​ສ່​ວນ​ປະ​ກອບ ແລະ ຊັ້ນ​ຂອງ​ບັນ​ຍາ​ກາດ ส่วนปะกอบ และ ชั้นของบันยากาด


1.ສ່ວນປະກອບທາງເຄມີ

ແຕ່ກ່ອນນັ້ນ,ຄົນເຮົາເຂົ້້າໃຈກັນວ່າ ອາກາດແມ່ນທາດຊະນິດໜຶ່ງໂດຍສະເພາະເທົ່ານັ້ນ.ແຕ່ພາຍຫຼັງການທົດລອງຫຼາຍໆຄັ້ງ ຂອງບັນດານັກວິທະຍາສາດຈຶ່ງຮູ້ວ່າ ອາກາດບໍ່ແມ່ນທາດ (Element) ແລະ ບໍ່ແມ່ນສານປະກອບ ( Compose ) ແຕ່ແມ່ນ ສານປະສົມ ( Melange )ຂອງບັນດາທາດຕ່າງໆ ຊຶ່ງລວມມີກາສຫຼາຍຊະນິດນໍາກັນ.ປະລິມານຂອງກາສຕ່າງໆໃນອາກາດໂດຍບໍລິມາດນັ້ນ ມີຄືດັ່ງນີ້

-ອາສົດ ຫຼື ນິຕະໂຣແຊນ ( N2 ) 78,09%

-ອົກຊີແຊນ ( 02 ) 20,95%

ນອກຈາກນີ້ ຍັງມີກາສອີກຈຳນວນໜຶ່ງ ຊຶ່ງບໍ່ສູ້ມີຫຼວງຫຼາຍປານໃດ,ເອີ້ນວ່າ”ກາສຫາຍາກ”( Gaz rares ) ຊຶ່ງໄດ້ແກ່

-ອາກກົງ ( Ar ) 0,932%

-ກາສກາກໂບນິກ ( Co2 ) 0,03%

-ເນອົງ ( Ne) 1,8.10-2

-ກຣິບຕົງ ( Kr) 1.10-5

-ເຮລິອອມ ( He ) 5,25.10-10

-ເຊນົງ ( Xe ) 0,8.10-5

-ຮີດະໂຣແຊນ ( H2 ) 5.10-5

-ໂອໂຊນ ( 03 ) 2.10-6

-ອາມໂມນິອັກ ( NH3 ) 2.10-6

-ອີໂອດ ( I2 ) 2,5.10-9

-ເມຕານ ( CH4 ) 1,5.10-4

-ຣາດົງ ( Rn ) 6.10-16

-ອົກຊິດ ນິຕະເຣີ ( N20) 6.10-18

ບໍ່ພຽງແຕ່ເທົ່ານັ້ນ,ຢູ່ໃນອາກາດຍັງມີອາຍນໍ້າ,ຝຸ່ນລະອອງ,ຄວັນໄຟ,ບັກເຕີຣີ,ເຊື້ອພະຍາດຕ່າງໆ ແລະ ອະນຸພາກຂອງສິ່ງວັດຖຸອື່ນໆອີກ.

ເມື່ອເບິ່ງຕາມຕົວເລກຂ້າງເທິງນີ້,ເຮົາຈະເຫັນວ່າ ປະລີມານສວ່ນໃຫ່ຍ ຂອງອາກາດແມ່ນອາສົດ ແລະ ອົກຊີແຊນຊຶ່ງລວມມີເຖິງ ປະມານ 99% ໂດຍບໍລິມາດ.ສ່ວນຍັງເຫຼືອອີກປະມານ 1% ນັ້ນແມ່ນບັນດາ “ກາສຫາຍາກ”ຕ່າງໆລວມທັງສິ່ງວັດຖຸອື່ນໆ ທີ່ໄດ້ກ່າວມາແລ້ວນັ້ນ.ບັນດາກາສຕ່າງໆ ແລະ ອົງປະກອບອື່ນໆຂອງອາກາດດັ່ງກ່າວນີ້ມີຄວາມສໍາຄັນ ແລະ ມີຄຸນປະໂຫຍດດັ່ງກ່າວນີ້ ຄື:

vອາສົດ: ເປັນທາດທີ່ປະສົມເຂົ້າກັບທາດອື່ນໄດ້ຍາກ.ແຕ່ອາສົດມີປະໂຫຍດຊວ່ຍເຈືອຈາງອົກຊີແຊນໃຫ້ອ່ອນລົງ ແລະ ເປັນທາດທີ່ຈຳເປັນແກ່ການຂະຫຍາຍຕົວຂອງພຶືດ ໂດຍອາໄສບັກເຕຣີໃນດິນເປັນຕົວພາ.

vອົກຊີແຊນ: ເປັນກາສທີ່ມີຄວາມຈໍາເປັນຍິ່ງສໍາລັບການຫາຍໃຈ ຂອງສິ່ງທີ່ມີຊີວິດໂດຍທົ່ວໄປ.ກາສອົກຊີແຊນນີ້ ຈະຄືນສະພາບມາອີກໃໜ່ໄດ້ ກໍຍ້ອນການສັງເຄາະແສງຂອງພືດສີຂຽວຕ່າງໆ,ນັ້ນຄື ຕົ້ນໄມ້ໄດ້ດູດເອົາກາສກາກໂບນິກ ແລ້ວປ່ອຍອົກຊີແຊນອອກມາ.

vກາສກາກໂບນິກ:ແມ່ນກາສທີ່ຈຳເປັນໃຫ້ແກ່ການສັງເຄາະຂອງພືດ,ມັນເກີດຈາກ,ການເຜົາໄໜ້ ແລະ ການຫາຍໃຈອອກຂອງຄົນ ແລະ ສັດ.ກາສດັ່ງກ່າວນີ້ຍັງເປັນສິ່ງທີ່ພາໃຫ້ມີການເນົ່າເປື່ອຍຂອງສິ່ງວັດຖຸຕ່າງໆ.ພ້ອມກັບອາຍນໍ້າ,ກາສກາກໂບນິກ ຍັງມີບົດບາດໃນການສະກັດກັ້ນລັງສີລຸ່ມແດງ (Infra-ftouges) ທີ່ໜ່ວຍໂລກກະຈາຍອອກໄປ ຊຶ່ງເປັນການຮັກສາບໍ່ໃຫ້ໜ່ວຍໂລກຂອງເຮົາໜາວເຢັນເກີນຄວນ.

vໂອໂຊນ:ເປັນກາສທີ່ມີປະໂຫຍດໃນການກັນຕອງລັງສີຕ່າງໆຂອງດວງຕາເວັນ ຄື ໂອໂຊນຈະດູດກືນເອົາລັງສີກາພອ້ດ ( Ultra-Violets ) ຂອງດວງຕາເວັນໄວ້ເກືອບໜົດ.ເຮັດໃຫ້ສິ່ງທີ່ມີຊີວິດຕ່າງໆຢູ່ເທິງໜ້າໂລກ ບໍ່ໄດ້ຮັບ ອັນຕະລາຍຈາກການເຜົາໄໜ້ຂອງດວງຕາເວັນ.ພ້ອມດຽວກັນນີ້,ມັນຍັງມີຄຸນສົມບັດ ໃນການປິ່ນປົວຮັກສາສຸຂະພາບຂອງຄົນເຮົາອິກດ້ວຍ.

vອາຍນໍ້າ:ເປັນສິ່ງທີ່ເຮັດໃຫ້ເກີດ ເມກ,ໜອກ,ຝົນ,ຫິມະ,ນໍ້າຄ້າງ,ໜາກເຫັບ...ມັນຍັງເຮັດໜ້າທີ່ຮັກສາ ອຸນຫະພຸມຂອງອາກາດໃຫ້ສະໜໍ່າສະເໜີ ຄື ໃນເວລາກາງຄືນອາຍນໍ້າໄດ້ຊ່ວຍຮັກສາຄວາມຮ້ອນຂອງດີນໃຫ້ຄົງທີ່ ແລະ ໃນເວລາກາງເວັນມັນຈະປ້ອງກັນບໍ່ໃຫ້ດີນໄດ້ຮັບຄວາມຮ້ອນເກີນຄວນ.

vອະນຸພາກຂອງສິ່ງວັດຖຸຕ່າງໆ:ໂດຍທົ່ວໄປແມ່ນຈຳພວກຂີ້ຝຸ່ນ,ເຖົ່າຖ່ານ,ຄວັນໄຟ,ເກຶອເຄມີ ແລະ ສິ່ງອຶ່ນໆທີ່ຖຶກສົ່ງອອກມາຈາກໂຮງງານອຸດສະຫະກຳ,ມາຈາກອົກຊິດ ກາກບອນ,ຈຸລະຊີບ...ອະນຸພາກເຫຼົ່ານີ້ ມີຄຸນປະໂຫຍດໃນການເຮັດໃຫ້ການກັ້ນຕົວຂອງອາຍນໍ້າມີຄວາມໄວເພີ່ມຂື້ນ ສະເພາະແມ່ນໃນເວລາ ທີ່ມັນເກີດປະຈຸໄຟຟ້າ ແລະ ທັງເຮັດໜ້າທີ່ເປັນແກນສໍາລັບການກັ້ນຕົວຂອງອາຍນໍ້າ,ຄືວ່າ ເມື່ອຄວາມຊຸ່ມສຳພັດຂອງອາກາດໄດ້ເພີ່ມຂື້ນເຖິງລະດັບທີ່ແນ່ນອນ ແລ້ວອາຍນໍ້າກໍຈັບກຸ່ມກັນເຂົ້າເປັນເມັດນໍ້ານ້ອຍໆ ອ້ອມໆອະະນຸພາກຕ່າງໆ ທີ່ໄດ້ກ່າວມານີ້ ແລ້ວກາຍເປັນເມກ,ໜອກ,ຝົນ ແລະ ອື່ນໆ.

2.ຊັ້ນຕ່າງໆຂອງບັນຍາກາດ.

ບັນຍາກາດທີ່ຫຸ້ມຫໍ່ໂລກເຮົານີ້ ມີຢູ່ຫຼາຍໆຊັ້ນນໍາກັນ.ສຳລັບການແບ່ງຊັ້ນຂອງບັນຍາກາດນີ້,ບັນດານັກວິທະຍາສາດໄດ້ແບ່ງໃນແງ່ຕ່າງໆແຕກຕ່າງກັນ ຄື:

-ແບ່ງຕາມລັກສະນະເພາະຂອງອາກາດຢູ່ໃນແຕ່ລະຍານຄວາມສູງຂອງບັນຍາກາດ.

-ແບ່ງຕາມສ່ວນປະກອບທາງເຄມີຂອງບັນຍາກາດຢູ່ໃນແຕ່ລະຍ່ານຄວາມສູງຂອງບັນຍາກາດ.

-ແບ່ງຕາມລັກສະນະການປ່ຽນແປງຂອງອຸນຫະພູມຢູ່ໃນຍ່ານຕ່າງໆຂອງບັນຍາກາດ.

ກ. ແບ່ງຕາມລັກສະນະສະເພາະຂອງອາກາດ

ໂດຍອີງຕາມລັກສະນະການເຄື່ອນໄຫວຂອງອາກາດ ທີ່ມີຈຸດພິເສດສະເພາະຢູ່ໃນແຕ່ລະໆດັບຄວາມສູງຂອງບັນຍາກາດນັ້ນ,ເພິ່ນໄດ້ແບ່ງຊັ້ນບັນຍາກາດອອກເປັນ 3 ຊັ້ນດ້ວຍກັນຄື:

Øຊັ້ນ Troposphere.

ຊັ້ນ Troposphere ເປັນຊັ້ນບັນຍາກາດທີ່ຢູ່ຕິດກັບໜ້າດີນ,ມີຄວາມໜາ ບໍ່ສະໜໍ່າສະເໜີ ຄື ແຕ່ 15 ຫາ 17 ກິໂລແມັດ,ໃນນີ້ ສະເພາະເຂດຂົ້ວໂລກ ແມ່ນໜາ ປະມານພຽງແຕ່ 6 ຫາ 9 ກິໂລແມັດ, ບັນຍາກາດຊັ້ນນີ້ ເປັນຊັ້ນທີ່ມີອາກາດໜາແໜ້ນ ກວ່າຊັ້ນອື່ນໆ ຄື ມັນບັນຈຸເຖິງ ປະມານ 3/4 ຂອງອາກາດທັງໜົດ,ເປັນຊັ້ນທີ່ມີຄວາມເປິເປື້ອນຫຼາຍ ແລະ ມີການປ່ຽນແປງຢູ່ເລື້ອຍໆ,ເປັນຊັ້ນທີ່ມີການປັ່ນປ່ວນຂອງອາກາດຢູ່ເປັນປະຈຳ,ມີກະແສອາກາດເຄື່ອນທີ່ໄປຕາມແນວນອນ ຫຼື ເຄື່ຶອນຂຶ້ນລົງຕາມແນວຕັ້ງ.ບັນດາປະກົດການສຳຄັນຂອງບັນຍາກາດ ສວ່ນໃຫ່ຍກໍ່ສະແດງອອກຢູ່ໃນບັນຍາກາດຊັ້ນນີ້ ເຊັ່ນ ປະກົດການຝົນຕົກ

ຮູບ ສະແດງຊັ້ນຕ່າງໆຂອງບັນຍາກາດ

ລົມພາຍຸ,ໜອກ,ຄວາມຊຸ່ມ,ຄວາມຮ້ອນ,ຄວາມໜາວ...ຫຼື ສະພາບຟ້າອາກາດຕ່າງໆເປັນຕົ້ນ.ໂດຍອີງຕາມລັກສະນະການເຄື່ອນໄຫວຂອງມັນ,ເພິ່ນແບ່ງບັນຍາກາດຊັ້ນດັ່ງກ່າວນີ້ ອອກເປັນ 2 ຊັ້ນຍ່ອຍອີກ ຄື:

-ແຕ່ 0 ຫາ 3 ກິໂລແມັດ : ເປັນຊັ້ນທີ່ມີອາກາດໜາແໜ້ນທີ່ສຸດ ແລະ ມີການເຄື່ອນໄຫວສັບສົນທີ່ສຸດ,ເປັນຊັ້ນທີ່ມີລົມພາຍຸຟ້າຄະນອງ,ພາຍຸໜຸນ ຫຼື ລົມອື່ນໆພັດເປັນປະຈຳ,ຊັ້ນດັ່ງກ່າວນີ້ ເປັນຊັ້ນທີ່ທາງການອຸຕຸນິຍົມເອົາໃຈໃສ່ຕິດຕາມສຳຫຼວດເປັນປະຈໍາ.

-ແຕ່ 3 ກິໂລແມັດຂື້ນໄປເຖິງເຂດແບ່ງ Tropopause ຊຶ່ງແບ່ງຕາມຊາຍແດນລະຫວ່າງຊັ້ນ Troposphere ກັບຊັ້ນ Stratosphere: ອາກາດກໍຍັງໜາແໜ້ນສົມຄວນ ແຕ່ການເຄື່ອນໄຫວບໍ່ສັບສົນປານໃດ,ຄວາມປັ່ນປ່ວນກໍຫຼຸດຜ່ອນລົງ.ການເຄື່ອນໄຫວຂອງອາກາດຢູ່ຊັ້ນດັ່ງກ່າວນີ້ ມີລັກສະນະເປັນຄື້ນຍາວໆ.ຢູ່ໃນຍ່ານສູງໆຂອງຊັ້ນນີ້ ສະເພາະແມ່ນຢູ່ລະຫວ່າງແຕ່ 8 ຫາ 12 ກິໂລແມັດ ແລະ ຢູ່ເຊິ່ງກັບຂົງເຂດເສັ້ນຂະໜານ 35ž ເໜືອ ແລະ ໃຕ້, ເພີ່ນສັງເກດໄດ້ວ່າ ມີກະແສລົມເທິງທີ່ພັດແຮງທີ່ສຸດ ຄື ມີຄວາມ ໄວປະມານ ແຕ່ 200 ຫາ 500 ກິໂລແມັດ/ຊົ່ວໂມງ ໂດຍພັດໄປຕາມທິດດຽວກັນ ກັບທິດໜູນປິ່ນອອ້ມຕົວເອງຂອງໜວ່ຍໂລກ.ກະແສລົມເທິງດັ່ງກ່າວນີ້ ເພິ່ນເອີ້ນວ່າ ກະແສລົມເທິງ Jet Stream.

Øຊັ້ນ Stratosphere

ບັນຍາກາດຊັ້ນນີ້ແມ່ນຊັ້ນທີ່ຢູ່ຖັດຈາກ Troposphere ຂື້ນໄປ ( ໂດຍທີ່ທັງ 2 ຊັ້ນນີ້ຖຶກຂັ້ນກັນດ້ວຍເຂດແບ່ງອາກາດ Tropopause ).ຊັ້ນດັ່ງກ່າວນີ້ ຢູ່ສຸງຈາກໜ້າດີນປະປານແຕ່ 17 ຫາ 50-60 ກິໂລແມັດ,ເປັນຊັ້ນທີ່ອາກາດມີລັກສະນະປົກກະຕິດີ,ມີກະແສອາກາດເຄື່ອນທີ່ຕາມແນວນອນເທົ່ານັ້ນ ແລະ ພັດແຮງພໍສົມຄວນ ຊຶ່ງເປັນປະໂຫຍດຫຼາຍ ທີ່ສຸດສຳລັບການບິນ.ຢູ່ໃນຊັ້ນບັນຍາກາດດັ່ງກ່າວນີ້ ບໍ່ປະກົດມີສະພາບທີ່ອາກາດເຢັນຢູ່ເທິງອາກາດຮ້ອນຄືກັບຢູ່ຊັ້ນ Troposphere ແລະ ເກືອບວ່າບໍ່ມີສະພາບອາກາດປັ່ນປ່ວນ ຫຼື ຟ້າຄະນອງເລີຍ.

Øຊັ້ນ Ionosphere.

ຊັ້ນ Ionosphere ເປັນຊັ້ນບັນຍາກາດທີ່ຢູ່ຖັດຈາກຊັ້ນ Stratosphere ຂື້ນໄປ ແລະ ຢູ່ສູງຈາກໜ້າໂລກ ແຕ່ 60 ຫາ 800-1500 ກິໂລແມັດ.ຊັ້ນນີ້ເປັນຊັ້ນທີ່ອາກາດມີລັກສະນະເບົາບາງທີ່ສຸດ ແລະ ເປັນຊັ້ນທີ່ບໍ່ປົກກະຕິປານໃດ.ໂມເລກຸນ ຫຼື ອະນຸຂອງອາກາດທົ່ວໄປແມ່ນຢູ່ໃນສະພາບແຕກຕົວເປັນອີອົງ (ບວກ ຫຼື ລົບ) ຈຶ່ງເຮັດໃຫ້ອາກາດບໍ່ປົກກະຕິ.ແຕ່ຊັ້ນ Ionosphere ນີ້ ເປັນຊັ້ນທີ່ສາມາດສະທ້ອນຄື້ນຕ່າງໆຂອງວິທະຍຸ ຈາກໜ້າດິນໄປສູ່ຂົງເຂດຕ່າງໆອອ້ມໂລກໄດ້

ສຳລັບຊັ້ນ Ionosphere ນີ້ລາງເທື່ອເພິ່ນຍັງແບ່ງອອກເປັນຊັ້ນຍ່ອຍຕ່າງໆອີກເອີ້ນວ່າເຂດ ເຊິ່ງລວມມີຄື

ເຂດ D : ແຕ່80-90 ກິໂລແມັດສູງຈາກໜ້າດິນ.

ເຂດ E :ແຕ່ 90- 140 ກິໂລແມັດສູງຈາກໜ້າດິນ.

ເຂດF: ແຕ່ 140 ກິໂລແມັດຈາກໜ້າດິນຂຶ້ນໄປ.

ສະເພາະເຂດF: ນີ້ຍັງຖືກແບ່ງອອກເປັນເຂດF1 (ແຕ່140ຫາ220ກິໂລແມັດ)ແລະເຂດF2 (ແຕ່220ກິໂລແມັດຮອດເຂດສູງສຸດຂອງບັນຍາກາດ)

ປັດໃຈສຳຄັນທີ່ບົ່ງບອກເຖິງລັກສະນະສະເພາະຂອງຊັ້ນ Ionosphere ນັ້ນແມ່ນອັດຕາຄວາມໜາແໜ້ນຂອງການແຕກຕົວເປັນອີອົງ, ນັ້ນໝາຍເຖິງຈຳນວນເອເລັກຕຣົງຕໍ່1ຊັງຕີແມັດຂອງອາກາດເຊິ່ງຕາມປົກກະຕິນັ້ນມັນຈະມີຈຳນວນເທົ່າໆກັບຈຳນວວນຂອງອີອົງ. ໂດຍອີງຕາມອັດຕາຄວາມໜາແໜ້ນຂອງການແຕກຕົວເປັນອີອົງ,ເພິ່ນພົບວ່າຢູ່ລຸ່ມເຂດD ນັ້ນຄວາມໜາແໜ້ນຂອງການແຕກຕົວເປັນອີອົງຂອງອາກາດມີອັດຕາຕ່ຳຫຼາຍຄືຕ່ຳກ່ວາ10-10 ແລະເມື່ອສູງຂຶ້ນໄປເທົ່າໃດອັດຕາດັ່ງກ່າວກໍ່ຍິ່ງເພີ່ມຂຶ້ນຢ່າງໄວວາຄືປະມານ10-5 ຢູ່ເຂດ E ແລະເພີ່ມຂຶ້ນເຖິງປະມານເສດສ່ວນຮ້ອຍເມື່ອຂຶ້ນໄປເຖິງລະດັບສູງ8oo ກິໂລແມັດ,ໃນລະດັບສູງ

ຮູບ ສະແດງເທິງຊັ້ນ Magnetesphere

ດັ່ງກ່າວນີ້,ຍ້ອນອິດທິພົນພາຍຸຂອງຕາເວັນ,ທົ່ງແມ່ເຫຼັກຂອງໂລກໄດ້ຖືກສະກັດໄວ້ແຕ່ມັນພັດມີປະຕິກິລິຍາທາງອຳນາດແມ່ເຫຼັກຢ່າງຮຸນແຮງທີ່ສຸດໃນບັນຍາກາດ. ໂດຍອິງຕາມລັກສະນະດັ່ງກ່າວນັ້ນ,ບັນດານັກວິທະຍາສາດຈຶ່ງໃສ່ຊື່ບັນຍາກາດຊັ້ນສູງໆນີ້ີ້ວ່າMagnetosphere ເຊິ່ງປະມານກັນວ່ານອນຢູ່ໃນລະດັບສູງຕັ້ງແຕ່ 800-1000 ກິໂລແມັດຈາກໜ້າດິນຂຶ້ນໄປ.

ຂ. ແບ່ງຕາມສ່ວນປະກອບທາງເຄມີຂອງອາກາດ.

ໂດຍອີງຕາມສ່ວນປະກອບທາງເຄມີຂອງອາກາດເຊິ່ງມີການແຕກຕ່າງກັນຢູ່ໃນແຕ່ລະຍ່ານຄວາມສູງນັ້ນ,ເພິ່ນແບ່ງຊັ້ນຂອງບັນຍາກາດອອກເປັນ3ຊັ້ນຄືດັ່ງນີ້:

Øແຕ່0-100 ກິໂລແມັດຈາກໜ້າດິນຂຶ້ນໄປແມ່ນຊັ້ນ Homosphere ເຊິ່ງແມ່ນຊັ້ນທີ່ປະກອບດ້ວຍອາສົດແລະອົກຊີແຊນເປັນສ່ວນໃຫຍ່.

Øແຕ່100ຫາປະມານ 640 ກິໂລແມັດແມ່ນຊັ້ນ Heterosphere ເຊິ່ງແມ່ນຊັ້ນຂອງບັນຍາກາດເບົາຕ່າງໆເຊັ່ນ: ອາສົດ,ຮີໂດຣແຊນ,ເຮລິອອມ...ເປັນຕົ້ນ.

Øແຕ່ 640ກຶໂລແມັດຂຶ້ນໄປຈຸດໜັກແມ່ນມີແຕ່ກາສຈຳພວກຮີໂດຣແຊນແລະເຮລີອອມ.ຊັ້ນນີ້ເອີ້ນວ່າຊັ້ນ Exosphere.ເຊິ່ງແມ່ນຊັ້ນທີ່ໂມລິກຸນຂອງອາກາດມີລັກສະນະເບົາບາງທີ່ສຸດແລະມີນ້ຳໜັກຕໍ່າທີ່ສຸດ ທັງມີທ່າອ່ຽງຈະປິວອອກຈາກບັນຍາກາດໄປເພາະແຮງດຶງດູດຕໍ່ໂລກຂອງມັນອອ່ນຫຼາຍ.

. ແບ່ງຕາມການປ່ຽນແປງຂອງອຸນຫະພູມ:

ອີງຕາມລັກສະນະການປ່ຽນແປງຂອງອຸນຫະພູມໃນຍ່ານຕ່າງໆຂອງບັນຍາກາດເພີ່ນແບ່ງຊັ້ນອອກເປັນ4ຊັ້ນຄື:

Øຊັ້ນ Troposphere : ອຸນຫະພູມຫຼຸດລົງຕາມລະດັບຄວາມສູງ,ຍິ່ງສູງຂຶ້ນໄປເທົ່າໃດອາກາດກໍ່ຍິ່ງເຢັນລົງ,ອຸນຫະພູມລົດລົງປະມານ oອົງສາ 60 ຕໍ່ທຸກໆໄລຍະ 100m ຕໍ່ຈາກໜ້າດິນຂຶ້ນໄປແລະເມື່ອສູງຂຶ້ນເຖິງເຂດສູງສຸດຂອງບັນຍາກາດຊັ້ນນີ້ແລ້ວອຸນຫະພູມກໍ່ມີລັກສະນະຄົງທີ່ຄືປະມານ -57 ອົງສາcຫາ -6oອົງສາc.

Øຊັ້ນ Stratosphere: ໃນເບື້ງຕົ້ນອຸນຫະພູມຢູ່ໃນລະດັບທີ່ຕໍ່າພໍເທົ່າໆກັບຢູ່ເຂດສູງສຸດຊອງຊັ້ນ Troposphere ແລະມີລັກສະນະເກືອບຄົງທີ່ຄືມັນລົດລົງໜ້ອຍທີ່ສຸດຕາມລະດັບຄວາມສູງ.ແລ້ວຈາກນັ້ນມັນກໍ່ຄ່ອຍໆເພີ່ມຂຶ້ນຕາມລະດັບຄວາມສູງແລະສາມາດເພີ່ມຂຶ້ນເຖິງ 1ooອົງສາcເມືອຂຶ້ນໄປເຖິງຊັ້ນເຂດແບ່ງອາກາດStratopause.

Øຊັ້ນ Mesosphere: ອຸນຫະພູມຫຼຸດລົງຕາມລະດັບຄວາມສູງແລະລົດລົງຕໍ່າກ່ວາຢູ່ຊັ້ນ Troposphere ເສຍອີກຄືເມື່ອຂຶ້ນໄປຮອດເຂດແບ່ງຊັ້ນອາກາດ Mesosphere ນັ້ນມັນລົງຕໍ່າຮອດ-100 ອົງສາC.

  • ຊັ້ນ Thermosphere: ອຸນຫະພູມຂຶ້ນຕາມລະດັບຄວາມສູງ,ເມື່ອຂຶ້ນໄປຕາມລະດັບສູງ120 ກິໂລແມັດຫາ150 ອຸນຫະພູມສາມາດຂຶ້ນເຖິງ200 ອົງສາເຊ.
หมายเลขบันทึก: 628820เขียนเมื่อ 25 พฤษภาคม 2017 11:08 น. ()แก้ไขเมื่อ 17 กันยายน 2017 13:14 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท