ເຂົ້າພັນສາ


ອາສາລະຫະບູຊາ ເຂົ້າພັຣສາ ຫຼື ເຂົ້າພັນສາ

 

ປະວັຕຄວາມເປັນມາ

 

 

າສາລະຫະບູຊາ ຕົງກັບມື້ເພັນຍ໌ເດືອນ 8 ກ່ອນມື້ເຂົ້າພັຣສາ 1 ມື້ ເປັນມື້ທີ່ ພຸທທະສາ-ສະນິກຊົນສະແດງຄວາມເຄົາຣົພຕໍ່ພຣະສົງຄ໌ ອາສາລະຫະເປັນຊື່ເດືອນ ໘ ອາສາລະຫະບູຊາ ຍໍ້ມາຈາກຄຳວ່າ ອາສາລະຫະບູຣະນະມີບູຊາ ແປວ່າກາຣ ບູຊາພຣະ ໃນມື້ເພັນຍ໌ ເດືອນ ໘ ຖ້າປີໃດມີເດືອນ ໘ ສອງເທື່ອ ກໍຈະເລື່ອນໄປເປັນມື້ຂຶ້ນ ໑໕ ຄ່ຳເດືອນ ໘

 

 

ຫລັງຈາກສົມເດັຈພຣະພຸທທະອົງຄ໌ໄດ້ຕຣັສຣູ້ໃນມື້ເພັນຍ໌ເດືອນ 6 ແລ້ວ ໄດ້ທຣົງ(ຊົງ)ໃຊ້ເວລາທົບທວນ ສັຈທັມມ໌ ແລະທຣົງຄຳນຶງວ່າທັມມະທີ່ພຣະອົງຄ໌ຕຣັສຣູ້ນີ້ລຶກຊຶ້ງຫຼາຍ ຍາກທີ່ຜູ້ອື່ນຈະຣູ້ຕາມ ແຕ່ອາສັຍ ພຣະກະຣຸນານີ້ເປັນທີ່ຕັ້ງຈຶ່ງທຣົງພິຈາຣະນາແບ່ງບຸຄຄົນອອກເປັນ 4ປະເພທ (ບົວ 4 ເຫຼົ່າ) ຄື :

 

໑. ອຸຄຄະຕິຕັນຢູ ດອກບົວທີ່ຢູ່ພົ້ນນ້ຳ

໒. ວິປັຈຈິຕັນຢູ ດອກບົວທີ່ຢູ່ຮິ່ມນ້ຳ

໓. ເນີຍຢະ ດອກບົວທີ່ຢູ່ໃຕ້ນ້ຳ

໔. ປະທະປະຣະມະ ດອກບົວທີ່ຈົມຢູ່ກັບໂຄລນຕົມ

 

ຈຶ່ງທຣົງມີພຣະກະຣຸນາທິຄຸນຣະລຶກເຖິ່ງອາລາຣະດາບົສ ແລະອຸທທະກະດາບົສວ່າມີກິເລສເບົາບາງ ສາມາຖຕຣັສຣູ້ໄດ້ທັນທີ ແຕ່ທ່ານທັ້ງ 2ໄດ້ຕາຍແລ້ວ ຈຶ່ງທຣົງຣະລຶກເຖິ່ງປັນຍ໌ຈະວັຄຄີຍ໌ ໄດ້ທຣົງສະແດງ ພຣະທັມມ໌ເທສະນາແກ່ປັນຍ໌ຈະວັຄຄີຍ໌ທັ້ງ 5 ຄື ໂກນທັນຍະ ວັປປະ ພັທທິຍະ ມະຫານາມະ ແລະອັສຊິ ຊຶ່ງລ້ວນແລ້ວແຕ່ເປັນຜູ້ອຸປະຖາກພຣະພຸທທະເຈົ້າ ເມື່ອເທື່ອຍັງທຣົງບຳເພັນຍ໌ທຸກຂ໌ກິຣິຍາຢູ່ ພຣະທັມມ໌ທີ່ພຣະພຸທທະອົງຄ໌ທຣົງ ເທສະນາໃນເທື່ອນີ້ມີຊື່ວ່າທຣຣມະ(ທັມມະ)

ຈັກກັປປະວັຕະນະສູຕຣ ຊຶ່ງມີອະຣິຍະສັຈ ໔ ຫຼື ຄວາມຈິງອັນປະເສິຖ ໔ ປະການໄດ້ແກ່ :

 

໑. ທຸກຂ໌ ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈ

໒. ສະມຸທັຍ ເຫຕຸໃຫ້ເກີດທຸກຂ໌

໓. ນິໂຣທະ ຄວາມດັບທຸກຂ໌

໔. ມຣຣຄ(ມັຄ) ຂໍ້ປະຕິບັຕິໃຫ້ເຖິ່ງຄວາມດັບທຸກຂ໌

 

ຫລັງຈາກສະແດງພຣະທັມມ໌ເທສະນາແລ້ວ ທ່ານໂກນທັນຍະໄດ້ດວງຕາເຫັນທັມມ໌ ເປັນຄົນທຳອິດ ໄດ້ກາບທູລຂໍບວຊ ແລະພຣະພຸທທະອົງຄ໌ກໍທຣົງອະນຸຍາຕ ໂດຍທຣົງທຳກາຣອຸປະສົມບົທໃຫ້ແບບ ເອຫິພິກຂຸອຸປະສັມປະທາ ນັບເປັນ "ປະຖົມສາວົກ" ຂອງພຣະພຸທທະເຈົ້າ

 

 

ດັ່ງນັ້ນໃນມື້ນີ້ຈຶ່ງເປັນມື້ທຳອິດທີ່ມີພຣະຣັຕະນະຕຣັຍຄົບອົງຄ໌ສາມ ຄື ພຣະພຸທທ໌ ພຣະທັມມ໌  ແລະພຣະສົງຄ໌ ເນື່ອງຈາກພຣະພຸທທະອົງຄ໌ທຣົງເທສະນາເປັນກັນທ໌ທຳອິດ ຈຶ່ງເອິ້ນເທສກັນທ໌ນີ້ວ່າ "ປະຖົມມະເທສະນາ" ຫຼືອີກນັຍນຶ່ງອາຈຈະກ່າວໄດ້ວ່ານັບເປັນມື້ທຳອິດ ທີ່ພຣະພຸທທະເຈົ້າທຣົງປະກາສ ພຣະພຸທທະສາສນາ ຈະເຫັນໄດ້ວ່າປາກົຕກາຣນ໌ສຳຄັນ ໆ ໃນມື້ນີ້ ມີເຖິ່ງ 4 ປະການ ນຳກັນຄື :

 

 

1. ເປັນມື້ທຳອິດທີ່ພຣະພຸທທະອົງຄ໌ທຣົງສະແດງປະຖົມມະເທສສະນາ

 

2. ເປັນມື້ທຳອິດທີ່ພຣະພຸທທະອົງຄ໌ທຣົງໄດ້ປະຖົມສາວົກ

 

3. ເປັນມື້ທຳອິດທີ່ພຣະສົງຄ໌ເກີດຂຶ້ນໃນໂລກ

 

4. ເປັນມື້ທຳອິດທີ່ບັງເກີດຣັຕະນະຄົບສາມ ເປັນພຣະຣັຕະນະຕຣັຍ ຄື ພຣະພຸທທະຣັຕະນະ ພຣະທຣຣມະ(ທັມມະ)ຣັຕະນະ ພຣະສັງຄະຣັຕະນະ

 

คำสำคัญ (Tags): #ວັນທອງ
หมายเลขบันทึก: 556526เขียนเมื่อ 16 ธันวาคม 2013 10:09 น. ()แก้ไขเมื่อ 16 ธันวาคม 2013 10:09 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท