weblog ໜ້າສົນໃຈ

ໃນສັບປະດາທີ 2 ຫຼັງຈາກກັບມະຫາວິທະຍາໄລບູຣະພາ ຂ້າພະເຈົ້າມີໂອກາດໄດ້ເຜີຍແຜ່ຄວາມຮູ້ຂັ້ນພື້ນຖານທີ່ໄດ້ ຈາກການສຶກສາທີ່ມະຫາວິທະຍາໄລບູຣະພາ ປະເທດໄທ ປະກົດວ່າ ບັນດາອາຈານໃນຫ້ອງການໃຫ້ຄວາມສົນ ໃຈເປັນຢ່າງຫຼວງຫຼາຍ

      ອະອາ!!  ຍັງຫຼາຍໄປກວ່ານັ້ນ ທາງ ຫົວໜ້າຫ້ອງການຍັງໃຫ້ຄວາມຫວັງອີກວ່າ ຕ້ອງສ້າງແຜນ ເພື່ອຈັດຝຶກອົບຮົບ ໃຫ້ບັນດາຄູອາຈານ ພະນັກງານ ພາຍໃນໂຮງຮຽນໄດ້ນຳໃຊ້ນຳອີກ ເພື່ອທຸກຄົນຈະໄດ້ເຜີຍແຜ່ ຄວາມຮູ້ທີ່ຕົນເອງມີ ເພື່ອແລກປ່ຽນຄຳຄິດ ຄຳເຫັນນຳບັນດາ ທ່ານທີ່ມີຄວາມຮູ້ທັງຫຼາຍ ໃນອິນເຕີເນັດ ນຳອີກດ້ວຍ

        ຂໍສະແດງຄວາມຂອບໃຈມາຍັງທ່ານອາຈານ ທີ່ມະຫາວິທະຍາໄລບູຣະພາ ທີ່ໄດ້ໃຫ້ຄວາມຮູ້ແກ່ ຂ້າພະເຈົ້າ ແລະ ຄວາມຮູ້ທີ່ມີນັ້ນ ຈະພະຍາຍາມນຳເຜີຍແຜ່ສູ່ບັນດາອາຈານ ແລະ ພະນັກງານພາຍໃນໂຮງຮຽນ