ສະຫະປະຊາຊາດວ່າດ້ວຍຫຼັກການ ແລະ ຄຳແນະນຳ ໃນການຊ່ວຍເຫຼືອທາງດ້ານກົດໝາຍໃນຄະດີອາຍາ(2)

BOUNMY
ติดตาม ผู้ติดตาม 
ติดต่อ

. ແນວທາງປະຕິບັດ.

ແນວທາງປະຕິບັດ 1. ການສະໜອງການບໍລິການຊ່ວຍເຫຼືອດ້ານກົດໝາຍ.

41. ເມື່ອໃດກໍ່ຕາມທີລັດຮ້ອງຂໍການກວດສອບ ເພື່ອກຳນົດວຸທິເງື່ອນໄຂສຳລັບການບໍລິການຊ່ວຍເຫຼືອດ້ານກົດໝາຍ, ລັດຄວນຈະຮັບປະກັນວ່າ:

  • ບຸກຄົນທີ່ມີຈຸດປະສົງຈະເຂົ້າເຖິງການກວດກາແຕ່ບໍສາມາດເຂົ້າເຖິງ, ທະນາຍຄວາມທີ່ຢູ່ໃນສະຖານະການດັ່ງກ່າວທີຄວາມຊວ່ຍເຫຼືອທາງດ້ານກົດໝາຍຖືກຍິນຍອມ ແລະ ມີຂໍ້ຂັດແຍ່ງທາງດ້ານສິດຜົນປະໂຫຍດ ເຊິງຄວນຈະໄດ້ຮັບຄວາມຊ່ວຍເຫຼືອນັ້ນ ແມ່ນຈະບໍ່ຖືກຍົກເວັ້ນຈາກການໄດ້ຮັບຄວາມຊ່ວຍເຫຼືອ;
  • ເກນໃນການຮ້ອງຂໍກວດກາ ແມ່ນມີການເປີດກ້ວາງ;
  • ບຸກຄົນທີ່ຕ້ອງການຄວາມຊາວຍເຫຼືອດ້ານກົດໝາຍທີຮີບດ່ວນເປັນຕົ້ນແມ່ນຢູ່ທີສະຖານີຕ່ຳຫຼວດ, ສະຖານທີ່ຄຸມຂັງຫຼືຢູ່ສານຄວນໄດ້ຮັບການຊ່ວນເຫຼືອທາງດ້ານກົດໝາຍຂັນພື້ນຖານໃນຂະນະທີ່ສິດຂອງພວກເຂົາຈະມີການກຳນົດ. ເດັກຄວນຖືກຍົກເວ້ນຈາກການກວດສອບດັ່ງກ່າວ;
  • ບຸກຄົນທີ່ຖືກປະຕິເສດຄວາມຊ່ວຍເຫຼືອດ້ານກົດໝາຍໃນຂັ້ນຕົ້ນຂອງການກວດກາ ແມ່ນມີສິດທີ່ຈະຂໍອຸທອນຄຳຕັດສິນດັ່ງກ່າວ;
  • ສານອາດຈະພິຈາລະນາກໍລະນີສະເພາະຂອງບຸກຄົນ ແລະຫຼັງຈາກການພິຈາລະນາເຫດຜົນຕ່າງໆ ເພື່ອປະຕິເສດໃຫຄວາມຊ່ວຍເຫຼືອດ້ານກົດໝາຍ, ແນະນຳຜູ້ທີ່ໄດ້ຮັບຄວາມຊ່ວຍເຫຼືອດ້ານກົດໝາຍ ໂດຍມີຫຼືບໍ່ມີການອຸໜູນຂອງບຸກຄົນດັ່ງກ່າວເມື່ອມີຄວາມຂັດແຍ່ງດ້ານຜົນປະໂຫຍດຕາມກົດໝາຍມີຄວາມຕ້ອງການ;
  • ຖ້າຫາກວ່າການກວດກາໄດ້ຖືກຄິດໄລ່ບົນພື້ນຖານລາຍໄດ້ຂອງຄອບຄົວ ແຕ່ລະມາຊິກຄອບຄົວຢູ່ໃນຄວາມຂັດແຍ່ງຫຼືບໍ່ສາມາດເຂົ້າເຖິງລາຍໄດ້ຂອງຄອບຄົວໄດ້ເທົ່າທຽມກັນ, ມີພຽງລາຍໄດ້ຂອງຜູ້ຂໍຄວາມຊ່ວຍເຫຼືອທາງກົດໝາຍເທົ່ານັ້ນທີ່ຈະຖືກກວດກາ;

ແນວທາງປະຕິບັດ 2. ສິດທີ່ຈະໄດ້ຮັບຮູ້ການຊ່ວຍເຫຼືອທາງດ້ານກົດໝາຍ.

42. ເພື່ອຮັບປະກັນສິດຂອງບຸກຄົນທີ່ຈະໄດ້ຮັບການແຈ້ງສິດຂອງຕົນໃນການຊ່ວຍເຫຼືອທາງດ້ານກົດໝາຍ, ລັດຄວນຮັບປະກັນວ່າ:

  • ຂໍ້ມູນກ່ຽວກັບສິດເພື່ອຈະໄດ້ຮັບການຊ່ວຍເຫຼືອດ້ານກົດໝາຍ ແລະສິ່ງຊ່ວຍເຫຼືອດັ່ງກ່າວປະກອບດ້ວຍ, ລວມທັງຄວາມພ້ອມໃນການບໍລິການຊ່ວຍເຫຼືອທາງກົດໝາຍ ແລະວິທີເຂົ້າເຖິງການບໍລິການຕ່າງໆ ແລະຂໍ້ມູນອື່ນໆທີ່ກ່ຽວຂ້ອງ ແມ່ນກຽມພ້ອມໃຫ້ບໍລິການແກ່ແກ່ຊຸມຊົນ ແລະ ແກ່ສາທາລະນະ ເປັນຕົ້ນແມ່ນສະຖານທີ່ລາຊະການ ແລະສະຖາບັນທາງການສຶກສາ ແລະທາງສາສະໜາ ແລະຊື່ຕ່າງໆລວມທັງອິນເຕີເນັດ, ຫຼືວິທີການອື່ນໆທີ່ເໝາະສົມ;
  • ຂໍ້ມູນດັ່ງກ່າວຍັງສະໜອງໃຫ້ແກ່ກຸ່ມແບ່ງແຍກ ແລະກຸ່ມຜູ້ດ້ອຍໂອກາດ ໂດຍການນຳໃຊ້ລາຍການວິທະຍຸ ແລະ ໂທລະພາບຕ່າງໆ, ໜັງສືພິມພາກພື້ນ ແລະທ້ອງຖີ່ນ, ອິນເຕີເນັດ ແລະວິທີການອື່ນ ໂດຍສະເພາະເຈາະຈົງອີງຕາມຄວາມປ່ຽນແປງທາງກົດໝາຍຫຼືບັນຫາສະເພາະທີ່ກະທົບຕໍ່ຊຸມຊົນ, ການປະຊຸມຂອງຊຸມຊົນເປົ້າໝາຍ;
  • ພະນັກງານຕ່ຳຫຼວດ, ພະນັກງານໄອຍາການ, ພະນັກງານສານ ແລະ ເຈົ້າໜ້າທີ່ທີ່ບຸກຄົນຖືກກັກຂັງຫຼືຍັງບໍ່ທັນຖືກແຈ້ງໃຫ້ຮູ້ສິດໃນການໄດ້ຮັບຄວາມຊ່ວຍເຫຼືອທາງກົດໝາຍຂອງພວກເຂົາ ແລະຂັ້ນຕອນການປົກປ້ອງອື່ນໆ;
  • ຂໍ້ມູນກ່ຽວກັບສິດຂອງຜູ້ຕ້ອງສົງໄສຫຼືຂໍ້ກ່າວຫາກ່ຽວກັບການກະທຳຜິດທາງອາຍາຕາມກົດໝາຍ ແລະການບໍລິການຄວາມຊ່ວຍເຫຼືອທາງກົດໝາຍ ແມ່ນຖືກຈັດໃຫ້ຢູ່ສະຖານີຕ່ຳຫຼວດ, ສະຖານທີ່ກັກຕົວ, ສານ ແລະຄຸກເປັນຕົ້ນ ໂດຍຜ່ານການໃຫ້ໜັງສືກ່ຽວກັບສິດ ແລະ ແບບຟອມອື່ນໆທີ່ເປັນທາງການໃຫ້ແກ່ຜູ້ຖືກກ່າວຫາ. ຂໍ້ມູນດັ່ງກ່າວຄວນຈະຖືກຈັດໃຫ້ໃນລັກສະນະທີ່ສອດຄ່ອງກັບຜູ້ບໍ່ຮູ້ໜັງສື, ຊົນກຸ່ມນ້ອຍ, ຜູ້ພິການ ແລະ ເດັກ; ແລະຂໍ້ມູນດັ່ງກ່າວຄວນເປັນພາສາທີ່ບຸກຄົນດັ່ງກ່າວນັ້ນສາມາດເຂົ້າໃຈໄດ້. ຂໍ້ມູນທີ່ໃຫ້ແກ່ເດັກຕ້ອງໃຫ້ເໝາະສົມກັບອາຍຸ ແລະ ວຸທິພາວະຂອງພວກເຂົາ;
  • ການປົວແປງທີ່ມີປະສິດທິພາບ ແມ່ນສາມາດໃຊ້ໄດ້ກັບບຸກຄົນທີ່ຍັງບໍ່ໄດ້ຮັບຮູ້ຢ່າງພຽງພໍກ່ຽວກັບສິດຂອງຕົນໃນການຊ່ວຍເຫຼືອທາງກົດໝາຍ. ການປົວແປງດັ່ງກ່າວອາດຈະລວມເຖິງຂໍ້ຫ້າມໃນການດຳເນີນຂັ້ນຕອນຂອງການດຳເນີນການຕ່າງໆ, ການປ່ອຍຕົວຈາກສະຖານທີ່ຄຸມຂັງ, ການຍົກເວັ້ນຫຼັກຖານ, ການທົບທວນການພິຈາລະນາຄະດີແລະຄ່າຊົດເຊີຍ;
  • ວິທີທີ່ຈະຮູ້ວ່າບຸກຄົນນັ້ນໄດ້ຮັບການແຈ້ງແທ້ຫຼືບໍ່ ແມ່ນຈະຖືກເພີ່ມເຕີມ.

ແນວທາງປະຕິບັດ 3. ສິດອື່ນໆຂອງຜູ້ຖືກກັກຕົວ, ຖືກຈັບກຸມ, ຜູ້ຖືກສົງໄສຫຼືຈຳເລີຍຫຼືຜູ້ຖືກກ່າວຫາກ່ຽວກັບຄວາມຜິດທາງອາຍາ.

43. ລັດຄວນຈະແນະນຳມາດຕະການ:

  • ແຈ້ງທັນທີຕໍ່ຖືກກັກຕົວ, ຖືກຈັບກຸມ, ຜູ້ຖືກສົງໄສຫຼືຈຳເລີຍຫຼືຜູ້ຖືກກ່າວຫາກ່ຽວກັບຄວາມຜິດທາງອາຍາກ່ຽວກັບສິດຂອງເຂົາເຈົ້າທີ່ຈະບໍ່ເວົ້າ, ສິດທີ່ຈະປຶກສາກັບທີ່ປຶກສາຫຼືຖ້າຫາກເໝາະສົມອາດຈະປຶກສາກັບຜູ້ໃຫ້ບໍລິການຄວາມຊ່ວຍເຫຼືອດ້ານກົດໝາຍ ໃນຂັ້ນຕອນການດຳເນີນການໃດໆກໍ່ໄດ້ ໂດຍສະເພາະກ່ອນການສືບສວນຂອງເຈົ້າໜ້າທີ; ແລະສິດຂອງພວກເຂົາທີ່ຈະໄດ້ຮັບຄວາມຊ່ວຍເຫຼືອທີ່ປຶກສາອິດສະຫຼະຫຼືຜູ້ໃຫ້ບໍລິການຊ່ວຍເຫຼືອທາງກົດໝາຍ ໃນຂະນະທີ່ຖືກສອບສວນແລະ ໃນລະຫວ່າງຂັ້ນຕອນການດຳເນີນການອື່ນໆ;
  • ເພື່ອຫ້າມ, ໃນກໍລະນີທີ່ບໍ່ມີເຫດການໃດທີ່ສຳຄັນ, ການສອບສວນໃດໆກໍ່ຕາມຂອງບຸກຄົນໂດຍເຈົ້າໜ້າທີ່ຕ່ຳຫຼວດໃນກໍລະນີທີ່ບໍມີທະນາຍ ເວັ້ນເສຍແຕ່ບຸກຄົນດັ່ງກ່າວຍິນຍອມ ແລະສະໝັກໃຈສະຫຼະສິດໃນການປະກົດຕົວຂອງທະນາຍ. ການສອບສວນບໍ່ຄວນເລີ່ມຈົນກະທັ້ງຜູ້ຊ່ວຍເຫຼືອທາງກົດໝາຍມາເຖິງ;
  • ເພື່ອແຈ້ງໃຫ້ຜູ້ຖືກກັກຂັງ ແລະນັກໂທດທີ່ເປັນຄົນຕ່າງປະເທດ ເປັນພາສາທີ່ພວກເຂົາສາມາດເຂົ້າໃຈໄດ້ເຖິງສິດຂອງພວກເຂົາທີ່ຈະຕິດຕໍ່ກັບເຈົ້າໜ້າທີ່ກົງສຸນ ໂດຍບໍ່ມີການຊັກຊ້າ;
  • ຮັບປະກັນວ່າບຸກຄົນດັ່ງກ່າວຈະໄດ້ພົບທະນາຍຫຼືຜູ້ໃຫ້ບໍລິການຊ່ວຍເຫຼືອທາງກົດໝາຍທັນທີຫຼັງຈາກການຈັບກຸມໂດຍການຮັກສາເປັນຄວາມລັບຢ່າງເຕັມທີ່; ແລະການສື່ສານຕ້ອງຮັບປະກັນຄວາມປິດລັບ;
  • ເພື່ອໃຫ້ແນ່ໃຈວ່າຜູ້ທີ່ຖືກກັກຂັງໃນກໍລະນີໃດກໍຕາມທຸກຄົນຈະຕ້ອງໄດ້ແຈ້ງທັນທີຕໍ່ສະມາຊິກຄອບຄົວຫຼືບຸກຄົນດັ່ງກ່າວເລືອກກ່ຽວກັບການຄວບຄຸມຕົວແລະສະຖານທີ່ແລະການປ່ຽນແປງອື່ນໆກ່ຽວກັບສະຖານທີ່; ເຈົ້າໜ້າທີ່ທີ່ມີສິດອຳພນາດອາດຈະຍືດເວລາການແຈ້ງເຕືອນອອກໄປໃນກໍລະນີຈຳເປັນຕາມກົດໝາຍແລະຫາກມີການສົ່ງຂໍ້ມູນອາດຈະເປັນອຸປະສັກຕໍ່ການສືບສວນຄະດີອາຍາ;
  • ໃຫ້ບໍລິການລ່າມອິດສະຫຼະໃນເວລາໃດກໍ່ຕາມທີ່ຈຳເປັນ ແລະ ເອກະສານການແປທີ່ເໝາະສົມ;
  • ກຳນົດຜູ້ຄຸ້ມຄອງເມື່ອໃດກໍ່ຕາມທີ່ຈຳເປັນ;
  • ສ້າງຄວາມພ້ອມໃນສະຖານີຕ່ຳຫຼວດ ແລະສະຖານທີ່ກັກຕົວ ເພື່ອຕິດຕໍ່ກັບຜູ້ທີ່ບໍລິການຄວາມຊ່ວຍເຫຼືອທາງກົດໝາຍ;
  • ເພື່ອໃຫແນ່ໃຈວ່າຖືກກັກຕົວ, ຖືກຈັບກຸມ, ຜູ້ຖືກສົງໄສຫຼືຈຳເລີຍຫຼືຜູ້ຖືກກ່າວຫາກ່ຽວກັບຄວາມຜິດທາງອາຍາແມ່ນຈະໄດ້ຮັບຄຳແນະນຳສິດຂອງພວກເຂົາ ແລະຜົນກະທົບຂອງການສະຫຼະສິດໃນລັກສະນະທີ່ຊັດເຈນ ແລະທຳມະດາ; ແລະຄວນມີການກວດສອບວ່າເຂົ້າໃຈແລ້ວ;
  • ໃຫ້ແນ່ໃຈວ່າບຸກຄົນດັ່ງກ່າວຈະໄດ້ຮັບການແຈ້ງໃຫ້ຮູ້ເຖິງກົນໄກອື່ນໆທີ່ສາມາດນຳໃຊ້ໄດ້ເພື່ອຮ້ອງຮຽນ ໃນກໍລະນີທີ່ຖືກທໍລະມານຫຼືການປະຕິບັດການທີ່ໂຫດຮ້າຍ;
  • ໃຫ້ແນ່ໃຈວ່າການໃຊ້ສິດເຫຼົ່ານີ້ຂອງບຸກຄົນໂດຍບໍ່ມີການລຳອຽງຕໍ່ກໍລະນີຂອງບຸກຄົນດັ່ງກ່າວ;

ແນວທາງປະຕິບັດ 4. ການຊ່ວຍເຫຼືອດ້ານກົດໝາຍໃນຂັ້ນຕອນການປະຊຸມ.

44. ເພື່ອໃຫ້ແນ່ໃຈວ່າບຸກຄົນທີ່ຖືກຄວບຄຸມຕົວມີການເຂົ້າເຖິງການບໍລິການຄວາມຊ່ວຍເຫຼືອທາງກົດໝາຍ ໂດຍສອດຄ່ອງກັບກົດໝາຍ. ລັດຄວນໃຊ້ມາດຕະການ:

  • ໃຫ້ແນ່ໃຈວ່າເຈົ້າໜ້າທີ່ຕ່ຳຫຼວດ ແລະ ເຈົ້າໜ້າທີ່ສານບໍ່ຈຳກັດສິດທິຫຼື ການເຂົ້າເຖິງການຊ່ວຍເຫຼືອດ້ານກົດໝາຍສຳລັບບຸກຄົນທີ່ຖືກກັກຕົວ, ຖືກຈັບກຸມ, ຜູ້ຖືກສົງໄສຫຼືຈຳເລີຍຫຼືຜູ້ຖືກກ່າວຫາກ່ຽວກັບຄວາມຜິດທາງອາຍາ ໂດຍສະເພາະ ໃນສະຖານີຕ່ຳຫຼວດ;
  • ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຫ້ບໍລິການຄວາມຊ່ວຍເຫຼືອດ້ານກົດໝາຍທີ່ໄດ້ຮັບມອບໝາຍໃນການໃຫ້ຄວາມຊ່ວຍເຫຼືອແກ່ຜູ້ຖືກຂຸມຂັງຢູ່ສະຖານີຕ່ຳຫຼວດແລະສະຖານທີ່ຄຸມຂັງອື່ນໆເພື່ອຈຸດປະສົງໃຫ້ຄວາມຊ່ວຍເຫຼືອດ້ານກົດໝາຍ;
  • ເພື່ອໃຫ້ແນ່ໃຈວ່າເປັນຕົວແທນທາງກົດໝາຍທີ່ດຳເນີນການປະຊຸມແລະການພິຈາລະນາຄະດີ;
  • ເພື່ອກວດສອບ ແລະບັງຄັບໃຊ້ການຈຳກັດເວລາ ໃນການດູແລໃນຫ້ອງທີ່ຕ່ຳຫຼວດຈັດໃຫ້ຫຼືສູນກັກຂັງອື່ນໆເປັນຕົ້ນ ໂດຍການໃຫ້ຄວາມຮູ້ແກ່ເຈົ້າໜ້າທີ່ສານ ເພື່ອຄຸ້ມກັນບ່ອນຄຸມຂັງຢ່າງເປັນປະຈຳ ເພື່ອໃຫ້ແນ່ໃຈວ່າຜູ້ທີ່ຖືກຄຸມຂັງຕາມກົດໝາຍ ເຊິ່ງໃນກໍລະນີຂອງພວກເຂົາຕ້ອງຈັກການກັບເວລາໃຫ້ເໝາະສົມກັບເງື່ອນໄຂຕາມມາດຖານຂອງກົດໝາຍລວມທັງຄົນຕ່າງປະເທດ;
  • ເພື່ອໃຫ້ທຸກຄົນທີ່ຮັບສາລະພາບໄດ້ໄປຍັງສະຖານທີ່ຄຸມຂັງທີ່ມີຂໍ້ມູນກ່ຽວກັບສິດຂອງພວກເຂົາຕາມກົດໝາຍ, ລະບຽບໃນສະຖານທີ່ຄຸມຂັງ ແລະ ເລີ່ມຕົ້ນຂັ້ນຕອນໃນຂະບວນການປະຊຸມ. ຂໍ້ມູນດັ່ງກ່າວຄວນຈະຖືກຈັດໃຫ້ໃນລັກສະນະທີ່ສອດຄ່ອງກັບຜູ້ບໍ່ຮູ້ໜັງສື, ຊົນກຸ່ມນ້ອຍ, ຜູ້ພິການ ແລະ ເດັກ; ແລະຂໍ້ມູນດັ່ງກ່າວຄວນເປັນພາສາທີ່ບຸກຄົນດັ່ງກ່າວນັ້ນສາມາດເຂົ້າໃຈໄດ້. ຂໍ້ມູນທີ່ໃຫ້ແກ່ເດັກຕ້ອງໃຫ້ເໝາະສົມກັບອາຍຸ ແລະ ວຸທິພາວະຂອງພວກເຂົາ; ອຸປະກອນໃນການໃຫ້ຂໍ້ມູນຄວນຈະຖືກສະໜອງໂດຍໃຊ້ຮູບພາບຊ່ວຍຢ່າງຈະແຈ້ງຢູ່ແຕ່ລະສູນຄຸມຂັງ;
  • ຮ້ອງຂໍໃຫ້ສາມະຄົມກົດໝາຍແລະສະຖາບັນຮ່ວມມືອື່ນໆສ້າງບັນສີລາຍຊື່ຂອງທະນາຍແລະຜູ້ຊ່ວຍທະນາຍເພື່ອສະໜັບສະໜູນລະບົບກົດໝາຍທີ່ຄວບຄຸມເຖິງບຸກຄົນທີ່ຖືກກັກຕົວ, ຖືກຈັບກຸມ, ຜູ້ຖືກສົງໄສຫຼືຈຳເລີຍຫຼືຜູ້ຖືກກ່າວຫາກ່ຽວກັບຄວາມຜິດທາງອາຍາ ໂດຍສະເພາະ ໃນສະຖານີຕ່ຳຫຼວດ;
  • ໃຫ້ແນ່ໃຈວ່າຈຳເລີຍໃນຄວາມຜິດທາງອາຍາທຸກຄົນມີເວລາພຽງພໍ, ມີຄວາມສະດວກ ແລະມີຄວາມຊ່ວຍເຫຼືອທາງເຕັກນິກ ແລະການເງິນ ໃນກໍລະນີທີ່ເຂົາເຈົ້າມີບໍ່ພຽງພໍ ເພື່ອກະກ້ຽມການຕໍ່ສູ້ຄະດີຂອງເຂົາເຈົ້າ ແລະ ໃຫ້ສາມາດປຶກສາກັບທະນາຍຄວາມໄດ້ຢ່າງປິດລັບ;

ແນວທາງປະຕິບັດ 5. ການຊ່ວຍເຫຼືອທາງກົດໝາຍໃນລະຫວ່າງການດຳເນີນການຂອງສານ.

45. ເພື່ອຮັບປະກັນວ່າຈຳເລີຍໃນຄວາມຜິດທາງອາຍາ ເຊິງຢູ່ໃນໄລຍະການກັກຂັງຫຼື ໂທດປະຫານຊີວິດອາດຈະຖືກກຳນົດໂດຍສານຕາມກົດໝາຍໄດ້ເຂົ້າເຖິງການບໍລິການຊ່ວຍເຫຼືອທາງດ້ານກົດໝາຍໃນລະຫ່ວາງການດຳເນີນການຂອງສານລວມທັງຢູ່ໃນຂັ້ນອຸທອນແລະການດຳເນີນການອື່ນໆທີ່ກ່ຽວຂ້ອງ, ລັດຄວນຈະແນະນຳມາດຕະການ:

  • ເພື່ອໃຫ້ແນ່ໃຈວ່າຈຳເລີຍໃນຄວາມຜິດທາງອາຍາທຸກຄົນເຂົ້າໃຈກ່ຽວກັບກໍລະນີຂອງເຂົາເຈົ້າແລະຜົນທີ່ອາດຈະເກີດຂຶ້ນພາຍຫຼັງການພິຈາລະນາ;
  • ເພື່ອໃຫ້ແນ່ໃຈວ່າຈຳເລີຍໃນຄວາມຜິດທາງອາຍາທຸກຄົນມີເວລາພຽງພໍ, ມີຄວາມສະດວກ ແລະມີຄວາມຊ່ວຍເຫຼືອທາງເຕັກນິກ ແລະການເງິນ ໃນກໍລະນີທີ່ເຂົາເຈົ້າມີບໍ່ພຽງພໍ ເພື່ອກະກ້ຽມການຕໍ່ສູ້ຄະດີຂອງເຂົາເຈົ້າ ແລະ ໃຫ້ສາມາດປຶກສາກັບທະນາຍຄວາມໄດ້ຢ່າງປິດລັບ;
  • ຈັດຕົວແທນໃນການດຳເນີນການໃດໆຂອງສານ ໂດຍຕົວເລືອກຂອງທະນາຍຄວາມທີ່ເໝາະສົມຫຼື ໂດຍທະນາຍຄວາມທີ່ມີຄວາມສາມາດຕາມການມອບໝາຍຂອງສານຫຼື ເຈົ້າໜ້າທີ່ຊ່ວຍເຫຼືອທາງກົດໝາຍອື່ນໆ ໂດຍບໍ່ເສຍຄ່າ ເມື່ອບຸກຄົນນັ້ນມີບໍ່ພຽງພໍທີ່ຈະຈ່າຍຫຼືບ່ອນທີ່ມີຄວາມຂັດແຍ່ງຕ້ອງການ;
  • ໃຫ້ແນ່ໃຈວ່າທະນາຍຄວາມຂອງຈຳເລີຍແມ່ນໄດ້ປະກົດຕົວຢູ່ທຸກຂັ້ນຕອນຂອງຂະບວນການທີ່ສຳຄັນເຊິ່ງແມ່ນທຸກຂັ້ນຕອນຂອງການດຳເນີນຄະດີທາງອາຍາເຊິ່ງຄຳແນະນຳຂອງທະນາຍຄວາມແມ່ນມີຄວາມຈຳເປັນເພື່ອໃຫ້ແນ່ໃຈວ່າສິດຂອງຈຳເລີຍຖືກພິຈາລະນາຢ່າງຍຸຕິທຳຫຼືການບໍປາກົດຕົວຂອງທະນາຍຄວາມອາດຈະທຳລາຍການກະກຽມຫຼືການສະເໜີການຕໍ່ສູ້ຄະດີ;
  • ເພື່ອຮ້ອງຂໍໄປຍັງນິຕິບັນດິດສະພາຫຼືສາມາຄົມທາງກົດໝາຍແລະສະຖາບັນຮ່ວມມືອື່ນໆເພື່ອສ້າງບັນຊີລາຍຊື່ຂອງທະນາຍແລະຜູ້ຊ່ວຍທະນາຍເພື່ອສະໜັບສະໜູນລະບົບກົດໝາຍທີ່ຄວບຄຸມເຖິງບຸກຄົນທີ່ຖືກກັກຕົວ, ຖືກຈັບກຸມ, ຜູ້ຖືກສົງໄສຫຼືຈຳເລີຍຫຼືຜູ້ຖືກກ່າວຫາກ່ຽວກັບຄວາມຜິດທາງອາຍາ ; ການສະໜັບສະໜູນດັ່ງກ່າວຄວນຈະລວມເຖິງການປະກົດຕົວກ່ອນໜ້າສານຕາມວັນທີ່ກຳນົດແນ່ນອນ;
  • ໃຫ້ອຳນາດແກ່ກົດໝາຍແຫ່ງຊາດ, ທະນາຍ ແລະນັກສຶກສາກົດໝາຍ ເພື່ອໃຫ້ຄວາມຊ່ວຍເຫຼືອທີ່ເໝາະສົມ ແກ່ຈຳເລີຍໃນສານ ໂດຍມີເງື່ອນໄຂວ່າພວກເຂົາຕ້ອງຢູ່ພາຍໃຕ້ການຄວບຄຸມຂອງທະນາຍຄວາມທີ່ມີຄຸນວຸດທິ;
  • ໃຫ້ແນ່ໃຈວ່າຜູ້ຕ້ອງສົງໄສແລະຈຳເລີຍໄດ້ຮັບການແນະນຳໃຫ້ຮູ້ຈັກແລະເຂົ້າໃຈສິດຂອງພວກເຂົາ, ນີ້ອາດຈະກວມລວມແຕ່ບໍ່ຈຳກັດສະເພາະ, ການຕ້ອງການຜູ້ພິພາກສາແລະໄອຍະການເພື່ອອະທິບາຍສິດຂອງພວກເຂົາໃນພາສາທີ່ຊັດເຈນແລະທຳມະດາ.

ແນວທາງປະຕິບັດ 6. ການຊ່ວຍເຫຼືອທາງກົດໝາຍໃນຂັ້ນຕອນການພິຈາລະນາຄະດີ.

46. ລັດຄວນຮັບປະກັນວ່າບຸກຄົນທີ່ຖືກຄຸມຂັງແລະເດັກທີ່ຖືກຈຳກັດອິດສະຫຼະພາບໄດ້ເຂົ້າເຖິງການບໍລິການຊ່ວຍເຫຼືອທາງກົດໝາຍ. ໃນບ່ອນທີ່ການບໍລິການຊ່ວຍເຫຼືອທາງກົດໝາຍຍັງບໍ່ສາມາດໃຊ້ໄດ້, ລັດຈະຮັບປະກັນວ່າບຸກຄົນດັ່ງກ່າວຈະຖືກຈຳກັດອິດສະຫຼະພາບໃນຄຸກຕາມກົດໝາຍ.

47. ສຳລັບໜ້າທີ່ນີ້, ລັດຄວນຈະແນະນຳບັນດາມາດຕະການ:

  • ເພື່ອໃຫ້ທຸກຄົນທີ່ຮັບສາລະພາບໄດ້ໄປສະຖານທີ່ຄຸມຂັງແລະໃນລະຫວ່າງທີ່ຖືກກັກຕົວນັ້ນໄດ້ຮັບຮູ້ຂໍ້ມູນກ່ຽວກັບລະບຽບຂອງສະຖານທີ່ຄຸມຂັງແລະສິດຂອງພວກເຂົາພາຍໃຕ້ກົດໝາຍ, ຄຳແນະນຳແລະຄວາມຊ່ວຍເຫຼືອອື່ນໆຕ້ອງຮັກສາເປັນຄວາມລັບ; ສິ່ງທີ່ອາດຈະເກີດຂຶ້ນໄດ້ໃນການກວດສອບຄັ້ງຕໍ່ໄປຕາມກໍລະນີຂອງພວກເຂົາ; ສິດຂອງພວກເຂົາໃນລະຫວ່າງການດຳເນີນການທາງວິໄນ; ແລະວິທີການດຳເນີນການຮ້ອງຟ້ອງ, ຂໍອຸທອນ, ການປ່ອຍຕົວໃນຊ່ວງຕົ້ນ, ການອະໄພຍະໂທດຫຼືການຜ່ອນຜັນ. ຂໍ້ມູນດັ່ງກ່າວຄວນຈະຖືກຈັດໃຫ້ໃນລັກສະນະທີ່ສອດຄ່ອງກັບຜູ້ບໍ່ຮູ້ໜັງສື, ຊົນກຸ່ມນ້ອຍ, ຜູ້ພິການ ແລະ ເດັກ; ແລະຂໍ້ມູນດັ່ງກ່າວຄວນເປັນພາສາທີ່ບຸກຄົນດັ່ງກ່າວນັ້ນສາມາດເຂົ້າໃຈໄດ້. ຂໍ້ມູນທີ່ໃຫ້ແກ່ເດັກຕ້ອງໃຫ້ເໝາະສົມກັບອາຍຸ ແລະ ວຸທິພາວະຂອງພວກເຂົາ. ອຸປະກອນທີ່ຈະສະໜອງຂໍ້ມູນຄວນຈະຢູ່ໃນຮູບແບບຂອງພາບ ແລະວີດີໂອທີ່ເຫັນໄດ້ງ່າຍ ເຊິ່ງຕັ້ງຢູ່ບ່ອນຕ່າງໆທີ່ສ້າງຄວາມສະດວກໃຫ້ແກ່ນັກໂທດສາມາດເຂົ້າເຖິງໄດ້ຢ່າງສະໝ່ຳສະເໝີ;
  • ເພື່ອສົ່ງເສີມໃຫ້ນິຕິບັນດິດສະພາ ແລະສະມາຄົມທາງກົດໝາຍ ແລະຜູ້ບໍລິການໃຫ້ຄວາມຊ່ວຍເຫຼືອອື່ນໆຮ່າງບັນຊີລາຍຊື່ທະນາຍຄວາມ ແລະຜູ້ຊ່ວຍທະນາຍທີ່ເໝາະສົມໄປຢ້ຽມຍາມຄຸກຄຸມຂັງເພື່ອໃຫ້ຄຳແນະນຳແລະຄວາມຊ່ວຍເຫຼືອທາງກົດໝາຍໂດຍບໍ່ເສຍຄ່າໃຫ້ແກ່ນັກໂທດ;
  • ໃຫ້ແນ່ໃຈວ່ານັກໂທດໄດ້ເຂົ້າເຖິງຄວາມຊ່ວຍເຫຼືອທາງກົດໝາຍ ເພື່ອຈຸປະສົງຂໍອຸທອນ ແລະສຳນວນການຮ້ອງຂໍທີ່ພົວພັນເຖິງການປະຕິບັດ ແລະ ເງື່ອນໄຂຂອງການຄຸມຂັງຂອງເຂົາເຈົ້າລວມທັງເມື່ອຖືກປະຕິບັດວິໄນທີ່ເຂັ້ມງວດ, ແລະສຳລັບຮ້ອງຂໍອະໄພຍະໂທດ ໂດຍສະເພາະສຳລັບນັກໂທດທີ່ເສຍຊີວິດຍ້ອນການລົງໂທດຕາມກົດໝາຍ ເຊັ່ນດຽວກັບກັບຄຳຮ້ອງເພື່ອປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂ ແລະການຮ້ອງຂໍພິຈາລະນາການປ່ອຍຕົວກ່ອນກັບນົດ;
  • ເພື່ອແຈ້ງໃຫ້ນັກໂທດຄົນຕ່າງປະເທດຮັບຮູ້ກ່ຽວກັບຄວາມເປັນໄປໄດ້ຂອງການຖ່າຍໂອນໄປຍັງປະເທດສັນຊາດຂອງພວກເຂົາພາຍໃຕ້ຄວາມຍິນຍອມຂອງລັດທີ່ກ່ຽວຂ້ອງ.

ແນວທາງປະຕິບັດ 7. ການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ຖືກເຄາະຮ້າຍ.

48. ໂດຍປາສະຈາກອະຄະຕິຫຼືການຂັດຕໍ່ສິດຂອງຈຳເລີຍ ແລະຍຶດໝັ້ນຕໍ່ກົດໝາຍແຫ່ງຊາດ, ລັດຄວນຈະນຳຫຼັກການທີ່ພໍດີ, ເໝາະສົມ ເພື່ອຮັບປະກັນວ່າ:

  • ຄຳແນະນຳ, ຄວາມຊ່ວຍເຫຼືອ, ການດູແລ, ການອຳນວຍຄວາມສະດວກ ແລະຄຳສະໜັບສະໜູນທີ່ເໝາະສົມ ແມ່ນຈະຈັດໃຫ້ຜູ້ຖືກເຄາະຮ້າຍຈາກອາຊະຍາກຳ ໂດຍຜ່ານຂະບວນການທາງກົດໝາຍ, ໃນວິທີການເພື່ອປ້ອງກັນການຕົກເປັນເຍື່ອ ແລະການຕົກເປັນເຍື່ອອີກຄັ້ງທີ່ສອງ[1];
  • ຜູ້ຖືກເຄາະຮ້າຍທີ່ເປັນເດັກໄດ້ຮັບຄວາມຊ່ວຍເຫຼືອທາງກົດໝາຍຕາມທີ່ຕ້ອງການ, ສອດຄ່ອງກັບຄຳແນະນຳກ່ຽວກັບຄວາມຍຸຕິທຳໃນເລື່ອງທີ່ກ່ຽວກັບເດັກທີ່ເປັນເຍື່ອແລະພະຍານຂອງອາດຊະຍາກຳ;[2]
  • ຜູ້ຖືກເຄາະຮ້າຍຈະໄດ້ຮັບຄຳແນະນຳດ້ານກົດໝາຍໃນທຸກແງ່ມຸມທີ່ມີການເຂົ້າຮ່ວມຂອງພວກເຂົາໃນຂະບວນການທາງຍຸຕິທຳທາງອາຍາ. ລວມເຖິງຄວາມເປັນໄປໄດ້ໃນການດຳເນີນການທາງແພ່ງຫຼືຂໍຍົກເວັ້ນສຳລັບການຊົດເຊີຍໃນການດຳເນີນການທາງກົດໝາຍໂດຍສອດຄ່ອງກັບກົດໝາຍຂອງປະເທດທີ່ກ່ຽວຂ້ອງ;
  • ຜູ້ຖືກເຄາະຮ້າຍຈະຕ້ອງຖືກແຈ້ງໂດຍທັນທີໂດຍຕ່ຳຫຼວດແລະຜູ້ແນະນຳອື່ນໆ (ຜູ້ໃຫ້ບໍລິການດ້ານສາທາລະນະສຸກ, ສັງຄົມສົງເຄາະແລະເດັກ) ກ່ຽວກັບສິດໃນຂໍ້ມູນຂອງພວກເຂົາແລະການມີສິດໄດ້ຮັບຄວາມຊ່ວຍເຫຼືອດ້ານກົດໝາຍ, ຄວາມຊ່ວຍເຫຼືອແລະການປົກປ້ອງແລະວິທີເຂົ້າເຖິງສິດດັ່ງກ່າວ;
  • ຄວາມຄິດເຫັນແລະເລື່ອງທີ່ສຳຄັນຂອງຜູ້ຖືກເຄາະຮ້າຍແມ່ນຖືກສະເໜີແລະພິຈາລະນາໃນຂັ້ນຕອນທີ່ເໝາະສົມຕາມຂະບວນການຍຸຕິທຳທາງອາຍາຕາມຂໍ້ຂັດແຍ່ງສ່ວນບຸກຄົນໂດຍມີຜົນຫຼືບ່ອນທີ່ຄວາມຂັດແຍ່ງຕາມກົດໝາຍຕ້ອງການ;
  • ຕົວແທນບໍລິການຜູ້ຖືກເຄາະຮ້າຍແລະອົງການທີ່ບໍ່ຂື້ນກັບລັດຖະບານສາມາດໃຫ້ຄວາມຊ່ວຍເຫຼືອທາງກົດໝາຍແກ່ຜູ້ຖືກເຄາະຮ້າຍ.

ແນວທາງປະຕິບັດ 8 ການຊ່ວຍເຫຼືອທາງກົດໝາຍແກ່ພະຍານ

49. ລັດຄວນຈະນຳເອົາຫຼັກການທີ່ພໍດີເໝາະສົມເມື່ອຮັບປະກັນວ່າ:

ກ. ພະຍານຈະຖືກແຈ້ງໃຫ້ຮູ້ທັນທີໂດຍເຈົ້າໜ້າທີ່ກ່ຽວກັບສິດຂອງພວກເຂົາໃນການໃຫ້ຂໍ້ມູນ, ສິດໃນການໄດ້ຮັບຄວາມຊ່ວຍເຫຼືອແລະປົກປ້ອງແລະວິທີເຂົາເຖິງສິດດັ່ງ.

ຂ. ຄຳແນະນຳ, ຄວາມຊ່ວຍເຫຼືອ, ການເບິ່ງແຍ່ງ, ສິ່ງອຳນວຍຄວາມສະດວກແລະການສະໜັບສະໜຸນທີ່ເໝາະຈະຖືກຈັດໃຫ້ພະຍານຂອງອາຊະຍາກຳໂດຍຜ່ານຂະບວນການຍຸຕິທຳທາງອາຍາ

ຄ. ພະຍານທີ່ເປັນເດັກໄດ້ຮັບຄວາມຊ່ວຍເຫຼືອທາງກົດໝາຍຕາມທີ່ຕ້ອງການ, ສອດຄ່ອງກັບຄຳແນະນຳກ່ຽວກັບຄວາມຍຸຕິທຳໃນເລື່ອງທີ່ກ່ຽວກັບເດັກທີ່ເປັນເຍື່ອແລະພະຍານຂອງອາດຊະຍາກຳ;

ງ. ຄຳໃຫ້ການຫຼືຫລັກຖານຈາກພະຍານໃນທຸກຂັ້ນຕອນຂອງຂະບວນການຍຸຕິທຳແມ່ນຕ້ອງຖືກຕີຄວາມໝາຍແລະແປຢ່າງຖືກຕ້ອງ

50. ລັດຄວນຈະໃຫ້ຄວາມຊ່ວຍເຫຼືອດ້ານກົດໝາຍແກ້ພະຍານຢ່າງເໝາະສົມ

51. ກໍລະນີເຊິ່ງອາດຈະເໝະສົມແກ່ການໃຫ້ຄວາມຊ່ວຍເຫຼືອດ້ານກົດໝາຍແກ່ພະຍານລວມມີດັ່ງນີ້ແຕ່ບໍ່ຈຳກັດ. ເຊັ່ນສະຖານະການຕໍ່ໄປນີ້:

ກ. ພະຍານມີຄວາມສ່ຽງທີ່ຈະຖືກກ່າວຫາວ່າກັບຄະດີ

ຂ. ມີຄວາມສ່ຽງຕໍ່ຄວາມປອດໄພແລະຄວາມເປັນຢູ່ຂອງພະຍານທີ່ເກີດຈາກສະຖານະຂອງເຂົາເຈົ້າ.

ຄ. ພະຍານມີຄວາມສຽງເນື່ອງຈາກຜົນທີ່ໄດ້ຮັບ.

ແນວທາງປະຕິບັດ 9 ການດຳເນີນການກ່ຽວກັບສິດຂອງແມ່ຍິງໃນການເຂົ້າເຖິງຄວາມຊ່ວຍເຫຼືອທາງດ້ານກົດໝາຍ.

52. ລັດຄວນຈະນຳໃຊ້ມາດຕະການທີ່ເໝາະສົມເພື່ອຮັບປະກັນສິດຂອງແມ່ຍິງໃນການເຂົ້າເຖິງຄວາມຊ່ວຍເຫຼືອດ້ານກົດໝາຍເຊິ່ງລວມມີ:

ກ.ແນະນຳນະໂຍບາຍ, ກົດໝາຍ, ວິທີດຳເນີນການ, ແຜນການແລະການປະຕິວັດການແລະພົວພັນເຖິງການຊວ່ຍເຫຼືອທາງກົດໝາຍໂດຍຮັບປະກັນຄວາມສະເໝີພາບທາງເພດແລະການເຂົ້າເຖິງຄວາມເປັນທຳທີ່ເທົ່າທຽມກັບ.

ຂ. ສ້າງຂັ້ນຕອນການເຮັດວຽກທີ່ເປັນໄປໄດ້ໃນການໃຫ້ທະນາຍຄວາມເພດຍິງເປັນຕົວແທນຂອງຈຳເລີຍເພດຍິງທີ່ຖືກກ່າວຫາແລະຖືກເຄາະຮ້າຍ.

ຄ. ໃຫ້ຄວາມຊ່ວຍເຫຼືອທາງກົດໝາຍ, ຄຳແນະນຳແລະການບໍລິການສະໜັບສະໜຸນຂອງສານໃນການດຳເນີນຄະດີທາງດ້ານກົດໝາຍທີ່ຜູ່ຖືກເຄາະຮ້າຍຈາກຄວາມຮຸ່ນແຮງເປັນເພດຍິງເພື່ອຮັບປະກັນການເຂົ້າເຖິງຄວາມຍຸຕິທຳແລະຫຼືກເວັ້ນຈາກການຖືກເຄາະຮ້າຍເປັນຄັ້ງທີ່2 ແລະການບໍລິການອື່ນໆເຊິ່ງອາດຈະລວມທັງການແປເອກະສານກົດໝາຍຕາມຄຳຮ້ອງຂໍຫຼືຄວາມຕ້ອງການ.

ແນວທາງປະຕິບັດ 10: ມາດຕາການພິເສດສຳລັບເດັກນ້ອຍ.

53. ລັດຄວນອອກມາດຕາການພິເສດສຳລັບເດັກນ້ອຍເພື່ອສົ່ງເສີມສສິດໃນການເຂົ້າເຖິງຄວາມຍຸຕິທໍາຂອງເດັກນ້ອຍ ແລະ ເພື່ອປ້ອງກັນການໃສ່ຮ້າຍປາຍສີ ແລະ ຜົນກະທົບທີ່ບໍ່ດີອື່ນໆເຊິ່ງເປັນຜົນຕໍ່ການດຳລົວຊີວິດຂອງເຂົາເຈົ້າໃນລະບົບຍຸຕິທຳຂອງກົດໝາຍອາຍາ. ປະກອບມີດັ່ງນີ້:

a. ເພື່ອຮັບປະກັນສິດຂອງເດັກຕ້ອງມີການແຕ່ງຕັ້ງທະນາຍຄວາມເພື່ອຕາງໜ້າໃນນາມຂອງເດັກນ້ອຍໃນການດຳເນີນຄະດີ ຫຼື ສາມາດແກ້ໄຂຂໍ້ຂັດແຍ່ງທີ່ກ່ຽວຂ້ອງກັບສິດຜົນປະໂຫຍດລະຫວ່າງເດັກ ແລະ ພໍ່ແມ່ຂອງເຂົາເຈົ້າ ລື ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

b. ເດັກນ້ອຍຜູ້ທີ່ຖືກກັກຕົວ, ຈັບກຸມ, ຕ້ອງສົງໄສ ຫຼື ເປັນຈຳເລີຍ ຫຼື ຖືກຂໍ້ຫາຄວາມຜິທາງອາຍາແມ່ນສາມາດຕິດຕໍ່ຫາພໍ່ແມ່ ຫຼື ຜູ້ປົກຄອງຂອງພວກເຂົາ. ອີກປະການໜຶ່ງແມ່ນຫ້າມບໍ່ໃຫ້ມີການສອບສວນເດັກນ້ອຍໂດຍທີ່ບໍມີະນາຍ ຫຼື ຜູ້ໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍ ແລະ ພໍ່ແມ່ ຫຼື ຜູ້ປົກຄອງຂອງພວກເຂົາເມື່ອເໝາະສົມ ເພື່ອຜນນປະໂຫຍດຢ່າງເຕັມສ່ວນຂອງເດັກ.

c. ການຮັບປະກັນສິດທິຂອງເດັກໃນການຕັດສິນໃຈຕໍ່ໜ້າພໍ່ແມ່ ຫຼື ຜູ້ປົກຄອງຕາມກົດໝາຍຂອງເດັກແມ່ນເປັນເລື່ອງທີ່ສຳຄັນ, ເຖິງແມ່ນວ່າມັນບໍ່ຮັບການພິຈາລະນາທທີ່ເປັນຜົນປະໂຫຍດທີ່ສຸດຂອງເດັກ.

d. ຮັບປະກັນວ່າເດັກເຫຼົ່ານັ້ນຈະໄດ້ຮັບການປຶກສາຫາລືຢ່າງເປນອິດສະລະ ແລະ ເຊື່ອໝັ້ນໄດ້ຢ່າງເຕັມສ່ວນກັບພໍ່ແມ່ ແລະ/ຫຼື ຜູ້ປົກຄອງ ແລະ ຜູ້ຕາງໜ້າທາງກົດໝາຍ.

e. ການສະໜອງຂໍ້ມູນກ່ຽວກັບສິທິທາງກົດໝາຍໃນຮູບແບບທີ່ເໝາະສົມຕາມເກນອາຍຸ ແລະ ໄວຈະເລີນພັນຂອງເດັກ, ໃນພາສາທີ່ວ່າເດັກສາມາດຮັບຮູ້ເຂົ້າໃຈ ແລະ ໃນຖານະຄວາມເທົ່າທຽມກກັນລະຫວ່າງຍິງ-ຊາຍ ແລະ ລະດັບວັດທະນະທຳ. ການສະໜອງຂໍ້ມູນໃຫ້ພໍ່ແມ່, ຜູ້ປົກຄອງ ຫຼື ຜູ້ດູແລຄວນຈະເພີ່ມເຕີມ ແລະ ບໍມີທາງເລືອກໃນການຕິດຕໍ່ດ້ານຂໍ້ມູນຂ່າວສານຕໍ່ເດັກ.

f. ການສົ່ງເສີມ, ເປັນບ່ອນທີ່ເໝາະສົມ, ການປຽ່ນທິດທາງຈາກລະບົບຄວາມຍຸຕິທຳທາງອາຍາທີ່ເປັນທາງການ ແລະ ການຮັບປະກັນວ່າເດັກມີສິດໄດ້ຮັບການຊ່ວຍເຫຼືອາງດ້ານກົດໝາຍຢູ່ທຸກໆເວທີຂອງຂະບວນການທີ່ມີການປ່ຽນທິດທາງເປັນການນຳມາປະຍຸກໃຊ້.

g. ສະໜັບສະໜູນ, ບ່ອນທີ່ເໝາະສົມໂດຍນຳໃຊ້ທາງເລືອກຄືມາດຕະການ ແລະ ຄຳອະນຸມັດຕ່າງໆເພື່ອຈຳກັດອິດສະລະພາບ ແລະ ການຮັບປະກັນວ່າເດັກເຫຼົ່ານັ້ນມີສິດໄດ້ຮັບຄວາມຊ່ວຍເຫຼທອທາງດ້ານກົດໝາຍ. ດັ່ງນັ້ນ, ການຈຳກັດອິດສະລະພາບນັ້ນແມ່ນ ມາດຕະການໜຶ່ງຂອງການແກ້ໄຂສຸດທ້າຍ ແລະ ເພື່ອເປັນການປະຢັດເວລາໃຫ້ສັ້ນທີ່ສຸດ.

h. ສ້າງມາດຕະການເພື່ອໃຫ້ແນ່ໃຈວ່າການດຳເນີນການພິຈາລະນາຄະດີ ແລະ ການບໍລິຫານຈະດຳເນີນການໃນຂັ້ນບັນຍາກາດ ແລະ ລັກສະນະທີ່ອະນຸຍາດໃຫ້ເດັກໄດ້ຍິນໂດຍກົງ ຫຼື ຜ່ານຕົວແທນ ຫຼື ຜູ້ທີ່ເໝາະສົມໃນລັກສະນະທີ່ສອດຄ່ອງກັບທະບຽນ ຂັ້ນຕອນຂອງກົດໝາຍແຫ່ງງຊາດໂດຍຄຳນຶງເຖິງອາຍຸຂອງເດັກ ແລະ ຄວາມເປັນຜູ້ໃຫຍ່ກໍ່ອາດຈະຕ້ອງມີການປ່ຽນຂັ້ນຕອນການພິຈາລະນາຄະດີ ແລະ ການບໍລິຫານຈັດການ ແລະ ການປະຕິບັດ.

54. ຄວາມເປັນສ່ວນຕົວ ແລະ ຂໍ້ມູນສ່ວນບຸກຄົນຂອງເດັກທີ່ເປັນ ຫຼື ຜູ້ທີ່ໄດ້ຮັບການມີສ່ວນຮ່ວມໃນການຕັດສິນຂອງສານ ຫຼື ບໍ່ຢູ່ໃນການດຳເນີນການພິຈາລະນາຄະດີ ແລະ ການແຊກແຊງອື່ນໆຄວນໄດ້ຮັບການຄຸ້ມຄອງໃນຂັ້ນຕອນທັງໝົດ ແລະ ການປ້ອງກັນດັ່ງກ່າວຄວນໄດ້ຮັບການຮັບຮອງດ້ວຍກົດໝາຍນີ້ໂດຍທົ່ວໄປໝາຍຄວາມວ່າບໍ່ມີຂໍ້ມູນ ຫຼື ຂໍ້ມູນສ່ວນຍຸກຄົນອາດຈະໃຊ້ໄດ້ ຫຼື ພິມເຜີຍແຜ່ໂດຍສະເພາະຢ່າງຍິ່ງໃນສື່ທີ່ສາມາດເປີດເຜີຍໂດຍກົງ ຫຼື ໂດຍທາງອ້ອມໃຫ້ມີການເປີດເຜີຍຕົວຕົນຂອງເດັກໃນຄອບຄົວ ລວມເຖິງຮູບພາບຂອງເດັກ, ອະທິບາຍລາຍລະອຽດຂອງເດັກ ຫຼື ຄອບຄົວຂອງເດັກ, ຊື່ ຫຼື ທີ່ຢູ່ຂອງສະມາຊິກໃນຄອບຄົວຂອງເດັກແລະສຽງ ແລະບັນທຶກວິດີໂອ.

55. ເພື່ອສົ່ງເສີມການປະຕິບັດງານຂອງລະບົບການຊ່ວຍເຫຼືອທາງດ້ານກົດໝາຍຂອງທົ່ວປະເທດ, ບັນດາລັດຄວນທີ່ຈະມີຄວາມເໝາະສົມດຳເນີນການມາດຕະການດັ່ງນີ້:

  • ເພື່ອຮັບປະກັນ ແລະ ສົ່ງເສີມຂໍ້ກຳນົດການຊ່ວຍເຫຼືອທາງກົດໝາຍໃຫ້ມີຜົນບັງຄັບໃຊ້ໃນທຸກໆຂັ້ນຕອນຂອງຂະບວນການຍຸຕິທຳທາງອາຍາສຳລັບບຸກຄົນທີ່ກັກຕົວ, ຈັບກຸມ ຫຼື ຖືກຈັບຕົວ, ຕ້ອງສົງໄສ ຫຼື ຖືກກ່າວຫາ, ຫຼື ຖືກຮ້ອງຟ້ອງວ່າມີຄວາມຜິດທາງອາຍາ ແລະ ເພື່ອຜູ່ທີ່ຖືກເຄາະຮ້າຍຈາກອາຊະຍາກຳ
  • ເພື່ອສົ່ງເສີມຂໍ້ກຳນົດການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ເໝາະສົມເພື່ອເປົ້າໝາຍໃນການປ້ອງກັນອາຊະຍາກຳ

b)ເພື່ອສະໜອງການຊ່ວຍເຫຼືອທາງກົດໝາຍໃຫ້ບຸກຄົນຜູ່ບໍ່ມີຄວາມຮູ້ທາງກົດໝາຍທີ່ຖືກຈັບກຸມ ຫຼື ກັກຕົວ ຫຼືຜູ່ທີ່ໄດ້ຮັບການຕັດສິນຂອງສານຄັ້ງສຸດທ້າຍເຊິ່ິ່ງເປັນຜົນມາຈາກການຕັດສິນທີ່ບໍ່ຍຸຕິທຳ, ເພື່ອບັງຄັບໃຫ້ປະຕິບັດສິດຂອງພວກເເຂົາໃນການພິຈາລະນາຄະດີຄືນໃໝ່, ການຊົດໃຊ້ຄ່າເສຍຫາຍ, ປະກອບມີການໃຊ້ແທນຄ່້າເສຍຫາຍ, ການຟື້ນຟູສະພາບຂອງນັກໂທດ ແລະ ຮັບປະກັນບໍ່ໃຊ້ມີຄວາມຊັກຊ້າ

c)ເພື່ອສະໜັບສະໜຸນການປະສານງານລະຫວ່າງບັນດາຕົວແທນຍຸຕິທຳຕ່າງໆ ແລະ ຜູ່ຊ່ຽວຊານອື່ນໆເຊັ່ນວ່າ: ສຸຂະພາບ, ການໃຫ້ບໍລິການຕ່າງໆທາງສັງຄົມ ແລະ ຜູ່ທີ່ເຮັດວຽກເພື່ອຊ່ວຍເຫຼືອຜູ່ເຄາະຮ້າຍເພື່ອໃຫ້ໄດ້ຜົນສູງສຸດຂອງການຊ່ວຍເຫຼືອທາງດ້ານກົດໝາຍໂດຍປາສະຈາກຄວາມເຊື່ອມເສຍສິດທິຕ່າງໆຂອງຈຳເລີຍ.

d)ເພື່ອສ້າງຕັ້ງຄູ່ຮ່ວມມືກັບສະມາຄົມນິຕິບັນດິດ ຫຼື ກົດໝາຍເພື່ອຮັບປະກັນຂໍ້ກຳນົດຂອງຄວາມຊ່ວຍເຫຼືອທາງດ້ານກົດໝາຍໃນທຸກໆຂັ້ນຕອນຂອງຂະບວນການຍຸຕິທຳທາງອາຍາ.

e)ເພື່ອໃຫ້ທະນາຍທີ່ຈະໃຫ້ຮູບແບບຂອງຄວາມຊ່ວຍເຫຼືອທາງກົດໝາຍທີ່ໄດ້ຮັບອະນຸຍາດຕາມກົດໝາຍແຫ່ງຊາດຫຼືການປະຕິບັດຕໍ່ບຸກຄົນທີ່ຖືກຄຸມຂັງ, ຈັບກຸມຜູ່ຕ້ອງສົງໄສ ຫຼື ຄວາມຜິດທາງອາຍາໂດຍສະເພາະຍ່າງຍິ່ງໃນສະຖານີຕຳຫຼວດຫຼືສູນຄຸມຂັງອື່ນໆ

56 ລັດຄວນໃຊ້ມາດຕະການ:

  • ເພື່ອສົ່ງເສີມຄວາມສຳພັນທາງກົດໝາຍ ແລະ ສະມາຄົມນິຕິບັນດິດເພື່ອສະໜັບສະໜູນຂໍ້ບັງຄັບຂອງຄວາມຊ່ວຍເຫຼືອທາງດ້ານກົດໝາຍໂດຍການສະເໜີ ຂອບເຂດຂອງການບໍລິການຕ່າງໆ, ລວມທັງຜູ່ທີ່ມີອິດສະລະ(ເພື່ອຜົນປະໂຫຍດສ່ວນລວມ ) ໃນສອດຄ່ອງກັບການເອີ້ນເປັນມືອາຊີບຂອງເຂົາເຈົ້າແລະຫນ້າທີ່ດ້ານຈັນຍາບັນ;
  • ເພື່ອສົ່ງເສີມໃຫ້ທະນາຍຄວາມໃນການຈັດວົງຈອນປົກກະຕິຂອງທະນາຍທົ່ວປະເທດເພື່ອໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ່ທີ່ຕ້ອງການ.

b)ການລະບຸແຮງຈູງໃຈສຳລັບນັກກົດໝາຍທີ່ຈະເຮັດວຽກໃນທາງເສດຖະກິດ ແລະ ພື້ນທີ່ທີ່ດ້ອຍໂອການທາງສັງຄົມ ( ເຊັ່ນ ການຍົກເວັ້ນພາສີ, ທຶນ ແລະ ຕ່າໃຊ້ຈ່າຍໃນການເດີນທາງ ແລະ ການດຳລົງຊີວິດ

57. ໃນການອອກແບບແຜນການຊ່ວຍເຫຼືອທາງກົດໝາຍຂອງພວກເຂົາໃນຂອບເຂດທົ່ວປະເທດທີ່ລັດຄວນຄຳນຶງເຖິງຄວາມຕ້ອງການຂອງກຸ່ມສະເພາະລວມເຖິງ, ແຕ່ບໍ່ຈຳກັດ ສະເພາະຜູ່ສູງອາຍຸ, ຊົນເຜົ່າກຸ່ມນ້ອຍ, ຄົນພິການ, ຜູ່ປວ່ຍເປັນໂລກຈິດ, ໂລກເອດ ແລະ ໂລກອື່ນໆ ເຊັ່ນ ໂລກຕິດຕໍ່ຮ້າຍແຮງ, ຜູ່ຕິດຢາເສບຕິດ, ໃນທ້ອງຖິ່ນ ແລະ ບຸກຄົນທີ່ບໍ່ມີສັນຊາດ, ຜູ່ຕິດຢາເສບຕິດ, ໃນທ້ອງຖິ່ນ ແລະ ບຸກຄົນທີ່ບໍ່ມີສັນຊາດ, ບ່ອນຊອກຫາຂອງຜູ່ລີ້ໄພ, ຜູ່ລີ້ໄພ ແລະ ຜູ່ອົບພະຍົບຖິ່ນໃນປະເທດໃຫ້ສອດຄ່ອງກັບແນວທາງ ທີ່ 9 ແລະ 10

58. ລັດຄວນໃຊ້ມາດຕະການທີ່ເໝາະສົມການສ້າງລະບົບການຊ່ວຍເຫຼືອທາງກົດໝາຍເປັນມິດກັບເດັກ[3] ແລະ ໃຫ້ຄວາມສຳຄັນກັບເດັກໂດຍຄຳນຶງ ເພິງເດັກຄວາມສາມາດທີ່ກ່ຽວຂ້ອງ ແລະ ຈຳເປັນທີ່ຈະຕ້ອງຢຸດຄວາມສົມດຸນທີ່ເໝາະສົມລະຫວ່າງຜົນປະໂຫຍດທີ່ດີທີ່ສຸດຂອງເດັກ ແລະ ສິດທິຂອງເດັກທີ່ຈະໄດ້ຍິນໃນການດຳເນີນການພິຈາລະນາຄະດີລວມມີ:

  • ການຈັດຕັ້ງທີ່ເປັນໄປໄດ້ໂດຍສະເພາະກົນໄກທີ່ສະໜັບສະໜຸນຄວາມຊ່ວຍເຫຼືອທາງດ້ານກົດໝາຍສະເພາະສຳລັບເດັກ ແລະ ສະໜັບສະໜຸນການລວມກຸ່ມຂອງການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍເປັນມິດກັບເດັກເປັນກົນໄກທົ່ວໄປ ແລະ ບໍ່ສະເພາະເຈາະຈົງ.
  • ການສ້າງມາດຕະຖານບໍລິການຄວາມຊ່ວຍເຫຼືອທາງກົດໝາຍທີ່ເປັນມິດກັບເດັກ ແລະ ສ້າງຫຼັກການໃນການດຳເນີນການທີ່ເປັນມືອາຊີບ. ຜູ່ໃຫ້ບໍລິການຄວາມຊ່ວຍເຫຼືອທາງດ້ານກົດໝາຍເຮັດວຽກຮ່ວມກັນ ແລະ ສຳລັບເດັກແມ່ນມີຄວາມຈຳເປັນທີ່ຕ້ອງມີການກະກຽມທົ່ວໄປເພື່ອຮັບປະກັນຄວາມເໝາະສົມໃນການເຮັດວຽກກັບເດັກນ້ອຍ.

b)ການອອກກົດໝາຍເພື່ອນຳໃຊ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍ, ນະໂຍບາຍ ແລະ ກົດລະບຽບທີ່ຊັດເຈນຄຳນຶງເຖິງສິດທິຂອງເດັກ ແລະ ຄວາມຕ້ອງການການພັດທະນາເປັນພິເສດ ລວມທັງສິດທິທີ່ຈະມີກົດໝາຍຫຼືອື່ນໆ ຊ່ວຍເຫຼືອທີ່ເໝາະສົມໃນການກະກຽມ ແລະ ນຳສະເໜີການປ້ອງກັນຂອງເຂົາເຈົ້າ, ມາດຖານສິດທິທີ່ຈະໄດ້ຍິນໃນການພິຈາລະນາຄະດີທັງໝົດ, ການມີຜົນກະທົບຕໍ່ເຂົາເຈົ້າ, ມາດຕະຖານຂອງຂະບວນການເພື່ອຄວບຄຸມຜົນປະໂຫຍດທີ່ດີທີ່ສຸດ, ຄວາມເປັນສ່ວນຕົວ ແລະ ການປ້ອງກັນຂໍ້ມູນສ່ວນຕົວ ແລະ ສິດທິໃນການຕັດສິນໃຈໃນການປ່ຽນແປງທິດທາງ

ສົ່ງເສີມໃຫ້ມີໂຄງການຝຶກອົບຮົມດ້ານມາດຕະຖານຂອງການຊ່ວຍເຫຼືອທາງດ້ານກົດໝາຍ. ບັນດາຜູ່ທີ່ໃຫ້ຄວາມຊ່ວຍເຫຼືອທາງດ້ານກົດໝາຍທີ່ຕ່າງໜ້າໃຫ້ເດັກຕ້ອງມີການຝຶກອົບຮົມ ແລະ ມີຄວາມຮູ້ກ່ຽວກັບສິດທິຂອງເດັກ ແລະ ຈະຕ້ອງໄດ້ການຝຶກອົບຮົມ ແລະ ລົງເລິກກ່ຽວກັບບັນຫາຕ່າງໆ ແລະ ທີ່ສາມາດຕິດຕໍ່ສື່ສານກັບເດັກນ້ອຍຢູ່ໃນລະດັບຂອງເຂົາເຈົ້າມີຄວາມເຂົ້າໃຈ .ທັງຫມົດທີ່ ໃຫ້ບໍລິການການຊ່ວຍເຫຼືອທາງດ້ານກົດຫມາຍເຮັດວຽກຮ່ວມກັບ ແລະ ສໍາລັບເດັກນ້ອຍຄວນຈະໄດ້ຮັບການພື້ນຖານການຝຶກອົບຮົມ ສອງສາຂາວິຊາຂຶ້ນໄປກ່ຽວກັບສິດທິ ແລະຄວາມຕ້ອງການຂອງເດັກນ້ອຍທີ່ກຸ່ມອາຍຸທີ່ແຕກຕ່າງກັນ ແລະ ໃນການດໍາເນີນຄະດີທີ່ດັດແປງເພື່ອໃຫ້ເຂົາເຈົ້າ, ແລະ ການຝຶກອົບຮົມ ກ່ຽວກັບການລັກສະນະ ທາງຈິດໃຈ ແລະອື່ນໆຂອງການພັດທະນາຂອງ ເດັກນ້ອຍທີ່ມີຄວາມພິເສດ, ເອົາໃຈໃສ່ກັບເດັກຍິງ ແລະເດັກນ້ອຍ ຜູ້ທີ່ເປັນສະມາຊິກຂອງຊົນເຜົ່າ ຫຼື ກຸ່ມຊົນເຜົ່າພື້ນເມືອງ , ແລະ ມາດຕະການທີ່ມີຢູ່ສໍາລັບການສົ່ງເສີມການປ້ອງກັນປະເທດຂອງເດັກນ້ອຍຜູ່ທີ່ຢູ່ໃນຂໍ້ຂັດແຍ່ງກັບກົດຫມາຍ;

(e ) ການສ້າງຕັ້ງກົນໄກ ແລະ ລະບຽບການເພື່ອຮັບປະກັນການຮ່ວມມືຢ່າງໃກ້ຊິດແລະລະບົບການນໍາສົ່ງທີ່ເຫມາະສົມລະຫວ່າງ ຜູ່ສະຫນອງການຊ່ວຍເຫຼືອທາງດ້ານກົດຫມາຍ ແລະປະກອບອາຊີບທີ່ແຕກຕ່າງກັນທີ່ຈະໄດ້ຮັບຄວາມເຂົ້າໃຈທີ່ສົມບູນແບບຂອງເດັກ,ເຊັ່ນດຽວກັນກັບການປະເມີນຜົນຂອງການຂອງຕົນທາງດ້ານກົດຫມາຍ, ຈິດໃຈ, ສັງຄົມ , ອາລົມ,ສະຖານະກາ ທາງດ້ານຮ່າງກາຍ ແລະມັນສະຫມອງ ແລະຄວາມຕ້ອງການ .

59 . ເພື່ອຮັບປະກັນການປະຕິບັດສິດທິພາບທົ່ວປະເທດ ການຊ່ວຍເຫຼືອທາງດ້ານກົດຫມາຍ,ລັດຄວນພິຈາລະນາ ການສ້າງຕັ້ງ ອົງການຊ່ວຍເຫຼືອທາງດ້ານກົດຫມາຍ ຫຼື ອໍານາດໃນການສະຫນອງ ,ດໍາເນີນການ,ການປະສານງານ ແລະ ຕິດຕາມກວດກາການບໍລິການການຊ່ວຍເຫຼືອທາງດ້ານກົດຫມາຍ . ເຊັ່ນຮ່າງຄວນຈະມີດັ່ງຕໍ່ໄປນີ້ :

(ກ) ປະສະຈາກການແຊກແຊງທາງດ້ານການເມືອງ ຫຼື ການພິພາກສາທີ່ບໍ່ສົມຄວນ, ບໍ່ວ່າຈະເປັນເອກະລາດຂອງລັດຖະບານໃນການຕັດສິນໃຈທີ່ກ່ຽວຂ້ອງກັບການຊ່ວຍເຫຼືອທາງດ້ານກົດຫມາຍແລະຈະບໍ່ໄດ້ຂຶ້ນກັບການຊີ້ນໍາຂອງການຄວບຄຸມ , ຫຼືການຂົ່ມຂູ່ທາງດ້ານການເງິນຂອງສະມາຊິກ ຫຼືສິດອໍານາດໃນການປະຕິບັດຂອງຫນ້າທີ່ຂອງຕົນໂດຍບໍ່ຄຳນຶງເລື່ອງຂອງໂຄງປະກອບບໍລິຫານ.

(ຂ) ມີອຳນາດທີ່ຈໍາເປັນເພື່ອສະຫນອງການຊ່ວຍເຫຼືອທາງດ້ານກົດຫມາຍ,ລວມທັງບໍ່ຈໍາກັດການແຕ່ງຕັ້ງຂອງພະນັກງານ; ການອອກແບບຂອງການບໍລິການການຊ່ວຍເຫຼືອທາງດ້ານກົດຫມາຍຕໍ່ບຸກຄົນ; ຕັ້ງມາດຖານແລະ ການຮັບຮອງ ຂອງຜູ້ໃຫ້ບໍລິການຊ່ວຍເຫຼືອທາງດ້ານກົດຫມາຍ ,ລວມທັງການຝຶກອົບຮົມ; ຕິດຕາມກວດກາຂອງຜູ້ໃຫ້ບໍລິການຊ່ວຍເຫຼືອທາງດ້ານກົດຫມາຍ ແລະການສ້າງຕັ້ງຂອງອົງການອິດສະລະ ໃນການຈັດການການຮ້ອງທຸກຂອງພວກເຂົາ; ການປະເມີນຜົນຄວາມຕ້ອງການຂອງການຊ່ວຍເຫຼືອທາງດ້ານກົດຫມາຍໃນທົ່ວປະເທດ ແລະ ອຳນາດໃນການພັດທະນາດ້ວຍງົບປະມານຂອງຕົນເອງ

(ຄ) ການພັດທະນາ , ປຶກສາຫາລືກັບພາກສ່ວນກ່ຽວຂ້ອງຂອງຂະແຫນງການຍຸຕິທໍາທີ່ສໍາຄັນແລະອົງການສະຫວັດດິການສັງຄົມ, ເປັນຍຸດທະສາດໄລຍະຍາວຕາມສະຖານທີ່ວິວັດທະນາການແລະຄວາມຍືນຍົງຂອງການຊ່ວຍເຫຼືອທາງດ້ານກົດຫມາຍ ;

(ງ) ລາຍງານແຕ່ລະໄລຍະເພື່ອໜ່ວຍງານທີ່ຮັບຜິດຊອບ.

ແນວທາງປະຕິບັດ12 . ລະບົບທຶນຊ່ວຍເຫລືອການຊ່ວຍເຫຼືອທາງດ້ານກົດຫມາຍໃນທົ່ວປະເທດ

60 . ຮັບຮູ້ວ່າຜົນປະໂຫຍດຂອງການບໍລິການການຊ່ວຍເຫຼືອທາງດ້ານກົດຫມາຍ ປະກອບທາງດ້ານການເງິນຜົນປະໂຫຍດ ແລະ ເງິນຝາກປະຢັດຄ່າໃຊ້ຈ່າຍໃນຕະຫຼອດຂະບວນການຍຸຕິທໍາທາງອາຍາ , ລັດຄວນ,ເໝາະສົມ,ພຽງພໍ ແລະ ໂດຍສະເພາະບົດບັນຍັດງົບປະມານສຳລັບການໃຫ້ການຊ່ວຍເຫຼືອທາງກົດໝາຍທີ່ມີຄວາມສອດຄ່ອງກັບຄວາມຕ້ອງການຂອງພວກເຂົາລວມໄປເຖິງການກຳນົດ ແລະ ກົນໄກການລະດົມທຶນທີ່ໝັ້ນຄົງສຳລັບລະບົບຄວາມຊ່ວຍເຫຼືອດ້ານກົດໝາຍແຫ່ງຊາດ.

61.ດ້ວຍເຫດນີ້ລັດຈຶ່ງສາມາດໃຊ້ມາດຕະການດັ່ງນີ້:

(ກ).ເພື່ອສ້າງຕັ້ງກອງທຶນການຊ່ວຍເຫຼືອທາງດ້ານກົດໝາຍເພືອ່ສະໜອງທຶນການຊ່ວຍເຫຼຶອທາງດ້ານກົດໝາຍ,ລວມໄປເຖິງລະບົບຜູ້ຖຶກກ່າວຟ້ອງສະທາລະນະ,ການສະໜັບສະໜູນການສະໜອງການຊ່ວຍເຫຼືອທາງດ້ານກົດໝາຍໂດຍສະມາຄົມກົດໝາຍ ຫຼື ສະພາທະນາຍຄວາມເພື່ອສະໜັບສະໜູນຄຣິນິກກົດໝາຍ, ວິທະຍາໄລ ແລະ ການສະໜັບສະໜູນທີ່ບໍ່ແມ່ນອົງການຈັດຕັ້ງຂອງລັດຖະບານ ແລະ ອົງການຈັດຕັ້ງອື່ນໆລວມທັງອົງການທີ່ໃຫ້ກການຊ່ວຍເຫຼືອທາງດ້ານກົດໝາຍ, ໃນການສະໜອງການບໍລິການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍໃນທົ່ວປະເທດໂດຍສະເພາະແມ່ນໃນເຂດຊົນນະບົດທີ່ເສດຖະກິດ ແລະ ສັງຄົມທີ່ດ້ອຍໂອກາດ.

(ຂ).ເພື່ອກຳນົດກົນໄກງົບປະມານສຳລັບຊ່ອງທາງຂອງກອງທຶນການຊ່ວຍເຫຼຶອທາງດ້ານກົດໝາຍເຊັ່ນ:

(1).ການຈັດສັນອັດຕາສ່ວນຄວາມຍຸດຕິທຳຂອງຄະດີອາຍາ ການບໍລິການໃຫ້ຄວາມຊ່ວຍເຫຼຶອທາງດ້ານກົດໝາຍໃຫ້ເໝາະສົມກັບຄວາມຕ້ອງການຂອງປະສິດທິພາບການສະໜອງການຊ່ວຍເຫຼຶອທາງດ້ານກົດໝາຍ.

(2).ການນຳໃຊ້ກອງທຶນຟື້ນຟູຈາກກິດຈະກຳທາງອາຍາທີ່ຜ່ານການຖຶກຈັບກຸມ ແລະ ຖຶກປັບໄໝ ເພື່ອໃຫ້ຄຸ້ມຄອງການຊ່ວຍເຫຼຶອທາງດ້ານກົດໝາຍສັບລັບຜູ້ຖຶກເຄາະຮ້າຍ.

(ຄ).ເພື່ອກຳນົດ ແລະ ເອົາໃຈໃສ່ໃນການຈັດວາງສິ່ງຈູງໃຈສຳລັບທະນາຍຄວາມເພື່ອໄປເຮັດວຽກຢູ່ໃນເຂດຊົນນະບົດ ແລະ ເສດຖະກິດສັງຄົມເຂດທີ່ດ້ອຍໂອກາດ

ຕົວຢ່າງ: ການຍົກເວັ້ນພາສີ ຫຼຶ ຫຼຸດຜ່ອນ,ການຫຼຸດຜ່ອນການຈ່າຍເງິນກູ້ຍຶມຂອງນັກຮຽນ.

(ງ).ເພື່ອຮັບປະກັນການແຜ່ກະຈາຍຄວາມຍຸດຕິທຳ ແລະ ອັດຕາສ່ວນຂອງເງິນທຶນລະຫວ່າງການດດຳເນີນຄະດີ ແລະ ອົງການຈັດຕັ້ງການຊ່ວຍເຫຼືອທາງດ້ານກົດໝາຍ.

62. ງົບປະມານສໍາລັບການຊ່ວຍເຫຼືອທາງດ້ານກົດຫມາຍຄວນຈະຄວບຄຸມເອົາໃນລະດັບເຕັມຮູບແບບຂອງການບໍລິການຈະສະຫນອງໃຫ້ແກ່ບຸກຄົນທີ່ຖືກຄວບຄຸມ,ຖືກຈັບກຸມຫຼື ຂັງ, ສົງໃສຫຼືຖືກກ່າວຫາຂອງຫຼືຟ້ອງການກະທໍາຜິດທາງອາຍາ, ແລະຜູ້ຖືກເຄາະຮ້າຍ., ທຶນຄວນໄດ້ຮັບການໃຊ້ຈ່າຍໃນການປ້ອງກັນພິເສດຢ່າງພຽງພໍເຊັ່ນ: ຄ່າໃຊ້ຈ່າຍສໍາລັບ

ສໍາເນົາໄຟລ໌ທີ່ກ່ຽວຂ້ອງແລະເອກະສານແລະການເກັບກໍາຫຼັກຖານ, ຄ່າໃຊ້ຈ່າຍ ກ່ຽວຂ້ອງກັບພະຍານຊ່ຽວຊານ, ຜູ້ຊ່ຽວຊານທາງກົດໝາຍແລະພະນັກງານທາງດ້ານສັງຄົມ, ແລະການເດີນທາງຄ່າໃຊ້ຈ່າຍ. ການຊໍາລະຄວນຈະໃຫ້ທັນເວລາເໝາະສົມ.

ແນວທາງປະຕິບັດ 13 ຊັບພະຍາກອນມະນຸດ

63. ລັດຄວນມີ, ສະຖານທີ່ໆເໝາະສົມ, ເພື່ອໃຫ້ມີການຕອບສະໜອງຢ່າງພຽງພໍ ແລະ ສະເພາະສຳລັບການຈັດຫາລະບົບຄວາມຊ່ວຍເຫຼືອທາງດ້ານກົດໝາຍໃນທົ່ວປະເທດທີ່ມີຄວາມເທົ່າທຽມກັນກັບຄວາມຕ້ອງການຂອງເຂົາເຈົ້າ.

64. ລັດຄວນຮັບປະກັນວ່າການປະກອບອາຊີບທີ່ເຮັດວຽກສຳລັບລະບົບການຊ່ວຍເຫຼືອທາງດ້ານກົດໝາຍແຫ່ງຊາດມີຄຸນວຸດທິການບໍລິຫານບໍລິການ ແລະ ການຝຶກອົບຮົບທີ່ເໝາະສົມໃຫ້ເຂົາເຈົ້າ.

65. ບ່ອນທີ່ມີການສະໜອງທາງດ້ານກົດໝາຍການຂາດທະນາຍຄວາມທີ່ມີຄຸນະວຸດທິທີ່ໃຫ້ການຊ່ວຍເຫຼືອອາດຈະປະກອບດ້ວຍຜູ່ທີ່ບໍ່ແມ່ນທະນາຍຄວາມຫຼືຜູ່ຊ່ວຍທານຍຄວາມ. ໃນປະເທດດຽວກັນປະກອບອາຊີບ ແລະ ການໂຍກຍ້າຍສົ່ງເສີມການເງິນຢ່າງຖືກກົດໝາຍການສຶກສາທາງດ້ານກົດໝາຍ

66. ລັດຄວນສົ່ງເສີມການປະກອບອາຊີບທາງດ້ານກົດໝາຍ, ສົ່ງເສີມການເຂົ້າເຖິງລວມທັງມາດຕະຖານການປະຕິບັດເພື່ອຮັບປະກັນການເຂົ້າເຖິງສຳລັບແມ່ຍິງ, ການພົວພັນກຸ່ມສ່ວນນ້ອຍ ແລະ ກຸ່ມຜູ່ດ້ອຍທາງດ້ານເສດຖະກິດ

ແນວທາງປະຕິບັດ 14 ຜູ່ຊ່ວຍທະນາຍຄວາມ

67. ລັດຄວນຈະເຮັດໃຫ້ສອດຄອງກັບກົດໝາຍແຫ່ງຊາດຂອງເຂົາເຈົ້າ ແລະ ຄວາມຕ້ອງການທີ່ເໝາະສົມ, ໄດ້ຮັບຮູ້ພາລະບົບາດ ຫຼື ຜູ່ໃຫ້ບໍລິການທີ່ຄ້າຍຄືກັນໃນການສະໜອງການບໍລິການການຊ່ວຍເຫຼືອທາງດ້ານກົດໝາຍທີ່ສາມາດເຂົ້າເຖິງທະນາຍຄວາມແມ່ນມີຈຳກັດ

68. ສໍາລັບຈຸດປະສົງນີ້, ລັດຄວນ, ປຶກສາຫາລືກັບພົນລະເຮືອນແລະ

ອົງການຈັດຕັ້ງຄວາມຍຸດຕິທໍາແລະສະມາຄົມວິຊາຊີບ, ແນະນໍາມາດຕະການດັ່ງກ່າວມີຄື:

(ກ). ການພັດທະນາ, ບ່ອນທີ່ເຫມາະສົມ, ການໂຄງການໃນທົ່ວປະເທດຂອງຜູ່ຊ່ວຍທະນາຍຄວາມການບໍລິການທີ່ມີຫລັກສູດການສອນການຝຶກອົບຮົມມາດຕະຖານແລະລະບົບຮັບຮອງ, ລວມທັງການຄັດເລືອກທີ່ເຫມາະສົມແລະກວດສອບ

(ຂ) ເພື່ອຮັບປະກັນວ່າມາດຕະຖານຄຸນະພາບສໍາລັບການຜູ່ຊ່ວຍທະນາຍຄວາມຖືກກໍານົດໄວ້ ແລະ ຜູ່ຊ່ວຍທະນາຍຄວາມໄດ້ຮັບການຝຶກອົບຮົມທີ່ເຫມາະສົມ ແລະ ປະຕິບັດງານພາຍໃຕ້ການຊີ້ນໍາທະນາຍຄວາມທີ່ມີຄຸນນະພາບ.

(ຄ) ເພື່ອຮັບປະກັນການຕິດຕາມແລະ ການປະເມີນຜົນກົນໄກເພື່ອຮັບປະກັນ ຄຸນະພາບຂອງການໃຫ້ບໍລິການທີ່ສະຫນອງໂດຍຜູ່ຊ່ວຍທະນາຍ.

(ງ) ເພື່ອສົ່ງເສີມການປຶກສາຫາລື ກັບພົນລະເຮືອນ ແລະ ອົງການຈັດຕັ້ງຄວາມຍຸດຕິທໍາ,ການພັດທະນາຂອງມາດຕະຖານທາງຈະລິຍາບັນການປະພຶດທີ່ຜູກມັດສໍາລັບຜຸ່ຊ່ວຍທະນາຍຄວາມທັງຫມົດເຮັດວຽກຢູ່ໃນລະບົບຍຸຕິທໍາທາງອາຍາ.

(ຈ) ການກໍານົດປະເພດຂອງການບໍລິການທາງດ້ານກົດຫມາຍທີ່ສາມາດໄດ້ຮັບການສະຫນອງໃຫ້ໂດຍຜູ່ຊ່ວຍທະນາຍຄວາມແລະ ປະເພດຂອງ ການບໍລິການທີ່ຕ້ອງໄດ້ສະຫນອງໃຫ້ສະເພາະແຕ່ໂດຍທະນາຍຄວາມ, ເວັ້ນເສຍແຕ່ວ່າ ການຕັດສິນໃຈ ດັ່ງກ່າວ ແມ່ນຢູ່ພາຍໃນສາມາດຂອງສານປະຊາຊົນຫຼື ສະມາຄົມທະນາຍຄວາມ ;

(ສ) ເພື່ອຮັບປະກັນການເຂົ້າເຖິງ ສໍາລັບຜູ່ຊ່ວຍທະນາຍຄວາມຮັບຮອງຜູ້ທີ່ຖືກມອບຫມາຍໃຫ້ສະຫນອງ ການຊ່ວຍເຫຼືອທາງດ້ານກົດຫມາຍກັບສະຖານີຕໍາຫຼວດ ແລະນັກໂທດ, ສະຖານທີ່ ຂອງການກັກຂັງ ຫຼືສູນກັກຂັງກ່ອນພິຈາລະນາຄະດີແລະອື່ນໆ.

(ຊ) ເພື່ອສອດຄ່ອງຕາມກົດຫມາຍ ແລະລະບຽບການແຫ່ງຊາດ , ບັນຊີຂອງສານ ແລະການຝຶກອົບຮົມຜູ່ຊ່ວຍທະນາຍຄວາມໜ້າທີ່ຈໍາເປັນເພື່ອ ເຂົ້າຮ່ວມໃນການດໍາເນີນຄະດີຂອງສານແລະ ໃຫ້ຄໍາແນະນໍາທີ່ຖືກກ່າວຫາໃນເວລາທີ່ບໍ່ມີ ທະນາຍຄວາມທີ່ຈະດຳເນີນໜ້າທີ່

ແນວທາງປະຕິບັດ 15 . ລະບຽບການ ແລະ ການຕິດຕາມກວດກາຂອງຜູ່ສະໜອງການຊ່ວຍເຫຼືອທາງດ້ານກົດຫມາຍ.

69. ໃນທາງປະຕິບັດໃນຫຼັກການ 12, ແລະຂື້ນກັບການອອກກົດໝາຍແຫ່ງຊາດທີ່ມີຢູ່ໃຫ້ການຮັບປະກັນການອອກຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ, ລັດ, ໃນການຮ່ວມມືກັບສະມາຄົມວິຊາຊີບຈະມີຕໍ່ໄປນີ້:

(ກ) ຮັບປະກັນວ່າມາດຖານກໍານົດໄວ້ ສໍາລັບການພິສູດຜູ່ສະໜອງຂອງການຊ່ວຍເຫຼືອທາງດ້ານກົດຫມາຍໄດ້.

(ຂ) ຕ້ອງຮັບປະກັນວ່າ ຜູ່ສະໜອງການຊ່ວຍເຫຼືອທາງດ້ານກົດຫມາຍ ແມ່ນນໍາໃຊ້ຫຼັກຈັນຍາບັນ , ມີການລົງໂທດທີ່ເຫມາະສົມສໍາລັບການລະເມີດ;

(ຄ) ກຳນົດກົດລະບຽບເພື່ອຮັບປະກັນວ່າການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດຫມາຍ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຮ້ອງຂໍການຈ່າຍເງິນໃດໆຈາກການໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອທາງດ້ານກົດຫມາຍຍົກເວັ້ນເມື່ອຜູ່ມີອຳນາດຈະອະນຸຍາດໃຫ້ເຮັດແນວນັ້ນ;

( ງ) ຮັບປະກັນວ່າການຮ້ອງທຸກທາງວິໄນຕໍ່ກັບຜູ່ສະໜອງການຊ່ວຍເຫຼືອທາງດ້ານກົດຫມາຍແມ່ນມີການທົບທວນຄືນ ໂດຍອົງການຈັດຕັ້ງຍຸດຕິທໍາ ;

(ຈ)ການສ້າງກົນໄກການຕິດຕາມກວດກາທີ່ເຫມາະສົມສໍາລັບການສະໜອງການຊ່ວຍເຫຼືອທາງດ້ານກົດຫມາຍ ,ໂດຍສະເພາະເບິ່ງການປ້ອງກັນການສໍ້ລາດບັງຫຼວງ.

ແນວທາງປະຕິບັດ 16 . ການຮ່ວມມືກັບຜູ່ການສະໜອງຊ່ວຍເຫຼືອທາງດ້ານກົດຫມາຍທີ່ບໍ່ແມ່ນລັດດຳເນີນການແລະ ມະຫາວິທະຍາໄລແຫ່ງຊາດ

70 .ລັດຄວນທີ່ຈະເຮັດວຽກ, ບ່ອນທີ່ເຫມາະສົມ ,ປະກອບການຮ່ວມມືກັບຜູ່ການສະໜອງຊ່ວຍເຫຼືອທາງດ້ານກົດຫມາຍທີ່ບໍ່ແມ່ນລັດ, ລວມທັງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະຜູ່ໃຫ້ສະໜອງບໍລິການອື່ນໆ .

71 .ດ້ວຍເຫດນີ້,ລັດຄວນໃຊ້ມາດຕະການ, ໃນການປຶກສາຫາລື ກັບປະຊາສັງຄົມ ແລະ ອົງການຈັດຕັ້ງຄວາມຍຸດຕິທໍາ ແລະສະມາຄົມວິຊາຊີບ :

(ກ) ຮັບຮູ້ໃນລະບົບທາງດ້ານກົດຫມາຍຂອງເຂົາເຈົ້າພາລະບົດບາດໃນໜ້າທີ່ໂດຍບໍ່ມີລັດຜູ່ທີ່ກ່ຽວຂ້ອງໃນການສະຫນອງການໃຫ້ຊ່ວຍເຫຼືອທາງດ້ານກົດຫມາຍ ເພື່ອຕອບສະຫນອງຄວາມຕ້ອງການຂອງປະຊາກອນ ;

(ຂ) ເພື່ອກໍານົດມາດຕະຖານ ຄຸນນະພາບ ສໍາລັບ ການບໍລິການ ການຊ່ວຍເຫຼືອ ທາງດ້ານກົດຫມາຍ ແລະ ສະຫນັບສະຫນູນການພັດທະນາຂອງໂຄງການການຝຶກອົບຮົມມາດຕະຖານສໍາລັບການທີ່ບໍ່ແມ່ນລັດຖະບານການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດຫມາຍ.

(ຄ) ເພື່ອສ້າງຕັ້ງການຕິດຕາມກວດກາ ແລະ ການປະເມີນຜົນກົນໄກເພື່ອຮັບປະກັນຄຸນະພາບຂອງການສະໜອງການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດຫມາຍ, ໂດຍສະເພາະຜູ່ທີ່ສະຫນອງໃຫ້ໂດຍບໍ່ເສຍຄ່າ;

(ງ) ການເຮັດວຽກທີ່ມີທັງຫມົດຂອງຜູ່ສະໜອງໃຫ້ການຊ່ວຍເຫຼືອທາງດ້ານກົດຫມາຍ ເພື່ອເພີ່ມທະວີການເຜີຍແຜ່ອອກໄປ,ຄຸນນະພາບ ແລະ ຜົນກະທົບແລະ ສ້າງຄວາມສະດວກສາມາດເຂົ້າເຖິງ ການຊ່ວຍເຫຼືອທາງດ້ານກົດຫມາຍໃນພາກສ່ວນທັງຫມົດຂອງປະເທດແລະ ໃນຊຸມຊົນທັງຫມົດ, ໂດຍສະເພາະແມ່ນ ຢູ່ໃນເຂດຊົນນະບົດ ແລະເສດຖະກິດ ແລະ ເຂດສັງຄົມທີ່ດ້ອຍໂອກາດ ແລະໃນບັນດາກຸ່ມຊົນເຜົ່າສ່ວນນ້ອຍ ;

(ຈ) ເພື່ອຄວາມຫຼາກຫຼາຍຂອງຜູ່ສະໜອງການຊ່ວຍເຫຼືອທາງດ້ານກົດຫມາຍ ໂດຍການຮັບຮອງ ທີ່ຄວບຄຸມເປັນວິທີການ.ຕົວຢ່າງ: ໂດຍການຊຸກຍູ້ສົ່ງເສີມການສ້າງຕັ້ງຂອງສູນກາງ ໃນການສະຫນອງການຊ່ວຍເຫຼືອທາງດ້ານກົດຫມາຍ ທີ່ໄດ້ຮັບການເບິ່ງແຍ່ງໂດຍທະນາຍຄວາມແລະຜູ່ຊ່ວຍທະນາຍຄວາມ ແລະໂດຍລ່ວງເຂົ້າໄປໃນການເຮັດສັນຍາ ກັບ ສັງຄົມ ກົດຫມາຍ ແລະສະມາຄົມທະນາຍຄວາມ, ວິທະຍາໄລ, ຄລີນິກກົດຫມາຍ ແລະ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ແລະ ອື່ນໆເພື່ອສະຫນອງໃຫ້ຄວາມຊ່ວຍເຫຼືອທາງດ້ານກົດຫມາຍ

72 . ລັດຄວນທີ່ຈະເຮັດວຽກ, ບ່ອນທີ່ເຫມາະສົມ, ສາມາດໃຊ້ມາດຕະການ :

(ກ) ສົ່ງເສີມແລະ ສະຫນັບສະຫນູນການສ້າງຕັ້ງຂອງຫ້ອງການຊ່ວຍເຫຼືອທາງດ້ານກົດຫມາຍໃນພະແນກກົດຫມາຍ ພາຍໃນວິທະຍາໄລເພື່ອສົ່ງເສີມ ຄວາມສົນໃຈທາງຄິລິນິກ ແລະ ໂຄງການ ສາທາລະນະກົດຫມາຍ ໃນບັນດາສະມາຊິກຄະນະວິຊາ ແລະຮ່າງກາຍຂອງ ນັກຮຽນ, ລວມທັງໃນຫລັກສູດກາ ຮັບຮອງຂອງມະຫາວິທະຍາໄລ;

(ຂ) ເພື່ອຊຸກຍູ້ ແລະສະຫນອງສິ່ງຈູງໃຈ ໃຫ້ແກ່ນັກຮຽນກົດຫມາຍໃຫ້ເຂົ້າຮ່ວມ,ພາຍໃຕ້ການຊີ້ນໍາທີ່ເຫມາະສົມ ແລະ ສອດຄ່ອງກັບ ກົດຫມາຍລະດັບຊາດ ຫຼື ການປະຕິບັດ ,ໃນຫ້ອງການຊ່ວຍເຫຼືອທາງດ້ານກົດຫມາຍ ຫຼື ໂຄງການ ການຊ່ວຍເຫຼືອຊຸມຊົນອື່ນໆ ທາງດ້ານກົດຫມາຍ , ເປັນສ່ວນຫນຶ່ງຂອງຫຼັກສູດເຂົາເຈົ້າທາງວິຊາການ ຫຼື ການພັດທະນາ ວິຊາຊີບ;

(ຄ) ເພື່ອພັດທະນາບ່ອນທີ່ເຂົາເຈົ້າບໍ່ໄດ້ຢູ່ແລ້ວ, ກົດລະບຽບການປະຕິບັດຂອງນັກຮຽນທີ່ອະນຸຍາດໃຫ້ນັກສຶກສາປະຕິບັດໃນສານປະຊາຊົນພາຍໃຕ້ການຊີ້ນໍາຂອງທະນາຍຄວາມ ທີ່ມີຄຸນະ ຫຼືພະນັກງານຄະນະວິຊາ, ສະຫນອງໃຫ້ວ່າກົດລະບຽບດັ່ງກ່າວແມ່ນໄດ້ພັດທະນາໃນຄຳປຶກສາຫາລື ແລະ ຮັບການຍອມຮັບໂດຍສານປະຊາຊົນ ຫຼື ອົງການຈັດຕັ້ງການປະຕິບັດທີ່ລະບຽບຂອງກົດຫມາຍວ່າດ້ວຍສານປະຊາຊົນກ່ອນສານ;

(ງ) ການພັດທະນາໃນຂອບເຂດການກໍານົດການນັກສຶກສາກົດຫມາຍເພື່ອດໍາເນີນການຝຶກງານທາງດ້ານກົດຫມາຍ , ລະບຽບການສໍາລັບພວກເຂົາທີ່ຈະໄດ້ຮັບໃຫ້ປະຕິບັດການອະນຸຍາດໃນສານປະຊາຊົນ ພາຍໃຕ້ການການຊີ້ນໍາຂອງຜູ່ມີຄຸນວຸດທິ ການ ທະນາຍຄວາມ.

ແນວທາງປະຕິບັດ 17 . ຄົ້ນຄ້ວາ ແລະ ຂໍ້ມູນ.

73 . ລັດຄວນຮັບປະກັນວ່າກົນໄກໃນການຕິດຕາມ, ຕິດຕາມກວດກາ ແລະປະເມີນຜົນການຊ່ວຍເຫຼືອທາງດ້ານກົດຫມາຍ ແມ່ນສ້າງຕັ້ງຂຶ້ນແລະສືບຕໍ່ຄວນພະຍາຍາມເພື່ອປັບປຸງການສະຫນອງໃຫ້ການຊ່ວຍເຫຼືອທາງດ້ານກົດຫມາຍ .

74 . ສໍາລັບຈຸດປະສົງນີ້, ລັດຈະສາມາດແນະນໍາມາດຕະການຕໍ່ໄປນີ້ :

(ກ) ການດໍາເນີນການຄົ້ນຄ້ວາເປັນປົກກະຕິແລະ ການເກັບກໍາແຍກຂໍ້ມູນຕາມປະເພດຍິງຊາຍ , ອາຍຸ , ສະຖານະພາບ ດ້ານເສດຖະກິດ ແລະ ການແຜ່ກະຈາຍທີ່ຕັ້ງພູມສາດຂອງຜູ່ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານກົດຫມາຍ ແລະ ການເຜີຍແຜ່ການຄົ້ນພົບຂອງການຄົ້ນຄວ້າດັ່ງກ່າວ ;

(ຂ) ເພື່ອແລກປ່ຽນການປະຕິບັດທີ່ດີ ໃນການສະຫນອງການຊ່ວຍເຫຼືອທາງດ້ານກົດຫມາຍ ;

(ຄ) ເພື່ອຕິດຕາມກວດກາການໃຫ້ປະສິດທິພາບ ແລະ ປະສິດທິຜົນຂອງການຊ່ວຍເຫຼືອທາງດ້ານກົດຫມາຍໃຫ້ສອດຄ່ອງກັບ ມາດຕະຖານສິດທິມະນຸດລະຫວ່າງປະເທດ;

(ງ) ເພື່ອໃຫ້ສື່ສານຂ້າມວັດທະນະທໍາ, ວັດທະນະທໍາທີ່ເຫມາະສົມ, ການຮັບຮູ້ຄວາມແຕກຕ່າງລະຫວ່າງເພດ ແລະ ການຝຶກອົບຮົມຜູ່ອາຍຸສູງສຸດທີ່ເຫມາະສົມ ກັບ ຜູ້ສະໜອງການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດຫມາຍ ;

(ຈ) ເພື່ອປັບປຸງການສື່ສານ, ການປະສານງານ ແລະການຮ່ວມມືລະຫວ່າງອົງການຈັດຕັ້ງຄວາມຍຸດຕິທໍາທັງຫມົດ, ໂດຍສະເພາະແມ່ນຢູ່ໃນລະດັບທ້ອງຖິ່ນ , ການກໍານົດບັນຫາໃນທ້ອງຖິ່ນແລະ ການຕົກລົງເຫັນດີກ່ຽວກັບການແກ້ໄຂບັນຫາເພື່ອປັບປຸງການສະຫນອງການໃຫ້ຄວາມຊ່ວຍເຫຼືອທາງດ້ານກົດຫມາຍ.

ແນວທາງປະຕິບັດ 18 . ການຊ່ວຍເຫຼືອທາງດ້ານວິຊາການ

75 . ການຊ່ວຍເຫຼືອທາງດ້ານວິຊາການ ໂດຍອີງໃສ່ຄວາມຕ້ອງການ ແລະ ບູລິມະສິດທີ່ກໍານົດໂດຍການຮ້ອງຂໍຈາກລັດຄວນໄດ້ຮັບການສະຫນອງໃຫ້ໂດຍອົງການຈັດຕັ້ງລະຫວ່າງລັດຖະບານການທີ່ກ່ຽວຂ້ອງ ,ເຊັ່ນ: ສະຫະປະຊາຊາດ , ຜູ້ໃຫ້ທຶນ ທະວີພາຄີ ແລະ ອຳນາດຂອງອົງການທີ່ບໍ່ຂື້ນກັບລັດຖະບານ, ເຊັ່ນດຽວກັນລັດໃນຂອບຂອງການຮ່ວມມືທະວີພາຄີ ແລະ ພະຫຸພາຄີ, ທີ່ມີທັດສະນະການສ້າງ ແລະ ເພີ່ມພູມຄວາມສາມາດລະຫວ່າງຊາດ ແລະສະຖາບັນການສຶກສາສໍາລັບການພັດທະນາແລະ ການດຳເນີນທາງດ້ານລະບົບກົດຫມາຍການໃຫ້ຄວາມຊ່ວຍເຫຼືອແລະ ການປະຕິຮູບຄວາມຍຸດຕິທໍາທາງອາຍາ , ເຊິ່ງເປັນບ່ອນທີ່ເຫມາະສົມ.



[1]“Repeat victimization” and “secondary victimization” are understood as defined in paragraphs 1.2

and 1.3 of the appendix to Recommendation Rec(2006)8 of the Committee of Ministers of the Council

of Europe to member States on assistance to crime victims

[2]Economic and Social Council resolution 2005/20, annex

[3]Child‑friendly legal aid” is the provision of legal assistance to children in criminal, civil and

administrative proceedings that is accessible, age‑appropriate, multidisciplinary and effective, and that is

responsive to the range of legal and social needs faced by children and youth. Child‑friendly legal aid

is delivered by lawyers and non‑lawyers who are trained in children’s law and child and adolescent

development and who are able to communicate effectively with children and their caretakers

บันทึกนี้เขียนที่ GotoKnow โดย  ใน ສິດທິມະນຸດ



ความเห็น (0)