ຮີດ ແປວ່າ: ແບບຢ່າງ ຫລື ປະ­ເພນີທີ່ເຄີຍປະ­ພຶດ­ສືບ­ທອດ­ກັນ­ມາແຕ່­ບູຮານນະ­ການ ຈົນເຖິງ­ປັດ­ຈຸບັນ ໃນ­ພາ­ສາເວົ້າ
ແລະ­ ພາ­ສາ­ຂຽນ ເພິ່ນ­ນິຍົມເວົ້າ ແລະ­ ຂຽນ­ຄໍາວ່າ: “ຮີດ­ຄອງປະ­ເພນີ” (ຈາ­ຮີດ­ນິຍົມ) ລວມເຂົ້າກັນເປັນ­ຄໍາດຽວ 
ຄໍາວ່າ “ຂະ­ນົບ­ທໍານຽມ” ແປເອົາໃຈຄວາມແລ້ວ ກໍແມ່ນປະ­ເພນີທີ່ເຄີຍປະ­ຕິບັດ­ສືບ­ທອດ­ກັນ­ມານັ້ນເອງ. 
ຮີດ­ມາ­ຈາກ­ຄໍາບາ­ລີ ວ່າ: “ຈາ­ປິດຕະ­” ເປັນໄດ້­ທັງ­ຄໍານາມ ແລະ­ ຄໍາກິລິຍາ. 
ຮີດ 12 ຫມາຍເຖິງປະ­ເພນີ ພິທີກໍາ (ຫລືການເຮັດ­ບຸນປະ­ຈໍາເດືອນ) ຂອງປະ­ຊາ­ຊົນ­ລາວບັນ­ດາເຜົ່າໃນ 12 
ເດືອນ ເປັນ­ຕົ້ນແມ່ນ. 
1. ເດືອນ­ຈຽງ ຈະ­ມີພິທີລ້ຽງ­ຜີຟ້າ­ຜີແຖນ ນິຍົມພະ­ສົງ­ອົງຄະ­ເຈົ້າເຂົ້າ­ປະ­ລິວາດສະ­ກໍາ. 
2. ເດືອນ­ຍີ່ ຈະ­ມີພິທີເຮັດ­ບຸນເຂົ້າ­ຄູນ­ລານ (ບຸນ­ກິນ­ຈຽງ) ເຜົ່າມົ້ງ ບຸນງະ­ ບຸນລະ­ປຶມ (ລາວເທິງ ພາກໃຕ້) ບຸນ 
ກະ­ເລີ (ລາວເທິງ ພາກເຫນືອ). 
3. ເດືອນ­ສາມເພັງ ເຮັດ­ບຸນເຂົ້າ­ຈີ່-ບຸນ­ມາ­ຄະ­ບູຊາ ບຸນ­ວັດ­ພູ ຈໍາ­ປາ­ສັກ. 
4. ເດືອນ­ສີ່ ເຮັດ­ບຸນພະ­ເວດ ຫລື ບຸນມະ­ຫາ­ຊາດ. 
5. ເດືອນຫ້າ ເຮັດ­ບຸນ­ປີໃຫມ່­ລາວ ຫລື ບຸນ­ກຸດ­ສົງ­ການ 
6. ເດືອນ­ຫົກ ເຮັດ­ບຸນ­ວິສາ­ຂະ­ບູຊາ ແລະ­ ບຸນ­ບັ້ງໄຟ. 
7. ເດືອນເຈັດ ເຮັດ­ບຸນເບີກ­ຊໍາ­ລະ­ບ້ານ ແລະ­ ລ້ຽງ­ປູ່­ຕາ (ກຽມເຮັດໄຮ່ເຮັດ­ນາ). 
8. ເດືອນແປດ ເຮັດ­ບຸນເຂົ້າ­ພັນ­ສາ. 
9. ເດືອນເກົ້າ ເຮັດ­ບຸນເຂົ້າ­ປະ­ດັບ­ດິນ 
10. ເດືອນ­ສິບ ເຮັດ­ບຸນເຂົ້າ­ສະ­ຫລາກ. 
11. ເດືອນ­ສິບເອັດ ເຮັດ­ບຸນ­ອອກ­ພັນ­ສາ. 
12. ເດືອນ­ສິບ­ສອງ ເຮັດ­ບຸນກະ­ຖິນ ບຸນພຣະ­ທາດຫລວງ (ເຊິ່ງ­ບຸນປະ­ຈໍາເດືອນ­ທີ່ກ່າວມານັ້ນ ແມ່ນ­ຖືເອົາ 
ຕາມເດືອນ­ລາວ ບໍ່ແມ່ນເດືອນ­ສາກົນ). 

☺☻☺ ຄອງ 14 ສໍາ­ລັບ­ຄົນ­ທົ່ວໄປ 

1. ເມື່ອພຶດ­ພັນ­ທັນ­ຍາ­ຫານ ເຂົ້າເປັນ­ຮວງ ຕົ້ນໄມ້ເປັນຫມາກ ແລະ­ ພຶດ­ອອກ­ຜົນ ຕົນຢ່າ­ຟ້າວກິນກ່ອນ ໃຫ້ເອົາໄປທໍາບຸນໃຫ້­ທານ ແກ່­ຜູ້­ຊົງ­ສິນ ແລະ­ ຜູ້­ທີ່­ມີອູບປະ­ລະ­ຄຸນ­ສາກ່ອນ ແລ້ວຕົນເອງ­ຈຶ່ງຄ່ອຍ­ກິນ­ທີຫລັງ; 

2. ຢ່າ­ພາກັນໂລບ­ຕາ­ຊັ່ງ­ຕາ­ຊິງ, ຢ່າ­ພາກັນເຮັດ ແລະ­ ຈ່າຍເງິນ­ປອມແປງ, ຢ່າ­ພາກັນກ່າວຄໍາ­ຫຍາບຊ້າ, ກ້າແຂງ ຕໍ່­ກັນ ແລະ­ ກັນ; 

3. ໃຫ້­ພາກັນເຮັດ­ຮົ້ວ ແລະ­ ກໍາແພງອ້ອມ­ວັດ­ວາອາ­ຮາມ ແລະ­ ອາ­ຄານ­ສາ­ທາ­ລະ­ນະ­ ແລະ­ ເຮັດ­ຮົ້ວບ້ານເຮືອນ­ຂອງ­ຕົນ; 

4. ກ່ອນຈະ­ຂຶ້ນເຮືອນໃຫ້ລ້າງ­ຕີນເສຍກ່ອນ ແລະ­ ໄປເຮືອນ­ອື່ນ­ຄວນ­ຮັບອະ­ນຸຍາດ­ຈຶ່ງເຂົ້າ; 

5. ເມື່ອເຖິງ­ສິນ 8 ສິນ 15 ຄ່ໍາ ໃຫ້­ພາກັນ­ສົມ­ມາ­ຜູ້­ມີອູບປະ­ລາ­ຄຸນ ກ້ອນເຂົ້າ­ຄີໄຟຂັ້ນໄດ ແລະ­ ປະ­ຕູເຮືອນ, ປະ­ຕູບ້ານ; 

6. ກ່ອນເຂົ້ານອນ­ຄວນ­ອາບນ້ໍາ ແລະ­ ພາວະ­ນາເສຍກ່ອນ­ຈຶ່ງ­ນອນ; 

7. ເມື່ອເຖິງ­ວັນ­ສິນ 15 ຄ່ໍາ ໃຫ້ແຕ່ງ­ຂັນ­ດອກໄມ້ ມີທູບ­ທຽນ­ບູຊາ­ພະ­ ແລະ­ ຜົວຂອງ­ຕົນ ເພື່ອຂໍອະ­ໄພເຊິ່ງ­ກັນ ແລະ­ ກັນ ແລະ­ ຄວນ­ຖວາຍ ດອກໄມ້­ທູບ­ທຽນໃຫ້ແກ່ພະ­ອົງເພື່ອລົງ­ອຸໂປສົດ; 

8. ເມື່ອເຖິງ­ສິນ­ດັບ - ສິນເພັງໃຫ້­ນິມົນພະ­ອົງ­ມາ­ສູດ­ມົງ­ຄົນເຮືອນ­ຮຸ່ງເຊົ້າມາ ໃຫ້­ທໍາບຸນໃສ່ບ້ານ­ຖວາຍ­ສັງຄະ­ທານ; 

9. ເມື່ອພະ­ອົງ­ມາບິນພະ­ບາດຢ່າໃຫ້ເພິ່ນ­ຄອຍຖ້າ ເວລາໃສ່­ບາດ ບໍ່ໃສ່ເກີບ, ບໍ່­ກັ້ງ­ຄັນ­ຮູ້ມ, ບໍ່ເອົາ­ຜ້າ­ປົກ­ຫົວ, ບໍ່­ອູ້ມ­ລູກ­ອູ້ມຫລານ; 

10. ເມື່ອພະ­ອົງເຂົ້າ­ປະ­ຣິວະ­ສະ­ກັນ ໃຫ້­ມີຂັນ­ດອກໄມ້ ທູບ­ທຽນ ແລະ­ ບໍລິຂານໄປຖວາຍເພິ່ນ; 

11. ເມື່ອເຫັນພະ­ອົງ­ກາຍ­ມາໃຫ້­ນັ່ງ­ລົງ ແລ້ວຈຶ່ງຄ່ອຍເຈລະ­ຈາ; 

12. ຢ່າໄດ້­ຢຽບເງົາເຈົ້າ­ພິກ­ສຸສົງ, ສາມະ­ເນນ, ຕົນ­ສົງ­ສິນ­ບໍລິສຸດ; 

13. ຢ່າເອົາອາ­ທານເງື່ອນໄປທານ ແລະ­ ຢ່າ­ຈົ່ງ­ອາ­ຫານເງື່ອນໄວ້ໃຫ້­ຜົວກິນ. ( ອາ­ຫານ­ທີ່­ກິນ­ບໍ່­ໝົດ ) 

14. ຢ່າເສບ­ກາມມະ­ຄຸນໃນ­ວັນ­ສິນ ວັນ­ສົງ­ການ ແລະ­ ວັດເກີດ­ຂອງ­ຕົນ. ( ນອນຮ່ວມ­ຍິງ ຫລື ຊາຍ ) 

☻☺☻ຄົນ­ບູຮານກ່ອນປະ­ກອບ­ພິທີການຕ່າງໆ­ ເພິ່ນ­ນິຍົມໄລ່­ມື ໄລ່­ຄໍາວ່າມື້ໃດ­ດີ ຊຶ່ງສ່ວນຫລາຍເພິ່ນໄລ່ໂຄງຊ້າງແກ້ວ 

1 ຄ່ໍາ ຊ້າງແກ້ວຂື້ນ­ສູ່ໂຮງ­ຄໍາ 
The white Elephant resides in his golden place ( Good for marriege and start a new home) 

2 ຄ່ໍາ ຜີຟັງ­ທໍາ­ປ່າ­ຊ້າ 
The spilits are listening to the sormons in the cemetery ( someone is dead ) 

3 ຄ່ໍາ ລ້າງ­ມືຄອງ­ກິນ 
Getting ready to eat ( Good for business) 

4 ຄ່ໍາ ປາຍ­ຕີນ­ຕົກ­ຕາກແດດ 
Toes tip in the sunlight ( Minor problems ) 

5 ຄ່ໍາ ຜີແວດລ້ອມ­ວົງເອົາ 
Encircled by spirits ( being in real difficulties ) 

6 ຄ່ໍາ ລົງສະ­ເພົາໄປຄ້າ 
Unanchored the ship for trade affairs ( Good for strat new project and new business ) 

7 ຄ່ໍາ ເຄາະ­ຢູ່ຖ້າ­ຄອງ­ຕົນ 
Bad incidents are waiting ( Might get in to trouble ) 

8 ຄ່ໍາ ຄໍາກັງ­ວົນ­ບໍ່­ມີແລ້ວ 
All the worries still exist ( past problems are not solved ) 

9 ຄ່ໍາ ຖຶກແຮ້ວພະ­ຣາມ 
Being trapped by Brahman’s trap ( Problem with police or authorities ) 

10 ຄ່ໍາ ຫາ­ຄວາມາງາມ­ບໍ່ໄດ້ 
No beautiful at all ( can not do anything beeter ) 

11 ຄ່ໍາ ຂີ້ໄຮ້ເກີດເປັນ­ດີ 
From poverty to prosperrity ( Good for everything ) 

12 ຄ່ໍາ ບໍ່­ມີດີຈັກ­ຢາດ 
Nothing good enough ( fail to satisfy anybody ) 

13 ຄ່ໍາ ຜາບແພ້ຂ້າເສິກ­ສັດ­ຕູ 
Deafeat all the enemies ( win all the problems ) 

14 ຄ່ໍາ ສັດ­ຕູຄິດ­ປອງຂ້າ 
The foes are waiting to get revenge ( Beware of the close friends ) 

15 ຄ່ໍາ ຖ the wicth ( Beware of unexpected accidents