​ອຸນ​ຫະ​ພູມ​ຂອງ​ບັນ​ຍາ​ກາດ


  • ຄວາມໝາຍຂອງອຸນຫະພູມ.

ອຸນຫະພູມຂອງວັດຖຸໜື່ງໝາຍເຖິງລະດັບຄວາມຮ້ອນຫຼືເຢັນຂອງວັດຖຸນັ້ນເອງ.ປະສາດຂອງຄົນເຮົາຊ່ວຍໃຫ້ເຮົາຮູ້ຈັກກັບຄວາມໝາຍຂອງອຸນຫ້ພູມນີ້ໄດ້,ເຊັ່ນຖ້າວ່າເຮົາເອົາມືຈຸ່ມລົງໃນຊາມນ້ຳທີ່ຕັກມາຂາກຮູ້ສຶກນ້ຳສ້າງໃໝ່ໆເຮົາກໍ່ຈະຮູ້ສຶກວ່ານ້ຳໃນຊາມນັ້ນເຢັນ.ຖ້າວ່ານຳເອົານ້ຳໃນຊາມນັ້ນໄປຕົ້ມ,ທຳອິດເຮົາກໍ່ຈະຮູ້ສຶກວ່ານ້ຳໃນຊາມນັ້ນຄ່ອຍໆອຸ່ນຂຶ້ນແລະແລ້ວຈາກນັ້ນກໍ່ຈະຮູ້ສຶກຮ້ອນຂຶ້ນເລື້ອຍໆຈົນໃນທີ່ສຸດກໍ່ບໍ່ສາມາດຈຸ່ມມືໄວ້ໃນຊາມນ້ຳທີ່ກຳລັງຟົດເດືອດຢູ່ນັ້ນໄດ້ອີກ.ແຕ່ເມື່ອປົງຊາມນັ້ນລົງຈາກເຕົາໄຟ,ນ້ຳໃນຊາມນັ້ນກໍ່ຄ່ອຍໆຄາຍຄວາມຮ້ອນອອກແລ້ວກາຍເປັນນ້ຳອຸ່ນແລະໃນທີ່ສຸດກໍ່ເປັນນ້ຳເຢັນຕາມເດີມ.

ຄວາມຮ້ອນ,ຄວາມອຸ່ນແລະຄວາມເຢັນເຊິ່ງມືເຮົາໄດ້ສຳຜັດຈາກນ້ຳໃນຊາມນັ້ນ ເອິ້ນວ່າອຸນຫະພູມຢູ່ໃນຊາມນ້ຳນັ້ນ.ດັ່ງນັ້ນ,ອຸນຫະພູມຈຶ່ງມີຄວາມໝາຍວ່າ:ແມ່ນລະດັບຂອງຄວາມຮ້ອນຫຼືເຢັນນັ້ນເອງ.

ຮູບ ປະສາດຂອງຄົນເຮົາຊ່ວຍໃຫ້ຮູ້ວ່ານ້ຳໃນຊາມ ເຢັນ ຫຼື ອຸ່ນ

II.ບໍ່ກຳເນີດຂອງອຸນຫະພູມ.

ບັນຍາກາດທີ່ຫຸ້ມຫໍ່ໂລກເຮົານີ້ມີອຸນຫະພູມແຕກຕ່າງກັນຢູ່ໃນແຕ່ລະຂົງເຂດເທິງໜ້າໂລກແລະຢູ່ໃນແຕ່ລະຍ່ານຄວາມສູງ.ທັງນີ້ແມ່ນຂຶ້ນກັບປະລິມານຄວາມຮ້ອນທີ່ດວງຕາເວັນສົ່ງລຳລຽງມາຍັງໂລກ.ນັ້ນໝາຍຄວາມວ່າບໍ່ກຳເນີດຂອງອຸນຫະພູມຂອງບັນຍາກາດຕົ້ນຕໍແລ້ວແມ່ນແສງຕາເວັນ. ແຕ່ສຳລັບອາກາດຢູ່ຊັ້ນ Topoospheere ເຫັນວ່າມັນໄດ້ຮັບຄວາມຮ້ອຍໂດຍກົງຈາກແສງຕາເວັນນ້ອຍຄວາມຄວາມຮ້ອນທີ່ມັນໄດ້ຮັບຈາກການແຝງຄວາມຮ້ອນຂອງໜ້າດີນ,ໜາຍຄວາມວ່າ ອຸນຫະພູມຂອງບັນຍາກາດຊັ້ນ Troposphere ນີ້ ແມ່ນຂື້ນ ກັບການທີ່ໜ້າດີນໄດ້ຮັບຄວາມຮ້ອນຈາກແສງຕາເວັນໜ້ອຍ ຫຼື ຫຼາຍ,ແລ້ວຈາກນັ້ນ ໜ້າດີນຈຶ່ງ ແຜ່ກະຈາຍລັງສີມືດອອກໄປ ເຮັດໃຫ້ອາກາດມີອຸນຫະພູມປ່ຽນແປງໄປຕາມ,ຕົວຢ່າງ ເຂດສູນສຸດ ແລະ ເຂດຮ້ອນອາຍັນ ຊຶ່ງເປັນເຂດທີໜ້າດີນແຜ່ຄວາມຮ້ອນອອກຫຼາຍກວ່າບ່ອນອື່ນໆນັ້ນ ກໍຈະມີອຸນຫະພູມສູງກວ່າຢູ່ເຂດຂົ້ວໂລກ.ເວົ້າລວມແລ້ວ,ຢູ່ຊັ້ນ Troposphere ນີ້ ແສງຕາເວັນທີ່ສ່ອງຜ່ານບັນຍາກາດລົງມານັ້ນ ຈະບໍ່ເຮັດໃຫ້ອາກາດຮ້ອນຂື້ນໂລດ.ມັນຈະເຮັດໃຫ້ໜ້າດີນຮ້ອນຂື້ນກ່ອນ ແລະ ເມື່ອໜ້າດິນແຜ່ຄວາມຮ້ອນອອກໄປ ເວລານັ້ນອາກາດຈຶ່ງຮ້ອນຂຶ້ນ.ຍ້ອນວ່າມັນໄດ້ຮັບຄວາມຄວາມຮ້ອນຈາກການແຜ່ຄວາມຮ້ອນຂອງໜ້າດິນເປັນຈຸດໜັກຄືດັ່ງກ່າວນີ້,ອຸນຫະພູມຂອງບັນຍາາກາດຊັ້ນ Troposphere ນີ້ ຈຶ່ງມີການຫຼຸດລົງຕາມລະດັບຄວາມສູງ,ໜາຍຄວາມວ່າ ຢູ່ສູງຈາກໜ້າດິນຂື້ນໄປຫຼາຍເທົ່າໃດ ອຸນຫະພູມກໍຍິ່ງຕໍ່າລົງເລື້ອຍໆ.

III.ອຸນຫະພູມຂອງອາກາດມີການປ່ຽນແປງໄປຕາມປັດໄຈແລະເງື່ອນໄຂຕ່າງໆ.

1.ອຸນຫະພູມແຕກຕ່າງກັນຕາມໄລຍະອົງສາຂະໜານ ( ຫຼື ວິດຄັນດອນ).

ດວງຕາເວັນ ຊຶ່ງແມ່ນບໍ່ພະລັງງານຄວາມຮ້ອນອັນຕົ້ນຕໍສຳລັບໜ່ວຍໂລກເຮົານີ້ໄດ້ສົ່ງຄວາມຮ້ອນລົງມາໂດຍມີປະລິມານເທົ່າກັບ 2 ກາຣໍລີ/ຊັງຕີແມັດ2/ວິນາທີ ຢູ່ເທິງໜ້າພຽງທີ່ຕັ້ງສາກກັບແສງຕາເວັນນັ້ນ ( ເບິ່ງໜ້າພຽງ xy ຢູ່ເທິງຮູບ 6 ).ບັນດາລຳແສງທີ່ແລ່ນ ຂະໜານກັນລົງໜ້າໂລກນີ້,ເຖິງວ່າຈະບັນຈຸປະລິມານຄວາມຮ້ອນເທົ່າໆກັນ ກໍຕາມ,ແຕ່ກໍບໍ່ໄດ້ເຮັດໃຫ້ແຕ່ລະອົງສາຂະໜານ ຢູ່ເທິງໜ້າໂລກ ໄດ້ຮັບຄວາມຮ້ອນເທົ່າທຽມກັນ.ທັງນີ້ກໍຍ້ອນວ່າ,ບັນດາຈຸດຕ່າງໆຂອງໂລກຕາມໄລຍະອົງສາຂະໜານນັ້ນ ໄດ້ຮັບແສງຕາເວັນໃນມູນທີ່ແຕກຕ່າງກັນ,ດັ່ງນັ້ນ ຈຶ່ງເຮັດໃຫ້ອຸນຫະພູມຂອງອາກາດມີການແຕກຕ່າງກັນໄປ.ຢູ່ເຂດສູນສູດ,ດວງຕາເວັນຈະຢູ່ສູງເທິງທ້ອງຟ້າໃນລະດັບ ປະມານ 90 ອົງສາ ເມື່ອທຽບກັບໜ້າດີນ,ໜາຍຄວາມວ່າ ມັນຢູ່ເຊິ່ງຫົວເຮົາພໍດີ ແລະ ແສງຂອງມັນທີ່ສາດ

ຮູບ ສະແດງໃຫ້ເຫນວ່າແຕ່ລະຈຸດຂອງໜ້າໂລກໄດ້ຮັບຄວາມຮ້ອນຈາກດວງຕາເວັນແຕກຕ່າງກັນໄປ

ຄວາມສາມາດດູດກືນເອົາຄວາມຮ້ອນໄວ້ໄດ້,ດັ່ງນັ້ນ ຖ້າວ່າແສງຫາກເດີນຜ່ານບັນຍາກາດດ້ວຍໄລຍະທາງທີ່ໄກຫຼາຍເທົ່າໃດພະລັງງານຄວາມຮ້ອນ ກໍຍິ່ງຖຶກບັນຍາກາດດູດກືນເອົາໄວ້ຫຼາຍຂື້ນເທົ່ານັ້ນ.ດ້ວຍເຫດຜົນຄືດັ່ງກ່າວນີ້,ແສງຕາເວັນທີ່ໄປຮອດເຂດຂົ້ວໂລກ ຈຶ່ງສູນເສຍປະລິມານຄວາມຮ້ອນໄປຢ່າງຫຼວງຫຼາຍ ເຮັດໃຫ້ເຂດດັ່ງກ່າວມີອຸນຫະພູມຕໍ່າຫຼາຍ.

ບໍ່ພຽງແຕ່ເທົ່ານັ້ນ,ສະພາບຄວາມຄຶ້ມຂອງທ້ອງຟ້າ ກໍມີບົດບາດອັນສຳຄັນຕໍ່ການແຈກຢາຍອຸນຫະພູມຢູ່ເທິງໜ້າໂລກຕາມໄລຍະອົງສາຂະໜານອີກ ຊຶ່ງລາຍລະອຽດ ຈະໄດ້ກ່າວຕ່າງຫາກໃນຂໍ້ ກ.

ເວົ້າລວມ,ຖ້າວ່າໂລກເຮົາຫາກເປັນແຜ່ນພຽງ ຊຶ່ງແສງຕາເວັນສາມາດ ຕັ້ງສາກໃສ່ແຕ່ລະຈຸດຂອງໄລຍະອົງສາຂະໜານແລ້ວ,ຄວາມຮ້ອນທີ່ໂລກເຮົາໄດ້ຮັບກໍຈະເທົ່າທຽມກັນໜົດຢູ່ໃນທຸກໆສ່ວນ.ແຕ່ໜ່ວຍໂລກຂອງເຮົາພັດເປັນໜວ່ຍກົມ,ດັ່ງນັ້ນ ຄວາມເຂັ້ມຂອງແສງທີ່ລົງຮອດແຕ່ລະຈຸດຕາມຄວາມໂຄ້ງຂອງໜ້າໂລກ ຈຶ່ງບໍ່ເທົ່າກັນຄືດັ່ງໄດ້ກ່າວມາແລ້ວ.ໂດຍອີງຕາມບັນດາປັດໄຈຕ່າງໆທີ່ມີຜົນສະທ້ອນເຖິງການປ່ຽນແປງຂອງອຸນຫະພູມ ຕາມໄລຍະອົງສາຂະໜານທີ່ໄດ້ກ່າວມາຂ້າງເທິງນັ້ນ,ໂລກຂອງເຮົາໄດ້ຮັບຄວາມຮ້ອນສະເລ່ຍໃນປີໜຶ່ງໆ ຢູ່ແຕ່ລະອົງສາຂະໜານນັ້ນ ຄືດັ່ງນີ້:

  • ເຂດສູນສູດ : 380 ກາລໍຣີ /ມື້ / ຊັງຕີແມັດ2.
  • ເຂດເສັ້ນຂະໜານທີ10ž : 420 ກາລໍຣີ / ມື້ / ຊັງຕີແມັດ2.
  • ເຂດເສັ້ນຂະໜານທີ40ž : 300 ກາລໍຣີ / ມື້ / ຊັງຕີແມັດ2.
  • ເຂດເສັ້ນຂະໜານທີ60ž : 200 ກາລໍຣີ / ມື້ / ຊັງຕີແມັດ2.

2.ອຸນຫະພູມແຕກຕ່າງກັນຕາມຍ່ານຄວາມສູງ

ຄຶດັ່ງກ່າວມາແລ້ວວ່າ ຄວາມຮ້ອນຂອງບັນຍາກາດ ຊັ້ນ Troposphere ນີ້ແມ່ນໄດ້ຈາກການແຜ່ຄວາມຮ້ອນຂອງໜ້າດີນ ຫຼາຍກວ່າໄດ້ໂດຍກົງຈາກແສງຕາເວັນ.ດັ່ງນັ້ນອຸນຫະພູມຂອງອາກາດໃນຊັ້ນ Troposphere ນີ້ຈຶ່ງມີການຫຼຸດລົງຕາມລະດັບສູງ,ໜາຍຄວາມວ່າສູງຈາກໜ້າດິນຂື້ນໄປຫຼາຍເທົ່າໃດ ອຸນຫະພູມກໍຍິ່ງຕໍ່າລົງເລື້ອຍໆ.ດ້ານໜຶ່ງ,ປະລິມານ ແລະ ມວນສານຂອງອາກາດຢູ່ແຕ່ລະຍ່ານຄວາມສູງນັ້ນກໍມີການແຕກຕ່າງກັນ ຈຶ່ງເຮັດໃຫ້ລະດັບການສຽດສີກັນຂອງໂມເລກູນຂອງໂມເລກູນຂອງອາກາດ ມີການແຕກຕ່າງກັນ.ຈາກເຂດທົ່ງພຽງຂື້ນໄປສູ່ເຂດພູດອຍ ຫຼື ຍິ່ງສູງຂຶ້ນຈາກລະດັບໜ້ານໍ້າທະເລໄປຫຼາຍເທົ່າໃດ ມວນສານຂອງອາກາດ ກໍຍິ່ງໜ້ອຍລົງ,ໂມເລກູນຂອງອາກາດກໍ່ຈຶ່ງບໍ່ສຽດສີກັນຫຼາຍ, ອາກາດ ກໍ່ຈຶ່ງມີອຸນຫະພູມລົດລົງເລື້ອຍໆ ຕົວຢ່າງ:

  • ປາກເຊ ( ສູງ 92 ມ ) : ມີອຸນຫະພູມສະເລ່ຍປະຈຳປີ 26ž9 c.
  • ປາກຊ່ອງ ( ສູງ 1200 ມ ) : ມີອຸນຫະພູມສະເລ່ຍປະຈຳປີ 10ž3 c.

ໄດ້ເດີນຜ່ານຊັ້ນບັນຍາກາດໃນໄລຍະທາງທີ່ໃກ້ກວ່າ,ແຕ່ກົງກັນຂ້າມ ຢູ່ເຂດຂົ້ວໂລກ ມັນຕ້ອງໄດ້ເດີນຜ່ານບັນຍາກາດໃນໄລຍະທາງທີ່ໄກຫຼາຍທີ່ສຸດ

ຮູບ ບັນດາເສັ້ນອຸນຫະພູມສະເໝີໃນເດືອນມັງກອນ

ຮູບ ບັນດາເສັ້ນອຸນຫະພູມສະເໝີໃດເດືອນກໍລະກົດ

ຍ້ອນວ່າບັນຍາກາດ ທີສ່ອງລົງມາ ກໍເກືອບຕັ້ງສາກ ຫຼື ຕັ້ງສາກກັບໜ້າດິນຢູ່ເລື້ອຍໆ,ຈຶ່ງບໍ່ສະທ້ອນຄືນຫຼາຍແລະບໍ່ເສຍຄວາມຮ້ອນຫຼາຍ.ແຕ່ສຳລັບຢູ່ເຂດຂົ້ວໂລກນັ້ນ,ລະດັບຄວາມສູງຂອງດວງຕາເວັນ ໃນທ້ອງຟ້າຈະມີການປ່ຽນແປງ ແຕ່ 0 ອົງສາ ໃນວັນວິສຸວັດ ໄປຫາ 23 ½ ອົງສາ ໃນວັນຄີສາມາຍັນຫຼື ເຫສາມາຍັນ,ໜາຍຄວາມວ່າ ຢູ່ຂົງເຂດດັ່ງກ່າວນີ້ ແສງຕາເວັນຍາມໃດກໍຈະສາດສ່ອງ ລົງໃນມູມແຫຼມທີ່ສຸດ,ດັ່ງນັ້ນ ຈຶ່ງຖຶກສະທ້ອນຄື້ນຫຼາຍ ແລະ ປະລິມານຄວາມຮ້ອນກໍເສຍໄປຫຼາຍດ້ວຍ.

ນອກຈາກປະລິມານຄວາມຮ້ອນ ຈະຖຶກສະທ້ອນຄືນ ແລະ ຖຶກສູນເສຍໄປໜ້ອຍ ຫຼື ຫຼາຍຕາມລະດັບຄວາມສຸງຂອງດວງຕາເວັນໃນທ້ອງຟ້ານັ້ນແລ້ວ,ບັນດາລຳແສງຂອງຕາເວັນທີ່ບັນຈຸປະລິມານຄວາມຮ້ອນເທົ່າໆກັນຄື 2 ກາລໍຣີ/ຊັງຕີແມັດ2/ວິນາທີນັ້ນ ເມື່ອລົງມາຮອດໜ້າດີນແລ້ວ ມັນກໍຈະແຈກຢາຍອອກໄປໃນເນື້ອທີ່ກວ້າງແຄບແຕກຕ່າງກັນໄປ ຕາມໄລຍະອົງສາຂະໜານ ຄື ຖ້າວ່າແສງຕາເວັນຫາກຕັ້ງສາກກັບໜ້າດີນ,ປະລິມານຄວາມຮ້ອນ 2 ກາລໍຣີນັ້ນກໍຈະແຈກຢາຍຢູ່ໃນເນື້ອທີ 1 ຊັງຕີແມັດ2 ນັ້ນພໍດີ,ແຕ່ຖ້າວ່າແສງຕາເວັນນັ້ນຫາກເນີ້ງ ໂດຍສ້າງເປັນມູນທີ່ແຕກຕ່າງກັນໄປນັ້ນຈຳນວນ 2 ກາລໍຣີ ດັ່ງກ່າວກໍຈະແຈກຢາຍໃນເນື້ອທີ່ໆກວ້າງກວ່າ,ອາດຈະເປັນ 2 ຫຼື 3 ຊັງຕີແມັດ2/ 2 ກາລໍຣີ / ວິນາທີ ຫຼື ຫຼາຍກວ່ານັ້ນອີກ

ຮູບ ຄວາມຮ້ອນໃນລຳແສງຕັ້ງ ແລະ ລຳແສງເນີ້ງຈະແຈກຢາຍໃນເນື້ອທີ່ກວ້າງແຄບ ແຕກຕ່າງກັນ

ເມື່ອເປັນແນວນັ້ນ,ຄວາມເຂັ້ມຂອງແສງຕາເວັນກໍຈະຫຼຸດລົງໄປຕາມໆກັນ.ຍ້ອນເຫດຜົນ ຄືດັ່ງກ່າວນີ້,ເຮົາຈຶ່ງຮູ້ວ່າ ເປັນຫຍັງໃນຍາມທ່ຽງແສງຕາເວັນຈຶ່ງຮ້ອນແຮງກວ່າໃນຍາມຕາເວັນຂື້ນໃໜ່ ຫຼື ໃນຍາມຕາເວັນຕົກ ຫຼືວ່າ ເປັນຫຍັງເຂດສູນສູດ ແລະ ເຂດຮ້ອນອາຍັນ ຈຶ່ງຖຶກແດດແຜດເຜົາແຮງກວ່າເຂດຂົ້ວໂລກ ດັ່ງນີ້ເປັນຕົ້ນ.

ບັນຫາໜຶ່ງ,ພະລັງຄວາມຮ້ອນຂອງດວງຕາເວັນທີ່ລົງມາຮອດໜ້າໂລກນັ້ນ ຈະມີໜ້ອຍ ຫຼື ຫຼາຍແມ່ນຍັງຂື້ນກັບລະດັບຄວາມໜາ ຫຼື ບາງຂອງຊັ້ນບັນຍາກາດນຳດ້ວຍ.ນັ້ນຄື ບັນດາລຳແສງຕ່າງໆ,ກ່ອນຈະລົງມາຮອດໜ້າດິນໃນແຕ່ລະອົງສາຂະໜານນັ້ນ.ມັນໄດ້ເດີນຜ່ານ ຊັ້ນຂອງບັນຍາກາດໃນໄລຍະອັນໃກ້ ຫຼື ຍາວໄກແຕກຕ່າງກັນ.ຢູ່ເຂດສູນສູດ,ລຳແສງຂອງດວງຕາເວັນ.

ອັດຕາການຫຼຸດລົງຂອງອຸນຫະພູມຕາມລະດັບຄວາມສູງນີ້ ເອີ້ນວ່າກະຣາດຽງຄວາມຮ້ອນ ( Gradient thermique ) ຊຶ່ງອັດຕາດັ່ງກ່າວ ມີຄ່າຕາມສະພາບຂອງອາກາດ ຄື

  • ຫຼຸດລົງໃນອັດຕາ 1žc / 100 ມ ໃນສະພາບອາກາດແຫ່ງ ແລະ ປອດໂປ່ງ.
  • ຫຼຸດລົງໃນອັດຕາ 0,5žc / 100 ມ ໃນສະພາບອາກາດຊຸ່ມ.
  • ຫຼຸດລົງໃນອັດຕາ 0,6žc / 100 ມ ໃນສະພາບອາກາດປະສົມ (ເຄິ່ງແຫ້ງ-ເຄິ່ງຊຸ່ມ)

ການຫຼຸດລົງຂອງອຸນຫະພູມຕາມລະດັບຄວາມສູງ ໃນອັດຕາທີ່ກ່າວມາຂ້າງເທິງ ນີ້ແມ່ນສະພາບການປ່ຽນແປງຢ່າງເປັນປົກກະຕິ ຂອງອຸນຫະພູມຢູ່ໃນ Troposphere.ນັ້ນກໍເພາະວ່າການແຜ່ຄວາມຮ້ອນຂອງໜ້າດີນ ເປັນປັດໄຈສຳຄັນທີ່ຕັດສີນເຖິງລະດັບຄວາມຮ້ອນຂອງບັນຍາກາດຊັ້ນນີ້ ຄືດັ່ງກ່າວມາແລ້ວນັ້ນ.ແຕ່ກໍເຄີຍມີຢູ່ ທີ່ກໍລະນີອຸນຫະພູມມີການປ່ຽນແປງແບບກົງກັນຂ້າມ,ໜາຍຄວາມວ່າ ແທນທີ່ອຸນຫະພູມຈະຫຼຸດລົງຕາມລະດັບຄວາມສູງ ແຕ່ພັດກັບເພີ່ມຂື້ນອີກ,ກໍລະນີດັ່ງກ່າວນີ້ເພີ່ນເອີ້ນວ່າ ກະຣາດຽງປີ້ນ ຊຶ່ງມັກຈະເກີດຂື້ນໃນບາງສະພາບອາກາດ ເຊັ່ນ:

  • ເມື່ອມວນອາກາດຮ້ອນປະທະກັບມວນອາກາດເຢັນ,ອາກາດເຢັນຊຶ່ງມີນໍ້າໜັກຫຼາຍກວ່າຈະຕ້ອງເລື່ອນລົງໄປຢູ່ກ້ອງອາກາດຮ້ອນ ແລ້ວຍູ້ດັນໃຫ້ອາກາດຮ້ອນຕ້ອງເລື່ອນຂື້ນຢອງຢູ່ເທິງ ຈຶ່ງເຮັດໃຫ້ອຸນຫະພູມຂອງອາກາດຊັ້ນລຸ່ມຕໍ່າກວ່າຂອງອາກາດຊັ້ນເທິງ.ແຕ່ເມື່ອເຄື່ອນຂື້ນໄປເຖິງທີ່ສູງໆແລ້ວອຸນຫະພູມຂອງ ມວນອາກາດຮ້ອນດັ່ງກ່າວນັ້ນກໍຄ່ອຍໆລົດລົງ.
  • ມື້ໃດທີ່ທ້ອງຟ້າມີເມກປົກຄຸມແຕ່ເຊົ້າຮອດຄໍ່າ,ມື້ນັ້ນກໍຕ້ອງເກີດມີສະພາບກາຣາດຽງປີ້ນເຊັ່ນກັນ ເພາະວ່າແສງຕາເວັນບໍ່ສາມາດສ່ອງຜ່ານເມກ

ຮູບ ອາກາດຮ້ອນປະທະອາກາດເຢັນ ອາກາດຮ້ອນຈະເລື່ອນຂື້ນເທິງ

ຮູບ ຮູບສະແດງເຖິງການເກີດກະດຽງປີ້ນ ຍ້ອນບົດບາດຂອງເມກໃນທ້ອງຟ້າ.

ໄດ້ຫຼາຍ,ປະລິມານຄວາມຮ້ອນຈຶ່ງບໍ່ລົງຮອດຊັ້ນອາກາດທີ່ຕິດກັບໜ້າດີນນັ້ນໄດ້ຫຼາຍຈຶ່ງເຮັດໃຫ້ອາກາດຊັ້ນລຸ່ມເຢັນກວ່າຢູ່ຊັ້ນເທິງ.

  • ເຊົ້າມື້ໃດທີ່ອາກາດຢູ່ໃນສະພາບຢຸດນິ້ງ,ທ້ອງຟ້າປອດໂປ່ງ ບໍ່ມີເມກ ແລະ ຄວັນໜອກ,ໃນເຊົ້າມື້ນັ້ນ ອາກາດຢູ່ຊັ້ນທີ່ຕິດກັບໜ້າດີນຈະມີອຸນຫະພູມຕໍ່າກວ່າອາກາດຢູ່ຊັ້ນເທິງ,ເປັນແນວນັ້ນກໍເພາະວ່າ ຄວາມຮ້ອນທີ່ໜ້າດິນແຜ່ກະຈາຍອອກສູ່ເວລານັ້ນບໍ່ຖຶກສິ່ງໃດ ສະກັດກັ້ນໄວ້ໜ້າດິນຈຶ່ງເຢັນລົງໄວ ແລະ ມີອຸນຫະພູມຕໍ່າກວ່າອຸນຫະພູມຂອງອາກາດຢູ່ຍ່ານເທິງດ້ານໜຶ່ງອີກ,ໃນຍາມເຊົ້ານັ້ນ ອາກາດຢູ່ຊັ້ນເທິງ ຈະໄດ້ຮັບແສງແດດກ່ອນອາກາດຊັ້ນລຸ່ມເມື່ອຖຶກແສງແດດ ບັນດາໂມເລກຸນຂອງອາກາດກໍຈະຂະຫຍາຍຕົວ ແລ້ວກໍແອອັດສຽດສີກັນຫຼາຍ ຈຶ່ງພາໃຫ້ເກີດຄວາມຮ້ອນຂື້ນ.ພ້ອມດຽວກັນ,ຍ້ອນອາກາດທີ່ຖຶກຄວາມຮ້ອນນີ້ຕ້ອງປີວຂຶ້ນໄປສູ່ລະດັບສູງອີກ ມັນຈຶ່ງດຶງດູດເອົາອາກາດຢູ່ເບື້ອງລ່າງຂຶ້ນໄປແທນທີ່ ຈຶ່ງເຮັດໃຫ້ປະລິມານໂມເລກູນຂອງອາກາດໃນຊັ້ນທີ່ຕິດກັບໜ້າດິນນັ້ນໜ້ອຍລົງ ແລະ ບໍ່ແໜ້ນໜາ,ອັນເປັນຜົນໃຫ້ອຸນຫະພູມລົດຕໍ່າລົງໄດ້ດ້ວຍ.ກໍລະນີດັ່ງກ່າວນີ້ ເຮົາຈະຮູ້ໄດ້ ຄື ເມື່ອຕື່ນນອນໃໜ່ໆໃນຕອນເຊົ້າໆນັ້ນ ເຮົາຈະຮູ້ສຶກວ່າອາກາດເຢັນທຳມະດາ,ແຕ່ພໍແສງຕາເວັນສາດສ່ອງໃສ່ທ້ອງຟ້າແລ້ວ,ເຮົາຈະຮູ້ສຶກວ່າອາກາດໜາວເຢັນລົງກວ່າເດີມຫຼາຍສົມຄວນ ແລະ ຈະເປັນແນວນັ້ນໃນຊົ່ວໄລຍະໜຶ່ງ ຈົນກວ່າແສງຕາເວັນຈະສາດສ່ອງມາຮອດໜ້າດິນ ອາກາດຈຶ່ງຄ່ອຍອຸ່ນຂື້ນເປັນລະດັບ.

ນອກຈາກການເກີດມີກະຣາດຽງປີ້ນແລ້ວ,ໃນບາງກໍລະນີກໍຍັງມີການຫຼຸດລົງຂອງອຸນຫະພູມຕາມຍ່ານຄວາມສູງໃນລະດັບທີ່ໄວຫຼາຍ ຊຶ່ງໃນກໍລະນີດັ່ງກ່າວນີ້ ເອີ້ນວ່າ ກະຣາດຽງແຮງໂພດ.ຕົ້ນເຫດຂອງກະຣາດຽງແຮງໂພດນີ້ແມ່ນການທີ່ໜ້າດິນຖຶກແດດເຜົາໄໜຫຼາຍຈຶ່ງມີອຸນຫະພູມສູງຫຼາຍ,ແຕ່ໃນເວລາດຽວກັນນັ້ນອຸນຫະພູມຂອງອາກາດຢູ່ຊັ້ນເທິງພັດຍັງຕໍ່າຢູ່.ດັ່ງນັ້ນກາຣາດຽງຄວາມຮ້ອນແທນທີ່ຈະຢູ່ໃນອັດ1žc/ 100 ມ ແຕ່ຊໍ້າ ພັດເປັນ 2žc / 100 ມ 3žc / 100 ມ ຫຼື ອາດຈະຫຼາຍກວ່ານັ້ນອີກ.ເຮົາຈະພົບເຫັນປະກົດການດັ່ງກ່າວນີ້ເລື້ອຍໆໃນໄລຍະຕົ້ນລະດູຝົນຢູ່ປະເທດເຮົາ,ນັ້ນແມ່ນປະກົດການຟ້າຄະນອງນັ້ນເອງ.

3.ອຸນຫະພູມແຕກຕ່າງກັນຕາມໄລຍະທີ່ຕັ້ງໃກ້ ຫຼື ໄກຈາກທະເລ

ຢູ່ຕາມເຂດຕ່າງໆທີ່ຢູ່ກາງທະວີບ ແລະ ຢູ່ຕາມແຄມທະເລ ເຮົາຈະເຫັນວ່າອຸນຫະພູມຂອງອາກາດ ມີການແຕກຕ່າງກັນໄປ ເຖິງວ່າບັນດາເຂດເຫຼົານັ້ນຈະນອນຢູ່ຂົງເຂດອົງສາຂະໜານອັນດຽວກັນກໍຕາມ.ຢູ່ກາງທະວີບນັ້ນ ເຮົາຈະເຫັນວ່າ ອຸນຫະພູມຂອງອາກາດມີການປ່ຽນແປງໄວ ຄື ອາກາດຈະຮ້ອນຫຼາຍໃນຍາມຮ້ອນ ແລະ ໜາວຫຼາຍໃນຍາມໜາວ ຫຼື ອຸ່ນຫະພູມຂື້ນສູງໃນຍາມກາງເວັນ ແລະ ຈະລົງຕໍ່າຫຼາຍໃນຍາມກາງຄືນ.ສ່ວນຢູ່ເຂດແຄມທະເລນັ້ນ,ອຸນຫະພູມຂອງອາກາດແມ່ນລັກສະນະປົກກະຕິດີ ຄື ມັນບໍ່ຂື້ນສູງ ຫຼື ບໍ່ລົງຕໍ່າຫຼາຍໂພດໃນລະດູການທີ່ແຕກຕ່າງກັນ ແລະ ບໍ່ແຕກຕ່ງກັນຫຼາຍລະຫວ່າງກາງເວັນ ແລະ ກາງຄືນ. ການທີ່ເປັນນັ້ນກໍ່ຍ້ອນວ່າຄວາມສາມາດໃນການພາຄວາມຮ້ອນ ຫຼື ການດູດກືນລັງສີ ແລະ ການລະບາຍຄວາມຮ້ອນຂອງໜ້າດີນ ແລະ ການລະບາຍຄວາມຮ້ອນຂອງໜ້າດິນ ແລະ ນ້ຳ ມີການແຕກຕ່າງກັນຫຼາຍນັ້ນເອງກ

ເວົ້າສະເພາະດິນ, ລະຫວ່າງດິນແຫ້ງ ແລະ ດິນແຫ້ງຊຸ່ມ ຫຼື ລະຫວ່າງດິນແກ່ນ ກັບ ດິນຜົງຜຸ່ຍກໍຍັງມີຄວາມສາມາດໃນການພາຄວາມຮ້ອນ ຫຼື ດູດກືນເອົາຄວາມຮ້ອນໄດ້ແຕກຕ່າງກັນ. ເວົ້າລວມແລ້ວ, ບໍ່ວ່າດິນ ຫຼື ຫີນ ຕະຫຼອດໄປເຖີງປ່າໄມ້ ແລະ ສີ່ງຕ່າງໆທີ່ລວມກັນຢູ່ເປັນທະວີບ ຫຼື ແຜ່ນດິນນັ້ນແມ່ນມີຄວາມສາມາດດູດກືນ ແລະ ພາຄວາມຮ້ອນໄດ້ໜ້ອຍກວ່ານ້ຳ.

ຮູບ ຄວາມຮອ້ນສາມາດຢັ່ງໄປໃນດິນຊຸ່ມໄດ້ເລີກກວ່າໃນດິນແຫ້ງ

ດັ່ງນັ້ນ, ຄວາມຮອ້ນທີ່ແຜ່ນດີນໄດ້ຮັບນັ້ນຈີ່ງທ້ອນໂຮມກັນຢູ່ສະເພາະແຕ່ໃນຊັ້ນບາງໆຂອງໜ້າດິນເທົ່ານັ້ນດ ຈີ່ງເຮັດໃຫ້ໜ້າດີນຮ້ອນໂພດໃນຍາມກາງເວັນ ຫຼື ໃນຍາມຮ້ອນ. ແຕ່ໃນຍາມກາງຄືນ ຫຼື ຍາມໜາວ, ແຜ່ນດິນໄດ້ແຜງຄວາມຮ້ອນອອກ. ຍອ້ນວ່າຄວາມຮອ້ນຖືກທອ້ນໂຮມໃວ້ ຢູ່ມໍ່ໆກັບໜ້າດິນນັ້ນ, ມັນຈີ່ງກະຈາຍອອກຈາກແຜ່ນດີນໄດ້ໃວ ແລ້ວ ເຮັດໃຫ້ແຜ່ນດິນເຢັນລົງໃວຫຼາຍ ຄືດັ່ງໄດ້ກ່າວມານັ້ນເອງ.

ສຳລັບນ້ຳ(ນັນທັງໜອງເລີກ, ແມ່ນ້ຳ, ທະເລ) ແມ່ນມີຄຸນສົມບັດໃນການພາຄວາມຮ້ອນໄດ້ດີກວ່າດິນ ແລະ ສາມາດດູດກຶນເອັາຄວາມຮ້ອນໄດ້ຫຼາຍກວ່າ. ຍອ້ນຄຸນ ສົມບັດຄືດັ່ງກ່າວ, ແສງຕາເວັນຈີ່ງສາມາດຢັ່ງລົງໄປໃນພື້ນນ້ຳໄດ້ເລີກເຖີງ 200 m ແລະພະສັງງານຄວາມຮອ້ນກໍຈື່ງຖືກແຜ່ລົງໃນພື້ນ້ຳໄດ້ເລີດພໍສົມຄວນ. ຍອ້ນປະລີມານຄວາມຮອ້ນ ໄດ້ຖືກແຈກຍາຍໄປຕາມຊັ້ນນ້ຳທີ່ໜາກວ່າ, ດັ່ງນັ້ນ ຖ້າທຽບໃສ່ໜາດິນແລ້ວ ໃນຍາມຖືກແດດແຜດເຜົາແຮງ(ໃນຍາມກາງເວັນ ຫຼື ຍາມຮອ້ນ)ໜ້ານ້ຳທະເລກໍຈີ່ງບໍ່ຮອ້ນຫຼາຍຄືກັບໜ້າດິນ ຄື ອຸນຫະພູມມີການເພີ່ມຂື້ນພຽງເລັກນອ້ຍເທົ່ານັ້ນ. ການຮັກສາສະພາບອຸນຫະພູມເປັນປົກກະຕິຄືດັ່ງກ່າວຂອງນ້ຳທະເລນີ້ໄດ້ສົ່ງຜົນສະທອ້ນໃຫ້ເຂດແຄມຜັ່ງທະເລ ແລະ ບໍລິເວນມີອຸນຫະພູມສູງຕໍ່າພໍປານກາງ, ໝາຍຄວາມວ່າ ອາກາດບໍ່ຮອ້ນຫຼາຍຄືຢູ່ເຂດໃຈກາງຂອງທະວີບ, ໃນຍາມກາງຄືນ ຫຼື ຍາມໜາວ, ນ້ຳທະເລໄດ້ລະບາຍຄວາມຮອ້ນແຜງອອກໂດຍທີ່ນ້ຳຊັ້ນເທີງທີ່ເຢັນລົງ ແລະ ໜັກກວ່າ ກໍຈະຈົມລົງພື້ນ ແລະ ພອ້ມດຽວກັນນີ້ ນ້ຳຊັ້ນລຸ່ມທີ່ອຸ່ນກວ່າ ແລະ ເບົາກວ່າກໍຈະຂື້ນມາແທນທີ່ຢູ່ເທີງໜ້ານ້ຳ ແລະ ຈະເປັນຮອບວຽນແນວນັ້ນຕໍ່ໆໄປຈື່ງເຮັດໃຫ້ການລະບາຍຄວາມຮ້ອນແຜງຂອງນ້ຳທະເລເປັນໄປຢ່າງຊ້າໆ ແລະ ສະໝ່ຳສະເໝີຄື

ຄວາມຮ້ອນທີ່ຖືກລະບາຍອອກຢ່າງສະໝ່ຳສະເໝີນີ້ ໄດ້ເຮັດໃຫ້ອຸນຫະພູມຂອງອາກາດຢູ່ບໍລິເວນແຄມທະເລບໍ່ຕ່ຳປານໃດ ເມືອທຽບໃສ່ເຂດກາງທະວີບ. ດວ້ຍເຫດຜົນດັ່ງກ່າວ, ອຸນຫະພູມຢູ່ເຂດແຄມທະເລຈີ່ງມີລັກສະນະປົກກະຕິ, ບໍ່ເພີ່ມຂື້ນ ຫຼື ຫຼຸດລົງໃວ. ແຕ່ກົງກັນຂ້າມ, ຢູ່ເຂດກາງທະວີບ ອຸນຫະພູມຈະຂື້ນສູງຫຼາຍໃນຍາມກາງເວັນ ໃນຍາມຮ້ອນ ແລະ ລົງຕ່ຳຫຼາຍໃນຍາມກາງຄືນ ຫຼື ໃນຍາມໜາວ.

4. ອຸນຫະພູມແຕກຕ່າງກັນຕາມຮູບແບບ ແລະ ທິດຈັດວາງຂອງພູມສັນຖານ.

ຮູບແບບພູມສັນຖານກໍມີບົດບາດສຳຄັນ ໃນການເຮັກໃຫ້ ອຸນຫະພູມຂອງອາກາດມີການແຕກຕ່າງກັນ ເຖີງວ່າຈະຢູ່ໃນເຂດດຽວກັນກໍຕາມ. ເຂດດິນທີ່ຮາບພຽງກໍຈະມີອຸນຫະພູມແຕກຕ່າງກັບ ເຂດພູມສັນຖານຄອ້ຍງຽ່ງ ແລະ ເຂດທີ່ເປັນດິນຫຼຸບ ຫຼືຮອ່ມ ກໍຈະມີອຸນຫະພູມແຕກຕ່າງກັບເຂດທີ່ເປັນໂນນສູງ. ນອກຈາກນີ້, ທິດຈັດວາງຂອງພູມສັນຖານ ກໍແມ່ນປັດໄຈໜື່ງທີ່ເຮັດໃຫ້ອຸນຫະພູມແຕກຕ່າງກັນໃນຂົງເຂດດຽວກັນ ເຊັ່ນ: ເປີ້ນພູທີ່ຕາກແດດດົນນານກວ່າກໍຈະຍອ່ມມີອຸນຫະພູມສູງກວ່າເບື້ອງທີ່ບໍ່ສູ້ຖືກແສງແດດຫຼາຍປານໃດ. ເປີ້ນພູທີ່ປີ່ນໜ້າໃສ່ທິດຕາເວັນຕົກ ກໍຍອ່ມໄດ້ຮັບຄວາມຮອ້ນຈາກແສງຕາເວັນຫຼາຍກວ່າເປີ້ນທາງທິດຕາເວັນອອກ. ນັ້ນກໍເພາະວ່າເປີ້ນພູທາງທິດຕາເວັນຕົກນັ້ນເປັນເບື້ອງທີ່ໄດ້ຮັບແສງຕາເວັນໃນຍາມບ່າຍເຊີ່ງເປັນແສງທີ່ມີຄວາມເຂັ້ມສູງກວ່າແສງໃນຍາມເຊົ້າ ( ເສຍໃນຍາມເຊົ້າຈະສູນສເຍພະລັງງານຄວາມຮອ້ນໄປຢ່າງຫຼວງຫຼາຍ ຍອ້ນສະພາບຄວາມຄື້ມຂອງບັນຍາກາດເປັນຕົ້ນແມ່ນຄວັນໝອກທີ່ເກີດຍອ້ນອາກາດເຢັນໃນຍາມກາງຄືນ ). ນອກຈາກນັ້ນແລ້ວ, ເຂດຮອ່ມພູທີ່ເລີກ ແລະ ແຄບ ເຊີ່ງເນັ່ງໃປຕາມລວງຂອງເສັ້ນແວງກໍຈະໄດ້ຮັບແສງແດດໃນເວລາທີ່ສັ້ນກວ່າ ຢູ່ເຂດທີ່ຮາບພຽງ ຫຼື ເຂດອື່ນໆ ເພາະວ່າເຂດນີ້ ດວງຕາເວັນຂື້ນຈາກຂອບຟ້າຊ້າກວ່າ ແລະ ຕົກລັບຂອບຟ້າໄປໃວກວ່າປົກກະຕິ ຍ້ອນຖືກສາຍພູລັບບັງໄວ້. ໃນເຂດຮອ່ມພູດັ່ງກ່າວນີ້, ມັກມີແຕ່ເປີ້ນພູເບື້ອງດຽວເທົ່ານັ້ນທີ່ໄດ້ຮັບແສງແດດຫຼາຍ ແລະ ເປັນເບື້ອງທີ່ຄົນເຮົາດຳເນີນການປູກຜັງໄດ້ດີກວ່າ.

ບັນດາປັດໄຈທີ່ໄດ້ກ່າວມາຂ້າງເທີງນັ້ນຍີ່ງມີຄວາມໝາຍສຳຄັນສຳລັບອົງສາຂະໜານສູງ ຄືຕັ້ງແຕ່ເສັ້ນຂະໜານທີ 45 ອົງສາຂື້ນໄປ. ນັ້ນກໍເພາະວ່າ ຢູ່ເຂດດັ່ງກ່າວນີ້ແສງຕາເວັນບໍ່ເຄີຍຕັ້ງສາກໃສ່ໜ້າດິນຈັກເທື່ອ, ຈະມີແຕ່ເບື້ອງທີ່ມີແສງແດດຫຼາຍເທົ່ານັ້ນທີ່ມີອຸນຫະພູມສູງກວ່າເບື້ອງອື່ນໆ

ຮູບ: 14 ຮູບແບບ ແລະ ທິດທາງຂອງພູມສັນຖານພາໃຫ້ມູມຂອງແສງຕາເວັນຕ່າງກັນໄປ

ເປັນຕົ້ນຄືຢູ່ເຟື້ອງໂລກເໜືອແມ່ນຕ່າງເບື້ອງໂລກໃຕ້ ເຊີ່ງເປັນເບື້ອງທີ່ໄດ້ຮັບແສງສະຫວ່າງ ແລະ ຄວາມຮອ້ນຫຼາຍກວ່າເປີ້ນພູເບື້ອງເໜືອ, ມັນຈີ່ງມີອຸນຫະພູມສູງກວ່າ ແລະ ຢູ່ທາງເຟື້ອງໂລກໃຕ້. ກໍ່ແມ່ນເປີ້ນພູເບືອງເໜືອເປັນເບື້ອງທີ່ໄດ້ຮັບແສງສະຫວ່າງ ແລະ ຄວາມຮ້ອນ ຫຼາຍກວ່າເປີ້ນພູເບື້ອງໃຕ້.

5. ອຸນຫະພູມແຕກຕ່າງກັນຍອ້ນລັກສະນະ ແລະ ການເຄື່ອນໄຫວຂອງພູມອາກາດ.

ຢູ່ເທີງໜ້າໂລກເຮົານີ້ມີມວນອາກາດຫຼາຍຊະນິດດວ້ຍກັນ ຊືງເຄື່ອນໄຫວ ໄປມາຢ່າງເປັນປະຈຳ, ໃນນີ້ ບາງອາກາດກໍເປັນມວນອາກາດຮ້ອນ, ບາງຊະນິດກໍມີລັກສະນະໜາວເຢັນ ຫຼື ມີຄຸນສົມບັດຢ່າງອື່ນ. ບັນດາມວນອາກາດຕ່າງໆທີ່ໄດ້ກ່າວມາຂ້າງເທີງນີ້, ຖ້າວ່າມັນແຜ່ໄປປົກຄຸມເຂດໃດ ກໍຈະເຮັດໃຫ້ອຸນຫະພູມຂອງອາກາດຢູ່ຂົງເຂດນັ້ນປ່ຽນແປງໄປຕາມບຸກຄະລີກລັກສະນະຂອງມັນ, ຕົວຢ່າງ: ຖ້າວ່າມວນອາກາດຮ້ອນປົຄຸມຂົງເຂດໃດກໍຈະເຮັດໃຫ້ອຸນຫະພູມຂອງເຂດນັ້ນສູງຂື້ນ ແລະ ຖ້າວ່າມວນອາກາດໜາວປົກຄຸມຂົງເຂດໃດກໍຈະເຮັດໃຫ້ອຸນຫະພູມເຂດນັ້ນຕ່ຳລົງ. ອີກດ້ານໜື່ງ, ບັນດາມວນອາກາດຕ່າງໆເລົ່ານິ້ພັດມີການເຄື່ຶອນທີ່ໄປມາຕາມລະດູການ. ຍອ້ນການເຄື່ອນໄຫວທີ່ນັ້ນມັນໄດ້ພັດຄວາມຮ້ອນ ຫຼື ຄວາມເຢັນໄປແຈກຢາຍຕາມສວ່ນຕ່າງໆຂອງໂລກ, ເຮັດໃຫ້ເຂດໃດເຂດໜື່ງຂອງໂລກບໍ່ຮ້ອນ ຫຼື ບໍ່ໜາວເຢັນຈົນເກີນໄປ. ອີງຕາມລະດັບຄວາມເຂັ້ມຂອງແສງຕາເວັນຢູ່ແຕ່ລະເຂດຂອງໂລກ ແລະ ຖ້າສົມມຸດວ່າມວນອາກາດຕ່າງໆນັ້ນຢຸດນີ້ງຢູ່ບອ່ນເກົ່າເລີຍ ກໍຈະເຮັດໃຫ້ເຂດສູນສູດ ແລະ ເຂດອາຍັນກາຍເປັນເຂດຮ້ອນແຮງຕະຫຼອດໄປຢ່າງບໍ່ປຽ່ນແປງ ແລະ ເຂດອົບອຸ່ນ ຫຼື ເຂດຂົ້ວໂລກກໍຈະກາຍເປັນເຂດໜາວຢ່າງບໍ່ເວັ້ນວ່າງເລີຍ. ແຕ່ໃນຕົວຈິງນັ້ນ, ຍອ້ນວ່າມວນອາກາດຕ່າງໆນັ້ນມີການເຄື່ອນໄຫວໄປມາ ແລະ ສົມທົບກັນຢູ່ເລື່ອຍໆນັ້ນເອງ ຈີ່ງເຮັດໃຫ້ອຸນຫະພູມຢູ່ໃນສວ່ນຕ່າງໆໜ້າໂລກມີລະດັບພໍເໝາະກັບການດຳລົງຊີວິດ, ກ່າວຄືມວນອາກາດຮ້ອນໄດ້ເຄື່ອນທີ່ສົມທົບກັບມວນອາກາດອຸ່ນຈື່ງເຮັດໃຫ້ອາກາດຮ້ອນຂື້ນຕື່ມ ຫຼື ມວນອາກາດອົບອຸ່ນເຄື່ອນທີ່ສົມທົບກັບມວນອາກາດຮ້ອນ ແລ້ວເຮັດໃຫ້ອາກາດຮ້ອນລົດຜອ່ນຄວາມຮອ້ນລົງໄດ້.

ຮູບ ລະບົບອຸນຫະພູມຂອງປະເພດຕ່າງໆ. a: ອົບອຸ່ນມະຫາສະໝຸດ ; b: ອົບອຸ່ນເຄີ່ງມະຫາສະໝຸດ ; c: ອົບອຸ່ນກາງທະວີບ ; d: ຮອ້ນຊຸ່ມໃກ້ສູນສູດ( 2 ລະດູ ); e: ຮອ້ນຊຸ່ມສູນສູດ.

ເວົ້າລວມ, ບັນດາມວນອາກາດຊະນິດຕ່າງໆນີ້ແມ່ນໜື່ງໃນບັນດາປັດໃຈທີ່ສຳຄັນທີ່ພາໃຫ້ມີລັກສະນະຂອງອາກາດໃນແຕ່ລະໄລຍະແຕກຕ່າງກັນໄປ, ເປັນຕົ້ນແມ່ນພາໃຫ້ເກີດເປັນລະບອບຂອງອຸນຫະພູມຂອງພູມີອາກາດປະເພດຕ່າງໆ.

6. ອຸນຫະພູມມີການປຽ່ນແປງຍ້ອນລົມພັດໄປມາ.

ການເຄື່ອນໄຫວຕາມແນວນອນຂອງອາກາດ ຊື່ງເຮົາເອີ້ນວ່າລົມນັ້ນ ກໍມີບົດບາດສຳຄັນຕໍ່ການປຽ່ນແປງອຸນຫະພູມ ຢູ່ໃນທອ້ງຖີ່ນ ຫຼື ຂົງເຂດໃດໜື່ງຂອງໂລກ. ຕາມທຳມະດານັ້ນ, ຖ້າບໍລິເວນໃດໜື່ງຫາກປົກຄຸມດວ້ຍມວນອາກາດປະເພດໃດໜື່ງແລ້ວ, ອາກາອດຢູ່ໃນບໍລີເວນດັ່ງກ່າວນັ້ນ ກໍຈະມີບຸຄະລິກພາບຂອງມວນອາກາດນັ້ນໆ ຄືດັ່ງໄດ້ກ່າວມາແລ້ວ, ເຊັ່ນຖ້າຖືກປົກຄຸມດວ້ຍມວນອາກາດຮອ້ນ ອາກາດກໍຈະຮອ້ນ ແລະ ອຸນຫະພູມກໍຈະສູງຂື້ນ ດັ່ງນີ້ເປັນຕົ້ນ. ຍ້ອນວ່າມີລົມພັດໄປມາຢູ່ເລື້ອຍໆ, ຄວາມຮອ້ນ ຫຼື ຄວາມເຢັນຢູ່ເທີງໜ້າໂລກເຮົານີ້ ຈີ່ງຖືກແຍກຍ້າຍໄປໃນສວ່ນຕ່າງໆ. ລົມໄດ້ພັດພາເອົາມວນອາກາດຮອ້ນຈາກເສັ້ນສູນສູດ ແລະ ເຂດອາຍັນໄປຍັງສ່ວນທີ່ເປັນກວ່າ ເຮັດໃຫ້ເຂດນັ້ນມີອຸນຫະພູມເພີ້ມຂື້ນຕື່ມ ຫຼື ພັດເອົາຄວາມໜາວເຢັນຈາກໜ້າໂລກໄປຍັງເຂດອື່ນໆທີ່ຮອ້ນອົບເອົ້າ ແລ້ວເຮັດໃຫ້ເຂດເລົ່ານັ້ນມີອຸນຫະພູມຕ່ຳລົງ. ການທີ່ມີລົມພັດຜ່ານຢູ່ສະເໝີນັ້ນ ກໍຍອ່ມເຮັດໃຫ້ ອາກາດຮອ້ນຄອ່ຍໆເຢັນລົງໄດ້. ເວົ້າລວມ, ລົມມີບົດບາດໃນການນຳເອົາຄວາມຮອ້ນ ຈາດເຂດໜື່ງໄປສູ່ເຂດອື່ນໆ ແລະ ພອ້ມດຽວກັນນັ້ນກໍເປັນປັດໄຈທີ່ເຮັດໃຫ້ຄວາມຮອ້ນອົບອົ້າຂອງເຂດ ໃດໜື່ງຊຶງຖືກແສງຕາເວັນເຜົາໄໝ້ແຮງນັ້ນລົດຜອ່ນລົງໄດ້.

ກ. ອຸນຫະພູມແຕກຕ່າງກັນຕາມສະພາບຄວາມຄື້ມ ແລະ ປະລິມານເມກໃນທ້ອງຟ້າ.

ສະພາບຄວາມຄື້ມຂອງທອ້ງຟ້າ ກໍແມ່ນປັດໄຈໜື່ງທີ່ສຳຄັນໃນການແຈກຢາຍອຸນຫະພູມຢູ່ເທີງໜ້າໂລກ. ປະລິມານຄວາມມຮອ້ນຂອງແສງຕາເວັນທີ່ລົງມາເຖີງໜ້າດິນ ຈະໜອ້ຍ ຫຼື ຫຼາຍນອກຈາກຈະຂື້ນກັບປັດໄຈອື່ນໆແລ້ວ, ມັນຍັງຂື້ນກັບການທີ່ທອ້ງຟ້າມີເມກໜອ້ຍ ຫຼື ຫຼາຍນຳອີກ.ນັ້ນກໍເພາະວ່າ ເທມກມີໜ້າທີ່ເປັນຜ້າກັນຄວາມຮອ້ນ ແລະ ແສງແດດໃຫ້ສອ່ງເຖີງໜ້າດີນໄດ້ໜອ້ຍລົງ. ພອ້ມດຽວກັນນັ້ນ ເມກຍັງຊວ່ຍກັນຄວາມຮອ້ນບໍ່ໃຫ້ແຜ່ອອກໄປຈາກໜ້າໂລກໄວຈົນເກີນໄປ. ດັ່ງນັ້ນ, ໃນຍາມກາງເວັນຖ້າ

ຮູບ ເມກຊວ່ຍກັນແສງແດດໃຫ້ສອ່ງໄດ້ໜອ້ຍລົງ ແລະ ກັນຄວາມຮອ້ນຂອງດິນໃຫ້ເຫີຍອອກໄປຊ້າໆ.

ທ້ອງຟ້າມີເມກຫຼາຍ ອາກາດກໍ່ຮອ້ນຫຼາຍ.ແຕ່ຖ້າມີເມກຫຼາຍໃນເວລາກາງຄືນ ອາກາດກໍຈະຮ້ອນອົບເອົ້າ ເພາະຄວາມຮ້ອນຈາກໜ້າດີນຈະແຜ່ອອກໄປໄດ້ໜ້ອຍ

ຕາມຫຼັກການນັ້ນ,ຖ້າບໍ່ຄິດໄລ່ເຖິງສະພາບຄວາມຄຶ້ມ ແລະ ປະລິມານເມກ ໃນທ້ອງຟ້າແລ້ວ, ໃນປີໜຶ່ງໆແຕ່ລະຈຸດຂອງອົງສາຂະໜານຢູ່ເທິງໜ້າໂລກຈະຕ້ອງໄດ້ຮັບແສງແດດໃນຊ່ວງເວລາເທົ່າກັນ,ຕົວຢ່າງ:

  • ເຂດສູນສູດ : 12 ຊົ່ວໂມງ x 365 ມື້ = 4380 ຊົ່ວໂມງ.
  • ເຂດຂົ້ວໂລກ: 24 ຊົ່ວໂມງ x 365/2 ມື້ = 4680 ຊົ່ວໂມງ.

ແຕ່ໃນສະພາບຕົວຈິງນັ້ນ,ທ້ອງຟ້າຢູ່ແຕ່ລະເຂດຂອງໜ້າໂລກ ແມ່ນມີສະພາບ ຄວາມຄຶ້ມ ຫຼື ປອດໂປ່ງແຕກຕ່າງກັນໄປ. ຢູ່ເຂດສູນສູດ,ເຖິງວ່າແສງຕາເວັນໄດ້ຕັ້ງສາກໃສ່ໜ້າດິນຫຼາຍກວ່າແຫ່ງອື່ນໆ,ແຕ່ຍ້ອນມີເມກຫຼາຍ ຊຶ່ງສະທ້ອນລັງສີ ແລະ ດູດກືນເອົາ ຄວາມຮ້ອນໄວ້ໄດ້ສ່ວນໜຶ່ງ ຈຶ່ງເຮັດໃຫ້ເຂດດັ່ງກ່າວ ມີອຸ່ນຫະພູມຕໍ່າກວ່າຢູ່ເຂດອາຍັນ ແລະ ເຂດໃກ້ເຂດຮ້ອນ ບ່ອນທີ່ທ້ອງຟ້າປອດໂປ່ງກວ່າເຂດອື່ນໆທັ່ງໜົດ.

8.ອຸນຫະພູມປ່ຽນແປງໄປຕາມອານເບໂດຂອງໜ້າໂລກ

ຄືໄດ້ກ່າວມາແລ້ວໃນບົດກ່ອນວ່າ ປະລິມານຄວາມຮ້ອນຈາກດວງຕາເວັນ ທີ່ແຜ່ມາຍັງໂລກເຮົານີ້ ມີພຽງແຕ່ 43% ເທົ່ານັ້ນທີ່ສາມາດລົງມາຮອດໜ້າດີນ,ແຕ່ເມື່ອລົງ ມາຮອດໜ້າດິນແລ້ວ ພັດມີແຕ່ 33% ເທົ່ານັ້ນທີ່ສາມາດຢັ່ງລົງໄປໃນດີນ,ໜາຍຄວາມວ່າ 10% ນັ້ນ ແມ່ນຖຶກສະທ້ອນຄືນ.ນັ້ນກໍເພາະວ່າ ໜ້າດີນກໍມີອຳນາດໃນການສະທ້ອນລັງສີ,ຊຶ່ງມີທັງການສະທ້ອນລັງສີແຈ້ງ ແລະ ການສະທ້ອນລັງສີມືດ.ອັດຕາການສະທ້ອນລັງສີໂດຍພຽງຂອງວັດຖຸຕ່າງໆ ຊຶ່ງມີຄ່າ ເປັນສ່ວນຮ້ອຍນັ້ນ ເອີ້ນວ່າ ອານເບໂດ ( Albedo ),ຕົວຢ່າງດັ່ງນີ້:

  • ເມກ : ແຕ່ 0,25 ຫາ 0,90 ( ຫຼື 90% )
  • ຫິມະສົດ : 0,85
  • ດິນຊາຍຂາວ-ແຫ້ງ : 0,34
  • ທົ່ງຫຍ້າແຫ້ງ : 0,31
  • ດີນໂລ້ນແຫ້ງ : 0,18
  • ດີນລ້ານເຂດທະເລຊາຍ : 0,25
  • ປ່າໄມ້ໃບກ້ວາງ : 0,04
  • ໜອງເລິກ : 0,01
  • ນໍ້າທະເລ : ໜ້ອຍກວ່າ 0,14
  • ນໍ້າດິນຫຼົມ(ບໍ່ແຈບ) : 0,18
  • ທົ່ງຫຍ້າຫ້ຽນ : 0,10

ສຳລັບຄ່າຂອງອານເບໂດນີ້,ຖ້າເບິ່ງຕາມຮູບຖ່າຍທາງອາກາດ ເຮົາຈະເຫັນໄດ້ຄື: ເມກ,ໂນນດີນຊາຍ,ທົ່ງນາ,ຫີນຜາ,ຫິມະ ມັນຈະປະກົດໃຫ້ເຫັນເປັນສີຂາວໆ ຫຼື ບໍ່ດັ່ງນັ້ນ ກໍຈະສະແດງອອກໃຫ້ເຫັນເປັນສີ ຫຼື ຮ່ອງຮອຍທີ່ແຈ້ງກວ່າ. ສຳລັບທົ່ງຫຍ້າ,ມັນຈະປະກົດເປັນສີເທົາອອ່ນ ແລະ ປ່າໄມ້ ມັນຈະປະກົດເປັນສີເທົາແກ່ ຫຼື ສີເຂັ້ມ.ສ່ວນວ່າໜອງ ແລະ ແມ່ນໍ້ານັ້ນ ຈະປະກົດເປັນສີດຳສະເພາະແລ້ວແມ່ນໃນຮູບຖ່າຍທີ່ຖ່າຍລົງຕາມແນວຕັ້ງ.

ໜ້າໂລກເຮົານີ້,ແຕ່ລະບ່ອນແມ່ນມີອານເບໂດແຕກຕ່າງກັນ.ບ່ອນໃດ້ມີຄ່າອານເບໂດສູງ ກໍຈະເສຍຄວາມຮ້ອນຫຼາຍ ແລະ ອຸນຫະພູມກໍຈະຕໍ່າ ເຊັ່ນຢູ່ເຂດຫິມະ ຊຶ່ງສາມາດສະທ້ອນລັງສີໄດ້ເຖິງ 85% ເປັນຕົ້ນ.ແຕ່ກໍບໍ່ໄດ້ໜາຍຄວາມວ່າ ບ່ອນໃດມີຄ່າອານເບໂດສູງບ່ອນນັ້ນກໍຈະມີອຸນຫະພູມຕໍ່າໄດ້ໂລດບາດດຽວ,ເພາະວ່າ ອຸນຫະພູມຈະສູງ ຫຼື ຕໍ່າ ບໍ່ແມ່ນຂື້ນກັບອານເບໂດແຕ່ພຽງຢ່າງດຽວ,ມັນຍັງຂື້ນກັບປັດໄຈອື່ນໆອີກ,ຕົວຢ່າງຢູ່ເຂດໜອງເລິກຫຼືຢູ່ເຂດປ່າໄມ້ຕຶບໜາ ຊຶ່ງມີອານເບໂດໜອ້ຍ ແຕ່ກໍ່ມີອຸນອຸ່ນຫະພູມຕໍ່າຢູ່.ນັ້ນກໍ່ເພາະວ່າຢູ່ໃນບັນດາເຂດທີ່ໄດກ່າວມານີ້ ມີອາຍນໍ້າຫຼາຍນັ້ນເອງ.ເຖິງຢ່າງໃດກໍຕາມ,ບັນດາໜ້າພຽງຂອງວັດຖຸທີ່ມີຄ່າອານເບໂດສູງນັ້ນ ໂດຍທົ່ວໄປແລ້ວ ໃນເວລາກາງຄືນ ມັນມັກຈະເຢັນລົງໄວຫຼາຍ ເພາະຄວາມສາມາດໃນການພາຄວາມຮ້ອນຂອງມັນຕໍ່າຫຼາຍ,ຕົວຢ່າງໄດ້ແກ່ ຜາຫີນ ຫຼື ໂງ່ນຫີນເປັນຕົ້ນ ຊຶ່ງສາມາດເຢັນລົງໄດ້ພ້ອມໆກັບການຕົກລັບຟ້າໄປຂອງດວງຕາເວັນ.ແຕ່ກົງກັນຂ້າມ,ໃນເວລາກາງເວັນ,ສິ່ງຕ່າງໆເຫຼົ່ານີ້ພັດຮ້ອນຂຶ້ນໄວ້ ແລະ ຮ້ອນຫຼາຍອີກດ້ວຍ.ເວົ້າລວມແລ້ວ,ຂົງເຂດໃດກໍຕາມ ຖ້າມີຄ່າອານເບໂດສູງໆ ຂົງເຂດນັ້ນ ຈະມີຄວາມຜິດດ່ຽງຂອງອຸນຫະພູມປະຈຳວັນ ຫຼື ປະຈຳປີ ສູງກວ່າຢູ່ບ່ອນອື່ນໆ ເຖິງວ່າຊ່ວງເວລາຂອງກາງເວັນ ຫຼືວ່າກາງຄືນນັ້ນ ບໍ່ມີການປ່ຽນແປງຫຼາຍປານໃດກໍຕາມ.

9.ອຸນຫະພູມແຕກຕ່າງກັນຍ້ອນອິດທິພົນຂອງກະແສນໍ້າໃນມະຫາສະໜຸດ.

ບໍລິເວນຕ່າງໆແຄມທະເລ ຫຼື ມະຫາສະໜຸດ,ຖ້າວ່ານອນຢູ່ໃນເຂດອົງສາ.ຂະໜານດຽວກັນ ກໍ່ຍ້ອນມີອຸນຫະພູມຄ້າຍຄືກັນ.ແຕ່ຖ້າວ່າ ໄດ້ຮັບອິດທິພົນຂອງກະແສນໍ້າ ທີ່ຕ່າງກັນ ກໍ່ຍອນມີອຸ່ນຫະພູມທີ່ແຕກຕ່າງກັນໄປດ້ວຍ,ກ່າວຄື ຖ້າກະແສນໍ້າເຢັນຫາກໄຫຼເລາະລຽບບໍລິເວນໃດ ກໍຈະເຮັດໃຫ້ບໍລິເວນດັ່ງກ່າວນັ້ນ ມີອຸນຫະພູມຕໍ່າລົງກວ່າຢູ່ເຂດອື່ນໆ.ທີ່ແນ່ນອນຢູ່ເທິງເສັ້ນຂະໜານດຽວກັນ ແລະ ຖ້າວ່າແມ່ນກະແສນໍ້າຮ້ອນ ມັນກໍຈເຮັດໃຫ້ອຸ່ນຫະພູມຂອງອາກາດສູງຂື້ນ,ຕົວຢ່າງ ຢູ່ທາງດ້ານຕາເວັນອອກຂອງສະຫະລັດອາເມຣິກາ ຊຶ່ງກະແສນໍ້າອຸ່ນ Gulf Stream ໄຫຼລຽບແຄມທະເລ ກໍເຫັນວ່າ ມີອຸ່ນຫະພູມສູງກວ່າຢູ່ທາງພາກຕາເວັນຕົກ ຊຶ່ງໄດ້ຮັບອິດທິພົນຈາກກະແສນໍ້າເຢັນ Galifornia

ນອກຈາກນີ້ແລ້ວ,ກໍຍັງມີບາງປັດໄຈອີກທີ່ສາມາດສົ່ງຜົນສະທ້ອນເຖິງການປ່ຽນແປງຂອງອຸນຫະພູມ ເຊັ່ນ ພື້ນດີນທີ່ຖຶກປະກອບສ້າງຂື້ນດ້ວຍວັດຖຸທາດທີ່ແຕກຕ່າງກັນ ກໍຈະເຮັດໃຫ້ມີຄວາມຮ້ອນແຕກຕ່າງກັນ ແລ້ວກໍ່ມີໃຫ້ອາກາດທີ່ຢູ່ເໜືອພື້ນດີນຕ່າງໆເຫຼົ່ານີ້ ມີອຸນຫະພູມ ແຕກຕ່າງກັນໄປດ້ວຍ ດັ່ງນີ້ເປັນຕົ້ນ.

ເວົ້າລວມ,ອຸນຫະພູມຂອງອາກາດຢູ່ເທິງໜ້າໂລກເຮົານີ້ ແມ່ນມີການປ່ຽນແປງໄປແຕ່ລະມື້ແຕ່ລະວັນ ແລະ ມີຄວາມແຕກຕ່າງກັນຢູ່ໃນແຕ່ລະເຂດ.ອຸນຫະພູມສູງສຸດ ມັກຈະມີຂື້ນໃນເວລາ ແຕ່ 14 ໂມງ 00 ຫາ 16 ໂມງ 00 ແລະ ອຸນຫະພູມຕໍ່າສຸດ ມັກຈະຢູ່ໃນເວລາ ແຕ່ 5 ໂມງ 00 ຫາ 7 ໂມງ 00. ຄວາມແຕກຕ່າງກັນລະຫວ່າງອຸນຫະພູມສູງສຸດກັບຕໍ່າສຸດນີ້ ເອີ້ນວ່າ ອັດຕາຄວາມຜິດດ່ຽງອຸນຫະພູມ ( Amplitude thermique ).

ຮູບ ຄວາມຜິດດ່ຽງອຸນຫະພູມປະຈຳປີຢູ່ເທິງໜ້າໂລກ

IV.ການວັດແທກອຸນຫະພູມ

1.ປະສາດຂອງເຮົາວັດແທກອຸນຫະພູມບໍ່ໄດ້ແນ່ນອນ.

ດັ່ງກ່າວມາແລ້ວວ່າ ປະສາດຂອງເຮົາສາມາດຊ່ວຍໃຫ້ເຮົາຮູ້ຈັກກັບຄວາມໜາຍຂອງອຸນຫະພູມໄດ້ດີ ເຊັ່ນ ຖ້າວ່າ ເຮົາຈັບບາຍສິ່ງຂອງທີ່ເຢັນ ກໍ່ຮູ້ວ່າເຢັນ ຫຼື ຖ້າແຕະຕ້ອງສິ່ງທີ່ຮ້ອນ ກໍຈະຮູ້ວ່າມັນຮ້ອນ ດັ່ງນີ້ເປັນຕົ້ນ.ແຕ່ປະສາດຂອງເຮົາກໍບອກ ໄດ້ພຽງແຕ່ວ່າ ອຸ່ນ,ເຢັນ ຫຼື ຮ້ອນ ເທົ່ານັ້ນ,ຈະບອກໄດ້ຢ່າງແນ່ນອນ ແລະ ຖຶກຕ້ອງຕາມລະດັບຄວາມຮ້ອນຫຼືເຢັນຕົວຈິງເໜືອນດັ່ງເຄື່ອງວັດແທກອຸນຫະພູມນັ້ນບໍ່ໄດ້.ບັນຫາດັ່ງກ່າວນີ້ເຮົາຈະທົດລອງໄດ້ ໂດຍເອົາຊາມນໍ້າ 2 ຊາມ ມາຕັ້ງຮຽງກັນໄວ້,ໃນນັ້ນຊາມທີ່ 1 ໃສ່ນໍ້າເຢັນ ແລະ ຊາມທີ່ 2 ໃສ່ນໍ້າອຸ່ນໄວ້.ເມື່ອລອງເອົາມືຊ້າຍຈຸ່ມລົງໃນຊາມທີ 1 ແລະ ມືຂວາຈຸ່ມລົງໃນຊາມທີ 2 ເຮົາຈະຮູ້ໄດ້ວ່າ ຄວາມເຢັນ ແລະຄວາມອຸ່ນຂອງນໍ້າໃນຊາມ 2 ໃບນັ້ນ ມີການແຕກຕ່າງກັນ ແລະ ຖ້າວ່າເຮົາປ່ຽນທາງ ໂດຍເອົາມືຂວາຈຸ່ມລົງໃນຊາມທີ 1 ແລະ ເອົາ ມືຊ້າຍຈຸ່ມລົງໃນຊາມທີ 2 ເຮົາກໍຈະຮູ້ຈັກເຖິງຄວາມແຕກຕ່າງເຊັ່ນດຽວກັນອີກ.ແຕ່ຈະຮູ້ໄດ້ແນ່ນອນວ່າ ນໍ້າໃນຊາມນໍ້າອຸ່ນ ຫຼື ເຢັນ ເທົ່າໃດອົງສານັ້ນບໍ່ໄດ້.ດັ່ງນັ້ນ,ຢາກວັດແທກອຸນຫະພູມຂອງອາກາດ ຫຼື ຂອງວັດຖຸອື່ນໆໂດຍໃຫ້ຮູ້ເຖິງລະດັບຄວາມຮ້ອນ ຫຼື ເຢັນຢ່າງແນ່ນອນນັ້ນ,ເຮົາຕ້ອງໄດ້ໃຊ້ເຄື່ອງວັດແທກອຸນຫະພູມໂດຍສະເພາະ ຊຶ່ງເອີ້ນວ່າ ແຕກໂມແມດ ( Thermometre ) ນັ້ນເອງ.

2.ແຕກໂມແມດ:ອຸປະກອນທີ່ໃຊ້ສຳລັບວັດແທກອຸນຫະພູມ.

ແຕກໂມແມັດແມ່ນອຸປະກອນສຳລັບວັດແທກອຸນຫະພູມຂອງອາກາດ ຫຼື ຂອງວັດຖຸທົ່ວໆໄປ.ການປະດິດຄິດຄົ້ນແຕກໂມແມັດນີ້ຂື້ນມາ ແມ່ນໄດ້ອີງໃສ່ຄວາມຮູ້ກ່ຽວກັບການຂະຫຍາຍຕົວຂອງສະສາມເປັນຫຼັກ.ແຕກໂມແມດທີ່ເພິ່ນໄດ້ສ້າງຂື້ນມານີ້ ມີຫຼາຍປະເພດດ້ວຍກັນເຊັ່ນແຕກໂມແມດໂລຫະ,ແຕກໂມແມດຂອງແຫຼວ ແລະ ແຕກໂມແມດອາກາດເປັນຕົ້ນ.ແຕ່ແຕກໂມແມດປະເພດທີ່ມີການນິຍົມກັນໃຊ້ຫຼາຍ ແລະ ທົ່ວໆໄປນັ້ນ ແມ່ນແຕກໂມແມດຂອງແຫຼວຊຶ່ງໄດ້ແກ່ແຕກໂມແມດບາຫຼອດ ແລະ ແຕກໂມແມດນໍ້າເຫຼົ້າ.

ແຕກໂມແມດບາຫຼອດ ແມ່ນເຄື່ອງວັດແທກອຸນຫະພູມຊະນິດໜຶ່ງຊຶ່ງຖຶກສ້າງຂື້ນມາໂດຍຖືເອົາການຂະຫຍາຍຕົວຂອງແຫຼວເປັນຫຼັກ.ໃນການສ້າງແຕກໂມແມດຊະນິດນີ້ເພິ່ນໃຊ້ຫຼອດແກ້ວທີ່ເປັນເປົ້າທາງສວ່ນລຸ່ມ ແລະ ມີຮູນ້ອຍໆຕໍ່ຂຶ້ນໄປທາງສວ່ນເທິງ ຊຶ່ງຢູ່ໃນນັ້ນ ເພິ່ນຮ່າຍນໍ້າບາຫຼອດໃສ່ໄວ້.ຢູ່ຂ້າງນອກຂອງຫຼອດແກ້ວນັ້ນ,ເພິ່ນຂີດມາດຕາສວ່ນ ໄວ້ເພຶ່ອບອກລະດັບຂອງອຸນຫະພູມ ຕັ້ງແຕ່ຈຸດແຂ້ນແຂງຂອງນໍ້າ ໄປເຖິງຈຸດເດຶອດຂອງອາຍນໍ້າຟົດ ຄື ຕັ້ງແຕ່ 0 ຫາ 100 ອົງສາ ສໍາລັບແຕກໂມແມດແບບ Gelcius ແລະ ແຕ່ 32 ຫາ 212 ອົງສາ ສຳລັບແຕກໂມແມດແບບ Fahrenheit.

ສຳລັບແຕກໂມແມດນໍ້າເຫຼົ້ານັ້ນ,ມັນກໍແມ່ນເຄື່ອງວັດແທກອຸນຫະພູມອີກຊະນິດໜຶ່ງທີ່ສ້າງຂື້ນມາຕາມຫຼັກການອັນດຽວກັນກັບແຕກໂມແມດບາຫຼອດ,ແຕ່ແທນທີ່ເພິ່ນ ຈະໃຊ້ນໍ້າບາຫຼອດ ເພິ່ນພັດຫັນມາໃຊ້ນໍ້າເຫຼົ້າແທນ.ນໍ້າເຫຼົ້າທີ່ໃຊ້ນີ້,ຕາມທຳມະດາ ມັນແມ່ນຂອງແຫຼວທີ່ບໍ່ມີສີ ແຕ່ເພີ່ນໄດ້ສະສົມສີໃສ່ເພື່ອໃຫ້ເຫັນແຈ້ງ ແລະ ສີທີ່ໃຊ້ນີ້ກໍບໍ່ຈຳເປັນວ່າຈະເປັນສີແດງແນວດຽວ ອາດຈະເປັນສີີອື່ນກໍໄດ້ ເຊັ່ນມີສີນໍ້າເງິນ ເປັນຕົ້ນ.ເນື່ອງຈາກວ່ານໍ້າເຫຼົ້າເປັນຂອງແຫຼວ ທີ່ຂະຫຍາຍຕົວໄດ້ດີກວ່ານໍ້າບາຫຼອດຫຼາຍເທົ່າ,ດັງນັ້ນ ຮູຫຼອດແກ້ວທີ່ໃຊ້ໃສ່ນໍ້າເຫຼົ້າມີຈຶ່ງຕ້ອງໃຫ່ຍກວ່າຮູຫຼອດແກ້ວຂອງແຕກໂມແມດບາຫຼອດ,ໃນການຂີດມາດຕາສວ່ນຂອງແຕກໂມແມດນໍ້າເຫຼົ້ານີ້ ກໍຈະເຫັນວ່າຈຸດແຂ້ນຂອງນໍ້າ ກໍເປັນຈຸດ o ອົງສາ ເຊັ່ນດຽວກັນກັບຈຸດແຂ້ນແຂງຂອງນໍ້າໃນແຕກໂມແມດບາຫຼອດ,ແຕ່ສຳລັບຈຸດເດືອດຂອງອາຍນໍ້າຟົດຂອງແຕກໂມແມັດຊະນິດນີ້ ເພີ່ນບໍ່ສາມາດຈະໃສ່ຈຸດ 100 ອົງສາ ໄດ້ ເພາະນໍ້າເຫຼົ້າ ຟົດເດຶອດເປັນອາຍໄດ້ທີ່ອຸນຫະພູມ 78 ອົງສາແຊນຊິອຸສ.

3.ແຕກໂມແມດຊະນິດຕ່າງໆ.

ໃນການວັດແທກອຸນຫະພູມຂອງອາກາດ ຫຼື ຂອງວັດຖຸອື່ນໆນັ້ນ,ເພິ່ນໄດ້ນໍາໃຊ້ແຕກໂມແມດຫຼາຍຊະນິດດ້ວຍກັນ ຄື ມີທັງແຕກໂມແມດໂລຫະ,ແຕກໂມແມດບາຫຼອດ ແລະ ແຕກໂມແມດນໍ້າເຫຼົ້າ ຊຶ່ງໃນນັ້ນ ຊະນິດທີ່ນິຍົມກັນໃຊ້ຫຼາຍນັ້ນ ມີຄື:

ກ.ແຕກໂມກຣາຟ

ແຕກໂມກຣາຟ ( Thermographe ) ເປັນອຸປະກອນສຳຫຼວດອາກາດຄືໃຊ້ເພື່ອວັດແທກອຸນຫະພູມຂອງອາກາດ ຊະນິດທີ່ຂີດເປັນຮອບເສັ້ນ ຫຼື ກຣາຟ.ອຸປະກອນຊະນິດທຳງານໄດ້ໂດຍອາໄສການຂະຫຍາຍຕົວຂອງນໍ້າເຫຼົ່າທີ່ບັນຈຸຢູ່ໃນບາຫຼອດ ຫຼື ຖົງໂລຫະຮູບໂຄງ ເປັນສິ່ງດັນໃຫ້ເຂັມ ຫຼື ປາກກາ ຂີດເປັນເສັ້ນໃສ່ບັ້ງກະດາດກຣາຟທີ່ໜູນປິ່ນອອ້ມຕົວເອງຢູ່.ສົ້ນໜຶ່ງຂອງຖົງໂລຫະນັ້ນ ໄດ້ຕຶງໄວ້ກັບແທ່ນຂອງເຄື່ອງ.ສວ່ນອີກສົ້ນໜຶ່ງແມ່ນໄດ້ຕໍ່ຕິດກັບດ້ານອັນໜຶ່ງ ຊຶ່ງຢູ່ທາງປາຍຂອງມັນເພີ່ນໃສ່ປາກກາໄວ.ເນື່ອງຈາກວ່າ ນໍ້າເຫຼົ້າແລະໂລຫະນັ້ນ ຂະຫຍາຍຕົວບໍ່ເທົ່າກັນ,ເມື່ອອຸນຫະພູມສູງຂື້ນນໍ້າເຫຼົ້າກໍ່ຈະເບັງຕົວຕື່ງອອກເຮັດໃຫ້ຖົງໂລຫະນັ້ນໂຄ້ງໜ້ອຍລົງ ແລະ ເມື່ອອຸນຫະພູມຕໍ່າລົງ ຖົງໂລຫະນັ້ນກໍ່ຈະໂຄ້ງຫຼາຍຂື້ນ.ເປັນດັ່ງນີ້ຈຶ່ງເຮັດໃຫ້ປາຍຂອງຖົງໂລຫະເບື້ອງທີ່ຕິດກັບຄານນັ້ນ ຫຍັບຂື້ນຫຍັບລົງ ແລະ ຂີດເສັ້ນໃສ່ບັ້ງກະດານກຣາຟນັ້ນ.ເນື່ອງຈາກວ່າ ບັ່ງກະດາດກຣາຟດັ່ງກ່າວນັ້ນ ໄດ້ໜູນປິ່ນອອ້ມດ້ວຍເຄື່ອງຈັກນາລິກາ ( 12 ຊົ່ວໂມງ/ຮອບ ) ຈຶ່ງເຮັດໃຫ້ເສັ້ນທີ່ຂີດຢູ່ເທິງບັ້ງກະດາດມາດຕາສວ່ນດັ່ງກ່າວນັ້ນເປັນເປັນເສັ້ນໂຄງ ແລະ ຂະຫຍັບຂື້ນໆລົງໆ ຊຶ່ງເປັນການບອກໃຫ້ເຮົາຮູ້ເຖິງ ອຸນຫະພູມ ຕາມເວລາຕ່າງໆໃນໄລຍະ 24 ຊົ່ວໂມງ ຕາມການໜູນປີ່ນ 1 ຮອບຂອງບັ້ງກະດາດກຣາຟນັ້ນ.

ແຕກໂມກຣາຟນີ້ເປັນອຸປະກອນທີ່ໃຊ້ງ່າຍ ແລະ ສະດວກດີ,ນັ້ນຄື ຜູ້ຮັບຜິດຊອບບັນທຶກອຸນຫະພູມປະຈຳວັນ ພຽງແຕ່ຄອຍປ່ຽນບັງກະດາດມາດຕາສ່ວນນັ້ນທຸກໆວັນ ຕາມເວລາເກົ່າເທົ່ານັ້ນ.

ຮູບ ແຕກໂມກຣາຟ

ຂ.ແຕກໂມແມດຕູ້

ແຕກໂມແມດຕູ້ ( Thermometre a Tamis ) ແມ່ນແຕກໂມແມດຫຼອດແກ້ວ ທີ່ບັນຈຸນໍ້າບາຫຼອດແບບທຳມະດາ ຊຶ່ງຕັ້ງໄວ້ຢູ່ໃນຕູ້ຊະນິດໜຶ່ງ ເອີ້ນວ່າຕູ້ ສກຣີນ ( Screen ) ຫຼືຕູ້ຕອງອາກາດ.ຕູ້ຊະນິດນີ້ມີບານເປັນເກັດໃຫ້ອາກາດຜ່ານເຂົ້າອອກໄດ້.ຕູ້ດັ່ງກ່າວນີ້ ຕັ້ງຢູ່ສູງຈາກພື້ນດີນ ແຕ່ 1,25 ແມັດ ຫາ 2 ແມັດ.ຖ້າຕ້ອງການສຳຫຼວດອຸນຫະພູມຂອງອາກາດເວລາໃດກໍໄຂປະຕູອອກແລ້ວອ້ານແລະບັນທຶກໂລດ.

ຮູບ ແຕກໂມແມັດຕູ້

ຄ.ແຕກໂມແມດສູງສຸດ

ແຕກໂມແມັດສູງສຸດ ( Thermometre a maxima ) ແມ່ນແຕກໂມແມດ ທີ່ສ້າງຂື້ນມາ ເພື່ອໃຊ້ວັດແທກອຸນຫະພູມສູງສຸດຂອງອາກາດໃນວັນໜຶ່ງໆແຕກໂມແມດ ຊະນິດນີ້ເຮັດດ້ວຍຫຼອດແກ້ວບັນຈຸນໍ້າບາຫຼອດ ບາງຊະນິດ ກໍມີຮູຫຼອດແກ້ວຕອນໃກ້ໆກັບເປົ້ານໍ້າບາຫຼອດນັ້ນຕິບຫຼາຍທີ່ສຸດ.ເມື່ອອຸນຫະພູມສູງຂື້ນ,ນໍ້າບາຫຼອດທີ່ຢູ່ໃນເປົ້າບາຫຼອດນັ້ນ ກໍຂະຫຍາຍຕົວແລ້ວດັນຜ່ານຮູຕິບນັ້ນອອກໄປ ແລະ ເມື່ອອຸນຫະພູມຕໍ່າລົງ ນໍ້າບາຫຼອດຢູ່ໃນເປົ້ານັ້ນກໍ່ຈະຄົງຫົດຕົວເຂົ້າ,ແຕ່ວ່າ ພາກສ່ວນທີ່ຢູ່ໃນ ຮູຫຼອດແກ້ວນັ້ນບໍ່ສາມາດຈະຜ່ານຮູ້ຕິບນັ້ນເຂົ້າມາຢູ່ໃນເປົ້າໄດຈຶ່ງຄ້າງຢູ່ເໜືອຮູຕິບນັ້ນເອງ. ປາຍສ່ວນເທິງຂອງຄໍາບາຫຼອດ ທີ່ຄ້າງຢູ່ເໜືອຕິບໄປນັ້ນກໍແມ່ນຈຸດສູງສຸດຂອງອຸນຫະພູມໃນວັນນັ້ນ.ເພື່ອຕ້ອງການຢາກຕັ້ງແຕກໂມແມດ ຊະນິດດັ່ງກ່າວນີ້ເພື່ອວັດແທກອຸນຫະພູມສູງສຸດອີກ,ເຮົາກໍພຽງແຕ່ເອົາມືຈັບແຕກໂມແມັດໃຫ້ແໜ້ນ ໂດຍໃຫ້ເປົ໊ານໍ້າບາຫຼອດຢູ່ດ້ານນອກ ແລ້ວຟິດໄປຟິດມາແຮງໆ ຫຼາຍໆຄັ້ງ.ແຮງຟິດໄປມານັ້ນ ຈະເຮັດໃຫ້ນ້ຳບາຫຼອດທີ່ຄ້າງຢູ່ໃນຮູຫຼອດແກ້ວນັ້ນສາມາດຜ່ານຮູຕີບເຂົ້າໄປຕໍ່ກັບນ້ຳບາຫຼອດຢູ່ໃນປົ້ານັ້ນໄດ້ ແຕ່ສຳລບບາງຊະນິດຂອງແຕກໂມສູງສຸດນີ້ເພີ່ນໃຊ້ເຂັມລອຍເພື່ອຊີ້ບອກອຸນຫະພູມສູງສຸດຂອງແຕ່ລະວັນ ເມື່ອອຸນະພູມຂື້ນນ້ຳໃນບາຫຼອດກໍ່ຈະຂະຫຍາຍຕົວແລ້ວດັນໃຫ້ເຂັມລອຍເລື່ອນຂື້ນໄປຫາສ່ວນເທິງຂອງຫຼອດແກ້ວ ແລະ ເມື່ອອຸນຫະພູມຕ່ຳລົງນ້ຳບາຫຼອດກໍ່ຈະຫົດຕົວ ແຕ່ເຂັມລອຍນັ້ນຈະຄ້າງຢູ່ຈຸດເກົ່າ ຈຸດດັ່ງກ່າວນັ້ນ ປາຍສ່ວນລຸ່ມຂອງເຂັມລອຍນັ້ນກໍຈະບອກໃຫ້ຮູ້ເຖິງອຸ່ນຫະພູມສູງສຸດໃນວັນນັ້ນ ເມື່ອຕ້ອງການຈະຕັ້ງໃໝ່ອີກເຮົາກໍພຽງແຕ່ເອົາແທ່ງແມ່ເຫຼັກນ້ອຍໆດູດເອົາເຂັມລອຍນັ້ນໃຫ້ເລື່ອນລົງມາຕໍ່ກັບລຳບາຫຼອດເທົ່ານັ້ນເອງ.

ຮູບແຕກໂມແມັດຕູ້

ງ. ແຕກໂມຕ່ຳສຸດ.

ແຕກໂມຕ່ຳສຸດ ( Therometre a Minima ) ແມ່ນແຕກໂມແມດ ທີ່ໃຊ້ສຳລັບວັດແທກອຸນຫະພູມຕ່ຳສຸດຂອງອາກາດປະຈຳວັນ ແຕກໂມແມດຊະນິດນີ້ເຮັດດ້ວຍຫຼອດແກ້ວບັນຈຸນ້ຳເຫຼົ້າ ແລະ ມີແທ່ງແກ້ວນ້ອໆທີ່ທັ້ງ 2 ສົ້ນຂອງມັນເປັນເປົ້າເອີ້ນວ່າເຂັມລອຍແຊ່ຢູ່ກັບນ້ຳເຫຼົ້າໃນຮູຫຼອດແກ້ວນັ້ນ.

( ຮູບ ແຕກໂມແມດຕ່ຳສຸດ )

ເມື່ອອຸນຫະພູມຕ່ຳລົງນ້ຳເຫຼົ້າກໍຈະຫົດຕົວສັ້ນເຂົ້າຈົນຜິວໜ້າຂອງມັນລົງມາແຕະກັບຂອບລອຍ ຍ້ອນຄວາມຕືງຂອງຜິວໜ້າຈື່ງເຮັດໃຫ້ຂອງລຳນ້ຳເຫຼົ່ານີ້ດັນໃຫ້ເຂັມລອຍຖອຍລົງມາທາງລຸ່ມ ເມື່ອນອຸນຫະພູມສູງຂື້ນນ້ຳເຫຼົ້າກໍ່ຈະຂະຫຍາຍຕົວ ແລະ ໄຫຼຜ່ານເຂັມລອຍໄປໂດຍບໍ່ເຮັດໃຫ້ເຂັມລອຍນີ້ຜ່ານໄປໄດ້ ດັ່ງນັ້ນເຂັມລອຍຈື່ງຄ້າງຢູ່ບ່ອນເກົ່າ ແລະ ປາຍສ່ວນເທິງຂອງມັນກໍຈະບອກໃຫ້ຮູ້ເຖິງອຸນະພູມຕ່ຳສຸດຂອງອາກາດໃນວັນນັ້ນ ເມື່ອຕ້ອງການຈະຕັ້ງແຕກໂມແມດດັ່ງກ່າວນີ້ໄຫມ່ອີກເພື່ອວັດແທກອຸນຫະພູມຕ່ຳສຸດອີກນັ້ນເຮົາພຽງແຕ່ງ່ຽງມັນລົງໂດຍໃຫ້ເປົ້ານ້ຳເຫຼົ້າສູງຂື້ນ ເຂັມລອຍກຈະເລື່ອນລົງມາຢຸດຢູ່ທີ່ຜິວໜ້າຂອງລຳນ້ຳເຫຼົ້າພໍດີ ແລ້ວກໍ່ຕັ້ງແຕກໂມແມດຕາມເດີມ.

ຈ. ແຕກໂມແມັດການແພດ

ແຕກໂມແມດການແພດ ຫຼື ບາງເທື່ອເພີ່ນກໍເອີ້ນວ່າແຕກໂມແທກໄຂ້ ແມ່ນອຸປະກອນຊະນິດໜື່ງຂອງແພດໝໍ ແຕກໂມຊະນິດນີ້ເຮັດດ້ວຍຫຼອດແກ້ວບັນຈຸນ້ຳບາຫຼອດເຊິ່ງມີຄອງກີດຕີບໆໃກ້ກັບເປົ້ານ້ຳບາຫຼອດ ລັກສະນະທີ່ແຕກຕ່າງກັບແຕກໂມແມດແນວອື່ນນັ້ນ ແມ່ນຕົວເລກບອກມາດຕາສ່ວນເຊິ່ງມັນເລີ່ມຕົ້ນແຕ່ຈຸດ 35ອົງສາເຊ ຫາ 42ອົງສາເຊ ທັ້ງນີ້ກໍເພາະວ່າມັນໃຊ້ໄວ້ສຳລັບວັດແທກອຸນຫະພູມອຸນຫະພູມຂອງຄົນໂດຍສະເພາະເທົ່ານັ້ນ ໃນການໃຊ້ແຕກໂມແມດແທກໄຂ້ນີ້ ກ່ອນອື່ນຕ້ອງສັງເກດເບີ່ງວ່ານ້ຳບາຫລອດນັ້ນຢູ່ຕ້ຄອງຄົດຫຼືບໍ່ ຖ້າເຫັນວ່າລະດັບຂອງນ້ຳບາຫຼອດສູງກວ່າຄອງຄົດນັ້ນຂື້ນໄປກໍຄວນຈັບແຕກໂມແມດຟິດໄປມາຫຼາຍຄັ້ງຈົນກວ່ານ້ຳບາຫຼອດຈະລົງໄປຢູ່ໃຕ້ຄອງຄົດ ເມື່ອແຕກໂມແມັດຖືກອຸ່ນຫະພູມຂອງຄົນ ນ້ຳບາຫຼອດກໍ່ຈະຂະຫຍາຍຕົວແລ້ວໄຫຼຜ່ານຄອງຄົດນັ້ນຂື້ນໄປຕາມມາດຕາສ່ວນທີ່ໝາຍໄວ້ນັ້ນ

ນອກຈາກບັນດາແຕກໂມແມດຊະນິດຕ່າງໆທີ່ໄດ້ກ່າວມາແລ້ວນັ້ນກໍຍັງມີແຕກໂມແມດບາງຊະນິດອີກທີ່ມີການນຳໃຊ້ກັນ ເຊັ່ນ ແຕກໂມແມດປະສົມທັ້ງຕ່ຳສຸດ ແລະ ສູງສຸດ ແລະ ແຕກໂມແມດໜ້າປັດເປັນຕົ້ນ.

( ຮູບ ແຕກໂມແມດການແພດ )

4. ຫົວໜ່ວຍສຳລັບການວັດແທກອຸນຫະພູມ

ຫົວໜ່ວຍທີ່ນິຍົມໃຊ້ກັນຫຼາຍກວ່າໝູ່ ໃນການວັດແທກອຸນຫະພູມນັ້ນແມ່ນ ອົງສາແຊນຊີອຸດ ຫຼື ອົງສາຊັງຕີກຣາດ ເຊີ່ງຂຽນຫຍໍ້ວ່າ “ “ ສຳລັບແຕກໂມແມດທີ່ໃຊ້ຫົວໜ່ວຍວັດແທກເປັນອົງສາຊັງຕີກຣາດນີ້ຈະມີຈຸດແຂ້ນແຂງຂອງນ້ຳທີ່0 ແລະຈຸດເດືອດຂອງອາຍນ້ຳຟົດທີ່ 100ຂີດອົງສາ ທີ່ມີໄລຍະຫ່າງເທົ່າກັນເຊິ່ງແຕ່ລະຂີດມີຄ່າເທົ່າກັບ 1ອົງສາ ຈື່ງເອີນວ່າ ອົງສາຊັງຕີກຣາດ ຫຼື ແຊນຊີອຸດ ເປັນຫົວໜ່ວຍວັດແທກນີ້ ຖ້າວ່າອຸນຫະພູມສູງກວ່າ 0ອົງສາ ແມ້ນໝາຍເຖິງອຸນຫະພູມເປັນ0ອົງສາບວກ ເຊັ່ນ 4 ເອີ້ນວ່າສີ່ອົງສາແຊນຊີອຸດ ແຕ່ຖ້ສອຸນຫະພູມຫາກຕ່ຳກວ່າ 0ອົງສາ ເພີ່ນເອີ້ນວ່າອຸນຫະພູມເປັນອົງສາລົບ ເຊັ່ນ -4 ເອີ້ນວ່າລົບສີ່ອົງສາແຊນຊີອຸດ

ຫົວໜ່ວຍວັດແທກອຸຫະພູມອີກຊະນິດໜື່ງທີ່ມີການນຳໃຊ້ກັນອີກ ໂດຍສະເພາະແມ່ນຢູ່ໃນລະບົບການວັດແທກຂອງອັງກິດນັ້ນ ແມ່ນອັງສາຟາເຣນໄຮ ຊື່ງຂຽຫຍໍ້ວ່າ “ ” ແຕກໂມຊະນິດນີ້ໃຊ້ການວັດແທກເປັນອົງສາຟາເຣນໄຮນີ້ມີຈຸດແຂ້ນແຂງຂອງນ້ຳ32ອົງສາ ແລະ ຈຸດເດືອດທີ່ 212ອົງສາ ແທນທີ່ຈະແມ່ນ0ອົງສາ ແລະ 100ອົງສາ ຄືກັບແຕກໂມແບບແຊນຊີອຸດ ແຕ່ໄລຍະຈຸດ32 ໄປຫາ 212ອົງສາແມ່ນມີຄວາມຍາວໄລຍະແຕ່ 0ຫາ100 ແຕ່ເພີ່ນແບ່ງໄລຍະດັ່ງກ່າວອອກເປັນ180ຫ້ອງເທົ່າກັນ ແລະ ແຕ່ລະຫ້ອງນັ້ນກໍ່ມີຄ່າເທົ່າກັບ 1ອົງສາ ເຊີ່ງເພີ່ນເອີ້ນວ່າອົງສາຟາເຣັນໄຮ ສຳລັບອຸນຫະພູມທີ່ເປັນອົງສາລົບນັ້ນກໍ່ແມ່ນຢູ່ຈຸດທີ່ຕ່ຳກວ່າ 0ອົງສາເຊັ່ນດຽວກັບແຕກໂມແບບແຊນຊີອຸດ

ໃນການລາຍງານອຸນຫະພູມຂອງອາກາດສຳລັບແລກປ່ຽນກັນລະຫວ່າງປະເທດນັ້ນອົງການອຸຕຸນິຍົມວິທະຍາໂລກໄດ້ຕົກລົງໃຫ້ອົງສາແຊນຊີອຸດເປັນຫົວໜ່ວຍວັດແທກຢ່າງເປນເອກະພາບກັນທັ້ງນີ້ກໍ່ເພື່ອຄວາມສະດວກໃນການວິເຄາະແຜນທີ່ອາກາດ

5. ການປຽບທຽບມາດຕາສ່ວນລະຫວ່າງອົງສາແຊນຊີອຸດ ແລະ ອົງສາຟາເຣັນໄຮ

ອົງສາແຊນຊີອຸດ ແລະ ອົງສາຟາເຣັນໄຮ ແມ່ນຊື່ຂອງນັກວິທະຍາສາດຜູ້ສ້າງແຕກໂມແມດຂື້ນມາ ແຊນຊີອຸດໄດ້ແບ່ງມາດຕາສ່ວນຂອງແຕກໂມແມດອອກເປັນ 100ອົງສາ ເຊິ່ງເຮົາເອີ້ນວ່າອົງສາແຊນຊີອຸດ ແຕ່ສຳລັບຟາເຣັນໄຮນັ້ນ ເຂົາໄດ້ແບ່ງມາດຕາສ່ວນຂອງແຕກໂມແມດອອກເປັນ180ອົງສາ ເຊີ່ງເອີ້ນວ່າອົງສາຟາເຣັນໄຮ ຢູ່ໃນແຕກໂມບາງຊະນິດ ຈະມີພຽງມາດຕາສ່ວນແຊນຊີອຸດ າງຊະນິດກໍມີພຽງແຕ່ ຟາເຣັນໄຮ ແລະ ບາງະນິດກໍມີທັ້ງສອງຢ່າງ ຖ້າເອົາແຕກໂມທີ່ມີໜ່ວຍວັດແທກເປັນອົງສາແຊນຊີອຸດ ແລະ ຟາເຮັນໄຮມາວັດແທກອຸນຫະພູມໜື່ງໃບ່ອນດຽວກັນ ແລະເວລາດຽວກັນເຮົາຈະເຫັນວ່າລະດັບຄວາມສູງຂອງນ້ຳໃນບາຫຼອດແກ້ວນັ້ນຕ້ອງເທົ່າກັນສະ

ເໝີ ແຕ່ຕົວເລກທີ່ໝາຍໄວ້ແຕກຕ່າງກັນ ເຊັ່ນຖ້າເຮົາວັດແທກອຸນຫະພູມຂອງນ້ຳເຢັນດ້ວຍແຕກໂມອົງສາແຊນຊີອຸດ ຈະໄດ້ປະມານ 5ອົງສາເຊ ແລະແຕກໂມຟາເຮັນໄຮຈະໄດ້ 41ອົງສາເຊ

ອີງຕາມຈາກໄລຍະ 0 ຫາ 100 ອົງສາ ຂອງອົງສາເຊທີ່ມີໄລຍະຍາວເທົ່າໆກັນກັບໄລຍະແຕ່ຈຸດ 32 ຫາ 212ອົງສາ ຂອງຟາເຮັນໄຮນັ້ນ ເຮົາຈື່ງສາມາດປຽບທຽບຕາມມາດຕາສ່ວນຂອງອົງສາທັ້ງ2ໃສ່ກັນໄດ້ຄື 1ອົງສາເຊ

ເທົ່າກັບ ຫຼື 1 ເທົ່າກັບ ຖ້າເຮົາຮູ້ຈັກຈຳນວນຂອງອົງສາ

ແນ່ນອນແລ້ວເຮົາກໍຈະໄດ້ຈຳນວນຂອງອົງສາ ເຊີ່ງເທົາກັບ 32+(1,8xຈຳນວນຂອງອົງສາ ) ແລະຖ້າເຮົາຮູ້ຈັກຈຳນວນຂອງອົງສາ ແນ່ນອນແລ້ວ ເຮົາກຈະໄດ້ຈຳນວນຂອງອົງສາ ເຊັ່ນດຽວກັນ

( x ດັ່ງນັ້ນຈື່ງຂຽນເປັນສູດດັ່ງນີ້

  • x ຈຳນວນອົງສາ ) ຫຼື
  • </ul>

    ຕົວຢ່າງ

    • ປ່ຽນອຸນຫະພູມ 35 ເປັນອົງສາຈະໄດ້ດັ່ງນີ້
    • ປ່ຽນອຸນຫະພູມ 41 ເປັນອົງສາຈະໄດ້ດັ່ງນີ້

    F = 32 +( 1,8 x 35 )

    F = 32 + 63

    F = 95

    C = ( 41 - 32 ) x

    C = 9 x

    C = 5

หมายเลขบันทึก: 628825เขียนเมื่อ 25 พฤษภาคม 2017 14:38 น. ()แก้ไขเมื่อ 25 พฤษภาคม 2017 14:38 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท