ບົດບາດແລະຄວາມສຳຄັນຂອງບັນຍາກາດ

1. ບັນຍາກາດຫັກເຫລັງສີຂອງຕາເວັນຫຼືເທຫະວັດຖຸອື່ນໆ.

ເມື່ອລັງສີຂອງດວງຕາເວັນຫຼືຂອງເທຫະວັດຖຸອື່ນໆເດີນຜ່ານເຂດບັນຍາກາດ,ມັນຈະຖືກຫັກເຫຂື່ງເຮັດໃຫ້ເກີດມີປາກົດການຕ່າງໆເຊັ່ນ:

Øແສງຂອງດວງດາວຕ່າງໆໃນທ້ອງຟ້າມີລັກສະນະເປັນລະຍິບລະຍັບບໍ່ຄົງທີ່.

Øດວງຕາເວັນ,ດວງຈັນຫຼືເທຫະວັດຖຸອື່ນໆປາກົດວ່າຂຶ້ນຈາກທ້ອງຟ້າໄວກ່ວາປົກກະຕິແລະຕົກລັບຂອບຟ້າໄປຊ້າກ່ວາປົກກະຕິ.ດັ່ງນັ້ນຈຶ່ງເຮັດໃຫ້ໂລກໄດ້ຮັບແສງສະຫວ່າງຈາກດວງຕາເວັນຫຼືເທຫະວັດຖຸອື່ນໆນັ້ນເກີນກ່ວາເວລາຕົວຈິງທີ່ມັນພົ້ນຈາກຂອບຟ້າຂຶ້ນມາແລະຕົກລັບຂອບຟ້າໄປ.

Øເມື່ອດວງຕາເວັນຫຼືດວງຈັນພວມໂຜ່ຂຶ້້ນຈາກຂອບຟ້າຫຼືພວມຈະຕົກລົງຂອບຟ້າໄປນັ້ນເຮົາຈະເຫັນແສງຈາກຂອບທາງລຸ່ມຂອງມັນມີການຫັກເຫຫຼາຍກ່ວາຂອບເທິງຂື່ງເຮັດໃຫ້ມັນມີລັກສະນະບິດບ້ຽວ,ໝາຍຄວາມວ່າບໍ່ເປັນຮູບວົງມົນຄັກປານໃດ.

ຮູບ ສະແດງໃຫ້ເຫັນວ່າດວງຕາເວັນຂື້ນໄວ ແລະ ຕົກຊ້າກວ່າ ເວລາຕົວຈິງ

2. ບັນຍາກາດດູດເອົາຄວາມຮ້ອນແລະສະທ້ອນລັງສີຂອງຕາເວັນ.

ລັງສີຂອງຕາເວັນທີ່ແຜ່ລົງມາຍັງໂລກເຮົານີ້ມີຄວາມຮ້ອນສູງທີ່ສຸດ,ແຕ່ເມື່ອມັນເດີນຜ່ານເຂດບັນຍາກາດຂອງໂລກແລ້ວຄວາມຮ້ອນດັ່ງກ່າວກໍ່ຫຼຸດຜ່ອນລົງ.ນັ້ນກໍ່ເພາະວ່າບັນຍາກາດໂລກໄດ້ສະທ້ອນກັບແລະດູດກືນເອົາລັງສີຂອງດວງຕາເວັນໄວ້ເປັນຂຳນວນຫຼວງຫຼາຍຄືໃນປະລິມານຄວາມຮ້ອນ100ກາລໍຮີທີ່ສົ່ງມາຈາກດວງຕາເວັນນັ້ນແມ່ນມີເຖິງ42%ຫຼືຖືກຊັ້ນບັນຍາກາດສະທ້ອນກັບຄືນແລະອີກ15%ແມ່ນຖືກບັນຍາກາດດູດກືນເອົາໄວ້.ດັ່ງນັ້ນຈຶ່ງມີພຽງແຕ່43%ເທົ່ານັ້ນທີ່ສາມາດແຜ່ລົງມາຮອດໜ້າດິນ.ແຕ່ເມີ່ອລົງມາຮອດໜ້າດິນແລ້ວພັດຍັງຖືກໜ້າດິນສະທ້ອນກັບຄີນອີກຮອດ10%ຈຶ່ງມີພຽງແຕ່335ເທົ່ານັ້ນທີ່ສາມາດຢັ່ງລົງໄປໃນດິນໄດ້.

ຮູບ ສະແດງອັດຕາສ່ວນຂອງຄວາມຮ້ອນຈາກດວງຕາເວັນທີ່ໂລກເຮົາໄດ້ຮັບ ແລະ ສູນເສຍໄປ

ຍ້ອນການສະທ້ອນລັງສີດັ່ງກ່າວນັ້ນຍັງເຮັດໃຫ້ເຮົາເຫັນປາກົດການບາງຢ່າງໃນທ້ອງຟ້າ,ເປັນຕົ້ນຄືເມື່ອດວງຕາເວັນຕົກລັບຂອບຟ້າໄປແລ້ວເຮົາກໍ່ຍັງເຫັນທ້ອງຟ້າແຈ້ງສະຫວ່າງຢູ່ອີກໄລຍະໜື່ງ.ປາກົດການດັ່ງກ່າວນີ້ເອິ້ນວ່າ:ຕາເວັນຍໍແສງ. ຖ້າຫາກບັນຍາກາດບໍ່ສະທ້ອນລັງສີຄືດັ່ງກ່າວນັ້ນແລ້ວ,ພໍແຕ່ດວງຕາເວັນຕົກລັບຂອບຟ້າໄປແລ້ວໂລກເຮົາກໍ່ຈະມືດທັນທີ.

3. ບັນຍາກາດກະຈາຍລັງສີຂອງຕາເວັນ.

ລັງສີຂອງຕາເວັນທີ່ແຜ່ລົງມາຍັງໂລກເຮົານີ້ມີທຸກໆຊະນິດນໍຳກັນ,ແຕ່ເມື່ອມາກະທົບໃສ່ກັບບັນຍາກາດຂອງໂລກແລ້ວລຳແສງຕ່າງໆກໍ່ຈະເກີດການກະຈາຍ,ໃນບັນຍາກາດຈະກະຈາຍແສງສີນ້ຳເງິນຫຼາຍກ່ວາແສງສີແດງຈຶ່ງເຮັດໃຫ້ເຮົາເຫັນປາກົດການຕ່າງໆເຊັ່ນ:

Ø ເຫັນວ່າທ້ອງຟ້າມີສີນ້ຳເງິນ( ສີຟ້າ ) ,ຖ້າບໍ່ມີບັນຍາກາດທ້ອງຟ້າຈະເປັນສີດຳ.

Ø ເຫັນດວງຕາເວັນແລະດວງເດືອນເປັນສີແດງເມື່ອຢູ່ໃກ້ຂອບຟ້າ.

4. ບັນຍາກາດກັ່ນຕອງຫຼືດູດລັງສີບາງຊະນິດຂອງດວງຕາເວັນ.

ລັງສີຂອງຕາເວັນທີ່ແຜ່ມາຍັງໂລກເຮົານີ້ມີຢູ່ຫຼາຍຊະນິດດ້ວຍກັນ,ແຕ່ເມື່ອຜ່ານບັນຍາກາດຂອງໂລກເຂົ້າມາ,ສະເພາະແລ້ວເມື່ອຜ່ານຊັ້ນໂອໂຊນ,ລັງສີຈຳນວນໜື່ງກໍໍ່ຖືກດູດໄວ້ເຊັ່ງລັງສີXເຊິ່ງຖືກດູດໄວ້ໝົດແລະລັງສີກາຍອິດເຊິ່ງຖືກດູດໄວ້ເກີອບໝົດເປັນຕົ້ນ.ຈຶ່ງເຮັດໃຫ້ອຸນຫະພູມລະຫວ່າງກາງເວັນກັບກາງຄືນຢູ່ເທິງໜ້າໂລກບໍ່ແຕກຕ່າງກັນຫຼາຍ.ຖ້າບໍ່ມີບັນຍາກາດ,ລັງສີກາຍອິດຈະລົງມາສູ່ໜ້າໂລກເຮົາຢ່າງງ່າຍດາຍແລະຈະທຳລາຍສິ່ງທີ່ມີຊີວິດຕ່າງໆຢູ່ເທິງໜ້າໂລກນີ້.

5. ບັນຍາກາດທີ່ເປັນມ່ານຫຼືແຜ່ນເກາະສໍຳລັບປ້ອງກັນຈາກອຸກະບາດ.

ບໍລິວານຂອງດວງຕາເວັນຈຳນວນໜິ່ງທີ່ມີທິດແລະວົງໂຄຈອນບໍ່ແນ່ນອນ.ດາວບໍລິວານຈຳພວກນີ້ໄດ້ແກດ້ແກ່ອຸກາບາດເຊິ່ງເຄີຍໄດ້ເລືອນລອຍເຂົ້າມາໃນບັນຍາກາດຂອງໂລກມື້ລະຫຼາຍລ້ອຍລ້ານຊິ້ນສ່ວນ.ຕາມການຄຳນວນຂອງບັນດານັກດາລາສາດແລ້ວປະມານວ່າມື້ໜຶ່ໆມີຊິ້ນສ່ວນອຸກກະບາດພຸ່ງເຂົ້າມາຫາໂລກເຮົາແຕ່ 60ລ້ານເຖິງ700ລ້ານອັນ.ແຕ່ຍ້ອນວ່າມີບັນຍາກາດ,ໂລກຂອງເຮົງຈິ່ງໄດ້ຮັບຄວາມປອດໄພມາເຖິງທຸກວັນນີ້ເພາະເມື່ອຜ່ານເຂົ້າມາໃນບັນຍາກາດຂອງໂລກແລ້ວວັດຖຸອຸກກະບາດເຫຼົ່ານັ້ນໄດ້ຖືກໄໝ້ໄປກ່ອນ.

6.ບັນຍາກາດຊ່ວຍກະຈາຍຄວາມຮ້ອນໃຫ້ແກ່ໂລກ.

ໜ່ວຍໂລກຂອງເຮົາໄດ້ຮັບຄວາມຮ້ອນຈາກດວງຕາເວັນບໍ່ສະໝໍ່ຳສະເໝີກັນໃນແຕ່ລະເຂດ.ບໍລິເວນເຂດສູນສູດແລະເຂດຮ້ອນຈະມີອຸນຫະພູມສູງກ່ວາຢູ່ເຂດອື່ນໆ.ແຕ່ຄວາມຮ້ອນດັ່ງກ່າວໄດ້ຖືກກະຈາຍໄປສູ່ເຂດຕ່າງໆຍ້ອນມີອາກາດສະເພາະແລ້ວກໍ່ແມ່ນລົມນັ້ນເອງ.ການທີ່ລົມພັດຜ່ານໄປມາຢູ່ສະເໝີກໍ່ຈະເຮັດໃຫ້ອາກາດຮ້ອນເຢັນລົງໄດ້.

7. ບັນຍາກາດເປັນທີ່ມາຂອງນ້ຳໃນສ່ວນຕ່າງໆຂອງແຕ່ລະທະວີບ.

ຕາມການຄົ້ນຕ້ວາຂອງບັນດານັກວິທະຍາສາດ.ໄດ້ພົບວ່າຢູ່ໃນອາກາດມີອາຍນ້ຳປະປົນຢູ່ຢ່າງໜ້ອຍ4%ໂດຍບໍລິມາດ.ອາຍນ້ຳດັ່ງກ່າວນີ້ມາຂາກແຫຼ່ງນ້ຳຕ່າງໆເປັນຕົ້ນແມນທະເລແລະມະຫາສະໝຸດ.ຍ້ອນການແຜດເຜົາຂອງແສງຕາເວັນໄດ້ເຮັດໃຫ້ນ້ຳກາຍເປັນອາຍແລະລອຍຂຶ້ນໄປປະປົນຢູ່ໃນບັນຍາກາດ.ເມື່ອອາກາດຊຸ່ມເຄື່ອນທີ່ໄປເຂດຕ່າງໆແລະເມື່ອອຸນຫະພູມຂອງບັນຍາກາດຫາກຕໍ່ຳລົງ,ອາຍນ້ຳຈະກັ່ນຕົວກາຍເປັນເມກແລ້ວມີຝົນຕົກຈຶ່ງພາໃຫ້ເກີດມີແມ່ນ້ຳ,ໜອງ,ທະເລສາບຫຼືແຫຼ່ງນ້ຳອື່ນໆທີ່ແຈກຢາຍຢູ່ຕາມສ່ວນຕ່າງໆຂອງແຕ່ລະທະວີບ.

8. ບັນຍາກາດມີບົດບາດຕໍ່ຊີວະຊາດຊະນິດຕ່າງໆ.

ອາກາດແມ່ນປັດໃຈອັນສໍຳຄັນແລະຕົ້ນຕໍສໍຳລັບການມີຊີວິິຂອງຊີວະຊາດທຸກໆຊະນິດ.ບໍ່ວ່າຄົນ,ສັດແລະພືດທັງໝົດກໍ່ລ້ວນແຕ່ຕ້ອງການອາກາດເພື່ອການຫາຍໃຈແລະເພື່ອໃຊ້ປະໂຫຍດຢ່າງອື່ນອີກ.ຍ້ອນມີອາກາດ,ອຸນຫະພູມຂອງໂລກຈຶ່ງພໍດີເໝາະສໍຳລັບການກໍຳເນີດແລະຂະຫຍາຍຕົວຂອງສິ່ງທີ່ມີຊີວິດນາໆຊະນິດ.ຖ້າໂລກຫາກຂາດບັນຍາກາດ,ໂລກກໍ່ຈະປາສະຈາກຊີວະຊາດໃດໆທັງໝົດ.

ບໍ່ພຽງແຕ່ເທົ່ນນັ້ນ,ບັນຍາກາດຍັງເປັນແຫຼ່ງກໍຳເນີດຂອງສິ່ງທີ່ມີຊີວິດທຳອິດຂອງໂລກ.ບັນດານັກວິທະຍາສາດຢັ້ງຢືນວ່າ,ໂດຍອາໄສແສງຕາເວັນເປັນພະລັງງານ,ຂະບວນວິວັດຂອງການປະສົມເຂົ້າກັນຂອງທາດເມຕານ,ກາສກາກໂບນິກແລະອະນຸພາກຂອງອາຍນ້ຳທີ່ຢູ່ໃນອາກາດນັ້ນໄດ້ເຮັດໃຫ້ຕົວວິຣຸດເກີດຂຶ້ນ.ຕົວວິຣຸດດັ່ງກ່າວນັ້ນແມ່ນຊີວະຊາດຕົວທຳອິດຂອງໂລກ.ຜ່ານຂະບວນວິວັດອັນຍາວນານ,ຕົວວິຣຸດດັ່ງກ່າວນັ້ນກໍ່ໄດ້ຜັນຂະຫຍາຍມາເປັນພືດແລະສັບພະສັດທັງຫຼາຍທັງປວງຕະຫຼອດເຖິງຄົນເຮົາຈົນມາເຖິງປະຈຸບັນນີ້.

บันทึกนี้เขียนที่ GotoKnow โดย  ใน Educatoins



ความเห็น (0)