ການເສີມທັກສະການນຳໃຊ້ຕາຕະລາງປ່ຽນຫົວໜ່ວຍວັດແທກມວນສານຂອງນັກຮຽນຫ້ອງ ປ 3


1. ບົດນໍາ.

1.1 ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ.

   ການສຶກສາມີຄວາມສຳຄັນ ແລະ ເປັນຂໍກຸນແຈແກ້ໄຂບັນຫາຊີວິດການເປັນຢູ່ຂອງຄົນ  ແລະ ຂະຫຍາຍຕົວພ້ອມທັງມີການດຳລົງຊີວິດຢູ່ໃນຄອບຄົວ, ສັງຄົມຢ່າງມີປະສິດທິຜົນ, ສະນັ້ນ ບໍ່ວ່າບຸກຄົນໃດກໍ່ຕາມທີ່ຢູ່ໃນສັງຄົມຈຳຕ້ອງມີຄວາມໄຝ່ຝັນຊອກສະແຫວງຫາຄວາມຮູ້, ຄວາມສາມາດ, ສຶກສາຮໍ່າຮຽນເພື່ອອະນາຄົດ ເພື່ອຄວາມກ້າວໜ້າໃນການພັດທະນາຕົນເອງຢູ່ສະເໜີ.

    ໂຮງຮຽນມູນລະປະຖົມນາວາແສນ ແມ່ນໂຮງຮຽນແຫ່ງໜຶ່ງທີ່ຂຶ້ນກັບໝວດໂຮງຮຽນປະຖົມໂພນຄໍາ ເມືອງ ລະມາມ ແຂວງ ເຊກອງ ຕັ້ງຢູ່ລະຫວ່າງກາງຂອງບ້ານ.

     ໂຮງຮຽນແຫ່ງນີ້ສ້າງຂຶ້ນໃນປີ 2005 ໂດຍແມ່ນໂຄງການເດັກຍິງເປັນຜູ້ຊ່ວຍເຫຼືອ, ມີຄູອາຈານ ທັງໝົດ 2 ຄົນ, ຍິງ 0 ຄົນ. ສົກຮຽນ 2012-2013 ມີນັກຮຽນທັງໝົດ 37 ຄົນ, ຍິງ 17 ຄົນ.

    ການຈັດການຮຽນ - ການສອນໃນແຕ່ລະປີເປັນຂະບວນຟົດຟື້ນໄປຕາມຫຼັກສູດຂອງວິຊາຮຽນ ໃນນັ້ນໂຮງຮຽນນາວາແສນກໍ່ແມ່ນໂຮງຮຽນໜຶ່ງທີ່ພົບບັນຫານັກຮຽນໂດຍສະເພາະແມ່ນນັກຮຽນຫ້ອງປ 3 ເຊັ່ນ: ນັກຮຽນຂາດຮຽນ, ນັກຮຽນວົນແຊວ, ອ່ານພາສາລາວບໍ່ຖືກຫຼັກໄວຍະກອນ, ນັກຮຽນປ່ຽນຫົວໜ່ວຍມວນສານບໍ່ໄດ້ ແລະ ບັນຫາອື່ນໆອີກ.ໃນນັ້ນຂ້າພະເຈົ້າ ແລະ ຄູ່ຮ່ວມງານມີຄວາມສົນໃຈບັນຫານັກຮຽນປ່ຽນຫົວໜວ່ຍມວນສານບໍ່ໄດ້ເພື່ອຊ່ວຍປັບປຸງໃຫ້ນັກຮຽນຫ້ອງ ປ 3 ສາມາດເຂົ້າໃຈ ແລະ ປ່ຽນຫົວໜ່ວຍມວນສານໄດ້.

        ການຈັດການຮຽນ-ການສອນວິຊາຄະນິດສາດກໍ່ແມ່ນວິຊາໜຶ່ງທີ່ຮຽນຮູ້ກຽ່ວກັບວິທີການຕ່າງໆເຊັ່ນ: ການບວກ, ການລົບ, ການຄູນ, ການຫານ,  ການວັດແທກເນື້ອທີ່, ການວັດແທກລວງຍາວ, ການວັດແທກມວນສານ, ສໍາລັບວິຊານີ້ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດໃນການນໍາເຂົ້າໃນຊີວິດປະຈໍາວັນຂອງເດັກໂດຍສະເພາະຫົວໜ່ວຍໃນການວັດແທກມວນສານເຊິ່ງເປັນຫົວຂໍ້ທີ່ສຳຄັນ, ແຕ່ວ່າຫົວຂໍ້ດັ່ງກ່າວນີ້ແມ່ນຕ້ອງໄດ້ຮັບແກ້ໄຂ.

        ເພື່ອແກ້ໄຂບັນຫາດັ່ງກ່າວ, ຂ້າພະເຈົ້າຜູ່ວິໄຈຈຶ່ງໄດ້ຕົກລົງກັນກັບຄູ່ຮ່ວມງານກຳນົດຫົວຂໍ້ວິໄຈວ່າ ການເສີມທັກສະການນຳໃຊ້ຕາຕະລາງປ່ຽນຫົວໜ່ວຍວັດແທກມວນສານຂອງນັກຮຽນຫ້ອງ ປ 3

1.2 ຈຸດປະສົງການວິໄຈ

   -ເພື່ອພັດທະນາທັກສະການປຽ່ນຫົວໜ່ວຍມວນສານຂອງນັກຮຽນຫ້ອງປ 3.

2   ວິທີດໍາເນີນການວິໄຈ           

2.1 ການສຶກສາສະພາບບັນ

ເພື່ອເກັບກຳຂໍ້ມູນໃຫ້ລະອຽດ ແລະມີຄວາມຊັດເຈນກວ່າເກົ່າຂ້າພະເຈົ້າຈິ່ງໄດ້ສົນທະນາປຶກສາຫາລືກັບຄູ່ຮ່ວມງານເພື່ອຊອກຫາສາຍເຫດຂອງບັນຫາທີ່ເກີດຂຶ້ນກັບນັກຮຽນ 3 ຄົນທີ່ປ່ຽນຫົວໜວ່ຍມວນສານບໍ່ໄດ້ ຂ້າພະເຈົ້າກໍໄດ້ເຊີນຄູ່ຮ່ວມງານມາຮ່ວມສອນຢູ່ຫ້ອງ ປ 3 ຄືດັ່ງລຸ່ມນີ້:

 ຄັ້ງທີ 1  

     ວັນທີ 1.3.2013. ຂ້າພະເຈົ້າໄດ້ຂຶ້ນຫ້ອງສອນ ວິຊາຄະນິດສາດ ບົດທີ 40 ການຊັ່ງ. ການສອນສາມາດເຫັນຂັ້ນຕອນ ແລະ ວິທີການສອນເຊັ່ນ: ກ່ອນດຳເນີນການສອນຄູໄດ້ທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາ,ຈາກນັ້ນໄດ້ເຂົ້າສູ່ບົດຮຽນໃໝ່ຫົວຂໍ້ກ່ຽວກັບການຊັ່ງ ໃນການດໍາເນີນການຮຽນ-ການສອນເຮັດໃຫ້ຮູ້ຈັກວ່ານັກຮຽນບໍ່ສາມາດປ່ຽນຫົວໜ່ວຍວັດແທກມວນສານໄດ້ຈຳນວນ 3 ຄົນ, ເມື່ອເປັນແນວນັ້ນຈຶ່ງຊອກຫາວິທີເກັບກໍາຂໍ້ມູນເພື່ອຫາສາເຫດຂອງນັກຮຽນບໍ່ສາມາດປ່ຽນຫົວໜ່ວຍວັດແທກມວນສານ ໂດຍສັງເກດຈາກການເຮັດບົດທົດສອບ ແລະ ການປະຕິບັດຕົວຈິງຂອງນັກຮຽນທັງ 3 ຄົນ, ຈິງຮູ້ວ່າສາເຫດທີ່ພາໃຫ້ນັກຮຽນປ່ຽນຫົວໜ່ວຍມວນສານບໍ່ໄດ້ແມ່ນຍ້ອນ:  ນັກຮຽນບໍ່ຕັ້ງໃຈຟັງຄຳອະທິບາຍຂອງຄູ, ຄູສອນໄວ, ບໍ່ມີສິ່ງຈູງໃຈ, ຄູ​ອະທິບາຍການປ່ຽນຫົວໜ່ວຍການວັດແທກມວນສານໃຫ້ນັກຮຽນເບິ່ງບໍ່ລະອຽດ.

      ຈາກການບັນທຶກຄັ້ງນີ້ເຮັດໃຫ້ຂ້າພະເຈົ້າ ແລະ ຄູ່ຮ່ວມງານມີຄວາມສົນໃຈໃນການສຶກສາສະພາບບັນຫາ ແລະ ເລືອກຫົວຂໍ້ວິໄຈວ່າ: ການເສີມທັກສະການນຳໃຊ້ຕາຕະລາງປ່ຽນຫົວໜ່ວຍມວນສານຂອງນັກຮຽນຫ້ອງປ 3 ດັ່ງນັ້ນຂ້າພະເຈົ້າຈິ່ງໄດ້ຄຳຖາມວິໄຈວ່າ:ຂ້ອຍຈະມີວິທີແນວໃດເພື່ອໃຫ້ນັກຮຽນຫ້ອງປ 3 ຈຳນວນ 3 ຄົນຂອງໂຮງຮຽນປະຖົມນາວາແສນປຽ່ນຫົວໜ່ວຍມວນສານໄດ້.

2.2 ການວາງແຜນຄັ້ງທີ 1.

     ຜ່ານການປຶກສາຫາລືກັບຜູ້ຮ່ວມງານຈົນສາມາດກໍານົດເອົາຫົວຂໍ້ ແລະ ຮູ້ສາເຫດທີ່ພາໃຫ້ເກີດບັນຫາແລ້ວກໍ່ໄດ້ວາງແຜນເພື່ອແກ້ໄຂບັນຫາດັ່ງນີ້:

     - ຈັດນັກຮຽນເປັນກຸ່ມ 2 ກຸ່ມ, ກຸ່ມລະ 4 ຄົນ

     -ຄູອະທິບາຍລະອຽດກ່ຽວກັບຫົວໜ່ວຍທີ່ໃຫຍ່ກ່ວາ, ນ້ອຍກວ່າ ( g.....kg.... )

     -ຄູເອົາໃຈໃສ່ນັກຮຽນເປົ້າໝາຍຫຼາຍກວ່ານັກຮຽນທົ່ວໄປ

2.3   ປະຕິບັດ ແລະ ສັງເກດຄັ້ງທີ 1

      ພາຍຫຼັງທີ່ໄດ້ວາງແຜນການວິໄຈແລ້ວຂ້າພະເຈົ້າກໍ່ໄດ້ນຳເອົາແຜນໄປປະຕິບັດໃນຄັ້ງວັນທີ 13.3.2013.ໂດຍໃຫ້ຜູ້ຮ່ວມງາານເປັນຜູ້ສອນ ຂ້າພະເຈົ້າເປັນຜູ້ສັງເກດພຶດຕິກຳຂອງນັກຮຽນກຸ່ມເປົ້າ

ໝາຍຈຳນວນ 3 ຄົນຄື:

     -ທ້າວ ກ

     -ທ້າວ ຂ

     -ນາງ ຄ ( ນາມສົມມຸດ )

ບົດຮຽນທີ່ສອນແມ່ນສອນຄືນວິຊາຄະນິສາດ ບົດທີ 40 ການຊັ່ງ ( ຕໍ່ ) ການຈັດການຮຽນ - ການສອນແບ່ງນັກຮຽນອອກເປັນ 2 ກຸ່ມ, ກຸ່ມລະ 4 ຄົນ ຄູອະທິບາຍເຄື່ອງມື ຫຼື ອຸປະກອນການຊັ່ງ ນ້ຳໜັກຄົນທີ່ຄູກຽມມາໂດຍອຸປະກອນແຕ່ລະຕົວຈິງເຊັ່ນ: ຊັ່ງປຶ້ມແບບຮຽນ, ຊັ່ງຖົງພາຍ, ຊັ່ງນັກຮຽນເອງ... ເອົາຕາຕະລາງການປ່ຽນຫົວໜ່ວຍວັດແທກມວນສານທີ່ກຽມມາໄປຕິດໃສ່ກະດານ, ຕັ້ງຄຳຖາມໃຫ້ນັກຮຽນສົນທະນາກັນເປັນກຸ່ມແລ້ວໃຫ້ນັກຮຽນຕອບເຊັ່ນ: ຫົວໜ່ວຍໃດທີ່ເຫັນວ່ານ້ອຍກ່ວາ g ແລະ ໃຫຍ່ກ່ວາ g.

ໂດຍໃຫ້ນັກຮຽນແຕ່ລະກຸ່ມປຶກສາຫາລືກັນ ແລະ ຊອກຫາຄຳຕອບໃນກຸ່ມນັ້ັນແລ້ວໃຫ້ນັກຮຽນກຸ່ມເປົ້າໝາຍປ່ຽນກັນອອກມາຂຽນຢູ່ກະດານພ້ອມອະທິບາຍທະວີຄູນ ແລະ ອຸປະຄູນຈາກນັ້ນກໍ່ດຳເນີນການຮຽນ - ການສອນໄປຕາມຫຼັກວິຊາຄູ ແລະ ຕາມບາດກ້າວຂອງການສອນໂດຍສອນໃຫ້ນັກຮຽນຮ່ວມມືໂດຍກົງພ້ອມທັງເອົານັກຮຽນກຸ່ມເປົ້າໝາຍຊັ່ງ ແລະ ປ່ຽນຫົວໜ່ວຍວັດແທກມວນສານດ້ວຍຕົນເອງ.

2.4 ການສະທ້ອນຄືນຄັ້ງທີ 1

ຈາກການນຳເອົາແຜນໄປປະຕິບັດຕົວຈິງໃນຄັ້ງວັນທີ 13.3.2013ໂດຍປະຕິບັດຕາມແຜນທຸກຢ່າງທີ່ວາງໄວ້ທຳອິດຄູໄດ້ອະທິບາຍປະຕິບັດຕົວຈິງການຊັ່ງຕົວຈິງຈັດນັກຮຽນເປັນ 2 ກຸ່ມ, ກຸ່ມລະ 4 ຄົນ, ມັນເປັນກຸ່ມນ້ອຍຈະຊ່ວຍໃຫ້ແຕ່ລະຄົນປະກອບສ່ວນເຂົ້າໃນການເຮັດກິດຈະກຳກຸ່ມສະດວກຂຶ້ນໂດຍສະເພາະຂ້ອຍສາມາດເຫັນໄດ້ວ່ານັກຮຽນຜູ່ທີ່ມັກອາຍແດ່ກໍມີຄວາມຫ້າວຫັນ ແລະ ສົນໃຈໃນສິ່ງທີ່ພວກເຂົາເຮັດຫຼາຍກວ່າເກົ່າ ແລະ ຮັບຜົນສຳເລັດຕາມແຜນທີ່ໄດ້ວາງໄວ້, ໃນເວລາສອນຄູເອົາໃຈໃສ່ນັກຮຽນກຸ່ມເປົ້າໝາຍຫຼາຍກວ່ານັກຮຽນທົ່ວໄປໂດຍໃຫ້ເຂົາປະຕິບັດກິດຈະກຳນຳໝູ່ໃນຫ້ອງຮຽນເວລາອອກແກ້ເລກຢູ່ກະດານຄູເຈາະຈົງນັກຮຽນກຸ່ມເປົ້າໝາຍຜ່ານການສັງເກດ ແລະ ເຮັດການທົດສອບໃນເວລາສອນເຫັນວ່າ: ປ່ຽນຫົວໜວ່ຍມວນສານໄດ້ ເມື່ອສອບຖາມນັກຮຽນຜູ້ດັ່ງກ່າວຈິ່ງຮູ້ວ່າ: ນັກຮຽນເປົ້າໝາຍ 1 ນ້ອງຍັງບໍ່ທັນເຂົ້າໃຈວິທີ ແລະ ຂັ້ນຕອນໃນການປ່ຽນຫົວໜວ່ຍມວນສານໄດ້ ກິດຈະກຳທີ່ຄູໃຫ້ແກ້ຢູ່ກະດານນັ້ນແມ່ນໝູ່ໃນກຸ່ມເປັນຜູ້ແກ້ ສ່ວນຕົນເອງມີພຽງແຕ່ຕິດຕາມເທົ່ານັ້ນເວລາຄູໃຫ້ອອກແກ້ ແລະ ບໍ່ເຂົ້າໃຈກ່ຽວກັບການອະທິບາຍຂອງຄູເບື້ອງທະວີຄູນ ແລະ ອຸປະຄູນ ດັ່ງນັ້ນເວລາປ່ຽນຫົວໜ່ວຍວັດແທກມວນສານນັັກຮຽນເປົ້າໝາຍຈຳນວນ 1 ນ້ອງຈິ່ງບໍ່ສາມາດແກ້ໄດ້ຢ່າງຖືກຕ້ອງຄືໝູ່ ເມື່ອເປັນແນວນັ້ນຂ້າພະເຈົ້າຈິ່ງໄດ້ປຶກສາຫາລືກັນກັບຮ່ວມງານເພື່ອສືບຕໍ່ໃນການຊ່ວຍເຫຼືອແກ່ນັກຮຽນຈຳນວນ 1 ນ້ອງນີ້ຕື່ມອີກ.

2.5 ການວາງແຜນຄັ້ງທີ 2

ພາຍຫຼັງທີ່ໄດ້ນຳເອົາແຜນຄັ້ງທີ 1 ໄປຈັດຕັ້ງປະຕິບັດເຫັນວ່າ: ນັກຮຽນກຸ່ມເປົ້າໝາຍມີການປ່ຽນແປງພຶດຕິກຳບໍ່ເປັນທີ່ເພີ່ງພໍໃຈຂອງພວກຂ້າພະເຈົ້າ ດັ່ງນັ້ນຈິ່ງໄດ້ປຶກສາຫາລືກັນຕື່ມອີກໃນຄັ້ງວັນທີ 20.3.2013 ໃນການປຶກສາຫາລືໄດ້ຕົກລົງວ່າ:

- ໃຫ້ນັກຮຽນກຸ່ມເປົ້າໝາຍນັ່ງກັບນັກຮຽນເກັ່ງ

- ເອົາໃຈໃສ່ໃຫ້ການຊວ່ຍເຫຼືອ ແລະ ຕິດຕາມນັກຮຽນຫຼາຍຂຶ້ນກວ່າເກົ່າ

- ມອບວຽກບ້ານໃຫ້ນັກຮຽນປະຕິບັດຢູ່ເຮືອນແລ້ວກັບມາໂຮງຮຽນຄູກວດກາພ້ອມທັງໃຫ້ຄຳ

  ແນະນໍາ ແລະ ໝູ່ຄູ່ຊ່ວຍເຫຼືອອະທິບາຍ

2.6 ປະຕິບັດ ແລະ ສັງເກດຄັ້ງທີ 2

     ພາຍຫຼັງທີ່ໄດ້ວາງແຜນຄັ້ງວັນທີ 20 .3 .2013 ພໍຮອດວັັນທີ 27.3.2013 ພວກຂ້າພະເຈົ້າໄດ້ນໍາເອົາແຜນຄັ້ງທີ 2 ໄປປະຕີບັດ ໂດຍແມ່ນຂ້າພະເຈົ້າ ແລະ ຄູ່ຮ່ວມງານລົງເລິກຫາຜູ້ປົກຄອງຂອງນັກຮຽນກຸ່ມເປົ້າໝາຍ.ໃນຄັ້ງວັນທີ 29.3.2013​ ຂ້າພະເຈົ້າໄດ້ເປັນຜູ້ຂຶ້ນຫ້ອງສອນຄູ່ຮ່ວມງານເປັນຜູ້ສັງເກດ ແລະ ບັນທຶກ. ( ສອນຊໍ້າຄືນບົດເກົ່າ ) ຄູຈັດນັກຮຽນກຸ່ມເປົ້າໝາຍໃຫ້ນັ່ງກັບນັກຮຽນເກັ່ງ, ໃຫ້ນັກຮຽນເປົ້າໝາຍແກ້ກິດຈະກໍາວຽກບ້ານຢູ່ກະດານໂດຍໃຫ້ໝູ່ຊ່ວຍອະທິບາຍ. ສ່ວນຄູເຮັດໜ້າທີ່ໃກ້ຊິດຕິດຕາມ ການປະຕິບັດກິດຈະກໍາຂອງເຂົາ ກິດຈະກໍາທີ່ຄູມອບໃຫ້ເຮັດແມ່ນໃຫ້ນັກຮຽນປ່ຽນຫົວໜ່ວຍມວນສານ

1.     10   kg      =     ?   g

2.     40   Kg      =     ?   ​g

3.     65   kg      =     ?    g

4.    1000 g       =   ?      kg

5.    2000 g       =    ?     kg

 

     ​ໂດຍ​ໃຫ້​ນັກຮຽນ​ແຕ່​ລະ​ກຸ່ມ​ແກ້ ​ແລະ ​ໃຫ້​ນັກຮຽນ​ກຸ່ມ​ເປົ້າ​ໝາຍ ອອກ​ມາ​ແກ້​ຢູ່​ກະດານຫຼັງຈາກ​ນັ້ນ​ກໍ່​ຕັ້ງ​ບັ້ງ​ເລກ​ໃໝ່​ໃຫ້​ນັກ​ຮຽນ​ກຸ່ມ​ເປົ້າ​ໝາຍ​ອອກ​ມາ​ແກ້​ອີກ.

1.    1  kg  =   ?  dag

2.    2 kg =   ?  cg

3.    3kg  =   ?  mg

4.    1g   =   ?  kg

5.    1 mg  =   ?   g

6.    5 cg  =   ?   g

    ​ເຫັນ​ວ່າ​ນັກຮຽນ​ເປົ້າ​ໝາຍ​ສາມາດ​ປ່ຽນຫົວໜ່ວຍມວນ​ສານໄດ້ ​ແລະ ມີ​ການ​ປຽ່ນ​ແປງ​ພຶດຕິ​ກຳ​ດີຫຼາຍຂຶ້ນ​ເອົາ​ໃຈ​ໃສ່​ຕໍ່ການ​ຮຽນຊອກ​ຮູ້​ຮໍ່າຮຽນນໍາໝູ່.

2.7  ການສະທ້ອນຄືນຄັ້ງທີ 2

     ພາຍຫຼັງທີ່​ນຳ​ເອົາ​ແຜນ​ໃໝ່​ໄປ​ຈັດຕັ້ງປະຕິບັດຄັ້ັ້ງວັນ​ທີ 29.3.2013 ນັ້ນ​ເຫັນ​ວ່າ​ຜ່ານການຈັດກິດຈະກຳໃນຫ້ອງຮຽນ ໃຫ້ນັກຮຽນອ່ອນນັ່ງໃກ້ກັບນັກຮຽນເກັ່ງເຫັນວ່ານັກຮຽນມີການຊ່ວຍເຫຼືອ ແລະໃຫ້ຄຳແນະນຳກັນໃນການແກ້ບົດເລກ ການທີ່ຄູມອບວຽກບ້ານໃຫ້ໄປແກ້ຢູ່ເຮືອນນັ້ນນັກຮຽນກໍ່ມີການແກ້ແລ້ວກັບມາຄູກໍ່ກວດໃຫ້ຄະແນນພ້ອມທັງໃຫ້ຄຳແນະນຳເປັນອັນ​ເພິ່ງ​ພໍ​ໃຈ​ຫຼາຍ​ເພາະວ່າ​ປະສົບ​ຜົນສຳ​ເລັດ​ເປັ​ນຢ່າງ​ດີ​ເຮັດ​ໃຫ້​ນັກຮຽນກຸ່ມ​ເປົ້າໝາຍ​ມີ​ຄວາມ​ກະຕືລືລົ້ນຄົ້ນຄວ້າ​ບົດຮຽນ​ຫຼາຍຂຶ້ນກວ່າເກົ່າ​ເຊິ່ງມັນສະ​ແດງ​ອອກ​ໃນ​ການ​ແກ້​ບົດ​ຝຶກ​ຫັດ ​ແລະ ອອກ​ປ່ຽນຫົວໜວ່ຍມວນ​ສານ​ຢູ່​ກະດານ. ນອກຈາກ​ນັກຮຽນກຸ່ມ​ເປົ້າໝາຍ​ແລ້ວ​ນັກຮຽນທົ່ວ​ໄປ​ໃນ​ຫ້ອງ​ຮຽນກໍ່ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່ການ​ຮຽນ.

3. ສະຫຼຸບ

      ​ໃນການຈັດຕັ້ງປະຕິບັດ​ການ​ດຳ​ເນີນ​ການ​ວິ​ໄຈ ຜູ້​ວິ​ໄຈ​ທຸ້ມ​ເທ​ເວລາ ​ແລະ ​ຄວາມ​ຮູ້​ທີ່​ໄດ້​ຮຽນມາ​ໂດຍ​ໄປ​ຈັດຕັ້ງປະຕິບັດ​ຕາມ​ແຜນ​ຂັ້ນຕອນ​ຂອງ​ການ​ວິ​ໄຈ ​ເປັ​ນຕົ້ນ​ແມ່ນໄດ້​ເກັບ​ກຳ​ຂໍ້​ມູນ​ເພື່ອ​ສຶກສາ​ສະພາບ​ບັນຫາ, ຊອກຫາ​ສາເຫດ, ວິທີ​ແກ້​ໄຂ, ນຳ​ເອົາ​ແຜນ​ທີ່​ວາງ​ໄວ້​ໄປ​ຈັດຕັ້ງປະຕິບັດ, ສັງ​ເກດ ແລະ ​ບັນທຶກ​ການ​ປ່ຽນແປງຂອງ​ນັກຮຽນ​ກຸ່ມ​ເປົ້າໝາຍ. ຜ່ານ​ການ​ດຳ​ເນີນ​ການ​ວິ​ໄຈ​ທັງ 2 ຮອບ​ວຽນສາມ​າດສະຫຼຸບຜົນ​ການ​ວິ​ໄຈ​ໄດ້​ຄື:

   -ນັກຮຽນເປົ້າໝາຍຈຳນວນ 3 ຄົນມີການປ່ຽນແປງພຶດຕິກຳດີຂຶ້ນ ແລະ ສາມາດປ່ຽນຫົວໜ່ວຍມວນສານໄດ້.

   -ນັກຮຽນເປົ້າໝາຍມີສ່ວນຮ່ວມໃນການຮຽນ ສາມາດຖາມ-ຕອບຄູແລະ ໝູ່ຄູ່ໄດ້ບັນຫາທີ່ບໍ່ເຂົ້າໃຈ.

   -ຕັ້ງໃຈປະຕິບັດວຽກງານທີ່ມອບໝາຍແກ້ກິດຈະກຳວຽກບ້ານຈົນສຳເລັດ.

   -ເຂົາເຈົ້າໄດ້ພັດທະນາຕົນເອງໃຫ້ມີຜົນການຮຽນດີຂຶ້ນພ້ອມນັ້ນກໍ່ມີການຊ່ອຍເຫຼືອເຊິ່ງກັນ ແລະ ກັນລະຫ່ວາງນັກຮຽນເກັ່ງແລະ ນັກຮຽນອ່ອນເຮັດໃຫ້ບັນຍາກາດການຮຽນ-ການສອນຟົດຟື້ນຂຶ້ນ. ນອກຈາກນັ້ນຄູຜູ້ສອນເອງຍັງມີເຕັກນິກ ແລະ ກໍາເນື້ອໃນບົດຮຽນແຕ່ລະບົດ ສິ່ງດັ່ງກ່າວໄດ້ສ້າງຄວາມເພິ່ງພໍໃຈເພາະນອກຈາກສ້າງໃຫ້ນັກຮຽນກຸ່ມເປົ້າໝາຍມີການປ່ຽນແປງພຶດຕິກຳແລ້ວຍັງເປັນບາດກ້າວໃນການພັດທະນາການຮຽນ - ການສອນຂອງຄູໃນໂຮງຮຽນມູນລະປະຖົມນາວາແສນດີຂຶ້ນກວ່າເກົ່າ.

4. ຂໍ້ສະເໜີແນະ

4.1 ຂໍ້ສະເໜີແນະ​​ຜົນຂອງການວິໄຈ

    - ຄວນມີການໃກ້ຊິດຕິດແທດ

    - ຄວນຕິດຕາມແລະ ຊ່ວຍເຫຼືອນັກຮຽນເປົ້າໝາຍຫຼາຍທີ່ສຸດ

    -​ເປີດໂອກາດໃຫ້ນັກຮຽນເປົ້າໝາຍໄດ້ແລກປ່ຽນບົດຮຽນນຳໝູ່ໃນຫ້ອງຮຽນ

4.2 ຂໍ້ສະເໜີແນະການວິໄຈຄັ້ງຕໍ່ໄປ

    - ຄວນເຮັດການວິໄຈເສີມທັກສະການໃຊ້ຕາຕະລາງປ່ຽນຫົວໜ່ວຍນໍາໃຊ້ມວນສານໃນຫ້ອງຮຽນ 

      ອື່ນ

5. ​ເອກະສານອ້າງ​ອີງ

1.   ກະຊວງສຶກສາທິການ, ກົມ​ສ້າງ​ຄູ, ປຶ້ມຄູ່​ມື​ການ​ວິ​ໄຈ​ພາກ​ປະຕິບັດ 2011-2013

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

                 

 

              

 

 

 

 

 

 

 

 

 

 

 

 

 

          

                 

 

 

 

       

หมายเลขบันทึก: 547758เขียนเมื่อ 9 กันยายน 2013 13:53 น. ()แก้ไขเมื่อ 9 กันยายน 2013 13:53 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

คุณครูครับ

สงสัยผมไม่มี front ภาษาลาว

เลยอ่านไม่ได้

ช่วยแปลนะครับ

1.1 และความสำคัญของ ปัญหา

 

   การศึกษา เป็นสิ่งที่สำคัญ และที่สำคัญ ในการดำรงชีวิต ของผู้คน และร่วมกับ ครอบครัว ที่อาศัยอยู่ในสังคม ที่มีประสิทธิภาพ เพื่อให้ บุคคล ที่อยู่ใน สังคม จะต้องมี ความฝัน ในการแสวงหา ความรู้ ทักษะ สำหรับ การศึกษา ในอนาคต เพื่อความก้าวหน้า ในการพัฒนา ข้อเสนอ ของพวกเขา

 

    ข้อมูลระดับ โรงเรียน ประถมศึกษา ที่ พัน โรงเรียนที่เป็น กลุ่มของ โรงเรียนประถมศึกษา ใน โพน ขาม Lamam Sekong ตั้งอยู่ระหว่าง ใจกลางของหมู่บ้าน

 

     โรงเรียนนี้ ก่อตั้งขึ้น ในปี 2005 ด้วยความช่วยเหลือของ ผู้หญิงที่ ครูทุกคน , 2, และ 0. โรงเรียน ปี 2012-2013 มีจำนวน นักเรียน 37, 17 เป็นผู้หญิง

 

    การเรียนรู้- กระบวนการเรียนการสอน ในแต่ละปีเพื่อ ต้ม โปรแกรมกู้คืน ของ หลักสูตร โรงเรียนที่ พัน เป็น โรงเรียนนักเรียน ปัญหาที่พบบ่อย โดยเฉพาะนักเรียน จาก3 ขาด ของชั้น ดังกล่าวนักเรียน ต้องกังวล เซลล์ให้ อ่าน เขาเป็นนักเรียน โรงเรียนมัธยม หลัก ไปยังหน่วย ชั้นนำและอื่น ๆ. ดังนั้น ฉัน และดอกเบี้ย ถึง นักเรียน แปลง หน่วย เป็นผู้นำ ไม่ได้ เพื่อช่วยปรับปรุง นักเรียน ใน 3 สามารถเข้าใจและ เปลี่ยน หน่วย ที่นำไปสู่

 

        โรงเรียน- การสอน คณิตศาสตร์ เป็นเรื่องของการ เรียน รู้ ต้นน้ำจนถึง วิธีการเช่น บวกและลบ , คูณ, อาหารพื้นที่ วัด ความยาว วัด วัด ชั้นนำ สำหรับวิชา ที่มีความสำคัญ และ ความจำเป็น ใน การนำเข้าของ สด ทุกวันหน่วย โดยเฉพาะอย่างยิ่ง ในการวัด มวล ในเรื่อง สำคัญ แต่ รูปแบบนี้จะต้อง ได้รับการแก้ไข

 

        เพื่อแก้ ปัญหาเหล่านี้ ผม วิเคราะห์ มัน ตกลง กับคู่ค้าเพื่อ ระบุ เรื่องของ chaiv " ทักษะและ ใช้ตารางการเปลี่ยน หน่วยของนักเรียน ชั้นนำ ของวัด 3 "

 

1.2 วัตถุประสงค์ ของการวิจัย

 

   - เพื่อ พัฒนาทักษะ การแปลง หน่วยมวล ของนักศึกษา ใน รุ่นที่ 3

 

2 วิธีการวิเคราะห์

 

2.1 สถานะ ของ การศึกษา

 

ในการเก็บรวบรวม ข้อมูลรายละเอียด และล้างผม จึง กล่าวถึง การให้คำปรึกษา กับเพื่อนร่วมงาน เพื่อหา สาเหตุ ของปัญหา ให้กับนักเรียน 3 คน แปลง หน่วย เป็นผู้นำ ผมได้รับเชิญ ให้เข้าร่วม เป็นหุ้นส่วน ใน 3 ของห้องพักดังต่อไปนี้ :

 

 1

 

     ลงวันที่ 2013/03/01 . ฉันทำ การเรียนการสอน วิชาคณิตศาสตร์ บทที่ 40 ความเกลียดชัง. การเรียนการสอน สามารถดำเนินการ และวิธีการ เรียนการสอน เช่น การปฏิบัติของครู เพื่อทบทวน อดีตที่ผ่านมา โรงเรียนเก่า แล้วเป็น ส่วนใหม่ที่จะแขวน ในกระบวนการของ การเรียนรู้- การเรียนการสอน ที่จะรู้ว่า นักเรียน ไม่สามารถเปลี่ยน หน่วยการวัด ที่นำไปสู่ ​​จำนวน 3 คน เมื่อพวกเขาอยู่ ที่พวกเขา พยายามที่จะ เก็บรวบรวมข้อมูล สำหรับนักเรียนที่ ไม่สามารถเปลี่ยน หน่วยการวัด ชั้นนำ ผู้สังเกตการณ์ จากการทำ การทดสอบและการดำเนินการ ของนักเรียน3 คน จริง ทราบว่าสาเหตุ ที่ นักเรียน นำไปสู่ ​​หน่วยงาน ชั้นนำ ไม่ได้เพราะ : นักเรียน ไม่เต็มใจที่จะ ฟัง คำอธิบาย ของครู ครู ได้อย่างรวดเร็ว โดยไม่ต้อง มีแรงจูงใจที่ ครู อธิบายให้ หน่วย ของการวัด ที่นำ นักเรียน ดู ไม่มีความละเอียด

 

      จากบันทึก นี้ ทำให้ฉัน และคู่ค้าที่ มีความสนใจ ในด้านการศึกษา ของปัญหา และเรื่องของ chaiv" ทักษะ เสริม โดยใช้ ตาราง หน่วยมวล ของ นักเรียน จาก3 " ดังนั้น ฉันแล้วเอา คำถาม วิธี chaiv ว่า ผม ต้องทำเพื่อ นักเรียน จาก3 จำนวน 3 จาก โรงเรียนประถมศึกษา ที่ แปลงหน่วย พัน ไอทีชั้นนำ

 

2.2 การวางแผน 1

 

     ผ่าน การปรึกษาหารือกับ ผู้ร่วมงาน ที่ สามารถระบุ ชื่อและรู้ สาเหตุของปัญหามีการวางแผน เพื่อแก้ไขปัญหา ต่อไปนี้:

 

     - กลุ่ม นักศึกษา จัด กลุ่มที่ 2 กลุ่มที่ 4

 

     - ครู อธิบาย รายละเอียด เกี่ยวกับหน่วยที่มีขนาดใหญ่กว่า ขนาดเล็กกว่า (กรัม .... กิโลกรัม .... )

 

     - ครู นักเรียน ใส่ เป้าหมาย กว่า นักศึกษา ทั่วไป

 

2.3 และ 1 หมายเหตุ

 

      หลังจากการวางแผน และการวิเคราะห์ ผม มีแผน ในการดำเนินการ วันที่ 2013/03/13 . โดย เขี้ยว ของ มิชชันนารี พฤติกรรม ผู้สังเกตการณ์ ผมของ กลุ่ม นักเรียน

 

หมายเลข 3คือ:

 

     - นาย A.

 

     - บี เบน

 

     - นาง C ( ปลอม )

 

บทเรียน สอน สอน นิสัย ของผู้คน จาก บทที่ 40 และชั่งน้ำหนัก ( เพื่อ ) การเรียนรู้- การเรียนการสอน นักเรียน แบ่ง ออกเป็น 2 กลุ่ม กลุ่มที่ 4 ครูอธิบาย เครื่องมือ หรืออุปกรณ์ที่ ชั่งน้ำหนัก น้ำหนักว่าครู จัดทำขึ้นโดย อุปกรณ์จริง แต่ละ เช่นหนังสือที่ สมดุลแขวน กระเป๋านักเรียน แขวน ตัวเอง ... หน่วย การเปลี่ยนแปลง ตารางเวลา ของการวัด ที่นำไปสู่ ​​การเตรียม การฝัง บนเรือ นักเรียน คำถาม หารือ ใน กลุ่ม นักเรียนตอบ นิติบุคคล ดังกล่าวซึ่ง มีขนาดเล็กกว่า และมีขนาดใหญ่ กรัม กรัม

 

โดยนักศึกษา ใน แต่ละกลุ่ม หารือ และค้นหาคำตอบ ในน้ำและ เป้าหมายเพื่อให้แน่ใจว่า การเขียน บนกระดานและอธิบาย ตัวคูณและ คูณด้วย การกระทำการเรียนรู้ - การเรียนการสอน ใน นักวิชาการอาจารย์ หลักและ ขั้นตอนการสอน โดย การสอนนักเรียน การทำงานโดยตรงกับความสมดุลของ เป้าหมาย นักศึกษา และแปลง หน่วยวัด ชั้นนำของ ตัวเอง

 

2.4 ถึง สะท้อนให้เห็นถึง 1

 

จากการวางแผนการดำเนินการตาม วันที่ เกิดขึ้นจริง 2013/03/13 โดย แผนทั้งหมด ชุด ครูคนแรก ที่อธิบาย การใช้ ความเกลียดชัง ว่านักเรียนออกเป็น 2 กลุ่ม กลุ่มที่ 4กลุ่มเล็ก ๆ แต่ละคนจะ มีส่วนร่วมใน กลุ่ม กิจกรรม ได้ง่ายขึ้น โดยเฉพาะอย่างยิ่ง ถ้าผม จะเห็นว่า นักเรียน ที่มักจะ มีลักษณะ ที่ดีคือ การใช้งานและ สนใจในสิ่งที่ พวกเขาทำ มากขึ้นและ บรรลุ แผนการ ที่วางไว้ เมื่อ ครูวาง เป้าหมายมากกว่า ทั่วไปพวกเขา ทำกิจกรรม ในห้องเรียนเมื่อตัวเลข ที่ถูกต้องใน ครู คณะกรรมการ เฉพาะ เป้าหมายที่ ผ่านการสังเกต และการทดสอบ ในระหว่าง การเรียนการสอน ที่แปลง หน่วย เป็นผู้นำ เมื่อถามว่าทำไม นักเรียนทุกคนที่ เป็นเป้าหมาย1 ฉันไม่เข้าใจ วิธีการ ประมวลผลและ หน่วย แปลงเป็นผู้นำ กิจกรรมหลัก ของบอร์ดอยู่ในหมู่ เพื่อนสนิท เพียง ปฏิบัติตาม ของพวกเขาเท่านั้น เมื่อ ครู ให้ออก นี้ และเข้าใจ เกี่ยวกับ การอธิบาย ตัวคูณ ครู คนแรกและคน คูณด้วยหน่วย การเปลี่ยนแปลง เวลา ของรัฐ นำ มาตรการ ของเป้าหมาย หมายเลข 1 น้องชาย ไม่ ถูกต้อง เป็นเพื่อน ถ้าเป็นเช่นนั้น ผมได้ ปรึกษากับ คู่ค้า ที่จะดำเนินการ เพื่อช่วยให้นักเรียน 1 พี่ชาย ยัง

 

2.5 การวางแผน2

 

หลังจากที่ แผนคือ 1 การดำเนินการตาม เป้าหมาย ที่ นักเรียน เปลี่ยนพฤติกรรม ไม่พอใจ ที่ ไฟร์ ดังนั้นการให้คำปรึกษา เพิ่มเติมเกี่ยวกับ 2013/03/20 ในการอภิปรายเห็นพ้องกันว่า :

 

- โรงเรียนมัธยมศึกษา นั่ง เลิศ เป้าหมาย

 

เอาใจใส่ -การติดตามที่เหมาะสม และ ช่วยให้นักเรียน ได้ดีกว่า เก่า

 

- การบ้านที่ กำหนด เพื่อให้นักเรียนได้ ฝึก ที่บ้านและ ครูในโรงเรียน และจัดให้มี การตรวจสอบ

 

  แนะนำ เพื่อนและ ช่วยอธิบาย

 

2.6 ดำเนินการและ สังเกต2

 

     หลังจากที่ การวางแผน20 0.3 0.2013 พอที่จะได้ทันที 2013/03/27 เรา นำมาเป็นครั้งแรก 2 ถึง การปฏิบัติ โดยผม และหุ้นส่วน PRA กับพ่อแม่ ของเป้าหมาย นักเรียน . ลงวันที่ 2013/03/29 ฉันมีชั้นเรียน ที่ดีขึ้นของ พันธมิตร เป็นที่สังเกต และบันทึก . ( ซ้ำ กับอดีต) ครู จัด กลุ่ม นักเรียน ที่จะนั่ง ด้วยความเป็นเลิศ ของนักเรียน กลุ่มเป้าหมายที่ นักเรียน ทำการบ้าน กิจกรรมนี้ ขึ้นมาบนเรือ ด้วยความช่วยเหลืออธิบาย ครูส่วนใหญ่ ทำงาน อย่างใกล้ชิด ตรวจสอบ การดำเนินงานของ กิจกรรมของพวกเขา กิจกรรมหลัก คือการให้ นักเรียน เข้าถึง หน่วย นำ

 

1 10 กิโลกรัม =? ก.

 

2 40 กิโลกรัม =? ก.

 

3 65 กิโลกรัม =? ก.

 

4 1,000 กรัม =? กิโลกรัม

 

5 2000 กรัม =? กิโลกรัม

 

 

 

     โดยนักศึกษา และกลุ่ม นักเรียนแต่ละคน ในเป้าหมาย ออก มาบนเรือแล้วจำนวนของนักศึกษา ถัง ออก ในเป้าหมาย อื่น

 

1 1 กิโลกรัม =? ลูกไม้

 

2 2 กก. =? เซนติกรัม

 

3 3kg =? มก.

 

4 1g =? กิโลกรัม

 

5 1 มิลลิกรัม =? ก.

 

6 5 CG = ? ก.

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท