 ອາຊະຍາກຳ (ອາຊະຍາກຳຂ້າລ້າງ ເຜົ່າພັນ, ອາຊະຍາກຳຕ້ານມວນມະນຸດ, ອາຊະຍາກຳສົງຄາມ ແລະ ອາຊະຍາກຳຮຸກຮານ) ທີ່ສຳຄັນນັ້ນແລ້ວ; ສານ ອາຍາສາກົນຍັງມີບົດບາດສຳຄັນຕໍ່ການຄຸ້ມຄອງແມ່ຍິງ, ເດັກ ແລະ ຊົນເຜົ່າກຸ່ມນ້ອຍ ທັງນີ້ກໍຍ້ອນວ່າ ກຸ່ມດັ່ງກ່າວແມ່ນບັນດາບຸກຄົນທີ່ບໍ່ຄ່ອຍຈະໄດ້ຮັບການປົກປ້ອງ ແລະ ປະຕິບັດຢ່າງຍຸຕິທຳເທົ່າທີ່ຄວນ.
ກ່ອນທີ່ຈະກ່າວລົງເລິກລະອຽດໄປກ່າວນີ້, ຂ້າພະເຈົ້າຈະຂໍຈຳກັດຄວາມຂອງຄຳວ່າ “ເດັກ” ແມ່ນບຸກຄົນທີ່ມີອາຍຸຕຳ່ກວ່າ 15 ປີ ເຊິ່ງຖືວ່າເປັນບຸກຄົນທີ່ຍັງບໍ່ບັນລຸນິຕິພາວະສຳລັບສານອາຍາສາກົນ; “ແມ່ຍິງ” ແມ່ນບຸກຄົນທີ່ເປັນເພດຍິງມາແຕ່ກຳເນີດ ໂດຍບໍ່ຜ່ານການຜ່າຕັດ, ແປງເພດເພື່ອກາຍມາເປັນແມ່ຍິງແຕ່ຢ່າງໃດ. ບັນດາອາຊະຍາກຳທີ່ເປັນ ອັນຕະລາຍຕໍ່ແມ່າຍິງ ແລະ ເດັກນ້ອຍ ແມ່ນ:
ການບັງຄັບໃຫ້ຖືພາມານ
ການນຳບຸກຄົນໄປເປັນຂໍທານ (ການຄ້າແມ່ຍິງ ແລະ ເດັກນ້ອຍດ້ວຍການຂົ່ມຂືນ)
ການເຮັດໃຫ້ເປັນທາດທາງເພດ
ການບັງຄັບໃຫ້ເປັນໂສເພນີ
ການບັງຄັບໃຫ້ເຮັດໝັນ (ການກະທຳທີ່ຮຸນແຮງທາງເພດຕ່າງຯ) ແລະ ອື່ນຯ.
ເຊິ່ງໄດ້ຖືກບັນຍັດໄວ້ຢ່າງລະອຽດໃນມາດຕາ7 ຂອງທຳມະນູນໂຣມວ່າດ້ວຍສານອາຍາສາກົນ.
ບົດບາດຂອງສານອາຍາສາກົນທີ່ເຫັນໄດ້ແຈ້ງກ່ຽວກັບບັນຫາດັ່ງກ່າວໄດ້ແກ່ ການເຂົ້າໄປໃຫ້ການຄຸ້ມຄອງ ແລະ ຊ່ວຍເຫຼືອແກ່ບັນດາແມ່ຍິງ, ເດັກ ແລະ ຊົນເຜົ່າກຸ່ມນ້ອຍໃນກໍລະນີທີ່ຖືກປະຕິບັດຢ່າງບໍ່ເປັນທຳ ເປັນຕົ້ນແມ່ນການຕັດສິນຄະດີທີ່ມີລັກສະນະລຳອຽງ ແລະ ການບີບບັງຄັບໃຫ້ປະຕິບັດຕາມ ໂດຍທີ່ບັນດາເປົ້າໝາຍດັ່ງກ່າວບໍ່ມີເລືອກດ້ວຍເຫດຜົນທີ່ວ່າ “ພວກເຂົາແມ່ນພົນລະເມືອງຂອງປະເທດດັ່ງກ່າວ”. ສະນັ້ນ ຖ້າຫາກເກີດເຫດການໃນລັກສະນະດັ່ງກ່າວແລ້ວ ສານອາຍາສາກົນມີສິດເຂົ້າໄປແຊກແຊງ ແລະ ໃຫ້ການຊ່ວຍເຫຼືອແກ່ເຫຍື່ອຜູ້ເຄາະຮ້າຍໄດ້ທັນທີ ໂດຍປາສະຈາກການຂໍອະນູຍາດຈາກປະເທດດັ່ງກ່າວ.
ແຕ່ເຖິງຢ່າງໃດກໍຕາມ ສານອາຍາສາກົນຈະສາມາດປະຕິບັດໃນລັກສະນະນັ້ນໄດ້ກໍ່ຕໍ່ເມື່ອ ປະເທດດັ່ງກ່າວໄດ້ເຂົ້າເປັນລັດພາຄີ ແລະ ໃຫ້ສັດຕະຍະບັນເປັນທີ່ຮຽບຮ້ອຍແລ້ວ ແລະ ກ່ອນທີ່ຈະລໄງມືແຊກແຊງການປະຕິບັດງານຂອງສານພາຍໃນ ສານອາຍາສາກົນຄວນສຶກສາບັນຫາດັ່ງກ່າວໃຫ້ເຂົ້າໃຈລະອຽດພໍສົມຄວນ.
ນີ້ແມ່ນແນວຄວາມຄິດຂອງກຸ່ມພວກນ້ອງ(group 4)ທີ່ນ້ອງນຳມາຂຽນຄືນ.
Vinalin_4IR
Q: ກົດໝາຍມະນຸດສະທຳ ໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຕົກເປັນເຫຍື່ອຂອງການຂັດແຍ້ງທາງກຳລັງທະ ຫານຄືແນວໃດ?
A: ກົດໝາຍມະນຸດສະທຳ ໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຕົກເປັນເຫຍື່ອຂອງການຂັດແຍ້ງທາງກຳລັງທະ ຫານລະຫວ່າງປະເທດຄື:
1. ການສົ່ງສິ່ງຂອງຈຳເປັນເພື່ອການຍັງຊີບຂອງພົນລະເມືອງ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆໃນການຂົນສົ່ງ (ມາດຕາ 23 ຈອງອະນຸສັນຍາເຈນີວາ ສະບັບທີ4).
2. ໃນກໍລະນີທີ່ລັດຕົນຫາກບໍ່ມີຄວາມສາມາດທີ່ຈະຕອບສະໜອງ ຫຼື ແຈກຢາຍສິ່ງຂອງທີ່ຈຳເປັນໃນການຍັງຊີບຕໍ່ປະຊາຊົນຂອງຕົນໄດ້ ຕ້ອງໄດ້ຍອມໃຫ້ລັດອື່ນ ຫຼື ອົງການສາກົນຕ່າງໆ ເຂົ້າມາແຈກຢາຍສິ່ງຂອງດັ່ງກ່າວ (ມາດຕາ 59 ຂອງອະນູສັນຍາເຈນີວາສະບັບທີ 5)
ໝາຍເຫດ: ຄຳວ່າ “ຜູ້ທີ່ຕົກເປັນເຫຍື່ອຂອງການຂັດແຍ້ງທາງກຳລັງທະຫານ” ໄດ້ແກ່:
ຜູ້ບາດເຈັບ ຫຼື ຜູ້ເຈັບປ່ວຍ ໃນສົງຄາມທັງທາງນ້ຳ, ທາງບົກ ແລະ ອາກາດ ແລະ ບຸກຄະລາກອນໜ່ວຍແພດໃນກອງທັບ.
ນັກໂທດສົງຄາມ.
ບຸກຄະລາກອນທາງການແພດ, ສາສະໜາ, ອາສາສະໝັກ ແລະ ໜ່ວຍງານປ້ອງກັນພົນລະເມືອງ
ພົນລະເມືອງຕ່າງໆ ເຊັ່ນ:
• ພົນລະເມືອງໃນດິນແດນຍຶດຄອງ
• ພົນລະເມືອງທີ່ຖືກຄຸມຂັງ ແລະ ກັກຂັງ.
• ພົນລະເມືອງຕ່າງຊາດເຖິງແຜ່ນດິນຂອງຝ່າຍທີ່ມີຄວາມຂັດແຍ້ງກັນລວມທັງຜູ້ລີ້ໄພ.
I'm your student, year 4 evenning class. Apology for writing in English because my computer can't write Lao or Thai. I try to look for the summary lessons that you teach but I can not find it. Sonenaly
ສະບາຍດີ ອາຈານ ປະຈຸບັນນ້ອງຣຽນຍູ່ປີ 2ກໍ ປົກກະຕິ ນ້ອງຍາກຖາມອາຈານກ່ຽວກັບບົດຮຽນໜ້ອຍໜື່ງເພື່ອຈະນຳໄປຂຽນບົດລາຍງານກົວຂໍ້ມີດັ່ງນີ້: =ແນວທິດສະດີວ່າດ້ວຍການແກ້ໄຂການຂັດກັນແຫ່ງກົດໝາຍໃນສະຕະວັດທີ 19 ຫາ ສະຕະວັດທີ່ 20= ຖ້າອາຈານບໍ່ສະດວກຈະຕອບໃຫ້ອາຈານແນະນຳປື້ມທີ່ພໍຈະຊອກຫາຂໍ້ມູນໄດ້ຫລືວ່າເວັບໄຊ້ທີ່ຈະຊອກຫາຂໍ້ມູນກໍ່ໄດ້.
ຫລືຫມູ່ເພື່ອນຜູ້ໃດຣູ້ກໍ່ຂໍຄວາມຊ່ວຍເຫືລອແນ່ຂອບໃຈ
ຂໍຂອບໃຈອາຈານຫລາຍໆ.