ການບໍລິຫານວິຊາການໂຮງຮຽນ

ບົດທີ 1 ບົດນໍາ1

1. ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ1

2. ຈຸດປະສົງຂອງການຄົ້ນຄ້ວາ4

3. ຄໍາຖາມການຄົ້ນຄ້ວາ4

4. ສົມມຸດຕິ​​ຖານຂອງ​ການ​ຄົ້ນຄ້ວາ5

5. ຂອບເຂດຂອງການສຶກສາຄົ້ນຄ້ວາ5

5.1ຂອບເຂດດ້ານເນື້ອໃນ5

5.2 ຂອບເຂດດ້ານປະຊາກອນ ແລະ ກຸ່ມຕົວຢ່າງ5

5.3 ຂອບ​ເຂດ​ຕົວ​ປ່ຽນ​ທີ່​ຈະ​ສື​ກສາ6

6. ຂອບ​ເຂດ​ແນວ​ຄິດ​ດ້ານ​ຄົ້ນຄ້ວາ7

7. ນິຍາມສັບສະເພາະ8

8. ປະໂຫຍດທີ່ຄາດວ່າຈະໄດ້ຮັບ9

ບົດທີ2 ທິດ​ສະ​ດີ, ​ເອກະສານ​ ແລະ ບົດຄົ້ນຄ້ວາທີ່​ກ່ຽວ​ຂ້ອງ10

1. ການບໍລິຫານ.11

1.1 ​.ຄວາມໝາຍຂອງການບໍລິຫານ11

1.2​​ . ຄວາມໝາຍຂອງການສຶກສາ12

2. ການບໍລິຫານວິຊາການ13

2.2  . ຄວາສໍາຄັນຂອງການບໍລິຫານວິຊາການ14

2.3. ຂອບເຂດຂອງການບໍລິຫານງານວິຊາການ15

1. ການບໍລິຫານຫຼັກສູດ21

2. ການບໍລິຫານການຈັດການຮຽນ-ການສອນ25

3. ການບໍລິຫານການຈັດສື່ການຮຽນ-ການສອນ29

4. ການ​ບໍລິຫານ​ການ​ວັດ ​ແລະປະ​ເມີນ​ຜົນ31

5. ການ​ຄຸ້ມ​ຄອງ​ໂຮງຮຽນອາຊີວະ​ສຶກສາ38

3. ບົດຄົ້ນຄ້ວາທີ່​ກ່ຽວຂອ້ງ51

ບົດທີ3ວິທີການດຳເນີນການຄົ້ນຄ້ວາ53

1. ປະຊາກອນ ແລະ ກຸ່ມຕົວຢ່າງ53

2. ເຄື່ອງມືທີ່ໃຊ້ໃນການຄົ້ນຄ້ວາ54

3. ການ​ສ້າງ​ເຄື່ອງມື55

4. ການເກັບຮວບຮວມຂໍ້​ມູນ58

5. ການວິເຄາະຂໍ້ມູນ58

6.ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ59

ເອກະສານອ້າງອີງ60

ບົດທີ1

ບົດນໍາ

1. ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ

ໃນປະຈຸບັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂອງພວກເຮົາພວມເລັ່ງໃສ່ການພັດທະນາ, ເປັນຕົ້ນແມ່ນທາງດ້ານການສຶກສາ. ໃນໄລຍະ 20 ກ່ວາປີ ​ແຫ່ງ​ການ​ປຽ່ນ​ແປງ​ໃໝ່

ມາ​ນີ້, ລະບົບ​ການ​ສຶກສາ​ແຫ່ງ​ຊາດ​ໄດ້​ຮັບ​ການ​ພັດທະນາ​ທາງ​ດ້ານ​ປະລິມານ ​ແລະ​ ຄຸນ​ນະພາ​ບ ດີ​ຂື້ນ​ເປັນ​ກ້າວໆ.ແຕ່ການພັດທະນາການສຶກສາ ຢູ່ປະເທດຂອງພວກເຮົາຍັງບໍ່ທັນຕອບສະໜອງໄດ້ທາງດ້ານຄຸນນະພາບການສຶກສາ, ແຕ່ບໍ່ທັນດໍາເນີນໄປຕາມແຜນຍຸດທະສາດການສຶກສາແຫ່ງຊາດແທ້, ບໍ່ທັນຕອບສະໜອງໄປຕາມເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມໃນປະຈຸບັນ, ພ້ອມດຽວກັນນັ້ນການຍົກຖານະບົດບາດ ແລະ ການປະຕິບັດນະໂຍບາຍຕ່າງໆ ຍັງບໍ່ທັນເໜາະສົມ. ຍ້ອນແນວນັ້ນພວກເຮົາຕ້ອງໄດ້ດໍາເນີນການປັບປຸງແກ້ໄຂດ້ວຍການປະຕິຮູບລະບົບການ​ສຶກສາ​ແຫ່ງ​ຊາດໃຫ້ໜັກ​ແໜ້ນ ​ແລະ ມີ​ຄຸນ​ນະພາ​ບດີ​ຂື້ນ ​ເພື່ອໃຫ້ເທົ່າທຽມກັບ​ສາກົນ​ເທື່ອ​ລະ​ກ້າວ, ມີການປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແຕ່​ນີ້​ ເຖິງ​ປີ 2010, 2015 ​ແລະ ປີ2020. ​ເພື່ອ​ໃຫ້​ບັນລຸ​ຕາມຄາດໝາຍທີ່ວາງໄວ້ຂ້າງ​ເທິງ​ນັ້ນ, ​ໂດຍສະ​ເພາະແຕ່ 2006-2010 ຖື​ເອົາ​ການ​ສຶກສາ​ເປັນວຽກງານ​ໃຈກາງ ຂອງ​ການ​ພັດທະນາ​ຊັບພະ​ຍາກ​ອນມະນຸດ.” ສ້າງ​ຄົນ​ລາວ​ໃຫ້​ເປັນ​ພົນລະ​ເມືອງ​ດີ, ມີ​ການ​ສຶກສາ, ມີ​ຄວາມ​ຮູ້, ມີ​ວິຊາ​ຊີບ, ມີ​ຄວາມ​ສາມາດ​ປະດິດ​ສ້າງ ​ແລະ ກະຕືລື​ລົ້ນຕໍ່​ການ​ພັດທະນາ​ປະ​ເທດ​ຊາດ ​ກໍ​ຄື​ການ​ພັດທະນາ​ຕົນ​ເອງ, ມີ​ສຸຂະ​ພາບ​ເຂັ້ມ​ແຂງ, ມີພາລະນາ​ໄມ​ສົມບູນ ​ແລະ ມີ​ຄຸນສົມບັດ​ສິນ​ທໍ​າອັນ​ປອດ​ໃສ” ​ເພື່ອ​ຕອບ​ສະໝອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ກໍ​ຄື​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

( ​ແຜນ​ຍຸດ​ທະ​ສາດ​ການ​ປະຕິ​ຮູບ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ 2006-2015 :11-12 )

ນອກຈາກ​ນັ້ນ, ການ​ສຶກສາຍັງ​ເປັນ​ແຫຼ່ງທີ່​ມາ​ຂອງ​ການ​ຮຽນຮູ້​ທີ່​ຈໍາ​ເປັນ​ຕໍ່​ການ​ຄົ້ນ​ຄ້ວາ, ມີ​ຄວາມ​ສໍາຄັນ​ຕໍ່​ການ​ພັດທະນາ​ຊັບພະ​ຍາກ​ອນມະນຸດ ​ກ່ອນ​ທີ່​ຈະ​ພັດທະນາ​ການ​ສຶກສາ​ໃຫ້​ດີ​ນັ້ນ, ຕ້ອງ​ໄດ້​ປູກຝັງ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ ແນວ​ຄວາມຄິດ​ໃຫ້​ແກ່​ເຍົາວະ​ຊົນ ​ເພາະ​ກາ​ນສຶກສາ​ຈະ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ. ໃນ​ການ​ສ້າງ​ໃຫ້​ນັກຮຽນ​ໄດ້ຮັບການສຶກສາ​ຂັ້ນ​ພື້ນຖານ​ຕ່າງໆ ຈຶ່ງ​ເປັນ​ເປົ້າໝາຍທີ່​ສໍາຄັນ​ໃນ​ການ​ສຶກສາ​ໃນ​ລະດັບໂຮງຮຽນສາມັນເພື່ອ​ໃຫ້ການ​ສຶກສາ​ດ້ານຕ່າງໆ ທີ່​ກ່າວ​ມາ​ນັ້ນ ບຸກຄົນ​ມີ​ຄວາມ​ສໍາຄັນ​ຢ່າງ​ຍິ່ງທີ່​ຈະ​ເຮັດ​ໃຫ້​ນັກຮຽນບັນລຸ​ເຖິງ​ເປົ້າໝາຍຂອງ​ການ​ສຶກສາ​ກໍ​ຄື​ຄູທີ່​ສິດສອນ​ໃນ​ໂຮງຮຽນຕ້ອງສອນ​​ໄປ​ຕາມ3 ລັກນະ​ຂອງ​ການ​ສຶກສາຄື: ລັກສະນະຊາດ, ລັກສະນະວິທະຍາສາດ, ລັກສະນະມະຫາຊົນ. ​5 ຫຼັກມູນຂອງ​ການ​ສຶກສາຄື: ປັນຍາ​ສຶກສາ, ຄຸນສົມບັດ​ສຶກສາ, ສີ​ລະ​ປະ​ສຶກສາ, ແຮງ​ງານ​ສຶກສາ ແລະ ພາລະ​ສຶກສາ. ​ເພື່ອສ້າງ​ນັກຮຽນໃຫ້​ກາຍ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້, ຄວາມ​ສາມາດ, ມີນໍາໃຈຮັກຊາດ, ມີ​ຄຸນສົມບັດ​​ສິນ​ທໍາປະຕິວັດ, ​ມີ​ຈິດ​ໃຈ​ປອດ​ໃສ​ຂາວ​ສະອາດ, ມີ​ຮ່າງກາຍ​ສົມບູນ ​ແລະ ມີ​ນໍ້າ​ໃຈ​ຮັກ​ຊາດ.

(​ແຜນ​ຍຸດ​ທະ​ສາດ​ການ​ປະຕິ​ຮູບ​ລະບົບການ​ສຶກສາ​ແຫ່ງ​ຊາດ 2006-2015 : 23 ).

ການບໍລິຫານຄຸ້ມຄອງໂຮງຮຽນ ແມ່ນການຈັດການ ແລະ ການບໍລິຫານວຽກງານຕ່າງໆ ຂອງໂຮງຮຽນໂດຍມີ 7 ໜ້າວຽກ​ເດັ່ນ ວຽກງານວິຊາການ, ວຽກງານກິດຈະການນັກຮຽນ, ວຽກງານຄຸ້ມຄອງບຸກຄະລາກອນ, ວຽກງານຫ້ອງການ-ການເງິນ, ວຽກງານອາຄານ-ສະຖານທີ່, ວຽກງານພົວພັນຊຸມຊົນ, ວຽກງານອົງການຈັດຕັ້ງມະຫາຊົນ, ໃນນັ້ນການຄຸ້ມຄອງວຽກງານວິຊາການເປັນວຽກຫຼັກ ຖືເປັນວຽກງານທີ່ສໍາຄັນທີ່ສຸດ, ເປັນຫົວໃຈຂອງການຄຸ້ມຄອງໂຮງຮຽນ ຜູ້ບໍລິຫານ ແລະ ຜູ້ຄຸ້ມຄອງທຸກລະດັບຈະຕ້ອງໃຫ້ຄວາມສໍາຄັນສຸດ ສ່ວນການຄຸ້ມຄອງອື່ນໆ ນັ້ນເຖິງມີຄວາມສໍາຄັນກໍຕາມ ແຕ່ກໍເປັນສ່ວນສົ່ງເສີມ ແລະ ສະໜັບສະໜູນໃຫ້ວຽກງານວິຊາການ, ການຄຸ້ມຄອງວຽກງານວິຊາການມີກິດຈະກໍາທີ່ສໍາຄັນຄື: ຫຼັກສູດ, ຂະບວນການຈັດການຮຽນ-ການສອນ, ການສົ່ງເສີມການຮຽນ-ການສອນ, ການວັດ ແລະ ປະເມີນຜົນການຮຽນ-ການສອນ. ສະນັ້ນໝາກຜົນທີ່ຜະລິດອອກມາຈະມີຄຸນນະພາບ ຫຼື ບໍນັ້ນແມ່ນເບິ່ງທີ່ວຽກງານວິຊາການຂອງໂຮງຮຽນວ່າເປັນທີ່ນິຍົມ ແລະ ເປັນທີ່ຍອມຮັບ.(ກະຊວງສຶກສາທິການ ແລະ ກິລາ 2011-2015:35)

 ( ກົມ​ສາມັນ​ສຶກສາ 1995 : 29) ​ໄດ້ລະບຸ​ວ່າຂອບ​ເຂດ​ວຽກງານ​ວິຊາ​ການ​ໄວ້ 9 ວຽກງານ​ດັ່ງ​ນີ້:1) ການ​ສຶກສາຫຼັກສູດ ​ແລະ ການ​ນໍ​ເອົາ​ໄປ​ໃຊ້. 2) ການ​ຈັດການ​ຮຽນ-ການ​ສອນ.​ 3) ການ​ຜະລິດ​ວັດຖຸ​ອຸປະກອນຫຼັກສູດ ​ແລະ ສື່​ການ​ຮຽນ-ການ​ສອນ.​ 4) ການ​ສົ່ງ​ເສີມ​ການ​ຮຽນກ-ການ​ສອນ. 5) ການ​ປະ​ເມີນ​ຜົນ. 6) ການ​ດໍາ​ເນີນ​ການ​ກ່ຽວກັບ​ຫ້ອງ​ສະມຸດ. 7) ການ​ນິ​ເທດ​ການ​ສຶກສາ. 8) ການ​ວາງ​ແຜນ ​ແລະ ການ​ກໍານົດ​ວິທີ​ດໍາ​ເນີນ​ວຽກງານ. 9) ການ​ປະຊຸມ​ເຝິກອົບຮົມ​ທາງ​ວິຊາ​ການ.

ອຸໄທ ບຸນປະເສີດ (2540 : 36) ໄດ້ກ່າວວ່າການ​ບໍລິຫານ​ວຽກງານວິຊາ​ການມີ​ຂອບ​ເຂດ​ດັ່ງ​ນີ້:1) ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວກັບຫຼັກສູດ ​ແລະ​ ການນໍາຫຼັກສູດ​ໄປ​ໃຊ້. 2)ການ​ສອນ ​ແລະການ​ດການ​ຮຽນການ​ສອນ. 3)ກິດຈະ​ກໍາ​ນັກຮຽນ ​ແລະການ​ບໍລິຫານ​ກິດ​ຈະ​ກໍາ​ນັກຮຽນ​ໃຫ້​ຕອບ​ສະໜອງກັບຫຼັກສູດ. 4) ສື່​ການ​ສອນ ​ແລະ ກິດຈະ​ກໍາ​ຫ້ອງ​ສະມຸດ. 5) ການ​ວັດ ​ແລະ ປະ​ເມີນ​ຜົນ. 6)ການ​ນິ​ເທດ​ການ​ສຶກສາ​ ແລະ ພັດທະນາ​ອາຊີບ.

ສະນັ້ນ, ໂຮງຮຽນອາຊີວະສຶກສາກໍແມ່ນໜ່ວຍງານໜຶ່ງທີ່ສໍາຄັນ ເຊິ່ງມີໜ້າທີ່ຮັບພິດຊອບໃນການຈັດການສຶກສາຕາມແນວທາງນະໂຍບາຍຂອງພັກທີ່ໄດ້ວາງອອກ. ເພາະວ່າໂຮງຮຽນອາຊີວະສຶກສາເປັນໂຮງຮຽນວິຊາຊີບ ຫຼື ວິຊາສະເພາະ ໃນຕໍ່ໜ້າແມ່ນມີໜ້າທີ່ສ້າງສາປະເທດຊາດ. ເພື່ອ​ແນ່​ໃສ່​ເຮັດ​ໃຫ້​ກິດຈະ​ກໍາ​ການ​ຮຽນ-ການ​ສອນ​ໃຫ້​ແທດ​ເໜາະກັບ​ເນື້ອ​ໃນ ​ແລະ ຈຸດປະສົງ​ທີ່​ຢາກ​ໃຫ້​ນັກຮຽນຮູ້. ການ​ສຶກສາ​ເປັນ​ອົງ​ປະກອບ​ທີ່​ສົ່ງ​ຜົນ​ຕໍ່​ການ​ບໍລິຫານ​ວຽກງານວິຊາການຂອງ​ຄູ​ໃນ​ການ​ປະຕິບັດ​ງານ ​ເປັນ​ປັດ​ໄຈໜຶ່ງທີ່​ຈະ​ຮັບ​ຮູ້ຂໍ້ມູນ​ຂ່າວ​ສານ​ທີ່​ສໍາຄັນ​ທີ​ຈະ​ເປັນ​ປະ​ໂຫຍ​ດ​ໃນ​ການ​ນໍ​າໄປ​ໃຊ້​ເປັນ​ແນວທາງ​ໃນ​ການ​ບໍລິຫານ​ຂອງ​ຜູ້​ບໍລິຫານ​ໂຮງຮຽນ​ໃຫ້​ມີ​ປະສິດທິພາບ​ສູງ​ຂື້ນ, ​ເພື່ອ​ເປັນ​ຂໍ້​ມູນ​ໃນ​ການ​ສ້າງ​ຂັວນ ​ແລະ ກໍາລັງ​ໃຈ​ຂອງ​ຄູ​ສອນ​ໃຫ້​ດີ ຈາກ​ການ​ສຶກສາ.

(ບົດ​ສະຫຼຸບຂອງ​ອາຊີວະສຶກສາ ປະຈໍາສົກຮຽນ 2011-2012​ ​ແລະ ​ແຜນ​ພັດທະນາ​ອາຊີວະສຶກສາ ປະຈໍາສົກຮຽນ 2012-2013)

ແຕ່ບາງໂຮງຮຽນຍັງ​ຂາດ​ຄວາມ​ເອົາ​ໃຈ​​ໃສ່, ຜູ້ບໍລິຫານ​ໂຮງຮຽນຍັງສ້າງແຜນການບໍ່ທັນແທດເໝາະກັບສະພາບການຕົວຈິງ, ວຸດ​ທິການ​ສຶກສາ​ຂອງ​ຄູ​ອາຈານ​ຈໍານວນໜຶ່ງຍັງ​ຕໍ່າ​ ສອນ​ບໍ່​ຖືກ​ກັບ​ລາຍ​ວິຊາ​ທີ​ຮຽນຈົບມາ, ​ຄູສອນບາງຄົນບໍ່ໄດ້ຜ່ານວິຊາຄູ, ​ບັນຫາ​ທີ່​ພົບ​ເຫັນ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກ່ຽວກັບ ​ຫຼັກສູດ, ເອກະສານສິດສອນ ຍັງບໍ່ທັນພຽງພໍກັບຄວາມຕ້ອງການ. ສ່ວນການ​ຮຽນ-ການ​ສອນ, ການສິດສອນໃນໂຮງຮຽນອາຊີວະສຶກສາຍັງບໍ່ທັນເໝາະສົມກັບສະພາບຄວາມເປັນຈິງ, ເວລາສິດສອນຄູຍັງຂາດເຄື່ອງປະຈັກຕາ, ເຄື່ອງທົດລອງ, ຄູສອນຍັງຂາດປະສົບການ.  ນອກນັ້ນ ຄູອາຈານຍັັງບໍ່ເປັນເຈົ້າການໃນການນໍາໃຊ້ອຸປະກອນການຮຽນ-ການສອນຢ່າງມີປະສິດທິພາບ. ດ້ານ​ສື່​ການ​ຮຽນ-ການ​ສອນ: ​ທີ່ມີຢູ່ໃນໂຮງຮຽນອາຊີວະສຶກສາ ຈໍານວນຫຼາຍ ບໍ່ທັນໄດ້ຮັບການປັບປຸງ,​ດ້ານການວັດ ແລະ ການປະເມີນຜົນ​ ຕິດຕາມການຂື້ນຫ້ອງສອນຂອງຄູ, ຮ່ວມໂມງສອນຄູ ແລະ ຕິດຕາມຜົນການສອບ ຂອງນັກຮຽນແຕ່ລະພາກຮຽນ,

(ບົດສະຫຼຸບ ຂອງໂຮງຮຽນວິຊາຊີບ ມິດຕະພາບວຽງຈັນ-ຮ່າໂນ້ຍ ປະຈໍາສົກຮຽນ 2011-2012).

ເມື່ອເປັນຄືແນວນັ້ນໂຮງຮຽນອາຊີວະສຶກສາກໍ ແມ່ນໜ່ວຍງານໜຶ່ງເຊິ່ງມີໜ້າທີຮັບພິດຊອບໃນ

ການຈັດການສຶກສາຕາມແນວທາງນະໂຍບາຍຂອງພັກທີ່ໄດ້ວາງອອກ. ເພາະວ່າການສຶກສາຂັ້ນນີ້

ແມ່ນເປັນຫົວລຽ້ວຫົວຕໍ່ໃນການປະກອບອາຊີບ.  ດັ່ງນັ້ນຖານພື້ນຖານການຮຽນຂອງນັກຮຽນໃນຂັ້ນ

ວິຊາຊີບບໍ່ດີມັນກໍຈະເປັນບັນຫາຕໍ່ການເຮັດວຽກໃນຕໍ່ໜ້າ ແລະ ອີກດ້ານໜຶ່ງບົດສະຫຼຸບ ການຮຽນ-ການສອນຂອງໂຮງຮຽນອາຊີວະຢູ່ໃນນະຄອນຫຼວງວຽງຈັນ,ເຫັນວ່າການຮຽນ-ການສອນ ແມ່ນຍັງຢູ່ໃນລະດັບບໍ່ດີເທົ່າທີ່ຄວນ ແລະ ອາດເກີດຂື້ນຈາກຫຼາຍປັດ​ໄຈ, ແຕ່ປັດ​ໄຈທີ່ມີຜົນຕໍ່ການຮຽນ-ການສອນສ່ວນໃຫ່ຍແມ່ນມາຈາກວຽກວິຊາການເພາະວ່າວຽກວິຊາການເປັນວຽກງານຫຼັກຂອງວຽກງານ

ການສຶກສາ. ຍ້ອນແນວນັ້ນ ຜູ້​ຄົ້ນຄ້ວາ​ໃນ​ນາມ​ອາຈານສອນ​ໂຮງຮຽນ​ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍຈຶ່ງ​ມີ​ຄວາມ​ສົນ​ໃຈ​ສຶກສາ​ການ​ບໍລິຫານ​ວຽກງານ​ວິຊາ​ການຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ,​ເພື່ອ​ເປັນ​ຂໍ້​ມູນ ​ແລະ ​ແນວທາງ​ໃນ​ການ​ບໍລິຫານ​ວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາ ໃນນະຄອນຫຼວງວຽງຈັນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

2. ຈຸດປະສົງຂອງການຄົ້ນຄ້ວາ

1. ເພື່ອສຶກສາສະພາບ​ການບໍລິຫານ​ວຽກງານດ້ານວິຊາການໂຮງຮຽນ​ອາຊີວະສຶກສາ​ໃນນະຄອນຫຼວງວຽງຈັນ.

2.​ ເພື່ອສຶກສະພາບບັນຫາໃນການບໍລິຫານວຽກງານດ້ານວິຊາການໂຮງຮຽນ​ອາຊີວະສຶກສາ​ໃນນະຄອນຫຼວງວຽງຈັນ.

3. ເພື່ອປຽບທຽບຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ຄູຕໍ່ກັບການບໍລິຫານວຽກງານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ, ຈໍາແນກຕາມວຸດທິການສຶກສາ ແລະ ປະສົບການເຮັດວຽກວິຊາການໂຮງຮຽນ​ອາຊີວະສຶກສາ​ໃນນະຄອນຫຼວງວຽງຈັນ.

4. ເພື່ອສຶກສາແນວທາງ​ ການປັບປຸງການບໍລິຫານ​ວຽກງານດ້ານວິຊາການໂຮງຮຽນອາຊີວະ

ສຶກສາໃນນະຄອນຫຼວງວຽງຈັນ

3. ຄໍາຖາມການຄົ້ນຄ້ວາ

1. ສະພາບການ​ບໍລິຫານ​ວິຊາ​ການ ​ໂຮງຮຽນອາຊີວະສຶກສາ​ໃນ​ນະຄອນຫຼວງວຽງຈັນເປັນແນວໃດ?.

2. ສະພາບບັນຫາການບໍລິຫານວິຊາການ ໂຮງຮຽນອາຊີວະສຶກສາ​ໃນ​ນະຄອນຫຼວງວຽງຈັນເປັນຄືແນວໃດ ?.

3. ຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ຄູຕໍ່ກັບການບໍລິຫານວຽກງານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນເປັນຄືແນວໃດ ?.

  1. ​ແນວທາງ​ໃນ​ການ​ບໍລິຫານ​ວິຊາ​ການ​ໂຮງຮຽນອາຊີວະສຶກສາໃນ​ນະຄອນຫຼວງວຽງຈັນ​ມີຄື ແນວ​ໃດ ?.

4. ສົມມຸດຕິ​​ຖານຂອງ​ການ​ຄົ້ນຄ້ວາ

  1. ຄູ ​ແລະ ຜູ້ບໍລິຫານທີ່ມີຕໍ່າແໜ່ງຕ່າງກັນມີຄວາມຄິດເຫັນຕໍ່ກັບສະພາບການ​ປະຕິບັດ ​ແລະ ບັນຫາການບໍລິຫານວຽກງານດ້ານ​ວິຊາ​ການ ​ໂຮງຮຽນ​ອາຊີວະສຶກສາ​ໃນນະຄອນຫຼວງວຽງຈັນ​​

  1. ຄູ​ອາຈານ ​ແລະ ຜູ້​ບໍລິຫານ​ທີ​ມີ​ວຸດ​ທິການ​ສຶກສາຕ່າງກັນມີຄວາມຄິດເຫັນຕໍ່ກັບສະພາບການບໍລິຫານວຽກງານດ້ານ​ວິຊາ​ການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນແຕກຕ່າງກັນ.

3. ຜູ້ບໍລິຫານ ​ແລະ ຄູ​ອາຈານທີ່ມີປະສົບການແຕກຕ່າງກັນມີຄວາມຄິດຕໍ່ສະພາບບັນຫາການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາ ໃນນະຄອນຫຼວງວຽງຈັນແຕກຕ່າງກັນ.

5. ຂອບເຂດຂອງການສຶກສາຄົ້ນຄ້ວາ

ການສຶກສາຄົ້ນຄວ້າຄັ້ງນີ້ເປັນການ ສຶກສາກ່ຽວກັບ​​ການບໍລິຫານ​ວຽກງານວິຊາການ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ,​​ເຊິ່ງມີ​ລາຍ​ລະອຽດດັ່ງ​ນີ້:

5.1 ຂອບເຂດດ້ານເນື້ອໃນ

ເນື້ອ​ໃນ​ຂອງ​ການ​ສຶກສາ​ເປັນການສຶກສາກ່ຽວກັບ: ການ​ບໍລິຫານ​ວຽກງານ​ທາງ​ດ້ານ​ວິຊາ​ການ ​ໃນ​ໂຮງຮຽນອາຊີວະສຶກສາຂອງ​ນະຄອນຫຼວງວຽງຈັນ. ຕາມແນວຄິດທິດສະດີ ແລະ ຫຼັກການຂອງ(ກົມ​ສາມັນ​ສຶກສາ 1995 ແລະ ອຸໄທ ບຸນປະເສີດ 2540) ມີ​ດັ່ງ​ນີ້:

1) ດ້ານຫຼັກສູດ

2) ດ້ານການຈັດການຮຽນ-ການສອນ

3) ດ້ານການຈັດສື່ການຮຽນ-ການສອນ

4) ດ້ານການວັດ ແລະ ປະເມີນຜົນ

5.2.ຂອບເຂດດ້ານປະຊາກອນ ແລະ ກຸ່ມຕົວຢ່າງ

1)ປະຊາກອນ

ປະຊາກອນທີ່ໃຊ້ໃນການຄົ້ນຄ້ວາຄັ້ງນີ້ ໄດ້ແກ່ຜູ້ບໍລິຫານ​ ​ແລະ  ຄູສອນ  ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ ໃນສົກຮຽນ2013-2014ຈໍານວນທັງໝົດ453ຄົນ. ໃນນັ້ນມີຜູ້ບໍລິຫານ ມີຈໍານວນ 15 ຄົນ ແລະ ຄູສອນ ມີຈໍານວນ 438 ຄົນ.       

2) ກຸ່ມ​ຕົວຢ່າງ

ກຸ່ມ​ຕົວ​ຢ່າງ​ທີ່​ໃຊ້​ໃນ​ການ​ສຶກສາຄັ້ງນີ້ ໄດ້ແກ່ຜູ້ບໍລິຫານ ​ແລະ ຄູສອນ. ໃນ 5 ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ ໃນສົກຮຽນ2013-2014ໂດຍກໍານົດເອົາຜູ້ບໍລິຫານຈໍານວນ 15 ຄົນເປັນກຸ່ມເປົ້າໝາຍ ແລະ ຄູສອນເປັນກຸ່ມຕົວຢ່າງຈໍານວນ 205 ຄົນ ລວມທັງໝົດ 220 ຄົນໂດຍໃຊ້ຕາຕະລາງຂອງ Krejcie and Morgan ( ອ້າງໃນ ບຸນ​ຊົມ​ ສີສະ​ອາດ 2554 : 43 ) ເພື່ອກໍານົດກຸ່ມຕົວຢ່າງໄດ້ ຄູອາຈານສອນທີ່ເປັນກຸ່ມຕົວຢ່າງຈໍານວນ 220 ຄົນ.

5.3 . ຂອບ​ເຂດ​ຕົວ​ປ່ຽນ​ທີ່​ຈະ​ສື​ກສາ

1) ຕົວ​ປ່ຽນ​ຕົ້ນ

(1) ຕໍາ​ແໜ່​ງໜ້າ​ທີ່ຮັບຜິດຊອບ

  - ຜູ້​ບໍລິຫານ

  - ຄູ​ສອນ

(2) ວຸດ​ທິການ​ສຶກສາ

- ປະລິນຍາ​ຕີລົງໄປ

-  ສູງ​ກ່ວາປະລິນຍາ​ຕີຂື້ນ​ໄປ

(3) ປະສົບ​ການ​ໃນ​ການ​ເຮັດ​ວຽກ

- 5 ປີ ລົງມາ

- ຫລາຍ​ກວ່າ5 ປີ

2) ຕົວ​ປ່ຽນ​ຕາມ ​ໄດ້​ແກ່ສະພາບການປະຕິບັດສະພາບບັນຫາ ແລະ ຂໍ້ແນະນໍາແນວທາງກ່ຽວກັບການບໍລິຫານວຽກງານວິຊາການຂອງໂຮງຮຽອາຊີວະໃນນະຄອນຫຼວງວຽງຈັນ, ໃນ 4 ດ້ານຄື: ​1.ດ້ານຫຼັກສູດ. 2.ດ້ານການຈັດການຮຽນ-ການສອນ. 3.ດ້ານການຈັດສື່ການຮຽນ-ການສອນ.

4.ດ້ານການວັດ ແລະ ປະເມີນຜົນ.

 

6. ຂອບ​ເຂດ​ແນວ​ຄິດ​ດ້ານ​ຄົ້ນຄ້ວາ

                                                                                                                                                                                                                   

ພາບ​ປະກອບທີ1 ​ແຜນ​ວາດ​ຂອບ​ເຂດ​ແນວ​ຄິດ​ຂອງ​ການ​ຄົ້ນ​ຄ້ວາ 

7. ນິຍາມສັບສະເພາະ

ການບໍລິຫານ ໝາຍເຖິງ ການດຳເນີນງານຂອງບຸກຄົນເພື່ອໃຫ້ບັນລຸວັດຖຸປະສົງທີ່ວາງໄວ້ ຫຼື ເວົ້າອີກຢ່າງໜຶ່ງວ່າການບໍລິຫານຄືການເຮັດວຽກນັບແຕ່2ຄົນຂຶ້ນໄປເພື່ອໃຫ້ສຳເລັດຕາມເປົ້າໝາຍ

ທີ່ກໍານົດໄວ້.

ວຽກງານວິຊາການ ໝາຍເຖິງ ການດໍາເນີນງານທີ່ກ່ຽວກັບການຮຽນການສອນໂດຍກົງເຊິ່ງຄວບຄຸມກ່ຽວກັບຫຼັກສູດ, ແຜນການສອນ, ການນິເທດການສອນ, ສື່ການຮຽນການສອນ, ການປັບປຸງການຮຽນການສອນ, ການວັດຜົນ ແລະ ການປະເມີນຜົນເປັນຕົ້ນ.

ການບໍລິຫານວິຊາການ ໝາຍເຖິງການບໍລິຫານກິດຈະກຳທຸກຊະນິດໃນສະຖານທີ່ການສຶກສາເຊິ່ງກ່ຽວຂ້ອງກັບການປັບປຸງການພັດທະນາການຮຽນ-ການສອນ ໃຫ້ເກີດຜົນຕາມເປົ້າໝາຍຂອງຫຼັກສູດຢ່າງມີປະສິດທິພາບຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງມີ 4ດ້ານໄດ້ ແກ່ ການບໍລິຫານຫັລກສູດ, ການບໍລິຫານການຮຽນ-ການສອນ, ການບໍລິຫານສື່ການຮຽນ-ການສອນແລະ ການບໍລິຫານການວັດປະເມີນຜົນ.

ການບໍລິຫານຫຼັກສູດ ໝາຍເຖິງ ການສົ່ງເສີມດໍາເນີນການກ່ຽວກັບການພັດທະນາບຸກຄະລາກອນໃນໂຮງຮຽນໃຫ້ມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກສູດ, ການສຶກສາເນື້ອໃນ ແລະ ການນຳໃຊ້ຫຼັກສູດ, ການກຳນົດນະໂຍບາຍ, ຈຸດປະສົງຂອງການຮຽນ-ການສອນ ເພື່ອໃຫ້ນັກຮຽນເກີດການຮຽນຮູ້ ແລະ ພັດທະນາທັກສະຕ່າງໆ.

ການບໍລິຫານການຈັດການຮຽນ-ການສອນ ໝາຍເຖິງ ການສົ່ງເສີມຈັດຫາ ແລະ ຜະລິດອຸປະກອນ ແລະ ສື່ຕ່າງໆໄວ້ໃຫ້ແກ່ການຮຽນ-ການສອນດຳເນີນງານກ່ຽວກັບການຮຽນ-ການສອນ, ການຈັດກິດຈະກໍາຕ່າງໆໃນຫ້ອງຮຽນລວມເຖິງ ວິທີການສິດສອນ, ຈັດຕາຕະລາງສອນ ແລະ ຈັດຄູເຂົ້າສອນ ເພື່ອໃຫ້ເປັນໄປຕາມຈຸດປະສົງຂອງທີໄດ້ກໍານົດໄວ້.

ການບໍລິຫານສື່ການຮຽນ-ການສອນ ໝາຍເຖິງ ການສົ່ງເສີມຈັດຫາ ແລະ ຜະລິດອຸປະ ກອນ ການຮຽນ-ການສອນ ແລະ ສື່ຕ່າງໆ ໄວ້ນຳໃຊ້ເຂົ້າໃນການຈັດການຮຽນ-ການສອນຕາມ​ເນື້ອ​ໃນຂອງບົດຮຽນທີ່ຈະສິດສອນ.

ການບໍລິຫານການວັດ ແລະ ປະເມີນຜົນ ໝາຍເຖິງ ການກໍານົດການປະຕິບັດໃນການວັດ ແລະ ປະເມີນຜົນທີ່ມີມາດຖານເພື່ອສຳຫຼວດຕີລາຄາລະດັບຄວາມຮູ້ຄວາມສາມາດ, ຄວາມເຂົ້າໃຈຂອງຜູ້ຮຽນ, ເພື່ອເປັນການປັບປຸງການຮຽນ-ການສອນຕາມທີ່ໄດ້ກຳນົດໄວ້.

ຜູ້ບໍລິຫານໂຮງຮຽນ ໝາຍ​ເຖິງ​ໃຫ້​ດໍາລົງ​ຕໍາ​ແໜ່ງຜູ້ອໍານວຍການ, ຮອງອໍານວຍການ ຫຼື ຫົວໜ້າໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນຜູ້ທີ່ໄດ້ຖືກແຕ່ງຕັ້ງຕາມກົດໝາຍ

ຄູສອນ ໝາຍເຖິງ ຜູ້ທີ່ປະຕິບັດໜ້າທີ່ສິດສອນ ແລະ ຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນຢູ່ໃນໂຮງຮຽນອາຊີວະສຶກສາ. ໃນນະຄອນຫຼວງວຽງຈັນ

ໂຮງຮຽນອາຊີວະສຶກສາ ໝາຍເຖິງ ສະຖານ​ທີ່ມີການຮຽນ-ການສອນ ກ່ຽວກັບເຕັກນິກໂຮງຮຽນວິຊາຊີບ ເຮັດໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ, ມີວຽກເຮັດງານທໍາ, ກາຍເປັນຜູ້ອອກແຮງງານທີ່ມີວິໄນ, ມີສີມື, ມີຄຸນສົມບັດສິນທໍາປະຕິວັດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດທະກິດ-ສັງຄົມ. ໄດ້ແກ່ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ

ການປະຕິບັດແມ່ນ: ແມ່ນການເຮັດຕາມໜ້າວຽກຂອງໂຮງຮຽນອາຊີວະສຶກສາຕາມ 4 ດ້ານຄື:

1. ດ້ານຫຼັກສູດ. 2. ດ້ານການຈັດການຮຽນ-ການສອນ. 3. ດ້ານການຈັດສື່ການຮຽນ-ການສອນ.

4ດ້ານການວັດ ແລະ ປະເມີນຜົນ. ເພື່ອໃຫ້ສໍາເລັດຕາມທີ່ກໍານົດໄວ້.

ບັນຫາໝາຍເຖິງ ອຸປະສັກໃນການປະຕິບັດວຽກຂອງໂຮງຮຽນອາຊີວະສຶກສາ ທີ່ບໍ່ສາມາດປະຕິບັດໄດ້ສໍາເລັດຕາມຈຸດປະສົງ.

8. ປະໂຫຍດທີ່ຄາດວ່າຈະໄດ້ຮັບ

1. ຮູ້​ສະພາບ​ ການ​ປະຕິບັດການບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.

2. ຮູ້​ສະພາບ​ບັນຫາການບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.

3. ຮູ້​ຄວາມ​ແຕກ​ຕ່າງ​ກ່ຽວກັບ​ການ​ປະຕິບັດ  ​ແລະ ບັນຫາ​ການ​ບໍລິຫານ​ວຽກງານ​ວິຊາ​ການ​ຂອງ​ໂຮງຮຽນອາຊີວະ​ສຶກສາ​ໃນ​ນະຄອນຫຼວງວຽງຈັນ.

4. ຮູ້ເຖິງແນວທາງໃນການບໍລິຫານວຽກງານວິຊາການໃຫ້ແກ່ຜູ້ບໍລິຫານ ແລະ ຜູ້ມີສ່ວນກ່ຽວຂ້ອງທີ່ໄປໃຊ້ໃນການປັບປຸງ ແລະ ພັດທະນາການບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.  

ບົດທີ 2

ທິດ​ສະ​ດີ, ​ເອກະສານ​ ແລະ ບົດຄົ້ນຄ້ວາທີ່​ກ່ຽວ​ຂ້ອງ

ການ​ຄົ້ນຄ້ວາໃນຄັ້ງນີ້ ມີຈຸດປະສົງເພື່ອສຶກສາ​ການ​ບໍລິຫານ​ວຽກງານ​ວິຊາ​ການຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ຜູ້​ຄົ້ນຄ້ວາຈຶ່ງໄດ້​ສຶກສາ​ເອກະສານ, ຫຼັກການ ທິດ​ສະ​ດີຈາກ​ເອກະສານ ​ແລະບົດ​ຄົ້ນຄ້ວາທີ່​ກ່ຽວຂ້ອງ​​​ ໂດຍສະເໜີຕາມລໍາດັບດັ່ງນີ້:

1. ການບໍລິຫານ

2. ການບໍລິຫານວິຊາການ

2.1. ຄວາມໝາຍຂອງການບໍລິຫານວິຊາການ

  2.2.ຄວາມສໍາຄັນຂອງການບໍລິຫານວິຊາການ

2.3.ຂອບເຂດການບໍລິຫານວິຊາການ

1. ການ​ບໍລິຫານຫຼັກສູດ

2. ການ​ບໍ​ລິຫານການ​ຈັດການຮຽນ-ການ​ສອນ

3. ການ​ບໍ​ລິຫານການຈັດ​ສື່​ການ​ຮຽນ-ການ​ສອນ

4. ການ​ບໍ​ລິຫານການ​ວັດ ​ແລະ ປະ​ເມີນ​ຜົນ

3. ບົດຄົ້ນຄ້ວາທີ່ກ່ຽວຂ້ອງ

1. ການບໍລິຫານ

1.1.ຄວາມໝາຍຂອງການບໍລິຫານ

1.2​. ຄວາມ​ໝາຍຂອງ​ການ​ບໍລິຫານ​​ການ​ສຶກສາ

2. ການບໍລິຫານວິຊາການ

  2.1. ຄວາມໝາຍຂອງການບໍລິຫານວິຊາການ

  2.2.ຄວາມສໍາຄັນຂອງການບໍລິຫານວິຊາການ

2.3.ຂອບເຂດການບໍລິຫານວິຊາການ

1. ການ​ບໍລິຫານຫຼັກສູດ

1) ຄວາມໝາຍຂອງຫຼັກສູດ

2)ຄວາມ​ສຳຄັນ​ຂອງຫຼັກສູດ

2. ການ​ບໍ​ລິຫານການ​ຈັດການຮຽນ-ການ​ສອນ

1)ຄວາມໝາຍຂອງການ​ຈັດການຮຽນ-ການ​ສອນ

2)ຄວາມ​ສຳຄັນ​ຂອງການ​ຈັດການຮຽນ-ການ​ສອນ

3. ການ​ບໍ​ລິຫານການຈັດ​ສື່​ການ​ຮຽນ-ການ​ສອນ

1) ຄວາມໝາຍຂອງການ​ບໍ​ລິຫານການຈັດ​ສື່​ການ​ຮຽນ-ການ​ສອນ

2) ຄວາມ​ສຳຄັນ​ຂອງການ​ບໍ​ລຶຫານການຈັດ​ສື່​ການ​ຮຽນ-ການ​ສອນ

4. ການ​ບໍ​ລິຫານການ​ວັດ ​ແລະ ປະ​ເມີນ​ຜົນ

1). ຄວາມໝາຍຂອງການວັດ ແລະ ປະເມີນຜົນ

2). ຫຼັກການຂອງການວັດ ແລະປະເມີນຜົົນ

3). ຂັ້ນຕອນຂອງການວັດ ແລະປະເມີນຜົນ    

5. ການຄຸ້ມຄອງໂຮງຮຽນອາຊີວະສຶກສາ

3. ບົດຄົ້ນຄ້ວາທີ່ກ່ຽວຂ້ອງ

1. ການບໍລິຫານ.

1.1 ​.ຄວາມໝາຍຂອງການບໍລິຫານ

ການບໍລິຫານເປັນຂະບວນການທີ່ສໍາຄັນໃນການດໍາເນີນງານໃຫ້ບັນລຸຈຸດປະສົງດັ່ງນັ້ນນັກວິໄຈນັກວິຊາການຫຼາຍທ່ານໄດ້ສະເໜີໄວ້ດັ່ງນີ້:

Herbert A. Simon.(1982:4) ​ໄດ້​ນິຍາມ​ວ່າ ການ​ບໍລິຫານໝາຍ​ເຖິງ ​ກິດຈະ​ກໍາ​ທຸກ​ສິ່ງ​ທຸກ​​ຢ່າງນັບ​ຕັ້ງ​ແຕ່ 2 ຄົນ ຂື້ນ​ໄປ​ຮ່ວມ​ມື​ກັນ​ປະຕິບັດ ຫຼື ກະທໍາ​ເພື່ອ​ໃຫ້​ບັນລຸ​ວັດຖຸ​ປະສົງ​ຢ່າງ​ໃດ​ຢ່າງໜຶ່ງ ຫຼື ຫຼາຍກ່ວາ​ນັ້ນ.

ກິຕິ ຕະຍັດຄານົນທ໌ (2535 : 170) ກ່າວວ່າ ການບໍລິຫານຄືການຈັດການກ່ຽວກັບຊັບພະຍາກອນຕ່າງໆ ເຊັ່ນ: ຄົນ, ເງິນ ແລະ ວັດຖຸອຸປະກອນ ເພື່ອການເຮັດໃຫ້ວຽກເກີດປະໂຫຍດສູງສຸດຊຶ່ງບັນລຸວັດຖຸປະສົງ ແລະ ເປົ້າໝາຍທີ່ກໍານົດໄວ້.

ຄູນ​ມີ ພົມ​ມະ​ນິມິດ ( ​ເອກະສານ: 3) ​ໃຫ້​ຄວາມໝາຍວ່າ: ການ​ບໍລິຫານ​ຄື​ການ​ເຮັດ​ວຽກ ຂອງ​ກຸ່ມ​ຄົນ​ຕາມ​ກິດ​ຈະ​ກໍາ​ທີ່​ກໍານົດ​ໄວ້​ໂດຍ​ປັດ​ໃຈ​ຂອງ​ຄົນ, ​ເງິນ, ວັດຖຸ​ອຸປະກອນ ​ແລະ ການ​ຈັດການ ​ເຂົ້າດໍາ​ເນີ​ນການ​ເພື່ອ​ໃຫ້​ບັນລຸ​ຈຸດປະສົງ ຫຼື ຂອງ​ກຸ່ມ​ຄົນ.

​ໂນ​ສະ​ຫ່ວາງ​ ມັງ​ໜໍ່​ເມກ (2010 : 12) ສະຫຼຸບ​ໄດ້​ວ່າ ການ​ບໍລິຫານ​ຄື​ການ​ຮວ່ມ​ແຮງ​ຮ່ວມ​ໃຈ​ ໃນການ​ໃຊ້​ອໍານາດ​ທີ່​ມີ​ຢູ່ ​ເພື່ອ​ການ​ດໍາ​ເນີນ​ງານ​ຂອງ​ບຸກຄະລາ​ກອນ​ຢ່າງໜ້ອຍທີ່​ສຸດ 2 ຄົນ

ຂື້ນ​ໄປ​ໃຫ້​ບັນລຸ​ຕາມ​ວັດຖຸ​ປະສົງ​ຢ່າງ​ໃດ​ຢ່າງໜຶ່ງ ຫຼື ຫຼາຍຢ່າງ​ຮ່ວມ​ກັນ​ໂດຍ​ໃຊ້​ຊັບພະຍາກອນ​ບໍລິຫານ​ຢ່າງ​ປະຢັດ​ທີ່​ສຸດ.

ສຸ​ທໍາ ທໍາ​ທັດສນາ​ນົນ (2554 : 17) ສະຫຼຸບວ່າ ການ​ບໍລິຫານ​ແມ່ນ ຂະບວນການເຮັດວຽກໃຫ້ບັນລຸວັດຖຸປະສົງຂອງອົງການ ທີ່ຕ້ອງອາໄສຄວາມຮ່ວມມືຂອງບຸກຄະລາກອນ ແລະ ກຸ່ມ, ຜູ້ບໍລິຫານຕ້ອງເປັນຜູ້ຮັບພິດຊອບຕໍ່ຄວາມສໍາເລັດ ຫຼື ການລົ້ມເຫຼວຂອງງານທີ່ເກີດຂື້ນ ລວມທັງການບໍລິຫານຍັງຖືເປັນສາດທີມີວິທະຍາການສາມາດຮຽນຮູ້ໄດ້ ແລະ ເປັນທັງສິນທີ່ມີລັກສະນະກ່ຽວກັບການປະຕິບັດ, ການປະຍຸກສາດຕ່າງໆ ເພື່ອມາໃຊ້ໃນການບໍລິຫານ.

ສະຫຼຸບໄດ້ວ່າການບໍລິຫານໝາຍເຖິງ  ກິດຈະກໍາທຸກສິງທຸກຢ່າງນັບຕັ້ງແຕ່  2 ຄົົນ ຂື້ນໄປ, ໂດຍຮ່ວມມືກັນປະຕິບັດເຮັດວຽກງານຕ່າງໆ  ລຸລວງໄປດ້ວຍດີໂດຍອາໄສຄົນອື່ນເປັນຜູ້ກະທໍາ. ໂດຍມີປັດໄຈຂອງ ຄົນ, ເງິນ, ວັດຖຸອຸປະກອນ ແລະ ການຈັດການເຂົ້າດໍາເນີນການເພື່ອໃຫ້ບັນລຸຈຸດປະສົງ ຫຼື  ຂອງກຸຸ່ມຄົນທີີ່ກໍານົດໄວ້.

1.2​​. ຄວາມໝາຍຂອງການບໍລິຫານ​ການ​ສຶກສາ

ການບໍລິຫານ​ການ​ສຶກສາ​ເປັນ​ກິດຈະ​ກໍາທີ່​ກ່ຽວຂ້ອງ​ກັບ​ການສຶກສາ​ໂດຍ​ກົງ​ເຊິ່ງມີ​ນັກວິ​ໄຈຫຼາຍທ່ານ​ໄດ້​ໃຫ້​ຄວາມໝາຍ​ໄວ້​ດັ່ງ​ນີ້:​

ກູດ (Good, 1973:14) ​ໃຫ້​ຄວາມໝາຍການ​ບໍລິຫານ​ການ​ສຶກສາ​ໄວ້ 2 ຢ່າງ​ຄື:

1). ການ​ບໍລິຫານ​ການ​ສຶກສາໝາຍ​ເຖິງ ການ​ຈັດການ​ຄວບ​ຄຸມ ​ແລະ ອໍານວຍ​ຄວາມ​ສະດວກ​ໃນ​ການ​ຈັດການ​ຮຽນການ​ສອນ​ໃຫ້​ດໍາ​ເນີນ​ໄປ​ຕາມ​ນະ​ໂຍບາຍ ​ແລະ ​ເປົ້າໝາຍທີ່​ວ່າງ​ໄວ້.

2).ການ​ບໍລິຫານ​ການ​ສຶກສາໝາຍ​ເຖິງ ການ​ຈັດການ​ຄວບ​ຄຸ​ມ ​ແລະ ອໍານວຍ​ຄວາມ​ສະດວກ​ໃນ​ການດໍາ​ເນີນ​ກິດຈະການ​ຂອງ​ໂຮງຮຽນທຸກໆ​ແຫ່ງ​ເພາະວ່າ​ກິດຈະ​ກໍາ​ທັງໝົດ​ເປັນ​ອົງ​ປະກອບ​ທີ່​ຊ່ວຍ​ໃຫ້ການ​ບໍລິຫານ​ການ​ສຶກສາ​ບັນລຸ​ຕາມ​ວັດຖຸ​ປະສົງ.

ນົບພົງ ​ບຸນ​ຈິດ​ຕະຄຸນ (2534 : 14) ​ໄດ້​ໃຫ້​ຄວາມໝາຍການ​ບໍລິຫານ ໝາຍ​ເຖິງ ຫຼັກການ, ທິດ​ສະ​ດີ, ຂະ​ບວນການ: ​ເຕັກນິກ ຕະຫຼອດ​ເຖິງ​ປັດ​ໄຈ​ຕ່າງໆທີ່​ໃຊ້​ໃນ​ການ​ດໍາ​ເນີນ​ງານ​ໃນ​ອົງການ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ ​ແລະ ​ເປົ້າໝາຍທີ່​ກໍານົດ​ໄວ້.

ສຸ​ທໍາ ທໍາ​ທັດສນາ​ນົນ (2554 : 18) ສະຫຼຸບຄວາມໝາຍ ຂອງ​ການ​ບໍລິຫານການ​ສຶກສາຄືກ​ານດໍາ​ເນີນ​ງານ​ຂອງ​ກຸ່ມ​ບຸກຄະລາ​ກອນ​ເພື່ອ​ພັດທະນາ​ຄົນໃຫ້​ມີ​ຄຸນ​ນະພາ​ບ, ທັງ​ຄວາມ​ຮູ້, ຄວາມ​ຄິດ, ຄວາມ​ສາມາດ ​ແລະ ຄວາມ​ເປັນ​ຄົນ​ດີ​ທີ່ໝາຍ​ເຖິງ​ການ​ດໍາ​ເນີນ​ງານ​ຂອງ​ກຸ່ມ​ບຸກຄົນ, ຮ່ວມມື​ກັນ​ພັດທະນາຄົນ​ໃຫ້​ມີ​ຄຸນ​ນະພາ​ບ, ຊຶ່ງ​ການ​ພັດທະນາ​ຄົນ​ໃຫ້​ມີ​ຄຸນະ​ພາບ​ໄດ້​ນັ້ນຈະ​ຕ້ອງ​ມີ​ການ​ດໍາ​ເນີນ​ການ​ໃນ​ການ​ຮຽນ-ການສອນ, ການ​ຈັດກິດຈະ​ກໍາ, ການ​ວັດ​ຜົນ, ການຈັດ​ອາຄານ​ສະຖານ​ທີ່ ​ແລະ ວັດ​ຖຸອຸປະກອນ, ການຈັດ​ຫາ​ບຸກຄະລາ​ກອນ​ມາ​ດໍາ​ເນີນ​ການ ຫຼື ມ​າ​ເຮັດ​ການ​ສອນ​ໃນ​ສະ​ຖາ​ບັນ​ການ​ສຶກສາ. ການ​ປົກຄອງ​ນັກຮຽນ​ເພື່ອ​ໃຫ້​ນັກຮຽນ​ເປັນ​ຄົນ​ດີ​ມີ​ວິ​ໃນ ​ແລະ ອື່ນໆ. ການ​ເຮັດ​ວຽກ​ແບບ​ນີ້​ເອີ້ນ​ວ່າ ( ກິດຈະການ​ບໍລິຫານ​ການ​ສຶກສາ  ຫຼື ງານ​ບໍລິຫານ​ການ​ສຶກສາ)

ກິດຕິມາ ປຣິດິດລົກ (2532 : 43) ໄດ້ໃຫ້ຄວາມໝາຍວ່າການບໍລິຫານການສຶກສາເປັນຄວາມພະຍາຍາມທີ່ຈະດໍາເນີນງານກ່ຽວກັບເລື່ອງຂອງການສຶກສາເຊັ່ນ: ໂຮງຮຽນ, ຫຼັກສູດ, ຄູອາຈານ, ນັກຮຽນນັກສຶກສາ, ວັດຖຸອຸຸປະກອນ,ປື້ມແບບຮຽນ ແລະ ອາຄານສະຖານນທີ ເປັນຕົ້ນເພື່ອໃຫ້ມີປະສິດທິພາບ, ເພື່ອໃຫ້ຜູ້ຮຽນມີຄຸນນະພາບຊຶ່ງເປັນຜົນຜະລິດຂອງການຈັດການສຶກສາ.

ຄູນມີ ພົມມະນິມິດ(2007) ກ່າວເຖິງຄວາມສໍາຄັນຂອງການບໍລິຫານໄວ້ວ່າ: ການບໍລິຫານເປັນຂີດໝາຍຊີ້ໃຫ້ເຫັນເຖິງລະດັບຄວາມຈະເລີນຂອງປະເທດ, ສັງຄົມ ຫຼື ການຈັດຕັ້ງ, ທັງນີ້ ກໍເພາະວ່າລະດັບການບໍລິຫານຊີ້ໃຫ້ເຫັນເຖິງວັດທະນະທໍາຂອງສັງຄົມ, ຖ້າລະບົບການບໍລິຫານດີຄວາມສາມາດໃນການຜະລິດກໍສູງ, ລາຍໄດ້ສະເລ່ຍຕໍ່ຫົວຄົນກໍສູງ, ອັດຕາການເຕີບໂຕທາງດ້ານເສດຖະກິດກໍສູງ, ການບໍລິຫານທີ່ມີປະສິດທິພາບສົ່ງຜົນໃຫ້ການພັດທະນາປະເທດຊາດກ້າວໄວຂື້ນ.

ສຸນີຍ໌ ພູ່ພັນ (2546 : 5 ) ການສຶກສາມີຄວາມໝາຍຄວບຄຸມທັງໃນແງ່ວິຊາການ ແລະ ຈຸດໝາຍປາຍທາງ, ເປັນຂະບວນການທາງສັງຄົມທີ່ເຮັດໃຫ້ຄົນໄດ້ຮຽນຮູ້ ແລະ ພັດທະນາຂື້ນໄປສູ່ການເປັນສະມະຊິກທີດີຂອງສັງຄົມ.

ສະຫຼຸບວ່າ ການ​ບໍລິຫານ​ການ​ສຶກສາໝາຍ​ເຖິງອໍານວຍ​ຄວາມ​ສະດວກ​ໃນ​ການ​ຈັດການ​ຮຽນ-ການ​ສອນ​ໃຫ້​ດໍາ​ເນີນ​ໄປ​ຕາມ​ນະ​ໂຍບາຍ ​ແລະ ​ເປົ້າໝາຍທີ່​ວ່າງ​ໄວ້.ການສຶກສາເປັນຂະບວນວິທີ່ສົ່ງເສີມໃຫ້ບຸກຄົນຈະເລີນເຕີບໂຕ ແລະ ມີຄວາມງອກງາມທາງກາຍ, ອາລົມ, ສັງຄົມ ແລະ ສະຕິປັນຍາ ຕະຫຼອດຈົນເປັນສະມະຊິກທີດີຂອງສັງຄົມ.

2. ການບໍລິຫານວິຊາການ

2.1. ຄວາມໝາຍຂອງການບໍລິຫານວິຊາການ

ປຣີຍາພອນ ວົງອະນຸໂຮດ (2553 : 2) ສະຫຼຸບໄດ້ຄວາມວ່າ ການບໍລິຫານງານວິຊາການໝາຍເຖິງການບໍລິຫານການສຶກສາ ໂດຍມີການຈັດກິດຈະກໍາທຸກສິງທຸກຢ່າງທີ່ກ່ຽວກັບການປັບປຸງພັດທະນາການຮຽນ-ການສອນໃຫ້ໄດ້ຜົນດີ ແລະ ມີປະສິດທິພາບໃຫ້ເກີດປະໂຫຍດສູງສຸດແກ່ຜູ້ຮຽນ.

ສຸນທອນ ໂຄດບັນເທົາ (2551 : 2) ໄດ້ສະຫຼຸບວ່າ ການບໍລິຫານ ຫຼື ການຈັດການ ໝາຍເຖິງຂະບວນການເຮັດວຽກກັບຄົນ ແລະ ເພື່ອຄົນ ເພື່ອໃຫ້ບັນລຸເປົ້າໝາຍສູງສຸດຂອງອົງການ.

ສະກຸນ​ ສັງວານ​ໄພ (2542 : 33) ​ໄດ້​ກ່າວ​ເຖິງ ຄວາມໝາຍຂອງ​ການ​ບໍລິຫານ​ງານວິຊາ​ການ  ໝາຍ​ເຖິງ​ການ​ບໍ​ລິຫານກິດຈະ​ກໍາ​ທຸກ​ສະ​ນິ​ດ​ໃຫ້​ນັກຮຽນປະສົບ​ຜົນ​ສໍາ​ເລັດຫຼາຍທີ່​ສຸດ.

ສີສຸກ ວົງວິຈິດ (2553 : 18) ໄດ້ສະຫຼຸບການບໍລິຫານວິຊາການໝາຍເຖິງ ຜູ້ບໍລິຫານໂຮງຮຽນວ່າງແຜນຈັດການຂະບວນການໃນການປະຕິບັດວຽກງານໃຫ້ເກີດປະສິດທິພາບດ້ານວຽກວິຊາການໃນສະຖານທີການສຶກສາ ໄດ້ແກ່ການດໍາເນີນວຽກງານກ່ຽວກັບຫຼັກສູດ ແລະ ຄະບວນການຈັດການຮຽນການສອນ, ການຜະລິດສື່ ແລະ ອຸປະກອນການຮຽນ ແລະ ການປະເມີນການຮຽນການສອນ. ການບໍລິຫານວິຊາການເປັນການບໍລິຫານກ່ຽວກັບການພັດທະນາຄຸນນະພາບການສຶກສາ ເປັນກິດຈະກໍາທຸກຢ່າງພາຍໃນສະຖານສຶກສາທີ່ກ່ຽວຂ້ອງກັບການປັບປຸງພັດທະນາການຮຽນ-ການສອນໃຫ້ເກີດຜົນຄາມເປົ້າໝາຍຂອງຫຼັກສູດທີ່ເຮັດໃຫ້ເກີດການຮຽນຮູ້ ແລະ ຂອງນັກຮຽນໃຫ້ມີປະສິດທິພາບ.

ປຣີຍາພອນ ວົງອະນຸໂຣດ (1999 : 123) ການບໍລິຫານງານວິຊາການມີຄວາມໝາຍຖ້າເບິ່ງໃນ້ດ້ານຂະບວນການເຮັດວຽກແລ້ວ ການບໍລິຫານວິຊາການໝາຍເຖິງ ຂະບວນການບໍລິຫານກິດຈະກໍາລວມໜົດທຸກຢ່າງກ່ຽວກັບການປັບປຸງການຮຽນ-ການສອນໃຫ້ດີຂື້ນ. ຕັ້ງແຕ່ການກໍານົດນະໂຍບາຍ, ການວ່າງແຜນ, ການປັບປຸງພັດທະນາການຮຽນ-ການສອນຕະຫຼອດຈົນຮອດການປະເມີນການສຶກສາ. ເພື່ອໃຫ້ເປັນໄປຕາມຈຸດມຸ້ງໝາຍຂອງການສຶກສາ ແລະ ເກີດຜົນປະໂຫຍດສູງສຸດກັບຜູ້ຮຽນ. ຖ້າເບິ່ງການບໍລິຫານວິຊາການໃນດ້ານຕ່າງໆ ແລ້ວ ວຽກງານວິຊາການໄດ້ແກ່: ວຽກຄວບຄຸມດູແລ, ຫຼັກສູດການສອນ, ອຸປະກອນການສອນ, ການຈັດແບບຮຽນ, ຄູ່ມືຄູ, ການຈັດຊັ້ນຮຽນ, ການຈັດຄູເຂົ້າສອນ, ການປັບປຸງການຮຽນ-ການສອນ, ການເຜີຍແພ່ວິຊາການວັດຜົນການສຶກສາ ແລະ ການວິໄຈຄົ້ນຄ້ວາການປະເມີນຜົນມາດຕະຖານການສຶກສາເພື່ອປັບປຸງມາດຕະຖານການສຶກສາເປັນຕົ້ນ.

ບັນລື​ ພຶກສະວັນ(2536: 59) ​ໄດ້​ກ່າວ​ເຖິງ​ ການ​ບໍລິຫານ​ວິຊ​າການໝາຍ​ເຖິງ​ການ​ເຮັດ​ການ​ເຮັດ​ກິດຈະ​ກໍາ​ທຸກ​ຢ່າງ​ພາຍ​ໃນ​ໂຮງຮຽນທິ່ກໍ​ໃຫ້​ເກີດ​ການ​ຮຽນຮູ້ ​ເຊິ່ງຊ່ວຍ​ໃຫ້ການ​ສຶກສາ​ຂອງ​ນັກຮຽນມີ​ປະສິດທິພາບ​ສູງ​ຂື້ນ.

ສະຫຼຸບວ່າ ການບໍລິຫານວິຊາການໝາຍເຖິງ ການເຮັດກິດຈະກໍາທຸກຢ່າງພາຍໃນໂຮງຮຽນທີ່ກໍໃຫ້ເກີດການຮຽນຮູ້ໂດຍແມ່ນ ຜູ້ບໍລິຫານໂຮງຮຽນວ່າງແຜນການປັບປຸງພັດທະນາການຮຽນ ການສອນຕະຫຼອດຈົນເຖິງການປະເມີນການສອນເພື່ອໃຫ້ເປັນໄປຕາມຈຸດປະສົງເປົ້າໝາຍຂອງຫຼັກສູດ ແລະ ເປົ້າໝາຍຂອງການສຶກສາ ໃຫ້ເກີດປະໂຫຍດສູງສຸດກັບຜູ້ຮຽນ.

2.2 . ຄວາສໍາຄັນຂອງການບໍລິຫານວິຊາການ

ປຣີຍາພອນ ວົງອະນຸໂຣດ (1999 : 123). ການ​ບໍລິຫານ​ງານວິຊາ​ການ​ເປັນ​ຫົວ​ໃຈ​ຂອງ​ການ​ບໍລິຫານ​ໂຮງຮຽນ ທີ່​ຜູ້​ບໍລິຫານ​ຈະ​ຕ້ອງໃຫ້ຄວາມສໍາຄັນ​ເປັນ​ຢ່າງ​ຍິ່ງສ່ວນວຽກງານ​ອື່ນໆມີ​ຄວາມ​ສໍາຄັນ​ໃນ​ລັສະ​ນະ​ສະໜັບສະໜູນ​ໃຫ້​ວຽກງານ​ວິຊາ​ການ​ດໍາ​ເນີນ​ໄປ​ໄດ້​ຢ່າງ​ມີ​ປະສິດທິພາບ, ການ​ບໍລິຫານ​ງານ​ວິິຊາ​ການ​ເປັນ​ສ່ວນໜຶ່ງຂອງ​ການ​ບໍລິຫານ​ການ​ສຶກສາ. ສໍາລັບ​ຜູ້​ມີ​ບົດບາດໜ້າທີ່​ໃນ​ການ​ບໍລິຫານ​ໄດ້​ສະໜັບສະໜູນສົ່ງ​ເສີມ​ໃຫ້​ໂຮງຮຽນຈັດ​ກິດຈະ​ກໍາ​ການ​ຮຽນ-ການ​ສອນ ​ໃຫ້​ບັນລຸ​ຕາມ​ເປົ້າໝາຍຂອງຫຼັກສູດ​ທີ່​ກ່ຽວຂ້ອງ​ຢ່າງ​ມີ​ປະສິດທິພາບ. ​ເພາະການບໍລິຫານ​ງານ​ວິຊາ​ການ​ເປັນ​ພາລະກິດຫຼັກຂອງ​ຜູ້​ບໍລິຫານ ​ແລະ​ ຄູອາຈານ​ໃນ​ສະຖານ​ທີ່​ສຶກສາ​ໃນ​ຂັ້ນ​ຕ່າງໆ.

ມະຍຸຸ​ເຣດ ​ໂຄດ​ຊົມ​ພູ (2550 : 16) ສະຫຼຸບວ່າ: ການ​ບໍລິຫານ​ງານວິຊາ​ການ​ເປັນ​ຂະ​ບວນການ​ທີ​ສໍ​າຄັນ ​ແລະ ​ເປັນ​ຫົວ​ໃຈ​ຂອງ​ກ​ານບໍລິຫານ​ການ​ສຶກສາ, ມາດຖານ ຫຼື ຄຸນ​ນະພາ​ບຂອງ​ການ​ສຶກສາຈະ​ມີ​ການ​ປະກົດ​ອອກ​ມາ​ຢ່າງ​ໂດດ​ເດັ່ນກໍ​ຕໍ​ເມືອ​ການ​ບໍລິຫານ​ວິຊາ​ການ​ເກີດ​ມີ​ຜົນ​ສໍາ​ເລັດ​ຂື້ນ​ມາ. ສ່ວນ​ງານ​ອື່ນໆ ນັ້ນ​ມີ​ລັກສະນະ​ທີ່​ຖືວ່າ ​ເປັນ​ງານ​ສະໜັບສະໜູນ​ເພື່ອ​ໃຫ້​ງານ​ວິຊາ​ການ​ດໍາ​ເນີນ​ໄປ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ດັ່ງ​ນັ້ນ, ຜູ້​ບໍລິຫານ ​ແລະ ອາຈານ​ສອນ​ຕ້ອງ​ໃຫ້​ຄວາມ​ສໍາຄັນ​ແກ່​ການ​ບໍລິຫານ​ວິຊາ​ການ​ເປັນອັນ​ດັບໜຶ່ງ. ຊຶ່ງ​ໃນ​ຄວາມ​ມຸ່ງ​ຫັວງ​ແມ່ນ​ຜູ້​ຮຽນ​ໄດ້​ບັນລຸ​ເປົ້າໝາຍທີ່​ຕ້ອງການ, ສະ​ນັ້ນ, ການ​ບໍລິຫານ​ການ​ສຶກສາ​ຈະ​ມີ​ຄຸນ​ນະພາ​ບໜ້ອຍຫຼາຍພຽ​ງໃດນັ້ນ​ແມ່ນ​ຂື້ຢູ່​ກັບ​ການ​ບໍລິຫານ​ວຽກງານ​ທາງ​ວິຊາ​ການ​ເປັນ​ສໍ​ຄັນ.

ສົມ​ນຶກ​ ພອນ​ຈະ​ເລີ​ນ (2544 : 10) ​ໃຫ້​ຂໍ້​ສະຫຼຸບວ່າ ການ​ບໍລິຫານ​ງານ​ວິຊາ​ການ​ມີ​ຄວາມ​ສໍາຄັນ​ເປັນ​ອໍາ​ດັບ​ຕົ້ນໆ, ​ເພາະການບໍລິຫານ​ງານ​ວິຊາ​ການ​ເປັນ​ຕົວ​ຊີ້​ວັດ​ໃຫ້​ເຫັນ​ເຖິງ​ມາດຖານ ​ແລະ ຄຸນ​ນະພາ​ບຂອງ​ການ​ຈັດການ​ສຶກສາ. ດັ່ງ​ນັ້ນ, ຜູ້​ບໍລິຫານ​ການ​ສຶກສາ​ຈະ​ຕ້ອງ​ມີ​ຄວາມ​ຖະນັດ, ມີຄວາ​ມສໍາ​ນານ​ຕໍໜ້າທີ່ ​ແລະ ຄວາ​ມຮັບ​ພິດ​ຊອບ​ໃນ​ການ​ບໍລິຫານງານ​ວິຊາ​ການ, ​ເພື່ອ​ສ້າງ​ຄວາມ​ເປັນ​ປະ​ໂຫຍ​ດຂອງ​ຄູ​ອາຈານ​ສອນ ​ແລະ ນັກ​ສຶກສາ​ໃຫ້​ໄດ້ຫຼາຍ​ເທົ່າ​ທີ່​ຈະ​ເຮັດ​ໄດ້.

​ພົມ​ບຸດ ສະ​ດາ​ຈິດ (2546 : 10) ​ໄດ້​ສະຫຼຸບວ່າ ການ​ບໍລິຫານ​ວິຊາ​ການຖືວ່າ​ເປັນ​ຫົວ​​ໃຈ​ສໍາຄັນ​ຂອງ​ການ​ບໍລິຫານ​ສະຖານ​ສຶກສາ ​ເພາະ​ຈຸດປະສົງ​ຂອງ​ສະຖານ​ສຶກສາ​ຄື​ການ​ຈັດການ​ສຶກສາ ​ໃຫ້​ມີ​ຄຸນະພາບ ​ແລະ ມາດຖານ​ຂອງ​ການ​ສຶກສາ​ຂື້ນ​ກັບ​ວຽກງານ​ວິຊາ​ການ​ເຊິ່ງປະກອບ​ດ້ວຍຫຼັກສູດ, ການ​ຮຽນ-ການ​ສອນ, ການຈັດ​ບຸກຄະລາ​ກອນ​ທີ່​ກ່ຽວຂ້ອງ​ກັບ​ການ​ສົງ​ເສີມ​ວິຊາ​ການ​ຕະຫຼອດຈົນ​ເຖິງ​ການ​ປະ​ເມີນ​ຜົນ.

ສະຫຼຸບວ່າ ການ​ບໍລິຫານ​ງານວິຊາ​ການ​ເປັນ​ຂະ​ບວນການ​ທີ​ສໍ​າຄັນ ​ແລະ ​ເປັນ​ຫົວ​ໃຈ​ຂອງ​ກ​ານບໍລິຫານສະຖານ​ການ​ສຶກສາ,ເພາະການບໍລິຫານ​ງານ​ວິຊາ​ການ​ເປັນ​ຕົວ​ຊີ້​ວັດ​ໃຫ້​ເຫັນ​ເຖິງ​ມາດຖານ ​ແລະ ຄຸນ​ນະພາ​ບຂອງ​ການ​ຈັດການ​ສຶກສາ.ຂື້ນ​ກັບ​ວຽກງານ​ວິຊາ​ການ​ເຊິ່ງປະກອບ​ດ້ວຍຫຼັກສູດ, ການ​ຮຽນ-ການ​ສອນ, ການຈັດ​ບຸກຄະລາ​ກອນ​ທີ່​ກ່ຽວຂ້ອງ​ກັບ​ການ​ສົງ​ເສີມ​ວິຊາ​ການ​ຕະຫຼອດຈົນ​ເຖິງ​ການ​ປະ​ເມີນ​ຜົນ.

2.3. ຂອບເຂດຂອງການບໍລິຫານງານວິຊາການ

ກົມ​ສາມັນ​ສຶກສາ (1995 :29) ​ໄດ້ລະບຸ​ວ່າຂອບ​ເຂດ​ວຽກງານ​ວິຊາ​ການ​ໄວ້ 9 ວຽກງານ​ດັ່ງ​ນີ້:

1) ການ​ສຶກສາຫຼັກສູດ ​ແລະ ການ​ນໍ​ເອົາ​ໄປ​ໃຊ້. 2) ການ​ຈັດການ​ຮຽນ-ການ​ສອນ.​ 3) ການ​ຜະລິດ​ວັດຖຸ​ອຸປະກອນຫຼັກສູດ ​ແລະ ສື່​ການ​ຮຽນ-ການ​ສອນ.​ 4) ການ​ສົງ​ເສີມ​ການ​ຮຽນກ-ການ​ສອນ. 5) ການ​ປະ​ເມີນ​ຜົນ. 6) ການ​ດໍາ​ເນີນ​ການ​ກ່ຽວກັບ​ຫ້ອງ​ສະມຸດ. 7) ການ​ນິ​ເທດ​ການ​ສຶກສາ. 8) ການ​ວາງ​ແຜນ ​ແລະ ການ​ກໍານົດ​ວິທີ​ດໍາ​ເນີນ​ວຽກງານ. 9) ການ​ປະຊຸມ​ເຝິກອົບຮົມ​ທາງ​ວິຊາ​ການ.

ປຣີຍາພອນ ວົງອະນຸໂຣດ (1999 : 124) ໄດ້ຂຽນໄວ້ວ່າ ການບໍລິຫານວິຊາການເປັນງານຫຼັກຂອງສະຖານທີການສຶກສາ ແລະ ມີຂອບເຂດຂ້ອນຂ້າງກ້ວາງຂວາງຫຼັກການບໍລິຫານວິຊາການຈະແບ່ງເປັນຂັ້ນຕອນຂອງຂະບວນການບໍລິຫານງານວິຊາການດັ່ງນີ້:

1. ຂັ້ນຕອນດໍາເນີນການ ຈະເປັນການກໍານົດນະໂຍບາຍ ແລະ ວ່າງແຜນງານດ້ວຍວິຊາການໂດຍມີຫຼັກການດັ່ງນີ້:

1) ຈັດແຜນວຽກວິຊາການໃຫ້ສອດຄອງກັບວັດຖຸປະສົງຂອງຫຼັກສູດ.

2) ຈັດສະພາບວຽກວິຊາການ ແລະ ວິທີການເຮັດວຽກ.

3) ຈັດຄູອາຈານເຂົ້າສອນ.

4) ຈັດໂຄງການສອນ.

5) ຈັດປະຕິທິນການປະຕິບັດວຽກ.

2. ຂັ້ນຕອນດໍາເນີນງານ ເປັນຂັ້ນຕອນທີ່ຈັດ ແລະ ດໍາເນີນງານລວມທັງການຄວບຄຸມເບິ່ງແຍງໃຫ້ປະຕິບັດຕາມແຜນທີ່ວ່າງໄວ້.

1) ການດໍາເນີນວຽກການສອນຫຼັກສູດ ໂດຍການເບິ່ງແຍງການສອນໄປຕາມໂຄງກາກສອນໃນແຕ່ລະວິຊາ ເປັນການນໍາຫຼັກສູດໄປສູ່ການປະຕິບັດ.

2) ການດໍາເນີນວຽກງານກ່ຽວກັບກິດຈະກໍາເສີມຫຼັກສູດທາງດ້ານວິຊາການໄດ້ແກ່: ການຈັດໂຄງການສອນສ້ອມເສີມ, ໂຄງການສົງເສີມເດັກຮຽນດີ, ມີການຈັດກອງປະຊຸມຕ່າງໆ , ມີການແນະແນວການສຶກສາ ແລະ ອາຊີບ, ຈັດໃຫ້ມີຫ້ອງສະມຸດໃນໂຮງຮຽນເພື່ອເປັນແຫຼ່ງຄົ້ນຄ້ວາຕະຫຼອດຈົນເຖິງບັນຫາຕ່າງໆ

3) ວຽກງານກ່ຽວກັບວິຊາການ ຜູ້ບໍລິຫານຈະຕ້ອງສົ່ງເສີມໃຫ້ມີການບໍລິຫານກ່ຽວກັບສືການສອນ, ເພື່ອຊ່ວຍເຫຼືອຄູໃນການສອນ ແລະ ອຸປະກອນຕ່າງໆ ມີການຈັດຮວບຮວມເອກະສານ

ຄໍາສອນ, ຄູ່ມືຄູເພື່ອຊ່ວຍເຫຼື່ອຄູໃນການສອນ, ລວມທັງຈັດສິງອໍານວຍຄວາມສະດວກຕ່າງໆ ເຊັ່ນ: ອາຄານສະຖານທີ ແລະ ການຈັດຫາວັດຖຸອຸປະກອນເປັນຕົ້ນ.

3. ຂັ້ນສົ່ງເສີມ ແລະ ຕິດຕາມຜົນທາງດ້ານວິຊາກາານ ເພື່ອໃຫ້ໄດ້ມາດຕະຖານຂອງວຽກງານວິຊາການຜູ້ບໍລິຫານຄວາມມີການສົ່ງເສີມ, ຕິດຕາມ, ຄວບຄຸມ ແລະ ປະເມີນຜົນການດໍາເນີນງານດ້ານວິຊາການດັ່ງນີ້:

1) ສົ່ງເສີມໃຫ້ຄູອາຈານໄດ້ປັບປຸງຕົນເອງດ້ານວິຊາການ.

2) ສະໜັບສະໜູນໃຫ້ມີການປະຕິບັດຕາມມາດຕະຖານ ທາງວິຊາການ ນັ້ນຄື: ກໍານົດຈຸດມຸ້ງໝາຍ ແລະ ນະໂຍຍາບທີເໜາະສົມກັບໂຮງຮຽນ ແລະ ສາມາດນໍາໄປສູ່ການປະຕິບັດໄດ້.

3) ລິເລີມ ແລະ ສ້າງສັນໃນການປັບປຸງງານວິຊາການ.

4) ຈັດບັນຍາກາດທາງວິຊາການໃນສະຖານທີການສຶກສາ ເຊັ່ນ: ການຈັດກິດຈະກໍາທີ່ສົ່ງເສີມທາງດ້ານວິຊາການ.

5) ຈັດໃຫ້ມີຂະບວນການທີ່ປຶກສາທາງວິຊາການ.

6) ຈັດຕັ້ງຄະນະເຮັດວຽກທາງວິຊາການຂື້ນ, ລັກສະນະຂອງກຸ່ມອາດຈັດລວມກັນເປັນຄະນະ, ຄູທີສອນວິຊາດຽວກັນມາລວມກັນເຮັດວຽກ, ແລກປ່ຽນຄໍາຄິດຄໍາເຫັນເຊິງກັນ ແລະ ກັນ.

7) ສົ່ງເສີມຈັດຕັ້ງຊຸມນຸມທາງວິຊາການ ເພື່ອຈັດກິດຈະກໍາ ແລະ ເຜີຍແຜ່ງານວິຊາການ.

8) ສົ່ງເສີມໃຫ້ມີການເຂົ້າຮ່ວມປະຊຸມສໍາມະນາຝຶກອົບຮົມ ເພື່ອເປັນການແລກປ່ຽນຄວາາມຮູ້ ແລະ ເພີ່ມພູນຄວາມຮູ້ທາງວິຊາການ.

9) ສົ່ງເສີມໃຫ້ສຶກສາຕໍ່ເພື່ອຄວາມກ້າວໜ້າທາງວິຊາການ.

ອຸ​ໄທ ​ບຸນ​ປະ​ເສີດ (2540 : 36) ກ່າວ​ວ່າ ການ​ບໍລິຫານ​ວຽກງານວິຊາ​ການມີ​ຂອບ​ເຂດ​ດັ່ງ​ນີ້:

1) ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວກັບຫຼັກສູດ ​ແລະ​ ການນໍາຫຼັກສູດ​ໄປ​ໃຊ້. 2) ການ​ສອນ ​ແລະ ການ​ຈັດການ​ຮຽນການ​ສອນ. 3) ກິດຈະ​ກໍາ​ນັກຮຽນ ​ແລະ ການ​ບໍລິຫານ​ກິດ​ຈະ​ກໍາ​ນັກຮຽນ​ໃຫ້​ຕອບ​ສະໜອງກັບຫຼັກສູດ. 4) ສື່​ການ​ສອນ ​ແລະ ກິດຈະ​ກໍາ​ຫ້ອງ​ສະມຸດ. 5) ການ​ວັດ ​ແລະ ປະ​ເມີນ​ຜົນ. 6)ການ​ນິ​ເທດ​ການ​ສຶກສາ​ ແລະ ພັດທະນາ​ອາຊີບ.

ປຣິຍາ​ພອນ ວົງ​ອະນຸ​ໂຣດ (2546 : 19-20) ກ່າວວ່າ ການ​ບໍລິຫານ​ວິຊາ​ການ​ໃນ​ສະຖານະ​ການມີ​ຂອບ​ເຂດ​ກ້ວາງ​ຂວາງ, ​ຊຶ່ງມີ​ການ​ບໍລິຫານ​ວິຊາ​ການຈະ​ແບ່ງ​ອອກ​ເປັນ​ຂັ້ນ​ຕອນ​ດັ່ງ​ນີ້:

1. ຂັ້ນຕອນການດໍາເນີນວຽກງານຊຶ່ງ​ເປັນ​ການ​ກໍານົດ​ນະ​ໂຍບາຍ ​ແລະ ວ່າງ​ແຜນ​ງານ​

ປະກອບດ້ວຍ. 1) ຈັດ​ສ້າງ​ວຽກງານ​ວິຊາ​ການ. 2) ຈັດ​ສະພາບ​ວຽກງານ​ທາງ​ວິຊາ​ການ ​ແລະ ວິທີ​ການ​ເຮັດ​ວຽກ. 3) ການ​ຈັດ​ອາຈານ​ເຂົ້າ​ສອນ. 4) ຈັດ​ປະຕິທິນ​ການ​ປະຕິບັດໜ້າທີວຽກງານ. 5) ຈັດ​ໂຄງການ​ການ​ສອນ. 6) ຈັດ​ຕາຕະລາງ​ການສອນ. 7) ປະຖົມ​ນິ​ເທດ​ນັກ​ສຶກສາ. 8) ການ​ລົງທະບຽນນັກ​ສຶກສາ.

2. ຂັ້ນ​ຕອນ​ການ​ດໍາ​ເນີ​ນໜ້າທີ​ວຽກງານ, ​ເປັນ​ຂັ້ນ​ຕອນ​ຈັດ ​ແລະ ດໍາ​ເນີນໜ້າທີ່ລວມທັງ​

ການ​ຄວບ​ຄຸມ​ຕິດຕາມ​ໃຫ້ການ​ປະຕິບັດ​ດໍາ​ເນີນ​ຕາມ​ທີ່​ກໍານົດ ​ຊຶ່ງ​ປະກອບ​ມີ​ດັ່ງ​ນີ້:

1) ດໍາ​ເນີນ​ວຽກງານ​ການ​ສອນ​ຕາມຫຼັກສູດ​ ໂດຍ​ການ​ຕິດຕາມ​ເບິງ​ແຍງ​ ໃຫ້ການ​ສອນ​ເປັນ​ໄປຕາມ​ໂຄງການ​ສອນ​ໃນ​ແຕ່​ລະລາຍ​ວິຊາ, ຊຶ່ງ​ເປັນ​ການ​ນໍາຫຼັກສູດ​ໄປປະຕິບັດ.

2) ການ​ດໍາ​ເນີນ​ງານ​ກຽ່ວກັບ​ກິດຈະ​ກໍາ​ເສີມຫຼັກສູດ​ທາງ​ດ້ານ​ວິຊາ​ການ ຊຶ່ງ​ປະກອບ​ມີ​ການຈັດ​ໂຄງການ​ສອນ​ເພີ່ມ​ເຕີມ, ​ໂຄງການ​ສົງ​ເສີມ​ນັກ​ສຶກສາ​ທີ່​ຮຽນດີ​ຮຽນ​ເກັ່ງ, ໂຄງການ​ສົງ​ເສີມ​ນັກ​ສຶກສາ ດ້ວຍ​ຕົນ​ເອງ, ການຈັດ​ຊຸມນຸມ​ຕ່າງໆ, ການ​ຝຶກ​ແບບ​ວິຊາ​ການ​ທະຫານ, ການ​ຕັ້ງ​ຄາຍ​ຊາວໝຸ່ມ, ການ​ແນະ​ແນວ​ການ​ສຶກສາ ​ແລະ ອາຊີບ, ການ​ໃຫ້​ຄໍາ​ປຶກສາ ​ເພື່ອ​ແກ້​ໄຂ​ບັນຫາພ້ອມ​ທັງ​ໃຫ້​ມີ​ຫ້ອງ​ສະໝຸດ​ໃນ​ໂຮງຮຽນ ​ເພື່ອ​ເປັນ​ແຫຼ່ງການ​ຄົ້ນ​ຄ້ວາ.

3) ການ​ບໍລິຫານ​ງານ​ວິຊາ​ການ​ທີ່​ສົ່ງ​ເສີມ​ການ​ສອນ​ເພື່ອ​ຊ່ວຍ​ເຫຼືອອາຈານ​ໃນ​ດ້ານ​ການ​ສອນ, ການຈັດ​ຫາ​ສື່​ອຸປະກອນ​ຕ່າງໆ, ການ​ຈັດການ​ຮວບ​ຮວມ​ເອກະສານ, ຄໍາ​ສອນ, ຄູ່​ມື​ອາຈານລວມທັງ​ການ​ຈັດ​ສິງ​ທີ່​ອໍານວຍ​ຄວາມ​ສະດວກ​ຕ່າງໆ​ເຊັ່ນ ດ້ານ​ອາຄານ​ສະຖານ​ທີ່ ​ແລະ ການຈັດ​ວັດ​ສະດຸ​ອຸປະກອນ​ເຫຼົ່ານີ້​ເປັນ​ຕົ້ນ.

3. ສົ່ງ​ເສີມ ​ແລະ ຕິດຕາມ​ເບິ່ງ​ແຍງ​ດ້ານ​ວິຊາ​ການ ​ເພື່ອໃຫ້​ໄດ້​ມາດຕະຖານຂອງວຽກງານ​ວິຊາ​ກາ​ນ, ຜູ້​ບໍລິຫານ​ວຽກງານ​ວິຊາ​ການ​ຄວນ​ມີ​ການ​ສົ່ງ​ເສີມ, ປັບປຸງ, ພັດທະນາ ​ແລະ ປະ​ເມີນ​ຜົນ​ທາງ​ດ້ານ​ວິຊາ​ການ​ຊຶງ​ປະກອບ​ມີ:

1) ສົ່ງ​ເສີມ​ໃຫ້​ອາຈານ​ສອນ​ໄດ້​ປັບປຸງ ​ແລະ ພັດທະນາ​ຕົນ​ເອງ​ດ້ານ​ວິຊາ​ການ.

2) ສະໜັບສະໜູນ​ໃຫ້​ມີ​ການ​ປະຕິບັດ​ວຽກງານ​ທາງ​ວິຊາ​ການ ​ເຊັ່ນ ການ​ກໍານົດ​ຈຸດ​ມຸ່ງ

ໝາຍ ​ແລະ ນະ​ໂຍບາຍ​ທີ່​ເຫັນ​ວ່າ​ມີ​ຄວາມ​ເໜາະສົມ​ກັບ​ໂຮງຮຽນ ​ແລະ ສາມາດ​ນໍ​ໄປ​ສູ່​ການຈັດ​ຕັ້ງ​ປະຕິບັດ​ໄດ້.

3) ມີ​ຄວາມ​ຄິດ​ລິ​ເລີມ​ໃນ​ການ​ສ້າງສັນ ​ແລະ ການ​ປັບປຸງ​ວຽກວິຊາ​ການ.

4)​ ເສີມ​ສ້າງ​ບັນຍາກາດ​ທາງ​ດ້ານ​ວິຊາ​ການ​ໃນ​ສະຖານ​ການ​ສຶກສາ ​ເຊັ່ນການ​ຈັດ​ກິດຈະ​ກໍາ​ທີ່​ສົງ​ເສີມ​ວຽກດ້ານ​ວິຊາ​ການ​ເປັນຫຼັກ.

5) ຈັດ​ໃຫ້​ມີ​ຄະນະ​ກໍາມະການ​ທີ່​ປຶກສາ​ທາງ​ດ້ານ​ວິຊາ​ການ.

6) ແຕ່ງ​ຕັ້ງ​ຄະນະ​ກໍາມະການ​ທາງ​ວິຊາ​ການ​ຂື້ນ, ​ໃນ​ລັກສະນະ​ກຸ່ມ​ອາຈານ​ຮ່ວມ​ກັນ​ເປັນ​ຄະນະ​ອາຈານ​ສອນທີ​ນອນ​ຢູ່​ໃນ​ພະ​ແນ​ກດ່ຽວກັນ ຫຼື ໜ່ວຍງານ​ດ່ຽວກັນ. ພ້ອມ​ທັງ​ຮ່ວມ​ກັນ​ເຮັດ​ວຽກງານ​ເພື່ອ​ແລກປ່ຽນດ້ານ​ຂໍ້​ຄິດ​ເຫັນ​ເຊິ່ງກັນ ​ແລະ​ ກັນ.

7) ສົ່ງ​ເສີມ​ໃຫ້​ມີ​ການຈັດ​ຕັ້ງ​ຊຸມ​ນຸມ ຫຼື ສະມາຄົມ​ເພື່ອ​ອົບຮົມ​ທາງ​ວິຊາ​ການ ​ແລະ ​ເຜີຍ​ແຜ່​ວຽກງານ​ທາງ​ດ້ານ​ວິຊາ​ການ.

8) ສົ່ງ​ເສີມ​ໃຫ້​ມີ​ການ​ເຂົ້າ​ຮວມປະ​ຊຸມ​ສໍາ​ມະ​ນາ​ຝຶກອົບຮົມ​ເພື່ອ​ການ​ແລກປ່ຽນຄວາມ​ຮູ້, ຄວາມ​ສາມາດ ​ແລະ ​ເປັນ​ການ​ເພີ່​ມພູນ​ຍູ້ໜູນ​ເສີມ​ສ້າງ​ບົດຮຽນທາງ​ວິຊາ​ການ​ໃຫ້​ສູງ​ຂື້ນ.

9) ສົ່ງ​ເສີມ​ໃຫ້​ມີ​ການ​ສຶກສາ​ຕໍ່​ເພື່ອ​ພັດທະນາ​ຄວາມ​ກ້າວໜ້າທາງ​ວິຊາ​ການ

ຕາຕະລາງ​ກໍາ​ນົດ​ແນວ​ຄິດ​ໃນ​ແຕ່​ລະ​ດ້ານ

ຊື ແລະນາມສະກຸນ

ດ້ານທີ1

ດ້ານທີ2

ດ້ານທີ3

ດ້ານທີ4

ດ້ານທີ5

ດ້ານທີ6

ດ້ານທີ7

ດ້ານທີ8

ດ້ານທີ9

ກົມສາມັນ

ການ​ສຶກສາຫຼັກສູດ ​ແລະ ການ​ນໍ​ເອົາ​ໄປ​ໃຊ້.

ການ​ຈັດການ​ຮຽນ-ການ​ສອນ.​

ການ​ຜະລິດ​ວັດຖຸ​ອຸປະ

ກອນ ແລະສື່

​ການ​ຮຽນ-ການ​ສອນ

ການ​ສົງ​ເສີມ​ການ​ຮຽນກ-ການ​ສອນ

ການ​ປະ​ເມີນ​ຜົນ

ການ​ດໍາ​ເນີນ​ການ​ກ່ຽວກັບ​ຫ້ອງ​ສະມຸດ

ການ​ນິ​ເທດ​ການ​ສຶກສາ

ການ​ວາງ​ແຜນ ​ແລະ ການ​ກໍານົດ​ວິທີ​ດໍາ​ເນີນ​ວຽກງານ

ການ​ປະຊຸມ​ເຝິກອົບຮົມ​ທາງ​ວິຊາ​ການ.

ປຣີຍາພອນ

ວົງອະນຸໂຣດ

ຈັດ​ສ້າງ​ວຽກງານ​ວິຊາ​ການ.

ຈັດ​ສະພາບ​ວຽກງານ​ທາງ​ວິຊາ​ການ ​ແລະ ວິທີ​ການ​ເຮັດ​ວຽກ.

ການ​ຈັດ​ອາຈານ​ເຂົ້າ​ສອນ.

ຈັດ​ປະຕິທິນ​ການ​ປະຕິບັດໜ້າທີວຽກງານ

ຈັດ​ໂຄງການ​ການ​ສອນ

ຈັດ​ຕາຕະລາງ​ການສອນ

ປະຖົມ​ນິ​ເທດ​ນັກ​ສຶກສາ

ການ​ລົງທະບຽນນັກ​ສຶກສາ

ອຸໄທບຸນປະເສີດ

​ ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວກັບຫຼັກສູດ ​ແລະການນໍາຫຼັກສູດ​ໄປ​ໃຊ້

ການ​ສອນ ​ແລະ ການ​ຈັດການ​ຮຽນການ​ສອນ.

ກິດຈະ​ກໍາ​ນັກຮຽນ ​ແລະ ການ​ບໍລິຫານ​ກິດ​ຈະ​ກໍາ​ນັກຮຽນ​ໃຫ້​ຕອບ​ສະໜອງກັບຫຼັກສູດ

ສື່​ການ​ສອນ ​ແລະ ກິດຈະ​ກໍາ​ຫ້ອງ​ສະມຸດ

ການ​ວັດ ​ແລະ ປະ​ເມີນ​ຜົນ

ການ​ນິ​ເທດ​ການ​ສຶກສາ​ ແລະ ພັດທະນາ​ອາຊີບ.

ຕາຕະລາງ​ທີ1 ການກໍານົດ​ແນວ​ຄິດ​ແຕ່​ລະ​ດ້ານ

ຈາກການສຶກສາແນວຄິດຂອງນັກການສຶກສາຕ່າງໆ ຜູ້ຄົ້ນຄ້ວາສະຫຼຸບວ່າ: ກົມສາມັນ ແລະ ອຸໄທ ບຸນປະເສີດ. ເພື່ອນໍາມປະກອບເປັນແນວຄິດໃນການສຶກສາຄົ້ນຄ້ວາກ່ຽວກັບການບໍລິຫານງານວິຊາການຂອງໂຮງຮຽນ ອາຊີວະສຶກສາໃນນະຄຶນຫຼວງວຽງຈັນ ປະກອບ 4 ດ້ານຄື:

1. ດ້ານຫຼັກສູດ

2. ດ້ານການຈັດການຮຽນ-ການສອນ.

3. ດ້້ານສື່ການຮຽນ-ການສອນ.

 4. ດ້ານການວັດ ແລະ ປະເມີນຜົນ

    ສະນັ້ນ,ໃນນາມຄູສອນໂຮງຮຽນຕ້ອງເອົາໃຈໃສ່ຊວ່ຍວຽກວິຊາການຂອງໂຮງຮຽນໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍແລະມີປະສິດທິພາບ

2.3.1.ການບໍລິຫານຫຼັກສູດ

1. ຄວາມໝາຍຂອງຫຼັກສູດ

ຫຼັກສູດ​ນັບ​ວ່າ​ເປັນ​ສ່ວນໜຶ່ງຂອງ​ວິຊາ​ການ​ ເຊິ່ງນັກ​ສຶກສາ​ໄດ້​ໃຫ້​ຄວາມໝາຍຂອງຫຼັກສູດ ​ໄວ້ຫຼາຍທັກ​ສະ​ດັ່ງ​ນີ້:

ປຣີຍາພອນ ວົງອະນຸຸໂຣດ (2553: 24) ຫຼັກສູດຍັງມີຄວາມໝາຍແຕ່ກຕ່າງກັນຕາມຜູ້ໃຊ້ຄື:

1. ຜູ້ບໍລິຫານສະຖານສຶກສາ ຈະໃຫ້ຄວາມໝາຍຂອງຫຼັກສູດເປັນການຈັດປະສົບການໃນສະຖານສຶກສາໃຫ້ກັບຜູ້ຮຽນ ເພື່ອໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດໃນການປະກອບອາຊີບ ແລະ ດໍາລົງຊີດວິດ.

2. ຄູສອນຈະໃຫ້ຄວາມໝາຍຂອງຫຼັກສູດ ໃນລັກສະນະເປັນການຈັດການຮຽນ-ການສອນທີ່່ໄດ້ວ່າງແຜນໄວ້ກັບການສອນຂອງຄູ ແລະ ປະສົບການຈະເກີດຂື້ນໄດ້ຈາກການຮຽນຮູ້ຂອງນັກຮຽນ.

3. ນັກສຶກສາໄດ້ໃຫ້ຄວາມໝາຍຂອງຫຼັກສູດໃນສິງທີ່ຜູ້ຮຽນຕ້ອງຮຽນຮູ້ ຕາມທີ່ສະຖານສຶກສາກໍານົດ ແລະ ຕາມທີ່ຄູສອນ.

ກົມຈັດຕັ້ງ ແລະ ພະນັກງານ(1996 : 4)ໄດ້ນິຍາມຫຼັກສູດດັ່ງນີ້:

  1. ຫຼັກສູດແມ່ນປະສົບການທັງໝົດທີ່ນອນຢູ່ໃນແຜນໂຮງຮຽນ, ຕອບສະໜອງໃຫ້

ແກ່ນັກຮຽນເພື່ອໃຫ້ພວກເຂົາບັນລຸຜົນການຮຽນໃຫ້ໄດ້ດີທີສຸດ.

  1. ຫຼັກສູດແມ່ນຄວາມພະຍາຍາມທີ່ນອນຢູ່ໃນແຜນການຂອງໂຮງຮຽນ ເພື່ອຊີ້ນໍາການຮຽນ

ຂອງນັກຮຽນໃຫ້ບັນລຸຜົນການຮຽນທີ່ກໍານົດໄວ້.

  1. ຫຼັກສູດແມ່ນລະບົບໂຄງຮ່າງຂອງຄວາມຮູ້ທີ່ຕ້ອງການ.
  2. ຫຼັກສູດແມ່ນ ຄວາມພະຍາຍາມເພື່ອສືຄວາມໝາຍ ຫຼັກການ ແລະ ລັກສະນະຕ່າງໆ

ຂອງການຮຽນຮູ້ຢູ່ໃນຫຼັກສູດໂດຍເປີດໂອກາດໃຫ້ມີການວິເຄາະ, ຈໍາແນກ, ໄຈ້ແຍກ ແລະ ສາມາດ

ນໍາໄປປະຕິບັດຕົວຈິງໄດ້. ( ຫຼັກສູດປະກອບດ້ວຍ: ເນື້ອໃນ, ວັດຖຸປະສົງ ແລະວິທີການ).

ກູດ(Good 1973:5) ກ່າວ​ວ່າ ຫຼັກສູດ​ຄື​ເນື້ອ​ໃນ​ວິຊາ​ການ​ຕ່າງໆ ທີ່​ລວມທຸກ​ວິຊາ​ເຂົ້ານໍາກັນ​ເພື່ອ​ໃຫ້​ຜູ້​ຮຽນ​ໄດ້​ຮຽນພາຍ​ໄຕ້​ການ​ແນະ​ນໍາ​ຂອງ​ໂຮງຮຽນ

ບຸນຊົມ ສີສະອາດ(2546 : 64) ທາບາ (Hilda Taba)ກ່າວ​ວ່າ ຫຼັກສູດ​ມີ​ອົງ​ປະກອບ​ທີ​ສໍາຄັນມີ 4 ປະການ​ຄື:

1. ຈຸດປະສົງ(Objectives)

2. ເນື້ອ​ຫາ(Content)

3. ການ​ນໍາຫຼັກສູດ​ໄປ​ໃຊ້ (Curriculum Implementation)

4. ການ​ປະ​ເມີນ​ຜົນ(Evaluation).

ປຣິຍາພອນ ວົງອະນຸໂລດ (1992 : 39-40) ໄດ້ໃຫ້ຄວາມໝາຍວ່າ ຫຼັກສູດເປັນສ່ວນລວມທາງປະສົບການ ຫຼື ກິດຈະກໍາທີຈັດຂື້ນເພື່ອໃຫ້ເປັນໄປຕາມວັດຖຸປະສົງທາງດ້ານການສຶກສາ, ດ້ານການເມືອງ, ດ້ານເສດຖະກິດ ແລະ ດ້ານວັດທະນາທໍາ-ສັງຄົມທັງພາຍໃນ ແລະ ນອກສັງຄົມ​ໃຫ້​ບັນລຸ​ຜົນ​ສໍາ​ເລັດ​ຕາມ​ເປົ້າໝາຍທີ່​ກໍານົດ​ໄວ້.​ ເພາະນັ້ນ, ຫຼັກສູດ​ຈຶ່ງ​ມີ​ຄວາມໝາຍຢູ່ 3 ປະການ​ຄື:

1) ຫຼັກສູດ ​ເປັນ​ວິທະຍາສາດ​ທີ​ມີ​ທິດ​ສະ​ດີ, ມີຫຼັກການ​ໃນ​ການ​ນໍາ​ໃຊ້ຫຼັກສູດ​ໄປ​ໃຊ້ ​ແລະ ການ​ຈັດການ​ຮຽນ-ການ​ສອນຕາມ​ຈຸດ​ມຸ່ງໝາຍ​ເອົາ​ໄວ້.

2) ຫຼັກສູດ ​ເປັນ​ລະບົບ​ໃນ​ການ​ຈັດການ​ສຶກສາ​ໂດຍ​ມີ​ປັດ​ໃຈ​ນໍ​ເຂົ້າ (Input) ​ເຊັ່ນ​: ອາຈານ, ນັກ​ສຶກສາ, ວັດສະດຸອຸປະກອນ, ອາຄານ​ສະຖານ​ທີ ​ແລະ ຂະ​ບວນການ (Process) ​ເຊັ່ນ: ການ​ຈັດ​ກິດຈະ​ກໍາ​ການ​ຮຽນ-ການ​ສອນ. ດ້ານ​ຜົນ​ຜະລິດ(Output) ​ໄດ້​ແກ່​ຜົນ​ໄດ້​ຮັບ​ທາງ​ການ​ຮຽນແລະຜົນສໍາ​ເລັດ​ທາງ​ການ​ສຶກສາ​ເຫຼົ່ານີ້​ເປັນ​ຕົ້ນ.

3)ຫຼັຫສູດ ​ແມ່ນ​ແຜນການ​ຈັດການ​ຮຽນ-ການ​ສອນ ​ເຊຶ່ງມີຄວາມ​ມຸ່ງໝາຍ​ເພື່ອ​ສຶກສາ​ອົບຮົມ ​ແລະ ​ເຝຶກ​ຝົນ​ໃຫ້​ຜູ້ຮຽນ​ເປັນ​ໄປ​ຕາມ​ເປົ້າໝາຍທີ​ຕົນ​ກໍານົດ​ໄວ້​ສູງ​ສຸດ.

ໃຈທິບ ເຊື້ອຣັດຕະພົງ(2539:11-12)ກ່າວ​ວ່າຫຼັກສູດໝາຍ​ເຖີງການຈັດ​ໃຫ້​ຜູ້​ຮຽນຫຼື ​ນັກຮຽນ​ເກີດ​ການ​ຮຽນຮູ້(Learning) ຈັດ​ໃຫ້​ມີ​ປະສົບ​ການ (Experience)​ແລະ ຈັດ​ໃຫ້​ມີ​ສິງ​ຈໍາ​ເປັນ​ຂັ້ນ​ພື້ນຖານ, ສໍາລັບ​ປະສົບ​ການ ​ແລະ ການ​ຮຽນຮູ້​ຂອງ​ນັກ​ຮຽນຕາມ​ທີ່​ກໍານົດ​ໄວ້​ໃນຫຼັກສູດ​ໃຫ້​ຄົບ​ຖ້ວນ. ​ເປັນ​ການ​ຈັດການ​ສຶກສາ​ເພື່ອ​ພັດທະນາ​ຄົນ​ໃຫ້​ເປັນຄົນ​ທີ່​ສົມບູນ.

ລຸຈິ ພູ່​ສາລະ  ແລະ ຈັນຊານີ ສະຫງວນງາມ(2545 : 1)​ ໄດ້​ອະທິບາຍ​ຄວາມໝາຍຂອງຫຼັກສູດ​ວ່າໝາຍ​​ເຖິງ ແຜນການຮຽນປະກອບ​ດ້ວຍ​​ເປົ້າໝາຍ ​ແລະ ຈຸດປະສົງ​ສະ​ເພາະ​ທີ່​ຈະນໍາ​ສະ

​ເໜີ ​ແລະ ຈັດການ​ເນື້ອ​ຫາ, ລວມ​ເຖິງ​ແບບ​ແຜນການ​ຮຽນການ​ສອນ​ຕາມ​ຈຸດປະສົງ, ສຸດ​ທ້າຍ​ຕ້ອງ​ມີ​ການ​ປະ​ເມີນ​ຜົນ​ການ​ຮຽນ.

ປະສາດ ເນືອງສະເຫຼີມ(2556 : 25)ໄດ້ໃຫ້ຄວາມໝາຍວ່າ: ຫຼັກສູດເປັນໃຈກາງຂອງການສຶກສາຂັ້ນພື້ນຖານ ພສ 2551 ເປັນຫຼັກສູດທີມີການນໍາທິດສະດີທາງການສຶກສາ, ທິດສະດີຈິດຕະວິທະຍາການຮຽນຮູ້, ທິດສະດີສັງຄົມວິທະຍາ ແລະ ວິທະຍາການທາງດ້ານວິທະຍາສາດ ແລະ ເທັກໂນໂລຢີມາປະຍຸກໃຊ້ໃຫ້ສອດຄອງກັບແນວທາງການຈັດການຮຽນ-ການສອນຢ່າງລົງຕົວ. ໂດຍສະເພາະຫຼັກສູດໄດ້ກໍານົດມາດຕະຖານການຮຽນຮູ້, ເນື້ອໃນ, ກິດຈະກໍາການຮຽນ-ການສອນ, ສື່ການຮຽນ-ການສອນ ແລະ ການວັດ ແລະ ປະເມີນຜົນ. ບົນພື້ນຖານທີ່ເຊື່ອວ່າຜູ້ຮຽນແມ່ນສໍາຄັນທີ່ສຸດ, ສາມາດສ້າງຄວາມຮູ້ໄດ້ດ້ວຍຕົນເອງ ຄູສອນມີໜ້າທີສະໜັບສະໜູນ ແລະ ຈັດບັນຍາກາດຂອງການຮຽນ-ການສອນໃຫ້ເອື້ອອໍານວຍຕໍ່ຜູ້ຮຽນ.

ຄໍາຜົງ ພະເມືອງ (2010 : 20) ສະຫຼຸບວ່າ ຫຼັກສູດຄືຫົວໃຈຂອງການສຶກສາ ໃນສະຖາບບັນການສຶກສາຕ່າງໆ ເພາະຫຼັກສູດເປັນແນວທາງໃນການປະຕິບັດທີ່ຈະຊ່ວຍໃຫ້ຜູ້ຮຽນໄດ້ຮັບປະສົບການ, ໄດ້ຮັບການພັດທະນາຄວາມຮູ້, ຄວາມສາມາດ, ຄຸນນະທໍາ, ຈາລິຍະທໍາ ແລະ ອື່ນໆ ຊຶ່ງເປັນສິງທີ່ຕ້ອງການຂອງສັງຄົມ ດັ່ງນັ້ນ, ຫຼັກສູດຈຶ່ງການເປັນສູນກາງຂອງກິດຈະກໍາທີ່ກໍານົດຂື້ນຢ່າງເປັນລະບົບ ເພື່ອບັນລຸເປົ້າໜາຍຂອງການຮຽນການສອນ.

ລັດສະໝີທຳ​ມະ​ວົງສາ (2010:32) ເວົ້າວ່າ ຫຼັກສູດແມ່ນ ການກໍານົດຮູບແບບຂອງລະ

ບົບການສຶກສາ, ຂໍ້ບັງຄັບເພື່ອໃຫ້ໂຮງຮຽນ, ຜູ້ບໍລິຫານໂຮງຮຽນ ແລະ ຄູອາຈານນໍາໄປຈັດຕັ້ງປະ

ຕິບັດ ໂດຍແນໃສ່ສຶກສາອົບຮົມນັກຮຽນໃຫ້ມີຄວາມຮູ້, ປະສົບການ ແລະ ທັດສະນະທ່າທີອັນເໜາະ

ສົມ ແລະ ໃຫ້ເປັນໄປຕາມແນວທາງພັດທະນາຊັບພະຍາກອນມະນຸດ ທີ່ພັກ ແລະ ລັດຖະບານ ໄດ້ກໍານົດໄວ້.

ສຸມິຕຣ ຄຸນາກອນ(2539 : 203) ກ່າວເຖິງຫຼັກສູດວ່າ  ເປັນໂຄງການໃຫ້ການສຶກສາ ເພື່ອພັດທະນາຜູ້ຮຽນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນລັກສະນະທີ່ສອດຄ່ອງກັບຄວາມມຸ້ງໝາຍທາງການສຶກສາທີ່ກໍານົດໄວ້.

ວັດນາພອນ ຣະງັບທຸກ(2542 : 64) ໃຫ້ຄວາມເຫັນວ່າ ຫຼັກສູດຄືໝວດປະສົບການທີ່ຈັດໃຫ້ຜູ້ຮຽນເກີດການຮຽນຮູ້ ແລະ ພັດທະນາ ເພື່ອໃຫ້ມີຄວາມຮູ້, ຄວາມສາມາດ, ທັກສະ ແລະ ພຶດຕິກໍາຕາມຈຸດໝາຍທີ່ກໍານົດໄວ້.

ອົມຣາ ເລັກເຣິງສິນ (2540 : 7) ໄດ້ໃຫ້ຄວາມໝາຍຫຼັກສູດວ່າ ເປັນເອກະສານທີ່ບັນຈຸແຜນງານ ຫຼື ໂຄງການ ແລະ ເນື້ອຫາກິດຈະກໍາຕ່າງໆ ໃຫ້ແກ່ຜູ້ຮຽນ, ເພື່ອພັດທະນາຜູ້ຮຽນໃນດ້ານຄວາມຮູ້, ເທັກນິກ ແລະ ພຶດຕິກໍາຕ່າງໆ ເພື່ອໃຫ້ຜູ້ຮຽນສາມາດໃຊ້ຊີວິດໃນສັງຄົມຢ່າງມີຄວາມສຸກ. ໂດຍແຜນງານໂຄງການປະການປະກອບດ້ວຍ. ຈຸດມຸ້ງໝາຍ, ເນື້ອຫາສາລະ, ປະສົບການທີ່ຈັດໃຫ້ຜູ້ຮຽນ ໂດຍມີແນວທາງການດໍາເນີນງານຢ່າາງເປັນລະບົບ, ມີການແນະນໍາແຜນງານ ແລະ ໂຄງການໃນການປະຕິບັດໃນສະຖານທີ່ການສຶກສາ.

ສະຫຼຸບ​ໄດ້​ວ່າ ຫຼັກສູດຄືຫົວໃຈຂອງການສຶກສາ ໃນສະຖາບບັນການສຶກສາຕ່າງໆ ເພາະຫຼັກສູດເປັນ ແຜນການ​ລວມຂອງທຸກໆວິຊາໃນການຈັດການ​ຮຽນ-ການ​ສອນ. ​ເຊຶ່ງມີຄວາມ​ມຸ່ງໝາຍ

​ເພື່ອ​ສຶກສາ​ອົບຮົມ ​ແລະ ​ເຝຶກ​ຝົນ​ໃຫ້​ຜູ້ຮຽນ​ເປັນ​ໄປ​ຕາມ​ເປົ້າໝາຍທີ​ຕົນ​ກໍານົດ​ໄວ້.

2.​ ຄວາມສໍາຄັນຂອງຫຼັກສູດ

ຫຼັກສູດ​ແມ່ນ​ມີ​ຄວາມໝາຍສໍາ​ຄັນ​ທີ​ສຸດ​ຂອງ​ຂະ​ບວນການ​ຈັດການ​ຮຽນ-ການ​ສອນ​ໃນ​ທຸກ​ລະດັບ​ຊັ້ນ​ຮຽນ​ເຊິ່ງມີ​ນັກວິ​ໄຈຫຼາຍທ່ານ​ໄດ້​ໃຫ້​ຄວາມ​ສໍາຄັນ​ຂອງຫຼັກສູດ​ໄວ້ ດັ່ງ​ນີ້:

ແນວຄິດພື້ນຖານການສ້າງ ແລະ ການພັດທະນາຫຼັກສູດ (2537 : 17) ສະຫຼຸບໄດ້ເປັນຂໍ້

ດັ່ງນີ້:                                

1. ຫຼັກສູດຄືເບົ້າຫຼໍ່ພົນລະເມືອງໃຫ້ມີຄຸນນະພາບ.

2. ຫຼັກສູດເປັນມາດຕະຖານຂອງການຈັດການສຶກສາ.

3. ຫຼັກສູດເປັນໂຄງການ ແລະ ແນວທາງໃນການໃຫ້ການສຶກສາ.

4. ໃນລະດັບໂຮງຮຽນຫຼັກສູດຈະໃຫ້ແນວທາງປະຕິບັດແກ່ຄູ.

5. ຫຼັກສູດເປັນແນວທາງໃນການສົ່ງຄວາມຈະເລີນງອກງາມ ແລະ ພັດທະນາການຂອງເດັກຕາມຄວາມມຸ້ງໝາຍຂອງການສຶກສາ.

6. ຫຼັກສູດເປັນເຄື່ອງມືກໍານົດແນວທາງໃນການຈັດປະສົບການວ່າ ຜູ້ຮຽນ ແລະ ສັງຄົມຈະໄດ້ຮັບສິ່ງໃດບາງເທື່ອອາດຈະເປັນປະໂຫຍດແກ່ເດັກໂດຍກົງ.

7. ຫຼັກສູດເປັນເຄື່ອງກໍານົດເນື້ອຫາຂອງວິຊາທີ່ຈະຊ່ວຍໃຫ້ເດັກມີຊີວິດຢູ່ໃນສັງຄົມໄດ້ຢ່າງມີຄວາມສຸກ, ເປັນພົນລະເມືອງທີດີຂອງປະເທດຊາດ ແລະ ເປັນຄົນຂອງສັງຄົມ.

8. ຫຼັກສູດເປັນເຄື່ອງມືກໍານົດວ່າ ວິທີການດໍາເນີນຊິວິດຂອງເດັກໃຫ້ເປັນໄປຢ່າງມີຄວາມສຸກ.

9. ຫຼັກສູດແມ່ນທໍານາຍລັກສະນະຂອງສັງຄົມໃນອານາຄົດວ່າຈະເປັນແນວໃດ.

10. ຫຼັກສູດແມ່ນກໍານົດແນວທາງຄວາມຮູ້, ຄວາສາມາດ, ຄວາມປະພຶດ, ທັກສະ ແລະ ແນວຄິດຂອງຜູ້ຮຽນທີ່ຈະຢູ່ຮ່ວມກັບສັງຄົມ ແລະ ເປັນພົນລະເມືອງທີ່ດີຂອງບ້ານເມືອງ.

ອໍານາດ ຈັນທຣແປ້ນ( 2542 : 47 )ກ່າວ​ວ່າ ຫຼັກສູດ​ເປັນ​ສ່ວນ​ສໍາຄັນ​​ເພາະຫຼັກສູດ​ໄດ້​ກໍານົດ​ເນື້ອ​ຫາ ​ແລະ ທັກ​ສະ​ທີ່​ຜູ້ຮຽນຜູ້​ຈະ​ໄດ້​ຮຽນຮູ້, ​ເປັນ​ສິງ​ທີ່​ຜູ້ຮຽນຄາດ​ຫັວງ ຊຶ່ງສະຖານ​ການ​ສຶກສາຕ້ອງ​ຈັດການ​ເພື່ອ​ສົ່ງ​ເສີມ ​ແລະ ​ໃຫ້ການ​ສະ​ນັບ​ສະໜູນ​ໃຫ້​ນັກຮຽນ-ນັກສຶກສາມີ​ຄວາມ​ຮູ້ ​ແລະ ມີ​ຄວາມ​ເຂົ້າ​ໃຈ.

ຄຳຫຼ້າ ອຸດົມສິນ (2009:27) ສະຫຼຸບວ່າຄວາມສຳຄັນຂອງຫຼັກສູດຄື ຫົວໃຈຂອງການຈັດການຮຽນ-ການສອນເພື່ອໄປສູ່ເປົ້າໝາຍຂອງການສຶກສາ, ຄວາມເຂົ້າໃຈໃນເລື່ອງຂອງຫຼັກສູດ ແລະການຮຽນ-ການສອນຈະເຮັດໃຫ້ການຈັດການສຶກສາດຳເນີນໄປຢ່າງມີປະສິດທິພາບແລະຫຼັກສູດເຊິ່ງຈະຊ່ວຍນຳທາງຊ່ວຍໃຫ້ຄູໄດ້ມີທິດທາງ ແລະ ສິ່ງກຳນົດໃນການສິດສອນຢ່າງມີປະສິດທິພາບ.

ທໍາລົງ​ ບົວສີ (2532 : 7-8) ​ໄດ້​ກ່າວ​ເຖິງ​ຄວາມ​ສໍາຄັນ​ຂອງຫຼັກສູດ​ວ່າ ​ແມ່ນ​ສິງ​ສໍາຄັນ​ໃນ​ການ​ຈັດການ​ສຶກສາ ຄື​ການ​ກໍານົດ​ມາດຕະຖານ​ການ​ຮຽນຮູ້​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ເຍົາວະ​ຊົນ​ແຕ່ລະ​ໄວ, ​ແຕ່​ລະ​ລະດັບ​ການ​ສຶກສາ ​ໄດ້​ຮັບ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ​ເທົ່າ​ທຽມກັນ, ມີ​ແນວທາງ​ທີ່​ກໍານົດ​ໄວ້ວ່າຄວນ​ຮຽນຮູ້​ວິຊາ​ຫັຍ​ງ, ​ເນື້ອ​ຫາຫຼາຍໜ້ອຍພຽງ​ໃດ​ຄວນ​ໄດ້​ຮັບ​ການ​ເຝິກຝົນ​ໃຫ້​ມີ​ທັກ​ສະ ​ແລະ ພັດທະນາ​ການ​ໃນ​ດ້ານ​ຮ່າງກາຍ, ຈິດ​ໃຈ, ສັງຄົມ ​ແລະ ປັນຍາ. ​ເມື່ອພິຈາລະນາ​ຂໍ້ຄວາມ​ທີ່​ກ່າວ​ມາ​ແລ້ວຈະ​ເປັນ​ປັດ​ໃຈ​ສໍາຄັນ​ອັນ​ດັບ​ທໍາ​ອິດ​ ທີ່​ຈະ​ໃຫ້​ຄວາມໝັ້ນ​ໃຈ​ໄດ້​ວ່າ​ເຍົາວະ​ຊົນ​ລວມທັງ​ຜູ້​ຮຽນທັງໝົດຈະ​ໄດ້​ຮັບ​ການ​ສຶກສາ​ຕາມ​ທີ​ມຸ້ງ​ຫັວງ​ໄວ້​ກໍ​ຄື ຫຼັກສູດ. ​ໂດຍ​ສະ​ເພາະ​ເມືອ​ມີຫຼັກສູດ​ເປັນ​ແນວທາງ​ໃນ​ການຈັດ​ປະສົບ​ການ​ແກ່​ຜູ້​ຮຽນ​ແລ້ວ ​ເປັນທີ່​ຫັວງ​ໄດ້​ວ່າ​ຜູ້​ຮຽນ​ແຕ່​ລະ​ສາຂາ ​ແລະ ​ແຕ່​ລະ​ລະດັບ​ການ​ສຶກສາ​ຈະ​ໄດ້​ຮັບ​ການ​ສຶກສາ​ໃນ​ທາງ​ດຽວກັນ ​ເຖິງ​ແມ່ນ​ວ່າ​ໃນ​ການ​ປະຕິບັດ​ຜູ້​ຮຽນຈະ​ໄດ້​ຮັບ​ປະສົບ​ການ​ແຕ່​ກຕ່າງ​ກັນ​ໄປ ​ແຕ່​ການ​ຮຽນການ​ສອນ​ແມ່ນ​ມຸ້ງ​ສູ່​ຈຸດໝາຍດຽວກັນ.

ສະຫຼຸບວ່າ ຫຼັກສູດ​ເປັນ​ຫົວ​ໃຈ​ຂອງ​ການ​ຈັດການ​ຮຽນ-ການ​ສອນ ເປັນແຜນການປະຕິບັດ ຫຼື ເອກະສານທີຂຽນຂື້ນໂດຍມີຍຸດທະວິທີ ເພື່ອບັນລຸເປົ້າໝາຍປາຍທາງຕາມຈຸດປະສົງຂອງລາຍວິຊາຮຽນ. ຫຼັກສູດ​ເປັນ​ແນວທາງ​ໃນ​ການຈັດ​ປະສົບ​ການ​ແກ່​ຜູ້​ຮຽນ​ແລ້ວ ​ເປັນທີ່​ຫັວງ​ໄດ້​ວ່າ​ຜູ້​ຮຽນ​ແຕ່​ລະ​ສາຂາ ​ແລະ ​ແຕ່​ລະ​ລະດັບ​ການ​ສຶກສາ​ຈະ​ໄດ້​ຮັບ​ການ​ສຶກສາ​ໃນ​ທາງ​ດຽວກັນ.

2.3.2. ການບໍລິຫານການຈັດການຮຽນ-ການ​ສອນ

1. ຄວາມໝາຍຂອງການຈັດການຮຽນ-ການສອນ

ການ​ຈັດການ​ຮຽນ​-ການ​ສອນເປັນ​ຫນ້າທີ່​ໂດຍ​ກົງ​ຂອງ​ຜູ້​ບໍລິຫານ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ຈັດກາ ນ​ຮຽນ​-ການ​ສອນ​ໃຫ້​ຖືກ​ຕ້ອງ​ເໝາະ​ສົມ, ເພື່ອ​ເປັນ​ຂະ​ບວນ​ການ​ຈູງໃຈ​ໃຫ້​ຜູ້​ຮຽນ​ບັນ​ລຸ​ຕາມ​ເປົ້າ​ໝາຍ​ຂອງຫລັກ​ສູດ ໂດຍ​ເຮັດໃຫ້​ຜູ້​ຮຽນ​ເປັນ​ຄົນ​ດີ, ຄົນ​ເກັ່ງ ແລະ​ ມີ​ຄວາມ​ສຸກຕະຫຼອດ​ຈົນ​ມີ​ການ​ອຳ​ນວຍ​ຄວາມສະດວກ​ເພື່ອການ​ຈັດການ​ຮຽນ​ການ​ສອນ​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ອຳພັນ ໃຈທ່ຽງ (2540:1-2)ໄດ້ໃຫ້ຄວາມໝາຍຂອງການຈັດການຮຽນ-ການສອນມີຄວາມໝາຍຄວບຄຸມທັງດ້ານວິທີການ, ດ້ານຕົວບຸກຄົນ ຫຼື ຜູ້ສອນ ແລະ ຜູ້ຮຽນຕ້ອງມີປະຕິສຳພັນຕໍ່ກັນດ້ານເປົ້າໝາຍການສອນ ແລະດ້ານຄວາມສາມາດຂອງຜູ້ສອນ. ດັ່ງນັ້ນ, ການສອນຄືຂະບວນການປະຕິສຳພັນລະຫວ່າງຜູ້ສອນແລະຜູ້ຮຽນເພື່ອເຮັດໃຫ້ຜູ້ຮຽນເກີດຄວາມປ່ຽນແປງພຶດຕິກຳຕາມຈຸດປະສົງທີ່ກຳນົດໄວ້ເຊິ່ງຕ້ອງອາໄສວິທະຍາສາດ ແລະ ສິລະປະຂອງຜູ້ສອນ.

ເອກະສານຝຶກອົບຮົມສໍາລັບຜູ້ບໍລິຫານໂຮງຮຽນ ແລະ ຜູ້ບໍລິຫານການສຶກສາ (2009: 19) ໄດ້ໃຫ້ຄວາມໝາຍຂອງການຮຽນ-ການສອນດັ່ງນີ້:

  1. ຄວາມໝາຍແຄບ: ການສອນໝາຍເຖິງການກະທໍາອັນຈໍາເປັນ, ການອົບຮົມສັ່ງສອນ

ນັກຮຽນຕາມສະຖານທີ່ ສຶກສາໂດຍທົ່ວໄປ.

  1. ຄວາມໝາຍກ້ວາງ: ການສອນໝາຍເຖິງ ການຈັດສະພາບການ ຫຼື ຈັດກິດຈະກໍາ

ການກະທໍາຕ່າງໆ ເພື່ອໃຫ້ນັກຮຽນມີປະສົບການ, ວາງແຜນການທີ່ຈະເຮັດໃຫ້ການຮຽນຮູ້ຂອງຜູ້ຮຽນດໍາເນີນໄປດ້ວຍຄວາມສະດວກ, ລວມທັງການຮຽນທີ່ຈັດເປັນ ແບບສະບັບຕ່າງໆ ຫຼື ຈັດກິດຈະກໍາອື່ນໆ ເພື່ອໃຫ້ເກີດການຮຽນຮູ້ ຢ່າງບໍ່ມີ (ການຄົ້ນຄິດລະອຽດ) ພິທີລີ່ຕອງ ອື່ນໆອີກ.

ສຸນທອນ ໂຄດບັນເທົາ (2553 : 44)ໄດ້​ກ່າວ​ວ່າ ການ​ຈັດການ​ຮຽນ-​ການ​ສອນ​ເປັນ​ການ​ຈັດກິດຈະກຳ​ເພື່ອ​ນຳ​ນັກ​ຮຽນ​ໄປ​ສູ່​ເປົ້າ​ໝາຍ​ທີ່​ຫລັກ​ສູດ​ກຳນົດ ຄູ​ຜູ້​ສອນ​ຄວນ​ຈັດການ​ຮຽນ​ການ​ສອນ​ໃຫ້ເປັນ​ໄປຕາມ​ຫລັກ​ການ ​ແລະ ​ວິທີ​ການ​ຕ່າງ ໆ ທີ່​ສອດ​ຄ້ອງ​ກັບ​ແນວ​ທາງ​ຂອງ​ຫລັກ​ສູດ ໂດຍ​ຢຶດນັກຮຽນເປັນ​ໃຈກາງ ຈັດໃຫ້​ນັກ​ຮຽນ​ໄດ້​ຮຽນ​ທັງ​ພາກ​ທິດສະດີ ​ແລະ ​ພາກ​ປະຕິບັດຕົວຈິ່ງ ໃຊ້​ກິດຈະກຳ​ການ​ຮຽນ​ການ​ສອນ​ຫລາຍ​ຮູບ​ແບບ ເນັ້ນໃຫ້ນັກ​ຮຽນ​ມີ​ສ່ວນ​ຮ່ວມ ​ແລະ​ ສົ່ງ​ເສີມ​ໃຫ້​ນັກ​ຮຽນ​ຮູ້​ຈັກ​ສະແຫວງຫາ​ຄວາມ​ຮູ້​ແລະ​ແກ້​ບັນຫາ​ດ້ວຍ​ຕົນເອງເນັ້ນ​ທັກ​ສະຂະ​ບວນ​ການ​ໃນ​ການ​ຈັດການ​ຮຽນ​ການ​ສອນ​ທຸກ​ເທື່ອໃຫ້​ນັກ​ຮຽນ​ມີ​ໂອ​ກາດ​ໄດ້​ຮວມ​ກຸ່ມເພື່ອ​ຊ່ວຍ​ກັນ​ຄິດຊ່ວຍ​ກັນ​ເຮັດ ຊ່ວຍ​ກັນ​ແກ້​ບັນຫາ ເພື່ອ​ປູກ​ຝັງ​ແນວ​ທາງ​ການ​ດຳ​ເນີນ​ຊີວິດ​ຕາມ​ວິທີ​ລະບອບ​ປະ​ຊາ​ທິປະໄຕ.

ຊູຊາດ ຫົງຂາວ(2549: 52-53)ກ່າວວ່າ:ຈັດກິດຈະກຳໃຫ້ສອດຄ່ອງກັນເປັນການເຮັດວຽກງານຮ່ວມກັນຂອງຜູ້ຮຽນ. ​ເພື່ອໃຫ້ການຮຽນ-ການສອນແລະ ຜົນການຮຽນຮູ້ມີປະສິດທິພາບຊຶ່ງມີຫລັກການດັ່ງນີ້:

  1. ເປີດໂອກາດໃຫ້ຜູ້ຮຽນມີສ່ວນຮ່ວມໃນການຮຽນດ້ວຍການເຮັດກິດຈະກຳຫລື ໃຫ້ມີ

ການພັດທະນາທາງຮ່າງກາຍ, ອາລົມ, ສັງຄົມແລະ ສະຕິປັນຍາໄປພ້ອມໆ ກັນ.

2. ຫລັກການສຳຄັນຂອງການເຮັດວຽກຄືໃຫ້ທຸກຄົນມີສ່ວນຮ່ວມໃນການເຮັດວຽກເປັນກຸ່ມກຸ່ມມີຄວາມສຳພັນໃນກຸ່ມເພື່ອໃຫ້ສະມາຊິກມີຄວາມໃກ້ຊິດກັນ, ຝຶກຄວາມເຂົ້າໃຈແລະ ສ້າງບັນຍາກາດປະຊາທິປະໄຕໃນສັງຄົມ.

3. ເນັ້ນໃຫ້ຜູ້ຮຽນຮູ້ຈັກຄົ້ນພົບ

  1. ເປີດໂອກາດແລະ ໃຫ້ເປັນແນວທາງທີ່ຜູ້ຮຽນສາມາດນຳໄປໃຊ້ໃນຊີວິດໄດ້.
  2. ການສອນແຕ່ລະຄັ້ງຄວນສ້າງກິດຈະກໍາຫລາຍຢ່າງທີ່ນອກເໜືອໄປຈາກຖາມຕອບເທົ່ານັ້ນ.

6. ມີລະບົບແນະນຳວິທີການປະກອບກິດຈະກຳໃຫ້ຊັດເຈນເພື່ອໃຫ້ຜູ້ຮຽນເຂົ້າໃຈໄດ້ເອງ

7. ຄວນມີສື່ການຮຽນ-ການສອນຫລາຍຢ່າງເປັນເຄື່ອງມືທີ່ຊ່ວຍໃຫ້ຜູ້ຮຽນປະກອບກິດຈະ ກຳໃຫ້ບັນລຸວັດຖຸປະສົງໄດ້.

8. ກິດຈະກຳການວັດຜົນແລະ ປະເມີນຜົນການຮຽນອາດສອດແຊກລະຫວ່າງເນື້ອຫາແຕ່່ ລະຕອນຫຼື ປະເມີນຫລັງຈາກຮຽນກໍ່ໄດ້.

ສີສຸກ ວົງວິຈິດ(2553: 48)ໄດ້ສະຫຼຸບວ່າການຈັດການຮຽນ-ການສອນ​ແມ່ນ ຂະບວນການ​ທີ່​ຄູ​ຜູ້​ສອນ​ໄດ້​ຈັດ​ໃຫ້​ນັກຮຽນປະຕິບັດ​ກິດຈະກຳ​ຮ່ວມ​ກັນ, ​ໃຫ້​ນັກຮຽນ​ເກີດ​ການ​ຮຽນຮູ້​ຕາມ​ແນວ​ຂອງຫຼັກສູດ ​ແລະ ຈັດໝວດປະສົບ​ການ​ທີ່​ເໝາະສົມ​ກັບ​ຜູ້​ຮຽນ, ການຈັດ​ຄູ​ເຂົ້າ​ສອນ​ປະຈຳ​ຊັ້ນ​ຮຽນ, ຈັດ​ຫາ​ວັດ​ສະດຸ​ອຸປະກອນ ​ແລະ ສື່​ການ​ສອນ​ເພື່ອ​ບໍລິການ​ຄູ, ​ແນະນຳ​ການຈັດແຜນ ການ​ສອນ ​ແລະ ບັນທຶກ​ການ​ສອນ​ຂອງ​ຄູ​ເຮັດ​ໃຫ້​ເກີດ​ພຶດຕິ​ກຳ​ອັນ​ເໝາະສົມ​ຕາມ​ເປົ້າໝາຍຂອງຫຼັກສູດ.

ບຸນຊົມສີສະອາດ (2535:1-2) ໄດ້ກ່າວໄວ້ວ່າການຮຽນຕ້ອງອາໃສການສອນເຊິ່ງມັນເປັນກິດຈະກຳທີ່ຈະຊ່ວຍໃຫ້ຜູ້ຮຽນເກີດການຮຽນຮູ້, ສ່ວນການຮຽນ-ການສອນໝາຍເຖິງການດຳ ເນີນການຂອງຜູ້ສອນເພື່ອໃຫ້ຜູ້ຮຽນເກີດການຮຽນຮູ້ໂດຍຜູ້ຮຽນຕ້ອງເຮັດກິດຈະກຳດ້ວຍຕົນເອງໃນການສອນຕ້ອງຄິດເຖິງສິ່ງສຳຄັນດັ່ງນີ້:

1. ຕ້ອຍຶດຖືຜູ້ຮຽນເປັນສູນກາງ

2. ໃຫ້ຢຶດຖືຕາມສະຖານະການແລະສະພາບແວດລ້ອມ

3. ເໜັ້ນຂະບວນການຮຽນຮູ້, ການຄິດມີເຫດມີຜົນ, ຄິດຢ່າງສ້າງສັນແລະຄິດຢ່າງເປັນກຸ່ມ.

4. ບູລະນາການພາຍໃນກຸ່ມແລະນອກກຸ່ມ

5. ສຶກສາຕິດຕາມແລະແກ້ໄຂຂໍ້ບົກຜ່ອງຂອງນັກຮຽນຢ່າງຕໍ່ເນື່ອງ.

6. ໃຫ້ຜູ້ຮຽນປະຕິບັດຕົວຈິງຫຼາຍທີ່ສຸດ

7. ຈັດສະພາບແລະບັນຍາກາດທີ່ເອື້ອອຳນວຍຕໍ່ການຮຽນຮູ້ແລະການປະຕິບັດຕົວຈິງ

ຂອງຜູ້ຮຽນ

8. ສອດແຊກການອົບຮົມດ້ານຈະລິຍະທຳແລະຄ່ານິຍົມທີ່ຖືກຕ້ອງຢ່າງສະໜໍ່າສະເໜີ

9. ປູກຝັງຄ່ານິຍົມທີ່ເປັນພື້ນຖານ

ສະຫຼຸບການ​ຈັດການ​ຮຽນ-​ການ​ສອນໝາຍ​ເຖິ່ງ​ ​ການ​ຈັດກິດຈະກຳ​ເພື່ອ​ນຳ​ນັກ​ຮຽນ​ໄປ​ສູ່​ເປົ້າ​

ໝາຍ​ທີ່​ຫລັກ​ສູດ​ກຳນົດ​ໄວ້, ຄູ​ຜູ້​ສອນ​ຄວນ​ຈັດການ​ຮຽນ​-ການ​ສອນ ​ໃຫ້ເປັນ​ໄປຕາມ​ຫຼັກ​ການ ​ແລະ ​ວິທີ​ການ​ຕ່າງໆ, ໃຫ້​ນັກຮຽນ​ເກີດ​ການ​ຮຽນຮູ້​ຕາມ​ແນວທາງ​ຂອງຫຼັກສູດ ​ແລະ ຈັດໝວດປະສົບ​ການ​ທີ່​ເໝາະສົມ​ກັບ​ຜູ້​ຮຽນ.

2.ຄວາມ​ສຳຄັນ​ຂອງການ​ຈັດການຮຽນ-ການ​ສອນ 

ມະນັດສາຍໂກສຸມ(2543 : 12)ເວົ້າລວມແລ້ວ: ການຮຽນ-ການສອນມີຄວາມໝາຍສໍາຄັນຫຼາຍໃນການພັດທະນາວຽກງານສຶກສາ ແລະ ພັດທະນາຄົນໃຫ້ມີການປ່ຽນແປງທາງດ້ານພຶດຕິກໍາຕ່າງໆ. ນອກຈາກນີ້ການຮຽນ-ການສອນຍັງມີຄວາມສໍາຄັນ ໃນການຄວບຄຸມທາງດ້ານວິຊາການ, ດ້ານບຸກຄົນຄືຜູ້ຮຽນ ແລະ ຜູ້ສອນ. ຄູຢາກປະສົບຜົນສໍາເລັດໃນການຮຽນ-ການສອນຈໍາເປັນຄູຈະຕ້ອງສຶກສາ ຫຼັກການພື້ນຖານໃນການສອນ ແລະ ຈະຕ້ອງຈັດປະສົບການຮຽນ-ການສອນ ໃຫ້ດີ ແລະ ເປັນລະບົບ.

ສົນສິດ ເຂດຂາມ(2545:21)ໄດ້ກ່າວເຖິງການຈັດການຮຽນ-ການສອນຜູ້ບໍລິຫານໂຮງຮຽນຕ້ອງຍຶດຖືການຈັດການຮຽນ-ການສອນຕາມແນວທາງຂອງຫຼັກສູດເຊິ່ງມຸງໃຫ້ນັກຮຽນໄດ້ປະຕິບັດຕົວຈິງ, ຮູ້ຈັກແກ້ໄຂບັນຫາຕ່າງໆໂດຍຜູ້ບໍລິຫານສະຖານສຶກສາແລະຄູຕ້ອງມີ ຄວາມເຂົ້າໃຈຈຸດມຸ້ງໝາຍໂຄງສ້າງຂອງຫຼັກສູດ. ສີ່ງສຳຄັນຄືຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ,ຊຸມຊົນແລະນັກຮຽນ. ເພື່ອໃຫ້ນັກຮຽນຮູ້ຈັກຄິດ, ຮູ້ຈັກເຮັດແລະນຳຄວາມຮູ້ໄປໃຊ້ໃຫ້ເກີດປະໂຫຍດໃນການດຳລົງຊີວິດໄດ້ຢ່າງມີຄວາມສຸກໃນສັງຄົມ.

ສີສຸກ ວົງວິຈິດ(2553:49)ໄດ້ສະຫຼຸບວ່າການຈັດການຮຽນ-ການສອນມີຄວາມໝາຍສຳຄັນທີ່ສຸດເພາະເປັນພາຫະນະທີ່ຈະນຳເອົາເນື້ອໃນ ແລະ ສາລະການຮຽນຮູ້ຈາກຫຼັກສູດໄປສູ່ຕົວນັກຮຽນໄດ້ຫຼາຍທີ່ສຸດແລະມີປະສິດທິຜົນຫຼາຍທີ່ສຸດ.

ການຄຸ້ມຄອງວິຊາການ (2009 : 20) ການຈັດການຮຽນ-ການສອນ ເປັນຂະບວນການຕໍ່ເນື່ອງກັນ, ຊຶ່ງຜູ້ສອນຈັດໃຫ້ຜູ້ຮຽນເພື່ອຈະໃຫ້ຮຽນຮູ້ໄດ້ໂດຍສະດວກ, ຖ້າຜູ້ສອນຮູ້ຈັກໃຊ້ວິທີການສອນ (Method of Teaching) ທີ່ດີ ແລະ ເໜາະສົມແລ້ວ, ຈະເຮັດໃຫ້ຜູ້ຮຽນໄດ້ຮັບດັ່ງນີ້:

1. ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈໃນບົດຮຽນວິຊາຄູສອນ.

2. ມີທັກສະ (Skill)(ຄວາມຮູ້ຄວາມສາມາດ)  ແລະ ຄວາມສໍານິສໍານານໃນວິຊາການ

ທີ່ຮຽນຮູ້ນັ້ນ.

3. ມີທັດສະນະຄະຕິ (Attitude) ທີ່ດີຕໍ່ສິ່ງທີ່ຮຽນຮູ້ນັ້ນ.

4. ມີຄວາມສາມາດນໍາເອົາສິ່ງຕ່າງໆ ໄປໃຊ້ໄດ້.

5. ສາມາດນໍາເອົາຄວາມຮູ້ໄປແກ້ໄຂຊີວິດປະຈໍາວັນໄດ້.

6. ສາມາດນໍາເອົາຄວາມຮູ້ ໄປສຶກສາຕໍ່ເອົາຄວາມຮູ້ (ຕໍ່ໄປ) ໄດ້.

ສະງັດ ອຸທຣານັນ(2535 :160)ໄດ້ກ່າວວ່າ ການຈັດການຮຽນ-ການສອນ ຄື

ການຈັດປະສົບການທັງໝົດໃຫ້ແກ່ນັກຮຽນ, ຄວາມຖະນັດ, ຄວາມສົນໃຈ ນັບຕັ້ງແຕ່ການຈັດແຜນການສອນ, ການກໍານົດລາຍວິຊາ, ທັງວິຊາບັງຄັບ ແລະ ວິຊາເລືອກ, ການຈັດຄູເຂົ້າສອນການບັນທຶກການສອນ, ການໃຊ້ສື່ການສອນ, ເພື່ອໃຫ້ການຮຽນການສອນມີຜົນສໍາເລັດສູງຕາມຈຸດປະສົງ.

ນົບພົງບຸນຈິຕຣາຄຸນ (2534:19)ໄດ້ເວົ້າວ່າການຈັດການຮຽນ-ການສອນມີຄວາມສຳຄັນຕໍ່ງານວິຊາການ. ປັດຊະຍາແລະຈຸດປະສົງຂອງການຈັດການຮຽນ-ການສອນຕ້ອງຂຽນໃຫ້ຈະແຈ້ງ ເພື່ອຈະໄດ້ເປັນແນວທາງໃຫ້ບຸກຄະລາກອນໄດ້ປະຕິບັດໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້ແລະຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນຫຼັກສູດເປັນຢ່າງດີ, ມີການຈັດວິຊາຕ່າງໆ ໃຫ້ເໝາະສົມລວມເຖິງອຸປະກອນໃນການຮຽນ-ການສອນ, ການຈັດກິດຈະກໍາເສີມຫຼັກສູດຕະຫຼອດຈົນມີການປະເມີນຜົນການຮຽນ-ການສອນແລະການນຳຜົນການປະເມີນມາປັບປຸງໃຊ້ຕໍ່ໄປ.

ສະຫຼຸບວ່າການຈັດການຮຽນ-ການສອນ ມີຄວາມໝາຍສຳຄັນທີ່ສຸດເພາະເປັນພາຫະນະທີ່ຈະນຳເອົາເນື້ອໃນ ແລະ ສາລະການຮຽນຮູ້ຈາກຫຼັກສູດໄປສູ່ຕົວນັກຮຽນ​ໃຫ້ໄດ້ຫຼາຍທີ່ສຸດ, ສີ່ງສໍາຄັນຄືຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ,ຊຸມຊົນ ແລະ ນັກຮຽນ.

.ການ​ບໍ​ລິຫານການຈັດ​ສື່​ການ​ຮຽນ-ການສອນ

2.3.3. ການບໍລິຫານການຈັດສື່ການຮຽນ-ການສອນ

1 ຄວາມໝາຍຂອງການ​ບໍ​ລິຫານການຈັດ​ສື່​ການ​ຮຽນ-ການ​ສອນ

ສື່ການຮຽນ-ການສອນໝາຍເຖິງເຄື່ອງມືທີ່ນຳໃຊ້ເຂົ້າໃນການສິດສອນລວມໄປເຖິງສິ່ງທີ່ມີຊີວິດແລະສິ່ງທີ່ບໍ່ມີຊີວິດ.

ກິດຕິມາ ປຣິດິດລົກ(2532: 68)ກ່າວວ່າສື່ການສອນໝາຍເຖິງວັດຖຸ, ສິ່ງຂອງ, ເຄື່ອງມື, ເຄື່ອງໃຊ້ຕະຫຼອດເຖິງຕົວບຸກຄົນ, ວິທີການ, ສະຖານທີ່ຕ່າງໆທີ່ໃຊ້ເຂົ້າໃນການປະກອບການສອນເພື່ອໃຫ້ການຮຽນ-ການສອນໄດ້ຮັບຜົນດີ. ສື່ການສອນມີຊື່ເອີ້ນທີ່ແຕກຕ່າງກັນອອກໄປເຊັ່ນອຸປະກອນການສອນ, ອຸປະກອນການສຶກສາ, ເທັກໂນໂລຢີການສອນ, ເທັກໂນໂລຢີການສຶກສາ.

ນິລຸດ ​ຖິງນາດ (2536 : 249) ​ໄດ້​ໃຫ້​ແນວ​ຄິດ​ວ່າ​ສື່​ການ​ຮຽນ-ການ​ສອນ​ເປັນ​ວັດຖຸ ຫຼື ​​ເປັນເຄື່ອງມື​ອຸປະກອນ​ທຸກ​ຊະນິດ​ລວມທັງ​ວິທີ​ການ​ທີ່​ຜູ້​ສອນ​ນຳ​ໄປ​ໃຊ້​ໃນ​ການ​ສອນ ​ເພື່ອ​ສື່​ຄວາມໝາຍຕາມ​ຈຸດປະສົງ​ໃນ​ການຖ່າຍ​ທອດ​ຄວາມ​ຮູ້​ຂອງ​ຜູ້​ສອນ​ໄປ​ສູ່​ຜູ້​ຮຽນ.

²÷©-ê½-¸ö¤ ²ñ©ê½-©¾-¸ö¤ (2010 : 27)  ໃຫ້ຄວາມໝາຍສືການຮຽນ-ການສອນ ໝາຍເຖິງສິ່ງທີ່ໃຊ້ເປັນຕົວກາງໃນການນໍາສົ່ງຄວາມຮູ້, ທັກສະ ແລະ ເຈຕະຄະຕິໃຫ້ແກ່ ຜູ້ຮຽນ ຫຼື ເຮັດໃຫ້ຜູ້ຮຽນໄດ້ຮຽນຮູ້ຕາມວັດຖຸປະສົງ. ສື່ການຮຽນ-ການສອນອາດຈະເປັນສິ່ງໃດກໍຕາມທີ່ເປັນຕົວກາງ ນໍາສົ່ງຄວາມຮູ້ໄປສູ່ຜູ້ຮຽນຊຶງມີຜົນເຮັດໃຫ້ການຮຽນ-ການສອນ ບັນລຸເປົ້າໝາຍທີ່ຕັ້ງໄວ້ຢ່າງງ່າຍດາຍ ແລະ ວອງໄວ ເອີ້ນວ່າ ສື່ການຮຽນ-ການສອນ...

ສີສຸກ ວົງວິຈິດ (2553: 55)ກ່າວວ່າສື່ການສອນໝາຍເຖິງສິ່ງຕ່າງໆທີ່ນໍາຄວາມຮູ້ໄປສູ່ຜູ້ຮຽນຢູ່ໃນຮູບຂອງສິ່ງພິມ ແລະ ບໍ່ແມ່ນສິ່ງພິມທີ່ຜູ້ສອນສາມາດເລືອກໃຊ້ແລະສົ່ງຄວາມ​ຮູ້​ແກ່ຜູ້ຮຽນເພື່ອໃຫ້ການຮຽນ-ການສອນເປັນໄປຕາມວັດຖຸປະສົງທີ່ຕັ້ງໄວ້ຂອງແຕ່ລະວິຊາຮຽນ.

ສະຫຼຸບໄດ້ວ່າ ສື່ການຮຽນ-ການສອນໝາຍເຖິງວັດຖຸສິ່ງຂອງເຄື່ອງມື, ເຄື່ອງໃຊ້ຕະຫຼອດເຖິງຕົວບຸກຄົນ, ວິທີການ, ສະຖານທີ່ຕ່າງໆທີ່ໃຊ້ເຂົ້າໃນການປະກອບການສອນເພື່ອໃຫ້ການຮຽນ-ການສອນໄດ້ຮັບຜົນດີຫຼື ​​ເປັນເຄື່ອງມື​ອຸປະກອນ​ທຸກ​ຊະນິດ​ລວມທັງ​ວິທີ​ການ​ທີ່​ຜູ້​ສອນ​ນຳ​ໄປ​ໃຊ້​ໃນ​ການ​ຮຽນ-ການ​ສອນ ​ເພື່ອ​ສື່​ຄວາມໝາຍ ຕາມ​ຈຸດປະສົງ​ໃນ​ການຖ່າຍ​ທອດ​ຄວາມ​ຮູ້​ຂອງ​ຜູ້​ສອນ​ໄປ​ສູ່​ຜູ້​ຮຽນ.

2 ຄວາມ​ສຳຄັນ​ຂອງການ​ບໍ​ລິຫານການຈັດ​ສື່​ການ​ຮຽນ-ການ​ສອນ

ການຄຸ້ມຄອງວິຊາການ (2009: 37 ) ສື່ການຮຽນ-ການສອນ ມີຄວາມສໍາຄັນທີ່ສຸດຢູ່ໃນຊົ່ວໂມງສອນໜຶ່ງ, ມັນຊ່ວຍໃຫ້ຜູ້ຮຽນມີໂອກາດໄດ້ເຫັນວັດຖຸຕົວຈິງ ເປັນການສ້າງຄວາມສົນໃຈໃຫ້ແກ່ຜູ້ຮຽນ, ເຮັດໃຫ້ເຂົາເຈົ້າເກີດມີຄວາມຢາກຮູ້ຢາກຮຽນຫຼາຍຂື້ນ, ມີຄວາມຮັບຮູ້ໄວຂື້ນ ແລະ ຊ່ວຍໃຫ້ການຮຽນ-ການສອນມີປະສິດທິພາບສູງ.

ນົບພົງ ບຸນຈິຕຣາຄຸນ(2534:19)ໄດ້ເວົ້າວ່າການຈັດການຮຽນ-ການສອນມີຄວາມສຳຄັນຕໍ່ງານວິຊາການ. ປັດຊະຍາແລະຈຸດປະສົງຂອງການຈັດການຮຽນ-ການສອນຕ້ອງໃຫ້ຈະແຈ້ງ ເພື່ອຈະໄດ້ເປັນແນວທາງໃຫ້ບຸກຄະລາກອນໄດ້ປະຕິບັດໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້ແລະຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນຫຼັກສູດເປັນຢ່າງດີ, ມີການຈັດວິຊາຕ່າງໆໃຫ້ເໝາະສົມລວມເຖິງອຸປະກອນໃນການຮຽນ-ການສອນ, ການຈັດກິດຈະກໍາເສີມຫຼັກສູດຕະຫຼອດຈົນມີການປະເມີນຜົນການຮຽນ-ການສອນ ແລະ ການນຳຜົນການປະເມີນມາປັບປຸງໃຊ້ຕໍ່ໄປ.

ວະຣາວຸດວົງປະພາຣັດ(2549:33)ຄຸນສົມບັດຂອງສື່ກາຮຽນ-ການສອນມີຄວາມສຳ ຄັນໃນການເລືອກມາໃຊ້ໃນການຮຽນ-ການສອນສະນັ້ນ, ຈິ່ງຄິດເຖິງສິ່ງຕ່າງໆດັ່ງນີ້:

1. ຕ້ອງໄດ້ປະໂຫຍດຄຸ້ມຄ່າກັບທີ່ໄດ້ລົງທື່ນຈັດຫາ

2. ຄວາມປະຢັດຄືສ້າງຈາກວັດສະດຸລາຄາຖືກແລະຫາໄດ້ງ່າຍຕາມທ້ອງຖິ່ນ

3. ຕ້ອງມີຄວາມປານີດ, ຮຽບຮ້ອຍສວຍງາມ, ມີຄວາມໜ້າສົນໃຈແລະເຂົ້າໃຈງ່າຍ.

4. ຕ້ອງສາມາດນຳໄປປະຍຸກໃຊ້ໄດ້ກັບຫຼາຍບົດຮຽນແລະກົງກັບຈຸດໝາຍຂອງບົດຮຽນນັ້ນ.

5. ຕ້ອງໃຫ້ກົງກັບເນື້ອຫາແລະກິດຈະກຳການຮຽນ-ການສອນ

6. ມີຂະໜາດແລະຈຳນວນພໍເໝາະກັບຈຳນວນຂອງຜູ້ຮຽນ

7. ຕ້ອງເໝາະສົມກັບໄວຄວາມຕ້ອງການແລະລະດັບຊັ້ນຂອງນັກຮຽນ

8. ມີຄວາມທົນຮັກສາໄວ້ໄດ້ດົນແລະຄຸ້ມຄ່າກັບແຮງງານ

  1. ຜູ້ສອນແລະຜູ້ຮຽນຄວນວາງແຜນຮ່ວມກັນແລະຊ່ວຍກັນເຮັດ

ສົນສິດ ເຂດຄາມ(2545:21)ໄດ້ກ່າວເຖິງການຈັດການຮຽນ-ການສອນຜູ້ບໍລິຫານໂຮງຮຽນຕ້ອງຍຶດຖືການຈັດການຮຽນ-ການສອນຕາມແນວທາງຂອງຫຼັກສູດເຊິ່ງມຸງໃຫ້ນັກຮຽນໄດ້ປະຕິບັດຕົວຈິງ, ຮູ້ຈັກແກ້ໄຂບັນຫາຕ່າງໆໂດຍຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງມີຄວາມເຂົ້າໃຈຈຸດມຸ້ງໝາຍໂຄງສ້າງຂອງຫຼັກສູດ. ສີ່ງສຳຄັນຄືຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ, ຊຸມຊົນ ແລະ ນັກຮຽນ. ເພື່ອໃຫ້ນັກຮຽນຮູ້ຈັກຄິດ, ຮູ້ຈັກເຮັດແລະນຳຄວາມຮູ້ໄປໃຊ້ໃຫ້ເກີດປະໂຫຍດໃນການດຳລົງຊີວິດໄດ້ຢ່າງມີຄວາມສຸກໃນສັງຄົມ.

ສະຫຼຸບວ່າການຈັດການຮຽນ-ການສອນແມ່ນມີຄວາມສຳຄັນຕໍ່ງານວິຊາການເຊິ່ງເປັນການຈັດກິດຈະກຳເສີມຫຼັກສູດຕະຫຼອດຈົນມີການປະເມີນຜົນການຮຽນ-ການສອນແລະການນຳຜົນການປະເມີນມາປັບປຸງໃຊ້ຕໍ່ໄປ. ສິ່ງສຳຄັນຄືຜູ້ບໍລິຫານສະຖານສຶກສາແລະຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ,ຊຸມຊົນແລະນັກຮຽນ. ເພື່ອໃຫ້ນັກຮຽນຮູ້ຈັກຄິດ, ຮູ້ຈັກເຮັດແລະນຳຄວາມຮູ້ໄປໃຊ້ໃຫ້ເກີດປະໂຫຍດໃນການດຳລົງຊີວິດໄດ້ຢ່າງມີຄວາມສຸກໃນສັງຄົມ.

2.3.4. ການ​ບໍລິຫານ​ການ​ວັດ ​ແລະ ປະ​ເມີນ​ຜົນ

1 ຄວາມໝາຍຂອງການວັດ ແລະ ປະເມີນຜົນ

ຄູ່ມື ສໍາລັບຜູ້ບໍລິຫານການສຶກສາ (1997 : 32 )ການວັດ ແລະ ປະເມີນຜົນ ແມ່ນການສອບເສັງເພື່ອຕີລາຄາການຮໍ່າຮຽນຂອງນັກຮຽນຕ້ອງປະຕິບັດຕາມການປະເມີນຜົນແບບຕໍ່ເນື່ອງ ແລະ ແບບລວມຜົນຄວບຄູ່ກັນໄປ, ເພື່ອໃຫ້ຄູ່ໄດ້ໂອກາດຊຸກຍູ້ຊ່ວຍເຫຼືອໃນການຮຽນຂອງນັກຮຽນຢ່າງຕໍ່ເນື່ອງ, ເປັນປົກກະຕິ, ບໍເລັ່ງໃສ່ແຕ່ການສອບເສັງທ້າຍປີຮຽນ ທັງນີ້ເພື່ອແນ່ໃສການຫຼຸດຜ່ອນການຄ້າງຫ້ອງ ຊຶ່ງເປັນຕົ້ນເຫດຂອງການປະລະການຮຽນ.

ທໍາຣົງ ບົວ​ສີ (2532 : 227) ໄດ້​ກ່າວ​ວ່າ ການ​ວັດ​ຜົນ​ ແລະ​ ການ​ປະ​ເມີນ​ຜົນເປັນຂະ​ບວນ​ການ​ທີ່​ແຕກ​ຕ່າງ​ກັນ​ແຕ່​ຕໍ່​ເນື່ອງ​ສຳພັນ​ກັນ ກ່າວ​ຄື ການ​ວັດ​ຜົນ​ເປັນ​ຂະ​ບວນ​ການ​ທີ່​ໄດ້​ມາ​ຊຶ່ງຕົວ​ເລກ ໂດຍ​ອາໄສ​ເຄື່ອງ​ມື​ຫລື​ວິທີ​ການ​ຕ່າງ ໆ ເຊັ່ນ ການ​ສັງເກດການ​ກວດ​ຜົນ​ງານ ການ​ສຳພາດ ແລະ ການ​ໃຊ້​ແບບ​ທົດສອບ ສ່ວນ​ການ​ປະ​ເມີນ​ຜົນ​ເປັນ​ຂະ​ບວນ​ການ​ທີ່​ນຳ​ເອົາ​ຜົນ​ຂອງ​ການ​ວັດ​ມາ​ພິຈາລະ

ນາປຽບທຽບ​ກັບ​ເກນ​ມາດຕະຖານ​ຢ່າງ​ໃດ​ຢ່າງ​ໜຶ່ງ ແລ້ວ​ຕັດ​ສິນ​ຕາມ​ເກນ​ທີ່​ຕັ້ງ​ໄວ້ສອດ​ຄ້ອງ​ກັນ

ສຸ​ນີ ພູພັນ (2546 : 49) ໄດ້​ກ່າວເຖິງ ການ​ວັດ​ຜົນ ​ແລະ ​ປະ​ເມີນ​ຜົນ​ການສຶກສາ ວ່າ​ເປັນ​ວຽກງານ​ທີ່ກ່ຽວ​ຂ້ອງ​ກັບ​ການ​ກຳນົດ​ວິທີ​ການ ​ແລະ ​ເຄື່ອງ​ມື​ທີ່​ຈະ​ໃຊ້​ໃນ​ການ​ວັດ ​ແລະ​ ປະ​ເມີນ​ຜົນ​ການ​ຮຽນ​ຮູ້ ໂດຍ​ມີ​ການ​ຈັດປະ​ຊຸມ​ຊີ້​ແຈງ​ການ​ກຳນົດ​ແນວ​ທາງ​ການ​ວັດ ​ແລະ​ ປະ​ເມີນ​ຜົນ ຊຶ່ງ​ເນັ້ນ​ການ​ວັດ ​ແລະ​  ປະ​ເມີນ​ຜົນ​ຕາມ​ສະພາບ​ຈິງ ແລະ ​ມີ​ການ​ກຳ​ກັບ​ຕິດ​ຕາມ​ການ​ວັດ​ແລະ​ປະ​ເມີນ​ຜົນ​ໃຫ້ເປັນ​ໄປ​ຕາມ​ວັດ​ຖຸ​ປະສົງ​ທີ່​ກຳນົດ​ໄວ້

ກາດແກ້ວ ເຮື່ອງວິໄລ (2010 : 8)ໄດ້ສະຫຼຸບວ່າ ການວັດ ແລະ ການປະເມີນຜົນການສອນເປັນການກວດສອບພັດທະນາການຮຽນຮູ້ຂອງຜູ້ຮຽນໂດຍການຕັດສິນໃຈຂອງຜູ້ສອນພາຍ ໃຕ້ເກນທີ່ກໍານົດໄວ້, ເຊິ່ງໃນການວັດ ແລະ ປະເມີນຜົນການຮຽນ-ການສອນອາຊິວະສຶກສາລວມມີການວັດ ແລະ ການປະເມີນຜົນການຮຽນ-ການສອນພາກທິດສະດີທີ່ຜູ້ສອນໃຊ້ວັດ ແລະ ປະເມີນຜົນການຮຽນຂອງນັກຮຽນຢ່າງຫຼາກຫຼາຍເຊັ່ນ ການວັດ ແລະ ການປະເມີນຜົນໂດຍການສັງເກດພຶດຕິກຳ, ການສຳພາດ, ກວດສອບວຽກບ້ານ ແລະ ແຟມສະສົມຜົນງານຂອງນັກຮຽນ, ວັດຜົນດ້ວຍການໃຫ້ນັກຮຽນເຮັດບົດທົດສອບໃນຫຼາຍຮູບແບບ ແລະ ເປັນໄລຍະຄື ລະຫວ່າງກາງພາກຮຽນ ແລະ ທ້າຍພາກຮຽນ. ປະເມີນຄວາມສົນໃຈ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບໃນການຮຽນຂອງນັກຮຽນແລ້ວນຳຜົນການວັດ ແລະ ປະເມີນຜົນມາໃຊ້ເຂົ້າໃນການປັບປຸງແກ້ໄຂທາງດ້ານການສອນຂອງຕົນ. ມີການວັດ ແລະ ການປະເມີນຜົນການສອນພາກປະຕິບັດທີ່ຜູ້ສອນໃຊ້ວັດ ແລະ ປະເມີນຜົນການປະຕິບັດຂອງນັກຮຽນໃນດ້ານຄວາມຕັ້ງໃຈ, ໃນດ້ານການປະຕິບັດໜ້າວຽກຂອງນັກຮຽນ, ການສົ່ງວຽກບ້ານຕາມເວລາ, ວັດ ແລະ ປະເມີນ ຜົນຜະລິດທີ່ນັກຮຽນເຮັດໄດ້ແລ້ວນຳຜົນການວັດ ແລະ ປະເມີນຜົນມາໃຊ້ເຂົ້າໃນການປັບປຸງແກ້ໄຂໃນການນຳພານັກຮຽນປະຕິບັດວຽກໃຫ້ສຳເລັດດີຂຶ້ນ.

ສົມບັດສຸວັນພິທັກ(2541:26)ການປະເມີນໝາຍເຖິງ ຂະບວນການຮວບຮວມຂໍ້ມູນ, ການວິເຄາະຂໍ້ມູນແລະການເຮັດລາຍງານສະຫຼຸບ ເພື່ອໃຊ້ປະກອບການຕັດສິນໃຈດຳເນີນວຽກງານໃຫ້ເກີດປະສິດທິພາບແລະປະສິດທິຜົນຫຼາຍຂຶ້ນ.

ຄໍາຫລ້າ ອຸດົມສິນ (2010 : 8)ໄດ້ສະຫຼຸບວ່າ ດ້ານການວັດ ແລະ ປະເມີນຜົນການຮຽນ-ການສອນໝາຍເຖິງການດຳເນີນກິດຈະກຳເພື່ອຢັ່ງ​​ເບິ່ງລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈຂອງຜູ້ຮຽນ ເພື່ອປັບປຸງການຮຽນ-ການສອນ ຕາມທີ່ກຳນົດໄວ້ໃນຫຼັກສູດປະກອບມີການຈັດຕາຕະລາງ ແລະ ການຈັດຕັ້ງສອບເສັງພາກ ແລະ ທ້າຍປີ, ການສຸມຜົນການຕັດສິນຂອງນັກຮຽນ, ການສະຫຼຸບ ແລະ ການວາງແຜນການປະຊຸມທາງວິຊາການ, ກຳນົດນະໂຍບາຍການວັດ ແລະ ປະເມີນຜົນ, ການສົ່ງເສີມໃຫ້ຄູໃຊ້ເຕັກນິກການວັດຜົນແບບຕ່າງໆໃຫ້ເໝາະສົມກັບຜູ້ຮຽນ, ການສົ່ງເສີມການປະເມີນຈາກສະພາບຕົວຈິງ, ການປະເມີນໂດຍໃຊ້ແຟມສະສົມຜົນງານການປະເມີນໃຊ້ແບບທົດສອບມາດຖານ ແລະ ການນຳຜົນການວັດຜົນປະເມີີນຜົນມາພັດທະນາປັບປຸງການຈັດການຮຽນ-ການສອນ ແລະ ແຈ້ງຜົນການປະເມີນໃຫ້ຜູ້ປົກຄອງຮັບຮູ້.

ສະຫຼຸບການວັດ ແລະ ການປະເມີນຜົນການຮຽນ-ການສອນເປັນການກວດສອບພັດທະນາການຮຽນຮູ້ຂອງຜູ້ຮຽນໂດຍການຕັດສິນໃຈຂອງຜູ້ສອນພາຍໃຕ້ເກນທີ່ກໍານົດໄວ້.ການ​ວັດ​ຜົນ​ ແລະ​ ການ​ປະ​ເມີນ​ຜົນເປັນຂະບວນ​ການ​ທີ່​ແຕກ​ຕ່າງ​ກັນ​ແຕ່​ຕໍ່​ເນື່ອງ​ສຳພັນ​ກັນ.

2 ຫຼັກການຂອງການວັດ ແລະ ປະເມີນຜົົນ.

   ການວັດ ແລະ ປະເມີນຜົນການຮຽນ ແມ່ນອົງປະກອບທີ່ສໍາຄັນຂອງການຮຽນ-ການສອນທີ່ຈະຊ່ວຍໃຫ້ການຮຽນຮູ້ຂອງນັກຮຽນເປັນໄປຢ່າງມີປະສິດທິພາບ ແລະ ເປັນຂະບວນການທີ່ກວດສອບໄດ້ວ່ານັກຮຽນໄດ້ຮຽນຮູ້ເຖິງຈຸດໝາຍປາຍທາງຕາມທີ່ຫຼັກສູດຕ້ອງການ ຫຼື ບໍ່ ຜົນການວັດ ແລະ ປະເມີນຜົນ ຈະຊ່ວຍເປັນຂໍ້ມູນໃຫ້ຄູຜູ້ສອນນໍາໄປພິຈາລະນາຫາວິທີແກ້ໄຂຈຸດອ່ອນ ແລະ ຂໍ້ບົກໃນດ້ານຕ່າງໆ ດັ່ງນັ້ນ ຜູ້ຄຸ້ມຄອງໂຮງຮຽນວິຊາຊີບ ຈະຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນຫຼັກການວັດ ແລະ ປະເມີນຜົົນ ເພາະວຽກງານດັ່ງກ່າວນີ້ມີຄວາມສໍາຄັນຢ່າງແທ້ຈິງ.

ປຣີຍາພອນ ວົງອະນຸໂຣດ (1992 : 200-201) ໄດ້ໃຫ້ລາຍລະອຽດຂອງການວັດ ແລະ ປະເມີນຜົນ ເພາະມີສ່ວນກ່ຽວຂ້ອງໂດຍກົງກັບໜ້າທີຄວາມຮັບພິດຊອບຂອງຜູ້ບໍລິຫານໃນສະຖານສຶກສາ, ຊຶ່ງຈະຕ້ອງໄດ້ປະຕິບັດໃນການວັດ ແລະ ປະເມີນຜົນເປັນຫຼັກ ດັ່ງນີ້:

1) ກໍານົດນະໂຍບາຍທົ່ວໄປກ່ຽວກັບການວັດ ແລະ ປະເມີນຜົນການຮຽນ-ການສອນ

ເຊັ່ນ:

(1) ປະ​ເພດ​ຂໍ້​ສອບ​ທີ​ຈະ​ໃຊ້​ໃນ​ການ​ວັດ.

(2)​ ໄລຍະ​ເວ​ລາ​ທີ່​ຈະ​ໃຊ້​ໃນ​ການ​ທົດ​ສອບ, ຈໍານວນ​ຄັ້ງ​ທີ່​ສອບ ​ແລະ ການ​ເກັບ​ຄະ​

ແນນ​ສອບ​ແຕ່​ລະ​ຄັ້ງ.

(3) ມາດຕະຖານ​ໃນ​ການ​ວັດ​ຜົນ.

(4) ການກຽມ​ແບບ​ຟອມສໍາລັບ​ການ​ລາຍ​ງານ​ຜົນ​ການ​ສອບ​ແກ່​ຜູ້​ປົກຄອງ.

2) ຈັດ​ຫາ​ວັດ​ສະດຸ​ອຸປະກອນ, ​ເຄື່ອງມື​ເຄື່ອງ​ໃຊ້​ທີ່​ຈໍາ​ເປັນ​ໃນ​ການ​ສອນ​ເຊັ່ນ ​ເຄື່ອງ

ພິມ, ​ເຄື່ອງ​ໂລ​ນຽວ, ​ເຄື່ອງ​ອື່ນໆທີ່​ຈໍາ​ເປັນ​ຕະຫຼອດ​ເຖິງ​ເຈົ້າໜ້າທີ່​ໃຫ້​ຄວາມ​ສະດວກ.

3)ພະຍາຍາມ​ສົ່ງ​ເສີມ​ຄູ​ອາຈານ​ໃຫ້​ມີ​ຄວາມ​ຮູ້​ທາງ​ການ​ວັດ ​ແລະປະ​ເມີນ​ຜົນ​ທາງ​ດ້ານ​ການ​ຮຽນ-ການ​ສອນ​ໂດຍ​ທີ່​ມີ​ການ​ຈັດການ​ຝຶກ​ອົບຮົມ, ການ​ປະຊຸມ​ແບບ​ປະຕິບັດ​ການ, ດ້ານ​ເທັກ​ນິກການ​ອອກ​ຂໍ້​ສອບ, ການ​ໃຫ້​ຄະ​ແນນ​ການ​ປະ​ເມີນ​ຜົນ​ຂໍ້​ສອບ ​ແລະການ​ລາຍ​ງານ​ຜົນ​ຂໍ້​ສອບ.

4)ການຈັດ​ຕາຕະລາງ​ສອບ, ຫ້ອງ​ທີ່ຈະ​ສອບ, ລະບຽບການ​ສອບ ​ແລະການ​ຄວບ​ຄຸມ.

5)ຄວນ​ມີ​ການ​ປະ​ເມີນ​ຜົນ​ການ​ຮຽນ-ການ​ສອນຫຼືສະ​ເໜີ​ແນວທາງ​ການ​ນໍາ​ໄປ​ປັບປຸງ​ໃຊ້​ໃນ​ຂັ້ນ​ຕໍ່​ໄປ.

​ແພງ​ເສີຍ​ ທິບພິລາດ,ກອງແກ້ວ ສີສົມພູ​ແລະສົມສະນິດ ວົງຄໍາຈັນ (ປີ2012:57)ສະຫຼຸບວ່າ: ການ​ວັດ ​ແລະປະ​ເມີນ​ຜົນ​ການ​ຮຽນ-ການສອນ​ເປັນ​ຂະ​ບວນການ​ເພື່ອ​ສືບ​ຄົ້ນ​ໃຫ້​ຮູ້​ເຖິງ​ພື້ນຖານ​ຄວາມ​ຮູ້​ຂອງ​ຜູ້​ຮຽນ, ​ເພື່ອ​ນໍາ​ໄປ​ປັບປຸງ​ແກ້​ໄຂ. ດັ່ງ​ນັ້ນ, ການ​ວັດ ​ແລະປະ​ເມີນ​ຜົນ​ການ​ຮຽນ-ການສອນ​ ເປັນ​ກິດຈະ​ກໍາ​ທາງ​ວິຊາ​ການ, ​ຊຶ່ງ​ຜົນຂອງ​ການ​ຮຽນ-ການ​ສອນ​ຈະ​ໄດ້​ດີຫຼືບໍນັ້ນ​ອາດ​ຈະ​ຮັບ​ຮູ້ຈາກ​ການ​ວັດ ​ແລະປະ​ເມີນ​ຜົນ. ນອກຈາກ​ນັ້ນ, ຍັງ​ເປັນ​ການ​ສົ່ງ​ເສີມ​ໃຫ້ການ​ສະໜັບສະໜູູນ​ໃຫ້​ຜູ້​ບໍລິຫານ ​ແລະອາຈານ​ສອນ​ໄດ້​ຮ່ວມ​ມື​ກັນ​ສ້າງ ​ແລະປັບປຸງ​ເຄື່ອງມື​ດ້ານ​ຕ່າງໆ ​ໃຫ້​ມີ​ມາດຕະຖານ, ພ້ອມ​ທັງ​ມີ​ການ​ຕິດຕາມ​ກວດ​ສອບ​ເຄື່ອງ​ມື​ຂອງ​ການ​ວັດ ​ແລະປະ​ເມີນ​ຜົນ​ເປັນ​ປົກກະຕິ, ມີ​ການວິ​ເຄາະ​ຜົນ​ສໍາ​ເລັດ​ທາງ​ດ້ານ​ການ​ຮຽນ-ການ​ສອນ​ຂອງຄູ​ອາຈານ ​ແລະນັກສຶກສາ.

ກາດ​ແກ້ວ ​ເຮືອງ​ວິ​ໄລ (2010 : 54) ​ເວົ້າ​ເຖິງຫຼັກການ​ວັດ ​ແລະ ປະ​ເມີນ​ຜົນ​ການ​ຮຽນ-ການ​ສອນ​ຕ້ອງ​ຍຶດຖື​ການ​ຕົກລົງ​ຂອງ​ລັດຖະບານ​ກ່ຽວກັບ​ການ​ໃຫ້​ຄະ​ແນນ, ກໍານົດ​ເກຣດ ​ແລະ ການ​ຄິດ​ໄລ​ຄ່າ​ລະດັບ ຖ້າ​ຢາກ​ປະຕິບັດ​ຜົນ​ການ​ຮຽນ-ການ​ສອນ​ໄດ້​ດີ​ຕ້ອງ​ປະຕິບັດ​ຕາມຫຼັກການ​ດັ່ງ​ລຸ່ມ​ນີ້:

  1. ປະ​ເມີນ​ຜົນ​ການ​ຮຽນຮູ້ ດ້ານ​ພຸດ​ທະວິ​ໄສ, ​ເພື່ອ​ພັດທະນາ​ຜູ້​ຮຽນ​ໃຫ້​ບັນລຸ​ເຖິງ​ຄວາມ

ຮູ້ ​ແລະ ຄວາມ​ສາມາດ ຕາມ​ມາດຕະຖານ​ທີ່​ກໍານົດ​ໄວ້.

  1. ຕ້ອງ​ປະ​ເມີນ​ຜົນ​ການ​ຮຽນຮູ້ ດ້ານ​ຈິດ​ຕະພິ​ໄສ ນັ້ນ​ເພື່ອ​ເນັ້ນ​ເຖິງ​ຄຸນ​ລັກ​ສະ​ນະ, ການ​

ເຫັນ​ຄຸນຄ່າ​ໃນ​ການ​ຮຽນຂອງ​ຜູ້​ຮຽນ.

  1. ຕ້ອງ​ປະ​ເມີນ​ການ​ຮຽນຮູ້​ດ້ານ​ທັກ​ສະ​ພິ​ໄສ​ເພື່ອ​ເນັ້ນ​ເຖິງ​ການ​ປະຕິບັດ​ຕົວ​ຈິງ​ທີ່​ຖືກຕ້ອງ​

ຕາມ​ຂັ້ນ​ຕອນ​ວິທີ​ພ້ອມ​ກັບ​ການ​ໃຊ້​ເວລາ​ໜ້ອຍ ​ແຕ່​ມີ​ຜົນ​ສໍາ​ເລັດ​ດີ​ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບ.

  1. ຕ້ອງ​ແຈ້ງ​ຂໍ້​ມູນ​ກ່ຽວກັບ​ການ​ປະ​ເມີນ​ຜົນ​ການ​ປະ​ເມີນ​ໃຫ້​ແກ່​ຜູ້​ຮຽນ ​ເພື່ອ​ໃຫ້​ຜູ້​ຮຽນ​ແຕ່ລະ​

ຄົນ​ໄດ້​ຮູ້ຈັກ​ຕົນ​ເອງ ​ເຫັນ​ແນວທາງ​ທີ່​ຈະ​ປັບປຸງ​ຕົນ​ເອງ​ໃຫ້​ດີ​ຂື້ນ ​ແລະ ​ເນັ້ນ​ຄວາມ​ເພິ່ງ​ພໍ​ໃຈ​ໃນ​ສະ

ພາບ​ຂອງ​ຕົນ​ເອງ.

  1. ບໍ່​ແຍກ​ຂະ​ບວນການວັດ ​ແລະປະ​ເມີນ​ຜົນ​ອອກ​ຈາກ​ການຮຽນ-ການ​ສອນ.
  2. ຕ້ອງ​ດໍາ​ເນີນ​ຜົນ​ການ​ວັດ ​ແລະ​ ປະ​ເມີນ​ຜົນມາ​ປັບປຸງ​ການ​ສອນ​ຂອງ​ຄູ ​ເພື່ອ​ຄວາມ​ສໍາ​

ເລັດ​ຕາມ​ເປົ້າໝາຍຂອງຫຼັກສູດ.

ສົມນືກ ພັດທິທະນີ (2541 : 16) ໄດ້ກ່າວເຖິງຫຼັກການໃນການວັດ ແລະ ປະເມີນຜົນການສຶກສາວ່າການວັດປະເມີນຜົນການສຶກສາຈະມີປະສິດທິພາບພຽງໃດ ສ່ວນໜຶ່ງແມ່ນຂື້ນຢູ່່ກັບການວັດ ແລະ ປະເມີນຜົນ ຫຼື ວິທີການວັດ ແລະ ປະເມີນຜົນ, ຫາກບໍມີຫຼັກການໃນການວັດແທກແລ້ວກໍບໍ່ສາມາດວັດແທກພຶດຕິກໍາຕາມທີ່ຕ້ອງການໄດ້ ຫຼື ຕ້ອງການວັດແທກສິງໃດສິ່ງໜຶ່ງແຕ່ໄດ້ຜົນອອກມາເປັນສິ່ງໜຶ່ງ ດັ່ງນັ້ນ ການວັດຜົນທີດີຕ້ອງຢຶດຫຼັກການວັດຜົນເບື້ອ້ງຕົ້ນດັ່ງລຸ່ມນີ້:

  1. ຕ້ອງວັດໃຫ້ກົງກັບຈຸດໝາຍຂອງການຮຽນ-ການສອນ, ການວັດຜົນເປັນສິ່ງທີ່ກວດສອບ

ຜົນຈາກການສອນຂອງຄູ ວ່ານັກຮຽນມີພຶດຕິກໍາຕາມທີ່ໄດ້ກໍານົດໄວ້ໃນຈຸດມຸ້ງໝາຍການສອນໜ້ອຍຫຼາຍປານໃດ, ຖ້າວັດຜົນໂດຍທີ່ບໍ່ຍຶດຈຸດໝາຍຂອງການຮຽນການສອນເປັນຫຼັກ ກໍຈະບໍໄດ້ຮັບຜົນປະໂຫຍດ, ຈະບໍ່ຮູ້ເຖິງການພັດທະນາຂອງນັກຮຽນວ່າບັນລຸເປົ້າໝາຍຕາມຈຸດປະສົງທີ່ວ່າງໄວ້ໃນຫຼັກສູດ ຫຼື ບໍ່.

2. ເລືອກໃຊ້ເຄື່ອງມືວັດຜົນທີ່ດີ ແລະ ເໝາະສົມການວັດຜົນການສຶກສາ,ເປັນການວັດຜົນທາງສັງຄົມສາດ ຊຶ່ງເປັນສິງທີ່ບໍ່ຄົງທີ່ແນ່ນອນຄືກັບການວັດທາງກາຍຍະພາບ ຫຼື ທາງວິທະຍາ

ສາດ. ດັ່ງນັ້ນ, ຄູສອນຕ້ອງພະຍາຍາມເລືອກໃຊ້ເຄື່ອງມືວັດຜົນ ທີ່ມີຄຸນນະພາບດີ ເພື່ອໃຫ້ຜົນ

ອອກມາຖຶກຕ້ອງແນ່ນອນ ແລະ ເຊື່ອຖືໄດ້ເທົ່າທີຈະຫຼາຍໄດ້, ນອກນີ້ຕ້ອງພະຍາຍາມໃຊ້ເຄື່ອງມືວັດຜົນຫຼາຍໆຢ່າງເພື່ອຊ່ວຍໃຫ້ການວັດຜົນຂອງຄູສົມບູນຂື້ນ.

3. ລະວັງຄວາມຄາດເຄື່ອນ ຫຼື ຄວາມພິດພາດຂອງການວັດຜົນ ເມື່ອໃຊ້ເຄື່ອງມືຊະນິດໃດຕ້ອງລະວັງຄວາມບົກຜ່ອງຂອງເຄື່ອງມື, ວິທີ່ການວັດຜົນຂອງຄູຕ້ອງມີຄວາມໜ້າສົນໃຈ ຫຼື ຝຶກຫັດທັກສະໃນການວັດຢູ່ສະເໝີຈຶ່ງຈະແກ້ໄຂ ແລະ ປ້ອງກັນຂໍ້ບົກຜ່ອງນີ້ໄດ້.

4. ເມື່ອໄດ້ຜົນການວັດອອກມາແລ້ວເຊັ່ນ: ຄະແນນທີ່ໄດ້ມາຈາກການສອບເສັງຂອງຄູຕ້ອງນໍາໄປປະເມີນຜົນຈຶ່ງຈະຊ່ວຍໃຫ້ການວັດຜົນມີຄວາມໝາຍ ແລະ ໃນການປະເມີນຜົນນັ້ນ, ເກນທີ່ໃຊ້ເປັນສິງສໍາຄັນທີ່ສຸດຕ້ອງແປຜົນ ໃຫ້ຖືກຕ້ອງສົມເຫດສົມຜົນ ແລະ ມີຄວາມຍຸດຕິທໍາການວັດຜົນ ແລະ ປະເມີນຜົນຈຶ່ງເກີດປະໂຫຍດດທີ່ດີໄດ້.

5. ໃຊ້ຜົນການວັດໃຫ້ຄຸ້ມຄ່າ ການວັດຜົນທີ່ດີໄດ້ເນັ້ນເຖິງປະເດັນທີ່ນັກຮຽນຈໍາເນື້ອໃນໄດ້ໜ້ອຍຫຼາຍພຽງໃດ ຫຼື ໄດ້ຄະແນນຢູ່ລະດັບໃດເທົ່ານັ້ັ້ນ. ຈຸດປະສົງສໍາຄັນຂອງການວັດຜົນຄື ເພື່ອຄົ້ນຫາ ແລະ ພັດທະນາສະຖານະພາບຂອງຜູ້ຮຽນ,ຕ້ອງພະຍາຍາມຄົ້ນຫາຜູ້ຮຽນແຕ່ລະຄົນ

ວ່າ ເກັ່ງ-ອ່ອນ ໃນດ້ານໃດ ແລະ ຫາທາງປັບປຸບແກ້ໄຂແຕ່ລະຄົນໃຫ້ດີຂື້ນພ້ອມທັງຫຫາວິທີປັບ

ປຸງການສອນຂອງຄູໃຫ້ມີປະສິດທິພາບສູງຂື້ນ.

ໂຣນເມສແລະວິນເນ, 1989 (ອ້າງໃນ ຄໍາຜົງ ພະເມືອງ 2010 : 23 )ກ່າວວ່າຈຸດປະສົງຂອງການວັດປະເມີນຜົນເພື່ອຄົ້ນຫາສິ່ງທີ່ນັກຮຽນໄດ້ຮຽນຮູ້ມາເພື່ອຊ່ວຍໃນການສອນຊຶ່ງອາດຈະໝາຍເຖິງການສັງເກດພຶດຕິກຳຂອງນັກຮຽນໃນລະຫວ່າງຮຽນວ່າເຂົາມີຄວາມສົນໃຈຫຼືບໍ່, ຫຼືລວມເຖິງການທົດສອບກ່ອນເຂົ້າຮຽນແລະທົດສອບຫຼັງຈາກຮຽນໄປແລ້ວ ແລະ ການທົດສອບລະຫວ່າງກຳລັງຮຽນ.

ຈຸດປະສົງຂອງການວັດນັ້ນເປັນການກວດສອບຂອງຄູອາຈານ ແລະ ການຮຽນຂອງນັກຮຽນນັກສຶກສາໃນດ້ານການຮຽນຮູ້3ດ້ານຄື:

1)ດ້ານຄວາມຮູ້ຄວາມເຂົ້າໃຈ.

2)ດ້ານທັກສະປະຕິບັດ.

3)ດ້ານເຈດຕະຄະຕິ.

ຈາກຈຸດປະສົງທັງ3ດ້ານສີ່ງທີ່ຈະນຳໄປວັດຜົນການຮຽນຮູ້ຂອງນັກຮຽນມີດັ່ງນີ້:

(1)ນັກຮຽນນັກສຶກສາມີຄວາມຮູ້ຄວາມເຂົ້າໃຈໃນເນື້ອຫາກັບວິຊາເທົ່າໃດ.

(2)ນັກຮຽນນັກສຶກສາມີຄວາມສາມາດໃນການຄິດຫາເຫດຜົນເທົ່າໃດ.

(3)ນັກຮຽນນັກສຶກສາມີຄວາມສາມາດໃນການວິເຄາະແລະສ້າງສັນເທົ່າໃດ.

(4)ນັກຮຽນນັກສຶກສາມີຄວາມສາມາດໃນການປະຕິບັດເທົ່າໃດ.

(5)ນັກຮຽນນັກສຶກສາສາມາດປະຍຸກໃຊ້ຄວາມຮູ້ຫຼືບໍ່.

(6)ຄູອາຈານມີຂອບເຂດໃນການຈັດລະບົບການຮຽນການສອນຫຼື ບໍ່.

ສະຫຼຸບວ່າຫຼັກການ​ວັດ ​ແລະ ປະ​ເມີນ​ຜົນ​ການ​ຮຽນ-ການສອນ​ເປັນ​ຂະ​ບວນການ​ເພື່ອ​ສືບ​ຄົ້ນ​ໃຫ້​ຮູ້​ເຖິງ​ພື້ນຖານ​ຄວາມ​ຮູ້​ຂອງ​ຜູ້​ຮຽນ.ການວັດ ແລະ ປະເມີນຜົນ ເພື່ອຄົ້ນຫາ ແລະ ພັດທະນາສະຖານະພາບຂອງຜູ້ຮຽນ, ຕ້ອງພະຍາຍາມຄົ້ນຫາຜູ້ຮຽນແຕ່ລະຄົນເກັ່ງ-ອ່ອນ ໃນດ້ານໃດ ແລະ ຫາທາງປັບປຸບແກ້ໄຂແຕ່ລະຄົນໃຫ້ດີຂື້ນພ້ອມທັງຫຫາວິທີປັບປຸງການສອນຂອງຄູໃຫ້ມີປະສິດທິພາບສູງຂື້ນ.

3 ຂັ້ນຕອນຂອງການວັດ ແລະ ປະເມີນຜົນ

ອານຸສັກ ສະມິດສັນ (2540:248)ກ່າວວ່າການວັດແລະການປະເມີນຜົນເປັນຂະບວນການຕໍ່ເນື່ອງຂອງການຮຽນ-ການສອນ,ການວັດແລະການປະມີນຜົນການຮຽນ-ການສອນຈິ່ງສາມາດແບ່ງອອກເປັນ5ຂັ້ນຕອນດັ່ງນີ້:

1. ການກຳນົດຈຸດປະສົງໃນການວັດແລະປະເມີນຜົນການຮຽນກ່ອນທີ່ຈະວັດແລະປະເມີນຜົນການຮຽນຂອງຜູ້ຮຽນ, ຄູຜູ້ສອນຄວນກຳນົດຈຸດປະສົງກ່ອນວ່າຈະວັດອັນໃດ, ວັດພຽງໃດແລະວັດເພື່ອຫຍັງເຊິ່ງການກຳນົດຈຸດປະສົງໃນການວັດແລະການປະເມີນຜົນການຮຽນຄວນໃຫ້ສອດຄ່ອງກັບຈຸດປະສົງໃນການສອນເພາະການສອນແລະການວັດການປະເມີນຜົນເປັນກິດຈະກຳທີ່ຕໍ່ເນື່ອງກັນ. ດັ່ງນັ້ນ, ເມື່ອຈຸດປະສົງໃນການສອນຊ່ວຍໃຫ້ຄູມີເປົ້າໜາຍໃນການສອນຊັດເຈນຈຶ່ງເປັນປະໂຫຍດຕໍ່ການວັດແລະການປະເມີນຜົນອີກດ້ວຍ.

2. ການເລືອກແລະການສ້າງເຄື່ອງມືເມື່ອຮູ້ວ່າການວັດແລະການປະເມີນຜົນຄັ້ງນີ້ມີຈຸດ ໜາຍແນວໃດແລະຕ້ອງການວັດຄຸນລັກສະນະຫຼືພຶດຕິກຳຂອງຜູ້ຮຽນຂັ້ນຕໍ່ໄປກໍພິຈາລະນາວ່າໃນການວັດຄຸນລັກສະນະຫຼືພຶດຕິກຳທີ່ກຳນົດນຶ່ງວັນນັ້ນການໃຊ້ເຄື່ອງມືແບບໃດຈຶ່ງຈະວັດໄດ້ຕາມຄວາມຕ້ອງການຢ່າງຄົບຖ້ວນເພາະເຄື່ອງມືໃນການວັດມີຢ່າງຫຼວງຫຼາຍບາງຢ່າງກໍເໝາະສົມກັບການວັດພຶດຕິກຳບາງຊະນິດການວັດແຕ່ລະດ້ານ ຈິ່ງຕ້ອງເລືອກເຄື່ອງມືໃຫ້ເໝາະສົມຫຼືອາດຈະຕ້ອງໃຊ້ເຄື່ອງມືຫຼາຍໆຊະນິດປະກອບກັນເພື່ອວັດພຶດຕິກຳດ້ານຕ່າງໆຄົບທຸກດ້ານຕາມຈຸດປະສົງ.

3. ການນຳເຄື່ອງມືໄປທົດສອບກັບຜູ້ຮຽນຄູຜູ້ສອນຫຼືຜູ້ຄວບຄຸມການສອບເສັງຄວນວັດກຽມສະພາບແວດລ້ອມໃຫ້ເໜາະສົມເພື່ອໃຫ້ນັກຮຽນແກ້ຂໍ້ສອບເສັງຫຼືແກ້ບັນຫາໄດ້ຢ່າງເຕັມຄວາມສາມາດບໍ່ໃຫ້ມີສິ່ງມາລົບກວນສະມາທິຂອງຜູ້ເຂົ້າສອບເສັງລວມທັງການກຳນົດເວລາທີ່ເໝາະສົມ.

4. ການກວດແລະແນະນຳຜົນປຽບທຽບກັບເກນໃນນີ້ເປັນການຮວບຮວມແລະແປຄຳຕອບຂອງຜູ້ຮຽນໃຫ້ເປັນຄະແນນແລ້ວບັນທຶກໄວ້ຈາກນັ້ນຈິ່ງຮວບຮວມຄະແນນຂອງຜູ້ຮຽນທີ່ໄດ້ຈາກການວັດທຸກຊະນິດຈາກທຸກໄລຍະມາປຽບທຽບກັບເກນທີ່ກຳນົດໄວ້.

5. ການປະເມີນຜົນເປັນການຕັດສິນວ່າຜູ້ຮຽນມີຄວາມສາມາດຂະໜາດໃດສູງຫຼືຕ່ຳກວ່າເກນແຕ່ລະຄົນໄດ້ລະດັບຜົນການຮຽນແນວໃດ, ຜູ້ຮຽນສ່ວນໃຫຍ່ມີຜົນການຮຽນເປັນແບບໃດ.

ຄໍາຜົງ ພະເມືອງ (2010 : 41) ສະຫຼຸບວ່າ ການວັດ ແລະ ປະເມີນຜົນ ເປັນວິທີການເກັບກໍາຮວບຮວມຂໍ້ມູນດ້ວຍເຄື່ອງມືຂອງການວັດແບບຕ່າງໆ ເພື່ອໃຫ້ຮູ້ໄດ້ກ່ຽວກັບລະດັບຄວາມຮູ້ຄວາມສາມາດຂອງຜູ້ຮຽນ,ປັບປຸງວິທີການສອນລວມເຖິງຂະບວນການສອບເສັງ ດັ່ງນັ້ນ, ການວັດ ແລະ ປະເມີນຜົນ ເປັນກິດຈະກໍາທາງວິຊາການທີ່ສໍາຄັນທີ່ສຸດຕໍ່ການຮຽນການສອນຈະໄດ້ຮັບຜົນດີ ຫຼື ບັນລຸຕາມຈຸດປະສົງທີ່ວ່າງໄວ້ ຫຼື ບໍ່ແມ່ນຈະໄດ້ຮູ້ມາຈາກການວັດ ແລະ ການປະເມີນຜົນ. ສະນັ້ນໜ້າທີຂອງຜູ້ບໍລິຫານວິຊາການ, ໃນດ້ານວັດ ແລະ ປະເມີນຜົນແມ່ນການສົ່ງເສີມ ໃຫ້ຄູອາຈານຮູ້ຈັກຫຼັກການ ແລະ ຂັ້ນຕອນໃນການວັດ ແລະ ປະເມີນຜົນ, ເພື່ອເປັນແນວທາງໃນການປັບປຸງແກ້ໄຂບັນຫາຂອງຂະບວນການຮຽນການສອນໃຫ້ໄດ້ຮັບຜົນດີ.

ສຸພາບວາດຂຽນ ແລະ ອໍຣະພິນໂພຊະນະດາ(ອ້າງໃນwww. http://-www. Ipesp . ac.th/learning/websatitichapter3/unit3_3_1.html  , 25.9.2013) ການວັດຜົນ ແລະປະເມີນຜົນທາງການສຶກສາຈະມີການດຳເນີນງານເຊັ່ນດຽວກັບການປະຕິບັດງານອື່ນໆ ຄືຈະຕ້ອງມີການກະກຽມແລະວາງແຜນງານທີ່ດີ ເຊິ່ງຈະຊ່ວຍໃຫ້ການປະຕິບັດງານສາມາດດຳເນີນໄປໄດ້ໂດຍສຳເລັດຜົນໃນການວັດຜົນແລະປະເມີນຜົນການຮຽນ-ການສອນຄວນມີຂັ້ນຂະບວນການໃນການວັດຕອນທີ່ສຳຄັນ  5 ຂັ້ນ ດັ່ງນີ້ ຄື:

1. ວິເຄາະຫຼັກສູດ ເພື່ອເປັນການວາງໂຄງການປະເມີນຜົນຕາມຈຸດມຸ້ງໝາຍຂອງຫຼັກສູດ ເຊິ່ງຈຸດມຸ້ງໝາຍຂອງໂຄງການປະເມີນຜົນນັ້ນຈະຕ້ອງສອດຄ່ອງ ແລະ ຄອບຄຸມຫຼັກສູດ.

  1. ກໍານົດຈຸດມຸ້ງໝາຍດ້ານພຶດຕິກໍາ ເປັນການປ່ຽນຈຸດມຸ້ງໝາຍທີ່ຈະປະເມີນໃຫ້ເປັນຈຸດໝາຍ

ດ້ານພຶດຕິກຳ​ເຊິ່ງຈຸດມຸ້ງໝາຍໃນແຕ່ລະລາຍວິຊາ ໂດຍທົ່ວໄປໃນຂັ້ນທຳອິດຈະເປັນນາມມະທຳເຮົາຈະຕ້ອງບົ່ງບອກເຖິງຈຸດມຸ້ງໝາຍຂອງແຕ່ລະຂໍ້ໃຫ້ຊັດເຈນວ່າເປັນແນວໃດ.

  1. ກຳນົດສະຖານະການ,ປະສົບການ, ກິດຈະກຳຕ່າງໆ ເພື່ອໃຫ້ຜູ້ຮຽນໄດ້ສະແດງອອກຕາມຈຸດມຸ້ງໝາຍທີ່ຕັ້ງໄວ້ ແລ້ວຄັດເລືອກເຄື່ອງມືວັດ ແລະ ວິທີວັດໃຫ້ສອດຄ່ອງເໝາະສົມກັບຂໍ້ມູນທີ່ຈະວັດ.
  2. ໃຊ້ເຄື່ອງມືໃນການວັດຜົນ ເພື່ອລວບລວມຂໍ້ມູນຕ່າງໆແລະຈົດບັນທຶກໄວ້ ເພື່ອປຽບທຽບ.

5. ປະເມີນຜົນໂດຍສົມທົບຂໍ້ມູນຕ່າງໆ ຂອງທຸກລາຍການທີ່ວັດໄດ້ແລ້ວພິຈາລະນາບົ່ງລົງໄປໂດຍໃຊ້ເກນການປະເມີນຜົນແບບໃດນັ້ນຂຶ້ນຢູ່ກັບຈຸດມຸ້ງໝາຍຂອງການນຳຜົນການປະເມີນນັ້ນວ່າຈະນຳໄປໃຊ້ເພື່ອປະໂຫຍດໃນລັກສະນະໃດ.

ຈາກ​ບັນຫາ​ທີ​ກ່າວ​ມາ​ຂ້າງ​ເທິງ​ນັ້ນ​ສະຫຼຸບ​ໄດ້ວ່າ: ຂັ້ນ​ຕອນ​ການ​ວັດ​ ແລະ ປະ​ເມີນ​ຜົນ​ທີດີ​​ຄວນ​ປະຕິບັດ​ຢ່າງ​ເນື່ອງນິດ​ລຽນຕິດ​ເພື່ອ​ຈະ​ໃຫ້​ຮູ້​ວ່າການ​ຮຽນ-ການສອນ​ຂອງ​ຕົນ​ມີ​ຄວາມ​ຂາດ​ຕົກ​ບົກ​ຜ່ອງບ່ອນ​ໃດ​ວ່າ​ນັກຮຽນບໍ່​ເຂົ້າ​ໃຈ​ບ່ອນ​ໃດ ແລະ ຈະ​ຊອກ​ຫາ​ວິ​ທີ່​ແກ້​ໄຂ​ແນວ​ໃດ ​ເພື່ອ​ໃຫ້​ນັກຮຽນກາຍ​ເປັນ​ນັກຮຽນດີ ​ແລະ ການ​ເປັນ​ກໍາລັງ​ແຮງ​ອັນ​ມີຄ່າ​ຂອງ​ປະ​ເທດ​ຊາດ.

2.3.5. ການ​ຄຸ້ມ​ຄອງ​ໂຮງຮຽນອາຊີວະ​ສຶກສາ

ການບໍລິຫານອາຊີວະສຶກສາ(1999 : 17) ຈຸດໝາຍທົ່ວໄປຂອງອາຊີວະສຶກສາກໍເພື່ອສະ

ໜອງຄວາມຕອ້ງການໃຫ້ຜູ້ຮຽນ ໄດ້ມີຄວາມຮູ້ຄວາມສາມາດໃນການເຮັດວຽກ, ສາມາດພັດທະນາທາງດ້ານທັກສະວິຊາຊີບໄດ້ເຊັ່ນ: ຜູ້ທີປະກອບອາຊີບຊ່າງອຸດສາຫະກໍາ, ເມື່ອຜ່ານການສຶກສາດ້ານຊ່າງອຸສາຫະກໍາແລ້ວສາມາດພັດທະນາຄວາມຮູ້ຄວາມສາມາດຂອງຕົນໃຫ້ສອດຄອງກັບຄວາມກ້າວໜ້າທາງດ້ານເທັກໂນໂລຢີ.

ແຜນການສຶກສາ ໄດ້ເວົ້າເຖິງຈຸດໝາຍຂອງອາຊີວະສຶກສາແຕ່ລະຣະດັບໄວ້ດັ່ງນີ້:

  1. ການສຶກສາວິຊາຊີບໃນລະດັບປະຖົມສຶກສາ. ແມ່ນຝຶກໃຫ້ຜູ້ຮຽນມີນິໄສຮັກການເຮັດ

ວຽກສາມນໍາຄວາມຮູ້ຈາກການຮຽນ ແລະ ການເຮັດວຽກໄປໃຊ້ໃນຊີວິດປະຈໍາວັນໄດ້.

  1. ການສຶກສາວິຊາຊີບໃນລະດັບມັດທະຍົມ. ແມ່ນຝຶກໃຫ້ຜູ້ຮຽນມີປະສົບການ, ມີຄວາມ

ຮູ້, ຄວາມສໍານານ ທີສາມາດຈະນໍາໄປປະຕິບັດໄດ້ ແລະ ປະກອບອາຊີບໄດ້ຢ່າງໃດຢ່າງໜຶ່ງ ຫຼື ເພື່ອໃຫ້ຮູ້ແນວທາງທີ່ຈະສຶກສາເພີ່ມເຕີມຕາມຄວາມທະນັດ ແລະ ຄວາມສົນໃຈຂອງແຕ່ລະບຸກຄົນໂດຍທົ່ວໄປ ການຈັດສະຖານທີສຶກສາອາດຈະຈັດຄວບຄູ່ກັບໂຮງຮຽນມັດມັດທະຍົມສຶກສາໂດຍທົ່ວໄປ ຫຼື ຈັດເປັນເອກະເທດ, ໂດຍເນັ້ນການຝຶກທັກສະຂອງສີມື ແລະ ລະດັບສີມື.

  1. ການສຶກສາວິຊາຊີບໃນລະດັບມໍປາຍສຶກສາ ແມ່ນຝຶກວິຊາຊີບໃນລະດັບສູງເພື່ອໃຫ້

ມີຄວາມຮູ້ຄວາມສາມາດ ແລະ ມີຄວາມສໍານານສະເພາະ ເພື່ອໃຫ້ສອດຄອງກັບການພັດທະນາຕາມຕະຫຼາດແຮງງານ, ການຈັດສະຖານສຶກສາອາດຈັດເປັນສະຖາບັນສະເພາະ, ຈັດລວມຢູ່ໃນວິທະຍາໄລ ຫຼື ຈັດໃນມະຫາວິທະຍາໄລກໍໄດ້ແລ້ວແຕ່ຕາມຄວາມເໜາະສົມ

4.​ ການສຶກສາວິຊາຊີບພິເສດ ແມ່ນເນັ້ນເພື່ອຂະບວນການວິຊາຊີບບາງຢ່າງທີ່ຕ້ອງການ, ການຝຶກຝົນພິເສດແຕ່ເຍົາໄວ ແລະ ເປັນເວລາດົນ ເຊັ່ນ: ສິນລະປະດົນຕຣີເປັນຕົ້ນ, ການຈັດການສຶກສາອາຈັດເປັນສະຖາບັນສະເພາະ ຫຼື ຈັດເພີ້ມວິຊາອາຊີວະເຂົ້າໃນຫຼັກສູດປົກກະຕິໂດຍໃຫ້ມີໄລຍະເວລາຮຽນຕ່າງກັນ ຕາມຄວາມຈໍາເປັນຕາມມາດຕະຖານວິຊານັ້ນ

  1. ການສຶກສາວິຊາຊີບໃນການສຶກສານອກໂຮງຮຽນ ແມ່ນໃຫ້ຜູ້ຮຽນມີໂອກາດຝຶກວິຊາຊີບໃນໄລຍະສັ້ນ, ເພື່ອໃຫ້ສາມາດປະກອບອາຊີບທີຕ້ອງການໄດ້ ຫຼື ເພື່ອຝຶກເພີມເຕີມໃນສ່ວນທີ່ຂາດໃນອາຊີບທີ່ກໍາລັງປະກອບໃຫ້ຄົບ ຫຼື ເພື່ອປະກອບອາຊີບເລົ່ານັ້ນໃຫ້ດີຂື້ນ

ສະຫຼຸບ:

1. ເພື່ອຜະລິດ ແລະ ພັດທະນາກໍາລັງຄົນຕາມຄວາມຕ້ອງການຂອງປະເທດ

2. ເພື່ອຝຶກອົບຮົມໃຫ້ບຸກຄະລາກອນມີວຽກເຮັດງານທໍາ ແລະ ມີລາຍໄດ້.

3. ເພື່ອສະໜອງຄວາມຕ້ອງການຂັ້ນພື້ນຖານໃນການດໍາລົງຊີວິດ.

4. ເພື່ອພັດທະນາຄວາມສາມາດ, ຄວາມຖະນັດ, ຄວາມສົນໃຈ, ຂອງບຸກຄະລາກອນໃຫ້ມີຄວາມພໍໃຈໃນວຽກນັ້ນໆ.

5. ເພື່ອພັດທະນາຄຸນນະພາບຊີວິດ ແລະ ຄວາມຈະເລີນກ້າວໜ້າຂອງຕົນເອງ.

6. ເພື່ອໃຫ້ປະເທດໄດ້ມີຄວາມຈະເລີນກ້າວໜ້າທາງເທັກໂນໂລຢີ, ເສດຖະກິດ ແລະ ສັງຄົມ.

5.1. ຫຼັກການຈັດອາຊີວະສຶກສາ

ປຣີຍາພອນ ວົງອະນຸໂຣດ(1999 : 17) ການຈັດອາຊີວະສຶກສາຈະຜະລິດກໍາລັງຄົນລະດັບໃດ ອາຊີວະສຶກສາມີຫຼັກການໃນການຍຶດຖືປະຕິບັດດັ່ງນີ້:

1 ອາຊີວະສຶກສາເນັ້ນສ່ວນໜຶ່ງຂອງການສຶກສາ ນັກອາຊີວະສຶກສາຄວນຈະຍອມຮັບວ່າ ອາຊີວະສຶກສາບໍ່ແມ່ນຕົວແທນຂອງການສຶກສາອາຊີວະສາມັນ, ແຕ່ເປັນສ່ວນໜຶ່ງທີ່ສໍາຄັນຂອງການສຶກສາທັງໝົດ.

2 ເປັນໜ້າທີ ແລະ ຄວາມຮັບພິດຊອບຂອງທຸກຝາຍ ທັງພາກລັດ ແລະ ເອກະຊົນ ທີ່ມີໜ້າທີ່ໃນການຈັດອາຊີວະສຶກສາ.

3 ອາຊີວະສຶກສາຄວນຈະຈັດໄວ້ເພື່ອຕຽມບຸກຄະລາກອນສໍາລັບອາຊີບສ່ວນໜຶ່ງ ແລະ ເພື່ອຊ່ວຍເຫຼືອບຸກຄະລາກອນເຫຼົ່ານັ້ນໃຫ້ມີຄວາມກ້າວໜ້າໃນອາຊີບສຸດຈະລິດ ແລະ ມີປະໂຫຍດຕໍ່ສັງຄົມ.

4 ອາຊີວະຫຼາຍໆ ຢ່າງທີ່ຈັດຂື້ນ, ຈະຕ້ອງສາມາດສະໜອງຄວາມຕ້ອງການຂອງຕະຫຼາດໄດ້.

5 ອາຊີວະສຶກສາຄວນຈະຄໍານຶງເຖິງຄວາມເໝາະສົມຂອງແຕ່ລະທ້ອງຖິນ ຫຼື ແຕ່ລະພາກ.

6 ອາຊີວະສຶກສາຊັ້ນສູງ ຜູ້ທີ່ຄວນໄດ້ຮັບການຄັດເລືອກເຂົ້າຮຽນຕ້ອງມີຄວາມສາມາດທາງດ້ານສະໜອງ ຫຼື ສະຕິປັນຍາສູງ, ເປັນຜູ້ທີ່ໄດ້ຕັດສິນໃຈເລືອກອາຊີບໃນອານາຄົດຂອງຕົນເອງແລ້ວ.

 7 ຈັດການແນະແນວໃຫ້ຜູ້ທີ່ມາຮຽນອາຊີວະສຶກສາ.

 8 ອາຊີວະສຶກສາຄວນອາໄສບົດສະຫຼຸບຈາກການຄົ້ນຄ້ວາວິໃຈເປັນພື້ນຖານ, ໃນການວ່າງແຜນອາຊີວະສຶກສາ.

 ການຈັດອາຊີວະສຶກສາ ເພື່ອເພີ່ມຄຸນຄ່າທາງຊັບພະຍາກອນໃຫ້ແກ່ຊຸມຊົນ, ການຈັດການຮຽນການສອນເພື່ອການເຮັດວຽກ, ອາດຈະດໍາເນີນການໄດ້ທັງໃນລະບົບໂຮງຮຽນ ແລະ ນອກລະບົບໂຮງຮຽນ, ສິງທີ່ຄວນຄໍານຶງເຖິງເພື່ອໃຊ້ເປັນແນວທາງໃນການຈັດອາຊີວະສຶກສາດັ່ງນີ້:

- ຄວາມຕ້ອງການກໍາລັງຄົນໃນທ້ອງຖິ່ນ

- ຄວາມຕ້ອງການກໍາລັງຄົນໃນປະເທດ, ລວມເຖິງຄວາມຕ້ອງການແຮງງານໃນອານາຄົດ ແລະ ປະເທດຕ່າງໆ ທີ່ຕ້ອງການ ແລະ ຈໍາເປັນແກ່ການພັດທະນາເສດຖະກິດ, ທີ່ຈະຕ້ອງຄິດເພື່ອໄວ້ສໍາລັບເພື່ອຂາຍແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.

- ແຮງງານຈະຕ້ອງສົມດູນກັບສັບພະຍາກອນຂອງປະເທດ ແລະ ທ້ອງຖິນ-ເປັນໄປຕາມແນວໂນ້ມຂອງການພັດທະນາປະເທດ ແລະ ທ້ອງຖິນເປັນຕົ້ນ.

ສໍານັກງານເລຂາທິການສະພາການສຶກສາທະບວງການສຶກສາທິການ (2549 : 15) ການຈັດການສຶກສາສາຍອາຊີວະ ຄວນດໍາເນີນການຈັດທໍາຫຼັກສູດລະດັບສະຖານສຶກສາ, ໃຫ້ສອດຄອງກັບຄວາມຕ້ອງການຂອງທ້ອງຖິນ, ສັງຄົມ ແລະ ສະຖານປະກອບການ. ໂດຍເຮັດການຮ່ວມມືກັບສະຖານປະກອບການ ເພື່ອພັດທະນາຫຼັກສູດຂອງແຕ່ລະອາຊີບ. ໂດຍສົ່ງຕົວແທນຜູ້ຊ່ຽວຊານໃນອາຊີບແຕ່ລະດ້ານ ແລະ ຄູສອນທີ່ມີຄວາມຊ່ຽວຊານສາຂາອາຊີບມາຮ່ວມດໍາເນີນການສອນ ໃຫ້ກົງກັບຄວາມຕ້ອງການຂອງສະຖານທີປະກອບການ, ສອດຄອ່ງກັບວຽກອາຊີວະທີມີຢູ່ແລ້ວໃນປະຈຸບັນ, ສາມາດພັດທະນາຫຼັກສູດສະຖານສຶກສາໄດ້ງ່າຍ, ເພື່ອໃຫ້ສອດຄອງກັບຄຸນນະພາບພາຍໃນ ແລະ ການປະເມີນຄຸນນະພາບນອກ.

ສະຫຼຸບ: ຫຼັກການຈັດອາຊີວະສຶກສາ ຄວນຄໍານຶງເຖິງຄວາມຕ້ອງການ 3 ດ້ານຄື:

1 ຄວາມຕ້ອງການທາງດ້ານບຸກຄະລາກອນ, ບຸກຄະລາກອນມີຄວາມຕ້ອງການທາງດ້ານປັດໃຈ 4 ທີ່ເປັນພື້ນຖານຂອງການດໍາລົງຊີວິດ ຄື: ອາຫານ, ເຄື່ອງນຸ່ງຮົ່ມ, ຢ່າປົວພະຍາດ ແລະ ທີຢູ່ອາໃສ່. ນອກນັ້ນຍັງມີຄວາມຕ້ອງການທາງສັງຄົມໄດ້ແກ່ ຄວາມຮັກ, ຄວາມເອົາໃຈໃສ່, ຄວາມປອດໄພ, ການຍົກຍ້ອງນັບຖື, ຄວາມສໍາເລັດໃນຊີວິດ...

2 ຄວາມຕ້ອງການທາງສັງຄົມ ເພື່ອໃຫ້ຜູ້ປະກອບອາຊີບໄດ້ດໍາລົງຊີວິດຢູ່ໃນສັງຄົມຢ່າງມີຄຸນນະພາບ, ມີປະໂຫຍດ ແລະ ມີສ່ວນຮັບພິດຊອບໃນສັງຄົມ, ຮູ້ຈັກໜ້າທີຕົນເອງ.

3 ຄວາມຕ້ອງການທາງເສດຖະກິດ ແລະ ອຸດສາຫະກໍາຂອງປະເທດ, ປະເທດຕ້ອງການແຮງງານໃນດ້ານໃດ, ຕ້ອງການຊ່າງມີສີມື, ຊ່າງເທັກນິກ ຫຼື ອາຊີບໃດທີ່ຂາດແຄນ ແລະ ຈໍາເປັນຕໍ່ການພັດທະນາປະເທດ, ເພື່ອຈະໄດ້ຈັດວ່າງຫຼັກສູດອາຊີວະສຶກສາໃຫ້ສອດຄອງກັບສະພາບ ແລະ ຄວາມຕ້ອງການຂອງງານອາຊີບນັ້ນເພື່ອໃຫ້ແທດເໝາະກັບສະພາບການ.

5.2 ວິທີເຮັດວຽກຂອງໂຮງຮຽນອາຊີວະສຶກສາ

ບົດສະຫຼຸບ (2013 : 1-3-5)ການປະຕິບັດແຜນພັດທະນາວຽກງານອາຊີວະສຶກສາ ສົກຮຽນ 2012-2013 ທີ່ຜ່ານມານີ້ ທົ່ວຂະແໜງອາຊີວະສຶກສາ ໄດ້ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນແມ່ບົດພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບ (2006-2015) ຕາມແຜນຍຸດທະສາດປະຕິຮູບລະບົບການສຶກສາແຫ່ງຊາດ ໄລຍະ 2 (2011-2015). ໂດຍສະເພາະ ການສືບຕໍ່ປະຕິບັດໂຄງການປັບປຸງ ແລະ ຂະຫຍາຍໂຮງຮຽນອາຊີວະສຶກສາ ແລະ ສູນຝຶກອົບຮົມວິຊາຊີບ, ການປັບປຸງການຮຽນ-ການສອນ ແລະ ການບໍລິຫານຄຸ້ມຄອງວຽກງານອາຊີວະສຶກສາເປັນເປົ້າໝາຍ

ສະເພາະຂອງການປະຕິຮູບອາຊີວະສຶກສາ ແລະ ອົບຮົມວິຊາຊີບ.

1. ວຽກງານການພັດທະນາດ້ານຫຼັກສູດ:

1) ປ່ຽນແປງຮູບແບບການຝຶກອົບຮົມວິຊາຊີບ ໂດຍຫັນປ່ຽນຈາກຫຼັກສູດຮູບແບບລາຍວິຊາທີ່ເນັ້ນໄລຍະເວລາເປັນພື້ນຖານ, ມາເປັນຫຼັກສູດແບບອີງໃສ່ຄວາມສາມາດເລີ່ມຈາກ: (1) ການສ້າງ

ມາດຕະຖານສີມືແຮງງານ, (2) ການສ້າງ ແລະ ປັບປຸງມາດຕະຖານຫຼັກສູດ, (3) ການສ້າງສື່ ແລະ ຊຸດການສອນຕາມຫົວໝ່ວຍການຮຽນ ຫຼື ແບບໂມດູນ, (4) ການສ້າງມາດຕະຖານການສອບເສັງ-ປະເມີນຜົນ ແລະ (5) ຕິດຕັ້ງອຸປະກອນເຕັກນິກ, ເຄື່ອງມື ແລະ ເຄື່ອງຈັກ...

2) ສ້າງຫຼັກສູດແບບການຝຶກອົບຮົມແບບມີສ່ວນຮວ່ມພາກເອກະຊົນ ແລະ ກຸ່ມອາຊີບຕ່າງໆ ໃນສາຂາວິຊາອື່ນໆ. ເພື່ອຂະຫຍາຍການຮ່ວມມືກັບພາກອຸດສາຫະກໍາ ແລະ ໂຮງຈັກໂຮງງານຕ່າງໆ ເຮັດໃຫ້ໂຮງຮຽນມີການພົວພັນຮ່ວມມືກັບສະຖານປະກອບການ, ເພື່ອສ້າງແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງເຂົາເຈົ້າ ແລະ ຮັບປະກັນວຽກເຮັດງານທໍາໃຫ້ຜູ້ຮຽນຈົບສາຍອາຊີວະສຶກສາ ໃຫ້ນັບມື້ນັບຫຼາຍຂື້ນ.

ຄູ່ມືວິທີເຮັດວຽກ ແລະ ຕໍາແໜ່ງ ວິທະຍາໄລອາຊີວະສຶກສາ (2009 : 1-2)ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແຕ່ປີ 1975 ເປັນຕົ້ນວຽກງານອາຊີວະສຶກສາ ແລະ ອົບຮົມວິຊາຊີບ ກໍໃຫ້ສືບຕໍ່ພັດທະນາ ແລະ ເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວ. ເລີ່ມຈາກໂຮງຮຽນວິຊາຊີບຊັ້ນຕົ້ນ ທີ່ບໍ່ມີພໍເທົ່າໃດແຫ່ງ ໄດ້ເພີ່ມທັງປະລິມານ ແລະ ຄຸນນະພາບ ກາຍເປັນໂຮງຮຽນການຊ່າງຊັ້ນກາງ ແລະ ຊັ້ນສູງຈໍານວນໜຶ່ງເຊັ່ນ: ໂຮງຮຽນການຊ່າງຊັ້ນສູງໄຟຟ້າເອເລັກໂຕຣນິກ, ຄົມມະນາຄົມ, ກໍ່ສ້າງເຄຫະສະຖານ, ຊົນລະປະທານຕາດທອງເປັນຕົ້ນ. ຕໍ່ມາບັນດາໂຮງຮຽນດັ່ງກ່າວໄດ້ກາຍເປັນພາກວິຊາແລະ ຄະນະວິຊາໜຶ່ງຂອງ ມະຫາວິທະຍາໄລແຫ່ງຊາດ ຊຶ່ງເຮັດໃຫ້ຈໍານວນວິທະຍາໄລ ພາກລັດຫຼຸດລົງ.

ອີງຕາມແຜນແມ່ບົດການພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບ 2008-2020 ໂດຍ

ສະເພາະແຕ່ນີ້ ເຖິງປີ 2010, ໂຮງຮຽນອາຊີວະສຶກສາຈໍານວນໜຶ່ງ ຈະຍົກລະດັບເປັນ ໂຮງຮຽນ

ວິຊາຊີບຊັ້ນສູງ ແລະ ວິທະຍາໄລເຕັກນິກ ຫຼື ວິທະຍາໄລເຕັກນິກ-ວິຊາຊີບ.

1. ຈຸດປະສົງ: ອາຊີວະສຶກສາແມ່ນແນໃສ່: (1) ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນແມ່ບົດການພັດທະນາສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຂອງລັດຖະບານວາງອອກໃນແຕ່ລະໄລຍະ. (2) ດໍາເນີນການກໍ່ສ້າງ ແລະ ຝຶກອົບຮົມນາຍຊ່າງເຕັກນິກ, ວິຊາຊີບທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ທັງວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ. ທັງຫຼັກສູດປົກກະຕິ, ຫຼັກສູດຕໍ່ເນື່ອງ, ເຊື່ອມຕໍ່ ໃນສາຂາວິຊາຕ່າງໆ ເພື່ອສາມາດປະກອບການ ແລະຊອກຫາ

ວຽກເຮັດງານທໍາໃນຕະຫຼາດແຮງງານ.

2. ທີ່ຕັ້ງ ແລະ ພາລະບົດບາດ: ອາຊີວະສຶກສາ ແມ່ນການຈັດຕັ້ງວິຊາການໜຶ່ງ ທີ່ຂື້ນກັບການຊີ້ນໍາໂດຍກົງ ຫຼື ການຊີ້ນໍາທາງດ້ານວິຊາການ ຂອງກົມອາຊີວະສຶກສາ, ກະຊວງສຶກສາທິການ ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຊີວະສຶກສາ ສະບັບເລກທີ 1500\ສສ.ຈຕ.08 ລົງວັນທີ 14/07/2008

 ໂຮງຮຽນອາຊີວະສຶກສາ ຫຼື ວິຊາຊີບ ມີພາລະບົດບາດຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສຶກສາທິການ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງວິທະຍາໄລ ແລະ ໂຮງຮຽນອາຊີວະສຶກສາ ເລກທີ 2985 ລົງວັນທີ 21/11/2008 ແນໃສ່ການຈັດຕັ້ງການຮຽນ-ການສອນ, ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ແກ່ກໍາລັງແຮງງານລາວ ໃນລະດັບຊັ້ນ ແລະ ສາຂາວິຊາຊີບຕ່າງໆ (ລວມທັງ ການສ້າງຄູອາຊີວະສຶກສາ ໃນສາຂາອາຊີບໃດໜຶ່ງທີ່ມີເງື່ອນໄຂ ແລະ ຄວາມອາດສາມາດ) ໃຫ້ມີຄວາມຮູ້ຄວາມສາມາດ ມີວິຊາຊີບດ້ານວິຊາສະເພາະ, ມີວຽກເຮັດງານທໍາ, ກາຍເປັນແຮງງານ ທີ່ມີວິໄນແຮງງານ, ມີສີມືແຮງ, ຄຸນສົມບັດສິນທໍາປະຕິວັດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ເສດຖະກິດ-ສັງຄົມ, ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.

3. ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງອາຊີວະ

3.1 ໂຄງປະກອບການຈັດຕັ້ງ

ອາຊີວະສຶກສາ ມີໂຄງປະກອບການຈັດຕັ້ງດັ່ງນີ້:

1 ພະແນກບໍລິຫານ

1.1 ໜ່ວຍງານຫ້ອງການ ແລະ ພິທີການ

1.2 ໜ່ວຍງານງົບປະມານ-ການເງິນ

1.3 ໜ່ວຍງານຄຸ້ມຄອງພາຫະນະ ແລະ ພັດສະດຸ 

2 ພະແນກຈັດຕັ້ງ ແລະ ພະນັກງານ

2.1 ໜ່ວຍງານພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ

2.2 ໜ່ວຍງານຄຸ້ມຄອງລັດຖະກອນ

2.3 ໜ່ວຍງານປ້ອງກັນ

3 ພະແນກຄຸ້ມຄອງວິຊາການ

3.1 ໜ່ວຍງານຕິດຕາມ ແລະ ປະເມີນຜົນ

3.2 ໜ່ວຍງານຄຸ້ມຄອງຫຼັກສູດ ແລະ ສື່ການຮຽນ-ການສອນ

4 ພະແນກຄົ້ນຄ້ວາ, ພັດທະນາ ແລະ ຂໍ້ມູນຂ່າວສານ

4.1 ໜ່ວຍງານແຜນການ ແລະ ການຮ່ວມມື

4.2 ໜ່ວຍງານນະວັດຕະກໍາ

4.3 ໜ່ວຍງານຄຸ້ມຄອງຫ້ອງສະມຸດ ແລະ ຂໍ້ມູນຂາວສານ

4.4 ໜ່ວຍງານຄຸ້ມຄອງ ແລະ ບໍລິການຕິດຕັ້ງ-ສ້ອມແປງຄອມພິວເຕີ້

5 ບັນດາພາກວິຊາ

5.1 ໜ່ວຍວິຊາ

5.2 ໜ່ວຍບໍລິຫານຂອງພາກວິຊາ

6 ພະແນກກິດຈະການນັກສຶກສາ

6.1 ໜ່ວຍງານຄຸ້ມຄອງນັກສຶກສາ ແລະ ຕິດຕາມນັກສຶກສາ

6.2 ໜ່ວຍງານກິດຈະກໍານອກຫຼັກສູດ

6.3 ໜ່ວຍງານແນະນໍາວິຊາຊີບ ແລະ ໃຫ້ຄໍາປຶກສາດ້ານວຽກເຮັດງານທໍາ

6.4 ໜ່ວຍງານຄຸ້ມຄອງຫໍພັກ ແລະ ຫໍໍອາຄານ

4. ໜ້າທີ ແລະ ຂອບເຂດສິດຂອງອາຊີວະສຶກສາ

 4.1 ໜ້າທີ່

ອາຊີວະສຶກສາມີໜ້າທີຫຼັກ ດັ່ງນີ້:

1) ສຶກສາອົບຮົມແນວຄິດການເມືອງ,ຄຸນສົມບັດ,ຝຶກອົບຮົມທາງດດ້ານວິຊາສະເພາະກໍ

ສ້າງແລະ ບໍາລຸງຄູອາຊີວະສຶກສາທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ທັງລະດັບວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ. ທັງຫຼັກສູດປົກກະຕິ ແລະ ຫຼັກສູດຕໍ່ເນື່ອງໃນສາຂາວິຊາຊີບຕ່າງໆ ຕາມຮູບແບບມາດຖານວິຊາຊີບ ແລະ ຫຼັກສູດທີ່ໄດ້ຮັບອະນຸມັດ ແລະ ປະກາດໃຊ້;

2) ພັດທະນາ ແລະ ປັບປຸງຫຼັກສູດ, ສື່ການຮຽນ-ການສອນ ແລະ ອຸປະກອນຮັບໃຊ້; ປັບປຸງ, ຂະຫຍາຍສາຂາວິຊາສະເພາະ ກໍຄືການສ້າງຕັ້ງ ແລະ ຂະຫຍາຍຂະແໜງວິຊາສະເພາະ

ໃໝ່;

3)​ ຄົ້ນຄ້ວາວິທະຍາສາດ-ເຕັກໂນໂລຊີ, ອອກແບບ ແລະ ປັບປຸງວິທີການຜະລິດ; ບໍລິການຊຸມຊົນ ແລະ ທຸກພາກສ່ວນສັງຄົມ ໃນສາຂາວິຊາຊີບທີ່ກ່ຽວຂ້ອງ; ຈັດຕັ້ງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນທາງດ້ານຫົວຄິດປະດິດສ້າງ ແລະ ທັກສະສີມືໃນການຄົ້ນຄ້ວາ, ອອກແບບ, ການຜະລິດ ແລະ ການບໍລິການຢູ່ພາຍໃນ ແລະ ພາຍນອກວິທະຍາໄລ; ສ້າງ ແລະ ພັດທະນາຖານຂໍ້ມູນ-ສະຖິຕິຂອງວິທະຍາໄລ.

4)​ ຄຸ້ມຄອງຄູອາຈານ-ພະນັກງານ ແລະ ນັກສຶກສາຕາມລະບຽບ, ກົດໝາຍ, ຂໍ້ກໍານົດຕ່າງໆວ່າງອອກ; ຄຸ້ມຄອງຊັບສົມບັດລວມຂອງວິທະຍາໄລອາຊີວະສຶກສາເປັນຕົ້ນແມ່ນຄຸ້ມຄອງ ແລະ ປົກປັກຮັກສາອາຄານສະຖານທີ, ວັດສະດຸ, ສືການຮຽນ-ການສອນ, ອຸປະກອນ, ເຄື່ອງມື, ເຄື່ອງຈັກ ແລະ ຊັບສິນອື່ນໆ;

5) ຈັດຕັ້ງການແນະນໍາວິຊາຊີບ ໃຫ້ແກ່ນັກຮຽນມັດທະຍົມ ແລະ ຜູ້ສົນໃຈຈັດຕັ້ງໃຫ້ຄໍາປຶກສາທາງດ້ານວຽກເຮັດງານທໍາ ແລະ ການປະກອບການ ໃຫ້ແກ່ນັກສຶກສາ ແລະ ຜູ້ຮຽນຈົບ, ພ້ອມທັງສ້າງ ແລະ ປັບປຸງລະບົບຕິດຕາມຜູ້ຮຽນຈົບ ແລະ ການພົບປະອະດີດນັກສຶກສາຈາກວິທະຍາໄລອາຊີວະສຶກສາ;

6) ປະສານສົມທົບກັບອໍານາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປ້ອງກັນຄວາມສະຫົງບ, ການຮັກສາສະພາບແວດລ້ອມ, ການສະກັດກັ້ນສິງເສບຕິດ ແລະ ພະຍາດຕິດຕໍ່ໃນໂຮງຮຽນ; ຮ່ວມມືກັບສະຖາບັນການສຶກສາຕ່າງໆ, ສະຖານປະກອບການກໍຄືກຸ່ມ\ ສະມາຄົມວິຊາຊີບ ທັງພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ.

4.2 ຂອບເຂດສິດ

1) ສະເໜີຂໍອະນຸມັດ ແລະ ຈັດຕັ້ງປະຕິບັດແຜນພັດທະນາວິທະຍາໄລອາຊີວະສຶກສາ;

2) ສະເໜີຈຸ, ສັບຊ້ອນ, ແຕ່ງຕັ້ງ, ໂຍກຍາຍ, ປະຕິບັດວິໄນ ແລະ ປົດຕໍາແໜ່ງ,ປະ

ຕິບັດນະໂຍບາຍ-ຍ້ອງຍໍບັນດາຄູອາຈານ, ພະນັກງານ ແລະ ນັກຮຽນ-ນັກສຶກສາ ຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ;

3) ອອກລະບຽບ ແລະ ຂໍ້ກໍານົດຕ່າງເພີ່ມເຕີມ ໃນການບໍລິຫານ-ຄຸ້ມຄອງວິທະຍາໄລອາ

ຊີວະສຶກສາ;

4) ນໍາໃຊ້ລາຍຮັບວິຊາການ ຕາມລະບຽບການທີ່ວ່າງອອກ;

5) ສະເໜີຂໍການອະນຸມັດສ້າງຕັ້ງ, ຂະຫຍາຍວິຊາຊີບໃໝ່, ຂໍອະນຸມັດນໍາໃຊ້ຫຼັກສູດ;

6) ອອກປະກາສະນີຍະບັດ, ໃບຢັ້ງຢືນ ແລະ ເອກະສານຕ່າງໆ ທາງດ້ານການສຶກສາ

7) ປົກປ້ອງສິດ ແລະ ປົກປັກຮັກສາຊັບສິນທາງປັນຍາ ກໍຄືລິຄະສິດຕ່າງໆ ຂອງ

ວິທະຍາໄລອາຊີວະສຶກສາ;

8) ປະຕິບັດການຮ່ວມມືທາງດ້ານວິຊາການ ກັບບັນດາສະຖາບັນການສຶກສາ ແລະ ຄົ້ນ

ຄ້ວາວິທະຍາສາດຕ່າງໆ, ສະຖານປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທັງພາກລັດ ແລະ ພາກເອກະຊົນ ຕາມການມອບໝາຍຂອງກະຊວງສຶກສາທິການ ແລະ ກິລາ;

9) ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.

5. ກິດຈະກໍາຂອງອາຊີວະສຶກສາ       

5.1 ການກໍ່ສ້າງ ແລະ ຝຶກອົບຮົມທາງດ້າວິຊາສະເພາະ

- ສຶກສາອົບຮົມແນວຄິດການເມືອງ ແລະ ຄຸນສົມບັດ ໃຫ້ຜູ້ຮັບການສຶກສາ;

- ກໍ່ສ້າງນາຍຊ່າງວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ນັກວິຊາການປະລິນຍາຕີທັງ

ຫຼັກສູດປົກກະຕິ ແລະ ຕໍ່ເນື່ອງ\ເຊື່ອມຕໍ່;

- ຝຶກອົບຮົມ ແລະ ຍົກລະດັບທາງດ້ານວິຊາສະເພາະໄລຍະສັ້ນ;

- ກໍ່ສ້າງ ແລະ ບໍລຸງຄູອາຊີວະສຶກສາ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

- ດໍາເນີນການສ້າງລາຍຮັບວິຊາການ ທີ່ຕິດພັນກັບວິຊາສະເພາະ.

5.2 ວຽກງານທາງດ້ານວິຊາການ

- ຄົ້ນຄ້ວາຈັດຕັ້ງບໍາລຸງຍົກລະດັບ ຄູອາຈານ ຢູ່ທັງພາຍໃນ ແລະ ຕ່າງປະເທດ;

- ພັດທະນາ, ປັບປຸງ ແລະ ທົດລອງຫຼັກສູດທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ;

- ດໍາເນີນການຕິດຕາມ-ປະເມີນຜົນການຈັດຕັ້ງ ປະຕິບັດລັກສູດ ແລະ ຂະບວນການ

ຮຽນ-ການສອນ;

- ຄຸ້ມຄອງ, ຕິດຕາມການສອບເສັງ ແລະ ປະກາສະນິຍະບັດ;

- ພັດທະນາ ແລະ ທົດລອງຕໍາລາຮຽນ ແລະ ສື່ການຮຽນການສອນ;

- ຄົ້ນຄ້ວາການສ້າງ, ຜະລິດ ແລະ ຈໍາໜ່າຍອຸປະກອນການຮຽນ-ການສອນ;

- ຄົ້ນຄ້ວາການສ້າງຕັ້ງ ແລະ ຂະຫຍາຍຂະແໜງວິຊາສະເພາະໃໝ່;

5.3 ການພັດທະນາ ແລະ ຄົ້ນຄ້ວາວິທະຍາສາດ-ເຕັກໂນໂລຊີ

- ອອກແບບ ແລະ ປັບປຸງວິທີການຜະລິດ;

- ບໍລິການ ແລະ ໃຫ້ຄໍາປຶກສາຊຸມຊົນ ແລະ ສັງຄົມໃນສາຂາວິຊາຊີບທີ່ກ່ຽວຂ້ອງ;

- ຄົ້ນຄ້ວາສ້າງຜະລິດໃໝ່;

- ຄົ້ນຄ້ວາປັບປຸງຜົນຜະລິດ ແລະ ການບໍລິການ;

- ເຂົ້າຮ່ວມຂະບວນການແຂ່ງຂັນທາງດ້ານຫົວຄິດປະດິດສ້າງ;

- ເຂົ້າຮ່ວມການແຂ່ງຂັນທັກສະສີມື

- ໃຫ້ການບໍລິການຫ້ອງສະໝຸດ;

- ສ້າງ ແລະ ພັດທະນາຖານຂໍ້ມູນ-ສະຖິຕິຂອງວິທະຍາໄລອາຊີວະສຶກສາ;

- ໃຫ້ການບໍລິການຕິດຕັ້ງສ້ອມແປງຄອມພີວເຕີ ແລະ ລະບົບIT;

- ຝຶກອົບຮົມການນໍາໃຊ້ຄອມພິວເຕີ້

5.4 ການບໍລິຫານ-ຄຸ້ມຄອງຂອງວິທະຍາໄລອາຊີວະສຶກສາ.

- ຄຸ້ມຄອງການບໍລິຫານ ແລະ ບໍລິການດ້ານຕ່າງໆ ພາຍໃນວິທະຍາໄລອາຊີວະສຶກສາ;

- ວາງແຜນການ ແລະ ການສະຫຼຸບສັງລວມວຽກງານຂອງວິທະໄລອາຊີວະສຶກສາ;

- ຂື້ນແຜນຈັດຫາວັດສະດຸ ແລະ ອຸປະກອນຮັບໃຊ້;

- ຂື້ນແຜນງົບປະມານການລົງທືນ ກໍຄືການຕິດຕາມ, ກວດກາ ແລະ ສະຫຼຸບການ

ປະຕິບັດງົບປະມານໃນແຕ່ລະປີ;

5.5 ການຄຸ້ມຄອງບຸກຄະລາກອນ

- ສ້າງແຜນຄວາມຕ້ອງການ ແລະ ບໍາລຸງຍົກລະດັບຄູອາຈານ, ພະນັກງານ;

- ຄົ້ນຄ້ວາການຮັບເອົາພະນັກງານເຂົ້າສັງກັດ

-ເກັບກໍາຊີວະປະຫັວດ ແລະ ຂໍ້ມູນ-ສະຖິຕິຂອງຄູ ແລະ ພະນັກງານ;

- ຄົ້ນຄ້ວາການຈັດຕັ້ງ, ແຕ່ງຕັ້ງພະນັກງານ, ເລື່ອນຊັ້ນ-ຂັ້ນເງິນເດືອນ;

- ຄົ້ນຄ້ວາການຍ້ອງຍໍ ແລະ ການປະຕິບັດວິໄນ;

- ຊັບຊ້ອນຄູອາຈານ ຫຼື ຜູ້ທີຮຽນຈົບຄູອາຊີວະສຶກສາ ໃຫ້ບັນດາສູນ, ວິທະຍາໄລ ແລະ

ໂຮງຮຽນເຕັກນິກ-ວິຊາຊີບແຫ່ງຕ່າງໆ;

- ຕິດຕາມ, ກວດກາວຽກງານປ້ອງກັນຂອງວິທະຍາໄລອາຊີວະ

- ຄຸ້ມຄອງຊ່ຽວຊານ ແລະ ອາສາສະມັກຕ່າງປະເທດປະຈໍາ ຢູ່ວິທະຍາໄລອາຊີວະ.

5.6 ການຄຸ້ມຄອງນັກສຶກສາ

- ຊຸກຍູ້ການເຄື່ອນໄຫວສິນລະປະວັນນະຄະດີ, ກິລາມ່ວນຊົນ, ວຽກງານຂ່າວສານ;

- ຄຸ້ມຄອງທະບຽນນັກຮຽນ-ນັກສຶກສາ;

- ຄຸ້ມຄອງຫໍພັກ ແລະ ຫໍອາຄານ;

- ຄຸ້ມຄອງ ແລະ ຕິດຕາມນັກສຶກສາຮຽນຈົບ;

- ດໍາເນີນການແນະແນວວິຊາຊີບ;

- ໃຫ້ຄໍາປຶກສາດ້ານການປະກອບການ ໃຫ້ຜູ້ຮຽນຈົບ.

6. ພະແນກຄຸ້ມຄອງ ວິຊາການ

6.1 ໜ້າທີ ແລະ ຄວາມຮັບພິດຊອບ

1) ສ້າງແຜນເຄື່ອນໄຫວວິຊາການ;

2) ຄຸ້ມຄອງ ແລະ ບໍລິຫານຫຼັກສູດ ແລະ ສື່ການຮຽນ-ການສອນຕ່າງໆ;

3) ຈັດຕັ້ງການຕິດຕາມ ແລະ ປະເມີນຜົນການຮຽນ-ການສອນ

4) ຄຸ້ມຄອງວຽກງານທະບຽນນັກສຶກສາ.

6.2 ກິດຈະກໍາ

1) ການສ້າງແຜນເຄື່ອນໄຫວວິຊາການ

- ຈັດຕັ້ງຕາຕະລາງ ການຮຽນ-ການສອນ ປະຈໍາອາທິດ, ເດືອນ, ພາກຮຽນ,ສົກຮຽນ;

- ສ້າງແຜນປະຈໍາເດືອນ, ພາກ, ປີຮຽນ ແລະ ຊຸດຮຽນ, ມີການກວດກາ, ການ

ສອບເສັງ,ການປ້ອງກັນບົດ;

- ສ້າງແຜນການຊຸກຍູ້ ແລະ ຕິດຕາມການປະຕິບັດວຽກງານ ຂອງຄະນະສາຍວິຊາ,

ຊັບຊ້ອນ ແລະ ຄິດໄລຊົ່ວໂມງສອນຂອງຄູ;

- ສ້າງແຜນການລົງຝຶກງານ ຕາມໂຄງການຫຼັກສູດ;

- ຄົ້ນຄ້ວາ ແລະ ນໍາສະເໜີຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການ ຮັບພິດຊອບວຽກ

ງານຕ່າງໆກ່ຽວກັບວຽກວິຊາການ;

- ວາງແຜນຈັດສັນຫ້ອງຮຽນ, ຫ້ອງຝຶກງານ ແລະ ຫ້ອງທົດລອງຢ່າງມີປະສິດທິຜົນ;

2) ການຄຸ້ມຄອງ ແລະ ບໍລິຫານຫຼັກສູດ ກໍຄືຂະບວນການຮຽນ-ການສອນ

- ສັງລວມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຫຼັກສູດທຸກສາຂາວິຊາ ທັງໄລຍະສັ້ນ,

ໄລຍະກາງ ແລະ ໄລຍະຍາວ;

- ຄົ້ນຄ້ວາ ແລະ ນໍາສະເໜີ ການປັບປຸງເນື້ອໃນໂຄງການຫຼັກສູດ ບາງວິຊາ ໃຫ້ສອດ

ຄ່ອງສະພາບການຊົມໃຊ້ແຮງງານ ໃນແຕ່ລະໄລຍະ;

- ຈັດຕັ້ງການຄົ້ນຄ້ວາແຕ່ງບົດສອນ,ສ້າງແຜນການສອນປະຈໍາພາກຮຽນຕາມໂຄງການຫຼັກ

ສູດ;

- ຊຸກຍູ້ຕິດຕາມການປະຕິບັດວຽກງານ ຂອງພາກວິຊາ, ຊັບຊ້ອນຄູສອນ ແລະ ຄິດໄລ

ຊົ່ວໂມງສອນຂອງຄູ;

- ສ້າງແຜນການຈັດຕັ້ງປະຕິບັດ, ປະເມີນຜົນການຮ່ວມໂມງສອນ ແລະ ການຄົ້ນຄ້ວາ

ບົດສອນຂອງຄູທັງພາກທິດສະດີ ແລະ ພາກປະຕິບັດ;

3) ການຄຸ້ມຄອງ ແລະ ບໍລິຫານສື່ການຮຽນ-ການສອນ

- ສົມທົບກັບພາກວິຊາ ແລະ ສາຂາວິຊາ ເພື່ອຂຽນຕໍາລາ, ສ້າງສືການຮຽນ-ການສອນ

- ຕິດຕາມການນໍາໃຊ້ປື້ມຕິດຕາມຜົນການຮຽນ ຂອງນັກຮຽນ-ນັກສຶກສາປະຈໍາຊຸດຮຽນ;

4) ການຈັດຕັ້ງການຕິດຕາມ-ປະເມີນຜົນການຮຽນ-ການສອນ

- ຈັດຕັ້ງການວັດ ແລະ ປະເມີນຜົນການຮຽນ-ການສອນ (ປະຈໍາເດືອນ, ພາກ, ປີຮຽນ

ແລະ ຊຸດຮຽນ;

- ສັງລວມ ແລະ ປະກາດຜົນການປະເມີນການຮຽນປະຈໍາພາກຮຽນ, ປີຮຽນ ແລະ

ຊຸດຮຽນ ໃຫ້ນັກຮຽນ-ນັກສຶກສາຮັບຊາບທັນເວລາ;

- ຂື້ນແຜນງົບປະມານຮັບໃຊ້,ທາບທາມ ແລະ ຕິດຕາມການປະເມີນຜົນການລົງຝຶກ

ງານຕາມໂຄງການຫຼັກສູດ;

- ຈັດຕັ້ງການຮຽນ, ການໃຫ້ຄໍາປຶກສາ ແລະ ການປ້ອງກັນບົດສຶກສາໂຄງການ/ບົດ

ລາຍງານຈົບຊັ້ນ ຕາມໂຄງການຫຼັກສູດ;

5) ການຄຸ້ມຄອງວຽກງານທະບຽນນັກສຶກສາ

- ຄຸ້ມຄອງການລົງທະບຽນ, ສໍາເນົາ, ເອກະສານທາງດ້ານວິຊາການ;

- ຕິດຕາມການຈ່າຍຄ່າທະບຽນ ແລະ ຄ່າຮຽນຂອງນັກສຶກສາ.

6) ວຽກປະກາສະນີຍະບັດ

- ຄົ້ນຄ້ວາ ແລະ ຮ່າງໃບຢັ້ງຢືນການສຶກສາ, ໃບຄະແນນ ແລະ ໃບປະກາສະນີຍະບັດ

ຕາມໂຄງການຫຼັກສູດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ;

- ກະກຽມໃບຢັ້ງຢືນການສຶກສາ, ໃບຄະແນນ ແລະ ໃບປະກາສະນີຍະບັດເພື່ອໃຫ້ຜູ້ອໍາ

ນວຍການເຊັນ ກໍຄືນໍາສົ່ງເພື່ອຂື້ນທະບຽນ ຢູ່ກະຊວງສຶກສາທິການ;

- ຄຸ້ມຄອງການສໍາເນົາໃບຄະແນນ ແລະ ໃບປະກາສະນີຍະບັດ.

7. ກໍານົດໜ້າວຽກ.

7.1​ ໜ້າວຽກ ແລະຄວາມຮັບພິດຊອບຂອງໜ່ວຍງານຕິດຕາມ ແລະ ປະເມີນຜົນ

1) ຈັດຕັ້ງຕາຕະລາງການຮຽນ-ການສອນ ປະຈຈໍາອາທິດ, ເດືອນ, ພາກຮຽນ ແລະ ສົກ

ຮຽນຂອງທຸກໆສາຂາວິຊາ ແລະ ລະບົບການຮຽນ;

2) ຈັດສັນຫ້ອງຮຽນ, ຫ້ອງຝຶກງານ,ຫ້ອງທົດລອງ ແລະນໍາໃຊ້ສື່ການຮຽນ-ການສອນຢ່າງ

ມີປະສິດທິຜົນ;

3) ຈັດຕັ້ງການວັດ ແລະ ປະເມີນຜົນການຮຽນ-ການສອນ ( ປະຈໍາເດືອນ, ພາກ, ປີຮຽນ

ແລະ ຊຸດຮຽນ)

4) ສັງລວມບົດສະຫຼຸບຂອງຄະນະພາກວິຊາ ກ່ຽວກັບການຂື້ນຫ້ອງສອນຂອງຄູ, ໂດຍສົມ

ທົບຄະນະສາຍວິຊາທີ່ກ່ຽວຂ້ອງ;

5) ສົມທົບກັບພາກວິຊາ ແລະ ສາຂາວິຊາ ເພື່ອສ້າງ ແລະ ນໍາໃຊ້ປື້ມຕິດຕາມຜົນການ

ຮຽນຂອງນັກຮຽນ-ນັກສຶກສາ ປະຈໍາຊຸດຮຽນ;

6) ຄຸ້ມຄອງການຂື້ນທະບຽນ, ສໍາເນົາເອກະສານທາງດ້ານວິຊາການ;

7) ຕິດຕາມການຈ່າຍຄ່າທະບຽນ ແລະຄ່າຮຽນຂອງນັກສຶກສາ;

8) ສັງລວມ ແລະ ປະກາດຜົນການປະເມີນການຮຽນປະຈໍາພາກຮຽນ, ປີຮຽນ ແລະ ຊຸດ

ຮຽນໃຫ້ນັກຮຽນ-ນັກສຶກສາຮັບຊາບ;

9) ຄົ້ນຄ້ວາ ແລະ ຮ່າງໃບຢັ້ງຢືນການສຶກສາ, ໃບຄະແນນ, ໃບປະກາດສະນິຍະບັດຕາມ

ໂຄງການຫຼັກສສູດໄລຍະສັ້ນ; ໄລຍະກາງ ແລະ ໄລຍະຍາວ;

10) ຄົ້ນຄ້ວາ ແລະ ນໍາສະເໜີຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການ ຮັບພິດຊອບວຽກ

ງານຕ່າງໆ ກ່ຽວກັບວຽກວິຊາການ;

11) ສ້າງແຜນການຈັກຕັ້ງປະຕິບັດ ແລະ ປະເມີນການຮ່ວມໂມງສອນ ແລະ ຄົ້ນຄ້ວາບົດ

ສອນຂອງຄູ ທັງພາກທິດສະດີ ແລະ ພາກປະຕິບັດ;

12) ສັງລວມ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການຫຼັກສູດ ທຸກໆສາຂາວິຊາທັງ

ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ;

13) ຂື້ນແຜນງົບປະມານຮັບໃຊ້, ທາບທາມ ແລະ ຕິດຕາມການປະເມີນຜົນການລົງຝຶກ

ງານຕາມໂຄງການຫຼັກສູູດ;

14) ສົມທົບກັບຄະນະພາກວິຊາ, ສາຂາວິຊາ ແລະ ຄະນະສາຍວິຊາກ່ຽວຂ້ອງ ເພື່ອສ້າງ

ແຜນການເກັບໜ່ວຍກິດ ແລະ ດັດແກ້Grade;

15) ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງພະແນກ;

7.2 ໜ້າວຽກ ແລະ ຄວາມຮັບພິດຊອບ ຂອງໜ່ວຍງານຄຸ້ມຄອງຫຼັກສູດ ແລະ ສື່ການຮຽນ

-ການສອນ.

1) ສ້າງແຜນເຄື່ອນໄຫວວິຊາການປະຈໍາສົກຮຽນ (ປະຕິທິນການສຶກສາ)

2)​ ສ້າງລະບົບຕິດຕາມການການປະຕິບັດໂຄງການຫຼັກສູດ ແລະ ການນໍາໃຊ້ສື່ການຮຽນ

-ການສອນຂອງທຸກໆສາຂາວິຊາ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ;

3)​ ຈັດຕັ້ງຄົ້ນຄ້ວາແຕ່ງບົດສອນ, ສ້າງແຜນການສອນປະຈໍາພາກຮຽນຕາມໂຄງການຫຼັກ

ສູດ;

4) ຄົ້ນຄ້ວາ ແລະ ນໍາສະເໜີ ການປັບປຸງເນື້ອໃນໂຄງການຫຼັກສູດ ບາງລາຍວິຊາໃຫ້

ສອດຄອງສະພາບການຊົມໃຊ້ແຮງງານ ໃນແຕ່ລະໄລຍະ,

5) ສ້າງແຜນການຊຸກຍູ້ ແລະ ຕິດຕາມການປະຕິບັດວຽກງານ ຂອງຄະນະສາຍວິຊາ,ຊັບ

ຊ້ອນຄູສອນ ແລະ ຄິດໄລຊົ່ວໂມງສອນຂອງຄູ;

6) ຈັດຕັ້ງການຂຽນ, ການໃຫ້ຄໍາປຶກສາ ແລະ ການປ້ອງກັນບົດສຶກສາໂຄງການ/ບົດລາຍ

ງານຈົບຊັ້ນຕາມໂຄງການຫຼັກສູດ;

7) ຈັດຕັ້ງຄົ້ນຄ້ວາຮຽບຮຽງ ແລະ ຈັດພິມ ປື້ມຄູ່ມື ຮັບໃຊ້ການຮຽນ-ການສອນ ຕາມໂຄງ

ການຫຼັກສູດ, ໂດຍສົມທົບກັບພາກວິຊາ ແລະ ສາຂາວິຊາ ທີ່ກ່ຽວຂ້ອງ;

8) ປະຕິບັດວຽກງານອື່ນໆ ຕາມການມອບໝຍ ຂອງພະແນກ.

3. ບົດຄົ້ນຄ້ວາທີ່​ກ່ຽວຂອ້ງ

ກາດ​​ແກ້ວ ​ເຮືອງ​ວິ​ໄລ(2010: ບົດ​ຄັດ​ຫຍໍ້) ​ໄດ້​ສຶກສາວິ​ໄຈສະພາບ ​ແລະບັນຫາ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນ ​ໃນ​ສະຖານ​ສຶກສາ​ອາຊີວະ​ສຶກສາພາກ​ລັດ​ໃນ​ນະຄອນຫຼວງ​ວຽງ​ຈັນຜົນການວິໄຈພົບວ່າ

1. ສະພາບ ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນ ​ໃນ​ສະຖານ​ສຶກສາ​ອາຊີວະ​ສຶກສາພາກ​ລັດ​ໃນ​ນະຄອນຫຼວງ​ວຽງ​ຈັນ ​ໃນ​ປີ2009 ​ໂດຍ​ພາບ​ລວມມີ​ການ​ປະຕິບັດຢູ່​ໃນ​ລະດັບ​ຫຼາຍ ​ແລະ ​ເມື່ອ​ພິຈາລະນາ​ເປັນ​ລາຍ​ດ້ານ​ພົບ​ວ່າດ້ານ​ການວາງ​ແຜນການ​ສອນ, ດ້ານ​ດໍ​າ​ເນີນ​ການ​ສອນ, ດ້ານ​ການ​ວັດແລະປະ​ເມີນ​ຜົນການ​ຮຽນ-ການ​ສອນທັງ3ດ້ານ​ລ້ວນ​ແຕ່​ມີ​ການ​ປະຕິ ບັດ​ຢູ່​ໃນ​ລະດັບ​ຫຼາຍ​ ຕາມ​ລໍາດັບ.

2. ບັນຫາ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນ ​ໃນ​ສະຖານ​ສຶກສາ​ອາຊີວະ​ສຶກສາພາກ​ລັດ​ໃນ​ນະຄອນຫຼວງ​ວຽງ​ຈັນໃນ​ປີ2009 ​ໂດຍ​ພາບ​ລວມມີ​ບັນຫາ​ຢູ່​ໃນ​ລະດັບ​ປານ​ກາງ ​ເມື່ອ​ພິຈາລະນາ​ເປັນ​ລາຍ​ດ້ານດ້ານທີ່​ມີ​ບັນຫາ​ໃນ​ການ​ປະຕິບັດ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນ​ຢູ່​ໃນ​ລະດັບ​ປານ​ກາງ​ຄື​ກັນ​ຄືດ້ານ​ການວາງ​ແຜນການ​ສອນ, ດ້ານ​ການ​ວັດແລະປະ​ເມີນ​ຜົນການ​ຮຽນ-ການ​ສອນສ່ວນ​ດ້ານ​ທີ່​ມີ​ບັນຫາ​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນ​ຢູ່​ໃນ​ລະດັບ​ໜ້ອຍ​ຄືດ້ານ​ການດໍ​າ​ເນີນ​ການ​ສອນ.

3. ການ​ປຽບທຽບ ​ຄວາມ​ຄິດ​ເຫັນ​ຂອງ​ບຸກຄະລາ​ກອນ​ທາງ​ການ​ສຶກສາຈໍາ​ແນ​ກຕາມ​ຕໍາ​ແໜ່​ງໜ້າ​ທີ່​ກ່ຽວ​ກັບ​ບັນຫາ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນໃນ​ສະຖານ​ສຶກສາ​ອາຊີວະ​ສຶກສາພາກ​ລັດ​ໃນ​ນະຄອນຫຼວງ​ວຽງ​ຈັນໃນ​ປີ2009 ​ໂດຍ​ພາບ​ລວມຜູ້​ບໍລິຫານ​ສະຖານ​ສຶກສາ ​ແລະຄູ​ຜູ້​ສອນ​ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ມີເນື້ອ​ໄນ​ສໍາຄັນ​ທາງ​ສະຖິຕິ​ທີ່​ລະດັບ0.05 ​ໂດຍ​ພົບ​ວ່າຜູ້ບໍລິຫານ​ສະຖານ​ສຶກສາ​ເຫັນ​ບັນຫາ​ຫຼາຍ​ກວ່າ​ຄູ​ຜູ້​ສອນເມື່ອພິຈາລະນາ​ເປັນ​ລາຍ​ດ້ານ​ກໍ​ພົບ​ມີ2ດ້ານ​ຄືດ້ານ​ການວາງ​ແຜນການ​ສອນ, ດ້ານການ​ດໍ​າ​ເນີນ​ການ​ສອນມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ມີ​ໄນ​ສໍາຄັນ​ທາງ​ສະຖິຕິ​ທີ່​ລະດັບ0.05,ສ່ວນ​ດ້ານ​ການ​ວັດ​ແລະ​ເມີນ​ຜົນ​ການ​ຮຽນ-ການ​ສອນມີ​ຄວາມ​ຄິດ​ເຫັນ​ບໍ່ແຕກ​ຕ່າງ​ກັນ​ຢ່າງ​ມີ​ໄນ​ສໍາຄັນ​ທາງ​ສະຖິຕິ​ທີ່​ລະດັບ0.05

4. ການ​ປຽບທຽບ ​ຄວາມ​ຄິດ​ເຫັນ​ຂອງ​ບຸກຄະລາ​ກອນ​ທາງ​ການ​ສຶກສາຈໍາ​ແນ​ກຕາມ​ຕໍາ​ແໜ່​ງໜ້າ​ທີ່​ກ່ຽວ​ກັບ​ສະພາບ, ຈໍາ​ແນ​ກຕາມ​ວຸດ​ທິການ​ສຶກສາ ​ແລະປະສົບ​ການ​ໃນ​ການ​ເຮັດ​ວຽກກ່ຽວ​ກັບ​ສະພາບ​ ແລະ​ ບັນຫາ​ ການ​ປະຕິບັດ​ໜ້າ​ທີ່​ການ​ສອນໃນ​ສະຖານ​ສຶກສາ​ອາຊີວະ​ສຶກສາພາກ​ລັດ​ໃນ​ນະຄອນຫຼວງ​ວຽງ​ຈັນໃນ​ປີ2009 ​ໂດຍ​ພາບ​ລວມຜູ້​ບໍລິຫານ​ສະຖານ​ສຶກສາ ​ແລະຄູ​ຜູ້​ສອນ​ ມີ​ຄວາມ​ຄິດ​ເຫັນ​ບໍ່ແຕກ​ຕ່າງ​ກັນ​ຢ່າງ​ມີ​ໄນ​ສໍາຄັນ​ທາງ​ສະຖິຕິ​ທີ່​ລະດັບ0.05 ​​ເມື່ອ​ພິຈາລະນາ​ເປັນ​ລາຍ​ດ້ານ​ຄື: ດ້ານ​ການວາງ​ແຜນການ​ສອນ, ດ້ານການ​ດໍ​າ​ເນີນ​ການ​ສອນ, ​ດ້ານ​ການ​ວັດ​ແລະ​ເມີນ​ຜົນ​ການ​ຮຽນ-ການ​ສອນກໍມີ​ຄວາມ​ຄິດ​ເຫັນ​ບໍ່ແຕກ​ຕ່າງ​ກັນ​ຢ່າງ​ມີ​ໄນ​ສໍາຄັນ​ທາງ​ສະຖິຕິ​ທີ່​ລະດັບ0.05

​ໂນ​ສະ​ຫ່ວາງ ມັງໜໍ່​ເມກ (2010: ບົດ​ຄັດ​ຫໍ້ຍ) ການ​ຄົ້ນ​ຄ້ວາ​ເລື່ອງ ສະພບ​ການ​ບໍລິຫ ານ​ງານ​ວິທະຍາ​ໄລ ວຽງຈັນ​ພັດທະນາ​ອາຊີບ ​ໂດຍ​ພາບ​ລວມຢູ່​ໃນ​ລະດັບ​ປານ​ກາງ ແລະ ເມື່ອພິຈາ

ລະນາແຕ່ລະດ້ານ ພົບວ່າ

1) ດ້ານ​ຫຼັກສູດ ​ຍັງ​ບໍ່​ທັນມີ​ຄວາມທັນສະ​ໄໝ​ພຽງພໍຕໍ່​ການ​ປ່ຽນ​ແປງ​ທາງ​ວິທະຍາ ສາດ ​ເຕັກ​ໂນ​ໂລ​ຊີຊຶ່ງ​ສາມາດ​ເຊື່ອມ​ຕໍ່​ໃນ​ແຕ່​ລະ​ລະດັບ, ພາກ​ທິດ​ສະ​ດີ ​ແລະພາກ​ປະຕິບັດ​ຕົງ​ຈິງ​ຄວນ​ມີ​ຄວາມ​ສອດຄ່ອງ.

2) ດ້ານ​ການຈັດການ​ຮຽນ-ການ​ສອນ ​ເຫັນ​ວ່າ​ຄູ​ນໍາພາ​ນັກຮຽນ​ໄປ​ທັດສະນະ​ສຶກສານ​ອກສະຖານ​ທີ່​ຕາມ​ອູ່​ສ້ອມ​ແປງ​ຕ່າງໆຍັງ​ມີ​ໜ້ອຍ ​ແລະຄວາມ​ຮັບຜິດຊອບ​ຂອງ​ຄູ​ບໍ່​ທັນ​ສູງ​ ຕໍ່ການ​ຈັດການ​ຮຽນ-ການ​ສອນ.

3) ດ້ານ​ສື່​ນະ​ວັດຕະ​ກໍາ ​ເຕັກ​ໂນ​ໂລ​ຊີ ​ເຫັນ​ວ່າການ​ນໍາ​ໃຊ້​ສື່​ແລະ​ເຕັກ​ໂນ​ໂລ​ຊີ​ຍັງ​ບໍ່​ທັນ​ຫຼາກ​ຫຼາຍ ​ແລະການຈັດ​ສ້າງ​ແຜນການ​ນໍາ​ໃຊ້​ສື່​ບໍ່​ທັນ​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ.

4) ດ້ານ​ການ​ວັດ​ແລະປະ​ເມີນ​ຜົນ ​ເຫັນ​ວ່າຄູ​ຍັງ​ບໍ່​ໄດ້​ດໍາ​ເນີນ​ການ​ວັດ​ປະ​ເມີນ​ຜົນ​ຢ່າງ​ເປັນ​ລະບົບ.

5) ດ້ານ​ກິດຈະ​ກໍາ​ນັກຮຽນ ​ເຫັນ​ວ່າອຸປະກອນ​ກິລາ​ຍັງ​ບໍ່​ພຽງພໍ, ການ​ເຄື່ອນ​ໄຫວ​ແຂ່ງ​ຂັນ​ກິລາ​ຄວນ​ມີ​ຫຼາຍ​ຂຶ້ນ.

6) ດ້ານ​ການ​ບໍລິຫານ​ງານ​ທົ່ວ​ໄປ ​ເຫັນ​ວ່າການ​ຈັດການ, ການ​ບໍລິຫານ ​ແລະການ​ແນະ​ນໍາ​ຫ້ອງ​ສະໝຸດ​ຍັງ​ບໍ່​ທັນ​ທົ່ວ​ເຖິງ.

2. ປຽບທຽບສະພາບ​ການ​ບໍລິຫານ​ງານ​ຂອງ​ວິທະຍາ​ໄລ ວຽງ​ຈັນ​ພັດທະນາ​ອາຊີບ ​ຕາມ​ຄວາມ​ຄິດ​ເຫັນ​ຂອງ​ນັກຮຽນ ​ນັກ​ສຶກສາຈໍາ​ແນ​ກຕາມ​ອາຍຸແລະລະດັບ​ການ​ສຶກສາພົບ​ວ່າ

1) ນັກຮຽນ ​ນັກ​ສຶກສາທີ່​ມີ​ອາຍຸຕ່າງ​ກັນມີ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສະພາບການ​ບໍລິຫານ​ງານ​ຂອງ​ວິທະຍາ​ໄລ ວຽງ​ຈັນ​ພັດທະນາ​ອາຊີບໂດຍ​ພາບ​ລວມບໍ່​ແຕກ​ຕ່າງ​ກັນທີ່​ລະດັບ​ໄນ​ສໍາຄັນ​ທາງ​ສະຖິຕິ​ທີ່0.05

2) ນັກຮຽນ ​ນັກ​ສຶກສາທີ່​ກໍາລັງ​ສຶກສາ​ຢູ່​ໃນ​ລະດັບ​ຊັ້ນຕ່າງ​ກັນມີ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສະພາບການ​ບໍລິຫານ​ງານ​ຂອງ​ວິທະຍາ​ໄລ ວຽງ​ຈັນ​ພັດທະນາ​ອາຊີບໂດຍ​ພາບ​ລວມບໍ່​ແຕກ​ຕ່າງ​ກັນທີ່​ລະດັບ​ໄນ​ສໍາຄັນ​ທາງ​ສະຖິຕິ​ທີ່0.05

ລັດສະໝີ ທຳມະວົງສາ (2010 ບົດຄັດຫຍໍ້)ສະພາບ ​ແລະບັນຫາການ​ບໍລິຫານ​ງານ​ວິຊາ​ການ​ວິທະຍາ​ໄລພາກ​ເອກະ​ຊົນ​ໃນ​ນະຄອນຫຼວງ​ວຽງຈັນຜົນການວິໄຈພົບວ່າ:

1. ສະພາບ​ການ​ບໍລິຫານ​ງານ​ວິຊາ​ການ​ຂອງ​ວິທະຍາ​ໄລ​ພາກ​ເອກະ​ຊົນ​ໃນ​ນະຄອນຫຼວງ​

ວຽງຈັນ ​ໂດຍ​ພາບ​ລວມຢູ່​ໃນ​ລະດັບ​ປານ​ກາງ ​ໂດຍ​ລຽງລຳດັບດ້ານ​ທີ່​ມີຄ່າ​ສະ​ເລ່ຍສູງ​ສຸດຫາ​ດ້ານທີ່​ມີຄ່າ​ສະ​ເລ່ຍຕໍ່າສຸດຕາມ​ລຳດັບ​ໄດ້​ດັ່ງນີ້ດ້ານ​ການ​ຈັດການ​ຮຽນການ​ສອນ, ດ້ານ​ການ​ວັດ​ແລະ​ປະ​ເມີນ​ຜົນ, ດ້ານ​ຫຼັກສູດ, ດ້ານ​ສື່​ການ​ຮຽນການ​ສອນ ​ແລະດ້ານ​ການ​ພັດທະນາ​ຄູ​ອາຈານ.

2. ບັນຫາການ​ບໍລິຫານ​ງານ​ວິຊາ​ການ​ຂອງ​ວິທະຍາ​ໄລ​ພາກ​ເອກະ​ຊົນ​ໃນ​ນະຄອນຫຼວງ​ວຽງຈັນໂດຍ​ພາບ​ລວມຢູ່​ໃນ​ລະດັບ​ປານກາງ ​ໂດຍ​ລຽງລຳດັບດ້ານ​ທີ່​ມີ​ບັນຫາ​ສູງ​ສຸດ​ຫາ​ດ້ານ​ທີ່​ມີ​ບັນຫາຕໍ່າສຸດຕາມ​ລຳດັບ​ໄດ້​ດັ່ງນີ້ດ້ານ​ການ​ພັດທະນາ​ຄູ​ອາຈານ, ດ້ານ​ຫຼັກສູດ, ດ້ານ​ການ​ວັດ​ແລະ​ປະ​ເມີນ​ຜົນ, ດ້ານ​ການ​ຈັດການ​ຮຽນການ​ສອນ ​ແລະດ້ານ​ສື່​ການ​ຮຽນການ​ສອນ.

3. ຜົນ​ການ​ປຽບທຽບຄວາມ​ຄິດ​ເຫັນ​ກ່ຽວກັບ​ສະພາບ​ການບໍລິຫານງານ​ວິຊາ​ການ​ວິທະຍາ​ໄລ​ພາກ​ເອກະ​ຊົນໃນ​ນະຄອນຫຼວງ​ວຽງຈັນຂອງ​ຄູ​ອາຈານ​ສອນ​ທີ່​ມີ​​​ເພດ​ຕ່າງ​ກັນ ​ແລະ ​ຄູ​ອາຈານ​ສອນ​ທີ່​ມີວຸດ​ທິການ​ສຶກສາຕ່າງ​ກັນມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງບໍ່​ມີ​ໄນຍະ​ສຳຄັນ​ທາງ​ສະຖິຕິ​ທີ່​ລະດັບ.05; ສ່ວນຄວາມຄິດເຫັນກ່ຽວກັບສະພາບການບໍລິຫານງານວິຊາການວິທະຍາໄລພາກເອກະຊົນຂອງຄູອາຈານສອນ​ທີ່​ມີປະສົບ​ການ​​ໃນ​ການ​ສອນຕ່າງ​ກັນມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ມີ​ໄນຍະ​ສຳຄັນ​ທາງ​ສະຖິຕິ​ທີ່​ລະດັບ .05

4. ຜົນ​ການ​ປຽບທຽບຄວາມ​ຄິດ​ເຫັນ​ກ່ຽວກັບ​ບັນຫາການ​ບໍລິຫານ​ງານ​ວິຊາ​ການ​ວິທະຍາ​ໄລ​ພາກ​ເອກະ​ຊົນ​ໃນ​ນະຄອນຫຼວງ​ວຽງຈັນຂອງ​ຄູ​ອາຈານ​ສອນທີ່​ມີ​​​ເພດ​ຕ່າງ​ກັນ ​ແລະ ​ຄູ​-ອາຈານ​​ທີ່​ມີວຸດ​ທິການ​ສຶກສາຕ່າງ​ກັນມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງບໍ່​ມີ​ໄນຍະ​ສຳຄັນ​ທາງ​ສະຖິຕິ​ທີ່​ລະດັບ.05​; ສ່ວນຄວາມຄິດເຫັນກ່ຽວກັບບັນຫາການບໍລິຫານງານວິຊາການວິທະຍາໄລພາກເອກະຊົນຂອງຄູອາຈານສອນ​ທີ່​ມີປະສົບ​ການ​​ໃນ​ການ​ສອນຕ່າງ​ກັນມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ມີ​ໄນຍະ​ສຳຄັນ​ທາງ​ສະຖິຕິ​ທີ່​ລະດັບ .05

²÷©-ê½-¸ö¤ ²ñ©ê½-©¾-¸ö¤ (2010 ບົດຄັດຫໍ້ຍ) ໄດ້ສຶກສາ£¸¾´--À²…¤-²ð-Ã¥-¢º¤­ñ¡¦ô¡¦¾ªÒ¡¾­

®ðìò¹¾­¤¾­¸ò§¾¡¾­¢º¤ ¸ò꽨¾Äì ®ðìò¹¾­ê÷콡ò© -Á¦¤-¦½¹¸ñ­ ­½£º­¹ì¸¤¸¼¤¥ñ­ຜົນການວິໄຈພົບວ່າ

      1. £¸¾´À²…¤-²ð-Ã¥-¢º¤-­ñ¡-¦ô¡¦¾-ªÒ-¡¾­-®ðìò¹¾­-¤¾­-¸ò§¾-¡¾­-¢º¤-¸ò꽨¾-Äì ®ðìò¹¾­-ê÷ì½-¡ò© -Á¦¤-¦½¹¸ñ­ ­½£º­¹ì¸¤-¸¼¤-¥ñ­ ©¨-²¾®-츴 -Áì½ -ÁªÈ-ì½-©É¾­µøÈ-í-콩ñ® ¯¾­-¡¾¤. ©¨-켤-ì¿©ñ®-©É¾­-ê†-´ó-£¸¾´-À²…¤-²ð-Ã¥¥¾¡-¹ì¾¨-į-¹¾-Îɺ¨-ª¾-´ì¿©ñ® Ä©É-©ñú¤­š: -©É¾­-¡¾­-¥ñ©-¡ò©¥½¡¿-¡¾­-»¼­Œ ¡¾­-¦º­, -©É¾­-¹ìñ¡¦ø©, ©É¾­¡¾­-¸ñ© -Áì½ -¯½-À´ó­-°ö­, ©É¾­-¦ˆ-¡¾­»¼­Œ¡¾­-¦º­.

2.    °ö­-¡¾­-¯¼®ê¼®-£¸¾´-À²…¤²ð-Ã¥-ªÒ-¡¾­®ðìò¹¾­¤¾­¸ò§¾¡¾­¢º¤­ñ¡-¦ô¡¦¾

-ê†-´óÀ²©ªÈ¾¤-¡ñ­ ´ó-£¸¾´-£ò©À¹ñ­ ®ÒÁª¡ªÈ¾¤-¡ñ­ -ê†-콩ñ®Ä­-¨½-¦¿£ñ­-꾤-¦½«òªò-ê† .05. ¦È¸­-­ñ¡-¦ô¡¦¾-ê†-´ó º¾¨÷, ¦½«¾­½-²¾®¦ö´ëö© -Áì½ §˜­¯ó-ê†-¦ô¡¦¾-ªÈ¾¤-¡ñ­ ´ó-£¸¾´-£ò©-À¹ñ­ Áª¡ªÈ¾¤-¡ñ­ -µÈ¾¤-´óໄລ-¨½-¦¿£ñ­-꾤-¦½«òªò-ê†ì½©ñ® .05 .

ບົດທີ 3

ວິທີການດຳເນີນການຄົ້ນຄ້ວາ

ໃນການຄົ້ນຄ້ວາຄັ້ງນີ້ເພື່ອຄົ້ນຄ້ວາການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນ. ຊຶ່ງຜູ້ຄົ້ນຄ້ວາໄດ້ດໍາເນີນຕາມຂັ້ນຕອນດັ່ງນີ້:

1. ປະຊາກອນ ແລະ ກຸ່ມຕົວຢ່າງ

2. ເຄື່ອງມືທີ່ໃຊ້ໃນການຄົ້ນຄ້ວາ

3. ວິທີສ້າງເຄື່ອງມື

4. ວິທີການດໍາເນີນການຄົ້ນຄ້ວາ

5. ວິທີວິເຄາະຂໍ້ມູນ

6. ສະຖິຕິທີ່ໃຊ້ໃນການຄົ້ນຄ້ວາ

1. ປະຊາກອນ ແລະ ກຸ່ມຕົວຢ່າງ

1.1 ປະຊາກອນ

ປະຊາກອນທີ່ໃຊ້ໃນການຄົ້ນຄ້ວາຄັ້ງນີ້ໄດ້ແກ່ ຜູ້ບໍລິຫານ ແລະ ຄູອາຈານພາຍໃນສະຖາບັນອາຊີວະສຶກສາພາກລັດຈຳນວນ 5 ແຫ່ງໃນນະຄອນຫຼວງວຽງຈັນ. ໃນສົກສຶກສາ 2013-2014. ຈໍານວນ 453 ຄົນ ໃນນັ້ນມີ ຜູ້ບໍລິຫານຈໍານວນ 15 ຄົນ ແລະ ອາຈານສອນ ຈໍານວນ 438 ຄົນ.

1.2 ກຸ່ມຕົວຢ່າງ

ກຸ່ມຕົວຢ່າງທີ່ໃຊ້ຄົ້ນຄ້ວາໃນຄັ້ງນີ້ໄດ້ແກ່ ຜູ້ບໍລິຫານ ແລະ ຄູອາຈານສອນ ທີ່ສະຖາບັນອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນ. ສົກສຶກສາ 2013-2014. ໂດຍກໍານົດເອົາຜູ້​ຈໍາ

ນວນ 220 ຄົນ ໃນນັ້ນມີຜູ້ບໍລິຫານ 15 ຄົນ​ເປັນ​ກຸ່ມ​ເປົ້າໝາຍ ຄູອາຈານສອນ 205 ຄົນ. ໂດຍນໍາໃຊ້ຕາຕະລາງຂອງເຄຊີ ແລະ ໂມແກນ ( ອ້າງໃນ ທານິນ ສິລາປະຈາ, 2544 : 51 ).

ຈາກກຸ່ມຕົວຢ່າງດັ່ງກ່າວຈຶ່ງໄດ້ແບ່ງຕາມຊັດສ່ວນແຕ່ລະໂຮງຮຽນເຊິງລາຍລະອຽດດັ່ງນີ້:

ປະ

ຊາກອນ

ກຸ່ມຕົວຢ່າງ

ສະຖາບັນ ອາຊີວະສຶກສາ

ຜູ້ບໍລິຫານ

   ຄູ

ອາຈານ

ລວມ

  ຜູ້ບໍລິຫານ

  ຄູອາຈານ

ລວມ

1. ວິທະຍາໄລເຕັກນິກປາກປ່າສັກ

3

156

159

3

73

76

2.ໂຮງຮຽນເຕັກນິກລາວ-ເຢຍລະມັນ

3

69

72

3

32

35

3.ໂຮງຮຽນເຕັກນິກກະສິກໍາດົງຄໍາຊ້າງ

3

52

55

3

25

28

4.ໂຮງຮຽນວິທະຍາໄລ ສັບພະວິຊາ

3

84

87

3

39

42

5.ໂຮງຮຽນວິຊາຊີບມິດຕະພາບວຽງຈັນ-

ຮ່າໂນ້ຍ

3

77

80

3

36

39

ລວມ

15

438

453

15

205

220

ຕາຕະລາງທີ2 ສະຖິຕິ​ບຸກຄະລາ​ກອນ​ໂຮງຮຽນອາຊີວະ​ສຶກສາ

ສະຖາບັນສຶກສາອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນໃນສົກສຶກສາ (2013-2014)

2. ເຄື່ອງມືທີ່ໃຊ້ໃນການຄົ້ນຄ້ວາ

ເຄື່ອງມືທີ່ໃຊ້ໃນການວິໄຈຄັ້ງນີ້ເປັນແບບສອບຖາມກ່ຽວກັບການບໍລິຫານວິຊາການຂອງຜູ້ບໍລິ ຫານໃນໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ປະກອບມີ 3 ຕອນຄື:

ຕອນທີ 1ເປັບແບບສອບຖາມກ່ຽວກັບສະຖານະພາບຂອງຜູ້ຕອບແບບສອບຖາມມີລັກສະນະເປັນແບບກວດສອບລາຍການ(Checklist)

ຕອນທີ 2ເປັນແບບສອບຖາມກ່ຽວກັບການບໍລິຫານວິຊາການຂອງຜູ້ບໍລິຫານໃນໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ໃນ 4 ດ້ານຄືການບໍລິຫານຫຼັກສູດ, ການບໍລິຫານການຮຽນ-ການສອນ, ການບໍລິຫານສື່ການຮຽນ-ການສອນ, ການບໍລິຫານການວັດປະເມີນຜົນ. ລັກສະນະຂອງແບບສອບຖາມເປັນແບບມາດຕາສ່ວນປະມານຄ່າ5ລະດັບ (RatingScale) ຂອງ

ລິເຄີດLikert Method)ໂດຍມີຄ່າລະດັບຄະແນນດັ່ງນີ້:

5ໝາຍເຖິງການປະຕິບັດຢູ່ໃນລະດັບຫຼາຍທີ່ສຸດ

4ໝາຍເຖິງການປະຕິບັດຢູ່ໃນລະດັບຫຼາຍ

3 ໝາຍເຖິງການປະຕິບັດຢູ່ໃນລະດັບປານກາງ

2ໝາຍເຖິງການປະຕິບັດຢູ່ໃນລະດັບໜ້ອຍ

1 ໝາຍເຖິງການປະຕິບັດຢູ່ໃນລະດັບໜ້ອຍທີ່ສຸດ

ຕອນທີ 3 ເປັນແບບຄຳຖາມປາຍເປີດເພື່ອຖາມກ່ຽວກັບຄວາມຄິດເຫັນເພີ່ມເຕີມໃນການບໍລິຫານວິຊາການຂອງຜູ້ບໍລິຫານໃນໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ທັງ4ດ້ານຄືດ້ານການບໍລິຫານຫຼັກສູດ, ດ້ານການບໍລິຫານການຈັດການຮຽນ-ການສອນ, ດ້ານການບໍລິຫານສື່ການຮຽນ-ການ​ສອນ ​ແລະ ດ້ານ​ການບໍລິຫານ​ການວັດ ​ແລະ ປະ​ເມີນ​ຜົນ.

 

ລ/ດ

ລາຍການ

ລະດັບປະຕິບັດ

ລະດັບບັນຫາ

ຂໍ້ແນະນຳ

5

4

3

2

1

5

4

3

2

1

 

ໂຮງຮຽນອາຊີວະສຶກສາໄດ້ປະຕິບັດຫຼັກສູດຕາມການກໍານົດຂອງກະຊວງສຶກສາທິການ ແລະ ກິລາວາງໄວ້

 

 

 

 

 

 

 

 

 

ຕາຕະລາງທີ່3 ​ແບບ​ສອບຖາມ

ຖ້າຫາກສອດຄ່ອງກ່ຽວກັບລະດັບບັນຫາໃຊ່ຫ້ອງທີ່ 5 ຫຼື 4 ໃຫ້ຂຽນຂໍ້ແນະນໍາໃນການແກ້ບັນຫາດັ່ງກ່າວ

3. ການ​ສ້າງ​ເຄື່ອງມື

1)ສຶກສາເອກະສານແລະບົດຄົ້ນຄ້ວາທີ່ກ່ຽວຂ້ອງກັບການບໍລິຫານວິຊາການ ຂອງຜູ້ບໍລິຫານໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ໃນ 4 ດ້ານຄືການບໍລິຫານຫຼັກສູດ, ການບໍລິຫານການຮຽນ-ການສອນ, ການບໍລິຫານສື່ການຮຽນ-ການສອນ, ການບໍລິຫານການວັດແລະປະເມີນຜົນ.

2) ສ້າງແບບສອບຖາມກ່ຽວກັບ ການບໍລິຫານວຽກງານວິຊາການຂອງຜູ້ບໍລິຫານໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.ຕາມຈຸດປະສົງ ແລະ ນິຍາມຄໍາສັບ.

3)ສະເໜີຮ່າງແບບສອບຖາມທີ່ສ້າງຕໍ່ອາຈານທີ່ປຶກສາກວດສອບເພື່ອພິຈາລະນາແລ້ວນຳມາແກ້ໄຂຕາມທີ່ອາຈານທີ່ປຶກສາໃຫ້ຄຳແນະນຳ

4)ນຳແບບສອບຖາມໄປໃຫ້ຜູ້ຊ່ຽວຊານ 5 ທ່ານ ເພື່ອພິຈາລະນາຄວາມຖືກຕ້ອງທາງດ້ານເນື້ອໃນ(Content Validity)ຂອງແບບສອບຖາມ. ເພື່ອວິເຄາະດັດສະນີຄວາມສອດຄ່ອງລະຫວ່າງຂໍ້ຄຳຖາມແລະຈຸດປະສົງ(Index of Item objective congruence: IOC)ຈາກນັ້ນຄັດເລືອກເອົາຂໍ້ທີ່ມີຄ່າIOCຕັ້ງແຕ່0.5ຂຶ້ນໄປເປັນຂໍ້ຄຳຖາມ

5)ນຳເຄື່ອງມືໄປທົດລອງ(Try out)ໃຊ້ກັບຜູ້ບໍລິຫານແລະຄູສອນຢູ່ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນທີ່ບໍ່ແມ່ນກຸ່ມຕົວຢ່າງຈຳນວນ 30ຄົນ.

6)ນຳເອົາແບບສອບຖາມມາຫາຄ່າຄວາມເຊື່ອໝັ້ນ (reliability)ຂອງແບບສອບຖາມດ້ວຍວິທີການຫາຄ່າສຳປະສິດ (Alpha Coefficient)ຂອງຄອນບາດ(Cron bachອ້າງເຖິງ

ພັດທະລາພອນເກດສັງ, 2549:138)

7)ນໍາເອົາເຄື່ຶງມືມາປັບປຸງແກ້ໄຂ ແລະ ຈັດພິມເປັນສະບັບສົມບູນເພື່ອນໍາໄປເກັບຮວບ

ຮວມຂໍ້ມູນກັບກຸ່ມຕົວຢ່າງ.

ແຜນວາດສະແດງຂັ້ນຕອນໃນການສ້າງເຄື່ອງມືຄົ້ນຄ້ວາ

ຮູບພາບທີ 2 ​ແຜນ​ວາດ​ສະ​ແດງ​ຂັ້ນ​ຕອນ​ການສ້າງ​ເຄື່ອງມື

4. ການເກັບຮວບຮວມຂໍ້​ມູນ

1. ຂໍໜັງສືສະເໜີຈາກຄະນະສຶກສາສາດມະຫາວິທະຍາໄລແຫ່ງຊາດເພື່ອໄປຂໍຄວາມຊ່ວຍເຫຼືອຈາກຜູ້ອໍານວຍການໂຮງຮຽນອາຊີວະສຶກສານະຄອນຫຼວງ ທັງ 5 ໂຮງຮຽນ, ເພື່ອຂໍອະນຸຍາດໃຫ້ຜູ້ບໍລິຫານໂຮງຮຽນ ແລະ ຄູສອນທີ່ເປັນກຸ່ມຕົວຢ່າງຕອບແບບສອບຖາມ.

 2. ນໍາເອົາໜັງສືສະເໜີໄປເຖິງຜູ້ອໍານວຍການໂຮງຮຽນອາຊີວະສຶກສາ ທັງ 5 ແຫ່ງເພື່ອຂໍອະນຸຍາດແຈກຢາຍແບບສອບຖາມໃຫ້ກັບກຸ່ມຕົວຢ່າງ ທຸກໂຮງຮຽນທີເປັນກຸ່ມຕົວຢ່າງ ໂດຍຜູ້ຄົ້ນຄ້ວາໄປສົ່ງ ແລະ ເກັບແບບສອບຖາມດ້ວຍຕົນເອງຕາມເວລາທີ່ນັດໝາຍ.

 3. ຜູ້ຄົ້ນຄ້ວາໄປຮັບແບບສອບຖາມດ້ວຍຕົນເອງແລ້ວນໍາເອົາແບບສອບຖາມທີ່ລວບລວມມາໄດ້ແລ້ວກວດສອບຄືນຖືກຕ້ອງສົມບູນ ເພື່ອໃຊ້ວິເຄາະຂໍ້ມູນຕໍ່ໄປ.

5. ການວິເຄາະຂໍ້ມູນ  

ການວິເຄາະຂໍ້ມູນພາຍຫຼັງຜູ້ວິໄຈຮັບແບບສອບຖາມກັບຄືນມາແລ້ວກວດກາຄວາມສົມບູນຂອງແບບສອບຖາມຈາກນັ້ນດຳເນີນການວິເຄາະຂໍ້ມູນໂດຍໃຊ້ໂປຣແກຼມຄອມພິວເຕີ spssສຳເລັດຮູບຕາມແຕ່ລະຕອນດັ່ງນີ້:

ຕອນທີ 1. ເປັນການວິເຄາະຂໍ້ມູນກ່ຽວກັບກັບສະຖານະພາບຂອງຜູ້ຕອບແບບສອບຖາມໂດຍໃຊ້ຂໍ້ມູນຈາກແບບສອບຖາມໂດຍຫາຄ່າແຈກແຈງຄວາມຖີ່ (f) ແລະ ຫາ (P) (%)

ຕອນທີ 2. ວິເຄາະຂໍ້ມູນກ່ຽວກັບການບໍລິຫານວິຊາການຂອງຜູ້ບໍລິຫານໂຮງຮຽນອາຊີວະ

ສຶກສາໂດຍຫາຄ່າສະເລ່ຍ () ແລະຄ່າຜັນປ່ຽນມາດຕະຖານ ( S.D ) ໂດຍອິງໃສ່ເກນການແປຜົນ 5 ລະດັບດັ່ງນີ້: (ພັດທະລາພອນເກດສັງ: 2549:109)

(1) ຄ່າສະເລຍ 4.51 - 5.00 ມີການປະຕິບັດ ແລະ ບັນຫາການບໍລິຫານງານວິຊາການໃນລະດັບຫຼາຍທີສຸດ.

(2) ຄ່າສະເລຍ 3.51 – 4.50 ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບດີ.

(3) ຄ່າສະເລຍ 2.51 – 3.50ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບປານ​ກາງ.

(4) ຄ່າສະເລຍ 1.51 – 2.50 ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບອ່ອນ.

(5) ຄ່າສະເລຍ 1.00 – 1.50 ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບອ່ອນທີ່ສຸດ.

ຕອນທີ 3 ວິເຄາະຂໍ້ມູນຕາມຈຸດປະສົງທີ  3.

1) ປຽບທຽບຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ຄູອາຈານຕໍ່ກັບການບໍລິຫານວຽກງານວິຊາການຂອງໂຮງຮຽນ ອາຊີວະສຶກສາ ໃນນະຄອນຫຼວງວຽງຈັນ. ຈໍາແນກຕາມຕໍາແໜ່ງ, ວຸດທິການສຶກສາ ແລະ ປະສົບການ ທັງລາຍດ້ານ ແລະ ພາບລວມໂດຍທົດສອບຄວາມແຕກຕ່າງລະຫ່ວາງ ຄ່າສະເລ່ຍຂອງກຸ່ມຕົວຢ່າງດ້ວຍການທົດສອບຄ່າທີ (T-test ).

2) ວິເຄາະຂໍ້ມູນກ່ຽວກັບແນວທາງການປັບປຸງ ການບໍລິຫານວຽກງານວິຊາການຂອງ

ໂຮງຮຽນອາຊີວະສຶກສາ ໃນນະຄອນຫຼວງວຽງຈັນ. ໂດຍສະຫຼຸບ, ສັງລວມ, ສັງເຄາະຂໍ້ມູນແລ້ວ

ຂຽນພັນລະນາແບບລຽງຄວາມ.

6.ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ

1). ສະຖິຕິພັນລະນາ

(1) ຂໍ້ມູນສະຖານະພາບ ຜູ້ຕອບແບບສອບຖາມໃຊ້ສະຖິຕິຄິດໄລ່ຫາແຕ່ຄວາມຖີ (Frequency) ແລະ ຕໍ່ສ່ວນຮ້ອຍ ( Percentage )

(2) ຂໍ້ມູນກ່ຽວກັບສະພາບ ຜູ້ບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາ ໃຊ້ສະຖິຕິຄິດໄລ່ຄ່າສະເລ່ຍ ( Mean ) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation) ຫຼື( S.D. )

2). ສະຖິຕິອ້າງອີງ

ການທົດສອບສົມມຸດຕິຖານທີ່ວ່າ ຜູ້ທີ່ມີໜ້າທີ່ຕໍ່າແໜ່ງ, ວຸດທິການສຶກສາ ແລະ ປະສົບການແຕ່ກຕ່າງກັນ ຈະມີລະດັບຄວາມຄິດເຫັນແຕ່ກຕ່າງກັນໃຊ້ວິທີທົດສອບແຕ່ທີ (t-test).

 

ເອກະສານອ້າງອີງ

Herbert A. Simon. (1982). Management: Theory; Process and Practice. 3rd ed.Chicago.

ກອງແກ້ວ ສີສົມພູ ​ແພງ​ເສີຍ ທິບ​ພິລາດ ແລະ ສົມສະນິດ ວົງຄໍາຈັນ. (2012). ການມີສ່ວນຮ່ວມຂອງຜູ້ບໍລິຫານໃນການບໍລິຫານງານວິຊາການຄະນະວິຊາຕ່າງໆ ໃນມະຫາວິທະຍາໄລແຫ່ງຊາດ. ນະຄອນຫຼວງວຽງຈັນ.

ກາດແກ້ວເຮື່ອງວິໄລ2010ສະພາບແລະບັນຫາການປະຕິບັດໜ້າທີການສອນໃນສະຖານສຶກສາອາຊີວະສຶກສາໃນພາກລັດໃນນະຄອນຫຼວງວຽງຈັນນະຄອນຫຼວງວຽງຈັນ

ການບໍລິຫານອາຊີວະສຶກສາ1999ກຸງເທບພີ່ມດີ

ການປະຕິຮູບການສຶກສາ2006-2015ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດນະຄອນຫຼວງວຽງຈັນ

ກິດຕິມາປຣິດິດລົກ2532ການບໍລິຫານແລະການນິເທດການສຶກສາເບື້ອງຕົ້ນກຸງເທບມະຫານະຄອນສີນະຄະລິນວິໂຮດປະສານມິດ

ກິດຕິມາປຣິດິດລົກ2532ເອກະສານຄໍາສອນການບໍລິຫານແລະການນິເທດການສຶກສາເບື້ອງຕົ້ນກຸງເທບປະສານມິດ

ກິຕິຕະຍັດຄານົນທ໌2535ເທັກນິກການສ້າງພາວະຜູ້ນໍາກຸງເທບ

ກູດ1973ການບໍລິຫານສະຖານສຶກສາກຸງເທບ

ກົມສາມັນສຶກສາ1995ນະຄອນຫຼວງວຽງຈັນກະຊວງສຶກສາທິການ

ກົມສາມັນສຶກສາ1995ເອກະສານການວາງແຜນຄຸ້ມຄອງແລະພັດທະນາໂຮງຮຽນນະຄອນຫຼວງວຽງຈັນ

ຄູ່ມື1997ສໍາລັບຜູ້ບໍລິຫານການສຶກສານະຄອນຫຼວງເຫຼັມ 3 ກະຊວງສຶກສາ

ຄູ່ມື2012ຜູ້ບໍລິຫານການສຶກສາເຫຼັ້ມ IXນະຄອນຫຼວງວຽງຈັນ

ຄູ່ມື2009ວິທີການເຮັດວຽກແລະຕໍ່າແໜ່ງງານວິທະຍາໄລອາຊີວະສຶກສານະຄອນຫຼວງວຽງຈັນກະຊວງສຶກສາທິການ

ຄູນມີພົມມະນິມິດ2007ຫຼັກການພື້ນຖານຂອງການບໍລິຫານນະຄອນຫຼວງວຽງຈັນກະຊວງກຶກສາທິການ

ຄູນມີພົມມະນິມິດຫຼັກການພື້ນຖານຂອງການບໍລິຫານບໍ່ລະບຸປີພິມ

ຄໍາຜົງພະເມືອງ2010.ສະພາບແລະບັນຫາການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ນະຄອນຫຼວງວຽງຈັນ

ຄໍາຫຼ້າອຸດົມສິນ2009ສະພາບແລະບັນຫາການບໍລິຫານງານວິຊາການຂອງໂຮງຮຽນມັດທະຍົມສຶກສາສົມບູນໃນເຂດນະຄອນຫຼວງວຽງຈັນນະຄອນຫຼວງວຽງຈັນ

ສະງັດອຸທຣານັນ2535ການນິເທດການສຶກສາກຸງເທບມິດສະຫຍາມ

ສະບັບປັບປຸງ2006-2015ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດນະຄອນຫຼວງວຽງຈັນ

ສີສຸກວົງວິຈິດ2553ການພັດທະນາຮູບແບບການບໍລິຫານງານວິຊາການໂຮງຮຽນປະຖົມສຶກສາໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ບົດນິພົນກຸງເທບ

ສຸທໍາທໍາທັດສນານົນ2554ຫຼັກການທິດສະດີແລະນະວັດຕະກໍາການບໍລິຫານການສຶກສາສາລະ​ຄາມມະຫາສາລະຄາມ

ສຸນທອນໂຄດບັນເທົາ2551ການບໍລິຫານກາສຶກສາກຸງເທບປັນຍາຊົນ

ສຸນທອນໂຄດບັນເທົາ2553ການພັດທະນາຫຼັກສູດແລະການນໍາໄປໃຊ້ກຸງເທບປັນຍາຊົນ

ສຸນີຍພູພັນ2546ແນວຄິດພື້ນຖານການສ້າງແລະການພັດທາຫຼັກສູດຊຽງໃໝ່The Knowledge Center

ສຸພາບວາດຂຽນແລະອໍຣະພິນໂພຊະນະດາ25.9.2013ອ້າງໃນwww. http://-www. Ipesp . ac.th/learning/websatitichapter3/unit3_3_1.html

ສຸມິຕຣຄຸນາກອນ2539ຫຼັກສູດແລະການສອນກຸງເທບພີມດີ

ສົມສິດເຂດຂາມ2545ປັດໃຈທີສໍາພັນກັບບັນຫາການບໍລິຫານວິຊາການຂອງຜູ້ບໍລິຫານໂຮງຮຽນປະຖົມສຶກສາສັງກັດສໍານນັກງານປະຖົມແຂວງບູລີລໍາ

ສົມນຶກພອນຈະເລີນ2544ຄວາມສໍາຄັນລະຫ່ວາງພຶດຕິກໍາຄວາມເປັນຜູ້ນໍາທາງວິຊາການຂອງຜູ້ບໍລິຫານສະຖານສຶກສາກັບຄວາມເພິ່ງພໍໃຈໃນການປະຕິບັດງານຂອງຄູສໍານັກງານການປະຖົມສຶກສາແຂວງສະລະບູລີສະລະບູລີເທບສະຕີ

ສົມນຶກພັດທິທະນີ2541ການວັດຜົນການສຶກສາກຸງເທບປະສານການພິມ

ສົມບັດສຸວັນພິທັກ2541ນິເທດແນວໃໝກຸງເທບປະສານການພິມ

ຊູຊາດຫົງຂາວ2549ຮູບແບບການຈັດການຮຽນ-ການສອນລະບົບພາສາໄທ

ຍຸກປະຕິຮູບການສຶກສາໄທ2546ແນວຄິດພື້ນຖານການສ້າງແລະການພັດທະນາຫຼັກສູດຊຽງໃໝ່ແສງສີລປ໌

ທໍາຣົງບົວສີ2532ທິດສະດີຫຼັກສູດການອອກແບບແລະພັດທະນາກຸງເທບສໍານັກພິມພັດທະນາສຶກສາ

ນິລຸດຖຶງນາດ2536ພຶດຕິກໍາການສອນກຸ່ມການງານແລະພື້ນຖານອາຊີບ.ມະຫາສາລະຄາມມະຫາສາລະຄາມ

ນົບພົງບຸນຈິດຕຣາຄຸນ2534ຫຼັກການບໍລິຫານການສຶກສາ. ຄະນະຄຣຸສາດຈຸລາລົງກອນມະວິທະຍາໄລກຸງເທບ

ນົບພົງ ບຸນຈິຕຣາຄຸນ. (2534). ຫຼັກການບໍລິຫານ. ກຸງເທບ ເອັດສ໌ເອັນເອັນ: (ພິມຄັ້ງທີ 2).

ບຸນ​ຊົມ ສີສະ​ອາດ. (2554). ການ​ວິ​ໄຈ​ເບື້ອງ​ຕົ້ນ​ສະບັບ​ປັບປຸງ​ໃໝ່​ພິມ​ຄັ້ງ​ທີ່9. ກຸງ​ເທບ: ສຸ​ວິລິ​ສາ​ສົນ​ຈໍາກັດ.

ບຸນຊົມສີສະອາດ2546ການພັດທະນາຫຼັກສູດແລະການວິໄຈກ່ຽວກັບຫຼັກສູດກຸງເທບສຸວີລິຍາສາຊົນ

ບຸນຊົມສີສະອາດ2535ການວິໃຈເບື້ອງຕົ້ນກຸງເທບສຸວີຣີຍະສາພິມຄັ້ງທີ 3

ບົດ​ສະຫຼຸບ. (2011-2012). ຜູ້ອໍານວຍການ ໂຮງຮຽນວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ. ນະຄອນຫຼວງວຽງຈັນ.

ບົດສະຫຼຸບ2013ແຜນພັດທະນາວຽກງານອາຊີວະສຶກສາປະຈໍາສົກຮຽນ 2012-2013ນະຄອນຫຼວງວຽງຈັນ

ບົດສະຫຼຸຸບ2011-2012ການປະຕິບັດແຜນພັດທະນາອາຊີວະສຶກສາປະຈໍາສົກຮຽນ 2011-2012 ແລະແຜນພັດທະນາອາຊີວະສຶກສາປະຈໍາສົກຮຽນ2012-2013ນະຄອນຫຼວງວຽງຈັນກະຊວງສຶກສາ

ບັນລືພຶກສະວັນ2536ການບໍລິຫານວິຊາການໃນໂຮງຮຽນມັດທະຍົມສຶກສາກຸງເທບການສາດສະໜາ

ປຣີຍາພອນວົງອະນຸໂຣດ1999ການຈັດແລະບໍລິຫານອາຊີວະສຶກສາເຂດຫ້ວຍຂວາງກຸງເທບພີມດີ

ປຣີຍາພອນວົງອະນຸໂຣດ1992ການບໍລິຫານວິຊາການກຸງເທບສູນສື່ເສີມກຸງເທດ

ປຣີຍາພອນວົງອະນຸໂຮດ2553ການບໍລິຫານງານວິຊາການກຸງເທບສູນສືເສີມກຸງເທບ

ປຣີຍາພອນວົງອານຸໂຣດ2546ການບໍລິຫານວິຊາການກຸງເທບສູນສື່ເສີມກຸງເທບ

ປະສາດເນືອງສະເຫຼີມ2556ການວິໄຈການຮຽນການສອນກຸງເທບຈຸລາລົງກອນ

ພຸດ​ທະ​ວົງ ພັດທະ​ດາ​ວົງ. (2010). ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ນັກ​ສຶກສາ​ຕໍ່​ກັບ​ການ​ບໍລິຫານ​ງານ​ວິຊາ​ການ​ຂອງ​ວິທະຍາ​ໄລ​ທຸລະ​ກິດ​ແສງ​ສະຫັວນ​ໃນ​ນະຄອນຫຼວງ​ວຽງ​ຈັນ. ນະ​ຄອນຫຼວງ​ວຽງ​ຈັນ.

ພົມບຸດສະດາຈິດ2546ການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດລາວ (ວິທະຍາເຂດດົງໂດກ) ນະຄອນຫຼວງວຽງຈັນ

ພັດ​ທະລາ​ພອນ ​ເກດ​ສັງ2549ການ​ວິ​ໄຈ​ທາງ​ດ້ານ​ຄະນິດສາດມະຫາວິທະຍາ​ໄລລາ​ດຊະ​ພັດ​ເລີຍ

ມະຍຸເຣດໂຄດຊົມພູ2550ຄວາມຄິດເຫັນຂອງຜູ້ປະຕິບັດງານຕໍ່ການບໍລິຫານງານວິຊາການໃນສະຖານສຶກສາສັງກັດລັດເຂດພື້ນທີ່ໜອງຄາຍເຂດ 1ມະຫາສາລະຄາມ

ມະນັດສາຍໂກສຸມ2543ຜົນກະທົບຂອງການປະຕິຮູບການສຶກສາທີມີຜົນກະທົບຕໍ່ການບໍລິຫານງານຂອງໂຮງຮຽນສັງກັດສໍານັກງານປະຖົມສຶກສາພະເຍົາ

ລຸຈິພູ່ສາລະແລະຈັນຊານີສະຫງວນງາມ2545ການບໍລິຫານຫຼັກສູດໃນສະຖາບັນສຶກສາກຸງເທບ

ລັດ​ສະ​ໜີ ທໍາ​ມະ​ວົງສາ. (2010). ສະພາບ ​ແລະ ບັນຫາ​ການ​ບໍລິຫານ​ງານ​ວິຊາ​ການ​ວິທະຍາ​ໄລ​ເອກະ​ຊົນ​ໃນ​ນະ​ຄອນ​ຫຼວງ​ວຽງ​ຈັນ. ນະຄອນຫຼວງວຽງຈັນ.

ວະຣາວຸດວົງປະພາຣັດ2549ຮູບແບບການຈັດການຮຽນ-ການສອນລະບົບຂອງພາສາປະເທດໄທກຸງເທບ

ວັດນາພອນຣະງັບທຸກ2542ແຜນການສອນທີ່ເນັ້ນຜູ້ຮຽນເປັນສູນກາງກຸງເທບພີມດີຄັ້ງທີ່ 2

ອານຸສັກສະມິດສັນ2540ການບໍລິຫານວິຊາການກຸງເທບມະຫາວິທະຍາໄລສິນະຄະລິນວິໂລດ

ອຸໄທບຸນປະເສີດ2540ຫຼັກສູດແລະການບໍລິຫານງານວີຊາການໂຮງຮຽນຄຸນນະພາບກຸງເທບເອັສດີເພຣສ

ອົມຣາເລັກເຣິງສິນ2540ຫຼັກສູດແລະການຈັດການມັດທະຍົມສຶກສາກຸງເທບພີມດີຄັ້ງທີ່ 4

ອໍານາດຈັນທຣແປ້ນ2542SPIE (WHY WHAT HOW)ຊຽງໄໝພັດທະຍາການພິມ

ອໍາພັນໃຈທ່ຽງ2540ການບໍລິຫານງານວິຊາການຂອງຜູ້ບໍລິຫານໂຮງຮຽນມັດທະຍົມສຶກສາສັງກັດກົມສາມັນສຶກສາເຂດການສຶກສາ 5ກຸງເທບ

ເອກະສານຝຶກອົບຮົມ2009ຜູ້ບໍລິຫານໂຮງຮຽນແລະຜູ້ບໍລິຫານການສຶກສານະຄອນຫຼວງວຽງຈັນ

ແນວຄິດພື້ນຖານ ການສ້າງ ແລະ ການພັດທະນາຫຼັກສູດ . (2537). ຊຽງໃໝ່: The Knowledge Center.

ໂນສະຫ່ວາງມັງໜໍ່ເມກ2010ສະພາບການບໍລິຫານງານຂອງວິທະຍາໄລວຽງຈັນພັດທະນາອາຊີບນະຄອນຫຼວງວຽງຈັນ

ໃຈທິບເຊື້ອຣັດຕະພົງ2539ການພັດທະນາຫຼັກສູດຫຼັກການແລະແນວປະຕິບັດກຸງເທບຈຸງລາລົງກອນ

Herbert A. Simon. (1982). Management: Theory; Process and Practice. 3rd ed.Chicago.

บันทึกนี้เขียนที่ GotoKnow โดย  ใน ສັງລວມບົດຮຽນ



ความเห็น (0)