ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ການລົບ ຊັ້ນ ປ 3 ໂດຍການນຳໃຊ້ວິທີສອນແບບໂດຍກົງ ໂຮງຮຽນປະຖົມສົມບູນບ້ານມ່ວງ, ເມືອງ ວາປີ ແຂວງສາລະວັນ


ບົດນຳ

1.ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

ຄະນິດສາດແມ່ນວິຊາໜຶ່ງທີ່ສຶກສາກ່ຽວກັບການຄິດໄລ່ຕ່າງໆເຊັ່ນ: ການຄຳນວນ ການນັບຈຳນວນ, ວັດແທກ, ການແຕ້ມຮູບເລຂາຄະນິດ, ການຄິດໄລ່ເລກ 4 ປະການຄື: ບວກ, ລົບ, ຄູນ ແລະ ຫານ ... ຈຶ່ງເວົ້າໄດ້ວ່າຄະນິດສາດແມ່ນການສ້າງຄວາມຮູ້ ແລະ ຂະບວນການທົດລອງ ຄຳວ່າ ຄະນິດສາດແມ່ນໝາຍເຖິງການນັບ, ການຄຳນວນ ເປັນເຄື່ອງມືອັນດັບໜຶ່ງວິທະຍາສາດຕ່າງໆ ໂຄງສ້າງຕ່າງໆທີ່ນັກຄະນິດສາດສົນໃຈ ແລະ ພິຈາລະນານັ້ນເປັນຕົ້ນກຳເນີດມາຈາກທຳມະຊາດ ແລະ ວິທະຍາສາດສັງຄົມໂດຍສະເພາະແມ່ນວິຊາ: ຄະນິດສາດ, ຟິກຊິກສາດ, ເສດຖະກິດ ໃນປັດຈຸບັນຍັງກ່ຽວຂ້ອງກັບການປະຍຸກໃຊ້ໃນສາຂາວິທະຍາສາດຄອມພີວເຕີ ແລະ ທິດສະດີການສື່ສານເຊິ່ງເຮັດໃຫ້ກິດຈະກຳທຸກຢ່າງຊັດເຈນເຮົາຈຶ່ງສາມາດພິຈາລະນາທຸກຢ່າງວ່າເປັນລະບົບທີ່ຊັດເຈນ.

ຈາກການລາຍງານຂອງຄູເກົ່າສະພາບການຮຽນ-ການສອນຜ່ານມາຂອງນັກຮຽນຫ້ອງ ປ 3 ຈຳນວນນັກຮຽນທັງໝົດ 26 ຄົນ, ຍິງ 13 ຄົນ, ການຮຽນມີຂະບວນຟົດຟື້ນ ແຕ່ລະຄົນມີຄວາມກ້າຫານ ກ້າສະແດງເຊິ່ງມັນສະແດງອອກໃນຍາມຄູຕັ້ງບົດເລກຢູ່ກະດານ ນັກຮຽນສາມາດອອກມາແກ້ໄດ້ເປັນຈຳນວນຫຼວງຫຼາຍ ແຕ່ຍັງມີນັກຮຽນຈຳນວນ 6 ຄົນບໍ່ສາມາດຄິດໄລ່ເລກລົບໄດ້, ມັນອາດເປັນເພາະວ່ານັກຮຽນຂາດທັກສະການຄຳນວນ, ຄວາມຮັບຮູ້ຊ້າ, ການສອນຂອງຄູຍັງຂາດການນຳໃຊ້ສື່ການສອນ, ຂາດການກະຕຸ້ນໃຫ້ນັກຮຽນມີສ່ວນຮ່ວມຍາມສອນ.

ດັ່ງນັ້ນ ເຮົາຄວນຈະປັບປຸງການຮຽນ-ການສອນວິຊາຄະນິດສາດໃຫ້ດີຂຶ້ນເພື່ອເຮັດໃຫ້ນັກຮຽນມີຜົນການຮຽນດີ ການຈັດການຮຽນ-ການສອນຄະນິດສາດຕ້ອງໃຊ້ທັກສະ ເຊິ່ງ ເນື້ອໃນສ່ວນໃຫຍ່ເປັນເລື່ອງທີ່ກ່ຽວຂ້ອງກັບນາມມະທຳຍາກແກ່ການອະທິບາຍ ແລະ ຍົກຕົວຢ່າງໃຫ້ເຫັນຢ່າງຊັດເຈນ ເຮັດໃຫ້ການສອນບາງຄັ້ງບໍ່ບັນລຸຕາມຈຸດປະສົງ ແລະ ສົ່ງຜົນກະທົບຕໍ່ການຮຽນຂອງນັກຮຽນ ດັ່ງນັ້ນ ການຈັດການຮຽນ-ການສອນທີ່ສົ່ງຜົນໃຫ້ນັກຮຽນມີຜົນການຮຽນຄະນິດສາດຕໍ່າ ຫຼື ສູງ ນັ້ນ ຍ່ອມມີປັດໃຈ ແລະ ຫຼາຍສາຍເຫດ ປັດໃຈທີ່ສຳຄັນ ປະການທຳອິດຄືການສອນຂອງຄູ ຖ້າຄູມີຄວາມສາມາດ ແລະ ທັກສະ ໃນການໃຊ້ຂະບວນການສອນຖືກຕ້ອງແທ້ຈິງກໍຍ່ອມເຊື່ອໄດ້ວ່າຈະເປັນມາດຖານສຳຄັນຫຼາຍທີ່ສາມາດຊ່ວຍໃຫ້ນັກຮຽນມີຜົນການຮຽນທີ່ດີ ຄູຈິ່ງຕ້ອງປ່ຽນການຮຽນ-ການສອນ, ເທັກນິກ, ວິທີສອນໃຫ້ມີຄວາມຫຼາກຫຼາຍ ໂດຍປັບໃຊ້ໃຫ້ເໝາະສົມກັບນັກຮຽນ.

ຜ່ານການສຶກສາເອກະສານວິທີສອນຕ່າງໆທີມງານຂ້າພະເຈົ້າໄດ້ເລືອກເອົາວິທີສອນແບບໂດຍກົງນີ້ເປັນວິທີສອນໜຶ່ງທີ່ເໜາະສົມກັບຫົວຂໍ້ການລົບ, ນັກຮຽນຍັງບໍ່ເຂົ້າໃຈຄວາມໝາຍຂອງການລົບ ແລະ ຄິດໄລ່ເລກບໍ່ໄດ້ ເພາະວ່າເລກລົບມີຄວາມສຳຄັນໃນຊີວິດປະຈຳວັນເຊັ່ນ: ການຄ້າຂາຍ, ການໃຊ້ຈ່າຍ ແລະ ສູຍເສຍ...ໄດ້ເຮັດໃຫ້ນັກຮຽນຈົດບັນທຶກໄດ້ຢ່າງສະດວກ ຈຸດສຸມໃສ່ຜົນການຮໍ່າຮຽນທີ່ຄາດໝາຍໄວ້ ທີ່ນັກຮຽນຕ້ອງບັນລຸເຖິງ,ຄູສາມາດເນັ້ນໜັກຈຸດສຳຄັນຕ່າງໆໃຫ້ນັກຮຽນ, ເປັນວິທີສອນໄດ້ຮັບຜົນດີສຳລັບການສົ່ງຂໍ້ມູນຂ່າວສານ.

ຈາກການສຶກສາວິທີສອນແບບໂດຍກົງນີ້ໃນຂັ້ນຕົ້ນພົບວ່າເໝາະສົມທີ່ຈະນຳໄປໃຊ້ໃນການຮຽນ-ການສອນຄະນິດສາດມັນເປັນຮູບແບບທີ່ກະຕຸ້ນໃຫ້ນັກຮຽນໄດ້ຮຽນຮູ້ຕະຫຼອດເວລາສ້າງສັນໃນການສ້າງຄວາມຮູ້ຄວາມເຂົ້າໃຈດ້ວຍຕົນເອງເຊິ່ງຈະເຮັດໃຫ້ເກີດມີການພັດທະນາການຮຽນຮູ້ ແລະ ພັດທະນາຄວາມສາມາດຂອງນັກຮຽນແຕ່ລະຄົນໄດ້ເຕັມສັກກະຍະພາບຂອງເຂົາ.

ດ້ວຍເຫດນີ້ທີມງານວິໄຈມີຄວາມສົນໃຈທີ່ນໍາວິທີການສອນແບບໂດຍກົງເພື່ອພັດທະນາຜົນການຮຽນຂອງນັກຮຽນຫ້ອງ ປ 3 ເພື່ອໃຫ້ເກີດຄວາມເໝາະສົມກັບຜູ່ຮຽນທີ່ແຕກຕ່າງກັນ ແລະ ຊ່ວຍໃຫ້ພັດທະນານັກຮຽນເກີດການຮຽນຮູ້ຕາມສັກກະຍະພາບໂດຍຮຽນຢ່າງມີຄວາມສຸກ ແລະ ສາມາດນຳຄວາມຮູ້ທີ່ໄດ້ໄປໃຊ້ໃຫ້ມີປະໂຫຍດໃນຊີວິດປະຈຳວັນໄດ້ຢ່າງມີປະສິດທິພາບອີກດ້ວຍ.

2.ຈຸດປະສົງຂອງການວິໄຈ

- ໃຫ້ນັກຮຽນສາມາດບອກຄວາມໝາຍຂອງການລົບໄດ້

- ໃຫ້ນັກຮຽນສາມາດລົບເລກໄດ້

  • -ເພື່ອປັບປຸງແກ້ໄຂການຮຽນ-ການສອນກ່ຽວກັບເລກລົບໃຫ້ດີຂຶ້ນໄດ້
  • -ໃຫ້ນັກຮຽນເຫັນຄວາມສຳຄັນໃນການລົບ ແລະ ນຳໃຊ້ ເລກລົບເຂົ້າໃນຊີວິດປະຈຳວັນໄດ້

3.ຂອບເຂດຂອງການວິໄຈ

3.1. ປະຊາກອນຄື: ນັກຮຽນຫ້ອງ ປ 3 ພາກຮຽນ 2 ສົກຮຽນ 2014 ໂຮງຮຽນປະຖົມສົມບູນບ້ານມ່ວງ, ເມືອງ ວາປິ ແຂວງສາລະວັນ ຈຳນວນ 1 ຫ້ອງ ລວມນັກຮຽນທັງໝົດ 26 ຄົນ, ແລະ ກຸ່ມຕົວຢ່າງ 6 ຄົນ, ຍິງ 3 ຄົນ

3.2. ເນື້ອໃນທີ່ນໍາສອນ ຄື: ວິຊາ ຄະນິດສາດຊັ້ນປະຖົມສຶກສາ 3

ບົດທີ 30 ການລົບ

ການລົບແມ່ນການເອົາອອກ, ການຈ່າຍໄປ, ໃຫ້ໄປ, ເສຍໄປ, ໜີໄປ...

ເພິ່ນເຮັດເລກລົບໂດຍໃຊ້ເຄື່ອງ ( - ) ເພື່ອໃຫ້ຮູ້ຈຳນວນທີ່ຍັງເຫຼືອ

3.3. ວິທິສອນແບບໂດຍກົງ

ວິທີສອນແບບໂດຍກົງ ແມ່ນວິທີສອນໂດຍຄູເປັນຜູ້ນໍາພາ ຫຼື ສະແດງໃຫ້ນັັກຮຽນເບິ່ງຢູ່ຫ້ອງ ການສະແດງຈະນໍາໃຊ້ສື່ການສອນປະກອບ ຫຼື ສະແດງໂດຍວິທີໃດກໍຕາມເຊັ່ນ ອະທິບາຍຫຼັກເກນ, ຫຼັກການ, ແນວຄວາມຄິດ ຫຼື ວິທີແກ້ບັນຫາທາງຄະນິດສາດຕາມຈຸດປະສົງທີ່ວາງໄວ້ເພື່ອໃຫ້ນັກຮຽນສາມາດສະຫຼຸບເອົາເປັນບົດຮຽນຈາກການສະແດງນັ້ນ.

  • ຂັ້ນກຽມການສອນ
  • - ຄູຕ້ອງເຂົ້າໃຈເລິກເຊິ່ງຕໍ່ກັບເນື້ອໃນບົດຮຽນທີ່ຈະສະເໜີ
  • -ຕ້ອງກຳນົດຈຸດປະສົງຂອງບົດຮຽນທີ່ຈະນຳໄປສອນໃຫ້ລະອຽດ
  • -ກະກຽມສື່ການສອນໃຫ້ຄົບຖ້ວນ ແລະ ເຝິກແອບໃຫ້ຄ່ອງແຄ້ວກ່ອນຈະໄປສອນຕົວຈິງ
  • -ຂຽນລຳດັບຂັ້ນຕອນຂອງບົດສອນໃຫ້ລະອຽດເພື່ອສະດວກເວລາໄປປະຕິບັດ
  • -ກະກຽມເອກະສານວິທີວັດ ແລະ ປະເມີນຜົນໄວ້ລ່ວງໜ້າ
  • ຂັ້ນຕອນການສະແດງໂດຍກົງ
  • -ຄູນຳເຂົ້າສູ່ບົດຮຽນໂດຍໃຊ້ຄຳຖາມບົດເລກ, ບັດຈຳນວນໂຕເລກ, ກ້ອນຫີນ, ໄພ້ ເພື່ອກະຕຸກຊຸກຍູ້ໃຫ້ນັກຮຽນມີຄວາມສົນໃຈຕໍ່ການຮຽນ.
  • -ຄູສະເໜີຈຸດປະສົງ ແລະ ກິດຈະກຳທີ່ຈະໃຫ້ນັກຮຽນເຮັດໃນລະຫວ່າງການສະແດງເຊັ່ນ: ສັງເກດບາດກ້າວຂອງການສະແດງ, ບັນທຶກ, ສະຫຼຸບຜົນການສະແດງ.
  • -ແນະນຳສື່ການສອນຕ່າງໆທີ່ຄູເອົາມານຳໃຊ້ໃນເວລາສອນ
  • -ດຳເນີນການສະແດງໂດຍກົງຕາມລະດັບຂັ້ນຕອນທີ່ກະກຽມໄວ້ ( ເວລາດຳເນີນຄວນເຮັດຊໍ້າກັນຫຼາຍເທື່ອກໍໄດ້)
  • ເພື່ອໃຫ້ນັກຮຽນແຕ່ລະຄົນໄດ້ເບິ່ງທົ່ວເຖິງກັນ.
  • -ຄວນມີຫຼາຍກິດຈະກຳ ແລະ ວິທີການອື່ນໆອີກປະກອບການສະແດງເຊັ່ນ ການສັງເກດ, ການຄາດຄະເນ ຫຼື ການກະຕວງລ່ວງໜ້າຂອງການສະແດງວ່າຈະມີຫຍັງເກີດຂຶ້ນ.
  • ຂັ້ນຕອນສະຫຼຸບ

ເມື່ອສະແດງຈົບແລ້ວຄູໃຫ້ນັກຮຽນອະພິປາຍ, ຊັກຖາມ ແລະ ພ້ອມກັນສະຫຼຸບໃນນີ້ອາດໃຫ້ນັກຮຽນຕອບຄຳຖາມ, ເຮັດບົດລາຍງານ ຫຼື ເຮັດການສະແດງຄືນອີກເທື່ອໜຶ່ງ.

  • ຂັ້ນຕອນປະເມີນຜົນ

ເພື່ອຢາກຮູ້ວ່ານັກຮຽນມີຄວາມຮູ້ຄວາມເຂົ້າໃຈໃນເລື່ອງສະແດງໂດຍກົງນັ້ນຖືກຕ້ອງຕາມຈຸດປະສົງຂອງຄູກຳນົດໃຫ້ ຫຼື ບໍ່ດັ່ງນັ້ນຄູຄວນມີວິທີດັ່ງລຸ່ມນີ້:

  • -ສັງເກດພຶດຕິກຳຂອງນັກຮຽນໄປພ້ອມກັບການສະແດງຕົວຈິງ
  • -ຄູໃຫ້ນັກຮຽນຕອບຄຳຖາມກ່ຽວກັບບັນຫາ ຫຼື ບາດກ້າວຂອງການສະແດງແຕ່ຕົ້ນຫາຈົບ
  • -ຄູມອບວຽກໃຫ້ນັກຮຽນເຮັດ ເຊັ່ນ ຂຽນບົດລາຍງາຍຄືນ ( ສະຫຼຸບຄືນຜົນການສະແດງ ) ຫຼື ການປະຕິບັດຕົວຈິງຂອງແບບການສອນໂດຍກົງໃນຫົວຂໍ້ໃດໜຶ່ງ

4.ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

- ເປັນແນວທາງສໍາລັບຄູຜູ່ສອນ ແລະ ຜູ່ກ່ຽວຂ້ອງໃນການຈັດກິດຈະກໍາການຮຽນ-ການສອນວິຊາຄະນິດສາດເພື່ອໃຫ້ນັກຮຽນມີຜົນສຳເລັດທາງການຮຽນທີ່ດີຂຶ້ນ

- ເປັນແນວທາງໃນການປັບປຸງ ແລະ ເພີ່ມປະສິດທິພາບການຈັດການຮຽນ-ການສອນວິຊາຄະນິດສາດ

- ເປັນແນວທາງໃນການພັດທະນາຜູ່ຮຽນຕາມສັກກະຍະພາບໄດ້.

5. ວິທີການດຳເນີນການສອນໃນໄລຍະການລົງເຝິກຫັດ

ທີມງານພວກຂ້າພະເຈົ້າລົງເຝິກຫັດແຕ່ວັນທີ 7 / 2 / 2014 – 11/4/2014 ເປັນໄລຍະສອງເດືອນກວ່າໄລຍະທຳອິດພວກຂ້າພະເຈົ້າໄດ້ພົວພັນວຽກງານນຳຄູເກົ່າ, ອຳນວຍການ ແລ້ວ ສ້າງແຜນການສອນໄລຍະຍາວ ແລະ ໄລຍະສັ້ນພ້ອມຜະລິດສື່ການສອນ, ສອນທົດລອງນອກຈາກນີ້ຍັງໄດ້ສຶກສາສະພາບບັນຫາໃຫ້ຫ້ອງຮຽນຕາມຫົວຂໍ້ທີ່ໄດ້ພ້ອມທັງເກັບກຳຂໍ້ມູນຕ່າງໆ ມາວາງແຜນການສອນ ແລະ ປະຕິບັດຕາມແຜນທີ່ວາງໄວ້ເຊິ່ງມີລາຍລະອຽດດັ່ງນີ້:

  • 5.1ຂັ້ນນໍາເຂົ້າສູ່ບົດຮຽນ

ໃນການດຳເນີນການຮຽນ-ການສອນແມ່ນໄດ້ຕັ້ງບົດເລກໃສ່ກະດານ ແລະ ເອີ້ນນັກຮຽນມາແກ້ສັງເກດເຫັນວ່ານັກຮຽນສາມາດແກ້ໄດ້ ແລະ ຕັ້ງຄຳຖາມໃຫ້ນັກຮຽນຕອບພ້ອມທັງເສີມແຮງຈູງໃຈນັກຮຽນ ກ່ອນການຈະສອນບົດໃໝ່ທີມງານພວກຂ້າພະເຈົ້າໄດ້ນຳໃຊ້ຄຳທວາຍ , ສາທິດວັດຖຸໃຫ້ນັກຮຽນສັງເກດແລ້ວຕັ້ງຄໍາຖາມໃຫ້ນັກຮຽນຕອບ.

  • 5.2ຂັ້ນສອນບົດໃໝ່

ຄູໄດ້ສອບເສັງນັກຮຽນກ່ອນການຮຽນປະມານ 10 ນາທີ ແລ້ວເລີ່ມສອນກິດຈະກຳທຳອິດແມ່ນໄດ້ສ້າງສະຖານະການໃນການເລົ່າສະພາບຄວາມເປັນຈິງໃນຊີວິດປະຈຳວັນໃຫ້ນັກຮຽນຟັງພ້ອມທັງຕັ້ງຄຳຖາມໄປພ້ອມ ຈາກນັ້ນ ຄູກໍ່ໄດ້ສາທິດດ້ວຍວັດຖູຈິງເຊັ່ນ: ເອົາໄມ້ຖູ່ຍົກຂຶ້ນໃຫ້ນັກຮຽນເບິ່ງ ແລ້ວຕັ້ງຄຳຖາມ ໄມ້ຖູ່ມີຈັກມັດ? ນັກຮຽນຕອບ 2 ມັດ, ມັດລະຈັກນີ້ວ ? 10 ນີ້ວ, ເມື່ອເຮົາເອົາອອກໄປ 12 ດີ້ວ, ຍັງເຫຼືອຈັກນີ້ວ ? ຍັງ 8 ດີ້ວ, ເຮົາເຮັດເລກຍັງ? ເຮົາດໍາເນີນຈັກ 2-3 ເທື່ອ , ຄູໄດ້ຕິດເຈ້ຍກິດຈະກຳໃສ່ກະດານແລ້ວບັນຍາຍໃຫ້ນັກຮຽນຟັງພ້ອມທັງສາທິດໃຫ້ເຂົາເບິ່ງເຊິ່ງມີກິດຈະກຳດັ່ງນີ້:

  • 1.ຈົ່ງສັງເກດແລ້ວຂຽນຕື່ມໃສ່ຕາຕະລາງລຸ່ມນີ້
  • _
  • 4
  • 5
  • 6
  • 7
    • 15
    • 21
    • 25
  • 22
    • 32
    ຄູໄດ້ບັນຍາຍໃຫ້ນັກຮຽນຟັງຢ່າງຈະແຈ້ງ ແລະ ສາທິດນັກຮຽນເບິ່ງຈັກ 1-2 ຂໍ້ ເອີ້ນນັກຮຽນອອກມາແກ້ຢູ່ກະດານແຕ່ການອອກແກ້ຢູ່ກະດານແມ່ນເນັ້ນໃສ່ນັກຮຽນກຸ່ມເປົ້າໝາຍທີ່ຍັງແກ້ເລກລົບບໍ່ທັນໄດ້ເທື່ອອອກມາ, ໃນໄລຍະທີ່ນັກຮຽນພວມກຳລັງແກ້ເລກນັ້ນຄູໄດ້ເອົາໃຈໃສ່ເບິ່ງແຍງນັກຮຽນໃຫ້ຄວາມຊ່ວຍເຫຼືອແນະນຳໂດຍນຳໃຊ້ໄມ້ດີ້ວໃນການລົບເລກ, ໃຫ້ນັກຮຽນໄດ້ນັບເພື່ອຄິດໄລ່ດ້ວຍຕົນເອງ, ຄູເປີດໂອກາດໃຫ້ນັກຮຽນຜູ່ທີ່ອອກແກ້ຢູ່ກະດານນັ້ນໄດ້ຖາມບ່ອນທີ່ຍັງບໍ່ທັນເຂົ້າໃຈ, ຄູສະຫຼຸບຄຳຕອບຂອງຜູ່ທີ່ອອກມາແກ້, ຜູ່ຍັງບໍ່ທັນແກ້ເລກໄດ້ນັ້ນຄູໃຫ້ຄວາມຊ່ວຍເຫຼືອ ແລະ ໝູ່ຄູ່ໃນຫ້ອງ, ໃນກິດຈະກຳຂໍ້ທີ 1 ນັກຮຽນແກ້ບໍ່ໄດ້ມີຢູ່ 2 ຄົນ, ສ່ວນຂໍ້ທີ 2 ຄູຍົກຕົວຢ່າງໃຫ້ນັກຮຽນສັງເກດແລ້ວຕື່ມໃສ່ບ່ອນຈໍ້າເມັດແລ້ວເອີ້ນນັກຮຽນອອກມາຕື່ມໃສ່ໂດຍເນັ້ນໃສ່ນັກຮຽນເປົ້າໝາຍໂດຍສະເພາະຜູ່ທີ່ຍັງບໍ່ທັນແກ້ໄດ້, ຄູສະຫຼຸບຄືນຄຳຕອບຂອງນັກຮຽນສ່ວນຂໍ້ 3 ແລະ ຂໍ້ 4 ກໍດໍາເນີນຄືກັນກັບຂໍ້ 1 ແລະ ຂໍ້ 2 .5.3 ຂັ້ນສະຫຼຸບ

    ຄູຖາມຂໍ້ຂ້ອງໃຈຂອງນັກຮຽນຄືນກ່ຽວກັບການລົບຈາກນັ້ນຄູສະຫຼຸບຄືນກ່ຽວກັບຄວາມໝາຍຂອງການລົບແມ່ນການເອົາອອກ, ການຈ່າຍໄປ, ໃຫ້ໄປ, ເສຍໄປ, ໜີໄປ... ເພິ່ນເຮັດເລກລົບໂດຍໃຊ້ເຄື່ອງໝາຍ ( - ) ເພື່ອໃຫ້ຮູ້ຈໍານວນທີ່ເຫຼືອ.

    • 5.4ຂັ້ນວັດ ແລະ ປະເມີນຜົນ

    ຄູໄດ້ໃຊ້ເຄື່ອງມືບັນທຶກຕາມເຫດການທີ່ມັນເກີດຂຶ້ນແຕ່ລະກິດຈະກຳຕາມການສັງເກດນອກຈາກນັ້ນຄູກໍ່ໄດ້ຕັ້ງບົດເລກໃສ່ກະດານແລ້ວເອີ້ນນັກຮຽນມາແກ້ໃຫ້ໝູ່ເບິ່ງ, ເລກທັງໝົດມີ 3 ຂໍ້ ໃຫ້ນັກຮຽນຈຳນວນ 6 ຄົນ, ອອກມາແກ້, ໃນການແກ້ສັງເກດເຫັນວ່ານັກຮຽນ 4 ຄົນແມ່ນແກ້ຖືກ ແຕ່ ຍັງອີກ 2 ຄົນທີ່ຍັງບໍ່ທັນແກ້ໄດ້ເທື່ອ, ຄູໄດ້ອະທິບາຍວິທີແກ້ຕື່ມໃຫ້ນັກຮຽນຈຳນວນສອງຄົນນັ້ນ ແລະ ສຸດທ້າຍຄູຢາຍບົດກວດກາໃຫ້ນັກຮຽນເຮັດອີກຫຼັງຈາກຮຽນແລ້ວ ( ຫົວບົດດຽວກັນ ), ທົດສອບຫຼັງການຮຽນ

    • 5.5ຂັ້ນຕັກເຕືອນ / ມອບວຽກບ້ານ

    ຄູໄດ້ສຶກສາອົບຮົບແນວຄິດຂອງເດັກເມື່ອຢູ່ເຮືອນພະຍາຍາມເບິ່ງບົດຮຽນຄືນໂດຍເນັ້ນໃສ່ຈໍານວນນັກຮຽນ 6 ຄົນ, ທີ່ຍັງບໍ່ທັນແກ້ເລກໄດ້ນັ້ນໃຫ້ພະຍາຍາມຕື່ມ, ຄູຢາຍບົດເຝິກຫັດໃຫ້ນັກຮຽນເມືອເຮັດຢູ່ເຮືອນຊົ່ວໂມງໜ້າເອົາມາກວດ.

    6. ວິເຄາະຂໍ້ມູນ

    ການວິເຄາະຂໍ້ມູນໂດຍໃຊ້ສະຕິຖິພື້ນຖານໄດ້ແກ່ ຄ່າສະເລ່ຍ, ຮ້ອຍລະ ແລະ ປຽບທຽບພັດທະນາການຂອງນັກຮຽນແຕ່ລະຄົນໂດຍນຳໃຊ້ ຄະແນນກ່ອນການຮຽນ ແລະ ຫຼັງການຮຽນມາປຽບທຽບກັນ.

    ຕາຕະລາງຄະແນນນັກຮຽນກ່ອນ - ຫຼັງຮຽນ

    ລ/ດ ຊື່ແລະນາມສະກຸນ ຄະແນນກ່ອນຮຽນ ( 10 ) ຄະແນນຫຼັງຮຽນ ( 10 ) ຄະແນນ ພັດທະນາ ( 10 ) ຜົນການປະເມີນ
    1 ທ. ໜູນາ 6 10 4 ຜ່ານ
    2 ນ. ມະໄລສີ 6 10 4 ຜ່ານ
    3 ທ. ດວງປັນຍາ 4 10 6 ຜ່ານ
    4 ນ. ໂໝະ 4 10 6 ຜ່ານ
    5 ທ. ອາໄນ 4 4 0 ບໍ່ຜ່ານ
    6 ນ. ຂຽວຄຳ 4 4 0 ບໍ່ຜ່ານ
    ລວມ 28 48 20
    ສະເລ່ຍ 4,66 8,00 3,33
    ຮ້ອຍລະ 46,6 80 33,3

    ຈາກຕາຕະລາງພົບວ່າຄະແນນກ່ອນນຳໃຊ້ວິທີສອນແບບໂດຍກົງຮ້ອນລະ 46,6 ຫຼັງຈາກນຳໃຊ້ວິທີສອນແບບໂດຍກົງນັກນັກຮຽນພັດທະນາທາງທັກສະການຄິດໄລ່ເລກໂດຍລວມຮ້ອຍລະ 80 ສະແດງວ່ານັກຮຽນຜ່ານເກນການປະເມີນ 4 ຄົນ ແລະ ຜ່ານເກນ 2 ຄົນ

    7.ສະຫຼຸບ

    ຜ່ານການດຳເນີນການວິໄຈພາກປະຕິບັດໃນຫ້ອງຮຽນໃນຫົວຂໍ້: ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ການລົບ ໂດຍນຳໃຊ້ວິທີສອນແບບໂດຍກົງ ຊັ້ນ ປ 3 ໂຮງຮຽນປະຖົມສົມບູນບ້ານມ່ວງ ເມືອງ ວາປີ ແຂວງສາລະວັນ. ເຊິ່ງໄດ້ປະຕິບັດແຕ່ວັນທີ 7 / 2 / 2014 – 11 / 4 / 2014 ຕາມຂັ້ນຕອນຂອງການວິໄຈໃນແຕ່ລະຂັ້ນຕອນສັງເກດເຫັນວ່າ: ນັກຮຽນໃນກຸ່ມເປົ້າໝາຍຫ້ອງ ປ 3 ຈໍານວນ 6 ຄົນ, ຍິງ 3 ຄົນ, ສາມາດບອກຄວາມໝາຍຂອງການລົບໄດ້, ນັກຮຽນມີຄວາມເຂົ້າໃຈໃນຄຳເວົ້າທີ່ວ່າ: ຕາຍໄປ, ໜີໄປ, ເອົາອອກ... ມີຄວາມໝາຍວ່າການລົບຈາກນັ້ນນັກຮຽນຍັງສາມາດນຳໃຊ້ການລົບເຂົ້າຊີວິດປະຈຳວັນເຊັ່ນວ່າ: ການໃຫ້ສິ່ງຂອງ, ການໃຊ້ຈ່າຍເງິນ ແລະ ນັກຮຽນ ສາມາດຄິດໄລ່ເລກລົບເຊິ່ງສະແດງອອກໃນບົດທົດສອບຂອງນັກຮຽນກຸ່ມເປົ້າໝາຍສາມາດແກ້ບົດເລກຖືກ ແລະ ຜ່ານເກນ 4 ຄົນ, ຍິງ 2 ຄົນ,ນັກຮຽນ 2 ຄົນ, ຍິງ 1 ຄົນບໍ່ຜ່ານເກນ. ຍັງໃຫ້ຄູຊ່ວຍແນະນໍາໃນການຄິດໄລ່ເລກລົບ.

    ສະນັ້ນ, ທາງທີມງານວິໄຈຂອງພວກຂ້າພະເຈົ້າຈຶ່ງມີຄວາມພາກພູມໃຈໃນການເຮັດວິໄຈຄັ້ງນີ້ທີ່ໄດ້ນຳບັນຫາດັ່ງກ່າວມາປັບປຸງ, ແກ້ໄຂທາງດ້ານການຮຽນຮູ້ຂອງນັກຮຽນຫ້ອງ ປ 3 ຈໍານວນ 6 ຄົນ, ຍິງ 3 ຄົນ, ເພາະວ່າເປັນພື້ນຖານທີ່ຂາດບໍໄດ້ ແລະ ມີການນຳໃຊ້ ຫຼື ຈັດການຮຽນ-ການສອນໃນຊັ້ນຮຽນຕໍ່ໄປ.

    ໃນການດໍາເນີນການການວິໄຈພາກປະຕິບັດໃນຫ້ອງຮຽນ ຄັ້ງນີ້ທີມງານວິໄຈຂອງພວກຂ້າພະເຈົ້າຖືວ່າ: ເປັນບົດຮຽນທີ່ສຳຄັນ ແລະ ພວກຂ້າພະເຈົ້າສັນຍາວ່າຈະນຳໃຊ້ໃນການປັບປຸງການຮຽນ-ການສອນໃຫ້ມີຄຸນະພາບໃນອານາຄົດຕໍ່ໜ້າອັນໃກ້ນີ້.

    8.ຂໍ້ສະເໜີແນະຂອງຕົນເອງຕໍ່ການວິໄຈ

    8.1 ຂໍ້ສະເໜີແນະຜົນການວິໄຈ

    - ສະເໜີໃຫ້ຄູເກົ່າຈົ່ງໃຫ້ຄວາມໃກ້ຊິດ, ຕິດຕາມ ແລະ ໃຫ້ຄວາມຊ່ວຍແກ່ນັກຮຽນທີ່ຢູ່ໃນກຸ່ມເປົ້າໝາຍ.

    8.2 ຂໍ້ສະເໜີແນະການວິໄຈຕໍ່ໜ້າ

    - ຄວນດຳເນີນການວິໄຈຊັ້ນອື່ນໆໃນວິຊາຄະນິດສາດ

    - ສະເໜີໃຫ້ຄູທັງໝົດໃນແຕ່ລະຊັ້ນຮຽນໃນໂຮງຮຽນປະຖົມສົມບູນບ້ານມ່ວງໄດ້ເຮັດການວິໄຈ

    9. ເອກະສານອ້າງອີງ

    ຮສ.ດຣ ພັນ ຈຳປາທອງ ແລະ ຄະນະ, ວິໄຈພາກປະຕິບັດ,ພິມທີ່ Nhan Dan Printing House HCMC

    ປີ 2009

    ສຸກຂະສະຫວາດ ວົງຫາຈັກ ແລະ ຄຳຢາດ ເຄືອງຄໍາສີ, ວິທີສອນຄະນິດສາດ 1 ພິມທີ່

    Nhan Dan Printing House HCMC, ປີ 2009

    ສີມຸງຄຸນ ວົງຈຳປາ ( ສ.ວ.ສ ) ພ້ອມດ້ວຍຄະນະ, ແບບຮຽນຄະນິດສາດຊັ້ນປະຖົມປີທີ 3

    ພິມທີ່ໂຮງພິມ Eastern Printing Public Co.Ltd 51/29 Moo 3 soi saimsamakee

    Wiphawadee Rangsit Road Talad Bangkhen Lakai Bangkok 10210, ປີ 2009

    ສີມຸງຄຸນ ວົງຈຳປາ ( ສ.ວ.ສ ) ພ້ອມດ້ວຍຄະນະ, ປຶ້ມຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 3

    ພິມທີ່ໂຮງພິມ Eastern Printing Public Co.Ltd 51/29 Moo 3 soi saimsamakee

    Wiphawadee Rangsit Road Talad Bangkhen Lakai Bangkok 10210, ປີ 2009

คำสำคัญ (Tags): #chanthavixay#venephachan#TTC at salavan
หมายเลขบันทึก: 570089เขียนเมื่อ 9 มิถุนายน 2014 13:38 น. ()แก้ไขเมื่อ 9 มิถุนายน 2014 13:38 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท