ບົດທີ 4 ການຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາ


ບົດທີ 4

ການຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາ

ບຼຸມ (bloom) ແລະ ຄະນະໄດ້ແບ່ງພຶດຕິກຳດ້ານສະຕິປັນຍາອອກເປັນ 6 ດ້ານຄື: ຄວາມຮູ້ຄວາມຈຳ, ຄວາມເຂົ້າໃຈ

ການນຳໄປໃຊ້, ການວິເຄາະ, ສັງເຄາະ ແລະ ການປະເມີນຜົນ

  • 1.ຄວາມຮູ້ - ຄວາມຈຳ (Knowledge )
  • ຄວາມຮູ້ - ຄວາມຈຳແມ່ນຄວາມສາມາດໃນການສຳນຶກໄດ້ເຖິງເລື່ອງລາວຕ່າງໆທີ່ເຄີຍມີປະສົບການມາທັງໃນຫ້ອງ

ຮຽນ ແລະ ນອກຫ້ອຮຽນເຊັ່ນ: ຈາກການຮຽນເນື້ອໃນວິຊາຕ່າງໆ, ຈາກການຟັງວິທະຍຸ, ເບິ່ງໂທລະພາບ, ອ່ານໜັງສືພິມ, ການບອກເລົ່າຕໍ່ກັນມາເປັນຕົ້ນ.

ຄຳກຳມະທີ່ແທດເໜາະສຳລັບຂຽນຄາດໝາຍ ແລະ ຈຸດປະສົງ ການຮຽນ-ການສອນໃນລະດັບຄວາມຮູ້-ຄວາມຈໍາ

ບອກ, ເລົ່າ, ຊີ້, ລະບູ, ຈຳແນກ, ທ່ອງ, ລວບລວມ, ປະມວນ, ຈັດລະດັບ, ໃຫ້ຄວາມໝາຍ, ໃຫ້ຄຳນິຍາມ, ເລືອກ,

ຂຽນໃສ່ບ່ອນວ່າງ, ຊອກຫາ , ຂຽນປ້າຍ, ກຳນົດທີ່ຕັ້ງ, ຖືກກັບ, ກ່າວ, ຫວນຄືນ, ສະກົດ, ເຮັດຄືນ, ຂີດກອງ , ຊໍ້າຊ້ອນ ແລະ ຢໍ້າຄືນ.

  • 1.1ຄວາມຮູ້ສະເພາະເລື່ອງ ( knowledge of specifics )
  • ຄວາມຮູ້ກ່ຽວກັບສັບ ແລະ ນິຍາມ ( knowledge of terminology )
  • ລັກສະນະການຖາມ
  • -ຖາມແປຄວາມໝາຍຄຳສັບ
  • -ຖາມຊື່ເອີ້ນສິ່ງຂອງຕ່າງໆ
  • -ຖາມຄວາມໝາຍຂອງເຄື່ອງໝາຍ, ຮູບພາບ, ສັນຍາລັກ

ຕົວຢາງ:

  • 1.ສັກກຸນາແປວ່າຫຍັັງ ?
  • 2.ວັນທີ 2 ທັນວາ 1975 ແມ່ນວັນສຳຄັນຫຍັງຂອງ ສ.ປ.ປ ລາວ ?
  • 3.ນາຍຍົກລັດຖະມົນຕີມີໜ້າທີ່ຫຍັງ ?
  • 4.ເມືອງຫຼວງຂອງປະເທດລາວຊື່ວ່າຫຍັງ
  • 5.ໄມ້ວັດໃຊ້ວັດຫຍັງ
  • 6.? ເອີ້ນວ່າເຄື່ອງໝາຍຫຍັງ
  • ຄວາມຮູ້ກ່ຽວກັບກົດເກນ ແລະ ຄວາມຈິງສະເພາະເລື່ອງ ( knowledge of specificfacts )
  • ລັກສະນະການຖາມມັກຖາມກ່ຽວກັບ
  • - ສູດ, ກົດເກນ
  • - ຄຸນສົມບັດຂອງສິ່ງຕ່າງໆ
  • - ເຫດການທີ່ເກີດຂຶ້ນໃນເນື້ອເລື່ອງເຊັ່ນ: ໃຜ, ເຮັດຫຍັງ, ຢູ່ໃສ, ເວລາໃດ, ແນວໃດ...
  • - ຂະໝາດ, ເວລາ, ຈຳນວນ ແລະ ສະຖານທີ່
  • - ຈຸດປະສົງ, ປະໂຫຍດ ແລະ ໂທດ
  • - ສາເຫດ ແລະ ຜົນທີ່ເກີດຂຶ້ນ
  • ໆລໆ
  • ຕົວຢ່າງ:
  • 1.ຜົນບວກມຸມໃນຂອງຮູບສາມແຈມີຈັກອົງສາ ? ( 180 ອົງສາ )
  • 2.ແຂວງທີ່ຢູ່ເໜຶອສຸດຂອງປະເທດລາວແມ່ນແຂວງໃດ ? ( ຜົ້ງສາລີ )
  • 3.ຜັກບົ້ງມີປະໂຫຍດແນວໃດ ? ( ບໍາລຸງຮັກສາຕາ )
  • 4.ໜຶ່ງປີ ມີຈັກເດືອນ ? ( 12 ເດືອນ )
  • 5.ປະຈຸບັນພົົນລະເມືອງລາວມີຈັກຄົນ ?
  • 1.2ຄວາມຮູ້ໃນວິທີການປະຕິບັດ ( knowledge of ways and means of dealing with specifics )
  • ຄວາມຮູ້ກ່ຽວກັບລະບຽບແບບແຜນ ( knowledge of conception )
  • ລັກສະນະການຖາມ
  • -ຖາມກ່ຽວກັບລະບຽບປະຕິບັດຕ່າງໆ
  • -ຖາມກ່ຽວກັບແບບແຜນ
  • -ຖາມເຖິງປະເພນີ
  • ໆລໆ
  • ຕົວຢ່າງ
  • 1.ຢູ່ໃນງານສົບຄວນແຕ່ງຕົວແນວໃດ ? ( ຊຸດສີດຳ ຫຼື ສີຂາວ )
  • 2.ໃນເວລານັ່ງຮຽນຢູ່ຫ້ອງຮຽນນັກຮຽນບໍ່ຄວນເຮັດແນວໃດ ?
  • 3.ເມື່ອຜູ່ໃຫຍ່ໃຫ້ສິ່ງຂອງເຮົາຄວນກ່າວວ່າແນວໃດ ?
  • ຄວາມຮູ້ກ່ຽວກັບລຳດັບຂັ້ນ ແລະ ທ່າອ່ຽງ ( knowledge of classifications and
  • Categories )
  • ລັກສະນະການຖາມ
  • -ຖາມເຫດການວ່າອັນໃດເກີດກ່ອນ - ຫຼັງ
  • -ຖາມໃຫ້ລະດັບເຫດການຂອງເລື່ອງທີ່ເກີດຂຶ້ນ
  • -ຖາມໃຫ້ລະດັບຄວາມສຳຄັນຂອງຫຼາຍໆສິ່ງ
  • -ຖາມເຫດການຕ່າງໆທີ່ເກີດຂຶ້ນໃນອາດີດວ່າມີຄວາມເປັນມາແນວໃດ ?

ຕົວຢ່າງ:

  • 1.ປະທານປະເທດຄົນທຳອິດຊອງປະເທດ ສ. ປ.ປ. ລາວຊື່ວ່າແນວໃດ ?
  • 2.ສິນຫ້າຂໍ້ທຳອິດເວົ້າເຖິງຫຍັງ ?
  • 3.ຄົນທີ່ສູບຢາຫຼາຍມັກຈະເປັນພະຍາດຫຍັງ ?
  • ຄວາມຮູ້ກ່ຽວກັບການຈັດປະເພດ ( knowledge of classification and categories )

ລັກສະນະການຖາມ

  • -ຖາມໃຫ້ຈັດຊະນິດ, ປະເພດ, ໝວດໜູ່ຂອງຄຳ ຫຼື ຂໍ້ຄວາມທີ່ກຳນົດໃຫ້
  • -ຖາມໃຫ້ບອກຊື່ຂອງຄຳ ຫຼື ຂໍ້ຄວາມທີ່ຈັດຢູ່ໃນປະເພດ ຫຼື ໝວດດຽວກັນກັບຄຳທີ່ກຳນົດໃຫ້
  • ຕົວຢ່າງ
  • 1.ປາຫຍັງໃນປະເທດລາວທີ່ລ້ຽງລູກດ້ວຍນໍ້ານົມ ?
  • ກ. ປາຄໍ່ ຂ. ປາເອີນ
  • ຄ. ປາບຶກ ງ. ປາຝາ

2. ຂໍ້ໃດຈັດເປັນປະເພດອາຫານໃນໝວດໂປຼຕີນ ?

  • ກ. ລໍາໄຍ ຂ. ຖົ່ວ
  • ຄ. ເຂົ້າ ງ. ກ້ວຍ

3. ຈັດເປັນເລກສ່ວນໃດ ?

  • ຄວາມຮູ້ກ່ຽວກັບລະດັບຄາດໝາຍ ( knowledge of Criterria )
  • ລັກສະນະການຖາມ
  • -ຖາມກ່ຽວກັບຄາດໝາຍຄຸນສົມບັດ
  • - ເອກະລັກຂອງສິ່ງຂອງອັນໃດອັນໜຶ່ງ
  • ຕົວຢ່າງ
  • 1.ຂໍ້ໃດເປັນຄຸນລັກສະນະທີ່ສຳຄັນຂອງຮູບສາມແຈທ່ຽງ ?
  • ກ. ພື້ນສັ້ນກວ່າຂ້າງ ງ. ສອງຂ້າງເທົ່າກັນ
  • ຂ. ລວງສູງຍາວກວ່າພື້ນ ຈ. ທັງສາມມຸມເປັນມຸມແຫຼມ
  • ຄ. ມຸມເທິງເປັນມຸມແຫຼມ

2. ອາຫານທີ່ດີມີລັກສະນະແນວໃດ ?

ກ. ແຊບ ງ. ກິ່ນຫອມໜ້າກິນ

  • ຂ. ລາຄາແພງ ຈ. ຊ່ວຍໃຫ້ຮ່າງກາຍແຂງແຮງ
  • ຄ. ອິ່ມຢູ່ເຫິງ

3.ຜ້າໄໝທີ່ດີມີຄຸນລັກສະນະແນວໃດ ?

ກ. ລາຄາຖືກ ງ. ເກັບຮັກສາງ່າຍ

  • ຂ. ຊັກລີດງ່າຍ ຈ. ເນື້ອລະອຽດນິ້ມດີ
  • ຄ. ນໍ້າໜັກຫຼາຍ
  • ຄວາມຮູ້ກ່ຽວກັບວິທີການ ( knowledge of Methodology )
  • ລັກສະນະການຖາມ
  • -ຖາມເທັກນິກ ຫຼື ວິທີການທີ່ໃຊ້ສຳລັບການປະຕິບັດວຽກນັ້ນໆ ວ່າມີຂັ້ນຕອນການເຮັດຢ່າງໃດ
  • -ຖາມວິທີການປະຕິບັດຈະຕ້ອງເຮັດຢ່າງໃດ

ຕົວຢ່າງ

  • 1.ຂໍ້ໃດເປັນການກຳຈັດຂີ້ເຫຍື່ອທີ່ຜິດວິທີ ?

ກ. ຖິ້ມລົງຂຸມ ງ. ກອງປະໄວ້ເປັນບ່ອນ

  • ຂ. ເອົາໄປຈູດ ຈ. ຖິ້ມລົງຂຸມແລ້ວເອົາປຸນຂາວຖົມ
  • ຄ. ຂຸດຂຸມຝັງ

2. ຂໍ້ໃດຊອກຄຳຕອບໄດ້ ໂດຍໃຊ້ວິທີຄູນ ?

ກ. 4+5+6 ງ. 6-5-4

ຂ. 5+5-5 ຈ. 6+6+6

ຄ. 6-5+4

3. ເວລາໃກ້ຈະສອບເສັງນັກຮຽນຄວນຕຽມຕົວແນວໃດ ?

ກ. ພັກຜ່ອນ ງ. ຈ້າງຄູພິເສດມາສອນໃຫ້

ຂ. ຕັ້ງໜ້າອ່ານປຶ້ມ ຈ. ທົບທວນສະເພາະຕອນທີ່ສໍາຄັນ

ຄ. ອ່ານແດ່ພັກຜ່ອນແດ່

1.3 ຄວາມຮູ້ໃນໃຈຄວາມຂອງເລື່ອງ

( knowledge of universals and abstractions in the field )

  • ຄວາມຮູ້ກ່ຽວກັບຫຼັກວິຊາການ ແລະ ການຂະຫຍາຍ
  • ( knowledge of principles and generalizations )
  • ລັກສະນະການຖານ
  • -ໃຫ້ບອກຄະຕິ ຫຼື ຫົວໃຈບົດເລື່ອງ
  • -ຖາມໃຫ້ນຳເອົາຫຼັກການນັ້ນໆໄປພົວພັນເລື່ອງອື່ນໆ
  • ຕົວຢ່າງ:
  • 1.ຈຳນວນຂອງຜູ່ແທນລາດຊະດອນຢູ່ແຕ່ລະແຂງຂອງລາວຂຶ້ນກັບອັນໃດ ?
  • 2.ທຸກໆສາດສະໜາຈະສອນຄົນໃຫ້ເປັນແນວໃດ
  • 3.ຢີ່ປຸ່ນ, ຟີລິບປິນ ແລະ ອິນໂດເນເຊຍມີສິ່ງໃດແຕກຕ່າງກັບລາວຫຼາຍທີ່ສຸດ ?
  • ( ອາຫານ, ສາດສະໜາ, ພູມິປະເທດ, ວັດທະນະທຳ )
  • ຄວາມຮູ້ກ່ຽວກັບທິດສະດີ ແລະ ໂຄງສ້າງ
  • (knowledge of theories and structures )
  • ລັກສະນະການຖາມ
  • -ຖາມເພື່ອຮູ້ວ່ານັກຮຽນສາມາດລະນຶກ ແລະ ນຳຄວາມສຳພັນຈາກທິດສະດີ ແລະ ຫຼັກວິຊາຕ່າງໆມາສະຫຼຸບເປັນເນື້ອໃນໃຫຍ່ດຽວກັນ ຫຼື ບໍ່

ຕົວຢ່າງ:

  • 1.ຮູບສາມແຈສະເໝີ, ຮູບດອກຈັນ ແລະ ຮູບຈະຕຸລັດ ມີລັກສະນະຄືກັນຂໍ້ໃດ ?

ກ. ມຸມ ຂ. ຂ້າງ

ຄ. ເນື້ອທີ ງ. ຂະໝາດ

2. ຕົ້ນເຂົ້າ, ຕົ້ນໄຜ່ ແລະ ຕົ້ນຫຍ້າເປັນພືດປະເພດດຽວກັນຢືດສິ່ງໃດເປັນຫຼັກ ?

( ອາຍຸ, ຮາກ, ບ່ອນຢູ່ , ຂະໝາດ )

  • 2.ຄວາມເຂົ້າໃຈ ( Comprehension )
  • ຄວາມເຂົ້າໃຈໝາຍເຖິງຄວາມສາມາດໃນການແປຄວາມ ຕີຄວາມ ແລະ ຂະຫຍາຍຄວາມຈາກສື່ຄວາມໝາຍຕ່າງໆ ທີ່ໄດ້ພົບເຫັນ ນັ້ນກໍຄືພຶດຕິກຳດ້ານຄວາມເຂົ້າໃຈ ເປັນພຶດຕິກຳທີ່ສາມາດດັດແປງແກ້ໄຂສິ່ງຍາກມາເປັນສິ່ງງ່າຍ ສິ່ງຊັບຊ້ອນໃຫ້ເປັນສິ່ງເປັນສິ່ງທຳມະດານັ້ນເອງ ຄວາມເຂົ້າໃຈຈິ່ງແຕກຕ່າງຈາກຄວາມຈຳ ແຕ່ຈະເກີດຄວາມເຂົ້າໃຈໄດ້ກໍຕ້ອງມີພື້ນຖານຄວາມຈຳເໜືອນກັນ ຄົນທີ່ສາມາດອ່ານພຶດຕິກຳຂອງສັດ ຄວາມຕ້ອງການຂອງຄົນປາກກືກ ເດົາເຫດການອັນຈະເກີດຂຶ້ນໃນອານາຄົດໄດ້ດີເຫຼົ່ານີ້ເປັນພຶດຕິກຳຄວາມເຂົ້າໃຈທັງນັ້ນ ເພື່ອໃຫ້ເກີດຄວາມກະຈ່າງແຈ້ງຈິ່ງແຍກພຶດຕິກຳຄວາມເຂົ້າໃຈອອກດປັນ 3 ປະການ.
  • ຄຳກຳມະທີ່ແທດເໜາະສຳລັບຂຽນຄາດໝາຍ ແລະ ຈຸດປະສົງ ການຮຽນ-ການສອນໃນລະດັບຄວາມເຂົ້າໃຈ.
  • ອະທິບາຍ ( ໂດຍໃຊ້ຄຳເວົ້າ ), ປຽບທຽບ, ແປຄວາມໝາຍ, ຕີຄວາມໝາຍ, ສະຫຼຸບຫຍໍ້
  • ບອກໃຈຄວາມສຳຄັນ, ຂະຫຍາຍຄວາມ, ລົງຄວາມເຫັນ, ສະແດງຄວາມຄິດເຫັນ, ຄາດການ, ຄາດຂະເນ , ການເດົາ, ການປະມານ, ຈັດປະເພດ, ພັນລະນາ, ພິຈາລະນາ, ຮັບຮູ້
  • ລາຍງານ. ຄັດຈ້ອນ, ຈັດຕາມລຳດັບ, ປ່ຽນ, ແປສັບ, ຕາມຮອຍ.
  • 2.1ການແປຄວາມໝາຍ ( Translation )
  • ລັກສະນະການຖາມ
  • -ຖາມໃຫ້ແປຄວາມໝາຍຂອງຮູບພາບ ແລະ ວັດຖູສິ່ງຂອງ
  • -ຖາມໃຫ້ແປຄວາມໝາຍຂອງສັນຍາລັກ, ສູດ, ກົດເກນ, ກຼາຟ ແລະ ຕາຕະລາງຕົວເລກ
  • -ໃຫ້ແປຄວາມໝາຍຂອງພຶດຕິກຳ ແລະ ປະກົດການ

ຕົວຢ່າງ

  • 1.
   

ສ່ວນທີ່ມີເງົາມີຄ່າເທົ່າໃດ ? ( )

  • 2.ໂຊເຟີຕີນຜີໝາຍຄວາມວ່າແນວໃດ ?
  • 3.ອາາຊີບຄູປຽບເໜືອນເຮືອຈ້າງໝາຍຄວາມວ່າອາຊີບຄູເປັນແນວໃດ ?
  • ກ. ລາຍໄດ້ໜ້ອຍ ຄ. ຂາດການເບິ່ງແຍງ
  • ຂ. ບໍ່ມີກຽດ ງ. ຮັບຜິດຊອບແຕ່ງານຫຼັກ

4. ເດັກນ້ອຍນັກຮຽນ 2 ຄົນມີເງິນລວມກັນທັງມົດ 12 ກີບຜູ່ເປັນອ້າຍມີຫຼາບກວ່ານ້ອງ 2

ເທົ່າຈາກຂໍ້ຄວາມນີ້ຂຽນເປັນສົມຜົນໄດ້ແນວໃດ ?

ກ. X + X = 12 ຂ. 2X – x = 12

ຂ. 12 – x = 12 ງ. 2x + X = 12

2.2 ການຕີຄວາມໝາຍ ( Interpretation )

ລັກສະນະການຖາມ

  • -ໃຫ້ຕີຄວາມໝາຍຂອງເລື່ອງລາວທັງໝົດອອກມາໃນແງ່ມຸມຕ່າງໆ
  • -ໃຫ້ຄົ້ນຫາຈຸດປະສົງ, ຄວາມເຊື່ອ ຫຼື ຄະຕິນິຍົມຂອງຜູ່ແຕ່ງ
  • -ໃຫ້ແປຫຍໍ້ເລື່ອງລາວຕ່າງໆອອກມາເປັນຂໍ້ສະຫຼຸບ

ຕົວຢ່າງ:

  • 1.ຈາກຂໍ້ຄວາມ “ ຂ້າພະເຈົ້າບໍ່ຮູ້ວ່າຈະຕອບແທນບຸນຄຸນຂອງພວກທ່ານໄດ້ແນວໃດ”
  • ຜູ່ເວົ້າມີຄວາມຮູ້ສຶກຕໍ່ຜູ່ຟັງແນວໃດ ( ຊາບຊຶ້ງໃນນໍ້າໃຈຂອງຜູ່ຟັງ )
  • 2.ຄູຜູ່ນີ້ໄປສອນຫ້ອງໃດນັກຮຽນກໍ່ເສັງຕົກສະແດງວ່າຄູຜູ່ນີ້ເປັນແນວໃດ
  • 2.3ການຂະຫຍາຍຄວາມ ( Extrapolation )
  • ລັກສະນະການຖາມ
  • -ການຄາດຄະເນເລື່ອງລາວກ່ອນທີ່ຈະເກີດເລື່ອງນີ້ ຫຼື ຫຼັງເກີດເລື່ອງນີ້
  • -ຖາມໂດຍສົມມຸດສະຖານະການຂຶ້ນ
  • -ຝຶກໃຊ້ຂໍ້ແທ້ຈິງສ່ວນຍ່ອຍໄປຄາດຄະເນສ່ວນໃຫຍ່ຢ່າງມີເຫດຜົນ

ຕົວຢ່າງ :

  • 1.ຖ້າຄົນຊົນນະບົດຍົກຍ້າຍເຂົ້າມາໃນຕົວເມືອງວຽງຈັນທຸກໆປີຕໍ່ໄປເມືອງວຽງຈັນຈະເປັນແນວໃດ ?
  • 2.ເມື່ອນໍ້າມັນຂຶ້ນລາຄາກິດຈະການປະເພດໃດຈະຂຶ້ນລາຄາທັນທີ ?
  • ກ. ກໍ່ສ້າງ ຂ. ຄ້າຂາຍຍ່ອຍ
  • ຄ. ລົດໂດຍສານ ງ. ຕົກຂະໜ່າ

3. ການນໍາໄປໃຊ້ ( Application)

ໝາຍເຖິງຄວາມສາມາດໃນການແກ້ບັນຫາໂດຍກົງ ຫຼື ໝາຍເຖິງຄວາມສາມາດໃນການນໍາເອົາສິ່ງໜຶ່ງໄປໃຊ້ໄດ້ແຕ່ພຽງຢ່າງດຽວໂດຍສ່ວນໃຫຍ່ເມື່ອເຫັນຄຳວ່ານຳໄປໃຊ້ກໍ່ມັກນຶກເຖິງຄວາມສາມາດໃນການນຳສິ່ງທີ່ເຂົາແນະນຳແລ້ວໄປໃຊ້ໄດ້ຖືກຕ້ອງ ເຊັ່ນ ເຂົາແນະນຳວ່າ ມີດໃຊ້ສຳລັບການຕັດເຊືອກ ຖ້າເອົາມີດໄປຕັດເຊືອກໄດ້ ກໍ່ນຶກວ່າ ມີຫົວດ້ານນຳໄປໃຊ້ ແຕ່ຄວາມໝາຍຂອງການນຳໄປໃຊ້ໃນທີ່ນີ້ບໍ່ເໜືອນກັບການນຳໄປໃຊ້ດັ່ງທີ່ກ່າວຂ້າງເທິງ ການນຳໄປໃຊ້ໃນການວັດຜົນເປັນຄວາມສາມາດໃນການນຳຄວາມຮູ້ ແລະ ຄວາມເຂົ້າໃຈເດີມມາໃຊ້ແກ້ບັນຫາໃນສະຖານະການໃໝ່ນັ້ນ ຄື ການແກ້ບັນຫາໃນຮູບແບບໃໝ່ ແຕ່ອາໄສປະສົບການເດີມນັ້ນເອງ ວິທີການແກ້ບັນຫານັ້ນນັກຮຽນໄດ້ຮຽນຮູ້ຈາກຄູ ຫຼື ຜູ່ອື່ນມາຫຼາຍຢ່າງເຜີໄປພົບກັບບັນຫາໃໝ່ ເຊິ່ງບໍ່ເຄີຍພົບມາກ່ອນເລີຍ ຖ້າສາມາດແກ້ບັນຫານັ້ນໄດ້ສະແດງວ່າເດັກຄົນນັ້ນມີຫົວການນຳໃຊ້ ວິທີການຂຽນຂໍ້ສອບຈິ່ງພະຍາຍາມສ້າງສະຖານະການໃໝ່ຂຶ້ນ ເຊັ່ນ ສອນວ່າ ຖ້າຈະຕັດເຊືອກກໍ່ຄວນໃຊ້ມີດ ຖ້າກໍລະນີບໍ່ມີມີດເອົາຫຍັງຈະໃຊ້ຕັດເຊືອກແທນ ເດັກຕອບ ຄຳຕອບລັກສະນະນີ້ໄດ້ ສະແດງວ່າມີຫົວດ້ານການນຳໃຊ້.

ບັນຫາເລື່ອງສະຖານະການໃໝ່ນີ້ມອງໃນສອງແງ່ໂດຍຫຼັກການແລ້ວສະຖານະການໃໝ່ຄື ສະຖານະການທີ່ເດັກບໍ່ເຄີຍພົບເຫັນມາກ່ອນນັ້ນເອງ ແຕ່ຖ້າບັງເອີນສະຖານະການທີ່ຍົກມາອອກຂໍ້ສອບ ຫຼື ຖາມເດັກນັ້ນ ເກີດມີເດັກບາງຄົນເຄີຍຮູ້ເຫັນມາກ່ອນແລ້ວ ເດັກກຸ່ມທີ່ເຄີຍຮູ້ເຫັນມາກ່ອນແລ້ວກໍຖືວ່າວັດຄວາມຈຳເທົ່ານັ້ນເອງ ບໍ່ໄດ້ວັດການນຳໄປໃຊ້ແຕ່ຢ່າງໃດ ຂະນະດຽວກັນ ກຸ່ມທີ່ບໍ່ເຄີຍເຫັນສະຖານະການນັ້ນມາກ່ອນ ຖືວ່າເປັນການວັດການນຳໄປໃຊ້ເມື່່ອເປັນເຊັ່ນນີ້ຄູຈະຕ້ອງເລືອກສະຖານະການຢ່າງສະຫຼາດ ຢ່າໃຫ້ເປັນເຫດການທີ່ບໍ່ກົງກັບຈຸດມຸ່ງໝາຍຂອງການສອນເປັນອັນຂາດ.

ຄຳກຳມະທີ່ແທດເໜາະສຳລັບຂຽນຄາດໝາຍ ແລະ ຈຸດປະສົງ ການຮຽນ-ການສອນໃນລະດັບການນຳໄປໃຊ້

ປະຍຸກ , ປັບປຸງ, ແກ້ບັນຫາ, ເລືອກ, ຈັດ, ເຮັດ, ປະຕິບັດ , ສະແດງ ສາທິດ, ຜະລິດ,ພິສູດ , ເຮັດໃຫ້ກາຍເປັນເລື່ອງເສົ້າ , ວາດຮູບ, ແປງ , ດຳເນີນການ, ຂຶ້ນແຜນ , ຮ່າງ, ແກ້, ໃຊ້, ຂຽນ, ຄິດໄລ່, ກໍ່ສ້າງ, ກໍານົດ, ຊອກເຫັນ, ຍົກຕົວຢ່າງ, ກຳນົດລະບຽບການ.

ລັກສະນະການຖາມ

  • -ນຳຫຼັກການ, ກົດເກນ, ວິທີດຳເນີນການຂອງເລື່ອງນັ້ນໄປແກ້ບັນຫາໃນທຳນອງດຽວກັນ
  • -ບັນຫາຕ້ອງໃໝ່ແປກໄປຈາກເດີມທີ່ຄູສອນ
  • -ແກ້ບັນຫາຂໍ້ໂຈດແບບຝຶກຫັດທາງຫຼາຍທີ່ບໍ່ເຄີຍເຮັດມາກ່ອນ
  • ( ຖ້າເຄີຍເຮັດມາກ່ອນແມ່ນຄຳຖາມທີ່ເນັ້ນຄວາມຮູ້, ຄວາມຈໍາກ່ຽວກັບວິທີການ )

ຕົວຢ່າງ:

  • 1.ການປອກເປືອກໝາກມ່ວງຄວນໃຊ້ມີດຊະນິດໃດ ? ( ມີດບາງ )
  • 2.ຖ້ານັກຮຽນຫຼົງທາງຢູ່ໃນປ່າຈະອາໄສສິ່ງໃດໃນການຊອກຫາທິດ ?
  • ກ. ລົມ ຄ. ດວງອາທິດ
  • ຂ. ເມກ ງ. ທາງສັດ

3. ຄຳເວົ້່າໃດທີ່ມີລັກສະນະປະຊາທິປະໄຕ ?

ກ. ໃຜຈະເຮັດແດ່ ຂ. ຊ່ວຍເຮັດແດ່

ຄ. ຢ່າເຮັດແນວນີ້ ງ. ຫ້າມທຸກຄົນເຮັດ

4. ການວິເຄາະ ( Analysis )

ການວິເຄາະ ( Analysis ) ສະມັດຖະພາບດ້ານການວິເຄາະນີ້ເປັນສະມັດຖະພາບທີ່ສາມາດແຍກອອກເປັນສ່ວນຍ່ອຍໆຂອງເຫດການ ຫຼື ເນື້ອໃນຕ່າງໆວ່າປະກອບດ້ວຍຫຍັງ ມີຈຸດໝາຍ ຫຼື ຄວາມປະສົງສິ່ງໃດ ນອກຈາກນັ້ນ ຍັງເບິ່ງເຖິງສ່ວນຍ່ອຍໆ ທີ່ສຳຄັນນັ້ນແຕ່ລະເຫດການກ່ຽວພັນກັນຢ່າງໃດແດ່ ແລະ ກ່ຽວພັນໂດຍອາໄສຫຼັກການໃດຈະເຫັນໄດ້ວ່າ ສະມັດຖະພາບດ້ານການວິເຄາະຈະເຕັມໄປດ້ວຍການຫາເຫດ ແລະ ຜົນມາກ່ຽວຂ້ອງກັນຢູ່ສະເໜີ ແລະ ພະຍາຍາມເບິ່ງໃຫ້ເລິກລົງ ຄວາມເຂົ້າໃຈ ແລະ ດ້ານການນຳໄປໃຊ້ມາປະກອບການພິຈາລະນາ ພຶດຕິກຳນີ້ແບ່ງຍ່ອຍເປັນ 3 ປະເພດໄດ້ແກ່

  • 1.ການວິເຄາະຄວາມສຳຄັນ
  • 2.ການວິເຄາະການພົວພັນ
  • 3.ການວິເຄາະຫຼັກການ
  • ຄຳກຳມະທີ່ແທດເໜາະສຳລັບຂຽນຄາດໝາຍ ແລະ ຈຸດປະສົງ ການຮຽນ-ການສອນໃນລະດັບການວິເຄາະ
  • ຈຳແນກ, ແຍກແຍະ, ຫາເຫດ ແລະ ຜົນ, ຫາຄວາມພົວພັນ, ຫາຂໍ້ສະຫຼູບ, ຫາຫຼັກການ, ຫາຂໍ້ອ້າງອີງ, ຫາຫຼັກຖານ
  • ກວດສອບ, ຈັດກຸ່ມ , ລະບຸ , ຊີ້, ວິເຄາະ, ຈັດປະເພດ, ຈັດເປັນປະເພດ, ປຽບທຽບ, ຄວາມແຕກຕ່າງ, ອະພິປາຍ, ຖອດຖອນ, ບົ່ງມະຕິ, ແຜນວາດ, ແຍກ, ຜ່າຕັດ, ສັງເກດ, ຊີ້ໃຫ້ເຫັນ, ຕິຕຽນ, ທົດລອງ, ຄຳຖາມ, ທົດສອບ
  • 1.ການວິເຄາະການສຳຄັນ ( Analysis of elements )
  • ລັກສະນະການຖາມ
  • -ໃຫ້ຄົ້ນຫາລັກສະນະທີ່ເດັ່ນ ຫຼື ຫາມູນເຫດຕົ້ນກຳເນີດ, ສາເຫດ, ຜົນລັບ ແລະຄວາມສຳຄັນທັງປວງຂອງເລື່ຶອງຕ່າງໆ
  • -ຕອນໃດເປັນສົມມຸດຖານ ຫຼື ຕອນໃດເປັນສະຫຼຸບຜົນ ຫຼື ເປັນຄຳອ້າງອີງສະໜັບສະໜູນ

ຕົວຢ່າງ:

  • 1.ສາເຫດສຳຄັນຂອງການເກີດໄພນໍ້າຖ້ວມຕະຫຼາດສາລະວັນປີ 2013 ແມ່ນອັນໃດ ?
  • 2. ແມ່ນໍ້າຫຍັງໃນລາວທີ່ສຳຄັນທີ່ສຸດ ?
  • ກ. ນໍ້າອູ່ ຄ. ນໍ້າເທີນ
  • ຂ. ນໍ້າງື່ມ ງ. ນໍ້າງຽບ
  • 3.ອັນໃດແມ່ນສາຍເຫດສຳຄັນທີ່ສຸດຂອງຄວາມຕຸ້ຍ
  • ກ. ການກິນອາຫານ ຄ. ການເຮັດວຽກຜິດປົກກະຕິຂອງຕ່ອມ
  • ຂ. ການອອກກຳລັງກາຍ ງ. ການເຜົາຜານອາຫານຂອງຮ່າງກາຍ
  • 4. ຄວນຕັ້ງຊື່ເລື່ອງນີ້ວ່າແນວໃດ ?
  • 2.ວິເຄາະຄວາມສຳພັນ ( Analysis of relationships)
  • ລັກສະນະການຖາມ
  • -ຄວາມສຳພັນລະຫວ່າງເລື່ອງກັບເລື່ອງ
  • -ຄວາມສຳພັນລະຫວ່າງຫຼາຍຂໍ້ປີກຍ່ອຍກັບເລື່ອງທັງໝົດ
  • -ຄວາມສຳພັນລະຫວ່າງຂໍ້ປີກຍ່ອຍກັບຂໍ້ປີກຍ່ອຍ
  • -ຄວາມສຳພັນທາງດຽວກັນ ( ແພດ - ພະຍາບານ)
  • -ຄວາມສຳພັນທາງກົງກັນຂ້າມ ( ຫຼາຍ - ໜ້ອຍ )

ຕົວຢ່າງ

  • 1.ສອງສິ່ງໃດຕໍ່ໄປນີ້ສຳພັນກັນຫຼາຍທີ່ສຸດ ?
  • ກ. ດິນກັບຄົນ ຂ. ສັດກັບພືດ
  • ຂ. ຄົນກັບສັດ ງ. ພືດກັບນໍ້າ

2. ສອງສິ່ງໃດບໍ່ມີການພົວພັນ ?

ກ. ລັດສະໜີກັບວົງມົນ ຂ. ລັດສະໜີກັບເມັດເຄິ່ງກາງ

ຄ. ລວງຮອບກັບເນື້ອທີ່ຂອງວົງມົນ ງ. ລວງຮອບກັບເສັ້ນຜ່າສູນກາງ

3. ການວິເຄາະຫຼັກການ (Analysis of organizational principles )

ລັກສະນະການຖາມ

  • -ຖາມໃຫ້ຈັບເຄົ້າເລື່ອງໃຫ້ໄດ້ວ່າເລື່ອງນັ້ນອີງໃສ່ຫຼັກການໃດ
  • -ມີລະບຽບວິໄນໃນການຮຽບຮຽງ ແລະ ມີເຄົ້າໂຄງສ້າງແນວໃດ

ຕົວຢ່າງ

  • 1.ການເຄື່ອນທີ່ຊະນິດໃດໃຊ້ຫຼັກການຜິດກັບຊະນິດອື່ນ
  • ກ. ຈະຫຼວດ ຄ. ເຮືອບິນອາຍຜົ່ນ
  • ຂ. ບັ້ງໄຟ ງ. ເຮືອບິນໝາກປິ່ນ

2. ຄຳເວົ້າທີ່ວ່າ “ ວິທະຍຸເປັນເຄື່ອງມືສື່ສານທີ່ມີອິດທິພົນຫຼາຍ ” ຄໍາເວົ້າດັ່ງກ່າວຢືດຫຼັກການໃດ?

ກ. ເພາະມີຈຳນວນຜູ່ຟັງຫຼາຍ

ຂ. ສາມາດອອກຂ່າວໄດ້ວ່ອງໄວ

ຄ. ສາມາດອອກຂ່າວໄດ້ຕະຫຼອດເວລາ

ງ. ປະຊາຊົນມັກຟັງຫຼາຍກວ່າມັກອ່ານ

5. ການສັງເຄາະ ( Synthesis )

ການສັງເຄາະຄື ຄວາມສາມາດໃນການລວມສິ່ງຕ່າງໆຕັ້ງທີ່ສອງສິ່ງຂຶ້ນໄປເຂົ້າດ້ວຍກັນ ເພື່ອໃຫ້ເປັນສິ່ງໃໝ່ອີກຮູບໜຶ່ງມີຄຸນລັກສະ ໂຄງສ້າງ ຫຼື ໜ້າທີ່ໃໝ່ແປກແຕກຕ່າງໄປຈາກເດີມກ່ອນນຳມາລວມກັນ ການນຳເອົາຜ້າເສດທີ່ເຂົາຖິ້ມ ມາຫຍິບ ຫຼືປະກອບຂຶ້ນເປັນຜ້າຊັດຕີນ ສະລັບສີຢ່າງສວຍງາມຂາຍໄດ້ລາຄາແພງ ສະແດງວ່າຄົນຄິດເຮັດແບບນີ້ມີຄວາມສາມາດດ້ານສັງເຄາະນັ້ນເອງນັກວິທະຍາສາດເອົາ ຣີໂດແຊນລວມຕົວກັບອົກຊີ ແລ້ວກາຍເປັນນໍ້າຂຶ້ນມາ ນັກຄະນິດສາດເອົາຄວາມຮູ້ຄະນິດສາດສ່ວນຍ່ອຍໆມາປະສົມປະສານກັນຈົນເກີດເປັນສູດ, ກົດເກນໃໝ່ ສິ່ງເລົ່ານີ້ເປັນການໃຊ້ຄວາມສາມາດດ້ານສັງເຄາະທັງນັ້ນການສັງເຄາະມີທັງລະດັບງ່າຍ ແລະ ລະດັບຍາກ ເດັກນ້ອຍ ຫຼື ຜູ່ໃຫຍ່ກໍ່ຈະສາມາດສອນໃຫ້ເກີດໄດ້ແຕ່ຄົນລະລຳດັບຄວາມໃໝ່ແປກທີ່ເຂົາບໍ່ເຄີຍເຫັນຂອງຄົນໃດຄົນໜຶ່ງຖືເປັນຜົນການສັງເຄາະໄດ້ເໜືອນກັນ.

ການສັງເຄາະເປັນຄວາມສາມາດດ້ານຄວາມຄິດສ້າງສັນ ຫຼື ຄິດລິເລີ່ມສິ່ງແປກຂຶ້ນດັ່ງນັ້ນການສອນໃຫ້ເດັກຄິດລິເລີ່ມເປັນຂິ່ງເປັນການສອນໃຫ້ເດັກສັງເຄາະເປັນ ການອອກຂໍ້ສອບວັດຕ້ອງວັດວ່າເດັກເກີດພຶດຕິກຳດ້ານນີ້ ຫຼື ບໍ ບັນຫາການຂຽນຂໍ້ສອຍຈິ່ງເກີດຂຶ້ນວ່າຈະຂຽນວັດລັກສະນະໃດດີ.

ການຂຽນຄໍາຖາມໂດຍທົ່ວໄປຈິ່ງຕ້ອງນິຍາມການສັງເຄາະໃຫ້ດີກ່ອນວ່າຢູ່ໃນຮູບໃດແດ່ ບູຼມ ( Bloom, 1956 ) ໄດ້ແບ່ງການສັງເຄາະອອກເປັນ 3 ດ້ານຄື:

1.ການສັງເຄາະບົດຄວາມ

2. ການສັງເຄາະແຜນງານ

3. ການສັງເຄາະຄວາມສຳພັນ

  • ຄຳກຳມະທີ່ແທດເໜາະສຳລັບຂຽນຄາດໝາຍ ແລະ ຈຸດປະສົງ ການຮຽນ-ການສອນໃນລະດັບການສັງເຄາະ
  • ຂຽນບັນລະຍາຍ, ອະທິບາຍ, ເລົ່າ, ບອກ, ຮຽບຮຽງ, ສ້າງ, ຈັດ, ປະດິດ, ແຕ່ງ, ດັດແປງປັບ, ແກ້ໄຂ, ເຮັດໃໝ່ ອອກແບບ
  • ປະຕິບັດ, ຄິດເລີ່ມ , ຕັ້ງສົມມູດທິຖານ, ຕັ້ງຈຸດມຸ່ງໝາຍ, ເດົາ , ແຈກແຈງລາຍລະອຽດ, ຈັດໝວດໝູ່, ສະຖານະການ, ວິທີແກ້ບັນຫາ

1 ການສັງເຄາະບົດຄວາມ ( Production of unique communication )

ລັກສະນະການຖາມ

  • -ໃຫ້ສະແດງຄວາມຄິດເຫັນຕໍ່ເລື່ອງລາວທີ່ກຳນົດໃຫ້
  • -ໃຫ້ສັງເຄາະມາເປັນຮູບພາບ
  • -ໃຫ້ສັງເຄາະມາເປັນຄຳເວົ້າ
  • -ໃຫ້ສັງເຄາະໂດຍການຂຽນ
  • -ໃຫ້ແຕ່ງກາບກອບ, ໂຄງ, ສານ, ບົດເພງ, ນິທານເລື່ອງອື່ນໆ
  • -ໃຫ້ບັນຍາຍພາບທີ່ກຳນົດໃຫ້
  • -ໃຫ້ວາດພາບຈາກຈິນຕະນາການ

ຕົວຢ່າງ

  • 1.ຈົ່ງແຕ້ມຮູບກ່ຽວກັບການປົກປັກຮັກສາຊັບພະຍາກອນທຳມະຊາດ ?
  • 2.ໃຫ້ແຕ້ມກ່ຽວກັບໂຮງຮຽນຄຸນະພາບ ?
  • 3.ໃຫ້ຕໍ່ຂໍ້ຄວາມຈາກປະໂຫຍກ “ ສຳລັບບາງຄົນການສ້າງຄວາມດີຍາກກວ່າການສ້າງຄວາມຊົ່ວຍ້ອນວ່າ................”
  • 4.ເລື່ອງພະເຫວດສັນດອນເປັນຕົວຢ່າງຂອງຄວາມດີຫຼາຍທີ່ສຸດແມ່ນຂໍ້ໃດ ?
  • ກ. ຄວາມພາກພຽນ ຂ. ຄວາມເສຍສະຫຼະ
  • ຂ. ຄວາມກະຕັນຍູ ງ. ຄວາມເມດຕາກະລຸນາ

2. ການສັງເຄາະແຜນງານ (production of plans and proposed set of operations)

ລັກສະນະການຖາມ

  • -ໃຫ້ນັກຮຽນສ້າງໂຄງສ້າງໂຄງການ ຫຼື ວາງແຜນກິດຈະກຳຕ່າງໆຕາມເງື່ອນໄຂທີ່ກຳນົດໃຫ້
  • -ໃຫ້ສະເໜີວິທີການກວດສອບສົມມຸດຖານ ແລະ ຂໍ້ຂັດແຍ່ງຕ່າງໆວ່າຈະດຳເນີນແນວໃດ ?
  • -ໃຫ້ກຳນົດຂອບເຂດ ຂອງວຽກງານ ຫຼື ໂຄງການຕ່າງໆ
  • -ໃຫ້ວາງແຜນທີ່ຈະຄວບຄຸມ ຫຼື ປ້ອງກັນຜົນເສຍທີ່ຈະເກີດຂຶ້ນ
  • ຕົວຢ່າງ
  • 1.ສົມມຸດວ່ານັກຮຽນຈະໄປທັດສະນະສຶກສາຢູ່ປ່າດົງຕິບນັກຮຽນຈະກຽມຫຍັງ?
  • 2.ສົມໝາຍຈັບຍູງ 10 ໂຕມາຂັງໄວ້ໃນກັບທີ່ເປັນຕາໝ່າງລວດເປັນເວລາ 2 ວັນປະກົດວ່າຍູງຕາມໄປ 5 ໂຕ ຖ້າເຂົາຕ້ອງການຮູ້ວ່າຍູງຕາຍເພາະນໍ້າ ຫຼື ບໍ່ນັ້ນ ເຂົາຄວນເຮັດແນວໃດ ?
  • ກ. ແຊ່ກັບໄວ້ໃນນໍ້າ ຂ. ພົ່ນນໍ້າໃນກັບໃຫ້ຊຸ່ມ
  • ຄ. ຕັ້ງຖັງນໍ້ານ້ອຍໆໄວ້ໃນກັບ ງ. ພົ່ນລະອອງນໍ້າໃຫ້ຍູງປຽກ

3. ການສັງເຄາະຄວາມສຳພັນ ( Derivation of a set abstract relations )

ລັກສະນະການຖາມ

-ຖາມໃຫ້ຜູ່ສອບລອງສະຫຼຸບເລື່ອງລາວຕ່າງໆ

-ໃຫ້ນັກຮຽນຄົ້ນຫາວ່າປະກົດການໜຶ່ງໆ ຫຼື ໃນການລາຍງານຍ່ອຍຊຸດໜຶ່ງມີເນື້ອໃນແນວໃດແດ່ທີ່ສຳພັນກັນ

-ກຳນົດເງື່ອນໄຂໃຫ້ແລ້ວສົມມຸດໃຫ້ມີສະຖານະການອື່ນເກີດຂຶ້ນແລ້ວຖາມໃຫ້ສະຫຼຸບຂໍ້ຢຸດຕິຂອງເລື່ອງ

ຕົວຢ່າງ

  • 1.( ກ ) ສູງກວ່າ ( ຂ ) ແຕ່ຕໍ່່ກວ່າ ( ຄ ) ແລະ ( ງ ) ສູງກວ່າ ( ຄ ) ສະນັ້ນໃຜສູງທີ່ສຸດ ?
  • 2.ອາກາດຮ້ອນອົບເອົ້າກ່ອນຝົນຈະຕົກແຕ່ອາກາດບໍ່ຮ້ອນອົບເອົ້າຈະຫຼຸບໄດ້ແນວໃດ ?
  • ກ. ຈະມີລົມ ຂ. ຟ້າຈະເຫຼື້ອມ
  • ຂ. ແດດຈະອອກ ງ. ຝົນຈະຕົກ

6 ການປະເມີນຜົນ ( Evaluation )

ການປະເມີນຜົນໝາຍເຖິງຄວາມສາມາດໃນການພິຈາລະນາຕັດສິນກ່ຽວກັບຄຸນຄ່າຂອງຄວາມຄິດທຸກຊະນິດ ເພື່ອປຽບທຽບກັບເກນມດຕະຖານທີ່ກຳນົດໃຫ້ ການປະເມີນຈິງເປັນການສະແດງຄວາມຄິດເຫັນທີ່ນຳເກນມາໃຊ້ ບໍ່ແມ່ນຄິດຊື່ໆ ການພິຈາລະນາຕັດສິນອາດຈະເປັນໃນຮູບຂອງປະລິມານ ຫຼື ຄຸນນະພາບ ກໍໄດ້ເກນທີ່ກຳນົດອາດຈະເປັນຂອງນັກຮຽນ ຫຼື ຜູ່ອື່ນກໍ່ໄດ້.

ເຖິງແມ່ນວ່າການປະເມີນຜົນຈະເປັນຂະບວນການຂັ້ນສຸດທ້າຍຂອງດ້ານສະຕິປັນຍາແຕ່ບໍ່ຈໍາເປັນຈະຕ້ອງເປັນຂະບວນການສຸດທ້າຍຂອງຂະບວນການຄິດ ແລະ ແກ້ບັນຫາ ມີຄວາມເຊື່ອວ່າຂະບວນການປະເມີນຜົນຈະເປັນຈຸດເລີ່ມຕົ້ນຂອງຄວາມຢາກຮູ້ຢາກເຫັນໃນສິ່ງທີ່ເປັນຄວາມຮູ້ໃໝ່.

ມະນຸດກ່ຽວຂ້ອງກັບບົດບາດຕ່າງໆຫຼາຍ ຈົນບໍ່ສາມາດຖອນຕົວອອກຈາກການປະເມີນ, ການຕັດສິນ ການວັດ ຫຼື ການໃຫ້ຄຸນຄ່າໃນສິ່ງຕ່າງໆທີ່ກ່ຽວຂ້ອງກັບຕົວເຂົາໄດ້ ການປະເມີນສ່ວນຫຼາຍມັກຈະເຂົ້າຂ້າງຕົວເອງ ຈະເອີ້ນວ່າເພາະມະນຸດມີກິເລດກໍ່ຄົງບໍ່ຜິດ ສິ່ງທີ່ກ່ຽວຂ້ອງກັບເຂົາຈິ່ງມັກຈະໄດ້ຮັບການປະເມີນໄວ້ສູງກວ່າສິ່ງທີ່ບໍ່ກ່ຽວກັບເຂົາ ເຖິງແມ່ນວ່່າການໃຊ້ປະໂຫຍດຈະເປັນເກນສູງສຳຫຼັບການປະເມີນແຕ່ລະຄົນກໍ່ຕາມ.

ການປະເມີນເຊິ່ງແຕ່ລະຄົນໃຊ້ຕັດສິນໄວວາປາສະຈາກການພິຈາລະນາຢ່າງລະມັດລະວັງໃນດ້ານຕ່າງໆຂອງວັດຖູ ຄວາມຄິດ ຫຼື ກິດຈະກຳທີ່ຕັດສິນອາດເອີ້ນຊື່ໃຫ້ເໜາະສົມວ່າຄວາມຄິດເຫັນຫຼາຍກວ່າຈະເປັນການພິຈາລະນາຕັດສິນ ຄວາມຄິດເຫັນຈິງເປັນລະດັບທີ່ໃຊ້ສະຕິປັນຍານ້ອຍກວ່າແຕ່ສຳຫຼັບການປະເມີນແລ້ວໝາຍຄວາມໄປເຖິງການນຳຄວາມຄິດເຫັນໄໄປທຽບກັບເກນທີ່ຈຳແນກຄວາມແຕກຕ່າງໄດ້ເດັ່ນຊັດ ແລະ ໃຊ້ສະຕິປັນຍາຢ່າງສູງໃນການພິຈາລະນາຕັດສິນດ້ວຍເຫດຜົນການປະເມີນຢູ່ 2 ດ້ານຄື ປະເມີນໂດຍອາໄສຂໍ້ແທ້ຈິງພາຍໃນ ແລະ ປະເມີນໂດຍອາໄສເກນພາຍນອກເປັນເຄື່ອງປຽບທຽບ.

  • ຄຳກຳມະທີ່ແທດເໜາະສຳລັບຂຽນຄາດໝາຍ ແລະ ຈຸດປະສົງ ການຮຽນ-ການສອນໃນລະດັບການປະເມີນ
  • ວິພາກວິຈານ, ຕັດສິນ, ປະເມີນຄ່າ, ຕີຄ່າ, ສະຫຼຸບ, ປຽບທຽບ, ຂັດອັນດັບ, ກຳນົດເກນ, ກຳນົດມາດຕະຖານ, ຕັດສິນໃຈ ,ສະແດງຄວາມຄິດເຫັນ, ໃຫ້ເຫດຜົນ, ບອກຫຼັກຖານ, ຕີລາຄາ, ເລືອກ, ປົກປ້ອງ, ໃຫ້ຄຳເຫັນ, ໃຫ້ບຸລິມະສິດ, ລຽງລຳດັບ, ຈັດອັນດັບ, ຄັດຈ້ອນ, ສະໜັບສະໜູນ, ຕີເປັນມູນຄ່າ.
  • 1.ການປະເມີນຜົນໂດຍອາໄສຄວາມຈິງພາຍໃນ (Judgment in terms of internal )
  • ລັກສະນະການຖາມ
  • -ໃຫ້ນິໄສວ່າບົດລາຍງານ, ເລື່ອງລາວ ຫຼື ບົດຄວາມນັ້ນມີຄຸນະພາບໃນດ້ານຕ່າງໆສູງ - ຕໍ່າພຽງໃດ

ຕົວຢ່າງ

  • 1.ເດັກນ້ອຍເຈັບຫົວໄປຊື້ຢາກິນເອງດີ ຫຼື ບໍ່
  • 2. ການປູກເຫັດເຟືອງໃນລະດູຝົນເຮັດໄດ້ ຫຼື ບໍ່
  • ກ. ໄດ້ເພາະເຫັດເຟືອງມັກນໍ້າ
  • ຂ. ໄດ້ແຕ່ຄວນມີຫຼັງຄາກັນຝົນ
  • ຄ. ບໍ່ໄດ້ເພາະອາກາດຊຸ່ມເກີນໄປ
  • ງ. ບໍ່ໄດ້ເພາະມີນໍ້າຂັງເຮັດໃຫ້ເຊື້ອເຫັດເນົ່າ
  • 2.ການປະເມີນຜົນໂດຍອາໄສຄວາມຈິງພາຍນອກ (Judgment in terms of external criteria )
  • ລັກສະນະການຖາມ
  • -ໃຫ້ວິໄນໄສຈະລະນາ ຫຼື ຕັດສິນ ໂດຍກຳນົດເກນໃຫ້
  • ຕົວຢ່າງ
  • 1.ການໃຫ້ລາງວັນນັກຮຽນທີ່ຮຽນດີຂຶ້ນມີຜົນດີຕໍ່ນັກຮຽນແນວໃດ
  • 2.ປະເທດລາວຄວນມີນະໂຍບາຍເລື່ອງການເກີດ ຫຼື ບໍ່ເພາະເຫດໃດ ?
  • ກ. ຄວນເພາະທຸກຄົນມີລູກຫຼາຍກວ່າຄົນຮັ່ງມີ
  • ຂ. ຄວນເພາະປະຊາຊົນໃນເມືອງມີຄວາມໝາແໜ້ນ
  • ຄ. ບໍຄວນເພາະຍັງມີເນື້ອທີ່ທຳມາຫາກິນຢ່າງຫຼວງຫຼາຍ
  • ງ. ບໍ່ຄວນເພາະມັນຂັດຕໍ່ຄວາມຮູ້ສຶກທາງດ້ານສິນລະທຳ
  • ສະຫຼຸບ
  • ການສ້າງຂໍ້ສອບໃຫ້ມີຄຸນນະພາບເປັນການສົ່ງເສີມໃຫ້ທັງຜູ່ສອນ ແລະ ຜູ່ຮຽນໄດ້ຝຶກຢ່າງມີປະສິດທິພາບຜູ່ສ້າງ

ສອບຕ້ອງມີຄຸນສົມບັດດັ່ງນີ້:

  • 1.ຮູ້ຈັກລັກສະນະຂອງຄຳຖາມທີ່ດີ
  • 2.ຮູ້ວິທີຂຽນຄຳຖາມ
  • 3.ຮູ້ຈັກຊະນິດຂອງຄຳຖາມຕ່າງໆ ( ໃນ 6 ລະດັບ )
  • 4.ຮູ້ຈັກຮູບແບບຂອງຄຳຖາມຊະນິດຕ່າງໆ
  • 5.ຝຶກຂຽນ ແລະ ຝຶກວິຈານຄຳຖາມເລື້ອຍໆ
  • 6.ປັບປຸງຄຳຖາມໂດຍວິທີວິເຄາະຂໍ້ສອບ
หมายเลขบันทึก: 571002เขียนเมื่อ 25 มิถุนายน 2014 17:47 น. ()แก้ไขเมื่อ 25 มิถุนายน 2014 17:47 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

เข้าใจว่าตามขั้นตอนของบลูมคือ

รู้ จำ เข้าใจ นำไปใช้ วิเคราะห์ สังเคราะห์ ประเมินค่า ครับ

ขอบคุณมากๆครับ

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท