ສາລະບານ
ໜ້າ
ບົດທີ 1 ບົດນໍາ1
1. ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ1
4. ສົມມຸດຕິຖານຂອງການຄົ້ນຄ້ວາ5
5.2 ຂອບເຂດດ້ານປະຊາກອນ ແລະ ກຸ່ມຕົວຢ່າງ5
5.3 ຂອບເຂດຕົວປ່ຽນທີ່ຈະສືກສາ6
6. ຂອບເຂດແນວຄິດດ້ານຄົ້ນຄ້ວາ7
ບົດທີ2 ທິດສະດີ, ເອກະສານ ແລະ ບົດຄົ້ນຄ້ວາທີ່ກ່ຽວຂ້ອງ10
2.2 . ຄວາສໍາຄັນຂອງການບໍລິຫານວິຊາການ14
2.3. ຂອບເຂດຂອງການບໍລິຫານງານວິຊາການ15
2. ການບໍລິຫານການຈັດການຮຽນ-ການສອນ25
3. ການບໍລິຫານການຈັດສື່ການຮຽນ-ການສອນ29
4. ການບໍລິຫານການວັດ ແລະປະເມີນຜົນ31
5. ການຄຸ້ມຄອງໂຮງຮຽນອາຊີວະສຶກສາ38
ບົດທີ3ວິທີການດຳເນີນການຄົ້ນຄ້ວາ53
2. ເຄື່ອງມືທີ່ໃຊ້ໃນການຄົ້ນຄ້ວາ54
6.ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ59
ບົດທີ1
ບົດນໍາ
1. ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ
ໃນປະຈຸບັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂອງພວກເຮົາພວມເລັ່ງໃສ່ການພັດທະນາ, ເປັນຕົ້ນແມ່ນທາງດ້ານການສຶກສາ. ໃນໄລຍະ 20 ກ່ວາປີ ແຫ່ງການປຽ່ນແປງໃໝ່
ມານີ້, ລະບົບການສຶກສາແຫ່ງຊາດໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບ ດີຂື້ນເປັນກ້າວໆ.ແຕ່ການພັດທະນາການສຶກສາ ຢູ່ປະເທດຂອງພວກເຮົາຍັງບໍ່ທັນຕອບສະໜອງໄດ້ທາງດ້ານຄຸນນະພາບການສຶກສາ, ແຕ່ບໍ່ທັນດໍາເນີນໄປຕາມແຜນຍຸດທະສາດການສຶກສາແຫ່ງຊາດແທ້, ບໍ່ທັນຕອບສະໜອງໄປຕາມເປົ້າໝາຍຂອງການພັດທະນາເສດຖະກິດ-ສັງຄົມໃນປະຈຸບັນ, ພ້ອມດຽວກັນນັ້ນການຍົກຖານະບົດບາດ ແລະ ການປະຕິບັດນະໂຍບາຍຕ່າງໆ ຍັງບໍ່ທັນເໜາະສົມ. ຍ້ອນແນວນັ້ນພວກເຮົາຕ້ອງໄດ້ດໍາເນີນການປັບປຸງແກ້ໄຂດ້ວຍການປະຕິຮູບລະບົບການສຶກສາແຫ່ງຊາດໃຫ້ໜັກແໜ້ນ ແລະ ມີຄຸນນະພາບດີຂື້ນ ເພື່ອໃຫ້ເທົ່າທຽມກັບສາກົນເທື່ອລະກ້າວ, ມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຕ່ນີ້ ເຖິງປີ 2010, 2015 ແລະ ປີ2020. ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ຂ້າງເທິງນັ້ນ, ໂດຍສະເພາະແຕ່ 2006-2010 ຖືເອົາການສຶກສາເປັນວຽກງານໃຈກາງ ຂອງການພັດທະນາຊັບພະຍາກອນມະນຸດ.” ສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີການສຶກສາ, ມີຄວາມຮູ້, ມີວິຊາຊີບ, ມີຄວາມສາມາດປະດິດສ້າງ ແລະ ກະຕືລືລົ້ນຕໍ່ການພັດທະນາປະເທດຊາດ ກໍຄືການພັດທະນາຕົນເອງ, ມີສຸຂະພາບເຂັ້ມແຂງ, ມີພາລະນາໄມສົມບູນ ແລະ ມີຄຸນສົມບັດສິນທໍາອັນປອດໃສ” ເພື່ອຕອບສະໝອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດສັງຄົມ, ກໍຄືຄວາມຮຽກຮ້ອງຕ້ອງການຂອງການເຊື່ອມໂຍງເຂົ້າກັບສາກົນ.
( ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ 2006-2015 :11-12 )
ນອກຈາກນັ້ນ, ການສຶກສາຍັງເປັນແຫຼ່ງທີ່ມາຂອງການຮຽນຮູ້ທີ່ຈໍາເປັນຕໍ່ການຄົ້ນຄ້ວາ, ມີຄວາມສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດ ກ່ອນທີ່ຈະພັດທະນາການສຶກສາໃຫ້ດີນັ້ນ, ຕ້ອງໄດ້ປູກຝັງຄວາມຮູ້ຄວາມເຂົ້າໃຈ ແນວຄວາມຄິດໃຫ້ແກ່ເຍົາວະຊົນ ເພາະການສຶກສາຈະເປັນພື້ນຖານໃຫ້ແກ່ການພັດທະນາປະເທດຊາດ. ໃນການສ້າງໃຫ້ນັກຮຽນໄດ້ຮັບການສຶກສາຂັ້ນພື້ນຖານຕ່າງໆ ຈຶ່ງເປັນເປົ້າໝາຍທີ່ສໍາຄັນໃນການສຶກສາໃນລະດັບໂຮງຮຽນສາມັນເພື່ອໃຫ້ການສຶກສາດ້ານຕ່າງໆ ທີ່ກ່າວມານັ້ນ ບຸກຄົນມີຄວາມສໍາຄັນຢ່າງຍິ່ງທີ່ຈະເຮັດໃຫ້ນັກຮຽນບັນລຸເຖິງເປົ້າໝາຍຂອງການສຶກສາກໍຄືຄູທີ່ສິດສອນໃນໂຮງຮຽນຕ້ອງສອນໄປຕາມ3 ລັກນະຂອງການສຶກສາຄື: ລັກສະນະຊາດ, ລັກສະນະວິທະຍາສາດ, ລັກສະນະມະຫາຊົນ. 5 ຫຼັກມູນຂອງການສຶກສາຄື: ປັນຍາສຶກສາ, ຄຸນສົມບັດສຶກສາ, ສີລະປະສຶກສາ, ແຮງງານສຶກສາ ແລະ ພາລະສຶກສາ. ເພື່ອສ້າງນັກຮຽນໃຫ້ກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີນໍາໃຈຮັກຊາດ, ມີຄຸນສົມບັດສິນທໍາປະຕິວັດ, ມີຈິດໃຈປອດໃສຂາວສະອາດ, ມີຮ່າງກາຍສົມບູນ ແລະ ມີນໍ້າໃຈຮັກຊາດ.
(ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ 2006-2015 : 23 ).
ການບໍລິຫານຄຸ້ມຄອງໂຮງຮຽນ ແມ່ນການຈັດການ ແລະ ການບໍລິຫານວຽກງານຕ່າງໆ ຂອງໂຮງຮຽນໂດຍມີ 7 ໜ້າວຽກເດັ່ນ ວຽກງານວິຊາການ, ວຽກງານກິດຈະການນັກຮຽນ, ວຽກງານຄຸ້ມຄອງບຸກຄະລາກອນ, ວຽກງານຫ້ອງການ-ການເງິນ, ວຽກງານອາຄານ-ສະຖານທີ່, ວຽກງານພົວພັນຊຸມຊົນ, ວຽກງານອົງການຈັດຕັ້ງມະຫາຊົນ, ໃນນັ້ນການຄຸ້ມຄອງວຽກງານວິຊາການເປັນວຽກຫຼັກ ຖືເປັນວຽກງານທີ່ສໍາຄັນທີ່ສຸດ, ເປັນຫົວໃຈຂອງການຄຸ້ມຄອງໂຮງຮຽນ ຜູ້ບໍລິຫານ ແລະ ຜູ້ຄຸ້ມຄອງທຸກລະດັບຈະຕ້ອງໃຫ້ຄວາມສໍາຄັນສຸດ ສ່ວນການຄຸ້ມຄອງອື່ນໆ ນັ້ນເຖິງມີຄວາມສໍາຄັນກໍຕາມ ແຕ່ກໍເປັນສ່ວນສົ່ງເສີມ ແລະ ສະໜັບສະໜູນໃຫ້ວຽກງານວິຊາການ, ການຄຸ້ມຄອງວຽກງານວິຊາການມີກິດຈະກໍາທີ່ສໍາຄັນຄື: ຫຼັກສູດ, ຂະບວນການຈັດການຮຽນ-ການສອນ, ການສົ່ງເສີມການຮຽນ-ການສອນ, ການວັດ ແລະ ປະເມີນຜົນການຮຽນ-ການສອນ. ສະນັ້ນໝາກຜົນທີ່ຜະລິດອອກມາຈະມີຄຸນນະພາບ ຫຼື ບໍນັ້ນແມ່ນເບິ່ງທີ່ວຽກງານວິຊາການຂອງໂຮງຮຽນວ່າເປັນທີ່ນິຍົມ ແລະ ເປັນທີ່ຍອມຮັບ.(ກະຊວງສຶກສາທິການ ແລະ ກິລາ 2011-2015:35)
( ກົມສາມັນສຶກສາ 1995 : 29) ໄດ້ລະບຸວ່າຂອບເຂດວຽກງານວິຊາການໄວ້ 9 ວຽກງານດັ່ງນີ້:1) ການສຶກສາຫຼັກສູດ ແລະ ການນໍເອົາໄປໃຊ້. 2) ການຈັດການຮຽນ-ການສອນ. 3) ການຜະລິດວັດຖຸອຸປະກອນຫຼັກສູດ ແລະ ສື່ການຮຽນ-ການສອນ. 4) ການສົ່ງເສີມການຮຽນກ-ການສອນ. 5) ການປະເມີນຜົນ. 6) ການດໍາເນີນການກ່ຽວກັບຫ້ອງສະມຸດ. 7) ການນິເທດການສຶກສາ. 8) ການວາງແຜນ ແລະ ການກໍານົດວິທີດໍາເນີນວຽກງານ. 9) ການປະຊຸມເຝິກອົບຮົມທາງວິຊາການ.
ອຸໄທ ບຸນປະເສີດ (2540 : 36) ໄດ້ກ່າວວ່າການບໍລິຫານວຽກງານວິຊາການມີຂອບເຂດດັ່ງນີ້:1) ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການນໍາຫຼັກສູດໄປໃຊ້. 2)ການສອນ ແລະການດການຮຽນການສອນ. 3)ກິດຈະກໍານັກຮຽນ ແລະການບໍລິຫານກິດຈະກໍານັກຮຽນໃຫ້ຕອບສະໜອງກັບຫຼັກສູດ. 4) ສື່ການສອນ ແລະ ກິດຈະກໍາຫ້ອງສະມຸດ. 5) ການວັດ ແລະ ປະເມີນຜົນ. 6)ການນິເທດການສຶກສາ ແລະ ພັດທະນາອາຊີບ.
ສະນັ້ນ, ໂຮງຮຽນອາຊີວະສຶກສາກໍແມ່ນໜ່ວຍງານໜຶ່ງທີ່ສໍາຄັນ ເຊິ່ງມີໜ້າທີ່ຮັບພິດຊອບໃນການຈັດການສຶກສາຕາມແນວທາງນະໂຍບາຍຂອງພັກທີ່ໄດ້ວາງອອກ. ເພາະວ່າໂຮງຮຽນອາຊີວະສຶກສາເປັນໂຮງຮຽນວິຊາຊີບ ຫຼື ວິຊາສະເພາະ ໃນຕໍ່ໜ້າແມ່ນມີໜ້າທີ່ສ້າງສາປະເທດຊາດ. ເພື່ອແນ່ໃສ່ເຮັດໃຫ້ກິດຈະກໍາການຮຽນ-ການສອນໃຫ້ແທດເໜາະກັບເນື້ອໃນ ແລະ ຈຸດປະສົງທີ່ຢາກໃຫ້ນັກຮຽນຮູ້. ການສຶກສາເປັນອົງປະກອບທີ່ສົ່ງຜົນຕໍ່ການບໍລິຫານວຽກງານວິຊາການຂອງຄູໃນການປະຕິບັດງານ ເປັນປັດໄຈໜຶ່ງທີ່ຈະຮັບຮູ້ຂໍ້ມູນຂ່າວສານທີ່ສໍາຄັນທີຈະເປັນປະໂຫຍດໃນການນໍາໄປໃຊ້ເປັນແນວທາງໃນການບໍລິຫານຂອງຜູ້ບໍລິຫານໂຮງຮຽນໃຫ້ມີປະສິດທິພາບສູງຂື້ນ, ເພື່ອເປັນຂໍ້ມູນໃນການສ້າງຂັວນ ແລະ ກໍາລັງໃຈຂອງຄູສອນໃຫ້ດີ ຈາກການສຶກສາ.
(ບົດສະຫຼຸບຂອງອາຊີວະສຶກສາ ປະຈໍາສົກຮຽນ 2011-2012 ແລະ ແຜນພັດທະນາອາຊີວະສຶກສາ ປະຈໍາສົກຮຽນ 2012-2013)
ແຕ່ບາງໂຮງຮຽນຍັງຂາດຄວາມເອົາໃຈໃສ່, ຜູ້ບໍລິຫານໂຮງຮຽນຍັງສ້າງແຜນການບໍ່ທັນແທດເໝາະກັບສະພາບການຕົວຈິງ, ວຸດທິການສຶກສາຂອງຄູອາຈານຈໍານວນໜຶ່ງຍັງຕໍ່າ ສອນບໍ່ຖືກກັບລາຍວິຊາທີຮຽນຈົບມາ, ຄູສອນບາງຄົນບໍ່ໄດ້ຜ່ານວິຊາຄູ, ບັນຫາທີ່ພົບເຫັນໃນໄລຍະທີ່ຜ່ານມາກ່ຽວກັບ ຫຼັກສູດ, ເອກະສານສິດສອນ ຍັງບໍ່ທັນພຽງພໍກັບຄວາມຕ້ອງການ. ສ່ວນການຮຽນ-ການສອນ, ການສິດສອນໃນໂຮງຮຽນອາຊີວະສຶກສາຍັງບໍ່ທັນເໝາະສົມກັບສະພາບຄວາມເປັນຈິງ, ເວລາສິດສອນຄູຍັງຂາດເຄື່ອງປະຈັກຕາ, ເຄື່ອງທົດລອງ, ຄູສອນຍັງຂາດປະສົບການ. ນອກນັ້ນ ຄູອາຈານຍັັງບໍ່ເປັນເຈົ້າການໃນການນໍາໃຊ້ອຸປະກອນການຮຽນ-ການສອນຢ່າງມີປະສິດທິພາບ. ດ້ານສື່ການຮຽນ-ການສອນ: ທີ່ມີຢູ່ໃນໂຮງຮຽນອາຊີວະສຶກສາ ຈໍານວນຫຼາຍ ບໍ່ທັນໄດ້ຮັບການປັບປຸງ,ດ້ານການວັດ ແລະ ການປະເມີນຜົນ ຕິດຕາມການຂື້ນຫ້ອງສອນຂອງຄູ, ຮ່ວມໂມງສອນຄູ ແລະ ຕິດຕາມຜົນການສອບ ຂອງນັກຮຽນແຕ່ລະພາກຮຽນ,
(ບົດສະຫຼຸບ ຂອງໂຮງຮຽນວິຊາຊີບ ມິດຕະພາບວຽງຈັນ-ຮ່າໂນ້ຍ ປະຈໍາສົກຮຽນ 2011-2012).
ເມື່ອເປັນຄືແນວນັ້ນໂຮງຮຽນອາຊີວະສຶກສາກໍ ແມ່ນໜ່ວຍງານໜຶ່ງເຊິ່ງມີໜ້າທີຮັບພິດຊອບໃນ
ການຈັດການສຶກສາຕາມແນວທາງນະໂຍບາຍຂອງພັກທີ່ໄດ້ວາງອອກ. ເພາະວ່າການສຶກສາຂັ້ນນີ້
ແມ່ນເປັນຫົວລຽ້ວຫົວຕໍ່ໃນການປະກອບອາຊີບ. ດັ່ງນັ້ນຖານພື້ນຖານການຮຽນຂອງນັກຮຽນໃນຂັ້ນ
ວິຊາຊີບບໍ່ດີມັນກໍຈະເປັນບັນຫາຕໍ່ການເຮັດວຽກໃນຕໍ່ໜ້າ ແລະ ອີກດ້ານໜຶ່ງບົດສະຫຼຸບ ການຮຽນ-ການສອນຂອງໂຮງຮຽນອາຊີວະຢູ່ໃນນະຄອນຫຼວງວຽງຈັນ,ເຫັນວ່າການຮຽນ-ການສອນ ແມ່ນຍັງຢູ່ໃນລະດັບບໍ່ດີເທົ່າທີ່ຄວນ ແລະ ອາດເກີດຂື້ນຈາກຫຼາຍປັດໄຈ, ແຕ່ປັດໄຈທີ່ມີຜົນຕໍ່ການຮຽນ-ການສອນສ່ວນໃຫ່ຍແມ່ນມາຈາກວຽກວິຊາການເພາະວ່າວຽກວິຊາການເປັນວຽກງານຫຼັກຂອງວຽກງານ
ການສຶກສາ. ຍ້ອນແນວນັ້ນ ຜູ້ຄົ້ນຄ້ວາໃນນາມອາຈານສອນໂຮງຮຽນວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍຈຶ່ງມີຄວາມສົນໃຈສຶກສາການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ,ເພື່ອເປັນຂໍ້ມູນ ແລະ ແນວທາງໃນການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາ ໃນນະຄອນຫຼວງວຽງຈັນໃຫ້ດີຂຶ້ນເທື່ອລະກ້າວ.
2. ຈຸດປະສົງຂອງການຄົ້ນຄ້ວາ
1. ເພື່ອສຶກສາສະພາບການບໍລິຫານວຽກງານດ້ານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
2. ເພື່ອສຶກສະພາບບັນຫາໃນການບໍລິຫານວຽກງານດ້ານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
3. ເພື່ອປຽບທຽບຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ຄູຕໍ່ກັບການບໍລິຫານວຽກງານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ, ຈໍາແນກຕາມວຸດທິການສຶກສາ ແລະ ປະສົບການເຮັດວຽກວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
4. ເພື່ອສຶກສາແນວທາງ ການປັບປຸງການບໍລິຫານວຽກງານດ້ານວິຊາການໂຮງຮຽນອາຊີວະ
ສຶກສາໃນນະຄອນຫຼວງວຽງຈັນ
3. ຄໍາຖາມການຄົ້ນຄ້ວາ
1. ສະພາບການບໍລິຫານວິຊາການ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນເປັນແນວໃດ?.
2. ສະພາບບັນຫາການບໍລິຫານວິຊາການ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນເປັນຄືແນວໃດ ?.
3. ຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ຄູຕໍ່ກັບການບໍລິຫານວຽກງານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນເປັນຄືແນວໃດ ?.
- ແນວທາງໃນການບໍລິຫານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນມີຄື ແນວໃດ ?.
4. ສົມມຸດຕິຖານຂອງການຄົ້ນຄ້ວາ
1. ຄູ ແລະ ຜູ້ບໍລິຫານທີ່ມີຕໍ່າແໜ່ງຕ່າງກັນມີຄວາມຄິດເຫັນຕໍ່ກັບສະພາບການປະຕິບັດ ແລະ ບັນຫາການບໍລິຫານວຽກງານດ້ານວິຊາການ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ
- ຄູອາຈານ ແລະ ຜູ້ບໍລິຫານທີມີວຸດທິການສຶກສາຕ່າງກັນມີຄວາມຄິດເຫັນຕໍ່ກັບສະພາບການບໍລິຫານວຽກງານດ້ານວິຊາການໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນແຕກຕ່າງກັນ.
3. ຜູ້ບໍລິຫານ ແລະ ຄູອາຈານທີ່ມີປະສົບການແຕກຕ່າງກັນມີຄວາມຄິດຕໍ່ສະພາບບັນຫາການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາ ໃນນະຄອນຫຼວງວຽງຈັນແຕກຕ່າງກັນ.
5. ຂອບເຂດຂອງການສຶກສາຄົ້ນຄ້ວາ
ການສຶກສາຄົ້ນຄວ້າຄັ້ງນີ້ເປັນການ ສຶກສາກ່ຽວກັບການບໍລິຫານວຽກງານວິຊາການ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ,ເຊິ່ງມີລາຍລະອຽດດັ່ງນີ້:
5.1 ຂອບເຂດດ້ານເນື້ອໃນ
ເນື້ອໃນຂອງການສຶກສາເປັນການສຶກສາກ່ຽວກັບ: ການບໍລິຫານວຽກງານທາງດ້ານວິຊາການ ໃນໂຮງຮຽນອາຊີວະສຶກສາຂອງນະຄອນຫຼວງວຽງຈັນ. ຕາມແນວຄິດທິດສະດີ ແລະ ຫຼັກການຂອງ(ກົມສາມັນສຶກສາ 1995 ແລະ ອຸໄທ ບຸນປະເສີດ 2540) ມີດັ່ງນີ້:
1) ດ້ານຫຼັກສູດ
2) ດ້ານການຈັດການຮຽນ-ການສອນ
3) ດ້ານການຈັດສື່ການຮຽນ-ການສອນ
4) ດ້ານການວັດ ແລະ ປະເມີນຜົນ
5.2.ຂອບເຂດດ້ານປະຊາກອນ ແລະ ກຸ່ມຕົວຢ່າງ
1)ປະຊາກອນ
ປະຊາກອນທີ່ໃຊ້ໃນການຄົ້ນຄ້ວາຄັ້ງນີ້ ໄດ້ແກ່ຜູ້ບໍລິຫານ ແລະ ຄູສອນ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ ໃນສົກຮຽນ2013-2014ຈໍານວນທັງໝົດ453ຄົນ. ໃນນັ້ນມີຜູ້ບໍລິຫານ ມີຈໍານວນ 15 ຄົນ ແລະ ຄູສອນ ມີຈໍານວນ 438 ຄົນ.
2) ກຸ່ມຕົວຢ່າງ
ກຸ່ມຕົວຢ່າງທີ່ໃຊ້ໃນການສຶກສາຄັ້ງນີ້ ໄດ້ແກ່ຜູ້ບໍລິຫານ ແລະ ຄູສອນ. ໃນ 5 ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ ໃນສົກຮຽນ2013-2014ໂດຍກໍານົດເອົາຜູ້ບໍລິຫານຈໍານວນ 15 ຄົນເປັນກຸ່ມເປົ້າໝາຍ ແລະ ຄູສອນເປັນກຸ່ມຕົວຢ່າງຈໍານວນ 205 ຄົນ ລວມທັງໝົດ 220 ຄົນໂດຍໃຊ້ຕາຕະລາງຂອງ Krejcie and Morgan ( ອ້າງໃນ ບຸນຊົມ ສີສະອາດ 2554 : 43 ) ເພື່ອກໍານົດກຸ່ມຕົວຢ່າງໄດ້ ຄູອາຈານສອນທີ່ເປັນກຸ່ມຕົວຢ່າງຈໍານວນ 220 ຄົນ.
5.3 . ຂອບເຂດຕົວປ່ຽນທີ່ຈະສືກສາ
1) ຕົວປ່ຽນຕົ້ນ
(1) ຕໍາແໜ່ງໜ້າທີ່ຮັບຜິດຊອບ
- ຜູ້ບໍລິຫານ
- ຄູສອນ
(2) ວຸດທິການສຶກສາ
- ປະລິນຍາຕີລົງໄປ
- ສູງກ່ວາປະລິນຍາຕີຂື້ນໄປ
(3) ປະສົບການໃນການເຮັດວຽກ
- 5 ປີ ລົງມາ
- ຫລາຍກວ່າ5 ປີ
2) ຕົວປ່ຽນຕາມ ໄດ້ແກ່ສະພາບການປະຕິບັດສະພາບບັນຫາ ແລະ ຂໍ້ແນະນໍາແນວທາງກ່ຽວກັບການບໍລິຫານວຽກງານວິຊາການຂອງໂຮງຮຽອາຊີວະໃນນະຄອນຫຼວງວຽງຈັນ, ໃນ 4 ດ້ານຄື: 1.ດ້ານຫຼັກສູດ. 2.ດ້ານການຈັດການຮຽນ-ການສອນ. 3.ດ້ານການຈັດສື່ການຮຽນ-ການສອນ.
4.ດ້ານການວັດ ແລະ ປະເມີນຜົນ.
6. ຂອບເຂດແນວຄິດດ້ານຄົ້ນຄ້ວາ
ພາບປະກອບທີ1 ແຜນວາດຂອບເຂດແນວຄິດຂອງການຄົ້ນຄ້ວາ
7. ນິຍາມສັບສະເພາະ
ການບໍລິຫານ ໝາຍເຖິງ ການດຳເນີນງານຂອງບຸກຄົນເພື່ອໃຫ້ບັນລຸວັດຖຸປະສົງທີ່ວາງໄວ້ ຫຼື ເວົ້າອີກຢ່າງໜຶ່ງວ່າການບໍລິຫານຄືການເຮັດວຽກນັບແຕ່2ຄົນຂຶ້ນໄປເພື່ອໃຫ້ສຳເລັດຕາມເປົ້າໝາຍ
ທີ່ກໍານົດໄວ້.
ວຽກງານວິຊາການ ໝາຍເຖິງ ການດໍາເນີນງານທີ່ກ່ຽວກັບການຮຽນການສອນໂດຍກົງເຊິ່ງຄວບຄຸມກ່ຽວກັບຫຼັກສູດ, ແຜນການສອນ, ການນິເທດການສອນ, ສື່ການຮຽນການສອນ, ການປັບປຸງການຮຽນການສອນ, ການວັດຜົນ ແລະ ການປະເມີນຜົນເປັນຕົ້ນ.
ການບໍລິຫານວິຊາການ ໝາຍເຖິງການບໍລິຫານກິດຈະກຳທຸກຊະນິດໃນສະຖານທີ່ການສຶກສາເຊິ່ງກ່ຽວຂ້ອງກັບການປັບປຸງການພັດທະນາການຮຽນ-ການສອນ ໃຫ້ເກີດຜົນຕາມເປົ້າໝາຍຂອງຫຼັກສູດຢ່າງມີປະສິດທິພາບຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງມີ 4ດ້ານໄດ້ ແກ່ ການບໍລິຫານຫັລກສູດ, ການບໍລິຫານການຮຽນ-ການສອນ, ການບໍລິຫານສື່ການຮຽນ-ການສອນແລະ ການບໍລິຫານການວັດປະເມີນຜົນ.
ການບໍລິຫານຫຼັກສູດ ໝາຍເຖິງ ການສົ່ງເສີມດໍາເນີນການກ່ຽວກັບການພັດທະນາບຸກຄະລາກອນໃນໂຮງຮຽນໃຫ້ມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຫຼັກສູດ, ການສຶກສາເນື້ອໃນ ແລະ ການນຳໃຊ້ຫຼັກສູດ, ການກຳນົດນະໂຍບາຍ, ຈຸດປະສົງຂອງການຮຽນ-ການສອນ ເພື່ອໃຫ້ນັກຮຽນເກີດການຮຽນຮູ້ ແລະ ພັດທະນາທັກສະຕ່າງໆ.
ການບໍລິຫານການຈັດການຮຽນ-ການສອນ ໝາຍເຖິງ ການສົ່ງເສີມຈັດຫາ ແລະ ຜະລິດອຸປະກອນ ແລະ ສື່ຕ່າງໆໄວ້ໃຫ້ແກ່ການຮຽນ-ການສອນດຳເນີນງານກ່ຽວກັບການຮຽນ-ການສອນ, ການຈັດກິດຈະກໍາຕ່າງໆໃນຫ້ອງຮຽນລວມເຖິງ ວິທີການສິດສອນ, ຈັດຕາຕະລາງສອນ ແລະ ຈັດຄູເຂົ້າສອນ ເພື່ອໃຫ້ເປັນໄປຕາມຈຸດປະສົງຂອງທີໄດ້ກໍານົດໄວ້.
ການບໍລິຫານສື່ການຮຽນ-ການສອນ ໝາຍເຖິງ ການສົ່ງເສີມຈັດຫາ ແລະ ຜະລິດອຸປະ ກອນ ການຮຽນ-ການສອນ ແລະ ສື່ຕ່າງໆ ໄວ້ນຳໃຊ້ເຂົ້າໃນການຈັດການຮຽນ-ການສອນຕາມເນື້ອໃນຂອງບົດຮຽນທີ່ຈະສິດສອນ.
ການບໍລິຫານການວັດ ແລະ ປະເມີນຜົນ ໝາຍເຖິງ ການກໍານົດການປະຕິບັດໃນການວັດ ແລະ ປະເມີນຜົນທີ່ມີມາດຖານເພື່ອສຳຫຼວດຕີລາຄາລະດັບຄວາມຮູ້ຄວາມສາມາດ, ຄວາມເຂົ້າໃຈຂອງຜູ້ຮຽນ, ເພື່ອເປັນການປັບປຸງການຮຽນ-ການສອນຕາມທີ່ໄດ້ກຳນົດໄວ້.
ຜູ້ບໍລິຫານໂຮງຮຽນ ໝາຍເຖິງໃຫ້ດໍາລົງຕໍາແໜ່ງຜູ້ອໍານວຍການ, ຮອງອໍານວຍການ ຫຼື ຫົວໜ້າໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນຜູ້ທີ່ໄດ້ຖືກແຕ່ງຕັ້ງຕາມກົດໝາຍ
ຄູສອນ ໝາຍເຖິງ ຜູ້ທີ່ປະຕິບັດໜ້າທີ່ສິດສອນ ແລະ ຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນຢູ່ໃນໂຮງຮຽນອາຊີວະສຶກສາ. ໃນນະຄອນຫຼວງວຽງຈັນ
ໂຮງຮຽນອາຊີວະສຶກສາ ໝາຍເຖິງ ສະຖານທີ່ມີການຮຽນ-ການສອນ ກ່ຽວກັບເຕັກນິກໂຮງຮຽນວິຊາຊີບ ເຮັດໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ, ມີວຽກເຮັດງານທໍາ, ກາຍເປັນຜູ້ອອກແຮງງານທີ່ມີວິໄນ, ມີສີມື, ມີຄຸນສົມບັດສິນທໍາປະຕິວັດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດທະກິດ-ສັງຄົມ. ໄດ້ແກ່ ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ
ການປະຕິບັດແມ່ນ: ແມ່ນການເຮັດຕາມໜ້າວຽກຂອງໂຮງຮຽນອາຊີວະສຶກສາຕາມ 4 ດ້ານຄື:
1. ດ້ານຫຼັກສູດ. 2. ດ້ານການຈັດການຮຽນ-ການສອນ. 3. ດ້ານການຈັດສື່ການຮຽນ-ການສອນ.
4ດ້ານການວັດ ແລະ ປະເມີນຜົນ. ເພື່ອໃຫ້ສໍາເລັດຕາມທີ່ກໍານົດໄວ້.
ບັນຫາໝາຍເຖິງ ອຸປະສັກໃນການປະຕິບັດວຽກຂອງໂຮງຮຽນອາຊີວະສຶກສາ ທີ່ບໍ່ສາມາດປະຕິບັດໄດ້ສໍາເລັດຕາມຈຸດປະສົງ.
8. ປະໂຫຍດທີ່ຄາດວ່າຈະໄດ້ຮັບ
1. ຮູ້ສະພາບ ການປະຕິບັດການບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
2. ຮູ້ສະພາບບັນຫາການບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
3. ຮູ້ຄວາມແຕກຕ່າງກ່ຽວກັບການປະຕິບັດ ແລະ ບັນຫາການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
4. ຮູ້ເຖິງແນວທາງໃນການບໍລິຫານວຽກງານວິຊາການໃຫ້ແກ່ຜູ້ບໍລິຫານ ແລະ ຜູ້ມີສ່ວນກ່ຽວຂ້ອງທີ່ໄປໃຊ້ໃນການປັບປຸງ ແລະ ພັດທະນາການບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.
ບົດທີ 2
ທິດສະດີ, ເອກະສານ ແລະ ບົດຄົ້ນຄ້ວາທີ່ກ່ຽວຂ້ອງ
ການຄົ້ນຄ້ວາໃນຄັ້ງນີ້ ມີຈຸດປະສົງເພື່ອສຶກສາການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ຜູ້ຄົ້ນຄ້ວາຈຶ່ງໄດ້ສຶກສາເອກະສານ, ຫຼັກການ ທິດສະດີຈາກເອກະສານ ແລະບົດຄົ້ນຄ້ວາທີ່ກ່ຽວຂ້ອງ ໂດຍສະເໜີຕາມລໍາດັບດັ່ງນີ້:
1. ການບໍລິຫານ
2. ການບໍລິຫານວິຊາການ
2.1. ຄວາມໝາຍຂອງການບໍລິຫານວິຊາການ
2.2.ຄວາມສໍາຄັນຂອງການບໍລິຫານວິຊາການ
2.3.ຂອບເຂດການບໍລິຫານວິຊາການ
1. ການບໍລິຫານຫຼັກສູດ
2. ການບໍລິຫານການຈັດການຮຽນ-ການສອນ
3. ການບໍລິຫານການຈັດສື່ການຮຽນ-ການສອນ
4. ການບໍລິຫານການວັດ ແລະ ປະເມີນຜົນ
3. ບົດຄົ້ນຄ້ວາທີ່ກ່ຽວຂ້ອງ
1. ການບໍລິຫານ
1.1.ຄວາມໝາຍຂອງການບໍລິຫານ
1.2. ຄວາມໝາຍຂອງການບໍລິຫານການສຶກສາ
2. ການບໍລິຫານວິຊາການ
2.1. ຄວາມໝາຍຂອງການບໍລິຫານວິຊາການ
2.2.ຄວາມສໍາຄັນຂອງການບໍລິຫານວິຊາການ
2.3.ຂອບເຂດການບໍລິຫານວິຊາການ
1. ການບໍລິຫານຫຼັກສູດ
1) ຄວາມໝາຍຂອງຫຼັກສູດ
2)ຄວາມສຳຄັນຂອງຫຼັກສູດ
2. ການບໍລິຫານການຈັດການຮຽນ-ການສອນ
1)ຄວາມໝາຍຂອງການຈັດການຮຽນ-ການສອນ
2)ຄວາມສຳຄັນຂອງການຈັດການຮຽນ-ການສອນ
3. ການບໍລິຫານການຈັດສື່ການຮຽນ-ການສອນ
1) ຄວາມໝາຍຂອງການບໍລິຫານການຈັດສື່ການຮຽນ-ການສອນ
2) ຄວາມສຳຄັນຂອງການບໍລຶຫານການຈັດສື່ການຮຽນ-ການສອນ
4. ການບໍລິຫານການວັດ ແລະ ປະເມີນຜົນ
1). ຄວາມໝາຍຂອງການວັດ ແລະ ປະເມີນຜົນ
2). ຫຼັກການຂອງການວັດ ແລະປະເມີນຜົົນ
3). ຂັ້ນຕອນຂອງການວັດ ແລະປະເມີນຜົນ
5. ການຄຸ້ມຄອງໂຮງຮຽນອາຊີວະສຶກສາ
3. ບົດຄົ້ນຄ້ວາທີ່ກ່ຽວຂ້ອງ
1. ການບໍລິຫານ.
1.1 .ຄວາມໝາຍຂອງການບໍລິຫານ
ການບໍລິຫານເປັນຂະບວນການທີ່ສໍາຄັນໃນການດໍາເນີນງານໃຫ້ບັນລຸຈຸດປະສົງດັ່ງນັ້ນນັກວິໄຈນັກວິຊາການຫຼາຍທ່ານໄດ້ສະເໜີໄວ້ດັ່ງນີ້:
Herbert A. Simon.(1982:4) ໄດ້ນິຍາມວ່າ ການບໍລິຫານໝາຍເຖິງ ກິດຈະກໍາທຸກສິ່ງທຸກຢ່າງນັບຕັ້ງແຕ່ 2 ຄົນ ຂື້ນໄປຮ່ວມມືກັນປະຕິບັດ ຫຼື ກະທໍາເພື່ອໃຫ້ບັນລຸວັດຖຸປະສົງຢ່າງໃດຢ່າງໜຶ່ງ ຫຼື ຫຼາຍກ່ວານັ້ນ.
ກິຕິ ຕະຍັດຄານົນທ໌ (2535 : 170) ກ່າວວ່າ ການບໍລິຫານຄືການຈັດການກ່ຽວກັບຊັບພະຍາກອນຕ່າງໆ ເຊັ່ນ: ຄົນ, ເງິນ ແລະ ວັດຖຸອຸປະກອນ ເພື່ອການເຮັດໃຫ້ວຽກເກີດປະໂຫຍດສູງສຸດຊຶ່ງບັນລຸວັດຖຸປະສົງ ແລະ ເປົ້າໝາຍທີ່ກໍານົດໄວ້.
ຄູນມີ ພົມມະນິມິດ ( ເອກະສານ: 3) ໃຫ້ຄວາມໝາຍວ່າ: ການບໍລິຫານຄືການເຮັດວຽກ ຂອງກຸ່ມຄົນຕາມກິດຈະກໍາທີ່ກໍານົດໄວ້ໂດຍປັດໃຈຂອງຄົນ, ເງິນ, ວັດຖຸອຸປະກອນ ແລະ ການຈັດການ ເຂົ້າດໍາເນີນການເພື່ອໃຫ້ບັນລຸຈຸດປະສົງ ຫຼື ຂອງກຸ່ມຄົນ.
ໂນສະຫ່ວາງ ມັງໜໍ່ເມກ (2010 : 12) ສະຫຼຸບໄດ້ວ່າ ການບໍລິຫານຄືການຮວ່ມແຮງຮ່ວມໃຈ ໃນການໃຊ້ອໍານາດທີ່ມີຢູ່ ເພື່ອການດໍາເນີນງານຂອງບຸກຄະລາກອນຢ່າງໜ້ອຍທີ່ສຸດ 2 ຄົນ
ຂື້ນໄປໃຫ້ບັນລຸຕາມວັດຖຸປະສົງຢ່າງໃດຢ່າງໜຶ່ງ ຫຼື ຫຼາຍຢ່າງຮ່ວມກັນໂດຍໃຊ້ຊັບພະຍາກອນບໍລິຫານຢ່າງປະຢັດທີ່ສຸດ.
ສຸທໍາ ທໍາທັດສນານົນ (2554 : 17) ສະຫຼຸບວ່າ ການບໍລິຫານແມ່ນ ຂະບວນການເຮັດວຽກໃຫ້ບັນລຸວັດຖຸປະສົງຂອງອົງການ ທີ່ຕ້ອງອາໄສຄວາມຮ່ວມມືຂອງບຸກຄະລາກອນ ແລະ ກຸ່ມ, ຜູ້ບໍລິຫານຕ້ອງເປັນຜູ້ຮັບພິດຊອບຕໍ່ຄວາມສໍາເລັດ ຫຼື ການລົ້ມເຫຼວຂອງງານທີ່ເກີດຂື້ນ ລວມທັງການບໍລິຫານຍັງຖືເປັນສາດທີມີວິທະຍາການສາມາດຮຽນຮູ້ໄດ້ ແລະ ເປັນທັງສິນທີ່ມີລັກສະນະກ່ຽວກັບການປະຕິບັດ, ການປະຍຸກສາດຕ່າງໆ ເພື່ອມາໃຊ້ໃນການບໍລິຫານ.
ສະຫຼຸບໄດ້ວ່າການບໍລິຫານໝາຍເຖິງ ກິດຈະກໍາທຸກສິງທຸກຢ່າງນັບຕັ້ງແຕ່ 2 ຄົົນ ຂື້ນໄປ, ໂດຍຮ່ວມມືກັນປະຕິບັດເຮັດວຽກງານຕ່າງໆ ລຸລວງໄປດ້ວຍດີໂດຍອາໄສຄົນອື່ນເປັນຜູ້ກະທໍາ. ໂດຍມີປັດໄຈຂອງ ຄົນ, ເງິນ, ວັດຖຸອຸປະກອນ ແລະ ການຈັດການເຂົ້າດໍາເນີນການເພື່ອໃຫ້ບັນລຸຈຸດປະສົງ ຫຼື ຂອງກຸຸ່ມຄົນທີີ່ກໍານົດໄວ້.
1.2. ຄວາມໝາຍຂອງການບໍລິຫານການສຶກສາ
ການບໍລິຫານການສຶກສາເປັນກິດຈະກໍາທີ່ກ່ຽວຂ້ອງກັບການສຶກສາໂດຍກົງເຊິ່ງມີນັກວິໄຈຫຼາຍທ່ານໄດ້ໃຫ້ຄວາມໝາຍໄວ້ດັ່ງນີ້:
ກູດ (Good, 1973:14) ໃຫ້ຄວາມໝາຍການບໍລິຫານການສຶກສາໄວ້ 2 ຢ່າງຄື:
1). ການບໍລິຫານການສຶກສາໝາຍເຖິງ ການຈັດການຄວບຄຸມ ແລະ ອໍານວຍຄວາມສະດວກໃນການຈັດການຮຽນການສອນໃຫ້ດໍາເນີນໄປຕາມນະໂຍບາຍ ແລະ ເປົ້າໝາຍທີ່ວ່າງໄວ້.
2).ການບໍລິຫານການສຶກສາໝາຍເຖິງ ການຈັດການຄວບຄຸມ ແລະ ອໍານວຍຄວາມສະດວກໃນການດໍາເນີນກິດຈະການຂອງໂຮງຮຽນທຸກໆແຫ່ງເພາະວ່າກິດຈະກໍາທັງໝົດເປັນອົງປະກອບທີ່ຊ່ວຍໃຫ້ການບໍລິຫານການສຶກສາບັນລຸຕາມວັດຖຸປະສົງ.
ນົບພົງ ບຸນຈິດຕະຄຸນ (2534 : 14) ໄດ້ໃຫ້ຄວາມໝາຍການບໍລິຫານ ໝາຍເຖິງ ຫຼັກການ, ທິດສະດີ, ຂະບວນການ: ເຕັກນິກ ຕະຫຼອດເຖິງປັດໄຈຕ່າງໆທີ່ໃຊ້ໃນການດໍາເນີນງານໃນອົງການເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ກໍານົດໄວ້.
ສຸທໍາ ທໍາທັດສນານົນ (2554 : 18) ສະຫຼຸບຄວາມໝາຍ ຂອງການບໍລິຫານການສຶກສາຄືການດໍາເນີນງານຂອງກຸ່ມບຸກຄະລາກອນເພື່ອພັດທະນາຄົນໃຫ້ມີຄຸນນະພາບ, ທັງຄວາມຮູ້, ຄວາມຄິດ, ຄວາມສາມາດ ແລະ ຄວາມເປັນຄົນດີທີ່ໝາຍເຖິງການດໍາເນີນງານຂອງກຸ່ມບຸກຄົນ, ຮ່ວມມືກັນພັດທະນາຄົນໃຫ້ມີຄຸນນະພາບ, ຊຶ່ງການພັດທະນາຄົນໃຫ້ມີຄຸນະພາບໄດ້ນັ້ນຈະຕ້ອງມີການດໍາເນີນການໃນການຮຽນ-ການສອນ, ການຈັດກິດຈະກໍາ, ການວັດຜົນ, ການຈັດອາຄານສະຖານທີ່ ແລະ ວັດຖຸອຸປະກອນ, ການຈັດຫາບຸກຄະລາກອນມາດໍາເນີນການ ຫຼື ມາເຮັດການສອນໃນສະຖາບັນການສຶກສາ. ການປົກຄອງນັກຮຽນເພື່ອໃຫ້ນັກຮຽນເປັນຄົນດີມີວິໃນ ແລະ ອື່ນໆ. ການເຮັດວຽກແບບນີ້ເອີ້ນວ່າ ( ກິດຈະການບໍລິຫານການສຶກສາ ຫຼື ງານບໍລິຫານການສຶກສາ)
ກິດຕິມາ ປຣິດິດລົກ (2532 : 43) ໄດ້ໃຫ້ຄວາມໝາຍວ່າການບໍລິຫານການສຶກສາເປັນຄວາມພະຍາຍາມທີ່ຈະດໍາເນີນງານກ່ຽວກັບເລື່ອງຂອງການສຶກສາເຊັ່ນ: ໂຮງຮຽນ, ຫຼັກສູດ, ຄູອາຈານ, ນັກຮຽນນັກສຶກສາ, ວັດຖຸອຸຸປະກອນ,ປື້ມແບບຮຽນ ແລະ ອາຄານສະຖານນທີ ເປັນຕົ້ນເພື່ອໃຫ້ມີປະສິດທິພາບ, ເພື່ອໃຫ້ຜູ້ຮຽນມີຄຸນນະພາບຊຶ່ງເປັນຜົນຜະລິດຂອງການຈັດການສຶກສາ.
ຄູນມີ ພົມມະນິມິດ(2007) ກ່າວເຖິງຄວາມສໍາຄັນຂອງການບໍລິຫານໄວ້ວ່າ: ການບໍລິຫານເປັນຂີດໝາຍຊີ້ໃຫ້ເຫັນເຖິງລະດັບຄວາມຈະເລີນຂອງປະເທດ, ສັງຄົມ ຫຼື ການຈັດຕັ້ງ, ທັງນີ້ ກໍເພາະວ່າລະດັບການບໍລິຫານຊີ້ໃຫ້ເຫັນເຖິງວັດທະນະທໍາຂອງສັງຄົມ, ຖ້າລະບົບການບໍລິຫານດີຄວາມສາມາດໃນການຜະລິດກໍສູງ, ລາຍໄດ້ສະເລ່ຍຕໍ່ຫົວຄົນກໍສູງ, ອັດຕາການເຕີບໂຕທາງດ້ານເສດຖະກິດກໍສູງ, ການບໍລິຫານທີ່ມີປະສິດທິພາບສົ່ງຜົນໃຫ້ການພັດທະນາປະເທດຊາດກ້າວໄວຂື້ນ.
ສຸນີຍ໌ ພູ່ພັນ (2546 : 5 ) ການສຶກສາມີຄວາມໝາຍຄວບຄຸມທັງໃນແງ່ວິຊາການ ແລະ ຈຸດໝາຍປາຍທາງ, ເປັນຂະບວນການທາງສັງຄົມທີ່ເຮັດໃຫ້ຄົນໄດ້ຮຽນຮູ້ ແລະ ພັດທະນາຂື້ນໄປສູ່ການເປັນສະມະຊິກທີດີຂອງສັງຄົມ.
ສະຫຼຸບວ່າ ການບໍລິຫານການສຶກສາໝາຍເຖິງອໍານວຍຄວາມສະດວກໃນການຈັດການຮຽນ-ການສອນໃຫ້ດໍາເນີນໄປຕາມນະໂຍບາຍ ແລະ ເປົ້າໝາຍທີ່ວ່າງໄວ້.ການສຶກສາເປັນຂະບວນວິທີ່ສົ່ງເສີມໃຫ້ບຸກຄົນຈະເລີນເຕີບໂຕ ແລະ ມີຄວາມງອກງາມທາງກາຍ, ອາລົມ, ສັງຄົມ ແລະ ສະຕິປັນຍາ ຕະຫຼອດຈົນເປັນສະມະຊິກທີດີຂອງສັງຄົມ.
2. ການບໍລິຫານວິຊາການ
2.1. ຄວາມໝາຍຂອງການບໍລິຫານວິຊາການ
ປຣີຍາພອນ ວົງອະນຸໂຮດ (2553 : 2) ສະຫຼຸບໄດ້ຄວາມວ່າ ການບໍລິຫານງານວິຊາການໝາຍເຖິງການບໍລິຫານການສຶກສາ ໂດຍມີການຈັດກິດຈະກໍາທຸກສິງທຸກຢ່າງທີ່ກ່ຽວກັບການປັບປຸງພັດທະນາການຮຽນ-ການສອນໃຫ້ໄດ້ຜົນດີ ແລະ ມີປະສິດທິພາບໃຫ້ເກີດປະໂຫຍດສູງສຸດແກ່ຜູ້ຮຽນ.
ສຸນທອນ ໂຄດບັນເທົາ (2551 : 2) ໄດ້ສະຫຼຸບວ່າ ການບໍລິຫານ ຫຼື ການຈັດການ ໝາຍເຖິງຂະບວນການເຮັດວຽກກັບຄົນ ແລະ ເພື່ອຄົນ ເພື່ອໃຫ້ບັນລຸເປົ້າໝາຍສູງສຸດຂອງອົງການ.
ສະກຸນ ສັງວານໄພ (2542 : 33) ໄດ້ກ່າວເຖິງ ຄວາມໝາຍຂອງການບໍລິຫານງານວິຊາການ ໝາຍເຖິງການບໍລິຫານກິດຈະກໍາທຸກສະນິດໃຫ້ນັກຮຽນປະສົບຜົນສໍາເລັດຫຼາຍທີ່ສຸດ.
ສີສຸກ ວົງວິຈິດ (2553 : 18) ໄດ້ສະຫຼຸບການບໍລິຫານວິຊາການໝາຍເຖິງ ຜູ້ບໍລິຫານໂຮງຮຽນວ່າງແຜນຈັດການຂະບວນການໃນການປະຕິບັດວຽກງານໃຫ້ເກີດປະສິດທິພາບດ້ານວຽກວິຊາການໃນສະຖານທີການສຶກສາ ໄດ້ແກ່ການດໍາເນີນວຽກງານກ່ຽວກັບຫຼັກສູດ ແລະ ຄະບວນການຈັດການຮຽນການສອນ, ການຜະລິດສື່ ແລະ ອຸປະກອນການຮຽນ ແລະ ການປະເມີນການຮຽນການສອນ. ການບໍລິຫານວິຊາການເປັນການບໍລິຫານກ່ຽວກັບການພັດທະນາຄຸນນະພາບການສຶກສາ ເປັນກິດຈະກໍາທຸກຢ່າງພາຍໃນສະຖານສຶກສາທີ່ກ່ຽວຂ້ອງກັບການປັບປຸງພັດທະນາການຮຽນ-ການສອນໃຫ້ເກີດຜົນຄາມເປົ້າໝາຍຂອງຫຼັກສູດທີ່ເຮັດໃຫ້ເກີດການຮຽນຮູ້ ແລະ ຂອງນັກຮຽນໃຫ້ມີປະສິດທິພາບ.
ປຣີຍາພອນ ວົງອະນຸໂຣດ (1999 : 123) ການບໍລິຫານງານວິຊາການມີຄວາມໝາຍຖ້າເບິ່ງໃນ້ດ້ານຂະບວນການເຮັດວຽກແລ້ວ ການບໍລິຫານວິຊາການໝາຍເຖິງ ຂະບວນການບໍລິຫານກິດຈະກໍາລວມໜົດທຸກຢ່າງກ່ຽວກັບການປັບປຸງການຮຽນ-ການສອນໃຫ້ດີຂື້ນ. ຕັ້ງແຕ່ການກໍານົດນະໂຍບາຍ, ການວ່າງແຜນ, ການປັບປຸງພັດທະນາການຮຽນ-ການສອນຕະຫຼອດຈົນຮອດການປະເມີນການສຶກສາ. ເພື່ອໃຫ້ເປັນໄປຕາມຈຸດມຸ້ງໝາຍຂອງການສຶກສາ ແລະ ເກີດຜົນປະໂຫຍດສູງສຸດກັບຜູ້ຮຽນ. ຖ້າເບິ່ງການບໍລິຫານວິຊາການໃນດ້ານຕ່າງໆ ແລ້ວ ວຽກງານວິຊາການໄດ້ແກ່: ວຽກຄວບຄຸມດູແລ, ຫຼັກສູດການສອນ, ອຸປະກອນການສອນ, ການຈັດແບບຮຽນ, ຄູ່ມືຄູ, ການຈັດຊັ້ນຮຽນ, ການຈັດຄູເຂົ້າສອນ, ການປັບປຸງການຮຽນ-ການສອນ, ການເຜີຍແພ່ວິຊາການວັດຜົນການສຶກສາ ແລະ ການວິໄຈຄົ້ນຄ້ວາການປະເມີນຜົນມາດຕະຖານການສຶກສາເພື່ອປັບປຸງມາດຕະຖານການສຶກສາເປັນຕົ້ນ.
ບັນລື ພຶກສະວັນ(2536: 59) ໄດ້ກ່າວເຖິງ ການບໍລິຫານວິຊາການໝາຍເຖິງການເຮັດການເຮັດກິດຈະກໍາທຸກຢ່າງພາຍໃນໂຮງຮຽນທິ່ກໍໃຫ້ເກີດການຮຽນຮູ້ ເຊິ່ງຊ່ວຍໃຫ້ການສຶກສາຂອງນັກຮຽນມີປະສິດທິພາບສູງຂື້ນ.
ສະຫຼຸບວ່າ ການບໍລິຫານວິຊາການໝາຍເຖິງ ການເຮັດກິດຈະກໍາທຸກຢ່າງພາຍໃນໂຮງຮຽນທີ່ກໍໃຫ້ເກີດການຮຽນຮູ້ໂດຍແມ່ນ ຜູ້ບໍລິຫານໂຮງຮຽນວ່າງແຜນການປັບປຸງພັດທະນາການຮຽນ ການສອນຕະຫຼອດຈົນເຖິງການປະເມີນການສອນເພື່ອໃຫ້ເປັນໄປຕາມຈຸດປະສົງເປົ້າໝາຍຂອງຫຼັກສູດ ແລະ ເປົ້າໝາຍຂອງການສຶກສາ ໃຫ້ເກີດປະໂຫຍດສູງສຸດກັບຜູ້ຮຽນ.
2.2 . ຄວາສໍາຄັນຂອງການບໍລິຫານວິຊາການ
ປຣີຍາພອນ ວົງອະນຸໂຣດ (1999 : 123). ການບໍລິຫານງານວິຊາການເປັນຫົວໃຈຂອງການບໍລິຫານໂຮງຮຽນ ທີ່ຜູ້ບໍລິຫານຈະຕ້ອງໃຫ້ຄວາມສໍາຄັນເປັນຢ່າງຍິ່ງສ່ວນວຽກງານອື່ນໆມີຄວາມສໍາຄັນໃນລັສະນະສະໜັບສະໜູນໃຫ້ວຽກງານວິຊາການດໍາເນີນໄປໄດ້ຢ່າງມີປະສິດທິພາບ, ການບໍລິຫານງານວິິຊາການເປັນສ່ວນໜຶ່ງຂອງການບໍລິຫານການສຶກສາ. ສໍາລັບຜູ້ມີບົດບາດໜ້າທີ່ໃນການບໍລິຫານໄດ້ສະໜັບສະໜູນສົ່ງເສີມໃຫ້ໂຮງຮຽນຈັດກິດຈະກໍາການຮຽນ-ການສອນ ໃຫ້ບັນລຸຕາມເປົ້າໝາຍຂອງຫຼັກສູດທີ່ກ່ຽວຂ້ອງຢ່າງມີປະສິດທິພາບ. ເພາະການບໍລິຫານງານວິຊາການເປັນພາລະກິດຫຼັກຂອງຜູ້ບໍລິຫານ ແລະ ຄູອາຈານໃນສະຖານທີ່ສຶກສາໃນຂັ້ນຕ່າງໆ.
ມະຍຸຸເຣດ ໂຄດຊົມພູ (2550 : 16) ສະຫຼຸບວ່າ: ການບໍລິຫານງານວິຊາການເປັນຂະບວນການທີສໍາຄັນ ແລະ ເປັນຫົວໃຈຂອງການບໍລິຫານການສຶກສາ, ມາດຖານ ຫຼື ຄຸນນະພາບຂອງການສຶກສາຈະມີການປະກົດອອກມາຢ່າງໂດດເດັ່ນກໍຕໍເມືອການບໍລິຫານວິຊາການເກີດມີຜົນສໍາເລັດຂື້ນມາ. ສ່ວນງານອື່ນໆ ນັ້ນມີລັກສະນະທີ່ຖືວ່າ ເປັນງານສະໜັບສະໜູນເພື່ອໃຫ້ງານວິຊາການດໍາເນີນໄປໄດ້ຢ່າງມີປະສິດທິຜົນດັ່ງນັ້ນ, ຜູ້ບໍລິຫານ ແລະ ອາຈານສອນຕ້ອງໃຫ້ຄວາມສໍາຄັນແກ່ການບໍລິຫານວິຊາການເປັນອັນດັບໜຶ່ງ. ຊຶ່ງໃນຄວາມມຸ່ງຫັວງແມ່ນຜູ້ຮຽນໄດ້ບັນລຸເປົ້າໝາຍທີ່ຕ້ອງການ, ສະນັ້ນ, ການບໍລິຫານການສຶກສາຈະມີຄຸນນະພາບໜ້ອຍຫຼາຍພຽງໃດນັ້ນແມ່ນຂື້ຢູ່ກັບການບໍລິຫານວຽກງານທາງວິຊາການເປັນສໍຄັນ.
ສົມນຶກ ພອນຈະເລີນ (2544 : 10) ໃຫ້ຂໍ້ສະຫຼຸບວ່າ ການບໍລິຫານງານວິຊາການມີຄວາມສໍາຄັນເປັນອໍາດັບຕົ້ນໆ, ເພາະການບໍລິຫານງານວິຊາການເປັນຕົວຊີ້ວັດໃຫ້ເຫັນເຖິງມາດຖານ ແລະ ຄຸນນະພາບຂອງການຈັດການສຶກສາ. ດັ່ງນັ້ນ, ຜູ້ບໍລິຫານການສຶກສາຈະຕ້ອງມີຄວາມຖະນັດ, ມີຄວາມສໍານານຕໍໜ້າທີ່ ແລະ ຄວາມຮັບພິດຊອບໃນການບໍລິຫານງານວິຊາການ, ເພື່ອສ້າງຄວາມເປັນປະໂຫຍດຂອງຄູອາຈານສອນ ແລະ ນັກສຶກສາໃຫ້ໄດ້ຫຼາຍເທົ່າທີ່ຈະເຮັດໄດ້.
ພົມບຸດ ສະດາຈິດ (2546 : 10) ໄດ້ສະຫຼຸບວ່າ ການບໍລິຫານວິຊາການຖືວ່າເປັນຫົວໃຈສໍາຄັນຂອງການບໍລິຫານສະຖານສຶກສາ ເພາະຈຸດປະສົງຂອງສະຖານສຶກສາຄືການຈັດການສຶກສາ ໃຫ້ມີຄຸນະພາບ ແລະ ມາດຖານຂອງການສຶກສາຂື້ນກັບວຽກງານວິຊາການເຊິ່ງປະກອບດ້ວຍຫຼັກສູດ, ການຮຽນ-ການສອນ, ການຈັດບຸກຄະລາກອນທີ່ກ່ຽວຂ້ອງກັບການສົງເສີມວິຊາການຕະຫຼອດຈົນເຖິງການປະເມີນຜົນ.
ສະຫຼຸບວ່າ ການບໍລິຫານງານວິຊາການເປັນຂະບວນການທີສໍາຄັນ ແລະ ເປັນຫົວໃຈຂອງການບໍລິຫານສະຖານການສຶກສາ,ເພາະການບໍລິຫານງານວິຊາການເປັນຕົວຊີ້ວັດໃຫ້ເຫັນເຖິງມາດຖານ ແລະ ຄຸນນະພາບຂອງການຈັດການສຶກສາ.ຂື້ນກັບວຽກງານວິຊາການເຊິ່ງປະກອບດ້ວຍຫຼັກສູດ, ການຮຽນ-ການສອນ, ການຈັດບຸກຄະລາກອນທີ່ກ່ຽວຂ້ອງກັບການສົງເສີມວິຊາການຕະຫຼອດຈົນເຖິງການປະເມີນຜົນ.
2.3. ຂອບເຂດຂອງການບໍລິຫານງານວິຊາການ
ກົມສາມັນສຶກສາ (1995 :29) ໄດ້ລະບຸວ່າຂອບເຂດວຽກງານວິຊາການໄວ້ 9 ວຽກງານດັ່ງນີ້:
1) ການສຶກສາຫຼັກສູດ ແລະ ການນໍເອົາໄປໃຊ້. 2) ການຈັດການຮຽນ-ການສອນ. 3) ການຜະລິດວັດຖຸອຸປະກອນຫຼັກສູດ ແລະ ສື່ການຮຽນ-ການສອນ. 4) ການສົງເສີມການຮຽນກ-ການສອນ. 5) ການປະເມີນຜົນ. 6) ການດໍາເນີນການກ່ຽວກັບຫ້ອງສະມຸດ. 7) ການນິເທດການສຶກສາ. 8) ການວາງແຜນ ແລະ ການກໍານົດວິທີດໍາເນີນວຽກງານ. 9) ການປະຊຸມເຝິກອົບຮົມທາງວິຊາການ.
ປຣີຍາພອນ ວົງອະນຸໂຣດ (1999 : 124) ໄດ້ຂຽນໄວ້ວ່າ ການບໍລິຫານວິຊາການເປັນງານຫຼັກຂອງສະຖານທີການສຶກສາ ແລະ ມີຂອບເຂດຂ້ອນຂ້າງກ້ວາງຂວາງຫຼັກການບໍລິຫານວິຊາການຈະແບ່ງເປັນຂັ້ນຕອນຂອງຂະບວນການບໍລິຫານງານວິຊາການດັ່ງນີ້:
1. ຂັ້ນຕອນດໍາເນີນການ ຈະເປັນການກໍານົດນະໂຍບາຍ ແລະ ວ່າງແຜນງານດ້ວຍວິຊາການໂດຍມີຫຼັກການດັ່ງນີ້:
1) ຈັດແຜນວຽກວິຊາການໃຫ້ສອດຄອງກັບວັດຖຸປະສົງຂອງຫຼັກສູດ.
2) ຈັດສະພາບວຽກວິຊາການ ແລະ ວິທີການເຮັດວຽກ.
3) ຈັດຄູອາຈານເຂົ້າສອນ.
4) ຈັດໂຄງການສອນ.
5) ຈັດປະຕິທິນການປະຕິບັດວຽກ.
2. ຂັ້ນຕອນດໍາເນີນງານ ເປັນຂັ້ນຕອນທີ່ຈັດ ແລະ ດໍາເນີນງານລວມທັງການຄວບຄຸມເບິ່ງແຍງໃຫ້ປະຕິບັດຕາມແຜນທີ່ວ່າງໄວ້.
1) ການດໍາເນີນວຽກການສອນຫຼັກສູດ ໂດຍການເບິ່ງແຍງການສອນໄປຕາມໂຄງກາກສອນໃນແຕ່ລະວິຊາ ເປັນການນໍາຫຼັກສູດໄປສູ່ການປະຕິບັດ.
2) ການດໍາເນີນວຽກງານກ່ຽວກັບກິດຈະກໍາເສີມຫຼັກສູດທາງດ້ານວິຊາການໄດ້ແກ່: ການຈັດໂຄງການສອນສ້ອມເສີມ, ໂຄງການສົງເສີມເດັກຮຽນດີ, ມີການຈັດກອງປະຊຸມຕ່າງໆ , ມີການແນະແນວການສຶກສາ ແລະ ອາຊີບ, ຈັດໃຫ້ມີຫ້ອງສະມຸດໃນໂຮງຮຽນເພື່ອເປັນແຫຼ່ງຄົ້ນຄ້ວາຕະຫຼອດຈົນເຖິງບັນຫາຕ່າງໆ
3) ວຽກງານກ່ຽວກັບວິຊາການ ຜູ້ບໍລິຫານຈະຕ້ອງສົ່ງເສີມໃຫ້ມີການບໍລິຫານກ່ຽວກັບສືການສອນ, ເພື່ອຊ່ວຍເຫຼືອຄູໃນການສອນ ແລະ ອຸປະກອນຕ່າງໆ ມີການຈັດຮວບຮວມເອກະສານ
ຄໍາສອນ, ຄູ່ມືຄູເພື່ອຊ່ວຍເຫຼື່ອຄູໃນການສອນ, ລວມທັງຈັດສິງອໍານວຍຄວາມສະດວກຕ່າງໆ ເຊັ່ນ: ອາຄານສະຖານທີ ແລະ ການຈັດຫາວັດຖຸອຸປະກອນເປັນຕົ້ນ.
3. ຂັ້ນສົ່ງເສີມ ແລະ ຕິດຕາມຜົນທາງດ້ານວິຊາກາານ ເພື່ອໃຫ້ໄດ້ມາດຕະຖານຂອງວຽກງານວິຊາການຜູ້ບໍລິຫານຄວາມມີການສົ່ງເສີມ, ຕິດຕາມ, ຄວບຄຸມ ແລະ ປະເມີນຜົນການດໍາເນີນງານດ້ານວິຊາການດັ່ງນີ້:
1) ສົ່ງເສີມໃຫ້ຄູອາຈານໄດ້ປັບປຸງຕົນເອງດ້ານວິຊາການ.
2) ສະໜັບສະໜູນໃຫ້ມີການປະຕິບັດຕາມມາດຕະຖານ ທາງວິຊາການ ນັ້ນຄື: ກໍານົດຈຸດມຸ້ງໝາຍ ແລະ ນະໂຍຍາບທີເໜາະສົມກັບໂຮງຮຽນ ແລະ ສາມາດນໍາໄປສູ່ການປະຕິບັດໄດ້.
3) ລິເລີມ ແລະ ສ້າງສັນໃນການປັບປຸງງານວິຊາການ.
4) ຈັດບັນຍາກາດທາງວິຊາການໃນສະຖານທີການສຶກສາ ເຊັ່ນ: ການຈັດກິດຈະກໍາທີ່ສົ່ງເສີມທາງດ້ານວິຊາການ.
5) ຈັດໃຫ້ມີຂະບວນການທີ່ປຶກສາທາງວິຊາການ.
6) ຈັດຕັ້ງຄະນະເຮັດວຽກທາງວິຊາການຂື້ນ, ລັກສະນະຂອງກຸ່ມອາດຈັດລວມກັນເປັນຄະນະ, ຄູທີສອນວິຊາດຽວກັນມາລວມກັນເຮັດວຽກ, ແລກປ່ຽນຄໍາຄິດຄໍາເຫັນເຊິງກັນ ແລະ ກັນ.
7) ສົ່ງເສີມຈັດຕັ້ງຊຸມນຸມທາງວິຊາການ ເພື່ອຈັດກິດຈະກໍາ ແລະ ເຜີຍແຜ່ງານວິຊາການ.
8) ສົ່ງເສີມໃຫ້ມີການເຂົ້າຮ່ວມປະຊຸມສໍາມະນາຝຶກອົບຮົມ ເພື່ອເປັນການແລກປ່ຽນຄວາາມຮູ້ ແລະ ເພີ່ມພູນຄວາມຮູ້ທາງວິຊາການ.
9) ສົ່ງເສີມໃຫ້ສຶກສາຕໍ່ເພື່ອຄວາມກ້າວໜ້າທາງວິຊາການ.
ອຸໄທ ບຸນປະເສີດ (2540 : 36) ກ່າວວ່າ ການບໍລິຫານວຽກງານວິຊາການມີຂອບເຂດດັ່ງນີ້:
1) ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະ ການນໍາຫຼັກສູດໄປໃຊ້. 2) ການສອນ ແລະ ການຈັດການຮຽນການສອນ. 3) ກິດຈະກໍານັກຮຽນ ແລະ ການບໍລິຫານກິດຈະກໍານັກຮຽນໃຫ້ຕອບສະໜອງກັບຫຼັກສູດ. 4) ສື່ການສອນ ແລະ ກິດຈະກໍາຫ້ອງສະມຸດ. 5) ການວັດ ແລະ ປະເມີນຜົນ. 6)ການນິເທດການສຶກສາ ແລະ ພັດທະນາອາຊີບ.
ປຣິຍາພອນ ວົງອະນຸໂຣດ (2546 : 19-20) ກ່າວວ່າ ການບໍລິຫານວິຊາການໃນສະຖານະການມີຂອບເຂດກ້ວາງຂວາງ, ຊຶ່ງມີການບໍລິຫານວິຊາການຈະແບ່ງອອກເປັນຂັ້ນຕອນດັ່ງນີ້:
1. ຂັ້ນຕອນການດໍາເນີນວຽກງານຊຶ່ງເປັນການກໍານົດນະໂຍບາຍ ແລະ ວ່າງແຜນງານ
ປະກອບດ້ວຍ. 1) ຈັດສ້າງວຽກງານວິຊາການ. 2) ຈັດສະພາບວຽກງານທາງວິຊາການ ແລະ ວິທີການເຮັດວຽກ. 3) ການຈັດອາຈານເຂົ້າສອນ. 4) ຈັດປະຕິທິນການປະຕິບັດໜ້າທີວຽກງານ. 5) ຈັດໂຄງການການສອນ. 6) ຈັດຕາຕະລາງການສອນ. 7) ປະຖົມນິເທດນັກສຶກສາ. 8) ການລົງທະບຽນນັກສຶກສາ.
2. ຂັ້ນຕອນການດໍາເນີນໜ້າທີວຽກງານ, ເປັນຂັ້ນຕອນຈັດ ແລະ ດໍາເນີນໜ້າທີ່ລວມທັງ
ການຄວບຄຸມຕິດຕາມໃຫ້ການປະຕິບັດດໍາເນີນຕາມທີ່ກໍານົດ ຊຶ່ງປະກອບມີດັ່ງນີ້:
1) ດໍາເນີນວຽກງານການສອນຕາມຫຼັກສູດ ໂດຍການຕິດຕາມເບິງແຍງ ໃຫ້ການສອນເປັນໄປຕາມໂຄງການສອນໃນແຕ່ລະລາຍວິຊາ, ຊຶ່ງເປັນການນໍາຫຼັກສູດໄປປະຕິບັດ.
2) ການດໍາເນີນງານກຽ່ວກັບກິດຈະກໍາເສີມຫຼັກສູດທາງດ້ານວິຊາການ ຊຶ່ງປະກອບມີການຈັດໂຄງການສອນເພີ່ມເຕີມ, ໂຄງການສົງເສີມນັກສຶກສາທີ່ຮຽນດີຮຽນເກັ່ງ, ໂຄງການສົງເສີມນັກສຶກສາ ດ້ວຍຕົນເອງ, ການຈັດຊຸມນຸມຕ່າງໆ, ການຝຶກແບບວິຊາການທະຫານ, ການຕັ້ງຄາຍຊາວໝຸ່ມ, ການແນະແນວການສຶກສາ ແລະ ອາຊີບ, ການໃຫ້ຄໍາປຶກສາ ເພື່ອແກ້ໄຂບັນຫາພ້ອມທັງໃຫ້ມີຫ້ອງສະໝຸດໃນໂຮງຮຽນ ເພື່ອເປັນແຫຼ່ງການຄົ້ນຄ້ວາ.
3) ການບໍລິຫານງານວິຊາການທີ່ສົ່ງເສີມການສອນເພື່ອຊ່ວຍເຫຼືອອາຈານໃນດ້ານການສອນ, ການຈັດຫາສື່ອຸປະກອນຕ່າງໆ, ການຈັດການຮວບຮວມເອກະສານ, ຄໍາສອນ, ຄູ່ມືອາຈານລວມທັງການຈັດສິງທີ່ອໍານວຍຄວາມສະດວກຕ່າງໆເຊັ່ນ ດ້ານອາຄານສະຖານທີ່ ແລະ ການຈັດວັດສະດຸອຸປະກອນເຫຼົ່ານີ້ເປັນຕົ້ນ.
3. ສົ່ງເສີມ ແລະ ຕິດຕາມເບິ່ງແຍງດ້ານວິຊາການ ເພື່ອໃຫ້ໄດ້ມາດຕະຖານຂອງວຽກງານວິຊາການ, ຜູ້ບໍລິຫານວຽກງານວິຊາການຄວນມີການສົ່ງເສີມ, ປັບປຸງ, ພັດທະນາ ແລະ ປະເມີນຜົນທາງດ້ານວິຊາການຊຶງປະກອບມີ:
1) ສົ່ງເສີມໃຫ້ອາຈານສອນໄດ້ປັບປຸງ ແລະ ພັດທະນາຕົນເອງດ້ານວິຊາການ.
2) ສະໜັບສະໜູນໃຫ້ມີການປະຕິບັດວຽກງານທາງວິຊາການ ເຊັ່ນ ການກໍານົດຈຸດມຸ່ງ
ໝາຍ ແລະ ນະໂຍບາຍທີ່ເຫັນວ່າມີຄວາມເໜາະສົມກັບໂຮງຮຽນ ແລະ ສາມາດນໍໄປສູ່ການຈັດຕັ້ງປະຕິບັດໄດ້.
3) ມີຄວາມຄິດລິເລີມໃນການສ້າງສັນ ແລະ ການປັບປຸງວຽກວິຊາການ.
4) ເສີມສ້າງບັນຍາກາດທາງດ້ານວິຊາການໃນສະຖານການສຶກສາ ເຊັ່ນການຈັດກິດຈະກໍາທີ່ສົງເສີມວຽກດ້ານວິຊາການເປັນຫຼັກ.
5) ຈັດໃຫ້ມີຄະນະກໍາມະການທີ່ປຶກສາທາງດ້ານວິຊາການ.
6) ແຕ່ງຕັ້ງຄະນະກໍາມະການທາງວິຊາການຂື້ນ, ໃນລັກສະນະກຸ່ມອາຈານຮ່ວມກັນເປັນຄະນະອາຈານສອນທີນອນຢູ່ໃນພະແນກດ່ຽວກັນ ຫຼື ໜ່ວຍງານດ່ຽວກັນ. ພ້ອມທັງຮ່ວມກັນເຮັດວຽກງານເພື່ອແລກປ່ຽນດ້ານຂໍ້ຄິດເຫັນເຊິ່ງກັນ ແລະ ກັນ.
7) ສົ່ງເສີມໃຫ້ມີການຈັດຕັ້ງຊຸມນຸມ ຫຼື ສະມາຄົມເພື່ອອົບຮົມທາງວິຊາການ ແລະ ເຜີຍແຜ່ວຽກງານທາງດ້ານວິຊາການ.
8) ສົ່ງເສີມໃຫ້ມີການເຂົ້າຮວມປະຊຸມສໍາມະນາຝຶກອົບຮົມເພື່ອການແລກປ່ຽນຄວາມຮູ້, ຄວາມສາມາດ ແລະ ເປັນການເພີ່ມພູນຍູ້ໜູນເສີມສ້າງບົດຮຽນທາງວິຊາການໃຫ້ສູງຂື້ນ.
9) ສົ່ງເສີມໃຫ້ມີການສຶກສາຕໍ່ເພື່ອພັດທະນາຄວາມກ້າວໜ້າທາງວິຊາການ
ຕາຕະລາງກໍານົດແນວຄິດໃນແຕ່ລະດ້ານ
|
ຊື ແລະນາມສະກຸນ |
ດ້ານທີ1 |
ດ້ານທີ2 |
ດ້ານທີ3
|
ດ້ານທີ4 |
ດ້ານທີ5 |
ດ້ານທີ6 |
ດ້ານທີ7 |
ດ້ານທີ8 |
ດ້ານທີ9 |
|
ກົມສາມັນ |
ການສຶກສາຫຼັກສູດ ແລະ ການນໍເອົາໄປໃຊ້.
|
ການຈັດການຮຽນ-ການສອນ. |
ການຜະລິດວັດຖຸອຸປະ ກອນ ແລະສື່ ການຮຽນ-ການສອນ
|
ການສົງເສີມການຮຽນກ-ການສອນ |
ການປະເມີນຜົນ |
ການດໍາເນີນການກ່ຽວກັບຫ້ອງສະມຸດ |
ການນິເທດການສຶກສາ
|
ການວາງແຜນ ແລະ ການກໍານົດວິທີດໍາເນີນວຽກງານ |
ການປະຊຸມເຝິກອົບຮົມທາງວິຊາການ. |
|
ປຣີຍາພອນ ວົງອະນຸໂຣດ |
ຈັດສ້າງວຽກງານວິຊາການ. |
ຈັດສະພາບວຽກງານທາງວິຊາການ ແລະ ວິທີການເຮັດວຽກ. |
ການຈັດອາຈານເຂົ້າສອນ. |
ຈັດປະຕິທິນການປະຕິບັດໜ້າທີວຽກງານ |
ຈັດໂຄງການການສອນ |
ຈັດຕາຕະລາງການສອນ |
ປະຖົມນິເທດນັກສຶກສາ |
ການລົງທະບຽນນັກສຶກສາ |
|
|
ອຸໄທບຸນປະເສີດ |
ຄວາມຮູ້ຄວາມເຂົ້າໃຈກ່ຽວກັບຫຼັກສູດ ແລະການນໍາຫຼັກສູດໄປໃຊ້ |
ການສອນ ແລະ ການຈັດການຮຽນການສອນ. |
ກິດຈະກໍານັກຮຽນ ແລະ ການບໍລິຫານກິດຈະກໍານັກຮຽນໃຫ້ຕອບສະໜອງກັບຫຼັກສູດ |
ສື່ການສອນ ແລະ ກິດຈະກໍາຫ້ອງສະມຸດ |
ການວັດ ແລະ ປະເມີນຜົນ |
ການນິເທດການສຶກສາ ແລະ ພັດທະນາອາຊີບ. |
|
|
|
ຕາຕະລາງທີ1 ການກໍານົດແນວຄິດແຕ່ລະດ້ານ
ຈາກການສຶກສາແນວຄິດຂອງນັກການສຶກສາຕ່າງໆ ຜູ້ຄົ້ນຄ້ວາສະຫຼຸບວ່າ: ກົມສາມັນ ແລະ ອຸໄທ ບຸນປະເສີດ. ເພື່ອນໍາມປະກອບເປັນແນວຄິດໃນການສຶກສາຄົ້ນຄ້ວາກ່ຽວກັບການບໍລິຫານງານວິຊາການຂອງໂຮງຮຽນ ອາຊີວະສຶກສາໃນນະຄຶນຫຼວງວຽງຈັນ ປະກອບ 4 ດ້ານຄື:
1. ດ້ານຫຼັກສູດ
2. ດ້ານການຈັດການຮຽນ-ການສອນ.
3. ດ້້ານສື່ການຮຽນ-ການສອນ.
4. ດ້ານການວັດ ແລະ ປະເມີນຜົນ
ສະນັ້ນ,ໃນນາມຄູສອນໂຮງຮຽນຕ້ອງເອົາໃຈໃສ່ຊວ່ຍວຽກວິຊາການຂອງໂຮງຮຽນໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍແລະມີປະສິດທິພາບ
2.3.1.ການບໍລິຫານຫຼັກສູດ
1. ຄວາມໝາຍຂອງຫຼັກສູດ
ຫຼັກສູດນັບວ່າເປັນສ່ວນໜຶ່ງຂອງວິຊາການ ເຊິ່ງນັກສຶກສາໄດ້ໃຫ້ຄວາມໝາຍຂອງຫຼັກສູດ ໄວ້ຫຼາຍທັກສະດັ່ງນີ້:
ປຣີຍາພອນ ວົງອະນຸຸໂຣດ (2553: 24) ຫຼັກສູດຍັງມີຄວາມໝາຍແຕ່ກຕ່າງກັນຕາມຜູ້ໃຊ້ຄື:
1. ຜູ້ບໍລິຫານສະຖານສຶກສາ ຈະໃຫ້ຄວາມໝາຍຂອງຫຼັກສູດເປັນການຈັດປະສົບການໃນສະຖານສຶກສາໃຫ້ກັບຜູ້ຮຽນ ເພື່ອໃຫ້ຜູ້ຮຽນມີຄວາມຮູ້, ຄວາມສາມາດໃນການປະກອບອາຊີບ ແລະ ດໍາລົງຊີດວິດ.
2. ຄູສອນຈະໃຫ້ຄວາມໝາຍຂອງຫຼັກສູດ ໃນລັກສະນະເປັນການຈັດການຮຽນ-ການສອນທີ່່ໄດ້ວ່າງແຜນໄວ້ກັບການສອນຂອງຄູ ແລະ ປະສົບການຈະເກີດຂື້ນໄດ້ຈາກການຮຽນຮູ້ຂອງນັກຮຽນ.
3. ນັກສຶກສາໄດ້ໃຫ້ຄວາມໝາຍຂອງຫຼັກສູດໃນສິງທີ່ຜູ້ຮຽນຕ້ອງຮຽນຮູ້ ຕາມທີ່ສະຖານສຶກສາກໍານົດ ແລະ ຕາມທີ່ຄູສອນ.
ກົມຈັດຕັ້ງ ແລະ ພະນັກງານ(1996 : 4)ໄດ້ນິຍາມຫຼັກສູດດັ່ງນີ້:
- ຫຼັກສູດແມ່ນປະສົບການທັງໝົດທີ່ນອນຢູ່ໃນແຜນໂຮງຮຽນ, ຕອບສະໜອງໃຫ້
ແກ່ນັກຮຽນເພື່ອໃຫ້ພວກເຂົາບັນລຸຜົນການຮຽນໃຫ້ໄດ້ດີທີສຸດ.
- ຫຼັກສູດແມ່ນຄວາມພະຍາຍາມທີ່ນອນຢູ່ໃນແຜນການຂອງໂຮງຮຽນ ເພື່ອຊີ້ນໍາການຮຽນ
ຂອງນັກຮຽນໃຫ້ບັນລຸຜົນການຮຽນທີ່ກໍານົດໄວ້.
- ຫຼັກສູດແມ່ນລະບົບໂຄງຮ່າງຂອງຄວາມຮູ້ທີ່ຕ້ອງການ.
- ຫຼັກສູດແມ່ນ ຄວາມພະຍາຍາມເພື່ອສືຄວາມໝາຍ ຫຼັກການ ແລະ ລັກສະນະຕ່າງໆ
ຂອງການຮຽນຮູ້ຢູ່ໃນຫຼັກສູດໂດຍເປີດໂອກາດໃຫ້ມີການວິເຄາະ, ຈໍາແນກ, ໄຈ້ແຍກ ແລະ ສາມາດ
ນໍາໄປປະຕິບັດຕົວຈິງໄດ້. ( ຫຼັກສູດປະກອບດ້ວຍ: ເນື້ອໃນ, ວັດຖຸປະສົງ ແລະວິທີການ).
ກູດ(Good 1973:5) ກ່າວວ່າ ຫຼັກສູດຄືເນື້ອໃນວິຊາການຕ່າງໆ ທີ່ລວມທຸກວິຊາເຂົ້ານໍາກັນເພື່ອໃຫ້ຜູ້ຮຽນໄດ້ຮຽນພາຍໄຕ້ການແນະນໍາຂອງໂຮງຮຽນ
ບຸນຊົມ ສີສະອາດ(2546 : 64) ທາບາ (Hilda Taba)ກ່າວວ່າ ຫຼັກສູດມີອົງປະກອບທີສໍາຄັນມີ 4 ປະການຄື:
1. ຈຸດປະສົງ(Objectives)
2. ເນື້ອຫາ(Content)
3. ການນໍາຫຼັກສູດໄປໃຊ້ (Curriculum Implementation)
4. ການປະເມີນຜົນ(Evaluation).
ປຣິຍາພອນ ວົງອະນຸໂລດ (1992 : 39-40) ໄດ້ໃຫ້ຄວາມໝາຍວ່າ ຫຼັກສູດເປັນສ່ວນລວມທາງປະສົບການ ຫຼື ກິດຈະກໍາທີຈັດຂື້ນເພື່ອໃຫ້ເປັນໄປຕາມວັດຖຸປະສົງທາງດ້ານການສຶກສາ, ດ້ານການເມືອງ, ດ້ານເສດຖະກິດ ແລະ ດ້ານວັດທະນາທໍາ-ສັງຄົມທັງພາຍໃນ ແລະ ນອກສັງຄົມໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍທີ່ກໍານົດໄວ້. ເພາະນັ້ນ, ຫຼັກສູດຈຶ່ງມີຄວາມໝາຍຢູ່ 3 ປະການຄື:
1) ຫຼັກສູດ ເປັນວິທະຍາສາດທີມີທິດສະດີ, ມີຫຼັກການໃນການນໍາໃຊ້ຫຼັກສູດໄປໃຊ້ ແລະ ການຈັດການຮຽນ-ການສອນຕາມຈຸດມຸ່ງໝາຍເອົາໄວ້.
2) ຫຼັກສູດ ເປັນລະບົບໃນການຈັດການສຶກສາໂດຍມີປັດໃຈນໍເຂົ້າ (Input) ເຊັ່ນ: ອາຈານ, ນັກສຶກສາ, ວັດສະດຸອຸປະກອນ, ອາຄານສະຖານທີ ແລະ ຂະບວນການ (Process) ເຊັ່ນ: ການຈັດກິດຈະກໍາການຮຽນ-ການສອນ. ດ້ານຜົນຜະລິດ(Output) ໄດ້ແກ່ຜົນໄດ້ຮັບທາງການຮຽນແລະຜົນສໍາເລັດທາງການສຶກສາເຫຼົ່ານີ້ເປັນຕົ້ນ.
3)ຫຼັຫສູດ ແມ່ນແຜນການຈັດການຮຽນ-ການສອນ ເຊຶ່ງມີຄວາມມຸ່ງໝາຍເພື່ອສຶກສາອົບຮົມ ແລະ ເຝຶກຝົນໃຫ້ຜູ້ຮຽນເປັນໄປຕາມເປົ້າໝາຍທີຕົນກໍານົດໄວ້ສູງສຸດ.
ໃຈທິບ ເຊື້ອຣັດຕະພົງ(2539:11-12)ກ່າວວ່າຫຼັກສູດໝາຍເຖີງການຈັດໃຫ້ຜູ້ຮຽນຫຼື ນັກຮຽນເກີດການຮຽນຮູ້(Learning) ຈັດໃຫ້ມີປະສົບການ (Experience)ແລະ ຈັດໃຫ້ມີສິງຈໍາເປັນຂັ້ນພື້ນຖານ, ສໍາລັບປະສົບການ ແລະ ການຮຽນຮູ້ຂອງນັກຮຽນຕາມທີ່ກໍານົດໄວ້ໃນຫຼັກສູດໃຫ້ຄົບຖ້ວນ. ເປັນການຈັດການສຶກສາເພື່ອພັດທະນາຄົນໃຫ້ເປັນຄົນທີ່ສົມບູນ.
ລຸຈິ ພູ່ສາລະ ແລະ ຈັນຊານີ ສະຫງວນງາມ(2545 : 1) ໄດ້ອະທິບາຍຄວາມໝາຍຂອງຫຼັກສູດວ່າໝາຍເຖິງ ແຜນການຮຽນປະກອບດ້ວຍເປົ້າໝາຍ ແລະ ຈຸດປະສົງສະເພາະທີ່ຈະນໍາສະ
ເໜີ ແລະ ຈັດການເນື້ອຫາ, ລວມເຖິງແບບແຜນການຮຽນການສອນຕາມຈຸດປະສົງ, ສຸດທ້າຍຕ້ອງມີການປະເມີນຜົນການຮຽນ.
ປະສາດ ເນືອງສະເຫຼີມ(2556 : 25)ໄດ້ໃຫ້ຄວາມໝາຍວ່າ: ຫຼັກສູດເປັນໃຈກາງຂອງການສຶກສາຂັ້ນພື້ນຖານ ພສ 2551 ເປັນຫຼັກສູດທີມີການນໍາທິດສະດີທາງການສຶກສາ, ທິດສະດີຈິດຕະວິທະຍາການຮຽນຮູ້, ທິດສະດີສັງຄົມວິທະຍາ ແລະ ວິທະຍາການທາງດ້ານວິທະຍາສາດ ແລະ ເທັກໂນໂລຢີມາປະຍຸກໃຊ້ໃຫ້ສອດຄອງກັບແນວທາງການຈັດການຮຽນ-ການສອນຢ່າງລົງຕົວ. ໂດຍສະເພາະຫຼັກສູດໄດ້ກໍານົດມາດຕະຖານການຮຽນຮູ້, ເນື້ອໃນ, ກິດຈະກໍາການຮຽນ-ການສອນ, ສື່ການຮຽນ-ການສອນ ແລະ ການວັດ ແລະ ປະເມີນຜົນ. ບົນພື້ນຖານທີ່ເຊື່ອວ່າຜູ້ຮຽນແມ່ນສໍາຄັນທີ່ສຸດ, ສາມາດສ້າງຄວາມຮູ້ໄດ້ດ້ວຍຕົນເອງ ຄູສອນມີໜ້າທີສະໜັບສະໜູນ ແລະ ຈັດບັນຍາກາດຂອງການຮຽນ-ການສອນໃຫ້ເອື້ອອໍານວຍຕໍ່ຜູ້ຮຽນ.
ຄໍາຜົງ ພະເມືອງ (2010 : 20) ສະຫຼຸບວ່າ ຫຼັກສູດຄືຫົວໃຈຂອງການສຶກສາ ໃນສະຖາບບັນການສຶກສາຕ່າງໆ ເພາະຫຼັກສູດເປັນແນວທາງໃນການປະຕິບັດທີ່ຈະຊ່ວຍໃຫ້ຜູ້ຮຽນໄດ້ຮັບປະສົບການ, ໄດ້ຮັບການພັດທະນາຄວາມຮູ້, ຄວາມສາມາດ, ຄຸນນະທໍາ, ຈາລິຍະທໍາ ແລະ ອື່ນໆ ຊຶ່ງເປັນສິງທີ່ຕ້ອງການຂອງສັງຄົມ ດັ່ງນັ້ນ, ຫຼັກສູດຈຶ່ງການເປັນສູນກາງຂອງກິດຈະກໍາທີ່ກໍານົດຂື້ນຢ່າງເປັນລະບົບ ເພື່ອບັນລຸເປົ້າໜາຍຂອງການຮຽນການສອນ.
ລັດສະໝີທຳມະວົງສາ (2010:32) ເວົ້າວ່າ ຫຼັກສູດແມ່ນ ການກໍານົດຮູບແບບຂອງລະ
ບົບການສຶກສາ, ຂໍ້ບັງຄັບເພື່ອໃຫ້ໂຮງຮຽນ, ຜູ້ບໍລິຫານໂຮງຮຽນ ແລະ ຄູອາຈານນໍາໄປຈັດຕັ້ງປະ
ຕິບັດ ໂດຍແນໃສ່ສຶກສາອົບຮົມນັກຮຽນໃຫ້ມີຄວາມຮູ້, ປະສົບການ ແລະ ທັດສະນະທ່າທີອັນເໜາະ
ສົມ ແລະ ໃຫ້ເປັນໄປຕາມແນວທາງພັດທະນາຊັບພະຍາກອນມະນຸດ ທີ່ພັກ ແລະ ລັດຖະບານ ໄດ້ກໍານົດໄວ້.
ສຸມິຕຣ ຄຸນາກອນ(2539 : 203) ກ່າວເຖິງຫຼັກສູດວ່າ ເປັນໂຄງການໃຫ້ການສຶກສາ ເພື່ອພັດທະນາຜູ້ຮຽນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນລັກສະນະທີ່ສອດຄ່ອງກັບຄວາມມຸ້ງໝາຍທາງການສຶກສາທີ່ກໍານົດໄວ້.
ວັດນາພອນ ຣະງັບທຸກ(2542 : 64) ໃຫ້ຄວາມເຫັນວ່າ ຫຼັກສູດຄືໝວດປະສົບການທີ່ຈັດໃຫ້ຜູ້ຮຽນເກີດການຮຽນຮູ້ ແລະ ພັດທະນາ ເພື່ອໃຫ້ມີຄວາມຮູ້, ຄວາມສາມາດ, ທັກສະ ແລະ ພຶດຕິກໍາຕາມຈຸດໝາຍທີ່ກໍານົດໄວ້.
ອົມຣາ ເລັກເຣິງສິນ (2540 : 7) ໄດ້ໃຫ້ຄວາມໝາຍຫຼັກສູດວ່າ ເປັນເອກະສານທີ່ບັນຈຸແຜນງານ ຫຼື ໂຄງການ ແລະ ເນື້ອຫາກິດຈະກໍາຕ່າງໆ ໃຫ້ແກ່ຜູ້ຮຽນ, ເພື່ອພັດທະນາຜູ້ຮຽນໃນດ້ານຄວາມຮູ້, ເທັກນິກ ແລະ ພຶດຕິກໍາຕ່າງໆ ເພື່ອໃຫ້ຜູ້ຮຽນສາມາດໃຊ້ຊີວິດໃນສັງຄົມຢ່າງມີຄວາມສຸກ. ໂດຍແຜນງານໂຄງການປະການປະກອບດ້ວຍ. ຈຸດມຸ້ງໝາຍ, ເນື້ອຫາສາລະ, ປະສົບການທີ່ຈັດໃຫ້ຜູ້ຮຽນ ໂດຍມີແນວທາງການດໍາເນີນງານຢ່າາງເປັນລະບົບ, ມີການແນະນໍາແຜນງານ ແລະ ໂຄງການໃນການປະຕິບັດໃນສະຖານທີ່ການສຶກສາ.
ສະຫຼຸບໄດ້ວ່າ ຫຼັກສູດຄືຫົວໃຈຂອງການສຶກສາ ໃນສະຖາບບັນການສຶກສາຕ່າງໆ ເພາະຫຼັກສູດເປັນ ແຜນການລວມຂອງທຸກໆວິຊາໃນການຈັດການຮຽນ-ການສອນ. ເຊຶ່ງມີຄວາມມຸ່ງໝາຍ
ເພື່ອສຶກສາອົບຮົມ ແລະ ເຝຶກຝົນໃຫ້ຜູ້ຮຽນເປັນໄປຕາມເປົ້າໝາຍທີຕົນກໍານົດໄວ້.
2. ຄວາມສໍາຄັນຂອງຫຼັກສູດ
ຫຼັກສູດແມ່ນມີຄວາມໝາຍສໍາຄັນທີສຸດຂອງຂະບວນການຈັດການຮຽນ-ການສອນໃນທຸກລະດັບຊັ້ນຮຽນເຊິ່ງມີນັກວິໄຈຫຼາຍທ່ານໄດ້ໃຫ້ຄວາມສໍາຄັນຂອງຫຼັກສູດໄວ້ ດັ່ງນີ້:
ແນວຄິດພື້ນຖານການສ້າງ ແລະ ການພັດທະນາຫຼັກສູດ (2537 : 17) ສະຫຼຸບໄດ້ເປັນຂໍ້
ດັ່ງນີ້:
1. ຫຼັກສູດຄືເບົ້າຫຼໍ່ພົນລະເມືອງໃຫ້ມີຄຸນນະພາບ.
2. ຫຼັກສູດເປັນມາດຕະຖານຂອງການຈັດການສຶກສາ.
3. ຫຼັກສູດເປັນໂຄງການ ແລະ ແນວທາງໃນການໃຫ້ການສຶກສາ.
4. ໃນລະດັບໂຮງຮຽນຫຼັກສູດຈະໃຫ້ແນວທາງປະຕິບັດແກ່ຄູ.
5. ຫຼັກສູດເປັນແນວທາງໃນການສົ່ງຄວາມຈະເລີນງອກງາມ ແລະ ພັດທະນາການຂອງເດັກຕາມຄວາມມຸ້ງໝາຍຂອງການສຶກສາ.
6. ຫຼັກສູດເປັນເຄື່ອງມືກໍານົດແນວທາງໃນການຈັດປະສົບການວ່າ ຜູ້ຮຽນ ແລະ ສັງຄົມຈະໄດ້ຮັບສິ່ງໃດບາງເທື່ອອາດຈະເປັນປະໂຫຍດແກ່ເດັກໂດຍກົງ.
7. ຫຼັກສູດເປັນເຄື່ອງກໍານົດເນື້ອຫາຂອງວິຊາທີ່ຈະຊ່ວຍໃຫ້ເດັກມີຊີວິດຢູ່ໃນສັງຄົມໄດ້ຢ່າງມີຄວາມສຸກ, ເປັນພົນລະເມືອງທີດີຂອງປະເທດຊາດ ແລະ ເປັນຄົນຂອງສັງຄົມ.
8. ຫຼັກສູດເປັນເຄື່ອງມືກໍານົດວ່າ ວິທີການດໍາເນີນຊິວິດຂອງເດັກໃຫ້ເປັນໄປຢ່າງມີຄວາມສຸກ.
9. ຫຼັກສູດແມ່ນທໍານາຍລັກສະນະຂອງສັງຄົມໃນອານາຄົດວ່າຈະເປັນແນວໃດ.
10. ຫຼັກສູດແມ່ນກໍານົດແນວທາງຄວາມຮູ້, ຄວາສາມາດ, ຄວາມປະພຶດ, ທັກສະ ແລະ ແນວຄິດຂອງຜູ້ຮຽນທີ່ຈະຢູ່ຮ່ວມກັບສັງຄົມ ແລະ ເປັນພົນລະເມືອງທີ່ດີຂອງບ້ານເມືອງ.
ອໍານາດ ຈັນທຣແປ້ນ( 2542 : 47 )ກ່າວວ່າ ຫຼັກສູດເປັນສ່ວນສໍາຄັນເພາະຫຼັກສູດໄດ້ກໍານົດເນື້ອຫາ ແລະ ທັກສະທີ່ຜູ້ຮຽນຜູ້ຈະໄດ້ຮຽນຮູ້, ເປັນສິງທີ່ຜູ້ຮຽນຄາດຫັວງ ຊຶ່ງສະຖານການສຶກສາຕ້ອງຈັດການເພື່ອສົ່ງເສີມ ແລະ ໃຫ້ການສະນັບສະໜູນໃຫ້ນັກຮຽນ-ນັກສຶກສາມີຄວາມຮູ້ ແລະ ມີຄວາມເຂົ້າໃຈ.
ຄຳຫຼ້າ ອຸດົມສິນ (2009:27) ສະຫຼຸບວ່າຄວາມສຳຄັນຂອງຫຼັກສູດຄື ຫົວໃຈຂອງການຈັດການຮຽນ-ການສອນເພື່ອໄປສູ່ເປົ້າໝາຍຂອງການສຶກສາ, ຄວາມເຂົ້າໃຈໃນເລື່ອງຂອງຫຼັກສູດ ແລະການຮຽນ-ການສອນຈະເຮັດໃຫ້ການຈັດການສຶກສາດຳເນີນໄປຢ່າງມີປະສິດທິພາບແລະຫຼັກສູດເຊິ່ງຈະຊ່ວຍນຳທາງຊ່ວຍໃຫ້ຄູໄດ້ມີທິດທາງ ແລະ ສິ່ງກຳນົດໃນການສິດສອນຢ່າງມີປະສິດທິພາບ.
ທໍາລົງ ບົວສີ (2532 : 7-8) ໄດ້ກ່າວເຖິງຄວາມສໍາຄັນຂອງຫຼັກສູດວ່າ ແມ່ນສິງສໍາຄັນໃນການຈັດການສຶກສາ ຄືການກໍານົດມາດຕະຖານການຮຽນຮູ້ເພື່ອໃຫ້ແນ່ໃຈວ່າເຍົາວະຊົນແຕ່ລະໄວ, ແຕ່ລະລະດັບການສຶກສາ ໄດ້ຮັບການສຶກສາທີ່ມີຄຸນນະພາບເທົ່າທຽມກັນ, ມີແນວທາງທີ່ກໍານົດໄວ້ວ່າຄວນຮຽນຮູ້ວິຊາຫັຍງ, ເນື້ອຫາຫຼາຍໜ້ອຍພຽງໃດຄວນໄດ້ຮັບການເຝິກຝົນໃຫ້ມີທັກສະ ແລະ ພັດທະນາການໃນດ້ານຮ່າງກາຍ, ຈິດໃຈ, ສັງຄົມ ແລະ ປັນຍາ. ເມື່ອພິຈາລະນາຂໍ້ຄວາມທີ່ກ່າວມາແລ້ວຈະເປັນປັດໃຈສໍາຄັນອັນດັບທໍາອິດ ທີ່ຈະໃຫ້ຄວາມໝັ້ນໃຈໄດ້ວ່າເຍົາວະຊົນລວມທັງຜູ້ຮຽນທັງໝົດຈະໄດ້ຮັບການສຶກສາຕາມທີມຸ້ງຫັວງໄວ້ກໍຄື ຫຼັກສູດ. ໂດຍສະເພາະເມືອມີຫຼັກສູດເປັນແນວທາງໃນການຈັດປະສົບການແກ່ຜູ້ຮຽນແລ້ວ ເປັນທີ່ຫັວງໄດ້ວ່າຜູ້ຮຽນແຕ່ລະສາຂາ ແລະ ແຕ່ລະລະດັບການສຶກສາຈະໄດ້ຮັບການສຶກສາໃນທາງດຽວກັນ ເຖິງແມ່ນວ່າໃນການປະຕິບັດຜູ້ຮຽນຈະໄດ້ຮັບປະສົບການແຕ່ກຕ່າງກັນໄປ ແຕ່ການຮຽນການສອນແມ່ນມຸ້ງສູ່ຈຸດໝາຍດຽວກັນ.
ສະຫຼຸບວ່າ ຫຼັກສູດເປັນຫົວໃຈຂອງການຈັດການຮຽນ-ການສອນ ເປັນແຜນການປະຕິບັດ ຫຼື ເອກະສານທີຂຽນຂື້ນໂດຍມີຍຸດທະວິທີ ເພື່ອບັນລຸເປົ້າໝາຍປາຍທາງຕາມຈຸດປະສົງຂອງລາຍວິຊາຮຽນ. ຫຼັກສູດເປັນແນວທາງໃນການຈັດປະສົບການແກ່ຜູ້ຮຽນແລ້ວ ເປັນທີ່ຫັວງໄດ້ວ່າຜູ້ຮຽນແຕ່ລະສາຂາ ແລະ ແຕ່ລະລະດັບການສຶກສາຈະໄດ້ຮັບການສຶກສາໃນທາງດຽວກັນ.
2.3.2. ການບໍລິຫານການຈັດການຮຽນ-ການສອນ
1. ຄວາມໝາຍຂອງການຈັດການຮຽນ-ການສອນ
ການຈັດການຮຽນ-ການສອນເປັນຫນ້າທີ່ໂດຍກົງຂອງຜູ້ບໍລິຫານທີ່ຈະຕ້ອງດຳເນີນການຈັດກາ ນຮຽນ-ການສອນໃຫ້ຖືກຕ້ອງເໝາະສົມ, ເພື່ອເປັນຂະບວນການຈູງໃຈໃຫ້ຜູ້ຮຽນບັນລຸຕາມເປົ້າໝາຍຂອງຫລັກສູດ ໂດຍເຮັດໃຫ້ຜູ້ຮຽນເປັນຄົນດີ, ຄົນເກັ່ງ ແລະ ມີຄວາມສຸກຕະຫຼອດຈົນມີການອຳນວຍຄວາມສະດວກເພື່ອການຈັດການຮຽນການສອນຢ່າງມີປະສິດທິພາບ.
ອຳພັນ ໃຈທ່ຽງ (2540:1-2)ໄດ້ໃຫ້ຄວາມໝາຍຂອງການຈັດການຮຽນ-ການສອນມີຄວາມໝາຍຄວບຄຸມທັງດ້ານວິທີການ, ດ້ານຕົວບຸກຄົນ ຫຼື ຜູ້ສອນ ແລະ ຜູ້ຮຽນຕ້ອງມີປະຕິສຳພັນຕໍ່ກັນດ້ານເປົ້າໝາຍການສອນ ແລະດ້ານຄວາມສາມາດຂອງຜູ້ສອນ. ດັ່ງນັ້ນ, ການສອນຄືຂະບວນການປະຕິສຳພັນລະຫວ່າງຜູ້ສອນແລະຜູ້ຮຽນເພື່ອເຮັດໃຫ້ຜູ້ຮຽນເກີດຄວາມປ່ຽນແປງພຶດຕິກຳຕາມຈຸດປະສົງທີ່ກຳນົດໄວ້ເຊິ່ງຕ້ອງອາໄສວິທະຍາສາດ ແລະ ສິລະປະຂອງຜູ້ສອນ.
ເອກະສານຝຶກອົບຮົມສໍາລັບຜູ້ບໍລິຫານໂຮງຮຽນ ແລະ ຜູ້ບໍລິຫານການສຶກສາ (2009: 19) ໄດ້ໃຫ້ຄວາມໝາຍຂອງການຮຽນ-ການສອນດັ່ງນີ້:
- ຄວາມໝາຍແຄບ: ການສອນໝາຍເຖິງການກະທໍາອັນຈໍາເປັນ, ການອົບຮົມສັ່ງສອນ
ນັກຮຽນຕາມສະຖານທີ່ ສຶກສາໂດຍທົ່ວໄປ.
- ຄວາມໝາຍກ້ວາງ: ການສອນໝາຍເຖິງ ການຈັດສະພາບການ ຫຼື ຈັດກິດຈະກໍາ
ການກະທໍາຕ່າງໆ ເພື່ອໃຫ້ນັກຮຽນມີປະສົບການ, ວາງແຜນການທີ່ຈະເຮັດໃຫ້ການຮຽນຮູ້ຂອງຜູ້ຮຽນດໍາເນີນໄປດ້ວຍຄວາມສະດວກ, ລວມທັງການຮຽນທີ່ຈັດເປັນ ແບບສະບັບຕ່າງໆ ຫຼື ຈັດກິດຈະກໍາອື່ນໆ ເພື່ອໃຫ້ເກີດການຮຽນຮູ້ ຢ່າງບໍ່ມີ (ການຄົ້ນຄິດລະອຽດ) ພິທີລີ່ຕອງ ອື່ນໆອີກ.
ສຸນທອນ ໂຄດບັນເທົາ (2553 : 44)ໄດ້ກ່າວວ່າ ການຈັດການຮຽນ-ການສອນເປັນການຈັດກິດຈະກຳເພື່ອນຳນັກຮຽນໄປສູ່ເປົ້າໝາຍທີ່ຫລັກສູດກຳນົດ ຄູຜູ້ສອນຄວນຈັດການຮຽນການສອນໃຫ້ເປັນໄປຕາມຫລັກການ ແລະ ວິທີການຕ່າງ ໆ ທີ່ສອດຄ້ອງກັບແນວທາງຂອງຫລັກສູດ ໂດຍຢຶດນັກຮຽນເປັນໃຈກາງ ຈັດໃຫ້ນັກຮຽນໄດ້ຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິ່ງ ໃຊ້ກິດຈະກຳການຮຽນການສອນຫລາຍຮູບແບບ ເນັ້ນໃຫ້ນັກຮຽນມີສ່ວນຮ່ວມ ແລະ ສົ່ງເສີມໃຫ້ນັກຮຽນຮູ້ຈັກສະແຫວງຫາຄວາມຮູ້ແລະແກ້ບັນຫາດ້ວຍຕົນເອງເນັ້ນທັກສະຂະບວນການໃນການຈັດການຮຽນການສອນທຸກເທື່ອໃຫ້ນັກຮຽນມີໂອກາດໄດ້ຮວມກຸ່ມເພື່ອຊ່ວຍກັນຄິດຊ່ວຍກັນເຮັດ ຊ່ວຍກັນແກ້ບັນຫາ ເພື່ອປູກຝັງແນວທາງການດຳເນີນຊີວິດຕາມວິທີລະບອບປະຊາທິປະໄຕ.
ຊູຊາດ ຫົງຂາວ(2549: 52-53)ກ່າວວ່າ:ຈັດກິດຈະກຳໃຫ້ສອດຄ່ອງກັນເປັນການເຮັດວຽກງານຮ່ວມກັນຂອງຜູ້ຮຽນ. ເພື່ອໃຫ້ການຮຽນ-ການສອນແລະ ຜົນການຮຽນຮູ້ມີປະສິດທິພາບຊຶ່ງມີຫລັກການດັ່ງນີ້:
- ເປີດໂອກາດໃຫ້ຜູ້ຮຽນມີສ່ວນຮ່ວມໃນການຮຽນດ້ວຍການເຮັດກິດຈະກຳຫລື ໃຫ້ມີ
ການພັດທະນາທາງຮ່າງກາຍ, ອາລົມ, ສັງຄົມແລະ ສະຕິປັນຍາໄປພ້ອມໆ ກັນ.
2. ຫລັກການສຳຄັນຂອງການເຮັດວຽກຄືໃຫ້ທຸກຄົນມີສ່ວນຮ່ວມໃນການເຮັດວຽກເປັນກຸ່ມກຸ່ມມີຄວາມສຳພັນໃນກຸ່ມເພື່ອໃຫ້ສະມາຊິກມີຄວາມໃກ້ຊິດກັນ, ຝຶກຄວາມເຂົ້າໃຈແລະ ສ້າງບັນຍາກາດປະຊາທິປະໄຕໃນສັງຄົມ.
3. ເນັ້ນໃຫ້ຜູ້ຮຽນຮູ້ຈັກຄົ້ນພົບ
- ເປີດໂອກາດແລະ ໃຫ້ເປັນແນວທາງທີ່ຜູ້ຮຽນສາມາດນຳໄປໃຊ້ໃນຊີວິດໄດ້.
- ການສອນແຕ່ລະຄັ້ງຄວນສ້າງກິດຈະກໍາຫລາຍຢ່າງທີ່ນອກເໜືອໄປຈາກຖາມຕອບເທົ່ານັ້ນ.
6. ມີລະບົບແນະນຳວິທີການປະກອບກິດຈະກຳໃຫ້ຊັດເຈນເພື່ອໃຫ້ຜູ້ຮຽນເຂົ້າໃຈໄດ້ເອງ
7. ຄວນມີສື່ການຮຽນ-ການສອນຫລາຍຢ່າງເປັນເຄື່ອງມືທີ່ຊ່ວຍໃຫ້ຜູ້ຮຽນປະກອບກິດຈະ ກຳໃຫ້ບັນລຸວັດຖຸປະສົງໄດ້.
8. ກິດຈະກຳການວັດຜົນແລະ ປະເມີນຜົນການຮຽນອາດສອດແຊກລະຫວ່າງເນື້ອຫາແຕ່່ ລະຕອນຫຼື ປະເມີນຫລັງຈາກຮຽນກໍ່ໄດ້.
ສີສຸກ ວົງວິຈິດ(2553: 48)ໄດ້ສະຫຼຸບວ່າການຈັດການຮຽນ-ການສອນແມ່ນ ຂະບວນການທີ່ຄູຜູ້ສອນໄດ້ຈັດໃຫ້ນັກຮຽນປະຕິບັດກິດຈະກຳຮ່ວມກັນ, ໃຫ້ນັກຮຽນເກີດການຮຽນຮູ້ຕາມແນວຂອງຫຼັກສູດ ແລະ ຈັດໝວດປະສົບການທີ່ເໝາະສົມກັບຜູ້ຮຽນ, ການຈັດຄູເຂົ້າສອນປະຈຳຊັ້ນຮຽນ, ຈັດຫາວັດສະດຸອຸປະກອນ ແລະ ສື່ການສອນເພື່ອບໍລິການຄູ, ແນະນຳການຈັດແຜນ ການສອນ ແລະ ບັນທຶກການສອນຂອງຄູເຮັດໃຫ້ເກີດພຶດຕິກຳອັນເໝາະສົມຕາມເປົ້າໝາຍຂອງຫຼັກສູດ.
ບຸນຊົມສີສະອາດ (2535:1-2) ໄດ້ກ່າວໄວ້ວ່າການຮຽນຕ້ອງອາໃສການສອນເຊິ່ງມັນເປັນກິດຈະກຳທີ່ຈະຊ່ວຍໃຫ້ຜູ້ຮຽນເກີດການຮຽນຮູ້, ສ່ວນການຮຽນ-ການສອນໝາຍເຖິງການດຳ ເນີນການຂອງຜູ້ສອນເພື່ອໃຫ້ຜູ້ຮຽນເກີດການຮຽນຮູ້ໂດຍຜູ້ຮຽນຕ້ອງເຮັດກິດຈະກຳດ້ວຍຕົນເອງໃນການສອນຕ້ອງຄິດເຖິງສິ່ງສຳຄັນດັ່ງນີ້:
1. ຕ້ອຍຶດຖືຜູ້ຮຽນເປັນສູນກາງ
2. ໃຫ້ຢຶດຖືຕາມສະຖານະການແລະສະພາບແວດລ້ອມ
3. ເໜັ້ນຂະບວນການຮຽນຮູ້, ການຄິດມີເຫດມີຜົນ, ຄິດຢ່າງສ້າງສັນແລະຄິດຢ່າງເປັນກຸ່ມ.
4. ບູລະນາການພາຍໃນກຸ່ມແລະນອກກຸ່ມ
5. ສຶກສາຕິດຕາມແລະແກ້ໄຂຂໍ້ບົກຜ່ອງຂອງນັກຮຽນຢ່າງຕໍ່ເນື່ອງ.
6. ໃຫ້ຜູ້ຮຽນປະຕິບັດຕົວຈິງຫຼາຍທີ່ສຸດ
7. ຈັດສະພາບແລະບັນຍາກາດທີ່ເອື້ອອຳນວຍຕໍ່ການຮຽນຮູ້ແລະການປະຕິບັດຕົວຈິງ
ຂອງຜູ້ຮຽນ
8. ສອດແຊກການອົບຮົມດ້ານຈະລິຍະທຳແລະຄ່ານິຍົມທີ່ຖືກຕ້ອງຢ່າງສະໜໍ່າສະເໜີ
9. ປູກຝັງຄ່ານິຍົມທີ່ເປັນພື້ນຖານ
ສະຫຼຸບການຈັດການຮຽນ-ການສອນໝາຍເຖິ່ງ ການຈັດກິດຈະກຳເພື່ອນຳນັກຮຽນໄປສູ່ເປົ້າ
ໝາຍທີ່ຫລັກສູດກຳນົດໄວ້, ຄູຜູ້ສອນຄວນຈັດການຮຽນ-ການສອນ ໃຫ້ເປັນໄປຕາມຫຼັກການ ແລະ ວິທີການຕ່າງໆ, ໃຫ້ນັກຮຽນເກີດການຮຽນຮູ້ຕາມແນວທາງຂອງຫຼັກສູດ ແລະ ຈັດໝວດປະສົບການທີ່ເໝາະສົມກັບຜູ້ຮຽນ.
2.ຄວາມສຳຄັນຂອງການຈັດການຮຽນ-ການສອນ
ມະນັດສາຍໂກສຸມ(2543 : 12)ເວົ້າລວມແລ້ວ: ການຮຽນ-ການສອນມີຄວາມໝາຍສໍາຄັນຫຼາຍໃນການພັດທະນາວຽກງານສຶກສາ ແລະ ພັດທະນາຄົນໃຫ້ມີການປ່ຽນແປງທາງດ້ານພຶດຕິກໍາຕ່າງໆ. ນອກຈາກນີ້ການຮຽນ-ການສອນຍັງມີຄວາມສໍາຄັນ ໃນການຄວບຄຸມທາງດ້ານວິຊາການ, ດ້ານບຸກຄົນຄືຜູ້ຮຽນ ແລະ ຜູ້ສອນ. ຄູຢາກປະສົບຜົນສໍາເລັດໃນການຮຽນ-ການສອນຈໍາເປັນຄູຈະຕ້ອງສຶກສາ ຫຼັກການພື້ນຖານໃນການສອນ ແລະ ຈະຕ້ອງຈັດປະສົບການຮຽນ-ການສອນ ໃຫ້ດີ ແລະ ເປັນລະບົບ.
ສົນສິດ ເຂດຂາມ(2545:21)ໄດ້ກ່າວເຖິງການຈັດການຮຽນ-ການສອນຜູ້ບໍລິຫານໂຮງຮຽນຕ້ອງຍຶດຖືການຈັດການຮຽນ-ການສອນຕາມແນວທາງຂອງຫຼັກສູດເຊິ່ງມຸງໃຫ້ນັກຮຽນໄດ້ປະຕິບັດຕົວຈິງ, ຮູ້ຈັກແກ້ໄຂບັນຫາຕ່າງໆໂດຍຜູ້ບໍລິຫານສະຖານສຶກສາແລະຄູຕ້ອງມີ ຄວາມເຂົ້າໃຈຈຸດມຸ້ງໝາຍໂຄງສ້າງຂອງຫຼັກສູດ. ສີ່ງສຳຄັນຄືຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ,ຊຸມຊົນແລະນັກຮຽນ. ເພື່ອໃຫ້ນັກຮຽນຮູ້ຈັກຄິດ, ຮູ້ຈັກເຮັດແລະນຳຄວາມຮູ້ໄປໃຊ້ໃຫ້ເກີດປະໂຫຍດໃນການດຳລົງຊີວິດໄດ້ຢ່າງມີຄວາມສຸກໃນສັງຄົມ.
ສີສຸກ ວົງວິຈິດ(2553:49)ໄດ້ສະຫຼຸບວ່າການຈັດການຮຽນ-ການສອນມີຄວາມໝາຍສຳຄັນທີ່ສຸດເພາະເປັນພາຫະນະທີ່ຈະນຳເອົາເນື້ອໃນ ແລະ ສາລະການຮຽນຮູ້ຈາກຫຼັກສູດໄປສູ່ຕົວນັກຮຽນໄດ້ຫຼາຍທີ່ສຸດແລະມີປະສິດທິຜົນຫຼາຍທີ່ສຸດ.
ການຄຸ້ມຄອງວິຊາການ (2009 : 20) ການຈັດການຮຽນ-ການສອນ ເປັນຂະບວນການຕໍ່ເນື່ອງກັນ, ຊຶ່ງຜູ້ສອນຈັດໃຫ້ຜູ້ຮຽນເພື່ອຈະໃຫ້ຮຽນຮູ້ໄດ້ໂດຍສະດວກ, ຖ້າຜູ້ສອນຮູ້ຈັກໃຊ້ວິທີການສອນ (Method of Teaching) ທີ່ດີ ແລະ ເໜາະສົມແລ້ວ, ຈະເຮັດໃຫ້ຜູ້ຮຽນໄດ້ຮັບດັ່ງນີ້:
1. ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈໃນບົດຮຽນວິຊາຄູສອນ.
2. ມີທັກສະ (Skill)(ຄວາມຮູ້ຄວາມສາມາດ) ແລະ ຄວາມສໍານິສໍານານໃນວິຊາການ
ທີ່ຮຽນຮູ້ນັ້ນ.
3. ມີທັດສະນະຄະຕິ (Attitude) ທີ່ດີຕໍ່ສິ່ງທີ່ຮຽນຮູ້ນັ້ນ.
4. ມີຄວາມສາມາດນໍາເອົາສິ່ງຕ່າງໆ ໄປໃຊ້ໄດ້.
5. ສາມາດນໍາເອົາຄວາມຮູ້ໄປແກ້ໄຂຊີວິດປະຈໍາວັນໄດ້.
6. ສາມາດນໍາເອົາຄວາມຮູ້ ໄປສຶກສາຕໍ່ເອົາຄວາມຮູ້ (ຕໍ່ໄປ) ໄດ້.
ສະງັດ ອຸທຣານັນ(2535 :160)ໄດ້ກ່າວວ່າ ການຈັດການຮຽນ-ການສອນ ຄື
ການຈັດປະສົບການທັງໝົດໃຫ້ແກ່ນັກຮຽນ, ຄວາມຖະນັດ, ຄວາມສົນໃຈ ນັບຕັ້ງແຕ່ການຈັດແຜນການສອນ, ການກໍານົດລາຍວິຊາ, ທັງວິຊາບັງຄັບ ແລະ ວິຊາເລືອກ, ການຈັດຄູເຂົ້າສອນການບັນທຶກການສອນ, ການໃຊ້ສື່ການສອນ, ເພື່ອໃຫ້ການຮຽນການສອນມີຜົນສໍາເລັດສູງຕາມຈຸດປະສົງ.
ນົບພົງບຸນຈິຕຣາຄຸນ (2534:19)ໄດ້ເວົ້າວ່າການຈັດການຮຽນ-ການສອນມີຄວາມສຳຄັນຕໍ່ງານວິຊາການ. ປັດຊະຍາແລະຈຸດປະສົງຂອງການຈັດການຮຽນ-ການສອນຕ້ອງຂຽນໃຫ້ຈະແຈ້ງ ເພື່ອຈະໄດ້ເປັນແນວທາງໃຫ້ບຸກຄະລາກອນໄດ້ປະຕິບັດໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້ແລະຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນຫຼັກສູດເປັນຢ່າງດີ, ມີການຈັດວິຊາຕ່າງໆ ໃຫ້ເໝາະສົມລວມເຖິງອຸປະກອນໃນການຮຽນ-ການສອນ, ການຈັດກິດຈະກໍາເສີມຫຼັກສູດຕະຫຼອດຈົນມີການປະເມີນຜົນການຮຽນ-ການສອນແລະການນຳຜົນການປະເມີນມາປັບປຸງໃຊ້ຕໍ່ໄປ.
ສະຫຼຸບວ່າການຈັດການຮຽນ-ການສອນ ມີຄວາມໝາຍສຳຄັນທີ່ສຸດເພາະເປັນພາຫະນະທີ່ຈະນຳເອົາເນື້ອໃນ ແລະ ສາລະການຮຽນຮູ້ຈາກຫຼັກສູດໄປສູ່ຕົວນັກຮຽນໃຫ້ໄດ້ຫຼາຍທີ່ສຸດ, ສີ່ງສໍາຄັນຄືຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ,ຊຸມຊົນ ແລະ ນັກຮຽນ.
.ການບໍລິຫານການຈັດສື່ການຮຽນ-ການສອນ
2.3.3. ການບໍລິຫານການຈັດສື່ການຮຽນ-ການສອນ
1 ຄວາມໝາຍຂອງການບໍລິຫານການຈັດສື່ການຮຽນ-ການສອນ
ສື່ການຮຽນ-ການສອນໝາຍເຖິງເຄື່ອງມືທີ່ນຳໃຊ້ເຂົ້າໃນການສິດສອນລວມໄປເຖິງສິ່ງທີ່ມີຊີວິດແລະສິ່ງທີ່ບໍ່ມີຊີວິດ.
ກິດຕິມາ ປຣິດິດລົກ(2532: 68)ກ່າວວ່າສື່ການສອນໝາຍເຖິງວັດຖຸ, ສິ່ງຂອງ, ເຄື່ອງມື, ເຄື່ອງໃຊ້ຕະຫຼອດເຖິງຕົວບຸກຄົນ, ວິທີການ, ສະຖານທີ່ຕ່າງໆທີ່ໃຊ້ເຂົ້າໃນການປະກອບການສອນເພື່ອໃຫ້ການຮຽນ-ການສອນໄດ້ຮັບຜົນດີ. ສື່ການສອນມີຊື່ເອີ້ນທີ່ແຕກຕ່າງກັນອອກໄປເຊັ່ນອຸປະກອນການສອນ, ອຸປະກອນການສຶກສາ, ເທັກໂນໂລຢີການສອນ, ເທັກໂນໂລຢີການສຶກສາ.
ນິລຸດ ຖິງນາດ (2536 : 249) ໄດ້ໃຫ້ແນວຄິດວ່າສື່ການຮຽນ-ການສອນເປັນວັດຖຸ ຫຼື ເປັນເຄື່ອງມືອຸປະກອນທຸກຊະນິດລວມທັງວິທີການທີ່ຜູ້ສອນນຳໄປໃຊ້ໃນການສອນ ເພື່ອສື່ຄວາມໝາຍຕາມຈຸດປະສົງໃນການຖ່າຍທອດຄວາມຮູ້ຂອງຜູ້ສອນໄປສູ່ຜູ້ຮຽນ.
²÷©-ê½-¸ö¤ ²ñ©ê½-©¾-¸ö¤ (2010 : 27) ໃຫ້ຄວາມໝາຍສືການຮຽນ-ການສອນ ໝາຍເຖິງສິ່ງທີ່ໃຊ້ເປັນຕົວກາງໃນການນໍາສົ່ງຄວາມຮູ້, ທັກສະ ແລະ ເຈຕະຄະຕິໃຫ້ແກ່ ຜູ້ຮຽນ ຫຼື ເຮັດໃຫ້ຜູ້ຮຽນໄດ້ຮຽນຮູ້ຕາມວັດຖຸປະສົງ. ສື່ການຮຽນ-ການສອນອາດຈະເປັນສິ່ງໃດກໍຕາມທີ່ເປັນຕົວກາງ ນໍາສົ່ງຄວາມຮູ້ໄປສູ່ຜູ້ຮຽນຊຶງມີຜົນເຮັດໃຫ້ການຮຽນ-ການສອນ ບັນລຸເປົ້າໝາຍທີ່ຕັ້ງໄວ້ຢ່າງງ່າຍດາຍ ແລະ ວອງໄວ ເອີ້ນວ່າ ສື່ການຮຽນ-ການສອນ...
ສີສຸກ ວົງວິຈິດ (2553: 55)ກ່າວວ່າສື່ການສອນໝາຍເຖິງສິ່ງຕ່າງໆທີ່ນໍາຄວາມຮູ້ໄປສູ່ຜູ້ຮຽນຢູ່ໃນຮູບຂອງສິ່ງພິມ ແລະ ບໍ່ແມ່ນສິ່ງພິມທີ່ຜູ້ສອນສາມາດເລືອກໃຊ້ແລະສົ່ງຄວາມຮູ້ແກ່ຜູ້ຮຽນເພື່ອໃຫ້ການຮຽນ-ການສອນເປັນໄປຕາມວັດຖຸປະສົງທີ່ຕັ້ງໄວ້ຂອງແຕ່ລະວິຊາຮຽນ.
ສະຫຼຸບໄດ້ວ່າ ສື່ການຮຽນ-ການສອນໝາຍເຖິງວັດຖຸສິ່ງຂອງເຄື່ອງມື, ເຄື່ອງໃຊ້ຕະຫຼອດເຖິງຕົວບຸກຄົນ, ວິທີການ, ສະຖານທີ່ຕ່າງໆທີ່ໃຊ້ເຂົ້າໃນການປະກອບການສອນເພື່ອໃຫ້ການຮຽນ-ການສອນໄດ້ຮັບຜົນດີຫຼື ເປັນເຄື່ອງມືອຸປະກອນທຸກຊະນິດລວມທັງວິທີການທີ່ຜູ້ສອນນຳໄປໃຊ້ໃນການຮຽນ-ການສອນ ເພື່ອສື່ຄວາມໝາຍ ຕາມຈຸດປະສົງໃນການຖ່າຍທອດຄວາມຮູ້ຂອງຜູ້ສອນໄປສູ່ຜູ້ຮຽນ.
2 ຄວາມສຳຄັນຂອງການບໍລິຫານການຈັດສື່ການຮຽນ-ການສອນ
ການຄຸ້ມຄອງວິຊາການ (2009: 37 ) ສື່ການຮຽນ-ການສອນ ມີຄວາມສໍາຄັນທີ່ສຸດຢູ່ໃນຊົ່ວໂມງສອນໜຶ່ງ, ມັນຊ່ວຍໃຫ້ຜູ້ຮຽນມີໂອກາດໄດ້ເຫັນວັດຖຸຕົວຈິງ ເປັນການສ້າງຄວາມສົນໃຈໃຫ້ແກ່ຜູ້ຮຽນ, ເຮັດໃຫ້ເຂົາເຈົ້າເກີດມີຄວາມຢາກຮູ້ຢາກຮຽນຫຼາຍຂື້ນ, ມີຄວາມຮັບຮູ້ໄວຂື້ນ ແລະ ຊ່ວຍໃຫ້ການຮຽນ-ການສອນມີປະສິດທິພາບສູງ.
ນົບພົງ ບຸນຈິຕຣາຄຸນ(2534:19)ໄດ້ເວົ້າວ່າການຈັດການຮຽນ-ການສອນມີຄວາມສຳຄັນຕໍ່ງານວິຊາການ. ປັດຊະຍາແລະຈຸດປະສົງຂອງການຈັດການຮຽນ-ການສອນຕ້ອງໃຫ້ຈະແຈ້ງ ເພື່ອຈະໄດ້ເປັນແນວທາງໃຫ້ບຸກຄະລາກອນໄດ້ປະຕິບັດໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້ແລະຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນຫຼັກສູດເປັນຢ່າງດີ, ມີການຈັດວິຊາຕ່າງໆໃຫ້ເໝາະສົມລວມເຖິງອຸປະກອນໃນການຮຽນ-ການສອນ, ການຈັດກິດຈະກໍາເສີມຫຼັກສູດຕະຫຼອດຈົນມີການປະເມີນຜົນການຮຽນ-ການສອນ ແລະ ການນຳຜົນການປະເມີນມາປັບປຸງໃຊ້ຕໍ່ໄປ.
ວະຣາວຸດວົງປະພາຣັດ(2549:33)ຄຸນສົມບັດຂອງສື່ກາຮຽນ-ການສອນມີຄວາມສຳ ຄັນໃນການເລືອກມາໃຊ້ໃນການຮຽນ-ການສອນສະນັ້ນ, ຈິ່ງຄິດເຖິງສິ່ງຕ່າງໆດັ່ງນີ້:
1. ຕ້ອງໄດ້ປະໂຫຍດຄຸ້ມຄ່າກັບທີ່ໄດ້ລົງທື່ນຈັດຫາ
2. ຄວາມປະຢັດຄືສ້າງຈາກວັດສະດຸລາຄາຖືກແລະຫາໄດ້ງ່າຍຕາມທ້ອງຖິ່ນ
3. ຕ້ອງມີຄວາມປານີດ, ຮຽບຮ້ອຍສວຍງາມ, ມີຄວາມໜ້າສົນໃຈແລະເຂົ້າໃຈງ່າຍ.
4. ຕ້ອງສາມາດນຳໄປປະຍຸກໃຊ້ໄດ້ກັບຫຼາຍບົດຮຽນແລະກົງກັບຈຸດໝາຍຂອງບົດຮຽນນັ້ນ.
5. ຕ້ອງໃຫ້ກົງກັບເນື້ອຫາແລະກິດຈະກຳການຮຽນ-ການສອນ
6. ມີຂະໜາດແລະຈຳນວນພໍເໝາະກັບຈຳນວນຂອງຜູ້ຮຽນ
7. ຕ້ອງເໝາະສົມກັບໄວຄວາມຕ້ອງການແລະລະດັບຊັ້ນຂອງນັກຮຽນ
8. ມີຄວາມທົນຮັກສາໄວ້ໄດ້ດົນແລະຄຸ້ມຄ່າກັບແຮງງານ
- ຜູ້ສອນແລະຜູ້ຮຽນຄວນວາງແຜນຮ່ວມກັນແລະຊ່ວຍກັນເຮັດ
ສົນສິດ ເຂດຄາມ(2545:21)ໄດ້ກ່າວເຖິງການຈັດການຮຽນ-ການສອນຜູ້ບໍລິຫານໂຮງຮຽນຕ້ອງຍຶດຖືການຈັດການຮຽນ-ການສອນຕາມແນວທາງຂອງຫຼັກສູດເຊິ່ງມຸງໃຫ້ນັກຮຽນໄດ້ປະຕິບັດຕົວຈິງ, ຮູ້ຈັກແກ້ໄຂບັນຫາຕ່າງໆໂດຍຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງມີຄວາມເຂົ້າໃຈຈຸດມຸ້ງໝາຍໂຄງສ້າງຂອງຫຼັກສູດ. ສີ່ງສຳຄັນຄືຜູ້ບໍລິຫານສະຖານສຶກສາ ແລະ ຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ, ຊຸມຊົນ ແລະ ນັກຮຽນ. ເພື່ອໃຫ້ນັກຮຽນຮູ້ຈັກຄິດ, ຮູ້ຈັກເຮັດແລະນຳຄວາມຮູ້ໄປໃຊ້ໃຫ້ເກີດປະໂຫຍດໃນການດຳລົງຊີວິດໄດ້ຢ່າງມີຄວາມສຸກໃນສັງຄົມ.
ສະຫຼຸບວ່າການຈັດການຮຽນ-ການສອນແມ່ນມີຄວາມສຳຄັນຕໍ່ງານວິຊາການເຊິ່ງເປັນການຈັດກິດຈະກຳເສີມຫຼັກສູດຕະຫຼອດຈົນມີການປະເມີນຜົນການຮຽນ-ການສອນແລະການນຳຜົນການປະເມີນມາປັບປຸງໃຊ້ຕໍ່ໄປ. ສິ່ງສຳຄັນຄືຜູ້ບໍລິຫານສະຖານສຶກສາແລະຄູຕ້ອງປະຕິບັດການສອນ, ພ້ອມທີ່ຈະປັບວິທີການສອນໃຫ້ເໝາະສົມກັບສະພາບທ້ອງຖີ່ນ,ຊຸມຊົນແລະນັກຮຽນ. ເພື່ອໃຫ້ນັກຮຽນຮູ້ຈັກຄິດ, ຮູ້ຈັກເຮັດແລະນຳຄວາມຮູ້ໄປໃຊ້ໃຫ້ເກີດປະໂຫຍດໃນການດຳລົງຊີວິດໄດ້ຢ່າງມີຄວາມສຸກໃນສັງຄົມ.
2.3.4. ການບໍລິຫານການວັດ ແລະ ປະເມີນຜົນ
1 ຄວາມໝາຍຂອງການວັດ ແລະ ປະເມີນຜົນ
ຄູ່ມື ສໍາລັບຜູ້ບໍລິຫານການສຶກສາ (1997 : 32 )ການວັດ ແລະ ປະເມີນຜົນ ແມ່ນການສອບເສັງເພື່ອຕີລາຄາການຮໍ່າຮຽນຂອງນັກຮຽນຕ້ອງປະຕິບັດຕາມການປະເມີນຜົນແບບຕໍ່ເນື່ອງ ແລະ ແບບລວມຜົນຄວບຄູ່ກັນໄປ, ເພື່ອໃຫ້ຄູ່ໄດ້ໂອກາດຊຸກຍູ້ຊ່ວຍເຫຼືອໃນການຮຽນຂອງນັກຮຽນຢ່າງຕໍ່ເນື່ອງ, ເປັນປົກກະຕິ, ບໍເລັ່ງໃສ່ແຕ່ການສອບເສັງທ້າຍປີຮຽນ ທັງນີ້ເພື່ອແນ່ໃສການຫຼຸດຜ່ອນການຄ້າງຫ້ອງ ຊຶ່ງເປັນຕົ້ນເຫດຂອງການປະລະການຮຽນ.
ທໍາຣົງ ບົວສີ (2532 : 227) ໄດ້ກ່າວວ່າ ການວັດຜົນ ແລະ ການປະເມີນຜົນເປັນຂະບວນການທີ່ແຕກຕ່າງກັນແຕ່ຕໍ່ເນື່ອງສຳພັນກັນ ກ່າວຄື ການວັດຜົນເປັນຂະບວນການທີ່ໄດ້ມາຊຶ່ງຕົວເລກ ໂດຍອາໄສເຄື່ອງມືຫລືວິທີການຕ່າງ ໆ ເຊັ່ນ ການສັງເກດການກວດຜົນງານ ການສຳພາດ ແລະ ການໃຊ້ແບບທົດສອບ ສ່ວນການປະເມີນຜົນເປັນຂະບວນການທີ່ນຳເອົາຜົນຂອງການວັດມາພິຈາລະ
ນາປຽບທຽບກັບເກນມາດຕະຖານຢ່າງໃດຢ່າງໜຶ່ງ ແລ້ວຕັດສິນຕາມເກນທີ່ຕັ້ງໄວ້ສອດຄ້ອງກັນ
ສຸນີ ພູພັນ (2546 : 49) ໄດ້ກ່າວເຖິງ ການວັດຜົນ ແລະ ປະເມີນຜົນການສຶກສາ ວ່າເປັນວຽກງານທີ່ກ່ຽວຂ້ອງກັບການກຳນົດວິທີການ ແລະ ເຄື່ອງມືທີ່ຈະໃຊ້ໃນການວັດ ແລະ ປະເມີນຜົນການຮຽນຮູ້ ໂດຍມີການຈັດປະຊຸມຊີ້ແຈງການກຳນົດແນວທາງການວັດ ແລະ ປະເມີນຜົນ ຊຶ່ງເນັ້ນການວັດ ແລະ ປະເມີນຜົນຕາມສະພາບຈິງ ແລະ ມີການກຳກັບຕິດຕາມການວັດແລະປະເມີນຜົນໃຫ້ເປັນໄປຕາມວັດຖຸປະສົງທີ່ກຳນົດໄວ້
ກາດແກ້ວ ເຮື່ອງວິໄລ (2010 : 8)ໄດ້ສະຫຼຸບວ່າ ການວັດ ແລະ ການປະເມີນຜົນການສອນເປັນການກວດສອບພັດທະນາການຮຽນຮູ້ຂອງຜູ້ຮຽນໂດຍການຕັດສິນໃຈຂອງຜູ້ສອນພາຍ ໃຕ້ເກນທີ່ກໍານົດໄວ້, ເຊິ່ງໃນການວັດ ແລະ ປະເມີນຜົນການຮຽນ-ການສອນອາຊິວະສຶກສາລວມມີການວັດ ແລະ ການປະເມີນຜົນການຮຽນ-ການສອນພາກທິດສະດີທີ່ຜູ້ສອນໃຊ້ວັດ ແລະ ປະເມີນຜົນການຮຽນຂອງນັກຮຽນຢ່າງຫຼາກຫຼາຍເຊັ່ນ ການວັດ ແລະ ການປະເມີນຜົນໂດຍການສັງເກດພຶດຕິກຳ, ການສຳພາດ, ກວດສອບວຽກບ້ານ ແລະ ແຟມສະສົມຜົນງານຂອງນັກຮຽນ, ວັດຜົນດ້ວຍການໃຫ້ນັກຮຽນເຮັດບົດທົດສອບໃນຫຼາຍຮູບແບບ ແລະ ເປັນໄລຍະຄື ລະຫວ່າງກາງພາກຮຽນ ແລະ ທ້າຍພາກຮຽນ. ປະເມີນຄວາມສົນໃຈ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບໃນການຮຽນຂອງນັກຮຽນແລ້ວນຳຜົນການວັດ ແລະ ປະເມີນຜົນມາໃຊ້ເຂົ້າໃນການປັບປຸງແກ້ໄຂທາງດ້ານການສອນຂອງຕົນ. ມີການວັດ ແລະ ການປະເມີນຜົນການສອນພາກປະຕິບັດທີ່ຜູ້ສອນໃຊ້ວັດ ແລະ ປະເມີນຜົນການປະຕິບັດຂອງນັກຮຽນໃນດ້ານຄວາມຕັ້ງໃຈ, ໃນດ້ານການປະຕິບັດໜ້າວຽກຂອງນັກຮຽນ, ການສົ່ງວຽກບ້ານຕາມເວລາ, ວັດ ແລະ ປະເມີນ ຜົນຜະລິດທີ່ນັກຮຽນເຮັດໄດ້ແລ້ວນຳຜົນການວັດ ແລະ ປະເມີນຜົນມາໃຊ້ເຂົ້າໃນການປັບປຸງແກ້ໄຂໃນການນຳພານັກຮຽນປະຕິບັດວຽກໃຫ້ສຳເລັດດີຂຶ້ນ.
ສົມບັດສຸວັນພິທັກ(2541:26)ການປະເມີນໝາຍເຖິງ ຂະບວນການຮວບຮວມຂໍ້ມູນ, ການວິເຄາະຂໍ້ມູນແລະການເຮັດລາຍງານສະຫຼຸບ ເພື່ອໃຊ້ປະກອບການຕັດສິນໃຈດຳເນີນວຽກງານໃຫ້ເກີດປະສິດທິພາບແລະປະສິດທິຜົນຫຼາຍຂຶ້ນ.
ຄໍາຫລ້າ ອຸດົມສິນ (2010 : 8)ໄດ້ສະຫຼຸບວ່າ ດ້ານການວັດ ແລະ ປະເມີນຜົນການຮຽນ-ການສອນໝາຍເຖິງການດຳເນີນກິດຈະກຳເພື່ອຢັ່ງເບິ່ງລະດັບຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈຂອງຜູ້ຮຽນ ເພື່ອປັບປຸງການຮຽນ-ການສອນ ຕາມທີ່ກຳນົດໄວ້ໃນຫຼັກສູດປະກອບມີການຈັດຕາຕະລາງ ແລະ ການຈັດຕັ້ງສອບເສັງພາກ ແລະ ທ້າຍປີ, ການສຸມຜົນການຕັດສິນຂອງນັກຮຽນ, ການສະຫຼຸບ ແລະ ການວາງແຜນການປະຊຸມທາງວິຊາການ, ກຳນົດນະໂຍບາຍການວັດ ແລະ ປະເມີນຜົນ, ການສົ່ງເສີມໃຫ້ຄູໃຊ້ເຕັກນິກການວັດຜົນແບບຕ່າງໆໃຫ້ເໝາະສົມກັບຜູ້ຮຽນ, ການສົ່ງເສີມການປະເມີນຈາກສະພາບຕົວຈິງ, ການປະເມີນໂດຍໃຊ້ແຟມສະສົມຜົນງານການປະເມີນໃຊ້ແບບທົດສອບມາດຖານ ແລະ ການນຳຜົນການວັດຜົນປະເມີີນຜົນມາພັດທະນາປັບປຸງການຈັດການຮຽນ-ການສອນ ແລະ ແຈ້ງຜົນການປະເມີນໃຫ້ຜູ້ປົກຄອງຮັບຮູ້.
ສະຫຼຸບການວັດ ແລະ ການປະເມີນຜົນການຮຽນ-ການສອນເປັນການກວດສອບພັດທະນາການຮຽນຮູ້ຂອງຜູ້ຮຽນໂດຍການຕັດສິນໃຈຂອງຜູ້ສອນພາຍໃຕ້ເກນທີ່ກໍານົດໄວ້.ການວັດຜົນ ແລະ ການປະເມີນຜົນເປັນຂະບວນການທີ່ແຕກຕ່າງກັນແຕ່ຕໍ່ເນື່ອງສຳພັນກັນ.
2 ຫຼັກການຂອງການວັດ ແລະ ປະເມີນຜົົນ.
ການວັດ ແລະ ປະເມີນຜົນການຮຽນ ແມ່ນອົງປະກອບທີ່ສໍາຄັນຂອງການຮຽນ-ການສອນທີ່ຈະຊ່ວຍໃຫ້ການຮຽນຮູ້ຂອງນັກຮຽນເປັນໄປຢ່າງມີປະສິດທິພາບ ແລະ ເປັນຂະບວນການທີ່ກວດສອບໄດ້ວ່ານັກຮຽນໄດ້ຮຽນຮູ້ເຖິງຈຸດໝາຍປາຍທາງຕາມທີ່ຫຼັກສູດຕ້ອງການ ຫຼື ບໍ່ ຜົນການວັດ ແລະ ປະເມີນຜົນ ຈະຊ່ວຍເປັນຂໍ້ມູນໃຫ້ຄູຜູ້ສອນນໍາໄປພິຈາລະນາຫາວິທີແກ້ໄຂຈຸດອ່ອນ ແລະ ຂໍ້ບົກໃນດ້ານຕ່າງໆ ດັ່ງນັ້ນ ຜູ້ຄຸ້ມຄອງໂຮງຮຽນວິຊາຊີບ ຈະຕ້ອງມີຄວາມຮູ້ຄວາມເຂົ້າໃຈໃນຫຼັກການວັດ ແລະ ປະເມີນຜົົນ ເພາະວຽກງານດັ່ງກ່າວນີ້ມີຄວາມສໍາຄັນຢ່າງແທ້ຈິງ.
ປຣີຍາພອນ ວົງອະນຸໂຣດ (1992 : 200-201) ໄດ້ໃຫ້ລາຍລະອຽດຂອງການວັດ ແລະ ປະເມີນຜົນ ເພາະມີສ່ວນກ່ຽວຂ້ອງໂດຍກົງກັບໜ້າທີຄວາມຮັບພິດຊອບຂອງຜູ້ບໍລິຫານໃນສະຖານສຶກສາ, ຊຶ່ງຈະຕ້ອງໄດ້ປະຕິບັດໃນການວັດ ແລະ ປະເມີນຜົນເປັນຫຼັກ ດັ່ງນີ້:
1) ກໍານົດນະໂຍບາຍທົ່ວໄປກ່ຽວກັບການວັດ ແລະ ປະເມີນຜົນການຮຽນ-ການສອນ
ເຊັ່ນ:
(1) ປະເພດຂໍ້ສອບທີຈະໃຊ້ໃນການວັດ.
(2) ໄລຍະເວລາທີ່ຈະໃຊ້ໃນການທົດສອບ, ຈໍານວນຄັ້ງທີ່ສອບ ແລະ ການເກັບຄະ
ແນນສອບແຕ່ລະຄັ້ງ.
(3) ມາດຕະຖານໃນການວັດຜົນ.
(4) ການກຽມແບບຟອມສໍາລັບການລາຍງານຜົນການສອບແກ່ຜູ້ປົກຄອງ.
2) ຈັດຫາວັດສະດຸອຸປະກອນ, ເຄື່ອງມືເຄື່ອງໃຊ້ທີ່ຈໍາເປັນໃນການສອນເຊັ່ນ ເຄື່ອງ
ພິມ, ເຄື່ອງໂລນຽວ, ເຄື່ອງອື່ນໆທີ່ຈໍາເປັນຕະຫຼອດເຖິງເຈົ້າໜ້າທີ່ໃຫ້ຄວາມສະດວກ.
3)ພະຍາຍາມສົ່ງເສີມຄູອາຈານໃຫ້ມີຄວາມຮູ້ທາງການວັດ ແລະປະເມີນຜົນທາງດ້ານການຮຽນ-ການສອນໂດຍທີ່ມີການຈັດການຝຶກອົບຮົມ, ການປະຊຸມແບບປະຕິບັດການ, ດ້ານເທັກນິກການອອກຂໍ້ສອບ, ການໃຫ້ຄະແນນການປະເມີນຜົນຂໍ້ສອບ ແລະການລາຍງານຜົນຂໍ້ສອບ.
4)ການຈັດຕາຕະລາງສອບ, ຫ້ອງທີ່ຈະສອບ, ລະບຽບການສອບ ແລະການຄວບຄຸມ.
5)ຄວນມີການປະເມີນຜົນການຮຽນ-ການສອນຫຼືສະເໜີແນວທາງການນໍາໄປປັບປຸງໃຊ້ໃນຂັ້ນຕໍ່ໄປ.
ແພງເສີຍ ທິບພິລາດ,ກອງແກ້ວ ສີສົມພູແລະສົມສະນິດ ວົງຄໍາຈັນ (ປີ2012:57)ສະຫຼຸບວ່າ: ການວັດ ແລະປະເມີນຜົນການຮຽນ-ການສອນເປັນຂະບວນການເພື່ອສືບຄົ້ນໃຫ້ຮູ້ເຖິງພື້ນຖານຄວາມຮູ້ຂອງຜູ້ຮຽນ, ເພື່ອນໍາໄປປັບປຸງແກ້ໄຂ. ດັ່ງນັ້ນ, ການວັດ ແລະປະເມີນຜົນການຮຽນ-ການສອນ ເປັນກິດຈະກໍາທາງວິຊາການ, ຊຶ່ງຜົນຂອງການຮຽນ-ການສອນຈະໄດ້ດີຫຼືບໍນັ້ນອາດຈະຮັບຮູ້ຈາກການວັດ ແລະປະເມີນຜົນ. ນອກຈາກນັ້ນ, ຍັງເປັນການສົ່ງເສີມໃຫ້ການສະໜັບສະໜູູນໃຫ້ຜູ້ບໍລິຫານ ແລະອາຈານສອນໄດ້ຮ່ວມມືກັນສ້າງ ແລະປັບປຸງເຄື່ອງມືດ້ານຕ່າງໆ ໃຫ້ມີມາດຕະຖານ, ພ້ອມທັງມີການຕິດຕາມກວດສອບເຄື່ອງມືຂອງການວັດ ແລະປະເມີນຜົນເປັນປົກກະຕິ, ມີການວິເຄາະຜົນສໍາເລັດທາງດ້ານການຮຽນ-ການສອນຂອງຄູອາຈານ ແລະນັກສຶກສາ.
ກາດແກ້ວ ເຮືອງວິໄລ (2010 : 54) ເວົ້າເຖິງຫຼັກການວັດ ແລະ ປະເມີນຜົນການຮຽນ-ການສອນຕ້ອງຍຶດຖືການຕົກລົງຂອງລັດຖະບານກ່ຽວກັບການໃຫ້ຄະແນນ, ກໍານົດເກຣດ ແລະ ການຄິດໄລຄ່າລະດັບ ຖ້າຢາກປະຕິບັດຜົນການຮຽນ-ການສອນໄດ້ດີຕ້ອງປະຕິບັດຕາມຫຼັກການດັ່ງລຸ່ມນີ້:
- ປະເມີນຜົນການຮຽນຮູ້ ດ້ານພຸດທະວິໄສ, ເພື່ອພັດທະນາຜູ້ຮຽນໃຫ້ບັນລຸເຖິງຄວາມ
ຮູ້ ແລະ ຄວາມສາມາດ ຕາມມາດຕະຖານທີ່ກໍານົດໄວ້.
- ຕ້ອງປະເມີນຜົນການຮຽນຮູ້ ດ້ານຈິດຕະພິໄສ ນັ້ນເພື່ອເນັ້ນເຖິງຄຸນລັກສະນະ, ການ
ເຫັນຄຸນຄ່າໃນການຮຽນຂອງຜູ້ຮຽນ.
- ຕ້ອງປະເມີນການຮຽນຮູ້ດ້ານທັກສະພິໄສເພື່ອເນັ້ນເຖິງການປະຕິບັດຕົວຈິງທີ່ຖືກຕ້ອງ
ຕາມຂັ້ນຕອນວິທີພ້ອມກັບການໃຊ້ເວລາໜ້ອຍ ແຕ່ມີຜົນສໍາເລັດດີຜະລິດຕະພັນມີຄຸນນະພາບ.
- ຕ້ອງແຈ້ງຂໍ້ມູນກ່ຽວກັບການປະເມີນຜົນການປະເມີນໃຫ້ແກ່ຜູ້ຮຽນ ເພື່ອໃຫ້ຜູ້ຮຽນແຕ່ລະ
ຄົນໄດ້ຮູ້ຈັກຕົນເອງ ເຫັນແນວທາງທີ່ຈະປັບປຸງຕົນເອງໃຫ້ດີຂື້ນ ແລະ ເນັ້ນຄວາມເພິ່ງພໍໃຈໃນສະ
ພາບຂອງຕົນເອງ.
- ບໍ່ແຍກຂະບວນການວັດ ແລະປະເມີນຜົນອອກຈາກການຮຽນ-ການສອນ.
- ຕ້ອງດໍາເນີນຜົນການວັດ ແລະ ປະເມີນຜົນມາປັບປຸງການສອນຂອງຄູ ເພື່ອຄວາມສໍາ
ເລັດຕາມເປົ້າໝາຍຂອງຫຼັກສູດ.
ສົມນືກ ພັດທິທະນີ (2541 : 16) ໄດ້ກ່າວເຖິງຫຼັກການໃນການວັດ ແລະ ປະເມີນຜົນການສຶກສາວ່າການວັດປະເມີນຜົນການສຶກສາຈະມີປະສິດທິພາບພຽງໃດ ສ່ວນໜຶ່ງແມ່ນຂື້ນຢູ່່ກັບການວັດ ແລະ ປະເມີນຜົນ ຫຼື ວິທີການວັດ ແລະ ປະເມີນຜົນ, ຫາກບໍມີຫຼັກການໃນການວັດແທກແລ້ວກໍບໍ່ສາມາດວັດແທກພຶດຕິກໍາຕາມທີ່ຕ້ອງການໄດ້ ຫຼື ຕ້ອງການວັດແທກສິງໃດສິ່ງໜຶ່ງແຕ່ໄດ້ຜົນອອກມາເປັນສິ່ງໜຶ່ງ ດັ່ງນັ້ນ ການວັດຜົນທີດີຕ້ອງຢຶດຫຼັກການວັດຜົນເບື້ອ້ງຕົ້ນດັ່ງລຸ່ມນີ້:
- ຕ້ອງວັດໃຫ້ກົງກັບຈຸດໝາຍຂອງການຮຽນ-ການສອນ, ການວັດຜົນເປັນສິ່ງທີ່ກວດສອບ
ຜົນຈາກການສອນຂອງຄູ ວ່ານັກຮຽນມີພຶດຕິກໍາຕາມທີ່ໄດ້ກໍານົດໄວ້ໃນຈຸດມຸ້ງໝາຍການສອນໜ້ອຍຫຼາຍປານໃດ, ຖ້າວັດຜົນໂດຍທີ່ບໍ່ຍຶດຈຸດໝາຍຂອງການຮຽນການສອນເປັນຫຼັກ ກໍຈະບໍໄດ້ຮັບຜົນປະໂຫຍດ, ຈະບໍ່ຮູ້ເຖິງການພັດທະນາຂອງນັກຮຽນວ່າບັນລຸເປົ້າໝາຍຕາມຈຸດປະສົງທີ່ວ່າງໄວ້ໃນຫຼັກສູດ ຫຼື ບໍ່.
2. ເລືອກໃຊ້ເຄື່ອງມືວັດຜົນທີ່ດີ ແລະ ເໝາະສົມການວັດຜົນການສຶກສາ,ເປັນການວັດຜົນທາງສັງຄົມສາດ ຊຶ່ງເປັນສິງທີ່ບໍ່ຄົງທີ່ແນ່ນອນຄືກັບການວັດທາງກາຍຍະພາບ ຫຼື ທາງວິທະຍາ
ສາດ. ດັ່ງນັ້ນ, ຄູສອນຕ້ອງພະຍາຍາມເລືອກໃຊ້ເຄື່ອງມືວັດຜົນ ທີ່ມີຄຸນນະພາບດີ ເພື່ອໃຫ້ຜົນ
ອອກມາຖຶກຕ້ອງແນ່ນອນ ແລະ ເຊື່ອຖືໄດ້ເທົ່າທີຈະຫຼາຍໄດ້, ນອກນີ້ຕ້ອງພະຍາຍາມໃຊ້ເຄື່ອງມືວັດຜົນຫຼາຍໆຢ່າງເພື່ອຊ່ວຍໃຫ້ການວັດຜົນຂອງຄູສົມບູນຂື້ນ.
3. ລະວັງຄວາມຄາດເຄື່ອນ ຫຼື ຄວາມພິດພາດຂອງການວັດຜົນ ເມື່ອໃຊ້ເຄື່ອງມືຊະນິດໃດຕ້ອງລະວັງຄວາມບົກຜ່ອງຂອງເຄື່ອງມື, ວິທີ່ການວັດຜົນຂອງຄູຕ້ອງມີຄວາມໜ້າສົນໃຈ ຫຼື ຝຶກຫັດທັກສະໃນການວັດຢູ່ສະເໝີຈຶ່ງຈະແກ້ໄຂ ແລະ ປ້ອງກັນຂໍ້ບົກຜ່ອງນີ້ໄດ້.
4. ເມື່ອໄດ້ຜົນການວັດອອກມາແລ້ວເຊັ່ນ: ຄະແນນທີ່ໄດ້ມາຈາກການສອບເສັງຂອງຄູຕ້ອງນໍາໄປປະເມີນຜົນຈຶ່ງຈະຊ່ວຍໃຫ້ການວັດຜົນມີຄວາມໝາຍ ແລະ ໃນການປະເມີນຜົນນັ້ນ, ເກນທີ່ໃຊ້ເປັນສິງສໍາຄັນທີ່ສຸດຕ້ອງແປຜົນ ໃຫ້ຖືກຕ້ອງສົມເຫດສົມຜົນ ແລະ ມີຄວາມຍຸດຕິທໍາການວັດຜົນ ແລະ ປະເມີນຜົນຈຶ່ງເກີດປະໂຫຍດດທີ່ດີໄດ້.
5. ໃຊ້ຜົນການວັດໃຫ້ຄຸ້ມຄ່າ ການວັດຜົນທີ່ດີໄດ້ເນັ້ນເຖິງປະເດັນທີ່ນັກຮຽນຈໍາເນື້ອໃນໄດ້ໜ້ອຍຫຼາຍພຽງໃດ ຫຼື ໄດ້ຄະແນນຢູ່ລະດັບໃດເທົ່ານັ້ັ້ນ. ຈຸດປະສົງສໍາຄັນຂອງການວັດຜົນຄື ເພື່ອຄົ້ນຫາ ແລະ ພັດທະນາສະຖານະພາບຂອງຜູ້ຮຽນ,ຕ້ອງພະຍາຍາມຄົ້ນຫາຜູ້ຮຽນແຕ່ລະຄົນ
ວ່າ ເກັ່ງ-ອ່ອນ ໃນດ້ານໃດ ແລະ ຫາທາງປັບປຸບແກ້ໄຂແຕ່ລະຄົນໃຫ້ດີຂື້ນພ້ອມທັງຫຫາວິທີປັບ
ປຸງການສອນຂອງຄູໃຫ້ມີປະສິດທິພາບສູງຂື້ນ.
ໂຣນເມສແລະວິນເນ, 1989 (ອ້າງໃນ ຄໍາຜົງ ພະເມືອງ 2010 : 23 )ກ່າວວ່າຈຸດປະສົງຂອງການວັດປະເມີນຜົນເພື່ອຄົ້ນຫາສິ່ງທີ່ນັກຮຽນໄດ້ຮຽນຮູ້ມາເພື່ອຊ່ວຍໃນການສອນຊຶ່ງອາດຈະໝາຍເຖິງການສັງເກດພຶດຕິກຳຂອງນັກຮຽນໃນລະຫວ່າງຮຽນວ່າເຂົາມີຄວາມສົນໃຈຫຼືບໍ່, ຫຼືລວມເຖິງການທົດສອບກ່ອນເຂົ້າຮຽນແລະທົດສອບຫຼັງຈາກຮຽນໄປແລ້ວ ແລະ ການທົດສອບລະຫວ່າງກຳລັງຮຽນ.
ຈຸດປະສົງຂອງການວັດນັ້ນເປັນການກວດສອບຂອງຄູອາຈານ ແລະ ການຮຽນຂອງນັກຮຽນນັກສຶກສາໃນດ້ານການຮຽນຮູ້3ດ້ານຄື:
1)ດ້ານຄວາມຮູ້ຄວາມເຂົ້າໃຈ.
2)ດ້ານທັກສະປະຕິບັດ.
3)ດ້ານເຈດຕະຄະຕິ.
ຈາກຈຸດປະສົງທັງ3ດ້ານສີ່ງທີ່ຈະນຳໄປວັດຜົນການຮຽນຮູ້ຂອງນັກຮຽນມີດັ່ງນີ້:
(1)ນັກຮຽນນັກສຶກສາມີຄວາມຮູ້ຄວາມເຂົ້າໃຈໃນເນື້ອຫາກັບວິຊາເທົ່າໃດ.
(2)ນັກຮຽນນັກສຶກສາມີຄວາມສາມາດໃນການຄິດຫາເຫດຜົນເທົ່າໃດ.
(3)ນັກຮຽນນັກສຶກສາມີຄວາມສາມາດໃນການວິເຄາະແລະສ້າງສັນເທົ່າໃດ.
(4)ນັກຮຽນນັກສຶກສາມີຄວາມສາມາດໃນການປະຕິບັດເທົ່າໃດ.
(5)ນັກຮຽນນັກສຶກສາສາມາດປະຍຸກໃຊ້ຄວາມຮູ້ຫຼືບໍ່.
(6)ຄູອາຈານມີຂອບເຂດໃນການຈັດລະບົບການຮຽນການສອນຫຼື ບໍ່.
ສະຫຼຸບວ່າຫຼັກການວັດ ແລະ ປະເມີນຜົນການຮຽນ-ການສອນເປັນຂະບວນການເພື່ອສືບຄົ້ນໃຫ້ຮູ້ເຖິງພື້ນຖານຄວາມຮູ້ຂອງຜູ້ຮຽນ.ການວັດ ແລະ ປະເມີນຜົນ ເພື່ອຄົ້ນຫາ ແລະ ພັດທະນາສະຖານະພາບຂອງຜູ້ຮຽນ, ຕ້ອງພະຍາຍາມຄົ້ນຫາຜູ້ຮຽນແຕ່ລະຄົນເກັ່ງ-ອ່ອນ ໃນດ້ານໃດ ແລະ ຫາທາງປັບປຸບແກ້ໄຂແຕ່ລະຄົນໃຫ້ດີຂື້ນພ້ອມທັງຫຫາວິທີປັບປຸງການສອນຂອງຄູໃຫ້ມີປະສິດທິພາບສູງຂື້ນ.
3 ຂັ້ນຕອນຂອງການວັດ ແລະ ປະເມີນຜົນ
ອານຸສັກ ສະມິດສັນ (2540:248)ກ່າວວ່າການວັດແລະການປະເມີນຜົນເປັນຂະບວນການຕໍ່ເນື່ອງຂອງການຮຽນ-ການສອນ,ການວັດແລະການປະມີນຜົນການຮຽນ-ການສອນຈິ່ງສາມາດແບ່ງອອກເປັນ5ຂັ້ນຕອນດັ່ງນີ້:
1. ການກຳນົດຈຸດປະສົງໃນການວັດແລະປະເມີນຜົນການຮຽນກ່ອນທີ່ຈະວັດແລະປະເມີນຜົນການຮຽນຂອງຜູ້ຮຽນ, ຄູຜູ້ສອນຄວນກຳນົດຈຸດປະສົງກ່ອນວ່າຈະວັດອັນໃດ, ວັດພຽງໃດແລະວັດເພື່ອຫຍັງເຊິ່ງການກຳນົດຈຸດປະສົງໃນການວັດແລະການປະເມີນຜົນການຮຽນຄວນໃຫ້ສອດຄ່ອງກັບຈຸດປະສົງໃນການສອນເພາະການສອນແລະການວັດການປະເມີນຜົນເປັນກິດຈະກຳທີ່ຕໍ່ເນື່ອງກັນ. ດັ່ງນັ້ນ, ເມື່ອຈຸດປະສົງໃນການສອນຊ່ວຍໃຫ້ຄູມີເປົ້າໜາຍໃນການສອນຊັດເຈນຈຶ່ງເປັນປະໂຫຍດຕໍ່ການວັດແລະການປະເມີນຜົນອີກດ້ວຍ.
2. ການເລືອກແລະການສ້າງເຄື່ອງມືເມື່ອຮູ້ວ່າການວັດແລະການປະເມີນຜົນຄັ້ງນີ້ມີຈຸດ ໜາຍແນວໃດແລະຕ້ອງການວັດຄຸນລັກສະນະຫຼືພຶດຕິກຳຂອງຜູ້ຮຽນຂັ້ນຕໍ່ໄປກໍພິຈາລະນາວ່າໃນການວັດຄຸນລັກສະນະຫຼືພຶດຕິກຳທີ່ກຳນົດນຶ່ງວັນນັ້ນການໃຊ້ເຄື່ອງມືແບບໃດຈຶ່ງຈະວັດໄດ້ຕາມຄວາມຕ້ອງການຢ່າງຄົບຖ້ວນເພາະເຄື່ອງມືໃນການວັດມີຢ່າງຫຼວງຫຼາຍບາງຢ່າງກໍເໝາະສົມກັບການວັດພຶດຕິກຳບາງຊະນິດການວັດແຕ່ລະດ້ານ ຈິ່ງຕ້ອງເລືອກເຄື່ອງມືໃຫ້ເໝາະສົມຫຼືອາດຈະຕ້ອງໃຊ້ເຄື່ອງມືຫຼາຍໆຊະນິດປະກອບກັນເພື່ອວັດພຶດຕິກຳດ້ານຕ່າງໆຄົບທຸກດ້ານຕາມຈຸດປະສົງ.
3. ການນຳເຄື່ອງມືໄປທົດສອບກັບຜູ້ຮຽນຄູຜູ້ສອນຫຼືຜູ້ຄວບຄຸມການສອບເສັງຄວນວັດກຽມສະພາບແວດລ້ອມໃຫ້ເໜາະສົມເພື່ອໃຫ້ນັກຮຽນແກ້ຂໍ້ສອບເສັງຫຼືແກ້ບັນຫາໄດ້ຢ່າງເຕັມຄວາມສາມາດບໍ່ໃຫ້ມີສິ່ງມາລົບກວນສະມາທິຂອງຜູ້ເຂົ້າສອບເສັງລວມທັງການກຳນົດເວລາທີ່ເໝາະສົມ.
4. ການກວດແລະແນະນຳຜົນປຽບທຽບກັບເກນໃນນີ້ເປັນການຮວບຮວມແລະແປຄຳຕອບຂອງຜູ້ຮຽນໃຫ້ເປັນຄະແນນແລ້ວບັນທຶກໄວ້ຈາກນັ້ນຈິ່ງຮວບຮວມຄະແນນຂອງຜູ້ຮຽນທີ່ໄດ້ຈາກການວັດທຸກຊະນິດຈາກທຸກໄລຍະມາປຽບທຽບກັບເກນທີ່ກຳນົດໄວ້.
5. ການປະເມີນຜົນເປັນການຕັດສິນວ່າຜູ້ຮຽນມີຄວາມສາມາດຂະໜາດໃດສູງຫຼືຕ່ຳກວ່າເກນແຕ່ລະຄົນໄດ້ລະດັບຜົນການຮຽນແນວໃດ, ຜູ້ຮຽນສ່ວນໃຫຍ່ມີຜົນການຮຽນເປັນແບບໃດ.
ຄໍາຜົງ ພະເມືອງ (2010 : 41) ສະຫຼຸບວ່າ ການວັດ ແລະ ປະເມີນຜົນ ເປັນວິທີການເກັບກໍາຮວບຮວມຂໍ້ມູນດ້ວຍເຄື່ອງມືຂອງການວັດແບບຕ່າງໆ ເພື່ອໃຫ້ຮູ້ໄດ້ກ່ຽວກັບລະດັບຄວາມຮູ້ຄວາມສາມາດຂອງຜູ້ຮຽນ,ປັບປຸງວິທີການສອນລວມເຖິງຂະບວນການສອບເສັງ ດັ່ງນັ້ນ, ການວັດ ແລະ ປະເມີນຜົນ ເປັນກິດຈະກໍາທາງວິຊາການທີ່ສໍາຄັນທີ່ສຸດຕໍ່ການຮຽນການສອນຈະໄດ້ຮັບຜົນດີ ຫຼື ບັນລຸຕາມຈຸດປະສົງທີ່ວ່າງໄວ້ ຫຼື ບໍ່ແມ່ນຈະໄດ້ຮູ້ມາຈາກການວັດ ແລະ ການປະເມີນຜົນ. ສະນັ້ນໜ້າທີຂອງຜູ້ບໍລິຫານວິຊາການ, ໃນດ້ານວັດ ແລະ ປະເມີນຜົນແມ່ນການສົ່ງເສີມ ໃຫ້ຄູອາຈານຮູ້ຈັກຫຼັກການ ແລະ ຂັ້ນຕອນໃນການວັດ ແລະ ປະເມີນຜົນ, ເພື່ອເປັນແນວທາງໃນການປັບປຸງແກ້ໄຂບັນຫາຂອງຂະບວນການຮຽນການສອນໃຫ້ໄດ້ຮັບຜົນດີ.
ສຸພາບວາດຂຽນ ແລະ ອໍຣະພິນໂພຊະນະດາ(ອ້າງໃນwww. http://-www. Ipesp . ac.th/learning/websatitichapter3/unit3_3_1.html , 25.9.2013) ການວັດຜົນ ແລະປະເມີນຜົນທາງການສຶກສາຈະມີການດຳເນີນງານເຊັ່ນດຽວກັບການປະຕິບັດງານອື່ນໆ ຄືຈະຕ້ອງມີການກະກຽມແລະວາງແຜນງານທີ່ດີ ເຊິ່ງຈະຊ່ວຍໃຫ້ການປະຕິບັດງານສາມາດດຳເນີນໄປໄດ້ໂດຍສຳເລັດຜົນໃນການວັດຜົນແລະປະເມີນຜົນການຮຽນ-ການສອນຄວນມີຂັ້ນຂະບວນການໃນການວັດຕອນທີ່ສຳຄັນ 5 ຂັ້ນ ດັ່ງນີ້ ຄື:
1. ວິເຄາະຫຼັກສູດ ເພື່ອເປັນການວາງໂຄງການປະເມີນຜົນຕາມຈຸດມຸ້ງໝາຍຂອງຫຼັກສູດ ເຊິ່ງຈຸດມຸ້ງໝາຍຂອງໂຄງການປະເມີນຜົນນັ້ນຈະຕ້ອງສອດຄ່ອງ ແລະ ຄອບຄຸມຫຼັກສູດ.
- ກໍານົດຈຸດມຸ້ງໝາຍດ້ານພຶດຕິກໍາ ເປັນການປ່ຽນຈຸດມຸ້ງໝາຍທີ່ຈະປະເມີນໃຫ້ເປັນຈຸດໝາຍ
ດ້ານພຶດຕິກຳເຊິ່ງຈຸດມຸ້ງໝາຍໃນແຕ່ລະລາຍວິຊາ ໂດຍທົ່ວໄປໃນຂັ້ນທຳອິດຈະເປັນນາມມະທຳເຮົາຈະຕ້ອງບົ່ງບອກເຖິງຈຸດມຸ້ງໝາຍຂອງແຕ່ລະຂໍ້ໃຫ້ຊັດເຈນວ່າເປັນແນວໃດ.
- ກຳນົດສະຖານະການ,ປະສົບການ, ກິດຈະກຳຕ່າງໆ ເພື່ອໃຫ້ຜູ້ຮຽນໄດ້ສະແດງອອກຕາມຈຸດມຸ້ງໝາຍທີ່ຕັ້ງໄວ້ ແລ້ວຄັດເລືອກເຄື່ອງມືວັດ ແລະ ວິທີວັດໃຫ້ສອດຄ່ອງເໝາະສົມກັບຂໍ້ມູນທີ່ຈະວັດ.
- ໃຊ້ເຄື່ອງມືໃນການວັດຜົນ ເພື່ອລວບລວມຂໍ້ມູນຕ່າງໆແລະຈົດບັນທຶກໄວ້ ເພື່ອປຽບທຽບ.
5. ປະເມີນຜົນໂດຍສົມທົບຂໍ້ມູນຕ່າງໆ ຂອງທຸກລາຍການທີ່ວັດໄດ້ແລ້ວພິຈາລະນາບົ່ງລົງໄປໂດຍໃຊ້ເກນການປະເມີນຜົນແບບໃດນັ້ນຂຶ້ນຢູ່ກັບຈຸດມຸ້ງໝາຍຂອງການນຳຜົນການປະເມີນນັ້ນວ່າຈະນຳໄປໃຊ້ເພື່ອປະໂຫຍດໃນລັກສະນະໃດ.
ຈາກບັນຫາທີກ່າວມາຂ້າງເທິງນັ້ນສະຫຼຸບໄດ້ວ່າ: ຂັ້ນຕອນການວັດ ແລະ ປະເມີນຜົນທີດີຄວນປະຕິບັດຢ່າງເນື່ອງນິດລຽນຕິດເພື່ອຈະໃຫ້ຮູ້ວ່າການຮຽນ-ການສອນຂອງຕົນມີຄວາມຂາດຕົກບົກຜ່ອງບ່ອນໃດວ່ານັກຮຽນບໍ່ເຂົ້າໃຈບ່ອນໃດ ແລະ ຈະຊອກຫາວິທີ່ແກ້ໄຂແນວໃດ ເພື່ອໃຫ້ນັກຮຽນກາຍເປັນນັກຮຽນດີ ແລະ ການເປັນກໍາລັງແຮງອັນມີຄ່າຂອງປະເທດຊາດ.
2.3.5. ການຄຸ້ມຄອງໂຮງຮຽນອາຊີວະສຶກສາ
ການບໍລິຫານອາຊີວະສຶກສາ(1999 : 17) ຈຸດໝາຍທົ່ວໄປຂອງອາຊີວະສຶກສາກໍເພື່ອສະ
ໜອງຄວາມຕອ້ງການໃຫ້ຜູ້ຮຽນ ໄດ້ມີຄວາມຮູ້ຄວາມສາມາດໃນການເຮັດວຽກ, ສາມາດພັດທະນາທາງດ້ານທັກສະວິຊາຊີບໄດ້ເຊັ່ນ: ຜູ້ທີປະກອບອາຊີບຊ່າງອຸດສາຫະກໍາ, ເມື່ອຜ່ານການສຶກສາດ້ານຊ່າງອຸສາຫະກໍາແລ້ວສາມາດພັດທະນາຄວາມຮູ້ຄວາມສາມາດຂອງຕົນໃຫ້ສອດຄອງກັບຄວາມກ້າວໜ້າທາງດ້ານເທັກໂນໂລຢີ.
ແຜນການສຶກສາ ໄດ້ເວົ້າເຖິງຈຸດໝາຍຂອງອາຊີວະສຶກສາແຕ່ລະຣະດັບໄວ້ດັ່ງນີ້:
- ການສຶກສາວິຊາຊີບໃນລະດັບປະຖົມສຶກສາ. ແມ່ນຝຶກໃຫ້ຜູ້ຮຽນມີນິໄສຮັກການເຮັດ
ວຽກສາມນໍາຄວາມຮູ້ຈາກການຮຽນ ແລະ ການເຮັດວຽກໄປໃຊ້ໃນຊີວິດປະຈໍາວັນໄດ້.
- ການສຶກສາວິຊາຊີບໃນລະດັບມັດທະຍົມ. ແມ່ນຝຶກໃຫ້ຜູ້ຮຽນມີປະສົບການ, ມີຄວາມ
ຮູ້, ຄວາມສໍານານ ທີສາມາດຈະນໍາໄປປະຕິບັດໄດ້ ແລະ ປະກອບອາຊີບໄດ້ຢ່າງໃດຢ່າງໜຶ່ງ ຫຼື ເພື່ອໃຫ້ຮູ້ແນວທາງທີ່ຈະສຶກສາເພີ່ມເຕີມຕາມຄວາມທະນັດ ແລະ ຄວາມສົນໃຈຂອງແຕ່ລະບຸກຄົນໂດຍທົ່ວໄປ ການຈັດສະຖານທີສຶກສາອາດຈະຈັດຄວບຄູ່ກັບໂຮງຮຽນມັດມັດທະຍົມສຶກສາໂດຍທົ່ວໄປ ຫຼື ຈັດເປັນເອກະເທດ, ໂດຍເນັ້ນການຝຶກທັກສະຂອງສີມື ແລະ ລະດັບສີມື.
- ການສຶກສາວິຊາຊີບໃນລະດັບມໍປາຍສຶກສາ ແມ່ນຝຶກວິຊາຊີບໃນລະດັບສູງເພື່ອໃຫ້
ມີຄວາມຮູ້ຄວາມສາມາດ ແລະ ມີຄວາມສໍານານສະເພາະ ເພື່ອໃຫ້ສອດຄອງກັບການພັດທະນາຕາມຕະຫຼາດແຮງງານ, ການຈັດສະຖານສຶກສາອາດຈັດເປັນສະຖາບັນສະເພາະ, ຈັດລວມຢູ່ໃນວິທະຍາໄລ ຫຼື ຈັດໃນມະຫາວິທະຍາໄລກໍໄດ້ແລ້ວແຕ່ຕາມຄວາມເໜາະສົມ
4. ການສຶກສາວິຊາຊີບພິເສດ ແມ່ນເນັ້ນເພື່ອຂະບວນການວິຊາຊີບບາງຢ່າງທີ່ຕ້ອງການ, ການຝຶກຝົນພິເສດແຕ່ເຍົາໄວ ແລະ ເປັນເວລາດົນ ເຊັ່ນ: ສິນລະປະດົນຕຣີເປັນຕົ້ນ, ການຈັດການສຶກສາອາຈັດເປັນສະຖາບັນສະເພາະ ຫຼື ຈັດເພີ້ມວິຊາອາຊີວະເຂົ້າໃນຫຼັກສູດປົກກະຕິໂດຍໃຫ້ມີໄລຍະເວລາຮຽນຕ່າງກັນ ຕາມຄວາມຈໍາເປັນຕາມມາດຕະຖານວິຊານັ້ນ
- ການສຶກສາວິຊາຊີບໃນການສຶກສານອກໂຮງຮຽນ ແມ່ນໃຫ້ຜູ້ຮຽນມີໂອກາດຝຶກວິຊາຊີບໃນໄລຍະສັ້ນ, ເພື່ອໃຫ້ສາມາດປະກອບອາຊີບທີຕ້ອງການໄດ້ ຫຼື ເພື່ອຝຶກເພີມເຕີມໃນສ່ວນທີ່ຂາດໃນອາຊີບທີ່ກໍາລັງປະກອບໃຫ້ຄົບ ຫຼື ເພື່ອປະກອບອາຊີບເລົ່ານັ້ນໃຫ້ດີຂື້ນ
ສະຫຼຸບ:
1. ເພື່ອຜະລິດ ແລະ ພັດທະນາກໍາລັງຄົນຕາມຄວາມຕ້ອງການຂອງປະເທດ
2. ເພື່ອຝຶກອົບຮົມໃຫ້ບຸກຄະລາກອນມີວຽກເຮັດງານທໍາ ແລະ ມີລາຍໄດ້.
3. ເພື່ອສະໜອງຄວາມຕ້ອງການຂັ້ນພື້ນຖານໃນການດໍາລົງຊີວິດ.
4. ເພື່ອພັດທະນາຄວາມສາມາດ, ຄວາມຖະນັດ, ຄວາມສົນໃຈ, ຂອງບຸກຄະລາກອນໃຫ້ມີຄວາມພໍໃຈໃນວຽກນັ້ນໆ.
5. ເພື່ອພັດທະນາຄຸນນະພາບຊີວິດ ແລະ ຄວາມຈະເລີນກ້າວໜ້າຂອງຕົນເອງ.
6. ເພື່ອໃຫ້ປະເທດໄດ້ມີຄວາມຈະເລີນກ້າວໜ້າທາງເທັກໂນໂລຢີ, ເສດຖະກິດ ແລະ ສັງຄົມ.
5.1. ຫຼັກການຈັດອາຊີວະສຶກສາ
ປຣີຍາພອນ ວົງອະນຸໂຣດ(1999 : 17) ການຈັດອາຊີວະສຶກສາຈະຜະລິດກໍາລັງຄົນລະດັບໃດ ອາຊີວະສຶກສາມີຫຼັກການໃນການຍຶດຖືປະຕິບັດດັ່ງນີ້:
1 ອາຊີວະສຶກສາເນັ້ນສ່ວນໜຶ່ງຂອງການສຶກສາ ນັກອາຊີວະສຶກສາຄວນຈະຍອມຮັບວ່າ ອາຊີວະສຶກສາບໍ່ແມ່ນຕົວແທນຂອງການສຶກສາອາຊີວະສາມັນ, ແຕ່ເປັນສ່ວນໜຶ່ງທີ່ສໍາຄັນຂອງການສຶກສາທັງໝົດ.
2 ເປັນໜ້າທີ ແລະ ຄວາມຮັບພິດຊອບຂອງທຸກຝາຍ ທັງພາກລັດ ແລະ ເອກະຊົນ ທີ່ມີໜ້າທີ່ໃນການຈັດອາຊີວະສຶກສາ.
3 ອາຊີວະສຶກສາຄວນຈະຈັດໄວ້ເພື່ອຕຽມບຸກຄະລາກອນສໍາລັບອາຊີບສ່ວນໜຶ່ງ ແລະ ເພື່ອຊ່ວຍເຫຼືອບຸກຄະລາກອນເຫຼົ່ານັ້ນໃຫ້ມີຄວາມກ້າວໜ້າໃນອາຊີບສຸດຈະລິດ ແລະ ມີປະໂຫຍດຕໍ່ສັງຄົມ.
4 ອາຊີວະຫຼາຍໆ ຢ່າງທີ່ຈັດຂື້ນ, ຈະຕ້ອງສາມາດສະໜອງຄວາມຕ້ອງການຂອງຕະຫຼາດໄດ້.
5 ອາຊີວະສຶກສາຄວນຈະຄໍານຶງເຖິງຄວາມເໝາະສົມຂອງແຕ່ລະທ້ອງຖິນ ຫຼື ແຕ່ລະພາກ.
6 ອາຊີວະສຶກສາຊັ້ນສູງ ຜູ້ທີ່ຄວນໄດ້ຮັບການຄັດເລືອກເຂົ້າຮຽນຕ້ອງມີຄວາມສາມາດທາງດ້ານສະໜອງ ຫຼື ສະຕິປັນຍາສູງ, ເປັນຜູ້ທີ່ໄດ້ຕັດສິນໃຈເລືອກອາຊີບໃນອານາຄົດຂອງຕົນເອງແລ້ວ.
7 ຈັດການແນະແນວໃຫ້ຜູ້ທີ່ມາຮຽນອາຊີວະສຶກສາ.
8 ອາຊີວະສຶກສາຄວນອາໄສບົດສະຫຼຸບຈາກການຄົ້ນຄ້ວາວິໃຈເປັນພື້ນຖານ, ໃນການວ່າງແຜນອາຊີວະສຶກສາ.
ການຈັດອາຊີວະສຶກສາ ເພື່ອເພີ່ມຄຸນຄ່າທາງຊັບພະຍາກອນໃຫ້ແກ່ຊຸມຊົນ, ການຈັດການຮຽນການສອນເພື່ອການເຮັດວຽກ, ອາດຈະດໍາເນີນການໄດ້ທັງໃນລະບົບໂຮງຮຽນ ແລະ ນອກລະບົບໂຮງຮຽນ, ສິງທີ່ຄວນຄໍານຶງເຖິງເພື່ອໃຊ້ເປັນແນວທາງໃນການຈັດອາຊີວະສຶກສາດັ່ງນີ້:
- ຄວາມຕ້ອງການກໍາລັງຄົນໃນທ້ອງຖິ່ນ
- ຄວາມຕ້ອງການກໍາລັງຄົນໃນປະເທດ, ລວມເຖິງຄວາມຕ້ອງການແຮງງານໃນອານາຄົດ ແລະ ປະເທດຕ່າງໆ ທີ່ຕ້ອງການ ແລະ ຈໍາເປັນແກ່ການພັດທະນາເສດຖະກິດ, ທີ່ຈະຕ້ອງຄິດເພື່ອໄວ້ສໍາລັບເພື່ອຂາຍແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.
- ແຮງງານຈະຕ້ອງສົມດູນກັບສັບພະຍາກອນຂອງປະເທດ ແລະ ທ້ອງຖິນ-ເປັນໄປຕາມແນວໂນ້ມຂອງການພັດທະນາປະເທດ ແລະ ທ້ອງຖິນເປັນຕົ້ນ.
ສໍານັກງານເລຂາທິການສະພາການສຶກສາທະບວງການສຶກສາທິການ (2549 : 15) ການຈັດການສຶກສາສາຍອາຊີວະ ຄວນດໍາເນີນການຈັດທໍາຫຼັກສູດລະດັບສະຖານສຶກສາ, ໃຫ້ສອດຄອງກັບຄວາມຕ້ອງການຂອງທ້ອງຖິນ, ສັງຄົມ ແລະ ສະຖານປະກອບການ. ໂດຍເຮັດການຮ່ວມມືກັບສະຖານປະກອບການ ເພື່ອພັດທະນາຫຼັກສູດຂອງແຕ່ລະອາຊີບ. ໂດຍສົ່ງຕົວແທນຜູ້ຊ່ຽວຊານໃນອາຊີບແຕ່ລະດ້ານ ແລະ ຄູສອນທີ່ມີຄວາມຊ່ຽວຊານສາຂາອາຊີບມາຮ່ວມດໍາເນີນການສອນ ໃຫ້ກົງກັບຄວາມຕ້ອງການຂອງສະຖານທີປະກອບການ, ສອດຄອ່ງກັບວຽກອາຊີວະທີມີຢູ່ແລ້ວໃນປະຈຸບັນ, ສາມາດພັດທະນາຫຼັກສູດສະຖານສຶກສາໄດ້ງ່າຍ, ເພື່ອໃຫ້ສອດຄອງກັບຄຸນນະພາບພາຍໃນ ແລະ ການປະເມີນຄຸນນະພາບນອກ.
ສະຫຼຸບ: ຫຼັກການຈັດອາຊີວະສຶກສາ ຄວນຄໍານຶງເຖິງຄວາມຕ້ອງການ 3 ດ້ານຄື:
1 ຄວາມຕ້ອງການທາງດ້ານບຸກຄະລາກອນ, ບຸກຄະລາກອນມີຄວາມຕ້ອງການທາງດ້ານປັດໃຈ 4 ທີ່ເປັນພື້ນຖານຂອງການດໍາລົງຊີວິດ ຄື: ອາຫານ, ເຄື່ອງນຸ່ງຮົ່ມ, ຢ່າປົວພະຍາດ ແລະ ທີຢູ່ອາໃສ່. ນອກນັ້ນຍັງມີຄວາມຕ້ອງການທາງສັງຄົມໄດ້ແກ່ ຄວາມຮັກ, ຄວາມເອົາໃຈໃສ່, ຄວາມປອດໄພ, ການຍົກຍ້ອງນັບຖື, ຄວາມສໍາເລັດໃນຊີວິດ...
2 ຄວາມຕ້ອງການທາງສັງຄົມ ເພື່ອໃຫ້ຜູ້ປະກອບອາຊີບໄດ້ດໍາລົງຊີວິດຢູ່ໃນສັງຄົມຢ່າງມີຄຸນນະພາບ, ມີປະໂຫຍດ ແລະ ມີສ່ວນຮັບພິດຊອບໃນສັງຄົມ, ຮູ້ຈັກໜ້າທີຕົນເອງ.
3 ຄວາມຕ້ອງການທາງເສດຖະກິດ ແລະ ອຸດສາຫະກໍາຂອງປະເທດ, ປະເທດຕ້ອງການແຮງງານໃນດ້ານໃດ, ຕ້ອງການຊ່າງມີສີມື, ຊ່າງເທັກນິກ ຫຼື ອາຊີບໃດທີ່ຂາດແຄນ ແລະ ຈໍາເປັນຕໍ່ການພັດທະນາປະເທດ, ເພື່ອຈະໄດ້ຈັດວ່າງຫຼັກສູດອາຊີວະສຶກສາໃຫ້ສອດຄອງກັບສະພາບ ແລະ ຄວາມຕ້ອງການຂອງງານອາຊີບນັ້ນເພື່ອໃຫ້ແທດເໝາະກັບສະພາບການ.
5.2 ວິທີເຮັດວຽກຂອງໂຮງຮຽນອາຊີວະສຶກສາ
ບົດສະຫຼຸບ (2013 : 1-3-5)ການປະຕິບັດແຜນພັດທະນາວຽກງານອາຊີວະສຶກສາ ສົກຮຽນ 2012-2013 ທີ່ຜ່ານມານີ້ ທົ່ວຂະແໜງອາຊີວະສຶກສາ ໄດ້ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດ ແລະ ແຜນແມ່ບົດພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບ (2006-2015) ຕາມແຜນຍຸດທະສາດປະຕິຮູບລະບົບການສຶກສາແຫ່ງຊາດ ໄລຍະ 2 (2011-2015). ໂດຍສະເພາະ ການສືບຕໍ່ປະຕິບັດໂຄງການປັບປຸງ ແລະ ຂະຫຍາຍໂຮງຮຽນອາຊີວະສຶກສາ ແລະ ສູນຝຶກອົບຮົມວິຊາຊີບ, ການປັບປຸງການຮຽນ-ການສອນ ແລະ ການບໍລິຫານຄຸ້ມຄອງວຽກງານອາຊີວະສຶກສາເປັນເປົ້າໝາຍ
ສະເພາະຂອງການປະຕິຮູບອາຊີວະສຶກສາ ແລະ ອົບຮົມວິຊາຊີບ.
1. ວຽກງານການພັດທະນາດ້ານຫຼັກສູດ:
1) ປ່ຽນແປງຮູບແບບການຝຶກອົບຮົມວິຊາຊີບ ໂດຍຫັນປ່ຽນຈາກຫຼັກສູດຮູບແບບລາຍວິຊາທີ່ເນັ້ນໄລຍະເວລາເປັນພື້ນຖານ, ມາເປັນຫຼັກສູດແບບອີງໃສ່ຄວາມສາມາດເລີ່ມຈາກ: (1) ການສ້າງ
ມາດຕະຖານສີມືແຮງງານ, (2) ການສ້າງ ແລະ ປັບປຸງມາດຕະຖານຫຼັກສູດ, (3) ການສ້າງສື່ ແລະ ຊຸດການສອນຕາມຫົວໝ່ວຍການຮຽນ ຫຼື ແບບໂມດູນ, (4) ການສ້າງມາດຕະຖານການສອບເສັງ-ປະເມີນຜົນ ແລະ (5) ຕິດຕັ້ງອຸປະກອນເຕັກນິກ, ເຄື່ອງມື ແລະ ເຄື່ອງຈັກ...
2) ສ້າງຫຼັກສູດແບບການຝຶກອົບຮົມແບບມີສ່ວນຮວ່ມພາກເອກະຊົນ ແລະ ກຸ່ມອາຊີບຕ່າງໆ ໃນສາຂາວິຊາອື່ນໆ. ເພື່ອຂະຫຍາຍການຮ່ວມມືກັບພາກອຸດສາຫະກໍາ ແລະ ໂຮງຈັກໂຮງງານຕ່າງໆ ເຮັດໃຫ້ໂຮງຮຽນມີການພົວພັນຮ່ວມມືກັບສະຖານປະກອບການ, ເພື່ອສ້າງແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງເຂົາເຈົ້າ ແລະ ຮັບປະກັນວຽກເຮັດງານທໍາໃຫ້ຜູ້ຮຽນຈົບສາຍອາຊີວະສຶກສາ ໃຫ້ນັບມື້ນັບຫຼາຍຂື້ນ.
ຄູ່ມືວິທີເຮັດວຽກ ແລະ ຕໍາແໜ່ງ ວິທະຍາໄລອາຊີວະສຶກສາ (2009 : 1-2)ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍແຕ່ປີ 1975 ເປັນຕົ້ນວຽກງານອາຊີວະສຶກສາ ແລະ ອົບຮົມວິຊາຊີບ ກໍໃຫ້ສືບຕໍ່ພັດທະນາ ແລະ ເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວ. ເລີ່ມຈາກໂຮງຮຽນວິຊາຊີບຊັ້ນຕົ້ນ ທີ່ບໍ່ມີພໍເທົ່າໃດແຫ່ງ ໄດ້ເພີ່ມທັງປະລິມານ ແລະ ຄຸນນະພາບ ກາຍເປັນໂຮງຮຽນການຊ່າງຊັ້ນກາງ ແລະ ຊັ້ນສູງຈໍານວນໜຶ່ງເຊັ່ນ: ໂຮງຮຽນການຊ່າງຊັ້ນສູງໄຟຟ້າເອເລັກໂຕຣນິກ, ຄົມມະນາຄົມ, ກໍ່ສ້າງເຄຫະສະຖານ, ຊົນລະປະທານຕາດທອງເປັນຕົ້ນ. ຕໍ່ມາບັນດາໂຮງຮຽນດັ່ງກ່າວໄດ້ກາຍເປັນພາກວິຊາແລະ ຄະນະວິຊາໜຶ່ງຂອງ ມະຫາວິທະຍາໄລແຫ່ງຊາດ ຊຶ່ງເຮັດໃຫ້ຈໍານວນວິທະຍາໄລ ພາກລັດຫຼຸດລົງ.
ອີງຕາມແຜນແມ່ບົດການພັດທະນາອາຊີວະສຶກສາ ແລະ ອົບຮົມວິຊາຊີບ 2008-2020 ໂດຍ
ສະເພາະແຕ່ນີ້ ເຖິງປີ 2010, ໂຮງຮຽນອາຊີວະສຶກສາຈໍານວນໜຶ່ງ ຈະຍົກລະດັບເປັນ ໂຮງຮຽນ
ວິຊາຊີບຊັ້ນສູງ ແລະ ວິທະຍາໄລເຕັກນິກ ຫຼື ວິທະຍາໄລເຕັກນິກ-ວິຊາຊີບ.
1. ຈຸດປະສົງ: ອາຊີວະສຶກສາແມ່ນແນໃສ່: (1) ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນແມ່ບົດການພັດທະນາສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຂອງລັດຖະບານວາງອອກໃນແຕ່ລະໄລຍະ. (2) ດໍາເນີນການກໍ່ສ້າງ ແລະ ຝຶກອົບຮົມນາຍຊ່າງເຕັກນິກ, ວິຊາຊີບທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ທັງວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ. ທັງຫຼັກສູດປົກກະຕິ, ຫຼັກສູດຕໍ່ເນື່ອງ, ເຊື່ອມຕໍ່ ໃນສາຂາວິຊາຕ່າງໆ ເພື່ອສາມາດປະກອບການ ແລະຊອກຫາ
ວຽກເຮັດງານທໍາໃນຕະຫຼາດແຮງງານ.
2. ທີ່ຕັ້ງ ແລະ ພາລະບົດບາດ: ອາຊີວະສຶກສາ ແມ່ນການຈັດຕັ້ງວິຊາການໜຶ່ງ ທີ່ຂື້ນກັບການຊີ້ນໍາໂດຍກົງ ຫຼື ການຊີ້ນໍາທາງດ້ານວິຊາການ ຂອງກົມອາຊີວະສຶກສາ, ກະຊວງສຶກສາທິການ ຕາມຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມອາຊີວະສຶກສາ ສະບັບເລກທີ 1500\ສສ.ຈຕ.08 ລົງວັນທີ 14/07/2008
ໂຮງຮຽນອາຊີວະສຶກສາ ຫຼື ວິຊາຊີບ ມີພາລະບົດບາດຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສຶກສາທິການ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງວິທະຍາໄລ ແລະ ໂຮງຮຽນອາຊີວະສຶກສາ ເລກທີ 2985 ລົງວັນທີ 21/11/2008 ແນໃສ່ການຈັດຕັ້ງການຮຽນ-ການສອນ, ໃນສາຍອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ໃຫ້ແກ່ກໍາລັງແຮງງານລາວ ໃນລະດັບຊັ້ນ ແລະ ສາຂາວິຊາຊີບຕ່າງໆ (ລວມທັງ ການສ້າງຄູອາຊີວະສຶກສາ ໃນສາຂາອາຊີບໃດໜຶ່ງທີ່ມີເງື່ອນໄຂ ແລະ ຄວາມອາດສາມາດ) ໃຫ້ມີຄວາມຮູ້ຄວາມສາມາດ ມີວິຊາຊີບດ້ານວິຊາສະເພາະ, ມີວຽກເຮັດງານທໍາ, ກາຍເປັນແຮງງານ ທີ່ມີວິໄນແຮງງານ, ມີສີມືແຮງ, ຄຸນສົມບັດສິນທໍາປະຕິວັດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ເສດຖະກິດ-ສັງຄົມ, ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.
3. ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງອາຊີວະ
3.1 ໂຄງປະກອບການຈັດຕັ້ງ
ອາຊີວະສຶກສາ ມີໂຄງປະກອບການຈັດຕັ້ງດັ່ງນີ້:
1 ພະແນກບໍລິຫານ
1.1 ໜ່ວຍງານຫ້ອງການ ແລະ ພິທີການ
1.2 ໜ່ວຍງານງົບປະມານ-ການເງິນ
1.3 ໜ່ວຍງານຄຸ້ມຄອງພາຫະນະ ແລະ ພັດສະດຸ
2 ພະແນກຈັດຕັ້ງ ແລະ ພະນັກງານ
2.1 ໜ່ວຍງານພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ
2.2 ໜ່ວຍງານຄຸ້ມຄອງລັດຖະກອນ
2.3 ໜ່ວຍງານປ້ອງກັນ
3 ພະແນກຄຸ້ມຄອງວິຊາການ
3.1 ໜ່ວຍງານຕິດຕາມ ແລະ ປະເມີນຜົນ
3.2 ໜ່ວຍງານຄຸ້ມຄອງຫຼັກສູດ ແລະ ສື່ການຮຽນ-ການສອນ
4 ພະແນກຄົ້ນຄ້ວາ, ພັດທະນາ ແລະ ຂໍ້ມູນຂ່າວສານ
4.1 ໜ່ວຍງານແຜນການ ແລະ ການຮ່ວມມື
4.2 ໜ່ວຍງານນະວັດຕະກໍາ
4.3 ໜ່ວຍງານຄຸ້ມຄອງຫ້ອງສະມຸດ ແລະ ຂໍ້ມູນຂາວສານ
4.4 ໜ່ວຍງານຄຸ້ມຄອງ ແລະ ບໍລິການຕິດຕັ້ງ-ສ້ອມແປງຄອມພິວເຕີ້
5 ບັນດາພາກວິຊາ
5.1 ໜ່ວຍວິຊາ
5.2 ໜ່ວຍບໍລິຫານຂອງພາກວິຊາ
6 ພະແນກກິດຈະການນັກສຶກສາ
6.1 ໜ່ວຍງານຄຸ້ມຄອງນັກສຶກສາ ແລະ ຕິດຕາມນັກສຶກສາ
6.2 ໜ່ວຍງານກິດຈະກໍານອກຫຼັກສູດ
6.3 ໜ່ວຍງານແນະນໍາວິຊາຊີບ ແລະ ໃຫ້ຄໍາປຶກສາດ້ານວຽກເຮັດງານທໍາ
6.4 ໜ່ວຍງານຄຸ້ມຄອງຫໍພັກ ແລະ ຫໍໍອາຄານ
4. ໜ້າທີ ແລະ ຂອບເຂດສິດຂອງອາຊີວະສຶກສາ
4.1 ໜ້າທີ່
ອາຊີວະສຶກສາມີໜ້າທີຫຼັກ ດັ່ງນີ້:
1) ສຶກສາອົບຮົມແນວຄິດການເມືອງ,ຄຸນສົມບັດ,ຝຶກອົບຮົມທາງດດ້ານວິຊາສະເພາະກໍ
ສ້າງແລະ ບໍາລຸງຄູອາຊີວະສຶກສາທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ທັງລະດັບວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີ. ທັງຫຼັກສູດປົກກະຕິ ແລະ ຫຼັກສູດຕໍ່ເນື່ອງໃນສາຂາວິຊາຊີບຕ່າງໆ ຕາມຮູບແບບມາດຖານວິຊາຊີບ ແລະ ຫຼັກສູດທີ່ໄດ້ຮັບອະນຸມັດ ແລະ ປະກາດໃຊ້;
2) ພັດທະນາ ແລະ ປັບປຸງຫຼັກສູດ, ສື່ການຮຽນ-ການສອນ ແລະ ອຸປະກອນຮັບໃຊ້; ປັບປຸງ, ຂະຫຍາຍສາຂາວິຊາສະເພາະ ກໍຄືການສ້າງຕັ້ງ ແລະ ຂະຫຍາຍຂະແໜງວິຊາສະເພາະ
ໃໝ່;
3) ຄົ້ນຄ້ວາວິທະຍາສາດ-ເຕັກໂນໂລຊີ, ອອກແບບ ແລະ ປັບປຸງວິທີການຜະລິດ; ບໍລິການຊຸມຊົນ ແລະ ທຸກພາກສ່ວນສັງຄົມ ໃນສາຂາວິຊາຊີບທີ່ກ່ຽວຂ້ອງ; ຈັດຕັ້ງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນທາງດ້ານຫົວຄິດປະດິດສ້າງ ແລະ ທັກສະສີມືໃນການຄົ້ນຄ້ວາ, ອອກແບບ, ການຜະລິດ ແລະ ການບໍລິການຢູ່ພາຍໃນ ແລະ ພາຍນອກວິທະຍາໄລ; ສ້າງ ແລະ ພັດທະນາຖານຂໍ້ມູນ-ສະຖິຕິຂອງວິທະຍາໄລ.
4) ຄຸ້ມຄອງຄູອາຈານ-ພະນັກງານ ແລະ ນັກສຶກສາຕາມລະບຽບ, ກົດໝາຍ, ຂໍ້ກໍານົດຕ່າງໆວ່າງອອກ; ຄຸ້ມຄອງຊັບສົມບັດລວມຂອງວິທະຍາໄລອາຊີວະສຶກສາເປັນຕົ້ນແມ່ນຄຸ້ມຄອງ ແລະ ປົກປັກຮັກສາອາຄານສະຖານທີ, ວັດສະດຸ, ສືການຮຽນ-ການສອນ, ອຸປະກອນ, ເຄື່ອງມື, ເຄື່ອງຈັກ ແລະ ຊັບສິນອື່ນໆ;
5) ຈັດຕັ້ງການແນະນໍາວິຊາຊີບ ໃຫ້ແກ່ນັກຮຽນມັດທະຍົມ ແລະ ຜູ້ສົນໃຈຈັດຕັ້ງໃຫ້ຄໍາປຶກສາທາງດ້ານວຽກເຮັດງານທໍາ ແລະ ການປະກອບການ ໃຫ້ແກ່ນັກສຶກສາ ແລະ ຜູ້ຮຽນຈົບ, ພ້ອມທັງສ້າງ ແລະ ປັບປຸງລະບົບຕິດຕາມຜູ້ຮຽນຈົບ ແລະ ການພົບປະອະດີດນັກສຶກສາຈາກວິທະຍາໄລອາຊີວະສຶກສາ;
6) ປະສານສົມທົບກັບອໍານາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອປ້ອງກັນຄວາມສະຫົງບ, ການຮັກສາສະພາບແວດລ້ອມ, ການສະກັດກັ້ນສິງເສບຕິດ ແລະ ພະຍາດຕິດຕໍ່ໃນໂຮງຮຽນ; ຮ່ວມມືກັບສະຖາບັນການສຶກສາຕ່າງໆ, ສະຖານປະກອບການກໍຄືກຸ່ມ\ ສະມາຄົມວິຊາຊີບ ທັງພາກລັດ ແລະ ພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ.
4.2 ຂອບເຂດສິດ
1) ສະເໜີຂໍອະນຸມັດ ແລະ ຈັດຕັ້ງປະຕິບັດແຜນພັດທະນາວິທະຍາໄລອາຊີວະສຶກສາ;
2) ສະເໜີຈຸ, ສັບຊ້ອນ, ແຕ່ງຕັ້ງ, ໂຍກຍາຍ, ປະຕິບັດວິໄນ ແລະ ປົດຕໍາແໜ່ງ,ປະ
ຕິບັດນະໂຍບາຍ-ຍ້ອງຍໍບັນດາຄູອາຈານ, ພະນັກງານ ແລະ ນັກຮຽນ-ນັກສຶກສາ ຂອງຕົນຕາມການແບ່ງຂັ້ນຄຸ້ມຄອງ;
3) ອອກລະບຽບ ແລະ ຂໍ້ກໍານົດຕ່າງເພີ່ມເຕີມ ໃນການບໍລິຫານ-ຄຸ້ມຄອງວິທະຍາໄລອາ
ຊີວະສຶກສາ;
4) ນໍາໃຊ້ລາຍຮັບວິຊາການ ຕາມລະບຽບການທີ່ວ່າງອອກ;
5) ສະເໜີຂໍການອະນຸມັດສ້າງຕັ້ງ, ຂະຫຍາຍວິຊາຊີບໃໝ່, ຂໍອະນຸມັດນໍາໃຊ້ຫຼັກສູດ;
6) ອອກປະກາສະນີຍະບັດ, ໃບຢັ້ງຢືນ ແລະ ເອກະສານຕ່າງໆ ທາງດ້ານການສຶກສາ
7) ປົກປ້ອງສິດ ແລະ ປົກປັກຮັກສາຊັບສິນທາງປັນຍາ ກໍຄືລິຄະສິດຕ່າງໆ ຂອງ
ວິທະຍາໄລອາຊີວະສຶກສາ;
8) ປະຕິບັດການຮ່ວມມືທາງດ້ານວິຊາການ ກັບບັນດາສະຖາບັນການສຶກສາ ແລະ ຄົ້ນ
ຄ້ວາວິທະຍາສາດຕ່າງໆ, ສະຖານປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທັງພາກລັດ ແລະ ພາກເອກະຊົນ ຕາມການມອບໝາຍຂອງກະຊວງສຶກສາທິການ ແລະ ກິລາ;
9) ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຂັ້ນເທິງ.
5. ກິດຈະກໍາຂອງອາຊີວະສຶກສາ
5.1 ການກໍ່ສ້າງ ແລະ ຝຶກອົບຮົມທາງດ້າວິຊາສະເພາະ
- ສຶກສາອົບຮົມແນວຄິດການເມືອງ ແລະ ຄຸນສົມບັດ ໃຫ້ຜູ້ຮັບການສຶກສາ;
- ກໍ່ສ້າງນາຍຊ່າງວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ ແລະ ນັກວິຊາການປະລິນຍາຕີທັງ
ຫຼັກສູດປົກກະຕິ ແລະ ຕໍ່ເນື່ອງ\ເຊື່ອມຕໍ່;
- ຝຶກອົບຮົມ ແລະ ຍົກລະດັບທາງດ້ານວິຊາສະເພາະໄລຍະສັ້ນ;
- ກໍ່ສ້າງ ແລະ ບໍລຸງຄູອາຊີວະສຶກສາ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
- ດໍາເນີນການສ້າງລາຍຮັບວິຊາການ ທີ່ຕິດພັນກັບວິຊາສະເພາະ.
5.2 ວຽກງານທາງດ້ານວິຊາການ
- ຄົ້ນຄ້ວາຈັດຕັ້ງບໍາລຸງຍົກລະດັບ ຄູອາຈານ ຢູ່ທັງພາຍໃນ ແລະ ຕ່າງປະເທດ;
- ພັດທະນາ, ປັບປຸງ ແລະ ທົດລອງຫຼັກສູດທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ;
- ດໍາເນີນການຕິດຕາມ-ປະເມີນຜົນການຈັດຕັ້ງ ປະຕິບັດລັກສູດ ແລະ ຂະບວນການ
ຮຽນ-ການສອນ;
- ຄຸ້ມຄອງ, ຕິດຕາມການສອບເສັງ ແລະ ປະກາສະນິຍະບັດ;
- ພັດທະນາ ແລະ ທົດລອງຕໍາລາຮຽນ ແລະ ສື່ການຮຽນການສອນ;
- ຄົ້ນຄ້ວາການສ້າງ, ຜະລິດ ແລະ ຈໍາໜ່າຍອຸປະກອນການຮຽນ-ການສອນ;
- ຄົ້ນຄ້ວາການສ້າງຕັ້ງ ແລະ ຂະຫຍາຍຂະແໜງວິຊາສະເພາະໃໝ່;
5.3 ການພັດທະນາ ແລະ ຄົ້ນຄ້ວາວິທະຍາສາດ-ເຕັກໂນໂລຊີ
- ອອກແບບ ແລະ ປັບປຸງວິທີການຜະລິດ;
- ບໍລິການ ແລະ ໃຫ້ຄໍາປຶກສາຊຸມຊົນ ແລະ ສັງຄົມໃນສາຂາວິຊາຊີບທີ່ກ່ຽວຂ້ອງ;
- ຄົ້ນຄ້ວາສ້າງຜະລິດໃໝ່;
- ຄົ້ນຄ້ວາປັບປຸງຜົນຜະລິດ ແລະ ການບໍລິການ;
- ເຂົ້າຮ່ວມຂະບວນການແຂ່ງຂັນທາງດ້ານຫົວຄິດປະດິດສ້າງ;
- ເຂົ້າຮ່ວມການແຂ່ງຂັນທັກສະສີມື
- ໃຫ້ການບໍລິການຫ້ອງສະໝຸດ;
- ສ້າງ ແລະ ພັດທະນາຖານຂໍ້ມູນ-ສະຖິຕິຂອງວິທະຍາໄລອາຊີວະສຶກສາ;
- ໃຫ້ການບໍລິການຕິດຕັ້ງສ້ອມແປງຄອມພີວເຕີ ແລະ ລະບົບIT;
- ຝຶກອົບຮົມການນໍາໃຊ້ຄອມພິວເຕີ້
5.4 ການບໍລິຫານ-ຄຸ້ມຄອງຂອງວິທະຍາໄລອາຊີວະສຶກສາ.
- ຄຸ້ມຄອງການບໍລິຫານ ແລະ ບໍລິການດ້ານຕ່າງໆ ພາຍໃນວິທະຍາໄລອາຊີວະສຶກສາ;
- ວາງແຜນການ ແລະ ການສະຫຼຸບສັງລວມວຽກງານຂອງວິທະໄລອາຊີວະສຶກສາ;
- ຂື້ນແຜນຈັດຫາວັດສະດຸ ແລະ ອຸປະກອນຮັບໃຊ້;
- ຂື້ນແຜນງົບປະມານການລົງທືນ ກໍຄືການຕິດຕາມ, ກວດກາ ແລະ ສະຫຼຸບການ
ປະຕິບັດງົບປະມານໃນແຕ່ລະປີ;
5.5 ການຄຸ້ມຄອງບຸກຄະລາກອນ
- ສ້າງແຜນຄວາມຕ້ອງການ ແລະ ບໍາລຸງຍົກລະດັບຄູອາຈານ, ພະນັກງານ;
- ຄົ້ນຄ້ວາການຮັບເອົາພະນັກງານເຂົ້າສັງກັດ
-ເກັບກໍາຊີວະປະຫັວດ ແລະ ຂໍ້ມູນ-ສະຖິຕິຂອງຄູ ແລະ ພະນັກງານ;
- ຄົ້ນຄ້ວາການຈັດຕັ້ງ, ແຕ່ງຕັ້ງພະນັກງານ, ເລື່ອນຊັ້ນ-ຂັ້ນເງິນເດືອນ;
- ຄົ້ນຄ້ວາການຍ້ອງຍໍ ແລະ ການປະຕິບັດວິໄນ;
- ຊັບຊ້ອນຄູອາຈານ ຫຼື ຜູ້ທີຮຽນຈົບຄູອາຊີວະສຶກສາ ໃຫ້ບັນດາສູນ, ວິທະຍາໄລ ແລະ
ໂຮງຮຽນເຕັກນິກ-ວິຊາຊີບແຫ່ງຕ່າງໆ;
- ຕິດຕາມ, ກວດກາວຽກງານປ້ອງກັນຂອງວິທະຍາໄລອາຊີວະ
- ຄຸ້ມຄອງຊ່ຽວຊານ ແລະ ອາສາສະມັກຕ່າງປະເທດປະຈໍາ ຢູ່ວິທະຍາໄລອາຊີວະ.
5.6 ການຄຸ້ມຄອງນັກສຶກສາ
- ຊຸກຍູ້ການເຄື່ອນໄຫວສິນລະປະວັນນະຄະດີ, ກິລາມ່ວນຊົນ, ວຽກງານຂ່າວສານ;
- ຄຸ້ມຄອງທະບຽນນັກຮຽນ-ນັກສຶກສາ;
- ຄຸ້ມຄອງຫໍພັກ ແລະ ຫໍອາຄານ;
- ຄຸ້ມຄອງ ແລະ ຕິດຕາມນັກສຶກສາຮຽນຈົບ;
- ດໍາເນີນການແນະແນວວິຊາຊີບ;
- ໃຫ້ຄໍາປຶກສາດ້ານການປະກອບການ ໃຫ້ຜູ້ຮຽນຈົບ.
6. ພະແນກຄຸ້ມຄອງ ວິຊາການ
6.1 ໜ້າທີ ແລະ ຄວາມຮັບພິດຊອບ
1) ສ້າງແຜນເຄື່ອນໄຫວວິຊາການ;
2) ຄຸ້ມຄອງ ແລະ ບໍລິຫານຫຼັກສູດ ແລະ ສື່ການຮຽນ-ການສອນຕ່າງໆ;
3) ຈັດຕັ້ງການຕິດຕາມ ແລະ ປະເມີນຜົນການຮຽນ-ການສອນ
4) ຄຸ້ມຄອງວຽກງານທະບຽນນັກສຶກສາ.
6.2 ກິດຈະກໍາ
1) ການສ້າງແຜນເຄື່ອນໄຫວວິຊາການ
- ຈັດຕັ້ງຕາຕະລາງ ການຮຽນ-ການສອນ ປະຈໍາອາທິດ, ເດືອນ, ພາກຮຽນ,ສົກຮຽນ;
- ສ້າງແຜນປະຈໍາເດືອນ, ພາກ, ປີຮຽນ ແລະ ຊຸດຮຽນ, ມີການກວດກາ, ການ
ສອບເສັງ,ການປ້ອງກັນບົດ;
- ສ້າງແຜນການຊຸກຍູ້ ແລະ ຕິດຕາມການປະຕິບັດວຽກງານ ຂອງຄະນະສາຍວິຊາ,
ຊັບຊ້ອນ ແລະ ຄິດໄລຊົ່ວໂມງສອນຂອງຄູ;
- ສ້າງແຜນການລົງຝຶກງານ ຕາມໂຄງການຫຼັກສູດ;
- ຄົ້ນຄ້ວາ ແລະ ນໍາສະເໜີຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການ ຮັບພິດຊອບວຽກ
ງານຕ່າງໆກ່ຽວກັບວຽກວິຊາການ;
- ວາງແຜນຈັດສັນຫ້ອງຮຽນ, ຫ້ອງຝຶກງານ ແລະ ຫ້ອງທົດລອງຢ່າງມີປະສິດທິຜົນ;
2) ການຄຸ້ມຄອງ ແລະ ບໍລິຫານຫຼັກສູດ ກໍຄືຂະບວນການຮຽນ-ການສອນ
- ສັງລວມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຫຼັກສູດທຸກສາຂາວິຊາ ທັງໄລຍະສັ້ນ,
ໄລຍະກາງ ແລະ ໄລຍະຍາວ;
- ຄົ້ນຄ້ວາ ແລະ ນໍາສະເໜີ ການປັບປຸງເນື້ອໃນໂຄງການຫຼັກສູດ ບາງວິຊາ ໃຫ້ສອດ
ຄ່ອງສະພາບການຊົມໃຊ້ແຮງງານ ໃນແຕ່ລະໄລຍະ;
- ຈັດຕັ້ງການຄົ້ນຄ້ວາແຕ່ງບົດສອນ,ສ້າງແຜນການສອນປະຈໍາພາກຮຽນຕາມໂຄງການຫຼັກ
ສູດ;
- ຊຸກຍູ້ຕິດຕາມການປະຕິບັດວຽກງານ ຂອງພາກວິຊາ, ຊັບຊ້ອນຄູສອນ ແລະ ຄິດໄລ
ຊົ່ວໂມງສອນຂອງຄູ;
- ສ້າງແຜນການຈັດຕັ້ງປະຕິບັດ, ປະເມີນຜົນການຮ່ວມໂມງສອນ ແລະ ການຄົ້ນຄ້ວາ
ບົດສອນຂອງຄູທັງພາກທິດສະດີ ແລະ ພາກປະຕິບັດ;
3) ການຄຸ້ມຄອງ ແລະ ບໍລິຫານສື່ການຮຽນ-ການສອນ
- ສົມທົບກັບພາກວິຊາ ແລະ ສາຂາວິຊາ ເພື່ອຂຽນຕໍາລາ, ສ້າງສືການຮຽນ-ການສອນ
- ຕິດຕາມການນໍາໃຊ້ປື້ມຕິດຕາມຜົນການຮຽນ ຂອງນັກຮຽນ-ນັກສຶກສາປະຈໍາຊຸດຮຽນ;
4) ການຈັດຕັ້ງການຕິດຕາມ-ປະເມີນຜົນການຮຽນ-ການສອນ
- ຈັດຕັ້ງການວັດ ແລະ ປະເມີນຜົນການຮຽນ-ການສອນ (ປະຈໍາເດືອນ, ພາກ, ປີຮຽນ
ແລະ ຊຸດຮຽນ;
- ສັງລວມ ແລະ ປະກາດຜົນການປະເມີນການຮຽນປະຈໍາພາກຮຽນ, ປີຮຽນ ແລະ
ຊຸດຮຽນ ໃຫ້ນັກຮຽນ-ນັກສຶກສາຮັບຊາບທັນເວລາ;
- ຂື້ນແຜນງົບປະມານຮັບໃຊ້,ທາບທາມ ແລະ ຕິດຕາມການປະເມີນຜົນການລົງຝຶກ
ງານຕາມໂຄງການຫຼັກສູດ;
- ຈັດຕັ້ງການຮຽນ, ການໃຫ້ຄໍາປຶກສາ ແລະ ການປ້ອງກັນບົດສຶກສາໂຄງການ/ບົດ
ລາຍງານຈົບຊັ້ນ ຕາມໂຄງການຫຼັກສູດ;
5) ການຄຸ້ມຄອງວຽກງານທະບຽນນັກສຶກສາ
- ຄຸ້ມຄອງການລົງທະບຽນ, ສໍາເນົາ, ເອກະສານທາງດ້ານວິຊາການ;
- ຕິດຕາມການຈ່າຍຄ່າທະບຽນ ແລະ ຄ່າຮຽນຂອງນັກສຶກສາ.
6) ວຽກປະກາສະນີຍະບັດ
- ຄົ້ນຄ້ວາ ແລະ ຮ່າງໃບຢັ້ງຢືນການສຶກສາ, ໃບຄະແນນ ແລະ ໃບປະກາສະນີຍະບັດ
ຕາມໂຄງການຫຼັກສູດ ທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ;
- ກະກຽມໃບຢັ້ງຢືນການສຶກສາ, ໃບຄະແນນ ແລະ ໃບປະກາສະນີຍະບັດເພື່ອໃຫ້ຜູ້ອໍາ
ນວຍການເຊັນ ກໍຄືນໍາສົ່ງເພື່ອຂື້ນທະບຽນ ຢູ່ກະຊວງສຶກສາທິການ;
- ຄຸ້ມຄອງການສໍາເນົາໃບຄະແນນ ແລະ ໃບປະກາສະນີຍະບັດ.
7. ກໍານົດໜ້າວຽກ.
7.1 ໜ້າວຽກ ແລະຄວາມຮັບພິດຊອບຂອງໜ່ວຍງານຕິດຕາມ ແລະ ປະເມີນຜົນ
1) ຈັດຕັ້ງຕາຕະລາງການຮຽນ-ການສອນ ປະຈຈໍາອາທິດ, ເດືອນ, ພາກຮຽນ ແລະ ສົກ
ຮຽນຂອງທຸກໆສາຂາວິຊາ ແລະ ລະບົບການຮຽນ;
2) ຈັດສັນຫ້ອງຮຽນ, ຫ້ອງຝຶກງານ,ຫ້ອງທົດລອງ ແລະນໍາໃຊ້ສື່ການຮຽນ-ການສອນຢ່າງ
ມີປະສິດທິຜົນ;
3) ຈັດຕັ້ງການວັດ ແລະ ປະເມີນຜົນການຮຽນ-ການສອນ ( ປະຈໍາເດືອນ, ພາກ, ປີຮຽນ
ແລະ ຊຸດຮຽນ)
4) ສັງລວມບົດສະຫຼຸບຂອງຄະນະພາກວິຊາ ກ່ຽວກັບການຂື້ນຫ້ອງສອນຂອງຄູ, ໂດຍສົມ
ທົບຄະນະສາຍວິຊາທີ່ກ່ຽວຂ້ອງ;
5) ສົມທົບກັບພາກວິຊາ ແລະ ສາຂາວິຊາ ເພື່ອສ້າງ ແລະ ນໍາໃຊ້ປື້ມຕິດຕາມຜົນການ
ຮຽນຂອງນັກຮຽນ-ນັກສຶກສາ ປະຈໍາຊຸດຮຽນ;
6) ຄຸ້ມຄອງການຂື້ນທະບຽນ, ສໍາເນົາເອກະສານທາງດ້ານວິຊາການ;
7) ຕິດຕາມການຈ່າຍຄ່າທະບຽນ ແລະຄ່າຮຽນຂອງນັກສຶກສາ;
8) ສັງລວມ ແລະ ປະກາດຜົນການປະເມີນການຮຽນປະຈໍາພາກຮຽນ, ປີຮຽນ ແລະ ຊຸດ
ຮຽນໃຫ້ນັກຮຽນ-ນັກສຶກສາຮັບຊາບ;
9) ຄົ້ນຄ້ວາ ແລະ ຮ່າງໃບຢັ້ງຢືນການສຶກສາ, ໃບຄະແນນ, ໃບປະກາດສະນິຍະບັດຕາມ
ໂຄງການຫຼັກສສູດໄລຍະສັ້ນ; ໄລຍະກາງ ແລະ ໄລຍະຍາວ;
10) ຄົ້ນຄ້ວາ ແລະ ນໍາສະເໜີຮ່າງຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການ ຮັບພິດຊອບວຽກ
ງານຕ່າງໆ ກ່ຽວກັບວຽກວິຊາການ;
11) ສ້າງແຜນການຈັກຕັ້ງປະຕິບັດ ແລະ ປະເມີນການຮ່ວມໂມງສອນ ແລະ ຄົ້ນຄ້ວາບົດ
ສອນຂອງຄູ ທັງພາກທິດສະດີ ແລະ ພາກປະຕິບັດ;
12) ສັງລວມ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການຫຼັກສູດ ທຸກໆສາຂາວິຊາທັງ
ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ;
13) ຂື້ນແຜນງົບປະມານຮັບໃຊ້, ທາບທາມ ແລະ ຕິດຕາມການປະເມີນຜົນການລົງຝຶກ
ງານຕາມໂຄງການຫຼັກສູູດ;
14) ສົມທົບກັບຄະນະພາກວິຊາ, ສາຂາວິຊາ ແລະ ຄະນະສາຍວິຊາກ່ຽວຂ້ອງ ເພື່ອສ້າງ
ແຜນການເກັບໜ່ວຍກິດ ແລະ ດັດແກ້Grade;
15) ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງພະແນກ;
7.2 ໜ້າວຽກ ແລະ ຄວາມຮັບພິດຊອບ ຂອງໜ່ວຍງານຄຸ້ມຄອງຫຼັກສູດ ແລະ ສື່ການຮຽນ
-ການສອນ.
1) ສ້າງແຜນເຄື່ອນໄຫວວິຊາການປະຈໍາສົກຮຽນ (ປະຕິທິນການສຶກສາ)
2) ສ້າງລະບົບຕິດຕາມການການປະຕິບັດໂຄງການຫຼັກສູດ ແລະ ການນໍາໃຊ້ສື່ການຮຽນ
-ການສອນຂອງທຸກໆສາຂາວິຊາ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ;
3) ຈັດຕັ້ງຄົ້ນຄ້ວາແຕ່ງບົດສອນ, ສ້າງແຜນການສອນປະຈໍາພາກຮຽນຕາມໂຄງການຫຼັກ
ສູດ;
4) ຄົ້ນຄ້ວາ ແລະ ນໍາສະເໜີ ການປັບປຸງເນື້ອໃນໂຄງການຫຼັກສູດ ບາງລາຍວິຊາໃຫ້
ສອດຄອງສະພາບການຊົມໃຊ້ແຮງງານ ໃນແຕ່ລະໄລຍະ,
5) ສ້າງແຜນການຊຸກຍູ້ ແລະ ຕິດຕາມການປະຕິບັດວຽກງານ ຂອງຄະນະສາຍວິຊາ,ຊັບ
ຊ້ອນຄູສອນ ແລະ ຄິດໄລຊົ່ວໂມງສອນຂອງຄູ;
6) ຈັດຕັ້ງການຂຽນ, ການໃຫ້ຄໍາປຶກສາ ແລະ ການປ້ອງກັນບົດສຶກສາໂຄງການ/ບົດລາຍ
ງານຈົບຊັ້ນຕາມໂຄງການຫຼັກສູດ;
7) ຈັດຕັ້ງຄົ້ນຄ້ວາຮຽບຮຽງ ແລະ ຈັດພິມ ປື້ມຄູ່ມື ຮັບໃຊ້ການຮຽນ-ການສອນ ຕາມໂຄງ
ການຫຼັກສູດ, ໂດຍສົມທົບກັບພາກວິຊາ ແລະ ສາຂາວິຊາ ທີ່ກ່ຽວຂ້ອງ;
8) ປະຕິບັດວຽກງານອື່ນໆ ຕາມການມອບໝຍ ຂອງພະແນກ.
3. ບົດຄົ້ນຄ້ວາທີ່ກ່ຽວຂອ້ງ
ກາດແກ້ວ ເຮືອງວິໄລ(2010: ບົດຄັດຫຍໍ້) ໄດ້ສຶກສາວິໄຈສະພາບ ແລະບັນຫາການປະຕິບັດໜ້າທີ່ການສອນ ໃນສະຖານສຶກສາອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນຜົນການວິໄຈພົບວ່າ
1. ສະພາບ ການປະຕິບັດໜ້າທີ່ການສອນ ໃນສະຖານສຶກສາອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນ ໃນປີ2009 ໂດຍພາບລວມມີການປະຕິບັດຢູ່ໃນລະດັບຫຼາຍ ແລະ ເມື່ອພິຈາລະນາເປັນລາຍດ້ານພົບວ່າດ້ານການວາງແຜນການສອນ, ດ້ານດໍາເນີນການສອນ, ດ້ານການວັດແລະປະເມີນຜົນການຮຽນ-ການສອນທັງ3ດ້ານລ້ວນແຕ່ມີການປະຕິ ບັດຢູ່ໃນລະດັບຫຼາຍ ຕາມລໍາດັບ.
2. ບັນຫາການປະຕິບັດໜ້າທີ່ການສອນ ໃນສະຖານສຶກສາອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນໃນປີ2009 ໂດຍພາບລວມມີບັນຫາຢູ່ໃນລະດັບປານກາງ ເມື່ອພິຈາລະນາເປັນລາຍດ້ານດ້ານທີ່ມີບັນຫາໃນການປະຕິບັດໃນການປະຕິບັດໜ້າທີ່ການສອນຢູ່ໃນລະດັບປານກາງຄືກັນຄືດ້ານການວາງແຜນການສອນ, ດ້ານການວັດແລະປະເມີນຜົນການຮຽນ-ການສອນສ່ວນດ້ານທີ່ມີບັນຫາໃນການປະຕິບັດໜ້າທີ່ການສອນຢູ່ໃນລະດັບໜ້ອຍຄືດ້ານການດໍາເນີນການສອນ.
3. ການປຽບທຽບ ຄວາມຄິດເຫັນຂອງບຸກຄະລາກອນທາງການສຶກສາຈໍາແນກຕາມຕໍາແໜ່ງໜ້າທີ່ກ່ຽວກັບບັນຫາການປະຕິບັດໜ້າທີ່ການສອນໃນສະຖານສຶກສາອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນໃນປີ2009 ໂດຍພາບລວມຜູ້ບໍລິຫານສະຖານສຶກສາ ແລະຄູຜູ້ສອນມີຄວາມຄິດເຫັນແຕກຕ່າງກັນຢ່າງມີເນື້ອໄນສໍາຄັນທາງສະຖິຕິທີ່ລະດັບ0.05 ໂດຍພົບວ່າຜູ້ບໍລິຫານສະຖານສຶກສາເຫັນບັນຫາຫຼາຍກວ່າຄູຜູ້ສອນເມື່ອພິຈາລະນາເປັນລາຍດ້ານກໍພົບມີ2ດ້ານຄືດ້ານການວາງແຜນການສອນ, ດ້ານການດໍາເນີນການສອນມີຄວາມຄິດເຫັນແຕກຕ່າງກັນຢ່າງມີໄນສໍາຄັນທາງສະຖິຕິທີ່ລະດັບ0.05,ສ່ວນດ້ານການວັດແລະເມີນຜົນການຮຽນ-ການສອນມີຄວາມຄິດເຫັນບໍ່ແຕກຕ່າງກັນຢ່າງມີໄນສໍາຄັນທາງສະຖິຕິທີ່ລະດັບ0.05
4. ການປຽບທຽບ ຄວາມຄິດເຫັນຂອງບຸກຄະລາກອນທາງການສຶກສາຈໍາແນກຕາມຕໍາແໜ່ງໜ້າທີ່ກ່ຽວກັບສະພາບ, ຈໍາແນກຕາມວຸດທິການສຶກສາ ແລະປະສົບການໃນການເຮັດວຽກກ່ຽວກັບສະພາບ ແລະ ບັນຫາ ການປະຕິບັດໜ້າທີ່ການສອນໃນສະຖານສຶກສາອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນໃນປີ2009 ໂດຍພາບລວມຜູ້ບໍລິຫານສະຖານສຶກສາ ແລະຄູຜູ້ສອນ ມີຄວາມຄິດເຫັນບໍ່ແຕກຕ່າງກັນຢ່າງມີໄນສໍາຄັນທາງສະຖິຕິທີ່ລະດັບ0.05 ເມື່ອພິຈາລະນາເປັນລາຍດ້ານຄື: ດ້ານການວາງແຜນການສອນ, ດ້ານການດໍາເນີນການສອນ, ດ້ານການວັດແລະເມີນຜົນການຮຽນ-ການສອນກໍມີຄວາມຄິດເຫັນບໍ່ແຕກຕ່າງກັນຢ່າງມີໄນສໍາຄັນທາງສະຖິຕິທີ່ລະດັບ0.05
ໂນສະຫ່ວາງ ມັງໜໍ່ເມກ (2010: ບົດຄັດຫໍ້ຍ) ການຄົ້ນຄ້ວາເລື່ອງ ສະພບການບໍລິຫ ານງານວິທະຍາໄລ ວຽງຈັນພັດທະນາອາຊີບ ໂດຍພາບລວມຢູ່ໃນລະດັບປານກາງ ແລະ ເມື່ອພິຈາ
ລະນາແຕ່ລະດ້ານ ພົບວ່າ
1) ດ້ານຫຼັກສູດ ຍັງບໍ່ທັນມີຄວາມທັນສະໄໝພຽງພໍຕໍ່ການປ່ຽນແປງທາງວິທະຍາ ສາດ ເຕັກໂນໂລຊີຊຶ່ງສາມາດເຊື່ອມຕໍ່ໃນແຕ່ລະລະດັບ, ພາກທິດສະດີ ແລະພາກປະຕິບັດຕົງຈິງຄວນມີຄວາມສອດຄ່ອງ.
2) ດ້ານການຈັດການຮຽນ-ການສອນ ເຫັນວ່າຄູນໍາພານັກຮຽນໄປທັດສະນະສຶກສານອກສະຖານທີ່ຕາມອູ່ສ້ອມແປງຕ່າງໆຍັງມີໜ້ອຍ ແລະຄວາມຮັບຜິດຊອບຂອງຄູບໍ່ທັນສູງ ຕໍ່ການຈັດການຮຽນ-ການສອນ.
3) ດ້ານສື່ນະວັດຕະກໍາ ເຕັກໂນໂລຊີ ເຫັນວ່າການນໍາໃຊ້ສື່ແລະເຕັກໂນໂລຊີຍັງບໍ່ທັນຫຼາກຫຼາຍ ແລະການຈັດສ້າງແຜນການນໍາໃຊ້ສື່ບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ.
4) ດ້ານການວັດແລະປະເມີນຜົນ ເຫັນວ່າຄູຍັງບໍ່ໄດ້ດໍາເນີນການວັດປະເມີນຜົນຢ່າງເປັນລະບົບ.
5) ດ້ານກິດຈະກໍານັກຮຽນ ເຫັນວ່າອຸປະກອນກິລາຍັງບໍ່ພຽງພໍ, ການເຄື່ອນໄຫວແຂ່ງຂັນກິລາຄວນມີຫຼາຍຂຶ້ນ.
6) ດ້ານການບໍລິຫານງານທົ່ວໄປ ເຫັນວ່າການຈັດການ, ການບໍລິຫານ ແລະການແນະນໍາຫ້ອງສະໝຸດຍັງບໍ່ທັນທົ່ວເຖິງ.
2. ປຽບທຽບສະພາບການບໍລິຫານງານຂອງວິທະຍາໄລ ວຽງຈັນພັດທະນາອາຊີບ ຕາມຄວາມຄິດເຫັນຂອງນັກຮຽນ ນັກສຶກສາຈໍາແນກຕາມອາຍຸແລະລະດັບການສຶກສາພົບວ່າ
1) ນັກຮຽນ ນັກສຶກສາທີ່ມີອາຍຸຕ່າງກັນມີຄວາມຄິດເຫັນກ່ຽວກັບສະພາບການບໍລິຫານງານຂອງວິທະຍາໄລ ວຽງຈັນພັດທະນາອາຊີບໂດຍພາບລວມບໍ່ແຕກຕ່າງກັນທີ່ລະດັບໄນສໍາຄັນທາງສະຖິຕິທີ່0.05
2) ນັກຮຽນ ນັກສຶກສາທີ່ກໍາລັງສຶກສາຢູ່ໃນລະດັບຊັ້ນຕ່າງກັນມີຄວາມຄິດເຫັນກ່ຽວກັບສະພາບການບໍລິຫານງານຂອງວິທະຍາໄລ ວຽງຈັນພັດທະນາອາຊີບໂດຍພາບລວມບໍ່ແຕກຕ່າງກັນທີ່ລະດັບໄນສໍາຄັນທາງສະຖິຕິທີ່0.05
ລັດສະໝີ ທຳມະວົງສາ (2010 ບົດຄັດຫຍໍ້)ສະພາບ ແລະບັນຫາການບໍລິຫານງານວິຊາການວິທະຍາໄລພາກເອກະຊົນໃນນະຄອນຫຼວງວຽງຈັນຜົນການວິໄຈພົບວ່າ:
1. ສະພາບການບໍລິຫານງານວິຊາການຂອງວິທະຍາໄລພາກເອກະຊົນໃນນະຄອນຫຼວງ
ວຽງຈັນ ໂດຍພາບລວມຢູ່ໃນລະດັບປານກາງ ໂດຍລຽງລຳດັບດ້ານທີ່ມີຄ່າສະເລ່ຍສູງສຸດຫາດ້ານທີ່ມີຄ່າສະເລ່ຍຕໍ່າສຸດຕາມລຳດັບໄດ້ດັ່ງນີ້ດ້ານການຈັດການຮຽນການສອນ, ດ້ານການວັດແລະປະເມີນຜົນ, ດ້ານຫຼັກສູດ, ດ້ານສື່ການຮຽນການສອນ ແລະດ້ານການພັດທະນາຄູອາຈານ.
2. ບັນຫາການບໍລິຫານງານວິຊາການຂອງວິທະຍາໄລພາກເອກະຊົນໃນນະຄອນຫຼວງວຽງຈັນໂດຍພາບລວມຢູ່ໃນລະດັບປານກາງ ໂດຍລຽງລຳດັບດ້ານທີ່ມີບັນຫາສູງສຸດຫາດ້ານທີ່ມີບັນຫາຕໍ່າສຸດຕາມລຳດັບໄດ້ດັ່ງນີ້ດ້ານການພັດທະນາຄູອາຈານ, ດ້ານຫຼັກສູດ, ດ້ານການວັດແລະປະເມີນຜົນ, ດ້ານການຈັດການຮຽນການສອນ ແລະດ້ານສື່ການຮຽນການສອນ.
3. ຜົນການປຽບທຽບຄວາມຄິດເຫັນກ່ຽວກັບສະພາບການບໍລິຫານງານວິຊາການວິທະຍາໄລພາກເອກະຊົນໃນນະຄອນຫຼວງວຽງຈັນຂອງຄູອາຈານສອນທີ່ມີເພດຕ່າງກັນ ແລະ ຄູອາຈານສອນທີ່ມີວຸດທິການສຶກສາຕ່າງກັນມີຄວາມຄິດເຫັນແຕກຕ່າງກັນຢ່າງບໍ່ມີໄນຍະສຳຄັນທາງສະຖິຕິທີ່ລະດັບ.05; ສ່ວນຄວາມຄິດເຫັນກ່ຽວກັບສະພາບການບໍລິຫານງານວິຊາການວິທະຍາໄລພາກເອກະຊົນຂອງຄູອາຈານສອນທີ່ມີປະສົບການໃນການສອນຕ່າງກັນມີຄວາມຄິດເຫັນແຕກຕ່າງກັນຢ່າງມີໄນຍະສຳຄັນທາງສະຖິຕິທີ່ລະດັບ .05
4. ຜົນການປຽບທຽບຄວາມຄິດເຫັນກ່ຽວກັບບັນຫາການບໍລິຫານງານວິຊາການວິທະຍາໄລພາກເອກະຊົນໃນນະຄອນຫຼວງວຽງຈັນຂອງຄູອາຈານສອນທີ່ມີເພດຕ່າງກັນ ແລະ ຄູ-ອາຈານທີ່ມີວຸດທິການສຶກສາຕ່າງກັນມີຄວາມຄິດເຫັນແຕກຕ່າງກັນຢ່າງບໍ່ມີໄນຍະສຳຄັນທາງສະຖິຕິທີ່ລະດັບ.05; ສ່ວນຄວາມຄິດເຫັນກ່ຽວກັບບັນຫາການບໍລິຫານງານວິຊາການວິທະຍາໄລພາກເອກະຊົນຂອງຄູອາຈານສອນທີ່ມີປະສົບການໃນການສອນຕ່າງກັນມີຄວາມຄິດເຫັນແຕກຕ່າງກັນຢ່າງມີໄນຍະສຳຄັນທາງສະຖິຕິທີ່ລະດັບ .05
²÷©-ê½-¸ö¤ ²ñ©ê½-©¾-¸ö¤ (2010 ບົດຄັດຫໍ້ຍ) ໄດ້ສຶກສາ£¸¾´--À²…¤-²ð-Ã¥-¢º¤ñ¡¦ô¡¦¾ªÒ¡¾
®ðìò¹¾¤¾¸ò§¾¡¾¢º¤ ¸ò꽨¾Äì ®ðìò¹¾ê÷콡ò© -Á¦¤-¦½¹¸ñ ½£º¹ì¸¤¸¼¤¥ñຜົນການວິໄຈພົບວ່າ
1. £¸¾´À²…¤-²ð-Ã¥-¢º¤-ñ¡-¦ô¡¦¾-ªÒ-¡¾-®ðìò¹¾-¤¾-¸ò§¾-¡¾-¢º¤-¸ò꽨¾-Äì ®ðìò¹¾-ê÷ì½-¡ò© -Á¦¤-¦½¹¸ñ ½£º¹ì¸¤-¸¼¤-¥ñ ©¨-²¾®-츴 -Áì½ -ÁªÈ-ì½-©É¾µøÈ-Ã-콩ñ® ¯¾-¡¾¤. ©¨-켤-ì¿©ñ®-©É¾-ê†-´ó-£¸¾´-À²…¤-²ð-Ã¥¥¾¡-¹ì¾¨-į-¹¾-Îɺ¨-ª¾-´ì¿©ñ® Ä©É-©ñú¤š: -©É¾-¡¾-¥ñ©-¡ò©¥½¡¿-¡¾-»¼Œ ¡¾-¦º, -©É¾-¹ìñ¡¦ø©, ©É¾¡¾-¸ñ© -Áì½ -¯½-À´ó-°ö, ©É¾-¦ˆ-¡¾»¼Œ¡¾-¦º.
2. °ö-¡¾-¯¼®ê¼®-£¸¾´-À²…¤²ð-Ã¥-ªÒ-¡¾®ðìò¹¾¤¾¸ò§¾¡¾¢º¤ñ¡-¦ô¡¦¾
-ê†-´óÀ²©ªÈ¾¤-¡ñ ´ó-£¸¾´-£ò©À¹ñ ®ÒÁª¡ªÈ¾¤-¡ñ -ê†-콩ñ®Ä-¨½-¦¿£ñ-꾤-¦½«òªò-ê† .05. ¦È¸-ñ¡-¦ô¡¦¾-ê†-´ó º¾¨÷, ¦½«¾½-²¾®¦ö´ëö© -Áì½ §˜¯ó-ê†-¦ô¡¦¾-ªÈ¾¤-¡ñ ´ó-£¸¾´-£ò©-À¹ñ Áª¡ªÈ¾¤-¡ñ -µÈ¾¤-´óໄລ-¨½-¦¿£ñ-꾤-¦½«òªò-ê†ì½©ñ® .05 .
ບົດທີ 3
ວິທີການດຳເນີນການຄົ້ນຄ້ວາ
ໃນການຄົ້ນຄ້ວາຄັ້ງນີ້ເພື່ອຄົ້ນຄ້ວາການບໍລິຫານວຽກງານວິຊາການຂອງໂຮງຮຽນອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນ. ຊຶ່ງຜູ້ຄົ້ນຄ້ວາໄດ້ດໍາເນີນຕາມຂັ້ນຕອນດັ່ງນີ້:
1. ປະຊາກອນ ແລະ ກຸ່ມຕົວຢ່າງ
2. ເຄື່ອງມືທີ່ໃຊ້ໃນການຄົ້ນຄ້ວາ
3. ວິທີສ້າງເຄື່ອງມື
4. ວິທີການດໍາເນີນການຄົ້ນຄ້ວາ
5. ວິທີວິເຄາະຂໍ້ມູນ
6. ສະຖິຕິທີ່ໃຊ້ໃນການຄົ້ນຄ້ວາ
1. ປະຊາກອນ ແລະ ກຸ່ມຕົວຢ່າງ
1.1 ປະຊາກອນ
ປະຊາກອນທີ່ໃຊ້ໃນການຄົ້ນຄ້ວາຄັ້ງນີ້ໄດ້ແກ່ ຜູ້ບໍລິຫານ ແລະ ຄູອາຈານພາຍໃນສະຖາບັນອາຊີວະສຶກສາພາກລັດຈຳນວນ 5 ແຫ່ງໃນນະຄອນຫຼວງວຽງຈັນ. ໃນສົກສຶກສາ 2013-2014. ຈໍານວນ 453 ຄົນ ໃນນັ້ນມີ ຜູ້ບໍລິຫານຈໍານວນ 15 ຄົນ ແລະ ອາຈານສອນ ຈໍານວນ 438 ຄົນ.
1.2 ກຸ່ມຕົວຢ່າງ
ກຸ່ມຕົວຢ່າງທີ່ໃຊ້ຄົ້ນຄ້ວາໃນຄັ້ງນີ້ໄດ້ແກ່ ຜູ້ບໍລິຫານ ແລະ ຄູອາຈານສອນ ທີ່ສະຖາບັນອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນ. ສົກສຶກສາ 2013-2014. ໂດຍກໍານົດເອົາຜູ້ຈໍາ
ນວນ 220 ຄົນ ໃນນັ້ນມີຜູ້ບໍລິຫານ 15 ຄົນເປັນກຸ່ມເປົ້າໝາຍ ຄູອາຈານສອນ 205 ຄົນ. ໂດຍນໍາໃຊ້ຕາຕະລາງຂອງເຄຊີ ແລະ ໂມແກນ ( ອ້າງໃນ ທານິນ ສິລາປະຈາ, 2544 : 51 ).
ຈາກກຸ່ມຕົວຢ່າງດັ່ງກ່າວຈຶ່ງໄດ້ແບ່ງຕາມຊັດສ່ວນແຕ່ລະໂຮງຮຽນເຊິງລາຍລະອຽດດັ່ງນີ້:
|
|
|
ປະ ຊາກອນ |
|
|
ກຸ່ມຕົວຢ່າງ |
|
|
ສະຖາບັນ ອາຊີວະສຶກສາ |
ຜູ້ບໍລິຫານ |
ຄູ ອາຈານ |
ລວມ |
ຜູ້ບໍລິຫານ |
ຄູອາຈານ |
ລວມ |
|
1. ວິທະຍາໄລເຕັກນິກປາກປ່າສັກ |
3 |
156 |
159 |
3 |
73 |
76 |
|
2.ໂຮງຮຽນເຕັກນິກລາວ-ເຢຍລະມັນ |
3 |
69 |
72 |
3 |
32 |
35 |
|
3.ໂຮງຮຽນເຕັກນິກກະສິກໍາດົງຄໍາຊ້າງ |
3 |
52 |
55 |
3 |
25 |
28 |
|
4.ໂຮງຮຽນວິທະຍາໄລ ສັບພະວິຊາ |
3 |
84 |
87 |
3 |
39 |
42 |
|
5.ໂຮງຮຽນວິຊາຊີບມິດຕະພາບວຽງຈັນ- ຮ່າໂນ້ຍ |
3 |
77 |
80 |
3 |
36 |
39 |
|
ລວມ |
15 |
438 |
453 |
15 |
205 |
220 |
ຕາຕະລາງທີ2 ສະຖິຕິບຸກຄະລາກອນໂຮງຮຽນອາຊີວະສຶກສາ
ສະຖາບັນສຶກສາອາຊີວະສຶກສາພາກລັດໃນນະຄອນຫຼວງວຽງຈັນໃນສົກສຶກສາ (2013-2014)
2. ເຄື່ອງມືທີ່ໃຊ້ໃນການຄົ້ນຄ້ວາ
ເຄື່ອງມືທີ່ໃຊ້ໃນການວິໄຈຄັ້ງນີ້ເປັນແບບສອບຖາມກ່ຽວກັບການບໍລິຫານວິຊາການຂອງຜູ້ບໍລິ ຫານໃນໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ປະກອບມີ 3 ຕອນຄື:
ຕອນທີ 1ເປັບແບບສອບຖາມກ່ຽວກັບສະຖານະພາບຂອງຜູ້ຕອບແບບສອບຖາມມີລັກສະນະເປັນແບບກວດສອບລາຍການ(Checklist)
ຕອນທີ 2ເປັນແບບສອບຖາມກ່ຽວກັບການບໍລິຫານວິຊາການຂອງຜູ້ບໍລິຫານໃນໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ໃນ 4 ດ້ານຄືການບໍລິຫານຫຼັກສູດ, ການບໍລິຫານການຮຽນ-ການສອນ, ການບໍລິຫານສື່ການຮຽນ-ການສອນ, ການບໍລິຫານການວັດປະເມີນຜົນ. ລັກສະນະຂອງແບບສອບຖາມເປັນແບບມາດຕາສ່ວນປະມານຄ່າ5ລະດັບ (RatingScale) ຂອງ
ລິເຄີດLikert Method)ໂດຍມີຄ່າລະດັບຄະແນນດັ່ງນີ້:
5ໝາຍເຖິງການປະຕິບັດຢູ່ໃນລະດັບຫຼາຍທີ່ສຸດ
4ໝາຍເຖິງການປະຕິບັດຢູ່ໃນລະດັບຫຼາຍ
3 ໝາຍເຖິງການປະຕິບັດຢູ່ໃນລະດັບປານກາງ
2ໝາຍເຖິງການປະຕິບັດຢູ່ໃນລະດັບໜ້ອຍ
1 ໝາຍເຖິງການປະຕິບັດຢູ່ໃນລະດັບໜ້ອຍທີ່ສຸດ
ຕອນທີ 3 ເປັນແບບຄຳຖາມປາຍເປີດເພື່ອຖາມກ່ຽວກັບຄວາມຄິດເຫັນເພີ່ມເຕີມໃນການບໍລິຫານວິຊາການຂອງຜູ້ບໍລິຫານໃນໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ທັງ4ດ້ານຄືດ້ານການບໍລິຫານຫຼັກສູດ, ດ້ານການບໍລິຫານການຈັດການຮຽນ-ການສອນ, ດ້ານການບໍລິຫານສື່ການຮຽນ-ການສອນ ແລະ ດ້ານການບໍລິຫານການວັດ ແລະ ປະເມີນຜົນ.
|
|
||||||||||||
ລ/ດ |
ລາຍການ |
ລະດັບປະຕິບັດ |
ລະດັບບັນຫາ |
ຂໍ້ແນະນຳ |
||||||||
5 |
4 |
3 |
2 |
1 |
5 |
4 |
3 |
2 |
1 |
|
||
ໂຮງຮຽນອາຊີວະສຶກສາໄດ້ປະຕິບັດຫຼັກສູດຕາມການກໍານົດຂອງກະຊວງສຶກສາທິການ ແລະ ກິລາວາງໄວ້ |
|
|
|
|
|
√ |
√ |
|
|
|
|
|
ຕາຕະລາງທີ່3 ແບບສອບຖາມ
ຖ້າຫາກສອດຄ່ອງກ່ຽວກັບລະດັບບັນຫາໃຊ່ຫ້ອງທີ່ 5 ຫຼື 4 ໃຫ້ຂຽນຂໍ້ແນະນໍາໃນການແກ້ບັນຫາດັ່ງກ່າວ
3. ການສ້າງເຄື່ອງມື
1)ສຶກສາເອກະສານແລະບົດຄົ້ນຄ້ວາທີ່ກ່ຽວຂ້ອງກັບການບໍລິຫານວິຊາການ ຂອງຜູ້ບໍລິຫານໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ. ໃນ 4 ດ້ານຄືການບໍລິຫານຫຼັກສູດ, ການບໍລິຫານການຮຽນ-ການສອນ, ການບໍລິຫານສື່ການຮຽນ-ການສອນ, ການບໍລິຫານການວັດແລະປະເມີນຜົນ.
2) ສ້າງແບບສອບຖາມກ່ຽວກັບ ການບໍລິຫານວຽກງານວິຊາການຂອງຜູ້ບໍລິຫານໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນ.ຕາມຈຸດປະສົງ ແລະ ນິຍາມຄໍາສັບ.
3)ສະເໜີຮ່າງແບບສອບຖາມທີ່ສ້າງຕໍ່ອາຈານທີ່ປຶກສາກວດສອບເພື່ອພິຈາລະນາແລ້ວນຳມາແກ້ໄຂຕາມທີ່ອາຈານທີ່ປຶກສາໃຫ້ຄຳແນະນຳ
4)ນຳແບບສອບຖາມໄປໃຫ້ຜູ້ຊ່ຽວຊານ 5 ທ່ານ ເພື່ອພິຈາລະນາຄວາມຖືກຕ້ອງທາງດ້ານເນື້ອໃນ(Content Validity)ຂອງແບບສອບຖາມ. ເພື່ອວິເຄາະດັດສະນີຄວາມສອດຄ່ອງລະຫວ່າງຂໍ້ຄຳຖາມແລະຈຸດປະສົງ(Index of Item objective congruence: IOC)ຈາກນັ້ນຄັດເລືອກເອົາຂໍ້ທີ່ມີຄ່າIOCຕັ້ງແຕ່0.5ຂຶ້ນໄປເປັນຂໍ້ຄຳຖາມ
5)ນຳເຄື່ອງມືໄປທົດລອງ(Try out)ໃຊ້ກັບຜູ້ບໍລິຫານແລະຄູສອນຢູ່ໂຮງຮຽນອາຊີວະສຶກສາໃນນະຄອນຫຼວງວຽງຈັນທີ່ບໍ່ແມ່ນກຸ່ມຕົວຢ່າງຈຳນວນ 30ຄົນ.
6)ນຳເອົາແບບສອບຖາມມາຫາຄ່າຄວາມເຊື່ອໝັ້ນ (reliability)ຂອງແບບສອບຖາມດ້ວຍວິທີການຫາຄ່າສຳປະສິດ (Alpha Coefficient)ຂອງຄອນບາດ(Cron bachອ້າງເຖິງ
ພັດທະລາພອນເກດສັງ, 2549:138)
7)ນໍາເອົາເຄື່ຶງມືມາປັບປຸງແກ້ໄຂ ແລະ ຈັດພິມເປັນສະບັບສົມບູນເພື່ອນໍາໄປເກັບຮວບ
ຮວມຂໍ້ມູນກັບກຸ່ມຕົວຢ່າງ.
ແຜນວາດສະແດງຂັ້ນຕອນໃນການສ້າງເຄື່ອງມືຄົ້ນຄ້ວາ
ຮູບພາບທີ 2 ແຜນວາດສະແດງຂັ້ນຕອນການສ້າງເຄື່ອງມື
4. ການເກັບຮວບຮວມຂໍ້ມູນ
1. ຂໍໜັງສືສະເໜີຈາກຄະນະສຶກສາສາດມະຫາວິທະຍາໄລແຫ່ງຊາດເພື່ອໄປຂໍຄວາມຊ່ວຍເຫຼືອຈາກຜູ້ອໍານວຍການໂຮງຮຽນອາຊີວະສຶກສານະຄອນຫຼວງ ທັງ 5 ໂຮງຮຽນ, ເພື່ອຂໍອະນຸຍາດໃຫ້ຜູ້ບໍລິຫານໂຮງຮຽນ ແລະ ຄູສອນທີ່ເປັນກຸ່ມຕົວຢ່າງຕອບແບບສອບຖາມ.
2. ນໍາເອົາໜັງສືສະເໜີໄປເຖິງຜູ້ອໍານວຍການໂຮງຮຽນອາຊີວະສຶກສາ ທັງ 5 ແຫ່ງເພື່ອຂໍອະນຸຍາດແຈກຢາຍແບບສອບຖາມໃຫ້ກັບກຸ່ມຕົວຢ່າງ ທຸກໂຮງຮຽນທີເປັນກຸ່ມຕົວຢ່າງ ໂດຍຜູ້ຄົ້ນຄ້ວາໄປສົ່ງ ແລະ ເກັບແບບສອບຖາມດ້ວຍຕົນເອງຕາມເວລາທີ່ນັດໝາຍ.
3. ຜູ້ຄົ້ນຄ້ວາໄປຮັບແບບສອບຖາມດ້ວຍຕົນເອງແລ້ວນໍາເອົາແບບສອບຖາມທີ່ລວບລວມມາໄດ້ແລ້ວກວດສອບຄືນຖືກຕ້ອງສົມບູນ ເພື່ອໃຊ້ວິເຄາະຂໍ້ມູນຕໍ່ໄປ.
5. ການວິເຄາະຂໍ້ມູນ
ການວິເຄາະຂໍ້ມູນພາຍຫຼັງຜູ້ວິໄຈຮັບແບບສອບຖາມກັບຄືນມາແລ້ວກວດກາຄວາມສົມບູນຂອງແບບສອບຖາມຈາກນັ້ນດຳເນີນການວິເຄາະຂໍ້ມູນໂດຍໃຊ້ໂປຣແກຼມຄອມພິວເຕີ spssສຳເລັດຮູບຕາມແຕ່ລະຕອນດັ່ງນີ້:
ຕອນທີ 1. ເປັນການວິເຄາະຂໍ້ມູນກ່ຽວກັບກັບສະຖານະພາບຂອງຜູ້ຕອບແບບສອບຖາມໂດຍໃຊ້ຂໍ້ມູນຈາກແບບສອບຖາມໂດຍຫາຄ່າແຈກແຈງຄວາມຖີ່ (f) ແລະ ຫາ (P) (%)
ຕອນທີ 2. ວິເຄາະຂໍ້ມູນກ່ຽວກັບການບໍລິຫານວິຊາການຂອງຜູ້ບໍລິຫານໂຮງຮຽນອາຊີວະ
ສຶກສາໂດຍຫາຄ່າສະເລ່ຍ () ແລະຄ່າຜັນປ່ຽນມາດຕະຖານ ( S.D ) ໂດຍອິງໃສ່ເກນການແປຜົນ 5 ລະດັບດັ່ງນີ້: (ພັດທະລາພອນເກດສັງ: 2549:109)
(1) ຄ່າສະເລຍ 4.51 - 5.00 ມີການປະຕິບັດ ແລະ ບັນຫາການບໍລິຫານງານວິຊາການໃນລະດັບຫຼາຍທີສຸດ.
(2) ຄ່າສະເລຍ 3.51 – 4.50 ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບດີ.
(3) ຄ່າສະເລຍ 2.51 – 3.50ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບປານກາງ.
(4) ຄ່າສະເລຍ 1.51 – 2.50 ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບອ່ອນ.
(5) ຄ່າສະເລຍ 1.00 – 1.50 ມີການປະຕິບັດ ແລະ ບັນຫາງານວິຊາການໃນລະດັບອ່ອນທີ່ສຸດ.
ຕອນທີ 3 ວິເຄາະຂໍ້ມູນຕາມຈຸດປະສົງທີ 3.
1) ປຽບທຽບຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ຄູອາຈານຕໍ່ກັບການບໍລິຫານວຽກງານວິຊາການຂອງໂຮງຮຽນ ອາຊີວະສຶກສາ ໃນນະຄອນຫຼວງວຽງຈັນ. ຈໍາແນກຕາມຕໍາແໜ່ງ, ວຸດທິການສຶກສາ ແລະ ປະສົບການ ທັງລາຍດ້ານ ແລະ ພາບລວມໂດຍທົດສອບຄວາມແຕກຕ່າງລະຫ່ວາງ ຄ່າສະເລ່ຍຂອງກຸ່ມຕົວຢ່າງດ້ວຍການທົດສອບຄ່າທີ (T-test ).
2) ວິເຄາະຂໍ້ມູນກ່ຽວກັບແນວທາງການປັບປຸງ ການບໍລິຫານວຽກງານວິຊາການຂອງ
ໂຮງຮຽນອາຊີວະສຶກສາ ໃນນະຄອນຫຼວງວຽງຈັນ. ໂດຍສະຫຼຸບ, ສັງລວມ, ສັງເຄາະຂໍ້ມູນແລ້ວ
ຂຽນພັນລະນາແບບລຽງຄວາມ.
6.ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ
1). ສະຖິຕິພັນລະນາ
(1) ຂໍ້ມູນສະຖານະພາບ ຜູ້ຕອບແບບສອບຖາມໃຊ້ສະຖິຕິຄິດໄລ່ຫາແຕ່ຄວາມຖີ (Frequency) ແລະ ຕໍ່ສ່ວນຮ້ອຍ ( Percentage )
(2) ຂໍ້ມູນກ່ຽວກັບສະພາບ ຜູ້ບໍລິຫານວຽກງານວິຊາການ ຂອງໂຮງຮຽນອາຊີວະສຶກສາ ໃຊ້ສະຖິຕິຄິດໄລ່ຄ່າສະເລ່ຍ ( Mean ) ແລະ ຄ່າຜັນປ່ຽນມາດຕະຖານ (Standard Deviation) ຫຼື( S.D. )
2). ສະຖິຕິອ້າງອີງ
ການທົດສອບສົມມຸດຕິຖານທີ່ວ່າ ຜູ້ທີ່ມີໜ້າທີ່ຕໍ່າແໜ່ງ, ວຸດທິການສຶກສາ ແລະ ປະສົບການແຕ່ກຕ່າງກັນ ຈະມີລະດັບຄວາມຄິດເຫັນແຕ່ກຕ່າງກັນໃຊ້ວິທີທົດສອບແຕ່ທີ (t-test).
ເອກະສານອ້າງອີງ
Herbert A. Simon. (1982). Management: Theory; Process and Practice. 3rd ed.Chicago.
ກອງແກ້ວ ສີສົມພູ ແພງເສີຍ ທິບພິລາດ ແລະ ສົມສະນິດ ວົງຄໍາຈັນ. (2012). ການມີສ່ວນຮ່ວມຂອງຜູ້ບໍລິຫານໃນການບໍລິຫານງານວິຊາການຄະນະວິຊາຕ່າງໆ ໃນມະຫາວິທະຍາໄລແຫ່ງຊາດ. ນະຄອນຫຼວງວຽງຈັນ.
ກາດແກ້ວເຮື່ອງວິໄລ2010ສະພາບແລະບັນຫາການປະຕິບັດໜ້າທີການສອນໃນສະຖານສຶກສາອາຊີວະສຶກສາໃນພາກລັດໃນນະຄອນຫຼວງວຽງຈັນນະຄອນຫຼວງວຽງຈັນ
ການບໍລິຫານອາຊີວະສຶກສາ1999ກຸງເທບພີ່ມດີ
ການປະຕິຮູບການສຶກສາ2006-2015ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດນະຄອນຫຼວງວຽງຈັນ
ກິດຕິມາປຣິດິດລົກ2532ການບໍລິຫານແລະການນິເທດການສຶກສາເບື້ອງຕົ້ນກຸງເທບມະຫານະຄອນສີນະຄະລິນວິໂຮດປະສານມິດ
ກິດຕິມາປຣິດິດລົກ2532ເອກະສານຄໍາສອນການບໍລິຫານແລະການນິເທດການສຶກສາເບື້ອງຕົ້ນກຸງເທບປະສານມິດ
ກິຕິຕະຍັດຄານົນທ໌2535ເທັກນິກການສ້າງພາວະຜູ້ນໍາກຸງເທບ
ກູດ1973ການບໍລິຫານສະຖານສຶກສາກຸງເທບ
ກົມສາມັນສຶກສາ1995ນະຄອນຫຼວງວຽງຈັນກະຊວງສຶກສາທິການ
ກົມສາມັນສຶກສາ1995ເອກະສານການວາງແຜນຄຸ້ມຄອງແລະພັດທະນາໂຮງຮຽນນະຄອນຫຼວງວຽງຈັນ
ຄູ່ມື1997ສໍາລັບຜູ້ບໍລິຫານການສຶກສານະຄອນຫຼວງເຫຼັມ 3 ກະຊວງສຶກສາ
ຄູ່ມື2012ຜູ້ບໍລິຫານການສຶກສາເຫຼັ້ມ IXນະຄອນຫຼວງວຽງຈັນ
ຄູ່ມື2009ວິທີການເຮັດວຽກແລະຕໍ່າແໜ່ງງານວິທະຍາໄລອາຊີວະສຶກສານະຄອນຫຼວງວຽງຈັນກະຊວງສຶກສາທິການ
ຄູນມີພົມມະນິມິດ2007ຫຼັກການພື້ນຖານຂອງການບໍລິຫານນະຄອນຫຼວງວຽງຈັນກະຊວງກຶກສາທິການ
ຄູນມີພົມມະນິມິດຫຼັກການພື້ນຖານຂອງການບໍລິຫານ. ບໍ່ລະບຸປີພິມ
ຄໍາຜົງພະເມືອງ2010.ສະພາບແລະບັນຫາການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ນະຄອນຫຼວງວຽງຈັນ
ຄໍາຫຼ້າອຸດົມສິນ2009ສະພາບແລະບັນຫາການບໍລິຫານງານວິຊາການຂອງໂຮງຮຽນມັດທະຍົມສຶກສາສົມບູນໃນເຂດນະຄອນຫຼວງວຽງຈັນນະຄອນຫຼວງວຽງຈັນ
ສະງັດອຸທຣານັນ2535ການນິເທດການສຶກສາກຸງເທບມິດສະຫຍາມ
ສະບັບປັບປຸງ2006-2015ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດນະຄອນຫຼວງວຽງຈັນ
ສີສຸກວົງວິຈິດ2553ການພັດທະນາຮູບແບບການບໍລິຫານງານວິຊາການໂຮງຮຽນປະຖົມສຶກສາໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ. ບົດນິພົນກຸງເທບ
ສຸທໍາທໍາທັດສນານົນ2554ຫຼັກການທິດສະດີແລະນະວັດຕະກໍາການບໍລິຫານການສຶກສາສາລະຄາມມະຫາສາລະຄາມ
ສຸນທອນໂຄດບັນເທົາ2551ການບໍລິຫານກາສຶກສາກຸງເທບປັນຍາຊົນ
ສຸນທອນໂຄດບັນເທົາ2553ການພັດທະນາຫຼັກສູດແລະການນໍາໄປໃຊ້ກຸງເທບປັນຍາຊົນ
ສຸນີຍພູພັນ2546ແນວຄິດພື້ນຖານການສ້າງແລະການພັດທາຫຼັກສູດຊຽງໃໝ່The Knowledge Center
ສຸພາບວາດຂຽນແລະອໍຣະພິນໂພຊະນະດາ25.9.2013ອ້າງໃນwww. http://-www. Ipesp . ac.th/learning/websatitichapter3/unit3_3_1.html
ສຸມິຕຣຄຸນາກອນ2539ຫຼັກສູດແລະການສອນກຸງເທບພີມດີ
ສົມສິດເຂດຂາມ2545ປັດໃຈທີສໍາພັນກັບບັນຫາການບໍລິຫານວິຊາການຂອງຜູ້ບໍລິຫານໂຮງຮຽນປະຖົມສຶກສາສັງກັດສໍານນັກງານປະຖົມແຂວງບູລີລໍາ
ສົມນຶກພອນຈະເລີນ2544ຄວາມສໍາຄັນລະຫ່ວາງພຶດຕິກໍາຄວາມເປັນຜູ້ນໍາທາງວິຊາການຂອງຜູ້ບໍລິຫານສະຖານສຶກສາກັບຄວາມເພິ່ງພໍໃຈໃນການປະຕິບັດງານຂອງຄູສໍານັກງານການປະຖົມສຶກສາແຂວງສະລະບູລີສະລະບູລີເທບສະຕີ
ສົມນຶກພັດທິທະນີ2541ການວັດຜົນການສຶກສາກຸງເທບປະສານການພິມ
ສົມບັດສຸວັນພິທັກ2541ນິເທດແນວໃໝກຸງເທບປະສານການພິມ
ຊູຊາດຫົງຂາວ2549ຮູບແບບການຈັດການຮຽນ-ການສອນລະບົບພາສາໄທ
ຍຸກປະຕິຮູບການສຶກສາໄທ2546ແນວຄິດພື້ນຖານການສ້າງແລະການພັດທະນາຫຼັກສູດຊຽງໃໝ່ແສງສີລປ໌
ທໍາຣົງບົວສີ2532ທິດສະດີຫຼັກສູດການອອກແບບແລະພັດທະນາກຸງເທບສໍານັກພິມພັດທະນາສຶກສາ
ນິລຸດຖຶງນາດ2536ພຶດຕິກໍາການສອນກຸ່ມການງານແລະພື້ນຖານອາຊີບ.ມະຫາສາລະຄາມມະຫາສາລະຄາມ
ນົບພົງບຸນຈິດຕຣາຄຸນ2534ຫຼັກການບໍລິຫານການສຶກສາ. ຄະນະຄຣຸສາດຈຸລາລົງກອນມະວິທະຍາໄລກຸງເທບ
ນົບພົງ ບຸນຈິຕຣາຄຸນ. (2534). ຫຼັກການບໍລິຫານ. ກຸງເທບ ເອັດສ໌ເອັນເອັນ: (ພິມຄັ້ງທີ 2).
ບຸນຊົມ ສີສະອາດ. (2554). ການວິໄຈເບື້ອງຕົ້ນສະບັບປັບປຸງໃໝ່ພິມຄັ້ງທີ່9. ກຸງເທບ: ສຸວິລິສາສົນຈໍາກັດ.
ບຸນຊົມສີສະອາດ2546ການພັດທະນາຫຼັກສູດແລະການວິໄຈກ່ຽວກັບຫຼັກສູດກຸງເທບສຸວີລິຍາສາຊົນ
ບຸນຊົມສີສະອາດ2535ການວິໃຈເບື້ອງຕົ້ນກຸງເທບສຸວີຣີຍະສາພິມຄັ້ງທີ 3
ບົດສະຫຼຸບ. (2011-2012). ຜູ້ອໍານວຍການ ໂຮງຮຽນວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ. ນະຄອນຫຼວງວຽງຈັນ.
ບົດສະຫຼຸບ2013ແຜນພັດທະນາວຽກງານອາຊີວະສຶກສາປະຈໍາສົກຮຽນ 2012-2013ນະຄອນຫຼວງວຽງຈັນ
ບົດສະຫຼຸຸບ2011-2012ການປະຕິບັດແຜນພັດທະນາອາຊີວະສຶກສາປະຈໍາສົກຮຽນ 2011-2012 ແລະແຜນພັດທະນາອາຊີວະສຶກສາປະຈໍາສົກຮຽນ2012-2013ນະຄອນຫຼວງວຽງຈັນກະຊວງສຶກສາ
ບັນລືພຶກສະວັນ2536ການບໍລິຫານວິຊາການໃນໂຮງຮຽນມັດທະຍົມສຶກສາກຸງເທບການສາດສະໜາ
ປຣີຍາພອນວົງອະນຸໂຣດ1999ການຈັດແລະບໍລິຫານອາຊີວະສຶກສາເຂດຫ້ວຍຂວາງກຸງເທບພີມດີ
ປຣີຍາພອນວົງອະນຸໂຣດ1992ການບໍລິຫານວິຊາການກຸງເທບສູນສື່ເສີມກຸງເທດ
ປຣີຍາພອນວົງອະນຸໂຮດ2553ການບໍລິຫານງານວິຊາການກຸງເທບສູນສືເສີມກຸງເທບ
ປຣີຍາພອນວົງອານຸໂຣດ2546ການບໍລິຫານວິຊາການກຸງເທບສູນສື່ເສີມກຸງເທບ
ປະສາດເນືອງສະເຫຼີມ2556ການວິໄຈການຮຽນການສອນກຸງເທບຈຸລາລົງກອນ
ພຸດທະວົງ ພັດທະດາວົງ. (2010). ຄວາມເພິ່ງພໍໃຈຂອງນັກສຶກສາຕໍ່ກັບການບໍລິຫານງານວິຊາການຂອງວິທະຍາໄລທຸລະກິດແສງສະຫັວນໃນນະຄອນຫຼວງວຽງຈັນ. ນະຄອນຫຼວງວຽງຈັນ.
ພົມບຸດສະດາຈິດ2546ການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດລາວ (ວິທະຍາເຂດດົງໂດກ) ນະຄອນຫຼວງວຽງຈັນ
ພັດທະລາພອນ ເກດສັງ2549ການວິໄຈທາງດ້ານຄະນິດສາດມະຫາວິທະຍາໄລລາດຊະພັດເລີຍ
ມະຍຸເຣດໂຄດຊົມພູ2550ຄວາມຄິດເຫັນຂອງຜູ້ປະຕິບັດງານຕໍ່ການບໍລິຫານງານວິຊາການໃນສະຖານສຶກສາສັງກັດລັດເຂດພື້ນທີ່ໜອງຄາຍເຂດ 1ມະຫາສາລະຄາມ
ມະນັດສາຍໂກສຸມ2543ຜົນກະທົບຂອງການປະຕິຮູບການສຶກສາທີມີຜົນກະທົບຕໍ່ການບໍລິຫານງານຂອງໂຮງຮຽນສັງກັດສໍານັກງານປະຖົມສຶກສາພະເຍົາ
ລຸຈິພູ່ສາລະແລະຈັນຊານີສະຫງວນງາມ2545ການບໍລິຫານຫຼັກສູດໃນສະຖາບັນສຶກສາກຸງເທບ
ລັດສະໜີ ທໍາມະວົງສາ. (2010). ສະພາບ ແລະ ບັນຫາການບໍລິຫານງານວິຊາການວິທະຍາໄລເອກະຊົນໃນນະຄອນຫຼວງວຽງຈັນ. ນະຄອນຫຼວງວຽງຈັນ.
ວະຣາວຸດວົງປະພາຣັດ2549ຮູບແບບການຈັດການຮຽນ-ການສອນລະບົບຂອງພາສາປະເທດໄທກຸງເທບ
ວັດນາພອນຣະງັບທຸກ2542ແຜນການສອນທີ່ເນັ້ນຜູ້ຮຽນເປັນສູນກາງກຸງເທບພີມດີຄັ້ງທີ່ 2
ອານຸສັກສະມິດສັນ2540ການບໍລິຫານວິຊາການກຸງເທບມະຫາວິທະຍາໄລສິນະຄະລິນວິໂລດ
ອຸໄທບຸນປະເສີດ2540ຫຼັກສູດແລະການບໍລິຫານງານວີຊາການໂຮງຮຽນຄຸນນະພາບກຸງເທບເອັສດີເພຣສ
ອົມຣາເລັກເຣິງສິນ2540ຫຼັກສູດແລະການຈັດການມັດທະຍົມສຶກສາກຸງເທບພີມດີຄັ້ງທີ່ 4
ອໍານາດຈັນທຣແປ້ນ2542SPIE (WHY WHAT HOW)ຊຽງໄໝພັດທະຍາການພິມ
ອໍາພັນໃຈທ່ຽງ2540ການບໍລິຫານງານວິຊາການຂອງຜູ້ບໍລິຫານໂຮງຮຽນມັດທະຍົມສຶກສາສັງກັດກົມສາມັນສຶກສາເຂດການສຶກສາ 5ກຸງເທບ
ເອກະສານຝຶກອົບຮົມ2009ຜູ້ບໍລິຫານໂຮງຮຽນແລະຜູ້ບໍລິຫານການສຶກສານະຄອນຫຼວງວຽງຈັນ
ແນວຄິດພື້ນຖານ ການສ້າງ ແລະ ການພັດທະນາຫຼັກສູດ . (2537). ຊຽງໃໝ່: The Knowledge Center.
ໂນສະຫ່ວາງມັງໜໍ່ເມກ2010ສະພາບການບໍລິຫານງານຂອງວິທະຍາໄລວຽງຈັນພັດທະນາອາຊີບນະຄອນຫຼວງວຽງຈັນ
ໃຈທິບເຊື້ອຣັດຕະພົງ2539ການພັດທະນາຫຼັກສູດຫຼັກການແລະແນວປະຕິບັດກຸງເທບຈຸງລາລົງກອນ
Herbert A. Simon. (1982). Management: Theory; Process and Practice. 3rd ed.Chicago.