(1) ຄວາມ​ຮູ້​ທົ່ວ​ໄປ​ກ່ຽວກັບ​ສິດທິ​ມະນຸດ


1. ຄວາມໝາຍຂອງສິດທິມະນຸດ (Human Rights)

ຖ້າຈະແປຄວາມໝາຍຕາມຕົວອັກສອນແລ້ວຄຳວ່າ “ສິດທິມະນຸດ” ໝາຍເຖິງສິດຂອງຄວາມເປັນມະນຸດ. ໝາຍຄວາມວ່າມະນຸດທຸກຄົນຍ່ອມມີສິດນັບແຕ່ມື້ເກີດຈົນເຖິງມື້ຕາຍ (ລວມທັງຄົນພິການມາແຕ່ກຳເນີດ). ບາງປະເທດໃຫ້ສິດນັບແຕ່ເວລາຖືພາຕັ້ງທ້ອງ. ບາງປະເທດໄດ້ອອກກົດໝາຍທີ່ອະນຸຍາດໃຫ້ຜູ້ຊາຍແຕ່ງງານກັບຜູ້ຊາຍ. ຜູ້ຍິງແຕ່ງງານກັບຜູ້ຍິງ.

ຄຳສັບທີ່ມີຄວາມໝາຍໃກ້ຄຽງກັບຄວາມໝາຍສິດທິມະນຸດທີ່ໃຊ້ໃນການພົວພັນລະຫວ່າງຊາດ ແລະ ອົງການຈັດຕັ້ງສາກົນຕ່າງໆມີດັ່ງນີ້:

- ສິດທິທຳມະຊາດ (Natural Rights)

- ສິດທິຂັ້ນພື້ນຖານ (Fundamental Rights)

- ສິດຂອງມະນຸດ (Rights of man) ເຫລົ່ານີ້ເປັນຕົ້ນທີ່ອະທິບາຍທາງວິຊາການດ້ານຕ່າງໆ.

2. ຄວາມສຳຄັນຂອງສິດທິມະນຸດ

ສິດທິມະນຸດໄດ້ກາຍເປັນຫົວຂໍ້ສົນທະນາ ປຶກສາຫາລືກັນຢ່າງກວ້າງຂວາງໃນການພົວພັນສາກົນຢ່າງເປັນທາງການນັບຕັ້ງແຕ່ສ້າງຕັ້ງອົງການສະຫະປະຊາຊາດເປັນຕົ້ນມາ (1945). ພາຍຫລັງສົງຄາມໂລກຄັ້ງທີສອງສີ້ນ ສຸດລົງ ກົດບັດອົງການສະຫະປະຊາຊາດກໍໄດ້ກຳນົດເອົາການສົ່ງເສີມ ແລະ ຊຸກຍູ້ເພື່ອໃຫ້ມີການເຄົາລົບສິດທິມະນຸດໃນຫລາຍມາດຕາ.

ໃນປີ 1948 ອົງການ ສປຊ ໄດ້ຮັບຮອງເອົາຖະແຫລງການສາກົນວ່າດ້ວຍສິດທິມະນຸດ ເຊິ່ງໄດ້ກາຍເປັນມາດຕະຖານສາກົນກ່ຽວກັບສິດທິມະນຸດ. ເຖິງວ່າຖະແຫລງການດັ່ງກ່າວບໍ່ໄດ້ມີຜົນຜູກມັດທາງດ້ານກົດໝາຍຕໍ່ບັນປະເທດສະມາຊິກ ສປຊ ແຕ່ກໍໄດ້ລວມເອົາບັນດາຫລັກການ, ປະເພນີສາກົນ ສຳລັບການເຄົາລົບກຽດສັກສີ ແລະ ຄວາມເປັນມະນຸດ (ຄົນ).

ໃນປີ 1966 ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາສົນທິສັນຍາສາກົນ 02 ສະບັບຄື: 1.) ສົນທິສັນຍາວ່າດ້ວຍສິດທີທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນາທຳ; 2.) ສົນທິສັນຍາວ່າດ້ວຍສິດທິທາງການເມືອງ ແລະ ສິດທິພົນລະເມືອງ. ສອງສົນທິສັນຍາດັ່ງກ່າວມາຮອດປັດຈຸບັນໄດ້ມີສະມາຊິກ ສປຊ 150 ກວ່າປະເທດໃນຈຳນວນ 193 ປະເທດໄດ້ເຂົ້າຮ່ວມເປັນພາຄີຂອງສົນທິສັນຍາດັ່ງກ່າວ.

ສຳລັບ ສປປ ລາວ ໄດ້ລົງນາມເປັນພາຄີສອງສົນທິສັນຍານີ້ໃນທ້າຍປີ 2000 ແລະ ສະພາແຫ່ງຊາດກໍໄດ້ຕົກລົງໃຫ້ສັດຕະຍາບັນໄປແລ້ວ.

ຄວາມສຳຄັນອີກອັນໜຶ່ງກໍແມ່ນການປະຕິບັດສິດທິມະນຸດແມ່ນເງື່ອນໄຂໜຶ່ງໃນການສ້າງບັນຍາກາດເພື່ອຍາດແຍ່ງການຊ່ວຍເຫລືອ ແລະ ການຮ່ວມມືຈາກບັນດາປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນ.

ບັນຫາສິດທິມະນຸດກຳລັງຂະຫຍາຍເປັນວັດທະນາທຳອັນໜຶ່ງ, ເປັນຄ່ານິຍົມໜຶ່ງໃນທາງສາກົນ, ໝາຍຄວາມວ່າປະເທດໃດທີ່ມີການເຄົາລົບ ແລະ ປະຕິບັດສິດມະນຸດໄດ້ດີແມ່ນຈະຖືກຕີລາຄາວ່າເປັນປະເທດທີ່ມີຄວາມສີວິໄລ, ມີຄວາມຍຸຕິທຳ ແລະ ກ້າວໜ້າ, ມີກຽດ, ມີບົດບາດ ແລະ ໄດ້ຮັບການນັບຖືຈາກປະເທດອື່ນ. ແຕ່ກົງກັນຂ້າມ, ຖ້າວ່າປະເທດໃດທີ່ຖືກຕີລາຄາວ່າມີປະຫວັດບໍ່ດີໃນການເຄົາລົບ ແລະ ປະຕິບັດສິດທິມະນຸດແມ່ນຈະຖືກວິພາກວິຈານກ່າວຫາ ໂຈມຕີ ແລະ ໃສ່ຮ້າຍປ້າຍສີ ເຮັດໃຫ້ມີຄວາມອັບອາຍໃນເວທີສາກົນ.

3. ປະເພດຂອງສິດທິມະນຸດ

ສິດທິມະນຸດເພິ່ນໄດ້ວິເຄາະອອກມາເປັນ 2ປະເພດຄື:

3.1. ສິດທິຕາມທຳມະຊາດ (Natural Rights)

ໝາຍເຖິງສິດທິມີຢູ່ຕາມທຳມະຊາດເຊິ່ງມະນຸດທຸກຄົນຕ້ອງໄດ້ຮັບໂດຍຄວາມຊອບທຳ, ເທົ່າທຽມກັນ ບໍ່ວ່າຈະເປັນຄົນສົມບູນ, ເສຍອົງຄະ (ຫູໜວກ, ປາກກຶກ) ລ້ວນແຕ່ມີຄຸນຄ່າໝົດທຸກຄົນ ຕ່າງແຕ່ວ່າມະນຸດຈະມີວິຖີຊີວິດເປັນຂອງຕົນເອງ (ບາງຄົນມັກຮ້ອງເພງ, ບາງຄົນມັກຫາປາ...) ມີຄວາມສາມາດດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ເໝາະສົມ, (ບາງຄົນມັກໜາວ, ບາງຄົນມັກຮ້ອນ...) ແຕ່ວ່າທຸກຄົນກໍມີກຽດສັກສີຂອງຄວາມເປັນມະນຸດ. ເອີ້ນວ່າສິດທິຕາມທຳມະຊາດ.

3.2. ສິດທິຕາມກົດໝາຍ Legal Rights

ໝາຍເຖິງສິດທິທີ່ກົດໝາຍໄດ້ໃຫ້ການຮັບຮອງ, ໃຫ້ການຄຸ້ມຄອງ ແລະ ມີຜົນບັງຄັບໃຊ້ ເຊິ່ງເປັນກົດໝາຍທີ່ມະນຸດເປັນຜູ້ສ້າງຂຶ້ນ.

ຕົວຢ່າງ: ສິດໃນຊັບສິນ, ສິດໃນຄ່າສິນໄໝທົດແທນຈາກການຖືກລະເມີດ... ຊຶ່ງສິດດັ່ງກ່າວສາມາດພິສູດໄດ້, ໂຕ້ແຍ້ງໄດ້ ແລະ ບັງຄັບໄດ້...

3.3. ສິດທິຕາມທຳມະຊາດ ກັບສິດທິຕາມກົດໝາຍມີຄວາມແຕກຕ່າງກັນຫລາຍຢ່າງເຊັ່ນ:

ກ. ສິດທິຕາມທຳມະຊາດ: ເປັນສິດທິເກີດຂຶ້ນມາພ້ອມກັບຄວາມເປັນມະນຸດ.

ສິດທິຕາມກົດໝາຍ: ເປັນສິດທິທີ່ມະນຸດໄດ້ກຳນົດຂຶ້ນຕາມພາຍຫລັງ(ກົດໝາຍຕ່າງໆ)

ຂ. ສິດທິຕາມທຳມະຊາດ: ເປັນສິດບໍ່ມີຂອບເຂດ, ໄຮ້ພົມແດນ. ຕົວຢ່າງ: ສິດໃນຊີວິດ.

- ສິດຕາມກົດໝາຍ: ມີຂອບເຂດ. ຕົວຢ່າງ: ສິດໃນກໍາມະສິດ, ສິດໃນການເລືອກຕັ້ງ...

ຄ. ສິດຕາມທຳມະຊາດ: ເປັນສິດບໍ່ມີສີ້ນສຸດ ສາມາດນຳໃຊ້ໄດ້ທຸກຍຸກທຸກສະໄໝ.

- ສິດທິຕາມກົດໝາຍ: ເປັນສິດທີ່ໃຊ້ໄດ້ຢ່າງຈໍາກັດພາຍໃນໄລຍະເວລາໜຶ່ງ, ສາມາດປ່ຽນແປງໄດ້ຕາມຄວາມເໝາະສົມຕາມສະພາບສັງຄົມ ແລະ ສາມາດຍົກເລີກໄດ້.

ງ. ສິດຕາມທຳມະຊາດ:ເປັນສິດສະເພາະຕົວຂອງມະນຸດ, ບໍ່ສາມາດຊື້ຂາຍ ຫລື ໂອນໃຫ້ກັບຄົນອື່ນໄດ້.

- ສິດຕາມກົດໝາຍ: ສາມາດໂອນໃຫ້ຜູ້ອື່ນໄດ້, ແລກປ່ຽນໄດ້, ຊື້-ຂາຍໄດ້, ສືບທອດກັນໄດ້.

4. ສະຫລຸບ

- ບັນຫາສິດທິມະນຸດ: ເປັນບັນຫາທີ່ລະອຽດອ່ອນ, ມີຜົນກະທົບຕໍ່ເສດຖະກິດ ແລະ ຄວາມໝັ້ນຄົງຂອງຫລາຍປະເທດ.

- ບັນຫາສິດທິມະນຸດ: ບໍ່ແມ່ນບັນຫາຂອງປະເທດໃດປະເທດໜຶ່ງ ຫລື ສັງຄົມໃດສັງຄົມໜຶ່ງແຕ່ເປັນບັນຫາລວມຂອງໂລກທີ່ຈະຕ້ອງໄດ້ແກ້ໄຂຮ່ວມກັນ.

- ບັນຫາສິດທິມະນຸດ: ເປັນເລື່ອງທີ່ຍາກທີ່ຈະຕັດສິນລົງໄປວ່າການກະທຳສ່ຳໃດຈິ່ງຖືວ່າເປັນການລະເມີດສິດທິມະນຸດ ເພາະວ່າແຕ່ລະສັງຄົມ ມີຄວາມເຊື່ອຖື ມີຮີດຄອງປະເພນີ ແລະ ວັດທະນາທຳແຕກຕ່າງກັນ.

- ເຖິງແມ່ນວ່າການຄຸ້ມຄອງສິດທິມະນຸດໃນປັດຈຸບັນໄດ້ຮັບຄວາມຮ່ວມມືຈາກຫລາຍໆປະເທດກໍຕາມ, ຄືດັ່ງພວກເຮົາຮູ້ນໍາກັນແລ້ວວ່າ ປະເທດມະຫາອໍານາດເປັນຜູ້ມີບົດບາດສໍາຄັນໃນການແກ້ໄຂບັນຫາຕ່າງໆໃນໂລກນີ້, ແຕ່ກໍບໍ່ມີທັດສະນະຢ່າງຊັດເຈນຕໍ່ບັນຫາການລະເມີດສິດທິມະນຸດຂອງປະເທດຕ່າງໆໃນໂລກນີ້ ມີແຕ່ການນຳເອົາບັນຫາການຄຸ້ມຄອງສິດທິມະນຸດຂອງປະເທດຕ່າງໆມາເປັນຂໍ້ຕໍ່ລອງໃນດ້ານການຄ້າ-ການລົງທຶນ, ດ້ານການເມືອງກັບປະເທດຕ່າງໆທີ່ເປັນວ່າຂັດຕໍ່ນະໂຍບາຍ ແລະ ຜົນປະໂຫຍດຂອງຕົນ ເພື່ອກົດດັນ ແລະ ຂັດຂວາງການພັດທະນາບັນດາປະເທດເຫລົ່ານັ້ນ.

- ເຖິງຢ່າງໃດກໍຕາມໃນປັດຈຸບັນ, ບັນດາປະເທດຕ່າງໆ ແລະ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ NGOs ໄດ້ມີການຮ່ວມມືກັນ ແລະ ມີບົດບາດສໍາຄັນຫລາຍຂຶ້ນໃນການຄຸ້ມຄອງສິດທິມະນຸດໃນທົ່ວໂລກ ແລະ ບັນຫາຕ່າງໆກໍໄດ້ຮັບການແກ້ໄຂໄດ້ຫລາຍລະດັບ.

- ສຳລັບ ສປປ ລາວ ຂອງພວກເຮົາພາຍຫລັງທີ່ໄດ້ມີການປ່ຽນແປງລະບອບການປົກຄອງໃນປີ 1975 ເປັນຕົ້ນມາສິດທິຂອງປະຊາຊົນບັນດາເຜົ່າກໍໄດ້ຮັບການຄຸ້ມຄອງຫລາຍຂຶ້ນ ເຊິ່ງສະແດງອອກໃນລັດຖະທຳມະນູນ, ກົດໝາຍຕ່າງໆ.

- ນອກຈາກນັ້ນ ພັກ ແລະ ລັດຖະບານກໍໄດ້ໃຫ້ຄວາມສຳຄັນຕໍ່ການຄຸ້ມຄອງສິດທິມະນຸດ ເຊິ່ງສະແດງອອກໃນການເຂົ້າຮ່ວມເປັນພາຄີສົນທິສັນຍາຕ່າງໆກ່ຽວກັບສິດທິມະນຸດທີ່ມີໃນປັດຈຸບັນ 9 ສົນທິສັນຍາ, ລາວໄດ້ເຂົ້າຮ່ວມ 7 ສະບັບແລ້ວ ແລະ ໄດ້ໃຫ້ສັດຕະຍາບັນແລ້ວ 6 ສະບັບ.

หมายเลขบันทึก: 622894เขียนเมื่อ 9 กุมภาพันธ์ 2017 09:30 น. ()แก้ไขเมื่อ 9 กุมภาพันธ์ 2017 09:30 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท