​ຄວາມ​ຊຸ່ມ​ຂອງ​ບັນ​ຍາ​ກາດ


  • ການລະເຫີຍອາຍຂອງນ້ຳ
  • ປະລິມານອາຍນ້ຳໃນອາກາດ
  • ການກັ່ນຕົວຂອງອາກາດ
  • ເຄື່ອງມືທີ່ໃຊ້ສຳຫຼວດຄວາມຊຸ່ມຂອງອາກາດ

ອາຍນ້ຳແມ່ນສີ່ງວັດຖຸໜື່ງທີ່ເປັນອານຸພາກນ້ອຍໆປະປົນໃນອາກາດ ແລະ ມີຢູ່ທຸກຫົນທຸກແຫ່ງອ້ອມໂລກ

ເຮົາ ມັເປັນປັດໄຈຕົ້ນຕໍທີ່ພາໃຫ້ມີເມກ ໝອກ ນ້ຳຄ້າງ ໝາກເຫັບ ຝົນ ຫິມະ ການທີ່ເກີດມີອາຍນ້ຳນັ້ນເນື່ອງຈາກນ້ຳໄດ້ຖຶກຄວາມຮ້ອນແຜດເຜົາແລ້ວກໍ່ລະເຫີຍອາຍອອກ ໃນນີ້ຍ້ອນຄວາມຮ້ອນຂອງແສງຕາເວັນ ແລະ ຄວາມຮ້ອນຂອງໄຟ

1.ອາຍນ້ຳທີ່ເກີດຂື້ນຍ້ອນຄວາມຮ້ອນຂອງແສງຕາເວັນ

ແມ່ນຈະເກີດຂື້ນໃນເວລາກາງເວັນເຊີ່ງເປັນເວລາທີ່ຕາເວັນສ່ອງແສງໃສ່ນ້ຳໃນມະຫາສະໝຸດ ທະເລ

ແມ່ນ້ຳລຳເຊ ໜອງ ບືງ ແລະ ບ່ອນອື່ນໆທີ່ມີນ້ຳ ຄວາມຮ້ອນຂອງແສງຕາເວັນນີ້ ໄດ້ແຜດເຜົານ້ຳໃນແຫລ່ງຕ່າງໆໃຫ້ຄ່ອຍລະເຫີຍເປັນອາຍ ແລ້ວກໍ່ລອຍໄປປະປົນໃນອາກາດດັ່ງນັ້ນຍ້ອນຄວາມຮ້ອນຂອງແສງຕາເວັນໃນແຕ່ລະມື້ຈື່ງມີອາຍນ້ຳທີ່ລະເຫີຍຈາກແຫລ່ງຕ່າງໆຂື້ນປະປົນໃນອາກາດ

2.ອາຍນ້ຳເກີດຂື້ນຍ້ອນຄວາມຮ້ອນຂອງໄຟ.

ເປັນອາຍນ້ຳທີ່ເກີດຈາກຄວາມຮ້ອນສູງສູງ ຈົນເຮັດໃຫ້ນ້ຳຟົດ ແລະ ກາຍເປັນອາຍເພີ່ນຈື່ງເອີ້ນອາຍນ້ຳ

ຊະນິດນີ້ວ່າ ອາຍນ້ຳຟົດ ອສຍນ້ຳຟົດນີ້ສາມມາດເກີດໄດ້ຕະຫຼອດເວລາຕົ້ນຕໍແມ່ນການຕົ້ມແກງອາຫານ ການຕົ້ມນ້ຳຕາມໂຮງງານຕ່າງໆ ອາຍນ້ຳທັ້ງສອງປະເພດນີ້ເມື່ອຕົກຢູ່ໃນທີ່ສະພາວະເໝາະສົມມັນຈະປ່ຽນສະພາບເປັນໝອກ ເມກ ນ້ຳຄ້າງ ຝົນ ແລະອື່ນໆ

ນອກຈາກບັນດາກາສຊະນິດຕ່າງໆ ແລະ ກຍັງມີອາຍນ້ຳປະປົນເພີ່ນພົບວ່າມັນມີປະລິມານເຖິງ 4% ໂດຍ

ບໍລິມາດເມື່ອເບີ່ງຕາມຕົວເລກເຮົາຈະເຫັນວ່າອາຍນ້ຳໃນບັນຍາກາດມີພຽງນ້ອຍເທົ່ານັ້ນເມື່ອທຽບກັບກາສຊະນິດອື່ີນໆ ທັ້ງນີ້ກໍສຸດລ້ວນແຕ່ອຸນຫະພູມຂອງອາກາດຈະຕ່ຳຫຼືສູງ ໝາຍຄວາມວ່າ ອາກາດຕາມບລິມາດນື່ງໃນບໍລິເວນໜື່ງທີ່ມີອຸນຫະພູມສູງຫຼື່ຕ່ຳໃນລະດັບໜື່ງເທົ່ານັ້ນ ແລະ ອາກາດທີ່ບັນຈຸອາຍນ້ຳໄວ້ໄດ້ຢ່າງເຕັມທີ່ເຊັ່ນນີ້ເອີ້ນວ່າ ອາກາດອີ່ມຕົວ ເຊີ່ງຕົວຢ່າງຈະສະແດງໃນຕາຕະລາງລຸ່ມນີ້

ອຸນຫະພູມ

ຄວາມສາມາດບັນຈຸອາຍນ້ຳ / 3ມ

ອຸນຫະພູມ

ຄວາມສາມາດບັນຈຸອາຍນ້ຳ / 3ມ

0

1

4

6

8

10

12

14

16

18

1,83g

5,57g

6,16g

7,25g

8,24g

9,36g

10,60g

11,99g

13,53g

15,25g

20

22

24

25

30

35

40

50

100

17,15g

19,25g

21,58g

22,83g

30,08g

39,23g

50,67g

61,23g

760g

ເມື່ອເບີ່ງຕາມຕາຕະລາງແລ້ວເຮົາຈະເຫັນວ່າລະດັບອາກາດອີ່ມຕົວນັ້ນມີການພົວພັນໂດຍກົງ ຢູ່ໃນລະດັບອຸນຫະພູມສູງໆນັ້ນອາກາດອີ່ມຕົວສູງຂື້ນໝາຍຄວາມວ່າອາກາດຮ້ອນມີຄວາມສາມາດບັນຈຸອາຍນ້ຳໄດ້ຫຼາຍກວ່າອາກາດເຢັນ ການບັນຈຸອາຍນ້ຳນັ້ນແມ່ນສາມາດບັນຈຸໄດ້ໃນປະລິມານທີ່ຈຳກັດ ດັ່ງນັ້ນເມື່ອອາກາດຫາກເຖິງຂີດອີ່ມຕົວແລ້ວ ແຕ່ຖ້າຢູ່ໃນອາກາດນັ້ນຍັງມີປະລິມານອາຍນ້ຳເຫຼືອອີກ ອາຍນ້ຳກໍຈະກາຍເປັນນ້ຳ ລັກສະນະນີ້ເຮົາເອີ້ນວ່າ ການກັ່ນຕົວຂອງອາຍນ້ຳນັ້ນເອງ.

ປະລິມານອາຍນ້ຳໃນອາກາດເຮົາສາມາດເອີ້ນໄດ້ຫຼາຍຢ່າງ ແຕ່ໂດຍທົ່ວໄປແລ້ວ ເຮົາມັກເອີ້ນລວມໆວ່າ ”ຄວາມຊຸ່ມ ” ເຊີ່ງເຮົາໃຊ້ປະກອບປະລິມານອາຍນ້ຳໃນອາກາດວ່າມີນ້ອຍຫຼາຍພຽງໃດນັ້ນມີຄື:

-ຄວາມຊຸ່ມສຳບູນ ຫຼື ຄວາມຊຸ່ມແທ້

-ຄວາມຊຸ່ມສຳພັດ

-ຄວາມຊຸ່ມຈຳເພາະ

-ຈຸດນ້ຳຄ້າງ

-ຣາຕີໂອປະສົມ

1.ຄວາມຊຸ່ມສຳບູນ ຫຼື ຄວາມຊຸ່ມແທ້

ແມ່ນມວນສານຫຼືນ້ຳໜັກຂອງອາຍນ້ຳທີ່ມີມີຈິງໂດຍຄິດໄລ່ເປັນກຣາມຂອງອາຍນ້ຳຕໍ່1ແມັດກ້ອນ

ຕົວຢ່າງວ່າ ໃນອາກາດ 1m3 ອາຍນ້ຳປະປົນຢູ່ 10,3ກຣາມ

2.ຄວາມຊຸ່ມສຳພັດ

ໝາຍເຖິງອັດຕາສ່ວນຂອງອາຍນ້ຳຕົວຈິງທີ່ມີໃນອາກາດທຽບໃສ່ຄວາມສາມາດບັນຈຸອາຍນ້ຳຂອງອາກາດຢູ່ໃນລະດັບອຸນຫະພູມທີ່ແນ່ນອນໃດໜື່ງ ເວົ້າໄດ້ວ່າມັນແມ່ນອັດຕາສ່ວນລະຫວ່າງມວນສານຂອງອາຍນ້ຳຕົວຈິງຕໍ່ມວນສານອາຍນ້ຳຫຼືອາກາດອີ່ມຕົວໃນລະດັບອຸນຫະພູມແນ່ນອນໃດໜື່ງແລະສະແດງຄ່າອອກມາເປັນສ່ວນຮ້ອຍ ດັ່ງນັ້ນ:

ຄວາມຊຸ່ມສຳພັດ =

ຕົວຢ່າງ: ວຽງຈັນມີອຸນຫະພູມ

-30ອົງສາເຊ

-ປະລິມານອາຍນ້ຳທີ່ມີຈິງໃນອາກາດ 25ກຣາມຕໍ່ແມັດ3

-ຄວາມສາມາດບັນຈຸນ້ຳຂອງອາກາດໃນອຸນຫະພູມ 30ອົງສາເຊ = 30,08ກຣາມ=100%

ເມື່ອອີງຕາມສູດຂ້າງເທິງນັ້ນເຮົາຈະໄດ້

ຄວາມຊຸ່ມສຳພັດ =

ເມື່ອອຸນຫະພູມປ່ຽນຈາກຮ້ອນເປັນເຢັນ ຄວາມຊຸ່ມສຳພັດກໍ່ຈະເພີ່ມຂື້ນ ເມື່ອຮອດ 100% ອາກາດກໍ່ຈະອີ່ມຕົວ ຖ້າເກີນ 100% ອາກາດກໍຈະກັ່ນຕົວເປັນນ້ຳ

3.ຄວາມຊຸ່ມຈຳເພາະ.

ແມ່ນອັດຕາສ່ວນຂອງມວນສານຫຼືນ້ຳໜັກຂອງອາຍນ້ຳທີ່ຄິດໄລ່ເປັນກຣາມຕໍ່ອາກາດ 1ກິໂລກຣາມເຊີ່ງ

ໃນ1ກິໂລກຣາມຂອງອາກາດນັ້ນກໍ່ຈະຄິດໄລ່ນ້ຳໜັກຂອງອາຍນ້ຳລວມຢູ່ນຳ ຄື ອາກາດໜັກ1ກິໂລກຣາມ ມີອາຍນ້ຳປະປົນຢູ່ 15,3 ກຣາມ ດັ່ງນັ້ນຄວາມຊຸ່ມຈຳເພາະຈື່ງເທົ່າກັບ 14,3 ກຣາມຕໍ່ອາກາດ 1 ກິໂລກຣາມ.

4.ຈຸດນ້ຳຄ້າງ

ໝາຍເຖິງອຸນຫະພູມທີ່ຫຼຸດລົງຈົນເຖີງຂີດອາກາດທີ່ບໍ່ທັນອີ່ມຕົວ ເຊັ່ນວ່າ ອຸນຫະພູມ 10ອົງສາ

ເຊ ອາກາດບັນຈຸອາຍນ້ຳໄດ້ 17,15ແມັດ3 ແຕ່ໃນຂະນະນັ້ນປະລິມານອາຍນ້ຳໃນອາກາດມີພຽງ 13,53ກຣາມ ແຕ່ເມື່ອອຸນຫະພູມລົດລົງເຖິງ 16ອົງສາເຊ ອາກາດກໍອີ່ມຕົວພໍດີນັ້ນກໍ່ສະແດງວ່າຈຸດນ້ຳຄ້າງຄື 16ອົງສາເຊນັ້ນເອງ.

5.ຣາຕີໂອ ປະສົມ

ຣາຕີໂອລີປະສົມ ຫຼື ອັດຕາ ປະສົມ ຄືອັດຕາສ່ວນລະຫວ່າງມວນສານຂອງອາຍນ້ຳເຊີ່ງຄິດໄລ່ເປັນກຮາມຕໍ່

ນ້ຳໜັກຂອງອາກາດແຫ້ງ 1 ກິໂລກຣາມ

1.ເງື່ອນໄຂທີ່ພາໃຫ້ອາຍນ້ຳກັ່ນຕົວເປັນນ້ຳ

ດັ່ງທີ່ກ່າວມາແລ້ວວ່າ ອາກາດມີຄວາມສາມາດບັນຈຸອາຍນ້ຳໄດ້ ແມ່ນຂື້ນກັບອຸນຫະພູມ ຖ້າອຸນຫະພູມສູງ

ກໍຈະບັນຈຸໄດ້ຫຼາຍ ຖ້າອຸນຫະພູມຕ່ຳກໍ່ຈະບັນຈຸໄດ້ນ້ອຍ ເມື່ອອຸນຫະພູມລົດລົງຈົນຮອດຂີດຈຸດນ້ຳຄ້າງແລ້ວ ອາກາດກໍຈະອີ່ມຕົວ ແລະ ໃນເວລານັ້ນອາກາດກໍຈະກັ່ນຕົວກາຍເປັນເມັດນ້ຳນ້ອຍໆ ເຊີ່ງມີເສັ້ນຜ່າສູນກາງຍາວບໍ່ພໍເທົ່າໃດຍ້ອນມັນມີຂະໜາດນ້ອຍ ແລະ ຖຶກກະແສອາກາດທີ່ເຄື່ອນຕາມແນວຕັ້ງຢ່າງເບົາໆເປັນຜູ້ຊູໄວ້ ເນື່ອງຈາກອຸນຫະພູມເປັນປັດໄຈທີ່ີສຳຄັນທີ່ພາໃຫ້ອາກາດເກີດການອີ່ມຕົວມັນຕ້ອງຢູ່ໃນເງື່ອນໄຂທີ່ອຸນຫະພູມຂອງອາກາດຕ້ອງລົດລົງເຖິງຂີດອາກາດອີ່ມຕົວເຖິງຈຸດນ້ຳຄ້າງ ໝາຍຄວາມວ່າ ອຸນະພູມຕ້ອງລົດລົງຈົນຮອດຈຸດ ຫຼື ຂອບເຂດທີ່ອາກາດໍ່ສາມາດຈະຮັກສານ້ຳທີ່ມີໃນຂະນະນັ້ນໃຫ້ຢູ່ໃນສະພາວະເປັນອາຍໄດ້ອີກັ້ນເອງ.ກໍລະນີໜື່ງອີກຄຶຖ້າອຸຫະພູມຫາກຄົງທີ່ອາຍນ້ຳຈະກັ່ນຕົວກາຍເປັນນ້ຳໄດ້ກໍຕໍ່ເມຶ່ອປະລິມານອາຍນ້ຳມີການເພີ່ມຂື້ນຈົນເຖິງຂີດຂອງການອີ່ມຕົວຕາມລຳດັບອັນແນ່ນອນໃນອຸນຫະພູມໃນເວລານັ້ນ,ຕົວຢ່າງຄື: ໃນມື້ໜຶ່ງຂອງຍາມແລງອຸນຫະພູຂອງອາກາດແມ່ນຢູ່ໃນລະດັບ250ແລະຢູ່ໃນອາກາດນັ້ນມີປະລິມານອາຍນ້ຳພຽງແຕ່15,25g/ມ ເທົ່ານັ້ນມັນຈຶ່ງບໍ່ສາມາດທິ່ຈະເກີດການກັ່ນຕົວຂອງອາຍນ້ຳໄດ້ແຕ່ໃນມື້ໜຶ່ງຂອງຍາມຝົນຊຶ່ງມີອຸນຫະພູມໃນລະດັບດຽວກັນນີ້ແຕ່ອາຍນ້ຳໃນອາກາດໄດ້ເພີ່ມຂຶ້ນເຖິງ 30g/ມ,ດັງນັ້ນຈຶ່ງພາໃຫ້ມີຝົນຕົກນອກຈາກນີ້ແລ້ວ,ເມັດວັດຖູຕ່າງໆຊຶ່ງເປັນອະນຸພາກນ້ອຍໆທີ່ມີໃນອາກາດນັ້ນກໍແມ່ນອິກປັດໃຈໜຶ່ງທີ່ຊ່ວຍເລັ່ງລັດໃຫ້ອາຍນ້ຳກັ່ນຕົວໄດ້ໄວຂຶ້ນເພາະວ່າອາໄສເມັດວັດຖູຕ່າງໆເລົ່ານີ້ອາຍນ້ຳຈຶ່ງຈັດກຸ່ມກັນເຂົາກາຍເປັນເມັດນ້ຳໄດ້ໄວ

ຄຶຖ້າອຸຫະພູມຫາກຄົງທີ່ອາຍນ້ຳຈະກັ່ນຕົວກາຍເປັນນ້ຳໄດ້ກໍຕໍ່ເມຶ່ອປະລິມານອາຍນ້ຳມີການເພີ່ມຂື້ນຈົນເຖິງຂີດຂອງການອີ່ມຕົວຕາມລຳດັບອັນແນ່ນອນໃນອຸນຫະພູມໃນເວລານັ້ນ,ຕົວຢ່າງຄື: ໃນມື້ໜຶ່ງຂອງຍາມແລງອຸນຫະພູຂອງອາກາດແມ່ນຢູ່ໃນລະດັບ250ແລະຢູ່ໃນອາກາດນັ້ນມີປະລິມານອາຍນ້ຳພຽງແຕ່15,25g/ມ ເທົ່ານັ້ນມັນຈຶ່ງບໍ່ສາມາດທິ່ຈະເກີດການກັ່ນຕົວຂອງອາຍນ້ຳໄດ້ແຕ່ໃນມື້ໜຶ່ງຂອງຍາມຝົນຊຶ່ງມີອຸນຫະພູມໃນລະດັບດຽວກັນນີ້ແຕ່ອາຍນ້ຳໃນອາກາດໄດ້ເພີ່ມຂຶ້ນເຖິງ 30g/ມ,ດັງນັ້ນຈຶ່ງພາໃຫ້ມີຝົນຕົກນອກຈາກນີ້ແລ້ວ,ເມັດວັດຖູຕ່າງໆຊຶ່ງເປັນອະນຸພາກນ້ອຍໆທີ່ມີໃນອາກາດນັ້ນກໍແມ່ນອິກປັດໃຈໜຶ່ງທີ່ຊ່ວຍເລັ່ງລັດໃຫ້ອາຍນ້ຳກັ່ນຕົວໄດ້ໄວຂຶ້ນເພາະວ່າອາໄສເມັດວັດຖູຕ່າງໆເລົ່ານີ້ອາຍນ້ຳຈຶ່ງຈັດກຸ່ມກັນເຂົາກາຍເປັນເມັດນ້ຳໄດ້ໄວ

  • ຜົນຈາກການກັ່ນຕົວຂອງອາຍນໍ້າ

ກ. ນ້ຳຄ້າງ

ນ້ຳຄ້າງແມ່ນຜົນທີ່ສຶບເນຶ່ອງມາຈາກການກັ່ນຕົວຂອງອາຍນ້ຳໃນຍ່ານຕ່ຳຫຼືລະດັບຂອງໜ້າດິນ.ມັນເກີດຂຶ້ນໃນຕອນເດີກຂອງຄຶນດັງກ່າວນັ້ນ,ແຜ່ນດິນນັບທັງຕົນໄມ້ໃບຫຽ້າແລະວັດຖູອຶ່ນໆທີ່ຕັ້ງຢູ່ກາງແຈ້ງຈະຄ້າຍຄວາມຮ້ອນແລະຈ່າຍລົງສີມຶດອອກໄປຢ່າງວ່ອງໄວ,ຈຶ່ງເຮັດໃຫ້ມັນເຢັນລົງໄວແລະເມຶ່ອເຖິງຕອນເດິກມັນກໍຈະຍັງເຢັນຈັດເຂົ້າໃນເວລານັ້ນອາຍນ້ຳທີ່ລອຍມາກະທົບກັບສິ່ງຕ່າງໆເຫຼົ່ານີ້ກໍຈະກາຍຕົວກາຍເປັນຢົດນ້ຳນ້ອຍຄ້າງຢູ່ຕາມໃບໄມ້ໃບຫຽ້າຫຼືຢູ່ຕາມວັດຖູຕ່າງໆດັງກ່າວ,ໂດຍມີສີໃສເຫຼຶ້ອມເມຶ່ອຕອບກັບແສງໄຟຫຼືແສງຕາເວັນກໍຈະເຜົານ້ຳຄ້າງນີ້ໃຫ້ກັບກາຍເປັນອາຍນ້ຳໄປອິກຕາມເດິມ

ຂະບວນວິວັດຂອງການເກີດເປັນນໍ້າຄ້າງນີ້ກໍບໍ່ຕ່າງຫັຽງກັບການທີ່ເຮົາເອົານໍ້າກ້ອນໃສ່ຈອກແກ້ວຫຼືຢາງ ແລ້ວປະໄວ້ຊົ່ວໄລຍະໜຶ່ງ,ເຮົາກໍຈະເຫັນຍົດນໍ້ານ້ອຍໆຕິດຢູ່ທາງນອກຂອງຈອກ, ການທີ່ເປັນເຊັ່ນນັ້ນບໍ່ແມ່ນວ່ານໍ້າກ້ອນທີ່ເປຶ່ອຍໃນຈອກຮົ່ວຊຶມອອກມາທາງນອກຂອງຈອກນັ້ນດອກແຕ່ຫາກເປັນຍ້ອນວ່ານໍ້າກ້ອນໄດ້ເຮັດໃຫ້ຈອກນັ້ນເຢັນລົງຫຼາຍແລະເມຶ່ອອາຍນໍ້າທີ່ຢູ່ອ້ອມຂ້າງນັ້ນມາກະທົບໃສ່ມັນ,ອາຍນໍ້ານັ້ນກໍຈຶ່ງກັ່ນຕົວກາຍເປັນເມັດນໍ້າຄືໄດ້ກ່າວມານັ້ນ

ໃນເງຶ່ອນໄຂອຸນຫະພູມຂອງໜ້າດິນຫາກຍັງຢູ່ຕໍ່າກ່ວາ 0 ອົງສາ ຢູ່ນັ້ນອາຍນໍ້າທິ່ກັ່ນຕົວແລະປ່ຽນສະພາບເປັນນ້ຳຄ້າງໄດຄືດັງກ່າວມາ , ແຕ່ຖ້າວ່າອຸນຫະພູມຫາກຕ່ຳກ່ວາ 0 ອົງສາ ແລ້ວນ້ຳຄ້າງກໍບໍ່ສາມາດເກີດຂຶ້ນໄດ້,ມັນຈະກາຍເປັນເມັດນ້ຳກ້າມທີ່ຢາຍຢູ່ຕາມໜ້າດິນບາງເທຶ່ອກໍທ້ອນໂຮມກາຍເປັນແຜ່ນນ້ຳກ້າມບາງໆປົກຄຸມໜ້າດິນຢູ່ກໍລະນີດັງກ່າວນີ້ເພິ່ນເອີ້ນວ່າ “ໝອກຂຶ້ນ” ຫຼື ນ້ຳກ້າມຊຶ່ງເຄິຍພົບເຫັນຢູ່ເລຶ້ອຍໆຢູ່ເຂດພູດອຍໃນເຂດພາກເໜຶອຂອງປະເທດລາວເຮົາ

ຢູ່ບັນດາປະເທດອົບອຸ່ນຫຼືຂ້ອນຂ້າງໜາວອຸນຫະພູມຂອງຕອນກາງຄຶນໃນທ້າຍລະດູໃບໄມ້ຫຼົ່ນແລະໃນລະດູໜາວນັ້ນມັນລົງຕ່ຳສົມຄວນຈຶ່ງເຮັດໃຫ້ນ້ຳທີ່ຫົ້ງຢູ່ຕາມໜ່າດິນຊຶ່ງເກີດຈາກນ້ຳຝົນຫຼືນ້ຳກ້າມເປຶ່ອຍໃນຍາມກາງເວັນນັ້ນກ້າມເຂົ້າເປັນແຜ່ນນ້ຳກ້າມປົກຄູມຢູ່ຕາມໜ້າດິນເປັນຕົ້ນແມ່ນຢູ່ຕາມຖະໜົນຫົນທາງກໍລະນີດັງກ່າວນີ້ເພິ່ນເອິ້ນວ່າ. ຝານນ້ຳກ້າມ ຊຶ່ງແມ່ນແຜ່ນນ້ຳກ້າມບາງໆ ໜາປະມານ( 4 - 5 cm )ທີ່ກ້ຽງແລະມຶ່ນຫຼາຍອັນທີພາໃກຫ້ເກີດອຸປະຕິເຫດເລຶ້ອຍໆຕາມຖະໜົນຫຼວງ

ນໍ້າຄ້າງແລະໝອກຂູ້ນທີ່ກ່າວມາຂ້າງເທິງນີ້,ຖ້າວ່າຢູ່ເຂດຊຸ່ມຊຶ່ນນັ້ນມັນຈະບ່ມີຄວາມໝາຍປານໃດແຕ່ຖ້າຢູ່ເຂດເຄິ່ງແຫ້ງແລ້ງຫຼືເກຶອບແຫ້ງແແລ້ງນັ້ນເຫັນວ່າ ມັນມີຄວາມໝາຍຫຼາຍທີ່ສຸດເພາະມັນມີປະໂຫຍດຕໍ່ການຂະຽາຍຕົວຂອງພຶດພັນຕ່າງໆຢູ່ບ່ອນໃດທີມັກມີນ້ຳຄ້າງຫຼາຍເຮົາຈະເຫັນວ່າຫຍ້າຫຼືພຶດພັນຕ່າງໆມີຄວາມຈະເລິນງອກງາມ

ຂ. ໝອກ

ແມ່ນອາຍນໍ້າທີ່ກັ່ນຕົວກາຍເປັນລະອອງນໍ້ານ້ອຍໆເກາະກັນເປັນກຸ່ມຄ້າຍຄຶຄັວນສີຂາວໆລອຍຢູ່ໃນຍ່ານຕໍ່າໃກ້ກັບໜ້າດິນຊຶ່ງອາດຈະລອຍຢູ່ເໜຶອພື້ນດິນ,ຢູ່ເທິງໜ້າແມ່ນ້ຳ,ໜອງ,ບຶງ,ຫຼືໜ້າແມ່ນ້ຳທະເລມັນຈະມີຂຶ້ນໃດ້ໃນຕອນກາງຄຶນຫຼືໃນລະດູໜາວບ່ອນທີ່ອາກາດຊຸ່ມຫຼືຢູ່ໃນຍ່ານຕໍ່ານັ້ນກໍເພາະວ່າ,ໃນເວລາດັງກ່າວນັ້ນອຸນຫະພູມຂອງອາກາດໄດລົດລົງຕ່ຳຫຼາຍແລະຍ້ອນວ່າອາກາດທີ່ຢູູ່ໃນເຂດຕ່ຳນີ້ເປັນອາກາດທີ່ເປຶ້ອນເປີ໊ຫຼາຍເພາະມີຂີ້ຝຸ່ນໆລອຍຢູ່ໃນຍ່ານຕໍ່າໃກ້ກັບໜ້າດິນຊຶ່ງອາດຈະລອຍຢູ່ເໜຶອພື້ນດິນ,ຢູ່ເທິງໜ້າແມ່ນ້ຳ,ໜອງ,ບຶງ,ຫຼືໜ້າແມ່ນ້ຳທະເລມັນຈະມີຂຶ້ນໃດ້ໃນຕອນກາງຄຶນຫຼືໃນລະດູໜາວບ່ອນທີ່ອາກາດຊຸ່ມຫຼືຢູ່ໃນຍ່ານຕໍ່ານັ້ນກໍເພາະວ່າ,ໃນເວລາດັງກ່າວນັ້ນອຸນຫະພູມຂອງອາກາດໄດລົດລົງຕ່ຳຫຼາຍແລະຍ້ອນວ່າອາກາດທີ່ຢູູ່ໃນເຂດຕ່ຳນີ້ເປັນອາກາດທີ່ເປຶ້ອນເປີ໊ຫຼາຍເພາະມີຂີ້ຝຸ່ນ,ຄັວນໃຟ,ເກສອນດອກໄມ້ແລະອຶ່ນໆປະປົນຢູ່ສິ່ງຕ່າງໆເຫຼົ່ານີ້ໄດ້ເປັນປັດໃຈສຳຄັນທີ່ຊ່ວຍໃຫ້ອາຍນ້ຳເກີດການກັ່ນຕົວເປັນເມັດນ້ຳໄດ້ໄວຂຶ້ນດັງນັ້ນຢູ່ຕາມຕົວເມຶອງໃຫ່ຽຕ່າງໆ ບ່ອນທີມີໂຮງງານອຸດສະຫະກຳຫຼາຍນັ້ນຈຶ່ງມັກມີໝອກກົ້ວຢູ່ເລຶ້ອຍໆ

ໂດຍອິງຕາມລັກສະນະແລະຄວາມໜາແໜ້ນຂອງມັນ,ເພິ່ນໄດ້ແບ່ງໝອກນີ້ອອກເປັນ2ລະດັບແຕກຕ່າງກັນຄື:

  • ຖ້າວ່າມັນປົກຄູມທົ່ວໆໄປເປັນບໍລິເວນກ້ວາງແລະຕຶບໜາຫຼາຍໂດຍເຮັດທັດສະນະວິໄສບໍ່ກະຈາງແຈ້ງປານໃດຄຶຖ້າເຮົາບໍ່ສາມາດເບິ່ງໝອກກົ້ວນີ້ໃຫ້ເຫັນໄດໄດ້ເຖິງ 1 ກິໂລແມັດນັ້ນເພິ່ນເອິ້ນວ່າໝອກໜາຊຶ່ງບາງຄັ້ງກໍເຮັດໃຫ້ເຮົາບໍ່ສາມາດເບິ່ງເຫັນໃດ້ໃນໄລຍະເວລາ 1 ແມັດ ຂ້າງໜ້າທີ່ເອິ້ນວ່າ ໝອກ ຢູ່ປະເທດອັງກິດດັງນີ້ເປັນຕົ້ນ
  • ຖ້່ວ່າມີລັກສະນະເບົາບາງກ່ວແລະພາໃຫ້ທັດສະນະວິໃສດີຂຶ້ນກ່ວາເກົ່າ,ໝາຍຄວາມວ່າເຮົາສາມາດເບິ່ງເຫັນບໍ່ລິເວນຮອບໆໄດ້ໄກເຖິງ 1 ກິໂລແມັດ ຂຶ້ນໃປນັ້ນເພິ່ນເອິ້ນວ່າໝອກບາງ

ໝອກນີ້ສາມາດເກິດຂຶ້ນໃດ້ໃນຫຼາຍກໍລະນີແລະມີຫຼາຍປະເພດດ້ວຍກັນເຊິ່ງມີຂະບວນວິວັດຂອງການກໍ່ເກີດເປັນຄືດັງນີ້:

  • ໝອກເກີດຈາກຜົນຂອງການກະຈາຍລັງສີມືດຂອງໜ້າດິນ: ໝອກປະເພດນີ້ມັກເກີດມີຂຶ້ນໃນລະດູໜາວຢູ່ເຂດອົບອຸ່ນມັນເກີດຂຶ້ນໄດ້ຍ້ອນໃນຍາມກາງຄຶນແຜ່ນດິນໄດ້ຄາຍຄວາມຮ້ອນແລະກະຈາຍລັງສີມຶດອອກເຮັດໃຫ້ອຸນຫະພູມຂອງອາກາດທີ່ຕິດຢູ່ກັບໜ້າດິນນັ້ນຕ່ຳລົງຫຼາຍຈົນເຖິງຂີດຂອງຈຸດນ້ຳຄ້າງດັງນັ້ນອາຍນ້ຳທີ່ມີຢູ່ໃນອາກາດນັ້ນມັນຈະຈັບກຸມກັນປົກຄູມຢູ່ຕາມບໍລິເວນທິ່ຊຸ່ມກ່ວາແລະມີລະດັບໜາບໍ່ພໍເທົ່າໃດມັນກໍຍິ່ງຂະຫຽາຍຕົວອອກແລະເມຶ່ອເຖິງຍາມເຊົ້ານັ້ນມັນຈະມີລະດັບໜາຕັ້ງແຕ່ 5 ຫາ 20 ແມັດ ສຳລັບຢູ່ເຂດທົ່ງພຽງຈະໜາກ່ວານັ້ນສຳລັບຢູ່ເຂດຮ່ອມພູໝອກປະເພດນີ້ເອີ້ນວ່າ ໝອກກະຣາດຽງປິ້ນໃນຍ່ານຕ່ຳ ເຊິ່ງເກີດຈາກການປິ້ນກັບຂອງອຸນຫະພູມຕາມແນວຕັ້ງນັ້ນເອງ
  • ໝອກທີ່ເກີດຈາກການປະທະກັນຂອງອາກາດຮ້ອນແລະອາກາດເຢັນ: ໝອກໄກ້ແນວປະທະຂອງອາກາດເປັນໝອກທີ່ມີລະດັບຄວາມໜາກ່ວາທຸກປະເພດແຕ່ວ່າບໍ່ຕຶບປານໃດແລະເປັນໝອກທີ່ມີຝົນຍຸບປະປົນນຳເລັກນ້ອຍ.ເປັນແນວນັ້ນກໍຍ້ອນວ່າເມຶ່ອປະທະກັບອາກາດໜາວນັ້ນ,ອາກາດຮ້ອນໄດ້ເຄຶ່ອນທີ່ຂຶ້ນທາງເທິງແລ້ວເຢັນລົງແລະພາໃຫ້ມີຝົນຕົກຜ່າອາກາດໜາວທີ່ຢູ່ທາງລຸ່ມນັ້ນລົງມາ.ນ້ຳຝົນເຊິ່ງຍັງອຸ່ນກ່ວາອາກາດນາວດັງກ່າວ ທີ່ບໍ່ທັນອີ່ມຕົວນັ້ນເມຶ່ອລົງມາກະທົບກັບອາກາດແລ້ວກໍພາໃຫ້ເກີດການອີ່ມຕົວແລ້ວກໍພາໃປເຖິງການກັ້ນຕົວຂອງອາຍນ້ຳແລະເກີດມີໝອກຄືດັງກ່າວມານັ້ນ
  • ການເກິດເປັນເມກ .
  • ສະພາບແລະລັກສະນະຂອງເມກ:

ຍ້ອນການຄາຍຄວາມຮ້ອນຂອງໜ້າດິນຄຶດັງກ່າວມານັ້ນ,ມັນຍັງພາໃຫ້ເກີດມີໝອກຢູ່ເທິງໜ້ານໍ້າໃນແຫຼງນໍ້າຕ່າງໆອີກເຊັ່ນ: ໝອງ,ບຶງ,ແມ່ນ້ຳ ເປັນຕົ້ນແຕ່ວ່າຂະບວນວິວັດຂອງການເກີດຂອງມັນນັ້ນເຫັນວ່າມີການແຕກຕ່າງໜ້ອຍໜຶ່ງເມຶ່ອທຽບກັບການກໍ່ເກີດເປັນໝອກຢູ່ເທິງພຶ້ນດິນທີ່ໄດ້ກ່າວມາແລ້ວນັ້ນ,ກ່າວຄືໃນຕອນເຊົ້າ,ຍ້ອນວ່າແຜ່ນດິນເຢັນລົງຽາຍນັ້ນໃດ້ພາໃຫ້ອາກາດເຢັນລົງດ້ວຍແລະເຢັນກ່ວານ້ຳເສຍອິກ.ໃນຂະນະນັ້ນນ້ຳເຊິ່ງອຸ່ນກ່ວາ ອາກາດມີການລະເຫີຍອາຍຂຶ້ນໄປແລະເມຶອອາຍນ້ຳປິວຂຶ້ນໄປກະທົບກັບອາກາດທີ່ເຢັນກ່ວານັ້ນມັນກໍຈຶ່ງກັ່ນຕົວກາຍເປັນລະອອງນ້ຳນ້ອຍໆເກາະກ່າຍກັນເປັນກຸ່ມລອຍຢູ່ເໜຶອໜ້ານ້ຳຊຶ່ງເບິງແລ້ວຄ້າຍຄຶວ່າ:ນ້ຳມັນຮ້ອນແລະມີຄັວນສີຂາວລອຍຂຶ້ນໝອກປະເພດດັງກ່າວນີ້ເພິ່ນເອິ້ນວ່າ “ brouillards de drainagr “

ນອກຈາກນີ້ແລ້ວໝອກອິກປະເພດໜຶ່ງເຊິ່ງເອິ້ນວ່າ ໝອກກາຣາດຽງປິ້ນໃນຍ່ານສູງ ກໍແມ່ນໝອກທີ່ເກີດຈາກສາເຫດທີ່ໜ້າດິນເຢັນລົງຽາຍໃນເວລາກາງຄຶນນັ້ນເຊັ່ນດຽວກັນ. ແຕ່ການວິວັດຂອງການເກີດຂຶ້ນນັ້ນມີອັນແຕກຕ່າງອອກໃປໝອກປະເພດນີ້ເປັນໝອກທີ້ປົກຄູມຢູ່ໃນຍ່ານສູງແດ່ໜ້ອຍໜຶ່ງຄື:ສູງປະມານ 50 – 70 ແມັດຈາກໜ້າດິນຂະບວນວິວັດດັງກ່າວນີ້ເກີດຈາກສາເຫດທີ່ໝກຊັ້ນຕ່ຳທີ່ໃກ້ກັບໜ້າດິນນັ້ນລອຍຕົວສູງຂຶ້ນເມຶ່ອໜ້າດິນເລີ່ມໄດ້ຮັບແສງສະຫ່ວາງໃນຍາມເຊົ້ານັ້ນແຕ່ໝອກດັ່ງກ່າວນີ້ບໍ່ຖືກລະລາຍຕົວເພາະອາກາດຢູ່ໃນບໍ່ລິເວນມັນປົກຄູມນັ້ນມີລັກສະນະປົກກະຕິດີແລະມີສະຖຽນນະພາບດັ່ງນັ້ນໃນຍາມກາງເວັນນັ້ນຈຶ່ງມີພຽງແຕ່ອາກາດທີ່ຢູ່ເທິງຊັ້ນໝອກຂຶ້ນໃປເທົ່ານັ້ນທີ່ຖຶກເຜົາໄໝ້ຈາກດວງຕາເວັນສ່ວນວ່າອາກາດທີ່ຢູ່ທາງລຸ່ມນັ້ນກໍຄົງຍັງເຢັນຢູ່ຈຶ່ງເຮັດໃຫ້ອຸນຫະພູມຂອງອາກາດຢູ່ 2 ພາກສ່ວນນັ້ນມີຄວາມແຕກຕ່າງກັນແລະພາໃຫ້ເກີດກະຣາດຽງປິ້ນດັງນັ້ນເພິ່ນຈຶ່ງເອີ້ນໝອກທີ່ເກີດຂຶ້ນຕາມກໍລະນີດັງກ່າວນີ້ວ່າ: ໝອກກະຣາດຽງປິ້ນໃນຍ່ານສູງຄືດັງກ່າວແລ້ວແລະໝອກປະເພດນີ້ກໍອາດຈະຄົງຕົວໄດ້ຕັ້ງຫຼາຍວັນຖ້າວ່າຟ້າອາກາດຢູ່ໃນບໍລິເວນນັ້ນບໍ່ມີການປ່ຽນແປງ

  • ໝອກທີ່ເກີດຈາກການເຄຶ່ອນທີ່ຕາມລວງຂອງອາກາດ: ໝອກທີ່ເກີດຂຶ້ນຈາກຜົນການເຄຶ່ອນທີ່ຕາມແນວນອນຂອງອາກາດນີ້ມັກມີຂຶ້ນຢູ່ຂົງເຂດທີ່ອຸນຫະພູມຂອງແຕ່ລະລະດູມີລັກສະນະກົງກັນຂ້າມກັນຄືໃນລະດູໜາວເມຶ່ອອາກາດຈາກທະເລທີ່ຊຸ່ມຊຶ່ນແລະອົບຸ່ນກ່ວາໄດ້ເຄຶ່ອນໃປຫາແຜ່ນດິນແລະພົບກັບຄວາມເຢັນແລ້ວກໍຈະພາໃຫ້ມີໝອກກົ່ວຢູ່ຕາມແຄມຝັ້ງທະເລເອິ້ນວ່າໝອກແຄມທະເລ ສ່ວນໃນລະດູຮ້ອນອາກາດຮ້ອນຈາກແຜ່ນດິນເຄຶ່ອນທີ່ໃປພົບຄວາມເຢັນຢູ່ເທິງໜ້າທະເລມັນກໍຈະເກີດໝອກກົ້ວຂື້ນເຊັ່ນດຽວກັນເອີ້ນວ່າໝອກໜ້າທະເລ ຊຶ່ງເດັ່ນກ່ວາໝູ່ກໍແມ່ນໝອກກົ້ວຢູ່ເທິງເຂດກະແສນ້ຳເຢັນຕ່າງໆໝອກດັງກ່າວນີ້ສາມາດຄົງຕົວຢູ່ໄດ້ເປັນເວລາເຫິງນານຄືມັນອາດຈະບັງແສງແດດໄດ້ນານເຖິງເຄິ່ງປີກໍເປັ້ນໄດ້

ຄ. ເມກຫຼືເຝຶ້ອ

ປັດໃຈຂອງການກໍ່ເກີດເປັນເມກກໍຄ້າຍຄືກັບປັດໃຈຂອງການກໍ່ເກີດເປັນໝອກແລະນໍ້າຄ້າງ,ຕ່າງແຕ່ວ່າ ເມກນັ້ນຢູ່ສູງຈາກໜ້າດິນຕັ້ງຫຼາຍຮ້ອຍແມັດຫາຫຼາຍພັນແມັດ ເມກເກີດຈາກຜົນຂອງອາກາດຊຸ່ມຈາກທີ່ຕ່ຳຊຶ່ງເຄຶ່ອນຂຶ້ນສູ່ທ້ອງຟ້າແລະເມຶ່ອພົບກັບຄວາມເຢັນອາຍນ້ຳໃນອາກາດກໍຈະກັ້ນຕົວກາຍເປັນລະອອງນ້ຳນ້ອຍໆແລ້ວຈັບກຸ່ມກັນເຂົ້າໃຫ້ເປັນກ້ອນ,ເປັນໂງ່ນ,ເປັນແຜ່ນຫຼືເປັນຊໍ່ ລອຍໃປມາຢູ່ໃນທ້ອງຟ້າເວົ້າລວມແລ້ວສາເຫດພື້ນຖານຂອງການກໍ່ເກີດເປັນເມກນັ້ນແມ່ນການເຢັນລົງຂອງອາກາດທີ່ເຄຶ່ອນຕົວຂຶ້ນຕາມແນວຕັ້ງຊຶ່ງພາໃປເຖິງການອີ່ມຕົວແລະການກັ້ນຕົວຂອງອາຍນ້ຳນັ້ນເອງ

ເມກທີ່ລອຍຢູ່ໃນທ້ອງຟ້ານັ້ນມີລັກສະນະແຕກຕ່າງກັນໃປເມກບາງຊະນິດກໍເປັນເມກບາງໆລອຍຢູ່ສູງໆ,ມັນເປັນເມກທີ່ປະກອບດ້ວຍເມັດມະນີນ້ຳແຂງນ້ອຍໆແລະມີລັກສະນະໂປງແສງດີ,ໝາຍຄວາມວ່າແສງຕາເວັນສາມາດສ່ອງຜ່ານສູ່ໜ້າດິນໄດສະດວກເມກບາງຊະນິດກໍເປັນເມກສີໝົ່ນ ຫຼື ສີຂາວແລະໂປງແສງພຽງເລັກນ້ອຍຄືເມຶ່ອເບິ່ງຜ່ານເມກດັງກ່າວນີ້ເຮົາສາມາດເຫັນດວງຕາເວັນຄືເກິ້ງ ແຕ່ແສງສະຫວ່າງຂອງຕາເວັນນັ້ນບໍ່ສາມາດຮັດໃຫ້ເກີດຮົ່ມຫຼືເງົາໄດ້ແຕ່ເມກບາງຊະນິດກໍເປັນເມກສີດຳມືດແລະຕຶບຕໍ່ລັງສີຄືຖ້າວ່າມັນປົກຄູມທ້ອງຟ້າແລ້ວກໍຈະເຮັດໃຫ້ທອງຟ້າມືດມົວແລະມີຝົນຕົກ

ເມຶ່ອເວົ້າເຖິງຮູບຮ່າງລັກສະນະຂອງເມກໃນທ້ອງຟ້ານັ້ນກໍເຫັນວ່າມັນມີຮູບຮ່າງແຕກຕ່ງກັນໄປເມກບາງໂງ່ນມີລັກສະນະຄາຍຄືກັບຄົນ,ສັດ,ຕົ້ນໄມ້ຫຼືພູອຶ່ນໆ ສຸດແລ້ວແຕ່ມະໂນພາບຂອງຜູ້ສັງເກດວ່າຈະເຫັນຄ້າຍຄືອັນໃດແຕ່ເຖິງຢ່າງໃດກໍຕາມ,ຮູ້ບຮ່າງລັກສະນະຂອງເມກນີ້ກໍເປັນປັດໃຈໜຶ່ງທີ່ບົ່ງບອກເຖິງສະພາບການເຄຶ່ອນໄຫວຂອງອາກາດຄື:

  • ຖ້າອາກາດຫາກຢູ່ໃນສະພາບດີເມກກໍມີຮູບຮ່າງເປແລະຢູ່ໃນລັກສະນະທາງນອນ
  • ຖ້າວ່າອາກາດຫາກປັ່ນປວນເມກກໍຈະມີຮູບຮ່າງລັກສະນະເປັນໂງ່ນຫຼືເັນຊໍ່ແລະຢູ່ໃນລັກສະນະທາງຕັ້ງ
  • ຖ້າວ່າອາກາດຫາກເຄຶ່ອນທີ່ຕາມແນວຕັ້ງຍ້ອນປະທະກັບສາຍພູສູງຄືອາກາດດັງກ່າວຈະພາໃຫ້ເກີດເມກຊະນິດໜຶ່ງທີມີຮູບຮ່າງລັກສະນະຄ້າຍຄືປ່າສີຂາວໆເຫຼຶ້ອມໆຢູ່ທາງດ້ານຫຼັງຂອງສາຍພູສູງນັ້ນ

ກ່ຽວກັບລະດັບທີ່ຕັ້ງຫຼືຊັ້ນຂອງເມກຢູ່ໃນທ້ອງຟ້ານັ້ນມັນກໍແມ່ນອິ່ກປັດໃຈໜຶ່ງທີ່ບົ່ງບອກໃຫ້ຮູ້ເຖິງລະດັບອຸນຫະພູມຂອງບັນຍາກາດວ່າສູງຫຼືຕ່ຳພຽງໃດຫຼືມີການປ່ຽນແປງຄືແນວໃດຢູ່ໃນອາກາດທີ່ບໍ່ມີການປັ່ນປວນ,ເຂດລຸ່ມສຸດຫຼືພື້ນຂອງເມກທີ່ມີລັກສະນະຮາບພຽງດີນັ້ນຈະບົງບອກໃຫ້ຮູ້ເຖິງຍ່ານຄວາມສູງບ່ອນທີ່ອາກາດອີ່ມຕົວແລະບັນຈຸເຖິງຈຸດນ້ຳຄ້າງພໍດີ. ຖ້າວ່າພາກສ່ວນທາງເທິງຂອງເມກຫາກມີລັກສະນະກົມມົນ (ຈອມພູ)ມັນກໍຈະບົງບອກໃຫ້ຮູ້ວ່າອາກາດມີການເຄຶ່ອນທີ່ຂຶ້ນຕາມແນວຕັ້ງຂອງອາກາດທີ່ເຢັນໄປຢ່າງວ່ອງໃວນັ້ນໄດ້ຂຶ້ນໄປຢຸດສະຫງັກຢູ່ໃນຍ່ານທີ່ອຸນຫະພູມມີການປິ້ນກັບກັນຢ່າງແຮງຫຼາຍໃນກໍລະນີອື່ນ,ຖ້າວ່າມີຫຼາຍໆຍ່ານຕາມລະດັບຄວາມສູງຊຶ່ງອຸນຫະພູມມີກາປິ້ນກັບແຕ່ບໍ່ແຮງປານໃດແລະຖ້າວ່າອາກາດຢູ່ທາງລຸ່ມນັ້ນຫາກມີການປັນປວນຫຼາຍເຮົາກໍຈະສັງເກດເຫັນໄດ້ວ່າເມກນັ້ນມີລັກສະນະເປັນຊັ້ນໆທີ່ຢອງກັນຂຶ້ນ

  • ປະເພດຕ່າງໆຂອງເມກ

ລະອອງນ້ຳທີ່ປະກອບກັນເຂົ້າເປັນເມກນັ້ນມີຫຼາຍຂະໜາດແຕກຕ່າງກັນແລະກໍມີນ້ຳໜັກແຕກຕ່າງກັນດ້ວຍ.ເມກບາງຊະນິດກໍເປັນແຜ່ນບາງໆແລະບາງຊະນິດກໍເປັນໂງ່ນໃຫ່ຽ,ເປັນຊໍ່ຫຼືມີຮູບຮ່າງລັກສະນະຢ່າງອຶ່ນເມກທີ່ເບົາກ່ວາກໍຈະລອຍຢູ່ຍ່ານສູູງໆ,ສ່ວນເມກທີ່ໜັກກ່ວາກໍຈະລອຍຢູ່ຍ່ານຕ່ຳລົງມາໂດຍອິງຕາມລັກສະນະຕ່າງໆທີ່ກ່າວມາຂ້າງເທິງນີ້ເພິ່ນໄດ້ຈັດແບ່ງເມກອອກເປັນ 4 ຈຳພວກຄື: ເມກຝອຍ,ເມກແຜ່ນ,ເມກກ້ອນ ຫຼື ໂງ່ນ ແລະ ເມກຊໍໍ່

ກ. ເມກຝອຍ ( ຫຼືເມກຊັ້ນສູງ )

ເປັນເມກທີ່ລອຍຢູ່ໃນທີ່ສູງໆຄືຕັ້ງແຕ່ 6.000 ແມັດຫາ 14.000 ແມັດ ເພາະເມັດລະອອງນໍ້າຢູ່ພາຍໃນຂອງມັນນັ້ນມີຂະໜາດຫຼາຍ. ເມກຊະນິດນີ້ເປັນເມກເນຶ້ອລະອຽດ, ມີສີຂາວແລະມີລັກສະນະຄ້າຍຄືຍອງຝ້າຍເຊິ່ງເຮົາຈະເຫັນໄດ້ໃນເວລາເຊົ້າຕູ່. ໂດຍອິງຕາມລັກສະນະທີ່ມີການແຕກຕ່າງກັນອອກໄປ, ເມກຝອຍນີ້ແບ່ງອອກເປັນເມກຊະນິດຕ່າງໆຄື:

ຮູບ ເມກຊະນິດຕ່າງໆທີ່ປາກົດໃນທ້ອງຟ້າ

Cirrus: ເມກເປັນສີຂາວມີລັກສະນະຄ້າຍຄືຫາງມ້າ ຂົນແກະ ເປັນລັກສະນະຂອງເມກທີ່ເກີດຂື້ນກ່ອນທີ່ຈະເກີດມີພາຍຸ

Cirrocumulus: ເມກເປັນລັກສະນະສີຂາວເປັນກ້ອນນ້ອຍໆລຽນກັນໄປຢ່າງເປັນລະບຽບແລະມີສີສົດໃສດີ

Cirrostratus: ມີລັກສະນະເປັນແຜ່ນ ຫຼື ປ່ຽງບາງໆໃສໆມີສີຂາວຈາງໆບັງດວງຕາເວັນບໍ່ມືດເປັນເມກທີ່ເຮັດໃຫ້ເກີດລົງແສງຫຼື ເກີ້ງ

ເມກດັ່ງກ່າວນີ້ເປັນເມກທີ່ເຕືອນໃຫ້ເຮົາຮູ້ວ່າຈະມີພາຍຸເກີດຂື້ນແລ້ວຈາກນັ້ນກໍຈະເຫັນເມກເກີດຂື້ນຕາມມາຕໍ່ຈາກນັ້ນເມກກໍຈະໜາຂື້ນແລ້ວເກີດມີພາຍຸໝູນ

ຂ. ເມກແຜ່ນ.

ເປັນເມກທີ່ລ່ອງລອຍຢູ່ໃນລະດັບສູງປະມານ 2000 ຫາ 6000 ແມັດ ມີລັກສະນະເປັນຄື້ນ ເປັນເມກຂາວປົກຄຸມທ້ອງຟ້າຄ້າຍຄືໝອກໂດຍບໍ່ມີຮູບຮ່າງລັກສະນະພິເສດແຕ່ຢ່າງໃດແລະແບ່ງເປັນຊັ້ນເມກຊະນິດຕ່າງໆຄື:

Altocumulus: ເປັນເມກທີ່ມີລັກສະນະກ້ອນກົມໆ ເປັນຍອງສີຂາວ ລຽນກັນເປັນແຖວຢ່າງລະບຽບແຕ່ມີຂະໜາດໃຫຍ່ກວ່າ ແລະ ຕຶບໜາ

Altostratus: ເປັນເມກທີ່ເຕົ້າໂຮມກັນຢ່າງຖີ່ໆ ແລະໜາແໜ້ນປົກຄຸມທົ່ວທ້ອງຟ້າ ມັນເປັນເມກສີໂມກໆຄືສີຂີ້ເຖົ່າ ແລະ ໂປ່ງແສງພຽງເລັກນ້ອຍ. ເມກຊະນິດນີ້ສາມາດເຮັດໃຫ້ຝົນຕົກໄດ້.

ຄ. ເມກກ້ອນ ຫຼື ເມກໂງ່ນ.

ເມກຊະນິດນີ້ເກີດຂື້ນໃນລະດັບສູງ ແຕ່ 200 ຫາ 2000ແມັດ ມີລັກສະນະເປັນປຶກແຜ່ນ ມັກຈັບເປັນກ້ອນລຽງລາຍກັນໄປ ເຮັດໃຫ້ເກີດຮູບພາບຕ່າງໆຄ້າຍຄື ກັບຮູບ ຄົນ ສັດ ຕົ້ນໄມ້ ເມກດັ່ງກ່າວນີ້ເມື່ອມີແສງແດດອ່ອນໆສ່ອງລົງມາມັນຈະເກີດເປັນສີຕ່າງໆ ລວມຢູ່ໃນເມກປະເພດນີ້

Stratocumulus: ເປັນເມກສີຂີ້ເຖົ່າເຊີ່ງບາງພາກສ່ວນກໍ່ດຳມືດ ເປັນເມກກ້ອນໃຫຍ່ຢາຍຢູ່ເກືອບເຕັມທ້ອງຟ້າ

Stratus: ເປັນເມກສີຂີ້ເຖົ່າມີລັກສະນະເປັນແຜ່ນ ຫຼື ເປັນກ້ອນໜາທືບຊ້ອນກັນປົກຄຸມເກືອບທ້ອງຟ້າ

Nimbostratus: ເປັນເມກສີເທົາແກ່ ຫຼື ດຳມືດ ລອຍຕ່ຳໆ ມີລັກສະນະເປັນກ້ອນໃຫຍ່ທືບສັບສົນເປັນເສັ້ນເປັນສາຍກ້ຽວວຽນຢ່າງບໍ່ເປັນລະບຽບ ແລະ ບໍ່ມີຮູບຮ່າງອັນແນ່ນອນເປັນເມກທີ່ເຮັດໃຫ້ທ້ອງຟ້າມືດຄືມ.

ງ. ເມກຊໍ່

ເປັນເມກທີ່ກໍ່ຕົວສູງຂື້ນຕາມແນວຕັ້ງຈາກການພາຂອງອາກາດທີ່ເຄື່ອນທີ່ຂື້ນສູງເບື້ອງບົນເປັນເມກທີ່ລອຍຢູ່ໃນລະດັບສູງແຕ່ 500 ຫາ 20000ແມັດ ແລະ ແບ່ງເປັນເມກຕ່າງໆຄື:

Cumulus: ເປັນເມກຕັ້ງຊໍ່ທີ່ເປັນກ້ອນນ້ອຍຫາປາກາງສີຂາວແຈກຢາຍໃນທ້ອງຟ້າລັກສະນະເປັນຍ່ອນໆໂດຍທີ່ເຮົາສາມາດຫຼຽວເຫັນໄດ້ເປັນຢ່າງດີ.

Cumulonimbus: ເປັນເມກທີ່ລວມຕົວຕັ້ງຊໍ່ສູງຂື້ນ ສ່ວນເທິງເປັນສີຂາວ ແລະ ສ່ວນລຸ່ມເປັນສີເທົາ ຫຼື ດຳມືດ ເປັນເມກກ້ອນໃຫຍ່ມະຫຶມາທີ່ຂະຫຍາຍຕົວຂື້ນຕາມແນວຕັ້ງ ເມື່ອຂະຫຍາຍຕົວສ່ວນເທິງຂອງມັນຈະບານອອກຄ້າຍຄືດອກເຫັດ ເມກດັ່ງກ່າວຈະສາມາດເຫັນໄດ້ໃນລະດູຮ້ອນແຕ່ຕອນບ່າຍຫາຄ່ຳເປັນເມກທີ່ພາໃຫເກີດຝົນຕົກໜັກແລະ ຝົນລິນ

ຈ. ການສຳຫຼວດເມກ

ແມ່ນການສັງເກດເມກໃນທ້ອງຟ້າເພື່ອພິຈາລະນາເຖິງລັກສະນະຂອງອາກາດໃນເວລາໃດໜື່ງເພາະເມກແຕ່ລະຊະນິດນັ້ນເກີດຂື້ນໃນເງື່ອນໄຂແລະສະພາວະອາກາດທີ່ແຕກຕ່າງກັນ ດັ່ງນັ້ນເມກຈື່ງເປັນປັດໄຈທີ່ສຳຄັນໃນການສັງເກດສະພາບຂອງອາກາດ ຫຼື ພະຍາກອນອາກາດໃນໄລຍະຕໍ່ໄປ ຫົວໜ່ວຍທີ່ໃຊ້ໃນການວັດແທກປະລິມານຂອງເມກນັ້ນເອີ້ນວ່າ ອົກຕາເຊີ່ງມີມາດຕາຖານວັດແທກດັ່ງນີ້:

ລຳດັບ

ມາດຕາຖານ

ປະລິມານເມກ

0

1

2

3

4

5

6

7

8

9

0 ອົກຕາ

1 ອົກຕາ

2 ອົກຕາ

3 ອົກຕາ

4 ອົກຕາ

5 ອົກຕາ

6 ອົກຕາ

7 ອົກຕາ

8 ອົກຕາ

9 ອົກຕາ

ທ້ອງຟ້າແຈ່ມໃສບໍ່ມີເມກ

ມີເມກເລັກນ້ອຍ 1 – 8 ຂອງພື້ນທີ່ທ້ອງຟ້າ

ທ້ອງຟ້າມີເມກ 2 – 8 ຂອງພື້ນທີ່ທ້ອງຟ້າ

ທ້ອງຟ້າມີເມກ 3 – 8 ຂອງພື້ນທີ່ທ້ອງຟ້າ

ທ້ອງຟ້າມີເມກ 4 – 8 ຂອງພື້ນທີ່ທ້ອງຟ້າ

ທ້ອງຟ້າມີເມກ 5 – 8 ຂອງພື້ນທີ່ທ້ອງຟ້າ

ທ້ອງຟ້າມີເມກ 6 – 8 ຂອງພື້ນທີ່ທ້ອງຟ້າ

ທ້ອງຟ້າມີເມກ 7 – 8 ຂອງພື້ນທີ່ທ້ອງຟ້າ

ທ້ອງຟ້າມີເມກເຕັມທົ່ວໆໄປ

ທ້ອງຟ້າມືດມົວ

ສ. ວິທີການສຳຫຼວດເມກ.

ເປັນວິທີງ່າຍໆໂດຍບໍ່ຕ້ອງອາໄສເຄື່ອງມືອັນໃດເລີຍພຽງແຕ່ວ່າຕ້ອງແບ່ງທ້ອງຟ້າອອກເປັນສອງພາກສ່ວນດ້ວຍເສັ້ນວົງຜົນ 2 ວົງທີ່ຕັດກັນເປັນມຸມສາກຢູ່ເທິງຫົວພໍດີ ໂດຍອາໄສຄວາມຊຳນິຊຳນານປະມານເມກໃນແຕ່ລະພາກວ່າມີນ້ອຍມີໜ້ອຍມີຫຼາຍສ່ຳໃດແລະກວມເອົາຈັກພາກສ່ວນຂອງພາກແລ້ວຈື່ງນຳເອົາມາລວມກັນທັ້ງໝົດແລ້ວກໍຕີອອກມາເປັນອົກຕາການສຳຫຼວດຕາມວິທີການດັ່ງກ່າວນີ້ ແມ່ນການປະມານດ້ວຍຕາເປົ່າ ໂດຍອາໄສຄວາມຊຳນິຊຳນານເທົ່ານັ້ນເຖິງວ່າຍັງບໍ່ທັນຖຶກຕ້ອງຊັດເຈນແຕ່ກໍພໍຮູ້ໄດ້ເຖິງປະລິມານຂອງເມກໃນທ້ອງຟ້າວ່ານ້ອຍຫຼາຍສ່ຳໃດ.

1.ຮີກະໂຣແມັດເສັ້ນຜົມ.

ແມ່ນປະກອບດ້ວຍເສັ້ນຜົມຫຼາຍໆເສັ້ນເຊິ່ງປາຍຂອງມັນຂ້າງໜື່ງມັດຕືງກັບທີ່ ສ່ວນອີກເສັ້ນໜື່ງມັດຕິດ

ກັບປາຍເຂັມຊີ້ ເຂັມຊີ້ດັ່ງກ່າວມີແກນໝູນໃກ້ກັບບ່ອນເສັ້ນຜົມມັດຕິດຢູ່ ແລະ ຢູ່ປາຍທາງຂອງມັນມີໝາກໂຕ່ນເພື່ອດືງໃຫ້ເສັ້ນຜົມພໍດີ ສ່ວນປາຍເຂັມອີກດ້ານໜື່ງມີມາດຕາສ່ວນບອກລະດັບຄວາມຊຸ່ມໄວ ເມື່ອຄວາມຊຸ່ມຂອງອາກາດມີຫຼາຍຂື້ນ ເສັ້ນຜົມທີ່ຈະຍຶດອອກເຮັດໃຫ້ສົ້ນເຂັມທີ່ມີໝາກໂຕ່ນຕິດຢູ່ນັ້ນຖອຍລົງແລະປາຍເຂັມເບື້ອງທີ່ມີແຜ່ນມາດຕາສ່ວນນັ້ນຫຍັບຂື້ນ ແຕ່ຖ້າຄວາມຊຸມຂອງອາກາດນັ້ນນ້ອຍລົງເສັ້ນຜົມກໍ່ຈະຫົດເຂົ້າ ເຮັດໃຫ້ປາຍເຂັມຊີ້ໃສ່ມາດຕາສ່ວນນັ້ນຫຍັບລົງ ແນວນັ້ນເຮົາຈື່ງສາມາດອ່ານຄ່າຄວາມຊຸ່ມຂອງອາກາດໄດ້.

ຮູບ ຮີກະໂຣແມັດເສັ້ນຜົມ

2.ຮີກະໂຣກຣາຟ

ຮີກະໂຣແມັດເສັ້ນຜົມທີ່ເຮັດແບບອັດຕະໂນມັດໂດຍອາໄສຫຼັກການອັນດຽວກັບຮີກະໂຣກຣາຟມີປາກກາ

ເສັ້ນແບ່ງກະດາດມາດຕາສ່ວນທີ່ໝູນປິ່ນອ້ອມດ້ວຍຕົວເອງຄືເຄື່ອງຈັກນາລິກາທີ່ມີຄວາມໄວ 24ຊົ່ວໂມງຕໍ່ຮອບ ດ້າມປາກການັ້ນຕິດໄວ້ກັບຄານອັນໜື່ງເຊີ່ງມີເສັ້ນຜົມຫຼາຍໆເສັ້ນຜູກຈ່ອງໃສ່ແທ່ນຂອງເຄື່ອງນັ້ນໄວ້ໂດຍອາໄສການຫົດຍຶດຂອງເສັ້ນຜົມທີ່ເປັນໄປຍ້ອນປະລິມານຄວາມເປັນໜ້ອຍຫຼື ຫຼາຍໃນອາກາດນັ້ນ ປາກກາຂອງຮີກະໂຣກຣາຟນັ້ນຈະຂີດເສັ້ນໃສ່ບັ້ງກະດາດທີ່ໝູນປິ່ນຢູ່ນັ້ນແລະບອກຄ່າຄວາມຊຸ່ມຂອງກາດໃຫ້ເຮົາຮູ້ໄດ້ຕະຫຼອດ 24 ຊົ່ວໂມງ

ຮູບ ຮີກະໂຣກຣາຟ

3.ແຕກໂມ ຕຸ້ມປຽກ ຕຸ້ມແຫ້ງ

ແມ່ນອຸປະກອນວັດແທກຄວາມຊຸ່ມຂອງອາກາດອີກແນວນື່ງເຊີ່ງປະກອບດ້ວຍແຕກໂມຊະນິດດຽວກັນ

ຢູ່ສອງອັນທີ່ຕິດໄວ້ຄຽງກັນຢູ່ອັນໜື່ງໃຊ້ສຳລັບວັດແທກອຸນຫະພູມ ອີກອັນເພີ່ນໃຊ້ວັດແທກສຳລັບເປົ້ານ້ຳໃນບາຫຼອດ. ນ້ຳໃນຈອກດັ່ງກ່າວຈະຊືມໄປຕາມເສັ້ນດ້າຍ ແລ້ວເຮັດໃຫ້ແຜ່ນແພປຽກຊຸ່ມສະເໝີ ນ້ຳທີ່ປຽກຊຸ່ມໃນຕຸ້ມແຜ່ນແພ ຈະລະເຫີຍອາຍຂື້ນໄປໃນອາກາດທີ່ຢູ່ໂດຍຮອບນັ້ນຕະຫຼອດເວລາ ຖ້າວ່າອາກາດແຫ້ງນ້ຳທີ່ແຜ່ນແພປຽກກໍຈະລະເຫີຍອາຍອອກຫຼາຍ ແຕ່ຖ້າອາກາດຊຸ່ມແຜ່ນແພປຽກກໍຈະລະເຫີຍອາຍນ້ອຍ ອີງຕາມຄວາມແຕກຕ່າງໃນລະດັບນ້ຳໃນບາຫຼອດເຮົາຈະຮູ້ໄດ້ຄ່າຄວາມຊຸ່ມສຳພັດຂອງອາກາດຈາກຕາຕະລາງມາດຕາຖານທີ່ບັນດານັກວິທະຍາສາດໄດ້ສ້າງໄວ້.

ຮູບ ແຕກໂມຕຸ້ມປຽກ ຕຸ້ມແຫ້ງ

4.ຊີກະໂຣແມັດ

ຄືກະໂຣແມັດແບບຕຸ້ມປຽກຕ້ອມແຫ້ງ ເຊິ່ງທັ້ງສອງອັນມີຕິດໄວ້ຢູ່ແຜ່ນໂລຫະທີ່ມີດ້າມສຳລັບໃຊ້ຈັບເພື່ອ

ແກວ່ງ ເມື່ອຕ້ອງການວັດແທກຄວາມຊຸ່ມຂອງອາກາດກໍເອົານ້ຳໃສ່ແຜ່ນແພທີ່ພັນອ້ອມເປົ້າບາຫຼອດແລ້ວຈັບດ້າມແກວ່ງໃຫ້ປີ່ນໄວໆລາຍຮອບຈາກນັ້ນກໍ່ຄ່ອຍໆຜ່ອນຄວາມໄວຈົນມັນຫຍຸດແລ້ວກໍ່ຮີບເອົາຄ່າຂອງແຕກໂມນັ້ນທັນທີ.

หมายเลขบันทึก: 628994เขียนเมื่อ 30 พฤษภาคม 2017 15:31 น. ()แก้ไขเมื่อ 30 พฤษภาคม 2017 15:31 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท