ການເສີມທັກສະການຄູນເຂົ້າໃນການຄູນເລກສ່ວນກັບເລກສ່ວນຂອງນັກຮຽນຫ້ອງ ມ 2

   I.      ບົດນຳ

1.1       ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

                ຄະນິດສາດເປັນໜຶ່ງໃນວິຊາຮຽນທີ່ເປັນເຄື່ອງມືຂອງການຮຽນຮູ້, ການຮຽນ-ການສອນ ຄະນິດສາດຢູ່ຊັ້ນມັດທະຍົມແມ່ນແນໃສ່ເຮັດໃຫ້ນັກຮຽນມີຄວາມຮູ້ຄວາມເຂົ້າໃຈຄະນິດສາດພື້ນຖານ, ມີທັກສະຂະບວນການທາງຄະນິດສາດ, ພັດທະນາຄວາມສາມາດໄຕ່ຕອງຄື ການສັງເກດ, ການວິເຄາະ, ການຄິດແບບອຸປະມານ ແລະ ຊຸກຍູ້ຈິນຕະນາການ ເຮັດໃຫ້ນັກຮຽນມີການປ່ຽນແປງພຶດຕິກຳທັງສາມດ້ານຄື: ດ້ານຄວາມຮູ້, ດ້ານການກະທຳ ແລະ ດ້ານຄວາມຮູ້ສຶກ. ການສອນຄະນິດສາດແມ່ນເຮັດໃຫ້ຜູ້ຮຽນປະພຶດຕົນເອງເໜືອນນັກຄະນິດສາດ, ໂດຍເອົາບັນຫາໃຫ້ນັກຮຽນແກ້ ແລະ ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນຈະບໍ່ພຽງພໍເພື່ອການແກ້ໄຂບັນຫາທີ່ຄູວາງອອກ. ດັ່ງນັ້ນນັກຮຽນຈະຕ້ອງອີງໃສ່ຄວາມຮູ້ທີ່ນັກຮຽນມີແລ້ວນັ້ນເພື່ອຈຳແນກ, ຈັດກຸ່ມຫາຄວາມສຳພັນອັນໃໝ່, ຊອກຮູ້, ວາງຂໍ້ສົມມຸດ ແລະ ກວດຄືນເພື່ອແກ້ບັນຫາໂດຍຜູ້ສອນເປັນຜູ້ແນະນຳ ແຕ່ບໍ່ເປັນຜູ້ແກ້ບັນຫາຕາງນັກຮຽນ. [1]

                ໂຮງຮຽນມັດທະຍົມຕອນຕົ້ນບ້ານນາເມັກແມ່ນໂຮງຮຽນໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການເມືອງຄົງເຊໂດນ ແຂວງສາລະວັນ ໄດ້ຮັບນັກຮຽນຈາກ 14 ໝູ່ບ້ານ, ສົກຮຽນ 2012-2013 ມີຄູສອນທັງໝົດ 11 ຄົນ, ຍິງ 3 ຄົນ

ແລະ ນັກຮຽນມີທັງໝົດ 151 ຄົນ, ຍິງ 61 ຄົນ.

                ສະພາບການຮຽນ-ການສອນຜ່ານມາໂຮງຮຽນມັດທະຍົມຕົ້ນບ້ານນາເມັກໄດ້ຈັດການຮຽນ-ການສອນໄປຕາມຫຼັກສູດໂດຍສະເພາະແມ່ນການອະທິບາຍຍ້ອນວ່າໂຮງຮຽນມີການຈັດການຮຽນ-ການສອນໃນລາຍວິຊາຈຶ່ງພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ນັກຮຽນຈຳນວນໜຶ່ງ ບໍ່ສົນໃຈວິຊາຄະນິດສາດ ສະແດງອອກໃນເວລາມອບກິດຈະກຳໃຫ້ນັກຮຽນເຮັດ, ເຂົາບໍ່ສົນໃຈເຮັດກິດຈະກໍາຮ່ວມໜູ່, ບໍ່ຕອບຄຳຖາມຄູ ແລະ ບໍ່ແກ້ເລກທີ່ຄູມອບໃຫ້ ດັ່ງນັ້ນຈຶ່ງມີຄວາມສຳຄັນ ແລະ ຈຳເປັນຕ້ອງປັບປຸງວິທີສອນ, ການສ້າງກິດຈະກຳຄະນິດສາດເພື່ອເຮັດໃຫ້ຜູ້ຮຽນມີສ່ວນຮ່ວມ, ແລກປ່ຽນບົດຮຽນ ສ້າງແຮງຈູງໃຈຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ນັກຮຽນ ມ 2 ໄດ້ເຂົ້າຮ່ວມກິດຈະກຳຕ່າງໆທາງຄະນິດສາດທີ່ຄູໄດ້ຈັດຂຶ້ນທຸກຄັ້ງ.

               ການຮຽນ-ການສອນວິຊາຄະນິດສາດໂດຍສະເພາະແມ່ນ ການຄູນເລກສ່ວນກັບເລກສ່ວນແມ່ນມີຄວາມສຳຄັນຫຼາຍທີ່ສຸດໃນການດຳລົງຊີວິດປະຈຳວັນ.

              ເພື່ອແກ້ໄຂບັນຫາທີ່ກ່າວມາຂ້າງເທິງນັ້ນ, ຂ້າພະເຈົ້າຜູ້ວິໄຈຈຶ່ງໄດ້ຕົກລົງກັນກັບຄູ່ຮ່ວມງານກຳນົດຫົວຂໍ້ວິໄຈວ່າ ການເສີມທັກສະການຄູນເຂົ້າໃນການຄູນເລກສ່ວນກັບເລກສ່ວນຂອງນັກຮຽນຫ້ອງ ມ 2 “

1.2      ຈຸດປະສົງ

-       ເພື່ອໃຫ້ນັກຮຽນນຳໃຊ້ນິຍາມ ແລະ ຄຸນລັກສະນະເຂົ້າໃນການຄູນເລກສ່ວນກັບເລກສ່ວນໄດ້.

-       ເພື່ອເປັນການປັບປຸງການຮຽນ-ການສອນ ການຄູນເລກສ່ວນໃຫ້ເລກສ່ວນໃຫ້ມີປະສິດທິພາບດີຂຶ້ນໄດ້

 

 

 

II.ວິທີດຳເນີນການວິໄຈ

2.1 ​ການສຶກສາສະພາບບັນຫາ

           ເພື່ອເກັບກໍາຂໍ້ມູນໃຫ້ລະອຽດ ແລະ ມີຄວາມຊັດເຈນກວ່າເກົ່າຂ້າພະເຈົ້າຈິ່ງໄດ້ສົນທະນາປຶກສາຫາລືກັບຄູສອນປະຈຳວິຊາຄະນິດສາດເພື່ອຊອກຫາສາຍເຫດຂອງບັນຫາທີ່ເກີດຂຶ້ນກັບນັກຮຽນ 2 ຄົນ, ທີ່ ຄູນເລກສ່ວນກັບເລກສ່ວນບໍ່ໄດ້. ຂ້າພະເຈົ້າໄດ້ເຂົົ້າສັງເກດການສອນວິຊາຄະນິດສາດຢູ່ຫ້ອງ ມ 2 ບົດທີ 7 ການຄູນເລກສ່ວນ

ຄັ້ງທີ 1

   ຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນໃນວິຊາ ຄະນິດສາດ ບົດທີ 7 ການຄູນເລກສ່ວນ, ຜ່ານການສັງເກດການຮຽນ-ການສອນໄດ້ພົບເຫັນບັນຫາທີ່ເກີດຂຶ້ນດັ່ງນີ້:

-       ນັກຮຽນຈຳນວນໜຶ່ງຂຶ້ນຫ້ອງບໍ່ທັນເວລາ

-       ນັກຮຽນຄູນເລກສ່ວນບໍ່ໄດ້

-       ນັກຮຽນບໍ່ຕັ້ງໃຈຟັງຄູອະທິບາຍບົດຮຽນ

-       ນັກຮຽນຢອກກັນໃນເວລາຮຽນ

-       ນັກຮຽນຂາດຄວາມກ້າຫານໃນການຕອບຄຳຖາມຄູ

-       ນັກຮຽນເຂົ້າ ແລະ ອອກໂດຍບໍ່ໄດ້ຮັບຄຳອະນຸຍາດ

ຄັ້ງທີ 2:

       ຂ້າພະເຈົ້າໄດ້ເຂົ້າຮ່ວມໂມງສອນຢູ່ຫ້ອງ ມ2 ວິຊາຄະນິດສາດບົດທີ 7 ການຄູນເລກສ່ວນ (  ຕໍ່ ) ດັ່ງນີ້:

-       ນັກຮຽນມັກຢອກກັນໃນເວລາຮຽນ

-       ນັກຮຽນບໍ່ຕັ້ງໃຈຟັງຄຳອະທິບາຍຂອງຄູ

-       ນັກຮຽນບໍ່ສາມາດຄູນເລກສ່ວນໄດ້

    ໃນການເຂົ້າຮ່ວມໂມງສອນສອງຄັ້ງນີ້ສັງເກດເຫັນວ່ານັກຮຽນຈໍານວນຫຼາຍມີຄວາມຕັ້ງໝ້າ ແລະ ປະກອບສ່ວນໃນການຮຽນ, ມີຄວາມເປັນກັນເອງ, ນັກຮຽນມີການສົນທະນາຮ່ວມກັນແຕ່ມີນັກຮຽນຈຳນວນໜຶ່ງວົນແຊວ, ບໍ່ຟັງຄູອະທິບາຍ, ຕອບຄຳຖາມຄູບໍ່ໄດ້, ແກ້ເລກບໍ່ໄດ້ ແລະ ບາງຄັ້ງກໍບໍ່ອອກມາແກ້ເລກໃນເວລາຄູເອີ້ນ.

     ນອກຈາກການສັງເກດການສອນແລ້ວ ຂ້າພະເຈົ້າຍັງໄດ້ສໍາພາດຄູປະຈໍາວິຊາ ແລະ ຄູຜູ້ສອນໄດ້ມີຄຳເຫັນວ່ານັກຮຽນ 2 ຄົນບໍ່ຕັ້ງໃຈຮຽນ, ບໍ່ມັກຄົ້ນຄວ້າ, ບໍ່ມັກຕອບຄຳຖາມ ແລະ ບໍ່ອອກມາແກ້ເລກຢູ່ກະດານເວລາຄູເອີ້ນ.

    ຈາກການສໍາພາດນັກຮຽນພົບເຫັນວ່າ: ຜ່ານການປະຕິບັດກິດຈະກຳຕ່າງໆຈາກຄູແມ່ນເພິ່ນແນະນຳບາງຈຸດ ແລະ ເວລາຮຽນໃນຫ້ອງຄູໄດ້ຈັດກິດຈະກຳຕ່າງໆຄື: ຈັດກຸ່ມ, ເປັນບຸກຄົນ. ໃນການປະຕິບັດເປັນກຸ່ມແມ່ນມີຄວາມຫຍຸ້ງຍາກເພາະວ່າມີແຕ່ນັກຮຽນເກັ່ງເປັນຄົນປະຕິບັດ ຍ້ອນວ່າຢ້ານບໍ່ທັນເວລາທີ່ຄູກຳນົດໄວ້ ບາງເທື່ອກໍເຮັດຄົນດຽວສ່ວນນັກຮຽນທີ່ຮຽນອ່ອນແມ່ນນັ່ງເສີຍຢູ່ແຕ່ຄູໃຫ້ຄະແນນກຸ່ມເທົ່າກັນ ສຳລັບການສອນຂອງຄູແມ່ນເພິ່ນສອນເຂົ້າໃຈດີແຕ່ເພິ່ນໃຫ້ຕົວຢ່າງທີ່ມີແຕ່ໃນປຶ້ມເທົ່ານັ້ນສິ່ງທີ່ໄດ້ຄົ້ນພົບທີ່ກ່າວມາຂ້າງເທິງນັ້ນ ຂ້າພະເຈົ້າຈິ່ງໄດ້ກຳນົດເອົາບັນຫາດັ່ງນີ້: ນັກຮຽນບໍ່ສາມາດຄູນເລກສ່ວນກັບເລກສ່ວນເຊິ່ງມີສາເຫດມາຈາກນັກຮຽນນຳໃຊ້ຫຼັກການເຂົ້າໃນການແກ້ບົດເລກບໍ່ໄດ້.

    ສະນັ້ນຂ້າພະເຈົ້າຈິ່ງຕັ້ງຂໍ້ວິໄຈວ່າ : “ ການເສີມທັກສະການຄູນເຂົ້າໃນການຄູນເລກສ່ວນກັບເລກສ່ວນຂອງນັກຮຽນຫ້ອງມ2 ດັ່ງນັ້ນຂ້າພະເຈົ້າຈິ່ງຕັ້ງຄໍາຖາມວ່າ: ພວກເຮົາຈະເຮັດແນວໃດ? ເພື່ອໃຫ້ນັກຮຽນຫ້ອງ ມ 2 ຈຳນວນ 2 ຄົຄູນເລກສ່ວນກັບເລກສ່ວນໄດ້.

2.2 ວາງແຜນ

       ພາຍຫຼັງທີ່ສຶກສາສະພາບບັນຫາ ແລະ ໄດ້ຫົວຂໍ້ເປັນທີ່ຮຽບຮ້ອຍແລ້ວໃນວັນທີ 25 / 1 / 2012 ຜູ່ວິໄຈປຶກສາຫາລືກັບຄູ່ຮ່ວມງານເພື່ອວາງແຜນຊອກຫາວິທີແກ້ໄຂລາຍລະອຽດຂອງແຜນດັ່ງນີ້:

-       ສ້າງຄຳຖາມສອດຄ່ອງກັບເນື້ອໃນບົດຮຽນ

-       ຕິດຕາມແນະນຳນັກຮຽນກຸ່ມເປົ້າໝາຍໃນເວລາເຮັດກິດຈະກຳ

-       ໃຫ້ນັກຮຽນເປົ້າໝາຍອອກແກ້ເລກຢູ່ກະດານ

-       ສ້າງແບບທົດສອບ

-       ນຳພານັກຮຽນໃຊ້ຄຸນລັກສະນະຂອງເລກສ່ວນເຂົ້າໃນການຄູນ

  2.3  ປະຕິບັດ ແລະ ສັງເກດ

       ເມື່ອໄດ້ກຳນົດແຜນສຳເລັດແລ້ວຂ້າພະເຈົ້າໄດ້ກຳນົດເອົາແຜນທີ່ວາງໄວ້ປະຕິບັດໃນການຈັດການຮຽນ-ການສອນດັ່ງນີ້ໄດ້ດຳເນີນໃນຄັ້ງວັນທີ 1/11/2012 ຂຶ້ນຫ້ອງສິດສອນວິຊາຄະນິດສາດ ບົດທີ 7 ( ຕໍ່ ) ການຄູນເລກສ່ວນ ກ່ອນການເຂົ້າສູ່ບົດຮຽນຄູໄດ້ທວນຄືນບົດຮຽນເກົ່າໂດຍຄູຕັ້ງບັ້ງເລກໃສ່ກະດານໃຫ້ນັກຮຽນອອກມາແກ້ດັ່ງນີ້  ນັກຮຽນເກັ່ງອອກແກ້ ຫຼັງຈາກນັ້ນກໍເລີ່ມສອນບົດໃໝ່ຄູອະທິບາຍວິທີໂດຍເນັ້ນຫຼັກການໃນການຄູນເລກສ່ວນ ແລະ ແນະນຳນັກຮຽນກຸ່ມເປົ້າໝາຍເປັນພິເສດຈາກນັ້ນຄູກໍໄດ້ຂຽນຫຼັກເກນໃນການຄູນເລກສ່ວນກັບເລກສ່ວນຄື:

 ແລະ ທັງອະທິບາຍຫຼັກເກນໃຫ້ນັກຮຽນຟັງ ຄູສະເໜີໃຫ້ນັກຮຽນບັນທຶກໄວ້ໃສ່ປຶ້ມ ຫຼັງຈາກນັ້ນຄູໄດ້ເຮັດເປັນຕົວຢ່າງໃຫ້ນັກຮຽນສັງເກດເບິ່ງ ດັ່ງນີ້:   ຄູຕັ້ງບັ້ງເລກໃຫ້ນັກຮຽນອາສະໜັກອອກມາແກ້  1.

ນັກຮຽນ 2 ຄົນຮຽນຂ້ອນຂ້າງເກັ່ງແດ່ ອອກມາແກ້ເຫັນວ່າຖືກຕ້ອງ ຕໍ່ມາຄູໄດ້ເອີ້ນນັກຮຽນກຸ່ມເປົ້າໝາຍທັງສອງຄົນກໍ່ອອກມາແກ້ຢູ່ກະດານຜູ່ລະ 1 ຂໍ້ ດັ່ງນີ້:

ສຳເລັບຄົນທີ 1

1.    

ສໍາລັບຄົນທີ 2

2.   

ນັກຮຽນ 2 ຄົນ, ສາມາດແກ້ເລກໄດ້ຢ່າງຖືກຕ້ອງ, ຄູໄດ້ເຮັດການທົດສອບ, ນັກຮຽນໝົດທຸກຄົນ, ເຊິ່ງເນື້ອໃນບົດສອບນັ້ນແມ່ນຄ້າຍຄືກິດຈະກຳຂ້າງເທິງເຊັ່ນ: ຈົ່ງຄິດໄລ່ເລກສ່ວນລຸ່ມນີ້:

1.

ຄູເອົາບົດທົດສອບມາກວດເຫັນວ່ານັກຮຽນກຸ່ມເປົ້າໝາຍສາມາດແກ້ໄດ້ຖືກຕ້ອງໝົດທຸກຂໍ້ ສະນັ້ນ ຂ້າພະເຈົ້າຜູ່ວິໄຈສາມາດເວົ້າໄດ້ວ່ານັກຮຽນໃນກຸ່ມເປົ້າໝາຍທັງ 2 ຄົນ, ຄູນເລກສ່ວນໄດ້ຖືກຕ້ອງແລ້ວ.

2.4     ສະທ້ອນຄືນ:

ຜົນຂອງການປະຕິບັດຕາມແຜນຄັ້ງນີ້ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນປ່ຽນແປງພຶດຕິ

ກຳດີຂຶ້ນ ນັກຮຽນສາມາດຄູນເລກສ່ວນກັບເລກສ່ວນໄດ້ດ້ວຍຕົນເອງຈາກຜົນການທົດສອບ.

              ຜົນການທົດສອບດັ່ງກ່າວເຫັນໄດ້ວ່າ: ນັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນ, ສາມາດການຄູນເລກສ່ວນກັບເລກສ່ວນໄດ້ ນອກນັ້ນ ຜົນການທົດສອບນັກຮຽນຍັງສາມາດເປັນເຄື່ອງມືຊ່ວຍເຂົ້າໃນການປັບປຸງວິທີສອນຂອງຄູ, ວິທີຮຽນ ແລະ ທັງເປັນການພັດທະນາຫຼັກສູດວິຊາຄະນິດສາດໂດຍສະເພາະແມ່ນວິຊາຄະນິດສາດຫ້ອງມ 2 ທີ່ເຫັນວ່າການສ້າງກິດຈະກຳຍັງບໍ່ທັນສອດຄ່ອງກັບຄວາມສາມາດຂອງຜູ່ຮຽນເຊັ່ນ: ບົດຮຽນທີ່ກ່ຽວຂ້ອງກັບການຄຳນວນເລກສ່ວນ.

             ການປະຕິບັດ ແລະ ສັງເກດໄດ້ສະທ້ອນໃຫ້ເຫັນວ່າຄູຜູ່ສອນກ່ອນຂຶ້ນຫ້ອງສິດສອນຕ້ອງໄດ້ກະກຽມໃຫ້ລະອຽດເຊັ່ນ: ແຜນການສອນ, ສື່ປະກອບການສອນລວມທັງຫຼັກການ ແລະ ວິທີສອນຂອງຄູໃຫ້ສອດຄ່ອງກັບເນື້ອໃນບົດຮຽນ ແລະ ລະດັບຄວາມຮູ້ຂອງນັກຮຽນພາຍໃນຫ້ອງນັ້ນ ເພື່ອຊ່ວຍການຈັດກິດຈະກຳການຮຽນ-ການສອນບັນລຸຕາມຈຸດປະສົງທີ່ວາງໄວ້.

III.     ສະຫຼຸບ

ຜ່ານການເຮັດບົດລາຍງານການວິໄຈໃນຫົວຂໍ້:   ການເສີມທັກສະການຄູນເຂົ້າໃນການຄູນເລກສ່ວນກັບ

ເລກສ່ວນຂອງນັກຮຽນຫ້ອງ ມ 2   ຈຳນວນ  2 ຄົນ, ທີ່ຄູນເລກສ່ວນບໍ່ໄດ້ໂດຍມີຈຸດປະສົງເພື່ອເຮັດໃຫ້ນັກຮຽນເປົ້າ

ໝາຍມີຄວາມສາມາດໃນການຄູນເລກສ່ວນຕ່າງໆ ແລະ ເພື່ອເຮັດໃຫ້ການຈັດກິດຈະກຳການຮຽນ-ການສອນການຄູນເລກສ່ວນ ເຊິ່ງດຳເນີນການວິໄຈແຕ່ວັນທີ 27/9/2012 ຫາ ວັນທີ 20/12/2012 ການດຳເນີນການວິໄຈແມ່ນໄດ້ປະຕິບັດຕາມຂັ້ນຕອນຂອງການວິໄຈຄື: ການສຶກສາສະພາບບັນຫາ, ການວາງແຜນແກ້ໄຂບັນຫາ, ການປະຕິບັດ ແລະ ສັງເກດ ແລະ ສະທ້ອນຄືນ.

              ຜົນການວິໄຈໄດ້ສະແດງໃຫ້ເຫັນເຖິງໝາກຜົນຂອງການຈັດຕັ້ງປະຕິບັດ, ການວິໄຈທີ່ແທ້ຈິງ ແລະ ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກຫຼາຍພາກສ່ວນຈຶ່ງເຮັດໃຫ້ນັກຮຽນກຸ່ມເປົ້າໝາຍຈໍານວນ 2 ຄົນໄດ້ມີຄວາມສາມາດໃນການຄູນເລກສ່ວນເປັນຢ່າງດີ, ມີຄວາມສົນໃຈຕໍ່ການຮຽນໂດຍສະເພາະແມ່ນການຄູນເລກສ່ວນກັບເລກສ່ວນນັກຮຽນໃນຫ້ອງມີການສົນທະນາກັບໜູ່ຄູ່. ມີຄວາມຫ້າວຫັນຕໍ່ການເຮັດກິດຈະກຳທີ່ຄູມອບໃຫ້.

              ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນຜົນງານການວິໄຈມີຄວາມສໍາເລັດເຖິງແມ່ນວ່າບໍ່ເປັນງານວິໄຈທີ່ໃຫຍ່ແຕ່ມັນແມ່ນໝາກຜົນຂອງຂ້າພະເຈົ້າທີ່ໄດ້ຮຽນຮູ້ການສ້າງກິດຈະກຳທີ່ເຮັດໃຫ້ນັກຮຽນຄິດຢາກຮຽນ ແລະ ມີຄວາມກະຕືລືລົ້ນຕໍ່ການຮຽນຫຼາຍກວ່າເກົ່າທີ່ຜ່ານມາ ຜົນງານການວິໄຈຄັ້ງນີ້ເປັນບົດຮຽນທີ່ລໍ້າຄ່າທີ່ສຸດເພາະມັນຄືການຫາວິທີແກ້ໄຂບັນຫາຂອງນັກຮຽນທີ່ແກ້ເລກສ່ວນບໍ່ໄດ້ ຜູ່ວິໄຈໄດ້ຮຽນຮູ້ວິທີສ້າງກິດຈະກຳສາມາດນຳໃຊ້ຫຼັກເກນຢ່າງສອດຄ່ອງຖືກຕ້ອງ ເຮັດໃຫ້ນັກຮຽນໃນຫ້ອງ ແລະ ນັກຮຽນກຸ່ມເປົ້າໝາຍຄິດຄຳນວນຖືກຕ້ອງທີ່ສຸດເພື່ອໃຫ້ເກີດຄວາມໝັ້ນໃຈໃນການແກ້ບົດເລກ ນອກນັ້ນ ຍັງສະທ້ອນໃຫ້ເຫັນວ່າລະຫວ່າງຄູ ແລະ ນັກຮຽນໃນການຈັດກິດຈະກຳການຮຽນ-ການສອນທີ່ເຮັດໃຫ້ນັກຮຽນມີສ່ວນຮ່ວມໃນການແກ້ໄຂບັນຫາຮ່ວມກັນຢ່າງມ່ວນຊື່ນ ທັງນີ້ກໍ່ເພື່ອເປັນການພັດທະນາການຮຽນຂອງນັກຮຽນແຕ່ລະຄົນໃຫ້ມີສັກກາຍຍະພາບທີ່ດີ ມີຄວາມມານະອົດທົນຕໍ່ການຮຽນດີຂຶ້ນເປັນກ້າວໆ

IV.     ຂໍ້ສະເໜີແນະ

 4.1 ຂໍ້ສະເໜີແນະກ່ຽວກັບຜົນການວິໄຈ

              - ຄວນເອົາຜົນຂອງການວິໄຈໄປເຜີຍແຜ່ຢູ່ໂຮງຮຽນ

              - ຄວນສຶບຕໍ່ດຳເນີນການວິໄຈໃນຫົວຂໍ້ອື່ນ

      4.2 ຂໍ້ສະເ ໜີແນະກ່ຽວກັບການວິໄຈໃນຄັ້ງຕໍ່ໄປ

             - ຄູຄວນເຮັດການວິໄຈໃນຫ້ອງຮຽນເລື້ອຍໆເພື່ອເຮັດໃຫ້ການຈັດກິດຈະກໍາການຮຽນ-ການສອນດີຂຶ້ນ

 

 

 

 

 

 

 

 

 

 

 



ທອງເຄນ ຄໍາສຸກຖາວົງ, ພິມມະສອນ ວໍລະຍຸດ ,ວິທີສອນຄະນິດສາດ1, ພິມທີ່ Nhan Dan Printing House HCMC, ປີ 2009, ໜ້າ 12[1]

บันทึกนี้เขียนที่ GotoKnow โดย  ใน ວິໄຈພາກປະຕິບັດ



ความเห็น (0)