III. ສົນທິສັນຍາ​ສາກົນ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບ​ການ​ຈໍາ​ແນ​ກຕໍ່​ແມ່ຍິງ, (Convention on the Elimination of All Forms of Racial Discrimination - CERD)

BOUNMY
ติดตาม ผู้ติดตาม 
ติดต่อ

3.1. ຄວາມໝາຍຂອງການຈໍາແນກຕໍ່ແມ່ຍິງ

“ການຈໍາແນກແມ່ຍິງ” ໝາຍເຖິງທຸກການແບ່ງແຍກ ການກີດກັ້ນບໍ່ໃຫ້ເຂົ້າຮວ່ມ ຫ໌ື ການຈໍາກັດໂດຍເຫດຜົນທາງເພດ, ຊຶ່ງມີຜົນ ຫຼື ມີຈຸດປະສົງແຕະຕ້ອງ ຫຼືປະຕິເສດການຮັບຮູ້ ການຊົມໃຊ້ ຫຼື ການປະຕິບັດສິດທິມະນຸດແລະ ອິດສະຫຼະພາບພຶ້ນຖານ ຂອງແມ່ຍິງໃນດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທໍາ, ພົນລະເຮືອນ, ແລະ ດ້ານອື່ນໆໂດຍບໍ່ຖຶວ່າ ຈະເປັນໂສດ ຫຼື ບໍ່ກໍຕາມແລະ ບົນພີື້ນຖານຄວາມສະເໝີພາບຂອງຍິງແລະ ຊາຍ[1]

3.2. ຄວາມສໍາຄັນຂອງສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ

ໃນການການລົບລ້າງ ລະບອບ ອາປາເທດ, ທຸກຮູບການຂອງ ລັດທິແບ່ງແຍກເຊື້ອຊາດ ການຢຶດຄອງແລະ ການຄອບງໍາ ຂອງຕ່າງປະເທດ ການແຊກແຊງເຂົ້າໃນວຽກງານພາຍໃນ ຂອງລັດອື່ນນັ້ນ ມີຄວາມຈໍາເປັນຢ່າງຍິງ ຕໍ່ການຊົມໃຊ້ສິດຢ່າງເຕັມສວ່ນ ຂອງ ຍິງແລະ ຊາຍ, ການເພີ່ມທະວີ ສັນຕິພາບແລະ ຄວາມໝັ້ນຄົງສາກົນ ການຜອ່ຍຄ້າຍຄວາມເຄັ່ງຕຶງ ລະຫວ່າງປະເທດ, ການຮວ່ມມື້ກັນ ລະຫວ່າງລັດໂດຍບໍ່ຈໍ່າແນກລະບອບສັງຄົມແລະເສດຖະກິດ ການຫຼຸດຜອ່ນອາວຸດແບບທົ່ວໄປແລະແບບສີ້ນເຊີງໂດຍສະເພາະແມ່ນການຫຼຸດຜອ່ນອາວຸດນີວເຄຼຍ ພາຍໃຕ້ການກວດກາຢ່າງເຂັ້ມງວດແລະ ມີປະສິດຕິພາບ ຂອງ ສາກົນ, ການຢືນຢັນເຖິງຫຼັກການແຫ່ງຄວາມຍຸດຕິທໍາ, ສະເໝີພາບແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນການພົວພັນ ລະຫວາງປະເທດແລະການປະຕິບັດສິດ ຕັດສິນບັນຫາດ້ວຍຕົວເອງແລະ ສິດໄດ້ຮັບເອກກະລາດຂອງປະຊາຊົນ ທີ່ຕົກຢູ່ໃຕ້ການຄອບງໍາຂອງ ພວກລ່າເມືອງຂື້ນແລະ ການຢຶດຄອງ ຂອງ ຕ່າງຊາດ ພ້ອມທັງການເຄົາຮົບອະທິປະໄຕແຫ່ງຊາດແລະ ຜືນແຜ່ນດິນອັນຄົບຖວ້ນນັ້ນ ຈະສົ່ງເສີມການພັດທະນາແລະ ຄວາມກ້າວໝ້າທາງສັງຄົມແລະ ຈາກນັ້ນ ກໍ່ຈະປະກອບສ່ວນເຂົ້າໃນການສ້າງຄວາມສະເໝີພາບ ອັນເຕັມສ່ວນລະຫວ່າງ ຍິງແລະ ຊາຍ, ໃນການພັດທະນາ ຢ່າງເຕັມສ່ວນແລະ ຄົບຖວ້ນ ຂອງປະເທດໝື່ງ ຄວາມຢູ່ດີ-ກີນດີ ຂອງໂລກແລະ ອຸດົມຄະຕິສັນຕິພາບ ຮຽກຮອງໃຫ້ມີການເຂົ້າຮວ່ມ ຂອງແມ່ຍິງຫຼາຍທີ່ສຸດ ດ້ວຍເງືອນໄຂທີ່ສະເໝີພາບ ກັບເພດຊາຍໃນທຸກຂົງເຂດວຽກງານ, ການປະກອບສ່ວນອັນໃຫ່ຍຫຼວງ ຂອງແມ່ຍິງເຂົ້າໃນການຢູ່ດີ-ກີນດີ ຂອງຄອບຄົວແລະໃນການພັດທະນາສັງຄົມເຊິງຜ່ານມາບໍ່ໄດ້ຖຶກຍອມຮັບນັບຖຶຢ່າງເຕັມສ່ວນ ຄວາມສໍາຄັນທາງດ້ານສັງຄົມຂອງຄວາມເປັນແມ່ແລະ ບົດບາດຂອງພໍ່ແມ່ໃນຄອບຄົວແລະໃນການລ້ຽງດູລູກແລະເຫັນໄດ້ວ່າບົດບາດຂອງແມ່ຍິງໃນການໃຫ້ກໍາເນີດນັ້ນ ບໍ່ຄວນເປັນພື້ນຖານຂອງການຈໍາແນກແຕ່ວ່າການລ້ຽງດູລູກນັ້ນ ຮຽກຮ້ອງໃຫ້ມີການແບ່ງຄວາມຮັບຜິດຊອບ ລະຫວາງຍິງແລະ ຊາຍແລະ ທົ່ວສັງຄົມ, ບົດບາດແບບເກົ່າຂອງ ທັງ ຍິງແລະ ຊາຍ ຢູ່ໃນຄອບຄົວແລະ ສັງຄົມ ຈະຕ້ອງມີການປ່ຽນແປງເພື່ອບັນລຸເຖິງຄວາມສະເໝີພາບ ຍ່າງເຕັມສ່ວນ ລະຫວາງຍິງແລະ ຊາຍ, ແລະບັນດາລັດພາຄີຍັງໄດ້ໃຫ້ຄໍາໝັ້ນສັນຍາຈະປະຕິບັດບັນດາຫຼັກການ ທີ່ໄດ້ລະບຸໄວ້ໃນຖະແຫຼງການ ວ່າດວ້ຍການຈໍາກັດການຈໍາແນກແມ່ ຍິງແລະເພືອຈຸດປະສົງດັ່ງກ່າວນັ້ນ ຈື່ງໄດ້ຕັດສິນໃຈເອົາມາດຕະການທີ່ຈໍາເປັນ ສໍາລັບການກໍາຈັດການຈໍາແນກແລະ ສະແດງອອກໃນທຸກຮູບການ.

3.3. ຫຼັກການທີ່ສໍາຄັນຂອງສົນທິສັນຍາ ຊີດໍ

ສົນທິສັນຍາວ່າດວ້ຍການກໍາຈັດການຈໍາແນກແມ່ຍິງໃນທຸກຮູບການແມ່ນໄດ້ກໍານົດຫຼັກການທີ່ສໍາຄັນດັ່ງນີ້:

ກ. ຫລັກການ ສິດສະເໜີພາບຕາມເນື້ອຫາ ( Substantive Equality ) ສິດສະເໝີພາບລະຫວ່າງແມ່ຍິງ ແລະ ຜູ້ຊາຍ ມີຢູ່ໃນທາງກົດໝາຍ ( ນິຕິໃນ, de jure ) ແລະ ໃນທາງປະຕິບັດ( ພຶດຕິໃນ , de facto)

ຂ. ຫຼັກການບໍ່ຈໍາແນກແມ່ຍິງ ( Non-discrimination )

ຄ. ຫຼັກການພັນທະຂອງລັດພາຄີ ( State Obligation )

3.4. ຮູບແບບຂອງສິດສະເໝີພາບ

ໃນສົນທິສັນຍາດັ່ງກ່າວໄດ້ກໍານົດຮູບແບບຂອງສິດຄວາມສະເໝີພາບມີ 3 ຮູບແບບຄື:

3.4,1. ແບບທາງການ ໝາຍຄວາມວ່າ ສິດສະເໝີພາບ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ ກຳນົດໄວ້ພາຍໃຕ້ກົດໝາຍ / Formal Equality.

3.4.2. ແບບປົກປ້ອງ ໝາຍຄວາມວ່າ ແມ່ຍິງ ຫຼື ຜູ້ຊາຍ ມີສິດສະເໝີພາບກັນ ທີ່ຈະໄດ້ສິດທິໃດໜຶ່ງສະເພາະ ຍ້ອນວ່າເປັນແມ່ຍິງ, ຫຼື ຍ້ອນວ່າ ເປັນຜູ້ຊາຍ./ Protectionist equality

3.4.3.ແບບດັດສົມ ໝາຍຄວາມວ່າ ມີການດັດສົມ ( Corrective ) ໃດໜຶ່ງ ເພື່ອໃຫ້ແມ່ຍິງມີສິດທິເທົ່າທຽມກັບຜູ້ຊາຍແທ້ໆໃນຕົວຈິງ / Sustantive equality

ແບບທາງການ

ບໍ່ຮັບຮູ້ຄວາມແຕກຕ່າງກັນ ລະຫວ່າງແມ່ຍິງ ແລະ ຜູ້ຊາຍ

ແມ່ນລະບົບນິຕິທຳ ທີ່ບໍ່ອະທິບາຍຕາມເພດ ເປັນບ່ອນອີງ,ທີ່ໃຫ້ສິດແກ່ແມ່ຍິງຄືກັບຜູ້ຊາຍ, ໂດຍມີຄວາມຫວັງວ່າແມ່ຍິງເຂົ້າເຖິງໄດ້/ໄດ້ໂອກາດ (ໄດ້ສິດທິ ) ແລະ ໃຊ້ສິດທິໄດ້ຄືກັນກັບຜູ້ຊາຍ.

ເປັນເງື່ອນໄຂໃຫ້ແມ່ຍິງບໍ່ສາມາດໃຊ້ສິດທິໄດ້, ເພາະວ່າແມ່ຍິງ ແລະ ຜູ້ຊາຍບໍ່ແມ່ນຄົນພວກຄືກັນ.

ເປັນການສ້າງ:

- ຄວາມແຕກຕ່າງກັນ

- ຄວາມໂຕນກັນ

- ການເສັຍປຽບ ລະຫວ່າງແມ່ຍິງ ແລະ ຜູ້ ຊາຍ

ແບບປົກປ້ອງ

ຮັບຮູ້ຄວາມແຕກຕ່າງກັນລະຫວ່າງແມ່ຍິງ ແລະ ຜູ້ຊາຍ, ເຮັດແບບມີເຈດຕະນາເພື່ອປັກປ້ອງແມ່ຍິງໃນການປະຕິບັດເຊັ່ນ ໃນການກຳນົດການວ່າຈ້າງແມ່ຍິງບໍ່ໃຫ້ເຮັດວຽກໜັກ ຫຼື ເຮັດວຽກຢູ່ບ່ອນມີທາດເບື່ອເມົາ, ແຕ່ພ້ອມດຽວກັນນີ້ ກໍເຮັດໃຫ້ແມ່ຍິງຖືກປະລະໃນການໃຊ້ສິດທິເຂົ້າເຖິງ ແລະ ໂອກາດ ທີ່ເທົ່າທຽມກັບຜູ້ຊາຍ ເຊິ່ງສາມາດມີຜົນກະທົບ ທາງລົບ ແບບຍາວນານສຳລັບແມ່ຍິງ ແລະ ສັງຄົມ, ແບບປົກປ້ອງ ບໍ່ແມ່ຈຳແນກ ແຕ່ແມ່ນເພື່ອດັດສົມໃຫ້ເກີດຄວາມທ່ຽງທຳ.

ແບບເທົ່າທຽມກັນແທ້

ຮັບຮູ້ຄວາມສະເໝີພາບລະຫວ່າງແມ່ຍິງ ແລະ ຜູ້ຊາຍ, ຮັບຮູ້ຄວາມແຕກຕ່າງກັນລະຫວ່າງແມ່ຍິງແລະ ຜູ້ຊາຍ ແລະ ສຸມໃສ່ຄວາມແຕກຕ່າງທີ່ມີນັ້ນເພື່ອກຳນົດຂໍ້ດັດສົມ ( Corrective ) , ວິທິການນີ້ເປັນເງື່ອນໄຂໜຶ່ງເພື່ອກ້າວໄປໃຫ້ມີ“ຄວາມສະເໝີພາບໃນຜົນອອກ”.

ໃນຕົວຈິງຂອງແຕ່ລະເນື້ອຫາ

ກຳນົດເງື່ອນໄຂ/ ມາດຕະການພິເສດ ເພື່ອດັດສົມສະພາບແວດລ້ອມສັງຄົມທີ່ຈຳແນກແມ່ຍິງ,ໃນເມື່ອຕ້ອງເຮັດແບບນີ້ ຈຶ່ງເອີ້ນວ່າ ມັນແມ່ນຄວາມສະເໝີພາບແບບດັດສົມ.

ກຳນົດສິດສະເໝີພາບໃຫ້ເປັນຈິງໃນຂັ້ນປະຕິບັດຕົວຈິງ, ຮັບຮູ້ຄວາມບໍ່ສະເໝີພາບກັນທີ່ມີຢູ່ໃນຕົວຈິງ ແລະ ພະຍາຍາມນຳສະເໜີສາເຫດທີ່ເປັນຮາກເຫງົ້າຂອງຄວາມບໍ່ເທົ່າທຽມກັນ.

ຮຽກຮ້ອງໃຫ້ມີການລິເລີ່ມຕ່າງໆນາໆ, ທີ່ມັກເອີ້ນວ່າ ‘‘ມາດຕະການພິເສດ’’ເຊັ່ນ ສ້າງນະໂຍບາຍພິເສດ, ສ້າງລະບົບນິຕິທຳພິເສດ ແລະ ສ້າງແຜນງານຕ່າງໆ ເພື່ອສົ່ງເສີມ:

  • ຄວາມສະເໝີພາບກັນໃນໂອກາດ
  • ຄວາມສະເໝີພາບກັນໃນການເຂົ້າເຖິງ
  • ຄວາມສະເໝີພາບກັນໃນຜົນອອກ ແລະ ຜົນປະໂຫຍດ

3.5. ຫຼັກການບໍ່ຈໍາແນກແມ່ຍິງ

ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງໄດ້ກໍານົດຫຼັກການບໍ່ຈໍາແນກຕໍ່ແມ່ຍິງມີຄື:

1. ຈຳແນກແມ່ຍິງ ແມ່ນ ໃຫ້ສິດທິຕໍ່ແມ່ຍິງຕ່າງກັບສິດທິຕໍ່ຜູ້ຊາຍ ແລະ ມີຜົນອອກທີເຮັດໃຫ້ສິດທິຂອງແມ່ຍິງບໍ່ຖືກຮັບຮູ້, ແມ່ຍິງ ບໍ່ສາມາດໃຊ້ສິດທິໄດ້.

2. ຈຳແນກແມ່ຍິງ ແມ່ນ ໃຫ້ສິດທິແບບເທົ່າທຽມກັນ ຕໍ່ກັບແມ່ຍິງ ແລະ ຕໍ່ກັບຜູ້ຊາຍ ແຕ່ແມ່ຍິງໃຊ້ສິດທິບໍ່ໄດ້.

3. ຈຳແນກແມ່ຍິງ ມີທັງແບບໂດຍກົງ (Direct) ແລະ ແບບບໍ່ໂດຍກົງ ( Indirect ), ມີທັງການຈໍາແນກບຸກຄົນໂດຍບຸກຄົນ ແລະ ໂດຍສ່ວນລວມ ( ໂດຍລະບົບ ), ມີການຈຳແນກທາງສັງຄົມ,ວັດທະນະທຳ,ການເມືອງ,ເສດຖະກິດ.

4. ຈຳແນກໂດຍກົງມີເຈດຕະນາຈຳແນກ (ຕັ້ງໃຈ,ມີເຈດຈຳນົງ )

5. ຈຳແນກບໍ່ໂດຍກົງ-ບໍ່ມີເຈດຕະນາຈຳແນກ ( ບໍ່ຕັ້ງໃຈ,ບໍ່ມີເຈດຈຳນົງ) ແຕ່ເປັນການປະຕິບັດການ ຫຼື ບໍ່ປະຕິບັດການ ໃດໜຶ່ງທີ່ກະທົບໃສ່ແມ່ຍິງ, ເຮັດໃຫ້ແມ່ຍິງຖືກປ່ອຍປະບໍ່ສາມາດໃຊ້ສິດທິທັງໝົດຂອງແມ່ຍິງໃນທຸກດ້ານ.

6. ການຈຳແນກຕໍ່ແມ່ຍິງ ແມ່ນເລື່ອງມີມາແຕ່ປະຫວັດສາດ, ເປັນເລື່ອງທີ່ມີຢູ່ໃນປະຈຸບັນ,ເປັນເລື່ອງທີ່ນແນຢູ່ໃນທຸກແງ່ມຸມທຸກດ້ານໃນການດຳລົງຊີວິດໃນສັງຄົມ.

ສົນທິສັນຍາ ລະບຸວ່າ: ເພື່ອໃຫ້ແມ່ຍິງ ໄດ້ໃຊ້ສິດທິ ທັງໝົດຂອງເຂົາເຈົ້າ ເທົ່າທຽມກັບຜູ້ຊາຍ ຕ້ອງມີການດັດສົມ ( Corrective). ເຊິ່ງຕ້ອງເລີ້ມດ້ວຍການຍອມຮັບ ດັ່ງນີ້:

ກ. ຮັບຮູ້ວ່າ ມີຄວາມແຕກຕ່າງກັນ ແລະ ມີຄວາມໂຕນກັນ ໃນການໄດ້ໃຊ້ສິດທິຂອງແມ່ຍິງທຽບໃສ່ຜູ້ຊາຍ.

ຂ. ຕ້ອງປະຕິບັດການສ້າງເງື່ອນໄຂທີ່ເອື້ອອໍານວຍ ແລະ / ຫຼື ເຮັດການປະຕິບັດການສົ່ງເສີມ ( Affirmative action ) ເພື່ອໃຫ້ເກີດມີຄວາມສະພາບທີ່ແທ້ຈິງ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ,ເຊິ່ງເອີ້ນວ່າ ຕ້ອງໃຊ້ມາດຕະການພິເສດຊົ່ວຄາວ/ Temporary special Measures ( ມາດຕາ4).

3.6. ມາດຕະການພິເສດຊົ່ວຄາວຂອງລັດສະມາຊິກພາຍໃຕ້ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ

ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງໄດ້ກໍານົດໃຫ້ລັດພາຄີຕ້ອງອອກມາດຕະການພິເສດເພື່ອສະກັດກັ້ນແລະເພື່ອບໍ່ໃຫ້ມີການຈໍາແນກຕໍ່ແມ່ຍິງທຸກໆຮູບການມີດັ່ງນີ້:

1. ອອກກົດໝາຍ/ ຫຼື ອອກຂໍ້ກຳນົດພິເສດ ເພື່ອເລັ່ງລັດໃຫ້ແມ່ຍິງໄດ້ໃຊ້ສິດທິສະເໝີພາບທີ່ແທ້ຈິງຄືກັບຜູ້ຊາຍ, ເຊິ່ງອຳນາດການປົກຄອງ, ລະດັບບຸກຄົນ, ອົງການຈັດຕັ້ງ ຫຼື ຫົວໜ່ວຍທຸລະກິດ/ ບໍລິສັດ ຕ້ອງປະຕິບັດ.

2. ສ້າງເງື່ອນໄຂເອື້ອອຳນວຍໃຫ້ແມ່ຍິງສາມາດນຳໃຊ້ກົດໝາຍ ແລະ ຂໍ້ກຳນົດພິເສດເຫຼົ່ານັ້ນ.

3. ສ້າງກົດລະບຽບທີ່ໃຫ້ຜົນປະໂຫຍດແກ່ແມ່ຍິງກ່ອນ. (ແມ່ຍິງຕ້ອງໄດ້ກ່ອນ).

ການວາງກົດໝາຍພິເສດ ຫຼື ມາດຕະການພິເສດຊົ່ວຄາວຕ້ອງພິສູດໃຫ້ໄດ້ວ່າແມ່ນເພື່ອ:

ກ. ສິ້ນສຸດການຈຳແນກຕໍ່ແມ່ຍິງ ທີ່ມີຢູ່ຢ່າງເປັນລະບົບໃນດ້ານຕ່າງໆ: ( ເບິ່ງຂໍ້ຕໍ່ໄປ )

ຂ. ສິ້ນສຸດວັດທະນາທໍາ, ການປະຕິບັດດ້ານສາດສະໜາ, ຜົນປະໂຫຍດຂອງຜູ້ຊາຍໃນພັກການເມືອງ,ໃນສະຫະພັນ, ໃນສະຫະພັນ,ໃນສານ,ໃນສະຖາບັນສາດສະໜາທັງຫຼາຍທີ່ເອົາປຽບແມ່ຍິງ.

ມາດຕະການພິເສດຊົ່ວຄາວ ຄວນມີໃນວຽກງານຂອງຂະແໜງການຕ່າງໆເຊັ່ນ:

  1. ການສຶກສາຂອງແມ່ຍິງ
  2. ການວ່າຈ້າງແຮງງານຂອງແມ່ຍິງ
  3. ການເຂົ້າຮ່ວມຂອງແມ່ຍິງໃນການເມືອງ
  4. ການເຂົ້າເຖິງລະບົບນິຕິທຳໂດຍແມ່ຍິງເອງ

ສິດສະເໝີພາບໃນນິຕິໃນ ສົ່ງຜົນໃຫ້ເກີດມີການຈຳແນກ ໄດ້ໃນທາງພຶດຕິໃນ:

  1. ການຈໍາແນກແມ່ນໃຫ້ສິດທິແມ່ຍິງ ເທົ່າກັບຜູ້ຊາຍ ແຕ່ແມ່ຍິງໃຊ້ສິດບໍ່ໄດ້
  2. ການຈຳແນກສະແດງອອກ

- ໂດຍກົງ (ໂດຍຕັ້ງໃຈ,ມີເຈດຈຳນົງ)

- ບໍ່ໂດຍກົງ ( ໂດຍບໍ່ຕັ້ງໃຈ,ໂດຍບໍ່ມີເຈດຈຳນົງ)

  1. ການຈຳແນກມາຈາກ

- ປະຫວັດສາດ

- ທີ່ເກີດຂື້ນໃນປັດຈຸບັນ

- ທີ່ເກີດໃນແງ່ມຸມໃດໜຶ່ງຂອງຊີວິດ (ການຈຳແນກເກີດຂື້ນໄດ້ໃນທຸກແງ່ມຸມຂອງຊີວິດ)

ເພື່ອຫຼີກລ້ຽງການຈຳແນກໃນທາງພຶດຕິໃນ, ສົນທິສັນຍາລະບຸ ໃນມາດຕາ 4 ວ່າ:

- ມີການດັດສົມ (Corrective) ສາຍພົວພັນລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ ທີ່ບໍ່ມີອຳນາດເທົ່າທຽມກັນຍ້ອນເປັນແມ່ຍິງ,ຍ້ອນເປັນຜູ້ຊາຍ.

- ສ້າງເງື່ອນໄຂທີ່ເອືຶ້ອອຳນວຍ ຫຼື ໃຊ້ການປະຕິບັດແບບບຸກໃສ່ສະເພາະ ( Affirmative action ) ເພື່ອໃຫ້ເກີດມ່ີ ສິດສະເໝີພາບທີ່ແທ້ຈິງ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ, ເຊິ່ງເອີ້ນວ່າຕ້ອງໃຊ້ມາດຕະການພິເສດຊົ່ວຄາວ / Temporary special Measures

ມາດຕະການພິເສດຊົ່ວຄາວອະທິບາຍໃນມາດຕາ 4:

- ອອກກົດໝາຍ / ຫຼື ອອກຂໍ້ກຳນົດພິເສດ: ເພື່ອເລັ່ງລັດໃຫ້ແມ່ຍິງໄດ້ໃຊ້ສິດທິສະເໝີພາບທີ່ແທ້ຈິງ ຄືກັບ ຜູ້ຊາຍ, ທຸກພາກສ່ວນລັດ ແລະ ເອກະຊົນຕ້ອງປະຕິບັດສ້າງເງື່ອນໄຂເອື້ອອຳນວຍທີ່ເຮັດໃຫ້ແມ່ຍິງສາມາດໃຊ້ສິດໄດ້.

- ນຳໃຊ້ກົດໝາຍ ແລະ ຂໍ້ກຳນົດພິເສດເຫຼົ່ານັ້ນ.

- ສ້າງກົດລະບຽບທີ່ໃຫ້ຜົນປະໂຫຍດແກ່ແມ່ຍິງກ່ອນ ( ແມ່ຍິງຕ້ອງໄດ້ກ່ອນ )

ຕ້ອງວາງ ແລະ ໃຊ້ມາດຕະການພິເສດຊົ່ວຄາວເພື່ອ

- ລົບລ້າງ ການຈຳແນກຕໍ່ແມ່ຍິງ ທີ່ມີຢູ່ຢ່າງເປັນລະບົບໃນດ້ານຕ່າງໆ ( ວັດທະນະທຳ,0 ການປະຕິບັດດ້ານສາດສະໜາ, ຜົນປະໂຫຍດຂອງຜູ້ຊາຍໃນພັກການເມືອງ, ໃນສະຫະພັນ, ໃນສານ, ໃນສະຖາບັນສາສະໜາທັງຫລາຍ ທີ່ບໍ່ເປັນທຳແກ່ແມ່ຍິງ)

- ມາດຕະການພິເສດຊົ່ວຄາວ ສາມາດມີໄດ້ ໃນວຽກງານຂອງຂະແໜ່ງການ ຂອງພາກລັດ, ການປົກຄອງ ແລະ ເອກະຊົນ

3.7. ຫຼັກການພັນທະຂອງລັດພາຄີ

ພັນທະຂອງລັດພາຄີ ມີຄວາມໜາຍວ່າ ລັດພາຄີຕ້ອງເປັນຜູ້ຮັບພາລະ, ເປັນຜູ້ແບກຫາບພັນທະໃນການປະຕິບັດໃຫ້ເປັນຈິງ., ກ່ອນອື່ນໝົດລັດພາຄີຕ້ອງເຂົ້າໃຈວ່າຕົນເອງຕ້ອງ: ນັບຖືສິດທິມະນຸດສະຍະຊົນຂອງແມ່ຍິງ/ ມະນຸດແມ່ຍິງ, ປົກປ້ອງແລະສົ່ງເສີມ ສິດທິຂອງແມ່ຍິງ, ຕ້ອງປະຕິບັດຕົວຈິງ

1. ນັບຖື ສິດທິມະນຸດສະຍະຊົນຂອງແມ່ຍິງ/ ມະນຸດແມ່ຍິງ ໝາຍຄວາມວ່າບໍ່ຮຸນແຮງໃສ່ສິດທິຂອງແມ່ຍິງ (ມາດຕາ 2ງ)

2. ປົກປ້ອງ ແລະ ສົ່ງເສີມ ສິດທິຂອງແມ່ຍິງ ແມ່ນລັດພາຄີຕ້ອງຮັບປະກັນບໍ່ໃຫ້ບຸກຄົນໃດໜຶ່ງ,ສະຖາບັນການຈັດຕັ້ງເອກະຊົນ, ແລະ ຫົວໜ່ວຍທຸລະກິດ/ ບໍໍລິສັດເອກະຊົນໃດໜຶ່ງ ລະເມີດສິດທິແມ່ຍິງ ແລະ ໃຊ້ຄວາມຮຸນແຮງໃສ່ສິດທິແມ່ຍິງ ( ມາດຕາ 2 ຂ,ຄ,ຈ )

3. ການປົກປ້ອງ ແລະ ສົ່ງເສີມ ສິດທິຂອງແມ່ຍິງ ລວມມີທັງ ການລົບລ້າງການປະຕິບັດທາງດ້ານວັດທະນະທຳ, ຮີດຄອງປະເພນີທີ່ອັກຄະຕິຕໍ່ແມ່ຍິງ (ມາດຕາ 5).

ການປະຕິບັດຂອງລັດພາຄີ:

- ລັດພາຄີ ຕ້ອງຮັບປະກັນ ປະຕິບັດໃຫ້ຄວາມສະເໝີພາບໃຫ້ເປັນຈິງໄດ້ ລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ , ໃຫ້ເປັນ de facto ບໍ່ແມ່ນພຽງແຕ່ໃຫ້ເປັນ de jure ໃນກົດໝາຍເທົ່ານັ້ນ ( ມາດຕາ2 ກ).

- ຕ້ອງປະຕິບັດພັນທະໃນທັງສອງເລື່ອງ:

ກ. ພັນທະສ້າງເງື່ອນໄຂໃຫ້ເກີດຄວາມສະເໝີພາບຂອງແມ່ຍິງ ແລະ ຜູ້ຊາຍ ( ເຊັ່ນ : ສ້າງກົດໝາຍ, ສ້າງນະໂຍບາຍ, ສ້າງແຜນງານ, ອື່ນໆ.....)

ຂ. ພັນທະປະຕິບັດໃຫ້ມີຜົນອອກໃນຕົວຈິງຂອງຄວາມສະເໜີພາບລະຫວ່າງ ແມ່ຍິງ ແລະ ຜູ້ຊາຍ.

3.8. ລັດພາຄີ ມີພັນທະສະເພາະທີ່ລະບຸໄວ້ໃນ :

ປະກາດນະໂຍບາຍການບໍ່ຈຳແນກແມ່ຍິງ ແລະ ປະກາດຫ້າມການຈຳແນກແມ່ຍິງ., ລຶບລ້າງທຸກກົດໝາຍ, ທຸກນະໂຍບາຍ ທີ່ຈຳແນກແມ່ຍິງ ແລະ ລຶບລ້າງຂະນົບປະເພນີ ແລະ ການປະຕິບັດທີ່ຈຳແນກແມ່ຍິງ, ສ້າງຕັ້ງກົນໄກທີ່ເອື້ອອຳນວຍໃຫ້ແມ່ຍິງ ສາມາດນຳສະເໜີໃຫ້ພິຈາລະນາໄດ້ໃນເວລາໃດ ທີ່ສິດທິຂອງເຂົາເຈົ້າຖືກລະເມີດ[2], ສົ່ງເສີມສິດສະເໝີພາບ ດ້ວຍການສ້າງໃຫ້ມີທຸກເງື່ອນໄຂທີ່ເໝາະສົມເຊັ່ນ: ມີມາດຕະການປ້ອງກັນໄວ້ລ່ວງໜ້າເພື່ອບໍ່ໃຫ້ແມ່ຍິງຖືກຈຳແນກ ແລະ ສ້າງເງື່ອນໄຂທີ່ຈຳເປັນທີ່ຈະຮັບປະກັນໃຫ້ແກ່ແມ່ຍິງໄດ້ຮັບການພັດທະນາຢ່າງເຕັມປ່ຽມ ແລະ ມີຄວາມກ້າວໜ້າ[3], ສົ່ງເສີມແມ່ຍິງໃນເວລາປະຕິບັດວຽກງານຕ່າງໆໃນຕົວຈິງ ( Affirmative action ) ເພື່ອເລັ່ງລັດໃຫ້ເກີດມີຄວາມສະເໝີພາບລະຫວ່າງແມ່ຍິງ ແລະ ຜູ້ຊາຍໃນຕົວຈິງໄວຂື້ນ[4]/ de facto.

ສະຫຼຸບພັນທະຂອງລັດພາຄີມີ:

1. ປົກປ້ອງບໍ່ໃຫ້ມີການຈຳແນກຕໍ່ແມ່ຍິງ.

2. ເກືອດຫ້າມການຈຳແນກຕໍ່ແມ່ຍິງ.

3. ຊອກຮູ້ເພື່ອກຳນົດບັນຫາ ແລະ ພິຈາລະນາ ທຸກບັນຫາທີ່ຈຳແນກຕໍ່ແມ່ຍິງ.

4. ລົງໂທດການກະທຳທີ່ເປັນການຈຳແນກຕໍແມ່ຍິງ.

5. ສົ່ງເສີມສິດທິແມ່ຍິງ ແລະ ສິດສະເໝີພາບຂອງແມ່ຍິງ ໃຫ້ເທົ່າກັບຜູ້ຊາຍ ດ້ວຍການກຳນົດໃຫ້ມີມາດຕະການປ້ອງກັນໄວ້ລ່ວງໜ້າບໍ່ໃຫ້ມີການຈຳແນກ.

6. ເລັ່ງລັດໃຫ້ມີສິດສະເໜີພາບລະຫວ່າງແມ່ຍິງ ແລະ ຜູ້ຊາຍໃນຕົວຈິງ/ de facto .



[1] ມາຕາ1 ຂອງສົນທິສັນຍາວ່າດວ້ຍການກໍາຈັດການຈໍາແນກແມ່ຍິງໃນທຸກຮູບການ

[2] ມາດຕາ 2 ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ

[3] ມາດຕາ 3 ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ

[4][4] ມາດຕາ 4 ສົນທິສັນຍາສາກົນວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)