กลอนอ่าน ปีใหม่ไทยอีสาน "พรปีใหม่เมษามหาสงกรานต์"
๏ เดือนห้า มาฮอดได้ ปีใหม่สงกรานต์
ขอท่านโซคซัยหมาน ทรัพย์ไพศาลพานพ้อ
ให้หล่อสวย รวยแบ้งค์ แสงเพชรเก็จก่อง
แก้วมณี โซติซ้อง เทียมห้องแห่งสวรรค์ ท่านเยอ
๏ แนวดี มีบ่อั้น นองอั่งเงินทอง
เฮ็ดสัง สมใจปอง ผ่องศรีทวีได้
ผิมี ใดมาข้อง หมองหมางจงพังพ่าย
ทังค้าย คนซ่าซ้อง ยอย้องพ่องพยุง
๏ การงาน หมายมุ่งให้ ไสวค่ามหาศาล
ครองงาน ครองคนซู สู่สูงสุดส้าว
อายุ ยืนยาวหมั้น วรรณาสวยสง่า
สุขะ กายจิตกล้า พลานั้นค่องขำ
๏ ให้ใจ ใสจั่งน้ำ เย็นทั่วกายา
หอมสุคนธาสรง ส่งพรซัยพี่น้อง
ตามฮีตคอง เดือนห้า ของประซาซาวพุทธ
ให้หลุด ภัยสิ่งฮ้าย คลายฮ้อนซุ่มเย็น ท่านแล้ว ๚ะ๛
ชาตรี เสงี่ยมวงศ์
กลอนอ่าน ปีใหม่ลาว ພອນປີໃໝ່ເມສາວັນສັງຂານ
ພອນປີໃໝ່ເມສາວັນສັງຂານ
๏ ເດືອນຫ້າ ມາຮອດໄດ້ ປີໃຫມ່ສັງຂານ
ຂໍທ່ານ ໂຊກໄຊໝານ ຊັບໄພສານພານພໍ້
ໃຫ້ຫຼໍ່ສວຍ ລວຍແບ້ງ ແສງເພັດເກັດກ່ອງ
ແກ້ວມະນີ ໂຊດຊ້ອງ ທຽມຫ້ອງແຫ່ງສະຫວັນ ທ່ານເຍີ
๏ ແນວດີ ມີບໍ່ອັ້ນ ນອງອັ່ງເງິນຄຳ
ເຮັດສັງ ສຳເຫຼັດປອງ ຜ່ອງສີທະວີໄດ້
ຜິມີ ໃດມາຂ້ອງ ໝອງໝາງຈ່ງພັງພ່າຍ
ທັງຄ້າຍ ຄົນຊ່າຊ້ອງ ຍໍຍ້ອງພ່ອງພະຍຸງ
๏ ການງານ ໝາຍມຸ່ງໃຫ້ ສະໄຫວຄ່າມະຫາສານ
ຄອງງານ ຄອງຄົນຊູ ສູ່ສູງສຸດສ້າວ
ອາຍຸ ຍືນຍາວໝັ້ນ ວັນນາສວຍສະຫງ່າ
ສຸກຂະ ກາຍຈິດກ້າ ພະລານັ້ນຄ່ອງຂຳ
๏ ໃຫ້ໃຈ ໃສຈັ່ງນ້ຳ ເຢັນທົ່ວກາຍາ
ຫອມສຸຄົນທາສົງ ສົ່ງພອນໄຊພີ່ນ້ອງ
ຕາມຮີດຄອງ ເດືອນຫ້າ ຂອງປະຊາຊາວພຸດ
ໃຫ້ຫຼຸດ ໄພສິ່ງຮ້າຍ ຄາຍຮ້ອນຊຸ່ມເຢັນ ທ່ານແລ້ວ ๚ะ๛
ຊາຕຣີ ສະຫງ່ຽມວົງ 11 ເມສາ 2562
ທີຢືນງົາໆເພາະລົງທາງທີຢືນຢູຂຽງຂາງເພາະລົງຮັກເຈົ້າ