• GotoKnow
    แพลตฟอร์มแบ่งปันความรู้
  • เข้าระบบ
  • ออกจากระบบ
หน้าแรกสมาชิกMr-Vanthong thong phonephasithสมุดvanthongແຕ່ງງານ

ແຕ່ງງານ

Mr-Vanthong thong phonephasith
Mr-Vanthong thong phonephasith
เขียนเมื่อ 30 ม.ค. 2557 13:15 น.30 ม.ค. 2557
 ການແຕ່ງດອງລາວ ໃນປະຈຸບັນ
                                                                                         ( ຕອນທີໜຶ່ງ )

     ການແຕ່ງດອງແມ່ນຂີດໝາຍສຳຄັນທີ່ສຸດອັນໜຶ່ງໃນຊີວິດຂອງຄົນສ່ວນຫລາຍ. ມັນເປັນເຄື່ອງໝາຍຜູກພັນທາງດ້ານ
ຈິດໃຈແລະກົດໝາຍລະຫ່ວາງມະນຸດດ້ວຍກັນສອງຄົນ, ບາງທີກໍ່ອາດຈະຕະຫລອດຊີວິດ. ແຕ່ພິທີແຕ່ງງານ ຢູ່ແຕ່ລະ
ບ່ອນກໍ່ມີຄວາມແຕກຕ່າງກັນ ອີງຕາມຍຸກສະໄໝ ແລະຮີດຄອງປະເພນີ.
    ຕໍ່ໄປນີ້ຂ້າພະເຈົ້າ ຈະຂໍນຳເອົາຕົວຢ່າງທີ່ເດັ່ນຊັດ ຕົວຢ່າງໜຶ່ງ ຂອງການແຕ່ງດອງລາວໃນປະຈຸບັນ ມາສະເໜີທ່ານ.
ງານແຕ່ງດອງຂອງຄົນລາວເຮົາ ໃນປະຈຸບັນ ມັກຈະໃຊ້ເວລາສອງມື້ ແລະແບ່ງເປັນສາມພາກດ້ວຍກັນຄື:


ມື້ທີໜຶ່ງ, ພາກທີໜຶ່ງ-ແມ່ນການອຸ່ນດອງ

    ໃນມື້ນີ້ ບັນດາຍາດຕິພີ່ນ້ອງ ແລະໝູ່ຄູ່ທີ່ສະໜິດສະໜົມ ຂອງຄູ່ບ່າວສາວ ຈະມາເຕົ້າໂຮມກັນເພື່ອຫ້າງຫາກະກຽມ
ທຸກສິ່ງທຸກຢ່າງສຳລັບມື້ຕໍ່ມາ ຕົວຢ່າງ: ພາຂວັນ, ອາຫານການກິນ, ເຄື່ອງດື່ມ, ການປະດັບປະດາ ແລະເອ້ຢ້ອງ
ພິທີການຕ່າງໆ. ນອກຈາກນັ້ນກໍ່ມີການຄົບງັນຊຸມແຊວດື່ມເຫົ້ລາ ເພື່ອເປັນການອຸ່ນເຄື່ອງໃຫ້ມື້ດອງຕໍ່ມາ. ການອຸ່ນດອງ
ອາດຈະຈັດຂືຶ້ນຢູ່ທີ່ເຮືອນຂອງເຈົ້າບ່າວ, ເຈົ້າສາວ  ຫຼືວ່າສະຖານທີ່ ທີ່ເໝາະສົມ ໂດຍອີງໃສ່ຄວາມສະດວກ ແລະເງື່ອນໄຂ
ຕົວຈິງ.

ມື້ທີສອງ, ພາກທີ່ສອງ-ການບາສີສູ່ຂວັນ
Picture
 
Picture
 
Picture
 
Picture
 

   ຍາດຕິພີ່ນ້ອງ ແລະໝູ່ຄູ່ຮັກແພງຈະແຫ່ຈູງເອົາ ເຈົ້າບ່າວໄປຫາເຮືອນເຈົ້າສາວ ໄປພອ້ມໆກັບການຂັບລຳ ຮ້ອງເພງ
ແລະເຊີ້ງ ແຖມດ້ວຍການດື່ມເຫຼົ້າຂາວ ຫຼືເຫຼົ້າວິສກີ ເພື່ອໃຫ້ສຽງຄໍລ່ອງດີ. ເດີນໄປຈົນຮອດປະຕູເຮືອນຂອງເຈົ້າສາວ.
    ທາງຍາດຕິພີ່ນ້ອງ ແລະໝູ່ຄູ່ຮັກແພງ ຂອງຝ່າຍເຈົ້າສາວຕ້ອງໄດ້ຕັນປະຕູຮົ້ວ ແລະໃຊ້ສາຍແອວເງິນເປັນສິ່ງຂັດຂວາງ.
ຖ້າວ່າການເຈລະຈາຕໍ່ລອງຫາກສຳເລັດຜົນ ທາງຝາ່ຍເຈົ້າບ່າວກໍ່ຈະສາມາດບຸກເຂົ້າໄປໃນເຂດຮົ້ວຂອງຝາ່ຍເຈົ້າສາວໄດ້.
ສ່ວນຫຼາຍມັກຈະລົງລອຍກັນດ້ວຍການດື່ມເຫຼົ້າ.
Picture
 
Picture
 
Picture
 
Picture
 


ໜ້າທີ່ສຳຄັນຂອງເຈົ້າບ່າວ ແມ່ນຮັກສາບໍ່ໃຫ້ທຽນມອດກ່ອນໄປຮອດພາຂວັນ. ກ່ອນຈະຂື້ນເຮືອນເຈົ້າສາວ ເຈົ້າບ່າວ
ຕ້ອງລ້າງຕີນ ໂດຍແມ່ນເດັກນ້ອຍຂອງທັງສອງຝ່າຍເປັນຜູ້ທຳໃຫ້. ຫຼັງຈາກນັ້ນເຖົ້າແກ່ຂອງຝ່າຍຍິງ ຈະຈູງເອົາເຈົ້າບາ່ວ
ເຂົ້າໄປຫາພາຂວັນ. ທີ່ພາຂວັນ ເຈົ້າບາ່ວຈະເອົາໄຟທີ່ຖືມານຳນັ້ນ ໄປຈູດຕໍ່ໃສ່ທຽນໄຂ ທີ່ຢູ່ພາຂວັນ. ກົງກັນຂ້າມ ເຖົ້າແກ່
ຂອງຝາ່ຍຊາຍ ກໍ່ຈະຈູງເອົາເຈົ້າສາວ ເຂົ້າມາສູ່ພາຂວັນຄືກັນ.

Picture
 
Picture
 
Picture
 
Picture
 

ຫຼັງຈາກທີ່ຄູ່ສົມລົດ ແລະແຂກທີ່ຖືກເຊີນ ເຂົ້າສູ່ພາຂວັນລຽບລອ້ຍແລ້ວ ແມ່ນເລີ້ມພິທີບາສີສູ່ຂວັນ, ສຳຄັນທີ່ສຸດຕ້ອງມີ
ໝໍພອນ, ແຕ່ວ່າກ່ອນນັ້ນ ບາງທີທາງອຳນາດການປົກຄອງ ອາດຈະມາອ່ານໃບອະນຸຍາດແຕ່ງງານ. ໃນພິທີບາສີ
ສູ່ຂວັນນີ້ ໝໍພອນເປັນບຸກຄົນທີ່ສຳຄັນທີ່ສຸດ ຄືກັບພິທີກອນຜູ້ໜຶ່ງ, ທຸກໆພິທີການ ຕ້ອງແມ່ນໝໍພອນເປັນຜູ້ພາເຮັດ
ຊຶ່ງສ່ວນຫຼາຍມັກຈະອີງໃສ່ ຮີດຄອງປະເພນີ ຂອງເຂດນັ້ນ ຕົວຢ່າງ: ການໃຫ້ພອນຜູກແຂນ, ການປ້ອນໄຂ່, ການມອບ
ຂອງຂວັນໃຫ້ຄູ່ສົມລົດ ແລະອື່ນໆ.
Picture
 
Picture
 
Picture
 
Picture
 
 
     ທັງໝົດ ທີ່ສະເໜີມາຂາ້ງເທິງນີ້ ແມ່ນງານແຕ່ງດອງລາວ ຕອນທີ່ໜຶ່ງ, ເຊີນທ່ານຕິດຕາມອ່ານ ຕອນທີ່ສອງ ຊຶ່ງຂ້າພະ
ເຈົ້າຈະນຳມາສະເໜີທ່ານ ໃນໄວໆນີ້. 


Picture
 

 

 
คำสำคัญ (Tags): #ດີ 
สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลง

ความเห็น

ยังไม่มีความเห็น
กรุณาเข้าสู่ระบบเพื่อแสดงความเห็น
เข้าระบบ
Markdown: # หัวข้อ · **ตัวหนา** · *ตัวเอียง* · [ลิงก์](url) · ![รูปภาพ](url) · - รายการ · > อ้างอิง · แยกย่อหน้าด้วยบรรทัดว่าง
Posting...

บทความในวันเดียวกัน

ณัฐพล บัวจันทร์
Google Glass
ณัฐพล บัวจันทร์ · 30 ม.ค. 2557
บงกชรัตน์ ดำจันทร์
Android และ Android Phone
บงกชรัตน์ ดำจันทร์ · 30 ม.ค. 2557
ณัฐพล บัวจันทร์
MOOC
ณัฐพล บัวจันทร์ · 30 ม.ค. 2557
ว่าที่ พ.ต.ดร. ณัฏฐพล   ตันมิ่ง
พิธีมอบเกียรติบัตรนักเรียนดีเด่น ร.ร.เลยพิทยาคม จ.เลย (261 รูป)
ว่าที่ พ.ต.ดร. ณัฏฐพล ตันมิ่ง · 30 ม.ค. 2557
ณัฐพล บัวจันทร์
E-learning
ณัฐพล บัวจันทร์ · 30 ม.ค. 2557
สุทธิพร คล้ายเมืองปัก
เครื่องร่อน_กับเรื่องที่น่ารู้ไว้! ก้าวไปสู่การแข่งขันนักบินน้อย สพฐ.
สุทธิพร คล้ายเมืองปัก · 30 ม.ค. 2557
ขจิต   ฝอยทอง
การปลูกผักแบบดาวล้อมเดือนและใช้น้ำน้อย(16)
ขจิต ฝอยทอง · 30 ม.ค. 2557
มีต่อ
GotoKnow
แพลตฟอร์มแบ่งปันความรู้สำหรับคนไทย
LINE:  @583rolok
ลิงก์
นโยบายความเป็นส่วนตัวPrivacy Policy
โครงการที่เกี่ยวข้อง
ClassStartClassStart Books
© 2005-2026 บจก. ปิยะวัฒนา