ການເສີມທັກສະເພື່ອຊອກຫາຜົນຫານເປັນຈຳນວນທົດສະນິຍົມຂອງນັກຮຽນຫ້ອງ ປ 5


 

I. ບົດນຳ

1.1 ຄວາມເປັນມາ ແລະ ຄວາມສຳຄັນຂອງບັນຫາ

    ການສຶກສາເປັນພື້ນຖານທີ່ສຳຄັນຂອງບຸກຄົນ ແລະ ສັງຄົມ ເຊິ່ງເປັນທີ່ຍອມຮັບກັນວ່າ ການສຶກສາເປັນປັດໄຈສຳຄັນ ແລະ ເປັນຂອງມະນຸດໝົດທຸກຄົນ ທີ່ຂາດບໍ່ໄດ້ ຄວາມສຳຄັນຂອງການສຶກສາປະກົດຊັດໃນປະລິນຍາສາກົນວ່າດ້ວຍ ມະນຸດທີ່ບໍ່ມີໃຜປະຕິເສດໄດ້ ການສຶກສາ ໄດ້ກາຍເປັນປັດໄຈພື້ນຖານໃນການດຳລົງຊີວິດ ຄວາມຕ້ອງການທາງການສຶກສາໃນສັງຄົມໄດ້ເພີ່ມຂຶ້ນ ປະຊາຊົນຮຽກຮ້ອງໃຫ້ໄດ້ຮັບການສຶກສາຢ່າງທົ່ວເຖິງລັດ ແລະ ເອກະຊົນພະຍາຍາມທີ່ສະໜອງຄວາມຕ້ອງການໃນການສຶກສາ ໂດຍຈັດໃຫ້ມີການສຶກສາຫຼາຍແບບ, ຫຼາຍລະດັບ, ຫຼາຍປະເພດ  ເຊິ່ງປະຈຸບັນນີ້ເປັນຍຸກແຫ່ງການປະຕິຮູບການສຶກສາເປີດໂອກາດໃຫ້ທຸກຄົນໄດ້ຮຽນ ຕາມແນວຄິດທີ່ວ່າ ທຸກຄົນທີ່ຢາກຮຽນຕ້ອງໄດ້ຮຽນ ການສຶກສາເປັນເຄື່ອງມືສໍາຄັນໃນການສ້າງຄົນ ເຊິ່ງເປັນຜົນຜະລິດຂອງລະບົບການສຶກສາທີ່ສາມາດປັບຕົວ ແລະ ແກ້ໄຂບັນຫາທີ່ມີຄວາມຫຼາກຫຼາຍໃນສະພາບການທີ່ປ່ຽນແປງຢ່າງໄວວາ ສາມາດພັດທະນາຕົນເອງ,ຄົວຄອບ,ຊຸມຊົນແລະຕະຫຼອດຈົນປະເທດຊາດໃຫ້ກ້າວໜ້າຢ່າງເພີ່ງປະສົງໂດຍພັດທະນາຄົນນັ້ນກໍມີສາດທີ່ເຂົ້າມາກ່ຽວຂ້ອງຫຼາກຫຼາຍ.

    ຄະນິດສາດເປັນວິຊາທີ່ມີລັກສະນະນາມມະທໍາທີ່ກ່ຽວຂ້ອງກັບຄວາມຄິດ, ຂະບວນການເຫດຜົນ ມີການພົວພັນກັບການດຳລົງຊີວິດປະຈຳວັນຂອງມະນຸດ, ໂດຍສົ່ງເສີມໃຫ້ມວນມະນຸດມີຄວາມຄິດມີເຫດຜົນ, ຮອບຄອບ, ຄວາມປະພຶດ, ຄວາມລະອຽດຖີ່ຖ້ວນ, ມີຄວາມຄິດລິເລີ່ມ ແລະ ສັງຄົມ.

     ຄະນິດສາດຍັງມີຄວາມສໍາຄັນທີ່ຊ່ວຍໃຫ້ວິທະຍາສາດ, ວິທະຍາການ, ຂະແໜງການຕ່າງໆຈະເລີນກ້າວໜ້າ. ດັ່ງນັ້ນທຸກໆຊາດຈຶ່ງເຫັນໄດ້ຄວາມສຳຄັນຂອງ ວິຊາຄະນິດສາດທີ່ມີຕໍ່ພົນລະເມືອງ ແລະ ສັງຄົມຈຶ່ງໄດ້ຈັດວິຊາຄະນິດສາດເຂົ້າໄວ້ໃນຫຼັກສູດຂອງທຸກລະດັບຊັ້ນຮຽນ.

    ຄະນິດສາດເປັນວິຊາທີ່ກ່ຽວຂ້ອງກັບຄວາມຄິດ ເຊິ່ງມີລັກສະນະນາມມະທໍາຊ່ວຍໃຫ້ເຮົາຄິດເປັນ,ແກ້ບັນຫາຢ່າງມີເຫດມີຜົນ, ມີໄຫວພິກຕະຫຼອດຈົນພະຍາຍາມຄົ້ນຄິດເຖິງສິ່ງໃໝ່ເຊິ່ງເຮົາໄດ້ນຳໃຊ້ຄະນິດສາດພິສູດຢ່າງມີເຫດຜົນວ່າສິ່ງທີ່ເຮົາຄິດນັ້ນເປັນຈິງ ຫຼື ບໍ ? ແລ້ວຈຶ່ງເອົາໄປນຳໃຊ້ ແລະ ແກ້ບັນຫາຕ່າງໆ [1]

   ຄະນິດສາດໃນໂຮງຮຽນປະຖົມ ແມ່ນແນ່ໃສ່ພັດທະນາຄວາມຮູ້ຄວາມສາມາດໃນການຄົ້ນຄິດ, ຄຳນວນ, ຮູ້ໄຕ່ຕອງຫາເຫດຫາຜົນ, ສ້າງຄວາມຊິນເຄີຍໃນລະບຽບແບບແຜນ, ທັງເຮັດໃຫ້ນັກຮຽນສາມາດສະແດງແນວຄວາມຄິດ ແລະ ພຶດຕິກຳຂອງຕົນອອກຢ່າງຊັດເຈນ ທັງໝົດເຫຼົ່ານີ້ແມ່ນເພື່ອໃຫ້ນັກຮຽນສາມາດນຳໃຊ້ເປັນເຄື່ອງມືໃນການຮຽນວິຊາອື່ນໆ ແລະ ໃນການດຳລົງຊີວິດປະຈຳວັນໃຫ້ມີຄຸນະພາບດີ.

 

 

   ໂຮງຮຽນປະຖົມສົມບູນປາກຕາພານເມືອງລະຄອນເພັງແຂວງສາລະວັນກໍ່ເປັນອີກໂຮງຮຽນ

ໜຶ່ງທີ່ຂຶ້ນກັບຫ້ອງການສຶກສາທິການແລະກິລາເມືອງລະຄອນເພັງແຂວງສາລະວັນ. ໄດ້ຮັບການສ້າງຕັ້ງຂຶ້ນໃນປີຄສ 1969 ມີອາຄານ 2 ຫຼັງໃນນັ້ນ, ນຳໃຊ້ເປັນຫ້ອງຮຽນ 7 ຫ້ອງຮຽນ,ສົກຮຽນ 2012 – 2013 ໂຮງຮຽນຫຼັງນີ້ມີຄູສອນທັງໝົດ 7 ຄົນ, ຍິງ 5 ຄົນ ແລະ ນັກຮຽນທັງໝົດ 159 ຄົນ, ຍິງ 80 ຄົນນັກຮຽນສ່ວນຫຼາຍແມ່ນເປັນລູກຫຼານຂອງພໍ່ແມ່ປະຊາຊົນທີ່ຖືອາຊີບເຮັດນາ, ເຮັດສວນ.

  ສະພາບການຮຽນ-ການສອນທີ່ໂຮງຮຽນປະຖົມສົມບູນປາກຕາພານແມ່ນໄດ້ດຳເນີນການສອນແບບ

ເອົາຄູເປັນໃຈກາງ ແລະ ນັກຮຽນເປັນໃຈກາງໂດຍທົ່ວໄປແລ້ວໄດ້ນຳໃຊ້ວິທີສອນຕ່າງໆທີ່ໄດ້ຮັບການຮໍ່າຮຽນ ຫຼື ຈາກການເຝິກອົບຮົມຕ່າງໆ.

   ການຈໍາແນກບົດເລກການຄໍານວນເປັນທັກສະທີ່ມີຄວາມສໍາຄັນຢ່າງຍິ່ງຕໍ່ການຈັດການຮຽນ-ການສອນວິຊາຄະນິດສາດ ຈາກການຈັດການຮຽນ-ການສອນໃນຫ້ອງຮຽນ ປ 5 ທີ່ມີຈຳນວນນັກຮຽນທັງໝົດ 46 ຄົນ, ຍິງ 22 ຄົນ, ຜູ່ວິໄຈພົບວ່ານັກຮຽນສ່ວນຫຼາຍບໍ່ສົນໃຈຕໍ່ກັບການຮຽນ, ບໍ່ຟັງຄູອະທິບາຍ, ເອົາເລື່ອງອື່ນມາໂສກັນແລະຈຳແນກຜົນຫານເປັນຈຳນວນທົດສະນິຍົມບໍ່ໄດ້ ແຕ່ນັກຮຽນສ່ວນໃຫຍ່ເຮັດໄດ້ຕາມເກນທີ່ກຳນົດມີແຕ່ນັກຮຽນ 4 ຄົນ, ນີ້ບໍ່ສາມາດຊອກຫາຜົນຫານເປັນຈຳນວນທົດສະນິຍົມໄດ້ ໃນການສອນຈຳນວນທົດສະນິຍົມມັນມີຄວາມສຳຄັນໃນຊີວິດປະຈຳວັນເຊັ່ນ: ການວັດແທກ, ການແບ່ງປັນ, ການບວກ, ການຄູນ ແລະ ການຫານ ນອກຈາກນັ້ນຍັງຈະເຮັດໃຫ້ນັກຮຽນເຂົ້າໃຈ, ຄວາມຮັບຮູ້ ແລະ ເອົາໄປນຳໃຊ້ໃນການຮຽນຮູ້ບັນຫາໃໝ່ອີກດ້ວຍ.

    ສະນັ້ນຜູ່ວິໄຈມີແນວຄິດຢາກປັບປຸງໃຫ້ມັນດີໂດຍໃຫ້ນັກຮຽນຈໍາແນກໄດ້ຈິ່ງເອົາບັນນີ້ມາເຮັດການວິໄຈໃນຫ້ອງຮຽນ.

1.2 ຈຸດປະສົງຂອງການວິໄຈ

    1. ເພື່ອໃຫ້ນັກຮຽນຈຳນວນ 4 ຄົນສາມາດຊອກຜົນຫານເປັນຈຳນວນທົດສະນິຍົມໄດ້.

    2. ເພື່ອປັບປຸງການຮຽນຂອງນັກຮຽນແລະການສິດສອນຂອງຄູໃຫ້ດີຂຶ້ນ.

II. ວິທີດຳເນີນການວິໄຈ

2.1 ສຶກສາສະພາບບັນຫາ

    ເພື່ອເກັບກຳຂໍ້ມູນໃຫ້ລະອຽດ ແລະ ມີຄວາມຊັດເຈນກວ່າເກົ່າ ດັ່ງນັ້ນ, ໃນວັນທີ 4 / 2 / 2013   ຂ້າພະເຈົ້າຈຶ່ງໄດ້ສຳພາດຄູເກົ່າໄດ້ເລັ່ງໃສ່ດ້ານພຶດຕິກຳ ແລະ ການຮໍ່າຮຽນເຊິ່ງເພິ່ນໃຫ້ຂໍ້ມູນວ່າ ນັກຮຽນ ຈຳນວນ 4 ຄົນ ນີ້ ພື້ນຖານການຮຽນຮູ້ບໍ່ດີ, ນັກຮຽນຂາດຊອກຫາຜົນຫານເປັນຈຳນວນທົດສະນິຍົມບໍ່ໄດ້, ນັກຮຽນມີບັນຫາໃນການຮຽນຮູ້, ຈາກການສຳພາດຄູເກົ່ານັ້ນກໍ່ໄດ້ຂໍ້ມູນຍັງບໍ່ທັນພຽງພໍເທື່ອ ດັ່ງນັ້ນ ເພື່ອຢາກໄດ້ຂໍ້ມູນອີກຂ້າພະເຈົ້າກໍໄດ້ເຊີນຮ່ວມໂມງສອນໃນວິຊາຄະນິດສາດໃນຫ້ອງ ປ 5 ບົດທີ 21 ຫົວຂໍ້ຜົນຫານເປັນຈຳນວນທົດສະນິຍົມເວລາ 2 ຊົ່ວໂມງຈາກການສັງເກດເຫັນວ່າ. ກ່ອນການດຳເນີນການຮຽນ-ການສອນຄູໄດ້ທວນຄືນບົດຮຽນເກົ່າທີ່ໄດ້ຮຽນຜ່ານມາຄື: ພວກນ້ອງຜ່ານມາເຄີຍແບ່ງປັນກັນຢູ່ບໍ ? ຈາກນັ້ນຄູຈຶ່ງນຳເຂົ້າສູ່ບົດຮຽນໃໝ່ກ່ຽວກັບຜົນຫານເປັນຈຳນວນທົດສະນິຍົມໃນການສອນບົດໃໝ່ຂັ້ນຕອນທຳອິດແມ່ນຄູດຳເນີນການສິດສອນແບບດາວຫ້າແຈຫຼືວິທີສອນເນັ້ນຜູ້ຮຽນເປັນໃຈກາງ ການຮຽນຮູ້ຈະປະສົບຜົນສຳເລັດຫາກຜູ້ຮຽນມີສ່ວນຮ່ວມໃນກິດຈະກຳການສອນສຳພັນທະພາບທີ່ດີລະຫວ່າງຜູ້ຮຽນຈາກນັ້ນຄູກໍ່ຍົກຕົວຢ່າງໃຫ້ນັກຮຽນເບິ່ງແລະໃຫ້ນັກຮຽນອອກມາແກ້ເລກຢູ່ກະດານແຕ່ກຸ່ມເປົ້າໝາຍບໍ່ສົນໃຈຕໍ່ກັບການຮຽນເລີຍ, ໃຫ້ກວດຄືນແລ້ວອອກມາແກ້ໃຫ້ໝູ່ເບິ່ງກ່ຽວກັບການຫານເລກ, ເມື່ອຄູເອີ້ນນັກຮຽນກຸ່ມເປົ້າໝາຍອອກມາຫານເລກຢູ່ກະດານເຫັນວ່າພວກເຂົາບໍ່ສາມາດຫານໄດ້. ເມື່ອເປັນແນວນັ້ນຄູຈຶ່ງເອີ້ນເອົານັກຮຽນເກັ່ງອອກມາແກ້ຊ່ວຍຈາກນັ້ນ, ຄູແລະ ນັກຮຽນກໍ່ຮ່ວມກັນສະຫຼຸບບົດຮຽນ.

   ຜ່ານການສັງເກດການສອນຂອງຄູ່ຮ່ວມງານເຊິ່ງໃຊ້ເວລາປະມານ 2 ຊົ່ວໂມງຄູ່ຮ່ວມງານຄິດວ່າບັນຫາທີ່ນັກຮຽນຈຳນວນ 4 ຄົນ, ບໍ່ສາມາດຫານເລກເປັນຈຳນວນທົດສະນິຍົມບໍ່ໄດ້ນີ້ແມ່ນເກີດມາຫຼາຍສາເຫດ, ສາເຫດໜຶ່ງເກີດຈາກຄູຜູ້ທີ່ສອນທີ່ບໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອໃກ້ຊິດຕິດແທດນັກຮຽນກຸ່ມເປົ້າໝາຍ, ອີກຢ່າງໜຶ່ງການສິດສອນຂອງຄູແມ່ນຍັງຂາດການນຳໃຊ້ສື່ການສອນມາປະກອບ ນັກຮຽນຍັງຂາດທັກສະການສັງເກດ ແລະ ຈຳແນກວ່າອັນໃດເປັນຜົນຫານທີ່ເປັນຈຳນວນທົດສະນິຍົມ. ເພື່ອຕ້ອງການພັດທະນາການຮຽນການສອນຂອງຄູແລະນັກຮຽນໃຫ້ມີປະສິດທິພາບຍິ່ງ

ຂຶ້ນຂ້າພະເຈົ້າຈິ່ງໄດ້ຫົວຂໍ້ວິໄຈ ການເສີມທັກສະເພື່ອຊອກຫາຜົນຫານເປັນຈຳນວນທົດສະນິຍົມຂອງນັກຮຽນຫ້ອງ ປ 5 ແລະ ຄໍາຖາມວິໄຈດັ່ງນີ້:ພວກເຮົາຈະເຮັດແນວໃດເພື່ອໃຫ້ນັກຮຽນຫ້ອງປ5 ຈຳນວນ 4 ຄົນສາມາດຊອກຫາຜົນຫານເປັນຈຳນວນທົດສະນິຍົມໄດ້

2.2 ຂັ້ນຕອນການວາງແຜນ

    ພາຍຫຼັງທີ່ຂ້າພະເຈົ້າໄດ້ສຶກສາສະພາບບັນຫາ  ແລະກຳນົດຫົວຂໍ້ວິໄຈເປັນທີ່ຮຽບຮ້ອຍແລ້ວ ມາ

ຮອດວັນທີ 8 / 2 / 2013  ຂ້າພະເຈົ້າກໍ່ໄດ້ປຶກສາຫາລືກັບຄູ່ຮ່ວມງານ​ ​ແລະ ຮ່ວມກັນວາງແຜນເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວປ່ຽນພຶດຕິກຳໃນທາງທີ່ດີ

ຂຶ້ນເຊິ່ງໄດ້ກຳນົດແຜນການລະອຽດດັ່ງລຸ່ມນີ້:

 ວາງແຜນຄັ້ງທີ 1

   - ການຈັດກຸ່ມໃຫ້ຫ່າງກວ່າເກົ່າແລະຕາມຄວາມເໝາະສົມຂອງຫ້ອງ.

   - ຄູໃຫ້ຄວາມໃກ້ຊິດກັບນັກຮຽນແຕ່ລະຄົນໃຫ້ຫຼາຍຂຶ້ນໂດຍສະເພາະນັກຮຽນກຸ່ມເປົ້າໝາຍ.

   - ຕ້ອງມີຫົວໜ້າກຸ່ມໃນແຕ່ລະກຸ່ມໂດຍເລັງໃສ່ນັກຮຽນກຸ່ມເປົ້າໝາຍມາເປັນຫົວໜ້າ.

   - ສ້າງບັ້ງເລກໃສ່ເຈ້ຍແຜ່ນໃຫຍ່ໄປຕິດໄວ້ຢູ່ໃນຫ້ອງໃຫ້ນັກຮຽນເບິ່ງເພື່ອເຝິກແອບການຫານເປັນ

     ຈຳນວນທົດສະນິຍົມ.

 

 

 

 

 

-    ຈົ່ງສັງເກດຕົວຢ່າງແລ້ວຄິດໄລ່ຂໍ້ຕໍ່ໄປນີ້:

     ຕົວຢ່າງ: 22 : 4 = 5,5

         . 10 : 4 =                  . 4 : 5 =

         . 12 : 5 =                  . 24 : 32 =

         . 11 : 2 =                  . 6 : 48 =

2.3 ການປະຕິບັດແລະສັງເກດຄັ້ງທີ 1

     ຫຼັງຈາກໄດ້ວາງແຜນມາແລ້ວຂ້າພະເຈົ້າໄດ້ສອນເອງເຊິ່ງໃຫ້ຄູ່ຮ່ວມງານເປັນຜູ້ສັງເກດໃຊ້ວິທີການສິດສອນເຂົ້າໃນການສິດສອນຕົວຈິງເພື່ອໃຫ້ກຸ່ມເປົ້າໝາຍໄດ້ຄ່ອຍໆປ່ຽນແປງພຶດຕິກຳເກົ່າເຊິ່ງອຽດດັ່ງລຸ່ມນີ້:

      ວັນທີ 12 / 2 / 2013 ຂ້າພະເຈົ້າໄດ້ເປັນຜູ້ສອນເອງແລະນຳເອົາແຜນການທີ່ວາງໄວ້ໄປປະຕິບັດໃນເວລາດຳເນີນການຮຽນ-ການສອນວິຊາຄະນິດສາດຫ້ອງ ປ 5 ບົດທີ 21 ຜົນຫານເປັນຈຳນວນທົດສະນິຍົມ. ຄູ່ຮ່ວມງານເປັນຜູ້ສັງເກດກ່ອນດຳເນີນການສອນສັງເກດເຫັນວ່າຄູຜູ້ທີ່ສອນໄດ້ມີການກະກຽມບົດສອນແລະສື່ການສອນເປັນຢ່າງດີນອກຈາກປຶ້ມແບບຮຽນແລ້ວຍັງມີເຈ້ຍແຜ່ນໃຫຍ່ທີ່ແກ້ເລກບັ້ງຜົນຫານເປັນຈຳນວນທົດສະນິຍົມເພື່ອເປັນບ່ອນອີງໃນເວລາຮຽນກ່ອນການດຳເນີນການສອນຄູໄດ້ທວນຄືນບົດຮຽນເກົ່າຜ່ານມາຈາກນັ້ນຄູໄດ້ເຂົ້າສູ່ບົດຮຽນໃໝ່ກ່ຽວກັບຫົວຂໍ້ຜົນຫານເປັນຈຳນວນທົດສະນິຍົມຄູໄດ້ນຳເອົາວິທີການແກ້ເລກຜົນຫານເປັນຈຳນວນທົດສະນິຍົມໃສ່ເຈ້ຍແຜ່ນໃຫຍ່ມາຕິດໃສ່ກະດານ.

   ຄູແນະນຳວິທີການຊອກຫາຜົນຫານເປັນຈຳນວນທົດສະນິຍົມໃຫ້ນັກຮຽນຟັງໂດຍນຳໃຊ້ນັກຮຽນກຸ່ມ

ເປົ້າໝາຍເຊິ່ງໄດ້ເອີ້ນນັກຮຽນເກັ່ງມາຫານໃຫ້ເບິ່ງກ່ອນແລ້ວເອີ້ນນັກຮຽນໃນກຸ່ມເປົ້າໝາຍອອກມາແກ້

ເລກ  ສັງເກດເຫັນວ່ານັກຮຽນບາງຄົນກໍ່ສາມາດແກ້ໄດ້ ແລະບາງຄົນກໍ່ແກ້ບໍ່ໄດ້ແຕ່ຄູກໍ່ເອົາໃຈໃສ່ໃຫ້ຄວາມຊ່ວຍເຫຼືອຈົນເຂົາສາມາດແກ້ໄດ້ຈາກນັ້ນຄູແບ່ງນັກຮຽນອອກເປັນ 6 ກຸ່ມ, ກຸ່ມລະ 5-6 ຄົນ, ຄູໃຫ້ນັກຮຽນເອົາປຶ້ມແບບຮຽນຂຶ້ນມາເບິ່ງໃນບົດທີ21 ຜົນຫານເປັນຈຳນວນທົດສະນິຍົມແລ້ວໃຫ້ນັກຮຽນແຕ່ລະກຸ່ມແກ້ບົດເຝິກຫັດຂໍ້ທີ1 ໜ້າທີ 57 ສັງເກດເຫັນວ່ານັກຮຽນກຸ່ມເປົ້າໝາຍຈຳນວນ 2 ຄົນໄດ້ເອົາໃຈໃສ່ຄົ້ນຄິດເພາະນັກຮຽນ 2 ຄົນນີ້ໄດ້ຮັບການຊ່ວຍເຫຼືອຈາກຄູໃນການແນະນຳວິທີການແກ້ເລກແລະໃຫ້ກຳລັງໃຈນອກຈາກນັ້ນ, ນັກຮຽນທີ່ຮຽນເກັ່ງຢູ່ໃນກຸ່ມດຽວກັນໄດ້ໃຫ້ຄວາມຊ່ວຍເຫຼືອໃນການອະທິບາຍວິທີການແກ້ເລກອີກ 2 ຄົນແມ່ນຍັງບໍ່ສົນໃຈມີແຕ່ອາໄສນັກຮຽນທີ່ຮຽນເກັ່ງແຕ່ຢູ່ໃນກຸ່ມເປັນຜູ້ເຮັດ. ຄູຜູ້ສອນໄດ້ເລາະຕິດຕາມເບິ່ງແຕ່ລະກຸ່ມຈາກນັ້ນຄູໃຫ້ນັກຮຽນແຕ່ລະກຸ່ມອອກມາລາຍງານພໍຮອດກຸ່ມເປົ້າໝາຍຄູໃຫ້ນັກຮຽນກຸ່ມເປົ້າໝາຍອອກມາລາຍງານຫຼັງຈາກນັ້ນຄູແລະນັກຮຽນພ້ອມກັນສະຫຼຸບບົດຮຽນ.

 

 

 

2.4 ສະທ້ອນຄືນຄັ້ງທີ 1

    ຈາກການປະຕິບັດຄັ້ງນີ້ສັງເກດເຫັນວ່າໃນເວລາທີ່ຂ້າພະເຈົ້າໄດ້ຕິດແຜ່ນພູມໃສ່ກະດານນັກຮຽນມີຄວາມສົນໃຈ, ມີຄວາມກະຕື້ລືລົ້ນຢາກອ່ານ ແລະ ສົນໃຈໃນບົດຮຽນ ຕໍ່ຈາກນັ້ນຂ້າພະເຈົ້າກໍໄດ້ໃຊ້ວິທີສອນແບບເປັນກຸ່ມ, ນັກຮຽນເກັ່ງປົນກັບນັກຮຽນເປົ້າໝາຍສັງເກດເຫັນວ່ານັກຮຽນມີການປະກອບຄຳຄິດເຫັນສົນທະນາແລກປ່ຽນຄວາມຮູ້ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ . ສ້າງໃຫ້ນັກຮຽນໄດ້ເຝິກແອບໃນການຫານທີ່ຜົນຫານເປັນຈຳນວນທົດສະນິຍົມຂອງນັກຮຽນໃນກຸ່ມເປົ້າໝາຍຈຳນວນ 2 ຄົນແມ່ນຄ່ອຍໆມີພຶດຕິກຳປ່ຽນແປງດີຂຶ້ນເຂົາສາມາດຊອກຫາຜົນຫານເປັນຈຳນວນທົດສະນິຍົມໄດ້ແຕ່ຄູຍັງໃຫ້ຄຳແນະນຳຊ່ວຍເຫຼືອໃນເວລາປະຕິບັດຢູ່ແຕ່ວ່ານັກຮຽນກໍ່ຍັງບໍ່ສາມາດເຮັດໄດ້ດ້ວຍຕົນເອງນັກຮຽນກຸ່ມເປົ້າໝາຍ 2 ຄົນແມ່ນຍັງບໍ່ທັນປ່ຽນແປງພຶດຕິກຳຫຍັງເລີຍ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄດ້ສົນທະນາປຶກສາຫາລືກັບຄູ່ຮ່ວມງານແລ້ວວາງແຜນຄືນໃໝ່ອີກ.

2.5ການວາງແຜນຄັ້ງທີ 2

    ເພື່ອຊອກຫາຊ່ອງທາງວິທີການປັບປຸງແກ້ໄຂໃຫ້ນັກຮຽນກຸ່ມເປົ້າໝາຍດັ່ງກ່າວປ່ຽນແປງພຶດຕິກຳດີ

ຂຶ້ນມາຮອດວັນສຸກວັນທີ 15 / 2 / 2013 ຂ້າພະເຈົ້າຈຶ່ງໄດ້ປຶກສາຫາລືກັບຄູ່ຮ່ວມງານເພື່ອຮ່ວມກັນວາງອີກເປັນຮອບທີສອງ ( ນຳໃຊ້ຕາມແຜນຄັ້ງທີ 1 ) ແລະໄດ້ວາງແຜນຄັ້ງທີ 2 ດັ່ງນີ້:

-    ສອນເພີ່ມໃຫ້ນັກຮຽນກຸ່ມເປົ້າໝາຍໃນຊົ່ວໂມງຫວ່າງ

หมายเลขบันทึก: 547759เขียนเมื่อ 9 กันยายน 2013 13:56 น. ()แก้ไขเมื่อ 9 กันยายน 2013 13:56 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท