ຈຳໃຈລາ ແຕ່ຍັງຮັກ


ຈຳໃຈລາ ແຕ່ຍັງຮັກ

 ຈຳໃຈລາ ແຕ່ຍັງຮັກ


#ຊາຍເອີຍ

ນ້ອງນີ້  ຈຳຈາກບ້ານ…ຖານຖິ່ນດິນນາ

ຈຳໃຈລາ ເຮືອນຮັກ…ພາກຊາຍຜູ່ໝາຍຊ້ອນ

ເພາະວ່າຄວາມຈົນຕ້ອນ…ຂົນຕາງອນຈຶ່ງຈອນຈາກ

ພາກເພື່ອນພົງພີ່ນ້ອງ…ນ້ຳຕານ້ອງຫຼັ່ງໄຫຼ ຊາຍເອີຍ


#ຊາຍເອີຍ

ເຖິງນ້ອງໄປຢູ່ກ້ຳ…ເມືອງໃຫຍ່ເມືອງຫຼວງ

ແຕ່ວ່າຊວງວາຈີ…ຍັງຈື່ຈຳຄຳເວົ້າ

ຄຳແມ່ເຮົາສອນໄວ້…ໃນໃຈຕະຫລອດ

ຄອງຄວາມຮັກໃຫ້ໝັ້ນ…ຄືຟ້າຄູ່ດິນ ຊາຍເອີຍ


#ຊາຍເອີຍ

ເຖິງວ່ານ້ອງຫ່າງຮ້າງ…ເຮືອນຮັກເຮົາມາ

ແຕ່ວ່າທາງຫົວໃຈ…ມອບຊາຍຜູ່ໝາຍຊ້ອນ

ນ້ອງບໍ່ໄຂກອນໃຫ້…ຊາຍໃດມາຮ່ວມ 

ຫົວໃຈນ້ອງສີ່ຫ້ອງ…ມີອ້າຍຜູ່ດຽວ ຊາຍເອີຍ...


#ຊາຍເອີຍ

ນ້ອງຄືປາເຂັງນ້ອຍ   ຊາຍຄອຍກຳຢູ່

ຢ້ານເດນ້ອນນີ້ຢ້ານ   ຊາຍນັ້ນປ່ອຍປາ

ປາເຂັງບໍ່ແດ່ວດີ້ນ      ໃຫ້ມືຊາຍອິດເມື່ອຍ ດອກນາ

ມີແຕ່ຊິຢູ່ນິ້ງ               ໃຫ້ຊາຍນ້າວກອດຊົມ 


ຈຳປາ ນາຄີ 

ຕອບບົດກອນ "ຫາກຊິລາຢ່າລືມຮັກ"

ຂອງບ່າວ ຄຳບຸນມີ ລອນວິໄຊ

໒໑ ສິງຫາ ໒໕໕໖


หมายเลขบันทึก: 635603เขียนเมื่อ 2 กันยายน 2017 17:39 น. ()แก้ไขเมื่อ 3 กันยายน 2017 14:58 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท