ການຈັດການຮຽນ-ການສອນວິຊາຄະນິດສາດເລື່ອງ: ການນໍາໃຊ້ວົງເລັບ ຊັ້ນ ປ 3 ໂຮງຮຽນປະຖົມ ສົມບູນປາກຕະພານ ເມືອງນະຄອນເພັງ ແຂວງສາລະວັນ ໂດຍນຳໃຊ້ວິທີສອນໂດຍກົງ


  • ບົດນໍາ
  • 1.ຄວາມເປັນມາ ແລະ ຄວາມສໍາຄັນຂອງບັນຫາ.

ຄະນິດສາດເປັນວິຊາທີ່ເປັນລັກສະນະນາມມະທໍາທີ່ກ່ຽວຂ້ອງກັບຄວາມຄິດ, ຂະບວນການເຫດຜົນມີການພົວພັນກັບການດໍາລົງຊີວິດປະຈໍາວັນຂອງມະນຸດ, ໂດຍສົ່ງເສີມໃຫ້ມວນມະນຸດມີຄວາມຄິດມີເຫດຜົນ ຮອບຄອບ, ຄວາມປະພຶດ, ຄວາມລະອຽດຖີ່ຖ້ວນ, ມີຄວາມຄິດລິເລີ່ມ ແລະ ສັງຄົມ.

ຄະນິດສາດຍັງມີຄວາມສໍາຄັນທີ່ຊ່ວຍໃຫ້ວິທະຍາສາດ, ວິທະຍາການ, ຂະແໜງການຕ່າງໆຈະເລີນຄວາມກ້າວໜ້າ. ດັ່ງນັ້ນ ທຸກໆຊາດ ຈຶ່ງເຫັນໄດ້ຄວາມສໍາຄັນຂອງວິຊາຄະນິດສາດທີ່ມີຕໍ່ພົນລະເມືອງ ແລະ ສັງຄົມຈິ່ງໄດ້ຈັດວິຊາຄະນິດສາດເຂົ້າໄວ້ໃນຫຼັກສູດຂອງທຸກລະດັບຊັ້ນຮຽນ.

ສະພາບການຮຽນ - ການສອນທີ່ໂຮງຮຽນປະຖົມສົມບູນປາກຕະພານ ແມ່ນໄດ້ດໍາເນີນການສອນແບບເອົາຄູເປັນໃຈກາງ ແລະ ນັກຮຽນເປັນໃຈກາງ. ໃນເວລາດໍາເນີນການຮຽນ-ການສອນກ່ອນສອນຄູໄດ້ທົດສອບກ່ອນຮຽນ. ຫຼັງຈາກນັ້ນຄູໄດ້ດໍາເນີນການສອນຕົວຈິງ, ຂຽນຫົວບົດໃສ່ກະດານ ແລະ ຂຽນກິດຈະກໍາ, ຄູໄດ້ອະທິບາຍຫຼັກການ, ຫຼັກເກນ. ການແກ້ເລກໃນການນໍາໃຊ້ວົງເລັບ, ຄູໄດ້ແກ້ເປັນຕົວຢ່າງໃຫ້ນັກຮຽນເບິ່ງແລ້ວໃຫ້ນັກຮຽນແກ້ກິດຈະກໍາຂໍ້ຕໍ່ໄປ, ຄູໄດ້ເອີ້ນນັກຮຽນອອກມາແກ້ບົດເລກຢູ່ກະດານພາຍໃຕ້ບົດເລກການນໍາໃຊ້ວົງເລັບ. ຄູໄດ້ຕິດຕາມການປະຕິບັດກິດຈະກໍາຂອງນັກຮຽນ ແລະ ໄດ້ຊ່ວຍເຫຼືອນັກຮຽນເປັນຢ່າງດີ. ຈາກການຈັດການຮຽນ-ການສອນໃນຫ້ອງ ປ.3 ມີຈໍານວນນັກຮຽນທັງຫມົດ 24 ຄົນ, ຍິງ 12 ຄົນ ຜູ້ວິໄຈພົບວ່ານັກຮຽນສ່ວນຫລາຍຂາດທັກສະໃນການຄິດໄລ່ບົດເລກພາຍໃຕ້ການນໍາໃຊ້ວົງເລັບ. ແຕ່ນັກຮຽນສ່ວນຫຼາຍເຮັດຕາມເກນທີ່ກໍານົດ. ມີນັກຮຽນກຸ່ມເປົ້າໝາຍ 3 ຄົນ ຍັງຂາດທັກສະໃນການຄິດໄລ່ເລກໃນວົງເລັບ. ໃນການສອນຫຼັກການນໍາໃຊ້ວົງເລັບມັນມີຄວາມສໍາຄັນຫລາຍໃຫ້ນັກຮຽນສາມາດແກ້ເລກໃນວົງເລັບໄດ້. ນອກນັ້ນ, ໃຫ້ນັກຮຽນເຂົ້າໃຈ, ຄວາມຮັບຮູ້ ແລະ ເອົາໄປນໍາໃຊ້ໃນການຮຽນຮູ້ບັນຫາໃຫມ່ອີກດ້ວຍ.

ການນໍາໃຊ້ວົງເລັບເຂົ້າໃນການແກ້ເລກເຫັນວ່າ: ມີຄວາມສໍາຄັນຫຼາຍເພື່ອສະດວກໃນການຄິດໄລ່ເລກທີ່ມີຫຼາຍຈໍານວນໃຫ້ງ່າຍຂຶ້ນຕື່ມ. ໂດຍສະເພາະແມ່ນນັກຮຽນທີ່ຂາດທັກສະການນໍາໃຊ້ວົງເລັບເຂົ້າໃນການແກ້ເລກທີ່ມີຫຼາຍຈໍານວນ. ເພື່ອຊອກຫາຊ່ອງທາງປັບປຸງແກ້ໄຂບັນຫາດັ່ງກ່າວໃຫ້ດີຂຶ້ນກວ່າເກົ່າກຸ່ມວິໄຈໄດ້ສຶກສາທິດສະດີວິທີສອນຫຼາຍແບບແຕ່ເຫັນວ່າ: ວິທີສອນແບບໂດຍກົງນີ້ ເໝາະສົມເຮັດໃຫ້ຄູ ແລະ ນັກຮຽນໄດ້ເຂົ້າໃຈເລິກເຊິ່ງຕໍ່ກັບເນື້ອໃນບົດຮຽນທີ່ນໍາສະເໜີ. ດັ່ງນັ້ນ, ກຸ່ມວິໄຈຂອງຂ້າພະເຈົ້າຈິ່ງເລືອກເອົາຫົວຂໍ້ນີ້ມາເຮັດການວິໄຈໃນຫ້ອງຮຽນ.

2. ຈຸດປະສົງ

  • 1.ເພື່ອໃຫ້ນັກຮຽນສາມາດນຳໃຊ້ວົງເລັບເຂົ້າໃສ່ການຄຳນວນເລກ 4 ປະການ ໄດ້.
  • 2.ເພື່ອປັບປຸງການຮຽນຂອງນັກຮຽນ ແລະ ສິດສອນຂອງຄູໃຫ້ດີຂຶ້ນ.

3. ຂອບເຂດຂອງການວິໄຈ

3.1 ປະຊາກອນ: ແມ່ນນັກຮຽນຫ້ອງ ປ.3 ແມ່ນຫ້ອງໜຶ່ງຂອງໂຮງຮຽນປະຖົມສົມບູນ ປາກຕະພານ ທີ່ຂຶ້ນກັບ ເມືອງລະຄອນເພັງ ແຂວງ ສາລະວັນ ເຊິ່ງມີຈໍານວນນັກຮຽນໃນຫ້ອງ ປ.3 ທັງໝົດ 24 ຄົນ, ຍິງ 12 ຄົນ, ແລະ ມີຈໍານວນນັກຮຽນກຸ່ມເປົ້າຫມາຍ 3 ຄົນ, ຍິງ 1 ຄົນ.

3.2.ເນຶ້ອໃນທີ່ນໍາສອນຄື:ວິຊາຄະນິດສາດຊັ້ນປະຖົມສຶກສາ 3

ບົດທີ 23 ການນໍາໃຊ້ວົງເລັບ

3.3 ເທັກນິກ ແລະ ວີທີສອນ:

ໃນການສອນຄັ້ງນີ້ກຸ່ມວິໄຈຂອງພວກຂ້າພະເຈົ້າໄດ້ນຳໃຊ້ວິທີການສອນແບບໂດຍກົງ. ເຊິ່ງເປັນວິທີສອນໂດຍຄູເປັນຜູ່ນຳພາ ຫຼື ສະແດງໃຫ້ນັກຮຽນເບິ່ງຢູ່ໃນຫ້ອງ ການສະແດງຈະໄດ້ນຳໃຊ້ສື່ການສອນປະກອບເຊັ່ນ: ຄູໄດ້ອະທິບາຍຫຼັກການ, ວິທີແກ້ບັນຫາທາງຄະນິດສາດຕາມຈຸດປະສົງທີ່ວາງໄວ້ເພື່ອໃຫ້ນັກຮຽນສາມາດສະຫຼຸບເອົາເປັນບົດຮຽນທີ່ສຳຄັນຈາກການອະທິບາຍ.

4. ຜົນປະໂຫຍດທີ່ໄດ້ຮັບໃນການວິໄຈ.

ໃນການປະຕິບັດການເຮັດວິໄຈໃນຄັ້ງນີ້ຂ້າພະເຈົ້າໄດ້ມີປະສົບການ ແລະ ໄດ້ເປັນບົດຮຽນໃຫ້ແກ່ກຸ່ມວິໄຈ, ຮູ້ຈັກວາງແຜນ, ວິທີແກ້ໄຂບັນຫາ ແລະ ວິທີບັນທຶກຂໍ້ມູນຕ່າງໆ ເພາະວ່າການເຮັດວິໄຈ ແມ່ນການປັບປຸງການຮຽນຂອງນັກຮຽນ ແລະ ການສອນຂອງຄູໃຫ້ດີຂຶ້ນເທື່ອລະກ້າວເພື່ອພັດທະນາການຮຽນ - ການສອນ ນອກນັ້ນ, ຍັງເປັນບົດຮຽນໃຫ້ແກ່ນັກຮຽນຄູຮຸ້ນຕໍ່ໄປມີທັກສະໃນການສິດສອນ ແລະ ເປັນບົດຮຽນ ໃນການແກ້ບັນຫາຕ່າງໆໃນຄັ້ງຕໍ່ໄປໃຫ້ດີຂຶ້ນ.

5. ວິທີດໍາເນີນການສອນໃນໄລຍະການລົງເຝິກຫັດ.

ທິມງານຂ້າພະເຈົ້າໄດ້ລົງເຝິກຫັດວິຊາຊີບຄູທີ່ໂຮງຮຽນປະຖົມສົມບູນຕາພານເປັນໄລຍະເວລາ 10 ອາທິດໄດ້ມີການພົວພັນວຽກງານນໍາຄູປະຈໍາຫ້ອງ ແລະ ອໍານວຍການໂຮງຮຽນເຊັ່ນ: ກ່ອນການສອນຕົວຈິ່ງທິມງານຂອງຂ້າພະເຈົ້າໄດ້ມີການສ້າງແຜນການສອນໄລຍະຍາວຂອງແຕ່ລະລາຍວິຊາໂດຍສະເພາະແມ່ນ: ວິຊາ ຄະນິດສາດ, ໄດ້ພົວພັນເອົາບົດສອນ, ແຕ່ງບົດສອນ, ຜະລິດສື່ການສອນ, ຜ່ານບົດສອນກ່ອນຂຶ້ນຫ້ອງສອນ 24 ຊົ່ວໂມງ ແລະ ຂຶ້ນຫ້ອງສອນຕົວຈິ່ງເຊິ່ງມັນສະແດງອອກດັ່ງນີ້.

  • 5.1 ຂັ້ນນໍາເຂົ້າສູ່ບົດຮຽນ.
  • ກ່ອນຈະເຂົ້າສູ່ບົດຮຽນໃໝ່ຄູໄດ້ທວນຄືນບົດຮຽນໂດຍການຕັ້ງບັ້ງເລກໃສ່ກະດານໃຫ້

ນັກຮຽນອອກມາແກ້ຢູ່ກະດານ 1-2 ຄົນ. ເຊິ່ງມີບົດເລກດັ່ງລຸ່ມນີ້.

  • 1. ຈົ່ງຄູນເລກລຸ່ມນີ້:
  • 1. 234 x 24 =.........?
  • 2. 256 x 34 =........?
  • ຄູສັງເກດການແກ້ບົດເລກຂອງນັກຮຽນຄູໄດ້ກວດຄືນບົດເລກພ້ອມທັງສ້າງແຮງຈູງໃຈໃຫ້ແກ່

ນັກຮຽນ. ຈາກນັ້ນ ຄູໄດ້ລ້ຽວເຂົ້າສູ່ບົດຮຽນໃໝ່ດ້ວຍການຍົກເຄື່ອງໝາຍວົງເລັບແລ້ວຖາມນັກຮຽນວ່າ: ນີ້ແມ່ນເຄື່ອງໝາຍຫຍັງ? ຄູສັງເກດການຕອບຂອງນັກຮຽນພ້ອມສະເໜີຫົວຂໍ້ຂອງບົດຮຽນໃໝ່ທີ່ຈະສອນ. ມື້ນີ້ບ່າວຄູຈະມາສອນວິຊາຄະນິດສາດ ບົດທີ 23 ການນໍາໃຊ້ວົງເລັບ.

  • 5.2ຂັ້ນສອນບົດໃໝ່.
  • ໃນເວລາດໍາເນີນການຮຽນ - ການສອນທິມງານພວກຂ້າພະເຈົ້າໄດ້ທົດສອບນັກຮຽນກ່ອນການສອນເຊິ່ງມີຄໍາຖາມດັ່ງລຸ່ມນີ້:
  • 1.ຈົ່ງເລືອກໃສ່ວົງເລັບເພື່ອໃຫ້ການຄິດໄລ່ລຸ່ມນີ້ໃຫ້ຖືກຕ້ອງ.
  • 1.6 + 5 – 6 = 5
  • 2.10 – 5 x 4 = 20
  • 3.12 x 4 + 12 = 60
  • 4.12 – 6 + 4 = 10
  • 5.4 x 5 – 2 = 12

ພ້ອມທັງສະເໜີໃຫ້ນັກຮຽນແຕ່ລະຄົນແກ້ໃສ່ເຈ້ຍຂອງໃຜລາວ. ຄູໄດ້ຕິດຕາມສັງເກດ

ການປະຕິບັດກິດຈະກໍາຂອງແຕ່ລະຄົນ. ພ້ອມທັງກວດກາໃຫ້ຄະແນນຜົນການແກ້ບົດເລກຂອງນັກຮຽນ. ຫຼັງຈາກນັ້ນ, ຄູໄດ້ເລີ່ມການສອນຕົວຈິງຕາມກິດຈະກໍາທີ່ໄດ້ແຕ່ງໄວ້. ຄູໄດ້ຂຽນກິດຈະກໍາໃສ່ກະດານຕາມທີ່ກໍານົດໄວ້.

  • 1.ຈົ່ງເລືອກໃສ່ວົງເລັບເພື່ອໃຫ້ການຄິດໄລ່ລຸ່ມນີ້ໃຫ້ຖືກຕ້ອງ.
  • 1. 18 + 12 – 5 = 25
  • 2. 5 + 17 x 2 = 39
  • 3. 6 + 5 – 6 = 5
  • 4. 10 – 5 x 4 = 20
  • 5. 12 x 4 + 12 = 62
  • 6. 12 – 6 + 4 = 10
  • 7. 4 x 5 – 2 = 12
  • 8. 9 x 5 – 3 = 18
  • ຫຼັງຈາກຂຽນກິດຈະກໍາແລ້ວຄູໄດ້ອະທິບາຍວິທີການນໍາໃຊ້ວົງເລັບເຂົ້າໃນການແກ້ເລກ

ພ້ອມທັງໃຫ້ນັກຮຽນຟັງ ແລະ ຕິດຕາມການອະທິບາຍຂອງຄູ. ຈາກນັ້ນ ຄູໄດ້ແກ້ຕົວຢ່າງໃຫ້ນັກຮຽນເບິ່ງ 1-2 ຂໍ້

  • ຕົວຢ່າງ:
  • 1. 18 + 12 – 5 = 25 = (18 + 12) – 5 = 25
  • 2. 5 + 17 x 2 = 39 = 5 + (17 x 12) = 39
  • ຜ່ານການອະທິບາຍພ້ອມແກ້ຕົວຢ່າງແລ້ວ. ຄູໄດ້ໃຫ້ນັກຮຽນອອກມາແກ້ຂໍ້ທີ່ເຫຼືອຢູ່

ກະດານໂດຍສະເພາະແມ່ນນັກຮຽນກຸ່ມເປົ້າໝາຍຈໍານວນ 3 ຄົນ. ສ່ວນນັກຮຽນທີ່ຍັງເຫຼືອແມ່ນປະຕິບັດກິດຈະກໍາຢູ່ໃນບ່ອນ. ຄູໄດ້ຕິດຕາມ ແລະ ຊ່ວຍເຫຼືອນັກຮຽນໃນຂະນະທີ່ປະຕິບັດກິດຈະກໍາຂອງແຕ່ລະຄົນ.

  • 5.3 ຂັ້ນສະຫຼຸບ
  • ຫຼັງຈາກການປະຕິບັດກິດຈະກໍາຂອງນັກຮຽນແລ້ວ. ຄູໄດ້ສະຫຼຸບກິດຈະກໍາທີ່ນັກຮຽນປະຕິບັດ ແລະ ໃຫ້ຄຳ

ຕອບທີ່ຖືກຕ້ອງຂອງບົດຮຽນທີ່ຮຽນຜ່ານມາ. ຈາກນັ້ນ, ຄູໄດ້ສະຫຼູບການນໍາໃຊ້ວົງເລັບເຂົ້າໃນການຄໍານວນ ການຄິດໄລ່ເລກທີ່ມີຫຼາຍຈໍານວນເພິ່ນໃຊ້ວົງເລັບ ແລະ ຕ້ອງຄິດໄລ່ເລກໃນວົງເລັບເສຍກ່ອນ. ຄູເປີດໂອກາດໃຫ້ນັກຮຽນຖາມຂໍ້ຂ້ອງໃຈກ່ຽວກັບບົດຮຽນທີ່ຮຽນຜ່ານມາໃນການນໍາໃຊ້ວົງເລັບ. ຖ້າມີບ່ອນໃດນັກຮຽນບໍ່ເຂົ້າໃຈຄູໄດ້ອະທິບາຍຕື່ມ. ພ້ອມໃຫ້ນັກຮຽນຈົດບົດຮຽນໃສ່ປຶ້ມຂອງໃຜລາວ.

  • 5.4 ຂັ້ນວັດ ແລະ ປະເມີນຜົນ

ໃນການສອນຂອງພວກຂ້າພະເຈົ້າໄດ້ນໍາໃຊ້ການບັນທຶກຕາມເຫດການທີ່ເກີດແລ້ວເພື່ອທົດສອບຄວາມເຂົ້າໃຈຂອງນັກຮຽນຕໍ່ກັບບົດຮຽນທີ່ຮຽນຜ່ານມາ. ຄູໄດ້ວັດຜົນນັກຮຽນໂດຍການທົດສອບຫຼັງຮຽນເພື່ອປະເມີນ.

  • 1.ຈົ່ງເລືອກໃສ່ວົງເລັບເພື່ອໃຫ້ການຄິດໄລ່ລຸ່ມນີ້ໃຫ້ຖືກຕ້ອງ.
  • 1. 6 + 5 – 6 = 5
  • 2. 10 – 5 x 4 = 20
  • 3. 12 x 4 + 12 = 60
  • 4. 12 – 6 + 4 = 10
  • 5. 4 x 5 – 2 = 12

5.5 ຂັ້ນຕັກເຕືອນ / ມອບວຽກບ້ານ

  • ໃນເວລາເມືອເຮືອນຊ່ວຍວຽກພໍ່ແມ່ຕາມທີ່ເຮັດໄດ້ໃນເວລາວ່າງໃຫ້ຄົ້ນຄວ້າບົດຮຽນຕື່ມບໍ່ເຂົ້າໃຈບ່ອນໃດ

ຖາມພໍ່ແມ່, ອ້າຍ, ເອື້ອຍ ຢ່າໄປຫຼິ້ນ, ພາກັນມາໂຮງຮຽນບໍ່ໃຫ້ຂາດ. ແລະ ກໍ່ມອບວຽກບ້ານໃຫ້.

  • 1.ຈົ່ງໝາຍ(ü)ໃສ່ບັ້ງເລກທີ່ຄິດໄລ່ຖືກຕ້ອງ.
  • ກ. (45 - 5) x 7 = 280
  • ຂ. (57 + 5) - 9 = 55
  • ຄ. (12 x 2) + 4 = 28
  • ງ. 30 – (12 + 4) = 15

6. ສະຫຼຸບຜົນຂອງການວິໄຈ:

ໃນການເຮັດບົດວິໄຈພາກປະຕິບັດຕົວຈິງຄັ້ງນີ້ໄດ້ເປີດໂອກາດໃຫ້ນັກຮຽນທີ່ມີເປົ້າໝາຍໂດຍສະເພາະແມ່ນກຸ່ມເປົ້າໝາຍຈໍານວນ 2 ຄົນສາມາດແກ້ເລກໃນວົງເລັບໄດ້. ໃນການປະຕິບັດເຮັດການວິໄຈຄັ້ງນີ້ກຸ່ມຂ້າພະເຈົ້າໄດ້ມີປະສົບການ ແລະ ໄດ້ບົດຮຽນ, ຮູ້ຈັກວາງແຜນ, ວິທີແກ້ໄຂບັນຫາ ແລະ ວິທີບັນທຶກຂໍ້ມູນຕ່າງໆເພາະວ່າການເຮັດບົດວິໄຈແມ່ນການປັບປຸງການຮຽນຂອງນັກຮຽນ ແລະ ການສອນຂອງຄູໃຫ້ດີຂຶ້ນເທື່ອລະກ້າວ ເພື່ອພັດທະນາການຮຽນ - ການສອນດີຂຶ້ນເລື່ອຍໆ.

ການວິໄຈຂອງກຸ່ມຂ້າພະເຈົ້າໃນຄັ້ງນີ້ ຫ້ອງ ປ.3 ວິຊາ: ຄະນິດສາດ ບົດທີ 23 ການນໍາໃຊ້ວົງເລັບ ຜົນຂອງການວິໄຈເຫັນວ່າ: ນັກຮຽນກຸ່ມເປົ້າໝາຍຈໍານວນ 3 ຄົນ ມີການປ່ຽນແປງພຶດຕິກໍາດ້ານສະຕິປັນຍາດີຂຶ້ນກວ່າເກົ່າເຊິ່ງມັນສະແດງອອກໃນການປະຕິບັດຕົວຈິງສາມາດແກ້ເລກໃນວົງເລັບໄດ້ຈໍານວນ 2 ຄົນ. ໂດຍນໍາໃຊ້ວິທີສອນແບບໂດຍກົງມັນໄດ້ຊ່ວຍໃຫ້ນັກຮຽນເຂົ້າໃຈໃນການນໍາໃຊ້ວົງເລັບ. ວິທີສອນແບບໂດຍກົງນີ້ມັນສາມາດເຮັດໃຫ້ນັກຮຽນເຂົ້າໃຈ ແລະ ປະຕິບັດໄດ້ດີເພາະເປັນປະສົບການທາງກົງຈັບບາຍໄດ້ປະຕິບັດດ້ວຍຕົນເອງ ແລະ ເຫັນຂັ້ນຕອນປະຕິບັດດ້ວຍຕົນເອງ. ເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມໃນເວລາສອນກະຕຸກຊຸກຍູ້ໃຫ້ນັກຮຽນເຂົ້າໃຈຫຼັກການ, ຫຼັກເກນ ສາມາດຊອກຫາເຫດຜົນເພື່ອສະຫຼຸບເປັນຫຼັກເກນ.

ໃນການເຮັດວິໄຈຄັ້ງນີ້ທີ່ໂຮງຮຽນປະຖົມສົມບູນປາກຕາພານກຸ່ມຂ້າພະເຈົ້າເຫັນວ່າ: ນັກຮຽນກຸ່ມເປົ້າໝາຍອີກ 1 ຄົນ. ບໍ່ສາມາດປ່ຽນແປງພຶດຕິກໍາໄດ້ເທົ່າທີ່ຄວນເຊິ່ງເຫັນໄດ້ໃນການປະຕິບັດຕົວຈິ່ງຂອງນັກຮຽນ

7.ຂໍ້ສະເໜີແນະ:

7.1 ຂໍ້ສະເໜີແນະຜົນຂອງການວິໄຈ

  • ໃນການເຮັດການວິໄຈຄັ້ງນີ້ທິມງານຂອງຂ້າພະເຈົ້າໄດ້ນໍາໃຊ້ວິທີການສອນແບບໂດຍກົງ. ການສອນວິທີດັ່ງກ່າວ

ເຫັນວ່າ: ມີຄວາມເໝາະສົມທີ່ສຸດໃນຂະບວນການຈັດການຮຽນ - ການສອນເພາະເຮັດໃຫ້ນັກຮຽນສາມາດເຂົ້າໃຈໄດ້ງ່າຍ ແລະ ປະຕິບັດໄດ້ດີເພາະເປັນປະສົບການທາງກົງມີຕົວຢ່າງໃຫ້ເບິ່ງເຫັນຂັ້ນຕອນການປະຕິບັດດ້ວຍຕົນເອງ. ກະຕຸກຄວາມສົນໃຈຂອງນັກຮຽນເປີດໂອກາດໃຫ້ນັກຮຽນມີສ່ວນຮ່ວມຫຼາຍໃນເວລາສອນເພື່ອຊຸກຍູ້ໃຫ້ນັກຮຽນເຂົ້າໃຈຫຼັກການ, ຫຼັກເກນ ຮູ້ສັງ ເກດເພື່ອຊອກຫາເຫດຜົນສະຫຼຸບເປັນຫຼັກເກນ.

  • 7.2ຂໍ້ສະເໜີແນະຂອງການວິໄຈໃນຄັ້ງຕໍ່ໄປ
  • ຖ້າມີການວິໄຈໃນອານາຄົດຄັ້ງຕໍ່ໄປຄວນສືບຕໍ່ການດໍາເນີນການວິໄຈໃນຫົວຂໍ້ອື່ນ, ຄວນເກັບຂໍ້ມູນໃຫ້ຈະແຈ້ງ

ຂຶ້ນຕື່ມຊອກເລືອກວິທີສອນໃຫ້ເໝາະສົມກັບຫົວຂໍ້ໂດຍສະເພາະວິທີສອນແບບໂດຍກົງເຫັນວ່າ: ມີຄວາມເໝາະຫຼາຍຕໍ່ກັບການສອນ ແລະ ສ້າງເຄື່ອງມືໃຫ້ຕອບສະໜອງກັບຜົນຕາມຕ້ອງການ.

8. ເອກະສານອ້າງອີງ

ສຸກຂະສະຫວາດ ວົງຫາຈັກ ແລະ ຄຳຢາດ ເຄືອງຄຳສີ, ວິທີສອນຄະນິດສາດ 1, ພິມທີ່ Nhan Dan printing

House HCMC, ປີ 2008

ຮສ.ດຣ ພັນ ຈຳປາທອງ ແລະ ຄະນະ, ວິໄຈພາກປະຕິບັດ,ພິມທີ່ Nhan Dan Printing House HCMC

ປີ 2009

ສີມຸງຄຸນ ( ສ.ວ.ສ ) ພ້ອມ ຄະນະ, ຄະນິດສາດຊັ້ນປະຖົມປີທີ 3 , ພິມທີ່ Eastern printing bublic C . lat

51 / 29 moo 3 soi saimsame kee, ປີ 2009

ສີມຸງຄຸນ ( ສ.ວ.ສ ) ພ້ອມ ຄະນະ, ຄູ່ມືຄູຄະນິດສາດຊັ້ນປະຖົມປີທີ 3 , ພິມທີ່ Eastern printing bublic C

. lat 51 / 29 moo 3 soi saimsame kee, ປີ 2009

คำสำคัญ (Tags): #chanthavixay#venephachan#salavan TTC
หมายเลขบันทึก: 570092เขียนเมื่อ 9 มิถุนายน 2014 13:43 น. ()แก้ไขเมื่อ 9 มิถุนายน 2014 13:43 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (1)

ມື້ອວານໜີ້ໄດ້ຕຶດຕັ້ງຟ້ອນພາສາລາວໃນເຄື່ຍງຄອມເພື່ຍສື່ອສານກັບຜູ້ໃຊ້ພາສາລາວ ພອຣູ້ພື້ນຖານຍູ່ໜ້ອຍ ສງສັຍການໃຊ້ສະຫຼະວ່າແຕ່ລະໂຕ ມີຫຼັກການໃຊ້ຈັງໃດ໋ ຂອຄວມກະລູນາຄູຊ່ອຍໃຫ້ຄວມໝາຍແໜ່ຄັບ

ເດົກໜ້ອຍເພຶ່ງຫັດຮຽນ

อนุญาตให้แสดงความเห็นได้เฉพาะสมาชิก
พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท