ກອງປະຊຸມການປຶກສາໄປກວດເລືອດດ້ວຍຄວາມສະໜັກໃຈ


ກວດເລືອດດ້ວຍຄວາມສະໜັກໃຈ

 

 

 

 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ບົດລາຍງານ

ກອງປະຊຸມອາສາສະມັກເພື່ອນຊ່ວຍເພື່ອນກຸ່ມເພື່ອສຸຂະພາບເພື່ອນຊາຍ

ສູນຕ້ານເອດ ແລະ ພຕພ ຮ່ວມກັບເພື່ອນຮ່ວມງານ P S I

( Popular service international ) LYAP ( Lao youth Action Aids programs )

                  ເລື່ອງກະຕຸກຊຸກຍູ້ໃຫ້ຄໍາປຶກສາກ່ຽວກັບການໄປກວດເລືອດ ແລະ ທັກສະການສື່ສານ ຂັ້ນພື້ນຖານ

  ຂ້າພະເຈົ້າ ອ.ຈ ຈັນທະວີໄຊ ແຫວນພະຈັນ ເປັນອາສາສະມັກເພື່ອນຊ່ວຍເພື່ອນກຸ່ມເພື່ອສຸຂະພາບ    

  ເພື່ອນຊາຍ ສູນຕ້ານເອດ ແລະ ພຕພ ຮ່ວມກັບເພື່ອນຮ່ວມງານ P S I ຂ້າພະເຈົ້າໄດ້ເຂົ້າອົບຮົມຄັ້ງທີ 4

  ເມື່ອວັນທີ 27 – 28 / 1 / 2012 ທີ່ ເຮືອນໃໝ່ຂອງເຮົາຂອງພະແນກສາທາລະນະສຸກແຂວງຈໍາປາສັກ

ແລະ    ສູນສົ່ງເສີມສຸຂະພາບເພື່ອນຊາຍໃນນັ້ນມີສຳມະນາກອນ ທັງໝົດ 8 ທ່ານເຊິ່ງໃນນັ້ນມາຈາກສາລະວັນ 2ທ່ານ ແລະ ຈໍາປາສັກ 6 ທ່ານ, ວິທະຍາກອນ 2 ຄົນ ຂ້າພະເຈົ້າໄດ້ເຂົ້າຮັບການອົບຮົມຄົບຖ້ວນຕາມບົດຮຽນແລ້ວ ຂໍລາຍງານຜົນການເຝິກອົບຮົມ

             ດັ່ງນີ້໋:

  1. ຫົວຂໍ້ການອົບຮົມ ແລະ ວິທະຍາກອນ : ຫົວຂໍ້ການອົບຮົມໄດ້ແກ່

1.1   ການໃຫ້ປຶກສາກ່ຽວກັບການໄປກວດເລືອດ  ວິທະຍາກອນຄື: ພະຍາບານ ນາງຄຳມີ ຄຳຜາສຸກ

ການໃຫ້ປຶກສາກ່ຽວກັບການໄປກວດເລືອດ ເຊິ່ງມີຫົວຂໍ້ຍ່ອຍດັ່ງນີ້:

1.1.1        ຄວາມໝາຍຄວາມສຳຄັນໃຫ້ຄຳປຶກສາ

1.1.2       ຄວາມສຳຄັນຂອງການໃຫ້ຄໍາປຶກສາ

1.1.3       ຈຸດປະສົງໃນການໃຫ້ຄຳປຶກສາ 1

1.1.4       ຈຸດປະສົງໃນການໃຫ້ຄໍາປຶກສາ 2

1.1.5       ຂະບວນການໃຫ້ຄຳປຶກສາ

1.1.6       ບົດບາດ ແລະ ຄຸນສົມບັດຂອງຜູ້ໃຫ້ການບໍລິການປຶກສາ 1

-       ບົດບາດຂອງຜູ້ໃຫ້ຄໍາປຶກສາ

1.1.7       ບົດບາດ ແລະ ຄຸນສົມບັດຂອງຜູ້ໃຫ້ການບໍລິການປຶກສາ 2

-ໜ້າທີ່ຂອງຜູ້ໃຫ້ບໍລິການປຶກສາ

                      1.1.8    ລັກສະນະບຸກຄະລິກຕະພາບຂອງຜູ້ໃຫ້ການປຶກສາທີ່

                   1.1.9 ຄຸນສົມບັດຂອງຜູ້ໃຫ້ການປຶກສາທີ່ດີ

                   1.1.10 ຂໍ້ແນະນຳບາງຢ່າງໃນການໃຫ້ການປຶກສາ

 2. ທັກສະການສື່ສານ ວິທະຍາກອນຄື: ນາງ ເພັນນະພາ , ທ້າວ ຕິ່ງ  ແລະ ທ້າວ ໂຕ້

2.1 ການຮຽນຮູ້ລັກສະນະ ແລະ ພື້ນຖານຂອງຄົນ

2.2 ທັກສະການສື່ສານ

2.3 ທັກສະການເວົ້າ

2.4 ຍຸດທະວິທີເສີມສ້າງຕົວເຮົາໃຫ້ຜູ້ອື່ນຢາກຮ່ວມງານນຳ

  1. ຮູບແບບ ແລະ ວິທີການເຝິກອົບຮົມ :  ວິທະຍາກອນບັນລະຍາຍດ້ວຍທິດສະດີແລ້ວພາປະຕິບັດຕົວຈິງເຊິ່ງໃຊ້ແບບສະແດງບົດບາດສົມມຸດເມື່ອສະແດງແລ້ວຜູ້ສັງເກດ ແລະ ວິທະຍາກອນກໍ່ໄດ້ໃຫ້ຄວາມຄິດຄວາມເຫັນແລ້ວພ້ອມໃຫ້ຄຳແນະນຳພ້ອມທັງປັບປຸງໃຫ້ມັນດີຂຶ້ນ

 ຜົນທີ່ໄດ້ຮັບ: ຂ້າພະເຈົ້າສຳເລັດການອົບຮົມຈາກເຮືອນໃໝ່ຂອງເຮົາຂອງພະແນກສາທາລະນະສຸກແຂວງຈໍາປາສັກ ແລະ ສູນສົ່ງເສີມສຸຂະພາບເພື່ອນຊາຍ    ໄດ້ຮັບຄວາມຮູ້ຄວາມເຂົ້າໃຈ ແລະ ສາມາດນຳເອົາບົດຮຽນດັ່ງກ່າວມາເຝິກໃຫ້ບັນດາອາຈານ ແລະ ນັກສຶກສາໄດ້ຢ່າງຖືກຕ້ອງ

             4.ຂໍ້ຄິດເຫັນ ແລະ ຂໍ້ສະເໜີແນະ: ຂ້າພະເຈົ້າເຫັນວ່າບົດຮຽນນີ້ມີຄຸນປະໂຫຍດຫຼາຍ ສາມາດນຳໄປໃຊ້ໃນ 

                ຊີວິດຕົວຈິງໄດ້ ເນື້ອໃນຄອບຄຸມ ເອກະສານເປັນມາດຖານ ວິທະຍາກອນບັນຍາຍ ແລະ ໃຫ້ຄຳແນະນຳ 

                ໃນການເຝິກປະຕິບັດຢ່າງຊັດເຈນ ດັ່ງນັ້ນ ເພື່ອໃຫ້ບັນດາອາຈານທີ່ກ່ຽວຂ້ອງກັບວຽກງານນີ້ໃນການ 

                 ປະຕິບັດສິດສອນວິຊາດັ່ງກ່າວໄດ້ມາດຖານ ແລະ ໄດ້ຄວາມຮູ້ເພີ່ມຕື່ມເຂົ້າໃນບົດຮຽນ ເຫັນຄວນ 

                 ຈັດການອົບຮົມໃຫ້ບັນດາອາຈານຢ່າງທົ່ວເຖິງ

                                                                ຈິ່ງຮຽນມາເພື່ອຮັບຮູ້ ແລະ ພິຈາລະນາ                                                                       

                                                                               ວັນທີ 31 / 1  / 2012

                               

                                                                          ອ.ຈ ຈັນທະວີໄຊ ແຫວນພະຈັນ

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

หมายเลขบันทึก: 476931เขียนเมื่อ 31 มกราคม 2012 17:59 น. ()แก้ไขเมื่อ 13 กุมภาพันธ์ 2012 01:48 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท