ຄົນເຂົ້າເມືອງຖືກກົດໝາຍ
ຄົນຖືກກົດໝາຍໝາຍເຖິງບຸກຄົນທີ່ເຂົ້າເມືອງຕາມຊ່ອງທາງດ່ານກວດຄົນເຂົ້າເມືອງ,ເຂດທ່າ,ສະຖານີຫລືທ້ອງທີ່ຕາມກຳໜົດເວລາໂດຍໄດ້ຮັບອານຸຍາດຈາກທາງການຂອງເຈົ້າໜ້າທີ່ຂອງລັດແລະໄດ້ມີການຍອມຮັບຢ່າງຖືກຕ້ອງຈາກຝ່າຍລັດຖະບານບ່ອນທີ່ຕົນຈະເຂົ້າໄປຢ່າງຖືຫຕ້ອງຕາມກົດໝາຍເຂົ້າເມືອງຂອງປະເທດນັ້ນໆ ເຊິ່ງຕ້ອງເປັນບຸກຄົນທີ່ຖືໜັງສື PASSPORT ຫລືໜັງສືຜ່ານແດນເຊິ່ງມີວີຊາຫລືບໍ່ມີວີຊາແລ້ວແຕ່ຂອງກໍລະນີເຊັ່ນ: ນັກການທູດ, ນັກທ້ອງທ່ຽວ, ນັກທຸລະກິດ, ຄົນທີ່ເຂົ້າມາເຮັດວຽກຕາມອົງການເອກະຊົນ(ໂຄງການຫລື NGO) ນັກສືກສາແລະພວກທີ່ເຂົ້າທັດສະນະສຶກສາເປັນຕົ້້ນ.
ຄົນເຂົ້າເມືອງຜິດກົດໝາຍ
ຄົນເມືອງຜິດກົດໝາຍ ໝາຍເຖິງບຸກຄົນທີ່ເມືອງໂດຍບໍ່ໄດ້ຮັບອະນຸຍາດ,ບໍ່ມີໜັງສືເດີນທາງໃດໆເຊັ່ນ: PASSPORT, ໜັງຜ່ານແດນຫລືມີໜັງສືແຕ່ບໍ່ໄດ້ຜ່ານການກວດກາໃນດ່ານເຂົ້າ-ອອກເມືອງຫລືເອກະສານທີ່ໃຊ້ແທນໜັງສືການເດີນທາງເຊັ່ນ: ຈາກສະຖານທູດຫລືກົງສູນຫລືກະຊວງການຕ່າງປະເທດ