ວິໍຊາພາວະຂອງຜູ້ນຳ

I. ຄຸນລັກສະນະຂອງຜູ້ນຳທີດີໃນອະນາຄົດ.

ຄໍາວ່າ “ ຄຸນລັກສະນະ ” ໝາຍເຖິງສິ່ງທີ່ບົ່ງບອກ ຫຼື ຊີ້ໃຫ້ເຫັນໃນຕົວບຸກຄົນນັ້ນໆ ຊຶ່ງອາດຕິດຕົວມາແຕ່ກຳເນີດ ຫຼື ອາດສ້າງຂຶ້ນມາພາກຫຼັງກໍ່ໄດ້ຄຸນລັກສະນະຈຶ່ງເປັນການສະແດງການກະທໍາຂອງບຸກຄົນທີ່ມີຄຸນຄ່າຄວນໃຫ້ຄວາມຍົກຍ້ອງ ແລະ ປະຕິບັດຕາມສະນັ້ນການສຶກສາເລື່ອງຄຸນລັກສະນະຂອງຜູ້ນຳ ໃນອົງກອນຈະເວົ້າເຖິງຄຸນລັກສະນະທີມີຄວາມສໍາຄັນບາງປະເພດດັ່ງຕໍ່ໄປນີ້:

1. ເປັນຄົນມີວິໄສທັດ (Vision) ຫຼື ມີຄວາມກວ້າງໄກ ແລະ ລຸ່ມລຶກເພາະປະຈຸບັນເປັນສັງຄົມຍຸກ

ໂລກາວິວັດ ( Globalization ) ຫຼື “ສັງຄົມໄຮ້ພຮົມແດນ” ຫຼື “ສັງຄົມຂໍ້ມູນຂ່າວສານ” ( Information Society ) ອົງການທຸກອົງການຕ້ອງມີການປັບປຸງ ໃຫ້ທັນຕໍ່ການປ່ຽນແປງຂອງກະແສ ສັງຄົມໂລກ ດັ່ງນັ້ນຜູ້ນໍາຈະພຽງແຈ່ຄິດວັນນີ້ມື້ອື່ນ ຊະນິດທີ່ເອີ່ນວ່າ “ ຕຳເຂົ້າສານກອກໝໍ້ ” ຄົງຈະບໍ່ໄດ້ເບິ່ງການໄກຫຼື ຄິດ (ວາງແຜນ) ໄວ້ລ່ວງໜ້າເປັນປີ 5 ປີ ຫຼື 10 ປີ ວ່າເຮົາຈະພັດທະນາໂຮງຮຽນ ຫຼື ກຸ່ມງານຂອງເຮົາໄປທິດທາງໃດຈະຕ້ອງອາໃສປັດໄຈໃດແດ່ຊຶ່ງເຮົາເອີ່ນວ່າ “ ຜູ້ນຳສະຫຼາດຄິດ ( Creative Leader)”.

2. ມີຄວາມຮອບຮູ້ ຮອບຄອບ ຮອບດ້ານ ທັນຕໍ່ເຫດການ ແລະ ປະຕິພານໄຫວພິກດີ ຜູ້ນໍາທີ່ດ

ຈະຕ້ອງມີຄວາມຮອບຮູ້ງານ ທີ່ຕົນເອງຮັບຜິດຊອບເປັນຢ່າງດີ ຮູ້ຈິ່ງ “ຢ່າຮູ້ແບບເປັດ” ຮອບຄອບໝາຍເຖິງການເຮັດວຽກຈະຕ້ອງລະອຽດບໍ່ມີຜິດພາດ ແລະ ກວດສອບໄດ້ ຫຼື “ມີຄວາມໂປ່ງໃສ”(Transparency) ນັ້ນເອງສ່ວນຮອບດ້ານຄືເປັນບຸກຄົນທີ່ ຫູກວ້າງຕາໄກ ຮັບຟັງຂໍ້ມູນຂ່າວສານເຫດການຕ່າງໆ ຕະຫລອດເວລາທີເຮົາເອີ່ນວ່າເປັນ “ ຄົນທັນສະໄໝ ” ຫຼື “ ຄົນບໍ່ຕົກ ຫຼື “ Information man”.

3. ມີຄວາມຄິດສ້າງສັນ ຫຼື ເປັນນັກພັນລະນາຜູ້ນໍາທີ່ດີຕ້ອງບໍ່ປະຕິເສດນະວັດຕະກໍາ(Innovation)

ຫຼື ສິ່ງໃໝ່ໆ ໃນຂະນະດຽວກັນຕົນຕ້ອງເປັນຜູ້ຄິດລິເລີ່ມສ້າງສັນສິ່ງໃໝ່ໆ ຂຶ້ນໃນອົງການເພື່ອໃຫ້ອົງການມີການປ່ຽນແປງທີ່ທັນສະໄໝຕະຫຼອດເວລາ ຄື ນໍາເທັກໂນໂລຢີ ສະໄໝໃໝ່ເຂົ້າມາໃຊ້ໃນສຳນັກງານ ອັນຈະເຮັດໃຫ້ການເຮັດວຽກມີປະສິດທິພາບຂຶ້ນ ທັ້ງສະດວກ ລວດເລວ ບໍລິການດີ ມີຄວາມປະທັບໃຈ ເຊັ່ນຄອມພິວເຕີ, ໂທລະສັບແຟກຊ໌, ເຄື່ອງຖ່າຍເອກະສານ, ລະບົບດາວທຽມ, ລະບົບເຄືອຂ່າຍພາຍໃນ (Intranet) ລະບົບເຄື່ອຂ່າຍທົ່ວໂລກ (Intranet ) ເປັນຕົ້ນ.

4. ມີຄວາມຮັບຜິດຊອບ ຜູ້ນໍາຈະຕ້ອງມີຄວາມຮັບຜິດຊອບທັ້ງພາຍໃນອົງການ ແລະ ພາຍນອກ

ອົງການຄວາມຮັບຜິດຊອບພາຍໃນອົງການ ໄດ້ແກ່ ຄວາມຮັບຜິດຕໍ່ຕົນເອງ (ຈັນຍາບັນ) ຄວາມຮັບຜິດຊອບຕໍ່ໜ້າທີ່ການງານ ສ່ວນຄວາມຮັບຜິດຊອບພາຍນອກອົງການໄດ້ແກ່ ຄວາມຮັບຜິດຊອບຕໍ່ມາຮັບບໍລິການປະຊາຊົນ ຫຼື ສົງຄົມອັນເປັນສ່ວນຮ່ວມ ຖ້າຜູ້ນໍາມີຄວາມຮັບຜິດຊອບດີ ການເຮັດວຽກທຸກຢ່າງກໍ່ຍ່ອມສຳເລັດລຸລວ່ງໄປດ້ວຍດີ ແຕ່ຖ້າຜູ້ນໍາຮັກແຕ່ຊອບ ແຕ່ບໍ່ຍອມຮັບຜິດກໍ່ເຂົ້າທໍານອງ “ ຄວາມດີຂໍຮັບໄວ້ ຄວາມບໍ່ດີຍົກໃຫ້ຄົນອື່ນ ” ຍ່ອມບໍ່ມີໃຜຢາກຄົບຄ້າສະມາຄົມນໍາ.

5. ມີຄວາມອົດທົນ ແລະ ອົດກັ້ນ ຜູ້ນໍາຈະຕ້ອງປົກຄອງຜູ້ໃຕ້ບັງຄັບບັນຊາຈໍານວນຫຼາຍຊຶ່ງຄວາມ

ແຕກຕ່າງກັນທັ້ງທາງໄວລະດັບການສຶກສາ ຄ່ານິຍົມເບືອງຫຼັງໆ ບາງຄັ້ງຜູ້ນໍາອາດຈະຖືກນິທາ ຫຼື ວິພາກວິຈານ ຈາກລູກນ້ອງໃນທາງເສື່ອມເສຍຊື່ສຽງໄດ້ກໍ່ຕ້ອງມີຄວາມອົດທົນ ແລະ ອົດກັ້ນບໍ່ ໂມໂຫ ໂດຍບໍ່ມີເຫດຜົນ ບໍ່ໄດ້ໂຕ້ຕອບໂດຍໃຊ້ອາລົມ ແຕ່ໃຊ້ວິທີເອື່ນມາພົບ ຊີ້ແຈ້ງໃຫ້ເຂົ້າໃຈ ໃຊ້ເຫດຜົນ ຈົງຍຶດ ຫຼັກ “ຄວາມອົດທົນ ອົດກັ້ນນໍາມາຊຶ່ງໄຊຊະນະຕົນເອງ ແລະ ຜູ້ອື່ນ”.

6. ຄວາມເດັດຂາດ ຄວາມເດັດຂາດເປັນເລື່ອງຂອງການນໍາຄົນ ຜູ້ທີ່ເປັນຜູ້ນໍາຄົນຈະຕ້ອງຕັດສິນ

ໃຈຈະຕ້ອງແກ້ບັນຫາຕ່າງໆ ຢູ່ຕະຫຼອດເວລາຖ້າຜູ້ນຳຂາດຄວາມເດັດຂາດ ການຕັດສິນໃຈນັ້ນອາຈະລ່າຊ້າການແກ້ໄຂບັນຫາອາດບໍ່ທັນການ ຫຼື ເກີດຄວາມເສຍຫາຍໄດ້ ຄວາມເດັດຂາດໃນທີ່ນີ້ບໍ່ແມ່ນລັກສະນະຜະເດັດການແຕ່ມີຄວາມໝັ້ນໃຈ ມີຄວາມອາດຫານ ມີຄວາມລວດເລວ ບໍ່ໂລເລ ບໍ່ລ່າຊ້າ ຫຼື ປ່ອຍໃຫ້ບັນຫາທີ່ເກີດຂືຶ້ນເປັນໄປຕາມສະຖານະການ.

7. ມີມະນຸດສໍາພັນ “ມະນຸດສໍາພັນ” (Human Relationship) ໝາຍເຖິງ ສີລະປະໃນການຄອງ

ໃຈຄົນ ຫຼື ສ້າງຄວາມສໍາພັນອັນດີກັບບຸກຄົນອື່ນດັ່ງຄຳຄຳກ່າວຂອງ ເດລຄາຣເນກີທີ່ວ່າ “ ການຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ ” ຜູ້ນໍາໃນອົງການຈະຕ້ອງທໍາຕົວເປັນກັນເອງກັບຜູ້ຮ່ວມງານ ແລະ ຜູ້ໃຕ້ບັງຄັບບັນຊາຕາມຄວາມເໜາະສົມບໍ່ຄວນເຮັດຕົວເປັນ “ ນາຍຜະເດັດການ ” ຫຼື “ ເຈົ້າລະບຽບ ” ຕ້ອງເອາໃຈໃສ່ເບິ່ງແຍງຄວາມທຸກຄວາມສຸກ ຜູ້ໃຕ້ບັງຄັບບັນຊາວາງຕົວໃຫ້ເໜາະສົມ ເອື້ອເຟື້ອເພື່ອແຜ່ ເປັນທີ່ເພິ່ງທາງຄວາມຄິດ ຄວາມຮູ້ ແລະ ທີ່ເພິ່ງທາງໃຈແກ່ຜູ້ໃຕ້ບັງຄັບບັນຊາ ດັງຄໍາກ່າວທີ່ວ່າ “ ຜູ້ນໍາຕ້ອງທໍາຕົວໃຫ້ເໜືອນກັບກອງໄຟໃນລະດູໜາວ ເປັນຮົ້ມໄມ້ໃຫຍ່ໃນລະດູຮ້ອນ ຫລັງຄາໃນລະດູຝົນ ສາຍນ້ຳໃນຄວາມແຫ້ງແລ້ງ ແລະ ແສງສະຫວ່າງໃນຄວາມມຶດ ” ຖ້າທ່ານມີຄວາມສຸກສົມບັດ ເຊັ່ນນີ້ ເຊື່ອໄດ້ວ່າທ່ານຈະໄດ້ຮັບຄວາມຮັກຄວາມສັດທາ ແລະ ຄວາມຮ່ວມມືໃນການປະຕິບັດງານຈາກຜູ້ໃຕ້ບັງຄັບບັນຊາດ້ວຍດີແນ່ນອນ.

8. ຮູ້ຈັກສົ່ງເສີ່ມ ແລະ ໃຫ້ກຳລັງໃຈຜູ້ໃຕ້ບັງຄັບບັນຊາ ຜູ້ນໍາທີ່ດີຈະຕ້ອງຄໍານື່ງເຖິງຄວາມຮູ້ສຶກ

ຂອງລູກນ້ອງວ່າເຂົາຄິດຫຍັງແດ່ ຊິ່ງອາດຈະວັດໄດ້ຈາກຜົນງານທີ່ເຮັດ ກິລິຍາທ່າທາງ ຄວາມຕັ້ງໃຈຈິ່ງ ຄວາມກະຕືລື່ລົ້ນ ການມີຈິດໃຈໝັ້ນຄົງຯ ຜູ້ນໍາຈະຕ້ອງຄອຍສັງເກດລູກນ້ອງທີ່ຂາດກໍາລັງໃຈ ແລະ ຫາທາງບໍາລຸງ ກໍາລັງໃຈ ສົ່ງເສີມຂ້ວນກໍາລັງໃຈ ຊຶ່ງຈະເປັນຜົນດີແກ່ຕົນເອງ ຕໍ່ຜູ້ນໍາ ແລະ ຕໍ່ອົງການທັ້ງນີ້ຜູ້ນໍາບໍ່ຕ້ອງລົງທຶນຫຍັງຫລາຍ ວິທີທີ່ສາມາດເຮັດໄດ້ຄື ຮູ້ຈັກເອາໃຈເຂົາມາໃສ່ໃຈເຮົາ ສະແດງຄວາມເຊື່ອໝັ້ນໃນຕົວເຂົາຢ່າງຈິງໃຈ ຍົກຍ້ອງຊົມເຊີຍໃຫ້ບຳເໜັດຄວາມຊອບ ເມື່ອເຂົາເຮັດດີ ຫຼື ປະສົບຄວາມສໍາເລັດໃນການເຮັດວຽກໃດໜຶ່ງ ເບິ່ງແຍງດູແລທຸກສຸກໃນການເຮັດວຽກຂອງລູກນ້ອງ ມີຄວາມຈິງໃຈຕໍ່ລູກນ້ອງ ຫລີກລ່ຽງການຂູ່ບັງຄັບ ແລະ ຢ່າຈຸກຈີກຈູ້ຈີ້ ຂີ້ຈົ້ມ ຫຼື ຫຍຸມຫຍິມແບບ “ຄ່າຄວາມເສຍດາຍເກືອ”.

9. ມີສີລະປະໃນການເວົ້າ “ ຊາງເວົ້າ ” ນັບວ່າເປັນພຶດຕິກໍາທີ່ມະນຸດໃຊ້ຫລາຍໃນຊີວິດປະຈໍາວັນ

ໂດຍສະເພາະການເປັນຜູ້ນໍາ ຫຼື ຫົວໜ້າຄົນ ຈະຕ້ອງມີປະມຸກສິນ ຫຼື ມີວາທະສິນໃນການເວົ້າຄື “ ທັ້ງເວົ້າໄດ້ ເວົ້າດີ ” ການເວົ້າຈຶ່ງເປັນທັ້ງສາດ ແລະ ສິນ ທີ່ວ່າເປັນສາດເພາະຕ້ອງອາໃສອົງຄວາມຮູ້ ຫຼື ມີການຮຽນຮູ້, ສ່ວນທີ່ວ່າເປັນສິນ ນັ້ນຄືການເວົ້າຕ້ອງອາໃສເທັກນິກ ວິທີ່ການທັດສະ ແລະ ປະສົບການຫຼາຍໆ ການເວົ້າບໍ່ແມ່ນສິ່ງທີ່ຕິດຕົວມາແຕ່ກໍາເນີດ ການເວົ້າບໍ່ແມ່ນພອນສະຫວັນຢ່າງດຽວແຕ່ການເວົ້າສາມາດຝືກຝົນໄດ້ ສະແຫວງຫາໄດ້ເຮົາຈຶ່ງອາດເວົ້າວ່າ “ ການເວົ້າບໍ່ແມ່ນພອນສະຫວັນແຕ່ຢ່າງດຽວ ແຕ່ເປັນພອນສະແຫວງອີກດ້ວຍ ”.

10. ການເປັນຜູ້ນໍາທີ່ດີຕ້ອງຮູ້ຈັກເວົ້າສັ່ງວຽກ ຫຼື ໂນ້ມນ້າວຈິດໃຈຜູ້ໃຕ້ບັງຄັບບັນຊາໃຮ່ວມມື ແລະ

ເຕັມໃຈໃນການເຮັດວຽກ ຄໍາເວົ້າທີ່ໃຊ້ຕ້ອງເປັນຄໍາເວົ້າທີາສຸພາບ ອ່ອນຫວານ ຖ່ອມຕົນບໍ່ໂອ້ອວດ ບໍ່ເວົ້າໂດຍໃຊ້ອາລົມ ຫຼື ອອກຄໍາສັ່ງແບບນາຍກັບຂີ້ຂ້າ ດັ່ງຄໍາເວົ້າວ່າ “ ຢ່າເວົ້າຫຼາຍປາກກ້າເວລາໂກດ ເສຍປະໂຫຍດໂທດໜັກເສຍສັກສີ ” ເພາະບໍ່ມີໃຜມັກຟັງຄໍາເວົ້າທີ່ກະໂຊກໂຮກຮາກ ຫຼື ເວົ້າສໍ້ສຽດ ເວົ້າບໍ່ສ້າງສັນ ດັ່ງນັ້ນຖ້າເປັນຜູ້ນໍາຮູ້ຈັກເວົ້າ ການເວົ້ານັ້ນຍ່ອມເປັນເງິນເປັນທອງ ຫຼື “ ເວົ້າດີມີກຳໄລ ” ລູກນ້ອງຈະຕ້ອງຍ່ອມຮັບເຮົາຫລາຍຂຶ້ນ ຈະເປັນກັນເອງກັບເຮົາ ຮູ້ສຶກເປັນພວກດຽວກັນ ແລະ ບໍ່ເກີດການແຕກແຍກ ການຂໍຄວາມຮ່ວມມືໃນການເຮັດວຽກໃດໆຍ່ອມເຮັດໄດ້ງ່າຍຂຶ້ນ.ຯ

1. ຄຸນລັກສະນະປະຈໍາຕົວຂອງຜູ້ນໍາ.

ການທີ່ຈະເປັນຫົວໜ້າ ຫຼື ຜູ້ນໍານັ້ນຕ້ອງມີຄຸນລັກສະນະຂອງຜູ້ນໍາ 10 ປະການຕາມຕົວອັກສອນ

ພາສາອັງກິດທີ່ປະກອບເປັນຄໍາວ່າ ( LEADERSHIP )

1) L – Loyalty ( ຄວາມຈົງຮັກພັກດີ).

2) E – Enthusiasm ( ຄວາມກະຕືລືລົ້ນ ).

3) A – Alertness ( ຄວາມຕື່ນຕົວ ).

4) D – Dependability ( ຄວາມໄວ້ວາງໃຈ ).

5) E – Endurance ( ຄວາມອົດທົນ ).

6) R – Responsibility ( ຄວາມຮັບຜິດຊອບ ).

7) S – Self – Control ( ຄວາມສາມາດຄວບຄຸມຕົນເອງ ).

8) H – Humanity ( ຄວາມມີມະນຸດສະທໍາ ).

9) I – Initiative ( ຄວາມຄິດປະດິດສ້າງ ).

10) P – Personality ( ບຸກຄະລິກະພາບທີ່ດີ ).

2. ຕາມທັດສະນະຂອງຂ້າພະເຈົ້າມີຄວາມຄິດວ່າລັກສະນະຂອງຜູ້ນໍາມີຄື:

1. ຕ້ອງຮູ້ຈັກຕົນເອງເປັນຢ່າງດີ:

ຜູ້ນໍາທີ່ດີຈໍາເປັນຕ້ອງຮູ້ຈັກຕົນເອງຮູ້ວ່າຜູ້ບັງຄັບບັນຊາ ແລະ ຜູ້ໃຕ້ບັງຄັບບັນຊາມີຄວາມຄາດຫວັງ

ຫຍັງແດ່ ແລະ ຄິດຫຍັງແດ່ກັບຕົນເອງ ຜູ້ນໍາທີ່ພະຍາຍາມສອບຖາມຂໍ້ມູນປ້ອນກັບໃນການເຮັດວຽກຕົນຈາກແຫຼ່ງຕ່າງໆ ຈະເປັນຜູ້ທີ່ເຂົ້າໃຈ ແລະ ສາມາດປັບປຸງພຶດຕິກໍາຕ່າງໆ ຂອງຕົນເອງ ແລະ ຈະກາຍເປັນຜູ້ນໍາທີ່ດີໃນທີ່ສຸດ.

2. ພັດທະນາຈິດໃຈໃຫ້ເຂັ້ມແຂງ:

ຜູ້ນໍາທີ່ດີຕ້ອງຊື່ສັດຕໍ່ຕົນເອງ ເມື່ອເຮັດຜິດ ຫຼື ເກີດຄວາມຜິດພາດຂຶ້ນກໍ່ຕ້ອງຍ່ອມຮັບໃນຄວາມຮັບ

ໃນຄວາມເປັນຈິ່ງເພາະແມ່ນແຕ່ຜູ້ນໍາທີ່ດທີ່ສຸດກໍ່ເຄີຍເຮັດຜິດພາດ ສິ່ງທີ່ສໍາຄັນທີ່ສຸດຄື: ຜູ້ນໍາທີ່ຈະປະເຊີນໜ້າກັບຄວາມຜິດພາດໃນຄັ້ງນັ້ນ ແລະ ແກ້ໄຂຂໍ້ຜິດພາດນັ້ນໂດຍໄວທີ່ສຸດພ້ອມກັບຫາຫົນທາງປ້ອງກັນບໍ່ໃຫ້ເກີດການຜິດພາດຊໍ້າອີກ.

3. ຕ້ອງໃຈກວ້າງ ແລະ ບໍ່ເຫັນແກ່ຕົວ:

ການທີ່ຈະເປັນຜູ້ນໍາທີ່ປະສົບຄວາມສໍາເລັດໄດ້ນັ້ນຕ້ອງຮູ້ຈັກໃຊ້ອໍານາດຢ່າງຖືກວິທີຮູ້ວິທີໃນການ

ກະຈາຍອໍານາດຂອງຕົນໃຫ້ແກ່ຜູ້ອື່ນຮ່ວມເຖິງໃຫ້ເວລາໃນການເຮັດວຽກຮ່ວມກັບຜູ້ໃຕ້ບັງຄັບບັນຊາຂອງຕົນເອງດ້ວຍ.

4. ຟ້ງໃຫ້ເປັນ....ເປັນຜູ້ຟັງທີ່ດີ.

ໂດຍປົກກະຕິແລ້ວຜູ້ນໍາສ່ວນໃຫຍ່ມັກຈະຄິດວ່າ “ຕົນຈະເວົ້າຫຍັງອອກໄປ” ຫຼາຍກວ່າ “ຕັ້ງໃຈ

ຟັງຢ່າງຈົດຈໍ ( Deep Lisining )” ຊຶ່ງນັ້ນຈະເຮັດໃຫ້ຜູ້ນໍາບໍ່ສາມາດເປັນຜູ້ນໍາທີ່ດີ ແລະ ມີສັກກະຍະພາບໄດ້ເພາະ “ການຟັງ” ແຕກຕ່າງຈາກ “ການໄດ້ຍິນ” ດັ່ງນັ້ນ ທັກສະທີ່ສໍາຄັນແລະຈໍາເປັນຢ່າງຍິ່ງຂອງຜູ້ນໍາຄື ຟັງຢ່າງໃດທີ່ມີປະສິດທິພາບຫຼາຍທີ່ສຸດ ຜູ້ນໍາຈະຕ້ອງພະຍາຍາມທໍາຄວາມເຂົ້າໃຈໃນສິ່ງທີ່ຟັງຈັບປະເດັນໃນສິ່ງທີ່ຟັງໃຫ້ດີ ແລະ ໃຫ້ຖືກຈຸດນອກຈາກນັ້ນຕ້ອງບໍ່ຂັດຈັງຫວິໃນຂະນະທີ່ຜູ້ອື່ກໍາລັງເວົ້າຢູ່.

5. ເຊື່ອໃນສັນຊາດຕະຍານຂອງຕົນ.

ເມື່ອຜູ້ນໍາຮູ້ສຶກເຖິງຄວາມບໍ່ມັກມາພາກົດ ຫຼື ມີຫຍັງເຮັດໃຫ້ຮູ້ສຶກບໍ່ສະບາຍໃຈກ່ຽວກັບໂຄງການ

ທີ່ກໍາລັງດໍາເນີນການຢູ່ ຜູ້ນຳຕ້ອງເຊື່ອໃນສັນຊາດຕະຍານຂອງຕົນເອງ ຢຸດແລ້ວລອງຍ້ອນກັບມາເບິ່ງໃນເລື່ອງທີ່ກັງວົນນັ້ນຢ່າງໃສ່ໃຈເພື່ອຄວາມສົມບູນຖືກຕ້ອງ ສັນຊາດຕະຍານຂອງຜູ້ນໍານັບເປັນສິ່ງພິເສດທີ່ເກີດຂຶ້ນຈາກການປະສົມປະສານລະຫວ່າງປະສົບການ ແລະທັດສະຄວາມຮູ້ຂອງຕົວຜູ້ນໍາ ຊຶ່ງຫຼາຍສິ່ງຫຼາຍຢ່າງທີ່ສັນຊາດຕະຍານຂອງຜູ້ນໍາຊ່ວຍໃຫ້ອົງກອນຜ່ານພົ້ນວິກິດໄປໄດ້ດ້ວຍດີ.

6. ຮຽນຮູ້ຈາກສິ່ງທີ່ຜິດພາດ.

ຜູ້ນໍາທີ່ດີຕ້ອງຮຽນຮູ້ຈາກສິ່ງທີ່ຜິດພາດຫຼາຍກວ່າຍຶດຕິດກັບຄວາມສໍາເລັດຂອງຕົນໃນອະດິດເພາະ

ນີ້ຄືສິ່ງທີ່ຜູ້ນໍາຄວນຕ້ອງຮຽນຮູ້ເພື່ອບໍ່ກໍ່ໃຫ້ເກີດຂໍ້ຜິດພາດຊໍ້າ.

7. ຮູ້ຈັກເປີດຮັບແນວຄິດໃໝ່ໆ.

ຜູ້ນໍາຕ້ອງເປີດຮັບຜູ້ທີ່ສະເໜີແນວຄິດໃໝ່ໆ ໃຫ້ແກ່ອົງການເພາະແນວຄິດຂອງຄົນເຫຼົ່ານີ້ຈະນໍາ

ຄວາມກ້າວໜ້າມາສູ້ອົງກອນ ຫຼື ໜ່ວຍງານໄດ້ຢ່າງແທ້ຈິງໃນປັດຈຸບັນສິ່ງທີ່ອົງກອນຕ້ອງການຄືຄວາມຄິດດີໆ ຈາກພະນັກງານມີຄົນເຄີຍເວົ້າໄວ້ວ່າໃນ 50 ຄວາມຄິດ ຖ້າມີພຽງ 1 ຄວາມຄິດທີ່ສາມາດນໍາມາຕໍ່ຍອດເພື່ອສ້າງລາຍໄດ້ໃຫ້ກັລອົງກອນ ຫຼື ໜ່ວຍງານໄດ້ກໍ່ນັບໄດ້ວ່າຄຸ້ມຄ່າທີ່ສຸດແລ້ວ.

8. ຕ້ອງມີຄວາມເດັດຂາດ ແລະ ເດັດດຽວ.

ໂດຍປົກກະຕິຜູ້ນໍາໃນລະດັບສູງທີ່ມີ ສັກກະຍະພາບທີ່ດີຕ້ອງການຂໍ້ມູນທີ່ຈໍາເປັນ ແລະ ສໍາຄັນ

ພຽງແຕ່ 60% ເທົ່ານັ້ນກໍ່ພຽງພໍຕໍ່ການຕັດສິນໃຈຢ່າງຮອບຄອບຂອງເຂົາ ດັ່ງນັ້ນການຕັດສິນໃຈໂດຍທີ່ຕ້ອງໃຊ້ຂໍ້ມູນເພື່ອປະກອບການຕັດສິນໃຈຫຼາຍເກີນໄປບໍ່ໄດ້ໝາຍຄວາມວ່າເປັນການຕັດສິນໃຈທີ່ດີ ແລະ ຖືກຕ້ອງສະເໜີໄປຊຶ່ງໃນທາງກັບກັນນັ້ນອາດຈະເຮັດໃຫ້ການຕັດສິນໃຈລ່າຊ້າ ແລະ ບໍ່ທັນການກໍ່ເປັນໄດ້.

9. ກ້າຫານ.

ມີຜູ້ນໍາຫຼາຍໆຄົນບໍ່ກ້າທີ່ຈະເຮັດໃນສິ່ງທີ່ຖືກຕ້ອງ ຫຼື ຄວນບໍ່ກ້າເຮັດແມ່ນແຕ່ຈະຄັດຄ້ານຜູ້ອື່ນໃນ

ສິ່ງທີ່ຮູ້ວ່າຜິດຜູ້ນໍາທີ່ມີສັກກະຍະພາບຕ້ອງມີຄວາມກ້າກ້າເວົ້າ ກ້າຕັດສິນໃຈ ຕ້ອງເປັນຄົນນໍາສະເໜີແນວຄິດ ແລະ ກະຕຸ້ນໃຫ້ຜູ້ໃຕ້ບັງຄັບບັນຊາສະແດງຄວາມຄິດຮ່ວມທັງກ້າຈະຮັບຜິດ ແລະ ກ້າທີ່ຈະລົງໂທດຜູ້ກະທໍາຜິດ.

10. ຍິນດີຮັບຄໍາວິຈານ.

ຕ້ອງຍອມຮັບຄໍາວິຈານ ຜູ້ນໍາຕ້ອງເຂົ້າໃຈວ່າ ຄໍາວິຈານເປັນເລື່ອງທໍາມະຊາດຊຶ່ງຖືເປັນເລື່ອງປົກ

ກະຕິທີ່ຕ້ອງເກີດໃນອົງກອນ ເງີຍໜ້າຮັບຄໍາວິຈານ ແລະ ຫຼີກລຽງການຕໍ່ຕ້ານ ຫຼື ປົກປ້ອງຕົນເອງຈາກຄໍາວິຈານເຫຼົ່ານັ້ນ ຕ້ອງບໍ່ຄິດຄຽດແຄ້ນ ຫຼື ແກ້ແຄ້ນເພື່ອຕອບໂຕ້ກັບຜູ້ທີ່ມາວິຈານ ເພາະຈະສົ່ງຜົນການປະຕິບັດງານທີ່ດີຄວນປັບທັກສະອະຄະຕິວ່າຄໍາວິຈານເຫຼົ່ານັ້ນເປັນການຕິເພື່ອກໍ່ແລ້ວນໍາມາປັບປຸງພັດທະນາການເຮັດວຽກໃຫ້ດີຍິ່ງຂຶ້ນ.

11. ປະຕິບັດງານໂດຍມີເປົ້າໝາຍທີ່ຊັດເຈນ.

ຜູ້ນໍາບໍ່ວ່າຈະຢູ່ໃນລະດັບໃດຕ້ອງມີເປົ້າໝາຍທີ່ຊັດເຈນ ຕ້ອງຕັ້ງເປົ້າໝາຍໃນລະຍະຍາວ ເພື່ອ

ສ້າງແນວທາງການດໍາເນີນງານໃຫ້ແກ່ຜູ້ໃຕ້ບັງຄັບບັນຊາ ແລະ ໜ່ວຍງານ ຫຼື ອົງກອນຂອງຕົນ ເພາະບໍ່ວ່າຈະເປັນກຸ່ມຄົນເຮັດວຽກໃນລະດັບໃດຍ່ອມຕ້ອງການທີ່ຈະຮັບຮູ້ວ່າພວກເຂົາກໍາລັງເຮັດຫຍັງ ກໍາລັງຍ່າງໄປໃນທາງທິດໃດ ແລະ ເຮັດໄປເພື່ອເປົ້າໝາຍ ຫຼື ຜົນປະໂຫຍດໃດ.

12. ຢ່າເຮັດໃຫ້ຜູ້ອື່ນເສຍເວລາໂດຍບໍ່ມີປະໂຫຍດ.

ໂດຍປົກກະຕິແລ້ວສິ່ງທີ່ຜູ້ນໍາຄວນໃສ່ໃຈເປັນອັນດັບຕົ້ນໆ ຄື ຕ້ອງຄໍານືງວ່ານະໂຍບາຍທີ່ອອກ

ມາຈາກຜູ້ນໍານັ້ນຕ້ອງບໍ່ເປັນສິ່ງທີ່ເຮັດໃຫ້ຂັນຕອນການເຮັດວຽກເພີ່ມຂຶ້ນ ຫຼື ບໍ່ກໍໃຫ້ເກີດປະໂຫຍດທີ່ຄຸ້ມຄ່າກັບສິ່ງທີ່ລົງມືໄປດັ່ງນັ້ນໃນລະຫວ່າງການເຮັດວຽກຜູ້ນໍາຄວນໃສ່ໃຈທີ່ຈະຖາມຄໍາຖາມກັບຜູ້ໃຕ້ບັງຄັບບັນຊາຂອງຕົນວ່າ “ມີນະໂຍບາຍ ຫຼື ຂນຕອນທີ່ຂ້າພະເຈົ້າກໍາໜົດມາ ແລະ ເຮັດໃຫ້ພວກເຈົ້າເສຍເວລາ ຫຼື ເຮັດວຽກລ່າຊ້າລົງໄປ ຫຼື ບໍ່” ຊຶ່ງແນ່ນອນວ່າຜູ້ໃຕ້ບັງຄັບບັນຊາສ່ວນໃຫຍ່ຄົງບໍ່ກ້າທີ່ຈະຕອບຄໍາຖາມນີ້ ແຕ່ຫາກມີພຽງຈັກຄົນທີ່ຕອບຄໍາຖາມດ້ວຍຄວາມຈິງໃຈນັ້ນຈະເປັນສະເໝືອແນວທາງທີ່ຊ່ວຍໃຫ້ຜູ້ນໍາສາມາດຮຽນຮູ້ ແລະ ເຕີບໂຕເພື່ອກ້າວໄປສູ້ການເປັນນໍາທີ່ດີໄດ້ຕໍ່ໄປ.

13. ໃຫ້ຄວາມສຳຄັນກັບທຸກຄົນທີ່ເຮັດວຽກເພື່ອເຮົາ.

ຜູ້ນໍາຈໍາເປັນຕ້ອງໃຫ້ຄວາມໃສ່ໃຈກັບລູກນ້ອງທຸກຄົນ ຕ້ອງຮູ້ວ່າຜູ້ໃຕ້ບັງຄັບບັນຊາຄົນໃດບາງທີ່ເປັນຜູ້ສ້າງຄວາມສຳເລັດໃຫ້ເກີດຂຶ້ນ ແລະ ເລືອກທີ່ຈະຍົກຍ້ອງຊືນຊົມພວກເຂົາຢ່າງຈິ່ງໃຈ ຢ່າລະເລີຍຄົນທີ່ເຮັດວຽກງານປິດທອງຫຼັງພຣະ.

14. ຢ່າສົ່ງສັນຍານວ່າ “ ກໍາລັງບໍ່ມີໄວ້ໃນໃຈ”.

ຜູ້ນໍາທີ່ມັກເວົ້າວ່າ “ ຂ້ອຍບໍ່ຕ້ອງການເລື່ອງເຊື່ອໄວລັດ” ຫຼື “ແຈ້ງໃຫ້ຂ້ອຍຮູ້ກ່ອນທີ່ເຈົ້າຈະລົງ

ມືເຮັດຫຍັງ” ຫຼື “ໃນຊວງທີ່ຂ້ອຍໄປພັກຜອນຂ້ອຍຈະໂທລະສັບຫາເຈົ້າທຸກໆເຊົ້າເພື່ອຈະໄດ້ຮູ້ຄວາມເຄື່ອນໄຫວຂອງວຽກງານທີ່ເຈົ້າເຮັດ” ຄໍາເວົ້າຕ່າງໆເຫຼົ່ານີ້ກໍາລັງເຮັດໃຫ້ຜູ້ໃຕ້ບັງຄັບບັນຂອງເຈົ້າຮູ້ສຶກວ່າ “ຜູ້ນໍາກໍາລັງບໍ່ໄວ້ໃຈໃນສັກກະຍະພາບຂອງຜູ້ໃຕ້ບັງຄັບບັນຊາຂອງຕົນຢູ່” ຂໍ້ຄວາມເຫຼົ່ານີ້ອາດເປັນປັດໄຈທີ່ສົ່ງຜົນກັບຄວາມຮູ້ສຶກຂອງຜູ້ໃຕ້ບັງຄັບບັນຊາ ຊຶ່ງເຮັດໃຫ້ພວກເຂົາກັງວົນ ຂາດຄວາມໝັ້ນໃຈໃນຄວາມສາມາດຂອງຕົນເອງ ແລະ ອາດສົ່ງຜົນໃຫ້ບໍ່ສາມາດເຮັດວຽກໄດ້ຢ່າງເຕັມປະສິດທິພາບ.

15. ໃສ່ໃຈກັບຄວາມຫຼົ້ມເຫລວ.

ຜູ້ນໍາສ່ວນໃຫຍ່ຈະພະຍາຍາມເວົ້າເຖິງແຕ່ຜົນງານທີ່ປະສົບຜົນສໍາເລັດເພື່ອເຮັດໃຫ້ຜູ້ໃຕ້ບັງຄັບບັນ

ຊາຮູ້ສຶກດີໃຈ ແລະ ຊືນຊົມ ໃນຂະນະທີ່ພະຍາຍາມຊ່ອນ ຫຼື ປົກປິດບັນຫາ ຫຼື ຂັດແຍ້ງຕ່າງໆ ທີ່ເກີດຂຶ້ນການກະທໍາເຫຼົ່ານີ້ບໍ່ແມານພຶດຕິກໍາທີ່ຖືກຕ້ອງໃນການເປັນຜູ້ນໍາທີ່ດີ ເພາະການຊ່ອນ ຫຼື ປົກປິດບັນຫາອາດເຮັດໃຫ້ເກີດຂໍ້ແຍ້ງທີ່ຮຸນແຮງ ແລະ ນໍາມາຊຶ່ງຄວາມຫຼົ້ມເຫລວໃນການບໍລິຫານງານໃນອະນາຄົດໄດ້.

16. ພັດທະນາທັດສະການເປັນຜູ້ນໍາໃຫ້ແຂງແກ່ງ.

ເຈົ້າບໍ່ຄວນຢຸດການພັດທະນາແມ່ນແຕ່ວິນາທີດຽວ ການຢຸດພັດທະນາປຽບສະເໝືອນການກ້າວ

ຖອຍຫຼັງ ດັ່ງນັ້ນຜູ້ຜູ້ນໍາທີ່ດີຈຶ່ງຄວນທີ່ຈະພັດທະນາສັກກະຍະພາບໃນດ້ານຕ່າງໆ ຮ່ວມເຖິງທັດສະການຈັດການ ແລະ ການບໍລິຫານງານໃໝ່ໆ ຢູ່ຕະຫຼອດເວລາ ນອກຈາກນີ້ ການທີ່ຈະເປັນຜູ້ນໍາທີດີໄດ້ນັ້ນ ເຈົ້າຕ້ອງເປັນຜູ້ທີ່ສາມາດບໍລິຫານເວລາໄດ້ດີ ຕ້ອງມີຄວາມຮອບຄອບ ຕັດສິນໃຈໄດ້ຢ່າງເດັດຂາດແມ່ນຢໍາ ແລະ ສາມາດແກ້ໄຂບັນຫາໄດ້ຢ່າງຖືກຕ້ອງ.

17. ທໍາຄວາມເຂົ້າໃຈລະຫວ່າງຜູ້ນໍາ ແລະ ຜູ້ໃຕ້ບັງຄັບບັນຊາ.

ການເປັນຜູ້ນໍາທີ່ດີເຈົ້າຕ້ອງເຂົ້າໃຈສະຕ້າຍທີ່ແຕກຕ່າງກັນຂອງຜູ້ໃຕ້ບັງຄັບບັນຊາທຸກຄົນ ພ້ອມ

ທັ້ງປັບສະຕ້າຍຂອງຕົນເອງໃຫ້ເຂົ້າກັບຜູ້ໃຕ້ບັງຄັບບັນຊາແຕ່ລະສະຕ້າຍ ໃນທາງກັບກັນ ເຈົ້າຕ້ອງເປີດໂອກາດໃຫ້ຜູ້ໃຕ້ບັງຄັບບັນຊາໄດ້ຮຽນຮູ້ ແລະ ເຂົ້າໃຈໃນຕົວຕົນຂອງເຈົ້າດ້ວຍເຊັ່ນກັນ ເຈົ້າຕ້ອງບອກພວກເຂົ້າໃນສິ່ງສໍາຄັນທີ່ເຈົ້າເປັນຮ່ວມທັ້ງຊີ້ແຈ້ງໃນສິ່ງຕ່າງໆ ທີ່ຈະເຮັດໃຫ້ເຈົ້າມັກ ຫຼື ບໍ່ມັກຜູ້ໃຕ້ບັງຄັບບັນຊາຈໍາເປັນທີ່ຈະຕ້ອງເຂົ້າໃຈ ແລະ ຮູ້ຈັກຕົວຕົນຂອງຜູ້ນໍາຕັ້ງແຕ່ເລີ່ມຕົ້ນ.

18. ຕ້ອງບໍ່ມ່ງເນັນແຕ່ເລື່ອຂອງຜົບລັບພຽງຢ່າງດຽວ.

ຜົນລົບທີ່ດີຖືກເປັນເລື່ອງສໍາຄັນກໍຈິງ ແຕ່ຢ່າງໃດກໍຕາມ ຜູ້ນໍາທີ່ບໍ່ໃສ່ໃຈກັບລະບົບຂັ້ນຕອນຕ່າງໆ

ຫຼື ແນວທາງການປິຕິບັດງານລະຫວ່າງທາງເລີຍອາດຈະນໍາມາຊຶ່ງຄວາມຜິດພາດອັນໃຫຍ່ຫລວງໄດ້ ດັ່ງນັ້ນຜູ້ນໍາທີ່ດີຄວນຈະໃຫ້ຄວາມສໍາຄັນກັບຂັ້ນຕອນ ຫຼື ວິທີການດໍາເນີນງານໃນລະຫວ່າງທາງຢ່າງສະໜໍ່າສະເໜີ ຫາກເກີດບັນຫາຂືຶ້ນຈະໄດ້ສາມາດແກ້ໄຂໄດ້ທັນການ ຊຶ່ງແນວທາງ ແລະ ຂັ້ນຕອນທີ່ມີປະສິດທິພາບຈະສົ່ງຜົນໂດຍຕົງຕໍ່ຜົນລັບທີ່ດີໃຫ້ອານາຄົດແລ້ວທິມງານຂອງເຈົ້າຈະຮັກໃນຄວາມຈິງໃຈ ແລະ ຄວາມຕົງໄປຕົງມາຂອງເຈົ້າໂດຍກົງ.

19. ຮູ້ຈັກປ່ອຍວາງ.

ມີຜູ້ນໍາຫຼາຍທ່ານທີ່ກັງວົງຫຼາຍເກີນໄປ ແລະ ເຄ່ງຄຽດຕະຫຼອດເວລາເພື່ອທີ່ຈະເຮັດໃຫ້ໄດ້ຜົນງານ

ທີ່ດີ ແລະ ເປັນທີ່ຍອມຮັບຂອງຜູ້ບັງຄັບບັນຊາ ພວກເຂົາບໍ່ເຄີຍຄິດທີ່ຈະປ່ອຍວາງ ຊຶ່ງສິ່ງນີ້ມັກຈະເຮັດໃຫ້ເກີດບັນຍາກາດໃນການເຮັດວຍກທີ່ຕຶ່ງຄຽດຊຶ່ງຈະສົ່ງຜົນໂດຍຕົງໄປຍັງບຸກຄົນອ້ອມຂ້າງ ແລະ ຜູ້ໃຕ້ບັງຄັບບັນຊາ ຜູ້ນໍາທີ່ດີສາມາດສະແດງຄວາມໂກດ ແລະ ຄວາມຄຽດໄດ້ເປັນບາງຄັ້ງຄາວ ແຕ່ໃນຂະນະດຽວກັນພວກເຂົາກໍ່ຕ້ອງສາມາດຄອບຄຸມອາລົມຂອງຕົນ ແລະ ປ່ອຍວາງໃນເລື່ອງທີ່ຢູ່ນອກເໜືອອໍານາດໜ້າທີ່ ແລະ ຄວາມສາມາດ ທີ່ຈະແກ້ໄຂບັນຫາເຫຼົ່ານັ້ນໄດ້.

20. ລະວັງເລື່ອງຂອງ “ການຂູ່ເຂັນ”.

ຜູ້ນໍາທີ່ກະຕຸ້ນຜູ້ໃຕ້ບັງຄັບບັນຊາດ້ວຍການຂູ່ເຂັນຈະບໍ່ສາມາດເປັນຜູ້ນໍາທີ່ດີໄດ້ ບໍ່ວ່າຜູ້ນໍາຈະຢູ່ໃນ

ສະຖານະການໃດກໍ່ຕາມການເປັນຜູ້ນໍາທີ່ດີຕ້ອງຍ່ອມຕ້ອງສໍາພັນກັບການເປັນນັກວາງແຜນ ນັກການບໍລິຫານ ນັກຈິດຕະວິດທະຍາ ແລະ ໃນຂະນະດຽວກັນກໍ່ຕ້ອງເປັນຜູ້ສະໜັບສະໜູນ ແລະ ເປັນທີ່ປຶກສາທີ່ດີດ້ວຍ ຊຶ່ງສິ່ງຕ່າງໆ ເຫຼົ່ານີ້ຜູ້ນໍາຕ້ອງໝັ່ນຝຶກຝົນ ແລະ ຮູ້ຈັກພັດທະນາຕົນໃຫ້ເໝາະສົມກັບການປ່ຽນແປງໄປຂອງສະພາບແວດລ້ອມທັ້ງພາຍນອກ ແລະ ພາຍໃນເພື່ອໃຫ້ພ້ອມສໍາລັບອະນາຄົດຂອງຕົນ.

2. ຖ້າທ່ານຢາກເປັນຜູ້ນຳທີດີ ທ່ານຄວນຫລີກເວັ້ນພຶດຕິ ແລະ ຄຸນລັກສະນແນວໃດ

3. ຜູ້ນໍາທີ່ດີຄວນຫຼີກເວັ້ນພຶດຕິກໍາ ແລະ ຄຸນລັກສະນະຄື

ຢູ່ໃນສັງຄົມມະນຸດເຮົາກໍ່ຄື ໃນປັດຈຸບັນນີ້, ນອກຈາກຈະມີຜູ້ນໍາທີ່ດີຫຼາຍໆທ່ານແລ້ວ ກໍຍັງມີຜູ້ນໍາ

ທີ່ບໍ່ດີອີກຈຳນວນໜຶ່ງ ເຊິ່ງການສຶກສາໃນພຶດຕິກໍາຂອງຜູ້ນໍາທີ່ບໍ່ດີນີ້ ກໍ່ເປັນຄວາມຮູ້ອີກຢ່າງໜຶ່ງທີ່ນັກສຶກສາ ຂາວິຊາການບໍລິຫານທີ່ຄວນເອາໃຈໃສ່ສຶກສາມາຕະຫຼອດ ສະນັ້ນ ເລື່ອງຂອງຜູ້ນໍາທີ່ທ່ານຄວນຫລີກເວັ້ນ ເພື່ອທ່ານຜູ້ອ່ານຈະນໍາມາພິຈາລະນາວ່າທ່ານເອງໃນຖ້ານະເປັນຜູ້ນໍາຄົນໜຶ່ງ ມີຄຸນລັກສະນະເຫລົ່ານີ້ແດ່ບໍ່ ແລະ ຄວນຈະຫາທາງຫລີກເວັ້ນເສຍຄຸນສົມບັດທີ່ບໍ່ດີແບບນີ້:

1. ຄວນຈະຫລີກເວັ້ນກໍ່ຄື: ການໃຫ້ຂໍ້ມູນທີ່ຫລາເກີນໄປ ຫຼື ການຮູ້ຂໍ້ມູນທີ່ຫຼາຍເກີນໄປ (ຄື ການ

ສະແດງອອກວ່າຮູ້ຫຼາຍເກີນໄປໃນເລື່ອງທີ່ບໍ່ເປັນປະໂຫຍດ) ຖ້າທ່ານເປັນຜູ້ນໍາ ແລະ ສະແດງອອກວ່າຕົນເອງເປັນຄົນເພດທີ່ຮູ້ທຸກເລື່ອງ (Know-it-all) ຄົນຮອບຕົນທ່ານກໍ່ຈະບໍ່ກ້າທີ່ຈະສະແດງຄວາມຄິດເຫັນ ເນື່ອງຈາກຖ້າເຂົາສະແດງຄວາມຄິດເຫັນແລ້ວ ທ່ານກໍ່ຈະສະແດງຄວາມເຫັນທີ່ເໜືອກວ່າອອກໄປ ຊຶ່ງຫຼາຍຄັ້ງທີ່ເຈົ້ານາຍສະແດງຄວາມຄິດເຫັນທີ່ສະຫຼາດຂອງຕົນເອງອອກໄປ ນອກເໜືອຈາກຈະເປັນການຫັກໜ້າລູກນ້ອງແລ້ວ ຍັງເຮັດໃຫ້ຄົນອື່ນບໍ່ກ້າທີ່ຈະສະແດງຄວາມຄິດເຫັນຂອງຕົນເອງ ໂດຍທຸກຄົນຈະຄອຍແຕ່ລໍຄວາມເຫັນຈາກເຈົ້ານາຍ.

2. ພະຍະຍາຍາມຫລີກເວັ້ນຈາກຄໍາທີ່ວ່າ “ແຕ” ຫຼື “ຢ່າງໃດກໍ່ຕາມ” ເນື່ອງຈາກການໃຊ້ຄໍາເຫຼົ່ານີ້

ຕະຫລອດເວລາ ສະແດງໃຫ້ເຫັນວ່າທ່ານບໍ່ເຫັນດ້ວຍ ເຊັ່ນຄໍາວ່າ “ ຂ້ອຍມັກຄວາມເຫັນຂອງເຈົ້າຢູ່ໃດແຕ່...” ແທ້ທີ່ຈິ່ງແລ້ວ ທ່ານອາດຈະມີເຈດຕະນາທີ່ຈະບໍ່ຫັກໜ້າ ຫຼື ເວົ້າໃຫ້ອ່ອນລົງດ້ວຍຄໍາວ່າ “ແຕ່” ຫຼື “ຢ່າງໃດກໍ່ຕາມ” ແຕ່ຄວາມຈິງແລ້ວມັນບໍ່ແມ່ນເດີ ຈະເບິ່ງເໝືອນກັບລູບຫຼັງແລ້ວຕົບຫົວຫຼາຍກວ່າ ຍິ່ງໄປກວ່ານັ້ນຖ້າທ່ານໃຊ້ຄໍານີ້ຕະຫຼອດເທົ່າໃດລູກນ້ອງທ່ານກໍ່ຈະຍິ່ງເດົາທ່າທາງທ່ານໄດ້ ດັ່ງນັ້ນບໍ່ວ່າຈະເວົ້າ ຫຼືຊົມຫຍັງ ທຸກຄົນກໍ່ຈະຄອຍດັກ ຫຼື ຄອຍເດົາວ່າເມື່ອໃດຄໍາເວົ້າວ່າ “ແຕ” ຫຼື “ຢ່າງໃດກໍ່ຕາມ” ຈະອອກມາ.

3. ການບົ່ງບອກເຖິງຄວາມສໍາເລັດ ຫຼື ຄວາມເກ່ງຂອງຕົນເອງຊຶ່ງຈະພົບໃນຜູ້ນໍາຫຼາຍທ່ານທີ່ປະ

ສົບຄວາມສໍາເລັດ ໂດຍຈະມັກເລົ່າຕໍານານ ຫຼື ເລື່ອງລາວຂອງຄວາມສໍາເລັດຂອງຕົນເອງໃນເລື່ອງຕ່າງໆ ຊຶ່ງຫຼາຍທ່ານອາດຈະເບິ່ງວ່າເປັນສິ່ງທີ່ດີທີ່ຈະແບ່ງປັນເລື່ອງດີໆ ໃຫ້ກັບລູກນ້ອງ ຫຼື ບຸກຄົນອ້ອມຂ້າງ ແຕ່ຄວາມຈິ່ງແລ້ວ ກັບເປັນການສພແດງອອກເຖິງບັນຫາຂອງຕົນເອງທີ່ຈະຕ້ອງອາໄສເລື່ອງລາວ ຫຼື ຄໍາບອກເລົ່າເພື່ອບອກເຖິງຄວາມເກ່ງ ຫຼື ຄວາມສໍາເລັດຂອງຕົນເອງ ຜູ້ນໍາທີ່ເກ່ງ ຫຼື ປະສົບຄວາມສໍາເລັດຈິງໆ ຈະມີຄວາມໝັ້ນໃຈໃນຕົນເອງຢູ່ແລ້ວ ແລະ ບໍ່ຕ້ອງອາໄສການເວົ້າອວດ ຫຼື ເວົ້າຈາເພື່ອສະແດງອອກເຖິງຄວາມເກ່ງຂອງຕົນເອງ.

4. ການສື່ສານ ຫຼື ເວົ້າຈາກັບຜູ້ອື່ນໃນຂະນະທີ່ຕົນເອງກໍາລັງໂກດ ຫຼື ໂມໂຫ ໂດຍສະເພາະໃນ

ປັດຈຸບັນທີ່ຄົນຈໍານວນຫຼາຍທີ່ຈະອາລົມຂຶ້ນ ຫຼື ມີອາການໂກດທີ່ເປັນໄປຢ່າງລວດເລວ ແລະ ຮຸນແຮງ ຊຶ່ງການສື່ສານ ຫຼື ເວົ້າຈາກັບຜູ້ອື່ນໃນຂະນະທີ່ມີຄວາມໂກດນັ້ນຖືເປັນການກະທໍາທີ່ບໍ່ດີເລີຍ ເນື່ອງຈາກສິ່ງທີເຮົາເວົ້າອອກໄປໃນຂະນະທີ່ກໍາລັງໂກດນັ້ນອາດຈະຢ້ອນກັບມາທໍາຮ້າຍເຮົາໄດ້ໃນພາຍຫຼັງ ດັ່ງນັ້ນ ທ່ານທີ່ຮູ້ຕົວວ່າເປັນຄົນທີ່ມີຄວາມໂກດງ່າຍ, ກໍ່ບໍ່ຕ້ອງໄປເວົ້າຈາ ຫຼື ສື່ສານກັບຄົນອື່ນໃນຂະນະທີ່ກໍາລັງໂກດຢູ່.

5. ການບໍ່ບອກຂໍ້ມູນທີ່ເປັນປະໂຫຍດຕໍ່ຜູ້ອື່ນ ໂດຍສະເພາະຢ່າງຍິ່ງການເກັບຂໍ້ມູນທີ່ເປະໂຫຍດ

ຕໍ່ຜູ້ອື່ນໄວ້ເປັນຄວາມລັບ ຫຼື ບໍ່ເປີດເຜີຍ ຫຼື ບອກໃນສິ່ງທີ່ຄວນ ຊຶ່ງຈະເຮັດໃຫ້ບຸກຄົນ ຫຼື ລູກນ້ອງຜູ້ນັ້ນ ມີຜົນການດໍາເນີນງານທີ່ນ້ອຍລົງ ແລະ ຍິ່ງຖ້າບຸກຄົນ ຜູ້ນັ້ນມາຮູ້ຂໍ້ມູນພາຍຫຼັງກໍ່ຈະຍິ່ງເຮັດໃຫ້ທ່ານໃນຖານະຜູ້ນໍາສູນເສຍຄວາມໜ້າເຊື່ອຖືລົງໄດ້ທ່ານຄວນຈະຕ້ອງຄອຍຖາມຕົນເອງ ສະເໝີວ່າຂໍ້ມູນ

ຫຼື ຄວາມຮູ້ຫຍັງແດ່ທີ່ທ່ານມີ ແລະ ຈະເປັນປະໂຫຍດຕໍ່ຜູ້ອື່ນໄດ້ຢ່າງໃດແດ່.

6. ການບໍ່ໃຫ້ຄວາມດີຄວາມຊອບ ຕໍ່ຄວາມສໍາເລັດຂອງວຽກງານຕໍ່ຜູ້ອື່ນຫຼາຍຄັ້ງຄວາມສໍາເລັຂອງ

ວຽກງານທີ່ເກີດຂຶ້ນໄດ້ນັ້ນບໍ່ໄດ້ມາຈາກຜູ້ນໍາພຽງຄົນດຽວ ແຕ່ມາຈາກຄົນຈໍານວນຫຼາຍ ແລະ ຖ້າຜູ້ນໍາລືມ ຫຼື ບໍ່ໄດ້ໃຫ້ກຽດ ຫຼື ຍົກຍ່ອງຜູ້ອື່ນໃນຄວາມສໍາເລັດນັ້ນ ຄົນຮອບຂ້າງກໍ່ຈະເຫັນວ່າທ່ານເປັນຄົນທີ່ເອົາແຕ່ຄວາມດີຄວາມຊອບເຂົ້າຕົວ ແລະ ບໍ່ເຫັນໃນຄວາມສໍາຄັນຂອງບຸກຄົນອື່ນ.

7. ສືບເນື່ອງມາຈາກປະການທີ່ 6 ນັ້ນຄື ການເອາຄວາມດີຄວາມຊອບໃນສິ່ງທີ່ຕົນເອງບໍ່ເຮັດເຂົ້າ

ຕົວເບິ່ງແລ້ວອາດຈະນ້ອຍລົງກວ່າການບໍ່ຍົກຍ່ອງຜູ້ອື່ນດ້ວຍຊ້ຳ ເນື່ອງຈາກວຽກ ຫຼື ຄວາມສໍາເລັດຂອງວຽກບາງສ່ວນ ບໍ່ໄດ້ເກີດຂຶ້ນ ຫຼື ມາຈາກຕົວຜູ້ນໍາ ແຕ່ຖ້າຜູ້ນໍາພະຍາຍາມເອົາຄວາມດີນັ້ນເຂົ້າຕົວເອງ ຜູ້ນໍາກໍ່ປຽບເໝືອລັກດ້ວຍຊ້ຳໄປ ພຽງແຕ່ແທນທີ່ຈະລັກສິ່ງຂອງຈະເປັນການລັກຄວາມດີຄວາມງາມດ້ວຍ.

8. ການແກ້ຕົວເໝືອກັບສຸພາສິດໂບຮານໄດ້ເວົ້າວ່າ “ຄົນດີມັກແກ້ໄຂ ຄົນຈັງໄຣມັກແກ້ຕົວ” ຜູ້ນໍາ

ທີ່ດີນັ້ນ ຖ້າຜິດກໍ່ຕ້ອງຍອມຮັບຜິດ ແລະ ຫາທາງແກ້ໄຂຕໍ່ຂໍ້ຜິດພາດທີ່ເກີດຂຶ້ນ ແຕ່ຖ້າຜູ້ນໍາມົວແຕ່ມາແກ້ຕົວ (ໂດຍສະເພາະຢ່າງຍິ່ງແກ້ຕົວແບບໜ້າຕາຊື່ໆ) ກໍ່ຈະເຮັດໃຫ້ສູນເສຍຄວາມໜ້າເຊື່ອຖື ບາງຄັ້ງຖ້າມີຄວາມເຂົ້າໃຈເກີດຂຶ້ນ ຜູ້ນໍາກໍ່ສາມາດທີ່ຈະອະທິບາຍເຖິງເຫດຜົນ ແລະ ທີ່ມາທີ່ໄປໄດ້ ແຕ່ບໍ່ແມ່ນການແກ້ຕົວຂ້າພະເຈົ້າເບິ່ງວ່າການອະທິບາຍເຖິງເຫດຜົນ ແລະ ຫລັກການນັ້ນແຕກຕ່າງຈາກການແກ້ຕົວ ຈະສັງເກດກັບຫຼາຍຄົນຍິ່ງແກ້ຕົວ ຍິ່ງຈົນມຸມວຸ່ນວາຍ ແລະ ເຮັດໃຫ້ຕົນເອງບໍ່ດີໃນສາຍຕາຂອງຜູ້ອື່ນໆ.

9. ການບໍ່ຟັງຜູ້ອື່ນ ຊຶ່ງເບິ່ງເໝືອຈະເປັນຈຸດອອນທີ່ສໍາຄັນສໍາລັບຜູ້ນໍາຫຼາຍໆທ່ານທີ່ເມື່ອກ້າວເຂົ້າສູ່

ລະດັບສູງແລ້ວຈະບໍ່ຟັງຜູ້ອື່ນ (ບໍ່ວ່າຈະຕ້ອງສາເຫດໃດ) ຊຶ່ງການບໍ່ຟັງນັ້ນເປັນການສົ່ງສັນຍານໄປຍັງບຸກຄົນອ້ອມຂ້າງຕົວເອງເລີຍບໍ່ໃສ່ໃຈ ແລະ ບໍ່ສົນໃຈເຂົາຍຶດແຕ່ຄວາມຄິດຕົນເອງເປັນຫລັກ ບໍ່ສົນໃຈທີ່ຈະຮັບຟັງຄວາມຄິດເຫັນຂອງຜູ້ອື່ນ.

10. ການລົງໂທດຜູ້ສົ່ງສານ ຊຶ່ງຂ້ອຍເອງກໍ່ພົບເຫັນຕະຫຼອດລູກນ້ອງບາງຄົນອາດຈະໃຫ້ຂ່າວຮ້າຍ

ຫຼື ຂ່າວບໍ່ດີແກ່ຜູ້ບໍລິຫານ ແຕ່ແທນທີ່ຜູ້ບໍລິຫານຈະພະຍາຍາມຮັບມືດ້ວຍຄວາມສະຫງົບ ຫຼື ໃຈເປັນກາງ ກັບລົງໂທດ ຫຼື ກ່າວຮ້າຍໃສ່ໂທດຜູ້ທີ່ໃຫ້ຂໍ້ມູນຂ່າວສານແທນ ຊຶ່ງນອກເໝືອຈາກຈະເຮັດໃຫ້ຜູ້ນໍາສູຍເສຍຄວາມໜ້າເຊື່ອຖືແລ້ວ ຍັງເຮັດໃຫ້ຄົນໃນອົງກອນບໍ່ກ້າທີ່ຈະສື່ສານ ຫຼື ສົ່ງສັນຍານຕໍ່ໄປ ເນື່ອງຈາກຖ້າໃຜບອກຂ່າວບໍ່ດີອອກມາ ຕົວເອງກໍ່ຈະຊ່ວຍສືບ ປະການຂ້າງເທິງນັ້ນຄື ພຶດຕິກໍາ ຫຼື ຄຸນລັກສະນະທີ່ຄວນຈະຕ້ອງຫລີກເວັ້ນສໍາລັບທ່ານຜູ້ນໍາທຸກທ່ານໆ.

4. ຜູ້ນໍາທີ່ມີຄຸນລັກສະນະບໍ່ດີ ຫຼື ທີຄວນຫລີກເວັ້ນມີ 7 ປະການດັ່ງນີ້:

1. ຜູ້ນໍາທີ່ໄຮ້ຄວາມສາມາດ.

2. ຜູ້ນໍາຮັກສາຄອງເດີມ.

3. ຜູ້ນໍາທີ່ຄວບຄຸມຕົນເອງບໍ່ໄດ້.

4. ຜູ້ນໍາໃຈດໍາ.

5. ຜູ້ນໍາຂີ້ໂກງ.

6. ຜູ້ນໍາໃຈແຄບ.

7. ຜູ້ນໍາຜີສາດຮ້າຍ.

5. ນັກວິຊາການບໍລິຫານຈໍານວນໜຶ່ງກໍໍໄດ້ສະຫຼຸບຄຸນລັກສະນະຜູ້ນໍາທີ່ບໍ່ດີໄວ້ດັ່ງນີ້້:

1. ມັກເປັນນັກສືບ: ມັກສືບສອດແນມເອົາຄວາມຜິດຂອງລູກນ້ອງມັກຟັງຄົນມາຟ້ອງ ກ່ຽວກັບ

ຜູ້ນັ້ນຜູ້ນີ້ ແລະ ມັກເຊື່ອຄົນໃກ້ຊິດ.

2. ລໍາລິລໍາໄລ: ມັກຍົກແຕ່ເລື່ອງທີ່ບໍ່ເປັນເລື່ອງ, ຕໍານິຕິຕຽນ ແລະ ເວົ້າແທງໃຈລູກນ້ອງ.

3. ບໍ່ມັກວາງແຜນມີແຕ່ແລ່ນແກ້ບັນຫາສະເພາະໜ້າ.

4. ອວດອົ່ງທະນົງຕົວ, ມັກຄຸຍໂມ້ຍ້ອງຕົນເອງ, ທໍາຕົວເປັນເຈົ້ານາຍ, ບໍ່ຍອມຟັງຄວາມໃຜ,

ແຕ່ຕ້ອງການໃຫ້ຜູ້ອື່ນຟັງຕົນແຕ່ພຽງຜູ້ດຽວ.

5. ມັກເວົ້າເລື່ອງໄຮ້ສາລະ: ຫລືຕະລົກເຮຮາເກີນໄປ.

6. ມັກຈົ່ມຢູ່ຕະຫຼອດເວລາ: ມັກເວົ້າແຕ່ແນວເກົ່າ, ໃຜເຮັດຜິດໜ້ອຍໜຶ່ງກໍນໍາເອົາມາເວົ້າໝົດປີຊີຊາດ.

7. ມັກເວົ້າຫຼາຍ: ແຕ່ບໍ່ມີເນື້ອໃນທີ່ເປັນແກ່ນສານ ແລະ ຂາດຄວາມຄິດທີ່ເລິກເຊິ່ງ.

8. ບໍ່ມັກອອກໜ້າອອກຕາ, ບໍ່ມັກຮ່ວມສ້າງສັນ ແລະ ເກັບຕົວຢູ່ຕະຫຼອດ.

9. ກົນຈັກ: ຫົວດື້ ຕາມຕົວ ແລະ ບໍ່ຜ່ອນສັ້ນຜ່ອນຍາວ.

10. ມັກເຮັດແບບເດີມໆ ຂາດຫົວຄິດປະດິດສ້າງ ເຮັດວຽກໄປພໍແລ້ວມື້ແລ້ວວັນ.

ສະຫຼຸບ

ການເຮັດວຽກໃຫ້ມີປະສິດທິພາບນັ້ນ ທຸກໆອົງການຕ່າງກໍ່ຍອມຮັບຮ່ວມກັນວ່າ ຈະຕ້ອງອາໄສກົນ

ລະຍຸດ ຫຼື ຍຸດທະສາດຫຼາຍຢ່າງທັງ ງົບປະມານ ບຸກຄະລາກອນ ການອໍານວຍການ ເຄື່ອງມືອຸປະກອນ ສະຖານທີ່ເຮັດວຽກ ແລະ ອື່ນໆ ແຕ່ສິ່ງສໍາຄັນປະການໜຶ່ງຄືຕ້ອງອາໄສການມີ “ພາວະຜູ້ນໍາ” (Leadership) ທີ່ດີ ເພາະຜູ້ນໍາປຽບສະເໝືອນເປັນ ນາຍທ້າຍເຮືອທີ່ຈະນຳພາລັດແມ່ນ້ຳໃຫ້ໄປເຖິງຝັງ ຫຼື ສູ່ຈຸດໝາຍປາຍທາງໄດ້ດ້ວຍດີນັ້ນ ການເປັນຜູ້ນໍານັ້ນບໍ່ແມ່ນເປັນສິ່ງທີ່ເກີດຂຶ້ນໄດ້ກັບທຸກຄົນ ແຕ່ທຸກຄົນກໍ່ສາມາດເປັນຜູ້ນໍາໄດ້ ຖ້າໄດ້ຮັບການຮຽນຮູ້ ຝຶກຝົນຕະຫຼອດໆ ແລະ ໝັ້ນແກ້ໄຂຂໍ້ບົກພ່ອງຂອງຕົນຢູ່ສະເໝີ ຕະຫຼອດຈົນປະເມີນຜົນຂອງຕົນເອງຈາກຜູ້ບັງຄັບບັນຊາທີ່ສູງຂຶ້ນໄປ ເພື່ອນຮ່ວມວຽກ ຜູ້ໃຕ້ບັງຄັບບັນຊາ ຫຼື ລູກນ້ອງ ໂດຍສະເພາະຖ້າລູກນ້ອງໃຫ້ຄວາມຮ່ວມມືໃນການເຮັດວຽກນ້ອຍວຽກອອກມາກໍ່ບໍ່ມີປະສິດທິພາບເທົ່າທີ່ຄວນຫົວໜ້າງານຕ້ອງພິຈາລະນາ ພາວະຜູ້ນໍາຂອງຕົນເອງ ແລະ ປັບປຸງແກ້ໄຂບຸກຄະລິກກະພາບ ວິທີ່ການບໍລິຫານວຽກຂອງຕົນເສຍໃໝ່ໃຫ້ເປັນຜູ້ນໍາທີ່ສະຫຼາດຄິດ (Creative Leader) ແລະ ເປັນຜູ້ນໍາທີ່ສະຫຼາດ (Effective Leader) ເປັນໄດ້ທັງຜູ້ຝຶກສອນ (Coach) ເປັນຜູ້ເລີ່ມການປ່ຽນແປງ (Change Agent) ເປັນນັກປະຊາສໍາພັນ (Spokesperson)ຯໆໆ ຊຶ່ງຜູ້ຂ້າພະເຈົ້າເຊື່ອວ່າບໍ່ຊ້າທ່ານຈະເປັນຫົວໜ້າງານທີ່ດີ ຜົນລັບ (Outcome) ຂອງວຽກກໍ່ຈະມີປະສິດທິພາບ ອົງການກໍ່ຈະມີຄວາມຈະເລີນກ້າວໜ້າ ສາມາດແຂງຂັນກັບອົງການອື່ນໆໄດ້, ດັງຄໍາສຸພາສິດທີ່ວ່າ “ ຄອງຈະດັງກໍ່ເພາະເຮົາຕີ ລູກນ້ອງຈະເປັນຄົນດີກໍ່ເພາະນາຍສອນ ”.

บันทึกนี้เขียนที่ GotoKnow โดย  ใน ສັງລວມບົດຮຽນ



ความเห็น (0)