ນະໂຍບາຍຂອງລັດກ່ຽວກັບຊັບສິນທາງປັນຍາ

         ລັດສົ່ງເສີມ ການເພີ່ມພູນສ້າງ, ການເຄື່ອນໄຫວວຽກງານຊັບສິນທາງປັນຍາ ແລະການນຳໃຊ້ໝາກຜົນ ຂອງການປະດິດສ້າງ, ການປະດິດແຕ່າງຂອງບຸກຄົນ ຫລື ການຈັດຕັ້ງພ້ອມທັງຮັບຮູ້ແລະປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງຊັບສິນທາງປັນຍາ

       ລັດຊຸກຍູ້ການເຄື່ອນໄຫວວຽກງານ ແລະການລົງທຶນເຂົ້າໃນຂົງເຂດຊັບສິນທາງປັນຍາ ດ້ວຍການວາງນະໂຍບາຍ, ລະບຽບກົດໝາຍ ແລະມາດຕະການຕ່າງໆເພື່ອຮອງຮັບ

       ລັດປົກປ້ອງຊັບສິນທາງປັນຍາ ທີ່ບໍ່ຂັດກັບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສຸຂານາໄມ, ສິ່ງແວດລ້ອມ, ລະບຽບກົດໝາຍ, ວັດທະນາທຳ ຫຼື ຮີດຄອງປະເພນີອັນດີງາມຂອງຊາດ[1]

ຫລັກການລວມກ່ຽວກັບຊັບສິນທາງປັນຍາ

  1. ການຮັບຮູ້, ປົກປ້ອງ ແລະຮັບປະກັນຄວາມຍຸຕິທຳຕໍ່ເຈົ້າຂອງຊັບສິນທາງປັນຍາຫ
  2. ການປົກປ້ອງຊັບສິນອຸດສາຫະກຳຢູ່ ສປປລາວ ຈະມີຜົນບັງຄັບໃຊ້ກໍ່ຕໍ່ເມື່ອເຈົ້າຂອງຊັບສິນອຸດສາຫະກຳໄດ້ຮັບການຈົດທະບຽນ
  3. ລິຂະສິດແລະສິດກ່ຽວຂ້ອງກັບລິຂະສິດໄດ້ຮັບການປົກປ້ອງໂດຍທັນທີພາຍຫລັງທີ່ໄດ້ມີການປະດິດຄິດແຕ່າງຜົນງານ ທາງດ້ານສິນລະປະກຳ ແລະວັນນະກຳລວມທັງຜົນງານທາງດ້ານວິທະຍາສາດນັ້ນຂື້ນ
  4. ທຸກການນຳໃຊ້ຊັບສິນທາງປັນຍາ ເພື່ອຫາຜົນປະໂຫຍດທາງການຄ້າ ຕ້ອງໄດ້ຮັບອານຸຍາດຈາກເຈົ້າຂອງລິຂະສິດ
  5. ໃນກໍລະນີທີ່ການກຳນົດຂອງສົນທິສັນຍາສາກົນທີ່ ສປປລາວເປັນພາຄີ ຫຼື ສັນຍາທີ່ໄດ້ຮ່ວມເຊັນນຳກັນ ຫາກຂັດກັບກົດໝາຍສະບັບນີ້ແມ່ນໃຫ້ປະຕິບັດຕາມການກຳນົດຂອງສົນທິສັນຍາສາກົນຫຼືສັນຍານັ້ນ[2]

ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

       ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ ເປັນຕົ້ນໃນການຄຸ້ມຄອງ ແລະການປົກປ້ອງຊັບສິນທາງປັນຍາຈະໄດ້ຮັບການຍ້ອງຍໍ ຫຼືນະໂຍບາຍຕາມລະບຽບກົດໝາຍ[3]  ບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການປະດິດສ້າງຫຼືປະດິດຄິດແຕ່ງ ຈະໄດ້ຮັບການຍ້ອງຍໍ, ລາງວັນ ຫຼື ນະໂຍບາຍອື່ນຕາມລະບຽບການ

ມາດຕະການຕໍ່ຜູ້ລະເມີດ

       ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດກົດໝາຍວ່າດ້ວຍຊັບສິນທາງປັນຍາຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ປັບໄໝ, ໃຊ້ແທນທາງແພ່ງ ຫຼືລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ

ມາດຕະການສຶກສາາາອົບຮົມ

     ບຸກຄົນ ຫຼື ກກການຈັດຕັ້ງທີ່ລະເມີດລະເມີດລະບຽບກົດໝາຍ ກ່ຽວກັບຊັບສິນທາງປັນຍາເປັນຄັ້ງທໍາອິດໂຍບໍ່ເຈດຕະນາ ແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕໍ່າກວ່າ ຫ້າແສນກີບ ຈະຖືກຕັກເຕືອນ, ສຶກສາອົບຮົມ

 ມາດຕະການທາງວິໄນ

     ພະນັກງານ ແລະເຈົ້າໜ້າທີ່ທີ່ລະເມີດລະບຽບກົດໝາຍ ກ່ຽວກັບຊັບສິນທາງປັນຍາ ແລະຂໍ້ຫ້າມທີ່ມີລັກສະນະເບົາບາງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະກໍ່ຄວາມເສຍຫາຍທີ່ມີມູນຄ່າຕຳ່ກວ່າ ຫ້າແສນກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຈາກຄວາມຜິດ ກໍ່ຈະຖືກປະຕິບັດວິໄນຕາມແຕ່ກໍລະນີດັ່ງນີ້້:

  1. ຕິຕຽນ, ກ່າວເຕືອນຄວາມຜິດ ຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ໃນສຳນວນເອກະສານຊີວະປະຫວັດຂອງຜູ້ກ່ຽວ
  2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະການຍ້ອງຍໍ
  3. ປົດຕໍແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນທີ່ມີຕໍແໜ່ງຕໍ່ກວ່າເກົ່າ
  4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ

ມາດຕາ 132 ມາດຕະການປັບໃໝ

     ບຸກຄົນ ຫຼືການຈັດຕັ້ງທີ່ລະເມີດລະບຽບກົດໝາຍ ກ່ຽວກັບຊັບສິນທາງປັນຍາ ໂດຍເຈດຕະນາ ຫຼື ລະເມີດໂດຍບໍ່ເຈດຕະນາເປັນຄັ້ງທີສອງ ຊຶ່ງບໍເປັນການກະທຳຜິດທາງອາຍາຈະຖືກປັບໃໝສອງເທົ່າຂອງມູນຄ່າເສຍຫາຍ

 ມາດຕະການທາງແພ່ງ

    ບຸກຄົນ ຫຼືການຈັດຕັ້ງທີ່ລະເມີດກົດໝາຍວ່າດ້ວຍຊັບສິນທາງປັນຍາ ຊຶ່ງໄດ້ກໍ່ຄວາມເສຍຫາຍແກ່ຜູ້ອື່ນຈະໄດ້ໃຊ້ແທນຄ່າເສຍຫາຍຕາມທີ່ຕົໄດ້ກໍ່ຂື້ນ

ມາດຕະການທາງອາຍາ

     ບຸກຄົນທີ່ລະເມີດສິດທາງດ້ານຊັບສິນທາງປັນຍາ, ປອມແປງ, ຕົວຍວົະ, ຫລອກລວງ, ແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳ ກ່ຽວກັບຊັບສິນທາງປັນຍາ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະຖືກປັບໃໝ ແຕ່ 500.000 ກີບ 5.000.000 ກີບ

    ໃນກໍລະນີທີ່ມີການກະທໍາອື່ນ ຊຶ່ງເປັນການກະທໍາຜິດທາງອາຍາ ກໍຈະຖືກລົງໂທດ ຕາມກົດໝາຍອາຍາ[4].

 


[1] ມາດ​ຕາ​ 4 ກົດໝາຍວ່າດ້ວຍຊັບສິນທາງປັນຍາ ປີ 2007

[2] ມາດ​ຕາ​ 5  ກົດໝາຍວ່າດ້ວຍຊັບສິນທາງປັນຍາ ປີ 2007

[3] ມາດ​ຕາ​ 127,128, ກົດໝາຍວ່າດ້ວຍຊັບສິນທາງປັນຍາ ປີ 2007

[4] ມາດ​ຕາ​ 129- 134,  ກົດໝາຍວ່າດ້ວຍຊັບສິນທາງປັນຍາ ປີ 2007