ການພັດທະນາການວັດແທກລວງຍາວໂດຍເນັ້ນການສອນແບບສາທິດດ້ວຍການນຳໃຊ້ຄຳຖາມສຳລັບນັກຮຽນຂັ້ນ ປ 3 ທີ່ໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍ ເມືອງດາກຈຶງ ແຂວງເຊກອງສົກຮຽນ 2015-2016


ບົດນຳ

  • ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ
  • ຈຸດປະສົງຂອງການວິໄຈ

ຄະນິດສາດເປັນວິຊາທີ່ມີລັກສະນະນາມມະທໍາ ທີ່ກ່ຽວຂ້ອງກັບຄວາມຄິດ, ຂະບວນການເຫດຜົນ, ມີການພົວພັນກັບຊີວິດປະຈໍາວັນຂອງມວນມະນຸດ, ໂດຍສົ່ງເສີມໃຫ້ມວນມະນຸດມີຄວາມຄິດ, ມີເຫດຜົນ, ຮອບຄອບ,ຄວາມປະພຶດ, ຄວາມລະອຽດທີ່ຖ້ວນ ມີຄວາມຄິດລິເລີ່ມ ແລະ ສ້າງສັນ,ນອກຈາກນີ້ຄະນິດສາດຍັງມີບົດບາດສໍາຄັນທີ່ຊ່ວຍໃຫ້ວິທະຍາສາດ, ວິທະຍາການ ແລະ ຂະແໜງການຕ່າງໆຈະເລີນກ້າວໜ້າ. ດັ່ງນັ້ນ ທຸກໆປະເທດຈຶ່ງເຫັນໄດ້ຄວາມສໍາຄັນຂອງຄະນິດສາດທີ່ມີຕໍ່ພົນລະເມືອງ ແລະ ສັງຄົມ ຈຶ່ງໄດ້ຈັດວິຊາຄະນິດສາດເຂົ້າໄວ້ໃນຫຼັກສູດຂອກທຸກລະດັບຊັ້ນຮຽນ.

ຄະນິດສາດເປັນວິຊາທີ່ກ່ຽວຂ້ອງກັບຄວາມຄິດເຊິ່ງມີລັກສະນະນາມມະທໍາຊ່ວຍໃຫ້ເຮົາຄິດເປັນ,ແກ້ໄຂບັນຫາເປັນຢ່າງມີເຫດຜົນມີໄຫວພິກຕະຫຼອດຈົນພະຍາຍາມຄົ້ນຄິດເຖິງສິ່ງໃໝ່ໆເຊິ່ງເຮົາໄດ້ນໍາໃຊ້ຄະນິດສາດພິສູດຢ່າງມີເຫດຜົນວ່າສິ່ງທີ່ເຮົາຄິດນັ້ນເປັນຈິ່ງ ຫຼື ບໍ່ ? ແລ້ວຈຶ່ງເອົາໄປນໍາໃຊ້ ແລະ ແກ້ໄຂບັນຕ່າງໆ.

ຈາກການສອນໃນໄລຍະຜ່ານມາໄດ້ພົບເຫັນ ການຈັດກິດຈະກໍາການຮຽນ-ການສອນໄປຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາໄດ້ວາງອອກ ໃນນັ້ນການຈັດກິດຈະກໍາການຮຽນ-ການສອນ ຕົວຈິ່ງຂອງໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍຂັ້ນ ປ 3 ໂດຍສະເພາະແມ່ນ ການຈັດກິດຈະກໍາການຮຽນ-ການສອນວິຊາຄະນິດສາດຂອງຄູບໍ່ໄດ້ຮັບຜົນສໍາເລັດຕາມຈຸດປະສົງທີ່ວາງໄວ້ ໂດຍສະເພາະ ແມ່ນການວັດແທກລວງຍາວ ພົບວ່ານັກຮຽນບໍ່ເຂົ້າໃຈໃນຂັ້ນຕອນການວັດແທກກ່ຽວກັບການນໍາໃຊ້ໄມ້ແມັດ,ໄມ້ບັນທັດ ແລະ ຍັງສັບສົນໃນເວລາວັດແທກລວງຍາວສິ່ງຂອງຕ່າງໆຍ້ອນນັກຮຽນຈໍານວນດັ່ງກ່າວຂາດທັກສະໃນການຄົ້ນຄິດ, ຄວາມຮັບຮູ້ ແລະ ເຂົ້າໃຈຍັງຊ້າ ເຮັດໃຫ້ການດໍາເນີນກິດຈະກໍາການຮຽນ-ການສອນ ຂອງຄູບໍ່ໄດ້ຜົນສໍາເລັດເທົ່າທີ່ຄວນ ດັ່ງນັ້ນ ເພື່ອຢາກຮູ້ບັນຫາດັ່ງກ່າວ ໃຫ້ລະອຽດຊັດເຈນຂຶ້ນຕື່ມ ຜູ້ວິໄຈຈຶ່ງສ້າງແບບທົດສອບດັ່ງກ່າວກ່ຽວກັບການນໍາໃຊ້ ,Km, hm, dam, m .......ຈໍານວນ 4 ຂໍ້ ທົດສອບກ່ອນຮຽນ ກັບນັກຮຽນ ຂັ້ນ ປ 3 ຈໍານວນ 21 ຄົນ໌, ຍິງ 11 ຄົນ.ໂດຍທົດສອບເປັນລາຍບຸກຄົນ ຫຼັງຈາກທົດສອບສໍາເລັດແລ້ວ ຜູ້ວິໄຈນໍາເອົາແບບທົດສອບດັ່ງກ່າວ ມາກວດໃຫ້ ຄະແນນໂດຍກໍານົດເກນດັ່ງນີ້:

ຄະແນນເຕັມ 10 ຄະແນນ, ນັກຮຽນທີ່ສອບໄດ້ຄະແນນ 5 ຂຶ້ນໄປຖືວ່າຜ່ານເກນ, ນັກສອບໄດ້ 4 ຄະແນນ ລົງມາຖືວ່າບໍ່ຜ່ານ.

ຈາກຜົນການກວດສອບຂອງນັກຮຽນພົບວ່ານັກຮຽນຈໍານວນ 2 ຄົນ, ຍິງ 1 ຄົນ ມີຄະແນນສອບຫຼຸດຂາດໝາຍບໍ່ຜ່ານເກນ. ດັ່ງນັ້ນ ຜູ້ວິໄຈຈຶ່ງກໍານົດເອົານັກຮຽນຈໍານວນດັ່ງກ່າວ ເປັນນັກຮຽນກຸ່ມຕົວຢ່າງ ແລະ ບັນຫາຂອງການວິໄຈແມ່ນນັກຮຽນຈໍານວນ 2 ຄົນ, ຍິ່ງ 1 ຄົນ ບໍ່ສາມາດນໍາໃຊ້ການວັດແທກລວງຍາວສິ່ງຂອງຕ່າງໆໄດ້ຍ້ອນສາຍເຫດນັກຮຽຂາດການສັງເກດ, ມີທັກສະໃນການວັດແທກນ້ອຍ.

