ການປົກປ້ອງແລະການຄຸ້ມຄອງຊັບສິນທາງປັນຍາພາຍໃຕ້ລັດຖະທຳມະນູນລາວ


 

    ລັດ​ປົກ​ປ້ອງ​ສິດ​ອິດ​ສະ​ລະ​ພາບ​ ແລະ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​ ທີ່​ບໍ່​ມີ​ໃຜ​ຈະ​ລ່​ວງ​ລະ​ເມີດ​ໄດ້. ທຸກ​ອົງ​ການ​ ແລະ​ພະ​ນັກ​ງານ​ຂອງ​ລັດ ຕ້ອງ​ໂຄ​ສະ​ນາ​ອົບ​ຮົມ​ບັນ​ດາ​ນະ​ໂຍ​ບາຍ​ ແລະ​ລະ​ບຽບ​ກົດ​ໝາຍ​ໃຫ້​ປະ​ຊາ​ຊົນ​ ແລະ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ ເພື່ອ​ຮັບ​ປະ​ກັນ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ຂອງ​ປະ​ຊາ​ຊົນ​. ຫ້າມ​ທຸກ​ການ​ກະ​ທໍາ​ແບບ​ອາດ​ຍາ​ສິດ​, ຂົ່ມ​ຂູ່​ ອັນ​ຈະ​ກໍ່​ຄວາມ​  ເສຍ​ຫາຍ ເຖິງ​ກຽດ​ສັກ​ສີ​, ຮ່າງ​ກາຍ​, ຊີ​ວິດ​, ຈິດ​ໃຈ​ ແລະ​ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​.[1]

     ລັດ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສາ​ມັກ​ຄີ​  ແລະ​ສະ​ເໝີ​ພາບ​ລະ​ຫວ່າງ​ຊົນ​ເຜົ່າ​ຕ່າງໆ. ທຸກ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ສິດ​ປົກ​ປັກ​ຮັກ​ສາ​, ເສີມ​ຂະ​ຫຍາຍ​ຮີດ​ຄອງ​ປະ​ເພ​ນີ​ ແລະ​ວັດ​ທະ​ນະ​ທໍາ​ອັນ​ດີ​ງາມ​ຂອງ​ຕົນ ແລະ​ຂອງ​ຊາດ​. ຫ້າມ​ທຸກ​ການ​ກະ​ທໍາ​ແບ່ງ​ແຍກ​ ແລະ​ການ​ປະ​ພຶດ​ຈໍາ​ແນກ​ລະ​ຫວ່າງ​ຊົນ​ເຜົ່າ.ລັດ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ເພື່ອ​ຂະ​ຫຍາຍ​ ແລະ​ຍົກ​ລະ​ດັບ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ທຸກ​ຊົນ​ເຜົ່າ​ໃຫ້​ສູງ​ຂຶ້ນ[2].

      ລັດ​ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​. ອົງ​ການ​ຈັດ​ຕັ້ງ ຂອງ​ພັກ​, ລັດ​, ແນວ​ລາວ​ສ້າງ​ຊາດ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ຕ້ອງ​ເຄົາ​ລົບ​ ແລະ​ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ຢ່າງ​ເຂັ້​ມງ​ວດ[3]​.

       ລັດ​ປະ​ຕິ​ບັດ​ແນວ​ທາງ​, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ທົ່ວ​ປ​ວງ​ຊົນ ແລະ​ຮອບ​ດ້ານ​; ປັບ​ປຸງ​ ແລະ​ກໍ່​ສ້າງ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ ໃຫ້​ເຂັ້ມ ແຂງ​, ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ ແລະ​ຕໍ່​ປະ​ຊາ​ຊົນ​, ມີ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ​, ຊີ​ວິດ​, ຊັບ​ສິນ​ ແລະ​ການ​ອອກ​ແຮງ​ງານ​ຂອງ​ປະ​ຊາ​ຊົນ​; ປະ ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ[4].    ລັດ​ສົ່ງ​ເສີມ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິ​ດ​,ທຸ​ລະ​ກິດ​ ແລະ​ການ​ບໍ​ລິ​ການ​,ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝ,ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ເຕີບ​ໃຫຍ່​ເຂັ້ມ​ແຂງ[5].    ລັດ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​,ສ້າງ​ສິ່ງ​ແວດ​ລ້ອມ​ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ນໍາ​ເອົາ​ທຶນ​, ເຕັກ​ໂນ​ໂລ​ຢີ​ແລະ​ການ​ຄຸ້ມ​ຄອງ​ທີ່​ກ້າວ​ໜ້າ​ເຂົ້າ​ສູ່​ຂະບວນ​ການ​ຜະ​ລິດ​,ທຸ​ລະ​ກິດ​ ແລະ​ການ​ບໍ​ລິ​ການ
    ຊັບ​ສົມ​ບັດ​ ແລະ​ທຶນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຜູ້​ລົງ​ທຶນ​ຢູ່​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ຈະ​ບໍ່​ຖືກ​ເກັບ​ເກນ​, ບໍ່​ຖືກ​ຍຶດ​ ຫຼື​ໂອນ​ເປັນ​ຂອງ​ລັດ[6].   ລັດ​ປົກ​ປ້ອງ​ ແລະ​ເສີມ​ຂະ​ຫຍາຍ​ບັນ​ດາ​ຮູບ​ການ​ກໍາ​ມະ​ສິດ​ຂອງ​ລັດ​, ຂອງ​ລ​ວມ​ໝູ່​, ເອ​ກະ​ເທດ​, ເອ​ກະ​ຊົນ​ພາຍ​ໃນ​ ແລະ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ ຊາ​ຊົນ​ລາວ[7].   ລັດ​ປົກ​ປ້ອງ​ສິດ​ກ່ຽວ​ກັບ​ກໍາ​ມະ​ສິດ​ (ສິດ​ຄອບ​ຄອງ​, ສິດ​ນໍາ​ໃຊ້​, ສິດ​ໄດ້​ຮັບ​ ໝາກ​ຜົນ​, ສິດ​ຊີ້​ຂາດ​) ແລະ​ສິດ​ສືບ​ທອດ​ຊັບ​ສົມ​ບັດ​ຂອງ​ການ​ຈັດ​ຕັ້ງ​ ແລະ​ຂອງ​ບຸກ​ຄົນ. ສໍາ​ລັບ​ທີ່​ດິນ​ແມ່ນ​ເປັນ​ກໍາ​ມະ​ສິດ​ຂອງ​ວົງ​ຄະ​ນະ​ຍາດ​ແຫ່ງ​ຊາດ​, ລັດ​ຮັບ​ປະ​ກັນ​ສິດ​ນໍາ​ໃຊ້​, ສິດ​ໂອນ ແລະ​ສິດ​ສືບ​ທອດ​ຕາມ​ກົດ​ໝາຍ[8].   ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ປ​ະ​ຕິ​ບັດ​ນະ​ໂຍ​ບາຍ​ເປີດ​ ກ​ວ້າງ​ການ​ພົວ​ພັນ​ຮ່​ວມ​ມື​ເສດ​ຖະ​ກິດ​ກັບ​ຕ່າງ​ປະ​ເທດ​ ໂດຍ​ນໍາ​ໃຊ້​ຮູບ​ການ​ສໍາ​ພັນ​ເສດ​ຖະ​ກິດ​ແບບ​ຫຼາຍ​ທິດ​, ຫຼາຍ​ຝ່າຍ​, ຫຼາຍ​ຮູບ​ແບບ​ ບົນ​ຫຼັກ​ການ​ເຄົາ​ລົບ​ເອ​ກະ​ລາດ​, ອະ​ທິ​ປະ​ໄຕ​ ຂອງ​ກັນ​, ສະ​ເໝີ​ພາບ​ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ[9].   ລັດ​ໃຫ້​ຄວາມ​ສໍາ​ຄັນ​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ຕ​ິດ​ພັນ​ກັບ​ການ​ພັດ​ທະ​ນາ​ ວັດ​ທະ​ນະ​ທໍາ​-ສັງ​ຄົມ​ ໂດຍ​ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາກອນ​ມະ​ນຸດ.     ລັດ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ການ​ສຶກ​ສ​າ​, ປະ​ຕິ​ບັດ​ລະບອບ​ ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ແບບ​ບັງ​ຄັບ​ ເພື່ອ​ສ້າງ​ຄົນ​ລາວ​ໃຫ້​ເປັນ​ພົນ​ລະ​ເມືອງ​ດີ​, ມີ​ຄຸນ​ສົມ​ບັດ​ສິນ​ທໍາ​ ປະ​ຕິ​ວັດ​, ມີ​ຄວາມ​ຮູ້​ ແລະ​ຄວາມ​ສາ​ມາດ[10].  
    ລັດ ແລະ​ທົ່ວ​ສັງ​ຄົມ​ ຕ​ັ້ງ​ໜ້າ​ພັດ​ທະ​ນາ​ການ​ສຶກ​ສາ​ແຫ່ງ​ຊາດ​ໃຫ້​ມີ​ຄຸນ​ນະ​ພາບ​, ສ້າງ​ໂອ ກາດ​ ແລະ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ການ​ສຶກ​ສາ​ຢ່າງ​ທົ່ວ​ເຖິງ​ ໂດຍ​ສະ​ເພາະ​ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ​, ຊົນ​ເຜົ່າ​, ແມ່​ຍິງ​, ເດັກ​ນ້ອຍ ແລະ​ຜູ້​ດ້ອຍ​ໂອ​ກາດ.  
    ລັດ​ສົ່ງ​ເສີມ​ ແລະ​ຊຸກ​ຍູ້​ໃຫ້​ເອ​ກະ​ຊົນ​ລົງ​ທຶນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ແຫ່ງ​ຊາດ​ຕາມ​ກົດ​ໝາຍ.
    ລັດ​ສົ່ງ​ເສີມ​ການ​ອະ​ນຸ​ລັກ​ວັດ​ທະ​ນະ​ທໍາ​ ທີ່​ເປັນ​ເອ​ກະ​ລັກ​ ແລະ​ເປັນ​ມູນ​ເຊື້ອ​ອັນ​ ດີ​ງາມ​ຂອງ​ຊາດ​ ແລະ​ຂອງ​ຊົນ​ເຜົ່າ​ ສົມ​ທົບ​ກັບ​ການ​ຮັບ​ເອົາ​ວັດ​ທະ​ນະ​ທໍາ​ທີ່​ກ້າວ​ໜ້າ​ຂອງ​ໂລກ​ຢ່າງ​ ມີ​ການ​ເລືອກ​ເຟັ້ນ.
    ລັດ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທໍ​າ​, ສິນ​ລະ​ປະ​ວັນ​ນະ​ຄະ​ດີ​, ການ​ປະ​ດິດ​ຄິດ​ແຕ່ງ​, ຄຸ້ມ​ຄອງ ແລະ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ທາງ​ດ້ານ​ວັດ​ທະ​ນະ​ທໍາ​, ປະ​ຫວັດ​ສາດ​ ແລະ​ທໍາ​ມະ​ຊາດ​, ບູ ລະ​ນະ​ປະ​ຕິ​ສັງ​ຂອນ​ວັດ​ຖຸ​ບູ​ຮານ​ ແລະ​ປູ​ຊະ​ນີ​ຍະ​ສະ​ຖານ.
    ລັດ​ເອົາ​ໃຈ​ໃສ່​ປັບ​ປຸງ​ ແລະ​ຂະ​ຫຍາຍ​ວຽກ​ງານ​ສື່ມວນ​ຊົນ​ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ປົກ​ປັກ​ຮັກ​ ສາ ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ.
    ຫ້າມ​ທຸກ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທໍາ​ ຫ​ຼື​ນໍາ​ໃຊ້​ສື່ມວນ​ຊົນ​ ເພ​ື່ອ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ຂອງ​ຊາດ​, ທໍາ​ລາຍ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ ຫຼື​ກຽດ​ສັກ​ສີ​ຂອງ​ຄົນ​ລາວ.
    ລັດ​ເອົາ​ໃຈ​ໃສ່​ສົ່ງ​ເສີມ​ສະ​ຕິ​ປັນ​ຍາ​ ແລະ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ວຽກ​ງານ​ການ​ ຄົ້ນ​ຄ​ວ້າ ແລະ​ການ​ນໍາ​ໃຊ້​ວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຢີ​, ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ ໄປ​ຄຽງ​ຄູ່​ກັບ​ ການ​ບໍາ​ລຸງ​ ແລະ​ກໍ່​ສ້າງ​ນັກ​ວິ​ທະ​ຍາ​ສາດ​ ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ ທັນ​ສະ​ໄໝ.   ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ຊຸກ​ຍູ້​, ສົ່ງ​ເສີມ ແລະ​ລົງ​ທຶນ​ເຂົ້າ​ໃນ​ການ​ກິ​ລາ​ກາຍ​ຍະ​ກໍາ​ຂອງ​ມະ​ຫາ​ຊົນ​ ນັບ​ທັງ​ປະ​ເພດ​ກິ​ລາ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ເຜົ່າ​ຕ່າງໆ​ ແລະ​ກິ​ລາ​ສາ​ ກົນ ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ດ້ານ​ການ​ກິ​ລາ​ໃຫ້​ສູງ​ຂຶ້ນ​, ເສີມ​ສ້າງ​ກໍາ​ລັງ​ ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.  ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ສີ​ມື​ແຮງ​ງານ​; ຍົກ​ສູງ​ວິ​ໄນ​ແຮງ​ງານ​, ສົ່ງ​ເສີມ​ວິ​ຊາ​ຊີບ​ ແລະ​ວຽກ​ເຮັດ​ງານ​ທໍາ​ຂອງ​ປະ​ຊາ​ຊົນ​; ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ຂອງ​ຜູ້​ອອກ​ແຮງ​ງານ.   ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ຫວັດ​ດີ​ການ​ສັງ​ຄົມ​ເປັນ​ຢ່າງ​ ດີ ໂດຍ​ສະ​ເພາະ​ຕໍ່​ວິ​ລະ​ຊົນ​ແຫ່ງ​ຊາດ​, ນັກ​ຮົບ​ແຂ່ງ​ຂັນ​, ພະ​ນັກ​ງານ​ບໍາ​ນານ​, ຜູ້​ເສຍ​ອົງ​ຄະ​, ຄອບ​ຄົວ​ຜູ້​ເສຍ​ສະ​ລະ​ຊີ​ວິດ​ ເພື່ອ​ພາ​ລະ​ກິດ​ປະ​ຕິ​ວັດ​ ແລະ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ.

    ພົນ​ລະ​ເມືອງ​ລາວ ມີ​ພັນ​ທະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ແລະ​ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​, ປະ​ຕິ​ບັດ​ພັນ​ທະ​ການ​ທະ​ຫານ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.

    ຊາວ​ຕ່າງ​ດ້າວ ແລະ​ຜູ້​ບໍ່​ມີ​ສັນ​ຊາດ​ກໍ່​ມີ​ສິດ​ໄດ້​ຮັບ​ການ​ປ້ອງ​ກັນ​ສິດ​ ແລະ​ເສ​ລີ​ພາບ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ຢູ່​ໃນ​ກົດ​ໝາຍ​ຂອງ​ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​, ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​, ມີ​ພັນ​ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ລະ​ບຽບ​ກົດ​ໝາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ.

 


[1] ມາດ​ຕາ​ 6.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[2] ມາດ​ຕາ​ 8.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[3] ມາດ​ຕາ​ 10.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[4] ມາດ​ຕາ​ 11.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[5] ມາດ​ຕາ​ 14.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[6] ມາດ​ຕາ​ 615  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[7] ມາດ​ຕາ​ 16.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[8] ມາດ​ຕາ​ 17.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[9] ມາດ​ຕາ​ 20.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

[10] ມາດ​ຕາ​ 22.  ແຫ່ງລັດຖະທຳມະນູນຂອງສປປລາວ ປີ 2003.

หมายเลขบันทึก: 392341เขียนเมื่อ 9 กันยายน 2010 09:10 น. ()แก้ไขเมื่อ 23 มิถุนายน 2012 01:44 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท