thardluang


(Ecom) ບຸນນະມັດສະການພະທາດຫລວງ ປີ 2008 ນີ້ ຈະຈັດຂຶ້ນເປັນພິເສດກວ່າທຸກໆປີທີ່ຜ່ານ ມາ ທັງນີ້ ກໍ່ເພື່ອເປັນການທົດລອງກະກຽມໃສ່ງານສຳຄັນໃນປີ 2009 ແລະ ການສະຫລອງ 450 ປີຂອງນະຄອນຫລວງວຽງຈັນ ໃນປີ 2010 ໂດຍຈະເນັ້ນໃສ່ຄວາມເປັນລະບຽບໃນການ ຈັດວາງສະຖານທີ່, ມີຄວາມເຂັ້ມງວດໃນວຽກງານປ້ອງກັນຄວາມສະຫງົບໃຫ້ໄດ້ 100% ນັບ ແຕ່ຂັ້ນບ້ານຈົນຮອດສູນກາງ, ມີຄວາມເຂັ້ມງວດໃນການສ້າງຄວາມສະດວກ ທາງດ້ານລະບົບ ຈະລາຈອນຕາມເສັ້ນທາງສາຍຕ່າງໆ, ມີຄວາມເຂັ້ມງວດຕໍ່ການນຸ່ງຖືທັງຍິງ ແລະ ຊາຍ ເຊິ່ງ ຜູ້ເຂົ້າຮ່ວມງານບຸນຕ້ອງໄດ້ຕິດບັດບຸນໃສ່ເສື້ອຕະຫລອດຮອດຜູ້ປະກອບການຝາກລົດ, ພິເສດ ແມ່ນຈະໄດ້ປະຕິບັດຢ່າງເຂັ້ມງວດກວດຂັນຕໍ່ຜູ້ລະເມີດລະບຽບຂອງງານບຸນທັງຫມົດນັ້ນ ແມ່ນ ເພື່ອເຮັດໃຫ້ປາງບຸນທາດຫລວງເປັນຂອງປວງຊົນລາວ ແລະ ຖືກຕາມຮີດຄອງປະເພນີທີ່ເປັນ ເອກະລັກອັນໂດດເດັ່ນຂອງລາວເຮົາ.

ທ່ານສົມວັນດີ ນາຖາວົງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຖະແຫລງຕໍ່ສື່ມວນຊົນ ລາວ ໃນວັນ ທີ 17 ຕຸລາ 2008 ທີ່ຫ້ອງວ່າການນະຄອນຫລວງວຽງຈັນວ່າ: ງານບຸນປີນີ້ຈະ ຈັດໃຫ້ມີຄວາມພົ້ນເດັ່ນກວ່າປີຜ່ານມາ, ເພາະວ່າພວກເຮົາມີບົດຮຽນແລ້ວ ໃນແຕ່ລະປາງບຸນ ໂດຍສະເພາະງານບຸນຊ່ວງເຮືອຢູ່ທ່າວັດຈັນທີ່ຜ່ານມານີ້ກໍ່ມີຫລາຍບັນຫາເກີດຂຶ້ນເປັນຕົ້ນການ ປາດກະເປົ໋າພົກພາອາວຸດ, ອຸບັດເຫດທີ່ພວກເຮົາຍັງແກ້ໄຂບໍ່ທັນກັບເຫດການ ສະນັ້ນ ໃນບຸນ ນະມັດສະການພະທາດຫລວງ 2008 ນີ້, ພວກເຮົາລວມທັງເຈົ້າຫນ້າທີ່ຫລາຍຝ່າຍຈະໄດ້ລົງ ກວດກາສະຖານທີ່ບັນເທີງຕ່າງໆ, ກວດກາຕາມທ້ອງຕະຫລາດກ່ຽວກັບການຂາຍບັ້ງກະໂພກ, ຫົວສາຍແອວໃຫຍ່, ງ້າວບໍ່ໃຫ້ນຳເຂົ້າ ແລະ ວາງຂາຍເລີຍ. ນອກນັ້ນ ຈະກວດກາບັນຫາຄົນ ເຂົ້າເມືອງ, ກວດປັດສະປໍເກີນກຳນົດ ແລະປັດສະປໍບໍ່ຖືກຕ້ອງເພື່ອຕິດຕາມຄົ້ນຫາພວກຄົນທີ່ ບໍ່ຫວັງດີບໍ່ໃຫ້ກໍ່ເຫດການອັນບໍ່ດີບໍ່ງາມໃນງານ ແລະ ສະຖານທີ່ອື່ນໆ.

ບຸນນະມັດສະການພະທາດຫລວງປີນີ້ ຈະໄດ້ເປີດເປັນທາງການໃນໄລຍະແຕ່ວັນທີ 7-12 ພະຈິກ 2008 ແລະ ເປີດໃຫ້ທ່ຽວບຸນໃນເວລາກາງຄືນນັບແຕ່ 18 ໂມງ ຫາ 23 ໂມງ ໂດຍ ແບ່ງອອກເປັນ 3 ເຂດຄື: ເຂດທ້ອງສະຫນາມຫລວງ ຈະໃຊ້ເປັນບ່ອນວາງສະແດງສິນຄ້າສາ ກົນ ແລະ ສິນຄ້າພາຍໃນລວມທັງມີການຄົບງັນຕ່າງໆ, ສ່ວນເຂດເດີ່ນພະທາດຫລວງຈະໄດ້ ຈັດໃຫ້ມີພິທີກຳທາງພຸດທະສາສະຫນາ, ດັ່ງນັ້ນ ຜູ້ທີ່ຈະເຂົ້າໄປເຂດນີ້ຕ້ອງນຸ່ງຖືຕາມຮີດຄອງ ປະເພນີຂອງລາວ ແລະ ນຸ່ງຖືໃຫ້ສຸພາບ, ຢູ່ໃນເຂດກົມມະລຽນພະທາດຫລວງ, ທຸກຄົນກ່ອນ ຈະເຂົ້າໄປໄຫວ້ພະທາດຫລວງຕ້ອງນຸ່ງຖືໃຫ້ຖືກຕາມຮີດຕາມຄອງແທ້ໆ, ຖ້າແມ່ຍິງນຸ່ງໂສ້ງກໍ່ ຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າເດັດຂາດ, ສ່ວນຜູ້ຊາຍກໍ່ຕ້ອງນຸ່ງຖືສຸພາບຜົມສັ້ນຈິ່ງສາມາດເຂົ້າ ໄດ້. ງານບຸນດັ່ງກ່າວຈະມີການຟັງເທດສະຫນາ, ສ່ຽງຊີ, ແຫ່ຜາສາດ ເຜິ້ງ, ມີແຂ່ງຂັນກີລາຕີ ຄີ ແລະ ອື່ນໆ.
ສ່ວນຂໍ້ຫ້າມຕ່າງໆ ທີ່ຄະນະກຳມະການບຸນກໍ່ຄືອົງການຈັດຕັ້ງທີ່ກ່ຽວ ຂ້ອງໄດ້ກຳນົດອອກ ມາວ່າ: ຫ້າມການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດຫມາຍຂອງ ສປປ ລາວ, ຫ້າມນຳເອົາອາ ວຸດທຸກປະເພດລວມທັງງ້າວ, ມີດ,ຫນ້າ, ກະຖຸນ, ສະຫນັບມືເຂົ້າໄປໃນງານບຸນໂດຍເດັດຂາດ ຍົກເວັ້ນເຈົ້າຫນ້າທີ່ ທີ່ໄດ້ຮັບອະນຸຍາດຫ້າມຂາຍ ແລະ ນຳເອົາຢາເສບຕິດ, ທາດເບື່ອ ແລະ ວັດຖຸອອກລິດຕໍ່ປະສາດ ທຸກຊະຊາຍເຂົ້າມາໃນງານບຸນໂດຍເດັດຂາດ, ຫ້າມຂາຍ ແລະ ນຳ ເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະເຊື່ອມຊາມຕ່າງໆເຂົ້າມາໃນງານຢ່າງເດັດຂາດ ຫ້າມຫລິ້ນການພະນັນທຸກປະເພດ, ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດ, ຫ້າມອາ ລະວາດຕີກັນໃນງານບຸນຢ່າງເດັດຂາດ, ຫ້າມບໍ່ໃຫ້ບຸກຄົນ, ວັດ, ສຳນັກງານ, ອົງການ, ອຳ ນາດການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ ວາງສະແດງສິນຄ້າຂອງຄະນະກຳມະ ການບຸນ, ຫ້າມນຸ່ງຖືບໍ່ສຸພາບເຂົ້າຂາບໄຫວ້ພະທາດຫລວງ, ສຳລັບແມ່ຍິງຕ້ອງນຸ່ງສີ້ນ-ເສື້ອສຸ ພາບ, ຜູ້ຊາຍໃຫ້ນຸ່ງເຄື່ອງສຸພາບ, ຫ້າມວາງຂາຍເຄື່ອງເກີນອອກມາຫນ້າຮ້ານທີ່ຄະນະກຳມະ ການບຸນກຳນົດໄວ້, ນີ້ແມ່ນລະບຽບການຈັດສັນງານບຸນ ທີ່ຄະນະກຳມະການບຸນທາດຫລວງ ປະຈຳປີ 2008 ວາງອອກ ເຊິ່ງຮຽກຮ້ອງໃຫ້ທຸກຝ່າຍໃຫ້ຄວາມຮ່ວມມືເປັນຢ່າງດີ.

คำสำคัญ (Tags): #good
หมายเลขบันทึก: 556525เขียนเมื่อ 16 ธันวาคม 2013 10:03 น. ()แก้ไขเมื่อ 16 ธันวาคม 2013 10:03 น. ()สัญญาอนุญาต: ครีเอทีฟคอมมอนส์แบบ แสดงที่มา-ไม่ใช้เพื่อการค้า-ไม่ดัดแปลงจำนวนที่อ่านจำนวนที่อ่าน:


ความเห็น (0)

ไม่มีความเห็น

พบปัญหาการใช้งานกรุณาแจ้ง LINE ID @gotoknow
ClassStart
ระบบจัดการการเรียนการสอนผ่านอินเทอร์เน็ต
ทั้งเว็บทั้งแอปใช้งานฟรี
ClassStart Books
โครงการหนังสือจากคลาสสตาร์ท