ຜະຫຍາ
ນ້ອງນີ້ນາມໜໍ່ເຊື້ອ ເຂືອລາວຊົນລຸ່ມ
ຄອງຊາຍຊຸມບ່າວໂກ້ ມາຈ້ອງສ່ອງມອງ
ດວງຈຳປາຄືນ້ອງ ລະອອງຫອມໂຊຍກິ່ນ
ວັດທະນາທຳແນບເນື້ອ ນາງນີ້ຮັກບໍ່ຈາງ
ເສື້ອສີ້ນໄໝໜ່ອມນ້ອງ ຖະໜອມແພງຕຸ້ມຫົ່ມ
ໃຫ້ເໜາະສົມທີ່ນ້ອງ ນາມເຊື້ອຊື່ລາວ
ເກິດເປັນຍິງລາວແລ້ວ ແນວມູນມັງເກົ່າ
ນ້ອງນີ້ຈຶ່ງຮັກໝັ້ນ ພັນເຊື້ອເຜົ່າລາວ
1- ກັນຍາ -17
