ຖະແຫຼງການວ່າດ້ວຍສິດທິມະນຸດ1948

BOUNMY
ติดตาม ผู้ติดตาม 
ติดต่อ

I. ຖະແຫຼງການວ່າດ້ວຍສິດທິມະນຸດ(Universal Declaration of Human Rights ທີ 10 ທັນວາ 1948)

1. ຄວາມໝາຍ ແລະ ຄວາມສຳຄັນ

ການຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດ ໄດ້ຮັບການຮັບຮອງໂດຍສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 10 ທັນວາ 1948, ແມ່ນເອກກະສານນິຕິກຳພື້ນຖານອັນໜຶ່ງທີ່ໄດ້ກຳນົດຂ້ອນຂ້າງຈະຄົົບຖ້ວນສົມບູນກ່ຽວກັບສິດ ແລະ ເສລິພາບພື້ນຖານຕ່າງໆ ຂອງມະນຸດທີ່ຕ້ອງໄດ້ຮັບການປົກປ້ອງ ແລະ ຮັບປະກັນ. ຖະແຫຼງການນີ້ໄດ້ຢືນຢັນເຖິງຄວາມຮັບຮູ້ລວມກ່ຽວກັບສິດທິ ແລະ ບໍ່ສາມາດລະເມີດໄດ້ຂອງມວນມະນຸດ, ເອົາສິ່ງດັ່ງກ່າວເປັນພື້ນຖານໃຫ້ອິດສາລະພາບ, ຄວາມສະເໜີພາບ, ຍຸດຕິທຳ ແລະ ສັນຕິພາບໂລກ. ທຸກໆການດູໝິ່ນ ແລະ ການລະເມີດສິດທິມະນຸດຕ່າງໆ ລ້ວນແຕ່ເປັນສາເຫດໃຫ້ແກ່ການກະທຳທີ່ໄຮ້ມະນຸດສະທຳ, ລະເມີດເຖິງຮ່າງກາຍ ແລະຈິດໃຈຂອງມະນຸດ ແລະ ສິ່ງທີ່ສຳຄັນທີ່ສຸດ, ສິດທິມະນຸດຈະຕ້ອງໄດ້ຮັບການປົກປ້ອງດ້ວຍກົດໝາຍ; ຄຳຖະແຫຼງການດັ່ງກ່າວແມ່ນ ມີຄວາມສຳຄັນຫຼາຍເຊິ່ງທຸກຄົນຈະຕ້ອງໄດ້ປະຕິບັດ ກ່ຽວກັບສິດທິ ແລະ ເສລິພາບພື້ນຖານ, ເສດຖະກິດ, ວັດທະນະທຳ ຂອງປະຊາຊົນ ຂອງຊາດຕ່າງໆ.

2. ເນື້ອໃນສໍາຄັນຂອງຖະແຫຼງການວ່າດ້ວຍສຶດທິມະນຸດ

2.1. ມາດຕາ1-5: ແມ່ນກ່າວເຖິງ ການຮັບຮູ້ສິດ, ເສລີພາບ ແລະ ຄວາມເທົ່າທຽມຂອງມະນຸດທຸກໆຄົນ ກໍຄືບັນດາລັດຕ່າງໆທີ່ເຂົ້າຮ່ວມເປັນພາຄີໃນສົນທິສັນຍາສະບັບນີ້.

2.2. ມາດຕາ6-11: ແມ່ນກ່າວເຖິງ ຄວາມສະເໝີພາບຂອງມະນຸດທຸກຄົນຢູ່ຕໍ່ໜ້າກົດໝາຍ, ທຸກຄົນມີສິດຮ້ອງຟ້ອງ ແລະ ມີສິດໄດ້ຮັບການປົກປ້ອງໂດຍກົດໝາຍຢ່າງເທົ່າທຽມກັນ. ສົນທິສັນຍາສະບັບນີ້ຈະປົກປ້ອງທຸກຄົນຈາກການການກະທຳຕ່າງໆທີ່ໄຮ້ມະນຸດສະທຳ.

2.3. ມາດຕາ12-14: ແມ່ນກ່າວເຖິງ ສິດສ່ວນຕົວຂອງມະນຸດທຸກຄົນ ໃນການດຳລົງຊີວິດປະຈຳວັນ,ທຸກຄົນມີສິດຊອກທີ່ຢູ່ອາໄສ, ຈັນຈອນໄປມາ, ທຳມາຫາກິນທີ່ຖືກຕ້ອງຕາມກົດໝາຍ ແລະ ມີສິດປົກປ້ອງຊັບສິນຂອງຕົນ.

2.4. ມາດຕາ15-18: ແມ່ນກ່າວເຖິງ ສິດໃນການເຊື່ອຖືທາງດ້ານສາສະໜາ ແລະ ສັນຊາດ ໃນນັ້ນລວມຮີດຄອງປະເພນີຂອງຕົນ ແລະ ກ່າວສິດໃນການເປັນເຈົ້າຂອງຊັບສົມບັດຂອງຕົນ ຫຼື ຂອງລວມໝູ່.

2.5. ມາດຕາ19-21: ແມ່ນກ່າວເຖິງ ສິດໃນການປາກເວົ້າ, ປະກອບຄຳຄິດຄຳເຫັນຂອງຕົນ ແລະ ອິດສະຫຼະພາບໃນການໂຮມຊຸມນຸມ ລື ສະມາຄົມ ໃດໜຶ່ງ ໂດຍປາສະຈາກການບັງຄັບໃດໆ.

2.6. ມາດຕາ22-24: ແມ່ນກ່າວຖິງ ສິດໃນການປະກອບອາຊີບໃດໜຶ່ງ,ສະຫວັດດີການທີ່ຄວນຈະໄດ້ລວມໄປເຖິງຊ່ວງເວລາ ຫຼື ຊົ່ວໂມງໃນການເຮັດວຽກທີ່ເໝາະສົມ, ການໄດ້ຮັບຄ່າແຮງງານ ທີ່ຍຸຕິທຳ ແລະ ເພິ່ງພໍໃຈ.

2.7. ມາດຕາ25-27: ໄດ້ກ່າວເຖິງ ສິດໃນການເສີມຂະຫຍາຍຄວາມຮູ້ນັ້ນກໍຄື ການໄດ້ຮັບການສຶກສາ ແລະ ການກິນຢູ່ທີ່ດີ ທຸກຄົນຈະໄດ້ຮັບການການປິ່ນປົວສຸຂະພາບ ແລະ ການບໍລິການທາງສັງຄົມອື່ນທີ່ຈຳເປັນ.

2.8. ມາດຕາ28-30: ແມ່ນກ່າວເຖິງ ພັນທະ ແລະ ການນຳໃຊ້ສິດເສລີພາບ ຂອງມະນຸດທຸກຄົນ ຈະຖືກຈຳກັດພຽງແຕ່ກົດໝາຍເພື່ອຮັບປະກັນການຮັບຮູ້ສິດ, ການເຄົາສິດ ແລະ ອິດສະຫຼະພາບຂອງບຸກຄົນອື່ນເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຖະແຫຼງການໄດ້ໄດ້ກ່າວຕື່ມອີກວ່າ: ຈະໃນກໍລະນີໃດກໍຕາມ ບັນດາສິດ ແລະ ເສລີພາບເຫຼົ່ານີ້ ຈະບໍ່ຖືກໃຊ້ໄປໃນທາງທີ່ກົງກັນຂ້າມກັບຈຸດປະສົງ ແລະ ຫຼັກການຂອງ ສະຫະປະຊາຊາດ.

ຄຳຖະແຫຼງການຂອງສາກົນວ່າດ້ວຍສິດທິມະນຸດ ປີ 1948 ແມ່ນສະແດງໃຫ້ເຫັນເຖິງຄວາມເປັນມະນຸດ, ຄວາມສາມາດຂອງບຸກຄົນໃນການກະທຳສິ່ງໃດສິ່ງໜຶ່ງ, ກ່າວເຖິງສິດຂອງແຕ່ລະຄົນທີ່ມີຢູ່ໃນໂຕເອງເຊິ່ງໄດ້ຮັບການປົກປ້ອງຈາກກົດໝາຍ ບຸກຄົນອື່ນບໍ່ສາມາດລ່ວງລະເມີດໄດ້.

ຖະແຫຼງການສາກົນວ່າດ້ວຍ ສິດທິມະນຸດສະບັບນີ້ເປັນອຸດົມຄະຕິລວມໃຫ້ປະຊາຊົນທຸກໆເຜົ່າ ແລະ ທຸກຊາດ ເພື່ອບັນລຸເປົ້າໝາຍທີ່ວ່າ: ທຸກໆຄົນ ແລະ ທຸກໆພາກສ່ວນຂອງສັງຄົມໂດຍຄຳນຶງເຖິງຖະແຫຼງການນີ້ ຈະພະຍາຍາມສົ່ງເສີມຄວາມເຄົາລົບສິດ ແລະ ອິດສະຫຼະພາບເຫຼົ່ານັ້ນດ້ວຍການສິດສອນ ແລະ ສຶກສາອົບຮົມ ພ້ອມດຽວກັນ ກໍຈະເອົາມາດຕະການເປັນຂັ້ນຕອນຕໍ່ໄປ ທັງໃນລະດັບຊາດ ແລະ ລະດັບສາກົນ ເພື່ອຄ້ຳປະກັນການຮຽນຮູ້ ແລະ ການປະຕິບັດສິດ ແລະ ອິດສາລະພາບ ດັ່ງກ່າວໂດຍທົ່ວໄປ ແລະ ມີປະສິດທິພາບ ໃນໝູ່ປະຊາຊົນຂອງລັດພາຄີ ກໍຄືໝູ່ປະຊາຊົນໃນອະນາເຂດຂອງການປົກຄອງຂອງລັດດັ່ງກ່າວ.

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)