ປັບປຸງການຫານເຂົ້າໃນການຫານເລກສອງຖ້ານຂອງນັກຮຽນຫ້ອງ ປ 5


  1. ບົດນໍາ.

1.1.ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

   ໂຮງຮຽນປະຖົມສົມບູນເຊເສັດແມ່ນໂຮງຮຽນແຫ່ງໜຶ່ງທີ່ນອນຢູ່ໃນກຸ່ມບ້ານພັດທະນາທີ 6

( ແສນວັງໃຫຍ່ )ເມືອງສາລະວັນ ແຂວງສາລະວັນ. ສ້າງຕັ້ງໃນປີ 1991 ແລະ ກໍເປັນໂຮງຮຽນແຫ່ງໜຶ່ງທີ່ໄດ້ຮັບລູກຫຼານຂອງພະນັກງານ, ທະຫານ, ຕຳຫຼວດ, ແມ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າຂອງບ້ານອ້ອມຂ້າງເຂົ້າຮຽນ. ສົກຮຽນ 2012-2013 ຄູສອນທັງໝົດ4 ຄົນ, ຍິງ 3 ຄົນ, ນັກຮຽນທັງໝົດ ( ປ1-ປ5 ) 104 ຄົນ, ຍິງ 56 ຄົນ.

   ການຮຽນ-ການສອນວິຊາຄະນິດສາດແມ່ນການຊອກຫາຄວາມຮູ້ເວລາຮຽນ ທັງແມ່ນຂະບວນທີ່ບຸກຄົນມີການປ່ຽນແປງພຶດຕິກຳ, ຄະນິດສາດເປັນສິ່ງໜຶ່ງທີ່ມະນຸດສ້າງຂຶ້ນ ຫຼື ຄົ້ນຄິດຂຶ້ນມາດົນນານແລ້ວ ຄະນິດສາດຈຶ່ງແຍກເປັນວິຊາໜຶ່ງ ຕໍ່ມາກໍເປັນຂະແໜງການໜຶ່ງໃນການຄົ້ນຄວ້າຢ່າງກວ້າງຂວາງຈົນມີບົດບາດສຳຄັນອັນມະຫາສານຕໍ່ກັບການດຳລົງຊີວິດຂອງມະນຸດເປັນຕົ້ນແມ່ນຄວາມກ້າວໜ້າ, ການຂະຫຍາຍຕົວຢ່າງວ່ອງໄວທາງດ້ານເຕັກໂນໂລຊີຖືກນຳໄປໃຊ້ເກືອບທຸກວິຊາຮຽນ ແລະ ທຸກຂະແໜງການຕ່າງໆ.

    ຜ່ານການຮຽນ-ການສອນ ໃນວິຊາຄະນິດສາດ ຂັ້ນ ປ 5 ໂດຍອີງໃສ່ການສອນຂອງຄູປະຈໍາຂັ້ນ ປ 5 ໃນໄລຍະຜ່ານມາ ເຫັນວ່າຄູໄດ້ນໍາໃຊ້ຫຼັກການສິດສອນແບບໃໝ່ ແບບ 5 ແຈຄື: ຈັດເປັນກຸ່ມ, ແບບຕັ້ງຄໍາຖາມສົນທະນາ, ຕິດພັນກັັບຊີວິດປະຈໍາວັນ, ນໍາໃຊ້ສື່ອຸປະກອນເຂົ້າໃນການສິດສອນ ແລະ ການຈັດກິດຈະກໍາ. ໃນນັ້ນຄູໄດ້ໃຊ້ເຂົ້າໃນການສິດສອນຫຼາຍກວ່າໝູ່ແມ່ນ ການຈັດກິດຈະກໍາດ້ວຍວິທີການສອນແບບສາທິດ ແລະ ບັນລະຍາຍ ຈາກນັ້ນ ຄູໄດ້ມອບກິດຈະກໍາ ແຕ່ການມອບກິດຈະກໍາຂອງຄູສ່ວນໃຫຍ່ແມ່ນໄດ້ມອບເປັນບຸກຄົນ ຄູບໍ່ໄດ້ຈັດເປັນກຸ່ມຕາມຂັ້ນຕອນ ການສອນຂອງຄູແມ່ນຄູສາທິດການແກ້ເລກອະທິບາຍໃຫ້ນັກຮຽນແກ້ເລກ, ອະທິບາຍໃຫ້ນັກຮຽນເຂົ້າໃຈ ແລ້ວແນະນໍາໃຫ້ນັກຮຽນແຕ່ລະຄົນສຶບຕໍ່ ດໍາເນີນການແກ້ຕາມຄວາມສາມາດຂອງໃຜມັນຄູບໍ່ໄດ້ໃຫ້ໂອກາດແກ່ນັກຮຽນໃຫ້ໄດ້ແລກປ່ຽນບົດຮຽນກັບໝູ່ເພື່ອນ. ຍ້ອນສາຍເຫດດັ່ງກ່າວນັ້ນຈິ່ງພາໃຫ້ເກີດມີບັນຫາກັບນັກຮຽນໃນຫ້ອງ ປ5 ຈໍານວນໜຶ່ງເຮັດ ກິດຈະກໍາການມອບໝາຍຂອງຄູບໍ່ສໍາເລັດເຊັ່ນ: ຂອບຂັ້ນຕົວຕັ້ງຫານ ແລະ ການແກ້ເລກຫານສອງຖ້ານບໍ່ໄດ້, ນັກຮຽນຂາດການເຝິກຢ່າງຕໍ່ເນື່່່ອງ. ດັ່ງນັ້ນ ຂ້າພະເຈົ້າມີຄວາມສົນໃຈສຶກສາຄົ້ນຄ້ວາກ່ຽວກັບການຫານເລກ 2 ຖ້ານ.

     ການຫານເລກກໍມີຄວາມສຳຄັນໃນຊີວິດປະຈຳວັນເຊັ່ນ: ການແບ່ງປັນ, ການຄ້າຂາຍ, ການແລກປ່ຽນ...

     ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ດໍາເນີນການຊອກຮູ້ບັນຫາເພື່ອນໍາມາແກ້ໄຂ ປັັບປຸງບັນຫາທີ່ເກີດຂຶ້ນກັບນັກຮຽນ ເພື່ອໃຫ້ນັກຮຽນມີຄວາມຮູ້ ຄວາມສາມາດໃນດ້ານນີ້ໃຫ້ມີຄຸນະພາບ ແລະ ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

1.2.ຈຸດປະສົງ.

-       ເພື່ອປັບປຸງເຕັກນິກ ແລະ ວິທີການສິດສອນຂອງຄູ ດ້ວຍການຈັດກິດຈະກຳໃຫ້ມີຫຼາຍຮູບແບບ, ມີຄວາມເໝາະສົມ

-       ເພື່ອເຮັດໃຫ້ນັກຮຽນຫ້ອງ ປ 5 ຈໍານວນ 4 ຄົນ, ຍິງ 1 ຄົນ. ສາມາດປະຕິບັດການຂອບຂັ້ນຕົວຕັ້ງຫານ ແລະ ຫານເລກສອງຖ້ານໄດ້.

  1. ວິທີການດໍາເນີນການວິໄຈ.

2.1.ສຶກສາສະພາບບັນຫາ.

ຂ້າພະເຈົ້າໄດ້ເຮັດການວິໄຈໂດຍ ຕັ້ງບັນຫາໃນຕົວວ່າຈະເຮັດແນວໃດ ຈະໄດ້ຂໍ້ມູນຂອງບັນຫາຕ່າງໆທີ່ໄດ້ກ່າວມານັ້ນ ຍ້ອນສາເຫດອັນໃດຈິງເຮັດໃຫ້ການສອນຂອງຂ້າພະເຈົ້າບໍ່ບັນລຸຕາມຈຸດປະສົງເຊິ່ງເຮັດໃຫ້ນັກຮຽນ ປ 5 ໃນຈໍານວນ 12 ຄົນ, ຍິງ 4 ຄົນ, ມີນ້ອງນັກຮຽນຈໍານວນ 4 ຄົນ, ຍິງ 1 ຄົນຫານເລກສອງຖ້ານບໍ່ໄດ້ ດັ່ງນັ້ນ, ຂ້າພະເຈົ້າຈິງເຊີນ ນາງ ແກ້ວດອນ ລຸນທະວົງສາ ຄູປະຈໍາຫ້ອງ ປ 1 ເຂົ້າຮ່ວມສັງເກດການສອນຂອງຂ້າພະເຈົ້າເພື່ອສັງເກດ,​ ເກັບກໍາຂໍ້ມູນມາວິເຄາະ ແລະ ຊອກຫາສາເຫດທີ່ແທ້ຈິງຂອງບັນຫາ.

ຄັ້ງທີ 1:

       ວັນທີ 8 . 11 . 2012 ຄູແກ້ວອຸດອນ ລຸນພະອົງສາ ໄດ້ເຂົ້າຮ່ວມການສອນຂອງຂ້າພະເຈົ້າໃນຊົ່ວໂມງສອນວິຊາຄະນິດສາດ ບົດທີ 7 ການຫານຈຳນວນຖ້ວນ ສອນໂດຍທ້າວຕິກເພັດ ຍິງຍະສານ ໃນເວລາດຳເນີນການຮຽນ-ການສອນຂອງຄູໄດ້ພົບເຫັນວ່າຄູມີສື່ການສອນແຕ່ກິດຈະກຳບໍ່ຫຼາກຫຼາຍ, ຄູຍົກຕົວຢ່າງໃຫ້ນັກຮຽນເບິ່ງແລ້ວມອບກິດຈະກຳທີ່ມີໃນປຶ້ມແບບຮຽນ, ບໍ່ມີການເພີ່ມບົດຮຽນນັກຮຽນສ່ວນຫຼາຍບໍ່ມີການຄົ້ນຄວ້າສົນທະນາ.

ກິດຈະກໍາ1

ຄູຂຽນກິດຈະກໍາ 1 ໃສ່ກະດານເປັນຕາຕະລາງການຂອບຂັ້ນຕົວຕັ້ງຫານ

  1. ຈົ່ງຕື່ມຕາຕະລາງຕໍ່ໄປນີ້.

ຕົວຕັ້ງຫານ

ຕົວຫານ

ການຂອບຂັ້ນ

ຈຳນວນຕົວເລກໃນຜົນຫານ

625

25

2

4050

25

 

 

   10936

95

 

 

 

ຫຼັງຈາກນັ້ນຄູກໍອະທິບາຍບົດຮຽນ ແລະ ວິທີປະຕິບັດໃຫ້ນັກຮຽນເບິ່ງ ແລ້ວເອີ້ນນັກຮຽນອອກມາແກ້ ຫຼັງຈາກນັ້ນຄູແນະນຳໃຫ້ນັກຮຽນແຕ່ລະຄົນກວດຄືນແລ້ວບອກນັກຮຽນໃຜມີຄວາມສາມາດອອກມາອະທິບາຍຢູ່ກະດານ. ໃນຂັ້ນຕອນນີ້ສັງເກດເຫັນວ່ານັກຮຽນ ແລະ ຄູໄດ້ແລກປ່ຽນ ພ້ອມກັນສົນທະນາຮ່ວມກັນສ່ວນໃດສ່ວນໜຶ່ງ ສຸດທ້າຍຄູສະຫຼຸບເນື້ອໃນບົດຮຽນກ່ຽວກັບການຂອບຂັ້ນຕົວຕັ້ງຫານ. ໂດຍເນັ້ນໜັກເຖິງວິທີການຄິດໄລ່ ຈາກນັ້ນ ຄູແນະນຳໃຫ້ນັກຮຽນບັນທຶກບົດຮຽນໃນກະດານເຊິ່ງຄູເປັນຜູ່ແນະນຳເນື້ອໃນການບັນທຶກ.

      ນອກຈາກນັ້ນ, ຍັງສັງເກດເຫັນວ່າ ຄູໄດ້ມີການວັດຜົນດ້ວຍການຕັ້ງບົດເລກໃສ່ກະດານແລ້ວນັກຮຽນມາຄິດໄລ່ກ່ຽວກັບການຂອບຂັ້ນຕົວຕັ້ງຫານ ແລະ ສຶກສາອົບຮົມທາງດ້ານແນວຄິດສຸດທ້າຍມອບວຽກບ້ານໃຫ້ນັກຮຽນເມືອເຮັດຢູ່ບ້ານ.

ຜ່ານການສັງເກດເບິ່ງການດໍາເນີນການຮຽນ - ການສອນຂອງຂ້າພະເຈົ້າໃນຄັ້ງນີ້ໄດ້ເຫັນບັນຫາທີ່ເກີດຂຶ້ນເຊັ່ນ: ນັກຮຽນຈໍານວນໜຶ່ງແກ້ກິດຈະກໍາບໍ່ສໍາເລັດ​, ບໍ່ສົນໃນການເຮັດກິດຈະກໍາອາດຈະເປັນຍ້ອນຄູບໍ່ໄດ້ຈັດໃຫ້ນັກຮຽນເຮັດກິດຈະກໍາເປັນກຸ່ມ ນັັກຮຽນບໍ່ມີໂອກາດໄດ້ຊັກຖາມແລກປ່ຽນບົດຮຽນນໍາໝູ່ຄູ່ ນັກຮຽນຂາດຜູ້ໃຫ້ການຊ່ວຍເຫຼືອໃນການແກ້ໄຂບັນຫາ, ຄູບໍ່ມີສື່ການສອນຈາກການສັງເກດການສອນຂອງພວກຂ້າພະເຈົ້າ ໃນຄັ້ງນີ້ຂ້າພະເຈົ້າກໍ່ບໍ່ທັນໝັ້ນໃຈວ່າບັນຫາທີ່ກ່າວມາຂ້າງເທິງນັ້ນເປັນຍ້ອນຄູບໍ່ໄດ້ໃຫ້ນັກຮຽນເຮັດກິດຈະກໍາເປັນກຸ່ມ,​ ບົດສອນຂອງຄູຂາດສື່ການຮຽນ - ການສອນເປັນຈິງແທ້ ຫຼື ບໍ່ນັ້ນຂ້າພະເຈົ້າໄດ້ປຶກສາຫາລືນໍາຄູ່ຮ່ວມງານໃຫ້ເຂົ້າຮ່ວມສັງເກດການສອນຂອງຂ້າພະເຈົ້າອີກເປັນຄັ້ງທີ 2.

ຄັ້ງທີ 2.

ຄູແກ້ວອຸດອນ ລຸນທະວົງສາ ຄູປະຈໍາຫ້ອງ ປ1 ເຂົ້າຮ່ວມສັງເກດການສອນຂອງຂ້າພະເຈົ້າເປັນຄັ້ງທີ 2 ໃນຊົ່ວໂມງສອນ ວິຊາ ຄະນິດ ສາດຂັ້ນ ປ 5 ບົດທີ 7 (ຕໍ່) ການຫານຈໍາວນວນຖ້ວນ ໃນຄັ້ງວັນທີ 20 / 11 / 2012 ເພື່ອສັງເກດ, ບັນທຶກເຫດການດໍາເນີນການສອນ ຄູມີບົດສອນ, ກໍານົດຈຸດປະສົງ,  ກໍານົດເວລາ, ວາງກິດຈະກໍາ, ປະຕິບັດຂັ້ນຕອນ ແລະ ວິທີການສອນຕາມທີ່ເຄີຍປະຕິບັດຜ່ານມາເຊັ່ນ: ຄູທົບທວນບົດຮຽນເກົ່າ, ດ້ວຍການຕັ້ງບັ້ງເລກຫານສອງຖ້ານຢູ່ກະດານ, ແລ້ວໃຫ້ນັກຮຽນອາສາສະໝັກອອກແກ້ຄູດໍາເນີນການສອນຂໍ້ໃໝ່ດ້ວຍການຂຽນເລກຫານສອງຖ້ານໃສ່ກະດານເຊິ່ງມີບົດເລກລຸ່ມນີ້:

ຈົ່ງຫານເລກລຸ່ມນີ້

  1. 346 12         2.  487  23        3. 5248  91

                     

ແລ້ວອະທິບາຍໃຫ້ນັກຮຽນເຂົ້າໃຈ ຈາກນັ້ນ ຄູໄດ້ມອບໃຫ້ນັກຮຽນສຶບຕໍ່ແກ້ກິດຈະກໍາຂອງແຕ່ລະຄົນ. ພາຍຫຼັງທີ່ນັກຮຽນແກ້ແລ້ວ ຄູກວດຄືນຜົນການແກ້ກິດຈະກໍາຂອງນັກຮຽນແຕ່ລະຄົນຄູຕັ້ງຄໍາຖາມສົນທະນາກັບນັັກຮຽນພ້ອມທັງແກ້ໃຫ້ນັກຮຽນເບິ່ງເຊິ່ງເປັນບົດແກ້ທີ່ຖືກຕ້ອງຂອງຄູ ໃນຂັ້ນຕອນນີ້ເຫັນວ່າຄູກັບນັກຮຽນໄດ້ສົນທະນາແລກປ່ຽນບົດຮຽນ ຄູສະຫຼຸບເນື້ອໃນບົດຮຽນຄູມີການວັດ ແລະ ປະເມີນຜົນໂດຍຜ່ານຈາກການກວດບົດແກ້ກິດຈະກໍາຂອງນັກຮຽນແຕ່ລະຄົນ ແລະ ຕັ້ງບັ້ງເລກຫານຈໍານວນໜຶ່ງໃຫ້ນັກຮຽນອາສາສະໝັກອອກມາແກ້.

      ຜ່ານການສັງເກດການສອນຂອງຂ້າພະເຈົ້າໃນຄັ້ງນີ້, ເຫັນວ່າຍັງມີນັກຮຽນຈໍານວນ 4 ຄົນ, ແກ້ກິດຈະກໍາບໍ່ສໍາເລັດ ເຮັດໃຫ້ຜົນການຮຽນບໍ່ທັນບັນລຸຕາມຈຸດປະສົງ.

ຜ່ານການເກັບກໍາຂໍ້ມູນ ແລະ ພົບເຫັນບັນຫາທີ່ໄດ້ກ່າວມາຂ້າງເທິງນັັ້ນ, ຂ້າພະເຈົ້າກໍຍັງບໍ່ທັນໝັ້ນໃຈວ່າບັນຫາດັ່ງກ່າວຍ້ອນສາເຫດມາຈາກເຕັກນິກ ແລະ ວິທີການສອນຂອງຄູຝ່າຍດຽວແທ້ ຫຼື ນັກຮຽນກໍມີສ່ວນຂາດຂາດຕົກບົກຜ່ອງນັ້ນ, ຂ້າພະເຈົ້າເອງໄດ້ດໍາເນີນການສໍາພາດນັກຮຽນກຸ່ມເປົ້າໝາຍ. ຈາກການສໍາພາດນັກຮຽນກຸ່ມເປົ້າໝາຍພົບເຫັນວ່າ: ນັກຮຽນທ່ອງບັ້ງສູດຄູນໄດ້ພຽງແຕ່ບັ້ງ 2 ຫາ ບັ້ງ 6. ຂາດການເຝິກທັກສະການຄຳນວນຂອງນັກຮຽນຢ່າງຕໍ່ເນື່ອງ ດັ່ງນັ້ນ, ຈິ່ງເປັນອຸປະສັກໃນການຄໍານວນຄະນິດສາດ

ຈາກການເຂົ້າຮ່ວມສັງເກດການສອນ 2 ຄັັ້ງ, ການສໍາພາດນັກຮຽນກຸ່ມເປົ້າໝາຍ ແລະ ການສຶກສາສະພາບບັນຫາ ຂ້າພະເຈົ້າ ແລະ ຄູ່ຮ່ວມງານພໍສະຫຼຸບສາເຫດຂອງບັນຫາຍ້ອນເຕັກນິກ, ວິທີການສອນຂອງຄູບໍ່ຫຼາກຫຼາຍ, ນັກຮຽນທ່ອງບັ້ງສູດບໍ່ໄດ້ ນັກຮຽນບໍ່ໄດ້ແລກປ່ຽນສົນທະນາຊັກຖາມໝູ່ເພື່ອນໃນເວລາເຮັດກິດຈະກໍາຕໍ່ບັນຫາ ແລະ ສາເຫດທີ່ໄດ້ກ່າວມາຂ້າງເທິງນັ້ນຂ້າພະເຈົ້າ ແລະ ຄູ່ຮ່ວມງານຈຶ່ງໄດ້ເລືອກເອົາບັນຫາໜຶ່ງມາວິໄຈ, ດັ່ງນັ້ນ ຈຶ່ງສາມາດກໍານົດຫົວຂໍ້ວິໄຈ ແລະ ຕັ້ງຄໍາຖາມວິໄຈໄດ້ດັ່ງນີ້:

ຫົວຂໍ້: ປັບປຸງການຫານເຂົ້າໃນການຫານເລກສອງຖ້ານຂອງນັກຮຽນຫ້ອງ ປ 5

ຄໍາຖາມວິໄຈ: ຂ້ອຍຈະເຮັດແນວໃດ ເພື່ອໃຫ້ນັກຮຽນ ປ 5 ຈໍານວນ 4 ຄົນ, ຍິງ 1 ຄົນ ຫານເລກສອງຖ້ານ ( 2 ຕົວ ) ໄດ້ ?

2.2.  ວາງແຜນຄັ້ງທີ 1

ພາຍຫຼັງທີ່ຂ້າພະເຈົ້່າໄດ້ສຶກສາສະພາບບັນຫາ ແລະ ກໍານົດຫົວຂໍ້ການວິໄຈ, ແລ້ວກໍ່ໄດ້ວາງແຜນເພື່ອແກ້ໄຂບັນຫາທີ່ພົບເຫັນເພື່ອປັບປຸງເຕັກນິກ ແລະ ວິທີການສອນຂອງຂ້າພະເຈົ້າເພື່ອເຮັດໃຫ້ນັກຮຽນຫ້ອງ ປ 5 ຈໍານວນ 4 ຄົນ. ຍິງ 1 ຄົນ, ເລກຫານເລກສອງຖ້ານໄດ້ເຊິ່ງຂ້າພະເຈົ້າ ແລະ ຄູ່ຮ່ວມງານໄດ້ວາງແຜນດັ່ງນີ້:

-     ຈັດກິດຈະກໍາເປັນກຸ່ມໂດຍສັບກັນສະຫວ່າງນັກຮຽນ ກຸ່ມເປົ້າໝາຍກັບນັກຮຽນຜູ້ຮຽນໄດ້.

-     ມອບວຽກໃຫ້ນັກຮຽນກຸ່ມເປົ້າໝາຍໃຫ້ທ່ອງບັ້ງສູດຄູນອາທິດລະ 2 ບັ້ງ, ໃຫ້ສໍາເລັດ 2 ອາທິດ. ( ເດືອນ 11 / 20 )

-       ເປີດໂອກາດໃຫ້ນັກຮຽນ ແລກປ່ຽນບົດຮຽນຈາກໝູ່ຄູ່?

-       ໃບງານ

-       ຄູສາທິດການແກ້ເລກດ້ວຍຫຼາຍວິທີເຊັ່ນ: ນຳໃຊ້ການຄູນ, ນຳໃຊ້ການຄູນ ແລະ ການລົບ

-       ໃຫ້ນັກຮຽນກຸ່ມເປົ້າໝາຍອອກລາຍງານຜົນການແກ້ກິດຈະກໍາກຸ່ມ.

-       ຄູໃຫ້ຄໍາແນະນໍາຢ່າງໃກ້ຊິດ, ໃຫ້ການຊ່ວຍເຫຼືອ, ໃຫ້ກໍາລັງໃຈ.

2.3.  ປະຕິບັດ ແລະ ສັງເກດຄັ້ງທີ 1.

ພາຍຫຼັງ,​ ທີ່ວາງແຜນແລ້ວ, ຂ້າພະເຈົ້າກັບຄູ່ຮ່ວມງານກໍ່ໄດ້ເອົາແຜນການທີ່ວາງໄວ້ໄປປະຕິບັດຕົວຈິງຄັ້ງວັນທີ 7 / 12 / 2012 ຢູ່ຫ້ອງ ປ 5 ໂດຍແມ່ນຂ້າພະເຈົ້າເປັນຄູສອນເອງໃນຊົ່ວໂມງ ວິຊາຄະນິດສາດ ບົດທີ 18 ທວນຄືນເຕັກນິກການຫານຈໍານວນຖ້ວນ ໂດຍມີ ຄູແກ້ວອຸດອນ ລຸນທະວົງສາ ຄູປະຈໍາຫ້ອງ ປ 1 ເຂົ້າຮ່ວມສັງເກດການສອນຂອງຂ້າພະເຈົ້າເພື່ອບັນທຶກສັງເກດຂັ້ນຕອນການດໍາເນີນການສອນຂອງຂ້າພະເຈົ້າ.

ຂັ້ນຕອນໃນການດໍາເນີນການສອນ: ຄູທວນຄືນບົດຮຽນເກົ່າກ່ຽວກັບເຕັກນິກການຫານຈໍານວນຖ້ວນດ້ວຍການຂອບຂັ້ນຕົວຕັ້ງຫານ ເພື່ອກໍານົດຈໍານວນຕົວເລກຢູ່ຜົນຫານ ແລະ ປະຕິບັດການຫານ ຈາກນັ້ນ ຄູເລີ່ມພານັກຮຽນເລົ່າບັ້ງສູດພ້ອມກັນໝົດຫ້ອງ ແລ້ວ   ເອີ້ນນັກຮຽນກຸ່ມເປົ້າໝາຍເລົ່າໃຫ້ໝູ່ຟັງຈັກ 1-2 ຄັ້ງ, ຄູຕັ້ງບົດເລກໃສ່ກະດານແລ້ວສາທິດນັກຮຽນເບິ່ງແຕ່ລະວິທີ

1.ຈົ່ງເຮັດຫານຕໍ່ໄປນີ້

 650  24 

 

ວິທີທີ 1: ການນຳໃຊ້ການຄູນ

      ເຮົາໄດ້ 30 ເທື່ອ, ຫຼາຍໂພດ

      ເຮົາໄດ້ 25 ເທື່ອ, ໜ້ອຍໂພດ

      ເຮົາໄດ້ 28 ເທື່ອ, ຫຼາຍໂພດ

      ເຮົາໄດ້ 

ວິທີທີ 2 : ນຳໃຊ້ ການຄູນ ແລະ ການລົບ

       650

      -

         24                 1 ເທື່ອ 24

        626

-                    +                

   48                 2 ເທື່ອ 24

  578

 -                    +                   

   96                 4 ເທື່ອ 24

  482

 -                     +

  192                  8 ເທື່ອ 24

   98

 -                      +

   96                   4 ເທື່ອ 24

     2                  27 ເທື່ອ 24, ເສດ 2

ຈາກນັ້ນຄູກໍໄດ້ຂຽນກິດຈະກໍາ 1-2 ໃສ່ກະດານເຊັ່ນ: ກິດຈະກໍາ 1 ການຂອບຂັ້ນຕົວຕັ້ງຫານ

  1. ຈົ່ງຕື່ມຕາຕະລາງຕໍ່ໄປນີ້.

ຕົວຕັ້ງຫານ

ຕົວຫານ

ການຂອບຂັ້ນ

ຈຳນວນຕົວເລກໃນຜົນຫານ

625

25

2

346

12

 

 

   75642

84

 

 

ດ້ວຍທະວີຄູນຂອງຕົວຫານເພື່ອກໍານົດຈໍານວນຕົວເລກຢູ່ຜົນຫານ, ກິດຈະກໍາ 2 ປະຕິບັດການຄິດໄລ່ເລກຫານສອງຖ້ານ.

  1. ຈົ່ງຫານເລກລຸ່ມນີ້ :

7284   14         3647  32         487 23

 

 

ຈາກນັ້ນຄູຈັດນັກຮຽນເປັນ 3 ກຸ່ມ, ກຸ່ມລະ 4 ຄົນ. ໂດຍໃຫ້ນັກຮຽນເປົ້າໝາຍຢູ່ກຸ່ມລະ 1 ຄົນ ຄູມອບໃບງານໃຫ້ແຕ່ລະກຸ່ມ, ກໍານົດເວລາແລ້ວໃຫ້ນັກຮຽນແຕ່ລະກຸ່ມດໍາເນີນການແກ້ໂດຍຄູເປັນຜູ້ຕິດຕາມແນະນໍາໃຫ້ນັກຮຽນແຕ່ລະຄົນພາຍໃນກຸ່ມ ຕ້ອງມີສ່ວນຮ່ວມໃນການແກ້ກິດຈະກໍາພ້ອມທັງໃຫ້ການຊ່ວຍເຫຼືອກັນເຊິ່ງຄູກໍານົດໃຫ້ນັກຮຽນເປົ້າໝາຍຈໍານວນ 4 ຄົນ, ເປັນຜູ້ອອກລາຍງານ, ພາຍຫຼັງທີ່ນັກຮຽນແຕ່ລະກຸ່ມອອກລາຍງານແລ້ວ, ຄູສະຫຼຸບຄືນຜົນການແກ້ກິດຈະກໍາ, ຄູມີການວັດ ແລະ ປະເມີນຜົນດ້ວຍການສັງເກດຈາກການແກ້ບົດລາຍງານກິດຈະກໍາຂອງນັກຮຽນກຸ່ມເປົ້າໝາຍ ສ້າງຂໍທົດສອບໃຫ້ນັກຮຽນກຸ່ມເປົ້າໝາຍອອກແກ້ຢູ່ກະດານ ຜ່ານການປະຕິບັດສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍມີຈໍານວນ 2 ຄົນ. ຍິງ 0 ຄົນ. ມີການປ່ຽນແປງໃນດ້ານພຶດຕິກໍາການຮຽນເຊັ່ນ: ມີຄວາມຫ້າວຫັນໃນການແກ້ກິດຈະກໍາ, ສາມາດອອກແກ້ ແລະ ລາຍງານກິດຈະກໍາກຸ່ມ​ແຕ່ກໍ່ຍັງມີລັກສະນະຊັກຊ້າບໍ່ລ່ຽນໄຫຼ, ແຕ່ໃນນັ້ນຍັງມີນັກຮຽນກຸ່ມເປົ້າໝາຍຈໍາ

ນວນ 2 ຄົນ. ຍິງ 1 ຄົນ, ບໍ່ມີຄວາມສາມາດອອກແກ້ບົດລາຍງານກິດຈະກໍາກຸ່ມ, ບໍ່ມີສ່ວນຮ່ວມສົນທະນາປະກອບຄໍາເຫັນໃນເວລາເຮັດກິດຈະກໍາ.

2.4.  ການສະທ້ອນຄືນຄັ້ງທີ 1.

ຜ່ານການປະຕິບັດ ແລະ ສັງເກດຄັ້ງນີ້ຂ້າພະເຈົ້າໄດ້ເອົາໃຈໃສ່ປະຕິບັດກິດຈະກໍາທີ່ໄດ້ວ່າງໄວ້ເພື່ອປັບປຸງເຕັກນິກວິທີການສອນຂອງຂ້າພະເຈົ້າ ແລະ ຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍໃຫ້ບັນ ລຸຕາມຈຸດປະສົງ ດ້ວຍການໃຫ້ຄໍາແນະນໍາ ເປີດໂອກາດໃຫ້ນັກຮຽນໄດ້ແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນພາຍໃນກຸ່ມ, ມອບຄວາມຮັບຜິດຊອບໃຫ້ນັກຮຽນແຕ່ລະຄົນ ເຊິ່ງເຮັດໃຫ້ນັກກຸ່ມເປົ້າໝາຍ ຈໍານວນ 2 ຄົນ ມີຄວາມຫ້າວຫັນເອົາໃຈໃສ່ປະຕິບັດກິດຈະກໍາ,​ ມີການປະກອບສ່ວນຊັກຖາມແລກປ່ຽນບົດຮຽນນໍາໝູ່ເພື່ອນ, ແຕ່ເຖິງຢ່າງໃດກໍ່ດີຍັງມີນັກຮຽນກຸ່ມເປົ້າໝາຍ ຈໍານວນ 2 ຄົນ, ຍິງ 1 ຄົນ, ບໍ່ກ້າອອກແກ້ຂໍ້ທົດສອບຂອງຄູ. ບໍ່ມີສ່ວນຮ່ວມສົນທະນາປະກອບຄໍາເຫັນໃນເວລາເຮັດກິດຈະກໍາ. ບັນຫາດັ່ງກ່າວຂ້າພະເຈົ້າຄິດວ່າເປັນຍ້ອນການສາທິດ, ການອະທິບາຍການຂອບຂັ້ນຕົວຕັ້ງຫານ ແລະ ການແກ້ເລກຫານຂອງຄູໄວໂພດ, ອະທິບາຍບໍ່ຈະແຈ້ງ, ໃຊ້ເວລາອະທິບາຍໜ້ອຍ, ເພື່ອເຮັດໃຫ້ນັກຮຽນກຸ່ມເປົ້າໝາຍມີທ່າທີປ່ຽນແປງພຶດຕິກໍາໃນດ້ານການຮຽນຂ້າພະເຈົ້າ ແລະ ຄູ່ຮ່ວມງານຈຶ່ງໄດ້ວາງແຜນຄືນໃໝ່.

2.5.  ວາງແຜນຄັ້ງທີ 2 .

ພາຍຫຼັງທີ່ໄດ້ປະຕິບັດ ແລະ ສັງເກດແລ້ວ ຍັງພົບເຫັນບັນຫາທີ່ຄົງຄ້າງຄື: ມີຈໍານວນນັກຮຽນກຸ່ມເປົ້າໝາຍ 2 ຄົນ, ຍິງ 1 ຄົນ, ບໍ່ກ້າປະກອບຄໍາຄິດຄໍາເຫັນນໍາໝູ່ເພື່ອນ, ບໍ່ສາມາດແກ້ກິດຈະກໍາກຸ່ມ, ແກ້ຂໍ້ທົດສອບຂອງຄູບໍ່ໄດ້. ດັ່ງນັ້ນ, ຂ້າພະເຈົ້າຈິ່ງໄດ້ວາງແຜນຄືນໃໝ່ດັ່ງນີ້:

-       ແບ່ງນັກຮຽນເປັນ 4 ກຸ່ມໆລະ 3 ຄົນ.

-       ໃບງານ

-       ນັກຮຽນກຸ່ມເປົ້າໝາຍເລົ່າບັ້ງສູດໃນຕົ້ນຊົ່ວໂມງ.

-       ແນະນໍາໃຫ້ນັກຮຽນທຸກຄົນຕ້ອງມີສ່ວນຄົ້ນຄວ້າ ແລະ ແກ້ກິດຈະກໍາ

-       ຄູໃຊ້ເວລາໃນການສາທິດ ແລະ ອະທິບາຍ, ການຂອບຂັ້ນຕົວຕັ້ງຫານ, ການແກ້ເລກຫານສອງຖ້ານດ້ວຍຫຼາຍວິທີ ແລະ ຫຼາຍເທື່ອ

-       ຕິດຕາມ ແລະ ໃຫ້ການຊ່ວຍເຫຼືອນັກຮຽນເປົ້າໝາຍເປັນພິເສດ.

-       ມອບໃຫ້ນັກຮຽນກຸ່ມເປົ້າໝາຍອອກແກ້ບົດລາຍງານກິດຈະກໍາກຸ່ມ

-       ໃຫ້ກໍາລັງໃຈແກ່ນັກຮຽນກຸ່ມເປົ້າໝາຍ.

-       ທົດສອບນັກຮຽນກຸ່ມເປົ້າໝາຍຫຼັງການຮຽນ-ການສອນ

2.6.  ປະຕິບັດ ແລະ ສັງເກດຄັ້ງທີ 2

      ພາຍຫຼັງທີ່ໄດ້ວາງແຜນ ແລະ ກະກຽມບົດສອນ, ສື່ການສອນສໍາເລັດແລ້ວ, ຂ້າພະເຈົ້າໄດ້ນໍາເອົາແຜນທີ່ວາງໄວ້ໄປປະຕິບັດການສອນກັບນັກຮຽນຫ້ອງ ປ 5 ໃນຊົ່ວໂມງສອນວິຊາຄະນິດສາດ ບົດທີ 18 ( ຕໍ່ ) ຫົວບົດ ເຕັກນິກການຫານຈໍານວນຖ້ວນໃນຄັ້ງວັນທີ 8 / 2/ 2013 ໂດຍແມ່ນຂ້າພະເຈົ້າເປັນຜູ້ສອນ ແລະ ຄູ່ຮ່ວມງານເປັນຜູ້ຕິດຕາມ ສັງເກດ ແລະ ບັນທຶກໃນເວລາດໍາເນີນການສອນ ຂ້າພະເຈົ້າໄດ້ທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຫຼັງຈາກນັ້ນໃຫ້ນັກຮຽນເປົ້າໝາຍເລົ່າບັ້ງສູດໃຫ້ໝູ່ຟັງໝົດຫ້ອງ. ຈັດນັກຮຽນເປັນ 4 ກຸ່ມ. ກຸ່ມລະ 3 ຄົນ, ຄູຢາຍໃບງານໃຫ້ແຕ່ລະກຸ່ມ ແລະ ອະທິບາຍໃຫ້ນັກຮຽນເຂົ້າໃຈກ່ຽວກັບການແກ້.

     ຄູມອບໃຫ້ນັກຮຽນແຕ່ລະກຸ່ມດໍາເນີນການແກ້ກິດຈະກໍາ, ກໍານົດເວລາເໝາະສົມກັບກິດຈະກໍາ, ຄູເປັນຜູ້ຕິດຕາມໃຫ້ຄໍາແນະນໍາ ແລະ ໃຫ້ການຊ່ວຍເຫຼືອ, ນັກຮຽນອອກມາລາຍງານ, ຄູສະຫຼຸບຄໍາຕອບ ແລະ ມີການທົດສອບ, ນັກຮຽນມີການປ່ຽນແປງໃນດ້ານພຶດຕິກໍາການຮຽນເຊັ່ນ: ມີຄວາມຫ້າວຫັນໃນການປະຕິບັດແກ້ກິດຈະກໍາ, ສາມາດອອກແກ້ເລກ ແລະ ລາຍງານກິດຈະກໍາກຸ່ມ.

2.7.  ການສະທ້ອນຄັ້ງທີ 2

ຜ່ານການປະຕິບັດ ແລະ ສັງເກດໃນຄັ້ງທີ 2 ໃນການປະຕິບັດການຮຽນ-ການສອນ ການຂອບຂັ້ນຕົວຕັ້ງຫານ ແລະ ການຫານເລກສອງຖ້ານຂ້າພະເຈົ້າໄດ້ເອົາໃຈໃສ່ປະຕິບັດກິດຈະກໍາທີ່ໄດ້ວາງໄວ້ເພື່ອປັບປຸງເຕັກນິກ, ວິທີການສອນຂອງຂ້າພະເຈົ້າ ແລະ ຊ່ວຍເຫຼືອນັກຮຽນກຸ່ມເປົ້າໝາຍໃຫ້ມີທ່າທີປ່ຽນແປງໃນດ້ານທີ່ດີຂຶ້ນໃນການຫານເລກສອງຖ້ານພ້ອມທັງສາທິດການຫານເລກສອງຖ້ານດ້ວຍຫຼາຍວິທີໃຫ້ນັກຮຽນເຂົ້າໃຈ ແລະ ມີຄວາມຫ້າວຫັນສ່ວນຮ່ວມປະກອບຄໍາຄິດຄໍາເຫັນຄົ້ນຄວ້າສົນທະນາມີຄວາມກ້າຫານອອກມາແກ້ລາຍງານຕ່າງໜ້າກຸ່ມ, ຕັ້ງໜ້າຟັງຄໍາອະທິບາຍຂອງຄູ, ສາມາດອອກແກ້ຂໍ້ທົດສອບຂອງຄູ, ແຕ່ເຖິງຢ່າງໃດກໍ່ດີຍັງມີນັກຮຽນກຸ່ມເປົ້າໝາຍຈໍານວນ 1 ຄົນ, ຍັງຂາດຄວາມສາມາດບໍ່ມີຄວາມໜັ້ນໃຈໃນຕົນເອງ, ອາໄສແຕ່ຄົນອື່ນ, ບໍ່ກ້າປະກອບຄໍາຄິດຄໍາເຫັນບໍ່ສາມາດແກ້ກິດຈະກໍາກຸ່ມ ແກ້ຂໍ້ທົດສອບຂອງຄູຜິດພາດ.

  1. ສະຫຼຸບ

ການປະຕິບັດການວິໄຈພາກປະຕິບັດຕົວຈິງໄດ້ດໍາເນີນ 2 ຮອບວຽນຂ້າພະເຈົ້າໄດ້ມີການສຶກສາສະພາບບັນຫາ, ວາງແຜນ. ປະຕິບັດ ແລະ ສັງເກດ, ການສະທ້ອນຄືນເຊິ່ງປະກອບດ້ວຍບົດສອນ 2 ບົດ, ໃບງານ . ບົດບັນທຶກປະຈໍາວັນ, ຮ່າງສັງເກດຕີລາຄາ, ​ແຜນປະຕິບັດຕ່າງໆ ທີ່ນໍາໃຊ້ເຂົ້າໃນການດໍາເນີນການວິໄຈ. ການປະຕິບັດໃນແຕ່ລະຂັ້ນຕອນຂອງຂ້າພະເຈົ້າໄດ້ສັງເກດແມ່ນສອດຄ່ອງກັບເນື້ອໃນບົດຮຽນ,​ ນັກຮຽນກຸ່ມເປົ້າໝາຍມີການປ່ຽນແປງໃນດ້ານພຶດຕິກໍາການຮຽນເຊັ່ນ: ມີການປະກອບຄໍາຄິດຄໍາເຫັນ, ກ້າຊັກຖາມສົນທະນາແລກປ່ຽນບົດຮຽນນໍາໝູ່ເພື່ອນ, ມີຄວາມຕັ້ງໜ້າໃນການເຮັດແກ້ກິດຈະກໍາຕາມການມອບໝາຍ, ມີຄວາມສາມາດການປະຕິບັດການຂອບຂັ້ນຕົວຕັ້ງຫານ ແລະ ສາມາດການປະຕິບັດການຫານເລກສອງຖ້ານໄດ້ດີແຕ່ບໍ່ໄດ້ໃນການປະກອບຄໍາເຫັນຕອບຄໍາຖາມຂອງຄູ ບາງຄັ້ງຜິດພາດ, ການຫານເລກສອງຖ້ານຍັງບໍ່ທັນວ່ອງໄວ, ມີລັກສະນະຊັກຊ້າ ແລະ ບໍ່ໜັ້ນໃຈໃນຕົວເອງ, ຍັງອີກ 1 ຄົນ ໃນຈໍານວນນັກຮຽນກຸ່ມເປົ້າໝາຍບໍ່ສາມາດແກ້ເລກຫານສອງຖ້ານໄດ້. ນັ້ນແມ່ນຈຸດຄ້າງຄາທີ່ທາງຂ້າພະເຈົ້າ ແລະ ຄູ່ຮ່ວມງານແກ້ໄຂບໍ່ທັນໄດ້.

ການດໍາເນີນການວິໄຈພາກປະຕິບັດຕົວຈິງຢູ່ ໂຮງຮຽນປະຖົມສົມບູນເຊເສັດ ເມືອງສາລະວັນ. ແຂວງສາລະວັນ, ຂ້າພະເຈົ້າຍັງຂາດປະສົບການ ແລະ ບົດຮຽນໃນການດໍາເນີນການວິໄຈຕາມແຕ່ລະຂັ້ນຕອນເຊິ່ງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຂ້າພະເຈົ້າກັບຄູ່ຮ່ວມງານ, ການເຮັດການວິໄຈໃນຄັ້ງນີ້ແມ່ນໄດ້ປະສົບຜົນສໍາເລັດເຊິ່ງມັນສະແດງອອກໃນການຮຽນຂອງນັກຮຽນມີທ່າທີປ່ຽນແປງດີຂຶ້ນ ບັນລຸຕາມຈຸດປະສົງຂອງຄູທີ່ກໍານົດໄວ້ເປັນສ່ວນໃຫຍ່.

  1. ຂໍ້ສະເໜີແນະ

4.1.ຂໍ້ສະເໜີແນະ ແລະ ຜົນຂອງການວິໄຈ

-       ຄວນນຳເອົາແຜນ ແລະ ວິທີການແກ້ໄຂບັນຫາຕ່າງໆໄປນຳໃຊ້ ແລະ ເຜີຍແຜ່ຜົນງານດ້ານການວິໄຈ

 

4.2.  ຂໍ້ສະເໜີແນະໃນການວິໄຈຄັ້ງຕໍ່ໄປ

-       ຄວນດຳເນີນການວິໄຈໃນຂັ້ນຮຽນອື່ນໆໃນວິຊາຄະນິດສາດ

-       ສະເໜີໃຫ້ຄູຢູ່ໂຮງຮຽນປະຖົມສົມບູນເຊເສັດໄດ້ເຮັດການວິໄຈໃນຫ້ອງຮຽນເພາະມັນເປັນຂະບວນການທີ່ດີໃນການປັບປຸງ ແລະ ພັດທະນາການຈັດກິດຈະກຳການຮຽນ-ການສອນເຮັດໃຫ້ການຮຽນ-ການສອນມີຄຸນະພາບດີຍິ່ງຂຶ້ນ.

 

 

 

 

 

หมายเลขบันทึก: 553220เขียนเมื่อ 12 พฤศจิกายน 2013 09:51 น. ()แก้ไขเมื่อ 12 พฤศจิกายน 2013 09:51 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (2)

ขอบคุณค่ะ แบ่งปันความรู้นี้นะคะ

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท