( 2) ຄວາມເປັນມາຂອງສິດທິມະນຸດ

BOUNMY
ติดตาม ผู้ติดตาม 
ติดต่อ

ສິດທິມະນຸດ(Human Rights) ໄດ້ປະກົດແລະເປັນທີ່ຮູ້ຈັກກັນຫຼາຍນັບຕັ້ງແຕ່ໄດ້ມີການສ້າງຕັ້ງອົງການສປຊເປັນຕົ້ນມາ ເປັນທີ່ຍອມຮັບກັນໂດຍທົ່ວໄປວ່າ ສິດທິທໍາມະຊາດ (Natural Law) ເປັນບໍ່ເກີດຫຼືທີ່ມາຂອງສິດທິມະນຸດໃນປະຈຸບັນ ຖ້າຫາກວ່າສຶກສາຍ້ອນກັບໄປໃນປະຫວັດສາດຈະພົບເຫັນວ່າແນວຄວາມຕິດເລື່ອງສິດທິທໍາມະຊາດໄດ້ເລີ່ເກີດຂື້ນນັບຕັ້ງແຕ່ໃນສະໄໝເກັຣກແລະໂຣມັນເປັນຕົ້ນມາ ບັນດານັກປາດໃນແຕ່ລະຍຸກສະໄໝຕ່າງກໍ່ເບິ່ງສິດທິທໍາມະຊາດໄປໃນທາງທີ່ແຕກຕ່າງກັນ ສິດທິທໍາມະຊາດໄດ້ຖືກຕີຄວາມແລະຖືກນໍາໄປໃຊ້ຕາມຄວາມເຊື່ອແລະປຣັດຊະຍາຂອງຍຸກສະໄໝນັ້ນໆ ເຊິ່ງໄດ້ມີການພັດທະນາຂື້ນເປັນລໍາດັບຈົນກາຍມາເປັນສິດທິມະນຸດໃນປະຈຸບັນ

ໃນບົດນີ້ຈະໄດ້ກ່າວເຖິງທີ່ມາແລະວິວັດທະນາການຂອງສິດທິມະນຸດນັບຕັ້ງແຕ່ສະໄໝຄຣາດສິດສ໌ທີ່ປະກົດໃຫ້ເຫັນໃນອາລິຍະທໍາຂອງເກຣັກແລະໂຣມັນທີ່ມອງສິດທິທໍາມະຊາດເປັນແບບ (Objective) ພຶດຕິກໍາຂອງມະນຸດຕົກຢູ່ພາຍໃຕ້ການຄວບຄຸມຂອງທໍາມະຊາດ ອິດທິພົນຂອງສາສະໜາໃນສະໄໝກາງທີ່ເຮັດໃຫ້ກົດທໍາມະຊາດຖືກຕີຄວາມໄປໃນແນວທາງຂອງເທວະວິທະຍາ ມະນຸດຕົກຢູ່ພາຍໃຕ້ອໍານາດກົດມາຍຂອງຂອງລັດແລະກົດຂອງພະເຈົ້າ ແລະສິດທິມະນຸດສະໄໝໃໝ່ເຊິ່ງຍອມຮັບໃນເລື່ອງເຫດຜົນຂອງມະນຸດ ແນວຄວາມຄິດເລື່ອງເອກະຊົນ ລັດທິປະຊາທິປະໄຕແລະລັດສັງຄົມນິຍົມ ໂດຍຈະໄດ້ສຶກສາພິຈາລະນາໃນຂັ້ນຕໍ່ໄປ

  1. ສິດທິມະນຸດໃນສະໄຫມຕົ້ນ

ຢ້ອນໄປໃນປະຫວັດສາດ 500 ປີກ່ອນ ຄສ ຈະພົບວ່າແນວຄວາມຄິດກ່ຽວກັບສິດທິມະນຸດມີມາແຕ່ສະໄຫມເກຣັກ ແລະ ສະໄຫມໂຣມັນເປັນຕົ້ນມາ.

ກ. ສະໄຫມເກຣັກ

ສັງຄົມໃນສະໄຫມເກຣັກໄດ້ມີການແບ່ງຊົນຊັ້ນໃນສັງຄົມຢ່າງຊັດເຈນ, ປະຊາຊົນໃນສະໄຫມນັ້ນແບ່ງອອກເປັນພົນເມືອງ(ອາແຕ໋ນ Athens) ແລະ ຂ້າທາດຊຶ່ງສ່ວນໃຫຍ່ເປັນສະເລີຍເສິກ, ມີແຕ່ຊາວເມືອງອາແຕ໋ນເທົ່ານັ້ນທີ່ມີສິດອອກສຽງໃນທາງການເມືອງສ່ວນທາດ ແລະ ຜູ້ຍິງຈະບໍ່ມີສິດອອກສຽງ ຫລື ເຮັດວຽກໃນໜ່ວຍງານຂອງລັດ. ຂ້າທາດຈະເປັນຜູ້ຮັບໃຊ້, ເປັນກຳມະກອນ ຫລື ນາຍຊ່າງຂັ້ນຕໍ່າ ພວກຂ້າທາດຈະຕ້ອງເຮັດວຽກໜັກ ໂດຍບໍ່ມີສິດອອກສຽງໃດໆໃນສັງຄົມ ມີແຕ່ຊາວອາແຕ໋ນເທົ່ານັ້ນໄດ້ຮັບຜົນປະໂຫຍດ. ດັ່ງນັ້ນຈິ່ງເກີດມີຄວາມບໍສະເໝີພາບໃນສັງຄົມ.

ຂ. ສະໄຫມໂຣມັນ

ພວກໂຣມັນໄດ້ໃຫ້ການຍອມຮັບໃນເລື່ອງສິດທິຕ່າງໆຂອງພົນລະເມືອງໂຣມັນ. ຊາວໂຣມັນທຸກຄົນຖືວ່າມີຄວາມສະເຫມີພາບກັນຕາມກົດໝາຍ. ເນັ້ນຄວາມເທົ່າທຽມກັນຂອງຊາຍ-ຍິງ ຕະຫລອດຈົນສົ່ງເສີມສິດທິຂອງແມ່ຍິງ ແລະ ເດັກນ້ອຍ. ຢ່າງໃດກໍຕາມ, ຂ້າທາດຍັງບໍ່ໄດ້ຮັບການຍອມຮັບໃຫ້ມີສິດເທົ່າທຽມຊາວໂຣມັນ ແຕ່ຍັງຄົງໄດ້ຮັບການຄຸ້ມຄອງໃນລັກສະນະຂອງຄວາມເປັນຂ້າທາດເຊັ່ນ: ໄດ້ຮັບຄ່າເສຍຫາຍໃນກໍລະນີທີ່ໄດ້ຮັບການປະຕິເສດທີ່ບໍ່ເປັນທຳ, ການທໍລະມານຜູ້ຕ້ອງຫາເພື່ອໃຫ້ຮັບສາລະພາບເປັນຕົ້ນ. (ຄັດຈາກກົດໝາຍ 12 ໂຕະ Law of the Twelve Tables) ເຊິ່ງຊາວໂຣມັນໄດເຮັດເປັນລາຍລັກອັກສອນຂຶ້ນ ແລະ ປະກາດໃຊ້ໃນ 450 ປີກ່ອນ ຄສ. ກົດໝາຍດັ່ງກ່າວຖືວ່າເປັນກົດໝາຍສິດທິມະນຸດຂອງຊາວໂຣມັນ.

  1. ສິດທິມະນຸດໃນສະໄຫມກາງ

ເປັນຊ່ວງທີ່ສາສະໜາມີບົດບາດ ແລະ ອິດທິພົນຕໍ່ຊີວິດຂອງມະນຸດ. ໂຄງສ້າງທາງດ້ານສັງຄົມຂອງມະນຸດຖືກແບ່ງອອກເປັນ 3 ຊົນຊັ້ນໄດ້ແກ່:

ກ.) ພຣະ: ມີໜ້າທີ່ທາງສາສະໜາ, ທາງພູມປັນຍາ ແລະ ການກຸສົນ.

ຂ.) ນັກຮົບ ແລະ ນັກການເມືອງ: ຊຶ່ງໄດ້ແກ່ຂຸນນາງ ແລະ ນັກການເມືອງ: ຊຶ່ງໄດ້ແກ່ຂຸນນາງ ແລະ ສັກດີນາ ມີໜ້າທີ່ໃນການປົກປ້ອງພຣະ ແລະ ຜູ້ໃຊ້ແຮງງານ.

ຄ.) ຜູ້ອອກແຮງງານ: ມີຫນ້າທີ່ຜະລິດອາຫານໃຫ້ກັບລັດ.

ການປົກຄອງໃນຍຸກກາງມີລັກສະນະກະແຈກກະຈາຍ ມີການສູ້ຮົບກັນເກີດຂຶ້ນ, ບໍ່ເຄົາລົບກົດໝາຍ, ມີຄວາມວຸ້ນວາຍ, ຖານະຂອງຄົນໃນສັງຄົມມີຄວາມແຕກຕ່າງກັນຫລາຍ, ຂ້າທາດ ແລະ ຄົນຍາກຈົນຖືກກົດຂີ່, ເອົາລັດເອົາປຽບ, ຜູ້ຄົນໝົດຫວັງໃນຊີວິດ. ສາສະໜາຄຣິດກໍໄດ້ເກີດຂຶ້ນໃນຍຸກນີ້ ໂດຍມີຄຳສອນທີ່ເນັ້ນໃນເລື່ອງຄວາມສະເໝີພາບຂອງມະນຸດ ແລະ ຈຳກັດອຳນາດຂອງລັດ.

  1. ສິດທິມະນຸດໃນສະໄຫມໃຫມ່

ເປັນຊ່ວງທີ່ມີການປ່ຽນແປງໃນຫລາຍໆດ້ານ, ໄດ້ມີການຄົ້ນພົບທາງວິທະຍາສາດທີ່ມີຜົນຕໍ່ການພັດທະນາການຂອງມະນຸດ, ຄວາມເຊື່ອໃນເລື່ອງເຫດຜົນເຂົ້າມາແທນສັດທາ, ການໃຊ້ເຫດຜົນທີ່ເປັນວິທະຍາສາດເຮັດໃຫ້ອິດທິພົນຂອງສາສະໜາເຊື່ອມລົງ, ມະນຸດມີຄວາມປັນຕົວເອງຫລາຍຂຶ້ນ. ໃນສະຕະວັດທີ 17 ຄວາມເຊື່ອໃນເລື່ອງເຫດຜົນຂອງມະນຸດມີຫລາຍກວ່າກົດເກນຂອງພະເຈົ້າ, ກົດທຳມະຊາດເປັນເລື່ອງເຫດຜົນໃນທາງໂລກ ແລະ ມີໄວ້ເພື່ອປົກປ້ອງຜົນປະໂຫຍດຂອງບຸກຄົນ. (ແນວຄວາມຄິດຂອງທ່ານ ກາກມາກ, ນັກປັດຊະຍາຊາວເຢຍລະມັນກ່ຽວກັບສັງຄົມນິຍົມ ຫລື ລັດທິຄອມມູນິດ (The Communist Manifesto) ກໍໄດ້ເກີດຂຶ້ນໃນສະໄຫມນີ້)

  1. ສິດທິມະນຸດໃນສະໄຫມປັດຈຸບັນ

ໃນຍຸກນີ້ເປັນຍຸກແຫ່ງອຸດົມການ ຫລື ລັດທິທາງການເມືອງເຊັ່ນວ່າໄດ້ມີລັດທິປະຊາທິປະໄຕ ຫລື ທຶນນິ ຍົມ ແລະ ສັງຄົມນິຍົມເກີດຂຶ້ນ.

ພາຍຫລັງການສ້າງຕັ້ງອົງການ ສປຊ ໃນວັນທີ 24 ຕຸລາ 1945. ໃນມາດຕາ 1 ຂອງກົດບັດ ສປຊ ໄດ້ຂຽນໄວ້ວ່າ “ຈຸດປະສົງໃນການສ້າງຕັ້ງອົງການ ສປຊ ແມ່ນເພື່ອການຮ່ວມມືລະຫວ່າງຊາດຕ່າງໆ ໃນການແກ້ໄຂບັນຫາທາງດ້ານເສດຖະກິດ, ສັງຄົມ, ວັດທະນາທຳ ແລະ ສິດທິມະນຸດໂດຍບໍ່ຈຳແນກເຊື້ອຊາດ, ເພດ, ພາສາ, ແລະ ສາສະໜາ.”

ຈາກບົດບັນຍັດດັ່ງກ່າວ ສປຊ ຈິ່ງມີຄວາມຮ່ວມມືກັນເຮັດຖະແຫລງການສາກົນວ່າດ້ວຍສິດທິມະນຸດຂຶ້ນໃນວັນທີ 10 ທັນວາ 1948 (Universal Declaration of Human Rights) ຊຶ່ງຖືກັນວ່າເປັນສິດທິມະນຸດຂອງ ສປຊ ນັບແຕ່ນັ້ເປັນຕົ້ນມາ.

ຖະແຫລງການສາກົນບໍ່ແມ່ນກົດໝາຍ ຈິ່ງຂາດສະພາບບັງຄັບໃນກໍລະນີທີ່ມີການລະເມີດສິດທິມະ ນຸດເກີດຂຶ້ນ. ແຕ່ເນື້ອໃນຂອງຖະແຫລງການສາກົນຖືໄດ້ວ່າເປັນມາດຕະຖານຂອງສິດທິມະນຸດທີ່ປະເທດຕ່າງໆຍອມຮັບ. ຫລາຍປະເທດໄດ້ນຳເອົາຫລັກການຂອງຖະແຫລງການດັ່ງກ່າວໄປໃຊ້ເປັນຕົ້ນແບບຂອງການສ້າງກົດໝາຍຂອງຕົນເປັນຕົ້ນ ລັດຖະທຳມະນູນຂອງ ສປປ ລາວໝວດທີ IV, ມາດຕາ 34-50.

ສຳລັບປະເທດລາວໄດ້ລົງນາມເປັນພາຄີຂອງສອງສົນທິສັນຍາດັ່ງກ່າວນີ້ໃນທ້າຍປີ 2000 ປັດຈຸບັນ ສະພາແຫ່ງຊາດກໍໄດ້ຕົກລົງອະນຸມັດໃຫ້ສັດຕະຍາບັນສົນທິສັນຍາແລ້ວ.

ສປປ ລາວເລີ່ມມີການເຄື່ອນໄຫວຢ່າງຕັ້ງໜ້າໃນວຽກງານສິດທິມະນຸດໃນເວທີສາກົນ ແລະ ພາກພື້ນນັບແຕ່ປີ 1998 ເປັນຕົ້ນມາ ໃນໂອກາດສະຫລອງວັນຄົບຮອບ 50ປີຂອງສະແຫລງການສາກົນວ່າດ້ວຍສິດທິມະນຸດເປັນຕົ້ນມາ. ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດໄດ້ເປັນຈຸດປະສານງານເພື່ອສຶກສາຄົ້ນຄວ້າກ່ຽວກັບການເຂົ້າຮ່ວມເປັນພາຄີຂອງສົນທິສັນຍາສາກົນ ແລະ ເພື່ອອະທິບາຍຕໍ່ຕ່າງປະເທດກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດທິມະນຸດຢູ່ລາວ, ຕອຍໂຕ້ຖ້ອຍທຳນອງໃສ່ຮ້າຍປ້າຍສີຕ່າງໆຂອງອິດທິກຳລັງປໍລະປັກຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານລາວກ່ຽວກັບສິດທິມະນຸດ ແລະ ໄດ້ດຳເນີນການເຜີຍແຜ່ຢ່າງກວ້າງຂວາງ ໃນໝູ່ພະນັກງານ ແລະ ນັກຮຽນຮູ້ເພື່ອກຳໄດ້ເນື້ອໃນຈິດໃຈ ແລະ ຄວາມໝາຍສຳຄັນຂອງບັນດາສົນທິສັນຍາທີ່ ສປປ ລາວເປັນພາຄີ. ເພື່ອເຮັດໃຫ້ວຽກງານເພື່ອແຜ່ກົດໝາຍສິດທິມະນຸດສາກົນໄດ້ດຳເນີນຢ່າງກວ້າງຂວາງ ແລະ ມີໝາກຜົນ, ໃນປີ 2001, ໂຄງການກົດໝາຍສາກົນໄດ້ຮັບການສ້າງຕັ້ນຂຶ້ນໂດຍໄດ້ຮັບການຊ່ວຍເຫລືອຈາກອົງການ ສປຊແລະ ປະເທດແຟງລັງ, ແລະ ໃນໄລຍະສອງ ແຕ່ປີ 2005-2008 ມີການຊ່ວຍເຫລືອຂອງ EU ເຂົ້າມາສົມທົບໃສ່ຕື່ມ.

ປັດຈຸບັນລາວເຂົ້າຮ່ວມ 7 ສົນທິສັນຍາດ້ານສິດທິມະນຸດ

ເພື່ອເຮັດໃຫ້ບັນດາສິດທີ່ໄດ້ກຳນົດໄວ້ໃນຖະແຫລງການວ່າດ້ວຍສິດທິມະນຸດໃນປີ 1948 ໄດ້ຮັບການຈັດ ຕັ້ງປະຕິບັດ. ໃນປີ 1966 ສະມັດຊາໃຫຍ່ໄດ້ຮັບຮອງເອົາ 2 ສົນທິສັນຍາ ຄື: 1.) ສົນທີສັນຍາວ່າດ້ວຍສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນາທຳ; 2.) ສົນທິສັນຍາວ່າດ້ວຍສິດທິທາງດ້ານການເມືອງ ແລະ ສິດທິພົນລະເມືອງ. ມາຮອດປັດຈຸບັນ, ສະມາຊິກ ສປຊ150 ກວ່າປະເທດໄດ້ເຂົ້າເປັນພາຄີຂອງສອງສົນທິສັນຍາດັ່ງກ່າວ, ແລະສົນທິສັນຍາອື່ນໆ

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)