ການບໍລິຫານອົງການ


ບໍລິຫານຢ່າງໃດໃຫ້ພະນັກງານຮັກຜູ່ນຳ ແລະ ຮັກອົງກອນ

    ການກະຕຸ້ນທັກສະການຮຽນຮູ້ຂອງພະນັກງານໂດຍຫຼາຍແລ້ວອົງກອນໃນປະຈຸບັນຫັນມາໃຫ້ຄວາມສົນ ໃນກັບການພັດທະນາບຸກຄະລາກອນຂອງຕົນເອງເປັນຢ່າງຫຼາຍ ເຊິ່ງໂດຍຫຼາຍວິທີ ຫຼື ເທັກນິກທີ່ໃຊ້ໃນການພັດທະນາບູກຄະລາກອນກໍ່ຈະຄ້າຍໆກັນຄື: ການສຶກສາເບິ່ງວຽກ, ການເຂົ້າການອົບຮົມ, ການເຂົ້າຮ່ວມສໍາມະນາ ຫຼື ການປະຊຸມເຊິງປະຕິບັດການເປັນຕົ້ນ.

     ແຕ່ແທ້ຈິງແລ້ວການພັດທະນາບຸກຄະລາກອນນັ້ນບໍ່ແມ່ນການພັດທະນາໃນເຊິງຄວາມຮູ້ ຫຼື ທັກສະໃນການເຮັດວຽກພຽງຢ່າງດຽວ ແຕ່ອົງກອນຕ້ອງມີຄວາມສຳຄັນໃນການກະຕຸ້ນທັກສະການຮຽນຮູ້ຂອງພະນັກງານ ເພື່ອໃຫ້ເກີດຄວາມກະຕືລືລົ້ນໃນການເຮັດວຽກ ດັ່ງນັ້ນ ຖ້າອົງກອນຕ້ອງການທີ່ຈະສ້າງຄົນໄດ້ປຽບທາງການແຂ່ງຂັນ ອົງກອນຈະຕ້ອງຫາທາງພັດທະນາບຸກຄະລາກອນໃຫ້ມີຄຸນລັກສະນະຕື່ນຕົວຕໍ່ການຮຽນຮູ້ ດັ່ງນັ້ນໃນຄັ້ງນີ້ຂໍສະເໜີເທັກນິກທີ່ຈະໃຊ້ເປັນເຄື່ອງມືໃນການກະຕຸ້ນທັກສະການຮຽນຮູ້ຂອງພະນັກງານ.

           ຫຼາຍໆຄັ້ງຜູ່ບໍລິຫານ ແລະ ພະນັກງານໃນອົງກອນຕ່າງໆປວດຫົວກັບການຫາທີ່ສໍາມະນາໃນແຕ່ລະປີເພື່ອໃຫ້ເປັນໄປຕາມໂຍບາຍຂອງທາງອົງກອນ ແຕ່ກໍ່ມີອີກຫຼາຍໆ ອົງກອນທີ່ເຮັດການເຝິກອົບຮົມພະນັກງານກັນພາຍໃນອົງກອນ ຫຼື ທີ່ເຮົາມັກຈະຄຸ້ນຫູວ່າ In –  house training ແຕ່ຢ່າງໃດກໍ່ດີເທັກນິກນີ້ກໍ່ຍັງບໍ່ໄດ້ຮັບການຍອມຮັບວ່າເປັນວິທີທີ່ມີປະສິດພາບທີ່ສຸດ ດ້ວຍຂໍຈຳກັດຫຼາຍໆຢ່າງເຊັ່ນ: ສະຖານທີ່ ທີ່ໃຊ້ຈັດການອົບຮົມ ບາງຄັ້ງອົງກອນເປັນອົງກອນຂະໜາດກາງ ຫຼື ນ້ອຍ ເຊິ່ງສະຖານທີ່ຈະເປັນອຸປະສັກໃນການຈັດອົບຮົມ ຫຼື ໄລຍະເວລາໃນການເຝິກອົບຮົມເຊິ່ງພະນັກງານແຕ່ລະຄົນບໍ່ສາມາດເຂົ້າຮ່ວມງານໄດ້ຢ່າງພ້ອມພຽງກັນ ຫຼື ອາດຈະເກີດຄວາມຮູ້ສຶກຕໍ່ຕ້ານເໜືອນເປັນການຖືກບັງຄັບໃຫ້ເຂົ້າຮ່ວມ ແມ້ບາງຄັ້ງຈະມີການເຊີນວິທະຍາກອນທີ່ມີຊື່ສຽງມາກໍ່ຕາມ ກໍ່ເປັນໄປໄດ້ທີ່ຈະເກີດຄວາມຮູ້ສຶກວ່າວິທະຍາກອນເປັນຜູ່ຮູ້ສະເພາະທິດສະດີເທົ່ານັ້ນ ແຕ່ບໍ່ສາມາດນຳມາໃຊ້ໄດ້ຈິງ ເປັນຕົ້ນ ດັ່ງນັ້ນເມື່ອເກີດຄວາມຮູ້ສຶກຕໍ່ຕ້ານ ການທີ່ຈະໃຫ້ການອົບຮົມນັ້ນສຳເລັດຜົນກໍ່ຄົງຈະເປັນໄປໄດ້ຍາກ ກ່ອນອື່ນອົງກອນຕ້ອງເຂົ້າໃຈວ່າບຸກຄະລະກອນຂອງເຮົານັ້ນບໍ່ແມ່ນເຄື່ອງຈັກ ຫຼື ຄອມພີເຕີ ຈະລົບໂປແກລມເດີມ ໃສ່ໂປແກລມໃໜ່ໄດ້ທັນທີ ສິ່ງສໍາຄັນສໍາຫຼັບອົງກອນນັ້ນ ອົງກອນທີ່ດີ ຄວນຈະຕ້ອງເຂົ້າໃຈ ຫຼັກມະນຸດສາດ ມີ ນັກວິຊາການທ່ານໜຶ່ງຊື່ຜູ່ຊ່ວຍສາດສະດາຈານ ລິນດາ ເກສະຕອນ ທ່ານໄດ້ເຮັດການສຶກສາກ່ຽວກັບຫຼັກມະນຸດສາດໃນແງ່ມູມສຳຫຼັບການພັດທະນາບຸກຄະລາກອນໃນອົງກອນໂດຍສະເພາະທ່ານໄດ້ໃຫ້ຄວາມເຫັນໄວ້ວ່າຫຼັກມະນຸດສາດນັ້ນຕ້ອງມອງແບບສາມມິຕິເຊິ່ງປະກອບໄປດ້ວຍ.

  1. ເວລາໂອກາດ

    ບຸກຄະລາກອນນັ້ນຖືວ່າເປັນຊັບພະຍາກອນທາງທຸລະກິດຢ່າງໜຶ່ງແຕ່ຊັບພະຍາກອນປະເພດນີ້ຕ່າງຈາກຊັບພະຍາກອນປະເພດອື່ນຕົງທີ່ອົງກອນບໍ່ສາມາດປ່ຽນແປງ ຫຼື ພັດທະນາເພື່ອໃຫ້ເກີດປະສິດທິຜົນໃນໄລຍະເວລາອັນສັ້ນໄດ້ ບຸກຄະລະກອນທຸກຄົນນັ້ນຕ່າງມີພູມີຫຼັງ ແລະ ມັກຈະຊື່ນຊົມກັບສິ່ງທີ່ຕົນປະສົບຄວາມສຳເລັດໃນອາດີດ.

         ດັ່ງນັ້ນ ຈິ່ງບໍ່ແມ່ນເລື່ອງງ່າຍທີ່ບຸກຄະລາກອນເລົ່ານັ້ນຈະປັບປ່ຽນການລົບລ້າງສິ່ງທີ່ເຄີຍປະຕິບັດ ແລະປ່ຽນແປງຄວາມສົງຈຳເກົ່າໆ ພວກເຂົາຕ້ອງການເວລາເພື່ອການຮຽນຮູ້ ອົງກອນບໍ່ມີທາງທີ່ຈະປ່ຽນວິທີການເຮັດວຽກໃໝ່ໂດຍການສົ່ງພະນັກງານຂອງທ່ານໄປເຝິກອົບຮົມພຽງບໍ່ກີ່ຄັ້ງ ດັ່ງນັ້ນ ຜູ່ບໍລິຫານຄວນໃຫ້ເວລາແລະ ໂອກາດພະນັກງານມີເວລາ ແລະ ພວກເຂົາກໍ່ຈຳເປັນທີ່ຈະຕ້ອງມີເວລາຢ່າງພຽງພໍໃນການນຳເອົາທັກສະແລະ ຄວາມຮູ້ໃໝ່ມາປັບໃຊ້.

  1. ຄຸນຄ່າ

  ອົງກອນນັ້ນຕ້ອງເຂົ້າໃຈບຸກຄະລະກອນຂອງຕົນເອງວ່າແທ້ຈິງແລ້ວບຸກຄະລະກອນທຸກຄົນຕ້ອງການໃຫ້ອົງກອນເຫັນວ່າຕົນນັ້ນເປັນສ່ວນໜຶ່ງຂອງອົງກອນ ແລະ ເປັນສ່ວນໜຶ່ງຂອງຄວາມສຳເລັດ ບຸກຄະລະກອນທຸກຄົນມັກຈະຕ້ອງການໄດ້ຮັບການຍອມຮັບວ່າຕົນນັ້ນມີຄຸນຄ່າກັບອົງກອນ ໃນທິດສະດີຄວາມຕ້ອງການຂອງມະນຸດຂອງມາສະໂລໄດ້ແບ່ງຄວາມຕ້ອງການພື້ນຖານຂອງມະນຸດອອກເປັນ 5 ຂັ້ນເຊິ່ງການຕ້ອງການໄດ້ຮັບການຍອມຮັບນັ້ນເປັນ 1 ໃນ 5 ຄວາມຕ້ອງການພື້ນຖານຂອງມະນຸດ ດັ່ງນັ້ນ ຖ້າອົງກອນບໍ່ໃຫ້ຄວາມສຳຄັນກັບບຸກຄະລະກອນ ຈະສົ່ງຜົນຕໍ່ພຶດຕິກຳການເຮັດວຽກ ເກີດຜົນເສຍຄື: ການຂາດຄວາມກະຕືລືລົ້ນໃນການເຮັດວຽກງານ ເຊິ່ງຖ້າບຸກຄະລະກອນເລົ່ານັ້ນຈະເລີ່ມຊອກຫາບ່ອນໃໝ່ໃນການເຮັດວຽກ ເຊິ່ງຖ້າບຸກຄະລະກອນມີຄວາມເຊື່ອເຊັ່ນນັ້ນແລ້ວ ອົງກອນຈະຕ້ອງໃຫ້ຄວາມສຳຄັນ ແລະ ຫາວິທີຈູງໃຈໃນການເຮັດວຽກງານທີ່ເໜາະສົມ ເນື່ອງຈາກສິ່ງເລົ່ານີ້ຈະເປັນຕົວກະຕຸ້ນໃຫ້ພະນັກງານເກີດຄວາມເຊື່ອໜັ້ນ ແລະ ມີພັດທະນາການໃນການຮຽນຮູ້ຢ່າງຕໍ່ເນື່ອງ.

  1. ອາລົມ ແລະ ຄວາມຮູ້ສຶກ

  ອົງກອນມີໜ້າທີ່ ທີ່ຈະຕ້ອງສ້າງບັນຍາກາດໃນການເຮັດວຽກທີ່ດີ ເນື່ອງຈາກບັນຍາກາດຈະເປັນສິ່ງທີ່ສົ່ງຜົນຕໍ່ອາລົມ ແລະ ຄວາມຮູ້ສຶກຂອງບຸກຄະລາກອນຕໍ່ການເຮັດວຽກ ບໍ່ວ່າຈະເປັນບັນຍາກາດໃນການເຮັດວຽກງານເຊິ່ງກາຍພາບເຊັ່ນ: ແສງ , ສີ , ສຽງ ຫຼື ແມ້ແຕ່ບັນຍາກາດທາງຈິດໃຈເຊັ່ນ: ການຊ່ວຍເຫຼືອເຊິ່ງກັນ ແລະກັນ ຄວາມໄວ້ວາງໃຈກັນ  ການຍິ້ມ ແລະ ການທັກທາຍເປັນຕົ້ນ ເລື້ອຍຄັ້ງທີ່ມະນຸດເຮົານັ້ນມັກຈະໃຊ້ອາລົມໃນການຕັດສິນສິ່ງທີ່ຕົນປາດຖະໜາ ແລະ ຄວາມປາດຖະໜານັ້ນເອງຈະເປັນພະລັງແຝງທີ່ກໍ່ໃຫ້ເກີດຄວາມກະຕືລືລົ້ນ ແລະ ມ່ວນຊື່ນກັບການເຮັດວຽກ ເຮົາຕ້ອງເຮັດໃຫ້ບຸກຄະລາກອນໃນອົງກອນຮູ້ສຶກວ່າ ເຂົາຮັກໃນສິ່ງທີ່ເຂົາເຮັດ  ຫຼາຍກວ່າໃຫ້ເກີດຄວາມຮູ້ສຶກຊົ່ວວູບວ່າ ເຂົາໄດ້ເຮັດໃນສິ່ງທີ່ເຂົາຮັກ ເພາະເມື່ອໃດທີ່ບຸກຄະລະກອນເກີດຄວາມຮູ້ສຶກແບບທຳອິດແລ້ວນັ້ນເຂົາຈະສະນຸກ ແລະ ມີຄວາມສຸກກັບທຸກສິ່ງທີ່ເຂົາໄດ້ເຮັດ ເຊິ່ງຈະສົ່ງຜົນຕໍ່ພັດທະນາການໃນການຮຽນຮູ້ເຊັ່ນດຽວກັນ ດັ່ງນັ້ນ ກ່ອນທີ່ອົງກອນຈະເຮັດການເຝິກອົບຮົມພະນັກງານໃນເລື່ອງໃດກໍ່ຕາມບໍ່ວ່າຈະດ້ວຍວິທີການສົ່ງໄປອົບຮົມ ສຳມະນາ ອົບຮົມເຊີງປະຕິບັດການ ເຊີນວິທະຍາກອນມາບັນຍາຍພາຍໃນອົງກອນ ອົງກອນຈະຕ້ອງທໍາຄວາມເຂົ້າໃຈ ແລະ ທຳການກະຕຸ້ນໃຫ້ພະນັກງານເກີດຄວາມຮູ້ສຶກເປັນສ່ວນໜຶ່ງ ຮັກໃນສິ່ງທີ່ເຂົາກຳລັງຈະເຮັດ ແລະ ມອງເຫັນເຖິງໂອກາດທີ່ເຂົາຈະໄດ້ຮັບວ່າມີຄຸນຄ່າພຽງໃດ ບໍ່ ສະນັ້ນ ຕໍ່ໃຫ້ອົງກອນຂອງທ່ານສົ່ງພະນັກງານໄປອົບຮົມສັກກີ່ຮອບກໍ່ຕາມພະນັກງານຂອງທ່ານກໍ່ຈະກັບມາ ແລະ ເຮັດວຽກໃນຮູບແບບເດີມໆບໍ່ມີການນຳເອົາຄວາມຮູ້ໃໝ່ ທີ່ໄດ້ຮັບມາປັບໃຊ້.

                                   ເທັກນິກການຈູງໃຈລູກນ້ອງໃຫ້ເຮັດວຽກງານ

           ການຈູງໃຈລູກນ້ອງໃຫ້ເຮັດວຽກງານດ້ວຍວິທີ D-R-I-V-E ດັ່ງນີ້

  1. ການພັດທະນາ ( D- Development )

  ການພັດທະນາ ແລະ ເຝິກອົບຮົມເປັນວິທີການໜຶ່ງທີ່ສາມາດຈູງໃຈລູກນ້ອງໃຫ້ເຮັດວຽກໄດ້ ຄົງບໍ່ມີລູກນ້ອງຄົນໃດຢາກທີ່ຈະເຮັດວຽກກັບຫົວໜ້າທີ່ບໍ່ເຄີຍຄິດທີ່ຈະສົ່ງເສີມ ຫຼື ສະໜັບສະໜູນໃຫ້ພວກເຂົາມີຄວາມຮູ້ ແລະ ຄວາມສາມາດທີ່ເພີ່ມຂຶ້ນຂໍໃຫ້ຫົວໜ້າງານຕະໜັກໄວ້ສະເໜີວ່າ ບໍ່ຕ້ອງຢ້ານລູກນ້ອງຈະເກັ່ງ ຫຼື ດີກວ່າຕົນເອງ ແບບວ່າກວ່າລູກນ້ອງຈະເລື່ອຍຂາເກົ້າອີ້ ຈົນເປັນເຫດໃຫ້ຫົວໜ້າງານບໍ່ສົນໃຈທີ່ຈະພັດທະນາລູກນ້ອງເລີຍ ທັງນີ້ການພັດທະນາລູກນ້ອງນັ້ນມີຫຼາຍວິທີທີ່ຫົວໜ້າວຽກສາມາດເຮັດໄດ້ເຊັ່ນ:

    - ການສອນວຽກ (Coaching) : ເພື່ອໃຫ້ລູກນ້ອງເຂົ້າໃຈວິທີການ ແລະ ຂອບເຂດໜ້າທີ່ງານທີ່ຕ້ອງຮັບຜິດຊອບ.

    - ການສົ່ງລູກນ້ອງເຂົ້າເຝິກອົບຮົມກັບໜ່ວຍງານພາຍນອກ (In House and public Training ): ເພື່ອສົ່ງເສີມໃຫ້ພະນັກງານມີຄວາມຮູ້ຄວາມເຂົ້າໃຈຫຼາຍຂຶ້ນ

   - ການໃຫ້ຄຳປຶກສາແນະນຳ (Consulting): ເພື່ອຊ່ວຍລູກນ້ອງໃນການຫາແນວທາງແກ້ໄຂປັນຫາທີ່ເກີດຂຶ້ນ

- ການໂຍກຍ້າຍສັບປ່ຽນວຽກ ( Job Rotation): ເພື່ອສົ່ງເສີມໃຫ້ລູກນ້ອງເກີດທັກສະທີ່ຫຼາກຫຼາຍ

  ( Multi-skill ) ຫຼາຍຂຶ້ນ

  1. ການພົວພັນ ( R-Relation )

   ການສ້າງພົວພັນພາບທີ່ດີກັບລູກນ້ອງເປັນສິ່ງທີ່ຫົວໜ້າວຽກບໍ່ຄວນເມີນເສີຍ ເພາະສໍາພັນທະພາບທີ່ດີຈະເຮັດໃຫ້ລູກນ້ອງອຸທິດ ແລະ ຕັ້ງໃຈໃນການເຮັດໃຫ້ກັບຫົວໜ້າຢ່າງຈິງໃຈ ບໍ່ແມ່ນການບັງຄັບ ທັງນີ້ວິທີການໃນການເສີມສ້າງໃຫ້ຫົວໜ້າເອງມີສຳພັນທະພາບທີ່ດີກັບລູກນ້ອງເຊັ່ນ: ການພາລູກນ້ອງໄປລ້ຽງອາຫານຕອນທ່ຽງ ຫຼື ອາຫານຍາມແລງເນື່ອງໃນໂອກາດພິເສດ ເຊິ່ງອາດຈະເປັນລ້ຽງວັນເກີດ ລ້ຽງລູກນ້ອງກໍລະນີໄດ້ຮັບການເລື່ອນຕຳແໜງ ຫຼື ການເລີ່ມຕົ້ນທັກທາຍລູກນ້ອງກ່ອນ ຫຼື ການຖາມເລື່ອງອື່ນໆກັບລູກນ້ອງບ້າງທີ່ບໍ່ແມ່ນເລື່ອງງານ ຫຼື ການຊື້ຂອງຝາກ ຫຼື ຂອງເລັກນ້ອຍໃຫ້ລູກນ້ອງເຊິ່ງບໍ່ຈຳເປັນຕ້ອງລໍໃຫ້ເຖິງວັນ / ໂອກາດພິເສດ ຫຼື ການຮັບຟັງ ແລະ ສະເໜີແນະແນວທາງແກ້ໄຂປັນຫາຂອງລູກນ້ອງທີ່ບໍ່ແມ່ນປັນຫາຈາກການເຮັດວຽກ ຫຼື ການສ້າງອາລົມຂັນກັບລູກນ້ອງການສ້າງຮອຍຍິ້ມ ແລະ ສຽງຫົວຂວັນກັບລູກນ້ອງບ້າງ.

  1. ສ້າງແຮງຈູງໃຈໃຫ້ບຸກຄົນ ( I- Individual Motivation )

   ລູກນ້ອງແຕ່ລະຄົນມີຫຼາກຫຼາຍຮູບແບບ ບາງຄົນງຽບບໍ່ມັກສະແດງອອກ ບາງຄົນມັກເອະອະໂວຍວາຍ

ບາງຄົນຄິດຫຼາຍ ບາງຄົນຂີ້ນ້ອຍໃຈ ດັ່ງນັ້ນ ໃນຖານະຂອງຫົວໜ້າວຽກຈິ່ງຈຳເປັນຢ່າງຫຍິ່ງທີ່ຈະຕ້ອງວິເຄາະລູກນ້ອງແຕ່ລະຄົນວ່າພວກເຂົາມີນິໄສ ບູກຄະລິກລັກສະນະ ແລະ ຄວາມຕ້ອງການຢ່າງໃດ ແຕ່ລະຄົນຈະມີແບບສະບັບສະເພາະທີ່ແຕກຕ່າງກັນໄປການຈູງໃຈລູກນ້ອງຈິ່ງຍອ່ມຕ້ອງແຕກຕ່າງກັນໄປຕາມລັກສະນະນິໄສຂອງແຕ່ລະຄົນ ຈົ່ງຢ່າໃຊ້ວິທີການໃດວິທີການໜຶ່ງກັບລູກນ້ອງຫຼາຍໆຄົນທີ່ມີຄວາມແຕກຕ່າງກັນເຊັ່ນ: ຫາກພົບວ່າລູກນ້ອງຂອງຕົນມັກທີ່ຈະສະແດງຄວາມຄິດສ້າງສັນ  ຫົວໜ້າຄວນຈະມອບໝາຍງານທີ່ສົ່ງເສີມໃຫ້ຄວາມເຂົາໄດ້ໃຊ້ຄວາມຄິດ ແລະ ສາມາດນຳສະເໜີແນວຄິດຕ່າງໆກັບຫົວໜ້າໄດ້ ຫຼື ຫາກລູກນ້ອງຂອງຫົວໜ້າເປັນຄົນມັກໂວຍວາຍເມື່ອມີຄວາມຄິດເຫັນບໍ່ຕົງກັນກັບຫົວໜ້າ  ໃນຖານະຫົວໜ້າວຽກຄວນຈະສະຫງົບນິ້ງ ແລະ ໂອ້ລົມກັບລູກນ້ອງຢ່າງມີເຫດຜົນເພື່ອຈູງໃຈໃຫ້ລູກນ້ອງເຫັນດ້ວຍກັບຫົວໜ້າ.

  1. ການພົວພັນແບບກັນເອງ ( V-verbal Communication)

  ເຈົ້່າຮູ້ບໍວ່າຄຳເວົ້າປຽບເໜືອນດາບສອງຄົມທີ່ສົ່ງຜົນທັງດ້ານບວກ ແລະ ດ້ານລົບກັບຕົວເຈົ້າເອງ ໃນຖານະຂອງຫົວໜ້າວຽກ ບາງຄັ້ງການບໍ່ເວົ້າ ຫຼື ນິ້ງເສີຍ ຈະເບິ່ງດີກວ່າການເວົ້າອອກໄປໂດຍສະເພາະຄໍາເວົ້າໃນທາງລົບທີ່ຢາກໃຫ້ເຈົ້າຫຼີກລຽງ ໄດ້ແກ່ ຄຳເວົ້ທີ່ປະຊົດປະຊັນເໜັບແນມ ຄໍາເວົ້າທີ່ອອກຄໍາສັ່ງໂດຍບໍ່ມີເຫດຜົນ ຄຳເວົ້າດູຖູກຄວາມສາມາດຂອງລູກນ້ອງຄຳເວົ້າທີ່ປັດຄວາມຮັບຜິດຊອບ ຫຼື ໂຍນຄວາມຜິດໃຫ້ກັບລູກນ້ອງ ຄຳເວົ້າທີ່ນິນທາລູກນ້ອງລັບຫຼັງ ຄຳຕໍ່ວ່າລູກນ້ອງຕໍ່ໜ້າເພື່ອນຮ່ວມງານ ຫຼື ຕໍ່ໜ້າຜູ່ອື່ນ ຈົ່ງພະຍາຍາມເລືອກໃຊ້ຄຳເວົ້າທາງບວກທີ່ສ້າງສັນ ແລະ ຈູງໃຈລູກນ້ອງໃຫ້ພວກເຂົາຢາກເຮັດວຽກໃຫ້ກັບເຈົ້າເຊັ່ນ: ເວົ້າຊົມເຊີຍເມື່ອລູກນ້ອງເຮັດວຽກສຳເລັດ ເວົ້າໃຫ້ກໍາລັງໃຈເມື່ອລູກນ້ອງວິຕົກກັງວົນ ຫຼື ປະເຊີນປັນຫາ ເວົ້າກ່າວສະແດງຄວາມຂອບໃຈເມື່ອລູກນ້ອງເຮັດວຽກໃຫ້ ເວົ້າເສີມກໍາລັງໃຈເຖິງຄວາມເຊື່ອໜັ້ນວ່າລູກນ້ອງສາມາດເຮັດວຽກນັ້ນໆໄດ້ສຳເລັດ

  1. ການຈັດວາງສະພາບແວດລ້ອມ (E-Environment Arrangement)

  ສະພາບແວບລ້ອມໃນການເຮັດວຽກເປັນສິ່ງໜຶ່ງທີ່ສາມາດຈູງໃຈລູກນ້ອງໃຫ້ຢາກເຮັດວຽກ ເພື່ອບໍ່ໃຫ້ລູກນ້ອງຮູ້ສຶກຈຳເຈ ຫຼື ເບື່ອໜ່າຍກັບສະພາບແວບລ້ອມແບບເດີມໆ ພົບວ່າມີຫຼາກຫຼາຍວິທີທີ່ເຈົ້າສາມາດເລືອກໃຊ້ ເພື່ອສະພາບແວດລ້ອມ ຫຼື ບັນຍາກາດທີ່ດີໃນການເຮັດວຽກເຊັ່ນ: ການປັບປ່ຽນຮູບໂສມຫ້ອງການໃໝ່ບໍ່ວ່າເປັນການຈັດວາງໂຕະ ເກົ້າອີ້ໃໝ່ ຫຼື ການຈັດຫາອຸປະກອນອຳນວຍຄວາມສະດວກໃນການເຮັດວຽກຕ່າງໆ ໃຫ້ພ້ອມໃນການເຮັດວຽກ ຫຼື ການອະນຸຍາດໃຫ້ລູກນ້ອງເປີດເພງເບົາໆຟັງເພື່ອຄາຍຄວາມຕຶ້ງຄຽດໃນການເຮັດວຽກ ຫຼື ການສ້າງທີມງານໃຫ້ເປັນທີມແຫ່ງການຮຽນຮູ້ເພື່ອໃຫ້ເກີດບັນຍາກາດໃນການຮຽນຮູ້ຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນການຈັດຕັ້ງທີມງານນັກອ່ານຂຶ້ນໂດຍການມອບໝາຍໃຫ້ລູກນ້ອງອ່ານໜັງສືທີ່ກ່ຽວຂ້ອງກັບງານຂອງຕົນເອງ ແລະ ນຳມາເລົ່າໃຫ້ເພື່ອນຮ່ວມງານຟັງ ຫຼື ການຈັດປະຊຸມຮ່ວມກັນ ອາດເປັນເດືອນລະຄັ້ງ ຫຼື ສອງຄັ້ງຕາມຄວາມເໜາະສົມ ເພື່ອສ້າງບັນຍາກາດໃນການເຮັດວຽກເປັນທີມຮ່ວມກັນ ທັງນີ້ເຈົ້າອາດໃຊ້ເວທີຂອງການປະຊຸມ ເພື່ອແຈ້ງໃຫ້ພະນັກງານຮັບຮູ້ເຖິງນະໂຍບາຍຂອງບໍລິສັດ ພາລະກິດໜ້າທີ່ຂອງການທີມງານ ແລະ ການໃຫ້ລູກນ້ອງມີສ່ວນຮ່ວມສະເໜີຄວາມຄິດໃໝ່ໆ ເພື່ອປັບປຸງລະບົບວຽກໃຫ້ດີຂຶ້ນ ດັ່ງນັ້ນ ຂໍໃຫ້ຫົວໜ້າວຽກເລີ່ມສຳຫຼວດຕົວເອງນັບແຕ່ຕອນນີ້ວ່າໄດ້ໃສ່ໃຈທີ່ຈະຫາວິທີຈູງໃຈລູກນ້ອງໃຫ້ເຮັດວຽກຫຼາຍນ້ອຍພຽງໃດ ຫົວໜ້າວຽກທີ່ມີທັງສາດໃນການບໍລິຫານຄົນ ແລະ ສາດໃນການບໍລິຫານວຽກນັ້ນ ມັກຈະເປັນຫົວໜ້າງານທີ່ປະສົບສົມສໍາເລັດໃນໜ້າທີ່ການງານ ໄດ້ຮັບການຍອມຮັບ ແລະ ຄວາມເຄົາລົບ ສັດທາຈາກລູກນ້ອງດ້ວຍຄວາມຈິງໃຈ.

คำสำคัญ (Tags): #organization
หมายเลขบันทึก: 661969เขียนเมื่อ 9 มิถุนายน 2019 11:36 น. ()แก้ไขเมื่อ 9 มิถุนายน 2019 11:36 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท