ເນື້ອ​ເພງ ສາວ​ຊຽງ​ຂວາງ


ເພງ ສາວຊຽງຂວາງ

ແຕ່ງໂດຍ: ໄຊຍະສິນ ສີໂຄດຈຸນລະມະນີ

ຮ້ອງໂດຍ: ບຸນເລັ່ງ ຈັນທະລັງສີ



ເຖິງແຜ່ນດິນອັນແສນຮັກແພງ

ຂອງປະຊາລາວຜູ້ອາດຫານ

ຍັງມີສາວສວຍງາມເຫຼືອເກີນ

ເຊີນແມ໋ເຊີນ ອ້າຍທະຫານ ພະນັກງານທົ່ວໜ້າ

ເຊີນມາແວ່ຍາມສາວຊຽວຂວາງ

ມາແວ່ເບີ່ງຈັກມື້ຈັກວັນ

ເມື່ອຮອດຍາມເຂົ້າໃນນາຂຽວງາມອຸ່ມທຸ່ມ

ປ່າມັນຕົ້ນໄຮ່ສາລີຂຽວອຸ່ມທົ່ວໂນນພູ

ໃຜກໍ່ກໍ່ຍ້ອງວ່າສາວບ້ານເຮົາຈັ່ງແມ່ນເກັ່ງແທ້ໜາ

ເຮັດນາກກໍ່ໄດ້ໄປລຳລຽງກໍ່ເກັ່ງ

ສາວຊຽງຂວາງຈິດໃຈປອດໃສດັ່ງນ້ຳມວນພວມຫຼິິນໄຫຼເຍັນ

ຢູ່ກ້ອງຮົ່ມແປກລົມພັດວີ່ວອນໜ້າອອນຊອນແມ່ນສາວກອງຫຼອງ

ແມ່ນກອງຮ້ອຍສິບສອງມິລີແປດພວມມເຝິກແອບວິຊາທະຫານ

ເພື່ອຕ້ານທານກັບໂຈນອາກາດເມລິກາ

.....ໂອ໊ສາວຊຽງຂວາງ ສາວບ້ານເຮົາ ສົມທີ່ເປັນຍິງໜຸ່ມລາວ

ພິລະອາດຫານສົມເປັນລູກຫຼານຂອງປະຊາຊົນ

ເໝືອນົກແອ່ນບິນເຈີດທົ່ວເມືອງລາວໜ້າຮັກແທ້ແມ່ສາວຊຽງຂວາງ

ໜ້າສວຍໆຕາດຳໆຄຳກົມຄີງບາງ

ບ່າພາຍປືນຍີ້ມແຍ້ມແຈ່ມໃສ ພວມກ້າວໄປຕາມເສັ້ນທາງປົດປ່ອຍປະເທດຊາດ

หมายเลขบันทึก: 628817เขียนเมื่อ 25 พฤษภาคม 2017 10:37 น. ()แก้ไขเมื่อ 25 พฤษภาคม 2017 10:37 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท