ຄວາມໝາຍຂອງຄົນຕ່າງດ້າວ


      ຄົນຕ່າງປະເທດມີແມ່ນບຸກຄົນແນວໃດ?

         ໝາຍເຖິງບຸກຄົນທີ່ມີສັນຊາດອື່ນ ເຊິ່ງເຂົ້າມາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການຊົ່ວຄາວຫລືຍາວນານ ເພື່ອປະຕິບັດໜ້າທີ່ໃດໜຶ່ງເມື່ອໝົດກຳໜົດເວລາແລ້ວກໍ່ກັບຄືນປະເທດ ບຸກຄົນເຫລົ່ານີ້ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງການຕ່າງປະເທດ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ

   ຄົນບໍ່ມີສັນຊາດແມ່ນບຸກຄົນຄືແນວໃດ?

         ໝາຍເຖິງບຸກຄົນທີ່ອາໃສຢູ່ໃນດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງບໍ່ແມ່ນພົນລະເມືອງລາວ ແລະບໍ່ສາມາດຢັ້ງຢືນໄດ້ວ່າຕົນມີສັນຊາດໃດ ຄົນຕ່າງດ້າວແລະຄົນບໍ່ມີສັນຊາດ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງປ້ອງກັນຄວາມສະຫງົບ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ

   ຄວາມໝາຍຂອງຄົນຕ່າງດ້າວ

        ໝາຍເຖິງທີ່ມີສັນຊາດອື່ນແຕ່ເຂົ້າມາຕັ້ງຖິ່ນຖານ ອາໃສຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊົນລາວເປັນເວລາຍາວນານ ຖືບັດຕ່າງດ້າວ ແລະລັດຖະບານຂອງຕ່າງດ້່າວກໍ່ຍັງຮັບຮູ້ຢ່າງເປັນທາງການຢູ່[1]

   ຄົນຕ່າງດ້າວໃນລາວມີຈັກປະເພດຄືປະເພດໃດແດ່?

         ຄົນຕ່າງດ້າວໂດຍປົກກະຕິແລ້ວຈະມີຄົນຕ່າງດ້າວ ສອງປະເພດເຊັ່ນ ຄົນຕ່າງດ້າວຊົວຄາວແລະຄົນຕ່າງດ້າວຖາວອນ ການມີສິດຂອງຄົນສອງປະເພດນີ້ກໍ່ຈະມີຄວາມແຕກຕ່າງກັນໄປຕາມແຕ່ລັກສະນະຂອງກໍລະນີ

 


[1] ມາດຕາ7ຂອງກົດໝາຍວ່າດ້ວຍສັນຊາດລາວ ສະບັບປີ 2004.

[2] ມາດຕາ 4 ຂອງດຳລັດ ວ່າດ້ວຍການຄຸ້ມຄອງການເຂົ້າ-ອອກ ສປປລາວ ແລະການຄຸ້ມຄອງຄົນຕ່າງປະເທດ ສະບັບເລກທີ 136/ນຍ, ລົງວັນທີ 25.05.2005.

หมายเลขบันทึก: 389679เขียนเมื่อ 31 สิงหาคม 2010 15:51 น. ()แก้ไขเมื่อ 12 กุมภาพันธ์ 2012 16:07 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-อนุญาตแบบเดียวกันจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท