ພໍແຕ່ຮອດເດືອນແປດມາ ເຖິງກໍ່ພໍດີຖືກກັບປະເພນີການ ເຮັດບຸນເຂົ້າພັນສາ ເຊິ່ງແມ່ນ ຮີດທີ່ແປດທີ່ນອນຢູ່ໃນຮີດ 12 ຂອງລາວເຮົາ.ໃນຄະນະດຽວ ກັນນີ້ກໍ່ພໍດີຖືກກັບລະດູຝົນ ເຊິ່ງເປັນລະດູທີ່ປະຊາຊົນ ລາວເຮົາພວມກຳລັງຂຸ້ນຂ້ຽວ ໃນການລົງມືທຳການຜະລິດປັກດຳນາປີຢ່າງເປັນຂະບວນ ຟົດຟື້ນ ແລະ ກ້ວາງຂວາງ ແລະ ອາຊີບນີ້ກໍ່ແມ່ອາຊີບ ຫລັກພ້ອມທັງຄຽງຄູ່ກັບປະ ຊາຊົນມາແຕ່ດົນນານ.
ການເອົາບຸນເຂົ້າພັນສາ ຫຼືຈຳພັນສາກໍ່ແມ່ນການເຂົ້າ ປະຈຳຢູ່ແຫ່ງໃດແຫ່ງໜຶ່ງ, ທີ່ ໃດທີ່ໜຶ່ງເຊັ່ນ: ເຂດທໍລະ ນີສົງ, ຖຳຄູຫາ ແລະ ອື່ນໆ ຂອງພະສົງ, ສາມະເນນໃນ ຕະຫລອດໄລຍະ (ໄຕມາດ 3 ເດືອນ ) ຄືເລີ່ມແຕ່ຂຶ້ນ 15 ຄຳ່ ເດືອນແປດຈົນເຖິງຂຶ້ນ 15 ຄ່ຳເດືອນສິບເອັດຂອງທຸກໆ ປີ, ແຕ່ຖ້າຫາກປີໃດເປັນ ( ແປດສອງຫົນ)ກໍ່ຈະໄປເຂົ້າ ພັນສາຢູ່ທີ່ຂຶ້ນ 15 ຄ່ຳເດືອນ ເກົ້າແລະ ໄປອອກພັນສາຢູ່ທີ່ ຂຶ້ນ 15 ຄຳ່ເດືອນ 12. ຄືນດັ່ງ ປີນີ້ ພ.ສ 2555, ຄ.ສ 2012 ມື້ເຂົ້າພັນສາກໍ່ຈະກົງກັບຂຶ້ນ 15ຄຳ່ເດືອນ(ແປດສອງ) ພ.ສ 2555 ແລະ ກົງກັບວັນພະຫັດ ວັນທີ 2 ເດືອນ 8 ຄ.ສ 2012 ເປັນມື້ເຂົ້າພັນສາຂອງພະສົງ, ສຳມະເນນ.ເຊິ່ງເລີ່ມແຕ່ຕອນ ເຊົ້າຢູ່ຕາມວັດແຫ່ງຕ່າງໆກໍ່ ຈະມີການຕັກບາດຖະຫວາຍສັງຄະທານ,ຖະຫວາຍຜ້າອາບ ນ້ຳຝົນ, ທຽນພັນສາ ແລະ ໄຊ ຍະທານຕ່າງໆໃຫ້ແກ່ພະສົງ,ສາມະເນນ, ຕອນແລງກໍ່ຈະ ມີການວຽນທຽນ ແລະ ທຳພິ ທີກຳຕ່າງໆທາງສາສະຫນາ.
ມູນເຫດຂອງການເຂົ້າພັນ ສານັ້ນຫລາຍ, ທ່ານກໍ່ຄົງຈະ ຮູ້ແລ້ວ. ແຕ່ຄວາມເປັນມາກໍ່ ຄືໃນຄັ້ງພຸດທະການນັ້ນພະ ສົງໃນພຸດທະສາສະໜາແມ່ນ ບໍ່ມີວັດຢູ່, ມີແຕ່ອາໃສຢູ່ຕາມ ຖ້ຳ, ເງີບຫີນ, ໂກນໄມ້, ປ່າ ຊ້າເປັນທີ່ພັກເຊົາຊົ່ວຄາວ. ມີ ແຕ່ມຸ່ງຫນ້າອຸດທິຕົນເພື່ອ ເຜີຍແຜ່ຄຳສອນຂອງສາສະ ຫນາໄປຍັງບ້ານນ້ອຍ, ເມືອງ ໃຫຍ່, ເຂດແຄວ້ນຕ່າງໆ. ໃນ ທົ່ວຊົມພູທະວີບ, ສຸວັນນະ ພູມ ແລະ ແຫ່ງອື່ນໆ, ບໍ່ໄດ້ ພັກເຊົາເລີຍ ເປັນເຫດໃຫ້ໄປ ຢຽບຄັນນາ, ຕົ້ນກ້າ, ຕົ້ນເຂົ້າ ຫຍ້າຂຽວ ແລະ ພືດຜັກຂອງ ປະຊາຊົນທີ່ປູກຢູ່ຕາມທົ່ງນາ. ໄດ້ຮັບຄວາມເສຍຫາຍ, ເມື່ອ ເປັນແນວນັ້ນປະຊາຊົນຈິ່ງ ເຂົ້າໄຫວ້ພະພຸດທະເຈົ້າເພື່ອ ປຶກສາຫາລື ແລະ ຫາທາງແກ້ ໄຂພະພຸດທະອົງ ຈິ່ງຮຽກຮ້ອງ ໃຫ້ພະສົງມາເຕົ້າໂຮມກັນ ແລ້ວຈິ່ງວາງພຸດທະບັນຍັດ ໄວ້ວ່າ: ໃນລະດູຝົນຕະຫຼອດ ໄຕມາດສາມເດືອນຄື: ເລີ່ມ ແຕ່ຂຶ້ນ 15 ຄຳ່ເດືອນແປດ ຈົນຮອດຂື້ນ 15 ຄຳ່ເດືອນສີບ ເອັດ ຫ້າມພະພິຂຸສົງອອກ ເຄື່ອນໄຫວໄປມາໃນທີ່ຕ່າງໆ ອະນຸຍາດໃຫ້ຢູ່ປະຈຳຕະຫຼອດ ໄລຍະໄຕມາດສາມເດືອນ ຍົກເວັ້ນແຕ່ກລະນີຈຳເປັນດ່ັງ ນີ້: ພໍ່, ແມ່, ອຸປະຊາອາຈານ ເສຍຊີວິດ,ແຜ່ນດິນໄຫວ, ໄຟ ໄຫມ້,ນ້ຳຖ້ວມ, ເສິກສົງຄາມ, ເກີດໂລກລະບາດຮ້າຍແຮງ.
ດັ່ງນັ້ນຈິ່ງໄດ້ກາຍມາເປັນ ເຫດຂອງການເອົາບຸນເຂົ້າ ພັນສາຈົນຮອດທຸກວັນນີ້, ຈະສັງເກດເຫັນວ່າການເຂົ້າ ພັນສາແມ່ນເປັນຫນ້າວຽກ, ພາລະ, ທຸລະ ແລະ ກິດຈະ ວັດຂອງພະສົງສາມະເນນ ເທົ່ານັ້ນ, ບໍ່ແມ່ນຫນ້າທີ່ຂອງ ທຸກຄົນທົ່ວໄປ, ຊາວພຸດທົ່ວ ໄປມີແຕ່ອຸປະຖຳຄຳ້ຊູດ້ວຍ ປັດໃຈ 4 ເທົ່ານັ້ນ.
ແຕ່ຖ້າໃຜຈະຕັ້ງໃຈອົດ ກັ້ນຫັກຫ້າມຕົນເອງດ້ວຍ ການຕັ້ງໃຈປະຕິບັດຢ່າງໃດ ຢ່າງຫນຶ່ງຫລືຫລາຍຢ່າງ ດ້ວຍວິທີຕ່າງໆໃນໄລຍະເຂົ້າພັນສາກໍ່ຈະເປັນການດີແຕ່ ຖ້າໃຫ້ດີແທ້ ຫລືດີເລີຍກໍ່ຄືຕັ້ງ ໃຈປະຕິບັດໄປເລີຍບໍ່ເວັ້ນໄລຍະໃດຫນຶ່ງສະນັ້ນປະເພນນີ ບຸນເຂົ້າພັນສາຈິ່ງເປັນປະເພນີທີ່ຊາວພຸດເຄີຍປະຕິບັດສືບກັນມາຈົນກາຍເປັນຮີດຄອງຄືໃນປັດຈຸບັນນີ້.
ເຂົ້າພັນສາ 2555
ความเห็น
ยังไม่มีความเห็น
บทความในวันเดียวกัน
Mr-Vanthong thong phonephasith · 16 ธ.ค. 2556
share · 16 ธ.ค. 2556
Mr-Vanthong thong phonephasith · 16 ธ.ค. 2556
Mr-Vanthong thong phonephasith · 16 ธ.ค. 2556
เด็กสามหมอก · 16 ธ.ค. 2556