( 5 ) ການຄຸ້ມຄອງສິດທິມະນຸດໃນອາຊີຕາເວັນອອກສ່ຽງໃຕ້


1. ປະຫວັດຄວາມເປັນມາຂອງອາຊຽ່ນ

ອາຊຽນ(ASEAN) ຫຍໍ້ມາຈາກ Association of SouthEast Asian Nations ຖືກກໍ່ຕັ້ງຂື້ີພາຍໃຕ້ຖະແຫຼງການກຸງເທບ(Bangkok Declaration) ໃນວັນທີ 8 ສິງຫາ ປີ 1967 ໂດຍລັດຖະມົນຕີວ່າການກະຊວງການຕ່າງປະເທດ ມີສະມາຊິກກໍ່ຕັ້ງ 5 ປະເທດຄື: ປະເທດອິນໂດເນເຊຍ, ຟີລິປິ່ນ, ມາເລເຊຍ, ສິງກະໂປ, ແລະໄທ.

ຕໍ່ມາໄດ້ມີປະເທດຕ່າງໆເຂົ້າເປັນສະມາຊິກເພີ່ມເຕີມເຊັ່ນ: ປະເທດ ບຣູໄນດາຣຸສຊາລາມ ໃນວັນທີ 8 ມັງກອນ ປີ 1984 ສສ ຫວຽດນາມ ໃນວັນທີ 28 ກໍລະກົດ ປີ 1995, ສ. ປ. ປ. ລາວ, ສະຫະພາບມຽນມ່າ ໃນວັນທີ 23 ກໍລະກົດ ປີ 1997, ແລະປະເທດກໍາປູເຈຍ ໃນວັນທີ 30 ເມສາ ປີ 1999. ປະຈຸບັນລວມມີ 10ປະເທດ

ອາຊຽນໄດ້ສ້່າງຕັ້ງຂື້ນ ເພື່ອສົ່ງເສີມຄວາມເຂົ້າໃຈທີ່ດີຕໍ່ກັນລະຫວ່າງປະເທດໃນພາກພື້ນເພື່ອຮັກສາສັນຕິພາບ ແລະຄວາມໝັ້ນຄົງທາງການເມືອງ, ເພື່ອສ້າງຄວາມຈະເລີນຄວາມກ້າວໜ້າທາງດ້ານເສດຖະກິດ, ການພັດທະນາທາງສັງຄົມ ແລະວັດທະນາທໍາ, ສ້າງຄວາມມັ່ງຄັງຂອງປະຊາຊົນ ບົນພື້ນຖານຂອງຄວາມສະເໝີພາບ ແລະຜົນປະຫຍດຮ່ວມກັນຂອງປະເທດສະມາຊິກ ສະນັ້ນການສ້າງຕັ້ງອົງການອາຊຽນຈິ່ງມີຈຸດປະສົງຫຼັກດັ່ງນີ້:

1. ເພື່ອສົ່ງເສີມຄວາມຮ່ວມມື ແລະການຊ່ວຍເຫຼືອຊຶ່ງກັນແລະກັນໃນທາງດ້ານເສດຖະກິດ, ສັງຄົມ, ວັດທະນະທໍາ, ເທັກໂນໂລຢີ, ວິທະຍາສາດ ແລະການບໍລິຫານ;

2.ເພື່ອສົ່ງເສີມສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນ;

3. ເພື່ອເສີມສ້າງຄວາມຄວາມຈະເລີນຮຸ່ງເຮືອງທາງເສດຖະກິດ ແລະພັດທະນາທາງວັດທະນະທໍາໃນພາກພື້ນ

4.ເພື່ອເສີມສ້າງໃຫ້ປະຊາຊົນໃນອາຊຽນມີຄວາມມັ່ງຄັ່ງແລະມີຊີວິດທີ່ດີ
5. ເພື່ອໃຫ້ຄວາມຊ່ວຍເຫຼືເຊິ່ງກັນແລະກັນໃນຮູບແບບຂອງການຝຶກອົບຮົມ, ການວິໄຈ, ແລະການສົ່ງເສີມການສຶກສາໃນອາຊີຕາເວັນອອກສ່ຽງໃຕ້;

6. ເພື່ອເພີ່ມປະສິດທິພາບຂອງກະສິກໍາແລະອຸດສາຫະກໍາ, ການຂະຫຍຍາຍການຄ້າ ຕະຫຼອດການປັບປຸງການຄົມມະນາຄົມແລະ ການຂົນສົ່ງ
7. ເພື່ອສົ່ງເສີມຄວາມຮ່ວມມືອາຊຽນກັບປະເທດພາຍນອກ ອົງການຄວາມຮ່ວມມືກັບພາກພື້ນອື່ນໆແລະອົງການຈັດຕັ້ງສາກົນ;

2. ຄວາມຮ່ວມມືໃນການສົ່ງເສີມ ແລະ ຄຸ້ມຄອງສິດທິມະນຸດ

ລັດສະມາຊິກອາຊຽນ ມີຜົນປະໂຫຍດ ແລະ ຄວາມມຸ່ງໝັ້ນຮ່ວມກັນ ທີ່ຈະສົ່ງເສີມ ແລະ ຄຸ້ມຄອງສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານ ທີ່ຈະສາມາດບັນລຸໄດ້ດ້ວຍຄວາມຮ່ວມມືລະຫວ່າງກັນ ແລະ ຄວາມຮ່ວມມືກັບສະຖາບັນ ຫຼື ອົງການ ທີ່ກ່ຽວຂ້ອງທັງໃນລະດັບຊາດ, ພາກພື້ນ, ລະຫວ່າງປະເທດ ແລະ ອື່ນໆໂດຍເປັນໄປຕາມກົດບັດອາຊຽນ;

ບໍ່ມີສິ່ງໃດໃນຖະແຫຼງການນີ້ ທີ່ອາດຈະຖືກຕີຄວາມໝາຍໄດ້ວ່າ ເປັນການໃຫ້ສິດທິແກ່ລັດ, ກຸ່ມຄົນ ຫຼື ບຸກຄົນໃດ ທີ່ຈະກະທໍາການໃດ ທີ່ຈະລິດລອນເປົ້າປະສົງ ແລະ ຫຼັກການຂອງອາຊຽນ ຫຼື ທໍາລາຍສິດທິ ແລະ ເສລີພາບຂັ້ນພື້ນຖານ ທີ່ກໍານົດໄວ້ໃນຖະແຫຼງການສະບັບນີ້ ແລະ ກາສານລະຫວ່າງປະເທດດ້ານສິດທິມະນຸດ ຊຶ່ງລັດສະມາຊິກອາຊຽນເປັນພາຄີ;

ຮັບຮອງໂດຍປະມຸກແຫ່ງລັດ/ຫົວໜ້າລັດຖະບານ ຂອງລັດສະມາຊິກອາຊຽນ ທີ່ກຸງພະນົມເປັນ ລາດຊະອານາຈັກກໍາປູເຈຍ ວັນທີ 11 ພະຈິກ 2555 ເປັນພາສາອັງກິດສະບັບດຽວ.

3. ຄະນະກໍາມາທິການລະຫວ່າງລັດຖະບານອາຊ່ຽນວ່າດ້ວຍສິດທິມະນຸດ(ASEAN Intergovernmental Commission on Human Rights - AICHR)

ແນວຄິດໃນການຈັດຕັ້ງກົນໄກສິດທິມະນຸດລະດັບພາກພື້ນໃນອາຊຽນມາຈາກມະຕິການປະຊຸມລັດຖະມົນຕີການຕ່າງປະເທດອາຊຽ່ນຄັ້ງທີ 26 ໃນເດືອນມິຖຸນາ ປີ 1993(ພສ.2556) ທີ່ປະເທດສິງກະໂປ ພາຍໃຕ້ຖະແຫຼງການແລະແຜນປະຕິບັດການວຽນນາ ເຖິງແນວໃດກໍຕາມ ແນວຄິດດັ່ງກ່າວບໍ່ໄດ້ມີການລິເລີ່ມເນື່ອງຈາກວ່າອາຊຽ່ນໄດ້ໄປເນັ້ນໃນເລື່ອງຂອງການຮ່ວມມືທາງດ້ານເສດຖະກິດໃນຮູບແບບເຂດການຄ້າເສລີອາຊຽ່ນ ໃນຊ່ວງປີ 1995 – 1999ໄດ້ຮັບສະມາຊິກອາຊຽນໃໝ່ 4 ປະເທດຄື ຫວຍດນາມ, ລາວ, ມຽນມ້າ ແລະກໍາປູເຈຍ.

ຕໍ່ມາໃນແຜນປະຕິບັດການວຽງຈັນປີ 2004 – 2010 ກໍານົດໃຫ້ອາຊຽນສົ່ງເສີມດ້ານສິດທິມະນຸດ ແລະການສ້າງເຄືອຂ່າຍຂອງອົງກອນທີ່ເຮັດວຽກສິດທິມະນຸດ ທີ່ຖືວ່າເປັນການດໍາເນີນການຂັ້ນຕົ້ນຂອງການຈັດຕັ້ງກົນໄກສິດທິມະນຸດລະດັບພາກພື້ນ

ທີ່ປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ປີ 2008 ໄດ້ແຕ່ງຕັ້ງຄະນະກໍາມະການລະດັບສູງວ່າດ້ວຍອົງກອນສິດທິມະນຸດອາຊຽນ(High Level Panel on an ASEAN Human Rights Body: HLP) ເຊິ່ງປະກອບດ້ວຍຜູ້ແທນຈາກປະເທດສະມາຊິກອາຊຽນເຮັດໜ້າທີ່ສ້າງໂຄງຮ່າງຂອບເຂດ,ອໍານາດ ແລະໜ້າທີ່(Terms of Reference) ຈົນຮອດປີ 2009 ທີ່ປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ເຫັນດີໃຫ້ມີການສ້າງໂຄງຮ່າງດັ່ງກ່າວ ແລະສະເໜີໃຫ້ອົງກອນດ້ານສິດທິມະນຸດຂອງອາຊຽນ ເຊິ່ງມີຊື່ເປັນທາງການວ່າ: ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ (ASEAN Intergovernmental Commission on Human Right : AICHR)

ຖືໄດ້ວ່າ AICHR ເປັນກົນໄກສິດທິມະນຸດລະດັບພາກພື້ນອາຊຽນ ກົນໄກນີ້ເກີດຂື້ນຢ່າງເປັນທາງການໃນເດືອນ ຕຸລາ ປີ 2009 ຈາກກອງປະຊຸມສຸດຍອດອາຊຽນຄັ້ງທີ 15 ທີ່ອໍາເພີຊະອໍາ-ຫົວຫີນປະເທດໄທ ເຊິ່ງເປັນໄປຕາມພັນທະໃນມາດຕາ 4 ຂອງກົດບັດອາຊຽນ ທັ່ງນີ້ເພື່ອສົ່ງເສີມສິດທິມະນຸດ ແລະຄວາມຮ່ວມມືດ້ານສິດທິມະນຸດຂອງພາກພື້ນໃນກຸ່ມລັດສະມາຊິກອາຊຽນ ເຊິ່ງເຫັນວ່າເປັນບາດກ້າວທີ່ສໍາຄັນຂອງກົນໄກດ້ານສິດທິມະນຸດໃນພາກພື້ນອາຊຽນ ເຖິງແມ່ນວ່າຍັງມີປັນຫາອຸປະສັກອີກຫຼາຍໆຢ່າງ.

ຂອບເຂດສິດອໍານາດໜ້າທີ່ຫຼັກຂອງ AICHR ຄື: ສົ່ງເສີມ ແລະຄຸ້ມຄອງສິດທິມະນຸດ ແລະເສລີພາບຂັ້ນພື້ນຖານຂອງປະຊາຊົນອາຊຽນ, ເພື່ອເພີ່ມຄວາມຮ່ວມມືລະດັບພາກພື້ນ, ເພື່ອເພີ່ມຄວາມພະຍາຍາມລະດັບປະເທດ ແລະລະຫວ່າງປະເທດດ້ານການສົ່ງເສີມ ແລະຄຸ້ມຄອງສິດທິມະນຸດ ແລະສະໜັບສະໜູນການຢືດຖືມາດຕະຖານລະຫວ່າງປະເທດດ້ານສິດທິມະນຸດຕາມຖະແຫຼງການສາກົນວ່າດ້ວຍສິດທິມະນຸດ, ຖະແຫຼງການ ແລະແຜນປະຕິບັດການວຽນນາ ແລະອະນຸສາສັນຍາວ່າດ້ວຍສິດທິມະນຸດລະຫວ່າງປະເທດທີ່ເປັນສະມາຊິກອາຊຽນ.

AICHRຈະເປີດກອງປະຊຸມສະໄໝສາມັນປີລະ 2 ຄັງ ໃນການປະຊຸມແຕ່ລະຄັ້ງໃຊ້ໄລຍະເວລາປົກກະຕິບໍ່ເກີນ 5 ວັນ ໂດຍຈັດໃນລັດສະມາຊິກທີ່ຖືກດໍາລົງຕໍາແໜ່ງເປັນປະທານອາຊຽນທີ່ມີການຜັດປຽ່ນກັນໄປ ການກໍາກັບ AICHR ໃຊ້ກົນໄກຂອງຕົວແທນທີ່ປະກອບດ້ວຍຜູ້ແທນຈາກລັດສະມາຊິກອາຊຽນປະເທດລະ 1ທ່ານ ມີວາລະການດໍາລົງຕໍາແໜ່ງ 3ປີ ແລະອາດຈະໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງໄດ້ອີກ 1 ສະໄໝ ແຕ່ບໍ່ເກີນ 2 ສະໄໝ, AICHR ມີ 14ເລື່ອງໃຫຍ່ທີ່ຈະຕ້ອງໄດ້ດໍາເນີນຄື:ການສົ່ງເສີມແລະຄຸ້ມຄອງສິດທິມະນຸດ, ການສ້າງຄວາມເຂັ້ມແຂງ(ຄວາມສາມາດ), ການໃຫ້ຄໍາແນະນໍາແລະຊ່ວຍເຫຼືອທາງເທັກນິກ, ການລວບລວມຂໍ້ມູນແລະດໍາເນີນການດ້ວຍອົງກອນ ໃນລະດັບຊາດ ແລະລະຫວ່າງປະເທດ ຈາກສິ່ງເຫຼົ່ານັ້ນກໍໄດ້ມີການພັດກາຍເປັນຖະແຫຼງການສິດທິມະນຸດອາຊຽນ(An ASEAN Human Rights Declaration) ໄດ້ຮັບຮອງເອົາໃນເດືອນ ພະຈິກ 2012

ຈາກບັນຫາທີ່ກ່າວມາຂ້າງເທິງຈິ່ງສະຫຼຸບໄດ້ວ່າອາຊຽນແມ່ນມີກົນກົນໄກເພື່ອສົ່ງເສີມສິດທິມະນຸດເຊິ່ງສະແດງອອກດັ່ງນີ້:

1. ຄະນະກໍາມະທິການລະຫວ່າງລັດຖະບານວ່າດ້ວຍການສົ່ງເສີມສິດທິມະນຸດອາຊຽນ(ASEAN Intergovernment Commission Rights: AICHR) ສ້າງຕັ້ງຂື້ນໃນປີ 2009 ປະກອບດ້ວຍຜູ້ແທນປະເທດສະມາຊິກອາຊຽນປະເທດລະ1ຄົນ;

2. ຄະນະກໍາມາທິການອາຊຽນດ້ານການສົ່ງເສີມ ແລະການຄຸ້ມຄອງສິດທິຂອງຜູ້ຍິງແລະສິດທິຂອງເດັກນ້ອຍ (ASEAN Commission on the promotion and Protection of the Rights of Women and Children: ACWC) ທີ່ເລີ່ມດໍາເນີນການໃນປີ 2010 ປະກອບດ້ວຍຜູ້ແທນປະເທດສະມາຊິກອາຊຽນປະເທດລະ 2 ທ່ານ ດ້ານສິດທິເດັກ 1 ທ່ານ, ດ້ານສິດທິແມ່ຍິງ 1 ທ່ານ ລວມເປັນ 20 ທ່ານ.

ນອກຈາກນີ້ຜູ້ນໍາອາຊຽນຍັງໄດ້ຮັບຮອງເອົາຖະແຫຼງການອາຊຽນວ່າດ້ວຍສິດທິມະນຸດ (ASEAN Human Rights Declaration: AHRD) ໃນເດືອນ ພະຈິກ ປີ 2012 ຜົນປະໂຫຍດທີ່ປະຊາຊົນຈະໄດ້ຮັບຈາກຖະແຫຼງການສະບັບນີ້ມີຄື: ການສ້າງຄວາມຮູ້, ຄວາມເຂົ້າໃຈເບື້ອງຕົ້ນກ່ຽວກັບສິດທິພື້ນຖານທີ່ຫາກໍມີ ແລະຫາກໍໄດ້ຮັບການຄຸ້ມຄອງໃນການດໍາເນີນຊີວິດປະຈໍາວັນ ແລະເຖິງແມ່ນວ່າຖະແຫຼງການບໍ່ແມ່ນຕົວບົດກົດໝາຍທີ່ຈະຄວບຄຸມແລະລົງໂທດຜູ້ກະທໍາຜິດໃນການລະເມີດສິດທິມະນຸດ ແຕ່ວ່າເປັນບາດກ້າວທີ່ສໍາຄັນທີ່ອາຊຽນໄດ້ມີເອກະສານພື້ນຖານຮ່ວມກັນໃນການສົ່ງເສີມ ແລະຄຸ້ມຄອງສິດທິມະນຸດໃນລະດັບພາກພື້ນ.

4. ຖະແຫຼງການອາຊຽນວ່າດ້ວຍການຄຸ້ມຄອງສິດທິມະນຸດ(ASEAN Human Rights Declaration)

4.1. ຫຼັກການທົ່ວໄປ

1. ບຸກຄົນເກີດມາລ້ວນແຕ່ມີຄວາມເປັນອິດສະຫລະ ແລະ ສາເໜີພາບໃນກຽດສັກສີ ແລະ ສິດທິ. ທຸກຄົນມີສະຕິສໍາປະສັນຍະ ແລະ ມະໂນທໍາ ແລະ ຄວນປະພຶດຕໍ່ກັນດ້ວຍນໍ້າໃຈມະນຸດສະທໍາ;

2. ບຸກຄົນທຸກຄົນມີສິດໄດ້ຊົມໃຊ້ສິດ ແລະ ເສລີພາບທີ່ໄດ້ລະບຸໄວ້ ໃນຖະແຫຼງການສະບັບນີ້ໂດຍປາສະຈາກການຈໍາແນກທຸກຮູບແບບ ສະເພາະຢ່າງຍິ່ງການຈໍາແນກ ເຊື້ອຊາດ, ເພດ, ອາຍຸ, ພາສາ, ສາສະໜາ, ຄໍາເຫັນທາງດ້ານການເມືອງ ຄໍາເຫັນອື່ນໆ, ສັນຊາດ ຫລື ສັງຄົມເດີມ, ສະຖານະທາງດ້ານເສດຖະກິດ, ການເກີດ, ພິການ ຫລຶສະພາບອື່ນໆ;

3. ທຸກຄົນ ມີສິດຖືກຖືເປັນບຸກຄົນຕາມກົດໝາຍ, ທຸກຄົນມີຄວາມສະເໝີພາບຕໍ່ໜ້າຕາມກົດໝາຍ ແລະ ມີສິດໄດ້ຮັບການປົກປ້ອງຈາກກົດໝາຍຢ່າງເທົ່າທຽມກັນໂດຍປາສະຈາກການຈໍາແນກ;

4. ສິດທິຂອງແມ່ຍິງ, ເດັກນ້ອຍ, ຜູ້ສູງອາຍຸ, ຄົນພິການ, ແຮງງານເຄຶ່ອນຍ້າຍ, ແລະ ກຸ່ມຄົນທີ່ອ່ອນໄຫວ ແລະດ້ອ ເຍໂອກາດ ເປັນສ່ວນປະກອບທີ່ບໍ່ສາມາດຕັດແຍກສິດທິມະນຸດ ແລະ ເສລີພາບພື້ນຖານ;

5. ທຸກຄົນ ມີສິດໄດ້ຮັບການແກ້ໄຂຢ່າງມີປະສິດທິຜົນ ແລະ ບັງຄັບປະຕິບັດໄດ້ໂດຍການຕັດສິນຂອງສານ ຫລື ອົງການອື່ນໆ ທີ່ມີອຳນາດອໍານາດກ່ຽວຂ້ອງ ຕໍ່ການກະທໍາລະເມີດຕໍ່ສິດທິຂອງບຸກຄົນນັ້ນຕາມລັດຖະທຳມະນູນ ຫລື ກົດໝາຍ;

6. ການຊົມໃຊ້ສິດທິມະນຸດ ແລະ ເສລີພາບພື້ນຖານຈະຕ້ອງກໍ່າເກິ່ງກັບການປະຕິບັດໜ້າທີ່ທີ່ກ່ຽວຂ້ອງເພາະທຸກຄົນລ້ວນແຕ່ມີຄວາມຮັບຜິດຊອບຕໍ່ບຸກຄົນອື່ນດ ຊຸມຊົນແລະ ສັງຄົມທີ່ຕົນອາໄສຢູ່. ໃນທີ່ສຸດແລ້ວບັນດາປະເທດສະມາຊິກອາຊ່ຽນມີຄວາມຮັບຜິດຊອບຕົ້ນຕໍໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ເສລີພາບພື້ນຖານທັງໝົດ;

7. ສິດທິມະນຸດທັງໝົດມີລັກສະນະຈັກກະວານ, ບໍ່ສາມາດແຍກອອກຈາກກັນໄດ້, ຂື້ນຕໍ່ກັນ ແລະ ພົວພັນເຊິ່ງກັນ ແລະກັນ. ທຸກໆສິດທິມະນຸດ ແລະ ເສລີພາບພື້ນໃນຖະແຫຼງການສະບັບນີ້ ຕ້ອງໄດ້ຮັບການປະຕິບັດຢ່າງຍຸຕິທຳ ແລະ ສະເໝີພາບ ບົນພື້ນຖານເທົ່າທຽມ ແລະ ມີຄວາມສຳຄັນຄືກັນ. ໃນຂະນະດຽວກັນ, ການປະຕິບັດສິິດທິມະນຸດ ຕ້ອງຖືກພິຈາລະນາໂດຍອີງໃສ່ສະພາບເງື່ອນໄຂຂອງພາກພື້ນ ແລະ ຂອງປະເທດ ໂດຍຄຳນຶງເຖິງຄວາມເປັນມາທີ່ແຕກຕ່າງກັນດ້ານການເມືອງ, ເສດຖະກິດ, ກົດໝາຍ, ສັງຄົມ, ວັດທະນະທຳ, ປະຫວັດສາດ ແລະ ສາສະໜາ;

8. ສິດທິມະນຸດ ແລະ ເສລີພາບພື້ນຖານທຸກໆຄົນ ຈະຕ້ອງໄດ້ຮັບການປະຕິບັດໂດຍມີການເຄົາລົບສິດທິມະນຸດ ແລະ ເສລີພາບພື້ນຖານ ຂອງຄົນອື່ນ. ການປະຕິບັດສິດທິມະນຸດ ແລະ ເສລີພາບພື້ນຖານ ຈະຕ້ອງຢູ່ໃນຂອບເຂດທີ່ກົດໝາຍກໍານົດໄວ້ເທົ່ານັ້ນ ໂດຍມີຈຸດປະສົງເພື່ອຮັບປະກັນການຮັບຮູ້ຕາມທາງທີ່ຄວນຕໍ່ສິດທິມະນຸດ ແລະ ຂອງການໄດ້ມາ ຊຶ່ງການຍອມຮັບສິດທິມະນຸດ ແລະ ເສລີພາບພື້ນຖານຂອງຜູ້ອື່ນ ແລະ ເພື່ອໃຫ້ຄວາມຈໍາເປັນທີ່ແທ້ຈິງຂອງການຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສາທາລະນະສຸກ, ຄວາມປອດໄພທາງສັງຄົມ, ສິນລະທໍາຂອງສັງຄົມກໍດີອັນດີ ສະຫວັດດີການທົ່ວໄປ ຂອງປະຊາຊົນໃນສັງຄົມປະຊາທິປະໄຕ;

9. ໃນການປະຕິບັດສິດທິມະນຸດ ແລະ ເສລີພາບ ຕາມຖະແຫຼງການສະບັບນີ້ຄວນຍຶດຖືຕໍ່ຫຼັກການບໍ່ລຳອຽງ, ພາວະວິໄສ, ບໍ່ເລືອກປະຕິບັດ, ບໍ່ຈໍາແນກ, ບໍ່ປະເຊີນໜ້າ, ແລະ ບໍ່ໃຊ້ມາດຕະຖານສອງໜ້າ ແລະ ບໍ່ມີການເມືອງແຊກຄຸມ. ໃນການປະຕິບັດສິດທິມະນຸດ ແລະ ເສລີພາບຈະຕ້ອງຄຳນຶງເຖິງຫລັກການມີສ່ວນຮ່ວມຂອງປະຊາຊົນ, ການບໍ່ຈໍາແນກ ແລະ ຄວາມຈຳເປັນໃນການຄວາມຮັບຮັບຜິດຊອບ.

4.2. ສິດທິພົນລະມືອງ ແລະ ສິດທິທາງການເມືອງ

10. ບັນດາປະເທດສະມາຊິກອາຊຽນ ຢືນຢັນທຸກໆສິດທິພົນລະເມືອງ ແລະ ສິດທິທາງການເມືອງໃນຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ. ສະເພາະຢ່າງຍິ່ງ ບັນດາສະມາຊິກອາຊຽນຢືນຢັນບັນດາສິດທິ ແລະ ເສລີພາບດັ່ງນີ້:

11. ບຸກຄົນທຸກ ຄົນມີສິດຊີວິດໃນຖານະເປັນມະນຸດ ທີ່ຈະຕ້ອງຖືກປົກປ້ອງໂດຍກົດໝາຍ. ຊີວິດຂອງບຸກຄົນໃດກໍຕາມຈະບໍ່ຖືກດັບມອດຢ່າງພາລະການ ຍົກເວັ້ນກໍລະນີທີ່ເປັນໄປຕາມຂະບວນການຂອງກົດໝາຍ;

12. ທຸກຄົນ ມີອິດສະຫລະພາບ ແລະ ຄວາມປອດໄພສ່ວນບຸກຄົນ. ບໍ່ມີບຸກຄົນໃດຈະຖືກຈັບກຸມ, ກວດຄົ້ນ, ກັກຂັງ, ລັກພາຕົວ ຫຼື ຖືກນໍາໃຊ້ຮູບແບບອື່ນຂອງການເສຍອິດສະຫລະພາບຢ່າງພາລະການ;

13. ບໍ່ມີບຸກຄົນຜູ້ໃດຈະຖືກເປັນທາດຮັບໃຊ້ ຫຼື ຂ້າທາດ ໃນຮູບແບບໃດກໍຕາມ ຫລື ເປົ້າໝາຍຂອງການຄ້າມະນຸດລວມທັງເພື່ອຈຸດປະສົງການຄ້າອະໄວຍະວະ;

14. ບໍ່ມີບຸກຄົນໃດຈະຖືກທໍລະມານ ຫຼື ລົງໂທດ ຫລື ປະຕິບັດຕໍ່ຢ່າງໂຫດຮ້າຍປ່າເຖື່ອນ, ໄຮ້ມະນຸດສະທໍາ ຫຼື ເສື່ອມຊາມ;

15. ທຸກຄົນ ມີສິດເສລີພາບໃນການສັນຈອນໄປມາ ແລະຕັ້ງຖິ່ນຖານຢູ່ພາຍໃນດິນແດນຂອງປະເທດ. ທຸກຄົົນ ມີສິດເດີນທາງອອກຈາກປະເທດໃດກໍໄດ້, ນັບທັງປະເທດຂອງຕົນ ແລະ ມີິສິດທີ່ຈະກັບຄືນເຂົ້າປະເທດຕົນ;

16. ທຸກຄົນ ມີສິດຂໍລີ້ໄພ ແລະໄດ້ຮັບອະນຸຍາດໃຫ້ລີ້ໄພຢູ່ໃນປະເທດອື່ນອີງຕາມກົດໝາຍຂອງປະເທດດັ່ງກ່າວ ແລະ ສົນທິສັນຍາສາກົນທີ່ມີຜົນບັງຄັບໃຊ້;

17. ທຸກຄົນ ມີສິດເປັນເຈົ້າຂອງ, ນໍາໃຊ້, ຊີ້ຂາດ ແລະ ໂອນມອບຊັບສົມບັດຂອງຕົນທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ໂດຍຕົນເອງ ຫລື ຮ່ວມກັບບຸກຄົນອື່ນ. ຊັບສົມບັດຂອງບຸກຄົນໃດກໍຕາມ ຈະບໍ່ຖືກຢຶດໄປຢ່າງພາລະການ;

18. ທຸກຄົນ ມີສິດຖືສັນຊາດໃດໜຶ່ງຕາມທີ່ກໍານົດໃນກົດໝາຍ ບໍ່ມີບຸກຄົນໃດຈະຖືກປົດສັນຊາດ ຫຼື ປະຕິເສດສິດທິໃນການປ່ຽນແປງສັນຊາດຂອງຕົນຢ່າງພາລະການ;

19. ຄອບຄົວ ໃນຖານະເປັນອົງປະກອບທາງທໍາມະຊາດ ແລະ ພື້ນຖານຂອງສັງຄົມ ແລະ ມີສິດໄດ້ຮັບການປົກປ້ອງຈາກສັງຄົມ ແລະ ປະເທດສະມາຊິກອາຊຽນ. ຊາຍ ແລະ ຍິງ ທີ່ບັນລຸນິຕິພາວະ ມີສິດໃນການສົມລົດບົນພື້ນຖານຄວາມສະໝັກໃຈ ແລະ ຄວາມເຫັນດີເຫັນພ້ອມຢ່າງເຕັມສ່ວນຂອງພວກກ່ຽວ, ໃນການສ້າງຄອບຄົວ ແລະ ໃນການຢ່າຮ້າງຕາມທີ່ກົດໝາຍກຳນົດໄວ້;

20. (1) ທຸກຄົນ ທີ່ຖືກຂໍ້ຫາກະທຳຜິດທາງອາຍາ ຈະຕ້ອງຖືກສັນນິຖານ ເປັນຜູ່ບໍລິສຸດ ຈົນກ່ວາຈະມີການພິສູດມີຄວາມຜິດຂອງຜູ້ກ່ຽວອີງຕາມກົດໝາຍ ໃນຂະບວນການພິຈາລະນາທຳ ແລະ ເປີດເຜີຍຂອງສານທີ່ມີສິດອຳນາດ, ມີຄວາມເປັນຄວາມເປັນເອກະລາດ ແລະ ບໍ່ລໍາອຽງ ໃນນັ້ນຜູ້ຖຶກກ່າວຫາຈະຕ້ອງໄດ້ຮັບການຄໍ້າປະກັນສິດຕໍ່ສູ້ຄະດີ;

(2) ບໍ່ມີບຸກຄົນໃດ ຈະຖືກຕັດສິນມີຄວາມຜິດທາງອາຍາ ຍ້ອນການກະທໍາ ຫຼື ການລະເວັ້ນ ຊຶ່ງບໍ່ເປັນຄວາມຜິດທາງອາຍາ ຕາມກົດໝາຍພາຍໃນປະເທດ ແລະ ກົດໝາຍສາກົນ ໃນເວລາກໍ່ການກະທຳນັ້ນ ແລະ ບໍ່ມີບຸກຄົນໃດ ຈະຖືກລົງໂທດ ໜັກກວ່າໂທດທີ່ກົດໝາຍກໍານົດໃສ່ຄວາມຜິດໃນເວລາ ກໍ່ການກະທຳຜິດນັ້ນ;

(3) ບໍ່ມີບຸກຄົນໃດ ຈະຖືກດໍາເນີນຄະດີ ຫຼື ລົງໂທດອີກຕໍ່ການກະທໍາຜິດ ຊຶ່ງຜູ້ກ່ຽວໄດ້ຖືກສານຕັດສິນລົງໂທດ ຫລື ປ່ອຍຕົວແລ້ວໂດຍສອດຄ່ອງກັບກົດໝາຍ ແລະ ຂັ້ນຕອນການດໍາເນີນຄະດີອາຍາ ຂອງແຕ່ລະປະເທດສະມາຊິກອາຊຽນ;

21. ທຸກຄົນ ມີສິດບໍ່ຖືກແຊກແຊງເຂົ້າຊີວິດສ່ວນຕົວ, ຄອບຄົວ, ລ່ວງລໍ້າເຮືອນຊານ ຫຼື ການຕິດຕໍ່ສື່ສານ ລວມທັງ ຂໍ້ມູນສ່ວນຕົວ ຫຼື ຖືກລົບລູ່ ແລະ ຊື່ສຽງຂອງຕົນ, ການດູໝິ່ນກຽດ ແລະ ຊື່ສຽງຂອງຕົນ. ທຸກຄົນ ມີສິດໄດ້ຮັບການປົກປ້ອງໂດຍກົດໝາຍຈາກການແຊກແຊງດ ລ່ວງລໍ້າ ຫລື ລົບລູ່ດັ່ງກ່າວ;

22. ທຸກຄົນມີສິດເສລີພາບໃນການນຶກຄິດ, ມະໂນທໍາ ແລະ ສາສະໜາ, ທຸກຮູບການບໍ່ອົດກັ້ນ, ການຈໍາແນກ ແລະ ການຍຸຍົງໃຫ້ມີຄວາມກຽດຊັງບົນພື້ນຖານທາງດ້ານສາສະໜາ ແລະ ຄວາມເຊື່ອຖືຈະຕ້ອງຖືກລົບລ້າງ;

23. ທຸກຄົນເສລີພາບໃນການຄິດເຫັນ ແລະ ສະແດງຄວາມຄິດເຫັນ ລວມທັງເສລີພາບໃນການຢຶດຖືຄວາມຄິດເຫັນ ໂດຍປາສະຈາກການແຊກແຊງ ແລະ ໃນການຊອກຫາ, ໄດ້ຮັບ ແລະ ເຜີຍແຜ່ ຂໍ້ມູນຂ່າວສານບໍ່ວ່າທາງປາກເປົ່າ, ເປັນລາຍລັກອັກສອນ ຫຼື ຜ່ານວິທີທາງອື່ນໃດໜຶ່ງທີ່ບຸກຄົນນັ້ນເລືອກ;

24. ທຸກຄົນມີສິດເສລີພາບໂຮມຊຸມນຸມ ໂດຍສັນຕິ;

25. (1) ທຸກຄົນທີ່ເປັນພົນລະເມືອງຂອງປະເທດຕົນມີສິດເຂົ້າຮ່ວມວຽກງານລັດຖະການຂອງປະເທດຕົນໂດຍທາງກົງ ຫລື ທາງອ້ອມ ໂດຍຜ່ານຜູ້ແທນ ທີ່ມາຈາກການເລືອກຕັ້ງຢ່າງປະຊາທິປະໄຕ ໂດຍສອດຄ່ອງກັບຕາມກົດໝາຍແຫ່ງຊາດຂອງປະເທດ;

(2) ພົນລະເມືອງທຸກຄົນ ມີສິດລົງຄະແນນສຽງໃນການເລືອກຕັ້ງແຕ່ລະໄລຍະ ແລະ ການເລືອກຕັ້ງຕົວຈິງ ເຊິ່ງການເລືອກຕັ້ງນັ້ນຄວນຈະຕ້ອງມີຂື້ນບົນພື້ນຖານຫລັກການທົ່ວໄປ, ສະເໜີພາບ ແລະ ລົງຄະແນນສຽງແບບປິດລັບ ແລະ ຮັບການປະກັນໃຫ້ມີການສະແດງເຈດຈໍານົງຂອງຜູ້ປ່ອນບັດເລືອກຕັ້ງຢ່າງອິດສະຫລະ ໂດຍສອດຄ່ອງກັບກົດໝາຍຂອງປະເທດ;

4.3. ສິດທິທາງເສດຖະກິດ-ສັງຄົມ ແລະ ວັດທະນະທໍາ

26. ບັນດາປະເທດສະມາຊິກອາຊຽນ ຢືນຢັນທຸກໆສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ທີ່ລະບຸໄວ້ໃນຖະແຫຼງການສາກົນວ່າດ້ວນສິດທິມະນຸດ. ສະເພາະຢ່າງຍິ່ງ ບັນດາປະເທດສະມາຊິກອາຊຽນຢືນຢັນດັ່ງລຸ່ມນີ້:

27. (1) ທຸກຄົນມີສິດທິໃນການເຮັດວຽກ, ໃນການເລືອກວຽກເຮັດງານທໍາຢ່າງອິດສະຫລະໃນເງື່ອໄຂ, ການເຮັດວຽກທທີ່ເປັນທໍາ, ເໝາະສົມ ເອື້ອອໍານວຍພ້ອມທັງມີສິດໃນການເຂົ້າເຖິງແຜນການຊ່ວຍເຫຼືອສໍາລັບຜູ້ຫວ່າງງານ;

(2) ທຸກຄົນມີສິດສ້າງຕັ້ງອົງການກໍາມະບານ ແລະ ເຂົ້າຮ່ວມໃນອົງການກໍາມະບານ ທີ່ຕົນເລືອກ ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ ອີງຕາມກົດໝາຍ ແລະ ລະບຽບການພາຍໃນປະເທດ;

(3) ເດັກນ້ອຍ ຫຼື ຊາວໜຸ່ມຈະບໍ່ຖືກຂູດຮີດທາງດ້ານເສດຖະກິດ ແລະ ສັງຄົມ ຜູ້ທີ່ວ່າຈ້າງເດັກນ້ອຍ ແລະ ຊາວໜຸ່ມເຂົ້າເຮັດວຽກທີ່ມີຜົນຕໍ່ຈິດໃຈ ຫລື ສຸຂະພາບ, ເປັນອັນຕະລາຍຕໍ່ຊີວິດ ຫຼື ເປັນການກີດຂວາງການພັດທະນາແບບປົກກະຕິ ລວມທັງການສຶກສາຂອງເຂົາເຈົ້າ ຄວນຖືກລົງໂທດຕາມກົດໝາຍ. ບັນດາປະເທດສະມາຊິກອາຊຽນ ຄວນວາງຂອບເຂດອາຍຸການຈ້າງງານເພື່ອຫ້າມແລະລົງໂທດການຈ້າງງານຈໍ່າກວ່າອາຍຸທີ່ກໍານົດຕາມກົດໝາຍ;

28. ທຸກຄົນມີສິດທິ ໄດ້ຮັບມາດຕະຖານການດໍາລົງຊີວິດທີ່ພຽງພໍສໍາລັບຕົນເອງ ແລະ ຄອບຄົວ ເຊິ່ງປະກອບດ້ວຍ:

ກ.) ສິດທິໃນອາຫານທີ່ພຽງພໍ ແລະ ສາມາດຈ່າຍໄດ້, ເສລີພາບຈາກຄວາມອຶດຫິວ ແລະໄດ້ຮັບອາຫານທີ່ປອດໄພ ແລະ ມີໂພສະນາການ;

ຂ.) ສິດທິມີເຄື່ອງນຸ່ງຮົ່ມ;

ຄ.) ສິດທິມີທີ່ຢູ່ອາໄສທີ່ພຽງພໍ ແລະ ສາມາດຈ່າຍໄດ້;

ງ.) ສິດທິໄດ້ຮັບການປິ່ນປົວ ແລະ ການບໍລິການທາງສັງຄົມທີ່ຈໍາເປັນ;

ຈ.) ສິດທິມີນໍ້າດື່ມທີ່ປອດໄພ ແລະ ສຸຂະອະນາໄມ;

ສ.) ສິດທິມີສະພາບແວດລ້ອມທີ່ປອດໄພ, ສະອາດ ແລະ ຢັ້ງຢືນ.

29. (1) ທຸກຄົນມີສິດໄດ້ຮັບມາດຕະຖານດ້ານສຸຂະພາບສູງສຸດເທົ່າທີ່ເປັນໄປໄດ້ທາງດ້ານກາຍ, ຈິດໃຈ, ຈະເລີນພັນ, ການບໍລິການປິ່ນປົວສຸຂະພາບຂັ້ນພື້ນຖານ ແລະສາມາດຈ່າຍໄດ້ ແລະສາມາດເຂົ້າເຖິງສິ່ງອໍານວຍຄວາມສະດວກທາງດ້ານການແພດ,

(2) ປະເທດສະມາຊິກອາຊຽນ ຄວນສ້າງສະພາບແວດລ້ອມທີ່ເອື້ອອໍານວຍເພື່ອແກ້ໄຂຄວາມອະຄະຕິ(stigma), ການບໍ່ຫົວຊາ, ການປະຕິເສດ ແລະ ການຈໍາແນກໃນການສະກັດກັ້ນ, ການປິ່ນປົວ, ການເບິ່ງແຍງ ແລະຊ່ວຍເຫຼືອຜູ້ທີ່ມີພະຍາດຕິດຕໍ່ລວມທັງ ເຊື້ອພະຍາດເອດສ໌ (HIV/AIDS).

30. (1) ທຸກຄົນມີສິດໄດ້ຮັບສະຫວັດດີການສັງຄົມ, ຖ້າມີ, ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າມີຊ່ອງທາງໃນການດໍາລົງຊີວິດດ້ວຍສັກສີ ແລະ ເໝາະສົມ;

(2) ຜູ້ເປັນແມ່ຄວນໄດ້ຮັບການປົກປ້ອງເປັນພິເສດ ໃນໄລຍະເວລາອັນສົມເຫດສົມຜົນ ກ່ອນ ແລະຫຼັງຈາກການຄອດລູກ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການພາຍໃນປະເທດ, ໃນຊ່ວງໄລຍະເວລາດັ່ງກ່າວ ແມ່ທີ່ເຮັດວຽກຄວນໄດ້ຮັບອະນຸຍາດໃຫ້ພັກວຽກໂດຍບໍ່ຕ້ອງຕັດເງິນເດືອນ ຫຼື ພັກວຽກໂດຍໄດ້ຮັບຜົນປະໂຫຍດຈາກການປະກັນສັງຄົມທີ່ພຽງພໍ,

(3) ແມ່ ແລະ ເດັກນ້ອຍ ຄວນໄດ້ຮັບການເບິ່ງແຍງ ແລະ ຊ່ວຍເຫຼືອເປັນການພິເສດ ເດັກນ້ອຍທຸກຄົນ ບໍ່ວ່າຈະເກີດຢູ່ໃນ ຫຼື ນອກການສົມລົດ ຄວນໄດ້ຮັບການປົກປ້ອງ ທາງສັງຄົມໃນລັກສະນະດຽວກັນ;

31. (1) ທຸກຄົນມີສິດໃນການສຶກສາ,

(2) ການສຶກສາຊັ້ນປະຖົມຄວນເປັນພາກບັງຄັບ ແລະ ສະໜອງໃຫ້ ໂດຍບໍ່ເສຍຄ່າ ສໍາລັບໝົດທຸກຄົນ. ຄວນມີການສຶກສາຊັ້ນມັດທະຍົມ ໃນຮູບແບບຕ່າງໆ ສາມາດເຂົ້າເຖິງໄດ້ສໍາລັບໝົດທຸກຄົນ ໂດຍນໍາໃຊ້ທຸກວິທີການທີ່ເໝາະສົມ, ການສຶກສາດ້ານເຕັກນິກ ແລະ ວິຊາຊີບ ໂດຍທົ່ວໄປແລ້ວ ຄວນສາມາດເຂົ້າເຖິງໄດ້ສໍາລັບທຸກຄົນ, ການສຶກສາຊັ້ນສູງກໍຄວນໃຫ້ທຸກຄົນສາມາດເຂົ້າເຖິງຢ່າງສະເໝີພາບໂດຍອີງໃສ່ຄວາມສາມາດຕົວຈິງ;

(3) ການສຶກສາ ຄວນນໍາໄປສູ່ການພັດທະນາຢ່າງເຕັມສ່ວນດ້ານບຸກຄະລິກພາບ ແລະ ກຽດສັກສີຂອງມະນຸດ, ການສຶກສາຄວນສ້າງຄວາມເຂັ້ມແຂງໃຫ້ແກ່ການເຄົາລົບສິດທິມະນຸດ ແລະ ເສລີພາບພື້ນຖານ ຢູ່ໃນປະເທດສະມາຊິກອາຊຽນ. ນອກຈາກນີ້ ການສຶກສາ ຄວນເຮັດໃຫ້ທຸກຄົນສາມາດເຂົ້າຮ່ວມຢ່າງມີປະສິດທິພາບໃນສັງຄົມຂອງຕົນ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ, ຄວາມອົດກັ້ນ ແລະ ມິດຕະພາບສະຫວ່າງປະຊາຊາດ, ເຊື້ອຊາດ ແລະ ສາສະໜາ ແລະ ເສີມຂະຫຍາຍການເຄື່ອນໄຫວຂອງອາຊຽນ ໃນການຮັກສາສັນຕິພາບ;

32. ທຸກຄົນມີສິດໂດຍຕົນເອງ ຫຼື ຮ່ວມກັບບຸກຄົນອື່ນ ເຂົ້າຮ່ວມຢ່າງມີອິດສະຫຼະໃນຊີວິດວັດທະນາທໍາຊົມໃຊ້ສິນລະປະ ແລະ ຜົນປະໂຫຍດຈາກຄວາມກ້າວໜ້າວິທະຍາສາດ ກໍຄື ການນໍາໃຊ້ຄວາມກ້າວໜ້າ ແລະໄດ້ການປົກປ້ອງຜົນປະໂຫຍດທາງຈິດໃຈ ແລະ ວັດຖຸ ທີ່ເກີດຈາກຜົນງານທາງດ້ານວິທະຍາສາດວັນນະກໍາ ຫຼື ສີລະປະ ທີ່ເໝາະສົມ ເຊິ່ງບຸກຄົນນັ້ນເປັນຜູ້ສ້າງຂື້ນ;

33. ບັນດາປະເທດສະມາຊິກອາຊຽນ ຄວນເອົາມາດຕະການໂດຍຕົນເອງ ແລະ ຜ່ານການຮ່ວມມື ແລະການຊ່ວຍເຫຼືອໃນລະດັບພາກພື້ນ ແລະ ສາກົນໂດຍສະເພາະທາງດ້ານເສດຖະກິດ ແລະ ວິຊາການ, ເພື່ອນໍາໃຊ້ຊັບຊັບພະຍາກອນທີ່ຕົນມີໃນລະດັບສູງສຸດເພື່ອຈັດຕັ້ງປະຕິບັດສິດທາງດ້ານເສດຖະກິດ ແລະ ວັດທະນາທໍາທີ່ຖືກຮັບຮູ້ຢູ່ໃນຖະແຫຼງການສະບັບນີ້ ເທື່ອລະກ້າວ;

34. ບັນດາປະເທດສະມາຊິກອາຊຽນ ອາດກໍານົດຂອບເຂດ ທີ່ຕົນຈະຄໍ້າປະກັນສິດທິທາງດ້ານເສດຖະກິດ ແລະ ສັງຄົມ ທີ່ໄດ້ກໍານົດໃນຖະແຫຼງການນີ້ ໃຫ້ແກ່ຜູ້ທີ່ບໍ່ເປັນພົນລະເມືອງຂອງຕົນ ໂດຍຄໍານຶ່ງເຖິງ ສິດທິມະນຸດ, ແລະ ໂຄງສ້າງ ແລະ ຊັບພະຍາກອນທາງດ້ານເສດຖະກິດຂອງແຕ່ລະປະເທດສະມາຊິກ;

4.4. ສິດທິໃນການພັດທະນາ

35. ສິດທິໃນການພັດທະນາ ແມ່ນສິດທິມະນຸດ ທີ່ບໍ່ສາມາດຕັດແຍກໄດ້ ເຊິ່ງມະນຸດທຸກຄົນ ແລະ ປະຊາຊົນໃນອາຊຽນ ມີສິດເຂົ້າຮ່ວມປະກອບສ່ວນ ແລະ ໄດ້ຮັບຜົນປະໂຫຍດຢ່າງເປັນທໍາ ແລະ ຢືນຢົງຈາກການພັດທະນາທາງເສດຖະກິດ, ສັງຄົມ, ວັດທະນະທໍາ ແລະ ການເມືອງ ສິດທິໃນການພັດທະນາ ຄວນໄດ້ຮັບການການຈັດຕັ້ງປະຕິບັດ ເພື່ອຕອບສະໜອງຄວາມຈໍາເປັນທາງດ້ານການພັດທະນາ ແລະ ຮັກສາສິ່ງແວດລ້ອມ ສໍາລັບຄົນລຸ້ນປັດຈະບັນ ແລະ ລຸ້ນຕໍ່ໆໄປຢ່າງສະເໝີພາບ, ໃນຂະນະທີ່ການພັດທະນາ ອໍານວຍຄວາມສະດວກ ແລະ ຈໍາເປັນສໍາລັບການໄດ້ຮັບທຸກໆສິດທິມະນຸດ, ການຂາດການພັດທະນາ ບໍ່ອາດຖືເປັນຂໍ້ອ້າງສໍາລັບສິດທິມະນຸດ ທີ່ຖືກຮັບຮູ້ໃນລະດັບສາກົນ;

36. ບັນດາປະເທດສະມາຊິກອາຊຽນ ຄວນຮັບຮອງເອົາແຜນພັດທະນາທີ່ແນໃສ່ປະຊາຊົນ ແລະ ຕອບສະໜອງດ້ານບົດບາດຍິງຊາຍ ເພື່ອລຶບລ້າງຄວາມທຸກຍາກ ສ້າງເງື່ອນໄຂຕ່າງໆ ລວມທັງການປົກປັກຮັກສາ ແລະຄວາມຢືນຢົງຂອງສິ່ງແວດລ້ອມ ເພື່ອໃຫ້ປະຊາຊົນໃນອາຊຽນ ໄດ້ຮັບສິດທິມະນຸດທັງໝົດ ທີ່ໄດ້ຖືກຮັບຮູ້ໃນຖະແຫຼງການສະບັບນີ້ ບົນພື້ນຖານຄວາມສະເໝີພາບ ແລະເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາພາຍໃນໃນອາຊຽນເທ່ືອລະກ້າວ;

37. ບັນດາປະເທດສະມາຊິກອາຊຽນ ຮັບຮູ້ວ່າການຈັດຕັ້ງປະຕິບັດສິດທິ ໃນການພັດທະນາ ຈໍາເປັນຕ້ອງມີນະໂຍບາຍການພັດທະນາ ທີ່ມີປະສິດທິພາບໃນລະດັບຊາດ ແລະການພົວພັນເສດຖະກິດການຮ່ວມມືສາກົນ ທີ່ສະເໝີພາບ ແລະ ສະພາບແວດລ້ອມເສດຖະກິດສາກົນທີ່ເອື້ອອໍານວຍ. ບັນດາປະເທດສະມາຊິກອາຊຽນ ຄວນເຊື່ອມສານສິດທິໃນການພັດທະນາທີ່ມີຫຼາຍແງ່ມຸມ ເຂົ້າໃນຂົງເຂດທີ່ກ່ຽວຂ້ອງຂອງການສ້າງປະຊາຄົມອາຊຽນ ແລະ ພາຍຫຼັງການສ້າງປະຊາຄົມອາຊຽນ ແລະ ຄວາມຮ່ວມມືຮ່ວມມືກັບວົງຄະນາຍາດສາກົນ ໃນການສົ່ງເສີມການພັດທະນາທີ່ເປັນທໍາ ແລະ ຢືນຢົງ, ການພົວພັນດ້ານການຄ້າທີ່ສະເໝີພາບ ແລະ ການຮ່ວມມືສາກົນທີ່ມີປະສິດທິພາບ;

38. ທຸກຄົນ ແລະ ປະຊາຊົນໃນອາຊຽນ ມີສິດສັນຕິພາບ ພາຍໃຕ້ຂອບແຫ່ງຄວາມໝັ້ນຄົງ ແລະ ສະຖຽນລະພາບ, ເປັນກາງ ແລະ ເສລີພາບຂອງອາຊຽນ ເພື່ອເຮັດໃຫ້ສິດຕ່າງໆໃນຖະແຫຼງການສະບັບນີ້ ສາມາດບັນລຸຜົນໄດ້ຢ່າງເຕັມສ່ວນ, ເພື່ອຈຸດປະສົງດັ່ງກ່າວ, ບັນດາປະເທດສະມາຊິກອາຊຽນຄວນສານຕໍ່ຮັດແໜ້ນມິດຕະພາບ ແລະ ການຮ່ວມມື ໃນການສືບຕໍ່ເສີມຂະຫຍາຍສັນຕິພາບ, ຄວາມກົມກຽວ ແລະ ສະຖຽນລະພາບໃນພາກພື້ນ;

39. ບັນດາປະເທດສະມາຊິກອາຊຽນ ມີຜົນປະໂຫຍດ ແລະ ຄວາມໝາຍໝັ້ນຮ່ວມກັນ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ແລະ ເສລີພາບພື້ນຖານ ເຊິ່ງຈະຕ້ອງບັນລຸໃຫ້ເປັນຮູບປະທໍາໂດຍຜ່ານການຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ແລະ ການຮ່ວມມືກັບສະຖາບັນ ຫຼື ອົງການ ຈັດຕັ້ງລະດັບຊາດ, ພາກພື້ນ, ແລະສາກົນ ໂດຍສອດຄ່ອງກັບກົດບັດອາຊຽນ;

40. ບໍ່ມີຂໍ້ບັນຍັດໃດໃນຖະແຫຼງການສະບັບນີ້ ທີ່ອາດຈະຖືກຕີຄວາມໝາຍໄປໃນທາງທີ່ໃຫ້ສິດທິແກ່ລັດໃດລັດໜຶ່ງ, ກຸ່ມຄົນໃດໜຶ່ງ ຫຼື ບຸກຄົນໃດ ໃນການກະທໍາ ທີ່ແນໃສ່ຫຼຸດຄຸນຄ່າຂອງບັນດາຈຸດປະສົງ ແລະ ຫຼັກການຂອງອາຊຽນ ຫຼື ທໍາລາຍສິດທິ ແລະ ເສລີພາບພື້ນຖານໃດໜຶ່ງ ໃນຖະແຫຼງການສະບັບນີ້ ກໍຄືບັນດາສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ປະເທດສະມາຊິກອາຊຽນເປັນພາຄີ;

ຮັບຮອງໂດຍປະມຸກແຫ່ງລັດ/ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ ວັນທີ 18 ພະຈິກ 2012 ໂດຍເຮັດເປັນສະດຽວເປັນພາສາອັງກິດ.

หมายเลขบันทึก: 622892เขียนเมื่อ 9 กุมภาพันธ์ 2017 09:18 น. ()แก้ไขเมื่อ 9 กุมภาพันธ์ 2017 09:49 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท