ຄວາມສຳຄັນຂອງຄຸ້ມຄອງຄົນຕ່າງດ້າວ


ເປັນຫຍັງການຄຸ້ມຄອງຄົນຕ່າງປະເທດ,ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດຈິ່ງມີຄວາມສຳຄັນທາງດ້ານການເມືອງ?

- ເພື່ອຕອບສະໜອງກັບນະໂຍບາຍປ່ຽນແປງໃໝ່ຮອບດ້ານຂອງພາຄີ: ໄຂປະຕູອອກສູ່ໂລກພາຍນອກ, ເປີດກວ້າງ ການພົວພັນການຮ່ວມມືທາງດ້ານເສດຖະກິດກັບຕ່າງປະເທດ ໂດຍບໍ່ຈຳແນກລະບອບການເມືອງທີ່ແຕກຕ່າງກັນ, ແນໃສ່ເພື່ອດຶງດູດເອົາການລົງທຶນ, ແລະການຊ່ວຍເຫລືອລ້າ, ການກູ້ຢືມ, ການຮ່ວມທຶນ ຫລືດ້ວຍທຶນຂອງເຂົາເຈົ້າເອງຈາກຕ່າງປະເທດ, ເລັ່ງໃສ່ເພື່ອການສ້າງສາພັດທະນາປະເທດຊາດບ້ານເມືອງຂອງພວກເຮົາໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະຄົນຕ່າງປະເທດກໍ່ຫລັ່ງໄຫລເຂົ້າມາ ສປປລາວນັບມື້ຫລາຍຂື້ນ

- ແມ່ນເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະ ຄວາມຄວາມໝັ້ນຄົງຂອງຊາດ, ຈຳກັດແລະສະກັດກ ັ້ນພວກສັດຕູແລະກຸ່ມຄົນທີ່ບໍ່ດີ

- ແມ່ນເພື່ອປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງຊາດ ແລະພົນລະເມືອງທຸກເຜົ່າຊົນເຊັ່ນ: ການປະກອບອາຊີບ, ຮີດຄອງປະເພນີ, ວັດທະນາທຳ-ສັງຄົມ, ຊັບໃນດິນສິນໃນນຳ້ບໍ່ໃຫ້ຖືກທຳລາຍ.

          ເປັນຫຍັງການຄຸ້ມຄອງຄົນຕ່າງປະເທດ,ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດຈິ່ງມີຄວາມສໍາຄັນທາງດ້ານເສດຖະກິດ, ວັດທະນາທຳ-ສັງຄົມ

      ຍ້ອນວ່າວຽກງານການຄຸ້ມຄອງຄົນຕ່າງປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີເປັນເງື່ອນໄຂສະດວກ, ຊຸກຍູ້ໃຫ້ແກ່ດ້ານເສດຖະກິດ, ວັດທະນາທຳ-ສັງຄົມ ມີການຂະຫຍາຍຕົວຮັບໃຊ້ໃຫ້ແກ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກໃນໄລຍະຜ່ານມາກໍ່ຄືປັດຈຸບັນ. ພວກສາມາດຂົນຂວາຍຍາດແຍ້ງເອົາການຊ່ວຍເຫລືອຈາກຕ່າງປະເທດ, ແລະອົງການຈັດຕັ້ງສາກົນ, ຫຼາຍສະຖາບັນການເງິນລະຫວ່າງຊາດ, ອົງການຈັດຕັ້ງທີ່ບໍ່ຂື້ນກັບລັດຖະບານ ແລະການລົງທຶນຂອງຕ່າງປະເທດໃນໂຄງການຕ່າງໆ ເປັນຕົ້ນພະລັງງານໄຟາ້, ໂທລະຄົມມະນາຄົມ, ອຸດສາຫະກຳ, ກະສິກຳ, ທ່ອງທ່ຽວ, ໂຮງແຮມ, ໂຮງໝໍ, ການຄ້າໂດຍສະເພາະການຄ້າລະຫວ່າງປະເທດ, ທະນາຄານ, ປະກັນໄພ,ຄຸດຄົ້ນບໍ່ແຮ່ແລະອື່ນໆ.

ເປັນຫຍັງການຄຸ້ມຄອງຄົນຕ່າງປະເທດ,ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດຈິ່ງມີຄວາມສຳຄັນທາງດ້ານປ້ອງກັນຄວາມສະຫງົບ

   - ເພື່ອປົກປັກຮັກສາຄວາມສະຫງົບສຸກຂອງຊາດ ແລະຄວາມເປັນ ລະບຽບຮຽບຮ້ອຍຂອງບ້ານເມືອງ, ເພື່ອຄວາມປອດໄພຂອງຄົນຕ່າງ ປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດທາງດ້ານຊີວິດ, ຊັບສິນ, ສຸຂະພາບຂອງຊາວຕ່າງປະເທດ, ຕ້ານອາຊະຍາກອນສາກົນແລະ ກຸ່ມຄົນບໍ່ດີ, ປາບປາມກຸ່ມຄ້າຢາເສບຕິດຂ້າມຊາດ ແລະອາຊະຍາກຳຂ້າມຊາດ ທີ່ຫວັງຈະທຳລາຍຊີວິດ, ຊັບສິນຂອງພົນລະເມືອງລາວ, ຫລີກລຽ້ງການລັກລອບເຂົ້າເມືອງຜິດກົດໝາຍ, ການຢູ່ເກີນ ກຳນົດ, ການລັກລອບປອມແປງເອກະສານຕ່າງໆ, ການໄປສະຖານ ທີ່ຕ້ອງຫ້າມ, ການລັກລອບການແຕ່ງງານລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ການລັກລອບປະກອບອາຊີບ, ການລີ້ຊ້ອນຢູ່ລາວ ແລະການກະທຳຕໍ່ລະບຽບກົດໝາຍບ້ານເມືອງ.

หมายเลขบันทึก: 389683เขียนเมื่อ 31 สิงหาคม 2010 16:02 น. ()แก้ไขเมื่อ 13 พฤษภาคม 2012 23:39 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (1)

มันมีอะไรผิดพลาดรึเปล่านี่...

อ่านไม่ได้เลย  เป็นสี่เหลี่ยมๆเต็มไปหมด

หรือว่าของเราเป็นอยุ่คนเดียว  ของคนอื่นเป็นรึเปล่าหนอ???

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท