ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4


   I.      ບົດນຳ

1.1       ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

           ໂຮງຮຽນປະຖົມສົົມບູນໝອງບົວເປັນໂຮງຮຽນແຫ່ງໜຶ່ງທີ່ຕັ້ງຢູ່ບ້ານໜອງບົວ ໄດ້ສ້າງຕັ້ງຂຶ້ນໃນປີ ຄ.ສ 1961ໃນສົກຮຽນ 2012-2013 ມີຄູທັງໝົດ 6 ຄົນ, ຍິງ 1 ຄົນ ແລະ ນັກຮຽນທັງໝົດ 282 ຄົນ, ຍິງ 120 ຄົນ.

            ສະພາບການຮຽນ-ການສອນໂຮງຮຽນປະຖົມສົມບູນໜອງບົວ, ເມືອງ ແລະ ແຂວງສາລະວັນແມ່ນດຳເນີນການຈັດກິດຈະກຳການຮຽນ-ການສອນແບບເອົາຄູເປັນຈຸດໃຈກາງເນື່ອງຈາກວ່າຂາດອຸປະກອນຫຼາຍຢ່າງທີ່ຈຳເປັນຕໍ່ການດຳເນີນການຮຽນເຊັ່ນ: ປຶ້ມແບບຮຽນ, ໂຕະ, ຕັ່ງ, ຫ້ອງຮຽນ ແລະ ຫໍສະໜຸດ ສະນັ້ນ ຈຶ່ງເຮັດໃຫ້ການດຳເນີນການຮຽນ-ການສອນໃນວິຊານີ້ພົບຄວາມຫຍຸ້ງຍາກ ແລະ ນັກຮຽນຈຳນວນໜຶ່ງບໍ່ສົນໃຈຕໍ່ການຮຽນເປັນຕົ້ນແມ່ນນັກຮຽນຫ້ອງ ປ​ 4 ບໍ່ມັກຮຽນຄະນິດສາດ, ໃນຫ້ອງນີ້ມີນັກຮຽນທັງໝົດ 38 ຄົນ, ຍິງ 16 ຄົນ ຜ່ານການສອນພ້ອມທັງສັງເກດເປັນເວລາ 2 ເດືອນຜ່ານມາ ສັງເກດເຫັນວ່ານັກຮຽນຫ້ອງ ປ 4 ເຊິ່ງມີຈຳນວນ 3 ຄົນ, ຍິງ 2 ຄົນ ແມ່ນລໍຖ້າແຕ່ກ່າຍເອົາບົດຮຽນນຳຄູຈາກກະດານ, ຂາດຄວາມສາມາດໃນການອອກມາແກ້ເລກຢູ່ກະດານ, ແກ້ເລກບໍ່ໄດ້ ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າການລົບເລກມີຈື່ມີການຂະຫຍາຍຕົວ ແລະ ມີລັກສະນະຕໍ່ເນື່ອງໃນຫຼາຍສາຂາວິຊາຮຽນເຊັ່ນ: ຟິຊິກ, ເຄມີ ແລະ ຄະນິດສາດເປັນຕົ້ນ.

           ດັ່ງນັ້ນຂ້າພະເຈົ້າມີຄວາມສົນໃຈສຶກສາຄົ້ນຄວ້າກ່ຽວກັບວິທີການແກ້ເລກລົບມີຈື່. ຍ້ອນວ່າການລົບເລກມີຈື່ແມ່ນມີຄວາມສຳຄັນໃນນຳໃຊ້ໃນຊີວິດປະຈຳວັນ.

1.2 ຈຸດປະສົງຂອງການວິໄຈ

        -   ເພື່ອໃຫ້ນັກຮຽນສາມາດແກ້ເລກລົບມີຈື່ໄດ້.

        -   ເພື່ອເປັນການປັບປຸງການຮຽນ-ການສອນການແກ້ບົດເລກມີຈື່ໃຫ້ມີປະສິດທິພາບດີຍິ່ງຂຶ້ນ.

 II. ວິທີດຳເນີນການວິໄຈ

 2.1  ສຶກສາສະພາບບັນຫາ

       ເພື່ອຢາກເກັບກໍາຂໍ້ມູນໃຫ້ລະອຽດ ແລະ ມີຄວາມຊັດເຈນກວ່າເກົ່ານັ້ນ, ຂ້າພະເຈົ້າຈຶ່ງໄດ້ສົນທະນາປຶກສາກັບຄູ່ຜູ່ຮ່ວມງານເພື່ອຮ່ວມໂມງສອນຂອງຂ້າພະເຈົ້າໃນການສອນວິຊາຄະນິດສາດໃນຫ້ອງ ປ 4 ບົດທີ 5 ການລົບເລກເວລາ 2 ຊົ່ວໂມງຈາກການສັງເກດເຫັນວ່າຄູສອນບໍ່ໄດ້ນຳໃຊ້ສື່ການສອນມີແຕ່ປຶ້ມແບບຮຽນເທົ່ານັ້ນ ກ່ອນການດຳເນີນການສອນຄູທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຄື: ການລົບເລກ, ຈາກນັ້ນຄູສອນເຂົ້າສູ່ບົດຮຽນໃໝ່ກ່ຽວກັບຫົວຂໍ້ການລົບເລກມີຈື່, ໃນການສອນບົດໃໝ່ຂັ້ນຕອນທຳອິດແມ່ນຄູສອນໄດ້ດຳເນີນການສິດສອນແບບດາວຫ້າແຈ ຫຼື ເນັ້ນຜູ່ຮຽນເປັນຈຸດໃຈກາງສອດຄ່ອງກັບເນື້ອໃນບົດຮຽນ ຈາກນັ້ນຄູກໍ່ຍົກຕົວຢ່າງໃຫ້ນັກຮຽນເບິ່ງ ແລະ ໃຫ້ນັກຮຽນອອກມາແກ້ເລກຢູ່ກະດານ ແຕ່ກຸ່ມເປົ້າໝາຍບໍ່ສົນໃຈຕໍ່ກັບການຮຽນເລີຍສ່ວນຄູບາງຄັ້ງກໍແນະນຳນັກຮຽນວ່າ ຖ້າໃຜແລ້ວໃຫ້ກວດຄືນແລ້ວອອກມາແກ້ໃຫ້ໝູ່ເບິ່ງກ່ຽວກັບການຄິດໄລ່ການແກ້ເລກມີຈື່ ເມື່ອແກ້ບໍ່ໄດ້ຄູຈິ່ງເອີ້ນເອົານັກຮຽນເກັ່ງອອກມາແກ້ຊ່ວຍ ຈາກນັ້ນຄູ ແລະ ນັກຮຽນກໍ່ຮ່ວມກັນສະຫຼຸບບົດຮຽນກ່ຽວກັບການແກ້ເລກລົບມີຈື່.

         ຜ່ານການສັງເກດການສອນຂອງຄູເຊິ່ງໃຊ້ເວລາ 2 ຊົ່ວໂມງ ຂ້າພະເຈົ້າຄິດວ່າບັນຫາທີ່ນັກຮຽນຈຳນວນ 3 ຄົນບໍ່ສາມາດແກ້ເລກໄດ້ນີ້ແມ່ນເກີດມາຈາກຫຼາຍສາຍເຫດຄື: ສາເຫດໜຶ່ງເກີດຈາກຄູຜູ່ສອນທີ່ບໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອໃກ້ຊິດນັກຮຽນກຸ່ມເປົ້າໝາຍ.

          ສະນັ້ນຂ້າພະເຈົ້າຜູ່ວິໄຈຈິ່ງຕັ້ງຂໍ້ວິໄຈວ່າ: “ ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4 ” ດັ່ງນັ້ນຂ້າພະເຈົ້າຈິ່ງຕັ້ງຄຳຖາມວິໄຈວ່າ: “ ຂ້ອຍຈະເຮັດແນວໃດ? ເພື່ອໃຫ້ນັກຮຽນຫ້ອງ ປ 4 ຈຳນວນ 3 ຄົນແກ້ເລກລົບມີຈື່ໄດ້” ?

2.2 ວາງແຜນ

      ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາເປັນທີ່ຮຽບຮ້ອຍແລ້ວ, ຂ້າພະເຈົ້າໄດ້ປຶກສາຫາລືຮ່ວມກັນກັບຄູ່ຮ່ວມງານເພື່ອວາງແຜນ ແລະ ປັບປຸງແກ້ໄຂນັກຮຽນກຸ່ມເປົ້າໝາຍເຊິ່ງໄດ້ກຳນົດແຜນດັ່ງນີ້:

ວາງແຜນຄັ້ງທີ 1

-       ສ້າງແຜນການສອນ

-       ນຳໃຊ້ສື່ການສອນເຊັ່ນ: ໄມ້ດິ້ວ, ກ້ອນຫີນ

-       ສ້າງບັນຍາກາດໃນຫ້ອງຮຽນ

-       ໃຫ້ແຮງຈຸງໃຈກັບນັກຮຽນກຸ່ມເປົ້າໝາຍ

-       ມອບວຽກບ້ານໃຫ້ນັກຮຽນກຸ່ມເປົ້າໝາຍໄປເຮັດຢູ່ເຮືອນ ແລ້ວກັບມາໂຮງຮຽນຄູກວດໃຫ້ຄະແນນ

2.3 ປະຕິບັດ ແລະ ສັງເກດຄັ້ງທີ 1

       ຫຼັງຈາກວາງແຜນເປັນທີ່ຮຽບຮ້ອຍແລ້ວວັນທີ 14 / 3 / 2013 ຂ້າພະເຈົ້າຈຶ່ງໄດ້ດໍາເນີນເອົາແຜນໄປປະຕິບັດຕາມທີ່ໄດ້ກຳນົດໄວ້ໂດຍເປັນຜູ່ສອນວິຊາຄະນິດສາດ ບົດທີ 6 ເຕັກນິກການລົບ ຜູ່ສອນໄດ້ກຽມສື່ການສອນ ແລະ ມີການວາງແຜນເປັນຢ່າງດີຈາກນັ້ນຄູກໍໄດ້ອະທິບາຍວິທີລົບເລກມີຈື່ດ້ວຍການນຳໃຊ້ ໄມ້ດິ້ວໃນການແກ້ບັ້ງເລກດັ່ງລຸ່ມນີ້:

ການແກ້ເລກລົບມີຈື່ :

 ກ.    17              ຂ.       67                 ຄ.  53   

      -                        -                          -

          8                       29                      37 

__________             ______             _______

         9                    38                   16

ເພື່ອໃຫ້ນັກຮຽນສາມາດນຳໃຊ້ເຂົ້າໃນການແກ້ບົດເລກໂດຍເນັ້ນໃຫ້ນັກຮຽນກຸ່ມເປົ້າໝາຍມີສ່ວນຮ່ວມຫຼາຍຂຶ້ນຈາກນັ້ນຄູກໍມອບກິດຈະກຳໃຫ້ນັກຮຽນກຸ່ມເປົ້າໝາຍປະຕິບັດເຊິ່ງມີກິດຈະກຳດັ່ງນີ້:

ກ. ຈົ່ງໃຫ້ນັກຮຽນແກ້ລົບລຸ່ມນີ້:

    1.     342                 2.        541                 3.      280

       -                                  -                            -

           154                            317                          171

    __________                   __________              _________

            188                              224                           109

ເມື່ອນັກຮຽນແກ້ສຳເລັດຄູກໍ່ໄດ້ຕິດຕາມ ແລະ ກວດຄືນພ້ອມສະຫຼຸບກັບນັກຮຽນ ແລະ ທ້າຍຊົ່ວໂມງກໍ່ພານັກຮຽນສ້າງບັນຍາກາດໃນຫ້ອງ.

       ຜ່ານການປະຕິບັດຕາມແຜນໃນຄັ້ງນີ້ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 3 ຄົນ, ນັ້ນໄດ້ປ່ຽນແປງພຶດຕິກຳພຽງແຕ່ 1 ຄົນເທົ່ານັ້ນເຊິ່ງສາມາດແກ້ເລກລົບມີຈື່ໄດ້ທີ່ຄູມອບໃຫ້ປະຕິບັດໃນເວລາດຳເນີນການຮຽນ-ການສອນເດັ່ນໄປກວ່ານັ້ນສະແດງອອກທາງດ້ານການວັດຜົນ ແລະ ໄດ້ຄະແນນດີແຕ່ຍັງອີກສອງຄົນທີ່ຍັງບໍ່ທັນປ່ຽນແປງເທື່ອ ສະນັ້ນຂ້າພະເຈົ້າຈຶ່ງໄດ້ສົນທະນາ ແລະ ປຶກສາຫາລືກັນຕື່ມອີກເພື່ອຊອກຫາວິທີແກ້ໄຂໃຫ້ນັກຮຽນອີກ 2 ຄົນ.

2.3 ສະທ້ອນຄືນຄັ້ງທີ 1

      ການວິໄຈຫົວຂໍ້ ຫົວຂໍ້: “ປັບປຸງການລົບເລກມີຈື່ ທີ່ໂຮງຮຽນປະຖົມສົມບູນໜອງບົວ” ຂ້າພະເຈົ້າໄດ້ສຸມທຸກຄວາມຮູ້-ຄວາມສາມາດທີ່ໄດ້ຮຽນມາເຂົ້າໃນການດຳເນີນການວິໄຈຢ່າງຕັ້ງໜ້າ ແລະ ມີຄວາມພາກພູມໃຈຫຼາຍທີ່ສຸດທີ່ສາມາດດຶງດູດຈິດໃຈຂອງນັກຮຽນໃຫ້ຫັນມາເຂົ້າຮ່ວມກິດຈະກຳ ແລະ ປະກອບສ່ວນໃນການຮຽນວິຊາຄະນິດສາດທີ່ຂ້າພະເຈົ້າສອນ ເຊິ່ງສະແດງອອກໃຫ້ເຫັນວ່າ: ນັກຮຽນກຸ່ມເປົ້າໝາຍສາມາດລົບເລກມີຈື່ໄດ້ ແລະ ນັກຮຽນໃນກຸ່ມເປົ້າໝາຍໄດ້ມີຄວາມກະຕືລືລົ້ນໃນການຮຽນ, ກ້າສະແດງຄວາມຄິດເຫັນຂອງຕົນເອງບໍ່ວ່າຈະຖືກ ຫຼື ຜິດ ເຊິ່ງມັນສະແດງອອກໃນເວລາປະເມີນຜົນການຮຽນແຕ່ລະຄັ້ງເຊັ່ນ: ຜົນການຮຽນປະຈຳເດືອນລະຫວ່າງກ່ອນການວິໄຈ ແລະ ຫຼັງການວິໄຈແຕ່ຍັງມີນັກຮຽນກຸ່ມເປົ້າໝາຍອີກໜຶ່ງຄົນຍັງບໍທັນໄດ້ຕາມຄາດໝາຍທີ່ກຳນົດໄວ້ ສະນັ້ນ ຂ້າພະເຈົ້າພ້ອມດ້ວຍຄູ່ຮ່ວມງານຈຶ່ງໄດ້ວາງແຜນໃໝ່.

2.4 ວາງແຜນຄັ້ງທີ 2

      ໃນວັນທີ 11 / 4 / 2013 ຜູ່ວີໄຈໄດ້ນຳເອົາສິ່ງທີ່ຄົງຄ້າງໃນການປະຕິບັດຜ່ານມາເພື່ອມາປຶກສາຫາລືກັນກັບຄູ່ຮ່ວມງານເພື່ອວາງແຜນຄືນໃໝ່ເຊິ່ງກຳນົດແຜນດັ່ງນີ້

-       ຈັດນັກຮຽນອອກເປັນ 4 – 5 ຄົນ ຕໍ່ກຸ່ມໜຶ່ງ

-       ສອນເພີ່ມນັກຮຽນກຸ່ມເປົ້າໝາຍໃນເວລານອກໂມງຮຽນ

-       ວັດຜົນການຮຽນຂອງນັກຮຽນດ້ວຍວິທີການທົດສອບ

-       ມອບວຽກບ້ານ ກັບ ມາໂຮງຮຽນຄູກວດກາໃຫ້ຄະແນນເພີ່ມ

2.5 ປະຕິບັດ ແລະ ສັງເກດຄັ້ງທີ 2

     ພາຍຫຼັງທີ່ວາງແຜນທີ່ຮຽບຮ້ອຍແລ້ວຂ້າພະເຈົ້າໄດ້ສອນຕົວຈິງໃຫ້ຄູ່ຮ່ວມງານເປັນຜູ່ສັງເກດໂດຍໃຊ້ເຄື່ອງມືແບບການສັງເກດຕາມສະພາບຄວາມເປັນຈິງເຊິ່ງຜູ່ສອນ ແມ່ນ ທ້າວ ຄຳເຜິງ ສອນວິຊາ: ຄະນິດສາດ ບົດທີ 6 ( ຕໍ່ ) ເຕັກນິກການລົບ ແລະ ຄູ່ຮ່ວມງານເປັນຜູ່ສັງເກດການຮຽນ-ການສອນຂອງຄູດ້ວຍກັນເຊິ່ງໄດ້ນຳເອົາແຜນມາປະຕິບັດເຊັ່ນ:ໃຫ້ຄວາມໃກ້ຊິດນັກຮຽນກຸ່ມເປົ້າໝາຍຫຼາຍຂຶ້ນ, ຈັດກຸ່ມ 4-5 ຄົນຕໍ່ກຸ່ມໜຶ່ງແລ້ວມອບກິດຈະກຳໃຫ້ນັກຮຽນເຮັດແລ້ວອອກມາລາຍງານຢູ່ກະດານ ເມື່ອສະຫຼຸບບົດຮຽນແລ້ວກໍໄດ້ມີການທົດສອບບົດຮຽນທີ່ຮຽນມາ, ຜ່ານການທົດສອບນັກຮຽນເປົ້າໝາຍສອງຄົນໄດ້ຄະແນນຄາດໝາຍ, 2 ຊົ່ວໂມງ ໃນຕອນແລງກໍ່ໄດ້ສອນເພີ່ມນັກຮຽນເປົ້າໝາຍພ້ອມທັງມອບວຽກບ້ານແລ້ວກັບມາຄູກວດໃຫ້ຄະແນນ ໄດ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍ 2 ຄົນປ່ຽນແປງພຶດຕິກຳທາງທີ່ດີຂຶ້ນ, ເຊິ່ງມັນສະແດງອອກໃນການອອກມາແກ້ເລກຢູ່ກະດານ ແລະ ມີສ່ວນຮ່ວມໃນເວລາດຳເນີນກິດຈະກຳການຮຽນ-ການສອນສາມາດລົບເລກມີຈື່ໄດ້ເດັ່ນໄປກວ່ານັ້ນສະແດງອອກທາງດ້ານການວັດຜົນ ແລະ ໄດ້ຄະແນນດີຂຶ້ນ.

 

 

 

2.6 ສະທ້ອນຄືນຄັ້ງທີ 2

      ຜົນຂອງການປະຕິບັດຕາມແຜນຄັ້ງທີ 2 ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 1 ຄົນ, ທີ່ຍັງເຫຼືອມີການປ່ຽນແປງພຶດຕິກຳດີຂຶ້ນ. ນັກຮຽນສາມາດລົບເລກມີຈື່ໄດ້ດ້ວຍຕົນເອງ ແລະ ຈາກຜົນຂອງການທົດສອບໃນຄັ້ງນີ້ເຫັນວ່ານັກຮຽນກຸ່ມເປົ້າໝາຍທັງ 2 ຄົນໄດ້ຄະແນນໃນລະດັບຄາດໝາຍ.

        ຜ່ານການດໍາເນີນການວິໄຈໃນຫົວຂໍໍ້ : “ ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4 ” ຜົນຂອງການປະຕິບັດ ແລະ ສັງເກດ  ຈາກການທົດສອບທັງສອງຄັ້ງສະທ້ອນໃຫ້ເຫັນວ່າຄູຜູ່ສອນກໍ່ໄດ້ເອົາໃຈໃສ່ຕິດຕາມການສຶກສາຮໍ່າຮຽນຂອງນັກຮຽນ, ໃຫ້ການຊຸກຍູ້ຊ່ວຍເຫຼືອນັກຮຽນ, ມີຄວາມໃກ້ຊິດຕິດແທດກັບນັກຮຽນທຸກຄົນໃນຫ້ອງຮຽນໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍໃນການວິໄຈ, ທັງ 2 ຄົນສາມາດປ່ຽນແປງພຶດຕິກຳ, ຄືນັກຮຽນກຸ່ມເປົ້າໝາຍສາມາດລົບເລກມີຈື່ໄດ້.

  1. ສະຫຼຸບ

ຜ່ານການເຮັດບົດລາຍງານການວິໄຈໃນຫົວຂໍ້ “ ປັບປຸງທັກສະການລົບເລກມີຈື່ຂອງນັກຮຽນຫ້ອງ ປ 4 “

ຈຳນວນ 2 ຄົນ, ທີ່ລົບເລກມີຈື່ບໍ່ໄດ້ໂດຍມີຈຸດປະສົງເພື່ອເຮັດໃຫ້ນັກຮຽນເປົ້າໝາຍມີຄວາມສາມາດໃນການລົບເລກມີຈື່ ແລະ ເພື່ອເຮັດໃຫ້ການຈັດກິດຈະກຳການຮຽນ-ການສອນການບົດເລກມີຈື່ ເຊິ່ງໄດ້ດຳເນີນການວິໄຈ 1/2/2013 ຫາວັນທີ 2 / 5 / 2013 ການດຳເນີນການວິໄຈແມ່ນໄດ້ປະຕິບັດຕາມຂັ້ນຕອນຂອງການວິໄຈຄື: ການສຶກສາສະພາບບັນຫາ, ການວາງແຜນແກ້ໄຂບັນຫາ, ການປະຕິບັດ ແລະ ສັງເກດ  ແລະ ສະທ້ອນຄືນ.

ຜ່ານການວິໄຈຄັ້ງນີ້ເຫັນວ່າ ນັກຮຽນສາມາດລົົບເລກມີຈື່ໄດ້ໃນລະດັບດີຈຳນວນ 2 ຄົນ ແລະ ລົບເລກມີຈື່

ໃນລະດັບພໍໃຊ້ໜຶ່ງຄົນ. ທາງນີ້ອາດເປັນເພາະເຂົາເຈົ້າກຳວິທີຕື່ມໃສ່ຫົວສິບ, ຫົວໜ່ວຍເຂົ້າໃນການລົບເລກ.

               ຂ້າພະເຈົ້າມີຄວາມພູມໃຈເປັນຢ່າງຍິ່ງທີ່ເຫັນຜົນງານການວິໄຈມີຄວາມສຳເລັດເຖິງແມ່ນວ່າບໍ່ເປັນງານວິໄຈທີ່ໃຫຍ່ແຕ່ມັນແມ່ນໝາກຜົນຂອງຂ້າພະເຈົ້າທີ່ໄດ້ຮຽນຮູ້ການສ້າງກິດຈະກຳທີ່ເຮັດໃຫ້ນັກຮຽນສາມາດແກ້ເລກມີຈື່ໄດ້. ຜົນງານການວິໄຈຄັ້ງນີ້ເປັນບົດຮຽນອັນລໍ້າຄ່າທີ່ສຸດເພາະມັນຄືການຫາວິທີແກ້ໄຂບັນຫາຂອງນັກຮຽນທີ່ແກ້ເລກລົບມີຈື່ບໍໄດ້ ຜູ່ວິໄຈໄດ້ຮຽນຮູ້ວິທີສ້າງກິດຈະກຳສາມາດນຳໃຊ້ຫຼັກການຢ່າງສອດຄ່ອງຖືກຕ້ອງ ເຮັດໃຫ້ນັກຮຽນໃນຫ້ອງ ແລະ ນັກຮຽນກຸ່ມເປົ້າໝາຍແກ້ເລກລົບມີຈື່ໄດ້ ນອກນັ້ນ ຍັງສະທ້ອນໃຫ້ເຫັນວ່າລະຫວ່າງຄູ ແລະ ນັກຮຽນໃນການຈັດກິດຈະກຳການຮຽນ-ການສອນທີ່ເຮັດໃຫ້ນັກຮຽນມີສ່ວນຮ່ວມໃນການແກ້ໄຂບັນຫາຮ່ວມກັນຢ່າງມ່ວນຊື່ນ ທັງນີ້ກໍ່ເພື່ອເປັນການພັດທະນາການຮຽນຂອງນັກຮຽນແຕ່ລະຄົນໃຫ້ມີສັກກາຍຍະພາບທີ່ດີ ມີຄວາມອົດທົນຕໍ່ການຮຽນດີຂຶ້ນ.

  1. ຂໍ້້ສະເໜີແນະ

  4.1 ຂໍ້ສະເໜີແນະຜົນການວິໄຈ

          - ຄວນເອົາຜົນຂອງການວິໄຈໄປເຜີຍແຜ່ຢູ່ໂຮງຮຽນ

 4.2 ຂໍ້ສະເໜີແນະການວິໄຈຄັ້ງຕໍ່ໄປ

        - ຄວນເຮັດການວິໄຈໃນຫົວຂໍ້ອື່ນ

         - ຄວນເຮັດວິໄຈໃນຊັ້ນຮຽນອື່ນ

 

        

  

 

 

หมายเลขบันทึก: 553218เขียนเมื่อ 12 พฤศจิกายน 2013 09:48 น. ()แก้ไขเมื่อ 12 พฤศจิกายน 2013 09:48 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

-แปลกจริง ๆ ทำไมตัวหนังสือเป็นสี่เหลี่ยมครับ..

-ผิดพลาดตรงไหนหนอ???

 

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท