(6) ການ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ໃນ ສປປ ລາວ

BOUNMY
ติดตาม ผู้ติดตาม 
ติดต่อ

I. ການຕໍ່ສູ້ເພື່ອສິດທິມະນຸດຂອງປະຊາຊົນລາວ

ປະຫວັດສາດຂອງຊາດລາວແມ່ນປະຫວັດສາດແຫ່ງການຕໍ່ສູ້ທີ່ຍືດເຍື້ອຍາວນານເພື່ອຍາດເອົາເສລີພາບ ແລະ ຄວາມເປັນເອກະລາດແຫ່ງຊາດ.

ລັດຖະທຳມະນູນແຫ່ງ ສປປ ລາວໄດ້ຢັ້ງຢືນຄວາມເປັນເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ,ຮັບປະກັນສິດປະຊາທິປະໄຕ, ສິດສະເໝີພາບຂອງປະຊາຊົນບັນດາເຜົ່າ ຊຶ່ງກຳນົດສິດພື້ນຖານຂອງພົນລະເມືອງລາວ.

ໃນໝວດທີ IV ໄດ້ກຳນົດຢ່າງຈະແຈ້ງກ່ຽວກັບສີດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ ເພື່ອຮັບປະ ກັນສິດທິ ແລະ ເສລີພາບຂອງປະຊາຊົນລາວບັນດາເຜົ່າ.

ສະພາແຫ່ງຊາດກໍໄດ້ຮັບຮອງເອົາກົດໝາຍແຕ່ລະຂົງເຂດວຽກງານ ມາຮອດປັດຈຸບັນມີ 90 ກວ່າສະບັບ.

ຫວນຄືນປະຫວັດສາດໃນການຕໍ່ສູ້ຂອງປະຊາຊົນລາວເພື່ອສິດທິມະນຸດ: ຕົວຢ່າງ: ໃນຄຳໂອວາດຂອງເຈົ້າຟ້າງຸ່ມໃນມື້ສະຫລອງໄຊໃນວຽງຈັນວ່າ:“ເຈົ້າທັງຫລາຍຮັກສາບ້ານເມືອງ ຢ່າໃຫ້ມີຂ້າລັກຄົນໂຈນ. ອັນໜຶ່ງຢ່າຂ້າຟັນກັນ ແມ່ນວ່າຜິດ ຂ້ອຍຂ້າຕົນຜິດ, ເມຍຕົນຜິດ, ເສນາ ຫລື ລູກຄ້າຜິດກໍດີ, ຕົນຢ່າຫລອນຂ້າຟັນເສຍ, ໃຫ້ຜູ້ອື່ນພິຈາລະນາດູກ່ອນ, ເປັນໂທດອັນໜັກແທ້ ຈິ່ງທຳຕາມເຫດນັ້ນ. ໂທດບໍ່ໜັກກໍຢ່າຂ້າ, ທໍ່ວ່າໃຫ້ໃສ່ຄອກຂັງໄວ້ ສົມໂທດແລ້ວໃຫ້ປ່ອຍໄປຫາວຽຫາການ. ສົມບັດຈັກເກີດມາໃນແຜ່ນດິນນີ້, ມີຄົນຈິ່ງມີສົມບັດ. ຄັນບໍ່ມີຄົນບໍ່ມີສົມບັດແລ. ເຮົາບໍ່ຂ້າຄົນດັ່ງນັ້ນແລ.”

ພາຍຫລັງທີ່ເຈົ້າຟ້າງຸ່ມທ້ອນໂຮມແຜ່ນດິນລາວ 1353 ແລ້ວ ກໍໄດ້ແບ່ງປັນເຂດນ້ຳແດນດິນກັບປະເທດເພື່ອນບ້ານອ້ອມຂ້າງ. ທາງເຫນືອຕິດກັບ 12 ຈຸໄທ, ທາງໃຕ້ຕິດກັບອານາຈັກຈາມປາ (ຂະເຫມນ). ທາງຕາເວັນອອກຕິດກັບສາຍພູແດນແກວ (ສາຍພູຫລວງ), ທາງຕາເວັນຕົກຕິດກັບດົງພະຍາໄຟ ອານາຈັກພູກາມພະມ້າ.

ໃນປີ 1354 ລາວໄດ້ເຈລະຈາຕົກລົງເຂດແດນກັບຫວຽດນາມໂດຍອີງຕາມຫລັກທຳມະຊາດຂອງພູມີປະເທດ ແລະ ວັດທະນາທຳທາງເຊື້ອຊາດ ໄດ້ຕົກລົງກັນວ່າ:

ພົນລະເມືອງຢູ່ເຮືອນຮ້ານ, ກວານມີເສົາ (ເຮືອນຍົກພື້ນ), ກິນເຂົ້າໜຽວ, ຄ້ຽວປາແດກ, ເປົ່າແຄນແມ່ນລະເມືອງລາວ.

ປະເທດລາວຫລັງຈາກເຈົ້າຟ້າງຸ່ມທ້ອນໂຮມແຜນດິນລາວຜ່ານມາ 350 ປີ ປະເທດລາວມີຄວາມຮຸ່ງເຮືອງເຫລືອງເຫລື້ອມ, ມີຄວາມເຂັ້ມແຂງທຸກດ້ານ, ມີການພົວພັນກັບບັນດາປະເທດອ້ອມຂ້າງຢ່າງສັນຕິ.ປະຊາຊົນມີຄວາມສະເໝີພາບ, ມີສິດເສລີພາບ, ມີຄວາມສາມັກຄີ, ມີນ້ຳໃຈເດັດດ່ຽວໃນການປົກຮັກສາ, ສາມາດຕີເອົາຊະນະການຮຸກຮານຂອງສັກດີນາຕ່າງຊາດຢ່າງອົງອາດກ້າຫານບໍ່ຍອມຈຳນົນ.

ຕັ້ງແຕ່ສະຕະວັດທີ 15 ຫາ ຕົ້ນສະຕະວັດທີ 17 (ສະໄຫມເຈົ້າໄຊຍະເສດຖາທິລາດ) ອານາຈັກລ້ານຊ້າງມີຄວາມເຂັ້ມແຂງທຸກດ້ານ ແລະ ໄດ້ຍ້າຍຄະນອນຊຽງທອງມານະຄອນຫລວງວຽງຈັນໃນປີ 1560 (ມາຮອດປັດຈຸບັນມີອາຍຸ 453ປີ).

ຕົ້ນສະຕະວັດທີ 18, ອານາຈັກລ້ານຊ້າງແຕກຄວາມສາມັກຄີ, ຍາດຊີງອຳນາດໃນການຂຶ້ນຄອງບັນລັງ, ບັນເຫລົ່າເສນາອາໝາດມີການສໍ້ລາດບັງຫລວງ,ປະຊາຊົນຖືກກົດຂີ່ຂູດຮີດ, ຖືກເກັບເກນພາສາຢ່າງໜັກໜ່ວງ, ປະ ຊາຊົນບໍ່ມີຄວາມເຊື່ອໝັ້ນຕໍ່ອຳນາດການປົກຄອງ.

ສະຫຍາມໄດ້ເຂົ້າມາຮຸກຮານລາວໃນປີ 1778.

ເຈົ້າອານຸວົງໄດ້ນຳພາປະຊາຊົນຕໍ່ສູ້ຍາດເອົາສິດໃນການປົກຄອງຕົນຈາກສັກດີນາສະຫຍາມ. ການປະລາໄຊຂອງເຈົ້າອານຸ ເຮັດໃຫ້ລາວຖືກແບ່ງອອກເປັນ 3 ອານາຈັກ, ຂາດຄວາມສາມັກຄີ, ເວລາສະຫຍາມຮຸກຮານລາວ ພວກເຂົາໄດ້ລະເມີດສິດທິມະນຸດທີ່ໂຫດຮ້າຍປ່າເຖື່ອນທີ່ສຸດ, ສ້າງຄວາມທຸກທໍລະ ມານຫາອັນທີ່ປຽບບໍ່ໄດ້ (ຂຸດຄອງແສນແສບ) ວຽງຈັນເປັນເມືອງຮ້າງ 60 ກວ່າປີ.

ປີ 1983, ຝຣັ່ງເຂົ້າມາຢຶດຄອງລາວ, ປະຊາຊົນກໍໄດ້ລຸກຂຶ້ນຕໍ່ສູ້, ມີຂະບວນການເກີດມາເອງຢູ່ທ້ອງຖິ່ນ.

ຕັ້ງແຕ່ປີ 1930 ເປັນຕົ້ນມາ ປະຫວັດສາດຂອງຊາດລາວຕິດພັນກັບການນຳພາຂອງພັກຄອມມູນິດອິນໂດຈີນ

ວັນທີ 12 ຕຸລາ 1945, ໃຕ້ການນຳພາຂອງພັກ ປະຊາຊົນລາວໄດ້ລຸຂຶ້ນຕໍ່ສູ້ ຢຶດອຳນາດ ແລະ ປະກາດເອ ກະລາດແມ່ນເຫດການປະຫວັດສາດອັນສຳຄັນຂອງຊາດລາວ ຫລັງເປັນເມືອງຂຶ້ນຂອງຕ່າງຊາດມາດົນນານ 100ກວ່າປີ ຕໍ່ມາເປັນການຮຸກຮານຂອງອາເມຣິກາຈົນຮອດປີ 1975.

ໄຊຊະນະທີ່ກ່າວມານັ້ນແມ່ນໄຊຊະນະອັນແຫລມຄົມຂອງພັກ, ແມ່ນການນຳພາຕໍ່ສູ້ເພື່ອສິດທິມະນຸດຢ່າງແທ້ຈິງສະແດງອອກໃນລັດຖະທຳມະນູນຂອງ ສປປ ລາວໃນໝວດທີ່ສີ່ ທີ່ໄດ້ກຳນົດສິດ ແລະ ພັນທະຂອງພົນລະເມືອງລາວ.

ນອກນັ້ນຍັງໄດ້ສະແດງອອກໃນຫລາຍກົດໝາຍຂອງລາວກ່ຽວກັບການຄຸ້ມຄອງສິດທິມະນຸດເປັນຕົ້ນ ຕາມກົດໝາຍອາຍາ, ຕາມກົດໝາຍແຮງງານ ແລະ ກົດໝາຍອື່ນໆ.

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)