ກົດໝາຍ 12 ໂຕະ (the twelve tables Law)


ກົດໝາຍ 12 ໂຕະ ເປັນກົດໝາຍບູຮານອັນເປັນຮາກຖານຂອງກົດໝາຍໂຣມັນ ກົດໝາຍ 12ໂຕະນີ້ເປັນຫົວໃຈຂອງລັດທະທຳມະນູນຂອງຊາວໂຣມັນ ແລະ ແກນກາງຂອງ "ຈາຮີດປະເພນີບັນພະຊົນ" ເຊິ່ງໄດ້ເລີ່ມສ້າງເມື່ອ450ປີກ່ອນ ຄ.ສ ໂດຍລວມເອົາກົດໝາຍທີ່ມີຄວາມສໍາຄັນແລະຮູ້ຈັກກັນຢ່າງກ້ວາງຂວາງໃນສະໄໝນັ້ນເຂົ້າເປັນໝວດໝູ່ໃນຮູບຂອງການຈາລືກໄວ້ເທິງໂຕະທອງເຫຼືອງ ເພື່ອນໍາໄປຕັ້ງໄວ້ໃກ້ກັບທີ່ສາລະນະກາງເມືອງກົດໝາຍນີ້ໄດ້ມີບົດບັນຍັດທີ່ຄວບຄຸມເຖິງກົດເກນທີ່ຄວບຄຸມຄວາມປະພຶດຂອງຄົນໃນສັງຄົມໂດຍອາໄສຮີດຄອງປະເພນີທີ່ສະສົມມາ ແລະສາສະໜາເປັນຫຼັກ.

  • ສາເຫດການຊຸກຍູ້ໃຫ້ມີການບັນຍັດກົດໝາຍ 12ໂຕະ

ເກີດຈາກບັນຫາຄວາມຂັດແຍ້ງລະຫວ່າງຄົນສອງຊົນຊັ້ນຄືຝ່າຍ: patricians ເຊີ່ງເປັນຄົນຊັ້ນສູງໄດ້ແກ່ຜູ້ປົກຄອງແລະພະນັກງານຊັ້ນສູງ ແລະຝ່າຍ plebeians ເຊີ່ງເປັນຊົນຊັ້ນທີ່ຖືກປົກຄອງ ໄດ້ແກ່ຊາວນາ, ຊ່າງ, ພໍ່ຄ້າ ລວມທັງສະເລຍເສິກຄົນຕ່າງດ້າວ ແລະຂ້າທາດເຊີ່ງໃນການອອກກົດໝາຍການບັງຄັບໃຊ້ກົດໝາຍ ຫຼືການຊີ້ຂາດຕັດສິນຄະດີ ເປັນອໍານາດຂອງ patricians ທັງໝົດນີ້ກໍ່ໃຫ້ເກີດຄວາມບໍ່ພໍໃຈແກ່ plebeians ເຊີ່ງບໍ່ມີໂອກາດໄດ້ຮູ້ວ່າກົດໝາຍທີ່ໃຊ້ຢູ່ເປັນແນວໃດ ໄດ້ມີການຮຽກຮ້ອງໃຫ້ນໍາກົດໝາຍເຫຼົ່ານັ້ນອອກມາຂຽນໃຫ້ປະກົດເປັນລາຍລັກອັກສອນ ຈົນໃນຊ່ວງ 450 ກ່ອນ ຄ.ສ ຈື່ງໄດ້ຈັດການຮວບຮວມຮີດຄອງປະເພນີ ທີ່ໃຊ້ເປັນກົດໝາຍຢູ່ໃນຂະນະນັ້ນ ບັນທຶກລົງແຜນທອງເຫຼືອງ 12 ແຜ່ນ, ຕັ້ງໄວ້ໃນທທີ່ສາທາລະນະກາງເມືອງ ອາດເວົ້າໄດ້ວ່າເປັນການເລີ່ມຕົ້ນຂອງຫຼັກການທີ່ວ່າກົດໝາຍຄວນເປັນສີ່ງທີ່ເປີດເຜີຍໃຫ້ຄົນທົ່ວໄປໄດ້ຮູ້ໄດ້ເຫັນ ແລະສຶກສາຫາເຫດຜົນໄດ້.

  • ໂຕະທີ່ 1 ໂຕະທີ່ 2: ໂຕະທີ່ 3 ເປັນເລື່ອງທີ່ກ່ຽວກັບວິທີທີ່ຈະພິຈາລະນາຄວາມທາງກົດໝາຍແພ່ງ ແລະການບັງຄັບຄະດີ ເຊັ່ນ:

- ຖ້າຫາກຄູ່ຄວາມຝ່າຍໃດ ບໍ່ມາສານກ່ອນທ່ຽງມື້ ສານກໍ່ຈະພິພາກສາຄະດີໃຫ້ຄູ່ຄວາມອີກຝ່າຍທີ່ມາສານກ່ອນນັ້ນຊະນະຄະດີ.

- ຖ້າຫາກຄູ່ຄວາມຝ່າຍໃດຫາພະຍານບໍ່ໄດ້ກໍ່ໃຫ້ຮ້ອງດັງໆ ທີ່ປະຕູໜ້າເຮືອນຂອງຕົນເອງ ເພື່ອຊອກຫາພະຍານ.

- ໃນຄະດີທີ່ຈໍາເລຍຍອມຮັບໃຊ້ໜີ້ສິນ ຫຼືຄະດີທີ່ສານໄດ້ພິພາກສາໃຫ້ຈໍາເລຍໃຊ້ເງິນ ກໍ່ໃຫ້ຈໍາເລຍສໍາລະເງິນພາຍໃນ30ວັນ.

  • ໂຕະທີ່4 ເປັນເລື່ອງກ່ຽວກັບອໍານາດຫົວໜ້າຄອບຄົວເຊັ່ນ:

- ພໍ່ລະຫວ່າງທີ່ມີຊີວິດມີອໍານາດເດັດຂາດເໜືອລູກອັນຊອບດ້ວຍກົດໝາຍ ພໍ່ອາດກັກຂັງລູກ ຫຼືຂ້ຽນຕີ ຫຼື ລ່າມໂຊ້ ໃຫ້ເຮັດວຽກຫຼືບໍ່ຖືກໃຈຫຍັງ ກໍ່ສາມາດຂ້າລູກຕົນເອງກໍ່ໄດ້ ຕະຫຼອດເຖິງເອົາລູກໄປຂາຍກໍ່ໄດ້.

- ເດັກນ້ອຍທີ່ຄອດອອກມາຮູບຮ່າງທີ່ຜິດປົກກະຕິຫຼາຍ ຈະເອົາໄປຂ້າກໍ່ໄດ້.

  • ໂຕະທີ5 ໂຕະທີ 6 ໂຕະທີ 7 ເປັນເລື່ອງກ່ຽວກັບ ມໍລະດົກ ແລະ ຊັບສິນເຊັ່ນ:

-ຊາຍຜູ້ເປັນຫົວໜ້າຄອບຄົວທີ່ຕາຍໄປແລ້ວໂດຍບໍ່ໄດ້ເຮັດພິໄນກຳໄວ້ ໃຫ້ຍາດຝ່າຍຊາຍທີ່ໄກ້ຊິດທີ່ສຸດເປັນຜູ້ສືບທອດອຳນາດຕໍ່ໄປ.

-ຖ້າຊາຍໃດອິດສະລະຕາຍລົງໂດຍບໍ່ມີຜູ້ສືບທອດ ໃຫ້ຊັບສົມບັດຂອງຊາຍຄົນນັ້ນຕົກເປັນຜູ້ອຸປະຖາກ.

-ໝາກໄມ້ຫຼົ່ນຕົກໄປໃນບ້ານຂອງຜູ້ອື່ນ ເຈົ້າຂອງໝາກໄມ້ຍັງຄົງເປັນເຈົ້າຂອງໝາກໄມ້ນັ້ນຢູ່.

  • ໂຕະທີ 8 ເປັນເລື່ອງກ່ຽວກັບການລົງໂທດຜູ້ກະທຳຜິດທາງອາຍາເຊັ່ນ:

-ບຸກຄົນໃດທຳການໂຄສະນາໝິ່ນປະໝາດວ່າເຂົາກະທຳຜິດທາງອາຍາ ຫຼືທາງລາມົກອະນາຈານ ໃຫ້ເອົາຜູ້ນັ້ນໄປຕີໃຫ້ຕາຍໄດ້.

-ຜູ້ໃດລັກຊັບໃນເວລາຄ່ຳຄືນ ໃຫ້ເອົາໄປຂ້າໄດ້ເລີຍ.

-ຜູ້ໄດ້ວ່າງເພິງບ້ານເຮືອນຂອງຄົນອື່ນ ໃຫ້ເອົາມາຜູກໄວ້ແລ້ວຕີ ແລະ ເຜົາທັງເປັນໄດ້ ແຕ່ຖ້າເກິດດ້ວຍຄວາມປະໝາດ

ໃຫ້ເສຍຄ່າທຳຂ້ວນ ແລ້ວລົງໂທດພໍສົມຄວນ.

-ສັດສີ່ຂ້າຂອງບຸກຄົນໃດເຂົ້າໄປທຳລາຍທີ່ດິນ ເຄື່ອງປູກຂອງຜັງເສຍຫາຍ ສາມາດຍຶດເອົາສັດນັ້ນມາເປັນຂອງຕົວເອງໄດ້ ເວັ້ນແຕ່ເຈົ້າຂອງສັດຈະເສຍເງິນໄຖ່ເອົາກັບມາຄືນຕາມລາຄາເສຍຫາຍ.

  • ໂຕະທີ 9 ເປັນເລື່ອງກ່ຽວກັບອຳນາດຂອງລັດເຊັ່ນ:

-ກົດໝາຍໃດໆ ທີ່ຈະກໍ່ໃຫ້ເປັນຄວາມເສຍຫາຍຢ່າງດຽວແກ່ເອກະຊົນນັ້ນ ຫ້າມມີເຫດບັງຄັບໃຊ້

-ລັດຖະສະພາເທົ່ານັ້ນທີ່ຈະມີອຳນາດອອກກົດໝາຍທີ່ກະທົບກະເທືອນເຖີງຖານະຂອງບຸກຄົນໄດ້.

  • ໂຕະທີ 10 ເປັນເລື່ອງກ່ຽວກັບກົດໝາຍສາດສະໜາເຊັ່ນ:

-ຫ້າມບໍ່ໃຫ້ຝັງ ຫຼືເຜົາສົບໃນເຂດກາງໃຈເມືອງ

-ຫ້າມບໍ່ໃຫ້ຜູ້ຍິງຂີດຂ່ວນແກ້ມ ຮ້ອງໄຫ້ພາຍໃນງານສົບ

  • ໂຕະທີ 11 ໂຕະທີ 12 ເປັນເລື່ອງກ່ຽວກັບກົດໝາຍເພີ່ມເຕິ່ມເຊັ່ນ:

-ຫ້າມບໍ່ໃຫ້ບຸກຄົນຕ່າງ ຊົນຊັ້ນວັນນະ ແຕ່ງງານກັນ

-ເມື່ອທາດ (ຄົນຮັບໃຊ້)ຂອງເຮົາໄປລັກຊັບ ຫຼື ທຳຄວາມເສຍຫາຍຂອງບຸກຄົນອື່ນ ເຈົ້າທາດຕ້ອງຮັບໃຊ້ຄ່າເສຍຫາຍ ຫຼື ມອບຕົວທາດໃຫ້ເຂົາໄປກໍ່ໄດ້

-ກົດໝາຍທີ່ວ່າງອອກພາຍຫຼັງ ຍ່ອມຍົກເລິກກົດໝາຍເດິມທີ່ມີຂໍ້ຄວາມຂັດແຍ້ງກັນໄດ້.


หมายเลขบันทึก: 618359เขียนเมื่อ 10 พฤศจิกายน 2016 10:03 น. ()แก้ไขเมื่อ 15 พฤศจิกายน 2016 14:07 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

ຢາກໃຫ້ອະທິບາຍແຕ່ລະໂຕະໃຫ້ລະອຽດກວ່ານີ້

ຢາກໃຫ້ອະທິບາຍແຕ່ລະໂຕະໃຫ້ລະອຽດກວ່ານີ້

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท