ແຕ່ງດອງ


 ການແຕ່ງດອງລາວ ໃນປະຈຸບັນ
                                                                                   (ຕອນທີ່ສອງ)

     ຮູບແບບ ແລະວິທີການແຕ່ງດອງ ຂອງຄົນລາວ ເປັນຮີດຄອງປະເພນີ ທີ່ສວຍສົດງົດງາມອັນໜຶ່ງ ຊຶ່ງຖືກຖ່າຍທອດ
ກັນມາແຕ່ລຸ້ນ ປູ່ຍ່າຕາຍາຍ ຈົນມາຮອດປະຈຸບັນນີ້. ແຕ່ເປັນໜ້າເສຍດາຍ ທີ່ບໍ່ມີການບັນທຶກ ເກັບກຳໄວ້ເປັນລາຍລັກ
ອັກສອນຄັກແນ່. ອາໃສແຕ່ຄວາມຊົງຈຳ, ຄວາມລືຶ້ງເຄີຍ ແລະອີງໃສສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ຢູ່ໃນແຕ່ລະ
ຍຸກສະໃໝ...
    ດັ່ງທີ່ທາ່ນໄດ້ອ່ານຜ່ານມາໃນຕອນທີ່ໜຶ່ງ,ໃນພິທີບາສີສູ່ຂວັນນີ້ ໝໍພອນເປັນບຸກຄົນທີ່ສຳຄັນທີ່ສຸດ ຄືກັບພິທີກອນ

ຜູ້ໜຶ່ງ, ທຸກໆພິທີການ ຕ້ອງແມ່ນໝໍພອນເປັນຜູ້ພາເຮັດ ຊຶ່ງສ່ວນຫຼາຍມັກຈະອີງໃສ່ ຮີດຄອງປະເພນີ ຂອງເຂດນັ້ນ 
ຕົວຢ່າງ: ການໃຫ້ພອນຜູກແຂນ, ການປ້ອນໄຂ່, ການມອບຂອງຂວັນ ໃຫ້ຄູ່ສົມລົດ ແລະອື່ນໆ. 
Picture
 
Picture
 
Picture
 
Picture
 

    ພິທີການໜຶ່ງທີ່ສຳຄັນ ຊຶ່ງຄົນລຸ້ນໃໝບໍ່ຄ່ອຍຈະຮູ້ຈັກກໍ່ຄືການຊຸມມາເຖົ້າແກ່ ໝາຍຄວາມວ່າ ຂໍອະໄພນຳຜູ້ເປັນພໍ່ແມ່
ແລະເຖົ້າແກ່ລຸງຕາ, ສິ່ງໃດທີ່ໄດ້ກະທຳຜິດລົງໄປ ຂໍຈົ່ງໃຫ້ອະໂຫສິກຳ. ຫຼັງຈາກນັ້ນ ທາງເຖົ້າແກ່ກໍ່ຈະຈູງຄູ່ສົມລົດເຂົ້າສູ່
ຫ້ອງນອນ ຊຶ່ງເອ້ໄປດ້ວຍ ເງິນຄຳ ແລະດອກໄມ້ນາໆຊະນິດ. ນັບແຕ່ນີ້ຕໍ່ໄປ ຄູ່ບ່າວສາວກໍ່ຈະກາຍເປັນຄູ່ຜົວເມຍ
ທີ່ຖືກຕ້ອງຕາມຮີດຄອງປະເພນີຂອງລາວຢ່າງສົມບູນ.


ມື້ທີສອງ, ພາກທີ່ສາມ-ການສະຫຼອງການແຕ່ງງານ
     
    ເພື່ອເປັນສີລິມຸງຄຸນໃຫ້ຄູ່ສົມລົດໃໝ່ ແລະເປັນການສະເໜີຕົວຕໍ່ສັງຄົມ, ການສະຫຼອງການແຕ່ງງານ ປະຈຸບັນນິຍົມກັນ
ຈັດຢູ່ໂຮງແຮມ ຫຼືຮ້ານອາຫານ. ພໍຮອດໂມງນັດໝາຍ ບັນດາແຂກມີ່ຖືກເຊີນ ພ້ອມດ້ວຍດ້ວຍແຂກທີ່ຖືກຊວນ ກໍ່ຈະມາ
ເຕົ້າໂຮມກັນ(ແຕ່ຢ່າລືມຊອງຂາວ). ໃນເວລານີ້ ທາງເຈົ້າພາບຈະມີພິທີການຕ້ອນຮັບແຂກ, ການຖ່າຍຮູບຮ່ວມ ຂອງ
ຄູ່ສົມລົດກັບແຂກ ແລະອື່ນໆ.
Picture
 
Picture
 
Picture
 
Picture
 

ຫຼັງຈາກນັ້ນ ຈະມີການແຫ່ ຄູ່ສົມລົດເຂົ້າມາໃນງານ. ການສະເໜີຄູ່ຜົວເມຍໃໝ່, ການສະເໜີເຖົ້າແກ່ ແລະເຈົ້າພາບຂອງ
ຝ່າຍຍິງກໍ່ຄືຝ່າຍຊາຍ.ຕໍ່ມາກໍ່ແມ່ນການມ່ວນຊື່ນເຕັ້ນລຳແບບລາວສາກົນ ຊຶ່ງເປີດສາກໂດຍຄູ່ສົມລົດໃໝ່. ຕ້ອງມີວົງດົນ
ຕີຣແລະ ໂຄສົກເປັນພິທີກອນ. ການສະຫຼອງນີ້ມັກຈະດຳເນີນໄປຈົນຮອດທ່ຽງຄືນ. ໃນບັ້ນທ້າຍຂອງງານ ຄູ່ສົມລົດຈະ
ໂຍນພວງດອກໄມ້ ໄປໃຫ້ໃຜຄົນໜຶ່ງ ຊຶ່ງອາດຈະເປັນຜູ້ທີ່ໂຊກດີ ໃນອະນາຄົດກໍ່ເປັນໄດ້.
Picture
 
Picture
 
Picture
 
Picture
 
ສະຫຼຸບແລ້ວ ການແຕ່ງດອງລາວ ຍັງມີການຮັກສາ ວັດທະນາທຳຮີດຄອງປະເພນີລາວ ແລະມີການພັດທະນາປ່ຽນແປງ
ໄປຕາມຍຸກສະໄໝ ຕາມຄຳຂວັນທີ່ວ່າ: ຍຸກໃໝ່, ຄົນໃໜ່, ວັດທະນາທຳໃໝ່, ແຕ່ກໍ່ມີວັດທະນາທຳສາກົນ ເຂົ້າມາປົນເປ
ຢູ່ນຳ ເຊັ່ນ: ການແຫ່ຄູ່ສົມລົດເຂົ້າມາໃນງານ, ການໂຍນພວງດອກໄມ້ ໃຫ້ຜູ້ໂຊກດີ...ແລ້ວລາວໃໝ່ ຈະມີຈັກເປີເຊັນ???

คำสำคัญ (Tags): #ດີ
หมายเลขบันทึก: 560538เขียนเมื่อ 30 มกราคม 2014 13:16 น. ()แก้ไขเมื่อ 30 มกราคม 2014 13:16 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท