ຂໍshareບົດລາຍງານກຸ່ມໂຕທຳອິດ(ກ່ຽວກັບສານICC)

Q: ສານອາຍາສາກົນມີຄວາມສຳຄັນແນວໃດຕໍ່ກັບການຄຸ້ມຄອງແມ່ຍິງ, ເດັກ ແລະ ຊົນເຜົ່າກຸ່ມນ້ອຍ?

ນອກຈາກສານອາຍາສາກົນ (ICC) ຈະມີບົດບາດໃນການພິຈາລະນາ 4 ອາຊະຍາກຳ (ອາຊະຍາກຳຂ້າລ້າງ ເຜົ່າພັນ, ອາຊະຍາກຳຕ້ານມວນມະນຸດ, ອາຊະຍາກຳສົງຄາມ ແລະ ອາຊະຍາກຳຮຸກຮານ) ທີ່ສຳຄັນນັ້ນແລ້ວ; ສານ ອາຍາສາກົນຍັງມີບົດບາດສຳຄັນຕໍ່ການຄຸ້ມຄອງແມ່ຍິງ, ເດັກ ແລະ ຊົນເຜົ່າກຸ່ມນ້ອຍ ທັງນີ້ກໍຍ້ອນວ່າ ກຸ່ມດັ່ງກ່າວແມ່ນບັນດາບຸກຄົນທີ່ບໍ່ຄ່ອຍຈະໄດ້ຮັບການປົກປ້ອງ ແລະ ປະຕິບັດຢ່າງຍຸຕິທຳເທົ່າທີ່ຄວນ.

ກ່ອນທີ່ຈະກ່າວລົງເລິກລະອຽດໄປກ່າວນີ້, ຂ້າພະເຈົ້າຈະຂໍຈຳກັດຄວາມຂອງຄຳວ່າ “ເດັກ” ແມ່ນບຸກຄົນທີ່ມີອາຍຸຕຳ່ກວ່າ 15 ປີ ເຊິ່ງຖືວ່າເປັນບຸກຄົນທີ່ຍັງບໍ່ບັນລຸນິຕິພາວະສຳລັບສານອາຍາສາກົນ; “ແມ່ຍິງ” ແມ່ນບຸກຄົນທີ່ເປັນເພດຍິງມາແຕ່ກຳເນີດ ໂດຍບໍ່ຜ່ານການຜ່າຕັດ, ແປງເພດເພື່ອກາຍມາເປັນແມ່ຍິງແຕ່ຢ່າງໃດ. ບັນດາອາຊະຍາກຳທີ່ເປັນ ອັນຕະລາຍຕໍ່ແມ່າຍິງ ແລະ ເດັກນ້ອຍ ແມ່ນ:

 ການບັງຄັບໃຫ້ຖືພາມານ

 ການນຳບຸກຄົນໄປເປັນຂໍທານ (ການຄ້າແມ່ຍິງ ແລະ ເດັກນ້ອຍດ້ວຍການຂົ່ມຂືນ)

 ການເຮັດໃຫ້ເປັນທາດທາງເພດ

 ການບັງຄັບໃຫ້ເປັນໂສເພນີ

 ການບັງຄັບໃຫ້ເຮັດໝັນ (ການກະທຳທີ່ຮຸນແຮງທາງເພດຕ່າງຯ) ແລະ ອື່ນຯ.

ເຊິ່ງໄດ້ຖືກບັນຍັດໄວ້ຢ່າງລະອຽດໃນມາດຕາ7 ຂອງທຳມະນູນໂຣມວ່າດ້ວຍສານອາຍາສາກົນ.

ບົດບາດຂອງສານອາຍາສາກົນທີ່ເຫັນໄດ້ແຈ້ງກ່ຽວກັບບັນຫາດັ່ງກ່າວໄດ້ແກ່ ການເຂົ້າໄປໃຫ້ການຄຸ້ມຄອງ ແລະ ຊ່ວຍເຫຼືອແກ່ບັນດາແມ່ຍິງ, ເດັກ ແລະ ຊົນເຜົ່າກຸ່ມນ້ອຍໃນກໍລະນີທີ່ຖືກປະຕິບັດຢ່າງບໍ່ເປັນທຳ ເປັນຕົ້ນແມ່ນການຕັດສິນຄະດີທີ່ມີລັກສະນະລຳອຽງ ແລະ ການບີບບັງຄັບໃຫ້ປະຕິບັດຕາມ ໂດຍທີ່ບັນດາເປົ້າໝາຍດັ່ງກ່າວບໍ່ມີເລືອກດ້ວຍເຫດຜົນທີ່ວ່າ “ພວກເຂົາແມ່ນພົນລະເມືອງຂອງປະເທດດັ່ງກ່າວ”. ສະນັ້ນ ຖ້າຫາກເກີດເຫດການໃນລັກສະນະດັ່ງກ່າວແລ້ວ ສານອາຍາສາກົນມີສິດເຂົ້າໄປແຊກແຊງ ແລະ ໃຫ້ການຊ່ວຍເຫຼືອແກ່ເຫຍື່ອຜູ້ເຄາະຮ້າຍໄດ້ທັນທີ ໂດຍປາສະຈາກການຂໍອະນູຍາດຈາກປະເທດດັ່ງກ່າວ.

ແຕ່ເຖິງຢ່າງໃດກໍຕາມ ສານອາຍາສາກົນຈະສາມາດປະຕິບັດໃນລັກສະນະນັ້ນໄດ້ກໍ່ຕໍ່ເມື່ອ ປະເທດດັ່ງກ່າວໄດ້ເຂົ້າເປັນລັດພາຄີ ແລະ ໃຫ້ສັດຕະຍະບັນເປັນທີ່ຮຽບຮ້ອຍແລ້ວ ແລະ ກ່ອນທີ່ຈະລໄງມືແຊກແຊງການປະຕິບັດງານຂອງສານພາຍໃນ ສານອາຍາສາກົນຄວນສຶກສາບັນຫາດັ່ງກ່າວໃຫ້ເຂົ້າໃຈລະອຽດພໍສົມຄວນ.

ນີ້ແມ່ນແນວຄວາມຄິດຂອງກຸ່ມພວກນ້ອງ(group 4)ທີ່ນ້ອງນຳມາຂຽນຄືນ.

Vinalin_4IR