ໃນໄລຍະເວລາທີ່ຂ້າພະເຈົ້າສອນຫ້ອງ ປ 3 ສິ່ງທີ່ສັງເກດເຫັນການຈັດການຮຽນ-ການສອນ ບໍ່ບັນລຸຕາມຈຸດປະສົງທີ່ວາງໄວ້ໂດຍສະເພາະໃນເວລາຄູສອນແມ່ນນັກຮຽນລໍຖ້າແຕ່ກ່າຍເອົາບົດຮຽນຢູ່ກະດານຂາດຄວາມສາມາດ,ຂີ້ອາຍ ແລະ ຫົວຂວັນກັນເວລາແກ້ບໍ່ຖືກ, ສິ່ງທີ່ຄົ້ນພົບຈາກການສົນທະນາກັບຄູສອນ ວິຊາຄະນິດສາດ ແລະ ຄູປະຈໍາຫ້ອງ ປ3 ໄດ້ຮູ້ຕື່ມວ່າ ສະພາບຂອງນັກຮຽນຫ້ອງນີ້,ມີຄວາມສາມາດສົນທະນາຮ່ວມກັນບໍ່ຫຼາຍ,ບໍ່ມີຄວາມກະຕືລືລົ້ນຕໍ່ການຮຽນ. ຈາກບັນຫາດັ່ງກ່າວຜູ້ວິໄຈຄິດວ່າບັນຫາດັ່ງກ່າວອາດມີສາຍເຫດມາຈາກຄູ ແລະ ຈາກນັກຮຽນເອງໃນເວລາຄູສອນອາດຈະບໍ່ໄດ້ນໍາໃຊ້ວິທີສອນ ແລະ ເຕັກນິກການສອນ ທີ່ສົງເສີມໃຫ້ນັກຮຽນໄດ້ໃຊ້ຂະບວນການຄິດ,ຂາດສື່ການສອນມາປະກອບໃນເວລາສອນ ແລະ ຕົວນັກຮຽນອາດມີຄວາມຮູ້ພື້ນຖານໃນເລື່ອງການວັດແທກລວງຍາວ, ເພື່ອຢາກຮູ້ສາເຫດທີ່ແທ້ຈິ່ງຂອງບັນຫາດັ່ງກ່າວ ຜູ້ວິໄຈຈິ່ງສ້າງແບບສໍາພາດຂຶ້ນມາ, ສໍາພາດນັກຮຽນກຸ່ມຕົວຢ່າງ ຈໍານວນ 2 ຄົນ, ຍິງ 1 ຄົນ.ໂດຍສໍາພາດເປັນຫຼາຍບຸກຄົນຊ້ອງໜ້າກັນຕາມຄໍາຖາມທີ່ຜູ້ວິໄຈກຽມມາໃນສໍາພາດ ຈາກຜົນຂອງການລວບລວມຂໍ້ມູນ ໃນແບບສໍາພາດ ບັນຫາດັ່ງກ່າວເກີດມາຈາກຄູຂາດວິທີສອນ ແລະ ເຕັກນິກການສອນ ທີ່ສົ່ງເສີມໃຫ້ຜູ້ຮຽນໄດ້ຄິດ, ຂາດສື່ການສອນປະກອບການສອນ, ນັກຮຽນບໍ່ມີຄວາມຮູ້ພື້ນຖານໃນດ້ານການນໍາໃຊ້ເຄື່ອງວັດແທກລວງຍາວແບບຕ່າງໆ

ການວັດແທກລວງຍາວແມ່ນມີຄວາມສຳຄັນຫຼາຍໃນຊີວິດປະຈຳວັນໂດຍສະເພາະແມ່ນການ ເຮັດຕາດິນ, ແທກດິນບ້ານ,ດິນນາ ແລະ ອື່ນໆ ສະນັ້ນ ເພື່ອພັດທະນານັກຮຽນໃນການຮຽນດີຂຶ້ນໃນຫ້ອງຮຽນເຮັດໃຫ້ຜົນການຮຽນຂອງນັກຮຽນດີຂຶ້ນ ຄູເຮົາຕ້ອງຊອກວິທີເພື່ອແກ້ໄຂບັນຫາດັ່ງກ່າວ ຜ່ານສຶກສາເອກະສານຕ່າງໆທີ່ກ່ຽວຂ້ອງເຊັ່ນ: ວິທີສອນ, ເທັກນິກການສອນສັງເກດເຫັນວ່າວີທີສອນສາທິດກໍ່ເປັນວິທີສອນໜຶ່ງທີ່ເໝາະສົມໃນການສອນເຊິ່ງມັນສະແດງອອກເຮັດໃຫ້ນັກຮຽນໄດ້ຮັບປະສົບການເຫັນສິ່ງທີ່ຮຽນຮູ້ຢ່າງເປັນຮູບປະທຳ ເຮັດໃຫ້ເກີດຄວາມເຂົ້າໃຈ ແລະ ຈົດຈຳໃນເລື່ອງທີ່ສາທິດໄດ້ດີ ແລະ ນານ.

ຈາກບັນຫາດັ່ງກ່າວຜູ້ວິໄຈຈິ່ງເລືອກເອົາຫົວຂໍ້ ການຈັດກິດຈະກໍາການຮຽນ-ການສອນວິຊາຄະນິດສາດ ເລື່ອງ “ ການພັດທະນາການວັດແທກລວງຍາວໂດຍເນັ້ນການສອນແບບສະທິດດ້ວຍການນຳໃຊ້ຄຳຖາມສໍາລັບນັກຮຽນຂັ້ນ ປ 3 ທີ່ໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍ ເມືອງ ດາກຈຶງ ແຂວງ ເຊກອງ.

? ຄໍາຖາມການວິໄຈ:

ໃນຖານະເປັນຄູຂ້ອຍຈະເຮັດແນວໃດ ເພື່ອຊຸກຍູ້ໃຫ້ນັກຮຽນປະກອບສ່ວນໃນການວັດແທກລວງຍາວຄູໄດ້.

- ເພື່ອພັດທະນາທັກສະການວັດແທກຍາວໂດຍວິທີການສອນແບບສາທິດ.

- ເພື່ອປຽບທຽບຜົນການຮຽນກ່ອນ ແລະ ຫຼັງການສອນກ່ຽວກັບການວັດແທກລວງຍາວໂດຍວິທີສອນແບບສາທິດ.

3. ວິທີດໍາເນີນການວິໄຈ/ວິທີດໍາເນີນການແກ້ບັນຫາ

1) ປະຊາກອນ/ກຸ່ມຕົວຢ່າງທີ່ສຶກສາ

ປະຊາກອນ: ນັກຮຽນປະຖົມສຶກສາ ຂັ້ນ ປ 3 ຂອງໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍ ເມືອງດາກຈຶງ ແຂວງເຊກອງ ຈໍານວນ 21 ຄົນ, ຍິງ 11 ຄົນ.

ກຸ່ມຕົວຢ່າງ: ນັກຮຽນປະຖົມສຶກສາ ຂັ້ນ ປ 3 ຂອງໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍ ເມືອງດາກຈຶງ ແຂວງເຊກອງຈຳນວນ 2 ຄົນ, ຍິງ 1 ຄົນ.

2) ເຄື່ອງມືທີ່ໃຊ້ໃນການວິໄຈ

1. ເຄື່ອງມືແກ້ບັນຫາ / ວິທີການ ຫຼື ແນວທາງການແກ້ໄຂບັນຫາ.

ໃນການເຮັດການວິໄຈຄັ້ງນີ້ຜູ້ວິໄຈນຳໃຊ້ເຄື່ອງມືແກ້ໄຂບັນຫາດັ່ງນີ້:

- ແຜນການສອນ 1 ຊຸດ ໂດຍນຳໃຊ້ວິທີສອນແບບສາທິດ.

- ບົດທົດສອບຈໍານວນ 3 ຂໍ້, ໜຶ່ງຊຸດ, ທົດສອບກ່ອນຮຽນ ແລະ ຫຼັງຮຽນ

- ນຳໃຊ້ສື່ການສອນຕ່າງໆໃນຫ້ອງຮຽນປະກອບໃນການສອນ

2. ເຄື່ອງມືໃນການເກັບຂໍ້ມູນ

ໃນການເຮັດການວິໄຈຄັ້ງນີ້ຜູ້ວິໄຈນຳໃຊ້ເຄື່ອງມືເກັບກຳຂໍ້ມູນດັ່ງນີ້:

- ແບບສໍາພາດນັກຮຽນກຸ່ມເປົ້າໝາຍຈໍານວນ 7 ຂໍ້

- ບົດທົດສອບຈຳນວນ 3 ຂໍ້ ,ໜຶ່ງຊູດ, ທົດສອບກ່ອນຮຽນ ແລະ ຫຼັງຮຽນ

3) ການເກັບລວບລວມຂໍ້ມູນ

ການເກັບລວບລວມຂໍ້ມູນທາງຂ້າພະເຈົ້າໄດ້ດໍາເນີນຕາມຂັ້ນຕອນດັ່ງນີ້:

-ເຮັດໃບສະເໜີພົວພັນວຽກງານວິໄຈໃນຫ້ອງຮຽນຍື່ນເຖິງອຳນວຍການໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍ, ເມືອງດາກຈຶງ, ແຂວງເຊກອງ ເພື່ອເກັບກຳຂໍ້ມູນນຳນັກຮຽນຂັ້ນ ປ 3

- ຂ້າພະເຈົ້ານໍາເອົາແຜນການສອນທີ່ໄດ້ນໍາໃຊ້ວິທີສອນແບບສາທິດມາສອນນັກຮຽນຂັ້ນ ປ 3

- ຂ້າພະເຈົ້າໄດ້ນໍາເອົາແບບທົດສອບທີ່ກະກຽມໄວ້ເຊິ່ງມີອາຈານທີ່ປຶກສາເປັນຜູ້ໃຫ້ຄໍາແນະນໍາ ເມື່ອສອນແລ້ວກໍ່ໄດ້ເຮັດການທົດສອບນັກຮຽນຂັ້ນ ປ 3 ໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍ, ເມືອງດາກຈຶງ ແຂວງເຊກອງເພື່ອເຮັດການເກັບກຳຂໍ້ມູນ

- ຂ້າພະເຈົ້າເກັບລວບລວມຂໍ້ມູນດ້ວຍຕົນເອງໂດຍໃຊ້ແບບທົດສອບກ່ອນຮຽນ ແລະ ຫຼັງຮຽນ.

4) ວິທີວິເຄ່າະຂໍ້ມູນ ແລະ ສະຖິຕິທີ່ໃຊ້

ເຮັດການວິເຄາະຂໍ້ມູນດັ່ງນີ້:

-ວິເຄາະຄະແນນທີ່ໄດ້ຈາກທົດສອບກ່ອນຮຽນ ແລະ ຫຼັງຮຽນ

-ປຽບທຽບຄະແນນຄວາມແຕກຕ່າງລະຫວ່າງກ່ອນ ແລະ ຫຼັງຮຽນ

-ໃຊ້ສະຖິຕິທີ່ເປັນຄ່າສະເລ່ຍ

4. ຜົນການວິເຄາະຂໍ້ມູນ

ຜົນການວິເຄາະຄະແນນຈາກແບບທົດສອບກ່ອນ ແລະ ຫຼັງ ການສອນແບບສາທິດດ້ວຍນຳໃຊ້ຄຳຖາມ.

ການວິໄຈເລື່ອງ ການພັດທະນາການວັດແທກລວງຍາວໂດຍເນັ້ນການສອນແບບສະທິດດ້ວຍການນຳໃຊ້ຄຳຖາມສໍາລັບນັກຮຽນຂັ້ນ ປ 3 ທີ່ໂຮງຮຽນປະຖົມສົມບູນບ້ານດາກຕະອອກນ້ອຍ ເມືອງ ດາກຈຶງ ແຂວງ ເຊກອງ ເຊິ່ງຜົນການວິເຄາະຄະແນນຈາກແບບທົດສອບຂອງນັກຮຽນທັງ 2 ຄັ້ງ ມາວິເຄາະຜົນສະຫຼຸບດັ່ງຕາຕະລາງລຸ່ມນີ້:

ຕາຕະລາງທີ 1 : ຄະແນນທົດສອບ ການວັດແທກລວງຍາວໂດຍການຈັດການຮຽນ-ການສອນແບບການສອນສາທິດ

ຄົນທີ

ຄະແນນວາມສາມາດການຮຽນກ່ອນສອນ

( 10 ຄະແນນ)

ຄະແນນຄວາມສາມາດການຮຽນຫຼັງສອນ

( 10 ຄະແນນ)

ຄະແນນທີ່ເພີ່ມຂຶ້ນ

1

4

8

4

2

3

9

6

ລວມ

7

17

10

ສະເລ່ຍ

3.5

8.5

5

ຈາກຕາຕະລາງທີ 1 ພົບວ່າຄະແນນສະເລ່ຍກ່ອນຮຽນຂອງນັກຮຽນເທົ່າກັບ 3.5 ຄະແນນຫຼັງຮຽນເທົ່າກັບ 8.5.ດັ່ງນັ້ນ ນັກຮຽນມີຄະແນນສະເລ່ຍເພີ່ມຂຶ້ນເທົ່າກັບ 5 ສະແດງວ່າ ພາຍຫຼັງການຈັດການຮຽນ-ການສອນໂດຍໃຊ້ວິທີສອນແບບສາທິດໂດຍເນັ້ນຄຳຖາມນັກຮຽນກຸ່ມເປົ້າໝາຍມີການພັດທະນາການວັດແທກລວງຍາວດີຂຶ້ນ.

5. ສະຫຼຸບຜົນ, ອະພິປາຍຜົນ ແລະ ຂໍ້ສະເໜີແນະ

ໃນການວິໄຈຄັ້ງນີ້ມີຈຸດປະສົງ 1) ເພື່ອພັດທະນາທັກສະການວັດແທກລວງຍາວໂດຍວິທີການສອນແບບສາທິດ 2) ເພື່ອປຽບທຽບຜົນການຮຽນກ່ອນ ແລະ ຫຼັງການສອນກ່ຽວກັບການວັດແທກລວງຍາວໂດຍວິທີສອນແບບສາທິດ.

ສະຫຼຸບຜົນ

ຂ້າພະເຈົ້າໄດ້ປະຕິບັດຕາມຂັ້ນຕອນຂອງການວິໄຈໂດຍມີການກຳນົດບັນຫາ ແລະ ຫົວຂໍ້ການວິໄຈຈາກນັ້ນໄດ້ຮ່ວມກັນຊອກວິທີແກ້ໄຂບັນຫາເຊິ່ງໄດ້ຮ່ວມກັນແຕ່ງບົດສອນໂດຍໃຊ້ວິທີສອນແບບສາທິດດ້ວຍການເນັ້ນຄຳຖາມພ້ອມດ້ວຍອຸປະກອນຕ່າງໆເຊັ່ນ ໄມ້ແມັດ ພ້ອມທັງບົດທົດສອບກ່ອນ ແລະ ຫຼັງ ຫຼັງຈາກນັ້ນກໍ່ໄດ້ລົງສອນ ຫຼື ດຳເນີນການວິໄຈຕົວຈິງ ແລ້ວລວບຂໍ້ມູນຈາກການປະຕິບັດ ແລະ ສຸດທ້າຍຂຽນບົດລາຍງານການວິໄຈສາມາດສະຫຼຸບຜົນດັ່ງນີ້:

  • ນັກຮຽນສາມາດພັດທະນາທັກສະການວັດແທກລວງຍາວດີຂຶ້ນໂດຍນຳໃຊ້ວິທີການສອນແບບສາທິດ
  • ຜົນການປຽບທຽບຄວາມສາມາດໃນການວັດແທກລວງຍາວ ກ່ອນ ແລະ ຫຼັງ ການສອນແບບສາທິດພົບວ່າ: ຄະແນນຂອງການທົດສອບຫຼັງຮຽນມີຄະແນນສູງກວ່າຄະແນນທົດສອບກ່ອນຮຽນສະແດງວ່າຫຼັງຮຽນນັກຮຽນສາມາດວັດແທກລວງຍາວດີຂຶ້ນ.

ອະພິປາຍຜົນ

  • ຜົນຈາກການສອນໂດຍນຳໃຊ້ວິທີສອນແບບສາທິດເນັ້ນການໃຊ້ຄຳຖາມ ແລະ ປະຕິບັດການສອນຕາມຫ້າບາດ
  • ຜົນການປຽບທຽບຄວາມສາມາດໃນການວັດແທກລວງຍາວ ກ່ອນ ແລະ ຫຼັງການສອນແບບສາທິດໂດຍເນັ້ນການ

ກ້າວໃນການຂຶ້ນຫ້ອງສອນສັງເກດເຫັນວ່ານັກຮຽນມີຄວາມສົນໃຈຢາກຮຽນເຊິ່ງມັນສະແດງອອກນັກຮຽນມີສ່ວນຮ່ວມໃນການປະຕິບັດກິດຈະກຳນັກຮຽນພາກັນວັດແທກລວງຍາວ ແລະ ປ່ຽນຫົວໜ່ວຍວັດແທກໄດ້ດີເຊິ່ງມັນສະແດງຜົນການສອບເສັງນັກຮຽນເຮັດໄດ້ດີຄະແນນຕາມຄາດໝາຍ.

ໃຊ້ຄຳຖາມພົບວ່າ: ຄະແນນຂອງການທົດສອບຫຼັງຮຽນມີຄະແນນສະເລ່ຍສູງກວ່າຄະແນນທົດສອບກ່ອນຮຽນຜົນເປັນເຊັ່ນນີ້ກໍ່ເນື່ອງຈາກວ່າການຈັດການຮຽນແບບສາທິດເນັ້ນໃຫ້ນັກຮຽນເຫັນການປະຕິບັດຕົວຈິງໃນຫ້ອງ ເຫັນດ້ວຍຕາຕົນເອງເຮັດໃຫ້ເກີດຄວາມຮູ້ຄວາມເຂົ້້າໃຈໃນເລື່ອງ ຫຼື ການປະຕິບັດນັ້ນຊັດເຈນຂຶ້ນ ເຮັດໃຫ້ນັກຮຽນກ້າສະແດງການສາທິດໃຫ້ໝູ່ເບິ່ງໄດ້ ນັກຮຽນແຕ່ລະຄົນອະພິປາຍແລກປ່ຽນຄວາມຮູ້ຄວາມຄິດທີ່ແຕ່ລະຄົນໄດ້ຮັບຈາກການສາທິດຂອງຄູ ແລະ ຮ່ວມກັນສະຫຼຸບການຮຽນຮູ້ທີ່ໄດ້ຮັບຈະມີນັກຮຽນເກັ່ງຊ່ວຍເພື່ອນໃນການພັດທະນາຄວາມສາມາດໃນການວັດແທກລວງຍາວທູກຄົນຮ່ວມກັນສະແດງຄວາມຄິດເຫັນ ສະເໜີແນະ ແກ້ໄຂປັບປຸງຜົນງານໃຫ້ດີຂຶ້ນ ຄວາມຄິດທີ່ຫຼາກຫຼາຍ ປະສົບການທີ່ແຕກຕ່າງກັນນຳມາປະມວນໃນຜົນງານຂອງຕົນສົ່ງຜົນໃຫ້ຜົນງານພັດທະນາຂຶ້ນ.

6.ຂໍ້ສະເໜີີແນະ

ຂໍສະເໜີແນະນຳສຳລັບການນຳຜົນວິໄຈໄປໃຊ້

  • ຄູທີ່ຈະສອນຄະນິດສາດໃນຊັ້ນປະຖົມຄວນນຳການຮຽນ-ການສອນແບບສາທິດໂດຍເນັ້ນການໃຊ້ຄຳຖາມເຂົ້າໃນ
  • ຄູຕ້ອງເພີ່ມການເສີມກຳລັງໃຈ ແລະ ສະໜັບສະໜູນໃຫ້ນັກຮຽນຊ່ວຍເຫຼືອກັນໃນການສາທິດໃຫ້ໝູ່ເບິ່ງຫຼາຍຂຶ້ນ.

ກິດຈະກຳການຮຽນ-ການສອນໃຫ້ເໜາະສົມກັບເນືອໃນ ແລະ ຄວາມສາມາດຂອງນັກຮຽນເພື່ອພັດທະນາທັກສາການວັດແທກລວງຍາວໃຫ້ມີປະສິດທິພາບຍິ່ງຂຶ້ນ.

ຂໍສະເໜີແນະນຳສຳລັບການວິໄຈຄັ້ງຕໍ່ໄປ.

  • ຄວນມີການວິໄຈໃນເລື່ອງນີ້ກັບຫ້ອງອື່ນໆ ຫຼື ເນື້ອໃນອື່ນໆ
  • ຄວນມີການສຶກສາປຽບທຽບຄວາມສາມາດໃນການວັດແທກລວງຍາວກັບຫ້ອງອື່ນໂດຍການຈັດການຮຽນ-ການສອນດ້ວຍວິທີສອນສາທິດກັບວິທີສອນອື່ນໆ ແລະ ຊັ້ນຮຽນອື່ນ.

ເອກະສານອ້າງອີງ

ສີຖານ ສຸຂະວົງ ພ້ອມຄະນະ. (1998). ປຶ້ມວິທີສອນຄະນິດສາດ 1 ສໍາລັບໂຮງຮຽນສ້າງຄູປະຖົມປີທີກະຊວງສຶກສາທິການ, ສູນພັດທະນາຄູ.

ສິນນະວົງ ມວນມະນີ ພ້ອມດ້ວຍຄະນະ,(2008), ປຶ້ມຫຼັກການສອນມັດທະຍົມຕົ້ນ 1, ພິມຄັ້ງທີ 1 ,ພິມທີ່ Nhan Dan Printing House HCMC, .

ສຸຂະສະຫວາດ ວົງຫາຈັກ ພ້ອມຄະນະ. (2008). ວິທີສອນຄະນິດສາດ 1 ກະຊວງສຶກສາທິການ, ກົມສ້າງຄູ, ສູນພັດທະນາຄູ..

ທິດນາ ແຂມມະນີ. (2557). ສາດການສອນ, ພິມຄັ້ງທີ 9. ສຳນັກພິມແຫ່ງຈຸລາລົງກອນມະຫາວິທະໄລ

ສີມຸງຄຸນ ວົງຈຳປາ ( ສ.ວ.ສ) ພ້ອມດ້ວຍຄະນະ.(2009). ປຶ້ມແບບຮຽນຄະນິດສາດຊັ້ນປະຖົມປີທີ 3 ກະຊວງສຶກສາທິການສະຖານບັນຄົ້ນຄວ້າວິທະຍາສາດການສຶກສາ.

ສີມຸງຄຸນ ວົງຈຳປາ ( ສ.ວ.ສ) ພ້ອມດ້ວຍຄະນະ.(2009). ປຶ້ມຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 3 ກະຊວງສຶກສາທິການສະຖານບັນຄົ້ນຄວ້າວິທະຍາສາດການສຶກສາ.ຄວາມເປັນມາແທ້.pdf

หมายเลขบันทึก: 616529เขียนเมื่อ 4 ตุลาคม 2016 14:12 น. ()แก้ไขเมื่อ 4 ตุลาคม 2016 14:12 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

หายไปนานมากๆ

สบายดีไหมครับ

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท