ຮິດ 12


ໃນປີໜຶ່ງໆຊົນເຜົ່າລາວຈະມີການຈັດຕັ້ງປະຕິບັດພິທີກຳ ແລະ ປະຕິບັດດ້ານຄວາມເຊື່ອ ຫຼື ສາສະໜາ ຕົວຢ່າງເຊັ່ນ: ປະເພນີການເຮັດບຸນ 12 ເດືອນ ຫຼື ປະເພນີທີ່ຕ້ອງເຮັດໃນແຕ່ລະເດືອນນັ້ນ ຕັ້ງແຕ່ບູຮານເຄີຍພາກັນເຮັດມາດັ່ງນີ້:

 

1.ເຖິງເດືອນຈຽງມານັ້ນໃຫ້ລ້ຽງຜີມົດ, ຜີໝໍ, ຜີຟ້າ, ຜີແຖນ ແລະ ນິມົນພະສັງຄະເຈົ້າເຂົ້າປະລິວະສະກຳ (ບຸນເຂົ້າກຳ, ພະສົງ, ຄູບາເຂົ້າກຳ)

 

2. ເຖິງລະດູເດືອນຍີ່ ໃຫ້ນິມົນພະສັງຄະເຈົ້າມາຕັ້ງສູດໄຊຍະມຸງຄຸນເອົາບຸນຄຸນເຂົ້າ (ບຸນກອງເຂົ້າ ຫຼື ສູດຂວັນເຂົ້າ)

 

3. ເຖິງເດືອນ 3 ອອກໃໝ່ 3 ຄ່ຳ ບຸນໄຂປະຕູເລົ້າເຂົ້າ, ເດືອນ 3 ເພັງ 15 ຄ່ຳ ໃຫ້ເຮັດທານເອົາບຸນເຂົ້າຈີ່ ແລະ ບຸນມາຄະບູຊາ, ສຳມະເນນຈຳສິນ 10 ແລະ ພະສົງຈຳສິນ 227

 

4. ເຖິງເດືອນ 4 ໃຫ້ຫາດອກໄມ້ມາສັກສະລາບູຊາ ແລະ ເຮັດບຸນຟັງທຳມະເທດສະໝາ ຫຼື ບຸນມະຫາເວສັນຕະລະຊາດົກ (ບຸນພະເວດ) ເປັນຕົ້ນ.

 

5. ເຖິງລະດູເດືອນ 5 ສັງຂານໃໝ່ມານັ້ນໃຫ້ນິມົນພະສົງອົງຄະເຈົ້າຕັ້ງສູດໄຊຍະມຸງຄຸນ. ຮຸ່ງເຊົ້າເປັນມື້ເນົາ ໃຫ້ມາກັນເຮັດບຸນໃຫ້ທານເຂົ້ານ້ຳໂພຊະນາຫານ ໃຫ້ສັງຄະເຈົ້າຜູ້ມີສິນແລ້ວຂໍສົມມາຄະລະວະພະພຸດທະຮູບ, ພະທຳມະເຈົ້າ, ພະສັງຄະເຈົ້າ, ພໍ່ແມ່ເຖົ້າແກ່ ແລະ ຜົວແຫ່ງຕົນ; ປະການໜຶ່ງປຸກຜາມໄຊກາງບ້ານ ແລະ ນິມົນພະສັງຄະເຈົ້າມາຕັ້ງສູດໄຊຍະມຸງຄຸນ 7ມື້ 7ຄືນ ແລະ ໃຫ້ເຮັດທານຖະຫວາຍນ້ຳ ໂພສະນາຫານແກ່ພະສົງແລ້ວພາກັນແຕ່ງຄືນກີຍາບູຊາເບີກສົ່ງຜີບໍລິສາດ ຄືໃຫ້ປຸກຮ້ານໄວ້ 4 ແຈຂອງບ້ານແລ້ວນິມົນພະສົງຄະເຈົ້າມາສູດ ພະຍາທັງ 4 ໃສ່ໃນຮ້ານນັ້ນ ແລະ ມີຝ້າຍພະມະຈາລີຍັງ (ຝ່າຍມຸງຄຸນ) ໄວ້ອ້ອມບ້ານຄັນເຖິງວັນຖ້ວນ 7 ນັ້ນໃຫ້ເອົາ ບາດ 7 ໜ່ວຍໃສ່ນ້ຳມົນ ແລ້ວໃຫ້ພະສົງສູດອ້ອມບ້ານຫວ່ານແຮ່ຊາຍໄປນຳພ້ອມກັບການສູດນ້ຳມົນ ແລະ ໃຫ້ຂຽນກະຖາພະເຈົ້າ 5 ພະອົງຕິດ ຫຼື ແຂວນໄວ້ປະຕູບ້ານວ່າດັ່ງນີ້: "ອະອຸເອ ວະນະວະວະນະນະມະອະອຸນະໂມ ພຸດທະໂຍ ໃຫ້ຮັກສາໄວ້ແຕ່ 3 ມື້ ຫາ 7 ມື້ ຄົນໃນບໍ່ໃຫ້ອອກຄົນນອກບໍ່ໃຫ້ຂົ້າ. 7 ມື້ນັ້ນຄືໃຫ້ຊື້ຂາຍສິ່ງຂອງນຳກັນທີ່ນອນບ້ານເຮືອນແຫ່ງຕົນ.

 

6. ເຖິງເດືອນ 6 ໃຫ້ເຮັດພຸດທະພິເສກຫົດສົງພະພຸດທະຮູບເຈົ້າ ແລ້ວເຊີນເອົາພະພຸດທະຮູບຂື້ນແທ່ນບັນລັງຕາມເດີມ ຫຼື ທຳບຸນບວດຫົດ ແລະ ບຸນວິສາຄະບູຊາ

 

7.ເຖິງລະດູເດືອນ 7 ໃຫ້ບູຊາເທວະດາອາລັກລ້ຽງມະເຫສັກຫຼັກບ້ານ, ຫຼັກເມືອງ ແລະ ໃຫ້ເຮັດພິທີເບີກສຳລະຂັບໄລ່ຂີ້ດຽດຈັງໄຮ, ແນວບໍ່ດີບໍ່ງາມ ຊຶ່ງອາດຈະເກີດຂື້ນ. 

 

8. ເຖິິງລະດູເດືອນ 8 ອອກໃໝ່ 15 ຄ່ຳ ແລະ ແຮມ 1 ຄ່ຳ ບຸນເຂົ້າພັນສາ ໃຫ້ນິມົນພະສົງເຂົ້າພັນສາ ແລ້ວປ່າວເຕືອນຍາດຕິພີ່ນ້ອງເອົາເຜິ້ງມາຕີທຽນເຫຼັ້ມໃຫຍ່ ຖວາຍແດ່ພະສົງຄະເຈົ້າ ແລະ ຖວາຍນ້ຳໂພຊະນາຫານ ຟັງທຳມະເທດສະໜາຕາມສັດທາ

 

9. ເຖິງເດືອນ 9 ດັບໃຫ້ເຮັດບຸນເຂົ້າປະດັບດິນ, ເຮັດຕົ້ນກະລາພຶກ ນິມົນເອົາພະສົງຄະເຈົ້າສູດໄຊຍະມຸງຄຸນ ຮຸ່ງເຊົ້າຈຶ່ງເອົາເຂົ້າປະດັບດິນໄປຢາຍໄວ້ຕາມດິນຕາມຫຍ້າ ອຸທິດຝາກໃຫ້ຍາດພີ່ນ້ອງ ແລະ ເພດຜີທັງຫຼາຍ ແລະ ຖວາຍແດ່ພະສັງຄະເຈົ້າ

 

10. ເຖິງລະດູເດືອນ 10 ເພັງ ໃຫ້ເຮັດບຸນເຂົ້າສະຫຼາກ ຝາກໄປຫາຍາດພີ່ນ້ອງ ແລະ ເທວະດາອາຮັກທັງຫຼາຍຊຶ່ງໃນພາເຂົ້າຈະຂຽນສະຫຼາກໃສ່

 

11. ເຖິງເດືອນ 11 ເພັງໃຫ້ນິມົນພະສັງຄະເຈົ້າພະສົງອອກວັດສາ ແລະ ທຳການບາສີພະພິຂຸສຳມະເນນ ຖວາຍນ້ຳໂພຊະນາຫານ ແລະ ຜ້າຈຳພັນສາແກ່ພະສົງ ແລ້ວນິມົນທານໃຫ້ຢູ່ຕໍ່ໄປເພື່ອໃຫ້ຈຳພັນສາໃນປີໜ້າ

 

12. ຕັ້ງແຕ່ເດືອນ 11 ແຮມ 1 ຄ່ຳຫາເດືອນ 12 ເພັງ ໃຫ້ພ້ອມກັນເຮັດບຸນກະຖິນ ຖວາຍອັດຖະບໍລິຂານແກ່ພະສັງຄະເຈົ້າ. ບຸນມະຫາກະຖິນແມ່ນບຸນກຸສົນເປັນບຸນໃຫຍ່, ຕ້ອງມີການຫ້າງຫາກະກຽມໃນເວລາອັນຍາວນານສົມຄວນ ເປັນການທານໃຫຍ່. ບຸນກະຖິນວັດໜຶ່ງຈະຮັບມະຫາກະຖິນໄດ້ພຽງ 1 ກອງເທົ່ານັ້ນ. ໃນວັດນັ້ນຕ້ອງມີພະສົງແຕ່ 5 ອົງຂື້ນໄປ ຈຶ່ງສາມາດຮັບກະຖິນໄດ້ ການຖວາຍມະຫາກະຖິນໃນກອງມະຫາກະຖິນຕ້ອງປະກອບມີຜ້າໄຕ, ບາດ 1 ໜ່ວຍ, ເວລາພະສົງຮັບເອົາມະຫາກະຖິນແລ້ວ ພະສົງຕ້ອງທະລົງຜ້າຮອດເດືອນ 4 ເພັງ.

 

คำสำคัญ (Tags): #ວັນທອງ
หมายเลขบันทึก: 556555เขียนเมื่อ 16 ธันวาคม 2013 13:22 น. ()แก้ไขเมื่อ 16 ธันวาคม 2013 13:22 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท