ບົດນຳ

• 1.ຄວາມເປັນມາແລະຄວາມສຳຄັນຂອງການວິໄຈ

ຄະນິດສາດເປັນເລື່ອງນາມມະທຳຈິ່ງເປັນການຍາກທີ່ຈະຖ່າຍຖອດໃຫ້ຜູ້ອື່ນເຂົ້າໃຈໄດ້ງ່າຍໆ ໃນນັ້ນແມ່ນນັກຮຽນຊັ້ນມັດທະຍົມສຶກສາທີ່ມີແນວຄວາມຄິດເປັນຮູບປະທຳຫຼາຍກວ່ານາມມະທຳ ເຂົາເຈົ້າມັກຫຼິ້ນມ່ວນຊື່ນ, ມັກສັງເກດ, ມັກຊອກຮູ້ຊອກຫາຕ່າງໆນາໆແລະອື່ນໆ…

ດັ່ງນັ້ນຄູຜູ້ສອນຈຳເປັນສຸດຈະຕ້ອງຈັດການຮຽນ-ການສອນຄະນິດສາດໃຫ້ຖືກຕ້ອງກັບຈຸດພິເສດຂອງນັກຮຽນ ເພາະວ່າ ນັກຮຽນຈະຮຽນໄດ້ກໍ່ຕໍ່ເມື່ອໄດ້ເຫັນວັດຖຸຈິງ ( ຮູບປະທຳ ) ໄປສູ່ເຄິ່ງນາມມະທຳແລະສັນຍາລັກ. ຈາກຄວາມຮູ້ແລະປະສົບການຂອງນັກຮຽນກ່ອນເຂົ້າໂຮງຮຽນໄດ້ພົວພັນກັບຄວາມຮູ້ທາງຄະນິດສາດເຊັ່ນ: ການນັບ, ການຫຼິ້ນແກ່ນ, ໝາກຂາມ, ການປຽບທຽບສັ້ນຍາວ ( ການຫຼິ້ນໄມ້ຕີຫົວປາຄໍ່ ) ການແລກປ່ຽນ ( ຫຼິ້ນຊື້ຂາຍ ) ເຊິ່ງຄູຜູ້ສອນຄວນຄຳນຶງເຖິງຄວາມຮູ້ເບື້ອງຕົ້ນຂອງນັກຮຽນຜ່ານມາໃຫ້ມາປະສົມປະສານເຂົ້າໃນການຮຽນ-ການສອນວິຊາຄະນິດສາດແລະເນັ້ນໃສ່ການພັດທະນາ 3 ດ້ານໄປພ້ອມກັນຄື:

• -ການພັດທະນາແນວຄວາມຄິດທາງຄະນິດສາດ
• -ການພັດທະນາດ້ານທັກສະທາງຄະນິດສາດ
• -ການພັດທະນາວິທີການນຳໃຊ້ຄະນິດສາດ

ສາຍມັດທະຍົມສຶກສາເປັນສາຍໜຶ່ງທີ່ມີຄວາມສຳຄັນໃນການສຶກສາຢູ່ໃນສັງຄົມມະນຸດຊາດເຮົາທີ່ພັກ-ລັດເຮົາໄດ້ເລັງໃສ່ແຜນຍຸດທະສາດດ້ານການພັດທະນາການສຶກສາຂັ້ນພື້ນຖານຄື: ສາຍອະນຸບານສຶກສາ,

ປະຖົມສຶກສາແລະມັດທະຍົມສຶກສາຈົນກ້າວໄປເຖິງວິຊາຊີບສຶກສາ.

ຕາມການໄດ້ຮັບຂໍ້ມູນຈາກຄູເກົ່າໃນການສອນບົດນີ້ ຕາມປະສົບການທີ່ຜ່ານມາຂອງຄູເກົ່າ ແລະ ນັກຮຽນ. ການດຳເນີນການຮຽນ-ການສອນ ໃນໄລຍະຜ່ານມາແມ່ນມີລັກສະນະເອົາຄູເປັນໃຈກາງນັກຮຽນບໍ່ມີສ່ວນຮ່ວມເທົ່າທີ່ຄວນ ໃນການດຳເນີນກິດຈະກຳການຮຽນ-ການສອນເປັນຕົ້ນຄູຍັງຂາດສື່ການສອນເຂົ້າໃນການສອນ ແລະ ອີກບັນຫາໜຶ່ງແມ່ນນັກຮຽນໃຊ້ພາສາທ້ອງຖິ່ນເປັນສ່ວນຫຼາຍ (ເວົ້າພາສາກາງບໍ່ຊັດເຈນ) ແລະ ຫ້ອງຮຽນຍັງຄັບແຄບ ແລະ ເວລາຮຽນນັກຮຽນບໍ່ສົນໃຈໃນການຄົ້ນຄວ້າຮໍ່າຮຽນເວລາຄູມອບກິດ ຈະກຳນັກຮຽນບໍ່ເອົາໃຈໃສ່ ແລະ ບໍ່ປະຕິບັດ.

ດັ່ງນັ້ນ ຈຶ່ງເຮັດໃຫ້ການຮຽນ-ການສອນຄູ ແລະ ນັກຮຽນບໍ່ສາມາດລົງເລີກ ແລະ ເຂົ້າໃຈໃນວິຊາຄະນິດສາດ ໂດຍສະເພາະແມ່ນ ມາດຕາສ່ວນ ບັນຫານີ້ມີຜົນກະທົບຕໍ່ການຮຽນ-ການສອນ ຂອງນັກຮຽນໂດຍກົງ ແລະ ເປັນບັນຫາທີ່ຄູສອນກັງວົນ.

ສະນັ້ນ ທີມງານຂ້າພະເຈົ້າເມື່ອຮູ້ບັນຫາຕ່າງໆເຫຼົ່ານີ້ຈິ່ງໄດ້ປຶກສາຫາລືກັນເພື່ອແກ້ໄຂບັນຫາການຮຽນ ຂອງນັກຮຽນໃນກຸ່ມດັ່ງກ່າວ ຄາດວ່າຈະດຳເນີນການວິໄຈຄັ້ງນີ້ ເຮັດໃຫ້ນັກຮຽນປ່ຽນແປງພຶດຕິກຳໃນການຮຽນຮູ້ໄປໃນທາງທີ່ດີຂຶ້ນ ແລະ ສາມາດຮ່ວມກິດຈະກຳໃນການຮຽນ-ການສອນ ຂອງຄູ-ອາຈານ ຮັບເອົາບົດຮຽນ ມາດຕາສ່ວນ ວິທີແກ້ ແລະ ວິທີການສອນເອົານັກຮຽນເປັນໃຈກາງເພື່ອໃຫ້ນັກຮຽນມີການຄົ້ນຄວ້າຄິດຫຼາຍຂຶ້ນ.

ມາດຕາສ່ວນ ແມ່ນມີຄວາມສຳຄັນຫຼາຍໂດຍສະເພາະໃນການຄິດໄລ່ສວນຕ່າງໆ ຂອງຮູບໃດຮູບໜຶ່ງທີ່ເຮັດ, ໂດຍສະເພາະການຫຍໍ້ຮູບ ແລະ ການຂະຫຍາຍຮູບ.

ຈາກບັນຫາ ແລະ ຄວາມສຳຄັນດັ່ງກ່າວນັ້ນກຸ່ມວິໄຈ ຈິ່ງມີຄວາມສົນໃຈໃນການວິໄຈຄັ້ງນີ້ເພາະວ່າພວກຂ້າພະເຈົ້າພົບເຫັນບັນຫາສະພາບຂອງໂຮງຮຽນຄື: ໂຕະຕັ່ງຫຼາຍ, ນັກຮຽນຫຼາຍ, ແອອັດ ແລະ ມີນັກຮຽນອ່ອນ, ມີການບົນແຊວໃນເວລາຮຽນ, ບໍ່ຟັງຄູອະທິບາຍ ແລະ ມັກຫຼິ້ນໂທລະສັບມືຖື.

• ເພື່ອປັບປຸງຄຸນະພາບ ແລະ ຊ່ວຍເຫຼືອເດັກໃຫ້ເຂົ້າໃຈຕໍ່ກັບມາດຕາສ່ວນໃຫ້ເດັກມີການປ່ຽນແປງຈາກສິ່ງທີ່ບໍ່ເຂົ້າໃຈໃຫ້ເຂົ້າໃຈຂຶ້ນຕື່ມ.

ຄະນິດສາດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມະນຸດເພາະວ່າຄິດໄລ່ເນື້ອທີ່ໄຮ່, ສວນຕ່າງໆ ແລະການຄ້າຂາຍແມ່ນໄດ້ມາຈາກວິຊາຄະນິດສາດ ລ້ວນໆໂດຍສະເພາະແມ່ນການແບ່ງເຂດແດນທີ່ປຸກສ້າງຈຶ່ງເຮັດໃຫ້ມະນຸດເຮົາບໍ່ມີຄວາມຊັບຊົນວຸ້ນວາຍຕໍ່ສັງຄົມຂັດແຍ່ງຕໍ່ບຸກຄົນໃດໜຶ່ງ.

• ດັ່ງນັ້ນ, ພວກທີມງານຂ້າພະເຈົ້າຈິງໄດ້ປຶກສາຫາລືກັນ ແລະ ເລືອກເອົາຫົວຂໍ້: ການຈັດກິດຈະກໍາການຮຽນ-ການ

ສອນວິຊາຄະນິດສາດເລື່ອງ: ມາດຕາສ່ວນຫ້ອງມ1 ໂຮງຮຽນມັດທະຍົມສົມບູນວັງເປືອຍ, ເມືອງເລົ່າງາມ. ແຂວງສາລະວັນມາເຮັດການວິໄຈ

2. ຈຸດປະສົງຂອງການວິໄຈ.

• -ເພື່ອໃຫ້ນັກຮຽນສາມາດຄິດໄລ່ກ່ຽວກັບມາດຕາສ່ວນໄດ້.
• -ເພື່ອໃຫ້ນັກຮຽນມີການປ່ຽນແປງຈາກພຶດຕິກຳເດີມໄປສູ່ອັນໃໝ່.
• -ເພື່ອພັດທະນາການຮຽນ-ການສອນຂອງຄູໃຫ້ດີຂຶ້ນ

3. ຂອບເຂດຂອງການວິໄຈ.

3.1. ປະຊາກອນແລະກຸ່ມຕົວຢ່າງ

ການວິໄຈ-ສຳມະນາຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນກັບທີມງານວິໄຈຂ້າພະເຈົ້າທີ່ໄດ້ລົງເຝິກຫັດສອນ ແລະປະຕິບັດການວິໄຈໄປຄຽງຄູ່ກັນຈົນສາມາດຈັບເອົາບັນຫາທີ່ເກີດໃນການຮຽນ-ການສອນວິຊາຄະນິດສາດ ແລະ ໄດ້ເລືອກເອົາຫ້ອງມ 1 ເປັນເປົ້າໝາຍເຮັດການວິໄຈ ເຊິ່ງມີນັກຮຽນທັງໜົດ 54 ຄົນ, ຍິງ 20 ຄົນ ໃນນັ້ນມີນັກຮຽນເປົ້າໝາຍ 3 ຄົນ, ຍິງ 1 ຄົນ

3.2. ເນື້ອໃນທີ່ນຳມາສອນຄື: ວິຊາຄະນິດສາດຊັ້ນມັດທະຍົມສຶກສາປີທີ 1

ບົດທີ 21 : ມາດຕາສ່ວນ

ບົດທີ 22: ມາດຕາສ່ວນ ( ຕໍ່ )

3.3. ວິທີສອນແບບໂດຍກົງ

ວິທີສອນແບບໂດຍກົງ ແມ່ນວິທີສອນໂດຍຄູເປັນຜູ້ນໍາພາ ຫຼື ສະແດງໃຫ້ນັັກຮຽນເບິ່ງຢູ່ຫ້ອງ ການສະແດງຈະນໍາໃຊ້ສື່ການສອນປະກອບ ຫຼື ສະແດງໂດຍວິທີໃດກໍຕາມເຊັ່ນ ອະທິບາຍຫຼັກເກນ, ຫຼັກການ, ແນວຄວາມຄິດ ຫຼື ວິທີແກ້ບັນຫາທາງຄະນິດສາດຕາມຈຸດປະສົງທີ່ວາງໄວ້ເພື່ອໃຫ້ນັກຮຽນສາມາດສະຫຼຸບເອົາເປັນບົດຮຽນຈາກການສະແດງນັ້ນ.

• ຂັ້ນກຽມການສອນ
• - ຄູຕ້ອງເຂົ້າໃຈເລິກເຊິ່ງຕໍ່ກັບເນື້ອໃນບົດຮຽນທີ່ຈະສະເໜີ
• -ຕ້ອງກຳນົດຈຸດປະສົງຂອງບົດຮຽນທີ່ຈະນຳໄປສອນໃຫ້ລະອຽດ
• -ກະກຽມສື່ການສອນໃຫ້ຄົບຖ້ວນ ແລະ ເຝິກແອບໃຫ້ຄ່ອງແຄ້ວກ່ອນຈະໄປສອນຕົວຈິງ
• -ຂຽນລຳດັບຂັ້ນຕອນຂອງບົດສອນໃຫ້ລະອຽດເພື່ອສະດວກເວລາໄປປະຕິບັດ
• -ກະກຽມເອກະສານວິທີວັດ ແລະ ປະເມີນຜົນໄວ້ລ່ວງໜ້າ
• ຂັ້ນຕອນການສະແດງໂດຍກົງ
• -ຄູນຳເຂົ້າສູ່ບົດຮຽນໂດຍໃຊ້ຄຳຖາມບົດເລກ, ບັດຈຳນວນໂຕເລກ, ກ້ອນຫີນ, ໄພ້ ເພື່ອກະຕຸກຊຸກຍູ້ໃຫ້ນັກຮຽນມີຄວາມສົນໃຈຕໍ່ການຮຽນ.
• -ຄູສະເໜີຈຸດປະສົງ ແລະ ກິດຈະກຳທີ່ຈະໃຫ້ນັກຮຽນເຮັດໃນລະຫວ່າງການສະແດງເຊັ່ນ: ສັງເກດບາດກ້າວຂອງການສະແດງ, ບັນທຶກ, ສະຫຼຸບຜົນການສະແດງ.
• -ແນະນຳສື່ການສອນຕ່າງໆທີ່ຄູເອົາມານຳໃຊ້ໃນເວລາສອນ
• -ດຳເນີນການສະແດງໂດຍກົງຕາມລະດັບຂັ້ນຕອນທີ່ກະກຽມໄວ້ ( ເວລາດຳເນີນຄວນເຮັດຊໍ້າກັນຫຼາຍເທື່ອກໍໄດ້) ເພື່ອໃຫ້ນັກຮຽນແຕ່ລະຄົນໄດ້ເບິ່ງທົ່ວເຖິງກັນ.
• -ຄວນມີຫຼາຍກິດຈະກຳ ແລະ ວິທີການອື່ນໆອີກປະກອບການສະແດງເຊັ່ນ ການສັງເກດ, ການຄາດຄະເນ ຫຼື ການກະຕວງລ່ວງໜ້າຂອງການສະແດງວ່າຈະມີຫຍັງເກີດຂຶ້ນ.
• ຂັ້ນຕອນສະຫຼຸບ

ເມື່ອສະແດງຈົບແລ້ວຄູໃຫ້ນັກຮຽນອະພິປາຍ, ຊັກຖາມ ແລະ ພ້ອມກັນສະຫຼຸບໃນນີ້ອາດໃຫ້ນັກຮຽນຕອບ

ຄຳຖາມ, ເຮັດບົດລາຍງານ ຫຼື ເຮັດການສະແດງຄືນອີກເທື່ອໜຶ່ງ.

• ຂັ້ນຕອນປະເມີນຜົນ

ເພື່ອຢາກຮູ້ວ່ານັກຮຽນມີຄວາມຮູ້ຄວາມເຂົ້າໃຈໃນເລື່ອງສະແດງໂດຍກົງນັ້ນຖືກຕ້ອງຕາມຈຸດປະສົງຂອງ

ກຳນົດໃຫ້ ຫຼື ບໍ່ດັ່ງນັ້ນຄູຄວນມີວິທີດັ່ງລຸ່ມນີ້:

• -ສັງເກດພຶດຕິກຳຂອງນັກຮຽນໄປພ້ອມກັບການສະແດງຕົວຈິງ
• -ຄູໃຫ້ນັກຮຽນຕອບຄຳຖາມກ່ຽວກັບບັນຫາ ຫຼື ບາດກ້າວຂອງການສະແດງແຕ່ຕົ້ນຫາຈົບ
• -ຄູມອບວຽກໃຫ້ນັກຮຽນເຮັດ ເຊັ່ນ ຂຽນບົດລາຍງາຍຄືນ ( ສະຫຼຸບຄືນຜົນການສະແດງ ) ຫຼື ການປະຕິບັດຕົວຈິງຂອງແບບການສອນໂດຍກົງໃນຫົວຂໍ້ໃດໜຶ່ງ
• ເທັກນິກໃນການໃຊ້ຄໍາຖາມ:

ການຕັ້ງຄໍາຖາມເປັນເລື່ອງທີ່ຈໍາເປັນໃນການສອນ, ທັງນີ້ເພື່ອວ່າຜູ້ສອນຈະໄດ້ຄົ້ນຫາຄຳຕອບຈາກຜູ້ຮຽນ

ວ່າຄວາມຄິດແນວໃດໃນເລື່ອງນັ້ນ ແລະ ເຂົ້າໃຈພຽງໃດ. ການຕັ້ງຄຳຖາມທີ່ດີຈະເປັນເຄື່ອງມືຊ່ວຍເຫຼືອໃຫ້ຜູ້ຕອບພັດທະນາຄວາມຄິດຈົນຊອກຫາຄຳຕອບ ແລະ ສະຫຼຸບໄດ້ ຜູ້ສອນຈະຕ້ອງມີສິລະປະໃນການໃຊ້ຄຳຖາມ ເພື່ອເສີມສ້າງຄວາມສາມາດໃນທາງຄວາມຄິດເຫັນແກ່ຜູ້ຮຽນ. ລັກສະນະຄຳຖາມໄດ້ສະເໜີມາ ລັກສະນະຄຳຖາມທີ່ດີ.

• -ເປັນຄຳຖາມຊັດເຈນມີຄວາມໝາຍທີ່ແນ່ນອນ
• -ບໍ່ງ່າຍບໍ່ຍາກເກີນໄປ ເໝາະສົມກັບເນື້ອໃນນັ້ນ ແລະ ເໜາະສົມກັບໄວອາຍຸ ຕະຫຼອດຈົນລະດັບຊັ້ນຂອງຜູ້ຮຽນ
• -ບໍ່ຄວນເປັນຄຳຖາມຊ້ອນຄຳຖາມ, ຄວນຈະຖາມເທື່ອລະປະໂຫຍກ ເຊັ່ນ: ມາດຕາສ່ວນແມ່ນຫຍັງ ?
• ວິທີຄິດໄລ່ແນວໃດ ?
• -ບໍ່ຄວນເປັນຄຳຖາມແບບປະຕິເສດ
• -ບໍ່ຄວນເປັນຄຳຖາມໜໍ່າ
• -ຄຳຖາມທີ່ດີຄວນເປັນຄຳຖາມທີ່ພັດທະນາຄວາມຄິດ
• -ຄຳຖາມອາດຈະຖາມໃຫ້ມີຄຳຕອບຖືກ ຫຼື ຜິດ
• ເທັກນິກການສ້າງແຮງຈູງໃຈ:

ໃນຊີວິດປະຈໍາວັນຂອງພວກເຮົາ, ເມື່ອເຮົາເຮັດສິ່ງໃດກໍຍ່ອມຕ້ອງການຄວາມສຳເລັດ, ເມື່ອເກີດຄວາມສຳເລັດ

ແລ້ວກໍເຮັດໃຫ້ເກີດຄວາມພໍໃຈ ແລະ ມີກຳລັງໃຈໃນການປະຕິບັດວຽກງານດີ ອັນເປັນຜົນສົ່ງໃຫ້ເກີດແຮງຈູງໃຈແກ່ຜູ້ຮຽນ. ດ້ວຍເຫດນີ້ຜູ້ສອນຈິ່ງຕ້ອງສຶກສາວ່າເຮັດແນວໃດຈິ່ງຈະສ້າງແຮງຈູງໃຈໃຫ້ແກ່ຜູ້ຮຽນໄດ້.

ຜູ້ຮຽນຈະເກີດແຮງຈູງໃຈໄດ້ກໍຕໍ່ເມື່ອ:

• -ຜູ້ຮຽນໄດ້ຮັບການຍອມຮັບຈາກຜູ້ສອນ ຫຼື ຈາກເພື່ອນເຊັ່ນ ຜູ້ຮຽນແກ້ໂຈດບັນຫາຄະນິດສາດທີ່ຍາກທີ່ສູດໄດ້, ຜູ້ສອນ ແລະ ເພື່ອນກໍສະແດງການຍ້ອງຍໍ ຫຼື ສະແດງຄໍາວ່າເກັ່ງຫຼາຍ.
• -ຜູ້ຮຽນປະສົບຄວາມສຳເລັດ, ເລື່ອງນີ້ຜູ້ສອນຄວນພິຈາລະນາເຊັ່ນ ຜູ້ຮຽນອ່ອນທາງຄະນິດສາດ, ຜູ້ສອນຄວນຄຳນຶງເຖິງໂຈດບັນຫາທີ່ໃຫ້ນັກຮຽນແກ້, ຄວນໃຊ້ໂຈດທີ່ງ່າຍໄປຫາຍາກເພື່ອຜູ້ຮຽນຈະໄດ້ປະສົບຄວາມສຳເລັດເປັນຂັ້ນໆໄປ ກໍຈະເຮັດໃຫ້ເກີດແຮງຈູງໃຈຢາກຮຽນຕໍ່ໄປ.
• -ຜູ້ສອນຊີ້ໃຫ້ເຫັນປະໂຫຍດຂອງຄວາມຮູ້ທີ່ໄດ້ຮັບນັ້ນວ່າ ຈະນຳໄປໃຊ້ໃນເວລາຕໍ່ໄປແນວໃດ ແລະ ຈະໃຊ້ກັບວິຊາອື່ນໆແນວໃດ.
• -ຜູ້ສອນຈັດກິດຈະກຳການສອນ-ການຮຽນໄດ້ເໜາະສົມເຊັ່ນ: ການຊອກສື່ການສອນ-ການຮຽນມາປະກອບ, ການໃຊ້ຄະນິດສາດພັດທະນາການເຊັ່ນ ການຮ້ອງເພງ, ເກມ, ການແຂ່ງຂັນອື່ນໆເຂົ້າຊ່ວຍ.
• -ຜູ້ສອນມອບໝາຍວຽກທີ່ທ້າທາຍໃຫ້ຜູ້ຮຽນເຮັດ.
• -ຜູ້ຮຽນໄດ້ອ່ານ, ໄດ້ຟັງ, ເບິ່ງຮູບເງົາ, ຟັງວິທະຍຸ, ເບິ່ງໂທລະພາບ, ອ່ານວາລະສານກ່ຽວກັບຄະນິດສາດ, ເພາະຜູ້ຮຽນຈະໄດ້ເອົາເລື່ອງຕ່າງໆເຫຼົ່ານັ້ນ ມາສຳພັນກັບເນື້ອໃນທີ່ຮຽນໃນປະຈຸບັນ.
• -ຜູ້ຮຽນສາມາດຄົ້ນພົບຄຳຕອບດ້ວຍຕົນເອງ
• -ຜູ້ສອນຊີ້ໃຫ້ເຫັນວ່າຜູ້ຮຽນຄະນິດສາດນັ້ນຈະມີໂອກາດປະກອບອາຊີບແນວໃດ?
• -ຜູ້ສອນສ້າງແຮງຈູງໃຈດ້ວຍຕົວຜູ້ສອນເອງ, ບຸກຄະນິກທ່າທາງຂອງຜູ້ສອນ, ການປະຕິບັດຕົນເອງເປັນແບບຢ່າງທີ່ດີຕະຫຼອດຈົນວິທີການສອນ ແລະ ເທັກນິກການສອນ, ການມີມະນຸດສຳພັນທີ່ດີ ຈະເປັນແຮງຈູງໃຈໃຫ້ຜູ້ຮຽນສົນໃຈຢາກຮຽນວິຊາຄະນິດສາດຫຼາຍຂຶ້ນ.
• ເທັກນິກການເສີມແຮງຈູງໃຈ:

ການເສີມແຮງຈູງໃຈເປັນສິ່ງສໍາຄັນໃນການສອນ-ການຮຽນ ເພາະເມື່ອຜູ້ຮຽນຮັບຮູ້ວ່າພຶດຕິກຳທີ່ສະແດງອອກນັ້ນເປັນທີ່ຍອມຮັບ ກໍຈະເຮັດໃຫ້ເກີດກຳລັງໃຈທີ່ຈະດຳເນີນປະຕິບັດເລື່ອງອື່ນໆຕໍ່ໄປ. ຜູ້ສອນເປັນຜູ້ທີ່ມີບົດບາດສຳຄັນຍິ່ງ ໃນເລື່ອງການເສີມແຮງ ແຕ່ຜູ້ສອນຈະຕ້ອງເບິ່ງໃຫ້ເໝາະສົມ ທັງນີ້ກໍເພື່ອເຮັດໃຫ້ເກີດກຳລັງໃຈໃນການຮຽນຕໍ່ໄປເລື້ອຍໆ.

ວິທີການເສີມແຮງອາດປະຕິບັດດັງນີ້:

• -ການຊົມເຊີຍໃນຂະນະທີ່ຜູ້ຮຽນກຳລັງປະຕິບັດຢູ່ ເຊັ່ນ: ຜູ້ສອນໃຫ້ຜູ້ຮຽນອອກແກ້ໂຈດຢູ່ກະດານ. ເມື່ອຜູ້ຮຽນແກ້ໄດ້ຖືກຕ້ອງ ກໍອາດຈະໃຊ້ທ່າທາງປະກອບດ້ວຍການງຶກຫົວ ຫຼື ໃຊ້ວາຈາປະກອບວ່າ ດີຫຼາຍ, ຖືກຕ້ອງແລ້ວ.
• ເມື່ອຜູ້ຮຽນເຮັດສິ່ງໃດຖືກຕ້ອງກໍຕ້ອງຊົມເຊີຍທັນທີ, ແຕ່ຢ່າໃຫ້ການຊົມເຊີຍໂລດໂຜນ ແລະ ຖ້າແກ້ໂຈດບໍ່ຖືກຕ້ອງກໍຄວນພະຍາຍາມໃຊ້ຄຳເວົ້າເຊັ່ນ ນ້ອງກຳລັງຈະແກ້ໄດ້ຖືກຕ້ອງແລ້ວພະຍາຍາມຕໍ່ໄປອີກໜ້ອຍໜຶ່ງ.
• -ການຍົກຍ້ອງຄວາມສາມາດເຊັ່ນ ເມື່ອຜູ້ຮຽນໄປສ້າງຊື່ສຽງໃຫ້ແກ່ສະຖາບັນການສຶກສາຂອງຕົນດ້ວຍການສອບແຂ່ງຂັນ ຫຼື ຕອບບັນຫາຊະນະຜູ້ສອນຈະຕ້ອງຍ້ອງຍໍຊົມເຊີຍ.
• -ການໃຫ້ລາງວັນ, ເລື່ອງນີ້ຜູ້ສອນຕ້ອງລະວັງຢ່າໃຫ້ລາງວັນຈົນເຟິ້ ຈົນບໍ່ມີຄວາມໝາຍ.
• -ການສົ່ງຜົນງານທີ່ກວດແລ້ວກັບຄືນໄປໃຫ້ຜູ້ຮຽນ ຄວນໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້ ເພາະຖ້າຜູ້ຮຽນແກ້ໄດ້ຖືກຕ້ອງກໍຈະເປັນການເສີມແຮງ.
• -ການຍົກຕົວຢ່າງປຽບທຽບເຊັ່ນ ຜູ້ຮຽນທໍ້ຖອຍຕໍ່ການຮຽນ ເພາະບັນຫາທາງດ້ານຄອບຄົວ, ດ້ານເສດຖະກິດ ຜູ້ສອນຕ້ອງພະຍາຍາມຍົກຕົວຢ່າງຊີວິດຂອງບຸກຄົນຕ່າງໆ ທີ່ເຂົາສາມາດເອົາຊະນະອຸປະສັກໄດ້ເພື່ອເສີມແຮງໃຫ້ແກ່ຜູ້ຮຽນ.
• -ການບອກຈຸດປະສົງໃຫ້ແກ່ຜູ້ຮຽນ, ຜູ້ສອນຕ້ອງການໃຫ້ຜູ້ຮຽນເຮັດຫຍັງ ເພາະຖ້າຜູ້ຮຽນເຮັດໄດ້ຊ້າກໍຈະເກີດຄວາມທໍ້ຖອຍ, ຜູ້ສອນຈະຕ້ອງເສີມແຮງໃຫ້ຜູ້ຮຽນເຮັດໃຫ້ຖືກຕ້ອງ ແລະ ເພີ່ມຄວາມໄວຂຶ້ນ.
• -ການພະຍາຍາມເຮັດໃຫ້ຜູ້ຮຽນຮູ້ສຶກພາກພູມໃຈ ໃນຜົນງານຂອງເຂົາ, ຖ້າຜູ້ຮຽນປະສົບຄວາມສໍາເລັດໃນລະດັບສູງຜູ້ສອນກໍອາດຈະເວົ້າວ່າ ດີເລີດ, ດີຫຼາຍ, ນ້ອງເຮັດໄດ້ດີ ແລະ ວ່ອງໄວທີ່ສຸດ ເຖິງຢ່າງໃດກໍຕາມການເສີມແຮງຈະມີປະສິດທິພາບກໍ່ຕໍ່ເມື່ອເປັນການເສີມແຮງໃນເວລາກຳລັງຮຽນ ແລະ ຜູ້ຮຽນປະຕິບັດໄດ້ຜົນຕາມຄວາມຕ້ອງການ ໃນເວລານັ້ນເປັນການເສີມແຮງທີ່ຕິດຕາມການອອກມາທັນທີ ຫຼັງຈາກພຶດຕິກໍາທີ່ຕ້ອງການເກີດຂຶ້ນເຊັ່ນ ຜູ້ສອນອາດສະແດງທ່າທາງ, ໃຊ້ວາຈາເສີມແຮງທັນທີ ເມື່ອຜູ້ຮຽນເຮັດໄດ້ດີ ແລະ ຖືກຕ້ອງ.
• -ເປັນການເສີມແຮງທີ່ສຳພັນກັບພຶດຕິກຳທີ່ຕ້ອງການ
• -ເປັນການເສີມແຮງດ້ວຍການຊີ້ແນະແນວທາງ ຫຼື ໃຊ້ຄຳເວົ້າໃນພຶດຕິກຳທີ່ບໍ່ຕ້ອງການ

4.ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ

ການດໍາເນີນວິໄຈຫົວຂໍ້: ການຈັດກິດຈະກຳການຮຽນ-ການສອນວິຊາຄະນິດສາດເລື່ອງ: ມາດຕາສ່ວນ ຫ້ອງມ 1 ຂອງໂຮງຮຽນມັດທະຍົມສົມບູນວັງເປືອຍ ເມືອງເລົ່າງາມ ແຂວງສາລະວັນ ສົກຮຽນ 2013-2014ຜ່ານການດຳເນີນວິໄຈໄລຍະສອງເດືອນກວ່າໄດ້ມີການວາງແຜນເຮັດວຽກ, ສຶກສາສະພາບບັນຫາ, ຂັ້ນຕອນການດຳເນີນການວິໄຈ ແລະ ເຮັດໃຫ້ການຮຽນ-ການສອນດີຂຶ້ນ, ນັກຮຽນກຸ່ມເປົ້າໝາຍສາມາດຄິດໄລ່ມາດຕາສ່ວນໄດ້ ແລະ ພັດທະນາການຮຽນ-ການສອນມີຄຸນະພາບ.

5. ວິທີການດຳເນີນການສອນໃນໄລຍະການລົງເຝິກຫັດ

ທີມງານພວກຂ້າພະເຈົ້າລົງເຝິກຫັດແຕ່ວັນທີ 7 / 2 / 2014 – 11/4/2014 ເປັນໄລຍະສອງເດືອນກວ່າໄລຍະທຳອິດພວກຂ້າພະເຈົ້າໄດ້ພົວພັນວຽກງານນຳອຳນວຍການ, ຄູປະຈຳຫ້ອງ ແລະ ຄູປະຈຳວິຊາ ແລ້ວ ສ້າງແຜນການສອນໄລຍະຍາວ ແລະ ໄລຍະສັ້ນພ້ອມຜະລິດສື່ການສອນ, ສອນທົດລອງນອກຈາກນີ້ຍັງໄດ້ສຶກສາສະພາບບັນຫາໃຫ້ຫ້ອງຮຽນຕາມຫົວຂໍ້ທີ່ໄດ້ພ້ອມທັງເກັບກຳຂໍ້ມູນຕ່າງໆວາງແຜນການສອນ ແລະ ປະຕິບັດຕາມແຜນທີ່ວາງໄວ້ເຊິ່ງມີລາຍລະອຽດດັ່ງນີ້:

• 5.1 ຂັ້ນນຳເຂົ້າສູ່ບົດຮຽນ

ໃນການດຳເນີນການຮຽນ-ການສອນຄັ້ງນີ້ໃນຂັ້ນຕອນທຳອິດທາງທີມງານພວກຂ້າພະເຈົ້າໄດ້ທວນຄືນບົດຮຽນເກົ່າໂດຍຄູຕັ້ງຄຳຖາມ: 1. ມາດຕາສ່ວນແມ່ນຫຍັງ ?

• 2.ຈົ່ງໃຫ້ນິຍາມກ່ຽວກັບເສັ້ນກາງສາກຂອງທ່ອນຊື່ ?

ແລ້ວເອີ້ນນັກຮຽນລຸກຕອບຄຳຖາມ 2-3 ຄົນ ແລະ ອອກມາຂຽນສູດມາດຕາສ່ວນໃຫ້ເບິ່ງຄູໄດ້ນຳໃຊ້ແຮງຈູງໃຈ ແລະ ເສີມແຮງຈູງໃຈໃຫ້ນັກຮຽນໄປພ້ອມນອກຈາກນີ້ຄູໄດ້ຕັ້ງຄຳວ່າ: ຖ້າເຮົາມີຮູບໃຫຍ່ ແລ້ວມາແຕ້ມໃສ່ເຈ້ຍເຮົາແນວໃດ ສະນັ້ນມື້ນີ້ບ່າວຄູຊີພາພວກນ້ອງຮຽນກ່ຽວກັບມາດຕາສ່ວນ.

• 5.2 ຂັ້ນສອນບົດໃໝ່.
• ການດຳເນີນການຮຽນ-ການສອນບົດຮຽນໃໝ່ຄູພານັກຮຽນດຳເນີນການດັ່ງນີ້: ຄູພານັັກຮຽນອ່ານກິດຈະກໍາ

ທວນຄືນການຫຍໍ້ ແລະ ຂະຫຍາຍຮູບ ( ບົດທີ 21 ມາດຕາສ່ວນ ໜ້າ 167 ) ແລະ ອະທິບາຍກິດຈະກຳໃຫ້ນັກຮຽນຟັງຢ່າງຈະແຈ້ງແລ້ວເອີ້ນນັກຮຽນອອກມາຕ່ືມໃສ່ບ່ອນວ່າງເປັນຕົ້ນແມ່ນນັກຮຽນເປົ້າໝາຍສັງເກດເຫັນວ່ານັກຮຽນເປົ້າໝາຍກໍ່ສາມາດເຮັດໄດ້ດີພ້ອມທັງທັງສະຫຼຸບກິດຈະກຳທີ່ໄດ້ປະຕິບັດ ແລະ ຄູກໍ່ໄດ້ຂຽນກິດຈະກຳທີ 1

( ໜ້າ 169 ) ໃສ່ກະດານພ້ອມທັງອະທິບາຍໃຫ້ນັກຮຽນຟັງໝົດຫ້ອງແລ້ວໃຫ້ນັກຮຽນພາກັນຄິດໄລ່ຢູ່ໂຕະໃຜມັນໃນເວລານີ່ຄູໄດ້ຍ່າງເລາະໃຫ້ຄວາມຊ່ວຍເຫຼືອນັກຮຽນທີ່ບໍ່ເຂົ້າໃຈ ຄູໃຫ້ຄໍາແນະນຳໂດຍທີ່ຄູໄດ້ກຳນົດເວລາໃຫ້ 20 ນາທີແລ້ວກໍ່ເອີ້ນນັກຮຽນອອກມາແກ້ໃຫ້ໝູ່ເບິ່ງ ຄູ ແລະ ນັກຮຽນພ້ອມກັນສະຫຼຸບບົດແກ້ທີ່ຖືກຕ້ອງ ແລະ ດຳເນີນກິດຈະກຳໃໜ່ເຊິ່ງແມ່ນກິດຈະກຳ 1 ( ທວນຄືນ) ຄູຂຽນກິດຈະກຳໃສ່ກະດານເຊິ່ງມີຄໍາຖາມດັ່ງນີ້:

ກ. ໃຫ້ຕື່ມໃສ່ຕາຕະລາງ 1,2,3 ລຸ່ມນີ້:

ຕາຕະລາງ 1 ຕາຕະລາງ 2

1 ..... ...
5 ... ....
6,4 ... ....
9 ... ...
1 ..... ...
5 ... ....
6,4 ... ....
9 ... ...

ຕາຕະລາງ 3

1

5

6,4

9

ຈົ່ງສົມທຽບຜົນໄດ້ຮັບຖັນສຸດທ້າຍໃນຕາຕະລາງ 1, 2, 3 ຫຼັງຈາກທີ່ຄູຂຽນຄຳຖາມສຳເລັດແລ້ວຄູກໍ່ອະທິບາຍໃຫ້ນັກຮຽນຟັງພ້ອມທັງປະຕິບັດໃຫ້ນັກຮຽນຈັກ 1-2 ຂໍ້ ແລ້ວກໍຖາມຂໍ້ຂອງໃຈຂອງນັກຮຽນມີບ່ອນໃດບໍ່ເຂົ້າໃຈເຊີນຖາມໄດ້ ແລະ ເອີ້ນນັກຮຽນມາຕື່ມໃສ່ແຕ່ລະຕາຕະລາງຈົນສຳເລັດ. ສຸດທ້າຍ ຄູ ແລະ ນັກຮຽນສະຫຼຸບຄືນໃຫ້ນັກຮຽນຟັງ.

5.3ຂັ້ນສະຫຼຸບ

ຫຼັງຈາກການປະຕິບັດກິດຈະກໍາຂອງນັກຮຽນແລ້ວ. ຄູໄດ້ສະຫຼຸບກິດຈະກໍາທີ່ນັກຮຽນປະຕິບັດ ແລະ

ໃຫ້ຄໍາຕອບທີ່ຖືກຕ້ອງຂອງບົດຮຽນທີ່ຮຽນຜ່ານມາ. ຈາກນັ້ນ, ຄູໄດ້ອະທິບາຍເສີມອີກວ່າ: ມາດຕາສ່ວນຂອງແຜນຜັງເທົ່າກັບຜົນຫານຂອງລາງຍາວຂອງຮູບແຕ້ມໃຫ້ລວງຍາວຕົວຈິງ, ລວງຍາວໃນແຜນຜັງເທົ່າກັບລວງຍາວຕົວຈິງຄູນກັບມາດຕາສ່ວນ. ຄູເປີດໂອກາດໃຫ້ນັກຮຽນຖາມຂໍ້ຂ້ອງໃຈກ່ຽວກັບບົດຮຽນທີ່ຮຽນຜ່ານມາກ່ຽວກັບມາດຕາສ່ວນ. ຖ້າມີບ່ອນໃດນັກຮຽນບໍ່ເຂົ້າໃຈຄູໄດ້ອະທິບາຍຕື່ມ. ພ້ອມໃຫ້ນັກຮຽນຈົດບົດຮຽນໃສ່ປຶ້ມຂອງໃຜລາວ.

5.4ຂັ້ນວັດແລະ ປະເມີນຜົນ

ໃນການສອນຂອງພວກຂ້າພະເຈົ້າໄດ້ນໍາໃຊ້ການບັນທຶກຕາມເຫດການທີ່ເກີດແລ້ວຄູໄດ້ວັດຜົນນັກຮຽນ

ໂດຍການຕັ້ງບົດເລກໃສ່ກະດານເຊິ່ງມີບົດເລກດັ່ງນີ້:

1.ໄລຍະຫ່າງຕົວຈິງແຕ່ຈຸດ A ຫາຈຸດ B ແທກໄດ້ 100 Km ໃຫ້ຊອກຫາມາດຕາສ່ວນຂອງແຕ່ລະແຜນທີ່ທີ່ຕ່າງ

ກັນດັ່ງນີ້:

-ໃນແຜນທີ່ທີ 1 ເພິ່ນແຕ້ມຈຸດ A ຫາຈຸດ B ຫ່າງກັນ 1 Cm

-ໃນແຜນທີ່ທີ 2 ເພິ່ນແຕ້ມຈຸດ A ຫາຈຸດ

-B ຫ່າງກັນ 50 mm

-ໃນແຜນທີ່ທີ 3 ເພິ່ນແຕ້ມຈຸດ A ຫາຈຸດ B ຫ່າງກັນ 0,125 mm

ຈົ່ງຄິດໄລ່ເລກລຸ່ມນີ້:

ກ.

ຄູອະທິບາຍບົດຮຽນຢູ່ກະດານແລ້ວເອີ້ນນັກຮຽນອອກມາແກ້ ຄູຊ່ວຍແນະນຳພ້ອມທັງສັງເກດນັກຮຽນແກ້ບົດເລກ.

5.5ຂັ້ນຕັກເຕືອນ/ມອບວຽກບ້ານ

ຄູສຶກສາອົບຮົມແນວຄິດນັກຮຽນນັກຮຽນເມື່ອກັບເມືອບ້ານຊ່ວຍວຽກພໍ່ແມ່ແດ້ຖ້າວຽກໃດເຮັດໄດ້ຍາມກາງຄືນກໍເບິ່ງບົດຮຽນແລ້ວຈະເຮັດໃຫ້ເຮົາຮຽນເກັ່ງສຸດທ້າຍມອບເຝິກຫັດຂໍ້ທີ 2 ( ໜ້າ 171 )

ແລະ ຂໍ້ 2 ( ໜ້າ 180 )

6. ສະຫຼຸບຜົນຂອງການວິໄຈ.

ການວິໄຈຄັ້ງນີ້ພວກຂ້າພະເຈົ້າໄດ້ປະຕິບັດຕາມຈຸດປະສົງທີ່ວາງໄວ້ເຊິ່ງໄດ້ຮັບຜົນສຳເລັດແລ້ວເປັນຢ່າງດີ. ເຮັດໃຫ້

ນັກຮຽນກຸ່ມເປົ້າໝາຍປ່ຽນແປງພຶດຕິກຳໄປໃນທາງດີຂຶ້ນ, ຄູທົດລອງວິທີສອນໂດຍໄດ້ນຳໃຊ້ເທັກນິກຕ່າງໆ ແລະ ສັງເກດເຫັນວ່ານັກຮຽນມີຄວາມຫ້າວຫັນ,ຄູຕັ້ງຄຳຖາມເນັ້ນໜັກກຸ່ມເປົ້າໝາຍອອກມາອະທິບາຍຢູ່ກະດານ ແລະ ເຮັດໃຫ້ການຮຽນ-ການສອນມີບັນຍາກາດດີຂຶ້ນເຮັດໃຫ້ພວກຂ້າພະເຈົ້າຮູ້ວິທີແກ້ບັນຫາຫຼາຍຂຶ້ນ.

ບົດຮຽນທີ່ຖອດຖອນໄດ້.

ຜ່ານການປະຕິບັດການວິໄຈຄັ້ງນີ້ທີມງານວິໄຈສາມາດຖອດຖອນໄດ້ດັ່ງນີ້:

-ຮູ້ສາເຫດບັນຫາຂອງການວິໄຈ.

-ຮູ້ຈັກວິທີການໃນການວາງແຜນເຮັດບົດວິໄຈ.

-ຮູ້ຈັກວິທີການປ່ຽນແປງພຶດຕິກຳຂອງນັກຮຽນ.

-ຮູ້ຈັກວິທີເກັບກຳຂໍ້ມູນ.

-ຮູ້ຈັກວິທີແກ້ໄຂບັນຫາໃນການວິໄຈ.

-ໄດ້ມີປະສົບການໃນການວິໄຈ.

ຂໍ້ສະດວກ.

-ທີມງານວິໄຈມີສ່ວນຮ່ວມໃນການປະຕິບັດທຸກຄັ້ງ.

-ຄູເກົ່າ ແລະນັກຮຽນໃຫ້ຄວາມມືໃນການດຳເນີນງານ.

-ທີ່ປຶກສາໃຫ້ຄວາມຊ່ວຍເຫຼືອ.

-ໄດ້ຮັບການເຝິກອົບຮົມກ່ອນລົງເຝິກຫັດ.

ຂໍ້ຫຍຸ້ງຍາກ.

-ທີມງານຂາດປະສົບການໃນການເຮັດທົດລອງວິໄຈ.

-ຂາດເອກະສານຄົ້ນຄວ້າກ່ຽວກັບຂໍ້ມູນການຮຽນ-ການສອນ.

-ຊົ່ວໂມງສອນມືໜ້ອຍ.

7.ຂໍ້ສະເໜີແນະ

ຂໍ້ສະເໜີຜູ້ວິໄຈ.

-ຄູຜູ້ສອນຄວນເອົາໃຈໃສ່ເລື່ອງຄອບຄຸມຫ້ອງ.

-ຄູຜູ້ສອນຄວນໃຫ້ໂອກາດນັກຮຽນໄດ້ຖາມຄູ ແລະໝູ່ຄູ່ໃນຫ້ອງ.

-ຄູຜູ້ສອນຄວນສອນແບບເອົານັກຮຽນເປັນໃຈກາງ.

-ຄູຜູ້ສອນຕ້ອງເນັ້ນໜັກໃນການໃຊ້ສື່ການສອນ ແລະທົດລອງ.

-ຄູຜູ້ສອນຕ້ອງໃຫ້ກຳລັງໃຈນັກຮຽນໃນເວລາດຳເນີນການຮຽນ-ການສອນ.

ເໜີແນະໃນການເຮັດວິໄຈຄັ້ງຕໍ່ໄປນີ້:

-ຄວນສຶກສາຂໍ້ມູນໃຫ້ລະອຽດກ່ອນສຶກສາສະພາບບັນຫາ.

-ເອົາໃຈໃສ່ໃນແຕ່ລະຂັ້ນຕອນດຳເນີນວິໄຈ.

-ຄວນປຶກສາ ຫຼື ຜູ້ທີ່ມີປະສົບການໃນການວິໄຈ.

-ຄູຄວນໃຊ້ສື່ການສອນໃຫ້ຫຼາຍຂຶ້ນໂດຍສະເພາະແມ່ນການທົດລອງ.

-ສະເໜີໃຫ້ຫົວໜ້າສາຍຄະນິດສາດລົງຕິດຕາມຄູສອນວິຊາ ຄະນິດສາດ ຕື່ມ.

8.ເອກະສານອ້າງອີງ

ທອງເຄນ ຄຳສຸກຖາວົງ ແລະ ພິມມະສອນ ວໍລະຍຸດ, ວິທີສອນຄະນິດສາດ 1 , ພິມທີ່ Nhan Dan Printing House HCMC , ປີ 2008

ທອງເຄນ ຄຳສຸກຖາວົງ ແລະ ສຸກສາຄອນ ພຸດທະວົງ, ວິທີສອນຄະນິດສາດ 4 , ພິມທີ່ Nhan Dan Printing

House HCMC, ປີ 2009

ຫຸມພັນ ປ. ສະຫວັດດີ ແລະ ຄະນະ, ຄະນິດສາດມັດທະຍົມປີທີ 1 , ພິມທີ່ ບໍລິສັດ ລັດວິສາຫະກິດ

ໂຮງພິມສຶກ ສາ, ປີ 2011

ວິລະເລີດ ສະພົງທອງ ແລະ ສີສົມພູ ລາວຽງວົງ , ຄູ່ມືຄູຄະນິດສາດມັດທະຍົມປີທີ 1, ພິມທີ່

PiTAMBRA ( ປະເທດອິນເດຍ ), ປີ 2012