Q: ກົດໝາຍມະນຸດສະທຳ ໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຕົກເປັນເຫຍື່ອຂອງການຂັດແຍ້ງທາງກຳລັງທະ ຫານຄືແນວໃດ?
A: ກົດໝາຍມະນຸດສະທຳ ໄດ້ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຕົກເປັນເຫຍື່ອຂອງການຂັດແຍ້ງທາງກຳລັງທະ ຫານລະຫວ່າງປະເທດຄື:
1. ການສົ່ງສິ່ງຂອງຈຳເປັນເພື່ອການຍັງຊີບຂອງພົນລະເມືອງ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆໃນການຂົນສົ່ງ (ມາດຕາ 23 ຈອງອະນຸສັນຍາເຈນີວາ ສະບັບທີ4).
2. ໃນກໍລະນີທີ່ລັດຕົນຫາກບໍ່ມີຄວາມສາມາດທີ່ຈະຕອບສະໜອງ ຫຼື ແຈກຢາຍສິ່ງຂອງທີ່ຈຳເປັນໃນການຍັງຊີບຕໍ່ປະຊາຊົນຂອງຕົນໄດ້ ຕ້ອງໄດ້ຍອມໃຫ້ລັດອື່ນ ຫຼື ອົງການສາກົນຕ່າງໆ ເຂົ້າມາແຈກຢາຍສິ່ງຂອງດັ່ງກ່າວ (ມາດຕາ 59 ຂອງອະນູສັນຍາເຈນີວາສະບັບທີ 5)
ໝາຍເຫດ: ຄຳວ່າ “ຜູ້ທີ່ຕົກເປັນເຫຍື່ອຂອງການຂັດແຍ້ງທາງກຳລັງທະຫານ” ໄດ້ແກ່:
ຜູ້ບາດເຈັບ ຫຼື ຜູ້ເຈັບປ່ວຍ ໃນສົງຄາມທັງທາງນ້ຳ, ທາງບົກ ແລະ ອາກາດ ແລະ ບຸກຄະລາກອນໜ່ວຍແພດໃນກອງທັບ.
ນັກໂທດສົງຄາມ.
ບຸກຄະລາກອນທາງການແພດ, ສາສະໜາ, ອາສາສະໝັກ ແລະ ໜ່ວຍງານປ້ອງກັນພົນລະເມືອງ
ພົນລະເມືອງຕ່າງໆ ເຊັ່ນ:
• ພົນລະເມືອງໃນດິນແດນຍຶດຄອງ
• ພົນລະເມືອງທີ່ຖືກຄຸມຂັງ ແລະ ກັກຂັງ.
• ພົນລະເມືອງຕ່າງຊາດເຖິງແຜ່ນດິນຂອງຝ່າຍທີ່ມີຄວາມຂັດແຍ້ງກັນລວມທັງຜູ້ລີ້ໄພ.