(4) ສົນທິສັນຍາວ່າດ້ວຍສິດທິມະນຸດພາຍໃຕ້ອົງການສປຊ

BOUNMY
ติดตาม ผู้ติดตาม 
ติดต่อ

I. ຖະແຫຼງການວ່າດ້ວຍສິດທິມະນຸດ(Universal Declaration of Human Rights ທີ 10 ທັນວາ 1948)

1. ຄວາມໝາຍ ແລະ ຄວາມສຳຄັນ

ການຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ ໄດ້ຮັບການຮັບຮອງໂດຍສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 10 ທັນວາ 1948, ແມ່ນເອກກະສານນິຕິກຳພື້ນຖານອັນໜຶ່ງທີ່ໄດ້ກຳນົດຂ້ອນຂ້າງຈະຄົົບຖ້ວນສົມບູນກ່ຽວກັບສິດ ແລະ ເສລິພາບພື້ນຖານຕ່າງໆ ຂອງມະນຸດທີ່ຕ້ອງໄດ້ຮັບການປົກປ້ອງ ແລະ ຮັບປະກັນ. ຖະແຫຼງການນີ້ໄດ້ຢືນຢັນເຖິງຄວາມຮັບຮູ້ລວມກ່ຽວກັບສິດທິ ແລະ ບໍ່ສາມາດລະເມີດໄດ້ຂອງມວນມະນຸດ, ເອົາສິ່ງດັ່ງກ່າວເປັນພື້ນຖານໃຫ້ອິດສາລະພາບ, ຄວາມສະເໜີພາບ, ຍຸດຕິທຳ ແລະ ສັນຕິພາບໂລກ. ທຸກໆການດູໝິ່ນ ແລະ ການລະເມີດສິດທິມະນຸດຕ່າງໆ ລ້ວນແຕ່ເປັນສາເຫດໃຫ້ແກ່ການກະທຳທີ່ໄຮ້ມະນຸດສະທຳ, ລະເມີດເຖິງຮ່າງກາຍ ແລະຈິດໃຈຂອງມະນຸດ ແລະ ສິ່ງທີ່ສຳຄັນທີ່ສຸດ, ສິດທິມະນຸດຈະຕ້ອງໄດ້ຮັບການປົກປ້ອງດ້ວຍກົດໝາຍ; ຄຳຖະແຫຼງການດັ່ງກ່າວແມ່ນ ມີຄວາມສຳຄັນຫຼາຍເຊິ່ງທຸກຄົນຈະຕ້ອງໄດ້ປະຕິບັດ ກ່ຽວກັບສິດທິ ແລະ ເສລິພາບພື້ນຖານ, ເສດຖະກິດ, ວັດທະນະທຳ ຂອງປະຊາຊົນ ຂອງຊາດຕ່າງໆ.

2. ເນື້ອໃນສໍາຄັນຂອງຖະແຫຼງການວ່າດ້ວຍສຶດທິມະນຸດ

2.1. ມາດຕາ1-5: ແມ່ນກ່າວເຖິງ ການຮັບຮູ້ສິດ, ເສລີພາບ ແລະ ຄວາມເທົ່າທຽມຂອງມະນຸດທຸກໆຄົນ ກໍຄືບັນດາລັດຕ່າງໆທີ່ເຂົ້າຮ່ວມເປັນພາຄີໃນສົນທິສັນຍາສະບັບນີ້.

2.2. ມາດຕາ6-11: ແມ່ນກ່າວເຖິງ ຄວາມສະເໝີພາບຂອງມະນຸດທຸກຄົນຢູ່ຕໍ່ໜ້າກົດໝາຍ, ທຸກຄົນມີສິດຮ້ອງຟ້ອງ ແລະ ມີສິດໄດ້ຮັບການປົກປ້ອງໂດຍກົດໝາຍຢ່າງເທົ່າທຽມກັນ. ສົນທິສັນຍາສະບັບນີ້ຈະປົກປ້ອງທຸກຄົນຈາກການການກະທຳຕ່າງໆທີ່ໄຮ້ມະນຸດສະທຳ.

2.3. ມາດຕາ12-14: ແມ່ນກ່າວເຖິງ ສິດສ່ວນຕົວຂອງມະນຸດທຸກຄົນ ໃນການດຳລົງຊີວິດປະຈຳວັນ,ທຸກຄົນມີສິດຊອກທີ່ຢູ່ອາໄສ, ຈັນຈອນໄປມາ, ທຳມາຫາກິນທີ່ຖືກຕ້ອງຕາມກົດໝາຍ ແລະ ມີສິດປົກປ້ອງຊັບສິນຂອງຕົນ.

2.4. ມາດຕາ15-18: ແມ່ນກ່າວເຖິງ ສິດໃນການເຊື່ອຖືທາງດ້ານສາສະໜາ ແລະ ສັນຊາດ ໃນນັ້ນລວມຮີດຄອງປະເພນີຂອງຕົນ ແລະ ກ່າວສິດໃນການເປັນເຈົ້າຂອງຊັບສົມບັດຂອງຕົນ ຫຼື ຂອງລວມໝູ່.

2.5. ມາດຕາ19-21: ແມ່ນກ່າວເຖິງ ສິດໃນການປາກເວົ້າ, ປະກອບຄຳຄິດຄຳເຫັນຂອງຕົນ ແລະ ອິດສະຫຼະພາບໃນການໂຮມຊຸມນຸມ ລື ສະມາຄົມ ໃດໜຶ່ງ ໂດຍປາສະຈາກການບັງຄັບໃດໆ.

2.6. ມາດຕາ22-24: ແມ່ນກ່າວຖິງ ສິດໃນການປະກອບອາຊີບໃດໜຶ່ງ,ສະຫວັດດີການທີ່ຄວນຈະໄດ້ລວມໄປເຖິງຊ່ວງເວລາ ຫຼື ຊົ່ວໂມງໃນການເຮັດວຽກທີ່ເໝາະສົມ, ການໄດ້ຮັບຄ່າແຮງງານ ທີ່ຍຸຕິທຳ ແລະ ເພິ່ງພໍໃຈ.

2.7. ມາດຕາ25-27: ໄດ້ກ່າວເຖິງ ສິດໃນການເສີມຂະຫຍາຍຄວາມຮູ້ນັ້ນກໍຄື ການໄດ້ຮັບການສຶກສາ ແລະ ການກິນຢູ່ທີ່ດີ ທຸກຄົນຈະໄດ້ຮັບການການປິ່ນປົວສຸຂະພາບ ແລະ ການບໍລິການທາງສັງຄົມອື່ນທີ່ຈຳເປັນ.

2.8. ມາດຕາ28-30: ແມ່ນກ່າວເຖິງ ພັນທະ ແລະ ການນຳໃຊ້ສິດເສລີພາບ ຂອງມະນຸດທຸກຄົນ ຈະຖືກຈຳກັດພຽງແຕ່ກົດໝາຍເພື່ອຮັບປະກັນການຮັບຮູ້ສິດ, ການເຄົາສິດ ແລະ ອິດສະຫຼະພາບຂອງບຸກຄົນອື່ນເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຖະແຫຼງການໄດ້ໄດ້ກ່າວຕື່ມອີກວ່າ: ຈະໃນກໍລະນີໃດກໍຕາມ ບັນດາສິດ ແລະ ເສລີພາບເຫຼົ່ານີ້ ຈະບໍ່ຖືກໃຊ້ໄປໃນທາງທີ່ກົງກັນຂ້າມກັບຈຸດປະສົງ ແລະ ຫຼັກການຂອງ ສະຫະປະຊາຊາດ.

ຄຳຖະແຫຼງການຂອງສາກົນວ່າດ້ວຍສິດທິມະນຸດ ປີ 1948 ແມ່ນສະແດງໃຫ້ເຫັນເຖິງຄວາມເປັນມະນຸດ, ຄວາມສາມາດຂອງບຸກຄົນໃນການກະທຳສິ່ງໃດສິ່ງໜຶ່ງ, ກ່າວເຖິງສິດຂອງແຕ່ລະຄົນທີ່ມີຢູ່ໃນໂຕເອງເຊິ່ງໄດ້ຮັບການປົກປ້ອງຈາກກົດໝາຍ ບຸກຄົນອື່ນບໍ່ສາມາດລ່ວງລະເມີດໄດ້.

ຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດສະບັບນີ້ເປັນອຸດົມຄະຕິລວມໃຫ້ປະຊາຊົນທຸກໆເຜົ່າ ແລະ ທຸກຊາດ ເພື່ອບັນລຸເປົ້າໝາຍທີ່ວ່າ: ທຸກໆຄົນ ແລະ ທຸກໆພາກສ່ວນຂອງສັງຄົມໂດຍຄຳນຶງເຖິງຖະແຫຼງການນີ້ ຈະພະຍາຍາມສົ່ງເສີມຄວາມເຄົາລົບສິດ ແລະ ອິດສະຫຼະພາບເຫຼົ່ານັ້ນດ້ວຍການສິດສອນ ແລະ ສຶກສາອົບຮົມ ພ້ອມດຽວກັນ ກໍຈະເອົາມາດຕະການເປັນຂັ້ນຕອນຕໍ່ໄປ ທັງໃນລະດັບຊາດ ແລະ ລະດັບສາກົນ ເພື່ອຄ້ຳປະກັນການຮຽນຮູ້ ແລະ ການປະຕິບັດສິດ ແລະ ອິດສາລະພາບ ດັ່ງກ່າວໂດຍທົ່ວໄປ ແລະ ມີປະສິດທິພາບ ໃນໝູ່ປະຊາຊົນຂອງລັດພາຄີ ກໍຄືໝູ່ປະຊາຊົນໃນອະນາເຂດຂອງການປົກຄອງຂອງລັດດັ່ງກ່າວ.

II. ສິດ ແລະຄວາມສະເໝີພາບຍິງ - ຊາຍ

2.1. ຄວາມຮູ້ເບື້ອງຕົ້ນກ່ຽວກັບບົດບາດຍິງ-ຊາຍ

ການສົ່ງເສີມບົດບາດຍິງ-ຊາຍ ໃນສັງຄົມໂລກປະຈຸບັນກໍາລັງຊຸກຍູ້ສ່ງເສີມໃຫ້ລັດຕ່າງໆ ມີນະໂຍບາຍໃນການຈັດຕັ້ງປະຕິບັດໃນການຄວາມສະເໝີພາບລະຫວ່າງເພດຍິງ-ເພດຊາຍໃຫ້ມີຄວາມເທົ່າທຽມກັນ ບັນຫາບົດບາດຍິງ-ຊາຍ ແມ່ນຕິດພັນກັນຢ່າງເລິກເຊິ່ງ ກັບລະບົບວັດທະນາທໍາ, ສັງຄົມ, ເສດຖະກິດ, ການເມືອງ ຂອງປະເທດ, ເຖິງແມ່ນວ່າຍັງມີບາງເຫດການ ແລະບາງບັນຫາທີ່ປະກົດຊໍ້າກັນ ຢູ່ໃນສັງຄົມແຫ່ງຕ່າງໆໃນທົ່ວໂລກ. ແຕ່ຂະບວນການວິເຄາະບັນຫາບົດບາດຍິງ-ຊາຍ ແລະການກໍສ້າງວິທີແກ້ໄຂບັນຫາ ແມ່ນສາມາດເຮັດໃຫ້ປະກົດຜົນສໍາເລັດໄດ້ ຢູ່ໃນລະດັບທ້ອງຖິ່ນເທົ່ານັ້ນ. ຂະບວນການເຫຼົ່ານີ້ມີຄວາມຈໍາເປັນຢ່າງຮີບດ່ວນເພື່ອຮັບປະກັນໃຫ້ທັງຍິງ ແລະຊາຍໄດ້ເຂົ້າຮ່ວມຂະບວນການພັດທະນາຢ່າງສະເໝີພາບ.

ພັກ ແລະລັດຖະບານແຫ່ງ ສ.ປ.ປ.ລາວ ຍາມໃດກໍາມີນະໂຍບາຍ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງລາວບັນດາເຜົ່າ, ປະຕິບັດສຶດສະເໝີພາບລະຫວ່າງຍິງ-ຊາຍ ທຸກດ້ານໃນໃນສັງຄົມເຊັ່ນ: ດ້ານການເມືອງ, ເສດຖະກິດ, ວັດທະນາທໍາ, ສັງຄົມ ແລະຄອບຄົວ ຕາມທີ່ໄດ້ລະບຸໄວ້ໃນລັດຖະທໍາມະນູນ ແລະ ກົດມາຍແຫ່ງ ສ.ປ.ປ.ລາວ.

ຜ່ານມາຄວາມຮັບຮູ້ ແລະຄວາມເຂົ້າໃຈຂອງສັງຄົມຕໍ່ກັບບົດບາດຍິງ-ຊາຍ ໃນການພັດທະນາຍັງບໍ່ທັນເລິກເຊິ່ງ. ສະຖິຕິຂໍ້ມູນຂ່າວສານ ກ່ຽວກັບບັນຫານີ້ ກໍຍັງມີໜ້ອຍ, ສະນັ້ນເພື່ອປັບປຸງຄຸນນະພາບຊີວິດ, ສົ່ງເສີມຄວາມກ້າວໜ້າ ແລະ ສະຖານະພາບຂອງແມ່ຍິງບັນດາເຜົ່າ ຈໍາເປັນຕ້ອງປະຕິບັດຍຸດທະສາດ ນໍາເອົາບັນຫາບົດບາດຍິງ-ຊາຍ ເຂົ້າທຸກຂົງເຂດວຽກງານຂອງການພັດທະນາ.

ເຫັນໄດ້ເຖິງຄວາມສໍາດັງກ່າວຄະນະນະນິຕິສາດ - ລັດຖະສາດຈິ່ງໄດ້ມີການປັບປັບປຸງເນື້ອໃນການຮຽນ-ການສອນເລື່ອງບົດບາດຍິງ-ຊາດເຊື່ອເຂົ້າໃນວິຊາພື້ນຖານສິດທິມະນຸດ ເພື່ອປະຕິບັດພັນທະສາກົນຕາມສົນທິສົນທິສັນຍາສາກົນດ້ານສິດທິມະນຸດທີ່ ສ.ປ.ປ.ລາວ ເປັນພາຄີເຊັ່ນ: ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ, (Convention on the Elimination of All Forms of Racial Discrimination - CERD); ສົນທິສັນຍາສາກົນວ່າດ້ວຍສິດທິທາງການເມືອງ ແລະສິດທິຂອງພົນລະເມືອງ; ສົນທິສັນຍາສາກົນວ່າດ້ວຍສິດທິທາງດ້ານເສດຖະກິດ,ສັງຄົມ ແລະວັດທະນາທໍາ ແລະສົນທິສັນຍາສາກົນອື່ນໆ

2.2. ຄວາມໝາຍຂອງເພດ Sex ແລະບົດບາດ Sex roles

ເພດ: ທໍາມະຊາດສ້າງໃຫ້ແມ່ຍິງແລະຜູ້ຊາຍເປັນມະນຸດຄືກັນແລະເປັນເພດຕ່າງກັນເຊິ່ງເປັນອັນທີ່ປ່ຽນແປງບໍ່ໄດ້ (Not changeable)

ທຳມະຊາດສ້າງຍິງແລະຊາຍໃຫ້ເປັນ ຄົນຄຶກັນ ໃນຄວາມເປັນມະນຸດ ທີ່ມີ:

  • .ຊີວິດ,ຈິດໃຈ
  • ມີຄວາມຮູ້ສຶກ,ມີຄວາມຢາກ
  • ມີຄວາມຄິດ
    • ແມ່ຍິງອອກລູກໄດ້ ແລະ ຜູ້ຊາຍອອກລູກບໍ່ໄດ້
    • ແມ່ຍິງມີປະຈໍາເດືອນ ແລະ ຜູ້ຊາຍບໍ່ມີ
    • ແມ່ຍິງມີເຕົ້ານົມທໍາມະຊາດລ້ຽງລູກໄດ້ ແລະ ຜູ້ຊາຍບໍ່ມີ
    • ແມ່ຍິງມີຮວຍໄຂ່ ແລະ ຜູ້ຊາຍມີນໍາເຊື້ອສືບພັນ.

ທຳມະຊາດສ້າງຍິງແລະຊາຍໃຫ້ເປັນ ຄົນຕ່າງກັນ ທາງດ້ານພາວະຮ່າງກາຍ ທີ່ມີ:

ເພດເປັນການຈໍາແນກມາຕັ້ງແຕ່ເກີດ ເຮັດໃຫ້ຜູ້ຍິງ ແລະຜູ້ຊາຍມີບົດບາດທາງເພດ ແຕກຕ່າງກັບ ບົດບາດຜູ້ຍິງ(Gender) ຈິ່ງເປັນຄວາມສໍາພັນທີ່ຖືກກໍານົດຂື້ນຕາມຄວາມຄິດ ແລະຕາມສະພາບທາງເສດຖະກິດ, ການເມືອງ, ສັງຄົມ, ຄອບຄົວ ກ່ຽວກັບອາຍຸ, ຊົນຊັ້ນ, ເຊື້ອຊາດ, ເຜົ່າພັນ, ສາສະໜາ, ຄວາມເຊື່ອ, ຄ່ານິຍາມ ແລະສະພາບທາງພູມີສາດ

ບົດບາດ: ສັງຄົມມະນຸດກໍານົດໃຫ້ແມ່ຍິງ ແລະຜູ້ຊາຍມີສັກສີ, ມີບົດບາດຄືກັນໃນສັງຄົມເຊິ່ງມັນເປັນການກໍານົດ ແລະຍອມຮັບກັນມາແຕ່ສັງຄົມດຶກດໍາບັນພຸ້ນ ແລະຍັງຕົກທອດມາຮອດສັງຄົມປະຈຸບັນ, ແຕ່ບາງເລື່ອງເປັນພຽງແຕ່ເປັນຮູບແບບທີ່ສະແດງອອກແຕ່ບໍ່ປ່ຽນບົດບາດ.

ບົດບາດແມ່ນ ສິດ ແລະພັນທະ, ສ່ວນຫຼາຍມັກເວົ້າກັນວ່າ ພາລະບົດບາດ ຄໍາວ່າ ພາລະ ກໍຄຶພັນທະ ຫຼືໜ້າທີ່, ສ່ວນຄໍາວ່າ ບົດບາດ ກໍຄື ສິດ ທີ່ມີການຮັບຜິດຊອບຕໍ່ພັນທະ ຫຼື ໜ້າທີ່.

ສັງຄົມໃຊ້ຄວາມເຊື່ອຕ່າງໆລວມທັງເລື່ອງຜີສາງຕ່າງໆ, ສາດສະໜາ, ຮີດຄອງປະເພນີ, ກົດໝາຍນະໂຍບາຍ, ກົດລະບຽບການປົກຄອງ, ການເມືອງ ແລະອື່ນໆ ເປັນເຄື່ອງມືກໍານົດໃຫ້ມີຄວາມແຕກຕ່າງກັນລະຫວ່າງຍິງ-ຊາຍ.

ເຄື່ອງມຶທັງຫຼາຍທີ່ກ່າວນັ້ນເຮັດໃຫ້ສັງຄົມເກີດມີມາດຖານຕ່າງກັນຕໍ່ຍິງ-ຊາຍເຊັ່ນ:

  • ຄວາມຫວັງຂອງສັງຄົມຕໍ່ແມ່ຍິງ ແລະ ຕໍ່ຜູ້ຊາຍ
  • ການຍອມຮັບແມ່ຍິງ ແລະ ຜູ້ຊາຍ
  • ການປະພຶດສະເພາະຂອງເພດຍິງ ແລະ ເພດຊາຍ
  • ການປະຕິບັດຕໍ່ແມ່ຍິງ ແລະ ຜູ້ຊາຍ
  • ສັນຍາລັກສະເພາະເພດຍິງ ແລະ ຊາຍ

ທຸກເລື່ອງທີ່ສັງຄົມມະນຸດກໍານົດໃຫ້ຍິງ ແລະ ຊາຍຕ້ອງມີບົດບາດຕ່າງໆນັ້ນເປັນສີ່ງທີ່ສາມາດປ່ຽນແປງໃດ້(Chang eble)

2.3. ຄວາມສະເໝີພາບຍິງ-ຊາຍ(Gender Equality) ໝາຍເຖິງຜູ້ຍິງ ແລະຜູ້ຊາຍມີຄວາມສະເໝີພາບຢ່າງເທົ່າທຽມກັນໃນສັງຄົມ, ມີຄວາມສະເໝີພາບທາງດ້ານສິດ ແລະໜ້າທີ່, ຄວາມຮັບຜິດຊອບ ແລະໂອກາດ, ເງື່ອນໄຂທາງສັງຄົມເອື້ອອໍານວຍຕໍ່ການມີ ແລະການໃຫ້ສີດຄວາມເປັນມະນຸດທີ່ເທົ່າທຽມ ລວມເຖິງການມີສ່ວນຮ່ວມໃນການສ້າງປະໂຫຍດໃຫ້ສາທາລະນະທີ່ບໍ່ແຕກຕ່າງກັນ

2.4. ບົດບາດສາຍພົວພັນລະຫວ່າງຍິງແລະຊາຍ Gender

- ຄວາມແຕກຕ່າງລະຫວ່ງຍິງແລະຊາຍທີ່ເກີດຈາກຄວາມຄິດຂອງສັງຄົມ;

- ຮຽນຮູ້ ສືບທອດກັນຕໍ່ໆມາ;

- ປ່ຽນແປງແປງໄດ້ຕາມການເວລາ ແລະສະພາບຂອງສັງຄົມ, ວັດທະນາທໍາ;

- ຕິດພັນກັບເງື່ອນໄຂທາງຊົນຊັ້ນ ຊົນເຜົ່າ ແລະອາຍຸ;ເປັນສາຍພົວພັນລະຫວ່າງຍິງ ແລະຊາຍທີ່ມີຢູ່ໃນສັງຄົມທົ່ວໆໄປເຊັ່ນ: ການເອົາລັດເອົາປຽບ, ມີການຂົ່ມເຫັງກັນ, ມີຄວາມສາມະຄີກັນ, ມີການເພິ່ງພາຊ່ວຍເຫຼືອກັນ, ມີຄວາມສະເໝີພາບກັນ ແລະອື່ນໆ.

- ຖ້າຫາກຕ້ອງການສ້າງຄວາມສະເໝີພາບລະຫວ່າງຍິງ ແລະຊາຍຕ້ອງປັບຄວາມຄິດ ແລະແນວທາງການປະຕິບັດກ່ຽວກັບບົດບາດ ແລະຄວາມສໍາພັນຄືນໃໝ່ໃຫ້ມີຄວາມສະເໝີພາບກັນ.

ນອກຈາກຄວາມແຕກຕ່າງທາງຮູບຮ່າງລັກສະນະຜູ້ຍິງກັບຜູ້ຊາຍມີບົດບາດຕ່າງກັນອອກໄປຕາມຄ່ານິຍົມຕ່າງໆ ກ່ຽວກັບຜູ້ຍິງ ແລະຜູ້ຊາຍທີ່ສັງຄົມເປັນຜູ້ກໍານົດຂື້ນ ຜູ້ຍິງ ແລະຜູ້ຊາຍທຸກຄົນໃນສັງຄົມຈະຖືກຝຶກ, ອົບຮົມ ແລະສັ່ງສອນໃຫ້ຮູ້ຈັກບົດບາດ ແລະປະຕິບັດໜ້າທີ່ແຕກຕ່າງກັນຕາມລັກສະນະຂອງຄວາມເປັນຍິງ-ຊາຍ ທີ່ສັງຄົມສ້າງໄວ້ (gender) ຄອບຄົວເປັນຜູ້ຮັບໜ້າທີ່ໃນການສ້າງຂະບວນການຮຽນຮູ້, ຖ່າຍທອດ ຈາກລຸ້ນໜຶ່ງສູ່ຄົນອີກລຸ້ນໜຶ່ງ.

ບົດບາດ ແລະຄວາມເປັນຍິງເປັນຊາຍໃນແຕ່ລະສັງຄົມຈະຖືກຫຼໍ່ຫຼອມມາຕາມລັກສະນະທາງເສດຖະກິດ, ການເມືອງ, ສັງຄົມ, ວັດທະນະທໍາ, ຄອບຄົວ ແລະຍັງກ່ຽວພັນກັບອາຍຸ, ຊົນຊັ້ນ, ເຊື້ອຊາດ, ເຜົ່າພັນ, ສາສະໜາ, ຄວາມເຊື່ອ, ຄ່ານິຍົມ, ພູມສັນຖານຂອງສັນຄົມນັ້ນໆ ບົດບາດ ແລະຄວາມເປັນຍິງເປັນຊາຍທາງສັງຄົມຈິ່ງບໍ່ຢຸດນຶ້ງ ແລະປ່ຽນແປງໄດ້ຕາມຍຸກສະໄໝການເວລາ ເຮັດໃຫ້ບາງສັງຄົມແນວຄວາມຄິດກ່ຽວກັບຄວາມເປັນຍິງເປັນຊາຍປ່ຽນແປງໄດ້ຍາກ ຫຼືປ່ຽນແປງໄດ້ໜ້ອຍເຮັດໃຫ້ບໍ່ມີຄວາມສອດຄ່ອງກັບສະພາບເສດຖະກິດ-ສັງຄົມແລະວັດທະນາທໍາ ທີ່ປ່ຽນແປງໄປ ຫຼືແມ້ແຕ່ໃນສັງຄົມທີ່ປ່ຽນແປງໄດ້ງ່່າຍ ບົດບາດແລະຄວາມຄາດຫວັງບ່າງຢ່າງກໍຍັງຝັງແໜ້ນແລະບໍ່ປ່ຽນ ຫຼືບໍສາມາດເຊື່ອໂຍງກັບແນວຄວາມຄິດກັບບົດບາດເພດທາງຮ່າງກາຍ

ເຖິງແນວໃດກໍຕາມໃນການທໍາຄວາມເຂົ້າໃຈກ່ຽວກັບບົດບາດຄວາມເປັນຍິງເປັນຊາຍນີ້ ຈະຈໍາກັດສະເພາະການຈໍາແນນຄຸນລັກສະນະ ແລະບົດບາດໜ້າທີ່ສະເພາະຂອງຜູ້ຍິງ ແລະຜູ້ຊາຍເທົ່ານັ້ນບໍ່ໄດ້ ເພາະບົດບາດຄວາມເປັນຍິງເປັນຊາຍນີ້ ເປັນເລື່ອງທີ່ກ່ຽວພັນກັບຄວາມສໍາພັນລະຫວ່າງຜູ້ຍິງແລະຜູ້ຊາຍ ຄວາມສໍາພັນນີ້ບໍ່ເທົ່າທຽມກັນ ກໍຈະຕ້ອງປັບຄວາມສໍາພັນລະຫວ່າງຍິງຊາຍໃຫ້ເກີດຄວາມສົມດຸນ ພາຍໃຕ້ການປ່ຽນແປງທາງສັງຄົມ, ເສດຖະກິດ, ການເມືອງ ແລະຄອບຄົວ.

2.5. ສະພາບແວດລ້ອມທີ່ມີອິດທິພົນບົດບາດຍິງ-ຊາຍ

ເນື່ອງຈາກມະນຸດເຮົາ, ທັງເພດຍິງແລະເພດຊາຍ ຕ່າງກໍດໍາລົງຊີວິດໃນສະພາບແວດລ້ອມທາງດ້ານທໍາມະຊາດ, ເສດຖະກິດ, ວັດທະນະທໍາ ແລະສັງຄົມ, ດັ່ງນັ້ນແຕ່ລະສັງຄົມ ຈິ່ງໄດ້ຮັບອິດທິພົນ ແລະຜົນສະທ້ອນໂດຍກົງ ຫຼື ໂດຍທາງອ້ອມ ຈາກສິ່ງແວດລ້ອມດັ່ງກ່າວ ສະພາບແວດລ້ອມປະກອບດ້ວຍຫຼາຍປັດໃຈດັ່ງນີ້:

1. ການລ້ຽງດູອົບຮົມ ບອກສອນໂດຍກົງໃນຄອບຄົວ(ເລີ່ມແຕ່ຕອນນ້ອຍໆ);

2. ການສຶກສາ(ໃນໂຮງຮຽນ ແລະນອກໂຮງຮຽນ);

3. ຮີດຄອງປະເພນີ, ວັດທະນະທໍາ;

4. ສັງຄົມ, ຊຸມຊົນອ້ອມຂ້າງເປັນແບບຢ່າງໃຫ້ມີການປະພຶດຕາມ;

5. ເສດຖະກິດ(ເສດຖະກິດຕະຫຼາດ ຫຼື ທໍາມະຊາດພໍກຸ້ມກິນ);

6. ຊົນຊັ້ນ(ກໍານົດບ່ອນຢູ່, ບ່ອນເຮັດວຽກ, ຖານະ)

7. ຄວາມເຊື່ອຖື(ສາດສະໜາ);

8. ຄ່ານິຍົມ(ຄວາມມັກ, ລົດນິຍົມ, ຄວາມນິຍົມຊົມຊອບ);

9. ສະພາບພິເສດຕ່າງໆ(ສົງຄາມ, ໄພທໍາມະຊາດ);

10. ແລະອື່ນໆ[1]

2.6. ສຸພາສິດຄໍາສອນໃນສັງຄົມບູຮານ(ແຕ່ດຶກດໍາບັນ)

ໃນການສຶກສາວິເຄາະສຸພາສິດໂບຮານ ທີ່ຍັງຄົງຢູ່ໃນວັນນະຄະດີລາວ ແລະ ຄວາມຊົງຈໍາຂອງສັງຄົມ ພວກເຮົາສາມາດຮຽນຮູ້ໄດ້ ກ່ຽວກັບອຸດົມຄະຕິ ຫຼື ແນວຄິດ, ການປະພຶດຂອງແມ່ຍິງ ແລະຊາຍໃນສັງຄົມ

ມີຄໍາສຸພາສິດຫຼາຍໆອັນ ທີ່ສ່ອງແສງໃຫ້ເຫັນທັດສະນະຄະຕິຂອງສັງຄົມລາວໄດ້ຈໍາແນກບົດບາດ- ຖານະ, ການໃຫ້ຄຸນຄ່າຂອງເພດຍິງ ແລະເພດຊາຍ ຕ່າງກັນໃນສາຍພົວພັນຜົວ-ເມຍ, ຄອບຄົວ, ຊຶ່ງສາມາດຍົກເປັນຕົວຢ່າງດັ່ງລຸ່ມນີ້:

2.6.1. ການໃຫ້ຄຸນຄ່າແມ່ແມ່ຍິງໂສດ

ກ. ຍິງບໍ່ມີຜົວນີ້ ຄືເຮືອນບໍ່ມີສີໜ້າ ກາບິນມາກໍຊິລ່ວງ ຄືດັ່ງຝາກກະຕາດ ຮ້າງກາງບ້ານເກືອກຂີ້ຕົມ

ຂ. ຍິງບໍ່ມີຜົວນີ້ ຄືແຫວນຫົວເປົ່າ ພອຍບໍ່ມີຢູ່ຄ້າງເຂົາຊິເອີ້ນວ່າກົ່ວຊຶນ.

ຄໍາສອນນີ້ ສ້າງແນວຄິດໃຫ້ແມ່ຍິງຕ້ອງຂື້ນກັບຜູ້ຊາຍຢູ່ສະເໝີບໍ່ສາມາດເປັນຕົນເອງໄດ້ ແລະອາດພາໃຫ້ແມ່ຍິງເກີດມີປົມດ້ອຍໃນແນວຄວາມຄິດ ຄ້າຍກັບວ່າ ຕົນເອງບໍ່ມີລາຄາໃນເມື່ອບໍ່ທັນໄດແຕ່ງງານ.

2.6.2. ການໃຫ້ຄຸນຄ່າຕໍ່ບົດບາດຂອງຍິງ ແລະຊາຍ ໃນຄອບຄົວ

ກ. ໄດ້ເມຍດີປານໄດ້ແກ້ວຄູນລ່າງ ໄດ້ເມຍຊ່າງປານໄດ້ແກ້ວຄູນເຮືອນ;

ຂ. ຜົວເປັນເພຍ ຍ້ອນເມຍຊ່າງຮູ້

ຍົກສູງບົດບາດ ແລະຄຸນຄ່າຂອງແມ່່ຍິງໃນເວລາທີ່ແມ່ຍິງຊ່າງ ແລະສະຫຼາດ

ຄ. ເອົາໃພ້ມາລ້ຽງຍ່າ ປານເອົາຫ່າເຂົ້າເຮືອນ

ຕີລາຄາວ່າແມ່ຍິງບໍ່ຖືກກັນ ແລະບໍ່ຄວນທີ່ຈະເອົາມາຢູ່ນໍາກັນ

ງ. ເອົາເຂີຍມາລ້ຽງພໍ່ເຖົ້າ ແມ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍຍ

ຕີລາຄາສູງເພດຊາຍວ່າ ເປັນຜູ້ນໍາຄວາມອຸດົມສົມບູນມາສູ່ຄອບຄົວຂອງພໍ່ແມ່ເມຍ, ທັດສະນະນີ້ ແມ່ນຖືກປະຕິບັດຢູ່ໃນລະບອບສັງຄົມມານດາສິດທິລາດ, ທີ່ຖືເອົາຮີດຄອງເອົາລູກເຂີຍໄປຢູ່ກັບເຮືອນຂອງພໍ່ແມ່ເມຍ ຫຼັງຈາກແຕ່ງດອງເປັນລູກເຂີຍ

2.6.3. ຄໍາສອນໃຫ້ແມ່ຍິງປະຕິບັດຕໍ່ຜົວ

ກ. ເປັນເມຍນີ້ ໃຫ້ລຸກແຕ່ເຊົ້າ ຕື່ນກ່ອນນອນຫຼັງ

ສອນໃຫ້ແມ່ຍິງຕ້ອງເປັນຜູ້ດຸໝັ່ນ, ຮອບຄອບໃນວຽກເຮືອນການຊານ

ຂ. ຍາມກິນເຂົ້າໃຫ້ຜົວແພງກິນກ່ອນ ຜົວກິນອີ່ມແລ້ວ ເມຍແກ້ວຈິ່ງຄ່ອຍກິນ

ສອນໃຫ້ນັບຖືຜົວ ແລະຖະນຸຖະໜອມຜູ້ຊາຍຫຼາຍກວ່າ, ແມ່ຍິງຕ້ອງເປັນຜູ້ເສຍສະຫຼະ ຄໍາສອນນີ້ສືບຕໍ່ຢູ່ໃນບາງຊົນເຜົ່າ,

ຄ. ໃຫ້ເຈົ້າຟັງຄວາມສາມີ ບໍ່ລ່ວງເກີນຄໍາເວົ້າ

ຄໍາສອນຂໍ້ນີ້ ສ່ວນຫຼາຍຍັງປະຕິບັດຢູ່

ງ. ວັນສິນນັ້ນໃຫ້ເຈົ້າຫາດອກໄມ້ ມາໄວ້ສົມມາຜົວເຈົ້າຢ່າລືມ

ໃນຕົວຈິງສັງຄົມລາວປະຈຸບັນກໍໄດ້ລະເຫຼີງການປະຕິບັດຕາມການສັ່ງສອນ ນີ້ຫຼາຍແລ້ວ, ສຸພາສິດນີ້ ອາດຈະເປັນພຽງແຕ່ອຸດົມຄະຕິຂອງຄົນສະໄໝກ່ອນໆ ແຕ່ມັນກໍສ່ອງແສງເຖິງຄ່ານິຍົມ ຫຼື ທັດສະນະຄະຕິຂອງສັງຄົມລາວທີ່ແມ່ຍິງຕ້ອງຍົກຍໍເພດຊາຍວ່າເປັນເພດທີ່ສູງກວ່າຕົນ

2.6.4. ສອນຜູ້ຊາຍໃຫ້ ປະຕິຕໍ່ເມຍ

ກ. ໃຫ້ຜົວພາເມຍສ້າງນາສວນປູກຫວ່ານ ພາເມຍເປັນແມ່ບ້ານຄອງຢ້າວໃຫ້ຢູ່ດີ

ສອນໃຫ້ຜົວເປັນເປັນຜູ້ມີບົດບາດ ໃນການນໍາພາຄອບຄົວ ແລະຮັບຜິດຊອບ

ຂ. ໃຫ້ວາຈາເວົ້າແກງນົວຫົວມ່ວນ, ຢ່າໄດ້ມີຄວາມເວົ້າຫາເລື່ອງສຽດສີ

ສອນໃຫ້ມີມາລະຍາດດີຕໍ່ເມຍ, ຖະໜອມນໍ້າໃຈບໍ່ໃຫ້ເມຍເສຍໃຈ, ເສຍກຽດ ຮັກສາບັນຍາກາດ ອົບອຸ່ນພາຍໃນຄອບຄົວ

ຄ. ໃຫ້ເຄົາລົບຊາດເຊື້ອຕະກຸນ ຝ່າຍທາງເມຍ ອັນວ່າຍາຕິເມັຍ ໃຫ້ຄອຍຢໍາເກງຢ້ານ

ສອນໃຫ້ຜູ້ຊາຍເຄົາລົບຢໍາເກງຜູ້ໃຫຍ່ທາງຝ່າຍເມຍ

ງ. ການເມົາຫຼີ້ນຫວຍໂປໃພ້ຖົ່ວ ທັງນັກເລງສຸລາພ້ອມ ຢ່າວອນເວົ້າອ່າວຫາ

ສອນໃຫ້ຫລີກເວັ້ນເລື່ອງການພະນັກ ແລະສຸລາ

ຈ. ສິນສົມສ້າງອາຄານສັບພະສິ່ງ ມອບໃຫ້ເມຍມ້ຽນໃວ້ໃນຢ້າວຈິ່ງແມ່ນຄອງ

ຊັບສົມບັດຕ່າງໆຂອງຄອບຄົວ ຕ້ອງໃຫ້ເມຍເປັນຜູ້ປົກປັກຮັກສານັບທັງເຮືອນຊາວ ດິນ ແລະ ຂອງມີຄ່າຕ່າງໆ ຄໍາສອນນີ້ຍັງປະຕິບັດສືບຕໍ່ມາ ໂດຍສະເພາະໃນຊົນເຜົ່າລາວລຸ່ມ

2.6.5. ສອນທັງ 2 ຄົນຜົວເມຍ

ກ. ຊາຍເປັນແຫ ຍິງເປັນຂ້ອງ, ຊາຍກໍ່ ຍິງສານ, ອ້າຍຮູ້ສອງ ນ້ອງຮູ້ໜຶ່ງ.

ຂ. ຜົວເມຍນີ້ ກູມຶງຢ່າໄດ້ວ່າ, ໃຫ້ວ່າຂ້ອຍແລະເຈົ້າຈົນຜອງເທົ້າຊົ່ວຊິວາ

ສອນໃຫ້ແບ່ງງານກັນ ແບບປະສົມປະສານ ຊ່ວຍຊຸກຍູ້ໜູນຊຶ່ງກັນ ແລະກັນ:

ສອນໃຫ້ປຶກສາຫາລືກັນ ໃນເລື່ອງຕ່າງໆ ກ່ອນຈະຕັດສຶນໃຈເຮັດວຽກສໍາຄັນ

ສອນໃຫ້ນັບຖືກັນ ໃຫ້ກຽດກັນ, ບໍ່ໃຫ້ມີຄວາມຮຸນແຮງໃສ່ກັນ

2.7. ສະຫຼຸບ

ເຫັນວ່າພື້ນຖານທັດສະນະຮີດຄອງລາວ ແມ່ນວາງຂອບບັນທັດຖານໃນການສັ່ງສອນແມ່ຍິງ ແລະຜູ້ຊາຍແບບວ່າຢູ່ຮ່ວມກັນບົນພື້ນຖານທີ່ສອງເພດຕ້ອງຊ່ວຍຊຸກຍູ້ໜູນຊິ່ງກັນແລະກັນ, ນັບຖືກັນ, ມີກໍານົດກົດເກນແບ່ງງານກັນ ເປັນບົດບາດຂອງໃຜລາວຄັກແນ່ ເຖິງຢ່າງໃດກໍຕາມຍັງເຫັນໄດ້ຢ່າງຈະແຈ້ງ: ເພດຊາຍມີບົດເປັນຜູ້ນໍາ ແລະຕັດສິນປັນຫາ ສ່ວນເພດຍິງມີບົດບາດເປັນຜູ້ຕາມ ແລະຜູ້ຟັງຫຼາຍກວ່າ



[1] ສະຫະພັນແມ່ຍິງ ໂຄງການສູນຂໍ້ມູນຂ່າວສານບົດບາດຍິງ-ຊາຍເພື່ອການພັດທະນາ ໂຄງການເລກທີ ລາວ/96/019.ໜ້າ30.

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)