ປະຫວັດຄວາມເປັນມາຂອງສະພາແຫ່ງຊາດ

ຕັ້ງແຕ່ສະຕະວັດທີສິບແປດເປັນຕົ້ນມາທີ່ປະຊາຊົນລາວໄດ້ຕໍ່ສູ່ເພື່ອຄວາມເປັນເອກະລາດ. ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວໄດ້ນໍາພາໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ. ໄປພ້ອມໆກັບການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວສະພາປະຊາຊົນສູງສຸດທີ I ກໍໄດ້ຮັບການສ້າງຕັ້ງຂຶ້ນໂດຍກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໃນວັນທີ 2 ທັນວາ 1975.

ສະພາປະຊາຊົນສູງສຸດ ຊຸດທີI ປະກອບດ້ວຍສະມາຊິກທັງໝົດ 45 ທ່ານ, ເຊິ່ງໃນນັ້ນມີເພດຍິງ 4 ທ່ານ. ທ່ານ ສຸພານຸວົງ ຖືກເລືອກຕັ້ງເປັນປະທານສະພາ, ພ້ອມດຽວກັບທ່ານ ສີສົມພອນ ລໍວັນໄຊ, ທ່ານ ສີທົນ ກົມມະດໍາ, ທ່ານ ໄຟດ່າງ ລໍເບຼຍຢາວ ກໍຖືກເລືອກຕັ້ງເປັນຮອງປະທານ ແລະທ່ານ ຄໍາສຸກ ແກ້ວລາ ເປັນຮອງປະທານ ທັງເປັນເລຂາທິການໃຫຍ່. ສະພາປະຊາຊົນສູງສຸດຊຸດທີ I ປະກອບມີຄະນະປະຈໍາ ແລະ 3 ກໍາມາທິການຄື: ກໍາມາທິການຮ່າງລັດຖະທໍາມະນູນ, ກໍາມາທິການລັດຖະບັນຍັດ ແລະກົດໝາຍເລືອກຕັ້ງ ແລະກໍາມາທິການແຜນການ ແລະການເງິນ.ສະພາປະຊາຊົນສູງສຸດ ຊຸດທີ I ມີບົດບາດໜ້າທີ່ເຕົ້າໂຮມຄວາມສາມັກຄີບັນດາຊັ້ນຄົນ ແລະຊົນເຜົ່າໃນທົ່ວປະເທດ ເພື່ອປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະກໍ່ສ້າງປະເທດຊາດ. ສະພາປະຊາຊົນສູງສຸດ ຊຸດທີ I ໄດ້ເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນໃນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີປວງຊົນທັງຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດກໍຄືຄວາມເປັນເອກະລາດແຫ່ງຊາດໄວ້ໄດ້ຢ່າງໝັ້ນຄົງ, ພ້ອມນີ້ກໍຍັງໄດ້ຟື້ນຟູເສດຖະກິດ, ວັດທະນະທໍາສັງຄົມ, ຮໍາບາດແຜສົງຄາມ ແລະປົວແປງຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າໃຫ້ນັບມື້ດີຂຶ້ນ.

ນອກນີ້ສະພາປະຊາຊົນສູງສຸດ ຊຸດທີ I ຍັງໄດ້ເຮັດໜ້າທີ່ຄົ້ນຄວ້າພິຈາລະນາ ແລະຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີເທື່ອທີ 1 (1980-1985);

ພິຈາລະນາຮັບຮອງເອົາກົດໝາຍໃໝ່ຈໍານວນໜຶ່ງເຊັ່ນ: ກົດໝາຍວ່າດ້ວຍສະພາລັດຖະມົນ ຕີ ແລະຄະນະກໍາມະການປົກຄອງທ້ອງຖິ່ນ, ກົດໝາຍລົງທຶນຕ່າງປະເທດ ແລະໄດ້ພິຈາລະນາຕົກລົງບັນດາບັນຫາສໍາຄັນອື່ນໆຂອງປະເທດຊາດອີກດ້ວຍ.

ມາໃນວັນທີ26ມີນາ1989ສະພາປະຊາຊົນສູງສຸດ ຊຸດທີII ກໍໄດ້ຮັບການເລືອກຕັ້ງ ໂດຍຜ່ານການເລືອກຕັ້ງທົ່ວປະເທດ. ສະພາຊຸດນີ້ປະກອບດ້ວຍສະມາຊິກ 79 ທ່ານ, ໃນນັ້ນມີເພດຍິງ 5 ທ່ານ. ທ່ານ ໜູຮັກ ພູມສະຫວັນ ຖືກຄັດເລືອກໃຫ້ເປັນປະທານ ແລະປະກອບມີຄະນະປະຈໍາ 5 ທ່ານ ແລະກໍາມາທິການຈໍານວນໜຶ່ງເຊັ່ນ: ກໍາມາທິການກົດໝາຍ, ກໍາມາທິການເລຂານຸການ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການພົວພັນຕ່າງປະເທດ ແລະຫ້ອງວ່າການສະພາແຫ່ງຊາດ; ສໍາລັບຢູ່ທ້ອງຖິ່ນແມ່ນປະກອບດ້ວຍສະພາປະຊາຊົນແຂວງ ແລະສະພາປະຊາຊົນເມືອງ.

ສະພາປະຊາຊົນສູງສຸດ ຊຸດທີ II ໄດ້ມີຜົນງານອັນໃຫຍ່ຫຼວງໃນການເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ການເມືອງຂອງຕົນຄື: ໄດ້ເຮັດສໍາເລັດການຮ່າງລັດຖະທໍາມະນູນແຫ່ງຊາດ ສະບັບທໍາອິດຂອງ ສປປລາວ ເຊິ່ງໄດ້ຖືກຮັບຮອງເອົາຢູ່ໃນກອງປະຊຸມ ເທື່ອທີ 6 ສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991, ສະພາປະຊາຊົນ ຊຸດທີ II ຍັງໄດ້ພິຈາລະນາຮັບຮອງເອົາກົດໝາຍໃໝ່ຈໍານວນ 22 ສະບັບ. ນອກນີ້ກໍຍັງໄດ້ຕັ້ງໜ້າເຄື່ອນໄຫວວຽກງານການຕ່າງປະເທດ, ແນໃສ່ເພີ່ມທະວີການພົວພັນຮ່ວມມືກັບອົງການລັດຖະສະພາສາກົນ, ພາກພື້ນ ແລະລັດຖະສະພາປະເທດເພື່ອນມິດອີກ. ດ້ວຍເຫດນີ້ ສປປລາວ ຈຶ່ງໄດ້ເປັນທີ່ຮັບຮູ້ອັນກວ້າງຂວາງຈາກປະຊາຄົມໂລກ.

ກອງປະຊຸມໃຫຍ່ຄັ້ງທີ 83 ຂອງສະຫະພັນລັດຖະສະພາສາກົນທີ່ປະເທດໄຊປລັດຊ໌ໄດ້ຕົກລົງຮັບເອົາ ສປປລາວເຂົ້າເປັນສະມາຊິກສົມບູນຂອງອົງການດັ່ງກ່າວ. ສປປລາວ ຍັງເປັນຜູ້ສັງເກດການຂອງລັດຖະສະພາອາຊຽນ ແລະໄດ້ສ້າງຕັ້ງສະມາຄົມມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ.

ໃນວັນທີ20ທັນວາ1992ສະພາແຫ່ງຊາດຊຸດທີIII ກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະໄດ້ປ່ຽນຊື່ຈາກສະພາປະຊາຊົນສູງສຸດ ມາເປັນສະພາແຫ່ງຊາດ ເພື່ອເຄື່ອນໄຫວປະຕິບັດພາລະບົດບາດແລະໜ້າທີ່ໃນຖານະອົງການນິຕິບັນຍັດຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນໃນພາກກ່ຽວກັບກົດໝາຍວ່າດ້ວຍສະພາແຫ່ງຊາດ. ສະພາແຫ່ງຊາດ ຊຸດທີ III ເປັນສະພາຊັ້ນດຽວ ບໍ່ມີສະພາທ້ອງຖິ່ນ.

ສະພາແຫ່ງຊາດ ຊຸດທີ III ປະກອບມີສະມາຊິກທັງໝົດ 85 ທ່ານ, ໃນນັ້ນມີເພດຍິງ 8 ທ່ານ, ທ່ານສະໝານ ວິຍະເກດ ຖືກເລືອກເປັນປະທານ ແລະມີຮອງປະທານ 2 ທ່ານ, ຄະນະ 07 ທ່ານ ແລະມີ 6 ກໍາມາທິການຄື: ກໍາມາທິການເລຂານຸການ, ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດແຜນການ ແລະການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າແລະກໍາມາທິການການຕ່າງປະເທດພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.

ນັບແຕ່ມື້ເລືອກຕັ້ງເປັນຕົ້ນມາ, ສະພາແຫ່ງຊາດ ຊຸດທີ III ໄດ້ປະຕິບັດພາລະບົດບາດ ແລະໜ້າທີ່ຂອງຕົນເປັນຢ່າງດີຄືໄດ້ດໍາເນີນກອງປະຊຸມສະໄໝສາມັນ ແລະວິສາມັນຂອງຕົນ 9 ເທື່ອ.ບັນຫາທີ່ພົ້ນເດັ່ນໃນກອງປະຊຸມດັ່ງກ່າວແມ່ນໄດ້ຕົກລົງບັນຫາສໍາຄັນຂອງປະເທດຊາດເຊັ່ນ: ສ້າງຕັ້ງແລະປັບປຸງກົງຈັກໃນລະບົບອໍານາດແຫ່ງລັດຂ˜ນສູນກາງ; ຕົກລົງຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແລະງົບປະມານປະຈໍາປີ; ພິຈາລະນາຮັບຮອງເອົາກົດໝາຍໃໝ່ໄດ້ຫຼາຍສະບັບແລະດັດແກ້ກົດໝາຍເກົ່າໄດ້ 3 ສະບັບ, ໄດ້ຈັດຕັ້ງໜ່ວຍສະມາຊິກສະພາແຫ່ງຊາດ ແລະຫ້ອງການສະພາແຫ່ງຊາດຢູ່ແຕ່ລະເຂດເລືອກຕັ້ງ; ສືບຕໍ່ເຄື່ອນໄຫວວຽກງານການຕ່າງປະເທດໃຫ້ນັບມື້ກວ້າງຂວາງ.

ໃນຕະຫຼອດໄລຍະ 20 ກວ່າປີແຫ່ງການສ້າງຕັ້ງ, ປັບປຸງ ແລະເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ແຫ່ງ ສປປລາວ ທັງ 3 ຊຸດລ້ວນແຕ່ໄດ້ເຮັດຫຼ້ອນພາລະບົດບາດ ແລະໜ້າທີ່ຂອງຕົນເປັນຢ່າງດີ; ຜົນສໍາເລັດຂອງສະພາແຕ່ລະຊຸດໄດ້ກາຍເປັນປັດໃຈທີ່ສໍາຄັນໃນຂະບວນວິວັດແຫ່ງການຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະແມ່ນໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ປະຊາຊົນປະຕິວັດລາວ, ປະກອບສ່ວນເຂົ້າໃນການກໍ່ສ້າງ, ປັບປຸງ ແລະບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ນັບມື້ນັບໜັກແໜ້ນ ແລະໝັ້ນຄົງ.

ສະພາແຫ່ງຊາດ ຊຸດທີIVຊຶ່ງໄດ້ຮັບການເລືອກຕັ້ງໃນວັນທີ21ທັນວາ1997, ໄດ້ກາຍເປັນເຫດການປະຫວັດສາດ ທີ່ສໍາຄັນ ເຊິ່ງເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງລະບອບປະຊາທິປະໄຕ ປະຊາຊົນທີ່ເປັນໜ້າຈົດຈໍາໄວ້ໃນປະຫວັດສາດຂອງປະເທດເຮົາ.

ສະພາແຫ່ງຊາດ ຊຸດທີ IV ປະກອບດ້ວຍສະມາຊິກທັງໝົດ 99 ທ່ານ, ໃນນັ້ນມີເພດຍິງ 21 ທ່ານ. ທ່ານ ສະໝານ ວິຍະເກດຖືກເລືອກເປັນປະທານ ແລະມີຮອງປະທານ 3 ທ່ານ, ໃນນັ້ນເພດຍິງ 1 ທ່ານ. ສະພາຊຸດນີ້ມີຄະນະປະຈໍາ ຈໍານວນ 7 ທ່ານ ແລະມີ 6 ກໍາມາທິການຄື: ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ-ການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະກໍາມາທິການພົວພັນຕ່າງປະເທດ, ພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.

ເປັນທີ່ສັງເກດເຫັນວ່າ ນັບແຕ່ສະພາຊຸດທີ I ຈົນເຖິງຊຸດທີ IV , ສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ມີການຂະຫຍາຍຕົວບໍ່ຢຸດຢັ້ງ. ໃນແຕ່ລະຊຸດການເລືອກຕັ້ງຈໍານວນສະມາຊິກສະພາໄດ້ເພີ້ມຂື້ນທັງເພດຊາຍ ແລະເພດຍິງ. ຕົວຢ່າງ: ໃນສະພາຊຸດທີ I ປະກອບມີສະມາຊິກ ຈໍານວນ 45 ທ່ານ, ໃນນັ້ນມີເພດຍິງ 4 ທ່ານ. ແຕ່ມາຮອດສະພາຊຸດທີ 4 ມີເພດຍິງ 21 ທ່ານໃນຈໍານວນສະມາຊິກທັງໝົດ 99 ທ່ານ. ສະພາແຫ່ງຊາດຄັ້ງນີ້ບໍ່ພຽງແຕ່ມີການປ່ຽນແປງດ້ານປະລິມານ, ແຕ່ຄຸນນະພາບຂອງວຽກງານກໍໄດ້ຮັບການປັບປຸງ ນັບມື້ນັບດິຂຶ້ນອີກດ້ວຍ.

ຜົນສໍາເລັດແຫ່ງການຈັດຕັ້ງ ແລະເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະຜ່ານມາ ໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ການກ້າວເຂົ້າສູ່ໄລຍະໃໝ່ຂອງສະພາແຫ່ງຊາດ ຊຸດທີ IV ກໍຄືຊຸດຕໍ່ໆໄປ. ການທີ່ສະພາແຫ່ງຊາດແຕ່ລະຊຸດໄດ້ກໍ່ສ້າງ ແລະຮັບຮອງເອົາກົດໝາຍຢ່າງເປັນລະບົບໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວ ຂອງລະບອບປະຊາທິປະໄຕປະຊາຊົນນັ້ນໄດ້ເຮັດໃຫ້ພະນັກງານ ແລະປະຊາຊົນທຸກຊັ້ນຄົນໃນປະເທດມີຄວາມເບີກບານມ່ວນຊື່ນ ແລະເຊື່ອໝັ້ນຕໍ່ພັກ-ລັດທີ່ໄດ້ເລີ່ມກ້າວເຂົ້າສູ່ ການຄຸ້ມຄອງສັງຄົມດ້ວຍກົດໝາຍເພື່ອຮັບປະກັນສິດ ແລະພັນທະຂອງຕົນ.

ສະພາແຫ່ງຊາດ ຊຸດທີVໄດ້ຮັບການເລືອກຕັ້ງໃນວັນທີ 24 ກຸມພາ 2002ເຊິ່ງປະກອບດ້ວຍສະ ມາຊິກທັງໝົດ 109 ທ່ານ ໃນນີ້ເພດຍິງມີ 25 ທ່ານ, ທ່ານ ສະໝານ ວິຍະເກດ ຖືກເລືອກຕັ້ງເປັນປະທານສະພາແຫ່ງຊາດ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ຖືກເລືອກຕັ້ງເປັນຮອງປະ ທານສະພາແຫ່ງຊາດ. ສະພາແຫ່ງຊາດ ຊຸດນີ້ມີຄະນະປະຈໍາ ຈໍານວນ 7 ທ່ານ ແລະ 6 ກໍາມາທິການຄື: ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ-ການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະກໍາມາທິການພົວພັນຕ່າງປະເທດ, ພ້ອມນີ້ກໍມີຫ້ອງວ່າການສະພາແຫ່ງຊາດ ເປັນກົງຈັກຊ່ວຍວຽກ.

ໃນຕະຫລອດອາການຂອງສະພາແຫ່ງຊາດ ຊຸດທີ V, ເຊິ່ງເປັນຊ່ວງໄລຍະເວລາທີ່ສະພາບແວດລ້ອມຂອງໂລກ ແລະພາກພື້ນມີທັງຂໍ້ສະດວກ ແລະມີສິ່ງທ້າທາຍທົດສອບຫລາຍປະການ, ແຕ່ ພາຍໃຕ້ການນໍາພາຂອງພັກ, ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ຕັ້ງໜ້າຫັນເອົາເນື້ອໃຈຈິດໃຈມະຕິ ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ ເພື່ອເປັນທິດນໍາໃຫ້ແກ່ການຈັດຕັ້ງຜັນຂະຫຍາຍແຜນເຄື່ອນໄຫວວຽກງານຂອງຕົນຕະຫລອດອາຍຸການຂອງສະພາແຫ່ງຊາດ ຊຸດທີ V ໃຫ້ກ້າວສູ່ຄຸນນະ ພາບໃໝ່. ຜົນສໍາເລັດອັນພົ້ນເດັ່ນຂອງສະພາແຫ່ງຊາດ ຊຸດນີ້ ແມ່ນການໄດ້ຮັບກຽດເປັນເຈົ້າ ພາບຈັດກອງປະຊຸມໃຫຍ່ຄັ້ງທີ 26 ຂອງອົງການລັດຖະສະພາລະຫວ່າງຊາດອາຊຽນ (ໄອໂປ) ໂດຍໄດ້ຮັບຜົນສໍາເລັດເປັນຢ່າງດີ ເຊິ່ງເປັນການສ້າງສືສຽງໃຫ້ແກ່ຊາດລາວ ເວົ້າລວມ, ເວົ້າສະເພາະແມ່ນ ສະພາແຫ່ງຊາດລາວ ຖືວ່າເປັນຄັ້ງທໍາອິດທີ່ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມໄອໂປ ນັບຕັ້ງແຕ່ສະພາແຫ່ງຊາດລາວເຂົ້າເປັນສະມາຊິກອົງການດັ່ງກ່າວໃນ 1 ¡ñ­¨¾ 1997 ໄປພ້ອມກັບຜົນສໍາເລັດ ດັ່ງກ່າວສະພາແຫ່ງຊາດ ຊຸດນີ້ຍັງໄດ້ປະຕິບັດພາລະບົດບາດສິດ ແລະໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຕໍ່ການພິຈາລະນາ ແລະຮັບຮອງເອົາບັນດາໂຄງການສໍາຄັນຕ່າງຂອງຊາດ ເປັນຕົ້ນໂຄງການສ້າງເຂື່ອນໄຟຟ້ານໍ້າເທີນສອງ ມູນຄ່າການລົງທຶນ 1.580 ລ້ານໂດລາ; ໄດ້ພິຈາ ລະນາ ແລະຕົກລົງຮັບຮອງເອົາກົດໝາຍໃໝ່ 15 ສະບັບ ແລະປັບປຸງກົດໝາຍເກົ່າ 17 ສະບັບ.