ບົດທົດສອບກາງພາກ ວິຊາວັດ ແລະ ປະເມີນຜົນ


                                    ບົດທົດສອບກາງພາກ

 

1. ຂໍ້ໃດໝາຍເຖິງປະໂຫຍດຂອງການປະເມີນຜົນການສຶກສາຕໍ່ຄູສອນ?

    ກ. ຊ່ວຍເພີ່ມແຮງຈູງໃຈໃຫ້ນັກສຶກສາຮຽນຮູ້ເພີ່ມຂຶ້ນ

    ຂ. ຊ່ວຍໃນດ້ານການປັບປຸງຫຼັກສູດໃຫ້ເໜາະສົມ

    ຄ. ຊ່ວຍໃຫ້ຮູ້ວ່າຈະຕ້ອງສອນເພີ່ມໃຫ້ແກ່ນັກຮຽນຄົນໃດ

2. ປະໂຫຍດຕໍ່ຄວາມແນະແນວມີຄວາມໝາຍກົງກັບຂໍ້ໃດ ?

     ກ. ໃຊ້ຜົນຈາກການວັດໃນການແນະນໍາການສຶກສາຕໍ່ ແລະ ການປະກອບອາຊີບ

     ຂ. ໃຊ້ຜົນຈາກການວັດໃນການແນະນໍາການສຶກສາຕໍ່ໃນການໄປຮຽນອາຊີບ

     ຄ. ໃຊ້ຜົນຈາກການວັດໃນການແນະນໍາທາງການແກ້ໄຂບັນຫາສ່ວນຕົວໃຫ້ຄົນອື່ນດີຂຶ້ນ

3. ຄຳເວົ້າໃນຂໍ້ໃດສະແດງເຖິງປະໂຫຍດຕໍ່ຜູ່ບໍລິຫານ ?

    ກ. ຊ່ວຍໃນດ້ານການປັບປຸງຫຼັກສູດໃຫ້ເໝາະສົມ

    ຂ. ຊ່ວຍໃຫ້ການວາງແຜນການສອນລະອຽດຂຶ້ນ

    ຄ. ຊ່ວຍໃຫ້ຜູ່ບໍລິມີການວາງແຜນພັດທະນາດີຂຶ້ນ

 4. ທ້າວສົມສີຮຽນເກັ່ງຄະນິດສາດ ກັບ ເຄມີ ເມື່ອຮຽນຈົບ, ລາວຄວນໄປຮຽນແພດສາດ, ການວັດຜົນນີ້       

   ເພື່ອຈຸດປະສົງຫຍັງ?

           ກ. ເພື່ອປະເມີນຜົນ

           ຂ.  ເພື່ອພະຍາກອນ

           ຄ.  ເພື່ອຄັດເລືອກ

 5. ການວັດຜົນການສຶກສາຈະມີປະສິດທີພາບດີ ຫຼື ບໍ ນັ້ນຂຶ້ນຢູ່ກັບຫຍັງ ?

           ກ.  ຫຼັກການ ແລະ ວິທີການ

           ຂ.  ຫຼັກການ ແລະ ການຈັດກິດຈະກໍາການຮຽນ-ການສອນ

           ຄ.  ວິທີການ ແລະ ຫຼັກການວັດທີ່ດີ

6. ການວັດຜົນການສຶກສາບໍ່ຖືກກັບຈຸດປະສົງຂອງການຮຽນ-ການສອນແລ້ວມັນຈະເປັນແນວໃດ ?

           ກ.  ມີປະໂຫຍດດີ

           ຂ.  ບໍ່ມີປະໂຫຍດ

           ຄ.  ມີປະໂຫຍດ

7. ໃຊ້ເຄື່ອງມືວັດຊະນິດໃດກໍຄວນລະມັດລະວັງເຖິງດ້ານໃດ?

           ກ.  ດ້ານຈຳກັດ

           ຂ.  ດ້ານຄວາມຜິດພາດ

           ຄ.  ດ້ານ​ການ​ວັດ​ຜົນ

8. ເຮັດແນວໃດຄູຈິ່ງຈະຮູ້ວ່ານາງສຸພາພອນເປັນນັກຮຽນທີ່ໝູ່ເພື່ອນໃນຫ້ອງມັກທີ່ສຸດ ?

    ກ. ການສຶກສາລາຍບຸກຄົນ      ຂ. ແບບສອບຖາມ           ຄ. ສັງຄົມມິຕິ

9. ຄູເຮັດແນວໃດຈິ່ງຮູ້ວ່າທ້າວສົມພົງຫຼິ້ນດົນຕີເປັນແທ້ ?

   ກ. ແບບສອບຖາມ           ຂ. ການໃຫ້ປະຕິບັດຈິງ            ຄ. ການທົດສອບ

10. ກໍລະນີນັກຮຽນມີພຶດຕິກໍາບໍ່ດີແລ້ວຊອກຫາສາຍເຫດເພື່ອແກ້ໄຂໃນກໍລະນີນີ້ເພິ່ນໃຊ້ເຄື່ອງວັດຜົນ

    ຊະນິດໃດ ?

    ກ. ການສຶກສາລາຍກໍລະນີ

    ຂ. ການຈັດອັນດັບຄຸນະພາບ

    ຄ. ການສອບຕາມລາຍການ

 11. ຄູເກັບກໍາຂໍ້ມູນໂດຍໃຫ້ຜູ້ຕອບ ຕອບລັກສະນະໃດໜຶ່ງເຊັ່ນ: ມີ-ບໍ່ມີ, ມັກ-ບໍ່ມັກ ແມ່ນເພິ່ນໃຊ້ເຄື່ອງມື

    ວັດຜົນຊະນິດໃດ ?

    ກ. ສຶກສາລາຍກໍລະນີ

    ຂ. ກວດຕາມລາຍການ

    ຄ. ສັງເກດ

12. ເລົ່າ, ຊີ້, ລະບຸ, ປະມວນ ຄວນໃຊ້ພຶດຕິກຳດ້ານສະຕິປັນຍາຫຍັງ?

          ກ. ຄວາມຮູ້ກ່ຽວກັບວິທີການປະຕິບັດ

          ຂ. ຄວາມຮູ້-ຄວາມຈື່ຈຳ

          ຄ. ຄວາມຮູ້ກ່ຽວກັບລະດັບຄາດໝາຍ

13. ຂໍ້ສອບທີ່ວັດຄວາມສາມາດໃນການນຳເອົາຄວາມຮູ້ ຄວາມເຂົ້າໃຈຈາກສິ່ງທີ່ເຄີຍຮຽນ 

        ມາໄປໃຊ້ໃນສະຖານະການໃໝ່ຄວນຂຽນຂໍ້ສອບວັດຄວາມສາມາດດ້ານໃດ?

         ກ. ດ້ານຄວາມຮູ້-ຄວາມຈື່ຈຳ

         ຂ. ດ້ານຄວາມເຂົ້າໃຈ

         ຄ. ດ້ານການນຳໃຊ້

14. ອາກາດຮ້ອນອົບເອົ້່າກ່ອນຝົນຕົກ ແຕ່ຖ້າອາກາດບໍ່ຮ້ອນອົບເອົ້າສະຫຼຸບໄດ້ແນວໃດ

          ຄໍາຖາມເທິງນີ້ຄວນແມ່ນການຂຽນຂໍ້ສອບວັດພຶດຕິກໍາດ້ານສະຕິປັນຍາຫຍັງ?

           ກ. ພຶດຕິກຳດ້ານຄວາມສາມາດໃນການວິເຄາະ

           ຂ. ພຶດຕິກຳດ້ານຄວາມສາມາດໃນຄວາມເຂົ້າໃຈ

           ຄ. ພຶດຕິກຳດ້ານຄວາມສາມາດໃນຄວາມຮູ້-ຄວາມຈື່ຈຳ

  15. ຄວາມສາມາດໃນການຕັດສິນຄຸນຄ່າຂອງເນື້ອໃນຂອງບົດເລື່ອງເຫດການ ຫຼື ເລື່ອງ 

          ລາວຕ່າງໆໜ້າຈະມີການຂຽນຂໍ້ສອບວັດພຶດຕິກຳດ້ານສະຕິປັນຍາຫຍັງ?

          ກ. ພຶດຕິກຳດ້ານສະຕິປັນຍາຄວາມຮູ້-ຄວາມຈື່ຈຳ

          ຂ. ພຶດຕິກຳດ້ານສະຕິປັນຍາໃນການປະເມີນຜົນ

          ຄ. ພຶດຕິກຳດ້ານສະຕິປັນຍາຄວາມສາມາດໃນການວິເຄາະ

 16. ຄຳໃດທີ່ມີລັກສະນະພຶດຕິກຳທີ່ບົ່ງຊີ້ເຖິງການຮຽນໃນລະດັບການນຳໄປໃຊ້ ?

          ກ. ແກ້ປັນຫາ, ປະຕິບັດ, ສະແດງ, ສາທິດ

          ຂ. ຈຳແນກ, ຫາຄວາມພົວພັນ, ຫາຂໍ້ສະຫຼຸບ, ຫາຂໍ້ອ້າງອີງ

          ຄ. ມາດຖານ, ຄຸນະພາບ, ຄວາມເຊື່ອໜັ້ນ, ວິທີການ

17. ຂໍ້ໃດມີຄວາມໝາຍການຂຽນຂໍ້ສອບແບບອັດຕາໄນ?

    ກ. ຂໍ້ສອບທີ່ມີສະເພາະແຕ່ຄຳຖາມແລ້ວເປີດໂອກາດໃຫ້ນັກຮຽນຕອບຢ່າງເສລີໂດຍການຂຽນບັນລະ

       ຍາຍຕາມຄວາມຮູ້ ແລະ ຄວາມຄິດເຫັນຂອງຕົນເອງ

    ຂ. ຂໍ້ສອບທີ່ມີສະເພາະແຕ່ຄຳຖາມແລ້ວໃຫ້ນັກຮຽນຕອບຢ່າງເສລີໂດຍການຂຽນບັນລະຍາຍຕາມ   

       ຄວາມຮູ້ ແລະ ຕາມຄວາມຄິດເຫັນຂອງຕົນເອງ

    ຄ. ຂໍ້ສອບທີ່ມີສະເພາະແຕ່ຄໍາຖາມແລ້ວເປີດໂອກາດໃຫ້ນັກຮຽນຕອບດ້ວຍການຂຽນບັນລະຍາຍ

       ຕາມຄວາມຄິດເຫັນຂອງຕົນເອງ

18. ຂໍ້ໃດເປັນຫຼັກການຂຽນຂໍ້ສອບແບບອັດຕາໄນທີ່ດີ ?

    ກ. ຄວນຄໍານຶງເຖິງຄວາມສຳຄັນຂອງຈຸດປະສົງທີ່ວາງໄວ້ໃນຕາຕະລາງວິເຄາະຫຼັກສູດ

    ຂ. ຄວນຄໍານຶງຄວາມສຳຄັນຂອງແຜນການສອນທີ່ວາງໄວ້ໃຫ້ເໜາະສົມກັບເນື້ອໃນ

    ຄ. ຄວນຄຳນຶງເຖິງຄວາມສຳຄັນເນື້ອໃນຂອງບົດຮຽນທີ່ເຮົາຈະຂຽນເປັນບົດທົດສອບ

 19. ຂໍ້ໃດໝາຍເຖິງຂໍ້ສອບປາລະໄນ ?

     ກ. ປະກອບດ້ວຍ 3 ພາກສ່ວນຄື: ຮູບພາບ, ຄຳຖາມ ແລະ ຄຳຕອບ

     ຂ. ປະກອບດ້ວຍ 2 ພາກສ່ວນຄື:  ຄໍາຖາມ ແລະ ຄຳຕອບ

     ຄ. ປະກອບດ້ວຍຄຳຕອບທີ່ຖືກທີ່ສຸດຈາກຕົວເລືອກທີ່ຄູກຳນົດ

20. ຄວນໃຊ້ວິທີການໃດໃນການສ້າງຂໍ້ສອບເລືອກຕອບທີ່ດີ

    ກ. ຄຳຖາມຄວນເປັນປະໂຫຍກທີ່ສົມບູນແລ້ວໃສ່ເຄື່ອງໝາຍຖາມ

    ຂ. ຄຳຖາມຄວນເປັນປະໂຫຍກທີ່ບໍ່ສົມບູນແລ້ວໃສ້ເຄື່ອງໝາຍຖາມ

    ຄ. ຄຳຖາມພຶດຕິກຳທີ່ໃຊ້ຄວາມຄິດ ແລະ ຄຳຖາມຈື່ຈໍາຈາກບົດຮຽນ

 

 

 

 

 

 

 

 

    

 

 

 

 

 

 

 

หมายเลขบันทึก: 556276เขียนเมื่อ 13 ธันวาคม 2013 14:22 น. ()แก้ไขเมื่อ 13 ธันวาคม 2013 14:22 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (2)

มาฝึกอ่านบททดสอบกลางภาคด้วยคนครับอาจารย์จัน..

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท